30 ຄວາມກຽດຊັງລະຫວ່າງມະນຸດກັບຊາຕານ
ຕົ້ນສະບັບພາສາອັງກິດ
ກຳລັງໃນການຕ້ານທານຊາຕານ
“ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະ ເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງເປັນສັດຕູກັນ. ເຊື້ອສາຍຂອງຜູ້ຍິງຈະຢຽບຫົວເຈົ້າໃຫ້ແຕກ ແລະ ເຈົ້າຈະທຳໃຫ້ສົ້ນຕີນເພິ່ນບວມຊ້ຳໄປ.” (ປະຖົມມະການ 3:15 ສະບັບລາວບູຮານ). ຄຳພິພາກສາຂອງພຣະເຈົ້າທີ່ກ່າວໂທດຊາຕານ ຫຼັງຈາກມະນຸດຫຼົງສູ່ຄວາມບາບນັ້ນ ຍັງເປັນຄຳພະຍາກອນທີ່ກວມເອົາທຸກຍຸກທຸກສະໄໝ ຈົນເຖິງວັນອະວະສານ, ແລະເປັນເງົາສະທ້ອນເຖິງການຂັດແຍ້ງອັນຍິ່ງໃຫຍ່ ທີ່ກ່ຽວຂ້ອງກັບມະນຸດທຸກເຊື້ອຊາດທີ່ຈະອາໄສຢູ່ເທິງແຜ່ນດິນໂລກ. {GC 505.1}
ພຣະເຈົ້າຊົງກ່າວວ່າ: “ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ.” ການເປັນສັດຕູນີ້ບໍ່ໄດ້ເກີດຂຶ້ນເອງຕາມທຳມະຊາດ. ເມື່ອມະນຸດລະເມີດພຣະບັນຍັດຂອງພຣະເຈົ້າ, ທຳມະຊາດຂອງພວກເຂົາກໍເສື່ອມຊາມລົງ ເຊິ່ງເຮັດໃຫ້ພວກເຂົາປອງດອງກັບຊາຕານແທນທີ່ຈະຂັດແຍ້ງກັບມັນ. ຕາມທຳມະຊາດແລ້ວ, ບໍ່ມີຄວາມຂັດແຍ້ງກັນລະຫວ່າງຄົນບາບກັບຊາຕານ ຜູ້ເປັນຕົ້ນເຫດຂອງຄວາມບາບ. ທັງສອງຝ່າຍມີທຳມະຊາດອັນຊົ່ວຮ້າຍ ຍ້ອນການປະຖິ້ມຄວາມເຊື່ອ. ຜູ້ທີ່ປະຖິ້ມຄວາມເຊື່ອບໍ່ມີຄວາມສະຫງົບໃຈເລີຍ ເວັ້ນເສຍແຕ່ເຂົາຈະໄດ້ຮັບການສະໜັບສະໜູນ ແລະ ການເຂົ້າຂ້າງຈາກຜູ້ອື່ນ ໂດຍການຫຼອກລໍ້ພວກເຂົາໃຫ້ເຮັດຕາມແບບຢ່າງຂອງຕົນ. ດ້ວຍເຫດນີ້, ຄົນຊົ່ວ ແລະ ທູດສະຫວັນທີ່ຫຼົງຜິດຈຶ່ງຈຳໃຈຮ່ວມມືກັນ. ຖ້າພຣະເຈົ້າບໍ່ໄດ້ເຂົ້າມາຂັດຂວາງເປັນພິເສດ ຊາຕານກັບມະນຸດຄົງຈະຈັບມືກັນເພື່ອຕໍ່ສູ້ກັບສະຫວັນ, ແລ້ວແທນທີ່ຈະຮັກສາຄວາມເປັນສັດຕູຕໍ່ຊາຕານ ມະນຸດສະໂລກທັງໝົດຄົງຈະຮ່ວມກັບມັນໃນການຕໍ່ຕ້ານພຣະເຈົ້າ. {GC 505.2}
ຊາຕານໄດ້ຫຼອກລວງມະນຸດໃຫ້ເຮັດບາບ ຄືກັນກັບທີ່ມັນໄດ້ຊັກນຳເຫຼົ່າທູດສະຫວັນໃຫ້ກະບົດ ເພື່ອມັນຈະໄດ້ຮັບການຮ່ວມມືໃນການເຮັດສົງຄາມຕໍ່ສູ້ກັບສະຫວັນ. ໃນເລື່ອງຄວາມກຽດຊັງທີ່ມີຕໍ່ພຣະຄຣິສ ຊາຕານກັບເຫຼົ່າທູດສະຫວັນທີ່ຫຼົງຕິດຕາມມັນກໍບໍ່ມີຄວາມຂັດແຍ້ງກັນ. ເຖິງແມ່ນວ່າພວກມັນຈະບໍ່ລົງລອຍກັນໃນເລື່ອງອື່ນໆກໍຕາມ ແຕ່ກໍເປັນນ້ຳໜຶ່ງໃຈດຽວກັນໃນການຕໍ່ຕ້ານສິດອຳນາດຂອງພຣະເຈົ້າ ຜູ້ປົກຄອງແຫ່ງຈັກກະວານ. ຢ່າງໃດກໍຕາມ, ເມື່ອຊາຕານໄດ້ຍິນຄຳປະກາດວ່າ ລະຫວ່າງຕົວມັນເອງກັບຍິງນັ້ນ ແລະ ລະຫວ່າງເຊື້ອສາຍຂອງມັນກັບເຊື້ອສາຍຂອງນາງຈະເປັນສັດຕູກັນ, ມັນກໍຮູ້ວ່າ ມັນຈະຖືກຂັດຂວາງໃນການເຮັດໃຫ້ທຳມະຊາດຂອງມະນຸດເສື່ອມຊາມລົງ ທັງຮູ້ວ່າມະນຸດຈະສາມາດຕ້ານທານອຳນາດຂອງມັນໄດ້ໂດຍທາງໃດທາງໜຶ່ງ. {GC 505.3}
ຊາຕານມີຄວາມກຽດຊັງຕໍ່ມະນຸດ ຍ້ອນວ່າພວກເຂົາໄດ້ຮັບຄວາມຮັກ ແລະ ພຣະເມດຕາຈາກພຣະເຈົ້າ ຜ່ານທາງພຣະເຢຊູຄຣິສ. ມັນປາຖະໜາທີ່ຈະຂັດຂວາງແຜນການອັນສູງສົ່ງຂອງພຣະເຈົ້າໃນການໄຖ່ມະນຸດໃຫ້ລອດພົ້ນ. ມັນຕ້ອງການເຮັດໃຫ້ພຣະເຈົ້າເສື່ອມເສຍພຣະກຽດ ດ້ວຍການທຳລາຍພຣະລັກສະນະຂອງພຣະອົງທີ່ມີໃນມະນຸດ ແລະ ດ້ວຍການເຮັດໃຫ້ອຸປະນິໄສຂອງພວກເຂົາເປິເປື້ອນມົນທິນ. ມັນຕ້ອງການເຮັດໃຫ້ມີຄວາມໂສກເສົ້າໃນສະຫວັນ ແລະ ໃຫ້ແຜ່ນດິນໂລກເຕັມໄປດ້ວຍຄວາມທຸກເວດທະນາກັບຄວາມເພພັງຫາຍະນະ. ແລ້ວມັນກໍຊີ້ໄປຍັງຄວາມຊົ່ວຮ້າຍທັງໝົດນີ້ວ່າ ເປັນໝາກຜົນແຫ່ງການຊົງສ້າງມະນຸດຂອງພຣະເຈົ້າ. {GC 506.1}
ພຣະຄຸນຂອງພຣະຄຣິສ
ສິ່ງທີ່ເຮັດໃຫ້ມະນຸດເປັນສັດຕູກັບຊາຕານໄດ້ ຄືພຣະຄຸນທີ່ພຣະຄຣິສໃສ່ໄວ້ໃນໃຈຂອງພວກເຂົາ. ຖ້າປາສະຈາກພຣະຄຸນທີ່ເຮັດໃຫ້ກັບໃຈໃໝ່ ແລະ ຣິດອຳນາດທີ່ຟື້ນຟູຈິດວິນຍານ, ມະນຸດກໍຈະສືບຕໍ່ໃນການເປັນຂ້າທາດຂອງຊາຕານ ໂດຍຈະຕ້ອງຍອມເຮັດຕາມຄວາມປະສົງຂອງມັນຢູ່ສະເໝີ. ແຕ່ເມື່ອພຣະຄຣິສຊົງໃສ່ຫຼັກການໃໝ່ໄວ້ໃນຈິດໃຈຂອງມະນຸດແລ້ວ ພວກເຂົາກໍເລີ່ມເປັນສັດຕູກັບຊາຕານ ເຊິ່ງເມື່ອກ່ອນເຄີຍເປັນມິດກັບມັນ. ພຣະຄຣິສປະທານກຳລັງໃຫ້ມະນຸດສາມາດຕໍ່ຕ້ານຊາຕານ ຜູ້ເປັນຈອມຜະເດັດການ ແລະ ເປັນຜູ້ຍາດເອົາອຳນາດໂດຍພະລະການ. ຜູ້ໃດທີ່ກຽດຊັງຄວາມບາບແທນທີ່ຈະຮັກມັນ, ພ້ອມດ້ວຍຜູ້ຄົນທີ່ຕໍ່ຕ້ານ ແລະ ມີໄຊຕໍ່ຄວາມຢາກທີ່ເຄີຍຄອບງຳຈິດໃຈນັ້ນ, ກໍສະແດງເຖິງຫຼັກການທີ່ມາຈາກເບື້ອງເທິງໂດຍແທ້ຈິງ. {GC 506.2}
ຄວາມຂັດແຍ້ງທີ່ມີຢູ່ລະຫວ່າງແນວຄິດຂອງພຣະຄຣິສກັບແນວຄິດຂອງຊາຕານ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດໃນທ່າທີທີ່ຊາວໂລກມີຕໍ່ພຣະເຢຊູ. ສາເຫດສ່ວນໃຫຍ່ທີ່ຊາວຢິວປະຕິເສດພຣະອົງ ບໍ່ແມ່ນຍ້ອນພຣະອົງສະເດັດມາໂດຍບໍ່ມີຊັບສົມບັດ ຫຼື ຄວາມໂອ່ອ່າຟູຟ້າທາງຝ່າຍໂລກ. ພວກເຂົາເຫັນວ່າ ພຣະອົງຊົງມີຣິດອຳນາດທີ່ຊົງຄຸນຄ່າຫຼາຍກວ່າສິ່ງຂອງພາຍນອກ. ແຕ່ຄົນອະທຳກຽດຊັງພຣະຄຣິສ ຍ້ອນຄວາມສະອາດບໍຣິສຸດຂອງພຣະອົງ. ການດຳລົງຊີວິດຂອງພຣະອົງທີ່ປະຕິເສດຕົນເອງ ແລະ ອຸທິດຕົນໂດຍປາສະຈາກຄວາມບາບນັ້ນ ເປັນສິ່ງທີ່ໄດ້ປະນາມຜູ້ຄົນທີ່ຈອງຫອງຢູ່ຕະຫຼອດເວລາ ແລະ ເປັນສິ່ງທີ່ຕຳໜິຄົນທີ່ຕິດພັນໃນເນື້ອໜັງຢ່າງບໍ່ຢຸດຢ່ອນ. ເລື່ອງນີ້ແຫຼະທີ່ເຮັດໃຫ້ຊາວໂລກກຽດຊັງພຣະບຸດຂອງພຣະເຈົ້າ. ຊາຕານກັບເຫຼົ່າທູດຮ້າຍຂອງມັນໄດ້ເຂົ້າຮ່ວມກັບຄົນຊົ່ວ; ຝ່າຍທີ່ປະຕິເສດພຣະເຈົ້າໄດ້ຮ່ວມພະລັງທັງໝົດ ເພື່ອຕໍ່ຕ້ານພຣະຄຣິສຜູ້ປົກປ້ອງຄວາມຈິງ. {GC 506.3}
ຜູ້ຕິດຕາມພຣະຄຣິສໄດ້ຖືກກຽດຊັງເໝືອນດັ່ງພຣະອາຈານຂອງພວກເຂົາ. ທຸກຄົນທີ່ເຫັນວ່າ ຄວາມບາບເປັນສິ່ງທີ່ໜ້າລັງກຽດ ແລະ ຕ້ານທານການທົດລອງດ້ວຍພະລັງທີ່ໄດ້ຮັບຈາກເບື້ອງເທິງ ກໍຈະຖືກຊາຕານກັບສະໝຸນຂອງມັນລຸກຂຶ້ນຕໍ່ຕ້ານດ້ວຍຄວາມໂກດຮ້າຍຢ່າງແນ່ນອນ. ຄວາມກຽດຊັງຕໍ່ຫຼັກການອັນບໍຣິສຸດແຫ່ງຄວາມຈິງ ພ້ອມທັງການປະນາມ ແລະ ການຂົ່ມເຫັງຄົນທັງຫຼາຍທີ່ສະໜັບສະໜູນຄວາມຈິງ ຈະຍັງຄົງມີຢູ່ຕາບໃດທີ່ຄວາມບາບ ແລະ ຄົນບາບຍັງມີຢູ່ໃນໂລກ. ສາວົກຂອງພຣະຄຣິສ ແລະ ຜູ້ຮັບໃຊ້ຂອງຊາຕານບໍ່ສາມາດຈະປອງດອງກັນໄດ້. ການຖືກຂົ່ມເຫັງຍ້ອນໄມ້ກາງແຂນກໍຍັງສືບຕໍ່ບໍ່ສິ້ນສຸດ. “ຕາມຄວາມຈິງແລ້ວ, ຜູ້ໃດກໍຕາມ ທີ່ປາຖະໜາຈະດຳເນີນຊີວິດຕາມທາງຂອງພຣະເຈົ້າ ໃນພຣະຄຣິສເຈົ້າເຢຊູນັ້ນ ກໍຈະຖືກຂົ່ມເຫັງ.” (2 ຕີໂມທຽວ 3:12 LCV). {GC 507.1}
ພວກຜູ້ຮັບໃຊ້ຂອງຊາຕານກຳລັງເຮັດວຽກຢູ່ຕະຫຼອດເວລາພາຍໃຕ້ການນຳພາຂອງມັນ ເພື່ອສ້າງຕັ້ງສິດອຳນາດ ແລະ ອານາຈັກຂອງມັນໃຫ້ເຂັ້ມແຂງ ໂດຍເລັງທີ່ຈະຕໍ່ຕ້ານການປົກຄອງຂອງພຣະເຈົ້າ. ເພື່ອທີ່ຈະບັນລຸຈຸດປະສົງນີ້, ພວກມັນພະຍາຍາມຫຼອກລວງຜູ້ຕິດຕາມພຣະຄຣິສ ແລະ ລໍ້ລວງພວກເຂົາໃຫ້ປະຖິ້ມຄວາມສັດຊື່ທີ່ມີຕໍ່ພຣະອົງ. ໃນການບິດເບືອນ ແລະ ພິກແພງຂໍ້ພຣະຄຳພີ ເພື່ອໃຫ້ສຳເລັດຕາມຈຸດປະສົງຂອງຕົນ, ຄົນເຫຼົ່ານີ້ບໍ່ຕ່າງຫຍັງກັບຊາຕານຜູ້ເປັນນາຍຂອງພວກເຂົາ. ຊາຕານພະຍາຍາມຊັກນຳໃຫ້ຄົນດູໝິ່ນພຣະເຈົ້າຢ່າງໃດ ຜູ້ຮັບໃຊ້ຂອງມັນກໍພະຍາຍາມດູໝິ່ນໃສ່ຮ້າຍປະຊາຊົນຂອງພຣະອົງຢ່າງນັ້ນ. ແນວຄິດທີ່ນຳໄປສູ່ການປະຫານອົງພຣະຄຣິສ ກໍຍັງຄອບງຳຄົນຊົ່ວໃຫ້ທຳລາຍພວກສາວົກຂອງພຣະອົງ. ທັງໝົດນີ້, ໄດ້ຖືກທຳນວາຍໄວ້ລ່ວງໜ້າໃນຄຳພະຍາກອນທຳອິດທີ່ກ່າວວ່າ: “ເຮົາຈະໃຫ້ເຈົ້າກັບຜູ້ຍິງເປັນສັດຕູກັນ ແລະ ເຊື້ອສາຍຂອງເຈົ້າກັບເຊື້ອສາຍຂອງຜູ້ຍິງເປັນສັດຕູກັນ.” (ປະຖົມມະການ 3:15 ສະບັບລາວບູຮານ). ສິ່ງເຫຼົ່ານີ້ຈະດຳເນີນຕໍ່ໄປຈົນເຖິງວາລະສຸດທ້າຍ. {GC 507.2}
ຊາຕານຮວບຮວມພັກພວກ ແລະ ພະລັງທັງໝົດຂອງມັນເພື່ອການຕໍ່ສູ້, ແຕ່ເປັນຫຍັງມັນຈຶ່ງບໍ່ພົບກັບການຕໍ່ຕ້ານຫຼາຍກວ່ານີ້? ເປັນຫຍັງທະຫານຂອງພຣະຄຣິສຈຶ່ງງ່ວງເຫງົາຫາວນອນ ແລະ ເມີນເສີຍຕໍ່ສິ່ງເຫຼົ່ານີ້? ສາເຫດກໍຍ້ອນວ່າ ພວກເຂົາບໍ່ໄດ້ສະໜິດຕິດພັນກັບພຣະຄຣິສຢ່າງແທ້ຈິງ ແລະ ຍ້ອນວ່າພວກເຂົາຂາດພຣະວິນຍານຂອງພຣະອົງ. ພຣະເຢຊູຊົງເຫັນວ່າ ຄວາມບາບເປັນສິ່ງທີ່ໜ້າກຽດຊັງ ແລະ ໜ້າລັງກຽດ ແຕ່ບັນດາລູກສິດຂອງພຣະອົງບໍ່ໄດ້ເຫັນຢ່າງນັ້ນ. ພວກເຂົາບໍ່ໄດ້ຕໍ່ສູ້ກັບຄວາມບາບຢ່າງເດັດດ່ຽວໜຽວແໜ້ນ ເໝືອນດັ່ງທີ່ພຣະຄຣິສຊົງຕໍ່ສູ້ກັບມັນ. ທະຫານຂອງພຣະຄຣິສໃນຍຸກນີ້ ບໍ່ເຂົ້າໃຈເຖິງຄວາມຊົ່ວຮ້າຍ ແລະ ພິດອັນຕະລາຍຂອງຄວາມບາບ. ພວກເຂົາຕາບອດເບິ່ງບໍ່ເຫັນອຸປະນິໄສ ແລະ ອຳນາດຂອງເຈົ້າແຫ່ງຄວາມມືດ. ຄົນສ່ວນຫຼາຍບໍ່ເຫັນຊາຕານເປັນສັດຕູ ແລະ ບໍ່ໄດ້ກຽດຊັງວຽກງານຂອງມັນ ຍ້ອນວ່າພວກເຂົາບໍ່ເຂົ້າໃຈກ່ຽວກັບອຳນາດ ແລະ ເຈດຕະນາຮ້າຍຂອງມັນ. ນອກຈາກນີ້, ພວກເຂົາບໍ່ຄ່ອຍໄດ້ຮັບຮູ້ເຖິງສົງຄາມທີ່ຊາຕານເຮັດຕໍ່ພຣະເຢຊູ ແລະ ຄຣິສຕະຈັກຂອງພຣະອົງອັນແຜ່ອອກໄປຢ່າງກວ້າງຂວາງ. ມີຄົນຈຳນວນຫຼວງຫຼາຍຖືກຫຼອກລວງໃນເລື່ອງນີ້; ພວກເຂົາບໍ່ຮູ້ວ່າ ສັດຕູຂອງມະນຸດແມ່ນແມ່ທັບຜູ້ເກັ່ງກ້າສາມາດທີ່ຄວບຄຸມຄວາມຄິດຂອງເຫຼົ່າທູດສະຫວັນຜູ້ຫຼົງຜິດ; ແລະບໍ່ຮູ້ວ່າ ຊາຕານກຳລັງຕໍ່ສູ້ກັບພຣະຄຣິສຕາມແຜນການທີ່ວາງໄວ້ຢ່າງລະອຽດ ແລະ ດ້ວຍການເຄື່ອນໄຫວຢ່າງຊຳນິຊຳນານ ເພື່ອຂັດຂວາງບໍ່ໃຫ້ມະນຸດໄດ້ຮັບຄວາມລອດພົ້ນ. ໃນໝູ່ຄຣິສຕຽນ ແລະ ແມ່ນແຕ່ທ່າມກາງເຫຼົ່າສາສະໜາຈານເກືອບຈະບໍ່ມີການເວົ້າເຖິງຊາຕານເລີຍ ນອກຈາກບາງຄັ້ງທີ່ກ່າວເຖິງແບບຜ່ານໆໃນຄຳເທດສະໜາເທົ່ານັ້ນ. ພວກເຂົາເບິ່ງຂ້າມຫຼັກຖານທີ່ສະແດງໃຫ້ເຫັນເຖິງການເຄື່ອນໄຫວ ແລະ ຜົນສຳເລັດອັນຕໍ່ເນື່ອງຂອງມັນ. ຫຼາຍຄົນທີ່ອ້າງຕົນເປັນຄຣິສຕຽນ ໄດ້ລະເລີຍຄຳ