https://m.egwwritings.org/en/book/132.2312#2312
ການເຊື່ອມໂຍງລະຫວ່າງໂລກທີ່ເບິ່ງເຫັນ ກັບໂລກທີ່ເບິ່ງບໍ່ເຫັນ, ການປະຕິບັດໜ້າທີ່ຂອງທູດສະຫວັນຂອງພຣະເຈົ້າ ແລະ ການເຄື່ອນໄຫວຂອງພວກທູດສະຫວັນທີ່ກະບົດພ້ອມກັບຊາຕານນັ້ນ ໄດ້ຖືກເປີດເຜີຍຢ່າງຈະແຈ້ງໃນພຣະຄຳພີ ແລະ ກ່ຽວພັນກັບປະຫວັດສາດຂອງມະນຸດຢ່າງແຍກອອກຈາກກັນບໍ່ໄດ້. ປັດຈຸບັນນີ້, ມີຄົນຈຳນວນຫຼາຍຂຶ້ນທີ່ບໍ່ເຊື່ອວ່າມີທູດຂອງຊາຕານ; ຫຼາຍຄົນຄິດວ່າທູດສະຫວັນບໍຣິສຸດຜູ້ທີ່ “ບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມພົ້ນ”1 ນັ້ນ ແມ່ນວິນຍານຂອງຄົນຕາຍ. ແຕ່ພຣະຄຳພີບໍ່ພຽງແຕ່ສອນວ່າ ມີທູດສະຫວັນທັງຝ່າຍດີ ແລະ ຝ່າຍທີ່ກະບົດພ້ອມກັບຊາຕານເທົ່ານັ້ນ, ແຕ່ຍັງສະແດງຫຼັກຖານທີ່ບໍ່ອາດປະຕິເສດໄດ້ວ່າ ທູດສະຫວັນບໍ່ແມ່ນວິນຍານຂອງຄົນຕາຍ. {GC 511.1}
ກ່ອນທີ່ພຣະເຈົ້າຈະຊົງສ້າງມະນຸດຂຶ້ນມາ ທູດສະຫວັນກໍມີຢູ່ແລ້ວ. ເມື່ອພຣະອົງຊົງວາງຮາກຖານແຜ່ນດິນໂລກ “ໝູ່ດວງດາວຮ້ອງເພງນຳກັນ, ພວກເທວະດາຂອງພຣະອົງ ກໍເປັ່ງສຽງໂຮ່ຮ້ອງຍິນດີທັງນັ້ນ.” (ໂຢບ 38:7). ຫຼັງຈາກມະນຸດຫຼົງໄປໃນຄວາມບາບ ພຣະເຈົ້າໄດ້ສົ່ງທູດສະຫວັນໄປເຝົ້າຍາມຕົ້ນໄມ້ແຫ່ງຊີວິດ, ເຊິ່ງເຫດການນີ້ໄດ້ເກີດຂຶ້ນກ່ອນທີ່ຈະມີມະນຸດລົ້ມຫາຍຕາຍຈາກ. ທູດສະຫວັນມີທຳມະຊາດທີ່ເໜືອກວ່າມະນຸດ, ດັ່ງທີ່ຜູ້ຂຽນເພງສັນລະເສີນໄດ້ກ່າວໄວ້ວ່າ ມະນຸດຖືກສ້າງຂຶ້ນໃຫ້ “ຕ່ຳກວ່າພວກທູດສະຫວັນແຕ່ໜ້ອຍດຽວ.” (ເພງສັນລະເສີນ 8:5 TKJV). {GC 511.2}
ພຣະຄຳພີໄດ້ບອກເຖິງຈຳນວນ, ອຳນາດ ແລະ ສະຫງ່າຣາສີຂອງເຫຼົ່າທູດສະຫວັນ, ການເຊື່ອມໂຍງຂອງທູດສະຫວັນກັບການປົກຄອງຂອງພຣະເຈົ້າ ແລະ ຄວາມສຳພັນຕໍ່ພາລະກິດການໄຖ່ມະນຸດໃຫ້ລອດ. “ພຣະເຈົ້າຢາເວຕັ້ງພຣະບັນລັງໄວ້ຢູ່ໃນຟ້າສະຫວັນ ຊົງເປັນກະສັດປົກຄອງເໜືອສັບພະທຸກສິ່ງ.” ຜູ້ເຜີຍພຣະທຳກ່າວວ່າ “ຂ້າພະເຈົ້າ…ຍິນສຽງຂອງເທວະດາຈຳນວນຫຼວງຫຼາຍ…ອ້ອມຮອບບັນລັງ.” ທູດສະຫວັນເຫຼົ່ານັ້ນເຂົ້າເຝົ້າພຣະມະຫາຣາຊາເໜືອກະສັດທັງປວງ, ກໍຄື “ພວກເທວະດາຜູ້ແຂງແຮງ ແລະ ມີຣິດອຳນາດຍິ່ງໃຫຍ່ເອີຍ ຄືຜູ້ທີ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະອົງ ຜູ້ທີ່ຍອມຟັງສິ່ງທີ່ພຣະອົງຊົງກ່າວ.” (ເພງສັນລະເສີນ 103:19–21; ພຣະນິມິດ 5:11 LCV). ຜູ້ເຜີຍພຣະທຳດານີເອນໄດ້ເຫັນທູດສະຫວັນນັບເປັນໝື່ນໆແສນໆ. ອັກຄະສາວົກໂປໂລກ່າວວ່າ “ທູດສະຫວັນ…ມີຈຳນວນຫຼວງຫຼາຍເກີນທີ່ຈະນັບໄດ້.” (ເບິ່ງ ດານີເອນ 7:10; ເຮັບເຣີ 12:22 ດັດແປງຈາກສະບັບ NTV). ພຣະຄຳພີຂຽນວ່າ ພວກເພິ່ນນຳຂ່າວສານອອກໄປ “ເໝືອນດັ່ງຟ້າຜ່າ” (ເອເຊກຽນ 1:14) ຍ້ອນວ່າທູດສະຫວັນເຫຼົ່ານີ້ມີສະຫງ່າຣາສີອັນເຈີດຈ້າ ແລະ ບິນໄປຢ່າງໄວວາ. ທູດສະຫວັນທີ່ປາກົດຢູ່ທີ່ອຸບມຸງຝັງພຣະສົບຂອງພຣະຜູ້ຊ່ວຍໃຫ້ລອດ “ມີລັກສະນະເໝືອນແສງຟ້າແມບ, ເຄື່ອງນຸ່ງກໍຂາວເໝືອນຫິມະ,” ເຮັດໃຫ້ພວກທະຫານຍາມໂຕສັ່ນດ້ວຍຄວາມຢ້ານກົວ ແລະ “ກາຍເປັນເໝືອນຄົນຕາຍ.” (ມັດທາຍ 28:3, 4). ເມື່ອເຊັນນາເກຣິບ ກະສັດອັດຊີເຣຍຜູ້ຈອງຫອງ ໄດ້ໝິ່ນປະໝາດ ແລະ ກ່າວຄຳລົບຫຼູ່ພຣະເຈົ້າ, ພ້ອມທັງຂົ່ມຂູ່ວ່າຈະທຳລາຍຊົນຊາດອິດສະຣາເອນ, “ໃນຄືນນັ້ນ ເທວະດາຂອງພຣະເຈົ້າຢາເວ ໄດ້ລົງມາຂ້າທະຫານ 185,000 ຄົນ.” “ທະຫານ ແລະ ນາຍທະຫານຂອງກອງທັບອັດຊີເຣຍ” ຖືກຂ້າຕາຍ. “ສະນັ້ນ, ກະສັດແຫ່ງອັດຊີເຣຍຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ.” (2 ກະສັດ 19:35; 2 ຂ່າວຄາວ 32:21). {GC 511.3}
ພຣະເຈົ້າຊົງສົ່ງເຫຼົ່າທູດສະຫວັນອອກໄປ ເພື່ອປະຕິບັດພາລະກິດແຫ່ງຄວາມເມດຕາໃຫ້ແກ່ໄພ່ພົນຂອງພຣະອົງ, ຕົວຢ່າງເຊັ່ນ: ທູດສະຫວັນໄດ້ມາຫາອັບຣາຮາມພ້ອມດ້ວຍຄຳສັນຍາວ່າ ເພິ່ນຈະໄດ້ຮັບພຣະພອນ; ໄດ້ມາທີ່ປະຕູເມືອງໂຊໂດມ ເພື່ອຊ່ວຍເຫຼືອໂລດຜູ້ຊອບທຳຈາກການທີ່ເມືອງນັ້ນຈະຖືກທຳລາຍດ້ວຍໄຟ; ໄດ້ມາຫາເອລີຢາໃນທະເລຊາຍ ໃນຂະນະທີ່ເພິ່ນໃກ້ຈະຕາຍຍ້ອນຄວາມອິດເມື່ອຍ ແລະ ຄວາມອຶດຢາກ. ເຫຼົ່າທູດສະຫວັນໄດ້ມາຫາເອລີຊາດ້ວຍລົດຮົບໄຟ ແລະ ມ້າໄຟ ເພື່ອອ້ອມເມືອງນ້ອຍໆບ່ອນທີ່ເພິ່ນຖືກສັດຕູປິດອ້ອມໄວ້; ໄດ້ມາຫາດານີເອນເມື່ອເພິ່ນຢູ່ໃນຣາຊສຳນັກຂອງກະສັດຕ່າງຊາດ ແລະ ສະແຫວງຫາສະຕິປັນຍາຈາກພຣະເຈົ້າ ແລະ ເມື່ອເພິ່ນຖືກຖິ້ມລົງໄປໃຫ້ເປັນເຫຍື່ອຂອງຝູງສິງໂຕ. ທູດສະຫວັນໄດ້ມາຫາເປໂຕ ເມື່ອເພິ່ນລໍຖ້າການປະຫານຊີວິດໃນຄຸກມືດຂອງເຮໂຣດ; ໄດ້ມາຫາພວກນັກໂທດທີ່ເມືອງຟີລິບປອຍ; ໄດ້ມາຫາໂປໂລກັບເພື່ອນຮ່ວມເດີນທາງໃນຄືນທີ່ມີພະຍຸຮ້າຍກາງທະເລ; ໄດ້ມາຫາໂກເນລີໂອ ເພື່ອເປີດໃຈເພິ່ນໃຫ້ພ້ອມທີ່ຈະຮັບເອົາຂ່າວປະເສີດ; ໄດ້ມາຫາເປໂຕ ເພື່ອສົ່ງເພິ່ນອອກໄປປະກາດຂ່າວແຫ່ງຄວາມລອດພົ້ນແກ່ຄົນຕ່າງຊາດທີ່ເພິ່ນບໍ່ຮູ້ຈັກ. ໃນທຸກຍຸກທຸກສະໄໝ ເຫຼົ່າທູດສະຫວັນບໍຣິສຸດໄດ້ຊ່ວຍເຫຼືອຄົນຂອງພຣະເຈົ້າຢ່າງນີ້ແຫຼະ. {GC 512.1}
ພຣະເຈົ້າຊົງກຳນົດທູດສະຫວັນປະຈຳຕົວ ໃຫ້ແກ່ທຸກຄົນທີ່ຕິດຕາມພຣະຄຣິສ. ທູດສະຫວັນປະຈຳຕົວເຫຼົ່ານີ້ເຮັດໜ້າທີ່ເຝົ້າຍາມ ເພື່ອປົກປ້ອງຄົນຊອບທຳຈາກອຳນາດຂອງມານຮ້າຍ. ແມ່ນແຕ່ຊາຕານເອງກໍຍອມຮັບເລື່ອງນີ້ ເຊິ່ງເຫັນໄດ້ຈາກຖ້ອຍຄຳຂອງມັນທີ່ກ່າວວ່າ: “ໂຢບຢຳເກງພຣະເຈົ້າໂດຍບໍ່ຫວັງສິ່ງໃດເລີຍບໍ? ພຣະອົງຊົງລ້ອມຮົ້ວປ້ອງກັນລາວ ແລະ ຄອບຄົວກັບຊັບສິນທຸກຢ່າງຂອງລາວບໍ່ແມ່ນບໍ?” (ໂຢບ 1:9, 10 ດັດແປງຈາກສະບັບ TNCV). ພຣະທຳເພງສັນລະເສີນໄດ້ບັນລະຍາຍເຖິງວິທີການຂອງພຣະເຈົ້າ ໃນການປົກປ້ອງໄພ່ພົນຂອງພຣະອົງວ່າ: “ທູດຂອງພຣະເຢໂຮວາຢູ່ອ້ອມຮອບເຫຼົ່າຄົນທີ່ຢຳເກງພຣະອົງ ແລະ ຊົງຊ່ວຍເຂົາໃຫ້ພົ້ນຈາກໄພອັນຕະລາຍ.” (ເພງສັນລະເສີນ 34:7 ດັດແປງຈາກສະບັບ TH1940). ພຣະຜູ້ຊ່ວຍໃຫ້ລອດຊົງກ່າວເຖິງຜູ້ທີ່ເຊື່ອໃນພຣະອົງວ່າ: “ຈົ່ງລະວັງໃຫ້ດີ ຢ່າດູໝິ່ນເດັກນ້ອຍເຫຼົ່ານີ້ແມ່ນແຕ່ຜູ້ໜຶ່ງ, ເຮົາບອກພວກເຈົ້າວ່າ ເທວະດາປະຈຳຂອງເຂົາໃນສະຫວັນ ເຝົ້າຢູ່ສະເໝີຕໍ່ພຣະພັກພຣະບິດາເຈົ້າຂອງເຮົາ.” (ມັດທາຍ 18:10). ເຫຼົ່າທູດສະຫວັນທີ່ຖືກແຕ່ງຕັ້ງໃຫ້ຮັບໃຊ້ຄົນຂອງພຣະເຈົ້າ ສາມາດເຂົ້າເຝົ້າພຣະອົງໄດ້ທຸກເວລາ. {GC 512.2}
ເຖິງວ່າໄພ່ພົນຂອງພຣະເຈົ້າຕ້ອງປະເຊີນກັບອຳນາດການຫຼອກລວງ ແລະ ຄວາມມຸ່ງຮ້າຍທີ່ບໍ່ຢຸດຢັ້ງຂອງຊາຕານ ແລະ ຕ້ອງຕໍ່ສູ້ກັບກຳລັງແຫ່ງຄວາມຊົ່ວຮ້າຍທັງປວງ, ພວກເຂົາກໍຍັງໄດ້ຮັບການຢືນຢັນວ່າ ເຫຼົ່າທູດສະຫວັນຈະຄອຍປົກປັກຮັກສາຢູ່ສະເໝີ, ເຊິ່ງການຢືນຢັນນີ້ກໍຈຳເປັນ. ພຣະເຈົ້າປະທານພຣະສັນຍາແຫ່ງພຣະຄຸນ ແລະ ການປົກປ້ອງໃຫ້ແກ່ໄພ່ພົນຂອງພຣະອົງ ກໍຍ້ອນວ່າພວກເຂົາຕ້ອງປະເຊີນກັບກອງກຳລັງຊົ່ວທີ່ມີຈຳນວນຫຼວງຫຼາຍ, ມີຄວາມມຸ່ງໝັ້ນ ແລະ ບໍ່ເຄີຍອິດເມື່ອຍ. ບໍ່ມີຄວາມປອດໄພສຳລັບຄົນທີ່ລະເລີຍ ຫຼື ບໍ່ຍອມຮັບຮູ້ເຖິງຄວາມປອງຮ້າຍ ແລະ ອຳນາດຂອງພວກມັນ. {GC 513.1}
ຕອນທີ່ຖືກສ້າງຂຶ້ນມາ ເຫຼົ່າທູດສະຫວັນທີ່ປ່ຽນພັກໄປຢູ່ຝ່າຍອະທຳກໍບໍ່ມີບາບ. ພວກມັນມີທຳມະຊາດ, ອຳນາດ ແລະ ສະຫງ່າຣາສີເທົ່າທຽມກັບເຫຼົ່າທູດສະຫວັນທີ່ໃນປັດຈຸບັນບົວລະບັດຮັບໃຊ້ພຣະເຈົ້າ. ແຕ່ຫຼັງຈາກລ່ວງລົງໄປຢູ່ໃນຄວາມບາບ, ພວກມັນກໍຮ່ວມມືກັນເພື່ອທຳລາຍມະນຸດ ແລະ ເຮັດໃຫ້ພຣະເຈົ້າເສື່ອມເສຍພຣະກຽດ. ເຫຼົ່າທູດຝ່າຍອະທຳໄດ້ເຂົ້າຮ່ວມກັບຊາຕານໃນການກະບົດ ແລະ ຖືກຂັບໄລ່ອອກຈາກສະຫວັນພ້ອມກັບມັນ. ພວກມັນໄດ້ຮ່ວມມືກັບຊາຕານຕະຫຼອດທຸກຍຸກສະໄໝໃນການຕໍ່ສູ້ກັບອຳນາດຂອງພຣະເຈົ້າ. ພຣະຄຳພີໄດ້ບອກເຮົາເຖິງການຮ່ວມມື ແລະ ການປົກຄອງຂອງຊາຕານ ແລະ ເຫຼົ່າທູດຂອງມັນ, ລະດັບຊັ້ນຕ່າງໆ, ຄວາມສະຫຼາດ ແລະ ແຜນອຸບາຍອັນຮ້າຍກາດຂອງພວກມັນ ທີ່ຄອຍປອງຮ້າຍຕໍ່ຄວາມສະຫງົບສຸກຂອງມະນຸດ. {GC 513.2}
ໜ້ອຍໜັກໜ້ອຍໜາ ທີ່ປະຫວັດສາດຂອງພຣະຄຳພີເດີມໄດ້ກ່າວເຖິງເຫຼົ່າທູດຂອງຊາຕານ ແລະ ການເຄື່ອນໄຫວຂອງພວກມັນ. ແຕ່ໃນສະໄໝທີ່ພຣະຄຣິສປະທັບຢູ່ໃນໂລກ, ທູດຝ່າຍອະທຳເຫຼົ່ານີ້ ໄດ້ສະແດງອຳນາດຂອງພວກມັນອອກມາຢ່າງເຫັນໄດ້ຊັດເຈນທີ່ສຸດ. ພຣະຄຣິສສະເດັດມາ ເພື່ອປະຕິບັດຕາມແຜນການໄຖ່ມະນຸດໃຫ້ລອດ ແຕ່ຊາຕານມຸ່ງໝັ້ນທີ່ຈະອ້າງສິດຂອງມັນໃນການຄອບຄອງໂລກນີ້. ມັນປະສົບຜົນສຳເລັດໃນການຊັກນຳຊົນຊາດທັງຫຼາຍທົ່ວໂລກ ໃນການຂາບໄຫວ້ບູຊາຮູບເຄົາລົບ; ມີແຕ່ດິນແດນປາແລັດສະໄຕທີ່ມັນບໍ່ສາມາດຊັກຈູງໄດ້ສຳເລັດ. ພຣະຄຣິສສະເດັດມາຍັງດິນແດນແຫ່ງນີ້, ອັນເປັນດິນແດນທີ່ບໍ່ຍອມສະຫຍົບຢ່າງສົມບູນຕໍ່ອຳນາດຂອງຜູ້ລໍ້ລວງ, ເພື່ອສ່ອງແສງແຫ່ງສະຫວັນແກ່ປະຊາຊົນ. ຢູ່ດິນແດນນີ້ ອຳນາດທັງສອງຝ່າຍທີ່ເປັນສັດຕູກັນໄດ້ອ້າງສິດໃນການປົກຄອງ. ພຣະເຢຊູຊົງອ້າແຂນແຫ່ງຄວາມຮັກອອກ ເພື່ອເຊື້ອເຊີນທຸກຄົນທີ່ເຕັມໃຈມາຮັບເອົາການໃຫ້ອະໄພ ແລະ ສັນຕິສຸກໃນພຣະອົງ. ສ່ວນກອງກຳລັງຝ່າຍຄວາມມືດເຫັນວ່າພວກມັນບໍ່ໄດ້ມີອຳນາດເໜືອທຸກສິ່ງ; ພວກມັນເຂົ້າໃຈວ່າ ຖ້າພາລະກິດຂອງພຣະຄຣິສສຳເລັດ ການປົກຄອງຂອງພວກມັນກໍຈະສິ້ນສຸດລົງໃນບໍ່ຊ້າ. ຊາຕານຄຳລາມເໝືອນສິງໂຕທີ່ຖືກລ່າມໂສ້ໄວ້ ແລະ ທ້າທາຍສະຫວັນ ໂດຍການສະແດງອຳນາດເໜືອຮ່າງກາຍ ແລະ ຈິດວິນຍານຂອງມະນຸດ. {GC 513.3}
ພຣະຄຳພີໃໝ່ຂຽນໄວ້ຢ່າງຈະແຈ້ງວ່າ ມີຜູ້ຄົນທີ່ເຄີຍຖືກຜີເຂົ້າສິງ, ເຊິ່ງຄົນເຫຼົ່ານັ້ນບໍ່ໄດ້ພຽງແຕ່ເຈັບປ່ວຍຍ້ອນພະຍາດໂຣຄາເທົ່ານັ້ນ. ພຣະຄຣິສຊົງເຂົ້າໃຈຢ່າງຖ່ອງແທ້ວ່າ ພຣະອົງກຳລັງຮັບມືກັບເຫຼົ່າທູດແຫ່ງຄວາມຊົ່ວຮ້າຍ ແລະ ກິດຈະການງານຂອງພວກມັນ. {GC 514.1}
ເລື່ອງໃນພຣະຄຳພີຂອງການປິ່ນປົວສອງຄົນທີ່ຖືກຜີເຂົ້າສິງຢູ່ເມືອງເຄຣາເຊນ ສະແດງໃຫ້ເຫັນທັງຈຳນວນ, ອຳນາດ ແລະ ຄວາມຊົ່ວຮ້າຍຂອງເຫຼົ່າທູດຝ່າຍອະທຳ, ພ້ອມທັງຣິດອຳນາດ ແລະ ພຣະເມດຕາຂອງພຣະຄຣິສ. ຄົນທີ່ຖືກຜີສິງເຫຼົ່ານັ້ນບໍ່ຍອມຟັງໃຜ; ພວກເຂົາບິດຕົວດິ້ນຮົນ, ນ້ຳລາຍຟູມປາກ, ຮ້ອງໂຮ່ດ້ວຍຄວາມບ້າຄັ່ງ, ທຳຮ້າຍຕົນເອງ ແລະ ເປັນອັນຕະລາຍຕໍ່ທຸກຄົນທີ່ເຂົ້າມາໃກ້. ຮ່າງກາຍທີ່ບິດບ້ຽວ ແລະ ເຕັມໄປດ້ວຍບາດແຜເລືອດໄຫຼ ພ້ອມທັງຈິດໃຈທີ່ວຸ້ນວາຍຂາດສະຕິຂອງພວກເຂົາ ເປັນພາບທີ່ເຮັດໃຫ້ເຈົ້າແຫ່ງຄວາມມືດພໍໃຈຫຼາຍ. ຜີໂຕໜຶ່ງທີ່ຄວບຄຸມຜູ້ຊາຍທັງສອງຄົນໄດ້ເວົ້າວ່າ, ມັນ “ຊື່ກອງພົນ.” (ມາຣະໂກ 5:9 THSV). ໃນກອງທັບໂຣມ ໜຶ່ງກອງພົນປະກອບດ້ວຍທະຫານສາມພັນເຖິງຫ້າພັນຄົນ. ພັກພວກຂອງຊາຕານກໍຖືກຈັດຕັ້ງເປັນກອງເຊັ່ນກັນ ແລະ ກອງຜີໂສໂຄກທີ່ເຂົ້າສິງສອງຄົນນັ້ນ ມີຈຳນວນບໍ່ໜ້ອຍກວ່າໜຶ່ງກອງພົນ. {GC 514.2}
ເມື່ອພຣະເຢຊູຊົງບັນຊາແລ້ວ ຜີຮ້າຍກໍອອກຈາກສອງຄົນນັ້ນ. ພວກເຂົາຈຶ່ງມານັ່ງຢູ່ໃກ້ພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດຢ່າງສະຫງົບ, ສຸພາບອ່ອນໂຍນ ແລະ ມີສະຕິຄົບຖ້ວນ. ແຕ່ຜີຮ້າຍທັງກອງພົນນັ້ນໄດ້ຮັບອະນຸຍາດໃຫ້ເຂົ້າສິງຝູງໝູ ແລ້ວກໍຕ້ອນພວກມັນໂດດລົງຕາຍໃນທະເລ. ຊາວເມືອງເຄຣາເຊນເຫັນວ່າ ການສູນເສຍໝູນັ້ນສຳຄັນກວ່າພຣະພອນແຫ່ງການຮັກສາຂອງພຣະຄຣິສ; ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງສະເດັດອອກຈາກເຂດແດນຂອງພວກເຂົາ. ນີ້ແມ່ນຜົນທີ່ຊາຕານຕ້ອງການ; ມັນປຸກປັ່ນຄວາມຢ້ານກົວ ແລະ ຄວາມເຫັນແກ່ຕົວຂອງປະຊາຊົນ ໂດຍການກ່າວຫາພຣະເຢຊູວ່າເປັນຕົ້ນເຫດຂອງການສູນເສຍ ເພື່ອກີດກັນບໍ່ໃຫ້ພວກເຂົາຮັບຟັງພຣະຄຳຂອງພຣະອົງ. ຊາຕານຫາເລື່ອງທີ່ຈະກ່າວຫາຄຣິສຕຽນຢູ່ສະເໝີວ່າ ເປັນສາເຫດຂອງການສູນເສຍ ແລະ ຄວາມທຸກຍາກລຳບາກ ແທນທີ່ຈະຍອມຮັບຄຳຕິຕຽນທີ່ຄວນຕົກໃສ່ຕົວມັນເອງ ແລະ ພັກພວກບໍລິວານຂອງມັນ. {GC 514.3}
ເຖິງຢ່າງໃດກໍຕາມ, ພຣະປະສົງຂອງພຣະຄຣິສບໍ່ໄດ້ລົ້ມເຫຼວ. ພຣະອົງຊົງອະນຸຍາດໃຫ້ຜີຮ້າຍທຳລາຍຝູງໝູ ເພື່ອເປັນການຕຳໜິຊາວຢິວທີ່ລ້ຽງສັດບໍ່ສະອາດເຫຼົ່ານີ້ເພື່ອຫາກຳໄລ. ຖ້າພຣະຄຣິສບໍ່ໄດ້ຢັບຢັ້ງຫ້າມປາມພວກຜີຮ້າຍໄວ້ ພວກມັນຄົງຈະບໍ່ທຳລາຍພຽງແຕ່ຝູງໝູເທົ່ານັ້ນ ແຕ່ຈະຜັກດັນທັງຜູ້ລ້ຽງ ແລະ ເຈົ້າຂອງໝູລົງທະເລນຳ. ທີ່ຜູ້ລ້ຽງ ແລະ ເຈົ້າຂອງໝູລອດຊີວິດໄດ້ນັ້ນ ແມ່ນຍ້ອນພຣະເມດຕາ ແລະ ຣິດອຳນາດຂອງພຣະອົງທີ່ຊົງຊ່ວຍພວກເຂົາ. ຍິ່ງໄປກວ່ານັ້ນ, ພຣະອົງຊົງອະນຸຍາດໃຫ້ເຫດການນີ້ເກີດຂຶ້ນ ເພື່ອໃຫ້ພວກສາວົກຂອງພຣະອົງໄດ້ເຫັນອຳນາດອັນໂຫດຮ້າຍທາລຸນຂອງຊາຕານທີ່ມີເໜືອມະນຸດ ແລະ ສັດ. ພຣະຜູ້ຊ່ວຍໃຫ້ລອດຊົງປາຖະໜາໃຫ້ຜູ້ຕິດຕາມພຣະອົງ ຮູ້ຈັກສັດຕູທີ່ພວກເຂົາຈະຕ້ອງປະເຊີນພົບພໍ້ ເພື່ອຈະບໍ່ຖືກຫຼອກລວງ ແລະ ພ່າຍແພ້ຕໍ່ກົນອຸບາຍຂອງມັນ. ພຣະອົງຍັງປາຖະໜາໃຫ້ປະຊາຊົນໃນເຂດນັ້ນ ໄດ້ເຫັນຣິດອຳນາດຂອງພຣະອົງທີ່ສາມາດທຳລາຍເຄື່ອງຜູກມັດຂອງຊາຕານ ແລະ ປົດປ່ອຍຊະເລີຍຂອງມັນ. ເຖິງແມ່ນວ່າພຣະເຢຊູໄດ້ສະເດັດອອກຈາກເຂດແດນນັ້ນໄປ ຜູ້ທີ່ໄດ້ຮັບການປົດປ່ອຍຈາກກອງຜີຮ້າຍນັ້ນກໍຍັງຢູ່ເພື່ອປະກາດເຖິງຄວາມເມດຕາຂອງພຣະອົງ ຜູ້ປະທານພອນໃຫ້ແກ່ປະຊາຊົນ. {GC 515.1}
ເຫດການອື່ນໆທີ່ຄ້າຍຄືກັນນີ້ ໄດ້ຮັບການບັນທຶກໄວ້ໃນພຣະຄຳພີ. ພຣະຜູ້ຊ່ວຍໃຫ້ລອດຜູ້ຊົງມີພຣະໄທເມດຕາໄດ້ປິ່ນປົວຫຼາຍຄົນທີ່ຖືກຜີສິງ, ຕົວຢ່າງເຊັ່ນ: ລູກສາວຂອງແມ່ຍິງຊາວຊີເຣຍ-ໂຟນີເຊຍທີ່ຖືກຜີສິງຢ່າງຮ້າຍແຮງ, ພຣະເຢຊູໄດ້ຂັບໄລ່ຜີເຫຼົ່ານັ້ນອອກ ດ້ວຍພຣະຄຳຂອງພຣະອົງ;2 “ຊາຍຜູ້ໜຶ່ງທີ່ມີຜີມານຮ້າຍເຂົ້າສິງ ທັງຕາບອດ ແລະ ປາກກືກ;”3 ຊາຍໜຸ່ມຄົນໜຶ່ງທີ່ມີຜີສິງ ຈົນເຮັດໃຫ້ລາວປາກກືກ, ຜີນັ້ນມັກຈະ “ຊຸກລາວຕົກນ້ຳ ແລະ ຕົກໃສ່ໄຟເພື່ອຂ້າລາວ;”4 ຄົນບ້າທີ່ລົບກວນຄວາມສະຫງົບໃນວັນສະບາໂຕທີ່ທຳມະສາລາ ຢູ່ເມືອງກາເປນາອູມ, ຜູ້ຖືກ “ຜີມານຮ້າຍເຂົ້າສິງຢູ່ ເຊິ່ງເປັນວິນຍານສົກກະປົກ.”5 ຄົນເຫຼົ່ານີ້ໄດ້ຮັບການປິ່ນປົວດ້ວຍພຣະເມດຕາກະລຸນາຂອງພຣະອົງ. ໃນເກືອບທຸກກໍລະນີ, ພຣະຄຣິສຊົງກ່າວກັບຜີຮ້າຍເໝືອນວ່າ ຜີນັ້ນເປັນບຸກຄົນຜູ້ມີສະຕິປັນຍາ. ພຣະອົງສັ່ງໃຫ້ມັນອອກຈາກຜູ້ທີ່ມັນເຂົ້າສິງ ແລະ ບໍ່ໃຫ້ມັນທໍລະມານຜູ້ນັ້ນອີກຕໍ່ໄປ. ເມື່ອຜູ້ນະມັດສະການທີ່ເມືອງກາເປນາອູມ ໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງແລ້ວ, “ຕ່າງກໍພາກັນປະຫຼາດໃຈ ແລະ ເວົ້າກັນວ່າ, ‘ຖ້ອຍຄຳເຫຼົ່ານີ້ແມ່ນຫຍັງ? ເພາະວ່າເພິ່ນໄດ້ສັ່ງວິນຍານສົກກະປົກເຫຼົ່ານີ້ດ້ວຍສິດອຳນາດ ແລະ ຣິດເດດ ແລ້ວມັນກໍອອກມາ!’” (ລູກາ 4:36 LCV). {GC 515.2}
ຕາມປົກກະຕິແລ້ວ ພຣະຄຳພີສອນວ່າ ຄົນທີ່ຖືກຜີສິງມັກຈະຢູ່ໃນສະພາບທີ່ທຸກທໍລະມານຫຼາຍ, ແຕ່ກໍມີບາງກໍລະນີທີ່ບໍ່ໄດ້ເປັນຢ່າງນັ້ນ. ບາງຄົນໄດ້ຕ້ອນຮັບເອົາພະລັງຣິດເດດເໜືອທຳມະຊາດຈາກຊາຕານ, ແນ່ນອນວ່າ ຄົນເຫຼົ່ານີ້ບໍ່ມີການຕໍ່ສູ້ກັບພວກຜີຮ້າຍເລີຍ. ຄົນທີ່ມີວິນຍານໃນການທຳນວາຍກໍຈັດຢູ່ໃນພວກນີ້ເຊັ່ນ: ຊີໂມນໝໍເວດມົນຄາຖາ, ເອລີມາໝໍເວດມົນຄາຖາ ແລະ ຍິງສາວທີ່ຕິດຕາມອາຈານໂປໂລກັບຊີລາ ຢູ່ເມືອງຟີລິບປອຍ. {GC 516.1}
ພຣະຄຳພີສອນໄວ້ຢ່າງຈະແຈ້ງ ແລະ ພຽງພໍແລ້ວວ່າ ພະຍາມານ ແລະ ເຫຼົ່າທູດຂອງມັນມີຢູ່ຈິງ ແລະ ເຄື່ອນໄຫວຢູ່. ແຕ່ຜູ້ທີ່ປະຕິເສດຄວາມຈິງນີ້ ເປັນຜູ້ທີ່ຕົກຢູ່ໃນໄພອັນຕະລາຍທີ່ສຸດຈາກອຳນາດຂອງວິນຍານຊົ່ວ. ຕາບໃດທີ່ພວກເຮົາບໍ່ຮູ້ເທົ່າທັນອຸບາຍຂອງພວກມັນ, ທູດຂອງຊາຕານກໍຈະໄດ້ປຽບຢ່າງໃຫຍ່ຫຼວງເກີນທີ່ຈະນຶກຄິດໄດ້. ຫຼາຍຄົນເຊື່ອຟັງຄຳແນະນຳຂອງຜີມານຮ້າຍ ໂດຍຄິດວ່າຕົນກຳລັງເຮັດຕາມສະຕິປັນຍາຂອງຕົນເອງ. ດ້ວຍເຫດນີ້, ເມື່ອພວກເຮົາເຂົ້າໃກ້ວາລະສຸດທ້າຍ ຊາຕານຈະໃຊ້ອຳນາດອັນຍິ່ງໃຫຍ່ທີ່ສຸດຂອງມັນເພື່ອຫຼອກລວງ ແລະ ທຳລາຍ ໂດຍການເຮັດໃຫ້ຄົນທົ່ວໂລກເຊື່ອວ່າມັນບໍ່ມີຢູ່ຈິງ. ນີ້ຄືແຜນການຂອງມັນທີ່ຈະເຊື່ອງຊ່ອນຕົວເອງ ແລະ ວິທີການປະຕິບັດພາລະກິດຂອງມັນ. {GC 516.2}
ສິ່ງທີ່ຊາຕານຢ້ານກົວຫຼາຍທີ່ສຸດ ແມ່ນການທີ່ພວກເຮົາຈະຮູ້ເທົ່າທັນກົນອຸບາຍຂອງມັນ. ເພື່ອປິດບັງຕົວເອງ ແລະ ຈຸດປະສົງທີ່ແທ້ຈິງ, ມັນໄດ້ສ້າງພາບພົດຂອງຕົນໃຫ້ຄົນເຫັນວ່າ “ຊາຕານ” ເປັນພຽງເລື່ອງຕະຫຼົກ ຫຼື ເລື່ອງໜ້າດູໝິ່ນເທົ່ານັ້ນ ເພື່ອພາງຈຸດປະສົງ ແລະ ລັກສະນະອັນແທ້ຈິງຂອງມັນ. ມັນພໍໃຈເມື່ອຄົນວາດພາບຂອງມັນເປັນຕົວຕະຫຼົກ ຫຼື ສິ່ງໜ້າກຽດຊັງທີ່ມີຮູບຮ່າງປະຫຼາດເຄິ່ງສັດເຄິ່ງຄົນ. ມັນພໍໃຈເມື່ອໄດ້ຍິນຄົນທີ່ຄິດວ່າຕົນສະຫຼາດ ແລະ ມີຄວາມຮູ້ ເອົາຊື່ຂອງມັນມາເວົ້າຕະຫຼົກຄົບຂັນ ຫຼື ໃຊ້ໃນການດູໝິ່ນເຍາະເຍີ້ຍ. {GC 516.3}
ຍ້ອນມັນເຊື່ອງຊ່ອນຕົວມັນເອງດ້ວຍຄວາມຊຳນານທີ່ສຸດ ຄົນຈຶ່ງພາກັນຖາມວ່າ: “ຊາຕານມີຢູ່ຈິງແທ້ບໍ?” ການທີ່ວົງການສາສະໜາຍອມຮັບທິດສະດີທີ່ຂັດແຍ້ງກັບຂໍ້ຄວາມອັນຈະແຈ້ງຂອງພຣະຄຳພີ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງມັນ. ຜູ້ທີ່ຊາຕານສາມາດຄວບຄຸມຈິດໃຈງ່າຍທີ່ສຸດ ຄືຜູ້ທີ່ຮູ້ເທົ່າບໍ່ເຖິງອິດທິພົນຂອງມັນ. ດ້ວຍເຫດນີ້, ພຣະຄຳຂອງພຣະເຈົ້າຈຶ່ງໄດ້ເປີດເຜີຍຕົວຢ່າງຫຼາຍກໍລະນີ ກ່ຽວກັບວຽກງານອັນຊົ່ວຮ້າຍຂອງຊາຕານ ເພື່ອເປີດໂປງກຳລັງອັນລີ້ລັບຂອງມັນ ແລະ ເຕືອນພວກເຮົາໃຫ້ລະວັງການໂຈມຕີຂອງມັນ. {GC 517.1}
ຣິດອຳນາດ ແລະ ການປອງຮ້າຍຂອງຊາຕານ ພ້ອມດ້ວຍເຫຼົ່າທູດຂອງມັນອາດເຮັດໃຫ້ພວກເຮົາຢ້ານກົວໄດ້, ແຕ່ເຮົາບໍ່ຕ້ອງຢ້ານ ເພາະພຣະຜູ້ໄຖ່ຂອງພວກເຮົາຊົງມີຣິດອຳນາດທີ່ຍິ່ງໃຫຍ່ກວ່າຊາຕານ ແລະ ພວກເຮົາສາມາດລີ້ໄພ ແລະ ຮັບການຊ່ວຍກູ້ໄດ້ຈາກພຣະອົງ. ພວກເຮົາມີຄວາມລະມັດລະວັງຈຶ່ງລົງກອນໃສ່ກະແຈບ້ານເຮືອນ ເພື່ອປົກປ້ອງຊັບສິນ ແລະ ຊີວິດຄົນໃນຄອບຄົວຈາກຄົນຊົ່ວ, ແຕ່ພວກເຮົາແທບບໍ່ໄດ້ຄິດເຖິງວິນຍານຊົ່ວ ທີ່ຊອກຫາໂອກາດເຂົ້າຫາພວກເຮົາຢູ່ຕະຫຼອດເວລາ. ໂດຍກຳລັງຂອງຕົນເອງແລ້ວ ພວກເຮົາບໍ່ສາມາດຕ້ານທານການໂຈມຕີຂອງພວກມັນໄດ້ເລີຍ. ຖ້າໄດ້ຮັບອະນຸຍາດ ພວກມັນສາມາດລົບກວນຈິດໃຈ, ທໍລະມານຮ່າງກາຍ, ທຳລາຍຊັບສິນ ແລະ ຊີວິດຂອງພວກເຮົາ. ຄວາມເພິງພໍໃຈອັນດຽວຂອງພວກມັນ ແມ່ນການສ້າງຄວາມທຸກທໍລະມານ ແລະ ການທຳລາຍ. ບາງຄົນຕໍ່ຕ້ານພຣະປະສົງຂອງພຣະເຈົ້າ ແລະ ຍິນຍອມຕໍ່ການລໍ້ລວງຂອງຊາຕານ ຈົນພຣະເຈົ້າຕ້ອງປະປ່ອຍພວກເຂົາໃຫ້ວິນຍານຊົ່ວຄອບງຳ. ຄົນເຫຼົ່ານັ້ນຢູ່ໃນສະພາບທີ່ໜ້າຢ້ານກົວແທ້ໆ. ແຕ່ຜູ້ທີ່ຕິດຕາມພຣະຄຣິສຈະປອດໄພສະເໝີ ພາຍໃຕ້ການປົກປັກຮັກສາຂອງພຣະອົງ. ພຣະເຈົ້າສົ່ງທູດສະຫວັນຜູ້ມີຣິດອຳນາດມາປົກປ້ອງພວກເຂົາ. ຊາຕານມານຮ້າຍກໍບໍ່ສາມາດທະລຸດ່ານທີ່ພຣະເຈົ້າຈັດວາງໄວ້ອ້ອມຮອບໄພ່ພົນຂອງພຣະອົງໄດ້. {GC 517.2}