38 ການເຕືອນຄັ້ງສຸດທ້າຍ
ຕົ້ນສະບັບພາສາອັງກິດ
ປະກາດການຫຼົ້ມຈົມຂອງບາບີໂລນ
“ຫຼັງຈາກນັ້ນແລ້ວ ຂ້າພະເຈົ້າໄດ້ເຫັນເທວະດາອີກຕົນໜຶ່ງລົງມາຈາກສະຫວັນ ມີສິດອຳນາດອັນຍິ່ງໃຫຍ່ ແລະ ຣັດສະໝີຂອງເພິ່ນກໍສ່ອງແຈ້ງທົ່ວແຜ່ນດິນໂລກ. ເທວະດານັ້ນໄດ້ຮ້ອງປະກາດສຽງແຮງກ້າຂຶ້ນວ່າ, ‘ບາບີໂລນມະຫານະຄອນຫຼົ້ມຈົມແລ້ວ ຫຼົ້ມຈົມເສຍແລ້ວ. ມັນກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ເປັນບ່ອນລີ້ຊ່ອນຂອງວິນຍານຊົ່ວຮ້າຍທຸກຢ່າງ ແລະ ເປັນຄອນນົກບໍ່ສະອາດ ແລະ ໜ້າກຽດໜ້າຊັງທຸກຊະນິດ.’” “ແລ້ວຂ້າພະເຈົ້າກໍໄດ້ຍິນສຽງໜຶ່ງອີກຈາກສະຫວັນກ່າວວ່າ, ‘ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກມະຫານະຄອນນັ້ນເສຍ ເພື່ອເຈົ້າທັງຫຼາຍຈະບໍ່ມີສ່ວນໃນການບາບຂອງມັນ ເພື່ອເຈົ້າຈະບໍ່ໄດ້ຖືກໄພອັນຕະລາຍທີ່ຈະເກີດແກ່ມັນນັ້ນ.’” (ພຣະນິມິດ 18:1, 2, 4). {GC 603.1}
ຄຳພະຍາກອນນີ້ຊີ້ໄປເຖິງເວລາທີ່ຈະມີການປະກາດຊ້ຳອີກເຖິງການຫຼົ້ມຈົມຂອງບາບີໂລນ ຕາມທີ່ທູດສະຫວັນອົງທີສອງໃນພຣະທຳພຣະນິມິດ 14:8 ໄດ້ກ່າວໄວ້. ການປະກາດຄັ້ງນີ້ ຈະເພີ່ມເຕີມເລື່ອງຄວາມເສື່ອມເສຍ ທີ່ໄດ້ແຊກຊຶມເຂົ້າໄປໃນອົງການຕ່າງໆທີ່ປະກອບກັນເປັນບາບີໂລນ ນັບຕັ້ງແຕ່ຂ່າວນັ້ນຖືກປະກາດຄັ້ງທຳອິດໃນລະດູຮ້ອນປີ 1844. ຄຳພະຍາກອນນີ້ໝາຍເຖິງສະພາບອັນໜ້າຢ້ານກົວຂອງວົງການສາສະໜາ. ທຸກຄັ້ງທີ່ມີການປະຕິເສດຄວາມຈິງ ຈິດໃຈຂອງຜູ້ຄົນກໍຍິ່ງມືດມົນລົງ ແລະ ໃຈຂອງພວກເຂົາກໍຍິ່ງແຂງກະດ້າງຂຶ້ນ ຈົນພວກເຂົາກາຍເປັນຄົນທີ່ບໍ່ເຊື່ອໃນພຣະເຈົ້າແບບຝັງໃຈ. ເຖິງແມ່ນພຣະເຈົ້າຊົງເຕືອນໄວ້ແລ້ວ ແຕ່ພວກເຂົາຈະທ້າທາຍພຣະອົງ ໂດຍການສືບຕໍ່ຢຽບຢ້ຳຂໍ້ໜຶ່ງໃນພຣະບັນຍັດສິບປະການ ຈົນໃນທີ່ສຸດພວກເຂົາຈະຂົ່ມເຫັງຜູ້ທີ່ຖືວ່າພຣະບັນຍັດນັ້ນສັກສິດ. ການໝິ່ນປະໝາດພຣະຄຳ ແລະ ໄພ່ພົນຂອງພຣະອົງກໍເທົ່າກັບເປັນການໝິ່ນປະໝາດພຣະຄຣິສນັ້ນເອງ. ເມື່ອຄຣິສຕະຈັກຕ່າງໆຍອມຮັບຄຳສອນຂອງເລື່ອງການຕິດຕໍ່ກັບວິນຍານ ສິ່ງທີ່ຢັບຢັ້ງທຳມະຊາດບາບຂອງມະນຸດກໍຈະຖືກປົດອອກ ແລະ ຈະມີຄົນອ້າງຄວາມເປັນຄຣິສຕຽນເພື່ອປິດບັງຄວາມບາບທີ່ຕ່ຳຊ້າທີ່ສຸດ. ຄວາມເຊື່ອໃນເລື່ອງຜີວິນຍານເປັນສິ່ງທີ່ເປີດປະຕູສູ່ຄຳສອນ ແລະ ການຫຼອກລວງຂອງພວກມານຊາຕານ, ສົ່ງຜົນໃຫ້ອິດທິພົນຂອງວິນຍານຊົ່ວແຜ່ຂະຫຍາຍໃນຄຣິສຕະຈັກຕ່າງໆ. {GC 603.2}
ໃນຄຳພະຍາກອນດັ່ງກ່າວ ຍັງໄດ້ມີການບັນລະຍາຍກ່ຽວກັບບາບີໂລນວ່າ: “ການບາບຂອງນະຄອນນັ້ນ ກອງສູງຂຶ້ນພຽງຟ້າແລ້ວ ແລະ ພຣະເຈົ້າໄດ້ຊົງຈື່ຈຳການກະທຳອັນຊົ່ວຊ້າຂອງມັນໄວ້ແລ້ວ.” (ພຣະນິມິດ 18:5). ບາບີໂລນໄດ້ເຮັດບາບຈົນເຕັມຂີດແລ້ວ ແລະ ຄວາມພິນາດກຳລັງຈະເກີດຂຶ້ນກັບນະຄອນນີ້. ເຖິງຢ່າງໃດກໍຕາມ, ພຣະເຈົ້າຍັງມີໄພ່ພົນຂອງພຣະອົງຢູ່ໃນບາບີໂລນ. ດັ່ງນັ້ນ, ກ່ອນທີ່ພຣະອົງຈະລົງໂທດນະຄອນນັ້ນ, ຜູ້ທີ່ສັດຊື່ເຫຼົ່ານີ້ ຈະຕ້ອງໄດ້ຮັບການຮຽກເອີ້ນໃຫ້ອອກມາເສຍກ່ອນ ເພື່ອພວກເຂົາຈະບໍ່ມີສ່ວນໃນຄວາມບາບຂອງມັນ ແລະ “ເພື່ອເຈົ້າຈະບໍ່ໄດ້ຖືກໄພອັນຕະລາຍທີ່ຈະເກີດແກ່ມັນນັ້ນ.” ດ້ວຍເຫດນີ້, ຈຶ່ງມີຂະບວນການປະກາດ ທີ່ສະແດງຜ່ານສັນຍະລັກຂອງທູດສະຫວັນທີ່ລົງມາເຮັດໃຫ້ແຜ່ນດິນໂລກສະຫວ່າງດ້ວຍຣັດສະໝີພາບຂອງຕົນ ແລະ ຮ້ອງປະກາດດ້ວຍສຽງດັງເຖິງຄວາມບາບຂອງບາບີໂລນ. ມີສຽງຮ້ອງເຊື້ອເຊີນພ້ອມກັບຂ່າວນັ້ນວ່າ: “ໄພ່ພົນຂອງເຮົາເອີຍ, ຈົ່ງອອກມາຈາກມະຫານະຄອນນັ້ນເສຍ.” (ພຣະນິມິດ 18:4). ຄຳປະກາດເຫຼົ່ານີ້ຮວມກັບຂ່າວຂອງທູດສະຫວັນອົງທີສາມ ເປັນຄຳເຕືອນສຸດທ້າຍທີ່ຈະໃຫ້ແກ່ມະນຸດສະໂລກ. {GC 604.1}
ມະນຸດກຳລັງຈະປະເຊີນກັບການຕັດສິນໃຈທີ່ໜັກໜ່ວງທີ່ສຸດ. ບັນດາອຳນາດການປົກຄອງຂອງໂລກ ຈະຮ່ວມມືກັນຕໍ່ສູ້ພຣະບັນຍັດຂອງພຣະເຈົ້າ ແລະ ຈະອອກຄຳສັ່ງໃຫ້ “ຄົນທັງໝົດ ທັງນ້ອຍ ແລະ ໃຫຍ່ ທັງຮັ່ງມີ ແລະ ຍາກຈົນ ທັງເສລີ ແລະ ຂ້ອຍຂ້າ” ປະຕິບັດຕາມຂໍ້ກຳນົດຂອງຄຣິສຕະຈັກ ໂດຍການຖືຮັກສາວັນສະບາໂຕທຽມເທັດ (ພຣະນິມິດ 13:16). ທຸກຄົນທີ່ປະຕິເສດບໍ່ຍອມເຊື່ອຟັງ ຈະຖືກລົງໂທດທາງກົດໝາຍ; ແລະໃນທີ່ສຸດຈະມີການປະກາດວ່າ ຄົນເຫຼົ່ານັ້ນສົມຄວນຖືກປະຫານຊີວິດ. ໃນທາງກົງກັນຂ້າມ, ພຣະບັນຍັດຂອງພຣະເຈົ້າສັ່ງໃຫ້ຖືຮັກສາວັນຢຸດພັກທີ່ພຣະຜູ້ສ້າງຊົງກຳນົດໄວ້ ແລະ ເຕືອນວ່າຜູ້ໃດລະເມີດພຣະບັນຍັດນັ້ນ ຈະຕ້ອງປະເຊີນກັບພຣະພິໂຣດຂອງພຣະອົງ. {GC 604.2}
ເມື່ອທາງເລືອກນີ້ປາກົດຢ່າງຈະແຈ້ງແລ້ວ, ຜູ້ໃດຢຽບຢ້ຳພຣະບັນຍັດຂອງພຣະເຈົ້າ ເພື່ອເຮັດຕາມກົດໝາຍຂອງມະນຸດຈະໄດ້ຮັບເຄື່ອງໝາຍຂອງສັດຮ້າຍ. ເພາະວ່າຜູ້ນັ້ນໄດ້ຍອມຮັບເອົາສັນຍະລັກແຫ່ງຄວາມຈົງຮັກພັກດີຕໍ່ອຳນາດທີ່ເຂົາເລືອກເຊື່ອຟັງແທນພຣະເຈົ້າ. ມີຄຳຕັກເຕືອນຈາກສະຫວັນວ່າ: “ຖ້າຜູ້ໃດບູຊາສັດຮ້າຍ ແລະ ຮູບຂອງມັນ ແລະ ຮັບເຄື່ອງໝາຍນັ້ນໄວ້ທີ່ໜ້າຜາກ ຫຼື ທີ່ມື, ຜູ້ນັ້ນຈະຕ້ອງດື່ມເຫຼົ້າແວງແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ທີ່ຊົງຖອກລົງໃນຈອກແຫ່ງຄວາມໂກດຮ້າຍນັ້ນ ໂດຍບໍ່ປົນກັບສິ່ງໃດ.” (ພຣະນິມິດ 14:9, 10). {GC 604.3}
ຢ່າງໃດກໍຕາມ, ພຣະພິໂຣດຂອງພຣະເຈົ້າຈະບໍ່ຕົກສູ່ຜູ້ໃດ ນອກເສຍຈາກເຂົາຈະໄດ້ຮັບຮູ້ເຖິງຄວາມຈິງ ແລະ ຄວາມຖືກຕ້ອງ ແຕ່ປະຕິເສດມັນໄປ. ມີຫຼາຍຄົນທີ່ບໍ່ເຄີຍມີໂອກາດໄດ້ຍິນຄວາມຈິງທີ່ມີຄວາມໝາຍພິເສດສຳລັບຍຸກນີ້ເລີຍ ແລະ ບໍ່ເຄີຍຮັບຮູ້ຢ່າງແທ້ຈິງເຖິງໜ້າທີ່ຂອງການຮັກສາພຣະບັນຍັດຂໍ້ທີສີ່. ພຣະເຈົ້າຜູ້ຊົງຮູ້ຈັກຈິດໃຈຂອງມະນຸດທຸກຄົນ ແລະ ຊົງທົດສອບແຮງຈູງໃຈທຸກຢ່າງ ຈະບໍ່ປ່ອຍໃຫ້ຜູ້ທີ່ປາຖະໜາຢາກຮູ້ຄວາມຈິງ ຖືກຫຼອກລວງກ່ຽວກັບປະເດັນສຳຄັນຂອງການຂັດແຍ້ງນີ້. ຄຳສັ່ງໃຫ້ຮັກສາວັນອາທິດຈະບໍ່ຖືກບັງຄັບໃຊ້ກັບປະຊາຊົນ ໂດຍທີ່ພວກເຂົາບໍ່ໄດ້ມີໂອກາດຮູ້ຄວາມຈິງ. ທຸກຄົນຈະຕ້ອງໄດ້ຮັບຄວາມສະຫວ່າງພຽງພໍ ເພື່ອຈະຕັດສິນໃຈຢ່າງມີສະຕິ. {GC 605.1}
ທົດສອບຄວາມຈົງຮັກພັກດີ
ໃນເວລານັ້ນ, ສິ່ງທີ່ຈະທົດສອບຄວາມຈົງຮັກພັກດີ ກໍຄືທ່າທີຂອງແຕ່ລະຄົນຕໍ່ວັນສະບາໂຕ, ເພາະມັນເປັນປະເດັນຄວາມຈິງທີ່ມີການຕໍ່ຕ້ານຫຼາຍທີ່ສຸດ. ເມື່ອມະນຸດສະໂລກຖືກທົດສອບເປັນຄັ້ງສຸດທ້າຍ ຈະປາກົດຢ່າງຈະແຈ້ງວ່າ ຜູ້ໃດຮັບໃຊ້ພຣະເຈົ້າ ແລະ ຜູ້ໃດບໍ່ຮັບໃຊ້ພຣະອົງ. ໃນເວລານັ້ນ, ການຖືຮັກສາວັນສະບາໂຕປອມຕາມກົດໝາຍຂອງລັດ ເຊິ່ງຂັດກັບພຣະບັນຍັດຂໍ້ທີສີ່ນັ້ນຈະເປັນການສະແດງຄວາມຈົງຮັກພັກດີຕໍ່ອຳນາດທີ່ຕໍ່ຕ້ານພຣະເຈົ້າ. ໃນຂະນະດຽວກັນ, ການຖືຮັກສາວັນສະບາໂຕທີ່ແທ້ຈິງ ດ້ວຍການປະຕິບັດຕາມພຣະບັນຍັດຂອງພຣະອົງ ກໍເປັນຫຼັກຖານຂອງຄວາມຈົງຮັກພັກດີຕໍ່ພຣະຜູ້ສ້າງ. ຄົນກຸ່ມໜຶ່ງຍອມຮັບສັນຍະລັກແຫ່ງການຍອມຈຳນົນຕໍ່ອຳນາດຝ່າຍໂລກ ຈຶ່ງຮັບເອົາເຄື່ອງໝາຍຂອງສັດຮ້າຍ. ສ່ວນອີກກຸ່ມໜຶ່ງ ເລືອກເອົາສັນຍະລັກແຫ່ງຄວາມຈົງຮັກພັກດີຕໍ່ສິດອຳນາດຂອງພຣະເຈົ້າ ຈຶ່ງຮັບເອົາຕາປະທັບຂອງພຣະອົງ. {GC 605.2}
ກ່ອນໜ້ານັ້ນ, ຜູ້ທີ່ປະກາດຄວາມຈິງເລື່ອງຂ່າວທູດສະຫວັນອົງທີສາມ ມັກຖືກເບິ່ງວ່າເປັນກະຕ່າຍຕື່ນຕູມ. ຄຳພະຍາກອນຂອງພວກເຂົາທີ່ວ່າ ສະຫະລັດອາເມຣິກາຈະກາຍເປັນປະເທດທີ່ບໍ່ຍອມຮັບເສລີພາບທາງສາສະໜາ ແລະ ອຳນາດລັດກັບຄຣິສຕະຈັກຈະຮ່ວມມືກັນຂົ່ມເຫັງຜູ້ທີ່ຖືຮັກສາພຣະບັນຍັດຂອງພຣະເຈົ້ານັ້ນ ຖືກຕີຕາວ່າເປັນເລື່ອງເຫຼວໄຫຼທີ່ບໍ່ມີມູນຄວາມຈິງ. ຄົນກໍພາກັນຢືນຢັນວ່າອາເມຣິກາຈະບໍ່ມີວັນປ່ຽນແປງຈາກສິ່ງທີ່ເຄີຍເປັນມາ ຄືຈະບໍ່ມີວັນປະຖິ້ມການປົກປ້ອງເສລີພາບທາງສາສະໜາ. ແຕ່ເມື່ອປະເດັນການບັງຄັບໃຫ້ຖືວັນອາທິດ ໄດ້ຮັບການຖົກຖຽງກັນຢ່າງກວ້າງຂວາງ, ເຫດການທີ່ຄົນເຄີຍສົງໄສ ແລະ ບໍ່ຍອມເຊື່ອມາເປັນເວລາດົນນານນັ້ນກໍປາກົດວ່າໃກ້ເຂົ້າມາ ເຮັດໃຫ້ການປະກາດຂ່າວຂອງທູດສະຫວັນອົງທີສາມເກີດຜົນຢ່າງທີ່ບໍ່ເຄີຍເປັນມາກ່ອນ. {GC 605.3}
ໃນທຸກຍຸກທຸກສະໄໝ, ພຣະເຈົ້າຊົງສົ່ງຜູ້ຮັບໃຊ້ຂອງພຣະອົງມາຕັກເຕືອນເລື່ອງຄວາມບາບທີ່ມີຢູ່ໃນໂລກ ແລະ ໃນຄຣິສຕະຈັກ. ເຖິງຢ່າງໃດກໍຕາມ, ຜູ້ຄົນຢາກຟັງແຕ່ຖ້ອຍຄຳທີ່ນຸ້ມນວນ ແລະ ບໍ່ຍອມຮັບເອົາຄວາມຈິງອັນບໍຣິສຸດທີ່ບໍ່ມີການແຕ່ງເຕີມ. ນັກປະຕິຮູບຫຼາຍຄົນເມື່ອເລີ່ມວຽກງານກໍຕັ້ງໃຈທີ່ຈະໃຊ້ຄວາມລະມັດລະວັງເປັນພິເສດ ໃນການຕໍ່ຕ້ານຄວາມບາບໃນຄຣິສຕະຈັກ ແລະ ໃນປະເທດຂອງຕົນ. ພວກເຂົາຫວັງວ່າແບບຢ່າງຂອງການດຳລົງຊີວິດຢ່າງບໍຣິສຸດ ຈະນຳພາຜູ້ຄົນກັບຄືນມາຫາຄຳສອນໃນພຣະຄຳພີ. ແຕ່ພຣະວິນຍານຂອງພຣະເຈົ້າຊົງດົນບັນດານໃຈພວກເຂົາ ເໝືອນດັ່ງຄັ້ງທີ່ພຣະອົງຊົງດົນໃຈເອລີຢາໃຫ້ຕຳໜິກະສັດຜູ້ຊົ່ວຮ້າຍ ແລະ ປະຊາຊົນທີ່ປະຖິ້ມຄວາມເຊື່ອ. ພວກເຂົາບໍ່ສາມາດຢັບຢັ້ງຕົນເອງຈາກການປະກາດຖ້ອຍຄຳທີ່ຈະແຈ້ງຈາກພຣະຄຳພີ; ແມ່ນແຕ່ຄຳສອນທີ່ພວກເຂົາເຄີຍບໍ່ກ້າເວົ້າກໍໄດ້ເວົ້າອອກມາ. ພຣະເຈົ້າຊົງກະຕຸ້ນພວກເຂົາໃຫ້ປະກາດຄວາມຈິງຢ່າງກະຕືລືລົ້ນ ແລະ ເຕືອນຜູ້ຄົນໃຫ້ລະວັງອັນຕະລາຍ. ພວກເຂົາປະກາດຖ້ອຍຄຳທີ່ພຣະຜູ້ເປັນເຈົ້າປະທານໃຫ້ ໂດຍບໍ່ຢ້ານຜົນທີ່ຈະຕາມມາ, ຈົນປະຊາຊົນຕ້ອງຟັງຄຳຕັກເຕືອນນັ້ນ. {GC 606.1}
ດ້ວຍເຫດນີ້, ຂ່າວຂອງທູດສະຫວັນອົງທີສາມຈະຖືກປະກາດອອກໄປ. ເມື່ອເຖິງເວລາປະກາດຂ່າວນີ້ດ້ວຍຣິດເດດອັນຍິ່ງໃຫຍ່, ພຣະເຈົ້າຈະຊົງເຮັດວຽກຜ່ານຄົນທີ່ຖ່ອມຕົວ ແລະ ຈະຊົງນຳພາຈິດໃຈຂອງຜູ້ທີ່ອຸທິດຖວາຍຕົນເພື່ອຮັບໃຊ້ພຣະອົງ. ຄຸນນະສົມບັດຂອງຜູ້ປະກາດເຫຼົ່ານີ້ ຈະມາຈາກການຖືກເຈີມດ້ວຍພຣະວິນຍານບໍຣິສຸດ ຫຼາຍກວ່າຈາກການສຶກສາຮ່ຳຮຽນໃນສະຖາບັນການສຶກສາ. ພຣະວິນຍານຈະຊົງກະຕຸ້ນຜູ້ທີ່ມີຄວາມເຊື່ອ ແລະ ອຸທິດຕົນໃນການອະທິຖານໃຫ້ອອກໄປດ້ວຍຄວາມກະຕືລືລົ້ນ ແລະ ປ່າວປະກາດພຣະຄຳທີ່ພຣະເຈົ້າປະທານໃຫ້. ຄວາມບາບຂອງບາບີໂລນຈະຖືກເປີດໂປງ; ປະຊາຊົນຈະເຫັນຢ່າງຈະແຈ້ງ ເຖິງຜົນຮ້າຍອັນໜ້າຢ້ານຂອງການໃຊ້ອຳນາດລັດບັງຄັບໃຫ້ປະຕິບັດຕາມຂໍ້ກຳນົດຂອງຄຣິສຕະຈັກ, ການແຜ່ຂະຫຍາຍຂອງລັດທິຕິດຕໍ່ກັບວິນຍານ ແລະ ການເຕີບໃຫຍ່ຂະຫຍາຍຕົວຢ່າງໄວວາ ແລະ ລັບໆຂອງລະບອບສັນຕະປາປາ. ຄົນທັງຫຼາຍຈະຕື່ນຕົວ ເມື່ອໄດ້ຍິນຄຳຕັກເຕືອນອັນເຄັ່ງຂຶມເຫຼົ່ານີ້. ຄົນຈຳນວນຫຼວງຫຼາຍຈະພາກັນຟັງຂ່າວສານ ເຊິ່ງບໍ່ເຄີຍໄດ້ຍິນມາກ່ອນ. ພວກເຂົາຈະປະຫຼາດໃຈເມື່ອໄດ້ຍິນວ່າ ບາບີໂລນໝາຍເຖິງຄຣິສຕະຈັກທີ່ໄດ້ຫຼົ້ມຈົມຍ້ອນຄວາມຜິດບາບ ແລະ ການປະຕິເສດຄວາມຈິງທີ່ພຣະເຈົ້າສົ່ງມາຈາກສະຫວັນ. ເມື່ອຜູ້ຄົນໄປຫາອາຈານເກົ່າ ແລະ ຕັ້ງຄຳຖາມດ້ວຍຄວາມຢາກຮູ້ຢ່າງແຮງກ້າວ່າ, “ເລື່ອງເຫຼົ່ານີ້ເປັນຈິງບໍ?” ພວກອາຈານກໍເລົ່າເລື່ອງນິຍາຍ ແລະ ເວົ້າແຕ່ສິ່ງທີ່ມ່ວນຫູ ເພື່ອລະງັບຄວາມຢ້ານກົວ ແລະ ສະຫງົບຈິດສຳນຶກທີ່ຖືກປຸກໃຫ້ຕື່ນ. ແຕ່ຫຼາຍຄົນຖືວ່າຄຳເວົ້າຂອງມະນຸດບໍ່ພຽງພໍ ຈຶ່ງຂໍຫຼັກຖານຈາກພຣະຄຳພີ. ເມື່ອອາຈານທີ່ມີຊື່ສຽງເຫັນວ່າ ມີຄົນບໍ່ຟັງຄຳຊີ້ແຈງຂອງຕົນ ພວກເຂົາກໍຈະເກີດຄວາມຄຽດແຄ້ນຄືກັນກັບພວກຟາຣີຊາຍໃນສະໄໝກ່ອນ ແລະຈະກ່າວຫາຂ່າວສານນີ້ວ່າມາຈາກຊາຕານ ທັງ