37: ພຣະຄຳພີ ໂລ້ປ້ອງກັນໄພ

https://m.egwwritings.org/en/book/132.2680#2680

ພຣະຄຳພີສຳຄັນກວ່າຄວາມຄິດເຫັນຂອງມະນຸດ

ພຣະຄຳພີກ່າວວ່າ: “ຈົ່ງຫາພຣະບັນຍັດກັບຄຳພະຍານແດ່ທ້ອນ. ຖ້າເຂົາບໍ່ເວົ້າຕາມຄວາມນີ້ ບໍ່ມີຮຸ່ງແຈ້ງສຳລັບພວກນັ້ນ.” (ເອຊາຢາ 8:20 ດັດແປງຈາກສະບັບລາວບູຮານ). ພຣະເຈົ້າຊົງນຳພາໄພ່ພົນຂອງພຣະອົງໃຫ້ຢຶດເອົາພຣະຄຳພີເປັນເຄື່ອງປ້ອງກັນພວກເຂົາຈາກອິດທິພົນຂອງພວກອາຈານທີ່ສອນຜິດ ແລະ ອຳນາດຫຼອກລວງຂອງວິນຍານຊົ່ວ. ຊາຕານພະຍາຍາມທຸກວິທີທາງເພື່ອຂັດຂວາງບໍ່ໃຫ້ຄົນໄດ້ຮູ້ພຣະຄຳພີ ເພາະຂໍ້ຄວາມທີ່ຈະແຈ້ງໃນພຣະຄຳນັ້ນເປີດໂປງການຫຼອກລວງຂອງມັນ. ທຸກຄັ້ງທີ່ມີການຟື້ນຟູວຽກງານຂອງພຣະເຈົ້າ ຊາຕານກໍຍິ່ງລຸກຮື້ຂຶ້ນຕໍ່ສູ້ຢ່າງເຕັມກຳລັງ. ດຽວນີ້ມັນກຳລັງທຸ້ມເທຄວາມພະຍາຍາມຢ່າງເຕັມທີ່ເພື່ອຕໍ່ສູ້ກັບພຣະຄຣິສ ແລະ ຜູ້ຕິດຕາມພຣະອົງເປັນຄັ້ງສຸດທ້າຍ. ການຫຼອກລວງອັນຍິ່ງໃຫຍ່ຄັ້ງສຸດທ້າຍນັ້ນກຳລັງຈະປາກົດຂຶ້ນຕໍ່ໜ້າພວກເຮົາ. ຜູ້ຕໍ່ຕ້ານພຣະຄຣິສຈະສະແດງການອັດສະຈັນຕ່າງໆຕໍ່ໜ້າຕໍ່ຕາພວກເຮົາ. ການຫຼອກລວງນີ້ຈະຄ້າຍຄືຄວາມຈິງຫຼາຍຈົນບໍ່ສາມາດຈຳແນກໄດ້ ນອກຈາກຈະໃຊ້ພຣະຄຳພີເທົ່ານັ້ນ. ການອັດສະຈັນທຸກຢ່າງ ແລະ ຄຳເວົ້າທຸກຄຳຕ້ອງຖືກທົດສອບດ້ວຍພຣະຄຳພີ. {GC 593.1}

ຜູ້ທີ່ມຸ່ງໝັ້ນປະຕິບັດຕາມພຣະບັນຍັດທັງໝົດຂອງພຣະເຈົ້າຈະຖືກຕໍ່ຕ້ານ ແລະ ເຍາະເຍີ້ຍ. ພວກເຂົາຈະຢືນຢັດໄດ້ດ້ວຍການເພິ່ງພຣະເຈົ້າເທົ່ານັ້ນ. ເພື່ອໃຫ້ສາມາດອົດທົນຕໍ່ການທົດລອງທີ່ຈະມາເຖິງ, ພວກເຂົາຕ້ອງເຂົ້າໃຈນ້ຳພຣະໄທຂອງພຣະເຈົ້າທີ່ຊົງເປີດເຜີຍໄວ້ໃນພຣະຄຳຂອງພຣະອົງ. ພວກເຂົາຈະຖວາຍກຽດແດ່ພຣະອົງໄດ້ກໍຕໍ່ເມື່ອເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພຣະລັກສະນະ, ການປົກຄອງ ແລະ ພຣະປະສົງຂອງພຣະອົງ, ແລ້ວດຳເນີນຊີວິດໃຫ້ສອດຄ່ອງກັບສິ່ງເຫຼົ່ານັ້ນ. ມີແຕ່ຜູ້ທີ່ໄດ້ເສີມສ້າງຈິດໃຈດ້ວຍຄວາມຈິງຈາກພຣະຄຳພີເທົ່ານັ້ນທີ່ຈະຢືນໝັ້ນຄົງຢູ່ໄດ້ຈົນເຖິງທີ່ສຸດທ່າມກາງເຫດການຂັດແຍ້ງຄັ້ງຍິ່ງໃຫຍ່ທີ່ຈະເກີດຂຶ້ນ. ທຸກຄົນຈະຕ້ອງຜ່ານການທົດສອບທີ່ເລິກເຊິ່ງນີ້ວ່າ: “ຂ້າພະເຈົ້າຈະເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດຫຼືບໍ່?” ເວລາແຫ່ງການຕັດສິນໃຈນັ້ນກຳລັງໃກ້ເຂົ້າມາແລ້ວ. ພວກເຮົາໄດ້ຢືນຢູ່ເທິງສິລາແຫ່ງພຣະຄຳຂອງພຣະເຈົ້າທີ່ບໍ່ປ່ຽນແປງແລ້ວບໍ? ພວກເຮົາພ້ອມແລ້ວບໍທີ່ຈະຢືນຢັດປົກປ້ອງພຣະບັນຍັດຂອງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຢຊູ? {GC 593.2}

ກ່ອນທີ່ພຣະຜູ້ຊ່ວຍໃຫ້ລອດຈະຖືກຄຶງໄວ້ທີ່ໄມ້ກາງແຂນ ພຣະອົງຊົງອະທິບາຍແກ່ພວກສາວົກວ່າ ພຣະອົງຈະຖືກປະຫານຊີວິດ ແລະ ຈະຟື້ນຈາກຄວາມຕາຍ. ພວກທູດສະຫວັນຢູ່ທີ່ນັ້ນເພື່ອຊ່ວຍໃຫ້ພວກເຂົາຈົດຈຳພຣະຄຳຂອງພຣະອົງ. ແຕ່ພວກສາວົກພັດຄາດຫວັງແຕ່ການປົດປ່ອຍຈາກການປົກຄອງຂອງຊາວໂຣມເທົ່ານັ້ນ ຈຶ່ງບໍ່ສາມາດຍອມຮັບໄດ້ວ່າ ພຣະອົງຜູ້ທີ່ພວກເຂົາໄດ້ຝາກຄວາມຫວັງທັງໝົດໄວ້ນຳນັ້ນຈະຖືກປະຫານຢ່າງໜ້າອັບອາຍ. ພວກເຂົາລືມຖ້ອຍຄຳທີ່ຄວນຈົດຈຳໄວ້ ແລະ ເມື່ອເວລາແຫ່ງການທົດສອບມາເຖິງພວກເຂົາກໍບໍ່ພ້ອມ. ການສິ້ນພຣະຊົນຂອງພຣະເຢຊູເຮັດໃຫ້ພວກເຂົາສິ້ນຫວັງ ເໝືອນກັບວ່າພຣະອົງບໍ່ເຄີຍເຕືອນພວກເຂົາມາກ່ອນ. ເຊັ່ນດຽວກັນ, ຄຳພະຍາກອນໄດ້ເປີດເຜີຍອະນາຄົດໃຫ້ພວກເຮົາເຫັນຢ່າງຈະແຈ້ງ ເໝືອນດັ່ງຖ້ອຍຄຳຂອງພຣະຄຣິສໄດ້ເປີດເຜີຍອະນາຄົດໃຫ້ແກ່ພວກສາວົກ. ເຫດການທີ່ກ່ຽວຂ້ອງກັບການສິ້ນສຸດຊ່ວງເວລາແຫ່ງພຣະກະລຸນາ ແລະ ການກຽມພ້ອມສຳລັບຍາມທຸກຍາກລຳບາກນັ້ນໄດ້ຖືກເປີດເຜີຍຢ່າງຈະແຈ້ງ. ແຕ່ຄົນສ່ວນຫຼາຍພັດບໍ່ເຂົ້າໃຈຄວາມຈິງອັນສຳຄັນເຫຼົ່ານີ້ ຄືກັບວ່າພຣະເຈົ້າບໍ່ເຄີຍບອກໃຫ້ພວກເຂົາຮູ້. ຊາຕານຄອຍດັກຈັບທຸກຄວາມຮູ້ສຶກທີ່ຈະນຳໄປສູ່ການຮຽນຮູ້ເລື່ອງຄວາມລອດ; ແລະເມື່ອເວລາແຫ່ງຄວາມທຸກຍາກລຳບາກມາເຖິງ ພວກເຂົາກໍຈະບໍ່ພ້ອມ. {GC 594.1}

ເມື່ອພຣະເຈົ້າສົ່ງຄຳຕັກເຕືອນທີ່ສຳຄັນຫຼາຍຈົນພຣະອົງຊົງໃຊ້ສັນຍະລັກຂອງເຫຼົ່າທູດສະຫວັນບໍຣິສຸດບິນປະກາດໃນທ້ອງຟ້າ, ພຣະອົງຊົງຕ້ອງການໃຫ້ທຸກຄົນທີ່ມີສະຕິປັນຍາຈົ່ງເຊື່ອຟັງຂ່າວສານນັ້ນ. ການພິພາກສາລົງໂທດອັນໜ້າຢ້ານກົວທີ່ປະກາດຕໍ່ການນະມັດສະການສັດຮ້າຍ ແລະ ຮູບຈຳລອງຂອງມັນ (ເບິ່ງ ພຣະນິມິດ 14:9–11) ຄວນເຮັດໃຫ້ທຸກຄົນສຶກສາຄຳພະຍາກອນຢ່າງຂະຫຍັນໝັ່ນພຽນເພື່ອຮຽນຮູ້ວ່າ ເຄື່ອງໝາຍຂອງສັດຮ້າຍແມ່ນຫຍັງ ແລະ ຈະຫຼີກລ່ຽງບໍ່ໃຫ້ຮັບມັນໄດ້ແນວໃດ. ແຕ່ຄົນສ່ວນຫຼາຍປິດຫູໃສ່ຄວາມຈິງ ແລະ ຫັນໄປເຊື່ອເລື່ອງນິຍາຍແທນ. ອັກຄະສາວົກໂປໂລໄດ້ເບິ່ງເຫັນລ່ວງໜ້າເຖິງຍຸກສຸດທ້າຍ ແລະ ປະກາດວ່າ: “ເວລານັ້ນຈະມາເຖິງ ເມື່ອຄົນທັງຫຼາຍຈະທົນກັບຄຳສອນອັນມີຫຼັກບໍ່ໄດ້.” (2 ຕີໂມທຽວ 4:3 LCV). ເວລານັ້ນກໍມາເຖິງແລ້ວ. ຄົນສ່ວນຫຼາຍບໍ່ຕ້ອງການຄວາມຈິງຈາກພຣະຄຳພີ ເພາະມັນຂັດກັບຄວາມປາຖະໜາຂອງຈິດໃຈທີ່ເຕັມໄປດ້ວຍຄວາມບາບ ແລະ ຫຼົງໄຫຼໃນຄວາມສຸກທາງໂລກ; ຊາຕານຈຶ່ງຫຼອກລໍ້ດ້ວຍສິ່ງທີ່ພວກເຂົາພໍໃຈ. {GC 594.2}

ພຣະເຈົ້າຈະມີຄົນກຸ່ມໜຶ່ງຢູ່ໃນໂລກທີ່ຢຶດແຕ່ພຣະຄຳພີພຽງຢ່າງດຽວເທົ່ານັ້ນເພື່ອເປັນມາດຕະຖານແຫ່ງຫຼັກຄຳສອນທັງໝົດ ແລະ ເປັນພື້ນຖານຂອງການປະຕິຮູບທຸກຢ່າງ. ພວກເຮົາບໍ່ຄວນພິສູດຫຼັກຄວາມເຊື່ອດ້ວຍສິ່ງອື່ນໃດເລີຍ ບໍ່ວ່າຈະເປັນແນວຄິດຂອງນັກວິຊາການ, ຂໍ້ສະຫຼຸບທາງວິທະຍາສາດ, ຫຼັກຄວາມເຊື່ອ ຫຼື ຄຳຕັດສິນຂອງສະພາຄຣິສຕະຈັກທີ່ມີຢ່າງຫຼວງຫຼາຍ ແລະ ຂັດແຍ້ງກັນຈາກຄຣິສຕະຈັກຕ່າງໆ ຫຼື ແມ່ນແຕ່ສຽງສ່ວນຫຼາຍ. ສະນັ້ນ, ກ່ອນທີ່ຈະຮັບເອົາຄຳສອນໃດໆ, ພວກເຮົາຕ້ອງຮຽກຮ້ອງໃຫ້ມີການຢືນຢັນຢ່າງຈະແຈ້ງຈາກພຣະຄຳຂອງພຣະເຈົ້າເສຍກ່ອນ. {GC 595.1}

ຊາຕານລໍ້ລວງໃຫ້ເບິ່ງທີ່ມະນຸດ

ຊາຕານພະຍາຍາມຢູ່ຕະຫຼອດເວລາທີ່ຈະໃຫ້ຜູ້ຄົນຈົດຈໍ່ຢູ່ກັບມະນຸດແທນທີ່ຈະໃສ່ໃຈໃນພຣະເຈົ້າ. ມັນຊັກນຳໃຫ້ມະນຸດເພິ່ງພາຜູ້ນຳສາສະໜາ, ອາຈານປະຈຳໂບດ ແລະ ອາຈານສອນສາສະໜາສາດ ແທນທີ່ຈະຄົ້ນຄວ້າພຣະຄຳພີດ້ວຍຕົນເອງເພື່ອຮຽນຮູ້ໜ້າທີ່ຂອງຕົນ. ດ້ວຍວິທີນີ້, ເມື່ອມັນຄວບຄຸມຈິດໃຈຂອງຜູ້ນຳເຫຼົ່ານີ້ໄດ້ ມັນກໍສາມາດຊັກຈູງມວນຊົນໄປຕາມທາງຂອງມັນ. {GC 595.2}

ເມື່ອພຣະຄຣິສສະເດັດມາໃນໂລກເພື່ອປະກາດພຣະຄຳແຫ່ງຊີວິດ, ຄົນທຳມະດາຍິນດີຮັບຟັງພຣະອົງ ແລະ ມີຫຼາຍຄົນຮັບເຊື່ອໃນພຣະອົງ, ຮວມທັງປະໂຣຫິດ ແລະ ຜູ້ປົກຄອງບາງຄົນດ້ວຍ. ແຕ່ບັນດາຫົວໜ້າປະໂຣຫິດ ແລະ ຜູ້ນຳຂອງປະເທດໄດ້ຕັ້ງໃຈຢ່າງແນ່ວແນ່ທີ່ຈະປະນາມ ແລະ ປະຕິເສດຄຳສອນຂອງພຣະອົງ. ພວກເຂົາພະຍາຍາມທຸກວິທີທາງເພື່ອຫາຂໍ້ກ່າວຫາຕໍ່ພຣະອົງ ແຕ່ກໍບໍ່ສຳເລັດ. ເຖິງແມ່ນວ່າພວກເຂົາຮູ້ສຶກວ່າຖ້ອຍຄຳຂອງພຣະອົງເຕັມໄປດ້ວຍຣິດອຳນາດ ແລະ ພຣະປັນຍາຂອງພຣະເຈົ້າ ແຕ່ພວກເຂົາປ່ອຍໃຫ້ອະຄະຕິຄອບງຳຈິດໃຈ. ພວກເຂົາປະຕິເສດຫຼັກຖານອັນຈະແຈ້ງທີ່ສຸດທີ່ຢືນຢັນວ່າພຣະອົງຊົງເປັນພຣະເມຊີອາ ເພາະບໍ່ຢາກຍອມຮັບຄວາມຈິງທີ່ຈະນຳພາພວກເຂົາໃຫ້ເປັນສາວົກຂອງພຣະອົງ. ພວກຜູ້ນຳເຫຼົ່ານີ້ທີ່ຕໍ່ຕ້ານພຣະເຢຊູ ເປັນຄົນທີ່ປະຊາຊົນຖືກສອນໃຫ້ເຄົາລົບນັບຖືມາຕັ້ງແຕ່ນ້ອຍ, ເປັນຜູ້ທີ່ປະຊາຊົນເຄີຍເຊື່ອຟັງຢ່າງບໍ່ມີຂໍ້ສົງໄສ. ຄົນທັງຫຼາຍຈຶ່ງຖາມກັນວ່າ: “ເປັນຫຍັງພວກຜູ້ປົກຄອງ ແລະ ທຳມະຈານຈຶ່ງບໍ່ເຊື່ອໃນພຣະເຢຊູ? ຖ້າພຣະອົງເປັນພຣະຄຣິສແທ້ ພວກຄົນເຄັ່ງສາສະໜາເຫຼົ່ານີ້ຄົງຈະຕ້ອນຮັບພຣະອົງບໍ່ແມ່ນບໍ?” ດ້ວຍອິດທິພົນຂອງອາຈານເຫຼົ່ານີ້ເອງທີ່ພາໃຫ້ຊາວຢິວທັງຊາດປະຕິເສດພຣະຜູ້ໄຖ່ຂອງພວກເຂົາ. {GC 595.3}

ແນວຄິດທີ່ຊັກນຳພວກປະໂຣຫິດ ແລະ ຜູ້ປົກຄອງໃນສະໄໝກ່ອນກໍຍັງປາກົດຢູ່ໃນຄົນຈຳນວນຫຼາຍທີ່ອວດອ້າງວ່າ ຕົນເປັນຄົນເຄັ່ງສາສະໜາ. ພວກເຂົາປະຕິເສດທີ່ຈະພິຈາລະນາຄຳສອນໃນພຣະຄຳພີກ່ຽວກັບຄວາມຈິງທີ່ມີຄວາມສຳຄັນພິເສດສຳລັບຍຸກນີ້. ພວກເຂົາອວດອ້າງເຖິງຈຳນວນສະມາຊິກອັນຫຼວງຫຼາຍ, ຄວາມຮັ່ງມີ ແລະ ການທີ່ພວກເຂົາເປັນທີ່ນິຍົມຂອງຄົນທົ່ວໄປ ແຖມຍັງດູຖູກຜູ້ປະກາດຄວາມຈິງເພາະມີຈຳນວນໜ້ອຍ, ຍາກຈົນ ແລະ ບໍ່ເປັນທີ່ນິຍົມ, ທັງມີຄວາມເຊື່ອທີ່ແຍກພວກເຂົາອອກຈາກແນວທາງຂອງຊາວໂລກ. {GC 596.1}

ພຣະຄຣິສຊົງເຫັນລ່ວງໜ້າແລ້ວວ່າ ການສວຍໃຊ້ອຳນາດເກີນຂອບເຂດແບບທີ່ພວກທຳມະຈານ ແລະ ພວກຟາຣີຊາຍເຄີຍເຮັດນັ້ນ ຈະບໍ່ສິ້ນສຸດລົງກັບການແຕກກະຈັດກະຈາຍຂອງຊາວຢິວ. ພຣະອົງຊົງເຫັນລ່ວງໜ້າເຖິງການຍົກຍໍອຳນາດຂອງມະນຸດເພື່ອຄວບຄຸມຈິດສຳນຶກ, ເຊິ່ງເປັນດັ່ງຄຳສາບແຊ່ງອັນໜ້າຢ້ານຕໍ່ຄຣິສຕະຈັກໃນທຸກຍຸກທຸກສະໄໝ. ພຣະອົງຊົງປະນາມພວກທຳມະຈານ ແລະ ພວກຟາຣີຊາຍຢ່າງແຮງກ້າ, ພ້ອມທັງເຕືອນບໍ່ໃຫ້ປະຊາຊົນປະຕິບັດຕາມຜູ້ນຳທີ່ຕາບອດເຫຼົ່ານີ້. ຄຳເຕືອນເຫຼົ່ານີ້ໄດ້ຖືກບັນທຶກໄວ້ເພື່ອເປັນບົດຮຽນແກ່ຄົນລຸ້ນຕໍ່ໆມາ. {GC 596.2}

ຄຣິສຕະຈັກໂຣມັນກາໂຕລິກສະຫງວນສິດໃນການຕີຄວາມໝາຍພຣະຄຳພີໄວ້ສຳລັບອາຈານສອນສາສະໜາເທົ່ານັ້ນ. ພວກເຂົາອ້າງວ່າມີແຕ່ບາດຫຼວງເທົ່ານັ້ນທີ່ມີຄວາມສາມາດອະທິບາຍພຣະຄຳຂອງພຣະເຈົ້າໄດ້; ດັ່ງນັ້ນ, ພຣະຄຳພີຈຶ່ງຖືກປິດກັ້ນໄວ້ຈາກສະມາຊິກທົ່ວໄປ.1 ເຖິງແມ່ນວ່າຂະບວນການປະຕິຮູບເຮັດໃຫ້ທຸກຄົນສາມາດເຂົ້າເຖິງພຣະຄຳພີໄດ້, ແຕ່ຫຼັກການດຽວກັນກັບທີ່ຄຣິສຕະຈັກໂຣມໄດ້ຢຶດຖືນັ້ນກໍຍັງຂັດຂວາງຄົນຈຳນວນຫຼາຍໃນຄຣິສຕະຈັກໂປຣແຕັສຕັງຈາກການສຶກສາພຣະຄຳພີດ້ວຍຕົນເອງ. ພວກເຂົາຖືກສອນໃຫ້ຮັບເອົາການຕີຄວາມໝາຍພຣະຄຳພີຂອງຄຣິສຕະຈັກເທົ່ານັ້ນ. ດ້ວຍເຫດນີ້, ເຖິງແມ່ນວ່າ ພຣະຄຳພີຈະເປີດເຜີຍຢ່າງຈະແຈ້ງແລ້ວກໍຕາມ ຄົນຈຳນວນຫຼາຍບໍ່ກ້າຮັບເອົາຄຳສອນໃດໆທີ່ຂັດກັບຫຼັກຄວາມເຊື່ອ ຫຼື ຄຳສອນທີ່ຄຣິສຕະຈັກຂອງຕົນກຳນົດໄວ້. {GC 596.3}

ເຖິງແມ່ນວ່າ ພຣະຄຳພີມີຄຳເຕືອນຫຼາຍຢ່າງກ່ຽວກັບຜູ້ສອນປອມ, ຫຼາຍຄົນກໍຍັງພ້ອມທີ່ຈະມອບຈິດວິນຍານຂອງຕົນໄວ້ກັບຜູ້ສອນສາສະໜາ. ທຸກວັນນີ້, ມີຄຣິສຕຽນຫຼາຍຄົນທີ່ບໍ່ສາມາດອະທິບາຍຫຼັກຄວາມເຊື່ອຂອງຕົນໄດ້ ນອກຈາກຈະເວົ້າວ່າ ຜູ້ນຳສາສະໜາສອນພວກເຂົາແນວນັ້ນ. ພວກເຂົາແທບບໍ່ໄດ້ສົນໃຈໃນຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ແຕ່ກັບເຊື່ອຖືຖ້ອຍຄຳຂອງສາສະໜາຈານ ໂດຍບໍ່ມີຂໍ້ສົງໄສ. ພວກສາສະໜາຈານບໍ່ສາມາດຜິດພາດໄດ້ບໍ? ພວກເຮົາຈະຝາກຈິດວິນຍານໄວ້ໃຫ້ພວກເຂົານຳພາໄດ້ຢ່າງໃດ ນອກຈາກຈະແນ່ໃຈວ່າ ພວກເຂົາສອນຕາມພຣະຄຳພີ? ຍ້ອນບໍ່ກ້າແຕກຕ່າງຈາກຄົນອື່ນ ຫຼາຍຄົນຈຶ່ງພາກັນເດີນຕາມຮອຍຂອງຄົນມີການສຶກສາ; ແລະເພາະບໍ່ຍອມຊອກຫາຄວາມຈິງດ້ວຍຕົນເອງ ພວກເຂົາຈຶ່ງຕິດຢູ່ໃນຄວາມບໍ່ຈິງແບບບໍ່ມີທາງອອກ. ພວກເຂົາເຫັນຄວາມຈິງທີ່ມີຄວາມສຳຄັນພິເສດສຳລັບຍຸກນີ້ປາກົດຢ່າງຈະແຈ້ງໃນພຣະຄຳພີ ແລະ ຮູ້ສຶກເຖິງຣິດອຳນາດຂອງພຣະວິນຍານບໍຣິສຸດໃນການປະກາດ ແຕ່ກໍຍອມໃຫ້ພວກຜູ້ສອນສາສະໜາຫັນຈິດໃຈຂອງພວກເຂົາອອກຈາກຄວາມສະຫວ່າງ. ເຖິງແມ່ນວ່າ ຈິດສຳນຶກ ແລະ ການຄິດເປັນເຫດເປັນຜົນຂອງພວກເຂົາຢືນຢັນເຖິງຄວາມຈິງ, ແຕ່ຄົນທີ່ຫຼົງໄຫຼເຫຼົ່ານີ້ກໍບໍ່ກ້າຄິດແຕກຕ່າງຈາກສາສະໜາຈານ. ສຸດທ້າຍ, ພວກເຂົາຈຶ່ງເສຍສະຫຼະການຕັດສິນໃຈສ່ວນຕົວ ແລະ ຊີວິດນິຣັນຂອງຕົນໃຫ້ຂຶ້ນຢູ່ກັບຄົນຈອງຫອງທີ່ຂາດຄວາມເຊື່ອ ແລະ ເຕັມໄປດ້ວຍອະຄະຕິ. {GC 596.4}

ຊາຕານມີຫຼາຍວິທີໃນການມັດຄົນໄວ້ເປັນຊະເລີຍຂອງມັນໂດຍໃຊ້ມະນຸດເປັນເຄື່ອງມື. ມັນໄດ້ດຶງດູດຄົນຈຳນວນຫຼວງຫຼາຍມາເປັນຂອງມັນ ໂດຍການຜູກມັດພວກເຂົາໄວ້ກັບຜູ້ທີ່ເປັນສັດຕູຕໍ່ໄມ້ກາງແຂນຂອງພຣະຄຣິສດ້ວຍສາຍໃຍແຫ່ງຄວາມຮັກ. ບໍ່ວ່າຈະເປັນສາຍສຳພັນລະຫວ່າງພໍ່ແມ່ລູກ, ພີ່ນ້ອງ, ຜົວເມຍ ຫຼື ໝູ່ເພື່ອນກໍຕາມ, ຜົນກໍຄືກັນ: ຜູ້ທີ່ຕໍ່ຕ້ານຄວາມຈິງໃຊ້ອຳນາດຂອງຕົນຄວບຄຸມຈິດສຳນຶກ ແລະ ຜູ້ທີ່ຕົກຢູ່ໃຕ້ອິດທິພົນຂອງພວກເຂົາກໍບໍ່ມີຄວາມກ້າຫານ ຫຼື ຄວາມເປັນຕົວຂອງຕົວເອງພຽງພໍທີ່ຈະເຮັດຕາມສຽງເຕືອນພາຍໃນຈິດໃຈຂອງຕົນເອງ. {GC 597.1}

ໜ້າທີ່ອັນສຳຄັນທີ່ສຸດຂອງມະນຸດ

ຄວາມຈິງກັບສະຫງ່າຣາສີຂອງພຣະເຈົ້າແຍກຈາກກັນບໍ່ໄດ້. ສະນັ້ນ, ເມື່ອພວກເຮົາມີພຣະຄຳພີຢູ່ແລ້ວ, ຈຶ່ງເປັນໄປບໍ່ໄດ້ທີ່ຈະຖວາຍກຽດແດ່ພຣະເຈົ້າດ້ວຍຄວາມເຊື່ອຖືທີ່ຜິດໄປຈາກຄວາມຈິງ. ຫຼາຍຄົນອ້າງວ່າຈະເຊື່ອແນວໃດກໍໄດ້ ຂໍພຽງແຕ່ດຳເນີນຊີວິດໃຫ້ຖືກຕ້ອງ. ແຕ່ຄວາມເຊື່ອຕ່າງຫາກທີ່ເປັນຕົວຫຼໍ່ຫຼອມຊີວິດ. ຖ້າແສງສະຫວ່າງ ແລະ ຄວາມຈິງຢູ່ຕໍ່ໜ້າພວກເຮົາ ແຕ່ພວກເຮົາບໍ່ຍອມສວຍເອົາໂອກາດທີ່ຈະໄດ້ຍິນ ແລະ ໄດ້ຮັບຮູ້ຄວາມຈິງນັ້ນ, ກໍເທົ່າກັບເປັນການປະຕິເສດຄວາມຈິງ ແລະ ເປັນການເລືອກເອົາຄວາມມືດແທນທີ່ຈະເລືອກເອົາຄວາມສະຫວ່າງ. {GC 597.2}

“ມີທາງໜຶ່ງເຊິ່ງຄົນເຮົາເບິ່ງຄືຖືກຕ້ອງ ແຕ່ມັນສິ້ນສຸດລົງທີ່ທາງແຫ່ງຄວາມມໍຣະນາ.” (ສຸພາສິດ 16:25 ດັດແປງຈາກສະບັບ TKJV). ໃນເມື່ອມີໂອກາດຫຼາຍທີ່ສຸດທີ່ຈະຮູ້ຈັກພຣະປະສົງຂອງພຣະເຈົ້າໄດ້, ການທີ່ຈະອ້າງວ່າ “ຂ້ອຍບໍ່ຮູ້” ນັ້ນ ບໍ່ແມ່ນຂໍ້ແກ້ຕົວສຳລັບການເຊື່ອຖືທີ່ຜິດ ຫຼື ການເຮັດບາບ. ສົມມຸດວ່າມີຄົນໜຶ່ງກຳລັງເດີນທາງ ແລະ ມາເຖິງບ່ອນທີ່ມີຫຼາຍເສັ້ນທາງພ້ອມກັບປ້າຍບອກທິດທາງທີ່ສະແດງວ່າ ຫົນທາງແຕ່ລະເສັ້ນນຳພາໄປໃສ. ຖ້າລາວບໍ່ເອົາໃຈໃສ່ປ້າຍບອກທາງ ແລະ ເລືອກເດີນໄປຕາມເສັ້ນທາງທີ່ລາວເຫັນວ່າຖືກ, ລາວອາດຈະມີຄວາມໝັ້ນໃຈຫຼາຍທີ່ສຸດກໍຕາມ, ແຕ່ມີໂອກາດສູງທີ່ລາວຈະພົບວ່າ ຕົນເອງຢູ່ໃນເສັ້ນທາງທີ່ຜິດ. {GC 597.3}

ພຣະເຈົ້າປະທານພຣະຄຳຂອງພຣະອົງເພື່ອໃຫ້ພວກເຮົາຮຽນຮູ້ດ້ວຍຕົນເອງເຖິງຄຳສອນ ແລະ ໜ້າທີ່ທີ່ພຣະອົງຊົງມອບໝາຍໃຫ້ພວກເຮົາ. ເມື່ອທຳມະບັນດິດຄົນໜຶ່ງມາຫາພຣະເຢຊູ ແລະ ຖາມວ່າ “ຂ້ານ້ອຍຈະຕ້ອງເຮັດຢ່າງໃດ ຈຶ່ງຈະໄດ້ຮັບຊີວິດນິຣັນດອນ?” ພຣະຜູ້ຊ່ວຍໃຫ້ລອດຊົງຊີ້ໃຫ້ເພິ່ນພິຈາລະນາພຣະຄຳພີ ໂດຍຖາມວ່າ “ກົດບັນຍັດມີຂຽນໄວ້ວ່າຢ່າງໃດ? ເມື່ອທ່ານອ່ານແລ້ວ ເຂົ້າໃຈຢ່າງໃດ?” (ລູກາ 10:25, 26). ບໍ່ວ່າຈະເປັນຄົນໜຸ່ມ ຫຼື ຄົນແກ່ ແຕ່ການທີ່ຜູ້ຄົນຈະຂາດຄວາມຮູ້ບໍ່ແມ່ນຂໍ້ແກ້ຕົວ, ທັງບໍ່ສາມາດຊ່ວຍພວກເຂົາໃຫ້ພົ້ນຈາກການຖືກລົງໂທດເນື່ອງຈາກການລະເມີດພຣະບັນຍັດຂອງພຣະເຈົ້າ, ເພາະວ່າພວກເຂົາມີພຣະຄຳພີທີ່ເປີດເຜີຍພຣະບັນຍັດໄວ້ຢ່າງຈະແຈ້ງ ທັງສະແດງໃຫ້ເຫັນເຖິງຫຼັກການ ແລະ ໜ້າທີ່ໃນການຮັກສາພຣະບັນຍັດນັ້ນ. ການມີຄວາມຕັ້ງໃຈດີບໍ່ພຽງພໍ, ການເຮັດຕາມສິ່ງທີ່ມະນຸດເຫັນວ່າຖືກ ຫຼື ສິ່ງທີ່ສາສະໜາຈານບອກວ່າຖືກຕ້ອງກໍຍັງບໍ່ພຽງພໍ. ຄວາມລອດພົ້ນຂອງມະນຸດແມ່ນສິ່ງທີ່ສຳຄັນຫຼາຍ; ດັ່ງນັ້ນ, ທຸກຄົນຈຶ່ງຄວນຄົ້ນຄວ້າພຣະຄຳພີດ້ວຍຕົນເອງ. ເຖິງແມ່ນວ່າ ເຂົາຈະມີຄວາມເຊື່ອໝັ້ນພຽງໃດ ຫຼື ໝັ້ນໃຈວ່າສາສະໜາຈານຮູ້ຄວາມຈິງ, ນີ້ກໍບໍ່ແມ່ນຮາກຖານທີ່ເຂົາຄວນຢຶດໄວ້; ເພາະເຂົາມີແຜນທີ່ທີ່ຊີ້ບອກທຸກໆຈຸດໝາຍໃນການເດີນທາງໄປສະຫວັນ ແລະ ບໍ່ຄວນມີການຄາດເດົາໃນເລື່ອງໃດເລີຍ. {GC 598.1}

ໜ້າທີ່ທຳອິດ ແລະ ສຳຄັນທີ່ສຸດຂອງມະນຸດທຸກຄົນ ຄືການຮຽນຮູ້ຄວາມຈິງຈາກພຣະຄຳພີ ແລ້ວດຳເນີນຊີວິດຕາມແສງສະຫວ່າງທີ່ໄດ້ຮັບ ພ້ອມທັງຊັກຈູງຜູ້ອື່ນໃຫ້ເຮັດຕາມແບບຢ່າງຂອງຕົນ. ທຸກມື້ທຸກວັນ ພວກເຮົາຄວນສຶກສາພຣະຄຳພີດ້ວຍຄວາມຂະຫຍັນໝັ່ນພຽນ ໂດຍການນຳຂໍ້ພຣະຄຳພີຕ່າງໆມາປຽບທຽບກັນ ແລະ ການພິຈາລະນາຂໍ້ຄິດທຸກຢ່າງ. ພວກເຮົາຕ້ອງອາໄສຄວາມຊ່ວຍເຫຼືອຈາກພຣະເຈົ້າໃນການຫາຈຸດຢືນຂອງຕົນ, ເພາະວ່າໃນທີ່ສຸດ ພວກເຮົາຈະຕ້ອງຮັບຜິດຊອບຕໍ່ພຣະເຈົ້າດ້ວຍຕົນເອງ. {GC 598.2}

ນັກວິຊາການໄດ້ບິດເບືອນ ແລະ ຕັ້ງຂໍ້ສົງໄສໃຫ້ກັບຄວາມຈິງອັນແຈ່ມແຈ້ງທີ່ສຸດໃນພຣະຄຳພີ. ຄົນເຫຼົ່ານີ້ອວດອ້າງວ່າ ຕົນມີປັນຍາອັນລ້ຳເລີດ ແລະ ສອນວ່າ ພຣະຄຳພີເຊື່ອງຊ່ອນຄວາມໝາຍອັນເລິກລັບທີ່ຄົນເຮົາບໍ່ສາມາດເຂົ້າໃຈໄດ້ຕາມຕົວອັກສອນ. ຄົນເຫຼົ່ານີ້ເປັນອາຈານທຽມເທັດ. ພຣະເຢຊູໄດ້ກ່າວເຖິງຄົນປະເພດນີ້ວ່າ: “ພວກເຈົ້າບໍ່ຮູ້ຈັກພຣະຄຳພີ ຫຼື ຣິດອຳນາດຂອງພຣະເຈົ້າ.” (ມາຣະໂກ 12:24). ພວກເຮົາຄວນອະທິບາຍພຣະຄຳພີກົງໄປກົງມາຕາມເນື້ອຄວາມທີ່ປາກົດຢູ່ໃນພຣະຄຳພີແຕ່ລະຕອນ, ເວັ້ນເສຍຈະເປັນການສົມທຽບ ຫຼື ການໃຊ້ຄຳອຸປະມາອຸປະໄມ. ພຣະຄຣິສຊົງສັນຍາໄວ້ວ່າ: “ຖ້າຜູ້ໃດເລືອກທີ່ຈະເຮັດຕາມຄວາມປະສົງຂອງພຣະເຈົ້າ ຜູ້ນັ້ນກໍຈະຮູ້ວ່າຄຳສອນຂອງເຮົາມາຈາກພຣະເຈົ້າ ຫຼື ວ່າເຮົາເວົ້າເອົາເອງ.” (ໂຢຮັນ 7:17 LCV). ຖ້າຫາກຜູ້ຄົນພຽງແຕ່ຍອມຮັບເອົາພຣະຄຳພີຕາມທີ່ຂຽນໄວ້ ແລະ ຖ້າບໍ່ມີອາຈານປອມທີ່ພາໃຫ້ຫຼົງທາງ ແລະ ເຮັດໃຫ້ສັບສົນ, ການປະກາດຈະສຳເລັດຈົນເຮັດໃຫ້ເຫຼົ່າທູດສະຫວັນຍິນດີ ແລະ ຈະນຳພາຜູ້ຄົນຈຳນວນຫຼວງຫຼາຍທີ່ກຳລັງຫຼົງໄຫຼໃນຫ້ວງເຫວແຫ່ງຄວາມບໍ່ຈິງໃຫ້ເຂົ້າມາຮັບເຊື່ອໃນພຣະຄຣິສ. {GC 598.3}

ພວກເຮົາຄວນໃຊ້ກຳລັງຄວາມຄິດທັງໝົດໃນການສຶກສາພຣະຄຳພີ ແລະ ຄວນພະຍາຍາມທຳຄວາມເຂົ້າໃຈເຖິງຄວາມຈິງອັນເລິກເຊິ່ງຂອງພຣະເຈົ້າເທົ່າທີ່ມະນຸດຈະເຂົ້າໃຈໄດ້. ເຖິງຢ່າງໃດກໍຕາມ, ພວກເຮົາບໍ່ຄວນລືມວ່າ ຄຸນສົມບັດທີ່ແທ້ຈິງຂອງຜູ້ຮຽນແມ່ນການນອບນ້ອມຖ່ອມຕົນ ແລະ ຍອມຟັງຄຳສອນເໝືອນເດັກນ້ອຍ. ຄວາມຊັບຊ້ອນໃນພຣະຄຳພີບໍ່ສາມາດເຂົ້າໃຈໄດ້ດ້ວຍວິທີດຽວກັນທີ່ໃຊ້ໃນການເຂົ້າໃຈແນວຄິດທາງປັດຊະຍາ. ພວກເຮົາບໍ່ຄວນສຶກສາພຣະຄຳພີດ້ວຍການເພິ່ງພາຕົນເອງແບບທີ່ຫຼາຍຄົນມັກໃຊ້ໃນການສຶກສາວິທະຍາສາດ, ແຕ່ຄວນເພິ່ງພາພຣະເຈົ້າດ້ວຍການອະທິຖານ ແລະ ດ້ວຍຄວາມປາຖະໜາຢາກຮູ້ພຣະປະສົງຂອງພຣະອົງຢ່າງແທ້ຈິງ. ພວກເຮົາຕ້ອງມາຫາພຣະອົງດ້ວຍຄວາມຖ່ອມໃຈ ແລະ ພ້ອມທີ່ຈະຮັບການສິດສອນ ເພື່ອຈະໄດ້ຮັບຄວາມຮູ້ຈາກພຣະເຈົ້າຜູ້ຊົງດຳລົງຢູ່ເປັນນິດ. ຖ້າບໍ່ດັ່ງນັ້ນ, ວິນຍານຊົ່ວຈະເຮັດໃຫ້ຈິດໃຈຂອງພວກເຮົາມືດບອດ ແລະ ແຂງກະດ້າງ ຈົນບໍ່ສາມາດເຂົ້າເຖິງຄວາມຈິງໄດ້. {GC 599.1}

ພຣະຄຳພີຫຼາຍຕອນທີ່ນັກວິຊາການບາງຄົນເຫັນວ່າມີຄວາມເລິກລັບ ຫຼື ບໍ່ໃຫ້ຄວາມສຳຄັນ ກັບເຕັມໄປດ້ວຍຄວາມເລົ້າໂລມໃຈ ແລະ ຄຳແນະນຳສຳລັບຜູ້ທີ່ໄດ້ຮຽນຮູ້ຈາກພຣະຄຣິສ. ສາເຫດໜຶ່ງທີ່ນັກສາສະໜາສາດຫຼາຍຄົນບໍ່ເຂົ້າໃຈພຣະຄຳຂອງພຣະເຈົ້າຢ່າງແຈ່ມແຈ້ງ ກໍຍ້ອນວ່າພວກເຂົາປິດຕາຂອງຕົນຕໍ່ຄວາມຈິງທີ່ພວກເຂົາບໍ່ຢາກປະຕິບັດ. ການເຂົ້າໃຈຄວາມຈິງໃນພຣະຄຳພີບໍ່ໄດ້ຂຶ້ນກັບຄວາມສະຫຼາດເທົ່າກັບຄວາມມຸ່ງໝັ້ນ ແລະ ຄວາມປາຖະໜາຢ່າງແຮງກ້າທີ່ຈະໄດ້ຮັບຄວາມຊອບທຳ. {GC 599.2}

ຈົ່ງອະທິຖານ ແລະ ສຶກສາພຣະຄຳພີ

ການສຶກສາພຣະຄຳພີຕ້ອງຄຽງຄູ່ກັບການອະທິຖານສະເໝີ. ມີແຕ່ພຣະວິນຍານບໍຣິສຸດເທົ່ານັ້ນ ທີ່ສາມາດເຮັດໃຫ້ພວກເຮົາເຫັນຄວາມສຳຄັນຂອງສິ່ງທີ່ເຂົ້າໃຈງ່າຍ ແລະ ປ້ອງກັນພວກເຮົາຈາກການບິດເບືອນຄວາມໝາຍຂອງຂໍ້ພຣະຄຳທີ່ເຂົ້າໃຈຍາກ. ເປັນໜ້າທີ່ຂອງເຫຼົ່າທູດສະຫວັນທີ່ຈະຈັດຕຽມຈິດໃຈຂອງພວກເຮົາໃຫ້ເຂົ້າໃຈພຣະຄຳຂອງພຣະເຈົ້າ ເພື່ອພວກເຮົາຈະປະທັບໃຈໃນຄວາມງົດງາມຂອງພຣະຄຳນັ້ນ, ຮັບເອົາຄຳຕັກເຕືອນ ແລະ ມີກຳລັງໃຈຂຶ້ນຈາກພຣະສັນຍາຂອງພຣະອົງ. ພວກເຮົາຄວນອະທິຖານຕາມຄຳທູນຂໍຂອງຜູ້ຂຽນພຣະທຳເພງສັນລະເສີນວ່າ: “ຂໍຊົງໂຜດເປີດຕາຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ເຫັນຄວາມຈິງອັນອັດສະຈັນຢູ່ໃນກົດບັນຍັດນັ້ນ.” (ເພງສັນລະເສີນ 119:18). ຫຼາຍຄັ້ງການທົດລອງເບິ່ງຄືວ່າຈະຕ້ານທານບໍ່ໄດ້ ເພາະເມື່ອໃດຄົນລະເລີຍການອະທິຖານ ແລະ ບໍ່ໄດ້ສຶກສາພຣະຄຳພີ ເຂົາກໍຈະບໍ່ສາມາດຈື່ຈຳພຣະສັນຍາຂອງພຣະເຈົ້າ ຈຶ່ງບໍ່ມີອາວຸດຈາກພຣະຄຳພີໄວ້ຕໍ່ສູ້ກັບຊາຕານ. ແຕ່ເຫຼົ່າທູດສະຫວັນຢູ່ອ້ອມຮອບຄົນທີ່ເຕັມໃຈຮຽນຮູ້ເລື່ອງຂອງພຣະເຈົ້າ, ແລະໃນຍາມຈຳເປັນ ທູດສະຫວັນຈະເຕືອນພວກເຂົາໃຫ້ລະນຶກເຖິງຄວາມຈິງທີ່ພວກເຂົາຕ້ອງການພໍດີໃນເວລານັ້ນ, ດັ່ງທີ່ພຣະຄຳພີກ່າວວ່າ: “ເມື່ອສັດຕູຈະມາຄືແມ່ນ້ຳ, ພຣະວິນຍານຂອງພຣະເຢໂຮວາຈະຍົກທຸງຕໍ່ສູ້ເຂົາ.” (ເອຊາຢາ 59:19 ສະບັບລາວບູຮານ). {GC 599.3}

ພຣະເຢຊູຊົງສັນຍາກັບພວກສາວົກຂອງພຣະອົງວ່າ: “ພຣະຜູ້ຊ່ວຍຄືອົງພຣະວິນຍານບໍຣິສຸດເຈົ້າ ຜູ້ທີ່ພຣະບິດາເຈົ້າຈະໃຊ້ມາໃນນາມຂອງເຮົາ ຈະສັ່ງສອນທຸກສິ່ງແກ່ພວກເຈົ້າ ແລະ ຈະເຕືອນພວກເຈົ້າໃຫ້ລະນຶກເຖິງທຸກສິ່ງທີ່ເຮົາໄດ້ກ່າວກັບພວກເຈົ້າ.” (ໂຢຮັນ 14:26 LCV). ເຖິງຢ່າງໃດກໍຕາມ, ພວກເຮົາຕ້ອງເກັບຮັກສາຄຳສອນຂອງພຣະຄຣິສໄວ້ໃນຈິດໃຈເສຍກ່ອນ, ພຣະວິນຍານບໍຣິສຸດຈຶ່ງຈະສາມາດນຳມັນອອກມາເຕືອນສະຕິພວກເຮົາໃນຍາມອັນຕະລາຍໄດ້. ດັ່ງທີ່ກະສັດດາວິດໄດ້ກ່າວວ່າ: “ຂ້ານ້ອຍຖືຮັກສາຖ້ອຍຄຳຂອງພຣະອົງໄວ້ຢູ່ໃນຈິດໃຈ ເພື່ອວ່າຈະບໍ່ໄດ້ເຮັດບາບຕໍ່ສູ້ພຣະອົງ.” (ເພງສັນລະເສີນ 119:11). {GC 600.1}

ທຸກຄົນທີ່ເຫັນຄຸນຄ່າຂອງຊີວິດນິຣັນຕ້ອງລະວັງບໍ່ໃຫ້ຄວາມສົງໄສເຂົ້າມາທຳລາຍຄວາມເຊື່ອ. ເສົາຫຼັກແຫ່ງຄວາມຈິງຈະຖືກໂຈມຕີ. ເປັນໄປບໍ່ໄດ້ທີ່ຈະຫຼີກໜີຈາກຄຳເຍາະເຍີ້ຍ, ການຫຼອກລວງ ແລະ ຄຳສອນອັນເປັນພິດຂອງຄວາມບໍ່ເຊື່ອໃນຍຸກໃໝ່. ຊາຕານປັບວິທີລໍ້ລວງໃຫ້ເໝາະສົມກັບຄົນທຸກປະເພດ; ມັນເຂົ້າຫາຄົນທີ່ຂາດການສຶກສາດ້ວຍການເຍາະເຍີ້ຍຢຽດຢາມ ແລະ ເຂົ້າຫາຄົນທີ່ມີການສຶກສາ ດ້ວຍຂໍ້ໂຕ້ແຍ້ງທາງວິທະຍາສາດ ແລະ ການໃຫ້ເຫດຜົນທາງປັດຊະຍາ. ທັງສອງວິທີນີ້ລ້ວນແຕ່ມີຈຸດປະສົງ ເພື່ອກະຕຸ້ນໃຫ້ເກີດຄວາມສົງໄສ ແລະ ການດູຖູກພຣະຄຳຂອງພຣະເຈົ້າ. ແມ່ນແຕ່ຊາວໜຸ່ມທີ່ມີປະສົບການໜ້ອຍກໍຍັງກ້າສະເໜີຂໍ້ສົງໄສກ່ຽວກັບຫຼັກການພື້ນຖານຂອງສາສະໜາຄຣິສ. ເຖິງແມ່ນວ່າຄວາມບໍ່ເຊື່ອຂອງຊາວໜຸ່ມເຫຼົ່ານີ້ຈະບໍ່ໄດ້ເລິກເຊິ່ງ, ແຕ່ມັນກໍຍັງມີອິດທິພົນ. ຫຼາຍຄົນຈຶ່ງເລີ່ມເຍາະເຍີ້ຍຄວາມເຊື່ອຂອງບັນພະບຸລຸດຂອງຕົນ ແລະ ໝິ່ນປະໝາດພຣະວິນຍານແຫ່ງພຣະຄຸນ (ເບິ່ງ ເຮັບເຣີ 10:29). ຫຼາຍຄົນທີ່ຄວນຖວາຍກຽດແດ່ພຣະເຈົ້າ ແລະ ເປັນພອນໃຫ້ແກ່ເພື່ອນມະນຸດ ກັບຖືກຄວາມບໍ່ເຊື່ອເຮັດໃຫ້ຊີວິດບໍ່ເປັນປະໂຫຍດ. ທຸກຄົນທີ່ໄວ້ໃຈໃນການຕັດສິນໃຈອັນອວດອົ່ງທະນົງຕົວຂອງມະນຸດ ແລະ ຄິດວ່າຕົນສາມາດອະທິບາຍຂໍ້ລີ້ລັບຂອງພຣະເຈົ້າ ແລະ ຄົ້ນພົບຄວາມຈິງໄດ້ ໂດຍບໍ່ຕ້ອງອາໄສພຣະປັນຍາຂອງພຣະອົງ, ຄົນເຊັ່ນນີ້ລ້ວນແຕ່ກຳລັງຕິດກັບດັກຂອງຊາຕານ. {GC 600.2}

ພວກເຮົາມີຊີວິດຢູ່ໃນຍຸກສະໄໝທີ່ສຳຄັນທີ່ສຸດໃນປະຫວັດສາດໂລກ; ຊະຕາກຳຂອງມະນຸດສະໂລກໃກ້ຈະຖືກຕັດສິນແລ້ວ. ຄວາມຜາສຸກໃນອະນາຄົດຂອງພວກເຮົາເອງ ແລະ ຄວາມລອດພົ້ນຂອງຄົນອື່ນແມ່ນຂຶ້ນກັບແນວທາງຂອງພວກເຮົາໃນປັດຈຸບັນ. ພວກເຮົາຈຳເປັນຕ້ອງໄດ້ຮັບການນຳພາໂດຍພຣະວິນຍານແຫ່ງຄວາມຈິງ. ຜູ້ຕິດຕາມພຣະຄຣິສທຸກຄົນຄວນທູນຖາມດ້ວຍຄວາມຈິງໃຈວ່າ: “ພຣະອົງເຈົ້າເອີຍ ພຣະອົງປະສົງຈະໃຫ້ຂ້ານ້ອຍເຮັດປະການໃດແດ່?” (ກິດຈະການ 9:6 ດັດແປງຈາກສະບັບ TKJV). ພວກເຮົາຕ້ອງຖ່ອມໃຈລົງຕໍ່ພຣະພັກພຣະອົງດ້ວຍການອົດອາຫານອະທິຖານ, ພ້ອມທັງໃຊ້ເວລາໄຕ່ຕອງເຖິງພຣະຄຳຂອງພຣະອົງ ໂດຍສະເພາະສ່ວນທີ່ກ່ຽວຂ້ອງກັບການພິພາກສາ. ພວກເຮົາຄວນສະແຫວງຫາປະສົບການອັນເລິກເຊິ່ງກັບພຣະເຈົ້າ. ທຸກວິນາທີມີຄ່າຫຼາຍ; ເຫດການສຳຄັນກຳລັງເກີດຂຶ້ນອ້ອມຮອບພວກເຮົາ; ພວກເຮົາຢູ່ໃນດິນແດນທີ່ຊາຕານວາງກັບດັກໄວ້. ທະຫານຍາມຂອງພຣະເຈົ້າເອີຍ, ຢ່າຫຼັບໄຫຼເລີຍ, ສັດຕູກຳລັງລໍຖ້າຢູ່ໃກ້ໆ ພ້ອມທີ່ຈະໂຈມຕີ ແລະ ຈັບເອົາພວກເຈົ້າເປັນເຫຍື່ອໃນເວລາທີ່ພວກເຈົ້າງ່ວງເຫງົາຫາວນອນ ແລະ ຢຸດການເຝົ້າລະວັງ. {GC 601.1}

ຫຼາຍຄົນຫຼົງເຂົ້າໃຈຜິດກ່ຽວກັບສະພາບອັນແທ້ຈິງຂອງຕົນໃນສາຍພຣະເນດຂອງພຣະເຈົ້າ. ພວກເຂົາພູມໃຈທີ່ຕົນບໍ່ໄດ້ເຮັດຄວາມຜິດບາງຢ່າງ ແຕ່ພັດລືມນັບເອົາການດີ ແລະ ວຽກງານອັນມີກຽດທີ່ພຣະເຈົ້າຊົງຮຽກຮ້ອງໃຫ້ພວກເຂົາເຮັດ, ແຕ່ພວກເຂົາກັບລະເລີຍບໍ່ເຮັດ. ການທີ່ພວກເຂົາເປັນດັ່ງຕົ້ນໄມ້ໃນສວນຂອງພຣະເຈົ້ານັ້ນບໍ່ພໍ ເພາະພຣະເຈົ້າຊົງປາຖະໜາໃຫ້ພວກເຂົາເກີດຜົນ. ພຣະເຈົ້າໄດ້ປະທານພຣະຄຸນອັນຊົງຣິດ ເພື່ອໃຫ້ພວກເຂົາເຮັດການດີຫຼາຍຢ່າງ. ດັ່ງນັ້ນ, ພຣະອົງຈະໃຫ້ພວກເຂົາຮັບຜິດຊອບຕໍ່ຄວາມດີທັງຫຼາຍທີ່ບໍ່ໄດ້ເຮັດ. ໃນໜັງສືບັນທຶກແຫ່ງສະຫວັນມີການຈົດໄວ້ວ່າ ພວກເຂົາເປັນຕົ້ນໄມ້ທີ່ກິນເນື້ອທີ່ລ້າໆ. ເຖິງຢ່າງໃດກໍຕາມ, ຄົນປະເພດນີ້ກໍຍັງບໍ່ເຖິງຂັ້ນສິ້ນຫວັງ; ພຣະເຈົ້າຍັງຊົງວິງວອນດ້ວຍຄວາມຮັກ ແລະ ຄວາມອົດທົນຢ່າງຊ້ານານ ຕໍ່ຄົນທັງຫຼາຍທີ່ເມີນເສີຍຕໍ່ພຣະເມດຕາຂອງພຣະອົງ ແລະ ໃຊ້ພຣະຄຸນຂອງພຣະອົງຢ່າງຜິດໆ ໂດຍຊົງກ່າວວ່າ: “ດ້ວຍເຫດນີ້ ຈຶ່ງມີຄຳກ່າວວ່າ: ‘ຄົນທີ່ຫຼັບເອີຍ, ຈົ່ງຕື່ນຂຶ້ນ, ຈົ່ງຟື້ນຄືນມາຈາກຄວາມຕາຍ ແລະ ພຣະຄຣິສເຈົ້າຈະສ່ອງສະຫວ່າງໃສ່ເຈົ້າ.’ ດັ່ງນັ້ນ, ພວກເຈົ້າທັງຫຼາຍຈົ່ງລະວັງໃນການດຳເນີນຊີວິດໃຫ້ດີ…ຈົ່ງຮູ້ຈັກໃຊ້ທຸກໂອກາດ ເພາະເວລານີ້ເປັນຍຸກຊົ່ວຮ້າຍ.” (ເອເຟໂຊ 5:14–16 LCV). {GC 601.2}

ເວລາແຫ່ງການທົດສອບ

ເມື່ອເວລາແຫ່ງການທົດສອບມາເຖິງ, ຜູ້ທີ່ຢຶດເອົາພຣະຄຳຂອງພຣະເຈົ້າເປັນແນວທາງໃນການດຳລົງຊີວິດຈະປາກົດໃຫ້ເຫັນ. ໃນລະດູຮ້ອນ, ຕົ້ນໄມ້ຂຽວຕະຫຼອດປີກັບຕົ້ນໄມ້ທົ່ວໄປເບິ່ງບໍ່ອອກວ່າມີຄວາມແຕກຕ່າງກັນ; ແຕ່ເມື່ອລົມໜາວພັດມາ, ຕົ້ນໄມ້ຂຽວຕະຫຼອດປີກໍຍັງຄົງສະພາບເດີມ, ໃນຂະນະທີ່ຕົ້ນໄມ້ອື່ນໆໃບລ່ວງຫຼົ່ນຈົນໝົດ. ເຊັ່ນດຽວກັນ, ຜູ້ທີ່ອ້າງຕົນເປັນຄຣິສຕຽນແຕ່ມີໃຈບໍ່ສັດຊື່ ອາດເບິ່ງບໍ່ຕ່າງຈາກຄຣິສຕຽນແທ້ໃນຕອນນີ້, ແຕ່ເວລາໃກ້ຈະມາເຖິງແລ້ວທີ່ຄວາມແຕກຕ່າງນັ້ນຈະປາກົດໃຫ້ເຫັນຢ່າງຈະແຈ້ງ. ເມື່ອການຕໍ່ຕ້ານປະທຸຂຶ້ນ, ເມື່ອສັງຄົມຖືກຄອບງຳດ້ວຍອະຄະຕິທີ່ຕໍ່ຕ້ານສາສະໜາ ແລະ ການກົດຂີ່ຂົ່ມເຫັງເກີດຂຶ້ນອີກ, ຄົນທີ່ເຊື່ອແບບເຄິ່ງໆກາງໆ ແລະ ຄົນໜ້າຊື່ໃຈຄົດຈະຫວັ່ນໄຫວ ແລະ ປະຖິ້ມຄວາມເຊື່ອ; ແຕ່ຄຣິສຕຽນແທ້ຈະຢືນຢ່າງໝັ້ນຄົງດັ່ງສິລາ; ຄວາມເຊື່ອຂອງພວກເຂົາຈະເຂັ້ມແຂງຂຶ້ນ, ຄວາມຫວັງຈະເຈີດຈ້າຂຶ້ນຍິ່ງກວ່າຕອນທີ່ພວກເຂົາຢູ່ຢ່າງສຸກສະບາຍ. {GC 602.1}

ຜູ້ປະພັນເພງສັນລະເສີນຂຽນໄວ້ວ່າ: “ຂ້ານ້ອຍຄຶດຕຶກຕອງຂໍ້ບັນຍັດທັງຫຼາຍແຫ່ງພຣະອົງ.” “ຂ້ານ້ອຍມີປັນຍາໄດ້ກໍຍ້ອນກົດບັນຍັດຂອງພຣະອົງ; ດັ່ງນັ້ນ, ຂ້ານ້ອຍຈຶ່ງກຽດຊັງການກະທຳຊົ່ວທຸກຢ່າງ.” (ເພງສັນລະເສີນ 119:99 ສະບັບລາວບູຮານ; 199:104). {GC 602.2}

“ຄວາມສຸກເປັນຂອງຜູ້ທີ່ໄດ້ພົບປັນຍາ.” “ພວກເຂົາເປັນດັ່ງຕົ້ນໄມ້ທີ່ເກີດໃກ້ແຄມລຳທານ ຢັ່ງຮາກລົງດູດນໍ້າຕາມລຳທານນັ້ນ. ພວກເຂົາຈະບໍ່ຢ້ານເມື່ອອາກາດຮ້ອນພັດຜ່ານມາ ເພາະໃບກໍດົກ ແລະ ຂຽວຢູ່ເລື້ອຍໆ; ມັນຈະບໍ່ເດືອດຮ້ອນເມື່ອບໍ່ມີຝົນຕົກ ຈະສືບຕໍ່ເກີດດອກອອກຜົນຢູ່ຢ່າງນັ້ນ.” (ສຸພາສິດ 3:13; ເຢເຣມີຢາ 17:8). {GC 602.3}


  1. ການຫ້າມບໍ່ໃຫ້ປະຊາຊົນອ່ານພຣະຄຳພີ ແມ່ນນະໂຍບາຍກ່ອນສະພາວາຕິກັນທີສອງ. ປັດຈຸບັນ, ຄຣິສຕະຈັກກາໂຕລິກອະນຸຍາດໃຫ້ອ່ານພຣະຄຳພີໄດ້ ແຕ່ຍັງສະຫງວນສິດໃນການຕີຄວາມໝາຍຕາມປະເພນີຂອງຕົນ.