36: ຄວາມຂັດແຍ້ງທີ່ໃກ້ຈະເກີດຂຶ້ນ

https://m.egwwritings.org/en/book/132.2635#2635

ຊາຕານຕໍ່ຕ້ານພຣະບັນຍັດ

ນັບຕັ້ງແຕ່ເລີ່ມຕົ້ນການຂັດແຍ້ງອັນຍິ່ງໃຫຍ່ໃນສະຫວັນ, ຈຸດປະສົງຂອງຊາຕານແມ່ນການທຳລາຍພຣະບັນຍັດຂອງພຣະເຈົ້າ. ເພື່ອໃຫ້ບັນລຸເປົ້າໝາຍນີ້, ມັນຈຶ່ງກະບົດຕໍ່ພຣະຜູ້ສ້າງ; ແລະເຖິງແມ່ນວ່າ ມັນຖືກຂັບໄລ່ອອກຈາກສະຫວັນ, ມັນກໍຍັງສືບຕໍ່ເຮັດສົງຄາມແບບດຽວກັນໃນໂລກ. ມັນມຸ່ງໝັ້ນທີ່ຈະຫຼອກລວງມະນຸດໃຫ້ລະເມີດພຣະບັນຍັດຂອງພຣະເຈົ້າ. ບໍ່ວ່າຈະສຳເລັດໂດຍການປະຖິ້ມພຣະບັນຍັດທັງໝົດ ຫຼື ປະຕິເສດພຽງຂໍ້ດຽວ ຜົນສຸດທ້າຍກໍຈະເໝືອນກັນ. ຜູ້ທີ່ລະເມີດ “ຂໍ້ໃດຂໍ້ໜຶ່ງ” ກໍສະແດງເຖິງການດູໝິ່ນພຣະບັນຍັດທັງໝົດ, ອິດທິພົນກັບແບບຢ່າງຂອງເຂົາຢູ່ຝ່າຍການລະເມີດ; ສະນັ້ນ, ເຂົາຈຶ່ງມີຄວາມ “ຜິດຖານຝ່າຝືນກົດບັນຍັດທັງໝົດ.” (ຢາໂກໂບ 2:10). {GC 582.1}

ເນື່ອງຈາກຊາຕານຢາກໃຫ້ຄົນໝິ່ນປະໝາດພຣະບັນຍັດຂອງພຣະເຈົ້າ, ມັນຈຶ່ງບິດເບືອນຄຳສອນຂອງພຣະຄຳພີຈົນຄົນຈຳນວນຫຼວງຫຼາຍທີ່ອ້າງວ່າເຊື່ອໃນພຣະຄຳພີໄດ້ຫຼົງເຊື່ອຄຳສອນຜິດ. ການຕໍ່ສູ້ຄັ້ງສຸດທ້າຍລະຫວ່າງຄວາມຈິງ ແລະ ຄວາມເທັດ ແມ່ນການປິດສາກຄວາມຂັດແຍ້ງທີ່ດຳເນີນມາຢ່າງດົນນານກ່ຽວກັບພຣະບັນຍັດຂອງພຣະເຈົ້າ. ບັດນີ້, ພວກເຮົາກຳລັງກ້າວເຂົ້າສູ່ການຕໍ່ສູ້ຄັ້ງສຸດທ້າຍນີ້, ເປັນການຕໍ່ສູ້ລະຫວ່າງຂໍ້ບັງຄັບຂອງມະນຸດ ແລະ ພຣະບັນຍັດຂອງພຣະເຢໂຮວາ, ລະຫວ່າງສາສະໜາທີ່ອີງໃສ່ພຣະຄຳພີ ແລະ ສາສະໜາທີ່ອີງໃສ່ນິຍາຍປະດິດກັບຮີດຄອງປະເພນີ. {GC 582.2}

ຝ່າຍຕ່າງໆທີ່ຈະຮ່ວມມືກັນຕໍ່ສູ້ຄວາມຈິງ ແລະ ຄວາມຊອບທຳໃນສົງຄາມຄັ້ງນີ້ກຳລັງເຄື່ອນໄຫວຢູ່ແລ້ວ. ຄົນສ່ວນຫຼາຍບໍ່ເຫັນຄຸນຄ່າຂອງພຣະຄຳອັນສັກສິດຂອງພຣະເຈົ້າທີ່ສືບທອດມາເຖິງພວກເຮົາຜ່ານການເສຍເລືອດເນື້ອ ແລະ ຄວາມທຸກທໍລະມານ. ເຖິງແມ່ນວ່າ ທຸກຄົນສາມາດເຂົ້າເຖິງພຣະຄຳພີໄດ້ງ່າຍ ແຕ່ມີໜ້ອຍຄົນທີ່ຍອມຮັບເອົາພຣະຄຳພີເປັນສິ່ງນຳພາຊີວິດ. ການປະຕິເສດພຣະເຈົ້າກຳລັງແຜ່ລາມໄປເຖິງລະດັບທີ່ໜ້າຢ້ານກົວ, ບໍ່ແມ່ນພຽງແຕ່ໃນທ່າມກາງຊາວໂລກເທົ່ານັ້ນ ແຕ່ໃນຄຣິສຕະຈັກດ້ວຍ. ຫຼາຍຄົນປະຕິເສດຫຼັກຄຳສອນຕ່າງໆທີ່ເປັນເສົາຫຼັກພື້ນຖານແຫ່ງຄວາມເຊື່ອຂອງຄຣິສຕຽນ. ຄົນສ່ວນໃຫຍ່ທີ່ອ້າງວ່າເປັນຄຣິສຕຽນໄດ້ປະຕິເສດຄວາມຈິງອັນສຳຄັນຫຼາຍຢ່າງ ເຊັ່ນ: ການຊົງສ້າງຕາມທີ່ຂຽນໄວ້ໃນພຣະຄຳພີ, ການທີ່ມະນຸດຕົກສູ່ຄວາມບາບ, ການໄຖ່ມະນຸດໃຫ້ລອດ ແລະ ຄວາມຄົງຢູ່ຂອງພຣະບັນຍັດຂອງພຣະເຈົ້າ, ໂດຍທີ່ບາງຄົນປະຕິເສດເສຍທັງໝົດ ແລະ ບາງຄົນປະຕິເສດສະເພາະບາງສ່ວນ. ຄົນຈຳນວນຫຼວງຫຼາຍທີ່ພາກພູມໃຈໃນສະຕິປັນຍາ ແລະ ການເພິ່ງພາຕົນເອງຖືວ່າ ການເຊື່ອໃນພຣະຄຳພີຢ່າງໝົດໃຈນັ້ນສະແດງເຖິງຄວາມອ່ອນແອ. ພວກເຂົາຄິດວ່າການຈັບຜິດ ແລະ ການຕີຄວາມພຣະຄຳພີໃຫ້ເປັນພຽງເລື່ອງປຽບທຽບ ແລະ ນິທານສອນໃຈ ສະແດງເຖິງຄວາມສາມາດ ແລະ ການສຶກສາທີ່ເໜືອກວ່າຄົນອື່ນ. ສາສະໜາຈານຫຼາຍຄົນກຳລັງສອນສະມາຊິກ ແລະ ຄູອາຈານກຳລັງສອນນັກຮຽນນັກສຶກສາຂອງຕົນວ່າ ພຣະບັນຍັດຂອງພຣະເຈົ້າໄດ້ຖືກປັບປ່ຽນ ຫຼື ຖືກຍົກເລີກໄປແລ້ວ. ສ່ວນຄົນທີ່ເຊື່ອວ່າພຣະບັນຍັດຍັງມີຜົນບັງຄັບໃຊ້ຢູ່ ແລະ ຕ້ອງປະຕິບັດຕາມທີ່ຂຽນໄວ້ນັ້ນກໍຖືກຄົນທັງຫຼາຍດູໝິ່ນເຍາະເຍີ້ຍ. {GC 582.3}

ເມື່ອຜູ້ໃດປະຕິເສດຄວາມຈິງ ຜູ້ນັ້ນກໍປະຕິເສດພຣະຜູ້ສ້າງຄວາມຈິງນັ້ນ. ການລະເມີດພຣະບັນຍັດຂອງພຣະເຈົ້າກໍເທົ່າກັບການປະຕິເສດອຳນາດຂອງພຣະອົງຜູ້ປະທານພຣະບັນຍັດ. ການຢຶດເອົາຄຳສອນຜິດ ແລະ ທິດສະດີທີ່ບໍ່ຈິງມາເປັນຮູບເຄົາລົບກໍງ່າຍພໍໆກັບການສ້າງຮູບເຄົາລົບຈາກໄມ້ ຫຼື ຫີນ. ຊາຕານບິດເບືອນພຣະລັກສະນະຂອງພຣະເຈົ້າເພື່ອໃຫ້ມະນຸດເຂົ້າໃຈພຣະອົງຜິດໄປຈາກຄວາມຈິງ. ຫຼາຍຄົນໄດ້ຍົກເອົາແນວຄິດທາງປັດຊະຍາຂຶ້ນມາເປັນຮູບເຄົາລົບແທນທີ່ຈະນັບຖືພຣະເຢໂຮວາໃນຖານະພຣະເຈົ້າສູງສຸດ. ມີໜ້ອຍຄົນທີ່ນະມັດສະການພຣະເຈົ້າອົງຊົງພຣະຊົນຢູ່ຕາມທີ່ພຣະອົງໄດ້ຮັບການເປີດເຜີຍໃນພຣະຄຳພີ, ໃນພຣະຄຣິສ ແລະ ຜ່ານສິ່ງທີ່ພຣະອົງຊົງສ້າງ. ຄົນຈຳນວນຫຼວງຫຼາຍຂາບໄຫວ້ບູຊາທຳມະຊາດ ແຕ່ພັດປະຕິເສດພຣະເຈົ້າຜູ້ຊົງສ້າງທຳມະຊາດນັ້ນ. ເຖິງແມ່ນວ່າຈະມີຮູບແບບທີ່ແຕກຕ່າງກັນ, ແຕ່ໃນປັດຈຸບັນ ການຂາບໄຫວ້ຮູບເຄົາລົບກໍຍັງມີຢູ່ໃນໝູ່ຄຣິສຕຽນ ເໝືອນກັບທີ່ເຄີຍມີທ່າມກາງຊາວອິດສະຣາເອນໃນສະໄໝຂອງຜູ້ເຜີຍພຣະທຳເອລີຢາ. ພຣະເຈົ້າຂອງຫຼາຍຄົນທີ່ອ້າງວ່າເປັນນັກປາດ, ນັກປັດຊະຍາ, ນັກກະວີ, ນັກການເມືອງ, ນັກຂ່າວ, ລວມທັງພຣະເຈົ້າຂອງຊົນຊັ້ນສູງ, ຂອງມະຫາວິທະຍາໄລຫຼາຍແຫ່ງ ແລະ ແມ່ນແຕ່ຂອງສະຖາບັນສາສະໜາສາດບາງແຫ່ງກໍບໍ່ດີໄປກວ່າພຣະບາອານ ເຊິ່ງເປັນພຣະຂອງຊາວໂຟນີເຊຍ. {GC 583.1}

ໃນບັນດາຄວາມຜິດທີ່ວົງການຄຣິສຕຽນຍອມຮັບນັ້ນ, ບໍ່ມີຄວາມຜິດໃດທີ່ທ້າທາຍອຳນາດຂອງສະຫວັນ, ບໍ່ມີຄວາມຜິດໃດທີ່ຂັດແຍ້ງກັບເຫດຜົນໂດຍກົງ ແລະ ບໍ່ມີຄວາມຜິດໃດທີ່ນຳຜົນຮ້າຍແຮງຫຼາຍໄປກວ່າຄຳສອນສະໄໝໃໝ່ທີ່ກຳລັງແຜ່ຂະຫຍາຍຢ່າງໄວວາ ທີ່ວ່າພຣະບັນຍັດຂອງພຣະເຈົ້າບໍ່ມີຜົນບັງຄັບໃຊ້ກັບມະນຸດແລ້ວ. ທຸກປະເທດມີກົດໝາຍທີ່ພົນລະເມືອງຕ້ອງເຄົາລົບ ແລະ ປະຕິບັດຕາມ. ບໍ່ມີລັດຖະບານໃດສາມາດດຳລົງຢູ່ໄດ້ໂດຍປາສະຈາກກົດໝາຍ; ແລ້ວເປັນໄປໄດ້ບໍວ່າພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ບໍ່ມີກົດເກນໃນການປົກຄອງສິ່ງມີຊີວິດທີ່ພຣະອົງຊົງສ້າງ? ລອງຄິດເບິ່ງວ່າ ຖ້າອາຈານຊື່ດັງຈະປະກາດໃນສາທາລະນະວ່າ ກົດໝາຍບ້ານເມືອງບໍ່ຈຳເປັນຕ້ອງຮັກສາແລ້ວຍ້ອນວ່າມັນຈຳກັດເສລີພາບຂອງປະຊາຊົນ, ພວກເຂົາຈະໄດ້ຮັບອະນຸຍາດໃຫ້ເທດສະໜາຢູ່ດົນປານໃດ? ແຕ່ການລະເມີດກົດໝາຍຂອງປະເທດຍັງບໍ່ຮ້າຍແຮງເທົ່າການຢຽບຢ້ຳພຣະບັນຍັດຂອງພຣະເຈົ້າ ອັນເປັນຮາກຖານແຫ່ງການປົກຄອງທັງປວງ. {GC 584.1}

ສົມມຸດວ່າ ປະເທດທັງຫຼາຍໄດ້ຍົກເລີກກົດໝາຍຂອງຕົນ ແລະ ປ່ອຍໃຫ້ປະຊາຊົນເຮັດຕາມໃຈມັກ, ນັ້ນກໍຍັງດີກວ່າທີ່ຈະໃຫ້ພຣະເຈົ້າຜູ້ຊົງປົກຄອງຈັກກະວານຍົກເລີກພຣະບັນຍັດຂອງພຣະອົງ ເພາະພຣະບັນຍັດນັ້ນເປັນມາດຕະຖານໃນການກ່າວໂທດຜູ້ກະທຳຜິດ ແລະ ການຮັບຮອງຜູ້ເຊື່ອຟັງ. ພວກເຮົາຢາກຮູ້ບໍວ່າ ຜົນຈະເປັນແນວໃດຖ້າມີການປະຖິ້ມພຣະບັນຍັດຂອງພຣະເຈົ້າ? ການທົດລອງນີ້ໄດ້ເກີດຂຶ້ນມາແລ້ວ. ເມື່ອການປະຕິເສດຄວາມເຊື່ອໃນພຣະເຈົ້າໄດ້ກາຍເປັນແນວທາງປົກຄອງໃນປະເທດຝຣັ່ງ, ເຫດການທີ່ເກີດຂຶ້ນນັ້ນໜ້າຢ້ານກົວທີ່ສຸດ ແລະ ພິສູດໃຫ້ຄົນທັງໂລກເຫັນວ່າ ການປະຖິ້ມຂໍ້ຈຳກັດທີ່ພຣະເຈົ້າຊົງກຳນົດໄວ້ນັ້ນ ກໍເທົ່າກັບເປັນການຍອມຮັບການປົກຄອງຂອງຜະເດັດການຜູ້ໂຫດຮ້າຍທີ່ສຸດ. ເມື່ອມາດຕະຖານແຫ່ງຄວາມຊອບທຳຖືກປະຖິ້ມແລ້ວ ກໍເປັນການເປີດທາງໃຫ້ເຈົ້າແຫ່ງຄວາມຊົ່ວສ້າງຕັ້ງອຳນາດຂອງມັນໃນໂລກ. {GC 584.2}

ເມື່ອຄົນປະຕິເສດພຣະບັນຍັດຂອງພຣະເຈົ້າ, ເຂົາກໍຈະບໍ່ເຫັນວ່າຄວາມບາບເປັນສິ່ງຊົ່ວຮ້າຍ ແລະ ຄວາມຊອບທຳກໍບໍ່ໜ້າປາຖະໜາ. ຜູ້ທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງພຣະເຈົ້າກໍຂາດຄຸນນະສົມບັດໃນການປົກຄອງຕົນເອງ. ຄຳສອນທີ່ຊົ່ວຮ້າຍຂອງພວກເຂົາໄດ້ປູກຝັງຄວາມດື້ດ້ານໄວ້ໃນໃຈຂອງເດັກນ້ອຍ ແລະ ຊາວໜຸ່ມ, ຜູ້ທີ່ບໍ່ມັກການຄວບຄຸມໂດຍທຳມະຊາດ. ຜົນທີ່ຕາມມາແມ່ນສັງຄົມທີ່ບໍ່ມີລະບຽບ ແລະ ຂາດສິນທຳ. ຄົນຈຳນວນຫຼວງຫຼາຍຮັບເອົາການຫຼອກລວງຂອງຊາຕານຢ່າງງ່າຍດາຍ ໃນຂະນະທີ່ຫົວຂວັນຄົນທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າວ່າເປັນຄົນງົມງວາຍ. ພວກເຂົາປ່ອຍຕົວໄປຕາມກິເລດຕັນຫາ ແລະ ເຮັດບາບໃນລັກສະນະດຽວກັນທີ່ເປັນເຫດໃຫ້ພຣະເຈົ້າລົງໂທດຊົນຊາດທີ່ຂາບໄຫວ້ຮູບເຄົາລົບໃນອະດີດ. {GC 584.3}

ຜົນຂອງການປະຖິ້ມພຣະບັນຍັດ

ຜູ້ທີ່ສອນປະຊາຊົນໃຫ້ເບິ່ງພຣະບັນຍັດຂອງພຣະເຈົ້າວ່າເປັນສິ່ງທີ່ບໍ່ສຳຄັນກຳລັງຫວ່ານເມັດພືດແຫ່ງການບໍ່ເຊື່ອຟັງ ແລະ ຈະຕ້ອງເກັບກ່ຽວຜົນແຫ່ງການບໍ່ເຊື່ອຟັງນັ້ນ. ຖ້າຄົນປະຖິ້ມຂໍ້ຫ້າມທີ່ພຣະເຈົ້າຊົງບັນຍັດໄວ້ຢ່າງໝົດສິ້ນ, ບໍ່ດົນພວກເຂົາກໍຈະບໍ່ນັບຖືກົດໝາຍຂອງມະນຸດເຊັ່ນກັນ. ເນື່ອງຈາກພຣະເຈົ້າຊົງຫ້າມການປະພຶດທີ່ບໍ່ສັດຊື່, ຄວາມໂລບ, ການຕົວະ ແລະ ການສໍ້ໂກງ, ຄົນຈຶ່ງພ້ອມທີ່ຈະຢຽບຢ້ຳກົດບັນຍັດຂອງພຣະອົງ ເພາະເຫັນວ່າມັນເປັນສິ່ງກີດຂວາງຄວາມຈະເລີນ. ແຕ່ຜົນຂອງການປະຖິ້ມຂໍ້ບັນຍັດເຫຼົ່ານີ້ຈະບໍ່ເປັນດັ່ງທີ່ພວກເຂົາຄາດຄິດໄວ້. ຖ້າກົດບັນຍັດບໍ່ມີຜົນບັງຄັບໃຊ້ ກໍຄົງບໍ່ມີໃຜຢ້ານທີ່ຈະລ່ວງລະເມີດ ແລະ ຊັບສິນກໍຈະບໍ່ປອດໄພອີກຕໍ່ໄປ; ຄົນຈະຍາດເອົາສິ່ງຂອງຂອງເພື່ອນບ້ານດ້ວຍຄວາມຮຸນແຮງ ແລະ ຜູ້ທີ່ແຂງແຮງທີ່ສຸດກໍຈະກາຍເປັນຜູ້ຮັ່ງມີທີ່ສຸດ. ຊີວິດຈະບໍ່ມີຄ່າ, ການແຕ່ງງານຈະໝົດຄວາມສັກສິດ ແລະ ຈະບໍ່ປ້ອງກັນຄອບຄົວອີກຕໍ່ໄປ; ຜູ້ທີ່ມີອຳນາດກໍຈະຍາດເອົາເມຍຂອງເພື່ອນບ້ານໄປຕາມໃຈມັກ. ພຣະບັນຍັດຂໍ້ທີຫ້າກໍຈະຖືກປະຖິ້ມໄປພ້ອມກັບຂໍ້ທີສີ່; ລູກຈະບໍ່ລັງເລທີ່ຈະຂ້າພໍ່ແມ່ຂອງຕົນ ຖ້າຈະນຳໄປສູ່ສິ່ງທີ່ຈິດໃຈອັນຊົ່ວຮ້າຍຂອງຕົນປາຖະໜາ. ບັນດາປະເທດທີ່ຈະເລີນກໍຈະກາຍເປັນບ່ອນຢູ່ຂອງພວກໂຈນ ແລະ ຄາຕະກອນ, ແລ້ວຄວາມສະຫງົບສຸກກໍຈະໝົດໄປຈາກແຜ່ນດິນ. {GC 585.1}

ການທີ່ຄົນໃນທຸກມື້ນີ້ເຊື່ອວ່າບໍ່ຈຳເປັນຕ້ອງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ເຮັດໃຫ້ພວກເຂົາບໍ່ຢ້ານບາບ ແລະ ເປີດທາງໃຫ້ຄວາມຊົ່ວຫຼັ່ງໄຫຼເຂົ້າມາໃນໂລກ. ການລະເມີດກົດໝາຍ, ການໃຊ້ຊີວິດແບບສຳມະເລເທເມົາ ແລະ ຄວາມເສື່ອມເສຍທາງສິນທຳ ກຳລັງຖະຫຼົ່ມໃສ່ພວກເຮົາຄືກັບຄື້ນຍັກຊຶນາມິ. ຊາຕານກຳລັງເຮັດວຽກຢູ່ໃນຄອບຄົວ; ທຸງຂອງມັນປິວສະບັດຢູ່ແມ່ນແຕ່ໃນຄອບຄົວທີ່ອ້າງວ່າເປັນຄຣິສຕຽນ. ມີການອິດສາບັງບຽດ, ການລະແວງສົງໄສ, ການໜ້າໄຫວ້ຫຼັງຫຼອກ, ການແຕກແຍກ, ການແກ່ງແຍ່ງຊິງດີ, ການທໍລະຍົດຕໍ່ຄຳໝັ້ນສັນຍາ ແລະ ການປ່ອຍຕົວຕາມກິເລດຕັນຫາ. ຫຼັກການ ແລະ ລະບົບຄຳສອນທາງສາສະໜາທັງໝົດທີ່ຄວນເປັນຮາກຖານ ແລະ ໂຄງຮ່າງຂອງສັງຄົມເບິ່ງຄືວ່າກຳລັງຈະພັງທະລາຍລົງ. ອາດຊະຍາກອນທີ່ຕ່ຳຊ້າທີ່ສຸດ, ເມື່ອຖືກຈັບເຂົ້າຄຸກມັກຈະໄດ້ຮັບຂອງຂວັນ ແລະ ການເອົາໃຈໃສ່ ເໝືອນກັບວ່າເປັນວິລະບຸລຸດ. ສື່ມວນຊົນເອົາເລື່ອງອຸປະນິໄສ ແລະ ຄວາມຜິດຂອງພວກເຂົາໄປເຜີຍແຜ່ຢ່າງກວ້າງຂວາງ. ໜັງສືພິມລົງລາຍລະອຽດຄວາມຊົ່ວຮ້າຍ, ເຊິ່ງກາຍເປັນແບບຢ່າງໃຫ້ຄົນອື່ນເຮັດການສໍ້ໂກງ, ການປຸ້ນຈີ້ ແລະ ການຂ້າຄົນ, ເຮັດໃຫ້ຊາຕານປິຕິຍິນດີທີ່ແຜນການອັນຊົ່ວຮ້າຍຂອງມັນສຳເລັດຜົນ. ມີການຫຼົງໄຫຼໃນຄວາມຊົ່ວ, ການຂ້າຄົນຢ່າງບໍ່ມີເຫດຜົນ, ການປ່ອຍຕົວກິນດື່ມຢ່າງໜ້າຢ້ານ ແລະ ການເຮັດຊົ່ວທຸກຮູບແບບຢ່າງໜ້າກົວ. ສິ່ງເຫຼົ່ານີ້ຄວນເຮັດໃຫ້ທຸກຄົນທີ່ຢຳເກງພຣະເຈົ້າລຸກຂຶ້ນມາຊອກຫາວິທີທີ່ຈະຢຸດຢັ້ງກະແສແຫ່ງຄວາມຊົ່ວດັ່ງກ່າວ. {GC 585.2}

ສານຍຸຕິທຳມີແຕ່ຄວາມສໍ້ລາດບັງຫຼວງ. ຜູ້ປົກຄອງຖືກຊັກຈູງດ້ວຍຄວາມໂລບ ແລະ ມົວເມົາຕາມໂລກີຍະວິໄສ. ຄວາມມຶນເມົາໄດ້ເຮັດໃຫ້ຈິດໃຈຂອງຫຼາຍຄົນມືດມົນຈົນຊາຕານມີອຳນາດເໜືອພວກເຂົາເກືອບທັງໝົດ. ຜູ້ພິພາກສາຖືກຊັກຈູງໃຫ້ເຮັດຜິດ, ຮັບສິນບົນ ແລະ ຖືກຫຼອກລວງ. ຜູ້ບັງຄັບໃຊ້ກົດໝາຍນັ້ນພັດເມົາເຫຼົ້າ, ມົ້ວສຸມ, ປ່ອຍຕົວຕາມກິເລດ, ອິດສາບັງບຽດ ແລະ ສໍ້ໂກງທຸກຮູບແບບ. “ຄວາມຍຸຕິທຳຖືກຂັບໄລ່ໃຫ້ໜີໄປ ແລະ ຄວາມຖືກຕ້ອງກໍເຂົ້າມາໃກ້ບໍ່ໄດ້. ຄວາມຈິງເຕະສະດຸດລົ້ມລົງທີ່ສີ່ແຍກກາງເມືອງ ແລະ ຄວາມສັດຊື່ກໍບໍ່ມີຢູ່ໃນທີ່ນັ້ນ.” (ເອຊາຢາ 59:14). {GC 586.1}

ຄວາມຊົ່ວຮ້າຍ ແລະ ຄວາມມືດຝ່າຍຈິດວິນຍານທີ່ແຜ່ລາມໃນສະໄໝທີ່ຄຣິສຕະຈັກໂຣມປົກຄອງ ກໍເປັນຜົນໂດຍກົງຈາກການທີ່ພວກເຂົາກີດກັ້ນບໍ່ໃຫ້ຄົນອ່ານພຣະຄຳພີຢ່າງຫຼີກລ່ຽງບໍ່ໄດ້. ແຕ່ອັນໃດເປັນສາເຫດຂອງການປະຕິເສດພຣະເຈົ້າ, ການປະຕິເສດພຣະບັນຍັດຂອງພຣະອົງ ແລະ ຄວາມເສື່ອມຊາມທາງສິນທຳທີ່ເກີດຂຶ້ນໃນຍຸກນີ້ທີ່ແສງສະຫວ່າງແຫ່ງຂ່າວປະເສີດສ່ອງມາຢ່າງເຈີດຈ້າ ແລະ ມີເສລີພາບທາງສາສະໜາ? ບັດນີ້, ເມື່ອຊາຕານບໍ່ສາມາດຄວບຄຸມມະນຸດສະໂລກ ໂດຍການເຊື່ອງຊ່ອນພຣະຄຳພີໄວ້ອີກຕໍ່ໄປ, ມັນຈຶ່ງໃຊ້ວິທີອື່ນເພື່ອບັນລຸຈຸດປະສົງອັນດຽວກັນ. ບໍ່ວ່າຈະທຳລາຍຄວາມເຊື່ອໃນພຣະຄຳພີ ຫຼື ທຳລາຍພຣະຄຳພີເອງ ກໍເຮັດໃຫ້ຈຸດປະສົງຂອງມັນສຳເລັດເໝືອນກັນ. ຊາຕານໄດ້ແຊກຊຶມແນວຄິດທີ່ວ່າ ພຣະບັນຍັດຂອງພຣະເຈົ້າບໍ່ມີຜົນບັງຄັບໃຊ້, ເຊິ່ງສົ່ງຜົນໃຫ້ຄົນລະເມີດພຣະບັນຍັດເໝືອນກັບວ່າ ພວກເຂົາບໍ່ຮູ້ຫຍັງເລີຍກ່ຽວກັບພຣະບັນຍັດ. ໃນປັດຈຸບັນ, ມັນເຮັດວຽກຜ່ານຄຣິສຕະຈັກເພື່ອເຮັດໃຫ້ແຜນການຂອງມັນສຳເລັດຄືກັບໃນສະໄໝກ່ອນ. ອົງການສາສະໜາໃນທຸກມື້ນີ້ປະຕິເສດທີ່ຈະຮັບຟັງຄວາມຈິງທີ່ພຣະຄຳພີສອນຢ່າງຈະແຈ້ງເພາະບໍ່ເປັນທີ່ນິຍົມຂອງຄົນໃນສັງຄົມ. ຍິ່ງໄປກວ່ານັ້ນ, ພວກເຂົາກໍຍັງຕໍ່ຕ້ານຄວາມຈິງເຫຼົ່ານັ້ນ ທັງໄດ້ຕີຄວາມໝາຍ ແລະ ມີຈຸດຢືນທີ່ສ້າງຄວາມສົງໄສໃນໃຈຂອງຄົນທົ່ວໄປ. ພວກເຂົາຢຶດຕິດກັບຄວາມເຊື່ອຜິດຂອງຄຣິສຕະຈັກໂຣມທີ່ວ່າມະນຸດມີວິນຍານອະມະຕະໂດຍທຳມະຊາດ ແລະ ຍັງມີສະຕິຫຼັງຈາກຕາຍ. ພວກເຂົາຈຶ່ງບໍ່ມີແນວປ້ອງກັນຈາກການຖືກຫຼອກລວງໃນເລື່ອງການຕິດຕໍ່ກັບວິນຍານ. ຄຳສອນເລື່ອງການທໍລະມານຄົນບາບຕະຫຼອດນິຣັນ ເຮັດໃຫ້ຫຼາຍຄົນບໍ່ເຊື່ອໃນພຣະຄຳພີ. ເມື່ອມີການສອນຄົນທັງຫຼາຍເຖິງຄວາມສຳຄັນຂອງການຮັກສາພຣະບັນຍັດຂໍ້ທີສີ່ ພວກເຂົາກໍພົບວ່າຕ້ອງຮັກສາມື້ທີເຈັດເປັນວັນສະບາໂຕ. ແຕ່ພວກອາຈານທີ່ມີຊື່ສຽງເຫັນວ່າມີທາງດຽວທີ່ຈະຫຼີກລ່ຽງການເຮັດໜ້າທີ່ທີ່ພວກເຂົາບໍ່ຍອມປະຕິບັດ ນັ້ນຄືການປະກາດວ່າ ພຣະບັນຍັດຂອງພຣະເຈົ້າບໍ່ມີຜົນບັງຄັບໃຊ້ແລ້ວ. ດັ່ງນັ້ນ, ພວກເຂົາຈຶ່ງປະຖິ້ມທັງພຣະບັນຍັດ ແລະ ວັນສະບາໂຕໄປພ້ອມກັນ. ເມື່ອວຽກງານການປະຕິຮູບວັນສະບາໂຕຂະຫຍາຍອອກໄປ, ການປະຕິເສດພຣະບັນຍັດເພື່ອຫຼີກລ່ຽງຂໍ້ທີສີ່ຈະແຜ່ກວ້າງອອກໄປເກືອບທົ່ວທຸກບ່ອນ. ຜູ້ນຳສາສະໜາໄດ້ເປີດປະຕູໃຫ້ຄົນປະຕິເສດພຣະເຈົ້າ, ໃຫ້ຕິດຕໍ່ກັບວິນຍານ ແລະ ໝິ່ນປະໝາດພຣະບັນຍັດອັນສັກສິດຂອງພຣະອົງ. ຄວາມຊົ່ວຮ້າຍທີ່ເກີດຂຶ້ນໃນວົງການຄຣິສຕຽນຈຶ່ງເປັນຄວາມຮັບຜິດຊອບອັນໜ້າຢ້ານກົວຂອງພວກເຂົາ. {GC 586.2}

ຄຳສອນຜິດສອງຢ່າງໃນຍຸກສຸດທ້າຍ

ພວກອາຈານກຸ່ມນີ້ເອງໄດ້ອ້າງວ່າ ການເສື່ອມເສຍທາງສິນລະທຳທີ່ກຳລັງແຜ່ລາມຢ່າງກວ້າງຂວາງນັ້ນເກີດຈາກການລ່ວງລະເມີດ “ວັນສະບາໂຕຂອງຄຣິສຕຽນ” ແລະ ຖ້າມີການບັງຄັບໃຫ້ຖືຮັກສາວັນອາທິດຈະຊ່ວຍຟື້ນຟູສິນລະທຳຂອງສັງຄົມໃຫ້ດີຂຶ້ນ. ມີການຮຽກຮ້ອງໃນເລື່ອງນີ້ຢູ່ໃນອາເມຣິກາເປັນພິເສດ ເຊິ່ງເປັນບ່ອນທີ່ມີການປະກາດຫຼັກຄຳສອນກ່ຽວກັບວັນສະບາໂຕທີ່ແທ້ຈິງຢ່າງກວ້າງຂວາງທີ່ສຸດ. ໃນອາເມຣິກາ, ຂະບວນການຕໍ່ຕ້ານເຫຼົ້າສຸຣາຢາເມົາ ເຊິ່ງເປັນໜຶ່ງໃນວຽກງານປະຕິຮູບສິນທຳທີ່ສຳຄັນ ແລະ ໂດດເດັ່ນທີ່ສຸດ ມັກຈະເຊື່ອມໂຍງກັບການສົ່ງເສີມວັນອາທິດ. ຜູ້ສະໜັບສະໜູນຂະບວນການສົ່ງເສີມວັນອາທິດອ້າງວ່າ ພວກເຂົາກຳລັງເຮັດວຽກເພື່ອຜົນປະໂຫຍດອັນສູງສຸດຂອງສັງຄົມ; ສ່ວນຄົນທັງຫຼາຍທີ່ບໍ່ຍອມເຂົ້າຮ່ວມກັບພວກເຂົາກໍຖືກປະນາມວ່າ ເປັນສັດຕູຂອງວຽກງານຕໍ່ຕ້ານເຫຼົ້າເບຍ ແລະ ການປະຕິຮູບສັງຄົມ. ເຖິງແມ່ນວ່າ ຂະບວນການທີ່ສົ່ງເສີມຄວາມຜິດນັ້ນເຊື່ອມໂຍງກັບວຽກງານທີ່ດີກໍຕາມ, ແຕ່ນັ້ນບໍ່ໄດ້ເຮັດໃຫ້ການກະທຳຜິດກາຍເປັນສິ່ງທີ່ຖືກຕ້ອງ. ອາດມີຄົນເອົາຢາພິດມາປະປົນກັບອາຫານທີ່ມີປະໂຫຍດ ແຕ່ມັນກໍຍັງເປັນຢາພິດຢູ່ດີ ແລະ ຍິ່ງມີຄວາມອັນຕະລາຍຫຼາຍຂຶ້ນ ເພາະຄົນອາດກິນໂດຍບໍ່ທັນລະວັງ. ນີ້ເປັນໜຶ່ງໃນວິທີການຂອງຊາຕານ; ມັນເອົາຄວາມຈິງມາປະສົມກັບຄວາມບໍ່ຈິງໃຫ້ພຽງພໍທີ່ຈະເຮັດໃຫ້ຄົນຫຼົງເຊື່ອ. ຜູ້ນຳຂະບວນການສົ່ງເສີມວັນອາທິດອາດສະໜັບສະໜູນການປະຕິຮູບທີ່ປະຊາຊົນຕ້ອງການ ແລະ ຫຼັກການຕ່າງໆທີ່ສອດຄ່ອງກັບພຣະຄຳພີ, ແຕ່ເມື່ອການປະຕິຮູບເຫຼົ່ານັ້ນມີການບັງຄັບໃຫ້ເຮັດສິ່ງທີ່ຂັດກັບພຣະບັນຍັດຂອງພຣະເຈົ້າ, ຜູ້ຮັບໃຊ້ຂອງພຣະອົງກໍບໍ່ສາມາດເຂົ້າຮ່ວມກັບພວກເຂົາໄດ້. ບໍ່ມີເຫດຜົນໃດທີ່ຈະເຮັດໃຫ້ການປະລະພຣະບັນຍັດຂອງພຣະເຈົ້າເພື່ອເຮັດຕາມຄຳສັ່ງຂອງມະນຸດກາຍເປັນສິ່ງທີ່ຖືກຕ້ອງ. {GC 587.1}

ຊາຕານຈະໃຊ້ຄຳສອນຜິດສອງຢ່າງເພື່ອຫຼອກລວງມະນຸດ ຄື: ຄວາມເຊື່ອວ່າວິນຍານບໍ່ຕາຍ ແລະ ການຖືວັນອາທິດເປັນວັນສັກສິດ. ຄວາມເຊື່ອເລື່ອງວິນຍານບໍ່ຕາຍເປັນພື້ນຖານຂອງການຕິດຕໍ່ກັບວິນຍານ; ສ່ວນການຖືວັນອາທິດກໍສ້າງສາຍສຳພັນກັບຄຣິສຕະຈັກໂຣມ. ພວກໂປຣແຕັສຕັງໃນອາເມຣິກາຈະເປັນຜູ້ນຳໜ້າໃນການຮັບເອົາຄຳສອນເລື່ອງການຕິດຕໍ່ກັບວິນຍານ ແລະ ຈະເປັນແກນນຳໃນການຈັບມືກັບລະບອບສັນຕະປາປາ. ແລ້ວພາຍໃຕ້ອິດທິພົນຂອງການຮ່ວມມືກັນລະຫວ່າງສາມຝ່າຍນີ້, ອາເມຣິກາຈະເຮັດຕາມແບບຢ່າງຂອງຄຣິສຕະຈັກໂຣມໃນການຢຽບຢ້ຳສິດເສລີພາບທາງຈິດສຳນຶກ. {GC 588.1}

ໃນຍຸກນີ້, ລັດທິຕິດຕໍ່ກັບວິນຍານເລີ່ມປັບຕົວເຂົ້າກັບກຸ່ມຄຣິສຕຽນທີເຊື່ອແຕ່ປາກ, ເຮັດໃຫ້ມັນມີອຳນາດຫຼອກລວງ ແລະ ສາມາດດັກຈັບຜູ້ຄົນໄດ້ຫຼາຍຂຶ້ນ. ຊາຕານເອງກໍປັບຕົວໃຫ້ເຂົ້າກັບຍຸກສະໄໝ ແລະ ຈະປາກົດຕົວເປັນທູດແຫ່ງຄວາມສະຫວ່າງ. ລັດທິການຕິດຕໍ່ກັບວິນຍານຈະເຮັດການອັດສະຈັນຫຼາຍຢ່າງ ທັງປິ່ນປົວຄົນເຈັບ ແລະ ສະແດງໝາຍສຳຄັນທີ່ບໍ່ມີໃຜປະຕິເສດໄດ້. ເນື່ອງຈາກວ່າພວກວິນຍານເຫຼົ່ານີ້ຈະອ້າງວ່າຕົນເຊື່ອໃນພຣະຄຳພີ ແລະ ໃຫ້ຄວາມເຄົາລົບຕໍ່ສະຖາບັນຂອງຄຣິສຕະຈັກ, ຄົນທັງຫຼາຍຈະຖືວ່າ ການກະທຳຂອງພວກມັນເປັນການສະແດງເຖິງຣິດອຳນາດຂອງພຣະເຈົ້າ. {GC 588.2}

ໃນປັດຈຸບັນນີ້, ເສັ້ນແບ່ງລະຫວ່າງຜູ້ທີ່ອ້າງວ່າເປັນຄຣິສຕຽນກັບຄົນທີ່ບໍ່ເຊື່ອພຣະເຈົ້າເກືອບຈະສັງເກດບໍ່ເຫັນ. ສະມາຊິກຄຣິສຕະຈັກມັກໃນສິ່ງທີ່ຊາວໂລກມັກ ແລະ ພ້ອມທີ່ຈະເຂົ້າຮ່ວມກັບພວກເຂົາ; ສະນັ້ນ, ຊາຕານຈຶ່ງມຸ່ງໝັ້ນທີ່ຈະເຕົ້າໂຮມພວກເຂົາໃຫ້ເປັນກຸ່ມດຽວກັນເພື່ອເສີມກຳລັງຂອງມັນ ໂດຍການດຶງທຸກຄົນເຂົ້າສູ່ລັດທິການຕິດຕໍ່ກັບວິນຍານ. ກຸ່ມກາໂຕລິກທີ່ອວດອ້າງວ່າ ການອັດສະຈັນເປັນເຄື່ອງໝາຍຢືນຢັນເຖິງຄຣິສຕະຈັກທີ່ແທ້ຈິງຈະຖືກຫຼອກລວງຢ່າງງ່າຍດາຍດ້ວຍການອັດສະຈັນເຫຼົ່ານີ້. ສ່ວນພວກໂປຣແຕັສຕັງທີ່ປະຖິ້ມໂລ້ແຫ່ງຄວາມຈິງໄປແລ້ວກໍຈະຖືກຫຼອກລວງເຊັ່ນກັນ. ພວກກາໂຕລິກ, ໂປຣແຕັສຕັງ ແລະ ຊາວໂລກຈະພາກັນຍອມຮັບຮູບແບບການນັບຖືພຣະເຈົ້າທີ່ປາສະຈາກຣິດອຳນາດ. ພວກເຂົາຈະເຫັນວ່າ ການຮ່ວມມືກັນນີ້ແມ່ນຂະບວນການອັນຍິ່ງໃຫຍ່ ເພື່ອນຳຊາວໂລກໃຫ້ກັບໃຈຮັບເຊື່ອ ແລະ ເພື່ອກ້າວເຂົ້າສູ່ເວລາ 1,000 ປີ ທີ່ລໍຄອຍກັນມາດົນນານ. {GC 588.3}

ຊາຕານໃຊ້ການສື່ສານກັບວິນຍານເພື່ອສະແດງຕົນເປັນຜູ້ມີບຸນຄຸນແກ່ມະນຸດສະໂລກ; ມັນປິ່ນປົວພະຍາດໂຣຄາ ແລະ ນຳສະເໜີລະບົບຄວາມເຊື່ອແບບໃໝ່ ໂດຍອ້າງວ່າເປັນຄວາມເຊື່ອຖືທີ່ສູງສົ່ງກວ່າເດີມ. ແຕ່ໃນເວລາດຽວກັນ, ມັນກໍເຮັດວຽກໃນຖານະຜູ້ທຳລາຍ. ການລໍ້ລວງຂອງມັນໄດ້ນຳຄົນຈຳນວນຫຼາຍໄປສູ່ຄວາມຫາຍະນະ. ເມື່ອຂາດການຄວບຄຸມຕົນເອງໃນເລື່ອງການກິນການດື່ມກໍເຮັດໃຫ້ຜູ້ຄົນຂາດສະຕິປັນຍາ; ສິ່ງທີ່ຕາມມາກໍຄື ການປ່ອຍຕົວຕາມກິເລດຕັນຫາ, ການຜິດຖຽງກັນ ແລະ ການນອງເລືອດ. ຊາຕານຊົມຊື່ນຍິນດີກັບສົງຄາມ ເພາະມັນປຸກອາລົມອັນຊົ່ວຮ້າຍທີ່ສຸດຂອງຄົນ ແລ້ວນຳພາຜູ້ທີ່ຈົມຢູ່ໃນຄວາມຊົ່ວຮ້າຍ ແລະ ການຂ້າຟັນນັ້ນໄປສູ່ຄວາມພິນາດຊົ່ວນິຣັນດອນ. ຈຸດປະສົງຂອງມັນ ແມ່ນການຍຸຍົງໃຫ້ປະເທດທັງຫຼາຍເຮັດສົງຄາມຕໍ່ສູ້ກັນ, ເພາະດ້ວຍວິທີນີ້ ມັນສາມາດຫັນເຫຈິດໃຈຂອງຜູ້ຄົນອອກຈາກການກຽມພ້ອມທີ່ຈະຢືນໝັ້ນໃນວັນສຳຄັນຂອງອົງພຣະຜູ້ເປັນເຈົ້າ. {GC 589.1}

ຊາຕານອາໄສທຳມະຊາດເພື່ອທຳລາຍຄົນທີ່ບໍ່ໄດ້ກຽມພ້ອມ. ມັນໄດ້ຄົ້ນຄວ້າຄວາມລັບຂອງທຳມະຊາດ ແລະ ໃຊ້ອຳນາດທັງໝົດຂອງມັນເພື່ອຄວບຄຸມທຳມະຊາດເທົ່າທີ່ພຣະເຈົ້າຊົງອະນຸຍາດ. ເມື່ອພຣະເຈົ້າຍອມໃຫ້ມັນທົດລອງໂຢບ, ບັນດາຝູງສັດລ້ຽງ, ຄົນໃຊ້, ເຮືອນຊານ ແລະ ລູກທັງຫຼາຍຂອງເພິ່ນກໍຖືກທຳລາຍໄປທັນທີໂດຍມີເຫດຮ້າຍເກີດຂຶ້ນຢ່າງຕໍ່ເນື່ອງ. ແມ່ນພຣະເຈົ້າເອງທີ່ປົກປ້ອງຜູ້ທີ່ພຣະອົງຊົງສ້າງ ແລະ ກັ້ນບໍ່ໃຫ້ຜູ້ທຳລາຍເຂົ້າມາໃກ້. ແຕ່ວົງການຄຣິສຕຽນໄດ້ໝິ່ນປະໝາດພຣະບັນຍັດຂອງພຣະເຢໂຮວາ; ສະນັ້ນ, ພຣະອົງຈະຊົງເຮັດຕາມທີ່ພຣະອົງຊົງປະກາດໄວ້ ໂດຍຈະຖອນພຣະພອນອອກໄປຈາກແຜ່ນດິນໂລກ ແລະ ຍົກການປົກປ້ອງຄຸ້ມຄອງອອກໄປຈາກຜູ້ທີ່ຕໍ່ຕ້ານພຣະບັນຍັດຂອງພຣະອົງ ແລະ ສອນຄົນອື່ນໃຫ້ເຮັດຕາມ. ທຸກຄົນທີ່ບໍ່ໄດ້ຮັບການຄຸ້ມຄອງຈາກພຣະເຈົ້າເປັນພິເສດກໍຢູ່ໃຕ້ການຄວບຄຸມຂອງຊາຕານ. ມັນຈະຊ່ວຍບາງຄົນໃຫ້ຈະເລີນຮຸ່ງເຮືອງ ເພື່ອສົ່ງເສີມແຜນການຂອງມັນ; ໃນຂະນະດຽວກັນ, ມັນກໍສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ ແລະ ເຮັດໃຫ້ພວກເຂົາເຊື່ອວ່າ ແມ່ນພຣະເຈົ້າເປັນຜູ້ເຮັດໃຫ້ຊີວິດຂອງພວກເຂົາລຳບາກ. {GC 589.2}

ຊາຕານຈະສະແດງຕົນຕໍ່ມວນມະນຸດວ່າ ມັນເປັນນາຍແພດຜູ້ຍິ່ງໃຫຍ່ທີ່ສາມາດປິ່ນປົວໂຣຄາພະຍາດທຸກຊະນິດໄດ້ ແຕ່ໃນຄວາມເປັນຈິງມັນຈະນຳພະຍາດໂຣຄາ ແລະ ຄວາມຫາຍະນະມາສູ່ມະນຸດ ຈົນເຮັດໃຫ້ເມືອງໃຫຍ່ຫຼາຍແຫ່ງກາຍເປັນບ່ອນທີ່ຮົກຮ້າງເປົ່າປ່ຽວ. ແມ່ນແຕ່ດຽວນີ້, ມັນກໍກຳລັງລົງມືເຮັດວຽກຢູ່ແລ້ວ. ມັນສະແດງອຳນາດຂອງມັນໃນທຸກບ່ອນ ແລະ ໃນຮູບແບບຕ່າງໆນັບພັນວິທີ ເຊັ່ນ: ໃນອຸບັດຕິເຫດ ແລະ ໄພພິບັດທາງບົກ ແລະ ທາງນ້ຳ, ໃນໄຟໄໝ້ຄັ້ງໃຫຍ່, ໃນພະຍຸໝູນທໍນາໂດອັນຮຸນແຮງ ແລະ ໝາກເຫັບຂະໜາດໃຫຍ່, ໃນພະຍຸໄຕ້ຝຸ່ນ, ນ້ຳຖ້ວມ, ຄື້ນຍັກ ແລະ ແຜ່ນດິນໄຫວ. ມັນທຳລາຍພືດຜົນທີ່ກຳລັງຈະສຸກ, ເຮັດໃຫ້ເກີດຄວາມອຶດຢາກ ແລະ ຄວາມທຸກຍາກລຳບາກ. ມັນເຮັດໃຫ້ອາກາດເປັນພິດ ເຊິ່ງນຳຄວາມຕາຍມາສູ່ຄົນຈຳນວນຫຼາຍ. ໄພພິບັດເຫຼົ່ານີ້ຈະຖີ່ຂຶ້ນ ແລະ ຮ້າຍແຮງຂຶ້ນເລື້ອຍໆ. ຄວາມຫາຍະນະຈະເກີດຂຶ້ນກັບມະນຸດ ແລະ ສັດ. “ແຜ່ນດິນໂລກຈະແຫ້ງແລ້ງ ແລະ ທຸກສິ່ງຈະຫ່ຽວແຫ້ງໄປ, ທົ່ວທັງໂລກຈະອ່ອນລົງ.” “ປະຊາກອນໄດ້ເຮັດໃຫ້ໂລກນີ້ເປັນມົນທິນ ໂດຍລະເມີດກົດບັນຍັດຂອງພຣະເຈົ້າ ແລະ ຝ່າຝືນພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພວກເຂົາຕະຫຼອດໄປ.” (ເອຊາຢາ 24:4, 5) {GC 589.3}

ແລ້ວຊາຕານຈະຊັກຈູງມະນຸດໃຫ້ເຊື່ອວ່າ ຜູ້ທີ່ຮັບໃຊ້ພຣະເຈົ້ານັ້ນແຫຼະເປັນຕົ້ນເຫດຂອງເຫດຮ້າຍເຫຼົ່ານີ້. ພວກທີ່ຍົວະໃຫ້ສະຫວັນບໍ່ພໍໃຈຈະກ່າວໂທດໃສ່ຜູ້ທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ເພາະການເຊື່ອຟັງຂອງຄົນເຫຼົ່ານີ້ເປັນການຕຳໜິຢູ່ຕະຫຼອດເວລາຕໍ່ຜູ້ທີ່ລະເມີດພຣະບັນຍັດ. ພວກເຂົາຈະປະກາດວ່າມະນຸດກຳລັງເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທດ້ວຍການລະເມີດວັນອາທິດ ແລະ ເພາະຄວາມບາບນີ້ຫາຍະນະຈຶ່ງເກີດຂຶ້ນ ເຊິ່ງຈະບໍ່ມີວັນສິ້ນສຸດຈົນກວ່າຈະມີການບັງຄັບໃຫ້ຖືຮັກສາວັນອາທິດຢ່າງເຄັ່ງຄັດ. ນອກຈາກນັ້ນ, ຜູ້ທີ່ສອນໃຫ້ຮັກສາພຣະບັນຍັດຂໍ້ທີສີ່ ແລະ ເຮັດໃຫ້ການນັບຖືວັນອາທິດເສື່ອມລົງນັ້ນຈະຖືກກ່າວຫາວ່າ ເປັນຜູ້ສ້າງຄວາມວຸ້ນວາຍໃຫ້ແກ່ປະຊາຊົນ ແລະ ເປັນອຸປະສັກຂັດຂວາງບໍ່ໃຫ້ພວກເຂົາກັບຄືນສູ່ການເປັນທີ່ພໍພຣະໄທຂອງພຣະເຈົ້າ ແລະ ຄວາມຈະເລີນຮຸ່ງເຮືອງທາງເສດຖະກິດ. ດ້ວຍເຫດນີ້, ຂໍ້ກ່າວຫາແຕ່ບູຮານທີ່ເຄີຍໃຊ້ກັບຜູ້ຮັບໃຊ້ຂອງພຣະເຈົ້າກໍຈະຖືກນຳມາໃຊ້ອີກ ໂດຍອີງໃສ່ເຫດຜົນທີ່ຄ້າຍຄືກັນ: “ກະສັດອາຮາບກໍມາພົບກັບເອລີຢາ. ພໍເຫັນເອລີຢາ ເພິ່ນກໍກ່າວວ່າ, ‘ເຈົ້າຢູ່ນີ້ເອງ ເຈົ້າຜູ້ສ້າງຄວາມເດືອດຮ້ອນຫຼາຍທີ່ສຸດໃນອານາຈັກອິດສະຣາເອນ.’ ເອລີຢາຕອບວ່າ, ‘ຂ້ານ້ອຍບໍ່ແມ່ນຜູ້ສ້າງຄວາມເດືອດຮ້ອນແກ່ອິດສະຣາເອນ ແຕ່ແມ່ນທ່ານ ແລະ ພໍ່ຂອງທ່ານເອງຕ່າງຫາກ ເພາະທ່ານບໍ່ໄດ້ເຊື່ອຟັງຄຳສັ່ງຂອງພຣະເຈົ້າຢາເວ ແລະ ໄດ້ຂາບໄຫວ້ຮູບເຄົາລົບຂອງພຣະບາອານ.’” (1 ກະສັດ 18:16–18). ເມື່ອປະຊາຊົນຖືກປຸກລະດົມດ້ວຍຂໍ້ກ່າວຫາອັນບໍ່ເປັນຄວາມຈິງເຫຼົ່ານີ້ ພວກເຂົາກໍຈະໂກດແຄ້ນ ແລະ ຈະປະຕິບັດຕໍ່ເຫຼົ່າຜູ້ສົ່ງຂ່າວຂອງພຣະເຈົ້າຄ້າຍຄືກັບທີ່ຊາວອິດສະຣາເອນຜູ້ປະຖິ້ມຄວາມເຊື່ອໄດ້ປະຕິບັດຕໍ່ເອລີຢາ. {GC 590.1}

ຍ້ອນຄວາມເຊື່ອວ່າມະນຸດມີວິນຍານທີ່ບໍ່ຕາຍ, ວິນຍານຊົ່ວຈະໃຊ້ອຳນາດໃນການເຮັດອັດສະຈັນເພື່ອຕໍ່ຕ້ານຜູ້ທີ່ເລືອກເຊື່ອຟັງພຣະເຈົ້າແທນມະນຸດ. ວິນຍານເຫຼົ່ານີ້ຈະອ້າງວ່າພຣະເຈົ້າສົ່ງພວກມັນມາເພື່ອເຕືອນຜູ້ທີ່ປະຕິເສດວັນອາທິດໃຫ້ເຫັນຄວາມຜິດຂອງຕົນ; ແລະຈະຢືນຢັນວ່າ ທຸກຄົນຄວນປະຕິບັດຕາມກົດໝາຍບ້ານເມືອງເໝືອນດັ່ງປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ. ພວກມັນຈະສະແດງຄວາມທຸກໃຈກ່ຽວກັບຄວາມຊົ່ວຮ້າຍອັນໃຫຍ່ຫຼວງໃນໂລກ ແລະ ຈະສະໜັບສະໜູນຖ້ອຍຄຳຂອງຜູ້ສອນສາສະໜາທີ່ວ່າ ສະພາບອັນຕົກຕ່ຳທາງສິນລະທຳເກີດຂຶ້ນຍ້ອນການລ່ວງລະເມີດວັນອາທິດ. ຜູ້ທີ່ປະຕິເສດຄຳກ່າວຂອງວິນຍານຊົ່ວເຫຼົ່ານັ້ນຈະຖືກສັງຄົມຄຽດແຄ້ນຢ່າງຮຸນແຮງ. {GC 590.2}

ໃນການຕໍ່ສູ້ຄັ້ງສຸດທ້າຍກັບໄພ່ພົນຂອງພຣະເຈົ້າ, ຊາຕານໃຊ້ກົນອຸບາຍເກົ່າທີ່ມັນເຄີຍໃຊ້ຕັ້ງແຕ່ການເລີ່ມຕົ້ນແຫ່ງຄວາມຂັດແຍ້ງໃນສະຫວັນ. ໃນຄາວນັ້ນ, ມັນອ້າງວ່າ ຕົນກຳລັງສົ່ງເສີມການປົກຄອງຂອງພຣະເຈົ້າ, ແຕ່ພັດແອບທຳລາຍຢູ່ຢ່າງລັບໆ; ແລະໃນຂະນະດຽວກັນ, ກໍກ່າວຫາພວກທູດສະຫວັນທີ່ສັດຊື່ວ່າເປັນຜູ້ທຳລາຍການປົກຄອງດັ່ງກ່າວ. ນະໂຍບາຍຫຼອກລວງແບບດຽວກັນນີ້ໄດ້ປາກົດໃຫ້ເຫັນໃນປະຫວັດສາດຂອງຄຣິສຕະຈັກໂຣມ. ຄຣິສຕະຈັກນີ້ອ້າງວ່າເປັນຜູ້ປະຕິບັດໜ້າທີ່ແທນສະຫວັນ, ແຕ່ກັບພະຍາຍາມຍົກຕົນຂຶ້ນເໜືອພຣະເຈົ້າ ແລະ ປ່ຽນແປງພຣະບັນຍັດຂອງພຣະອົງ. ໃນສະໄໝທີ່ຄຣິສຕະຈັກໂຣມມີອຳນາດ, ຜູ້ທີ່ຍອມຕາຍເພື່ອຮັກສາຄວາມສັດຊື່ຕໍ່ຂ່າວປະເສີດຖືກປະນາມວ່າເປັນຄົນຊົ່ວຮ້າຍ ແລະ ຖືກກ່າວຫາວ່າຮ່ວມມືກັບຊາຕານ. ມີການນຳເອົາທຸກວິທີທາງມາໃຊ້ເພື່ອທຳລາຍຊື່ສຽງຂອງພວກເຂົາ, ເພື່ອເຮັດໃຫ້ພວກເຂົາປາກົດຕໍ່ສາຍຕາຂອງປະຊາຊົນ ແລະ ແມ່ນແຕ່ຕໍ່ສາຍຕາຂອງຕົນເອງວ່າເປັນອາດຊະຍາກອນທີ່ຊົ່ວຮ້າຍທີ່ສຸດ. ປັດຈຸບັນນີ້, ກໍຈະເປັນຢ່າງນັ້ນເໝືອນກັນ. ຊາຕານຈະພະຍາຍາມທຳລາຍຜູ້ທີ່ຖືຮັກສາພຣະບັນຍັດຂອງພຣະເຈົ້າ ໂດຍໃຫ້ພວກເຂົາຖືກກ່າວຫາວ່າເປັນຜູ້ລະເມີດກົດໝາຍ, ເປັນຜູ້ໝິ່ນປະໝາດພຣະເຈົ້າ ແລະ ເປັນຜູ້ນຳໄພພິບັດມາສູ່ໂລກ. {GC 591.1}

ເສລີພາບທາງຈິດສຳນຶກ

ພຣະເຈົ້າບໍ່ເຄີຍບັງຄັບຈິດໃຈ ຫຼື ມະໂນສຳນຶກຂອງຜູ້ໃດເລີຍ. ແຕ່ກົງກັນຂ້າມ, ວິທີການທີ່ຊາຕານໃຊ້ເປັນປະຈຳເພື່ອຄວບຄຸມຜູ້ທີ່ມັນບໍ່ສາມາດຫຼອກລວງດ້ວຍວິທີອື່ນ ຄືການໃຊ້ຄວາມໂຫດຮ້າຍບັງຄັບ. ມັນພະຍາຍາມເຮັດໃຫ້ຄົນຢ້ານກົວ ແລະ ໃຊ້ການບີບບັງຄັບເພື່ອຄວບຄຸມຄວາມສຳນຶກຜິດຊອບຊົ່ວດີຂອງຄົນ ແລະ ເຮັດໃຫ້ພວກເຂົາຂາບໄຫວ້ມັນ. ເພື່ອບັນລຸເປົ້າໝາຍນີ້, ມັນເຮັດວຽກຜ່ານຜູ້ນຳສາສະໜາ ແລະ ອຳນາດການປົກຄອງ, ຊັກຈູງໃຫ້ພວກເຂົາບັງຄັບໃຊ້ກົດໝາຍທີ່ຂັດຕໍ່ພຣະບັນຍັດຂອງພຣະເຈົ້າ. {GC 591.2}

ຜູ້ທີ່ໃຫ້ກຽດແກ່ວັນສະບາໂຕຕາມພຣະຄຳພີຈະຖືກກ່າວຫາວ່າ ເປັນສັດຕູຜູ້ທຳລາຍກົດໝາຍ ແລະ ຄວາມສະຫງົບສຸກຂອງບ້ານເມືອງ, ເປັນຜູ້ທຳລາຍຫຼັກສິນທຳຂອງສັງຄົມ, ເປັນຜູ້ກໍ່ຄວາມວຸ້ນວາຍ ແລະ ຄວາມເສື່ອມເສຍ, ອີກທັງເປັນຜູ້ດຶງໄພພິບັດຂອງພຣະເຈົ້າລົງມາສູ່ແຜ່ນດິນໂລກ. ການທີ່ພວກເຂົາຢຶດໝັ້ນໃນຫຼັກຄວາມເຊື່ອຈະຖືກຕີຄວາມໝາຍວ່າເປັນຄວາມດື້ດ້ານ, ຄວາມແຂງກະດ້າງ ແລະ ການໝິ່ນປະໝາດຕໍ່ອຳນາດການປົກຄອງ. ພວກເຂົາຈະຖືກກ່າວຫາວ່າເປັນພວກທີ່ຂັດຂືນຕໍ່ລັດຖະບານ. ສ່ວນພວກສາສະໜາຈານທີ່ປະຕິເສດການຖືຮັກສາພຣະບັນຍັດຂອງພຣະເຈົ້າ ຈະຢືນຢູ່ເທິງທຳມາດປະກາດວ່າ ມະນຸດມີໜ້າທີ່ເຊື່ອຟັງອຳນາດການປົກຄອງ ເພາະແມ່ນພຣະເຈົ້າເອງທີ່ຊົງແຕ່ງຕັ້ງໄວ້. ໃນສະພາຝ່າຍນິຕິບັນຍັດ ແລະ ສານຍຸຕິທຳ, ຜູ້ທີ່ຮັກສາພຣະບັນຍັດຈະຖືກໃສ່ຮ້າຍປ້າຍສີ ແລະ ຈະຖືກຕັດສິນລົງໂທດ. ຖ້ອຍຄຳຂອງພວກເຂົາຈະຖືກບິດເບືອນ ແລະ ເຈດຕະນາຂອງພວກເຂົາຈະຖືກຕີຄວາມໄປໃນທາງທີ່ເລວຮ້າຍທີ່ສຸດ. {GC 592.1}

ເມື່ອບັນດາຄຣິສຕະຈັກຝ່າຍໂປຣແຕັສຕັງປະຕິເສດຄວາມຈິງອັນຈະແຈ້ງໃນພຣະຄຳພີທີ່ສະໜັບສະໜູນການຮັກສາພຣະບັນຍັດຂອງພຣະເຈົ້າ, ພວກເຂົາຈະພະຍາຍາມລະງັບສຽງຂອງຜູ້ທີ່ພວກເຂົາບໍ່ສາມາດໂຕ້ຖຽງດ້ວຍພຣະຄຳພີໄດ້. ເຖິງແມ່ນວ່າພວກເຂົາປິດຫູປິດຕາຕໍ່ຄວາມຈິງ, ພວກເຂົາກຳລັງດຳເນີນການທີ່ຈະນຳໄປສູ່ການຂົ່ມເຫັງຜູ້ທີ່ຟັງສຽງຈິດສຳນຶກຜິດຊອບຂອງຕົນ ໂດຍບໍ່ຍອມເຮັດຕາມວົງການຄຣິສຕຽນ ແລະ ບໍ່ຍອມຮັບວັນອາທິດ ເຊິ່ງເປັນວັນສະບາໂຕຂອງສັນຕະປາປາ. {GC 592.2}

ບັນດາຜູ້ນຳຄຣິສຕະຈັກ ແລະ ເຈົ້າໜ້າທີ່ລັດຈະຮ່ວມມືກັນເພື່ອໃຫ້ຄົນທຸກຊົນຊັ້ນນັບຖືວັນອາທິດ ໂດຍໃຊ້ເງິນລໍ້, ການຊັກຈູງ ແລະ ການບີບບັງຄັບ. ເນື່ອງຈາກບໍ່ມີພຣະຄຳພີສະໜັບສະໜູນ, ພວກເຂົາຈະນຳໃຊ້ກົດໝາຍມາກົດຂີ່ແທນ. ການສໍ້ລາດບັງຫຼວງເຮັດໃຫ້ຄົນບໍ່ຮັກຄວາມຍຸຕິທຳ ແລະ ບໍ່ເຫັນຄຸນຄ່າຂອງຄວາມຈິງ. ແມ່ນແຕ່ໃນດິນແດນອາເມຣິກາທີ່ຜູ້ຄົນມີສິດເສລີພາບ, ຝ່າຍການປົກຄອງ ແລະ ສະມາຊິກສະພາກໍຈະຍອມຕໍ່ການຮຽກຮ້ອງຂອງປະຊາຊົນທີ່ຕ້ອງການກົດໝາຍບັງຄັບໃຫ້ຮັກສາວັນອາທິດເພື່ອຈະໄດ້ຮັບຄວາມນິຍົມ. ເສລີພາບທາງຈິດສຳນຶກທີ່ໄດ້ມາດ້ວຍການເສຍສະຫຼະຢ່າງໃຫຍ່ຫຼວງຈະບໍ່ໄດ້ຮັບການເຄົາລົບອີກຕໍ່ໄປ. ໃນຄວາມຂັດແຍ້ງທີ່ຈະມາເຖິງໃນບໍ່ດົນນີ້, ພວກເຮົາຈະເຫັນຖ້ອຍຄຳຂອງຜູ້ເຜີຍພຣະທຳເປັນຈິງທີ່ວ່າ: “ຝ່າຍພະຍານາກກໍຄຽດແຄ້ນຢ່າງໃຫຍ່ໃຫ້ຍິງນັ້ນ ແລະ ອອກໄປຕໍ່ສູ້ກັບເຊື້ອສາຍຂອງນາງທີ່ເຫຼືອຢູ່ ຄືທຸກຄົນທີ່ປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ແລະ ຢຶດຖືຄຳພະຍານຝ່າຍພຣະເຢຊູເຈົ້າ.” (ພຣະນິມິດ 12:17). {GC 592.3}