29 ຄວາມຊົ່ວມາແຕ່ໃສ
ຕົ້ນສະບັບພາສາອັງກິດ
ການກະບົດເລີ່ມກໍ່ຕົວ
ມີຄົນຈຳນວນຫຼວງຫຼາຍ ທີ່ຮູ້ສຶກສັບສົນເປັນຢ່າງຍິ່ງໃນເລື່ອງຕົ້ນກຳເນີດຂອງຄວາມບາບ ແລະ ສາເຫດທີ່ມີຄວາມບາບຢູ່ໃນໂລກ. ພວກເຂົາເຫັນຜົນຂອງຄວາມຊົ່ວຮ້າຍ ພ້ອມດ້ວຍຄວາມທຸກຂະເວດທະນາ ແລະ ຄວາມເສຍຫາຍທີ່ເກີດຂຶ້ນ, ແລ້ວກໍຖາມຂຶ້ນມາວ່າ ສະພາບດັ່ງກ່າວເປັນໄປໄດ້ແນວໃດພາຍໃຕ້ການປົກຄອງຂອງພຣະເຈົ້າຜູ້ຊົງມີສະຕິປັນຍາ, ຣິດອຳນາດ ແລະ ຄວາມຮັກອັນບໍ່ມີຂອບເຂດຈຳກັດ. ນີ້ເປັນຄວາມເລິກລັບທີ່ພວກເຂົາບໍ່ສາມາດອະທິບາຍໄດ້. ດ້ວຍຄວາມບໍ່ແນ່ໃຈ ແລະ ຄວາມສົງໄສນັ້ນ, ພວກເຂົາຈຶ່ງເບິ່ງບໍ່ເຫັນຄວາມຈິງທີ່ພຣະເຈົ້າຊົງເປີດເຜີຍຢ່າງຈະແຈ້ງໃນພຣະຄຳຂອງພຣະອົງ ເຊິ່ງເປັນສິ່ງຈຳເປັນສຳລັບຄວາມລອດ. ບາງຄົນພະຍາຍາມຄົ້ນຫາສິ່ງທີ່ພຣະເຈົ້າບໍ່ໄດ້ເປີດເຜີຍ ໂດຍຫວັງວ່າຈະຫາສາເຫດທີ່ມີຄວາມບາບໃນໂລກ; ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດຫາຄຳຕອບໄດ້. ຄົນທີ່ມັກສົງໄສ ແລະ ມີນິໄສຈັບຜິດ ກໍເອົາປະເດັນນີ້ມາເປັນຂໍ້ອ້າງໃນການປະຕິເສດພຣະຄຳພີ. ສ່ວນຄົນອື່ນ ກໍບໍ່ໄດ້ພົບຄຳຕອບທີ່ພໍໃຈໃນເລື່ອງສາເຫດທີ່ມີຄວາມຊົ່ວ ຍ້ອນວ່າຄວາມເຊື່ອເດີມທີ່ໄດ້ຮັບມາ ແລະ ການຕີຄວາມໝາຍຜິດ ໄດ້ບິດເບືອນຄຳສອນໃນພຣະຄຳພີທີ່ກ່ຽວກັບພຣະລັກສະນະຂອງພຣະເຈົ້າ, ການປົກຄອງຂອງພຣະອົງ ແລະ ຫຼັກການທີ່ພຣະອົງໃຊ້ໃນການຈັດການກັບຄວາມບາບ. {GC 492.1}
ເປັນໄປບໍ່ໄດ້ ທີ່ຈະອະທິບາຍຕົ້ນກຳເນີດຂອງຄວາມບາບ ຈົນສາມາດຊີ້ແຈງໃຫ້ເຫັນເຖິງສາເຫດທີ່ມັນເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ກໍມີຂໍ້ມູນພຽງພໍກ່ຽວກັບທັງຕົ້ນກຳເນີດ ແລະ ການຈັດການຂັ້ນສຸດທ້າຍຂອງຄວາມບາບ ທີ່ຈະພິສູດຢ່າງຈະແຈ້ງເຖິງຄວາມຍຸຕິທຳ ແລະ ພຣະກະລຸນາຂອງພຣະເຈົ້າ ໃນການຈັດການກັບຄວາມຊົ່ວຮ້າຍທັງປວງ. ບໍ່ມີສິ່ງໃດທີ່ຖືກສອນຢ່າງແຈ່ມແຈ້ງໃນພຣະຄຳພີຫຼາຍໄປກວ່າເລື່ອງນີ້ວ່າ ພຣະເຈົ້າບໍ່ມີສ່ວນກ່ຽວຂ້ອງກັບການກຳເນີດຂອງຄວາມບາບແຕ່ຢ່າງໃດ, ບໍ່ມີການຖອນພຣະຄຸນຂອງພຣະອົງໂດຍເລືອກປະຕິບັດ, ບໍ່ມີຄວາມບົກຜ່ອງຂາດເຂີນໃນການປົກຄອງຂອງພຣະອົງທີ່ເປີດໂອກາດໃຫ້ການກະບົດອຸບັດຂຶ້ນ. ຄວາມບາບເປັນສິ່ງທີ່ບຸກລຸກເຂົ້າມາ; “ເປັນຫຍັງຈຶ່ງມີຄວາມບາບ” ເປັນຄຳຖາມທີ່ບໍ່ມີຄຳຕອບ. ມັນເປັນເລື່ອງເລິກລັບ ບໍ່ມີຄຳອະທິບາຍ; ການແກ້ຕົວໃຫ້ກັບຄວາມບາບກໍເທົ່າກັບເປັນການປົກປ້ອງມັນ. ຖ້າສາມາດຫາຂໍ້ແກ້ຕົວ ຫຼື ຫາສາເຫດຂອງຄວາມບາບໄດ້ ມັນກໍຈະບໍ່ແມ່ນຄວາມບາບອີກຕໍ່ໄປ. ພວກເຮົາມີພຽງຄຳນິຍາມດຽວເທົ່ານັ້ນກ່ຽວກັບຄວາມບາບ ຄືສິ່ງທີ່ພຣະຄຳຂອງພຣະເຈົ້າໄດ້ບອກໄວ້ວ່າ “ບາບແມ່ນການຝ່າຝືນກົດບັນຍັດ (1 ໂຢຮັນ 3:4).” ມັນແມ່ນການເຮັດຕາມຫຼັກການທີ່ຕໍ່ສູ້ກັບກົດບັນຍັດອັນຍິ່ງໃຫຍ່ແຫ່ງຄວາມຮັກ ເຊິ່ງເປັນຮາກຖານຂອງການປົກຄອງຂອງພຣະເຈົ້າ. {GC 492.2}
ກ່ອນຄວາມຊົ່ວຈະເຂົ້າມານັ້ນ ທົ່ວຈັກກະວານລ້ວນມີແຕ່ຄວາມສະຫງົບສຸກ ແລະ ຄວາມຊົມຊື່ນຍິນດີ. ທຸກສິ່ງທຸກຢ່າງສອດຄ່ອງກັບພຣະປະສົງຂອງພຣະຜູ້ສ້າງ. ທຸກຊີວິດລ້ວນແຕ່ຮັກພຣະເຈົ້າເປັນທີໜຶ່ງ ແລະ ມີຄວາມຮັກຕໍ່ກັນຢ່າງຖ້ວນໜ້າ. ພຣະຄຣິສຊົງເປັນພຣະທຳ ແລະ ຊົງເປັນພຣະບຸດອົງດຽວຂອງພຣະເຈົ້າ, ຊົງເປັນອັນໜຶ່ງອັນດຽວກັນກັບພຣະບິດາອົງນິຣັນ ທັງໃນດ້ານທຳມະຊາດ, ພຣະລັກສະນະ ແລະ ພຣະປະສົງ. ພຣະອົງຊົງເປັນຜູ້ດຽວໃນຈັກກະວານທີ່ສາມາດເຂົ້າຮ່ວມໃນການປຶກສາຫາລື ແລະ ໃນພຣະປະສົງທັງໝົດຂອງພຣະເຈົ້າໄດ້. ພຣະບິດາຊົງສ້າງບັນດາຊາວສະຫວັນທັງປວງໂດຍທາງພຣະຄຣິສ. “ໂດຍພຣະອົງນັ້ນພຣະເຈົ້າໄດ້ຊົງສ້າງສັບພະທຸກສິ່ງ ທັງໃນສະຫວັນ ແລະ ເທິງແຜ່ນດິນໂລກ…ພຣະທີ່ນັ່ງ ຫຼື ອານຸພາບ ຫຼື ບັນດາຜູ້ຄອບຄອງ ແລະ ບັນດາຜູ້ມີສິດອຳນາດທັງຫຼາຍ ພຣະເຈົ້າໄດ້ສ້າງສັບພະສິ່ງທັງໝົດນີ້ໂດຍທາງພຣະອົງ.” (ໂກໂລຊາຍ 1:16). ທຸກຊີວິດໃນສະຫວັນລ້ວນແຕ່ຖວາຍຄວາມຈົງຮັກພັກດີຕໍ່ພຣະຄຣິສ ແລະ ພຣະບິດາເທົ່າກັນ. {GC 493.1}
ກົດບັນຍັດແຫ່ງຄວາມຮັກເປັນຮາກຖານການປົກຄອງຂອງພຣະເຈົ້າ. ຄວາມສຸກຂອງບັນດາຊີວິດທີ່ພຣະອົງຊົງສ້າງນັ້ນຂຶ້ນຢູ່ກັບການປະຕິບັດຕາມຫຼັກການອັນຊອບທຳຂອງກົດບັນຍັດນັ້ນຢ່າງຄົບຖ້ວນ. ພຣະເຈົ້າຊົງປາຖະໜາໃຫ້ຜູ້ທີ່ພຣະອົງຊົງສ້າງ ນະມັດສະການພຣະອົງດ້ວຍຄວາມຮັກ, ຄືໃຫ້ເຄົາລົບນັບຖືພຣະອົງ ເພາະຊາບຊຶ້ງໃນພຣະລັກສະນະຂອງພຣະອົງ. ພຣະອົງບໍ່ພໍພຣະໄທໃນການເຊື່ອຟັງທີ່ເກີດຈາກການຖືກບັງຄັບ; ດັ່ງນັ້ນ, ພຣະອົງຈຶ່ງປະທານເສລີພາບໃນການເລືອກໃຫ້ແກ່ທຸກຄົນ ເພື່ອພວກເຂົາຈະໄດ້ນະມັດສະການ ແລະ ຮັບໃຊ້ພຣະອົງດ້ວຍຄວາມສະໝັກໃຈ. {GC 493.2}
ແຕ່ກໍມີຜູ້ໜຶ່ງເລືອກທີ່ຈະນຳໃຊ້ເສລີພາບນັ້ນໃນທາງທີ່ຜິດ. ຄວາມບາບໄດ້ເລີ່ມຂຶ້ນກັບຜູ້ທີ່ໄດ້ຮັບກຽດຈາກພຣະເຈົ້າຮອງລົງມາຈາກພຣະຄຣິສ ຄືຜູ້ທີ່ມີອຳນາດ ແລະ ຣັດສະໝີພາບຫຼາຍທີ່ສຸດທ່າມກາງບັນດາຊາວສະຫວັນ. ກ່ອນທີ່ຈະຫຼົງສູ່ຄວາມບາບ, ລູຊີເຟີເປັນເຄຣຸບຜູ້ພິທັກອົງສຳຄັນທີ່ສຸດ, ເປັນຜູ້ບໍຣິສຸດປາສະຈາກມົນທິນ. “ອົງພຣະຜູ້ເປັນເຈົ້າພຣະເຈົ້າຊົງກ່າວດັ່ງນີ້ວ່າ ເຈົ້າເປັນຕາປະທັບແຫ່ງຄວາມສົມບູນແບບ ເຕັມດ້ວຍສະຕິປັນຍາ ແລະ ມີຄວາມງາມຢ່າງຄົບຖ້ວນ. ເຈົ້າເຄີຍຢູ່ໃນເອເດນ ພຣະອຸທະຍານຂອງພຣະເຈົ້າ, ເພັດພອຍທຸກຢ່າງເປັນເສື້ອຂອງເຈົ້າ…ເຈົ້າເປັນເຄຣຸບຜູ້ພິທັກທີ່ໄດ້ເຈີມຕັ້ງໄວ້, ເຮົາໄດ້ຕັ້ງເຈົ້າໄວ້ ເຈົ້າເຄີຍຢູ່ເທິງພູເຂົາບໍຣິສຸດແຫ່ງພຣະເຈົ້າ ແລະ ເຈົ້າເຄີຍເດີນຢູ່ທ່າມກາງສິລາເພີງ. ເຈົ້າກໍປາສະຈາກຕຳໜິໃນວິທີການທັງຫຼາຍຂອງເຈົ້າ ຕັ້ງແຕ່ວັນທີ່ເຈົ້າໄດ້ຖືກສ້າງຂຶ້ນມາ ຈົນພົບຄວາມຊົ່ວໃນຕົວເຈົ້າ.” (ເອເຊກຽນ 28:12–15 ດັດແປງຈາກສະບັບ TKJV). {GC 493.3}
ລູຊີເຟີສາມາດເລືອກທີ່ຈະເປັນທີ່ພໍພຣະໄທຂອງພຣະເຈົ້າໄດ້, ມັນສາມາດເລືອກທີ່ຈະເປັນທີ່ຮັກແພງ ແລະ ເປັນທີ່ນັບຖືຂອງບັນດາທູດສະຫວັນທັງປວງ, ໃຊ້ຄວາມສາມາດອັນສູງສົ່ງຂອງຕົນເພື່ອເປັນພຣະພອນ ແລະ ຖວາຍກຽດແດ່ພຣະຜູ້ສ້າງ. ແຕ່ຜູ້ເຜີຍພຣະທຳກ່າວວ່າ: “ເຈົ້າອວດອົ່ງທະນົງຕົວເພາະຮູບຮ່າງອັນສະຫງ່າງາມຂອງເຈົ້າ ແລະ ຊື່ສຽງຂອງເຈົ້າກໍໄດ້ພາໃຫ້ເຈົ້າປະພຶດຕົນດັ່ງຄົນໂງ່ຈ້າ.” (ເອເຊກຽນ 28:17). ລູຊີເຟີປ່ຽນໄປເທື່ອລະເລັກເທື່ອລະໜ້ອຍ ຈົນມັນປາຖະໜາຢາກຍົກຍ້ອງຕົນເອງ. “ເຈົ້າຄິດວ່າເຈົ້າສະຫຼາດເທົ່າທຽມກັບພຣະເຈົ້າ.” “ທ່ານຄິດໃນໃຈວ່າ…‘ເຮົາຈະຂຶ້ນໄປເທິງສະຫວັນ ເໜືອດວງດາວຂອງພຣະເຈົ້າ ເຮົາຈະຕັ້ງບັນລັງຂອງເຮົາເທິງບ່ອນສູງ ເຮົາຈະນັ່ງເທິງພູເຂົາແຫ່ງເທບພະເຈົ້າທັງຫຼາຍ…ເຮົາຈະຂຶ້ນໄປສູງກວ່າໝູ່ເມກ; ເຮົາຈະຕັ້ງຕົນທຽບເທົ່າພຣະເຈົ້າຜູ້ສູງສຸດ.’” (ເອເຊກຽນ 28:6 NTV; ເອຊາຢາ 14:13, 14 NTV). ແທນທີ່ຈະພະຍາຍາມນຳໃຫ້ຊີວິດທັງປວງທີ່ພຣະເຈົ້າຊົງສ້າງຮັກ ແລະ ຈົງຮັກພັກດີຕໍ່ພຣະເຈົ້າເປັນທີໜຶ່ງ, ລູຊີເຟີພັດຊອກຫາວິທີທີ່ຈະດຶງດູດການຮັບໃຊ້ ແລະ ການເທີດທູນມາສູ່ຕົນເອງ. ດ້ວຍຄວາມໂລບມາກໂລພາຢາກໄດ້ກຽດຕິຍົດທີ່ພຣະບິດາຜູ້ຊົງຣິດອຳນາດສູງສຸດປະທານໃຫ້ແກ່ພຣະບຸດ, ຈອມທູດສະຫວັນອົງນີ້ຈຶ່ງມຸ່ງໝັ້ນທີ່ຈະໄດ້ອຳນາດທີ່ເປັນສິດທິພິເສດສະເພາະຂອງພຣະຄຣິສເທົ່ານັ້ນ. {GC 494.1}
ຊາວສະຫວັນທັງປວງຮ່ວມກັນຊົມຊື່ນຍິນດີໃນການສະທ້ອນເຖິງພຣະຣັດສະໝີພາບຂອງພຣະຜູ້ສ້າງ ແລະ ໃນການກ່າວຄຳຍ້ອງຍໍສັນລະເສີນພຣະອົງ. ຕາບໃດທີ່ມີການຖວາຍກຽດແດ່ພຣະເຈົ້າເຊັ່ນນີ້ ຊາວສະຫວັນທັງຫຼາຍມີສັນຕິສຸກ ແລະ ມີຄວາມໜ້າຊື່ນຕາບານທົ່ວໜ້າກັນ. ແຕ່ຄວາມເຫັນແກ່ຕົວ ແລະ ການຍົກຍໍຕົນເອງໄດ້ເຂົ້າມາທຳລາຍຄວາມປອງດອງໃນສະຫວັນ. ສິ່ງເຫຼົ່ານີ້ຂັດແຍ້ງກັບພຣະປະສົງຂອງພຣະຜູ້ສ້າງ ຈຶ່ງເຮັດໃຫ້ຜູ້ທີ່ຖວາຍກຽດແດ່ພຣະເຈົ້າເປັນທີໜຶ່ງ ສັງຫອນໃຈວ່າຈະມີຄວາມຊົ່ວຮ້າຍເກີດຂຶ້ນ. ຊາວສະຫວັນຮ່ວມປະຊຸມຫາລື ເພື່ອຂໍຮ້ອງໃຫ້ລູຊີເຟີປ່ຽນໃຈ. ພຣະບຸດຂອງພຣະເຈົ້າໄດ້ຊີ້ແຈງເຖິງຄວາມຍິ່ງໃຫຍ່, ພຣະຄຸນຄວາມດີ ແລະ ຄວາມຍຸຕິທຳຂອງພຣະຜູ້ສ້າງໃຫ້ລູຊີເຟີຟັງ, ພ້ອມອະທິບາຍເຖິງກົດບັນຍັດອັນສັກສິດຂອງພຣະເຈົ້າທີ່ປ່ຽນແປງບໍ່ໄດ້. ພຣະເຈົ້າຊົງຈັດຕັ້ງລະບຽບຂອງສະຫວັນດ້ວຍພຣະອົງເອງ; ຖ້າລູຊີເຟີປະຖິ້ມລະບຽບນັ້ນ ຈະເຮັດໃຫ້ພຣະເຈົ້າເສຍກຽດ ແລະ ຈະນຳຫາຍະນະມາສູ່ຕົນເອງ. ແຕ່ຄຳເຕືອນທີ່ພຣະບຸດຊົງກ່າວດ້ວຍຄວາມຮັກ ແລະ ພຣະກະລຸນາອັນບໍ່ມີສິ້ນສຸດນັ້ນ ກັບເຮັດໃຫ້ລູຊີເຟີມີຈິດໃຈດື້ດ້ານ. ລູຊີເຟີຍອມໃຫ້ຄວາມອິດສາທີ່ມັນມີຕໍ່ພຣະຄຣິສຄອບງຳຈິດໃຈ, ມັນຈຶ່ງຍິ່ງຕັ້ງໃຈຂັດຂືນຫຼາຍກວ່າເກົ່າ. {GC 494.2}
ຄວາມຫຍິ່ງທະນົງໃນສະຫງ່າຣາສີຂອງຕົນເອງ ເຮັດໃຫ້ລູຊີເຟີເກີດຄວາມຢາກເປັນໃຫຍ່. ລູຊີເຟີບໍ່ໄດ້ຖືວ່າກຽດອັນສູງສົ່ງທີ່ມັນໄດ້ຮັບນັ້ນ ເປັນຂອງປະທານຈາກພຣະເຈົ້າ, ມັນຈຶ່ງບໍ່ຮູ້ສຶກຊາບຊຶ້ງໃນພຣະຄຸນຂອງພຣະຜູ້ສ້າງ. ມັນຫຼົງຄວາມຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ກຽດຕິຍົດອັນສູງສົ່ງຂອງຕົນ, ມັນຈຶ່ງປາຖະໜາທີ່ຈະເທົ່າທຽມກັບພຣະເຈົ້າ. ບັນດາທູດສະຫວັນຕ່າງເຄົາລົບຮັກລູຊີເຟີ. ເຫຼົ່າເທບເທວະດາທັງຫຼາຍຍິນດີປະຕິບັດຕາມຄຳສັ່ງຂອງມັນ; ລູຊີເຟີມີສະຕິປັນຍາ ແລະ ສະຫງ່າຣາສີເໜືອຊາວສະຫວັນທັງປວງ. ເຖິງຢ່າງໃດກໍຕາມ, ເປັນທີ່ຮັບຮູ້ທົ່ວໄປວ່າ ພຣະບຸດຂອງພຣະເຈົ້າເປັນຜູ້ຄອບຄອງໃນສະຫວັນ, ຊົງເປັນໜຶ່ງດຽວກັບພຣະບິດາ ທັງໃນເລື່ອງຣິດທານຸພາບ ແລະ ໃນສິດອຳນາດ. ພຣະຄຣິສຊົງມີສ່ວນຮ່ວມໃນພຣະປະສົງທັງໝົດຂອງພຣະເຈົ້າ, ໃນຂະນະທີ່ລູຊີເຟີບໍ່ໄດ້ຮັບອະນຸຍາດໃຫ້ຮັບຮູ້ເຖິງພຣະປະສົງຂອງພຣະອົງ. ທູດສະຫວັນອົງກຽງໄກນີ້ສົງໄສວ່າ “ເປັນຫຍັງພຣະຄຣິສຈຶ່ງມີສິດອຳນາດສູງສຸດ? ເປັນຫຍັງພຣະອົງຈຶ່ງໄດ້ຮັບກຽດສູງກວ່າເຮົາ?” {GC 495.1}
ສ້າງຄວາມບໍ່ພໍໃຈ
ລູຊີເຟີອອກຈາກທີ່ປະຈຳການຕໍ່ໜ້າພຣະພັກຂອງພຣະເຈົ້າ ແລະ ໄປເຜີຍແຜ່ຄວາມບໍ່ພໍໃຈທ່າມກາງເຫຼົ່າທູດສະຫວັນ. ມັນເຄື່ອນໄຫວຢ່າງລັບໆແບບມີເງື່ອນງຳ ແລະ ປິດບັງຈຸດປະສົງທີ່ແທ້ຈິງຂອງຕົນໄວ້ໄລຍະໜຶ່ງ ໂດຍທຳທ່າຄືນັບຖືພຣະເຈົ້າ. ມັນພະຍາຍາມປຸກປັ່ນໃຫ້ເກີດຄວາມບໍ່ພໍໃຈຕໍ່ພຣະບັນຍັດທີ່ໃຊ້ປົກຄອງຊາວສະຫວັນ ໂດຍສະແດງຄວາມຄິດເຫັນວ່າ ພຣະບັນຍັດເຫຼົ່ານັ້ນມີຂໍ້ຈຳກັດທີ່ບໍ່ຈຳເປັນ. ເນື່ອງຈາກທຳມະຊາດຂອງພວກເຂົາບໍຣິສຸດ, ມັນຈຶ່ງຊັກຊວນໃຫ້ທູດສະຫວັນເຊື່ອຟັງໃຈຕົວເອງ. ມັນພະຍາຍາມໃຫ້ເຫຼົ່າທູດສະຫວັນເຫັນອົກເຫັນໃຈ ໂດຍກ່າວຫາວ່າ ພຣະເຈົ້າບໍ່ຍຸຕິທຳຕໍ່ມັນທີ່ປະທານກຽດຕິຍົດອັນສູງສຸດແກ່ພຣະຄຣິສ. ມັນອ້າງວ່າ ການທີ່ມັນຢາກໄດ້ອຳນາດ ແລະ ກຽດຕິຍົດເພີ່ມຂຶ້ນນັ້ນບໍ່ແມ່ນເພື່ອຍົກຍ້ອງຕົນເອງ ແຕ່ເພື່ອປົດປ່ອຍຊາວສະຫວັນທັງປວງ ເພື່ອພວກເຂົາຈະໄດ້ຍົກລະດັບຊີວິດໃຫ້ສູງຂຶ້ນ. {GC 495.2}
ພຣະເຈົ້າຊົງອົດກັ້ນຕໍ່ລູຊີເຟີ ດ້ວຍພຣະເມດຕາອັນລົ້ນເຫຼືອ. ເມື່ອລູຊີເຟີເລີ່ມສະແດງຄວາມບໍ່ພໍໃຈ ພຣະເຈົ້າກໍບໍ່ໄດ້ປົດມັນອອກຈາກຕຳແໜ່ງອັນສູງສົ່ງທັນທີ; ເມື່ອມັນເລີ່ມເຜີຍແຜ່ຄວາມບໍ່ຈິງໃຫ້ແກ່ເຫຼົ່າທູດສະຫວັນທີ່ສັດຊື່ກໍຍັງບໍ່ໄດ້ປົດມັນ; ມັນຍັງຄົງຢູ່ໃນສະຫວັນເປັນເວລາດົນນານ. ຫຼາຍຄັ້ງຫຼາຍຄາວ, ພຣະເຈົ້າຊົງສະເໜີທີ່ຈະອະໄພ ໂດຍມີເງື່ອນໄຂໃຫ້ມັນກັບໃຈ ແລະ ຍອມຈຳນົນ. ພຣະເຈົ້າຊົງໃຊ້ທຸກວິທີທາງ ເພື່ອໃຫ້ມັນເຫັນຄວາມຜິດຂອງຕົນເອງ ເຊິ່ງມີແຕ່ຄວາມຮັກ ແລະ ສະຕິປັນຍາອັນບໍ່ມີຂອບເຂດຈຳກັດເທົ່ານັ້ນ ທີ່ຈະຄິດຫາວິທີເຫຼົ່ານີ້ໄດ້. ກ່ອນໜ້ານີ້ບໍ່ເຄີຍມີຄວາມບໍ່ພໍໃຈເກີດຂຶ້ນໃນສະຫວັນ. ໃນເບື້ອງຕົ້ນ, ລູຊີເຟີເອງກໍບໍ່ຮູ້ວ່າຕົນກຳລັງຫຼົງທາງ; ມັນບໍ່ເຂົ້າໃຈສະພາບທີ່ແທ້ຈິງຂອງຄວາມຮູ້ສຶກຂອງຕົນ. ແຕ່ເມື່ອຄວາມບໍ່ພໍໃຈຂອງມັນຖືກພິສູດວ່າບໍ່ມີເຫດຜົນ, ມັນກໍຮູ້ວ່າຕົນຜິດ, ແລະຮູ້ວ່າຂໍ້ກຳນົດຂອງພຣະເຈົ້ານັ້ນຍຸຕິທຳ; ມັນຮູ້ຢູ່ແກ່ໃຈວ່າ ມັນຄວນຍອມຮັບສິ່ງເຫຼົ່ານີ້ຕໍ່ໜ້າຊາວສະຫວັນທັງປວງ ເຊິ່ງຖ້າຫາກວ່າລູຊີເຟີໄດ້ເຮັດແນວນັ້ນກໍຄົງຊ່ວຍຕົນເອງ ແລະ ທູດສະຫວັນຫຼາຍອົງບໍ່ໃຫ້ພິນາດ. ໃນເວລານັ້ນ, ມັນຍັງບໍ່ທັນໄດ້ປະຖິ້ມຄວາມຈົງຮັກພັກດີຕໍ່ພຣະເຈົ້າທັງໝົດ. ເຖິງແມ່ນວ່າມັນໄດ້ປະຖິ້ມຕຳແໜ່ງເຄຣຸບຜູ້ພິທັກ, ແຕ່ຖ້າມັນຍອມກັບໃຈຄືນມາຫາພຣະເຈົ້າ, ຍອມຮັບສະຕິປັນຍາຂອງພຣະຜູ້ສ້າງ ແລະ ມີຄວາມພໍໃຈໃນຕຳແໜ່ງທີ່ພຣະເຈົ້າກຳນົດໃຫ້ໃນແຜນການອັນຍິ່ງໃຫຍ່ຂອງພຣະອົງ, ມັນກໍຄົງໄດ້ຮັບຕຳແໜ່ງເດີມຄືນມາ. ແຕ່ຄວາມຫຍິ່ງຈອງຫອງເຮັດໃຫ້ມັນບໍ່ຍອມຈຳນົນ. ມັນປົກປ້ອງແນວທາງຂອງຕົນຢ່າງດື້ດ້ານ ໂດຍຢືນຢັນວ່າບໍ່ຈຳເປັນຕ້ອງກັບໃຈ. ຄາວນີ້ລູຊີເຟີຕັດສິນໃຈຢ່າງເດັດດ່ຽວທີ່ຈະຕໍ່ສູ້ກັບ