33: ຄວາມຈິງເລື່ອງຄວາມຕາຍ

https://m.egwwritings.org/en/book/132.2404#2404

ການລໍ້ລວງຄັ້ງທຳອິດ

ຕັ້ງແຕ່ມີມະນຸດຢູ່ໃນໂລກ, ຊາຕານໄດ້ເລີ່ມດຳເນີນວຽກງານຂອງມັນ ເພື່ອຫຼອກລວງພວກເຂົາ. ຫຼັງຈາກຍຸຍົງສົ່ງເສີມໃຫ້ມີການກະບົດໃນສະຫວັນ, ຊາຕານກໍປາຖະໜາທີ່ຈະຊັກນຳຊາວໂລກ ໃຫ້ມາຮ່ວມກັບມັນໃນການຕໍ່ສູ້ກັບການປົກຄອງຂອງພຣະເຈົ້າ. ອາດາມກັບເອວາເຄີຍມີຄວາມສຸກຢ່າງສົມບູນ ດ້ວຍການປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ. ຄວາມຈິງນີ້ກາຍເປັນຂໍ້ໂຕ້ແຍ້ງຄຳກ່າວຫາທີ່ຊາຕານອ້າງໃນສະຫວັນວ່າ ພຣະບັນຍັດຂອງພຣະເຈົ້າເຄັ່ງຄັດເກີນໄປ ແລະ ຂັດຕໍ່ຄວາມສຸກຂອງຜູ້ທີ່ພຣະອົງຊົງສ້າງ. ນອກຈາກນັ້ນ, ຊາຕານກໍອິດສາເມື່ອມັນເຫັນບ້ານອັນສວຍງາມທີ່ຖືກຈັດຕຽມໄວ້ໃຫ້ກັບສາມີພັນລະຍາຜູ້ບໍຣິສຸດຄູ່ນີ້. ມັນຈຶ່ງຕັດສິນໃຈທີ່ຈະຍົວະພວກເຂົາໃຫ້ຫຼົງຜິດ ເພື່ອວ່າເມື່ອແຍກພວກເຂົາອອກຈາກພຣະເຈົ້າ ແລະ ນຳມາຢູ່ພາຍໃຕ້ອຳນາດຂອງມັນແລ້ວ ມັນຈະສາມາດຄອບຄອງແຜ່ນດິນໂລກ ແລະ ສະຖາປະນາອານາຈັກຂອງມັນຂຶ້ນ ເພື່ອຕໍ່ຕ້ານພຣະເຈົ້າຜູ້ສູງສຸດ. {GC 531.1}

ຖ້າຫາກວ່າຊາຕານໄດ້ສະແດງຕົວຕົນທີ່ແທ້ຈິງອອກມາ ອາດາມກັບເອວາກໍຄົງຈະຕໍ່ຕ້ານມັນທັນທີ ເນື່ອງຈາກພວກເຂົາໄດ້ຮັບການເຕືອນແລ້ວກ່ຽວກັບສັດຕູທີ່ອັນຕະລາຍຜູ້ນີ້. ດ້ວຍເຫດນີ້, ຊາຕານຈຶ່ງເຄື່ອນໄຫວຢ່າງລັບໆ ໂດຍປິດບັງຈຸດປະສົງຂອງມັນໄວ້ ເພື່ອຈະບັນລຸເປົ້າໝາຍໄດ້ງ່າຍຂຶ້ນ. ໃນເວລານັ້ນ, ງູເປັນສັດທີ່ມີຮູບຮ່າງໜ້າດຶງດູດ; ມັນຈຶ່ງໃຊ້ງູເປັນສື່ ແລ້ວເວົ້າກັບເອວາວ່າ: “ແມ່ນແທ້ບໍ ທີ່ພຣະເຈົ້າຫ້າມເຈົ້າ ບໍ່ໃຫ້ກິນໝາກໄມ້ໃດໆໃນສວນນີ້?” (ປະຖົມມະການ 3:1). ຖ້າເອວາຫຼີກລ່ຽງການໂຕ້ຖຽງກັບຊາຕານ, ນາງກໍຈະປອດໄພ. ແຕ່ນາງຫຼົມຕົວເຂົ້າໄປສົນທະນາກັບມັນ ຈຶ່ງຕົກເປັນເຫຍື່ອການຫຼອກລວງ. ຫຼາຍຄົນຍັງພ່າຍແພ້ໃນລັກສະນະດຽວກັນນີ້; ພວກເຂົາສົງໄສ ແລະ ໂຕ້ຖຽງກ່ຽວກັບຂໍ້ກຳນົດຂອງພຣະເຈົ້າ. ພວກເຂົາຍອມຮັບທິດສະດີຂອງມະນຸດທີ່ປິດບັງກົນອຸບາຍຂອງຊາຕານ ແທນທີ່ຈະເຮັດຕາມພຣະບັນຍັດຂອງພຣະເຈົ້າ. {GC 531.2}

“ຜູ້ຍິງຈຶ່ງຕອບງູວ່າ: ‘ໝາກໄມ້ທຸກຕົ້ນຢູ່ໃນສວນນີ້ ພວກເຮົາກິນໄດ້ໝົດ ເວັ້ນໄວ້ແຕ່ໝາກໄມ້ໃນຕົ້ນທີ່ຢູ່ກາງສວນ. ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫຼື ແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາກໍຈະຕາຍເມື່ອນັ້ນ.’ ແຕ່ງູໄດ້ກ່າວຕໍ່ຜູ້ຍິງວ່າ, ‘ບໍ່ເປັນຄວາມຈິງດອກ ເຈົ້າຈະບໍ່ຕາຍ. ພຣະເຈົ້າກ່າວເຊັ່ນນັ້ນເພາະພຣະອົງຮູ້ວ່າ ຖ້າເຈົ້າກິນໝາກໄມ້ນັ້ນເມື່ອໃດ ເຈົ້າກໍຈະເປັນເໝືອນພຣະເຈົ້າເມື່ອນັ້ນ, ແລ້ວເຈົ້າກໍຈະຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ.’” (ປະຖົມມະການ 3:2–5). ງູນັ້ນກ່າວວ່າ, ພວກເຂົາຈະເປັນເໝືອນພຣະເຈົ້າ, ມີປັນຍາຫຼາຍກວ່າເກົ່າ ແລະ ສາມາດມີຊີວິດທີ່ສູງສົ່ງກວ່າເດີມ. ເອວາໄດ້ພ່າຍແພ້ຕໍ່ການລໍ້ລວງ ແລະ ນາງໄດ້ຊັກຈູງອາດາມໃຫ້ເຮັດບາບ. ພວກເຂົາເຊື່ອຄຳເວົ້າຂອງງູວ່າ ພຣະຄຳຂອງພຣະເຈົ້າບໍ່ໜ້າເຊື່ອຖື. ພວກເຂົາບໍ່ໄວ້ວາງໃຈພຣະຜູ້ສ້າງຂອງຕົນ ແລະ ຄິດວ່າພຣະອົງກຳລັງຈຳກັດເສລີພາບຂອງພວກເຂົາ. ອາດາມກັບເອວາຄິດວ່າຈະໄດ້ຮັບສະຕິປັນຍາອັນເລີດລ້ຳ ແລະ ມີສະພາບທີ່ສູງສົ່ງຍິ່ງຂຶ້ນ ຖ້າພຽງແຕ່ລະເມີດພຣະບັນຍັດຂອງພຣະອົງ. {GC 532.1}

ແຕ່ຫຼັງຈາກອາດາມເຮັດບາບແລ້ວ, ເພິ່ນໄດ້ພົບຄວາມໝາຍທີ່ແທ້ຈິງຂອງຖ້ອຍຄຳທີ່ວ່າ “ເຈົ້າກິນໃນວັນໃດ ເຈົ້າຈະຕາຍແນ່ໃນວັນນັ້ນ.” (ປະຖົມມະການ 2:17 TKJV). ເພິ່ນໄດ້ພົບວ່າ ຖ້ອຍຄຳເຫຼົ່ານີ້ບໍ່ໄດ້ໝາຍເຖິງການເຂົ້າສູ່ສະພາບທີ່ສູງສົ່ງກວ່າເກົ່າຕາມທີ່ຊາຕານໄດ້ຊັກຈູງ. ເພາະຖ້າເປັນເຊັ່ນນັ້ນ ສະແດງວ່າການລະເມີດກໍເປັນຫົນທາງທີ່ນຳໄປສູ່ສິ່ງທີ່ດີເລີດ ແລະ ຊາຕານກໍຈະກາຍເປັນຜູ້ອຳນວຍພຣະພອນໃຫ້ແກ່ມະນຸດສະໂລກ. ແຕ່ອາດາມພົບວ່າ ນັ້ນບໍ່ແມ່ນຄວາມໝາຍຂອງພຣະຄຳທີ່ພຣະເຈົ້າຊົງກ່າວໄວ້. ພຣະເຈົ້າຊົງປະກາດວ່າ ໂທດແຫ່ງຄວາມບາບຂອງອາດາມຄືມະນຸດຈະຕ້ອງກັບໄປເປັນດິນ ເພາະມະນຸດຖືກສ້າງມາຈາກດິນ, ໂດຍຊົງກ່າວວ່າ: “ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ.” (ປະຖົມມະການ 3:19). ຄຳເວົ້າຂອງຊາຕານທີ່ວ່າ “ຕາຂອງເຈົ້າຈະສະຫວ່າງຂຶ້ນວັນນັ້ນ” (ປະຖົມມະການ 3:5 TKJV) ເປັນຄວາມຈິງໃນແງ່ດຽວເທົ່ານັ້ນຄື ຫຼັງຈາກອາດາມກັບເອວາບໍ່ເຊື່ອຟັງພຣະເຈົ້າ ຕາຂອງພວກເຂົາຖືກເປີດໃຫ້ເຫັນຄວາມໂງ່ຂອງຕົນ. ພວກເຂົາໄດ້ຮູ້ຈັກຄວາມຊົ່ວ ແລະ ໄດ້ລິ້ມລົດອັນຂົມຂື່ນແຫ່ງການລ່ວງລະເມີດ. {GC 532.2}

ຢູ່ໃຈກາງສວນເອເດນ ມີຕົ້ນໄມ້ແຫ່ງຊີວິດ, ເຊິ່ງຜົນຂອງມັນມີສັບພະຄຸນເປັນຢາອາຍຸວັດທະນະ ໃຫ້ຊີວິດຍືນຍາວໂດຍບໍ່ຕາຍ. ຖ້າອາດາມພຽງແຕ່ສັດຊື່ຕໍ່ພຣະເຈົ້າ, ເພິ່ນກໍຈະສາມາດກິນໝາກໄມ້ນີ້ໄດ້ຢ່າງອິດສະຫຼະ ແລະ ຈະມີຊີວິດຕະຫຼອດໄປ. ແຕ່ເມື່ອເພິ່ນເຮັດບາບ, ເພິ່ນຈຶ່ງຖືກຕັດຂາດຈາກໝາກໄມ້ແຫ່ງຊີວິດ ແລະ ກາຍສະພາບເປັນຜູ້ທີ່ຕ້ອງຕາຍ. ຖ້ອຍຄຳຂອງພຣະເຈົ້າທີ່ກ່າວວ່າ “ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ” ຊີ້ໃຫ້ເຫັນເຖິງການດັບສູນຂອງຊີວິດຢ່າງໝົດສິ້ນ. {GC 532.3}

ພຣະເຈົ້າຊົງສັນຍາວ່າ ຈະມອບຊີວິດອັນບໍ່ຮູ້ຈັກຕາຍໃຫ້ແກ່ມະນຸດ, ແຕ່ພຣະສັນຍານີ້ມີເງື່ອນໄຂທີ່ວ່າ ມະນຸດຕ້ອງເຊື່ອຟັງພຣະອົງ. ເມື່ອມະນຸດລະເມີດສິ່ງທີ່ພຣະອົງຊົງຫ້າມໄວ້, ພວກເຂົາກໍສູນເສຍຊີວິດອະມະຕະນັ້ນໄປ. ອາດາມບໍ່ສາມາດຖ່າຍທອດສິ່ງທີ່ຕົນເອງບໍ່ມີໃຫ້ແກ່ລູກຫຼານຂອງຕົນໄດ້; ຫຼັງຈາກມະນຸດສະໂລກຕົກສູ່ຄວາມບາບ, ມີສິ່ງດຽວທີ່ໃຫ້ພວກເຂົາມີຄວາມຫວັງ ນັ້ນຄືການສິ້ນພຣະຊົນຂອງພຣະບຸດຂອງພຣະເຈົ້າທີ່ໃຫ້ມະນຸດມີໂອກາດໄດ້ຮັບຊີວິດອັນບໍ່ຮູ້ຈັກຕາຍອີກຄັ້ງ. “ຄວາມຕາຍ…ໄດ້ລາມໄປເຖິງມະນຸດທຸກຄົນ ເພາະວ່າທຸກຄົນໄດ້ເຮັດບາບ.” ແຕ່ພຣະຄຣິສ “ໄດ້ນຳຊີວິດ ແລະ ຄວາມເປັນອະມະຕະມາສູ່ຄວາມສະຫວ່າງຜ່ານທາງຂ່າວປະເສີດ.” (ໂຣມ 5:12; 2 ຕີໂມທຽວ 1:10 LCV). ມະນຸດຈະໄດ້ຮັບຄວາມເປັນອະມະຕະໄດ້ ກໍໂດຍຜ່ານພຣະຄຣິສເທົ່ານັ້ນ. ພຣະເຢຊູຊົງກ່າວວ່າ: “ຜູ້ໃດທີ່ເຊື່ອໃນພຣະບຸດກໍມີຊີວິດນິຣັນດອນ, ແຕ່ຜູ້ໃດທີ່ບໍ່ຍອມຮັບພຣະບຸດ ກໍຈະບໍ່ໄດ້ຊີວິດນິຣັນດອນ.” (ໂຢຮັນ 3:36 LCV). ທຸກຄົນສາມາດໄດ້ຮັບພຣະພອນອັນລ້ຳຄ່ານີ້ ຖ້າພວກເຂົາຍິນດີປະຕິບັດຕາມເງື່ອນໄຂ. ທຸກຄົນ “ທີ່ບໍ່ທໍ້ຖອຍໃນການເຮັດຄວາມດີ ຄືຄົນທີ່ສະແຫວງຫາສະຫງ່າຣາສີ, ກຽດຕິຍົດ ແລະ ຊີວິດທີ່ຕາຍບໍ່ເປັນນັ້ນ, ພຣະອົງກໍຈະໃຫ້ຊີວິດນິຣັນດອນແກ່ພວກເຂົາ.” (ໂຣມ 2:7 LCV). {GC 533.1}

ການຫຼອກລວງ

ມີແຕ່ຊາຕານຈອມຫຼອກລວງຜູ້ດຽວເທົ່ານັ້ນທີ່ສັນຍາກັບອາດາມວ່າ ຈະມີຊີວິດໂດຍຜ່ານການບໍ່ເຊື່ອຟັງ. ຄຳປະກາດຂອງງູໃນສວນເອເດນທີ່ເວົ້າກັບເອວາວ່າ “ເຈົ້າຈະບໍ່ຕາຍ” ເປັນການເທດສະໜາຄັ້ງທຳອິດທີ່ສອນວ່າ ຈິດວິນຍານເປັນອະມະຕະ. ເຖິງແມ່ນວ່າຄຳປະກາດນີ້ອີງໃສ່ຄຳອ້າງຂອງຊາຕານເທົ່ານັ້ນ, ແຕ່ກໍຖືກນຳມາປະກອບຄຳເທດສະໜາຕາມຄຣິສຕະຈັກຕ່າງໆທົ່ວໂລກ ແລະ ຄົນສ່ວນໃຫຍ່ກໍຮັບເອົາມັນຢ່າງງ່າຍດາຍ ເໝືອນກັບທີ່ບັນພະບຸລຸດຄູ່ທຳອິດຂອງພວກເຮົາໄດ້ຮັບນັ້ນ. ຜູ້ເທດສະໜາໄດ້ປ່ຽນພຣະຄຳຂອງພຣະເຈົ້າຈາກ “ຄົນທີ່ເຮັດບາບຈະຕ້ອງຕາຍ” (ເອເຊກຽນ 18:20 THSV) ມາເປັນ ‘ຜູ້ທີ່ເຮັດບາບຈະບໍ່ຕາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ.’ ພວກເຮົາຕ້ອງອັດສະຈັນໃຈໃນຄວາມງົມງວາຍອັນແປກປະຫຼາດນີ້ ທີ່ເຮັດໃຫ້ມະນຸດເຊື່ອຄຳເວົ້າຂອງຊາຕານຢ່າງງ່າຍດາຍ ແຕ່ກັບບໍ່ຍອມເຊື່ອພຣະຄຳຂອງພຣະເຈົ້າ. {GC 533.2}

ຫຼັງຈາກທີ່ມະນຸດເຮັດບາບ, ຖ້າພວກເຂົາໄດ້ຮັບອະນຸຍາດໃຫ້ເຂົ້າຫາຕົ້ນໄມ້ແຫ່ງຊີວິດໄດ້ຢ່າງອິດສະຫຼະ ພວກເຂົາກໍຈະມີຊີວິດຕະຫຼອດໄປ ແລະ ຄວາມບາບກໍຈະກາຍເປັນສິ່ງທີ່ອະມະຕະ. ແຕ່ມີເຄຣຸບ ແລະ ດາບເພີງ “ປ້ອງກັນບໍ່ໃຫ້ເຂົ້າໄປໃກ້ຕົ້ນໄມ້ແຫ່ງຊີວິດນັ້ນ.” (ປະຖົມມະການ 3:24). ບໍ່ມີຜູ້ໃດໃນເຊື້ອສາຍຂອງອາດາມໄດ້ຮັບອະນຸຍາດໃຫ້ຜ່ານດ່ານນັ້ນໄປກິນໝາກໄມ້ທີ່ໃຫ້ຊີວິດ; ສະນັ້ນ, ຈຶ່ງບໍ່ມີຄົນບາບຜູ້ໃດທີ່ເປັນອະມະຕະ. {GC 533.3}

ຫຼັງຈາກມະນຸດຕົກສູ່ຄວາມບາບ, ຊາຕານໄດ້ສັ່ງໃຫ້ພວກທູດຂອງມັນພະຍາຍາມເປັນພິເສດທີ່ຈະປູກຝັງຄວາມເຊື່ອວ່າ ມະນຸດມີຊີວິດອະມະຕະຕາມທຳມະຊາດ. ເມື່ອມະນຸດຫຼົງເຊື່ອຄຳສອນຜິດດັ່ງກ່າວແລ້ວ, ພວກທູດຂອງຊາຕານກໍສືບຕໍ່ຊັກນຳພວກເຂົາໃຫ້ເຂົ້າໃຈຜິດວ່າ ຄົນບາບຈະມີຊີວິດຢູ່ໃນຄວາມທຸກທໍລະມານຕະຫຼອດໄປ. ຈາກນັ້ນ, ເຈົ້າແຫ່ງຄວາມມືດກໍເຮັດວຽກຜ່ານຕົວແທນຂອງມັນ ເພື່ອໃຫ້ມະນຸດເຂົ້າໃຈຜິດວ່າພຣະເຈົ້າເປັນຈອມຜະເດັດການຜູ້ໂຫດຮ້າຍ. ມັນປະກາດວ່າ ພຣະອົງຈະໂຍນທຸກຄົນທີ່ບໍ່ເຮັດໃຫ້ພຣະອົງພໍພຣະໄທລົງນະຣົກ ແລະ ເຮັດໃຫ້ພວກເຂົາໄດ້ຮັບຄວາມໂກດຮ້າຍຂອງພຣະອົງຢູ່ຕະຫຼອດການ. ຊາຕານຕົວະວ່າ ພຣະຜູ້ສ້າງຂອງພວກເຂົາກໍຈະເບິ່ງລົງມາດ້ວຍຄວາມພໍພຣະໄທ ໃນຂະນະທີ່ເຫັນພວກເຂົາກຳລັງທົນທຸກທໍລະມານຢ່າງແສນສາຫັດ ແລະ ດິ້ນທຸລົນທຸລາຍຢູ່ໃນແປວໄຟອັນຕະຫຼອດໄປເປັນນິດ. {GC 534.1}

ດ້ວຍວິທີນີ້, ຊາຕານຈຶ່ງເອົາລັກສະນະຂອງຕົນໄປປ້າຍສີໃສ່ພຣະຜູ້ສ້າງຜູ້ຊົງອວຍພອນແກ່ມະນຸດຊາດ. ຄວາມໂຫດຮ້າຍທາລຸນແມ່ນລັກສະນະຂອງຊາຕານ, ແຕ່ພຣະເຈົ້າຊົງເປັນຄວາມຮັກ ແລະ ທຸກສິ່ງທີ່ພຣະອົງຊົງສ້າງນັ້ນສະອາດບໍຣິສຸດ ແລະ ໜ້າຮັກ ຈົນກະທັ້ງຊາຕານກະບົດ ແລະ ນຳຄວາມບາບເຂົ້າມາ. ຊາຕານເອງເປັນສັດຕູຜູ້ລໍ້ລວງມະນຸດໃຫ້ເຮັດບາບ; ຈາກນັ້ນ, ກໍທຳລາຍພວກເຂົາເມື່ອມັນສາມາດເຮັດໄດ້. ເມື່ອເຫຍື່ອຢູ່ໃນກຳມືຂອງມັນຢ່າງແນ່ນອນແລ້ວ ມັນກໍດີໃຈກັບຄວາມຈິບຫາຍທີ່ມັນສ້າງຂຶ້ນ. ຖ້າມັນໄດ້ຮັບອະນຸຍາດ, ມັນຈະກວາດຕ້ອນມະນຸດທັງປວງເຂົ້າໄປໃນບ່ວງແຮ້ວຂອງມັນ. ຖ້າບໍ່ແມ່ນຍ້ອນຄວາມຊ່ວຍເຫຼືອຈາກພຣະເຈົ້າຜູ້ຊົງຣິດອຳນາດສູງສຸດແລ້ວ ຈະບໍ່ມີເຊື້ອສາຍຂອງອາດາມລອດພົ້ນໄດ້ແມ່ນແຕ່ຜູ້ດຽວ. {GC 534.2}

ຊາຕານກຳລັງພະຍາຍາມເອົາຊະນະມະນຸດໃນປັດຈຸບັນ ເຊັ່ນດຽວກັນກັບທີ່ມັນໄດ້ເອົາຊະນະບັນພະບຸລຸດຄູ່ທຳອິດຂອງພວກເຮົາ. ມັນເຮັດໃຫ້ຄວາມເຊື່ອໝັ້ນຂອງພວກເຂົາໃນພຣະຜູ້ສ້າງສັ່ນຄອນ ແລະ ນຳພາພວກເຂົາໃຫ້ສົງໄສໃນການປົກຄອງຂອງພຣະເຈົ້າ ພ້ອມດ້ວຍຄວາມຍຸຕິທຳແຫ່ງພຣະບັນຍັດຂອງພຣະອົງ. ຊາຕານກັບພວກຂອງມັນພະຍາຍາມໃຫ້ຄົນເຫັນວ່າພຣະເຈົ້າຊົ່ວຮ້າຍຍິ່ງກວ່າພວກມັນອີກ ເພື່ອມັນຈະໄດ້ອ້າງເຫດຜົນຂອງການເຮັດຊົ່ວ ແລະ ການກະບົດຂອງມັນ. ຊາຕານພະຍາຍາມໂຍນຄວາມໂຫດຮ້າຍທາລຸນ ອັນເປັນລັກສະນະຂອງຕົນເອງໄປໃສ່ພຣະບິດາຂອງພວກເຮົາເທິງສະຫວັນ ເພື່ອໃຫ້ຕົນເບິ່ງຄືເປັນຜູ້ບໍຣິສຸດ. ຈອມຫຼອກລວງອ້າງວ່າ ມັນຖືກຂັບໄລ່ອອກຈາກສະຫວັນຢ່າງບໍ່ເປັນທຳ ຍ້ອນວ່າມັນບໍ່ຍອມຂຶ້ນຢູ່ກັບພຣະເຈົ້າ ເພາະມັນຖືວ່າພຣະອົງຊົງປົກຄອງສະຫວັນໂດຍບໍ່ມີຄວາມຍຸຕິທຳ. ມັນຊີ້ໃຫ້ຄົນທັງໂລກເຫັນວ່າ ການຢູ່ໃຕ້ອຳນາດອັນອ່ອນໂຍນຂອງມັນ ດີກວ່າການຕົກເປັນທາດພາຍໃຕ້ກົດອັນເຂັ້ມງວດຂອງພຣະເຢໂຮວາ. ດ້ວຍວິທີນີ້, ມັນຈຶ່ງປະສົບຜົນສຳເລັດໃນການຫຼອກລໍ້ຫຼາຍຄົນ ໃຫ້ປະຖິ້ມຄວາມຈົງຮັກພັກດີຕໍ່ພຣະເຈົ້າ. {GC 534.3}

ຫຼັກຄຳສອນທີ່ວ່າ ຄົນຊົ່ວຮ້າຍທີ່ຕາຍໄປຈະຖືກທໍລະມານດ້ວຍໄຟ ແລະ ມາດກຳມະຖັນໃນຂຸມນະຣົກທີ່ລຸກໄໝ້ຢູ່ຕະຫຼອດໄປເປັນນິດນັ້ນ ຂັດແຍ້ງກັບຄວາມຮູ້ສຶກຂອງຄວາມຮັກ, ຄວາມເມດຕາ ແລະ ຄວາມຍຸຕິທຳຂອງພວກເຮົາຫຼາຍທີ່ສຸດ. ຄວາມເຊື່ອທີ່ວ່າ ຄົນບາບຈະຕ້ອງທົນທຸກທໍລະມານຕະຫຼອດໄປຕາບເທົ່າຊີວິດຂອງພຣະເຈົ້າ ຍ້ອນຄວາມບາບທີ່ກະທຳໃນຊີວິດອັນສັ້ນໆນັ້ນເປັນເລື່ອງທີ່ໜ້າລັງກຽດຢ່າງຍິ່ງ. ເຖິງຢ່າງໃດກໍຕາມ, ເລື່ອງນີ້ກໍຍັງຖືກສອນຢ່າງກວ້າງຂວາງ ແລະ ຍັງຄົງເປັນສ່ວນໜຶ່ງຂອງຫຼັກຂໍ້ເຊື່ອຂອງຄຣິສຕະຈັກຫຼາຍຄະນະນິກາຍ. ອາຈານຜູ້ຊົງຄວາມຮູ້ທ່ານໜຶ່ງກ່າວວ່າ: “ການເຫັນຄົນອະທຳທົນທຸກທໍລະມານໃນຂຸມນະຣົກ ຈະເພີ່ມຄວາມສຸກຂອງເຫຼົ່າໄພ່ພົນຂອງພຣະເຈົ້າຕະຫຼອດໄປ. ເມື່ອຄົນຊອບທຳໄດ້ເຫັນຄົນອື່ນທີ່ເກີດມາເປັນມະນຸດ ແລະ ມີສະພາບແວດລ້ອມຄືກັນກັບພວກເຂົາ ແຕ່ພັດຖືກຈົມລົງໄປໃນຄວາມທຸກທໍລະມານເຊັ່ນນັ້ນ ໃນຂະນະທີ່ຕົນໄດ້ຮັບການຊົງເລືອກ, ສິ່ງນີ້ຈະເຮັດໃຫ້ພວກເຂົາຮູ້ສຶກເຖິງຄວາມສຸກຂອງຕົນ.” ອາຈານອີກຄົນໜຶ່ງໄດ້ກ່າວວ່າ: “ໃນຂະນະທີ່ຄຳພິພາກສາລົງໂທດກຳລັງຖືກປະຕິບັດຕໍ່ຄົນທີ່ຕ້ອງຮັບຄວາມໂກດຮ້າຍຂອງພຣະເຈົ້າ, ຄວັນແຫ່ງຄວາມທໍລະມານຂອງພວກເຂົາ ຈະລອຍຂຶ້ນຕໍ່ໜ້າຄົນທີ່ໄດ້ຮັບພຣະເມດຕາຕະຫຼອດໄປ. ແທນທີ່ຈະສົງສານເຫັນອົກເຫັນໃຈຄົນທີ່ກຳລັງທົນທຸກເຫຼົ່ານັ້ນ, ພວກເຂົາກໍຈະຮ້ອງຂຶ້ນວ່າ, ‘ອາແມນ, ຮາເລລູຢາ! ຈົ່ງສັນລະເສີນພຣະຜູ້ເປັນເຈົ້າ!’” {GC 535.1}

ຄຳສອນແບບນີ້ຢູ່ໃສໃນພຣະຄຳຂອງພຣະເຈົ້າ? ເປັນໄປໄດ້ບໍວ່າ ຜູ້ທີ່ໄດ້ຮັບຄວາມລອດພົ້ນໃນສະຫວັນ ຈະສູນເສຍຄວາມຮູ້ສຶກເມດຕາສົງສານ ຈົນແມ່ນແຕ່ຄວາມຮູ້ສຶກອັນເປັນພື້ນຖານຂອງມະນຸດກໍບໍ່ເຫຼືອເລີຍ? ສິ່ງເຫຼົ່ານີ້ຈະຖືກປ່ຽນເປັນຄວາມເມີນເສີຍຂອງຄົນໃຈແຂງກະດ້າງ ຫຼື ຄວາມໂຫດຮ້າຍຂອງຄົນປ່າເຖື່ອນຈັ່ງຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ, ບໍ່ແມ່ນແນ່ນອນ, ພຣະຄຳຂອງພຣະເຈົ້າບໍ່ໄດ້ສອນແນວນັ້ນ. ຜູ້ທີ່ສະເໜີແນວຄິດໃນຂໍ້ຄວາມທີ່ຍົກມາຂ້າງເທິງນັ້ນອາດເປັນນັກວິຊາການ ແລະ ເປັນຄົນຈິງໃຈ ແຕ່ພວກເຂົາຖືກຫຼອກລວງດ້ວຍກົນອຸບາຍຂອງຊາຕານ. ມັນນຳພາໃຫ້ພວກເຂົາບິດເບືອນຂໍ້ພຣະຄຳພີທີ່ຟັງຍາກ ໂດຍໃຊ້ຖ້ອຍຄຳທີ່ແຝງຄວາມຂົມຂື່ນ ແລະ ຄວາມອາຄາດປອງຮ້າຍ ອັນເປັນລັກສະນະຂອງມັນເອງ ບໍ່ແມ່ນຂອງພຣະຜູ້ສ້າງຂອງພວກເຮົາ. “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາມີຊີວິດຢູ່ຢ່າງແນ່ແທ້ ເຮົາຈະບໍ່ດີໃຈເມື່ອເຫັນຄົນບາບຜູ້ໜຶ່ງຕາຍໄປ. ເຮົາຈະດີໃຈຫຼາຍກວ່າ ເມື່ອເຫັນລາວເຊົາເຮັດບາບ ແລະ ມີຊີວິດຢູ່…ຈົ່ງເຊົາເຮັດການຊົ່ວຮ້າຍທີ່ພວກເຈົ້າກຳລັງເຮັດຢູ່ນັ້ນສາ. ເປັນຫຍັງພວກເຈົ້າຈຶ່ງຢາກຕາຍ?’” (ເອເຊກຽນ 33:11). {GC 535.2}

ພຣະເຈົ້າຈະໄດ້ຫຍັງ ຖ້າພວກເຮົາເຊື່ອວ່າພຣະອົງຊົງຍິນດີທີ່ຈະເຫັນການທໍລະມານອັນບໍ່ມີວັນສິ້ນສຸດ ແລະ ຊົງພໍພຣະໄທກັບສຽງຮ້ອງຄວນຄາງ ແລະ ຄຳສາບແຊ່ງຂອງຜູ້ທີ່ພຣະອົງຊົງຂັງໄວ້ໃນແປວໄຟນະຣົກ? ສຽງອັນໜ້າຢ້ານເຫຼົ່ານີ້ຈະເປັນດັ່ງດົນຕີອັນໜ້າຟັງໃນຫູຂອງພຣະເຈົ້າ ຜູ້ຊົງເປັນຄວາມຮັກອັນບໍ່ມີຂອບເຂດຈຳກັດໄດ້ບໍ? ມີຄົນອ້າງວ່າ ການລົງໂທດຄົນຊົ່ວຕະຫຼອດນິຣັນຈະສະແດງໃຫ້ເຫັນວ່າ ພຣະເຈົ້າຊົງກຽດຊັງຄວາມບາບທີ່ທຳລາຍສັນຕິສຸກ ແລະ ຄວາມເປັນລະບຽບຂອງຈັກກະວານຫຼາຍພຽງໃດ. ໂອ້ ຊ່າງເປັນການໝິ່ນປະໝາດທີ່ໜ້າຢ້ານທີ່ສຸດ! ຄຳສອນຂອງພວກເຂົາເໝືອນດັ່ງວ່າ ການທີ່ພຣະເຈົ້າຊົງກຽດຊັງຄວາມບາບ ເປັນເຫດໃຫ້ພຣະອົງຕ້ອງຮັກສາຄວາມບາບເຫຼົ່ານັ້ນໄວ້ຕະຫຼອດໄປ. ຕາມຄຳສອນຂອງນັກສາສະໜາສາດເຫຼົ່ານີ້ ການທໍລະມານທີ່ບໍ່ມີວັນສິ້ນສຸດ ໂດຍປາສະຈາກຄວາມຫວັງໃນພຣະກະລຸນາ ເຮັດໃຫ້ເຫຍື່ອຜູ້ທຸກທໍລະມານເປັນບ້າ ຈົນພວກເຂົາຈະລະບາຍຄວາມແຄ້ນດ້ວຍການສາບແຊ່ງ ແລະ ການໝິ່ນປະໝາດ ເຊິ່ງເທົ່າກັບເປັນການເພີ່ມພູນຄວາມຜິດບາບຂອງພວກເຂົາຂຶ້ນເລື້ອຍໆ. ແຕ່ແທ້ຈິງແລ້ວ ພຣະເຈົ້າບໍ່ໄດ້ຮັບສະຫງ່າຣາສີເພີ່ມຂຶ້ນ ດ້ວຍການຍອມໃຫ້ຄວາມບາບເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງຕະຫຼອດຊົ່ວນິຣັນ ຕາມທີ່ຄົນທົ່ວໄປເຂົ້າໃຈຜິດ. {GC 536.1}

ຄຳສອນຜິດເລື່ອງນະຣົກ

ສະຕິປັນຍາອັນຈຳກັດຂອງມະນຸດ ບໍ່ສາມາດປະເມີນຄວາມຊົ່ວຮ້າຍທີ່ເກີດຈາກຄຳສອນຜິດເລື່ອງການທໍລະມານຄົນຊົ່ວຕະຫຼອດນິຣັນໄດ້. ຄຳສອນໃນພຣະຄຳພີທີ່ເຕັມໄປດ້ວຍຄວາມຮັກ, ຄວາມດີງາມ ແລະ ຄວາມເມດຕາອັນລົ້ນເຫຼືອ ກັບຖືກເຮັດໃຫ້ມືດມົນດ້ວຍຄວາມງົມງວາຍ ແລະ ຖືກປົກຄຸມດ້ວຍຄວາມຢ້ານກົວ. ເມື່ອພວກເຮົາພິຈາລະນາເຖິງພາບພົດທີ່ຊາຕານປ້າຍສີກ່ຽວກັບພຣະລັກສະນະຂອງພຣະເຈົ້າ, ພວກເຮົາຈະບໍ່ແປກໃຈທີ່ຄົນພາກັນຢ້ານກົວ ແລະ ກຽດຊັງພຣະຜູ້ສ້າງຂອງພວກເຮົາຜູ້ຊົງເມດຕາກະລຸນາ. ພາບພົດອັນໜ້າຢ້ານກ່ຽວກັບພຣະເຈົ້າ ໄດ້ແຜ່ກະຈາຍໄປທົ່ວໂລກຈາກຄຳເທດສະໜາໃນເລື່ອງດັ່ງກ່າວ ເຮັດໃຫ້ຄົນນັບພັນນັບລ້ານປະຕິເສດພຣະເຈົ້າ ແລະ ບໍ່ຍອມເຊື່ອໃນພຣະອົງ. {GC 536.2}

ທິດສະດີເລື່ອງການທໍລະມານຄົນບາບຕະຫຼອດນິຣັນເປັນໜຶ່ງໃນຫຼັກຄຳສອນທຽມເທັດ ທີ່ປະກອບຂຶ້ນເປັນເຫຼົ້າແວງແຫ່ງຄວາມໜ້າສະອິດສະອຽນຂອງບາບີໂລນ ທີ່ນາງໃຫ້ທຸກຊົນຊາດດື່ມນັ້ນ. (ເບິ່ງ ພຣະນິມິດ 14:8; 17:2). ເປັນເລື່ອງທີ່ເຂົ້າໃຈຍາກແທ້ໆ ທີ່ບັນດາຜູ້ຮັບໃຊ້ຂອງພຣະຄຣິສໄດ້ຍອມຮັບຄຳສອນຜິດນີ້ ແລະ ນຳໄປເທດສະໜາໃນໂບດ. ພວກເຂົາໄດ້ຮັບທິດສະດີດັ່ງກ່າວມາຈາກຄຣິສຕະຈັກໂຣມ ເຊັ່ນດຽວກັບທີ່ໄດ້ຮັບຄຳສອນເລື່ອງວັນສະບາໂຕປອມ. ເຖິງແມ່ນວ່າ ມັນໄດ້ຖືກສອນໂດຍຄົນດີ ແລະ ຄົນມີຊື່ສຽງກໍຕາມ ແຕ່ຄວາມສະຫວ່າງໃນເລື່ອງນີ້ຍັງບໍ່ທັນມາເຖິງພວກເຂົາເໝືອນດັ່ງທີ່ມັນໄດ້ມາເຖິງພວກເຮົາ. ພວກເຂົາຕ້ອງຮັບຜິດຊອບຕໍ່ຄວາມສະຫວ່າງທີ່ສ່ອງມາໃນສະໄໝຂອງພວກເຂົາເທົ່ານັ້ນ; ສ່ວນພວກເຮົາຕ້ອງຮັບຜິດຊອບຕໍ່ຄວາມສະຫວ່າງທີ່ສ່ອງມາໃນສະໄໝຂອງພວກເຮົາ. ຖ້າພວກເຮົາຫັນໜີຈາກຫຼັກຖານໃນພຣະຄຳຂອງພຣະເຈົ້າ ແລະ ຍອມຮັບຄຳສອນປອມ ເພາະບັນພະບຸລຸດຂອງພວກເຮົາສອນ, ກໍຈະເທົ່າກັບເປັນການດື່ມເຫຼົ້າອະງຸ່ນແຫ່ງຄວາມໜ້າກຽດຊັງຂອງບາບີໂລນ ແລະ ຈະເປັນເຫດໃຫ້ພວກເຮົາຕ້ອງຕົກຢູ່ພາຍໃຕ້ຄຳຕັດສິນລົງໂທດທີ່ປະກາດຕໍ່ບາບີໂລນ. {GC 536.3}

ຄຳສອນຜິດເລື່ອງມະນຸດທຸກຄົນຈະລອດ

ຫຼາຍຄົນທີ່ກຽດຊັງຫຼັກຄຳສອນເລື່ອງການທໍລະມານຄົນບາບຕະຫຼອດນິຣັນນັ້ນ ກໍໄດ້ຫັນໄປເຊື່ອຄຳສອນຜິດທີ່ກົງກັນຂ້າມ. ພວກເຂົາເຫັນວ່າ ພຣະຄຳພີສອນວ່າພຣະເຈົ້າຊົງເປັນພຣະເຈົ້າແຫ່ງຄວາມຮັກ ແລະ ຄວາມເມດຕາ ແລະບໍ່ສາມາດເຊື່ອວ່າພຣະອົງຈະໂຍນຜູ້ທີ່ພຣະອົງຊົງສ້າງ ເຂົ້າໄປໃນໄຟນະຣົກທີ່ໄໝ້ຢູ່ຕະຫຼອດໄປເປັນນິດ. ແຕ່ເມື່ອເຊື່ອວ່າຈິດວິນຍານເປັນອະມະຕະໂດຍທຳມະຊາດ, ພວກເຂົາຈຶ່ງບໍ່ເຫັນທາງເລືອກອື່ນ ນອກຈາກຈະສະຫຼຸບວ່າ ມະນຸດທຸກຄົນຈະໄດ້ຮັບຄວາມລອດພົ້ນໃນທີ່ສຸດ. ຫຼາຍຄົນຖືວ່າຄຳເຕືອນໃນພຣະຄຳພີເປັນພຽງການຂົ່ມຂູ່ໄວ້ ເພື່ອໃຫ້ຄົນເຊື່ອຟັງເທົ່ານັ້ນ ແລະ ບໍ່ໄດ້ເປັນສິ່ງທີ່ຈະເກີດຂຶ້ນຈິງ. ຕາມຄຳສອນນັ້ນ, ຄົນບາບສາມາດດຳລົງຊີວິດເພື່ອຄວາມສຸກສ່ວນຕົວ ໂດຍບໍ່ເອົາໃຈໃສ່ຕໍ່ຂໍ້ກຳນົດຂອງພຣະເຈົ້າ ແຕ່ໃນຂະນະດຽວກັນຍັງຫວັງວ່າຈະເປັນທີ່ຍອມຮັບຂອງພຣະອົງໃນທີ່ສຸດ. ຫຼັກຄຳສອນແບບນີ້ອ້າງເຖິງພຣະເມດຕາຂອງພຣະເຈົ້າ ແຕ່ມອງຂ້າມຄວາມຍຸຕິທຳຂອງພຣະອົງ; ມັນສະໜອງຄວາມປາຖະໜາຂອງເນື້ອໜັງ ແລະ ເຮັດໃຫ້ຄົນອະທຳມີຄວາມກ້າຫານໃນການເຮັດຄວາມຊົ່ວຫຼາຍຂຶ້ນ. {GC 537.1}

ຜູ້ທີ່ເຊື່ອວ່າ ມະນຸດທຸກຄົນຈະໄດ້ຮັບຄວາມລອດພົ້ນໃນທີ່ສຸດນັ້ນໄດ້ບິດເບືອນພຣະຄຳພີ ເພື່ອສະໜັບສະໜູນຄຳສອນຂອງພວກເຂົາທີ່ທຳລາຍຈິດວິນຍານ ເຊິ່ງຈະເຫັນໄດ້ຢ່າງຈະແຈ້ງເມື່ອພິຈາລະນາຄຳເວົ້າຂອງພວກເຂົາເອງ. ມີຊາຍໜຸ່ມຄົນທີ່ບໍ່ມີສາສະໜາເສຍຊີວິດທັນທີຍ້ອນອຸບັດຕິເຫດ; ໃນງານສົບຂອງລາວ, ອາຈານຜູ້ໜຶ່ງທີ່ເຊື່ອວ່າມະນຸດທຸກຄົນຈະລອດພົ້ນ ໄດ້ເລືອກຂໍ້ພຣະຄຳພີກ່ຽວກັບກະສັດດາວິດມາເປັນຫົວຂໍ້ເທດສະໜາວ່າ: “ເພິ່ນໄດ້ຫາຍໂສກເສົ້າໃນເລື່ອງຂອງອຳໂນນ ດ້ວຍເຫັນວ່າລາວໄດ້ເສຍຊີວິດແລ້ວ.” (2 ຊາມູເອນ 13:39 ແປຈາກສະບັບ KJV). {GC 537.2}

ອາຈານຜູ້ນັ້ນກ່າວວ່າ, “ມີຄົນຖາມຂ້າພະເຈົ້າຢູ່ເລື້ອຍໆວ່າ ຊະຕາກຳຂອງຄົນທີ່ຈາກໂລກນີ້ໄປ ໃນຂະນະທີ່ຍັງຄາບາບຢູ່ ຈະເປັນແນວໃດ; ບາງຄົນເສຍຊີວິດໃນຂະນະທີ່ເມົາເຫຼົ້າ, ບາງຄົນເສຍຊີວິດໂດຍທີ່ຮອຍເປື້ອນອາດຊະຍາກຳຍັງບໍ່ທັນໄດ້ລ້າງອອກຈາກເສື້ອຂອງພວກເຂົາ ຫຼື ເສຍຊີວິດຄືກັບຊາຍໜຸ່ມຄົນນີ້ ຜູ້ທີ່ບໍ່ເຄີຍປະກາດຕົວວ່າມີປະສົບການແຫ່ງຄວາມເຊື່ອ ຫຼື ໄດ້ຮັບຄວາມສຸກຈາກການນັບຖືສາສະໜາ. ພວກເຮົາພໍໃຈທີ່ຈະຫາຄຳຕອບຈາກໃນພຣະຄຳພີ ເພາະພຣະຄຳພີໃຫ້ຄຳຕອບສຳລັບບັນຫາອັນໜ້າຢ້ານກົວນີ້. ອຳໂນນເປັນຄົນບາບຢ່າງຮ້າຍແຮງ, ລາວບໍ່ໄດ້ກັບໃຈໃໝ່ ແລະ ຖືກຂ້າຕາຍໃນຂະນະທີ່ເມົາເຫຼົ້າ. ສ່ວນດາວິດກໍເປັນຜູ້ເຜີຍພຣະທຳຂອງພຣະເຈົ້າ; ເພິ່ນຕ້ອງຮູ້ວ່າຫຼັງຈາກອຳໂນນຈາກໄປແລ້ວ ລາວຈະເປັນແນວໃດ. ເພິ່ນສະແດງອອກເຖິງຄວາມຮູ້ສຶກແບບໃດ? ‘ດາວິດປະສົງຈະໄປຫາອັບຊາໂລມ ເພາະເພິ່ນໄດ້ຫາຍໂສກເສົ້າໃນເລື່ອງຂອງອຳໂນນ ດ້ວຍເຫັນວ່າລາວໄດ້ເສຍຊີວິດແລ້ວ.’” (2 ຊາມູເອນ 13:39 ແປຈາກສະບັບ KJV). {GC 537.3}

“ແລ້ວພວກເຮົາຄວນສະຫຼຸບແນວໃດຈາກຖ້ອຍຄຳເຫຼົ່ານີ້? ກໍຄືດາວິດບໍ່ເຊື່ອເລື່ອງການທີ່ຄົນບາບຈະຕ້ອງຖືກທໍລະມານອັນບໍ່ຈົບສິ້ນ. ພວກເຮົາກໍເຂົ້າໃຈແນວນັ້ນເຊັ່ນກັນ; ຈາກຂໍ້ນີ້ພວກເຮົາຈຶ່ງພົບຂໍ້ໂຕ້ແຍ້ງທີ່ໜັກແໜ້ນ ທີ່ສະໜັບສະໜູນແນວຄິດທີ່ໜ້າພໍໃຈກວ່າ, ມີຄວາມສະຫວ່າງກວ່າ ແລະ ມີຄວາມເມດຕາກວ່າ ກ່ຽວກັບຄວາມບໍຣິສຸດ ແລະ ສັນຕິສຸກທີ່ມວນມະນຸດທຸກຄົນຈະໄດ້ຮັບໃນທີ່ສຸດ. ດາວິດໄດ້ຮັບການປອບປະໂລມໃຈ ເມື່ອເຫັນວ່າລູກຊາຍຂອງເພິ່ນເສຍຊີວິດໄປແລ້ວ. ເປັນຫຍັງຈຶ່ງເປັນແນວນັ້ນ? ເພາະໃນຖານະທີ່ເປັນຜູ້ເຜີຍພຣະທຳ ເພິ່ນຈຶ່ງເຫັນລ່ວງໜ້າເຖິງອະນາຄົດອັນຮຸ່ງເຮືອງ ແລະ ເຫັນວ່າລູກຊາຍຈະໄດ້ຫຼຸດພົ້ນຈາກການລໍ້ລວງທັງປວງ, ຈະໄດ້ຮັບອິດສະຫຼະຈາກຄວາມເປັນທາດ ແລະ ຄວາມເສື່ອມໂຊມຂອງຄວາມບາບ. ຫຼັງຈາກໄດ້ຮັບການຊຳລະໃຫ້ບໍຣິສຸດ ແລະ ຄວາມສະຫວ່າງພຽງພໍແລ້ວ, ລູກຊາຍຂອງເພິ່ນຈະໄດ້ເຂົ້າຮ່ວມຊົມຊື່ນຍິນດີກັບກຸ່ມວິນຍານທີ່ຂຶ້ນສະຫວັນ. ມີສິ່ງດຽວທີ່ປອບປະໂລມຈິດໃຈຂອງດາວິດ ກໍຄືການທີ່ລູກຊາຍຜູ້ເປັນທີ່ຮັກແພງຂອງເພິ່ນ ໄດ້ຫຼຸດພົ້ນຈາກສະພາບປັດຈຸບັນທີ່ເຕັມໄປດ້ວຍຄວາມບາບ ແລະ ຄວາມທຸກທໍລະມານ, ແລະໄດ້ໄປສູ່ບ່ອນທີ່ຈະໄດ້ຮັບການຫົດສົງດ້ວຍພຣະວິນຍານບໍຣິສຸດ ເພື່ອໃຫ້ຈິດວິນຍານອັນມືດດຳຂອງລາວໄດ້ເຂົ້າສູ່ຄວາມສະຫວ່າງ. ທີ່ນັ້ນພຣະເຈົ້າຈະຊົງເປີດເຜີຍໃຫ້ລາວຮູ້ປັນຍາແຫ່ງສະຫວັນ ແລະ ຄວາມຊົມຊື່ນຍິນດີແຫ່ງຄວາມຮັກນິຣັນ. ດັ່ງນັ້ນ, ລາວຈຶ່ງຈະໄດ້ຮັບທຳມະຊາດໃໝ່ ອັນບໍຣິສຸດຜຸດຜ່ອງ ເພື່ອຈະໄດ້ພັກຜ່ອນຢ່າງມ່ວນຊື່ນ ແລະ ຢູ່ຮ່ວມຍິນດີກັບຜູ້ອື່ນໃນມໍລະດົກແຫ່ງສະຫວັນ.” {GC 538.1}

“ຕາມແນວຄິດນີ້, ພວກເຮົາຈຶ່ງເຊື່ອວ່າຄວາມລອດພົ້ນໃນສະຫວັນ ບໍ່ຂຶ້ນກັບສິ່ງໃດທີ່ພວກເຮົາສາມາດເຮັດໃນຊີວິດນີ້, ບໍ່ວ່າຈະເປັນການປ່ຽນແປງຈິດໃຈໃນປັດຈຸບັນ, ຄວາມເຊື່ອຖືໃນປັດຈຸບັນ ຫຼື ການປະກາດຕົນເປັນຜູ້ຮັບເຊື່ອໃນສາສະໜາໃນປັດຈຸບັນ.” {GC 538.2}

ດັ່ງນັ້ນ, ຜູ້ທີ່ອ້າງຕົນເປັນອາຈານສອນພຣະຄຳຂອງພຣະຄຣິສ ກໍນຳເອົາຄຳຂີ້ຕົວະທີ່ງູໄດ້ກ່າວໃນສວນເອເດນມາກ່າວອີກຄັ້ງວ່າ: “ເຈົ້າຈະບໍ່ຕາຍແນ່” ແລະ “ເຈົ້າກິນໝາກໄມ້ນັ້ນວັນໃດ ຕາຂອງເຈົ້າຈະສະຫວ່າງຂຶ້ນວັນນັ້ນ ແລະ ເຈົ້າຈະເປັນເໝືອນພຣະ.” (ປະຖົມມະການ 3:5 TKJV). ອາຈານຜູ້ນັ້ນປະກາດວ່າ ຄົນບາບທີ່ຊົ່ວຮ້າຍທີ່ສຸດ ແມ່ນແຕ່ຄາຕະກອນ, ໂຈນຂີ້ລັກ ແລະ ຄົນຫຼິ້ນຊູ້ ເມື່ອຕາຍໄປແລ້ວຈະໄດ້ເຂົ້າສູ່ຄວາມສຸກອັນບໍ່ຮູ້ຈັກຕາຍ. {GC 538.3}

ແລ້ວຜູ້ບິດເບືອນພຣະຄຳຂອງພຣະເຈົ້າຜູ້ນີ້ ໄດ້ຂໍ້ສະຫຼຸບມາຈາກໃສ? ກໍຈາກປະໂຫຍກດຽວ ທີ່ກ່າວເຖິງການທີ່ດາວິດຍອມຮັບເຖິງການຊົງນຳຂອງພຣະເຈົ້າ. “ດາວິດປະສົງຈະໄປຫາອັບຊາໂລມ ເພາະເພິ່ນໄດ້ຫາຍໂສກເສົ້າໃນເລື່ອງຂອງອຳໂນນ ດ້ວຍເຫັນວ່າ ລາວໄດ້ເສຍຊີວິດແລ້ວ.” (2 ຊາມູເອນ 13:39 ແປຈາກສະບັບ KJV). ເມື່ອເວລາຜ່ານໄປ ຄວາມໂສກເສົ້າອັນຂົມຂື່ນນັ້ນໄດ້ຈາງລົງ, ຄວາມຄິດຈິດໃຈຂອງດາວິດຈຶ່ງປ່ຽນຈາກລູກຊາຍທີ່ຕາຍໄປແລ້ວມາຫາລູກຊາຍທີ່ຍັງມີຊີວິດຢູ່ ຜູ້ທີ່ໄດ້ໜີໄປເພາະຢ້ານວ່າຈະຖືກລົງໂທດຕາມກະບວນຄວາມຍຸຕິທຳ ຍ້ອນອາດຊະຍາກຳຂອງຕົນ. ແລ້ວນີ້ຄືຫຼັກຖານທີ່ອາຈານຜູ້ນັ້ນໃຊ້ເພື່ອອ້າງວ່າ ອຳໂນນຜູ້ຂີ້ເຫຼົ້າ ແລະ ຂົ່ມຂືນນ້ອງສາວນັ້ນ ເມື່ອຕາຍໄປກໍໄດ້ຖືກນຳໄປຢູ່ສະຫວັນວິມານທັນທີ ເພື່ອຈະໄດ້ຮັບການຊຳລະໃຫ້ພ້ອມສຳລັບການຢູ່ຮ່ວມກັບເຫຼົ່າທູດສະຫວັນບໍຣິສຸດ! ແທ້ຈິງແລ້ວ, ນີ້ແມ່ນນິຍາຍທີ່ສະໜອງຄວາມປາຖະໜາຂອງເນື້ອໜັງ! ນີ້ແມ່ນຄຳສອນຂອງຊາຕານເອງ ແລະ ເປັນເລື່ອງທີ່ຊ່ວຍໃຫ້ວຽກງານຂອງມັນສຳເລັດຢ່າງໄດ້ຜົນ. ເມື່ອມີຄຳສອນໃນລັກສະນະເຊັ່ນນີ້ແລ້ວ ມັນບໍ່ໜ້າແປກໃຈທີ່ຄວາມຊົ່ວຮ້າຍຈຶ່ງເພີ່ມທະວີຂຶ້ນ. {GC 538.4}

ຄຳເທດສະໜາຂອງອາຈານຜູ້ສອນຜິດຄົນນີ້ ສະແດງໃຫ້ເຫັນເຖິງຄຳສອນເທັດຂອງອາຈານຄົນອື່ນອີກຫຼາຍຄົນ. ພວກເຂົາເລືອກເອົາຂໍ້ພຣະຄຳພີສອງສາມຂໍ້ອອກຈາກເນື້ອຄວາມເດີມຂອງມັນ, ເຊິ່ງສ່ວນຫຼາຍຖ້າພຽງແຕ່ອ່ານຂໍ້ຄວາມໃຫ້ຄົບຖ້ວນ ກໍຈະເຫັນວ່າຄວາມໝາຍທີ່ແທ້ຈິງນັ້ນ ກົງກັນຂ້າມກັບການຕີຄວາມຂອງພວກເຂົາ. ຂໍ້ພຣະຄຳທີ່ຖືກແຍກອອກຈາກເນື້ອຄວາມຂອງມັນກໍຖືກບິດເບືອນ ແລະ ນຳໄປໃຊ້ເປັນຫຼັກຖານພິສູດຄຳສອນທີ່ບໍ່ມີພື້ນຖານໃນພຣະຄຳຂອງພຣະເຈົ້າ. ຂໍ້ພຣະຄຳພີທີ່ອ້າງເປັນຫຼັກຖານວ່າອຳໂນນຜູ້ເປັນຂີ້ເຫຼົ້ານັ້ນຢູ່ໃນສະຫວັນ ເປັນພຽງແຕ່ການຄາດເດົາເທົ່ານັ້ນ, ແຕ່ມັນຂັດກັບຂໍ້ຄວາມໃນພຣະຄຳພີທີ່ກ່າວຢ່າງແຈ່ມແຈ້ງວ່າ ຄົນຂີ້ເຫຼົ້າຈະບໍ່ໄດ້ຮັບອານາຈັກຂອງພຣະເຈົ້າເປັນມໍລະດົກ. (ເບິ່ງ 1 ໂກຣິນໂທ 6:10). ດ້ວຍວິທີນີ້ພວກຄົນທີ່ມັກສົງໄສ, ບໍ່ເຊື່ອ ແລະ ບໍ່ຍອມຮັບຄວາມຈິງ ກໍປ່ຽນຄວາມຈິງໃຫ້ເປັນຄວາມເທັດ. ຄົນຈຳນວນຫຼວງຫຼາຍຖືກຫຼອກລວງດ້ວຍຄຳສອນທີ່ແຍບຍົນຂອງພວກເຂົາ ແລະ ຖືກກ່ອມໃຫ້ຫຼັບໄຫຼ ໂດຍຄິດເອົາເອງວ່າຕົນປອດໄພໃນຂະນະທີ່ປະພຶດຕາມເນື້ອໜັງ. {GC 539.1}

ຖ້າມະນຸດມີດວງວິນຍານທີ່ໄປສູ່ສະຫວັນທັນທີເມື່ອຕາຍ, ພວກເຮົາກໍຄົງປາຖະໜາຄວາມຕາຍຫຼາຍກວ່າການມີຊີວິດ. ຫຼາຍຄົນເຖິງກັບຄິດສັ້ນຍ້ອນວ່າມີຄວາມເຊື່ອແບບນີ້. ເມື່ອບັນຫາລຸກລາມກະໂຈມເຂົ້າມາ ແລະ ຊີວິດເຕັມໄປດ້ວຍຄວາມສັບສົນ ແລະ ຄວາມຜິດຫວັງ, ພວກເຂົາຄິດວ່າ ການດັບຊີວິດດ້ວຍຕົນເອງເພື່ອໄປຮັບເອົາຄວາມສຸກໃນໂລກໜ້ານັ້ນເປັນເລື່ອງງ່າຍ. {GC 539.2}

ພຣະເຈົ້າໄດ້ປະທານຫຼັກຖານອັນຈະແຈ້ງໃນພຣະຄຳຂອງພຣະອົງວ່າ ພຣະອົງຈະລົງໂທດຜູ້ທີ່ລະເມີດພຣະບັນຍັດຂອງພຣະອົງ. ສຳລັບຜູ້ທີ່ຫຼອກຕົວເອງວ່າ ພຣະອົງມີພຣະເມດຕາຫຼາຍເກີນໄປທີ່ຈະລົງໂທດຄົນບາບນັ້ນ, ໃຫ້ພຽງແຕ່ເບິ່ງໄປທີ່ໄມ້ກາງແຂນແຫ່ງພູເຂົາຄານວາຣີ. ການສິ້ນພຣະຊົນຂອງພຣະບຸດຜູ້ບໍຣິສຸດຂອງພຣະເຈົ້າເປັນຫຼັກຖານວ່າ “ຄ່າຈ້າງຂອງຄວາມບາບຄືຄວາມຕາຍ.” ທຸກຄັ້ງທີ່ມີການລະເມີດພຣະບັນຍັດຂອງພຣະເຈົ້າ ກໍຈະຕ້ອງໄດ້ຮັບການລົງໂທດຢ່າງເໝາະສົມ. ພຣະຄຣິສຜູ້ບໍ່ມີບາບໄດ້ຍອມກາຍເປັນຄວາມບາບເພື່ອມະນຸດ; ພຣະອົງຊົງແບກຮັບຄວາມຜິດຂອງການລະເມີດ ແລະ ຕ້ອງທົນຕໍ່ການທີ່ພຣະບິດາຊົງຫັນພຣະພັກອອກຈາກພຣະອົງ ຈົນພຣະໄທຂອງພຣະອົງແຕກສະຫຼາຍ ແລະ ພຣະອົງສິ້ນລົມຫາຍໃຈ. ການເສຍສະຫຼະທັງໝົດນີ້ ແມ່ນເພື່ອໄຖ່ຄົນບາບໃຫ້ລອດພົ້ນ. ບໍ່ມີທາງອື່ນທີ່ມະນຸດຈະຫຼຸດພົ້ນຈາກໂທດຂອງຄວາມບາບໄດ້. ທຸກຄົນທີ່ບໍ່ຍອມຮັບເອົາການລຶບລ້າງບາບທີ່ພຣະຄຣິສຈັດຕຽມໄວ້ດ້ວຍລາຄາແພງນີ້ ຈະຕ້ອງແບກຮັບຄວາມຜິດ ແລະ ໂທດຂອງການລະເມີດນັ້ນດ້ວຍຕົວເອງ. {GC 539.3}

ຂໍໃຫ້ພວກເຮົາພິຈາລະນາຕໍ່ໄປວ່າ ພຣະຄຳພີສອນແນວໃດກ່ຽວກັບຄົນອະທຳ ແລະ ຄົນທີ່ບໍ່ຍອມກັບໃຈໃໝ່, ເຊິ່ງພວກທີ່ເຊື່ອວ່າມະນຸດທຸກຄົນຈະລອດພົ້ນນັ້ນ ສອນວ່າຄົນອະທຳທີ່ຕາຍແລ້ວກຳລັງມີຄວາມຊົມຊື່ນຍິນດີໃນສະຫວັນ ໃນສະພາບທູດສະຫວັນບໍຣິສຸດ. {GC 540.1}

ເງື່ອນໄຂທີ່ກຳນົດໄວ້

“ຜູ້ໃດທີ່ຫິວນ້ຳ ເຮົາຈະໃຫ້ຜູ້ນັ້ນດື່ມນ້ຳແຫ່ງຊີວິດຈາກບໍ່ນ້ຳພຸ ໂດຍບໍ່ຕ້ອງເສຍຄ່າອັນໃດ.” (ພຣະນິມິດ 21:6 LCV). ພຣະສັນຍານີ້ມີໄວ້ສຳລັບຜູ້ທີ່ມີຄວາມຫິວກະຫາຍເທົ່ານັ້ນ; ມີແຕ່ຜູ້ທີ່ຮູ້ສຶກວ່າຕົນຕ້ອງການນ້ຳແຫ່ງຊີວິດ ແລະ ສະແຫວງຫາມັນເຖິງຂັ້ນຍອມສະຫຼະທຸກສິ່ງ ຈຶ່ງຈະໄດ້ຮັບນ້ຳນັ້ນ. “ຜູ້ທີ່ໄດ້ຮັບໄຊຊະນະຈະໄດ້ຮັບທັງໝົດນີ້ເປັນມໍລະດົກ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຂົາ ແລະ ພວກເຂົາຈະເປັນລູກຂອງເຮົາ.” (ພຣະນິມິດ 21:7 LCV). ຂໍ້ນີ້ກໍຍັງມີເງື່ອນໄຂເຊັ່ນກັນ; ຖ້າພວກເຮົາຈະຮັບທຸກສິ່ງເປັນມໍລະດົກ, ກໍຕ້ອງຕ້ານທານການທົດລອງ ແລະ ເອົາຊະນະຄວາມບາບ. {GC 540.2}

ພຣະເຈົ້າຊົງກ່າວຜ່ານຜູ້ເຜີຍພຣະທຳເອຊາຢາວ່າ: “ຈົ່ງບອກຄົນຊອບທຳວ່າ ເຂົາທັງຫຼາຍຈະເປັນສຸກ.” “ແຕ່ຄົນຊົ່ວນັ້ນ ໜ້າລະອາຍແທ້ໆ ເຂົາຈະໄດ້ຮັບສິ່ງເລວຮ້າຍ ເພາະສິ່ງທີ່ມືພວກເຂົາໄດ້ເຮັດກັບຄົນອື່ນໄວ້ ມັນຈະຍ້ອນກັບມາຫາພວກເຂົາ” (ເອຊາຢາ 3:10 TKJV, 11 ດັດແປງຈາກສະບັບ THA-ERV). ກະສັດໂຊໂລໂມນກ່າວວ່າ: “ແມ່ນວ່າຄົນບາບເຮັດຊົ່ວຕັ້ງຮ້ອຍຄັ້ງ ແລະ ມີອາຍຸໝັ້ນຂວັນຍືນຢູ່ໄດ້, ເຖິງຢ່າງນັ້ນຂ້າພະເຈົ້າຍັງຮູ້ແນ່ວ່າ ຄວາມດີຈະມີແກ່ເຂົາທັງຫຼາຍທີ່ຢຳເກງພຣະເຈົ້າ ຄືຄົນທີ່ມີຄວາມຢຳເກງຕໍ່ພຣະພັກພຣະອົງ, ແຕ່ວ່າຈະບໍ່ເປັນການດີແກ່ຄົນຊົ່ວຮ້າຍ.” (ປັນຍາຈານ 8:12, 13 ດັດແປງຈາກສະບັບ TKJV). ສ່ວນອາຈານໂປໂລກໍປະກາດວ່າ ຄົນບາບກຳລັງ “ສະສົມຄວາມໂກດຮ້າຍຕໍ່ສູ້ຕົນເອງໄວ້ ສຳລັບວັນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ ເມື່ອພຣະອົງສະແດງການພິພາກສາອັນຊອບທຳ. ພຣະເຈົ້າ ‘ຈະຕອບແທນແຕ່ລະຄົນຕາມການກະທຳຂອງພວກເຂົາ.’” “ຄວາມທຸກລຳບາກ ແລະ ຄວາມໂສກເສົ້າເສຍໃຈ ຈະເກີດມີແກ່ມະນຸດທຸກຄົນທີ່ເຮັດຊົ່ວ.” (ໂຣມ 2:5, 6, 9 LCV). {GC 540.3}

“ຄົນຜິດສິນທຳ, ຄົນບໍ່ບໍຣິສຸດ ຫຼື ຄົນໂລບ, ຄົນເຫຼົ່ານີ້ເປັນຜູ້ຂາບໄຫວ້ຮູບເຄົາລົບ ຈະບໍ່ໄດ້ຮັບມໍລະດົກໃດໆໃນອານາຈັກຂອງພຣະຄຣິສເຈົ້າ ແລະ ຂອງພຣະເຈົ້າ.” (ເອເຟໂຊ 5:5 LCV). “ຈົ່ງພະຍາຍາມທີ່ຈະຢູ່ຢ່າງສະຫງົບສຸກຮ່ວມກັບທຸກຄົນ ແລະ ເປັນຜູ້ບໍຣິສຸດ ເພາະຖ້າປາສະຈາກຄວາມບໍຣິສຸດແລ້ວ ກໍບໍ່ມີຜູ້ໃດຈະໄດ້ເຫັນອົງພຣະຜູ້ເປັນເຈົ້າ.” (ເຮັບເຣີ 12:14 LCV). “ຄົນທັງຫຼາຍທີ່ປະພຶດຕາມພຣະບັນຍັດຂອງພຣະອົງ ກໍເປັນສຸກ ເພື່ອວ່າເຂົາຈະໄດ້ມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະ ເພື່ອເຂົາຈະໄດ້ເຂົ້າໄປໃນເມືອງນັ້ນໂດຍທາງປະຕູ. ດ້ວຍວ່າ, ພາຍນອກນັ້ນມີໝາ, ຄົນໃຊ້ເວດມົນ, ຄົນລ່ວງປະເວນີ, ຄາຕະກອນ, ຄົນໄຫວ້ຮູບເຄົາລົບ, ຄົນໃດທີ່ຮັກ ແລະ ກະທຳການຂີ້ຕົວະ.” (ພຣະນິມິດ 22:14, 15 ດັດແປງຈາກສະບັບ TKJV). {GC 541.1}

ພຣະເຈົ້າຊົງເປີດເຜີຍພຣະລັກສະນະຂອງພຣະອົງ ແລະ ວິທີທີ່ພຣະອົງຈັດການກັບຄວາມບາບໃຫ້ມະນຸດຮູ້. “ພຣະເຈົ້າຢາເວ ພຣະເຈົ້າອົງເຕັມໄປດ້ວຍຄວາມເມດຕາ ແລະ ເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະ ຜູ້ສຳແດງຄວາມຮັກອັນໝັ້ນຄົງ ແລະ ສັດຊື່. ເຮົາຮັກສາພັນທະສັນຍາຂອງເຮົາຕະຫຼອດໄປ ເຖິງພັນຊົ່ວເຊັ່ນຄົນ ທັງຍົກຜິດຍົກບາບໃຫ້ດ້ວຍ; ແຕ່ເຮົາບໍ່ອາດຈະລືມລົງໂທດລູກຫຼານຂອງຜູ້ທີ່ເຮັດບາບ.” (ອົບພະຍົບ 34:6, 7). “ພຣະອົງຈະທຳລາຍຜູ້ຊົ່ວຮ້າຍທຸກຄົນຖິ້ມ.” “ບັນດາຄົນບາບຈະຖືກທຳລາຍຢ່າງສິ້ນເຊີງ ເຊື້ອສາຍຂອງພວກເຂົາຈະຖືກທຳລາຍໃຫ້ດັບສູນໄປ.” (ເພງສັນລະເສີນ 145:20; 37:38). ພຣະເຈົ້າຈະຊົງໃຊ້ຣິດທານຸພາບ ແລະ ສິດອຳນາດແຫ່ງການປົກຄອງຂອງພຣະອົງໃນການປາບປາມການກະບົດ. ເຖິງຢ່າງໃດກໍຕາມ, ການລົງໂທດຢ່າງຍຸຕິທຳນັ້ນ ສອດຄ່ອງກັບພຣະລັກສະນະຂອງພຣະເຈົ້າຢ່າງສົມບູນ ໃນຖານະທີ່ພຣະອົງຊົງເປັນພຣະເຈົ້າຜູ້ຊົງເມດຕາ, ອົດທົນດົນນານ ແລະ ເຕັມດ້ວຍພຣະກະລຸນາ. {GC 541.2}

ພຣະເຈົ້າບໍ່ບັງຄັບຄວາມຄິດຈິດໃຈຂອງຜູ້ໃດ; ພຣະອົງບໍ່ພໍພຣະໄທກັບການຮັບໃຊ້ແບບຂ້າທາດ. ພຣະອົງຊົງປາຖະໜາໃຫ້ຜູ້ທີ່ພຣະອົງຊົງສ້າງນັ້ນຮັກພຣະອົງ ເພາະພຣະອົງຊົງສົມຄວນໄດ້ຮັບຄວາມຮັກ. ພຣະອົງຢາກໃຫ້ມະນຸດເຊື່ອຟັງພຣະອົງ ເພາະພວກເຂົາເຂົ້າໃຈໃນພຣະປັນຍາ, ຄວາມຍຸຕິທຳ ແລະ ພຣະຄຸນຄວາມດີຂອງພຣະອົງ. ທຸກຄົນທີ່ເຂົ້າໃຈຄຸນນະສົມບັດເຫຼົ່ານີ້ຢ່າງຖ່ອງແທ້ ຈະຮັກພຣະອົງ ເພາະພວກເຂົາປະທັບໃຈໃນພຣະລັກສະນະຂອງພຣະອົງ. {GC 541.3}

ພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາໄດ້ສອນ ແລະ ເປັນແບບຢ່າງ ເຖິງຫຼັກການແຫ່ງຄວາມເມດຕາປານີ ແລະ ຄວາມຮັກ. ຫຼັກການເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງພຣະປະສົງ ແລະ ພຣະລັກສະນະຂອງພຣະເຈົ້າ. ພຣະຄຣິສຊົງກ່າວວ່າ ພຣະອົງບໍ່ໄດ້ສອນສິ່ງໃດນອກຈາກສິ່ງທີ່ພຣະອົງໄດ້ຮັບຈາກພຣະບິດາ. ຫຼັກການແຫ່ງການປົກຄອງຂອງພຣະເຈົ້າ ກົມກຽວກັບຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ “ຈົ່ງຮັກສັດຕູຂອງພວກເຈົ້າ.” ພຣະເຈົ້າຊົງພິພາກສາລົງໂທດຄົນຊົ່ວ ເພື່ອປະໂຫຍດຂອງຈັກກະວານ ແລະ ເພື່ອປະໂຫຍດຂອງຜູ້ທີ່ຖືກລົງໂທດນັ້ນດ້ວຍ. ພຣະອົງຊົງປາຖະໜາທີ່ຈະເຮັດໃຫ້ພວກເຂົາມີຄວາມສຸກ ຖ້າພຣະອົງສາມາດເຮັດໄດ້ໂດຍສອດຄ່ອງກັບກົດບັນຍັດແຫ່ງການປົກຄອງ ແລະ ຄວາມຍຸຕິທຳແຫ່ງພຣະລັກສະນະຂອງພຣະອົງ. ພຣະອົງປະທານຫຼັກຖານແຫ່ງຄວາມຮັກໃຫ້ແກ່ພວກເຂົາຢ່າງຫຼວງຫຼາຍ, ທັງໄດ້ປະທານຄວາມຮູ້ກ່ຽວກັບພຣະບັນຍັດ ແລະ ສືບຕໍ່ສະແດງພຣະເມດຕາຕໍ່ພວກເຂົາ. ແຕ່ພວກເຂົາກັບດູໝິ່ນຄວາມຮັກຂອງພຣະອົງ, ລະເມີດພຣະບັນຍັດ ແລະ ປະຕິເສດພຣະເມດຕາຂອງພຣະອົງ. ໃນຂະນະທີ່ໄດ້ຮັບຂອງປະທານຢູ່ເລື້ອຍໆ, ຄົນອະທຳພັດບໍ່ໄດ້ຖວາຍກຽດແດ່ພຣະອົງຜູ້ປະທານມາ. ພວກເຂົາກຽດຊັງພຣະເຈົ້າ, ເພາະຮູ້ວ່າພຣະອົງກຽດຊັງຄວາມບາບຂອງພວກເຂົາ. ພຣະຜູ້ເປັນເຈົ້າຊົງອົດທົນກັບຄວາມດື້ດ້ານຂອງຄົນອະທຳເປັນເວລາດົນນານ, ແຕ່ເວລາຈະມາເຖິງໃນທີ່ສຸດທີ່ຈະຊີ້ຂາດຊະຕາກຳຂອງພວກເຂົາ. ໃນເວລານັ້ນ, ພຣະອົງຈະບໍ່ຜູກມັດລ່າມໂສ້ພວກກະບົດເຫຼົ່ານີ້ໄວ້ກັບພຣະອົງ, ພຣະອົງຈະບໍ່ບັງຄັບພວກເຂົາໃຫ້ເຮັດຕາມພຣະປະສົງຂອງພຣະອົງ. {GC 541.4}

ບໍ່ພ້ອມທີ່ຈະເຂົ້າແຜ່ນດິນສະຫວັນ

ຜູ້ທີ່ເລືອກເອົາຊາຕານເປັນຜູ້ນຳໃນຊີວິດ ແລະ ຖືກຄວບຄຸມດ້ວຍອຳນາດຂອງມັນ ກໍບໍ່ມີຄວາມພ້ອມທີ່ຈະເຂົ້າເຝົ້າຕໍ່ພຣະພັກພຣະເຈົ້າ. ຄວາມຫຍິ່ງຈອງຫອງ, ການຫຼອກລວງ, ການຫຼິ້ນຊູ້ ແລະ ຄວາມໂຫດຮ້າຍທາລຸນ ໄດ້ຝັງເລິກຢູ່ໃນອຸປະນິໄສຂອງພວກເຂົາ. ເປັນໄປໄດ້ບໍທີ່ຄົນອະທຳຈະເຂົ້າໄປໃນສະຫວັນ ເພື່ອຢູ່ຕະຫຼອດໄປກັບຜູ້ທີ່ພວກເຂົາເຄີຍດູໝິ່ນກຽດຊັງຢູ່ໃນໂລກ? ຄົນຂີ້ຕົວະບໍ່ມີວັນພໍໃຈກັບຄວາມຈິງ; ຄົນຈອງຫອງ ແລະ ຄົນຫຼົງຕົວເອງ ບໍ່ມີວັນອີ່ມໃຈກັບຄວາມອ່ອນນ້ອມຖ່ອມຕົນ; ຄົນໃຈຊາມບໍ່ມີວັນທີ່ຈະຍອມຮັບຄວາມບໍຣິສຸດ; ຄົນເຫັນແກ່ຕົວບໍ່ສົນໃຈຕໍ່ຄວາມຮັກທີ່ເສຍສະຫຼະ; ສະຫວັນຈະມີຄວາມສຸກໄດ້ແນວໃດສຳລັບຄົນທີ່ໝົກໝົ້ນຢູ່ແຕ່ກັບສິ່ງຂອງຝ່າຍໂລກ ແລະ ຜົນປະໂຫຍດສ່ວນຕົວ? {GC 542.1}

ຖ້າສົມມຸດວ່າ ຜູ້ທີ່ດຳລົງຊີວິດໃນການກະບົດຕໍ່ພຣະເຈົ້າຖືກຮັບໄປຢູ່ສະຫວັນທັນທີ, ພວກເຂົາຈະຢູ່ໄດ້ແນວໃດ? ຈະເປັນໄປໄດ້ບໍທີ່ພວກເຂົາຈະຮ່ວມຮ້ອງເພງສັນລະເສີນກັບຜູ້ຄົນໃນສະຫວັນ ໃນເມື່ອຈິດໃຈຂອງພວກເຂົາກຽດຊັງພຣະເຈົ້າ, ກຽດຊັງຄວາມຈິງ ແລະ ຄວາມບໍຣິສຸດ? ເພາະໃນສະຫວັນເຕັມໄປດ້ວຍຄວາມບໍຣິສຸດສັກສິດ ແລະ ຄວາມສົມບູນແບບ. ທຸກຄົນເຕັມລົ້ນດ້ວຍຄວາມຮັກ, ທຸກໃບໜ້າສະທ້ອນເຖິງຄວາມຊົມຊື່ນຍິນດີ, ມີສຽງດົນຕີອັນໄພເລາະດັງຂຶ້ນ ເພື່ອຖວາຍກຽດແດ່ພຣະເຈົ້າ ແລະ ພຣະເມສານ້ອຍ. ທີ່ນັ້ນມີແສງຈາກພຣະພັກຂອງພຣະອົງຜູ້ປະທັບເທິງພຣະທີ່ນັ່ງສ່ອງລົງມາເທິງຜູ້ທີ່ໄດ້ຮັບການຊົງໄຖ່. ຄົນເຫຼົ່ານັ້ນຈະສາມາດທົນຕໍ່ສະຫງ່າຣາສີຂອງພຣະເຈົ້າ ແລະ ພຣະເມສານ້ອຍໄດ້ບໍ? ບໍ່ໄດ້ຢ່າງແນ່ນອນ! ພຣະເຈົ້າປະທານເວລາຫຼາຍປີໃຫ້ພວກເຂົາ ເພື່ອສ້າງອຸປະນິໄສທີ່ເໝາະສົມກັບສະຫວັນ ແຕ່ພວກເຂົາບໍ່ເຄີຍຝຶກຈິດໃຈໃຫ້ຮັກຄວາມບໍຣິສຸດ ແລະ ບໍ່ເຄີຍຮຽນຮູ້ພາສາແຫ່ງສະຫວັນ; ບັດນີ້ກໍສາຍເກີນໄປແລ້ວ. ພວກເຂົາກະບົດຕໍ່ພຣະເຈົ້າຕະຫຼອດຊົ່ວຊີວິດ ຈົນເຮັດໃຫ້ພວກເຂົາບໍ່ເໝາະສົມກັບສະຫວັນ. ຖ້າຄົນເຫຼົ່ານີ້ໄດ້ສຳຜັດເຖິງຄວາມສະອາດບໍຣິສຸດ ແລະ ຄວາມສະຫງົບສຸກໃນສະຫວັນກໍຄົງຮູ້ສຶກທຸກທໍລະມານໃຈຫຼາຍ. ຣັດສະໝີພາບຂອງພຣະເຈົ້າຈະເປັນດັ່ງໄຟທີ່ເຜົາຜານສຳລັບຄົນອະທຳ; ພວກເຂົາຈະປາຖະໜາຢາກໜີຈາກສະຖານທີ່ອັນບໍຣິສຸດນັ້ນ; ພວກເຂົາຈະຍິນດີຖືກທຳລາຍ ຍ້ອນຢາກຫຼົບລີ້ຈາກພຣະພັກຂອງພຣະອົງຜູ້ສິ້ນພຣະຊົນເພື່ອໄຖ່ບາບຂອງພວກເຂົາ. ບັ້ນປາຍຂອງຄົນອະທຳຖືກກຳນົດດ້ວຍການເລືອກຂອງພວກເຂົາເອງ; ການທີ່ພວກເຂົາຖືກກີດກັນຈາກສະຫວັນກໍເປັນການສະໝັກໃຈຂອງພວກເຂົາ ແລະ ເປັນໄປຕາມຄວາມຍຸຕິທຳ ແລະ ພຣະເມດຕາຂອງພຣະເຈົ້າ. {GC 542.2}

ເຊັ່ນດຽວກັບນ້ຳຖ້ວມໃນສະໄໝຂອງໂນອາ, ໄຟໃນວັນອັນຍິ່ງໃຫຍ່ນັ້ນຈະປະກາດຄຳຕັດສິນຂອງພຣະເຈົ້າວ່າ ຄົນອະທຳບໍ່ສາມາດປິ່ນປົວໄດ້, ຍ້ອນວ່າພວກເຂົາບໍ່ຍອມຈຳນົນຕໍ່ສິດອຳນາດຂອງພຣະເຈົ້າ. ພວກເຂົາໄດ້ເລືອກທາງແຫ່ງການກະບົດ, ແລ້ວເມື່ອຊີວິດສິ້ນສຸດລົງ ກໍສາຍເກີນໄປທີ່ຈະປ່ຽນກະແສຄວາມຄິດໄປໃນທິດທາງກົງກັນຂ້າມ; ມັນສາຍເກີນໄປທີ່ຈະປ່ຽນຈາກການລະເມີດມາສູ່ການເຊື່ອຟັງ, ຈາກຄວາມກຽດຊັງມາສູ່ຄວາມຮັກ. {GC 543.1}

ໃນການໄວ້ຊີວິດກາອິນຜູ້ເປັນຄາຕະກອນນັ້ນ, ພຣະເຈົ້າຊົງສະແດງໃຫ້ໂລກເຫັນຕົວຢ່າງຂອງຜົນທີ່ຈະເກີດຂຶ້ນຈາກການປ່ອຍໃຫ້ຄົນບາບມີຊີວິດຢູ່ ເພື່ອສືບຕໍ່ເສັ້ນທາງແຫ່ງຄວາມຊົ່ວຮ້າຍຢ່າງບໍ່ມີຂອບເຂດ. ຄຳສອນ ແລະ ແບບຢ່າງຂອງກາອິນໄດ້ຊັກນຳລູກຫຼານຂອງລາວຈຳນວນຫຼວງຫຼາຍເຂົ້າສູ່ຄວາມບາບ, ຈົນກະທັ້ງ “ມະນຸດຊົ່ວຮ້າຍຫຼາຍຂຶ້ນ ແລະ ຄວາມຄິດຊົ່ວກໍບັງຄັບຈິດໃຈພວກເຂົາຢູ່ທຸກເວລາ.” “ທຸກຄົນໄດ້ເຮັດຊົ່ວໃນສາຍຕາຂອງພຣະເຈົ້າ ແລະການຂ້າຟັນລັນແທງກັນກໍແຜ່ລາມໄປທົ່ວທຸກທີ່ທຸກບ່ອນ.” (ປະຖົມມະການ 6:5, 11). {GC 543.2}

ໃນສະໄໝໂນອາ, ພຣະເຈົ້າຊົງເມດຕາມະນຸດສະໂລກ ໂດຍຊົງທຳລາຍຄົນຊົ່ວຊ້າໃຫ້ໝົດໄປ ແລະ ຕໍ່ມາກໍຊົງທຳລາຍຊາວເມືອງໂຊໂດມຜູ້ເສື່ອມຊາມນັ້ນດ້ວຍຄວາມເມດຕາເຊັ່ນກັນ. ຊາຕານຫຼອກລວງມະນຸດໃຫ້ເຫັນອົກເຫັນໃຈ ແລະ ນິຍົມຊົມເຊີຍຄົນທີ່ເຮັດຊົ່ວ, ດ້ວຍເຫດນີ້, ຄົນຊົ່ວຈຶ່ງຊັກນຳຄົນອື່ນໃນການກະບົດຢ່າງຕໍ່ເນື່ອງ. ມັນເປັນແບບນີ້ໃນສະໄໝຂອງກາອິນ ແລະ ໃນສະໄໝໂນອາ; ຕໍ່ມາໃນຍຸກຂອງອັບຣາຮາມກັບໂລດກໍເຊັ່ນກັນ ແລະ ມັນກໍເປັນແບບນີ້ໃນຍຸກສະໄໝຂອງພວກເຮົາ. ໃນທີ່ສຸດພຣະເຈົ້າຈະຊົງທຳລາຍຜູ້ທີ່ປະຕິເສດພຣະຄຸນຂອງພຣະອົງ ກໍດ້ວຍພຣະເມດຕາທີ່ມີຕໍ່ຊີວິດທັງຫຼາຍໃນຈັກກະວານ. {GC 543.3}

ປາຍທາງຖະໜົນສອງເສັ້ນ

“ດ້ວຍວ່າ, ຄ່າຈ້າງຂອງຄວາມຜິດບາບກໍຄືຄວາມຕາຍ ແຕ່ຂອງພຣະຣາຊທານອັນໂຜດມາແຕ່ພຣະເຈົ້າ ກໍຄືຊີວິດນິຣັນດອນ ໃນພຣະເຢຊູຄຣິສເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.” (ໂຣມ 6:23). ຊີວິດເປັນມໍລະດົກຂອງຄົນຊອບທຳ ໃນຂະນະທີ່ຄວາມຕາຍກໍເປັນມໍລະດົກຂອງຄົນຊົ່ວ. ໂມເຊປະກາດຕໍ່ຊາວອິດສະຣາເອນວ່າ: “ວັນນີ້ ຂ້າພະເຈົ້າຈະໃຫ້ພວກເຈົ້າເລືອກເອົາ ລະຫວ່າງຊີວິດ ແລະ ຄວາມຈະເລີນ ກັບຄວາມຕາຍແລະຄວາມຈິບຫາຍ.” (ພຣະບັນຍັດສອງ 30:15). ຄວາມຕາຍທີ່ກ່າວເຖິງໃນຂໍ້ພຣະຄຳພີເຫຼົ່ານີ້ ບໍ່ແມ່ນຄວາມຕາຍອັນເປັນຜົນຈາກຄວາມບາບຂອງອາດາມ ເພາະມະນຸດທຸກຄົນຕ້ອງຮັບຜົນກະທົບຈາກໂທດຂອງການລ່ວງລະເມີດຂອງເພິ່ນ. ແຕ່ໝາຍເຖິງ “ຄວາມຕາຍຄັ້ງທີສອງ” (ພຣະນິມິດ 20:14) ເຊິ່ງໃນຂໍ້ພຣະຄຳພີຂ້າງເທິງນີ້ ໄດ້ຖືກນຳມາປຽບທຽບກັບຊີວິດນິຣັນ. {GC 544.1}

ຍ້ອນຄວາມຜິດບາບຂອງອາດາມ, ຄວາມຕາຍຈຶ່ງໄດ້ຕົກທອດມາເຖິງມະນຸດທຸກຄົນ. ທຸກຄົນລ້ວນແຕ່ຕ້ອງຕາຍ. ແຕ່ຕາມແຜນການແຫ່ງຄວາມລອດ, ທຸກຄົນຈະຖືກນຳອອກມາຈາກບ່ອນຝັງສົບຂອງຕົນ. “ຈະມີການເປັນຄືນມາຈາກຕາຍທັງຂອງຄົນຊອບທຳ ແລະ ຄົນຊົ່ວ.” “ດ້ວຍວ່າ ໃນອາດາມຄົນທັງປວງກໍຕາຍສັນໃດ ໃນພຣະຄຣິສເຈົ້າຄົນທັງປວງກໍຈະຖືກບັນດານໃຫ້ໄດ້ຮັບຊີວິດສັນນັ້ນ.” (ກິດຈະການ 24:15 LCV; 1 ໂກຣິນໂທ 15:22 LCV). ແຕ່ວ່າມີຄວາມແຕກຕ່າງລະຫວ່າງສອງກຸ່ມທີ່ຟື້ນຄືນຊີວິດນັ້ນ. “ຢ່າປະຫຼາດໃຈໃນຂໍ້ນີ້, ເພາະຈະເຖິງເວລາໜຶ່ງເມື່ອທຸກຄົນທີ່ຢູ່ໃນຂຸມຝັງສົບຂອງຕົນ ຈະໄດ້ຍິນສຽງຂອງພຣະບຸດ ແລະ ຈະໄດ້ອອກມາ, ບັນດາຜູ້ທີ່ເຮັດດີກໍຈະເປັນຄືນມາສູ່ຊີວິດ ແລະ ຜູ້ທີ່ເຮັດຊົ່ວກໍຈະເປັນຄືນມາເພື່ອຮັບການລົງໂທດ.” (ໂຢຮັນ 5:28, 29 LCV). ສ່ວນ “ຄົນທີ່ຖືວ່າສົມຄວນ” ສຳລັບການຟື້ນຄືນຊີວິດຄັ້ງທີໜຶ່ງນັ້ນ ຄືຜູ້ທີ່ໄດ້ຮັບພຣະພອນ ແລະ ເປັນຄົນບໍຣິສຸດ “ຄວາມຕາຍຄັ້ງທີສອງຈະບໍ່ມີອຳນາດເໜືອພວກເຂົາ.” (ລູກາ 20:35 LCV; ພຣະນິມິດ 20:6 LCV). ສ່ວນຜູ້ທີ່ບໍ່ໄດ້ຮັບການອະໄພໂທດໂດຍການກັບໃຈເຊື່ອ ກໍຈະຕ້ອງຮັບໂທດຂອງການລະເມີດ, ກໍຄື “ຄ່າຕອບແທນຂອງຄວາມບາບ.” ພວກເຂົາຈະຕ້ອງຮັບການລົງໂທດທີ່ມີຄວາມໜັກເບົາ ແລະ ໄລຍະເວລາແຕກຕ່າງກັນ “ຕາມການກະທຳຂອງຕົນ,” ແຕ່ສຸດທ້າຍກໍຈະຈົບລົງດ້ວຍຄວາມຕາຍຄັ້ງທີສອງ. ດ້ວຍວ່າ, ເປັນໄປບໍ່ໄດ້ທີ່ພຣະເຈົ້າຈະຊ່ວຍຄົນບາບໃຫ້ພົ້ນ ໃນຂະນະທີ່ພວກເຂົາຍັງດຳເນີນຊີວິດຢູ່ໃນຄວາມບາບຂອງຕົນ ເພາະຈະເປັນການຂັດຕໍ່ຄວາມຍຸຕິທຳ ແລະ ຄວາມເມດຕາຂອງພຣະອົງ. ສະນັ້ນ, ພຣະອົງຈຶ່ງເອົາຊີວິດໄປຈາກພວກເຂົາ ເຊິ່ງພວກເຂົາໄດ້ສູນເສຍໄປແລ້ວຍ້ອນການລະເມີດ ແລະ ໄດ້ພິສູດໃຫ້ເຫັນວ່າ ຕົນບໍ່ສົມຄວນໄດ້ຮັບ. ພຣະວິນຍານບໍຣິສຸດຊົງດົນໃຈຄົນໜຶ່ງໃຫ້ຂຽນຂໍ້ຄວາມໃນພຣະຄຳພີວ່າ: “ອີກບໍ່ດົນຄົນຊົ່ວຮ້າຍຈະດັບສູນໄປ ເຈົ້າອາດຊອກຫາພວກເຂົາ ແຕ່ກໍຈະບໍ່ພົບ.” ແລ້ວມີອີກຜູ້ໜຶ່ງຂຽນວ່າ: “ຕ່າງກໍຈະສະຫຼາຍໄປຈົນໝົດສິ້ນ.” (ເພງສັນລະເສີນ 37:10; ໂອບາດີຢາ 1:16). ພວກເຂົາຈະຈົມລົງສູ່ຄວາມມືດມົນແຫ່ງຄວາມສິ້ນຫວັງຕະຫຼອດຊົ່ວນິຣັນດອນດ້ວຍຄວາມອັບປະຍົດອົດສູ. {GC 544.2}

ສິ້ນສຸດຄວາມທຸກ

ຄວາມບາບຈະສິ້ນສຸດລົງໄປພ້ອມກັບວິບັດ ແລະ ຄວາມພິນາດທັງໝົດທີ່ເປັນຜົນຈາກຄວາມບາບ. ຜູ້ຂຽນເພງສັນລະເສີນກ່າວວ່າ: “ພຣະອົງໄດ້…ທຳລາຍຄົນຊົ່ວຈົນບໍ່ມີຜູ້ໃດຈົດຈຳພວກເຂົາຕໍ່ໄປອີກ. ສັດຕູພວກຂ້ານ້ອຍໄດ້ດັບສິ້ນຕະຫຼອດໄປ.” (ເພງສັນລະເສີນ 9:5, 6). ໃນພຣະນິມິດ ເມື່ອໂຢຮັນເຫັນສະພາບຂອງຊີວິດນິຣັນ ເພິ່ນໄດ້ຍິນການສັນລະເສີນທົ່ວຈັກກະວານ ໂດຍບໍ່ມີສຽງຜິດພ້ຽນແຕ່ຢ່າງໃດ. ເພິ່ນໄດ້ຍິນສິ່ງມີຊີວິດທັງໝົດໃນສະຫວັນ ແລະ ແຜ່ນດິນໂລກຖວາຍກຽດແດ່ພຣະຜູ້ສ້າງ. (ເບິ່ງ ພຣະນິມິດ 5:13). ໃນເວລານັ້ນ, ຈະບໍ່ມີຜູ້ທີ່ພິນາດເຫຼືອໄວ້ຕະຫຼອດນິດນິຣັນ ໃຫ້ໝິ່ນປະໝາດພຣະເຈົ້າໃນສະພາບທີ່ຖືກລົງໂທດໃຫ້ທົນທຸກທໍລະມານ. ຈະບໍ່ມີຜູ້ໃດດິ້ນທຸລົນທຸລາຍຢູ່ໃນຂຸມນະຣົກ ໃຫ້ສົ່ງສຽງຮ້ອງໂຫຍຫວນຂອງພວກເຂົາ ປະສານບັນເລງໄປກັບສຽງເພງຂອງຜູ້ທີ່ໄດ້ຮັບຄວາມລອດພົ້ນ. {GC 545.1}

ຫຼັກຄຳສອນທີ່ວ່າ ຄົນຍັງມີສະຕິຮູ້ສຶກຕົວຫຼັງຈາກຕາຍແລ້ວນັ້ນ ຕັ້ງຢູ່ເທິງຄວາມເຊື່ອຜິດພື້ນຖານວ່າ ມະນຸດເປັນອະມະຕະໂດຍທຳມະຊາດ. ຫຼັກຄຳສອນນີ້ ກໍຄືກັນກັບຫຼັກຄຳສອນເລື່ອງການທໍລະມານຊົ່ວນິຣັນດອນ ທີ່ຂັດແຍ້ງກັບຄຳສອນໃນພຣະຄຳພີ, ຂັດກັບເຫດຜົນ ແລະ ຂັດຕໍ່ຄວາມຮູ້ສຶກພື້ນຖານຂອງການເປັນມະນຸດ. ຕາມຄວາມເຊື່ອຂອງຄົນທົ່ວໄປ, ຜູ້ທີ່ໄດ້ຮັບຄວາມລອດໃນສະຫວັນຮູ້ເຫັນທຸກສິ່ງທີ່ເກີດຂຶ້ນໃນໂລກ ໂດຍສະເພາະຊີວິດຂອງໝູ່ເພື່ອນທີ່ພວກເຂົາໄດ້ຈາກໄປນັ້ນ. ແຕ່ຖ້າຄົນທີ່ຕາຍແລ້ວຮູ້ເຖິງຄວາມທຸກຍາກຂອງຄົນທີ່ຍັງມີຊີວິດຢູ່ ແລະ ເຫັນຄວາມບາບຂອງຄົນທີ່ຕົນຮັກນັ້ນ ແລ້ວຈະມີຄວາມສຸກໄດ້ແນວໃດ? ຖ້າພວກເຂົາເຫັນຜູ້ທີ່ຕົນຮັກຕ້ອງທົນຕໍ່ຄວາມເສົ້າໂສກ, ຄວາມຜິດຫວັງ ແລະ ຄວາມທຸກລຳບາກໃນຊີວິດ ຈະເຮັດໃຫ້ພວກເຂົາຊົມຊື່ນຍິນດີໄດ້ແນວໃດ? ຄົນທີ່ຕ້ອງຄອຍເຝົ້າເບິ່ງໝູ່ເພື່ອນໃນໂລກ ຈະໄດ້ຮັບຄວາມສຸກໃນສະຫວັນຫຼາຍສ່ຳໃດ? ນອກຈາກນັ້ນ, ຊ່າງໜ້າຂົນລຸກທີ່ສຸດສຳລັບຄວາມເຊື່ອຜິດທີ່ວ່າ ທັນທີທັນໃດທີ່ລົມຫາຍໃຈສຸດທ້າຍອອກຈາກຮ່າງກາຍ ວິນຍານຂອງຄົນທີ່ບໍ່ຍອມກັບໃຈກໍຈະຖືກສົ່ງໄປໃນແປວໄຟນະຣົກ! ເປັນຄວາມທຸກໃຈແທ້ ຖ້າຕ້ອງເຫັນໝູ່ເພື່ອນຕາຍໄປໂດຍບໍ່ທັນໄດ້ກຽມພ້ອມ ແລະ ຕ້ອງເຂົ້າສູ່ຄວາມທຸກທໍລະມານ ແລະ ຄວາມບາບຊົ່ວຕະຫຼອດນິຣັນ. ຫຼາຍຄົນກາຍເປັນບ້າ ຍ້ອນເຂົ້າໃຈຜິດໃນເລື່ອງທີ່ໜ້າຢ້ານກົວນີ້. {GC 545.2}

ພຣະຄຳພີກ່າວແນວໃດກ່ຽວກັບປະເດັນເຫຼົ່ານີ້? ກະສັດດາວິດປະກາດວ່າ ຫຼັງຈາກຕາຍໄປແລ້ວມະນຸດຈະບໍ່ຮູ້ສຶກຫຍັງເລີຍ. “ເມື່ອລົມຫາຍໃຈຂອງພວກເຂົາພາກໄປ ພວກເຂົາກໍກັບຄືນເປັນດິນ, ໃນວັນດຽວກັນນັ້ນ ຄວາມຄິດຂອງເຂົາກໍພິນາດ.” (ເພງສັນລະເສີນ 146:4 ດັດແປງຈາກສະບັບ TKJV). ກະສັດໂຊໂລໂມນຂຽນໃນທຳນອງດຽວກັນວ່າ: “ຜູ້ທີ່ມີຊີວິດຢູ່ ກໍຮູ້ວ່າຕົນຈະຕາຍໄປ; ແຕ່ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ.” “ຄວາມຮັກ, ຄວາມຊັງ ແລະ ຕັນຫາຂອງພວກເຂົາ ລ້ວນແຕ່ໄດ້ຕາຍໄປກັບພວກເຂົາດ້ວຍ. ພວກເຂົາຈະບໍ່ມີສ່ວນກັບເຫດການໃດໆທີ່ເກີດຂຶ້ນຢູ່ໃຕ້ດວງຕາເວັນອີກເລີຍ.” “ໃນແດນຂອງຄົນຕາຍນັ້ນ ຈະບໍ່ມີການກະທຳ, ບໍ່ມີຄວາມຄິດ, ບໍ່ມີຄວາມຮູ້, ບໍ່ມີປັນຍາໃດໆ ແລະ ໃນບ່ອນນັ້ນແຫຼະທີ່ພວກເຈົ້າຈະໄປ.” (ປັນຍາຈານ 9:5, 6, 10). {GC 545.3}

ເມື່ອພຣະເຈົ້າຊົງຕອບຄຳອະທິຖານຂອງກະສັດເຮເຊກີຢາ ໂດຍຊົງຕໍ່ຊີວິດຂອງເພິ່ນອອກໄປອີກສິບຫ້າປີ, ເພິ່ນໄດ້ສຳນຶກໃນພຣະຄຸນ ຈຶ່ງສັນລະເສີນພຣະເຈົ້າສຳລັບພຣະເມດຕາອັນໃຫຍ່ຫຼວງຂອງພຣະອົງ. ໃນບົດເພງນັ້ນ ເພິ່ນບອກເຫດຜົນທີ່ເພິ່ນຊື່ນຊົມຍິນດີວ່າ: “ບໍ່ມີຜູ້ໃດຍ້ອງຍໍສັນລະເສີນພຣະເຈົ້າໄດ້ໃນແດນມໍຣະນາ ຄົນຕາຍວາງໃຈໃນຄວາມສັດຊື່ຂອງພຣະອົງບໍ່ໄດ້. ແມ່ນຜູ້ທີ່ມີຊີວິດຢູ່ເທົ່ານັ້ນທີ່ສັນລະເສີນພຣະອົງ ດັ່ງທີ່ຂ້ານ້ອຍສັນລະເສີນພຣະອົງຢູ່ດຽວນີ້.” (ເອຊາຢາ 38:18, 19). ມີການສອນຫຼັກສາສະໜາສາດທົ່ວໄປໃນແນວທາງທີ່ຜິດວ່າ ຄົນຊອບທຳທີ່ຕາຍແລ້ວໄດ້ເຂົ້າໄປສູ່ຄວາມສຸກໃນສະຫວັນ ແລະ ກຳລັງສັນລະເສີນພຣະເຈົ້າດ້ວຍສຽງອະມະຕະ, ແຕ່ກະສັດເຮເຊກີຢາບໍ່ໄດ້ເຫັນວ່າຄວາມຕາຍຈະມີຄວາມຫວັງເຊັ່ນນັ້ນ. ຖ້ອຍຄຳຂອງເພິ່ນສອດຄ່ອງກັບຂໍ້ຄວາມໃນເພງສັນລະເສີນທີ່ວ່າ: “ໃນແດນມໍຣະນານັ້ນ ຈະບໍ່ມີຜູ້ໃດຄິດເຖິງພຣະອົງ ບໍ່ມີຜູ້ໃດສັນລະເສີນພຣະອົງຢູ່ໃນທີ່ນັ້ນໄດ້.” “ຄົນຕາຍບໍ່ສັນເສີນພຣະເຢໂຮວາ ຫຼື ຜູ້ທີ່ລົງໄປສູ່ທີ່ສະຫງັດກໍເຊັ່ນນັ້ນ.” (ເພງສັນລະເສີນ 6:5; 115:17 TKJV). {GC 546.1}

ໃນວັນເພັນເຕຄໍສະເຕ ເປໂຕໄດ້ປະກາດວ່າ ກະສັດດາວິດ “ໄດ້ຕາຍ ແລະ ໄດ້ຖືກຝັງໄວ້ແລ້ວ ແລະ ອຸບມຸງຂອງເພິ່ນກໍຢູ່ບ່ອນນີ້ຈົນເຖິງທຸກວັນນີ້.” “ເພາະດາວິດບໍ່ໄດ້ຂຶ້ນໄປເທິງສະຫວັນ.” (ກິດຈະການ 2:29 LCV, 34 LCV). ຂໍ້ເທັດຈິງທີ່ດາວິດຍັງຄົງຢູ່ໃນອຸບມຸງຝັງສົບຈົນເຖິງການຟື້ນຈາກຄວາມຕາຍນັ້ນ ພິສູດໃຫ້ເຫັນວ່າ ຜູ້ຊອບທຳບໍ່ໄດ້ຂຶ້ນສະຫວັນທັນທີເມື່ອເສຍຊີວິດ. ດາວິດຈະນັ່ງຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າໄດ້ ກໍຕໍ່ເມື່ອມີການຟື້ນຄືນຊີວິດ ແລະ ຍ້ອນພຣະຄຣິສໄດ້ຄືນພຣະຊົນເທົ່ານັ້ນ. {GC 546.2}

ອາຈານໂປໂລກ່າວວ່າ: “ຖ້າຄົນຕາຍບໍ່ໄດ້ເປັນຄືນມາ, ແລ້ວພຣະຄຣິສເຈົ້າກໍບໍ່ໄດ້ເປັນຄືນມາເໝືອນກັນ; ແລະ ຖ້າພຣະຄຣິສເຈົ້າບໍ່ໄດ້ເປັນຄືນມາຈາກຕາຍ, ຄວາມເຊື່ອຂອງພວກເຈົ້າ ກໍໄຮ້ປະໂຫຍດ; ພວກເຈົ້າກໍຍັງຢູ່ໃນບາບຂອງຕົນ. ແລ້ວບັນດາຜູ້ທີ່ໄດ້ຫຼັບໄປໃນພຣະຄຣິສເຈົ້າກໍຈິບຫາຍໄປດ້ວຍ.” (1 ໂກຣິນໂທ 15:16–18 LCV). ຖ້າຜູ້ຊອບທຳໄດ້ໄປສະຫວັນທັນທີເມື່ອເສຍຊີວິດເປັນເວລາສີ່ພັນປີແລ້ວ, ເປັນຫຍັງອາຈານໂປໂລຈຶ່ງກ່າວວ່າ ຖ້າບໍ່ມີການຄືນມາຈາກຕາຍ “ບັນດາຜູ້ທີ່ໄດ້ຫຼັບໄປໃນພຣະຄຣິສເຈົ້າກໍຈິບຫາຍໄປດ້ວຍ”? ເພາະຖ້າຂຶ້ນສະຫວັນທັນທີເມື່ອຕາຍນັ້ນ ການຟື້ນຈາກຄວາມຕາຍກໍບໍ່ຈຳເປັນ. {GC 546.3}

ທິນເດວ ຜູ້ຍອມຕາຍເພື່ອຄວາມເຊື່ອ ໄດ້ກ່າວເຖິງສະພາບຂອງຄົນຕາຍວ່າ: “ຂ້າພະເຈົ້າຂໍຍອມຮັບຢ່າງເປີດເຜີຍວ່າ ຂ້າພະເຈົ້າບໍ່ເຊື່ອວ່າ ພວກເຂົາຢູ່ໃນສະຫງ່າຣາສີອັນສົມບູນຄືກັນກັບພຣະຄຣິສ ຫຼື ເຫຼົ່າທູດສະຫວັນທີ່ພຣະເຈົ້າຊົງເລືອກໄວ້; ສິ່ງເຫຼົ່ານີ້ບໍ່ແມ່ນຫຼັກຄວາມເຊື່ອຂອງຂ້າພະເຈົ້າ ເພາະຖ້າມັນເປັນແນວນັ້ນແທ້ ຂ້າພະເຈົ້າກໍບໍ່ເຫັນວ່າ ການປະກາດເລື່ອງການເປັນຄືນມາຈາກຄວາມຕາຍຂອງເນື້ອໜັງ ຈະເປັນປະໂຫຍດຫຍັງ.”1 {GC 547.1}

ເປັນຄວາມຈິງທີ່ປະຕິເສດບໍ່ໄດ້ວ່າ ຄວາມຫວັງທີ່ຈະໄດ້ຮັບຄວາມສຸກຕະຫຼອດໄປເມື່ອຕາຍນັ້ນ ໄດ້ນຳໄປສູ່ການລະເລີຍຄຳສອນໃນພຣະຄຳພີ ເລື່ອງການຟື້ນຄືນຊີບຢ່າງກວ້າງຂວາງ. ດຣ. ອາດາມ ຄລາກ ໄດ້ສັງເກດເຫັນແນວໂນ້ມນີ້ ແລະ ກ່າວວ່າ: “ຄຳສອນເລື່ອງການຟື້ນຄືນຊີບເບິ່ງຄືວ່າ ເຄີຍມີຄວາມສຳຄັນຫຼາຍກວ່ານີ້ໃນກຸ່ມຄຣິສຕຽນລຸ້ນທຳອິດ ເມື່ອທຽບກັບປັດຈຸບັນ! ເປັນຫຍັງຈຶ່ງເປັນແນວນີ້? ພວກອັກຄະສາວົກເນັ້ນຢ້ຳເລື່ອງນີ້ຢູ່ສະເໝີ ແລະ ໃຊ້ມັນເພື່ອກະຕຸ້ນໃຫ້ຜູ້ຕິດຕາມພຣະເຈົ້າຊົມຊື່ນຍິນດີ, ມີຄວາມພາກພຽນ ແລະ ເຊື່ອຟັງ. ແຕ່ຜູ້ສືບທອດການຮັບໃຊ້ຂອງພວກເພິ່ນໃນປັດຈຸບັນ ແທບບໍ່ເຄີຍເວົ້າເຖິງການຟື້ນຄືນຊີບເລີຍ! ພວກອັກຄະສາວົກປະກາດແນວໃດ ຄຣິສຕຽນລຸ້ນທຳອິດກໍເຊື່ອແນວນັ້ນ; ແລ້ວພວກເຮົາປະກາດແນວໃດ ຜູ້ຟັງຂອງພວກເຮົາກໍເຊື່ອແນວນັ້ນເຊັ່ນກັນ. ໃນຂ່າວປະເສີດບໍ່ມີຄຳສອນໃດທີ່ຖືກເນັ້ນຢ້ຳຫຼາຍກວ່ານີ້; ແຕ່ກໍບໍ່ມີຄຳສອນໃດໃນລະບົບການເທດສະໜາໃນປັດຈຸບັນ ທີ່ຖືກລະເລີຍຫຼາຍກວ່ານີ້!”2 {GC 547.2}

ສະພາບນີ້ໄດ້ສືບທອດກັນມາ ຈົນຄວາມຈິງອັນຮຸ່ງເຮືອງເລື່ອງການຟື້ນຄືນຊີບ ໄດ້ຖືກບົດບັງ ແລະ ສູນຫາຍໄປຈາກຄຣິສຕະຈັກເກືອບທັງໝົດແລ້ວ. ນັກຂຽນດ້ານສາສະໜາຄົນສຳຄັນຜູ້ໜຶ່ງ ໄດ້ອະທິບາຍຖ້ອຍຄຳຂອງອາຈານໂປໂລໃນ 1 ເທສະໂລນິກ 4:13–18 ໃນທາງທີ່ຜິດວ່າ: “ເພື່ອເປັນການປອບໃຈທີ່ແທ້ຈິງ, ຄຳສອນທີ່ວ່າຜູ້ຊອບທຳຈະມີຊີວິດຕະຫຼອດໄປໃນສະຫວັນນັ້ນ ໄດ້ມາແທນທີ່ຄຳສອນເລື່ອງການສະເດັດມາຄັ້ງທີສອງຂອງອົງພຣະຄຣິສ. ອົງພຣະຜູ້ເປັນເຈົ້າສະເດັດມາຫາພວກເຮົາເມື່ອເຮົາຕາຍ. ນັ້ນແຫຼະ ຄືສິ່ງທີ່ພວກເຮົາຄວນເຝົ້າລໍຄອຍ. ຄົນຕາຍໄດ້ຮັບສະຫງ່າຣາສີແລ້ວ ແລະ ບໍ່ຕ້ອງລໍຖ້າສຽງແກເພື່ອຮັບການພິພາກສາ ແລະ ຄວາມສຸກຂອງພວກເຂົາ.” {GC 547.3}

ຟື້ນຄືນຊີບສູ່ຊີວິດນິຣັນ

ແຕ່ເມື່ອພຣະເຢຊູກຳລັງຈະຈາກພວກສາວົກໄປ, ພຣະອົງບໍ່ໄດ້ບອກວ່າພວກເຂົາຈະໄປຫາພຣະອົງໃນບໍ່ຊ້ານັ້ນ. ແຕ່ຊົງກ່າວວ່າ “ເຮົາກຳລັງໄປບ່ອນນັ້ນ ເພື່ອຈັດຕຽມບ່ອນໄວ້ສຳລັບພວກເຈົ້າ ແລະ ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າ, ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ.” (ໂຢຮັນ 14:2, 3 LCV). ສ່ວນອາຈານໂປໂລໄດ້ກ່າວຕື່ມອີກວ່າ: “ອົງພຣະຜູ້ເປັນເຈົ້າເອງຈະລົງມາຈາກສະຫວັນ ດ້ວຍສຽງຄຳສັ່ງດັງກ້ອງ ດ້ວຍສຽງແຫ່ງອັກຄະເທວະດາ ແລະ ດ້ວຍສຽງແກເອີ້ນຂອງພຣະເຈົ້າ ແລ້ວຜູ້ທີ່ຕາຍໃນພຣະຄຣິສເຈົ້າຈະເປັນຄືນມາກ່ອນ. ຫຼັງຈາກນັ້ນ, ພວກເຮົາຜູ້ທີ່ຍັງມີຊີວິດ ແລະ ຜູ້ທີ່ຍັງເຫຼືອຢູ່ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫຼົ່ານັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ແລະ ເພື່ອວ່າພວກເຮົາຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫຼອດໄປເປັນນິດ.” ແລ້ວ ເພິ່ນກໍເພີ່ມເຕີມວ່າ: “ເຫດສະນັ້ນ, ຈົ່ງໃຫ້ໜູນໃຈເຊິ່ງກັນແລະກັນດ້ວຍຂໍ້ຄວາມເຫຼົ່ານີ້.” (1 ເທສະໂລນິກ 4:16–18). ຖ້ອຍຄຳເຫຼົ່ານີ້ເປັນທີ່ປອບໃຈ ເຊິ່ງແຕກຕ່າງທີ່ສຸດຈາກຖ້ອຍຄຳຂອງນັກເທດທີ່ກ່າວໄວ້ຂ້າງເທິງ ຜູ້ເຊື່ອວ່າທຸກຄົນຈະໄດ້ລອດພົ້ນ. ຄົນນັ້ນປອບໃຈຍາດຕິພີ່ນ້ອງຂອງຜູ້ຕາຍໂດຍການຢືນຢັນວ່າ ເຖິງແມ່ນວ່າລາວຈະເປັນຄົນບາບຫຼາຍປານໃດກໍຕາມ, ແຕ່ເມື່ອລາວຂາດລົມຫາຍໃຈໃນໂລກນີ້, ລາວກໍຈະໄດ້ຖືກຮັບໄປຢູ່ກັບເຫຼົ່າເທວະດາ. ແຕ່ອາຈານໂປໂລໄດ້ຊີ້ໃຫ້ພີ່ນ້ອງເຫັນເຖິງການສະເດັດມາຂອງອົງພຣະຜູ້ເປັນເຈົ້າໃນອະນາຄົດ. ເມື່ອນັ້ນ, ອຳນາດການຄຸມຂັງແຫ່ງຂຸມຝັງສົບກໍຈະຖືກທຳລາຍ ແລະ “ຜູ້ຕາຍໃນພຣະຄຣິສ” ຈະເປັນຂຶ້ນມາສູ່ຊີວິດອັນຕະຫຼອດໄປເປັນນິດ. {GC 548.1}

ກ່ອນທີ່ຜູ້ໃດຈະໄດ້ເຂົ້າໄປຮັບຜາສາດໃນເມືອງສະຫວັນ, ຄະດີຂອງພວກເຂົາຕ້ອງໄດ້ຮັບການສືບສວນ ແລະ ອຸປະນິໄສພ້ອມທັງການກະທຳຂອງພວກເຂົາ ຕ້ອງໄດ້ຮັບການພິຈາລະນາຕໍ່ພຣະພັກພຣະເຈົ້າ. ທຸກຄົນຈະຖືກພິພາກສາຕາມສິ່ງທີ່ຂຽນໄວ້ໃນປຶ້ມບັນທຶກ ແລະ ຈະໄດ້ຮັບການຕອບແທນຕາມການກະທຳຂອງຕົນ. ການພິພາກສານີ້ບໍ່ໄດ້ເກີດຂຶ້ນເມື່ອຄົນຕາຍ. ຈົ່ງພິຈາລະນາຖ້ອຍຄຳຂອງອັກຄະສາວົກໂປໂລທີ່ກ່າວວ່າ: “ພຣະອົງໄດ້ຊົງກຳນົດວັນໜຶ່ງໄວ້ ເຊິ່ງໃນວັນນັ້ນ ພຣະອົງຈະຊົງພິພາກສາໂລກຕາມຄວາມຍຸຕິທຳ ໂດຍມະນຸດຜູ້ໜຶ່ງ ເຊິ່ງພຣະອົງໄດ້ຊົງຕັ້ງໄວ້ ແລະ ພຣະເຈົ້າໄດ້ຊົງໂຜດໃຫ້ຄົນທັງປວງມີຄວາມແນ່ໃຈໃນເລື່ອງນີ້ ໂດຍຊົງບັນດານໃຫ້ມະນຸດຜູ້ນັ້ນເປັນຄືນມາຈາກຕາຍ.” (ກິດຈະການ 17:31). ໃນຂໍ້ນີ້ ອາຈານໂປໂລໄດ້ຊີ້ແຈງຢ່າງຈະແຈ້ງວ່າ ມີການກຳນົດເວລາທີ່ແນ່ນອນໃນອະນາຄົດສຳລັບການພິພາກສາໂລກ. {GC 548.2}

ທ່ານຢູດາໄດ້ອ້າງເຖິງຊ່ວງເວລາດັ່ງກ່າວວ່າ: “ບັນດາເທວະດາຜູ້ທີ່ບໍ່ຮັກສາອຳນາດໜ້າທີ່ຂອງຕົນ ແຕ່ໄດ້ປະຖິ້ມຖິ່ນຖານທີ່ຢູ່ຂອງຕົນເອງ ພຣະອົງໄດ້ກັກຂັງເທວະດາເຫຼົ່ານີ້ໄວ້ໃນບ່ອນມືດ, ລ່າມດ້ວຍໂສ້ຕະຫຼອດໄປເປັນນິດ ເພື່ອລໍຖ້າການພິພາກສາໃນວັນອັນຍິ່ງໃຫຍ່ນັ້ນ.” ນອກຈາກນັ້ນ, ເພິ່ນຍັງໄດ້ອ້າງຄຳເວົ້າຂອງເອນົກອີກວ່າ: “ອົງພຣະຜູ້ເປັນເຈົ້າຈະສະເດັດມາ ພ້ອມຝູງເທວະດາຕົນບໍຣິສຸດຂອງພຣະອົງນັບເປັນໝື່ນໆ, ເພື່ອຈະນຳເອົາການຕັດສິນມາສູ່ທຸກໆຄົນ.” (ຢູດາ 6 LCV, 14–15 LCV). ໂຢຮັນປະກາດວ່າ: “ຂ້າພະເຈົ້າໄດ້ເຫັນບັນດາຜູ້ທີ່ຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ຢືນຢູ່ຕໍ່ໜ້າພຣະຣາຊບັນລັງນັ້ນ ແລະ ໜັງສືຕ່າງໆ ກໍໄຂອອກ…ແລະ ຄົນທັງຫຼາຍທີ່ຕາຍແລ້ວ ກໍຖືກພິພາກສາຕາມການປະຕິບັດຂອງເຂົາ ທີ່ຂຽນໄວ້ໃນໜັງສືເຫຼົ່ານັ້ນ.” (ພຣະນິມິດ 20:12 LO1972). {GC 548.3}

ແຕ່ຖ້າຫາກວ່າຄົນຕາຍກຳລັງມ່ວນຊື່ນຢູ່ສະຫວັນ ຫຼື ກຳລັງທົນທຸກທໍລະມານໃນຂຸມນະຣົກແລ້ວ, ຍັງຈະຕ້ອງມີການພິພາກສາໄປເພື່ອຫຍັງອີກ? ຄຳສອນໃນພຣະຄຳຂອງພຣະເຈົ້າກ່ຽວກັບປະເດັນສຳຄັນເຫຼົ່ານີ້ບໍ່ໄດ້ຄຸມເຄືອ ແລະ ບໍ່ໄດ້ຂັດແຍ້ງກັນ, ຄົນທົ່ວໄປສາມາດເຂົ້າໃຈໄດ້. ແຕ່ມີໃຜແດ່ເມື່ອຄິດເປັນເຫດເປັນຜົນແລ້ວ ຈະເຫັນວ່າທິດສະດີທີ່ສອນກັນຢູ່ໃນປັດຈຸບັນເປັນເລື່ອງທີ່ມີປັນຍາ ຫຼື ຄວາມຍຸຕິທຳ? ເປັນໄປໄດ້ບໍທີ່ຄົນຊອບທຳຈະໄດ້ຍິນຄຳຍ້ອງຍໍຫຼັງຈາກທີ່ຜ່ານການພິພາກສາວ່າ “ດີຫຼາຍ ເຈົ້າເປັນຄົນຮັບໃຊ້ທີ່ດີ ແລະ ສັດຊື່…ຈົ່ງມາຮ່ວມຊື່ນຊົມຍິນດີກັບເຮົາ” ທັງໆທີ່ພວກເຂົາໄດ້ຢູ່ຕໍ່ພຣະພັກພຣະອົງມາແລ້ວເປັນເວລາດົນນານ? ເປັນໄປໄດ້ບໍວ່າຄົນອະທຳຈະຖືກນຳອອກມາຈາກບ່ອນທໍລະມານ ເພື່ອຮັບຄຳຕັດສິນຈາກພຣະເຈົ້າຜູ້ຊົງພິພາກສາມະນຸດທັງປວງວ່າ “ພວກເຈົ້າທັງຫຼາຍທີ່ຖືກສາບແຊ່ງ ຈົ່ງໄປຈາກເຮົາ, ຈົ່ງລົງໄປໃນບຶງໄຟທີ່ໄໝ້ຢູ່ເປັນນິດ?” (ມັດທາຍ 25:21 LCV, 41 LCV). ໂອ້ ຊ່າງເປັນການຫຼອກລວງທີ່ໜ້າຢ້ານກົວແທ້! ເປັນການໝິ່ນປະໝາດສະຕິປັນຍາ ແລະ ຄວາມຍຸຕິທຳຂອງພຣະເຈົ້າຢ່າງໜ້າໃຈຫາຍ! {GC 549.1}

ທິດສະດີທີ່ສອນວ່າມະນຸດມີດວງວິນຍານທີ່ອະມະຕະ ເປັນຄຳສອນຜິດອັນໜຶ່ງທີ່ຄຣິສຕະຈັກໂຣມໄດ້ຢືມມາຈາກຄວາມເຊື່ອຖືຂອງຄົນທີ່ບໍ່ມີພຣະເຈົ້າ ແລະ ໄດ້ນຳມາປະປົນກັບຫຼັກຄຳສອນຄຣິສຕຽນ. ມາຕິນ ລູເທີ ຈັດຄຳສອນນີ້ໄວ້ກັບ “ນິທານໜ້າຢ້ານ ທີ່ເປັນສ່ວນໜຶ່ງຂອງກອງຂີ້ເຫຍື້ອແຫ່ງຄຳປະກາດຂອງສັນຕະປາປາ.”3 ເມື່ອອະທິບາຍຂໍ້ຄວາມຂອງໂຊໂລໂມນໃນພຣະທຳປັນຍາຈານທີ່ວ່າຄົນຕາຍບໍ່ຮູ້ຫຍັງເລີຍ, ນັກປະຕິຮູບຜູ້ນີ້ກ່າວວ່າ: “ນີ້ແມ່ນອີກຂໍ້ໜຶ່ງທີ່ພິສູດວ່າ ຄົນຕາຍບໍ່ມີ…ຄວາມຮູ້ສຶກ. ພຣະອົງກ່າວວ່າບໍ່ມີໜ້າທີ່, ບໍ່ມີວິທະຍາສາດ, ບໍ່ມີຄວາມຮູ້, ບໍ່ມີສະຕິປັນຍາຢູ່ທີ່ນັ້ນ. ໂຊໂລໂມນອອກຄວາມເຫັນວ່າ ຄົນຕາຍແລ້ວຢູ່ໃນສະພາບທີ່ນອນຫຼັບຢູ່ ແລະ ບໍ່ຮູ້ສຶກຫຍັງເລີຍ. ຄົນຕາຍນອນຢູ່ທີ່ນັ້ນ ບໍ່ນັບມື້ນັບປີ, ແຕ່ເມື່ອພວກເຂົາຖືກຮຽກເອີ້ນໃຫ້ຕື່ນຂຶ້ນມາ ພວກເຂົາຈະຮູ້ສຶກວ່າ ຕົນເອງໄດ້ນອນຫຼັບໄປບໍ່ຮອດນາທີໜຶ່ງ.”4 {GC 549.2}

ໃນພຣະຄຳພີບໍ່ມີຂໍ້ຄວາມໃດທີ່ກ່າວວ່າ ເມື່ອຕາຍແລ້ວຄົນຊອບທຳຈະໄດ້ຮັບລາງວັນທັນທີ ຫຼື ຄົນຊົ່ວຈະຖືກລົງໂທດໃນທັນທີ. ລຸ້ນບັນພະຊົນ ແລະ ຜູ້ເຜີຍພຣະທຳກໍບໍ່ໄດ້ໃຫ້ຄຳຮັບປະກັນແນວນັ້ນ. ພຣະຄຣິສ ແລະ ພວກອັກຄະສາວົກຂອງພຣະອົງກໍບໍ່ໄດ້ບົ່ງບອກເຖິງເລື່ອງນີ້ແຕ່ຢ່າງໃດ. ພຣະຄຳພີສອນຢ່າງຈະແຈ້ງວ່າ ຄົນຕາຍບໍ່ໄດ້ໄປສະຫວັນທັນທີ ແຕ່ຢູ່ໃນສະພາບເໝືອນຄົນນອນຫຼັບ ຈົນກວ່າຈະເຖິງວັນຟື້ນຄືນຊີບ. (ເບິ່ງ 1 ເທສະໂລນິກ 4:14; ໂຢບ 14:10–12). ໃນມື້ທີ່ “ສາຍສ້ອຍເງິນແຫ່ງຊີວິດ…ຂາດ ແລະ ຕະກຽງຄຳກໍ…ຕົກລົງ ແລະ ຫັກ”5 ຄວາມຄິດຂອງມະນຸດກໍດັບສູນໄປ. (ປັນຍາຈານ 12:6). ຜູ້ທີ່ລົງໄປສູ່ຂຸມຝັງສົບກໍມິດງຽບ ແລະ ບໍ່ຮັບຮູ້ເຖິງສິ່ງໃດທີ່ເກີດຂຶ້ນພາຍໃຕ້ດວງຕາເວັນອີກຕໍ່ໄປ. (ເບິ່ງ ໂຢບ 14:21). ນັ້ນເປັນເວລາແຫ່ງພຣະພອນທີ່ຄົນຊອບທຳຈະໄດ້ພັກຜ່ອນ. ສຳລັບພວກເຂົາບໍ່ວ່າເວລາຈະດົນນານປານໃດ ກໍຮູ້ສຶກເປັນພຽງຊົ່ວຂະນະໜຶ່ງເທົ່ານັ້ນ. ພວກເຂົານອນຫຼັບ ແລະ ຈະຖືກປຸກໃຫ້ຕື່ນ ໂດຍສຽງແກຂອງພຣະເຈົ້າ, ແລະຈະເປັນຄືນມາສູ່ສະຫງ່າຣາສີແຫ່ງຊີວິດອະມະຕະ. “ສຽງແກຈະດັງຂຶ້ນ ຄົນຕາຍຈະຖືກບັນດານໃຫ້ເປັນຄືນມາແບບບໍ່ເປື່ອຍເນົ່າ…ເມື່ອສິ່ງທີ່ເປື່ອຍເນົ່າໄດ້ສວມໃສ່ສິ່ງທີ່ບໍ່ເປື່ອຍເນົ່າ ແລະ ສິ່ງທີ່ຕາຍເປັນສວມໃສ່ສິ່ງທີ່ຕາຍບໍ່ເປັນແລ້ວ ຄຳກ່າວທີ່ໄດ້ຂຽນໄວ້ກໍຈະມາເປັນຄວາມຈິງຄື: ‘ຄວາມຕາຍໄດ້ຖືກກືນເຂົ້າໄປໃນໄຊຊະນະແລ້ວ.’” (1 ໂກຣິນໂທ 15:52–54 LCV). ໃນຂະນະທີ່ຄົນຊອບທຳຖືກປຸກໃຫ້ຕື່ນຈາກການຫຼັບໄຫຼໃນຄວາມຕາຍ, ພວກເຂົາຈະເລີ່ມຄິດຕໍ່ຈາກສິ່ງສຸດທ້າຍ ແລະ ຄວາມຮູ້ສຶກເຈັບປວດເມື່ອຂາດລົມຫາຍໃຈ. ແຕ່ເມື່ອພົ້ນຈາກອຸບມຸງຝັງສົບແລ້ວ ຄວາມຄິດອັນຊົມຊື່ນຍິນດີຄັ້ງທຳອິດຂອງພວກເຂົາ ຈະສະທ້ອນກ້ອງໃນສຽງໂຮ່ຮ້ອງແຫ່ງໄຊຊະນະວ່າ: “ໂອ ຄວາມຕາຍເອີຍ, ໄຊຊະນະຂອງມຶງຢູ່ໃສ?” (1 ໂກຣິນໂທ 15:55 LCV). {GC 549.3}


  1. ວິນລຽມ ທິນເດວ, ຄຳນຳປຶ້ມພັນທະສັນຍາໃໝ່ ສະບັບປີ 1534. ພິມຄືນໃໝ່ໃນ British Reformers—Tindal, Frith, Barnes, ໜ້າ 349.

  2. ປຶ້ມອະທິບາຍພຣະຄຳພີ—ຄຳເຫັນກ່ຽວກັບ 1 ໂກຣິນໂທ 15, ວັກ 3.

  3. ອີ. ເປຕາແວນ, ບັນຫາເລື່ອງຄວາມເປັນອະມະຕະ, ໜ້າ 255.

  4. ມາຕິນ ລູເທີ, Exposition of Solomon’s Booke Called Ecclesiastes, ໜ້າ 152.

  5. ໝາຍເຖິງການເສຍຊີວິດ.