39 ເວລາແຫ່ງຄວາມທຸກຍາກລຳບາກ
ຕົ້ນສະບັບພາສາອັງກິດ
ໜ້າທີ່ປະໂຣຫິດສຳເລັດແລ້ວ
“ໃນຄັ້ງນັ້ນ ມີຄາເອນ ເຈົ້າຜູ້ພິທັກຍິ່ງໃຫຍ່ ຜູ້ຄຸ້ມກັນຊົນຊາດຂອງເພິ່ນຈະລຸກຂຶ້ນ ແລະ ຈະມີເວລາຍາກລຳບາກຢ່າງບໍ່ເຄີຍມີມາຕັ້ງແຕ່ຄັ້ງມີປະຊາຊາດຈົນເຖິງສະໄໝນັ້ນ ແຕ່ໃນຄັ້ງນັ້ນຊົນຊາດຂອງເພິ່ນຈະຮັບການຊ່ວຍໃຫ້ພົ້ນ ຄືທຸກຄົນທີ່ມີຊື່ບັນທຶກໄວ້ໃນໜັງສື.” (ດານີເອນ 12:1 ດັດແປງຈາກສະບັບ TKJV). {GC 613.1}
ເມື່ອການປະກາດຂ່າວຂອງທູດສະຫວັນອົງທີສາມສິ້ນສຸດລົງ, ເວລາແຫ່ງພຣະເມດຕາໝົດແລ້ວສຳລັບຊາວໂລກທີ່ບໍ່ຍອມກັບໃຈ. ໄພ່ພົນຂອງພຣະເຈົ້າໄດ້ເຮັດພາລະກິດຂອງຕົນສຳເລັດແລ້ວ. ພວກເຂົາໄດ້ຮັບຝົນປາຍລະດູຄື “ວາລະແຫ່ງການຟື້ນໃຈ” ທີ່ມາຈາກອົງພຣະຜູ້ເປັນເຈົ້າ. (ກິດຈະການ 3:19 TNCV). ພວກເຂົາມີຄວາມພ້ອມແລ້ວສຳລັບເວລາແຫ່ງຄວາມຍາກລຳບາກທີ່ກຳລັງຈະມາເຖິງ. ບັນດາທູດສະຫວັນກຳລັງວຸ້ນວຽກຢູ່ໃນສະຫວັນ; ມີທູດສະຫວັນອົງໜຶ່ງກັບມາຈາກໂລກປະກາດວ່າ ວຽກງານຂອງຕົນສຳເລັດແລ້ວ; ການທົດສອບຄັ້ງສຸດທ້າຍໄດ້ມາເຖິງມະນຸດສະໂລກທຸກຄົນແລ້ວ; ແລະທຸກຄົນທີ່ພິສູດຄວາມຈົງຮັກພັກດີຕໍ່ພຣະບັນຍັດ ໄດ້ຮັບຕາປະທັບຂອງພຣະເຈົ້າຜູ້ຊົງພຣະຊົນຢູ່. ໃນເວລານັ້ນ, ພຣະເຢຊູຈະຢຸດການອ້ອນວອນໃນສະຖານນະມັດສະການເບື້ອງເທິງ. ພຣະອົງຊົງຍົກພຣະຫັດຂຶ້ນ ແລະ ກ່າວດ້ວຍສຽງດັງວ່າ, “ສຳເລັດແລ້ວ.” ເຫຼົ່າທູດສະຫວັນທັງປວງກໍຖອດມົງກຸດຂອງຕົນອອກ ໃນຂະນະທີ່ພຣະອົງຊົງປະກາດຖ້ອຍຄຳອັນເຄັ່ງຂຶມວ່າ: “ຜູ້ທີ່ເຮັດຜິດ ກໍໃຫ້ເຮັດຜິດຕໍ່ໄປ, ຜູ້ທີ່ຊົ່ວຊ້າ ກໍໃຫ້ຊົ່ວຊ້າຕໍ່ໄປ, ຜູ້ທີ່ເຮັດສິ່ງທີ່ຖືກຕ້ອງ ກໍໃຫ້ເຮັດສິ່ງທີ່ຖືກຕ້ອງຕໍ່ໄປ ແລະ ຜູ້ທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.” (ພຣະນິມິດ 22:11 LCV). ທຸກຄະດີໄດ້ຖືກຕັດສິນລະຫວ່າງຊີວິດ ແລະ ຄວາມຕາຍ. ພຣະຄຣິສໄດ້ຊົງຊຳລະບາບໃຫ້ໄພ່ພົນຂອງພຣະອົງ ແລະ ຊົງລຶບລ້າງຄວາມບາບຂອງພວກເຂົາແລ້ວ. ຈຳນວນຜູ້ທີ່ຈະຮັບຄວາມລອດໄດ້ຂີດເສັ້ນຕາຍແລ້ວ; “ອຳນາດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດໃນແຜ່ນດິນໂລກ” ກຳລັງຈະຖືກມອບໃຫ້ແກ່ຄົນທັງຫຼາຍທີ່ຈະໄດ້ຮັບຄວາມລອດເປັນມໍລະດົກ ແລະ ພຣະເຢຊູຈະຊົງຄອບຄອງໃນຖານະຈອມກະສັດ ແລະ ຈອມເຈົ້ານາຍ (ເບິ່ງ ພຣະນິມິດ 19:16). {GC 613.2}
ເມື່ອພຣະຄຣິສສະເດັດອອກຈາກສະຖານນະມັດສະການ, ຄວາມມືດຈະປົກຄຸມຊາວໂລກ. ໃນເວລາອັນໜ້າຢ້ານກົວນັ້ນ, ຜູ້ຊອບທຳຈະຕ້ອງດຳລົງຊີວິດຢູ່ຕໍ່ພຣະພັກພຣະເຈົ້າຜູ້ບໍຣິສຸດໂດຍບໍ່ມີຜູ້ອ້ອນວອນແທນ. ອຳນາດທີ່ເຄີຍຢັບຢັ້ງຄົນຊົ່ວຈະຖືກຍົກເລີກໄປ ແລະ ຊາຕານຈະມີອຳນາດຄອບງຳຜູ້ທີ່ບໍ່ຍອມກັບໃຈໃໝ່ ແລະ ຈະຄວບຄຸມພວກເຂົາຢ່າງສົມບູນ. ເວລາແຫ່ງພຣະກະລຸນາຂອງພຣະເຈົ້າສຳລັບມະນຸດໄດ້ສິ້ນສຸດລົງແລ້ວ. ຊາວໂລກໄດ້ປະຕິເສດພຣະເມດຕາຂອງພຣະອົງ, ໝິ່ນປະໝາດຄວາມຮັກຂອງພຣະອົງ ແລະ ຢຽບຢ້ຳພຣະບັນຍັດຂອງພຣະອົງ. ຄົນຊົ່ວໄດ້ກ້າວພົ້ນຂອບເຂດແຫ່ງພຣະກະລຸນາ, ພຣະວິນຍານຂອງພຣະເຈົ້າທີ່ພວກເຂົາປະຕິເສດຢ່າງຕໍ່ເນື່ອງ ຈຶ່ງຖືກຖອນອອກໄປໃນທີ່ສຸດ. ຄົນອະທຳບໍ່ໄດ້ຢູ່ໃຕ້ຮົ່ມພຣະຄຸນ ຈຶ່ງບໍ່ມີສິ່ງໃດປ້ອງກັນພວກເຂົາຈາກມານຮ້າຍ. ໃນຄາວນັ້ນ, ຊາຕານຈະນຳພາຊາວໂລກເຂົ້າສູ່ຄວາມທຸກຍາກລຳບາກຄັ້ງຍິ່ງໃຫຍ່ ເຊິ່ງເປັນເວລາແຫ່ງຄວາມຍາກລຳບາກຄັ້ງສຸດທ້າຍ. ເມື່ອເຫຼົ່າທູດສະຫວັນຂອງພຣະເຈົ້າເຊົາການຢັບຢັ້ງລົມໄວ້ບໍ່ໃຫ້ພັດ ເຊິ່ງໝາຍເຖິງການຢັບຢັ້ງອາລົມ ແລະ ກິເລດຕັນຫາອັນຮຸນແຮງຂອງມະນຸດ, ຄວາມວຸ້ນວາຍຈະເກີດຂຶ້ນຢ່າງເຕັມທີ່. ໂລກທັງໝົດຈະຈົມລົງໃນຄວາມຈິບຫາຍ ທີ່ຮ້າຍແຮງກວ່າທີ່ເຄີຍເກີດຂຶ້ນກັບນະຄອນເຢຣູຊາເລັມໃນອະດີດ. {GC 614.1}
ທູດສະຫວັນພຽງອົງດຽວ ໄດ້ທຳລາຍລູກກົກທັງໝົດຂອງຊາວເອຢິບ ແລະ ເຮັດໃຫ້ແຜ່ນດິນເຕັມໄປດ້ວຍການໄວ້ທຸກ. ເມື່ອດາວິດເຮັດຜິດຕໍ່ພຣະເຈົ້າ ໂດຍການນັບຈຳນວນປະຊາຊົນ, ທູດສະຫວັນອົງດຽວໄດ້ກໍ່ຄວາມວິບັດຢ່າງຮ້າຍແຮງ ເພື່ອລົງໂທດຄວາມບາບຂອງເພິ່ນ. ເຫຼົ່າທູດສະຫວັນບໍຣິສຸດໄດ້ໃຊ້ອຳນາດທຳລາຍນີ້ ເມື່ອພຣະເຈົ້າຊົງບັນຊາສັນໃດ, ທູດຝ່າຍຊາຕານ ກໍຈະໃຊ້ອຳນາດດຽວກັນ ເມື່ອພຣະອົງຊົງອະນຸຍາດ. ປັດຈຸບັນກອງກຳລັງແຫ່ງຄວາມຊົ່ວຮ້າຍກຽມພ້ອມແລ້ວ ແລະ ກຳລັງລໍຖ້າການອະນຸຍາດຈາກພຣະເຈົ້າເພື່ອນຳຄວາມຫາຍະນະໄປທົ່ວທຸກບ່ອນ. {GC 614.2}
ຜູ້ທີ່ໃຫ້ກຽດພຣະບັນຍັດຂອງພຣະເຈົ້າຖືກກ່າວຫາວ່າ ເປັນເຫດໃຫ້ພຣະອົງລົງໂທດມະນຸດສະໂລກ. ພວກເຂົາຈະຖືກກ່າວຫາວ່າ ເປັນສາເຫດຂອງຄວາມປັ່ນປ່ວນອັນຮ້າຍແຮງຂອງທຳມະຊາດ, ຄວາມຂັດແຍ້ງ ແລະ ການຂ້າຟັນກັນທີ່ເຮັດໃຫ້ໂລກເຕັມໄປດ້ວຍຄວາມທຸກລຳບາກ. ຣິດອຳນາດທີ່ມາພ້ອມກັບການປະກາດເຕືອນຄັ້ງສຸດທ້າຍ ໄດ້ເຮັດໃຫ້ຄົນຊົ່ວມີຄວາມຄຽດແຄ້ນຕໍ່ທຸກຄົນທີ່ຮັບເອົາຂ່າວສານນັ້ນ. ຊາຕານຈະປຸກປັ່ນໃຫ້ຄວາມກຽດຊັງ ແລະ ການກົດຂີ່ຂົ່ມເຫັງທະວີຄວາມຮຸນແຮງຂຶ້ນ. {GC 614.3}
ເມື່ອພຣະເຈົ້າຊົງຖອນໄປຈາກຊົນຊາດຢິວເປັນຄັ້ງສຸດທ້າຍ, ພວກປະໂຣຫິດ ແລະ ປະຊາຊົນກໍບໍ່ຮູ້ເລື່ອງແຕ່ຢ່າງໃດ. ພວກເຂົາຍັງຖືວ່າຕົນເປັນຊົນຊາດທີ່ພຣະເຈົ້າຊົງເລືອກ ເຖິງແມ່ນວ່າພວກເຂົາຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ແລະ ຖືກຊັກຈູງດ້ວຍອາລົມອັນຊົ່ວຮ້າຍທີ່ສຸດກໍຕາມ. ພິທີກຳທັງຫຼາຍໃນພຣະວິຫານຍັງສືບຕໍ່, ພວກເຂົາຍັງຖວາຍເຄື່ອງບູຊາເທິງແທ່ນບູຊາທີ່ເປິເປື້ອນດ້ວຍມົນທິນ ແລະ ອ້ອນວອນຂໍພຣະພອນຈາກພຣະເຈົ້າທຸກມື້ທຸກວັນ ເພື່ອປະຊາຊົນທີ່ມີຄວາມຜິດໃນການຂ້າພຣະບຸດທີ່ຮັກຂອງພຣະເຈົ້າ ແລະ ໃນການພະຍາຍາມຂ້າບັນດາຜູ້ຮັບໃຊ້ ແລະ ອັກຄະສາວົກຂອງພຣະອົງ. ໃນທຳນອງດຽວກັນ, ເມື່ອມີການປະກາດຄຳຕັດສິນທີ່ປ່ຽນແປງບໍ່ໄດ້ໃນສະຖານນະມັດສະການແຫ່ງສະຫວັນ ແລະ ຊະຕາກຳຂອງມະນຸດໄດ້ຖືກຕັດສິນຊີ້ຂາດແລ້ວ, ຊາວໂລກກໍຈະບໍ່ຮູ້ຈັກເລື່ອງນີ້. ຮູບແບບການປະຕິບັດທາງສາສະໜາຈະຍັງຄົງສືບຕໍ່ໄປ ໃນທ່າມກາງຄົນທັງຫຼາຍທີ່ພຣະວິນຍານຂອງພຣະເຈົ້າໄດ້ຈາກພວກເຂົາໄປແລ້ວ. ຊາຕານຈະດົນໃຈພວກເຂົາ ໃຫ້ເຮັດຕາມແຜນການອັນຊົ່ວຮ້າຍຂອງມັນດ້ວຍຄວາມກະຕືລືລົ້ນ ແຕ່ຈະເບິ່ງຄືເປັນຄວາມກະຕືລືລົ້ນເພື່ອພຣະເຈົ້າ. {GC 615.1}
ວັນສະບາໂຕຈະກາຍເປັນຈຸດຂັດແຍ້ງສຳຄັນໃນວົງການຄຣິສຕຽນ, ບັນດາຜູ້ນຳສາສະໜາ ແລະ ເຈົ້າໜ້າທີ່ຂອງລັດຈະຮ່ວມມືກັນບັງຄັບໃຫ້ຖືຮັກສາວັນອາທິດ. ການທີ່ຄົນກຸ່ມນ້ອຍບໍ່ຍອມອ່ອນຂໍ້ແຕ່ຢ່າງໃດ ຈະເຮັດໃຫ້ພວກເຂົາຖືກທຸກຄົນດູໝິ່ນ ແລະ ກຽດຊັງ. ຈະມີການກົດດັນໃຫ້ສັງຄົມຍອມຮັບວ່າ ຄົນຈຳນວນໜ້ອຍທີ່ຕໍ່ຕ້ານກົດລະບຽບຂອງຄຣິສຕະຈັກ ແລະ ກົດໝາຍຂອງລັດ ໃນເລື່ອງການຮັກສາວັນອາທິດນັ້ນບໍ່ຄວນຮັບອະນຸຍາດໃຫ້ຢູ່ຕໍ່ໄປ. ການທີ່ຈະໃຫ້ພວກເຂົາທົນທຸກທໍລະມານ ຈະດີກວ່າການທີ່ປະເທດຊາດທັງຫຼາຍຕ້ອງຕົກຢູ່ໃນຄວາມສັບສົນວຸ້ນວາຍ ແລະ ສະພາບທີ່ບໍ່ມີກົດໝາຍ. ຫຼາຍສະຕະວັດກ່ອນນັ້ນ, ພວກຜູ້ນຳປະຊາຊົນກໍເຄີຍໃຊ້ເຫດຜົນແບບດຽວກັນໃນການຕໍ່ສູ້ພຣະຄຣິສ. ກາຢະຟາເຊິ່ງເປັນຄົນມີເລ່ລ່ຽມກ່າວວ່າ: “ຈະເປັນປະໂຫຍດສຳລັບພວກທ່ານ ທີ່ໃຫ້ຄົນໜຶ່ງຕາຍເພື່ອປະຊາຊົນ ກໍດີກວ່າຈະໃຫ້ຄົນທັງຊາດຕ້ອງຈິບຫາຍ.” (ໂຢຮັນ 11:50 LCV). ຜູ້ຄົນຫຼວງຫຼາຍຈະເຫັນວ່າ ຂໍ້ສະເໜີນີ້ສົມເຫດສົມຜົນ. ໃນທີ່ສຸດ, ຈະມີການອອກຄຳສັ່ງຕໍ່ຕ້ານຜູ້ທີ່ຖືຮັກສາວັນສະບາໂຕຕາມພຣະບັນຍັດຂໍ້ທີສີ່ ແລະ ປະນາມພວກເຂົາວ່າ ເປັນຄົນທີ່ສົມຄວນຖືກລົງໂທດໃຫ້ໜັກທີ່ສຸດ. ເມື່ອຄົບກຳນົດເວລາ, ປະຊາຊົນຈະໄດ້ຮັບອະນຸຍາດໃຫ້ຂ້າພວກເຂົາໄດ້. ລະບອບສັນຕະປາປາໃນເອີຣົບ ແລະ ຄຣິສຕະຈັກໂປຣແຕັສຕັງທີ່ປະຖິ້ມຄວາມເຊື່ອໃນອາເມຣິກາ ຈະປະຕິບັດຕໍ່ຜູ້ທີ່ຖືຮັກສາພຣະບັນຍັດທັງໝົດຂອງພຣະເຈົ້າໃນລັກສະນະແບບດຽວກັນ. {GC 615.2}
ເວລາທຸກຍາກຂອງຢາໂຄບ
ໃນເວລານັ້ນ, ໄພ່ພົນຂອງພຣະເຈົ້າຈະເຂົ້າສູ່ຄວາມທຸກຍາກລຳບາກຕ່າງໆ ເຊິ່ງຜູ້ເຜີຍພຣະທຳເຢເຣມີຢາເອີ້ນວ່າ ເປັນຄວາມທຸກຍາກຂອງຢາໂຄບ. “ພຣະເຈົ້າຢາເວກ່າວວ່າ, ‘ເຮົາໄດ້ຍິນສຽງຮ້ອງແຕກຕື່ນຕົກໃຈ ເປັນສຽງຮ້ອງຕົກໃຈກົວ ແລະ ບໍ່ມີຄວາມສະຫງົບສຸກ.…ໜ້າຕາທຸກຄົນຊີດຂາວດັ່ງຜູ້ຍິງຄອດລູກ. ວັນອັນໜ້າຢ້ານກົວໃຫຍ່ນັ້ນ ກຳລັງຈະມາເຖິງ ບໍ່ມີວັນໃດເລີຍຈະປຽບປານວັນນັ້ນໄດ້.’” “ເປັນເວລາທຸກໃຈຂອງຢາໂຄບ, ແຕ່ເຂົາກໍຍັງຈະລອດວັນນັ້ນໄປໄດ້.” (ເຢເຣມີຢາ 30:5–6, 7 TKJV). {GC 616.1}
ປະສົບການຂອງຢາໂຄບ ເມື່ອເພິ່ນອະທິຖານຕໍ່ສູ້ໃນຄ່ຳຄືນແຫ່ງຄວາມທຸກໃຈ ເພື່ອຂໍການຊ່ວຍກູ້ຈາກມືຂອງເອຊາວ ເປັນສັນຍະລັກເຖິງປະສົບການຂອງໄພ່ພົນຂອງພຣະເຈົ້າ ໃນເວລາແຫ່ງຄວາມທຸກຍາກລຳບາກຄັ້ງຍິ່ງໃຫຍ່ນັ້ນ. ຢາໂຄບໄດ້ຫຼອກລວງໃຫ້ພໍ່ອວຍພອນເພິ່ນແທນເອຊາວ ເຊິ່ງເປັນເຫດໃຫ້ຢາໂຄບຕ້ອງໜີເອົາຊີວິດລອດຈາກອ້າຍຜູ້ຂົ່ມຂູ່ວ່າຈະຂ້າເພິ່ນເສຍ. ຫຼັງຈາກລີ້ໄພຢູ່ຫຼາຍປີ, ພຣະເຈົ້າຊົງສັ່ງໃຫ້ເພິ່ນກັບຄືນປະເທດຂອງຕົນພ້ອມກັບລູກເມຍ ແລະ ຝູງສັດ. ເມື່ອມາຮອດຊາຍແດນ, ເພິ່ນຕົກໃຈຢ້ານກັບຂ່າວທີ່ວ່າ ເອຊາວກຳລັງມາພ້ອມກັບກຸ່ມນັກຮົບ, ເຊິ່ງແນ່ນອນວ່າຈະມາແກ້ແຄ້ນ. ຄົນທີ່ຢູ່ກັບຢາໂຄບບໍ່ມີອາວຸດປ້ອງກັນຕົວ; ເບິ່ງຄືວ່າຈະຕ້ອງຕົກເປັນເຫຍື່ອໃຫ້ຖືກທຳຮ້າຍ ແລະ ຂ້າຕາຍ. ນອກຈາກຄວາມກັງວົນ ແລະ ຄວາມຢ້ານກົວແລ້ວ, ຍັງມີການກ່າວໂທດຕົນເອງອັນເປັນພາລະທີ່ໜັກໜ່ວງ, ເພາະແມ່ນຄວາມບາບຂອງເພິ່ນເອງທີ່ເປັນເຫດໃຫ້ພວກເຂົາຕົກສູ່ອັນຕະລາຍໃນຄັ້ງນີ້. ຄວາມຫວັງດຽວຂອງເພິ່ນ ແມ່ນພຣະເມດຕາຂອງພຣະເຈົ້າ; ມີແນວປ້ອງກັນຕົວພຽງຢ່າງດຽວກໍຄືການອະທິຖານ. ເຖິງຢ່າງໃດກໍຕາມ, ເພິ່ນໄດ້ເຮັດທຸກຢ່າງທີ່ຕົນເຮັດໄດ້ ເພື່ອຊົດເຊີຍຄວາມຜິດທີ່ເຮັດຕໍ່ອ້າຍ ແລະ ຫຼີກລ່ຽງອັນຕະລາຍ. ຜູ້ຕິດຕາມພຣະຄຣິສກໍຄວນເຮັດແບບດຽວກັນ; ເມື່ອເຂົ້າໃກ້ເວລາແຫ່ງຄວາມທຸກຍາກລຳບາກ, ພວກເຂົາຄວນພະຍາຍາມທຸກວິທີທາງ ເພື່ອໃຫ້ຄົນທັງຫຼາຍເຂົ້າໃຈພວກເຂົາຢ່າງຖືກຕ້ອງ, ເພື່ອກຳຈັດອະຄະຕິຂອງຜູ້ຄົນ ແລະ ຫຼີກລ່ຽງອັນຕະລາຍທີ່ກຳລັງຈະເກີດຂຶ້ນຕໍ່ເສລີພາບທາງຈິດສຳນຶກ. {GC 616.2}
ຫຼັງຈາກສົ່ງຄອບຄົວໄປແລ້ວ ເພື່ອບໍ່ໃຫ້ພວກເຂົາເຫັນຄວາມທຸກໃຈຂອງຕົນ, ຢາໂຄບຢູ່ຄົນດຽວເພື່ອອ້ອນວອນຕໍ່ພຣະເຈົ້າ. ເພິ່ນສາລະພາບຄວາມບາບ ແລະ ຂອບພຣະຄຸນພຣະເຈົ້າສຳລັບພຣະເມດຕາທີ່ພຣະອົງຊົງມີຕໍ່ເພິ່ນ. ນອກຈາກນັ້ນ, ເພິ່ນຍັງຖ່ອມໃຈລົງຢ່າງສຸດຊຶ້ງ ທູນຂໍໃຫ້ພຣະອົງຊົງລະນຶກເຖິງພັນທະສັນຍາກັບບັນພະບຸລຸດ ແລະ ພຣະສັນຍາທີ່ປະທານໃຫ້ເພິ່ນໃນນິມິດທີ່ເບັດເອນ ແລະ ໃນແຜ່ນດິນທີ່ເພິ່ນລີ້ໄພ. ນີ້ແມ່ນຊ່ວງວິກິດແຫ່ງຊີວິດ, ທຸກສິ່ງຂຶ້ນຢູ່ກັບເຫດການໃນຄັ້ງນີ້. ຢາໂຄບສືບຕໍ່ອະທິຖານຄົນດຽວໃນຄວາມມືດ ດ້ວຍການຖ່ອມໃຈລົງຕໍ່ພຣະເຈົ້າ. ທັນໃດນັ້ນ, ມີມືມາວາງລົງເທິງບ່າຂອງເພິ່ນ. ເພິ່ນຄິດວ່າສັດຕູຈະມາເອົາຊີວິດ ຈຶ່ງປ້ຳສູ້ກັບຜູ້ນັ້ນດ້ວຍສຸດກຳລັງ. ເມື່ອຟ້າເລີ່ມແຈ້ງ ຄົນແປກໜ້າໄດ້ໃຊ້ຣິດເດດເໜືອທຳມະຊາດ ພຽງແຕະຕ້ອງຢາໂຄບເທົ່ານັ້ນ ແລ້ວຊາຍທີ່ແຂງແຮງກໍເປັນຄືຄົນອຳມະພາດ. ເພິ່ນລົ້ມລົງ ບໍ່ມີແຮງສູ້ ແລະ ຮ້ອງໄຫ້ອ້ອນວອນຢູ່ທີ່ຄໍຂອງຄູ່ຕໍ່ສູ້ທີ່ເລິກລັບນັ້ນ. ບັດນີ້ຢາໂຄບຮູ້ແລ້ວວ່າ ຜູ້ທີ່ເພິ່ນປ້ຳສູ້ນຳແມ່ນທູດແຫ່ງພັນທະສັນຍາ. ເຖິງແມ່ນວ່າ ເພິ່ນພິການ ແລະ ເຈັບປວດແສນສາຫັດ ແຕ່ຢາໂຄບບໍ່ຍອມເລີກລົ້ມຄວາມມຸ່ງໝັ້ນຂອງຕົນ. ເພິ່ນໄດ້ທົນຕໍ່ຄວາມສັບສົນ, ຄວາມເສຍໃຈ ແລະ ບັນຫາທີ່ເກີດຈາກຄວາມບາບຂອງຕົນມາດົນນານ; ບັດນີ້, ເພິ່ນຕ້ອງການແນ່ໃຈວ່າ ຄວາມບາບນັ້ນໄດ້ຮັບການອະໄພແລ້ວ. ທູດແຫ່ງພັນທະສັນຍາ ເບິ່ງຄືກຳລັງຈະຈາກໄປ ແຕ່ຢາໂຄບກອດພຣະອົງໄວ້ ແລະ ທູນຂໍພຣະພອນ. ພຣະອົງຊົງກ່າວວ່າ “ປ່ອຍຂ້ອຍແມ ເພາະຕາເວັນຈວນຈະຂຶ້ນແລ້ວ.” ແຕ່ຢາໂຄບຮ້ອງວ່າ “ຂ້ອຍຈະບໍ່ປ່ອຍເຈົ້າໄປ ຈົນກວ່າເຈົ້າຈະອວຍພອນຂ້ອຍ.” (ປະຖົມມະການ 32:26). ຊ່າງເປັນຄວາມເຊື່ອໝັ້ນ, ຄວາມແນ່ວແນ່ ແລະ ຄວາມພາກພຽນທີ່ໜ້າປະທັບໃຈແທ້! ຖ້າການຮຽກຮ້ອງນີ້ເປັນການອວດອ້າງ ຫຼື ການຮຽກຮ້ອງໃນສິ່ງທີ່ຕົນບໍ່ມີສິດ