32 ຫຼຸມດັກຂອງຊາຕານ
ຕົ້ນສະບັບພາສາອັງກິດ
ຊາຕານສ້າງສິ່ງດຶງດູດຄວາມສົນໃຈ
ຄວາມຂັດແຍ້ງອັນຍິ່ງໃຫຍ່ລະຫວ່າງພຣະຄຣິສກັບຊາຕານ ເຊິ່ງດຳເນີນມາເປັນເວລາເກືອບຫົກພັນປີນັ້ນ ກຳລັງຈະສິ້ນສຸດລົງໃນບໍ່ຊ້າ. ຊາຕານກຳລັງເພີ່ມຄວາມພະຍາຍາມເປັນສອງເທົ່າ ເພື່ອທຳລາຍວຽກງານຂອງພຣະຄຣິສທີ່ຊົງກະທຳເພື່ອມະນຸດ ແລະ ເພື່ອດັກຈັບຈິດວິນຍານໃຫ້ຕິດກັບດັກຂອງມັນ. ຊາຕານມຸ່ງໝາຍທີ່ຈະເຮັດໃຫ້ຜູ້ຄົນຕົກຢູ່ໃນຄວາມມືດ ແລະ ບໍ່ຍອມກັບໃຈໃໝ່ ຈົນກວ່າການວິງວອນຂອງພຣະຜູ້ຊ່ວຍໃຫ້ລອດຈະຈົບສິ້ນລົງ ແລະ ບໍ່ມີໂອກາດທີ່ຈະຮັບພຣະຄຸນຈາກການໄຖ່ບາບອີກຕໍ່ໄປ. {GC 518.1}
ເມື່ອບໍ່ມີຄວາມພະຍາຍາມພິເສດທີ່ຈະຕໍ່ຕ້ານອຳນາດຂອງມັນ ແລະ ເມື່ອຊາວໂລກ ແລະ ຄົນໃນຄຣິສຕະຈັກມີທ່າທີເມີນເສີຍຕໍ່ຄວາມຈິງ, ຊາຕານກໍບໍ່ຮູ້ສຶກກັງວົນ ເພາະມັນບໍ່ຢ້ານທີ່ຈະສູນເສຍຜູ້ທີ່ມັນຄວບຄຸມໄວ້ເປັນຊະເລີຍ. ແຕ່ເມື່ອຜູ້ຄົນເລີ່ມສົນໃຈເລື່ອງຊີວິດນິຣັນ ແລະ ຖາມວ່າ “ຂ້ານ້ອຍຕ້ອງເຮັດແນວໃດຈຶ່ງຈະລອດໄດ້?” ມັນກໍຈະຢູ່ທີ່ນັ້ນ ແລະ ຈະພະຍາຍາມໃຊ້ອຳນາດຂອງມັນຕໍ່ສູ້ກັບອຳນາດຂອງພຣະຄຣິສ ແລະ ການຊົງນຳຂອງພຣະວິນຍານບໍຣິສຸດ. {GC 518.2}
ພຣະຄຳພີກ່າວວ່າ ໃນຄາວໜຶ່ງເມື່ອເຫຼົ່າທູດສະຫວັນມາເຝົ້າພຣະຜູ້ເປັນເຈົ້າ, ຊາຕານກໍມານຳ. (ເບິ່ງ ໂຢບ 1:6). ມັນບໍ່ໄດ້ມາເພື່ອຂາບໄຫວ້ພຣະເຈົ້າອົງນິຣັນ ແຕ່ມາເພື່ອສົ່ງເສີມແຜນການອັນຊົ່ວຮ້າຍຂອງມັນຕໍ່ຄົນຊອບທຳ. ມັນມີຈຸດປະສົງອັນດຽວກັນນີ້ ເມື່ອມະນຸດມາຮ່ວມນະມັດສະການພຣະເຈົ້າ; ເຖິງແມ່ນເບິ່ງບໍ່ເຫັນດ້ວຍຕາ, ແຕ່ມັນເຮັດວຽກຢ່າງບໍ່ຢຸດຢັ້ງ ເພື່ອຄວບຄຸມຈິດໃຈຂອງຜູ້ນະມັດສະການ; ຄືກັບນາຍພົນຜູ້ຊຳນານ ມັນວາງແຜນໄວ້ລ່ວງໜ້າ, ເມື່ອເຫັນອາຈານຄົ້ນຄວ້າພຣະຄຳຂອງພຣະເຈົ້າ, ມັນຈົດປະເດັນສຳຄັນຂອງຄຳເທດສະໜາ; ແລ້ວມັນໃຊ້ເລ່ລ່ຽມທຸກຢ່າງ ເພື່ອຄວບຄຸມສະຖານະການ ຈົນຄວາມຈິງບໍ່ສາມາດເຂົ້າເຖິງຈິດໃຈຂອງຜູ້ທີ່ມັນກຳລັງຈະຫຼອກລວງໃນປະເດັນນັ້ນ. ຜູ້ທີ່ຕ້ອງການຄຳເຕືອນຫຼາຍທີ່ສຸດຈະມີວຽກດ່ວນທີ່ຕ້ອງເຮັດ ຫຼື ຈະຖືກຂັດຂວາງດ້ວຍວິທີອື່ນ ເພື່ອບໍ່ໃຫ້ລາວໄດ້ຍິນຖ້ອຍຄຳທີ່ອາດຊ່ວຍນຳພາລາວໄປສູ່ຊີວິດ. {GC 518.3}
ຊາຕານເຫັນວ່າ ບັນດາຜູ້ຮັບໃຊ້ຂອງພຣະເຈົ້າກຳລັງແບກພາລະອັນໜັກໜ່ວງ ເນື່ອງຈາກຄວາມມືດຝ່າຍຈິດວິນຍານທີ່ປົກຄຸມປະຊາຊົນ. ມັນໄດ້ຍິນຄຳອະທິຖານອັນຮ້ອນຮົນຂອງພວກເຂົາທີ່ທູນຂໍພຣະຄຸນ ແລະ ຣິດເດດຈາກພຣະເຈົ້າ ເພື່ອທຳລາຍມົນສະກົດຂອງມັນທີ່ເຮັດໃຫ້ປະຊາຊົນເມີນເສີຍ, ກຽດຄ້ານ ແລະ ບໍ່ເຝົ້າລະວັງ. ຈາກນັ້ນ, ມັນກໍໃຊ້ອຸບາຍອັນແນບນຽນ ດ້ວຍຄວາມກະຕືລືລົ້ນທີ່ເພີ່ມຂຶ້ນຢູ່ບໍ່ຂາດ. ມັນລໍ້ລວງມະນຸດໃຫ້ປ່ອຍຕົວໃຫ້ກິນດື່ມຕາມໃຈປາຖະໜາ ຫຼື ໃຫ້ສະໜອງຄວາມຢາກໂດຍທາງໃດທາງໜຶ່ງ. ດ້ວຍເຫດນີ້, ຈິດສຳນຶກຂອງພວກເຂົາຈຶ່ງມຶນຊາ ຈົນບໍ່ໄດ້ຍິນສິ່ງທີ່ພວກເຂົາຈຳເປັນຕ້ອງຮຽນຮູ້ຫຼາຍທີ່ສຸດ. {GC 519.1}
ຊາຕານຮູ້ດີວ່າ ທຸກຄົນທີ່ມັນສາມາດຊັກຈູງໃຫ້ລະເລີຍການອະທິຖານ ແລະ ການຄົ້ນຄວ້າພຣະຄຳພີກໍຈະພ່າຍແພ້ຕໍ່ການໂຈມຕີຂອງມັນ; ສະນັ້ນ, ມັນຈຶ່ງຄິດຄົ້ນທຸກວິທີເພື່ອດຶງດູດຄວາມສົນໃຈຂອງຄົນ. ຕະຫຼອດທຸກຍຸກສະໄໝ ມີຄົນຈຳພວກໜຶ່ງທີ່ອ້າງວ່າຕົນເປັນຄົນທີ່ຢຳເກງພຣະເຈົ້າ, ແຕ່ແທນທີ່ຈະສຶກສາຄົ້ນຄວ້າເພື່ອຮູ້ຄວາມຈິງຫຼາຍຂຶ້ນ, ພວກເຂົາພັດປະຕິບັດສາສະໜາ ໂດຍການຊອກຫາຂໍ້ບົກຜ່ອງດ້ານນິໄສ ຫຼື ຄວາມຜິດພາດໃນຄວາມເຊື່ອຂອງຄົນທີ່ຕົນບໍ່ເຫັນພ້ອມນຳ; ຄົນເຫຼົ່ານີ້ເປັນຜູ້ຊ່ວຍທີ່ສຳຄັນຂອງຊາຕານ. ພວກທີ່ກ່າວໂທດພີ່ນ້ອງກໍບໍ່ໄດ້ມີໜ້ອຍ ແລະ ພວກເຂົາຈະຫ້າວຫັນເປັນພິເສດ ເມື່ອພຣະເຈົ້າຊົງເຄື່ອນໄຫວດ້ວຍຣິດອຳນາດ ແລະ ຜູ້ຮັບໃຊ້ຂອງພຣະອົງກຳລັງນະມັດສະການພຣະອົງດ້ວຍໃຈຈິງ. ພວກເຂົາຈະບິດເບືອນຄຳເວົ້າ ແລະ ການກະທຳຂອງຄົນທີ່ຮັກ ແລະ ປະຕິບັດຕາມຫຼັກຄວາມຈິງ. ພວກເຂົາຈະກ່າວຫາຜູ້ຮັບໃຊ້ຂອງພຣະຄຣິສທີ່ກະຕືລືລົ້ນ ແລະ ປະຕິເສດຕົນເອງ ວ່າເປັນຜູ້ຖືກຫຼອກລວງ ຫຼື ເປັນຜູ້ຫຼອກລວງຄົນອື່ນ. ວຽກງານຂອງພວກເຂົາແມ່ນການໃສ່ຮ້າຍປ້າຍສີໃນເຈດຕະນາທີ່ຢູ່ເບື້ອງຫຼັງການກະທຳອັນດີງາມທຸກຢ່າງ, ການປ່ອຍຂ່າວລື ແລະ ການປູກຝັງຄວາມສົງໄສໃນຈິດໃຈຂອງຄົນທີ່ຂາດປະສົບການ. ພວກເຂົາຈະພະຍາຍາມທຸກວິທີທາງ ເພື່ອເຮັດໃຫ້ສິ່ງທີ່ບໍຣິສຸດ ແລະ ຊອບທຳ ຖືກຜູ້ຄົນເບິ່ງວ່າເປັນສິ່ງທີ່ສົກກະປົກ ແລະ ຫຼອກລວງ. {GC 519.2}
ແຕ່ບໍ່ຈຳເປັນທີ່ຜູ້ໃດຈະຖືກຫຼອກລວງກ່ຽວກັບຄົນມັກຈັບຜິດເຫຼົ່ານີ້. ເຮົາສາມາດເຫັນໄດ້ຢ່າງຈະແຈ້ງວ່າພວກເຂົາເປັນລູກຂອງຜູ້ໃດ, ເຮັດຕາມແບບຢ່າງຂອງຜູ້ໃດ ແລະ ເຮັດວຽກໃຫ້ກັບໃຜ. “ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ.” (ມັດທາຍ 7:16). ການປະພຶດຂອງພວກເຂົາຄ້າຍຄືກັບຊາຕານ ຜູ້ກ່າວຫາດ້ວຍພິດອັນຮ້າຍແຮງ, ກໍຄື “ຜູ້ທີ່ກ່າວໂທດພວກພີ່ນ້ອງຂອງເຮົາ.” (ພຣະນິມິດ 12:10). {GC 519.3}
ການນຳໃຊ້ພຣະຄຳພີໃນທາງທີ່ຜິດ
ຊາຕານມີຕົວແທນຫຼາຍຄົນ ພ້ອມທີ່ຈະສະເໜີຄວາມຜິດທຸກຮູບແບບເພື່ອດັກຈັບຜູ້ຄົນ ເຊິ່ງລວມເຖິງຄຳສອນນອກຮີດທີ່ຖືກກະກຽມໄວ້ໃຫ້ເໝາະສົມກັບລົດສະນິຍົມ ແລະ ຄວາມສາມາດຂອງຜູ້ທີ່ມັນຢາກທຳລາຍ. ແຜນການຂອງມັນແມ່ນການນຳເອົາຄົນທີ່ບໍ່ຈິງໃຈ ແລະ ບໍ່ໄດ້ຮັບການບັງເກີດໃໝ່ເຂົ້າມາໃນຄຣິສຕະຈັກ ເພື່ອສົ່ງເສີມໃຫ້ສະມາຊິກຂາດຄວາມເຊື່ອ ແລະ ເກີດຄວາມສົງໄສ, ພ້ອມທັງຂັດຂວາງທຸກຄົນທີ່ປາຖະໜາຢາກເຫັນວຽກງານຂອງພຣະເຈົ້າກ້າວໜ້າ ແລະ ຢາກກ້າວໜ້າໄປພ້ອມກັບວຽກງານນັ້ນ. ຫຼາຍຄົນທີ່ບໍ່ມີຄວາມເຊື່ອອັນແທ້ຈິງໃນພຣະເຈົ້າ ຫຼື ໃນພຣະຄຳຂອງພຣະອົງ ໄດ້ເຫັນດີກັບຫຼັກຄວາມຈິງບາງປະການ ແລະ ປະກາດວ່າ ຕົນເປັນຄຣິສຕຽນ; ດັ່ງນັ້ນ, ພວກເຂົາຈຶ່ງສາມາດສອດແຊກຄຳສອນຜິດໆ ໂດຍອ້າງວ່າເປັນຄຳສອນຈາກພຣະຄຳພີ. {GC 520.1}
ວິທີຫຼອກລວງທີ່ປະສົບຜົນສຳເລັດຫຼາຍທີ່ສຸດຢ່າງໜຶ່ງຂອງຊາຕານຄື ການຫຼອກຄົນໃຫ້ຫຼົງເຊື່ອວ່າມະນຸດຈະເຊື່ອແບບໃດກໍບໍ່ມີຜົນຫຍັງເລີຍ. ຊາຕານຮູ້ວ່າ ເມື່ອຜູ້ໃດຮັກຄວາມຈິງ ແລະ ຮັບເອົາຄວາມຈິງເຂົ້າມາໃນໃຈ, ຄວາມຈິງນັ້ນຈະຊຳລະຈິດໃຈຂອງເຂົາໃຫ້ບໍຣິສຸດ; ສະນັ້ນ, ມັນຈຶ່ງພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາທິດສະດີທີ່ບໍ່ຈິງ, ເລື່ອງນິຍາຍ ແລະ ຂ່າວປະເສີດປອມເຂົ້າມາແທນທີ່. ຕັ້ງແຕ່ຕົ້ນມາ, ຜູ້ຮັບໃຊ້ຂອງພຣະເຈົ້າຕ້ອງຕໍ່ສູ້ກັບຄົນສອນທຽມເທັດ ບໍ່ແມ່ນພຽງແຕ່ເພາະພວກເຂົາມຸ່ງຮ້າຍເທົ່ານັ້ນ, ແຕ່ເພາະພວກເຂົາປູກຝັງຄວາມບໍ່ຈິງທີ່ເປັນອັນຕະລາຍຕໍ່ຈິດວິນຍານ. ເອລີຢາ, ເຢເຣມີຢາ ແລະ ໂປໂລມີຄວາມເດັດດ່ຽວ ແລະ ບໍ່ຢ້ານກົວທີ່ຈະຕໍ່ຕ້ານຜູ້ທີ່ພະຍາຍາມຫັນຄວາມສົນໃຈຂອງຜູ້ຄົນອອກຈາກພຣະຄຳຂອງພຣະເຈົ້າ. ຄົນບໍຣິສຸດເຫຼົ່ານີ້ຜູ້ປົກປ້ອງຄວາມຈິງກໍບໍ່ຍອມຮັບແນວຄິດທີ່ວ່າ ເຊື່ອແນວໃດກໍໄດ້. {GC 520.2}
ການຕີຄວາມໝາຍພຣະຄຳພີທີ່ຄຸມເຄືອ ແລະ ບໍ່ມີຫຼັກຖານ ລວມທັງທິດສະດີທາງສາສະໜາທີ່ຂັດແຍ້ງກັນຫຼາຍຢ່າງ ເຊິ່ງພົບເຫັນໃນວົງການຄຣິສຕຽນທົ່ວໄປ ລ້ວນແຕ່ເປັນຜົນງານຂອງສັດຕູຕົວສະກາດຂອງພວກເຮົາ ທີ່ຕ້ອງການເຮັດໃຫ້ຄົນສັບສົນ ເພື່ອພວກເຂົາຈະບໍ່ເຂົ້າໃຈຄວາມຈິງ. ຄວາມແຕກແຍກ ແລະ ການແບ່ງພັກແບ່ງພວກທີ່ມີຢູ່ລະຫວ່າງຄຣິສຕະຈັກຕ່າງໆ ສ່ວນຫຼາຍແລ້ວເປັນຍ້ອນທຳນຽມທີ່ຄົນມັກບິດເບືອນພຣະຄຳພີ ເພື່ອສະໜັບສະໜູນແນວຄິດທີ່ຕົນນິຍົມ. ແທນທີ່ຈະສຶກສາພຣະຄຳຂອງພຣະເຈົ້າຢ່າງຖີ່ຖ້ວນດ້ວຍຄວາມນອບນ້ອມຖ່ອມໃຈ ເພື່ອຮູ້ຈັກນ້ຳພຣະໄທຂອງພຣະອົງ, ຫຼາຍຄົນພັດຊອກຫາແຕ່ສິ່ງທີ່ແປກປະຫຼາດ ຫຼື ສິ່ງໃໝ່ໆເທົ່ານັ້ນ. {GC 520.3}
ເພື່ອສະໜັບສະໜູນຄຳສອນທີ່ຜິດພ້ຽນ ຫຼື ການປະພຶດທີ່ບໍ່ເໝາະສົມກັບການເປັນຄຣິສຕຽນ, ບາງຄົນຈະຍົກເອົາຂໍ້ພຣະຄຳພີທີ່ແຍກອອກຈາກເນື້ອຫາ ຫຼື ອ້າງອີງພຽງເຄິ່ງຂໍ້ເພື່ອພິສູດຈຸດຢືນຂອງຕົນ ທັງໆທີ່ຂໍ້ຄວາມທີ່ບໍ່ໄດ້ຍົກມານັ້ນສະແດງເຖິງຄວາມໝາຍທີ່ກົງກັນຂ້າມ. ພວກເຂົາມີເລ່ລ່ຽມເໝືອນງູ, ເອົາຂໍ້ພຣະຄຳພີທີ່ບໍ່ກ່ຽວຂ້ອງກັນມາອ້າງ ເພື່ອປົກປິດຄວາມປາຖະໜາຝ່າຍເນື້ອໜັງ; ດ້ວຍວິທີນີ້, ຫຼາຍຄົນຈຶ່ງຈົງໃຈບິດເບືອນພຣະຄຳຂອງພຣະເຈົ້າ. ສ່ວນຄົນອື່ນທີ່ມີຄວາມຄິດສ້າງສັນກໍເອົາຄຳອຸປະມາ ແລະ ສັນຍະລັກຈາກພຣະຄຳພີມາແປຄວາມໝາຍຕາມໃຈມັກ ໂດຍບໍ່ສົນໃຈວ່າພຣະຄຳພີຈະອະທິບາຍຄວາມໝາຍຂອງສິ່ງເຫຼົ່ານັ້ນວ່າແນວໃດ ແລ້ວກໍອ້າງວ່າຄວາມຄິດເຫັນຂອງຕົນເປັນຄຳສອນຈາກພຣະຄຳພີ. {GC 521.1}
ພຣະຄຳພີທັງເຫຼັ້ມເປັນແນວທາງທີ່ຖືກຕ້ອງ
ເມື່ອໃດທີ່ການສຶກສາພຣະຄຳພີເລີ່ມຕົ້ນໂດຍປາສະຈາກການອະທິຖານ, ຄວາມນອບນ້ອມຖ່ອມຕົນ ແລະ ຈິດໃຈທີ່ພ້ອມຮຽນຮູ້, ຂໍ້ພຣະຄຳທີ່ງ່າຍທີ່ສຸດ ແລະ ຈະແຈ້ງທີ່ສຸດກໍຈະຖືກເຂົ້າໃຈຜິດໄປ ແລະ ຂໍ້ພຣະຄຳພີທີ່ຍາກທີ່ສຸດກໍຈະຖືກຕີຄວາມໝາຍຜິດພ້ຽນໄປຈາກຄວາມໝາຍທີ່ແທ້ຈິງ. ພວກຜູ້ນຳໃນລະບອບສັນຕະປາປາ ເລືອກເອົາແຕ່ຂໍ້ພຣະຄຳພີທີ່ພວກເຂົາຢາກໃຊ້ ແລະ ແປຄວາມໝາຍຕາມໃຈຕົນເອງແລ້ວເອົາໄປສອນປະຊາຊົນ ແຕ່ພັດຫ້າມບໍ່ໃຫ້ປະຊາຊົນອ່ານພຣະຄຳພີ ແລະ ເຂົ້າໃຈຄວາມຈິງດ້ວຍຕົນເອງ. ປະຊາຊົນຄວນໄດ້ຮັບພຣະຄຳພີທັງເຫຼັ້ມຕາມທີ່ຂຽນໄວ້. ຖ້າບໍ່ມີການສອນພຣະຄຳພີເລີຍກໍຍັງດີກວ່າການສອນພຣະຄຳພີທີ່ບິດເບືອນຢ່າງຮ້າຍແຮງແບບນີ້. {GC 521.2}
ພຣະເຈົ້າຊົງຈັດຕຽມພຣະຄຳພີໄວ້ເປັນຄູ່ມືສຳລັບທຸກຄົນທີ່ປາຖະໜາຢາກຮູ້ຈັກນ້ຳພຣະໄທຂອງພຣະຜູ້ສ້າງຂອງຕົນ. ພຣະເຈົ້າປະທານຄຳພະຍາກອນອັນແນ່ນອນໃຫ້ແກ່ມະນຸດ; ບັນດາທູດສະຫວັນ ແລະ ແມ່ນແຕ່ອົງພຣະຄຣິສໄດ້ເປີດເຜີຍໃຫ້ດານີເອນ ແລະ ໂຢຮັນຮູ້ເຖິງສິ່ງທີ່ຈະເກີດຂຶ້ນໃນບໍ່ຊ້າ. ເລື່ອງສຳຄັນຕ່າງໆທີ່ກ່ຽວຂ້ອງກັບຄວາມລອດພົ້ນຂອງພວກເຮົາ ບໍ່ໄດ້ຖືກປະໄວ້ໃຫ້ເປັນເລື່ອງເລິກລັບທີ່ເຂົ້າໃຈຍາກ. ພຣະເຈົ້າບໍ່ໄດ້ເປີດເຜີຍສິ່ງເຫຼົ່ານີ້ໃນລັກສະນະທີ່ຈະເຮັດໃຫ້ຜູ້ທີ່ຊອກຫາຄວາມຈິງດ້ວຍໃຈສັດຊື່ ຕ້ອງສັບສົນງົງງັນຈົນພາໃຫ້ຫຼົງໄປ. ອົງພຣະຜູ້ເປັນເຈົ້າຊົງກ່າວຜ່ານຜູ້ເຜີຍພຣະທຳຮາບາກຸກວ່າ: “ຈົ່ງຂຽນນິມິດນັ້ນລົງໄປ…ໃຫ້ກະຈ່າງ ເພື່ອໃຫ້ຄົນທີ່ແລ່ນອ່ານໄດ້ຄ່ອງ.” (ຮາບາກຸກ 2:2 ດັດແປງຈາກສະບັບ TKJV). ພຣະຄຳຂອງພຣະເຈົ້າກະຈ່າງຊັດເຈນສຳລັບທຸກຄົນທີ່ສຶກສາດ້ວຍການຖ່ອມໃຈລົງ ແລະ ການອະທິຖານ. ທຸກຄົນທີ່ມີຄວາມຈິງໃຈຢ່າງແທ້ຈິງກໍຈະພົບແສງແຫ່ງຄວາມຈິງ. “ແສງສະຫວ່າງສ່ອງແຈ້ງໃສ່ຄົນຊອບທຳ.” (ເພງສັນລະເສີນ 97:11). ບໍ່ມີຄຣິສຕະຈັກໃດສາມາດເຕີບໃຫຍ່ຂຶ້ນທາງດ້ານຄວາມບໍຣິສຸດໄດ້ ຖ້າສະມາຊິກບໍ່ໄດ້ຊອກຫາຄວາມຈິງດ້ວຍຄວາມຮ້ອນຮົນ ເໝືອນດັ່ງກຳລັງຊອກຫາຂຸມຊັບທີ່ເຊື່ອງໄວ້. {GC 521.3}
ດ້ວຍການກ່າວອ້າງ “ຄວາມໃຈກວ້າງ,” ຫຼາຍຄົນຈຶ່ງຖືກບັງຕາ ຈົນເບິ່ງບໍ່ເຫັນອຸບາຍຫຼອກລວງຂອງຊາຕານ ໃນຂະນະທີ່ມັນພວມເຮັດວຽກຢ່າງບໍ່ຢຸດບໍ່ເຊົາ ເພື່ອບັນລຸເປົ້າໝາຍຂອງມັນ. ເມື່ອຊາຕານສາມາດເອົາແນວຄິດຂອງມະນຸດ ມາແທນທີ່ຄຳສອນຈາກພຣະຄຳພີ ຜູ້ຄົນກໍປະຖິ້ມພຣະບັນຍັດຂອງພຣະເຈົ້າ, ບັນດາຄຣິສຕະຈັກທັງຫຼາຍຈຶ່ງຕົກເປັນທາດຂອງຄວາມບາບ ເຖິງແມ່ນວ່າພວກເຂົາອວດອ້າງວ່າຕົນມີເສລີພາບກໍຕາມ. {GC 522.1}
ສຳລັບຫຼາຍຄົນການຄົ້ນຄວ້າທາງວິທະຍາສາດໄດ້ກາຍເປັນເຫດໃຫ້ຖືກສາບແຊ່ງ. ພຣະເຈົ້າຊົງເປີດໂອກາດໃຫ້ແສງສະຫວ່າງຫຼັ່ງໄຫຼລົງມາສູ່ໂລກ ຜ່ານການຄົ້ນພົບທາງວິທະຍາສາດ ແລະ ສິລະປະ; ຢ່າງໃດກໍຕາມ, ແມ່ນແຕ່ຜູ້ທີ່ມີສະຕິປັນຍາສູງສຸດ ຖ້າບໍ່ມີພຣະຄຳຂອງພຣະເຈົ້ານຳພາໃນການຄົ້ນຄວ້າແລ້ວ ພວກເຂົາກໍຈະສັບສົນເມື່ອພະຍາຍາມເຂົ້າໃຈຄວາມສຳພັນລະຫວ່າງວິທະຍາສາດກັບພຣະຄຳພີ. {GC 522.2}
ຄວາມຮູ້ຂອງມະນຸດບໍ່ວ່າຈະເປັນເລື່ອງທາງວິທະຍາສາດ ຫຼື ເລື່ອງຝ່າຍຈິດວິນຍານ ລ້ວນແຕ່ບໍ່ສົມບູນ. ດ້ວຍເຫດນີ້, ຫຼາຍຄົນຈຶ່ງບໍ່ສາມາດເຊື່ອມໂຍງຄວາມເຂົ້າໃຈດ້ານວິທະຍາສາດເຂົ້າກັບຂໍ້ຄວາມໃນພຣະຄຳພີ. ຫຼາຍຄົນຮັບເອົາແນວຄິດ ແລະ ທິດສະດີທີ່ບໍ່ມີຫຼັກຖານວ່າ ເປັນຂໍ້ເທັດຈິງທາງວິທະຍາສາດ; ພວກເຂົາຄິດວ່າ ພຣະຄຳຂອງພຣະເຈົ້າຕ້ອງຖືກທົດສອບໂດຍຄຳສອນທີ່ພວກເຂົາເອີ້ນຜິດວ່າເປັນ “ວິຊາຄວາມຮູ້.” (1 ຕີໂມທຽວ 6:20 LCV). ພຣະຜູ້ສ້າງ ແລະ ພຣະຣາຊກິດຂອງພຣະອົງ ເກີນຄວາມເຂົ້າໃຈຂອງພວກເຂົາ, ເມື່ອພວກເຂົາບໍ່ສາມາດອະທິບາຍເລື່ອງໃນພຣະຄຳພີດ້ວຍກົດທຳມະຊາດໄດ້, ພວກເຂົາຈຶ່ງຖືວ່າປະຫວັດສາດທີ່ບັນທຶກໄວ້ໃນພຣະຄຳພີບໍ່ມີຄວາມໜ້າເຊື່ອຖື. ຜູ້ທີ່ສົງໄສຄວາມໜ້າເຊື່ອຖືຂອງພຣະຄຳພີເດີມ ແລະ ພຣະຄຳພີໃໝ່ມັກຈະກ້າວໄປອີກຂັ້ນໜຶ່ງ ຄືສົງໄສວ່າພຣະເຈົ້າມີຈິງຫຼືບໍ່ ແລະ ຖືວ່າທຳມະຊາດມີອຳນາດເຊິ່ງບໍ່ມີຂອບເຂດຈຳກັດ. ເມື່ອເຊົາເຊື່ອໝັ້ນໃນພຣະເຈົ້າແລ້ວ, ພວກເຂົາກໍເໝືອນເຮືອທີ່ບໍ່ມີສະໝໍ ຈຶ່ງລອຍໄປມາຢ່າງບໍ່ຮູ້ທິດທາງ. {GC 522.3}
ດັ່ງນັ້ນ, ຫຼາຍຄົນຈຶ່ງຫຼົງຈາກຄວາມເຊື່ອ ແລະ ຖືກມານຫຼອກລວງ. ມະນຸດພະຍາຍາມທີ່ຈະສະຫຼາດກວ່າພຣະຜູ້ສ້າງຂອງຕົນ, ປັດຊະຍາຂອງມະນຸດພະຍາຍາມຄົ້ນຫາ ແລະ ອະທິບາຍຄວາມເລິກລັບທີ່ຈະບໍ່ຖືກເປີດເຜີຍຕະຫຼອດຊົ່ວນິດນິຣັນດອນ. ຖ້າມະນຸດພຽງແຕ່ຄົ້ນຄວ້າ ແລະ ເຂົ້າໃຈສິ່ງທີ່ພຣະເຈົ້າຊົງເປີດເຜີຍກ່ຽວກັບພຣະອົງ ແລະ ພຣະປະສົງຂອງພຣະອົງ, ພວກເຂົາກໍຈະເຫັນພຣະຣັດສະໝີອັນຍິ່ງໃຫຍ່ ແລະ ຣິດອຳນາດຂອງພຣະເຢໂຮວາ ເຊິ່ງຈະເຮັດໃຫ້ພວກເຂົາເຫັນວ່າຕົນເອງນັ້ນຊ່າງນ້ອຍນິດເຫຼືອເກີນ ແລະ ພວກເຂົາກໍຈະພໍໃຈກັບສິ່ງທີ່ພຣະອົງຊົງເປີດເຜີຍໃຫ້ແກ່ພວກເຂົາກັບລູກຫຼານ. {GC 522.4}
ເປັນກົນອຸບາຍອັນແຍບຍົນຂອງຊາຕານ ທີ່ຈະເຮັດໃຫ້ຈິດໃຈຂອງມະນຸດໝົກໝົ້ນຢູ່ກັບການຄົ້ນຫາ ແລະ ຄາດເດົາເຖິງສິ່ງທີ່ພຣະເຈົ້າບໍ່ໄດ້ເປີດເຜີຍ ແລະ ບໍ່ປະສົງທີ່ຈະໃຫ້ພວກເຮົາເຂົ້າໃຈ. ດ້ວຍເຫດນີ້ເອງ, ລູຊີເຟີຈຶ່ງເສຍຕຳແໜ່ງຂອງຕົນໃນສະຫວັນ; ມັນບໍ່ພໍໃຈທີ່ພຣະເຈົ້າບໍ່ໄດ້ເປີດເຜີຍຄວາມລັບທັງໝົດແຫ່ງພຣະປະສົງຂອງພຣະອົງໃຫ້ມັນຮູ້. ໃນຂະນະດຽວກັນ, ມັນໄດ້ລະເລີຍຕໍ່ສິ່ງທີ່ພຣະອົງເປີດເຜີຍກ່ຽວກັບຕຳແໜ່ງໜ້າທີ່ອັນສູງສົ່ງທີ່ມັນໄດ້ຮັບມອບໝາຍ. ມັນໄດ້ປູກຝັງຄວາມບໍ່ພໍໃຈນີ້ໃຫ້ແກ່ພວກທູດສະຫວັນທີ່ຢູ່ພາຍໃຕ້ການບັງຄັບບັນຊາຂອງຕົນ ຈົນເປັນເຫດໃຫ້ພວກເຂົາຕົກສູ່ຄວາມບາບ. ບັດນີ້ມັນພະຍາຍາມປູກຝັງຈິດໃຈຂອງມະນຸດ ດ້ວຍແນວຄິດແບບດຽວກັນ ແລະ ຊັກຈູງພວກເຂົາໃຫ້ລະເລີຍຕໍ່ພຣະບັນຍັດທີ່ພຣະເຈົ້າຊົງສັ່ງໄວ້ຢ່າງຈະແຈ້ງ. {GC 523.1}
ປະຕິເສດຄວາມຈິງເພາະວ່າຕ້ອງເສຍສະຫຼະ
ຜູ້ທີ່ບໍ່ຍອມຮັບຄວາມຈິງອັນແຈ່ມແຈ້ງ ແລະ ແຫຼມຄົມຂອງພຣະຄຳພີ ກໍມັກຈະຊອກຫາເລື່ອງແຕ່ງທີ່ຟັງມ່ວນຫູ ເພື່ອດັບສຽງຂອງຈິດສຳນຶກຜິດຊອບຂອງຕົນເອງ. ຍິ່ງຫຼັກຄຳສອນບໍ່ຕ້ອງການຄວາມເລິກເຊິ່ງທາງຈິດວິນຍານ, ການປະຕິເສດຕົນເອງ ແລະ ການຖ່ອມຕົວລົງຫຼາຍເທົ່າໃດ, ຫຼັກຄຳສອນນັ້ນກໍຍິ່ງໄດ້ຮັບການຕ້ອນຮັບຫຼາຍຂຶ້ນເທົ່ານັ້ນ. ຄົນເຫຼົ່ານີ້ຍອມໃຫ້ກິເລດຕັນຫາຄອບງຳສະຕິປັນຍາຂອງຕົນ. ພວກເຂົາອວດອ້າງວ່າຕົນສະຫຼາດ ຈຶ່ງບໍ່ຍອມສຶກສາພຣະຄຳພີດ້ວຍຄວາມນອບນ້ອມຖ່ອມຕົນ ແລະ ການອະທິຖານຢ່າງຮ້ອນຮົນ ເພື່ອຂໍການຊົງນຳຈາກພຣະເຈົ້າ; ສະນັ້ນ, ພວກເຂົາຈຶ່ງບໍ່ມີແນວປ້ອງກັນຕົວເອງຈາກການຖືກຫຼອກລວງ. ຊາຕານພ້ອມທີ່ຈະຕອບສະໜອງຄວາມປາຖະໜາຂອງຈິດໃຈ ໂດຍການສະເໜີການຫຼອກລວງມາແທນຄວາມຈິງ. ດ້ວຍວິທີນີ້ເອງ, ລະບອບສັນຕະປາປາຈຶ່ງມີອຳນາດເໜືອຈິດໃຈຂອງຜູ້ຄົນ. ສ່ວນພວກໂປຣແຕັສຕັງກຳລັງດຳເນີນໄປໃນເສັ້ນທາງດຽວກັນ ດ້ວຍການປະຕິເສດຄວາມຈິງ ເພາະບໍ່ຢາກແບກໄມ້ກາງແຂນ. ທຸກຄົນທີ່ປະຖິ້ມພຣະຄຳຂອງພຣະເຈົ້າ ແລ້ວຫັນໄປຊອກຫາຄວາມສະດວກສະບາຍ ແລະ ສິ່ງທີ່ຈະເຮັດໃຫ້ຕົນເຂົ້າກັບຊາວໂລກ ກໍຈະຖືກປ່ອຍໄວ້ໃຫ້ຫຼົງເຊື່ອຄຳສອນນອກຮີດທີ່ຈະນຳໄປສູ່ຄວາມຕາຍ ແທນທີ່ຈະໄດ້ຮັບສັດຈະທຳຝ່າຍຈິດວິນຍານ. ຄົນທີ່ຕັ້ງໃຈປະຕິເສດຄວາມຈິງ ຈະຍອມຮັບຄວາມເທັດໃນທຸກຮູບແບບ. ຜູ້ທີ່ເບິ່ງການຫຼອກລວງຢ່າງໃດຢ່າງໜຶ່ງດ້ວຍຄວາມຢ້ານກົວ ກໍຈະຕົກເປັນເຫຍື່ອຂອງການຫຼອກລວງໃນຮູບແບບອື່ນຢ່າງງ່າຍດາຍ. ອັກຄະສາວົກໂປໂລໄດ້ກ່າວເຖິງຄົນກຸ່ມໜຶ່ງທີ່ບໍ່ຍອມຮັບ “ຄວາມຈິງ ເຊິ່ງຈະຊ່ວຍພວກເຂົາໃຫ້ພົ້ນ,” ໂດຍກ່າວວ່າ: “ດັ່ງນັ້ນ, ພຣະເຈົ້າຈຶ່ງໃຫ້ອິດທິພົນອັນຫຼອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມບໍ່ຈິງ. ໃນທີ່ສຸດ ທຸກຄົນທີ່ບໍ່ໄດ້ເຊື່ອຄວາມຈິງ ຄືຜູ້ທີ່ເພີດເພີນຢູ່