28: ການພິພາກສາ

https://m.egwwritings.org/en/book/132.2168#2168

ປຶ້ມບັນທຶກໃນສະຫວັນ

ຜູ້ເຜີຍພຣະທຳດານີເອນກ່າວວ່າ: “ຂະນະທີ່ຂ້າພະເຈົ້າຫຼຽວເບິ່ງ ບັນລັງຫຼາຍບັນລັງຖືກຕັ້ງໄວ້ ອົງຜູ້ດຳລົງຊີວິດຢັ້ງຢືນຕະຫຼອດການໄດ້ນັ່ງລົງ, ເຄື່ອງແຕ່ງກາຍຂອງພຣະອົງຂາວຄືກັບຫິມະ, ຜົມຂອງພຣະອົງຂາວດັ່ງຂົນແກະ, ບັນລັງຂອງພຣະອົງດຸດດັ່ງແປວໄຟ ລໍ້ບັນລັງດັ່ງໄຟລຸກ, ບຶງໄຟພຸ່ງອອກມາຈາກເບື້ອງໜ້າພຣະອົງ. ຄົນນັບພັນນັບໝື່ນຮັບໃຊ້ພຣະອົງ ແລະ ຄົນນັບແສນນັບລ້ານຢືນຮັບຄຳສັ່ງຢູ່ເບື້ອງໜ້າພຣະອົງ ແລ້ວສານກໍເລີ່ມພິຈາລະນາຄະດີ ແລະ ໜັງສືຫຼາຍຫົວໄດ້ເປີດອອກ.” (ດານີເອນ 7:9–10 ດັດແປງຈາກສະບັບ NTV). {GC 479.1}

ນິມິດນີ້ໄດ້ສະແດງໃຫ້ຜູ້ເຜີຍພຣະທຳດານີເອນເຫັນເຖິງວັນສຳຄັນຍິ່ງໃຫຍ່ ເມື່ອອຸປະນິໄສ ແລະ ວິຖີຊີວິດຂອງມະນຸດທຸກຄົນຈະຖືກທົບທວນຄືນຕໍ່ໜ້າຜູ້ພິພາກສາພິພົບໂລກ; ແລະທຸກຄົນຈະໄດ້ຮັບ “ຕາມການກະທຳຂອງຕົນ.” (ມັດທາຍ 16:27). ພຣະອົງຜູ້ດຳລົງຊີວິດ “ຢັ້ງຢືນຕະຫຼອດການ” ກໍຄືພຣະເຈົ້າພຣະບິດາ. ຜູ້ຂຽນເພງສັນລະເສີນກ່າວວ່າ: “ກ່ອນທີ່ພູຜາປ່າໄມ້ຖືກສ້າງຂຶ້ນມາ, ກ່ອນທີ່ໂລກເຮົາດຳລົງຄົງຕົວຢູ່ຢ່າງນີ້, ພຣະອົງເປັນພຣະເຈົ້າອົງເປັນຢູ່ຊົ່ວນິຣັນການ ແລະ ເປັນພຣະເຈົ້າທີ່ດຳລົງຢູ່ສືບໄປເປັນນິດ.” (ເພງສັນລະເສີນ 90:2). ພຣະບິດາຜູ້ຊົງເປັນຕົ້ນກຳເນີດຂອງທຸກຊີວິດ ແລະ ແຫຼ່ງທີ່ມາຂອງກົດບັນຍັດທັງປວງນັ້ນ ຈະຊົງເປັນປະທານໃນການພິພາກສາ. ບັນດາທູດສະຫວັນຜູ້ບໍຣິສຸດຈຳນວນ ‘ນັບເປັນພັນໆ ລ້ານໆ’ ກໍມາຮ່ວມໃນການພິພາກສາອັນຍິ່ງໃຫຍ່ນີ້ໃນຖານະພະຍານ ແລະ ຜູ້ຮັບໃຊ້. {GC 479.2}

“ຂ້າພະເຈົ້າເຫັນຜູ້ໜຶ່ງເໝືອນບຸດມະນຸດສະເດັດມາພ້ອມດ້ວຍໝູ່ເມກແຫ່ງຟ້າສະຫວັນ. ພຣະອົງສະເດັດເຂົ້າໄປໃກ້ ແລະ ເຂົ້າເຝົ້າອົງຜູ້ດຳລົງຢູ່ຕັ້ງແຕ່ດຶກດຳບັນ.” “ພຣະອົງໄດ້ຮັບສິດອຳນາດ, ສະຫງ່າຣາສີ ແລະ ອຳນາດປົກຄອງສູງສຸດ; ຄົນທຸກຊາດ ແລະ ທຸກພາສາໄດ້ນະມັດສະການພຣະອົງ. ອຳນາດຂອງພຣະອົງດຳລົງຢູ່ຕະຫຼອດໄປ ອຳນາດທີ່ຈະບໍ່ມີວັນສິ້ນສຸດ ແລະ ອານາຈັກຂອງພຣະອົງຈະບໍ່ມີວັນຖືກທຳລາຍ.” (ດານີເອນ 7:13 TNCV, 14 LCV). ການສະເດັດມາຂອງພຣະຄຣິສທີ່ບັນລະຍາຍໄວ້ນີ້ ບໍ່ແມ່ນການສະເດັດມາສູ່ແຜ່ນດິນໂລກຄັ້ງທີສອງຂອງພຣະອົງ. ພຣະອົງສະເດັດມາຫາ “ຜູ້ມີຊີວິດຢູ່ຕະຫຼອດໄປ” ໃນສະຫວັນ ເພື່ອຮັບເອົາອຳນາດການປົກຄອງ, ສະຫງ່າຣາສີ ແລະ ຣາຊອານາຈັກ, ເຊິ່ງຈະຖືກມອບໃຫ້ພຣະອົງ ເມື່ອສຳເລັດວຽກງານໃນຖານະຜູ້ເປັນກາງລະຫວ່າງພຣະເຈົ້າກັບມະນຸດ. ການສະເດັດມາຄັ້ງນີ້, ບໍ່ແມ່ນການສະເດັດມາຄັ້ງທີສອງຂອງພຣະອົງ, ແຕ່ເປັນການສະເດັດທີ່ໄດ້ຖືກພະຍາກອນໄວ້ລ່ວງໜ້າວ່າ ຈະເກີດຂຶ້ນເມື່ອສິ້ນສຸດ 2,300 ວັນໃນປີ 1844. ເຫຼົ່າທູດສະຫວັນໄດ້ຕິດຕາມມະຫາປະໂຣຫິດຜູ້ຍິ່ງໃຫຍ່ຂອງພວກເຮົາ ເມື່ອພຣະອົງສະເດັດເຂົ້າສູ່ສະຖານທີ່ສັກສິດທີ່ສຸດ. ພຣະອົງປະທັບຢູ່ຕໍ່ພຣະພັກພຣະເຈົ້າ ເພື່ອປະກອບພາລະກິດສຸດທ້າຍ ໃນຖານະມະຫາປະໂຣຫິດເພື່ອມະນຸດ. ໃນທີ່ນັ້ນພຣະອົງຈະດຳເນີນການພິພາກສາແບບສືບສວນ ແລະ ລຶບລ້າງຄວາມຜິດບາບໃຫ້ແກ່ທຸກຄົນທີ່ມີສິດໄດ້ຮັບພຣະພອນນີ້. {GC 479.3}

ໃນພິທີທີ່ເຮັດໃນສະໄໝພຣະຄຳພີເດີມນັ້ນ, ມີພຽງແຕ່ຜູ້ທີ່ມາຫາພຣະເຈົ້າດ້ວຍການສາລະພາບ ແລະ ການກັບໃຈໃໝ່ເທົ່ານັ້ນ ທີ່ໄດ້ມີສ່ວນໃນພິທີກຳຂອງວັນລຶບລ້າງບາບ, ກໍຄືຄົນທີ່ບາບຂອງພວກເຂົາໄດ້ຖືກໂອນໄປຍັງສະຖານນະມັດສະການ ໂດຍຜ່ານເລືອດຂອງເຄື່ອງບູຊາໄຖ່ບາບ. ໃນທຳນອງດຽວກັນ, ໃນວັນຍິ່ງໃຫຍ່ແຫ່ງການລຶບລ້າງບາບຄັ້ງສຸດທ້າຍ ແລະ ການພິພາກສາແບບສືບສວນ, ຈະພິຈາລະນາສະເພາະຄະດີຂອງຜູ້ທີ່ອ້າງຕົນວ່າເປັນໄພ່ພົນຂອງພຣະເຈົ້າເທົ່ານັ້ນ. ການພິພາກສາຄົນຊົ່ວເປັນວຽກງານອີກຢ່າງໜຶ່ງຕ່າງຫາກ ແລະ ຈະເກີດຂຶ້ນໃນພາຍຫຼັງ. “ການພິພາກສາຈະເລີ່ມຂຶ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະ ຖ້າການພິພາກສາເລີ່ມຕົ້ນທີ່ພວກເຮົາກ່ອນ ແລ້ວຜົນທີ່ຈະໄດ້ຮັບຂອງບັນດາຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ?” (1 ເປໂຕ 4:17 LCV). {GC 480.1}

ປຶ້ມບັນທຶກໃນສະຫວັນທີ່ຈົດບັນທຶກຊື່ ແລະ ການກະທຳຂອງມະນຸດຈະເປັນຕົວກຳນົດຜົນຂອງການພິພາກສາ. ຜູ້ເຜີຍພຣະທຳດານີເອນກ່າວວ່າ: “ສານເລີ່ມການພິພາກສາ ແລະ ໜັງສືຕ່າງໆກໍຖືກເປີດອອກ.” ສ່ວນໂຢຮັນເມື່ອອະທິບາຍເຫດການດຽວກັນກໍເວົ້າຕື່ມວ່າ: “ມີໜັງສືອີກເຫຼັ້ມໜຶ່ງກໍໄດ້ເປີດອອກເໝືອນກັນ ເຊິ່ງເປັນໜັງສືແຫ່ງຊີວິດ. ຜູ້ທີ່ຕາຍແລ້ວກໍຖືກພິພາກສາຕາມການກະທຳທີ່ພວກເຂົາໄດ້ເຮັດ ຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.” (ພຣະນິມິດ 20:12 LCV). {GC 480.2}

ທະບຽນແຫ່ງຊີວິດໄດ້ບັນທຶກລາຍຊື່ຂອງທຸກຄົນທີ່ເຄີຍຮັບໃຊ້ພຣະເຈົ້າ. ພຣະເຢຊູຊົງກ່າວແກ່ພວກສາວົກຂອງພຣະອົງວ່າ: “ຈົ່ງຍິນດີ ເພາະຊື່ຂອງພວກເຈົ້າຖືກຈົດໄວ້ແລ້ວໃນສະຫວັນ.” (ລູກາ 10:20 LCV). ອາຈານໂປໂລໄດ້ເວົ້າເຖິງເພື່ອນຮ່ວມງານທີ່ສັດຊື່ວ່າ “ຄົນເຫຼົ່ານີ້ມີຊື່ຢູ່ໃນທະບຽນແຫ່ງຊີວິດແລ້ວ.” (ຟີລິບປອຍ 4:3 LCV). ດານີເອນໄດ້ເຫັນໃນນິມິດວ່າ ຈະມີ “ການລຳບາກໜັກເກີດຂຶ້ນຢ່າງບໍ່ເຄີຍມີມາ” ແລະ ປະກາດວ່າ ໄພ່ພົນຂອງພຣະເຈົ້າຈະໄດ້ຮັບການຊ່ວຍກູ້, “ຄືທຸກຄົນທີ່ຈະມີຊື່ພົບຂຽນໄວ້ໃນໜັງສືນັ້ນ.” ສ່ວນໂຢຮັນກ່າວວ່າ ມີແຕ່ຜູ້ທີ່ມີຊື່ “ຈົດໄວ້ໃນໜັງສືແຫ່ງຊີວິດຂອງລູກແກະຂອງພຣະເຈົ້າ” ເທົ່ານັ້ນ ທີ່ຈະໄດ້ເຂົ້າໄປໃນນະຄອນຂອງພຣະເຈົ້າ. (ດານີເອນ 12:1 ສະບັບລາວບູຮານ; ພຣະນິມິດ 21:27 LCV). {GC 480.3}

ມີ “ໜັງສືທີ່ລະລຶກ” ຢູ່ຕໍ່ພຣະພັກພຣະເຈົ້າ ທີ່ບັນທຶກການກະທຳດີຂອງ “ຄົນທັງຫຼາຍທີ່ຢ້ານຢຳພຣະເຢໂຮວາ ແລະ ສຳລັບຄົນທັງຫຼາຍທີ່ຄິດເຖິງນາມຊື່ຂອງພຣະອົງ.” (ມາລາກີ 3:16 ສະບັບລາວບູຮານ). ຖ້ອຍຄຳແຫ່ງຄວາມເຊື່ອ ແລະ ການກະທຳແຫ່ງຄວາມຮັກຂອງພວກເຂົາໄດ້ຖືກບັນທຶກໄວ້ໃນສະຫວັນ. ເນເຫມີຢາອ້າງເຖິງເລື່ອງນີ້ໂດຍກ່າວວ່າ: “ຂໍຊົງໂຜດຈົດຈຳສິ່ງດີໆທັງໝົດເຫຼົ່ານີ້ທີ່ຂ້ານ້ອຍໄດ້ເຮັດສຳລັບວິຫານຂອງພຣະເຈົ້າຂອງຂ້ານ້ອຍ.” (ເນເຫມີຢາ 13:14). ໃນໜັງສືທີ່ລະລຶກຂອງພຣະເຈົ້າ ຫຼື ທີ່ພາສາໄທສະບັບປີ 1940 ເອີ້ນວ່າ “ໜັງສືບັນທຶກຄວາມຈຳ,” ທຸກການກະທຳທີ່ຊອບທຳຈະຄົງຢູ່ຕະຫຼອດໄປ. ທຸກຄັ້ງທີ່ມີການຕໍ່ຕ້ານການທົດລອງ, ທຸກຄັ້ງທີ່ເອົາຊະນະຄວາມຊົ່ວ ແລະ ທຸກຖ້ອຍຄຳແຫ່ງຄວາມເມດຕາ ລ້ວນຖືກບັນທຶກໄວ້ຢ່າງຄົບຖ້ວນ. ນອກຈາກນັ້ນ, ທຸກຄັ້ງທີ່ມີການເສຍສະຫຼະ, ທຸກຄັ້ງທີ່ຕ້ອງທົນຕໍ່ຄວາມທຸກ ແລະ ຄວາມໂສກເສົ້າເພື່ອພຣະຄຣິສ ກໍຖືກບັນທຶກໄວ້ເຊັ່ນກັນ. ຜູ້ຂຽນເພງສັນລະເສີນກ່າວວ່າ: “ພຣະອົງຮູ້ວ່າ ຂ້ານ້ອຍຖືກເດືອດຮ້ອນສໍ່າໃດ ຈຶ່ງຊົງບັນຈຸນໍ້າຕາໃສ່ແກ້ວໄວ້. ນໍ້າຕາຂອງຂ້ານ້ອຍໄດ້ຖືກບັນທຶກໄວ້ໃນປຶ້ມບັນຊີຂອງພຣະອົງແລ້ວບໍ່ແມ່ນຫຼື?” (ເພງສັນລະເສີນ 56:8). {GC 481.1}

ບັນທຶກຄວາມລັບ

ມີການບັນທຶກຄວາມບາບຂອງມະນຸດໄວ້ເຊັ່ນກັນ. “ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດ ບໍ່ວ່າດີຫຼືຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ.” (ປັນຍາຈານ 12:14). ພຣະຜູ້ຊ່ວຍໃຫ້ລອດຊົງກ່າວວ່າ: “ໃນວັນພິພາກສາ ມະນຸດຈະຕ້ອງຮັບຜິດຊອບຕໍ່ຖ້ອຍຄຳເປົ່າໆທຸກຄຳທີ່ພວກເຂົາເວົ້າອອກມາ, ເພາະເຈົ້າຈະພົ້ນໂທດໄດ້ ກໍດ້ວຍຄຳເວົ້າຂອງເຈົ້າ ແລະ ເຈົ້າຈະຖືກໂທດ ກໍດ້ວຍຄຳເວົ້າຂອງເຈົ້າ.” (ມັດທາຍ 12:36, 37 LCV). ເຈດຕະນາ ແລະ ແຮງຈູງໃຈລັບໆທັງໝົດ ລ້ວນຖືກບັນທຶກໄວ້ໃນປຶ້ມຢ່າງບໍ່ມີຄວາມຜິດພາດ; ດ້ວຍວ່າພຣະເຈົ້າຈະ “ນຳເອົາສິ່ງທີ່ເຊື່ອງໄວ້ຢູ່ໃນຄວາມມືດມາສູ່ຄວາມສະຫວ່າງ ແລະ ຈະເປີດເຜີຍບັນດາແຮງຈູງໃຈທີ່ຢູ່ໃນໃຈ.” (1 ໂກຣິນໂທ 4:5 LCV). “‘ຂໍ້ຄວາມນີ້ຂຽນໄວ້ຕໍ່ໜ້າເຮົາ’…ພຣະເຢໂຮວາກ່າວວ່າ ‘ທັງການອະທຳຂອງພວກທ່ານ ກັບການອະທຳຂອງປູ່ຍ່າຕາຍາຍນັ້ນ.’” (ເອຊາຢາ 65:6, 7 ສະບັບລາວບູຮານ). {GC 481.2}

ການກະທຳຂອງແຕ່ລະຄົນຖືກນຳມາພິຈາລະນາຕໍ່ພຣະພັກພຣະເຈົ້າ ແລະ ຖືກຈົດບັນທຶກໄວ້ວ່າສັດຊື່ຫຼືບໍ່ສັດຊື່. ຢູ່ຂ້າງຊື່ຂອງທຸກຄົນໃນປຶ້ມບັນທຶກແຫ່ງສະຫວັນ ທູດສະຫວັນໄດ້ຈົດບັນທຶກທຸກສິ່ງຢ່າງລະອຽດທີ່ສຸດ: ບໍ່ວ່າຈະເປັນຄຳເວົ້າຜິດໆ, ການກະທຳທີ່ເຫັນແກ່ຕົວ, ໜ້າທີ່ທີ່ບໍ່ໄດ້ເຮັດສຳເລັດ, ບາບທີ່ເຊື່ອງຊ່ອນໄວ້ ແລະ ການປອມແປງຢ່າງມີເລ່ລ່ຽມ. ນອກຈາກນີ້, ຍັງບັນທຶກການບໍ່ເອົາໃຈໃສ່ຕໍ່ຄຳຕັກເຕືອນວ່າກ່າວຈາກສະຫວັນ, ເວລາທີ່ເສຍໄປລ້າໆ, ໂອກາດທີ່ບໍ່ໄດ້ໃຊ້ໃຫ້ເປັນປະໂຫຍດ ແລະ ການກະທຳທີ່ສົ່ງຜົນດີ ຫຼື ຜົນຮ້າຍຕໍ່ຄົນອື່ນ ເຊິ່ງມີຜົນສະທ້ອນອັນກວ້າງໄກ. {GC 482.1}

ມາດຕະຖານແຫ່ງການພິພາກສາ

ພຣະບັນຍັດຂອງພຣະເຈົ້າເປັນມາດຕະຖານທີ່ຈະໃຊ້ໃນການພິພາກສາເພື່ອທົດສອບອຸປະນິໄສ ແລະ ຊີວິດຂອງມະນຸດ. ກະສັດໂຊໂລໂມນກ່າວວ່າ: “ຈົ່ງຢ້ານຢຳພຣະເຈົ້າ ແລະ ຈົ່ງຖືຮັກສາຄຳສັ່ງທັງຫຼາຍຂອງພຣະອົງ, ເຫດວ່າການນີ້ເປັນສັບພະທຸກສິ່ງແກ່ມະນຸດ, ເຫດວ່າພຣະເຈົ້າຈະຕັດສິນກິດຈະການທຸກປະການ.” (ປັນຍາຈານ 12:13, 14 ສະບັບລາວບູຮານ). ອັກຄະສາວົກຢາໂກໂບເຕືອນພວກພີ່ນ້ອງຂອງເພິ່ນວ່າ: “ເຈົ້າທັງຫຼາຍຈົ່ງເວົ້າ ແລະ ເຮັດເໝືອນຢ່າງຄົນທີ່ກຳລັງຈະໄດ້ຮັບການພິພາກສາດ້ວຍກົດທີ່ໃຫ້ມີເສລີພາບ.” (ຢາໂກໂບ 2:12). {GC 482.2}

ໃນການພິພາກສານັ້ນ “ຄົນທີ່ຖືວ່າສົມຄວນ” ຈະໄດ້ມີສ່ວນໃນການຟື້ນຄືນຊີວິດຂອງຜູ້ຊອບທຳ. ພຣະເຢຊູຊົງກ່າວວ່າ: “ຄົນທີ່ຖືວ່າສົມຄວນ ມີສ່ວນໃນຍຸກທີ່ຈະມາເຖິງ ແລະ ໃນການເປັນຄືນມາຈາກຕາຍນັ້ນ,…ພວກເຂົາຈະເປັນເໝືອນເທວະດາທີ່ຕາຍບໍ່ເປັນ. ພວກເຂົາເປັນລູກຂອງພຣະເຈົ້າ ເພາະພວກເຂົາເປັນລູກແຫ່ງການເປັນຄືນມາຈາກຕາຍ.” (ລູກາ 20:35, 36 LCV). ພຣະອົງຊົງປະກາດອີກວ່າ “ຜູ້ທີ່ເຮັດດີກໍຈະເປັນຄືນມາສູ່ຊີວິດ.” (ໂຢຮັນ 5:29 LCV). ຜູ້ຊອບທຳທີ່ລ່ວງລັບໄປແລ້ວຈະບໍ່ເປັນຄືນມາ ຈົນກວ່າຈະມີການພິພາກສາທີ່ປະກາດວ່າ ພວກເຂົາສົມຄວນໄດ້ຮັບ “ການເປັນຄືນມາສູ່ຊີວິດ.” ສະນັ້ນ, ພວກເຂົາຈະບໍ່ໄດ້ປາກົດຕົວຢູ່ທີ່ບັນລັງພິພາກສາ ໃນເວລາທີ່ມີການກວດສອບການບັນທຶກ ແລະ ຕັດສິນຄະດີຂອງພວກເຂົາ. {GC 482.3}

ພຣະເຢຊູຈະປາກົດໃນຖານະ ຜູ້ວິງວອນແທນພວກເຂົາຕໍ່ພຣະພັກພຣະເຈົ້າ. “ຖ້າຜູ້ໃດເຮັດບາບ ພວກເຮົາກໍມີຜູ້ແກ້ຄວາມຕໍ່ພຣະບິດາເຈົ້າ ຄືພຣະເຢຊູຄຣິສເຈົ້າ ອົງຜູ້ຊອບທຳ.” (1 ໂຢຮັນ 2:1 LCV). “ເພາະພຣະຄຣິສເຈົ້າບໍ່ໄດ້ເຂົ້າສູ່ສະຖານນະມັດສະການທີ່ມະນຸດສ້າງຂຶ້ນ ເຊິ່ງເປັນພຽງແບບຈຳລອງມາຈາກຂອງແທ້, ພຣະອົງເຂົ້າສູ່ສະຫວັນໂດຍກົງ, ບັດນີ້ ໄດ້ປາກົດຢູ່ຕໍ່ໜ້າພຣະເຈົ້າເພື່ອພວກເຮົາທັງຫຼາຍ.” “ເຫດສະນັ້ນ, ພຣະອົງຈຶ່ງສາມາດຊ່ວຍບັນດາຜູ້ທີ່ມາຫາພຣະເຈົ້າໂດຍທາງພຣະອົງໄດ້ຢ່າງສົມບູນ ເພາະພຣະອົງມີຊີວິດຢູ່ ເພື່ອຈະອ້ອນວອນເພື່ອພວກເຂົາສະເໝີ.” (ເຮັບເຣີ 9:24 LCV; 7:25 LCV). {GC 482.4}

ເມື່ອເປີດປຶ້ມບັນທຶກໃນການພິພາກສາ, ຊີວິດຂອງທຸກຄົນທີ່ເຄີຍມີຄວາມເຊື່ອໃນພຣະເຢຊູ ຈະຖືກທົບທວນຕໍ່ພຣະພັກພຣະເຈົ້າ. ພຣະເຢຊູຊົງເຮັດໜ້າທີ່ຜູ້ອ້ອນວອນເພື່ອເຮົາ ຊົງນຳສະເໜີຄະດີຂອງທຸກຊົ່ວອາຍຸຄົນຕາມລຳດັບ ຕັ້ງແຕ່ສະໄໝເລີ່ມຕົ້ນ ຈົນປິດທ້າຍກັບຜູ້ທີ່ຍັງມີຊີວິດຢູ່. ມີການກວດສອບທຸກຊື່ ແລະ ມີການພິຈາລະນາທຸກຄະດີຢ່າງຖີ່ຖ້ວນ. ບາງຄົນຖືກຍອມຮັບ, ບາງຄົນຖືກປະຕິເສດ. ຖ້າຜູ້ໃດມີຄວາມບາບທີ່ຍັງຢູ່ໃນປຶ້ມບັນທຶກເຫຼົ່ານັ້ນ ໂດຍຍັງບໍ່ໄດ້ປະຖິ້ມ ແລະ ຍັງບໍ່ໄດ້ຮັບການອະໄພ, ຊື່ຂອງຜູ້ນັ້ນຈະຖືກລຶບອອກຈາກທະບຽນແຫ່ງຊີວິດ ແລະ ການກະທຳດີຂອງລາວ ຈະຖືກລຶບອອກຈາກໜັງສືທີ່ລະລຶກຂອງພຣະເຈົ້າ. ພຣະຜູ້ເປັນເຈົ້າຊົງກ່າວກັບໂມເຊວ່າ: “ຜູ້ໃດເຮັດບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປຶ້ມບັນຊີຂອງເຮົາ.” (ອົບພະຍົບ 32:33). ສ່ວນຜູ້ເຜີຍພຣະທຳເອເຊກຽນກ່າວວ່າ: “ຖ້າຄົນຊອບທຳຜູ້ໜຶ່ງເຊົາເຮັດການດີ ແລະ ເລີ່ມເຮັດແຕ່ການຊົ່ວ…ການດີທີ່ລາວໄດ້ເຮັດມານັ້ນ ຈະບໍ່ມີຜູ້ໃດລະນຶກເຖິງເລີຍ.” (ເອເຊກຽນ 18:24). {GC 483.1}

ທຸກຄົນທີ່ໄດ້ກັບໃຈຈາກຄວາມບາບຢ່າງແທ້ຈິງ ແລະ ຮັບເຊື່ອວ່າ ພຣະໂລຫິດຂອງພຣະຄຣິສເປັນເຄື່ອງບູຊາໄຖ່ບາບຂອງຕົນ ໄດ້ຮັບຄຳວ່າ “ອະໄພ” ຈົດໄວ້ຄຽງຂ້າງຊື່ຂອງຕົນໃນປຶ້ມບັນທຶກແຫ່ງສະຫວັນ. ເມື່ອພວກເຂົາມີສ່ວນຮ່ວມໃນຄວາມຊອບທຳຂອງພຣະຄຣິສ ແລະ ມີອຸປະນິໄສສອດຄ່ອງກັບພຣະບັນຍັດຂອງພຣະເຈົ້າ, ບາບຂອງພວກເຂົາກໍຈະຖືກລຶບລ້າງອອກໄປ ແລະ ພຣະເຈົ້າຈະຖືວ່າພວກເຂົາສົມຄວນໄດ້ຮັບຊີວິດນິຣັນ. ອົງພຣະຜູ້ເປັນເຈົ້າຊົງປະກາດ ໂດຍຜ່ານຜູ້ເຜີຍພຣະທຳເອຊາຢາວ່າ: “ເຮົາຄືພຣະອົງນັ້ນ ຜູ້ລຶບລ້າງການລະເມີດຂອງເຈົ້າ ດ້ວຍເຫັນແກ່ເຮົາເອງ; ແລະເຮົາຈະບໍ່ຈົດຈຳບາບທັງຫຼາຍຂອງເຈົ້າໄວ້.” (ເອຊາຢາ 43:25 ດັດແປງຈາກສະບັບ TKJV). ພຣະເຢຊູຊົງກ່າວວ່າ: “ຜູ້ທີ່ມີໄຊຊະນະ ຜູ້ນັ້ນຈະໄດ້ຫົ່ມເຄື່ອງຂາວ ແລະ ເຮົາຈະບໍ່ລຶບຊື່ຂອງຜູ້ນັ້ນອອກຈາກທະບຽນແຫ່ງຊີວິດ, ແຕ່ເຮົາຈະຮັບຮອງຊື່ຜູ້ນັ້ນຊ້ອງພຣະພັກພຣະບິດາເຈົ້າຂອງເຮົາ ແລະ ຕໍ່ໜ້າຝູງເທວະດາຂອງພຣະອົງ.” “ຜູ້ໃດກໍຕາມຍອມຮັບເຮົາຕໍ່ໜ້າມະນຸດ, ເຮົາກໍຈະຍອມຮັບຜູ້ນັ້ນ ຕໍ່ໜ້າພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ. ແຕ່ຜູ້ໃດທີ່ປະຕິເສດເຮົາຕໍ່ໜ້າມະນຸດ, ເຮົາກໍຈະປະຕິເສດຜູ້ນັ້ນ ຕໍ່ໜ້າພຣະບິດາເຈົ້າຂອງເຮົາໃນສະຫວັນ.” (ພຣະນິມິດ 3:5; ມັດທາຍ 10:32, 33 LCV). {GC 483.2}

ເຖິງແມ່ນວ່າ ມະນຸດຈະສົນໃຈການຕັດສິນຂອງສານຫຼາຍປານໃດກໍຕາມ ກໍຍັງທຽບບໍ່ໄດ້ກັບຄວາມສົນໃຈຂອງເຫຼົ່າທູດສະຫວັນ ເມື່ອລາຍຊື່ທີ່ບັນທຶກໄວ້ໃນໜັງສືແຫ່ງຊີວິດຖືກນຳມາທົບທວນຕໍ່ໜ້າພຣະພັກຂອງພຣະເຈົ້າ. ພຣະເຢຊູຊົງຂໍໃຫ້ທຸກຄົນທີ່ມີໄຊຊະນະໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງນັ້ນ ໄດ້ຮັບການອະໄພການລະເມີດຂອງພວກເຂົາ, ໃຫ້ພວກເຂົາໄດ້ຮັບການຟື້ນຟູຄືນສູ່ບ້ານເດີມໃນສວນເອເດນ ແລະ ໄດ້ສວມມົງກຸດເປັນຜູ້ຮັບມໍລະດົກຮ່ວມກັນກັບພຣະອົງໃນ “ອານາຈັກດັ້ງເດີມ” (ມີກາ 4:8 THSV). ເຖິງແມ່ນວ່າຊາຕານພະຍາຍາມຫຼອກລວງ ແລະ ລໍ້ລວງມະນຸດຊາດ ເພື່ອຂັດຂວາງແຜນການຂອງພຣະເຈົ້າໃນການສ້າງມະນຸດກໍຕາມ; ແຕ່ບັດນີ້ພຣະຄຣິສຊົງຂໍຮ້ອງໃຫ້ແຜນການດັ້ງເດີມນັ້ນສຳເລັດ ສະເໝືອນໜຶ່ງວ່າມະນຸດບໍ່ເຄີຍລົ້ມລົງໃນຄວາມບາບ. ສຳລັບໄພ່ພົນຂອງພຣະອົງແລ້ວ ພຣະອົງບໍ່ພຽງແຕ່ຂໍໃຫ້ພວກເຂົາໄດ້ຮັບການອະໄພ ແລະ ຄວາມຊອບທຳຢ່າງຄົບຖ້ວນເທົ່ານັ້ນ, ແຕ່ຍັງຂໍໃຫ້ພວກເຂົາມີສ່ວນໃນພຣະຣັດສະໝີພາບຂອງພຣະອົງ ແລະ ຮ່ວມນັ່ງເທິງບັນລັງກັບພຣະອົງອີກດ້ວຍ. {GC 483.3}

ໃນຂະນະທີ່ພຣະເຢຊູກຳລັງອ້ອນວອນເພື່ອຜູ້ທີ່ໄດ້ຮັບພຣະຄຸນຂອງພຣະອົງ, ຊາຕານກໍກ່າວຫາພວກເຂົາຕໍ່ພຣະພັກພຣະເຈົ້າ ວ່າເປັນຜູ້ລະເມີດພຣະບັນຍັດ. ມັນໄດ້ພະຍາຍາມຊັກນຳຄົນຂອງພຣະອົງໃຫ້ສົງໄສ ແລະ ເຮັດໃຫ້ພວກເຂົາສູນເສຍຄວາມໝັ້ນໃຈໃນພຣະເຈົ້າ. ມັນພະຍາຍາມແຍກພວກເຂົາອອກຈາກຄວາມຮັກຂອງພຣະອົງ ແລະ ຊັກນຳພວກເຂົາໃຫ້ລ່ວງລະເມີດພຣະບັນຍັດຂອງພຣະອົງ. ບັດນີ້, ມັນຊີ້ໃສ່ປຶ້ມທີ່ບັນທຶກຊີວິດຂອງຄົນເຫຼົ່ານີ້ ແລະ ອ້າງວ່າພວກເຂົາເປັນຂອງມັນ ຍ້ອນຄວາມບົກຜ່ອງໃນຕົວຕົນ, ຍ້ອນການກະທຳທີ່ບໍ່ເໝືອນພຣະຄຣິສ ທີ່ໄດ້ສ້າງຄວາມອັບອາຍໃຫ້ແກ່ພຣະຜູ້ໄຖ່ຂອງພວກເຂົາ, ແລະຍ້ອນຄວາມບາບທັງໝົດທີ່ມັນໄດ້ລໍ້ລວງໃຫ້ພວກເຂົາເຮັດ. {GC 484.1}

ຊົງລຶບລ້າງຄວາມບາບ

ພຣະເຢຊູບໍ່ໄດ້ແກ້ຕົວໃຫ້ກັບຄວາມຜິດບາບຂອງຄົນເຫຼົ່ານີ້, ແຕ່ພຣະອົງຊົງຊີ້ໃຫ້ເຫັນການກັບໃຈໃໝ່ ແລະ ຄວາມເຊື່ອຂອງພວກເຂົາ. ເມື່ອຂໍການອະໄພໃຫ້ແກ່ພວກເຂົາ ພຣະອົງຊົງຍົກພຣະຫັດທີ່ມີຮອຍບາດແຜຂຶ້ນຕໍ່ພຣະພັກພຣະບິດາ ແລະ ຕໍ່ໜ້າເຫຼົ່າທູດສະຫວັນໂດຍກ່າວວ່າ ‘ຂ້າພະເຈົ້າຮູ້ຈັກຊື່ຂອງຄົນເຫຼົ່ານີ້ ຍ້ອນວ່າໄດ້ຈາລຶກໄວ້ທີ່ຝ່າມືຂອງຂ້າພະເຈົ້າແລ້ວ’ ແລະຊົງກ່າວອີກວ່າ: “ເຄື່ອງບູຊາທີ່ພຣະເຈົ້າພໍພຣະໄທນັ້ນ ແມ່ນຈິດວິນຍານທີ່ຖ່ອມຕົວລົງ ພຣະເຈົ້າບໍ່ໄດ້ຊົງລັງກຽດຈິດໃຈທີ່ຖ່ອມຕົວລົງ ແລະ ການກັບໃຈໃໝ່ແທ້.” (ເພງສັນລະເສີນ 51:17). ພຣະອົງຊົງກ່າວຕໍ່ຊາຕານຜູ້ກ່າວຫາໄພ່ພົນຂອງພຣະອົງວ່າ: “ມານຊາຕານເອີຍ ຂໍໃຫ້ພຣະເຈົ້າຢາເວລົງໂທດເຈົ້າເຖີດ ຂໍໃຫ້ພຣະເຈົ້າຢາເວ ອົງຊົງຮັກນະຄອນເຢຣູຊາເລັມ ລົງໂທດເຈົ້າ. ຊາຍຄົນນີ້ເປັນດັ່ງດົ້ນຟືນທີ່ມີໄຟລຸກໄໝ້ຢູ່.” (ເຊກາຣີຢາ 3:2). ພຣະຄຣິສຈະຊົງຫຸ້ມຫໍ່ຜູ້ທີ່ສັດຊື່ຂອງພຣະອົງດ້ວຍຄວາມຊອບທຳຂອງພຣະອົງເອງ ເພື່ອພຣະອົງຈະນຳພວກເຂົາມາຢູ່ຕໍ່ພຣະພັກພຣະບິດາເປັນ “ຄຣິສຕະຈັກທີ່ສະຫງ່າງາມ, ປາສະຈາກຮອຍດ່າງ ຫຼື ຮອຍຫຍໍ່ ຫຼື ຕຳໜິໃດໆ.” (ເອເຟໂຊ 5:27 LCV). ຊື່ຂອງພວກເຂົາຖືກບັນທຶກໄວ້ໃນໜັງສືແຫ່ງຊີວິດ ແລະ ມີຖ້ອຍຄຳຂຽນໄວ້ກ່ຽວກັບພວກເຂົາວ່າ: “ພວກເຂົາຈະຍ່າງໄປກັບເຮົາ, ນຸ່ງຊຸດສີຂາວ, ເພາະພວກເຂົາສົມຄວນແລ້ວ.” (ພຣະນິມິດ 3:4 LCV). {GC 484.2}

ດ້ວຍເຫດນີ້, ພັນທະສັນຍາໃໝ່ຈະສຳເລັດຢ່າງຄົບຖ້ວນ ຕາມທີ່ພຣະອົງຊົງສັນຍາໄວ້ວ່າ: “ເຮົາຈະອະໄພການບາບຂອງພວກເຂົາ ແລະ ເຮົາຈະບໍ່ຈົດຈຳຄວາມຜິດຂອງພວກເຂົາອີກຕໍ່ໄປ.” “‘ເມື່ອເວລານັ້ນມາເຖິງ ຈະບໍ່ພົບການບາບໃນອິດສະຣາເອນ ແລະ ຄວາມຜິດໃນຢູດາ…’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.” (ເຢເຣມີຢາ 31:34; 50:20). “ໃນວັນນັ້ນ ຍອດກິ່ງຂອງພຣະເຢໂຮວາຈະງົດງາມ ແລະ ມີສະຫງ່າຣາສີ ແລະ ຜົນຜະລິດຂອງແຜ່ນດິນຈະອຸດົມສົມບູນ ແລະ ສວຍສົດງົດງາມສຳລັບຊາວອິດສະຣາເອນທັງຫຼາຍທີ່ໜີລອດປອດໄພ, ແລ້ວຜູ້ທີ່ຍັງເຫຼືອຢູ່ໃນຊີໂອນ ແລະ ຜູ້ທີ່ຍັງຢູ່ໃນເຢຣູຊາເລັມຈະຖືກເອີ້ນວ່າຜູ້ບໍຣິສຸດ ກໍຄືທຸກຄົນທີ່ມີການຈົດບັນທຶກໄວ້ທ່າມກາງເຫຼົ່າຜູ້ມີຊີວິດໃນເຢຣູຊາເລັມ.” (ເອຊາຢາ 4:2, 3 ແປຈາກສະບັບ KJV). {GC 485.1}

ວຽກງານການພິພາກສາແບບສືບສວນ ແລະ ການລຶບລ້າງບາບ ຈະຕ້ອງສຳເລັດກ່ອນການສະເດັດມາຄັ້ງທີສອງຂອງພຣະຄຣິສ. ຄົນຕາຍຈະຖືກພິພາກສາຕາມສິ່ງທີ່ບັນທຶກໄວ້ໃນໜັງສື; ສະນັ້ນ, ບາບຂອງມະນຸດຈະຖືກລຶບລ້າງໄດ້ ກໍຕໍ່ເມື່ອການສືບສວນຄະດີຂອງພວກເຂົາສິ້ນສຸດລົງເທົ່ານັ້ນ. ແຕ່ອັກຄະສາວົກເປໂຕໄດ້ກ່າວໄວ້ຢ່າງຈະແຈ້ງວ່າ ບາບຂອງຜູ້ທີ່ເຊື່ອຈະຖືກລຶບລ້າງໃນ “ວາລະແຫ່ງການຟື້ນໃຈ” ທີ່ມາຈາກອົງພຣະຜູ້ເປັນເຈົ້າ ແລະ ພຣະອົງຈະໄດ້ຊົງສົ່ງພຣະເຢຊູມາ. (ກິດຈະການ 3:19, 20 TNCV). ເມື່ອການພິພາກສາແບບສືບສວນສິ້ນສຸດລົງ, ພຣະຄຣິສຈະສະເດັດມາ ພ້ອມກັບບຳເໜັດລາງວັນ ເພື່ອມອບໃຫ້ແຕ່ລະຄົນຕາມການກະທຳຂອງເຂົາ. {GC 485.2}

ໃນພິທີອັນເປັນສັນຍະລັກທີ່ເຮັດຢູ່ໃນຫໍເຕັນສັກສິດນັ້ນ ຫຼັງຈາກມະຫາປະໂຣຫິດໄດ້ລຶບລ້າງບາບໃຫ້ແກ່ຊາວອິດສະຣາເອນແລ້ວ ເພິ່ນກໍໄດ້ອອກມາອວຍພອນປະຊາຊົນ. ໃນທຳນອງດຽວກັນ, ເມື່ອພຣະຄຣິສສິ້ນສຸດວຽກງານການເປັນຄົນກາງ, ພຣະອົງຈະປາກົດ “ບໍ່ແມ່ນເພື່ອຮັບແບກຄວາມບາບ ແຕ່ເພື່ອນຳເອົາຄວາມພົ້ນມາສູ່ບັນດາຜູ້ທີ່ລໍຄອຍພຣະອົງ.” (ເຮັບເຣີ 9:28). ໃນເວລານັ້ນ, ພຣະເຢຊູຈະປະທານຊີວິດນິຣັນໃຫ້ແກ່ປະຊາກອນຂອງພຣະອົງທີ່ລໍຄອຍພຣະອົງ. ເຊັ່ນດຽວກັບປະໂຣຫິດທີ່ໄດ້ເອົາບາບອອກຈາກສະຖານນະມັດສະການ ແລະ ວາງມັນໃສ່ຫົວຂອງແບ້ຮັບບາບ ໂດຍການສາລະພາບບາບເຫຼົ່ານັ້ນ, ພຣະຄຣິສກໍຈະໃຫ້ຊາຕານຮັບຜິດຊອບຕໍ່ບາບທັງໝົດ ເພາະມັນເປັນຕົ້ນເຫດຂອງຄວາມບາບ ແລະ ເປັນຜູ້ຍົວະໃຫ້ຄົນເຮັດບາບ. ໃນສະໄໝພຣະຄຳພີເດີມ, ແບ້ຮັບບາບຈະແບກບາບຂອງຊາວອິດສະຣາເອນອອກໄປສູ່ “ຖິ່ນເປົ່າປ່ຽວ.” (ລະບຽບພວກເລວີ 16:22). ໃນທຳນອງດຽວກັນ, ຊາຕານຈະຕ້ອງແບກຮັບເອົາຄວາມຜິດບາບທັງປວງທີ່ມັນໄດ້ຍົວະໃຫ້ໄພ່ພົນຂອງພຣະເຈົ້າກະທຳ. ມັນຈະຖືກກັກຂັງໄວ້ໃນໂລກທີ່ຮົກຮ້າງເປົ່າປ່ຽວປາສະຈາກຜູ້ຄົນອາໄສເປັນເວລາໜຶ່ງພັນປີ. ແລ້ວໃນທີ່ສຸດມັນຈະໄດ້ຮັບໂທດຢ່າງຄົບຖ້ວນຂອງຄວາມບາບ ໃນໄຟທີ່ຈະທຳລາຍຄົນຊົ່ວທັງປວງ. ດັ່ງນັ້ນ, ແຜນການໄຖ່ອັນຍິ່ງໃຫຍ່ ຈະບັນລຸຜົນສຳເລັດໃນການລຶບລ້າງຄວາມບາບຄັ້ງສຸດທ້າຍ ແລະ ການຊ່ວຍກູ້ທຸກຄົນທີ່ເຕັມໃຈປະຕິເສດຄວາມຊົ່ວ. {GC 485.3}

ຕາມກຳນົດເວລາ

ພຣະເຈົ້າຊົງກຳນົດເວລາໄວ້ສຳລັບການພິພາກສາ ຄືເມື່ອໄລຍະເວລາ 2,300 ວັນສິ້ນສຸດລົງໃນປີ 1844; ໃນເວລານັ້ນ, ການພິພາກສາແບບສືບສວນ ແລະ ການລຶບລ້າງບາບໄດ້ເລີ່ມຕົ້ນຂຶ້ນ. ທຸກຄົນທີ່ເຄີຍຮັບເອົາພຣະນາມຂອງພຣະຄຣິສ ຕ້ອງຜ່ານການກວດສອບຢ່າງລະອຽດນີ້. ທັງຄົນເປັນ ແລະ ຄົນຕາຍຈະຖືກພິພາກສາ “ຕາມການກະທຳທີ່ພວກເຂົາໄດ້ເຮັດ ຕາມທີ່ໄດ້ບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.” (ພຣະນິມິດ 20:12 LCV). {GC 486.1}

ຄວາມບາບທີ່ຍັງບໍ່ທັນໄດ້ສາລະພາບ ແລະ ປະຖິ້ມນັ້ນຈະບໍ່ໄດ້ຮັບການໃຫ້ອະໄພ ແລະ ຈະບໍ່ຖືກລຶບອອກຈາກປຶ້ມບັນທຶກ. ບາບເຫຼົ່ານັ້ນ ຈະເປັນຫຼັກຖານກ່າວໂທດຄົນບາບໃນວັນສຳຄັນຂອງອົງພຣະຜູ້ເປັນເຈົ້າ. ບໍ່ວ່າຄົນຈະເຮັດຊົ່ວໃນຕອນກາງເວັນ ຫຼື ໃນຄວາມມືດຂອງກາງຄືນ ແຕ່ການກະທຳທັງໝົດກໍຍັງເປີດເຜີຍ ແລະ ປະຈັກແຈ້ງຕໍ່ພຣະພັກຂອງພຣະອົງຜູ້ທີ່ພວກເຮົາຕ້ອງໃຫ້ການນັ້ນ. ທູດສະຫວັນໄດ້ເຫັນການບາບທຸກຢ່າງ ແລະ ໄດ້ບັນທຶກໄວ້ໃນການບັນທຶກທີ່ບໍ່ມີຄວາມຜິດພາດ. ຄວາມບາບອາດຖືກປົກປິດ, ອາດຖືກປະຕິເສດ ຫຼື ເຊື່ອງຊ່ອນຈາກພໍ່ແມ່, ລູກເມຍ ແລະ ໝູ່ເພື່ອນ. ອາດມີພຽງແຕ່ຜູ້ກະທຳຜິດເທົ່ານັ້ນ ທີ່ຮູ້ເຖິງຄວາມຊົ່ວທີ່ລາວເຮັດ ແຕ່ມັນຖືກເປີດເຜີຍຢ່າງຈະແຈ້ງຕໍ່ໜ້າຊາວສະຫວັນ. ບໍ່ວ່າຈະເປັນຄວາມມືດຂອງຄ່ຳຄືນທີ່ມືດມິດທີ່ສຸດ ຫຼື ການຫຼອກລວງໃນຮູບແບບໃດໆ ກໍບໍ່ສາມາດປິດບັງແມ່ນແຕ່ຄວາມຄິດດຽວຈາກພຣະເຈົ້າອົງນິຣັນ. ພຣະເຈົ້າມີການບັນທຶກທີ່ລະອຽດຖີ່ຖ້ວນກ່ຽວກັບທຸກການກະທຳທີ່ບໍ່ຍຸຕິທຳ ແລະ ການເຮັດທຸລະກິດທີ່ບໍ່ສັດຊື່ທຸກຢ່າງ. ທ່າທາງທີ່ເຄັ່ງສາສະໜາ ກໍບໍ່ສາມາດຫຼອກລວງພຣະອົງໄດ້ ແລະ ການທີ່ພຣະອົງຊົງປະເມີນອຸປະນິໄສຂອງມະນຸດ ກໍບໍ່ເຄີຍຜິດພາດ. ມະນຸດອາດຖືກຫຼອກລວງໂດຍຜູ້ທີ່ມີໃຈເສື່ອມຊາມ ແຕ່ພຣະເຈົ້າເຫັນຜ່ານການແອບແຝງປອມແປງທຸກຢ່າງ ແລະ ຊົງຮູ້ເຖິງຊີວິດພາຍໃນໃຈທັງສິ້ນ. {GC 486.2}

ສິ່ງເຫຼົ່ານີ້ຊ່າງເປັນເລື່ອງທີ່ໜ້າຄິດແທ້ໆ! ທຸກມື້ທີ່ຜ່ານໄປ ບໍ່ມີວັນກັບຄືນມາໄດ້ຕະຫຼອດການ ແລະ ແຕ່ລະມື້ນັ້ນມີການຈົດໄວ້ໃນປຶ້ມບັນທຶກແຫ່ງສະຫວັນ. ຖ້ອຍຄຳທີ່ກ່າວຈາ ແລະ ການກະທຳທີ່ເຮັດໄປແລ້ວ ບໍ່ສາມາດຮຽກຄືນມາໄດ້. ທູດສະຫວັນໄດ້ບັນທຶກທັງຄວາມດີ ແລະ ຄວາມຊົ່ວ. ແມ່ນແຕ່ນັກສູ້ຜູ້ພິຊິດທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ກໍບໍ່ສາມາດຮຽກເອົາການບັນທຶກຂອງພຽງມື້ດຽວໃຫ້ກັບຄືນມາໄດ້. ການກະທຳ, ຄຳເວົ້າຈາ, ແມ່ນແຕ່ຄວາມຕັ້ງໃຈອັນເປັນຄວາມລັບທີ່ສຸດຂອງພວກເຮົາ, ລ້ວນແຕ່ມີນ້ຳໜັກໃນການຕັດສິນຊະຕາກຳວ່າ ເຮົາຈະໄດ້ຮັບພຣະພອນ ຫຼື ຈະຖືກລົງໂທດ. ເຖິງແມ່ນວ່າພວກເຮົາອາດລືມໄປແລ້ວ, ແຕ່ສິ່ງເຫຼົ່ານີ້ຈະເປັນຫຼັກຖານສະໜັບສະໜູນ ຫຼື ກ່າວໂທດພວກເຮົາ. {GC 486.3}

ຮູບຖ່າຍສະແດງໃຫ້ເຫັນໃບໜ້າຢ່າງຈະແຈ້ງຄົບຖ້ວນສັນໃດ, ອຸປະນິໄສຂອງມະນຸດ ກໍຖືກຈົດໄວ້ຢ່າງລະອຽດໃນປຶ້ມບັນທຶກເບື້ອງເທິງສັນນັ້ນ. ແຕ່ໜ້າເສຍດາຍທີ່ຄົນພັດບໍ່ຄ່ອຍສົນໃຈກ່ຽວກັບການບັນທຶກທີ່ຈະຖືກເປີດເຜີຍຕໍ່ໜ້າຊາວສະຫວັນ. ຖ້າຜ້າກັ້ງລະຫວ່າງໂລກທີ່ເຫັນໄດ້ ກັບໂລກທີ່ເບິ່ງບໍ່ເຫັນຖືກເປີດອອກ ແລະ ມະນຸດໄດ້ເຫັນທູດສະຫວັນກຳລັງບັນທຶກທຸກຄຳເວົ້າ ແລະ ການກະທຳທີ່ພວກເຂົາຈະຕ້ອງພົບອີກໃນການພິພາກສາ, ຫຼາຍຄົນຄົງຈະລະມັດລະວັງໃນການເວົ້າຈາ ແລະ ຄິດໃຫ້ດີກ່ອນຈະເຮັດສິ່ງໃດ. {GC 487.1}

ໃນການພິພາກສາ ພຣະເຈົ້າຈະກວດເບິ່ງວ່າ ພວກເຮົາໄດ້ນຳໃຊ້ຂອງປະທານແຕ່ລະຢ່າງແນວໃດ. ພວກເຮົາໄດ້ໃຊ້ຄວາມສາມາດທີ່ສະຫວັນມອບໃຫ້ແນວໃດ? ເມື່ອອົງພຣະຜູ້ເປັນເຈົ້າສະເດັດມາ ພຣະອົງຈະເຫັນວ່າພວກເຮົາໄດ້ເພີ່ມພູນສິ່ງທີ່ພຣະອົງຊົງມອບໃຫ້ຫຼືບໍ່? ພວກເຮົາໄດ້ພັດທະນາຄວາມສາມາດທີ່ພຣະອົງມອບໃຫ້ແກ່ເຮົາໃນດ້ານຮ່າງກາຍ, ຈິດໃຈ ແລະ ສະຕິປັນຍາ ເພື່ອຖວາຍກຽດແດ່ພຣະເຈົ້າ ແລະ ເປັນພອນໃຫ້ແກ່ເພື່ອນມະນຸດບໍ? ພວກເຮົາໄດ້ໃຊ້ເວລາ, ຄວາມສາມາດໃນການເວົ້າ ແລະ ການຂຽນ, ຊັບສິນ ແລະ ອິດທິພົນຂອງພວກເຮົາແນວໃດ? ພວກເຮົາໄດ້ເຮັດຫຍັງແດ່ເພື່ອຮັບໃຊ້ພຣະຄຣິສ ໂດຍຜ່ານການຊ່ວຍເຫຼືອຄົນທຸກຍາກ, ຄົນເຈັບປ່ວຍ, ລູກກຳພ້າ ຫຼື ແມ່ໝ້າຍ? ພຣະເຈົ້າຊົງມອບໝາຍໃຫ້ພວກເຮົາຮັບຜິດຊອບການຖ່າຍທອດພຣະຄຳອັນສັກສິດຂອງພຣະອົງ; ພວກເຮົາໄດ້ເຮັດແນວໃດກັບຄວາມສະຫວ່າງ ແລະ ຄວາມຈິງທີ່ພຣະອົງປະທານໃຫ້ ເພື່ອນຳພາຄົນໄປສູ່ຄວາມລອດພົ້ນ? ການອ້າງວ່າເຊື່ອໃນພຣະຄຣິສພຽງແຕ່ປາກເປົ່າ ບໍ່ມີຄຸນຄ່າຫຍັງ. ມີແຕ່ຄວາມຮັກທີ່ສະແດງອອກມາດ້ວຍການກະທຳເທົ່ານັ້ນທີ່ແທ້ຈິງ. ສຳລັບສະຫວັນແລ້ວ ມີແຕ່ຄວາມຮັກເທົ່ານັ້ນທີ່ເຮັດໃຫ້ການກະທຳມີຄຸນຄ່າ. ສິ່ງໃດກໍຕາມທີ່ເຮັດດ້ວຍຄວາມຮັກ, ເຖິງວ່າຈະເບິ່ງເປັນເລື່ອງເລັກນ້ອຍໃນສາຍຕາຂອງມະນຸດ, ພຣະເຈົ້າກໍຊົງຍອມຮັບ ແລະ ປະທານບຳເໜັດລາງວັນໃຫ້. {GC 487.2}

ຄວາມເຫັນແກ່ຕົວຖືກເປີດເຜີຍ

ຄວາມເຫັນແກ່ຕົວທີ່ຊ່ອນຢູ່ໃນຈິດໃຈຂອງມະນຸດ ຖືກເປີດເຜີຍຢູ່ໃນປຶ້ມບັນທຶກໃນສະຫວັນ. ປຶ້ມເຫຼົ່ານັ້ນໄດ້ບັນທຶກການລະເລີຍຕໍ່ໜ້າທີ່ ທີ່ບໍ່ໄດ້ປະຕິບັດຕໍ່ເພື່ອນມະນຸດ ແລະ ການລະເລີຍຕໍ່ສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດຊົງຮຽກຮ້ອງ. ໃນປຶ້ມເຫຼົ່ານັ້ນພວກເຂົາຈະເຫັນວ່າ ຕົນໄດ້ມອບເວລາ, ຄວາມຄິດ ແລະ ກຳລັງທີ່ຄວນເປັນຂອງພຣະຄຣິສ ໃຫ້ແກ່ຊາຕານຫຼາຍຄັ້ງຫຼາຍຫົນ. ການບັນທຶກທີ່ພວກທູດສະຫວັນນຳຂຶ້ນສະຫວັນນັ້ນ ເປັນເລື່ອງໜ້າເສົ້າໃຈ. ມະນຸດຜູ້ມີສະຕິປັນຍາ ທີ່ອ້າງວ່າເປັນຜູ້ຕິດຕາມພຣະຄຣິສ ກັບຫຼົງລະເລີງກັບການສະສົມຊັບສົມບັດຝ່າຍໂລກ ຫຼື ຄວາມສຸກຕາມແບບຊາວໂລກ. ພວກເຂົາໃຊ້ເງິນ, ເວລາ ແລະ ກຳລັງໄປກັບການອວດອ້າງ ແລະ ການເຮັດຕາມໃຈຕົນເອງ, ແຕ່ພັດອຸທິດເວລາໃຫ້ການອະທິຖານ, ການຄົ້ນຄວ້າພຣະຄຳພີ, ການຖ່ອມໃຈລົງ ແລະ ການສາລະພາບບາບພຽງເລັກໜ້ອຍ. {GC 487.3}

ຊາຕານຄິດຄົ້ນອຸບາຍອັນນັບບໍ່ຖ້ວນ ເພື່ອຄອບງຳຈິດໃຈຂອງພວກເຮົາ ບໍ່ໃຫ້ພວກເຮົາສົນໃຈກັບວຽກງານທີ່ສຳຄັນທີ່ສຸດ ທີ່ພວກເຮົາຄວນຈະຮູ້. ຈອມຫຼອກລວງກຽດຊັງຄວາມຈິງອັນຍິ່ງໃຫຍ່ ທີ່ກ່ຽວກັບການຖວາຍບູຊາເພື່ອລຶບລ້າງບາບ ແລະ ພຣະຄຣິສຜູ້ຊົງເປັນຄົນກາງທີ່ຊົງຣິດອຳນາດສູງສຸດ. ມັນຮູ້ວ່າຄວາມສຳເລັດຂອງມັນຂຶ້ນຢູ່ກັບການເຮັດໃຫ້ຈິດໃຈຂອງມະນຸດຫັນອອກຈາກພຣະເຢຊູ ແລະ ຄວາມຈິງຂອງພຣະອົງ. {GC 488.1}

ຜູ້ທີ່ຈະຮັບພຣະພອນຈາກການເປັນຄົນກາງຂອງພຣະຜູ້ຊ່ວຍໃຫ້ລອດ ບໍ່ຄວນປ່ອຍໃຫ້ສິ່ງໃດມາຂັດຂວາງໜ້າທີ່ຂອງຕົນທີ່ຈະ “ເຮັດໃຫ້ຄວາມບໍຣິສຸດສົມບູນ ປາກົດອອກມາຈາກຄວາມຢຳເກງພຣະເຈົ້າ.” (2 ໂກຣິນໂທ 7:1 LCV). ຄວນອຸທິດເວລາອັນມີຄ່ານັ້ນ ໃຫ້ແກ່ການສຶກສາພຣະຄຳແຫ່ງຄວາມຈິງດ້ວຍການອະທິຖານຢ່າງຈິງຈັງ ແທນທີ່ຈະໃຊ້ມັນໄປກັບຄວາມມ່ວນຊື່ນ, ການອວດອ້າງ ຫຼື ການຊອກຫາຜົນກຳໄລ. ປະຊາກອນຂອງພຣະເຈົ້າຕ້ອງເຂົ້າໃຈເລື່ອງສະຖານນະມັດສະການ ແລະ ການພິພາກສາແບບສືບສວນຢ່າງແຈ່ມແຈ້ງ. ທຸກຄົນຈຳເປັນຕ້ອງຮູ້ດ້ວຍຕົນເອງ ກ່ຽວກັບໜ້າທີ່ວຽກງານຂອງມະຫາປະໂຣຫິດຜູ້ຍິ່ງໃຫຍ່ຂອງພວກເຂົາ. ຖ້າບໍ່ດັ່ງນັ້ນ ພວກເຂົາຈະບໍ່ສາມາດມີຄວາມເຊື່ອທີ່ຈຳເປັນໃນຍຸກນີ້ ຫຼື ເຮັດໜ້າທີ່ຕາມພຣະປະສົງຂອງພຣະເຈົ້າ. ທຸກຄົນມີໜ້າທີ່ຮັບຜິດຊອບຕໍ່ຄວາມລອດພົ້ນ ຫຼື ຄວາມພິນາດຂອງຕົນເອງ. ແຕ່ລະຄົນມີຄະດີທີ່ລໍຖ້າການຕັດສິນຢູ່ໜ້າບັນລັງແຫ່ງການພິພາກສາຂອງພຣະເຈົ້າ. ທຸກຄົນຈະຕ້ອງຢືນຢູ່ຕໍ່ໜ້າພຣະພັກຂອງອົງຜູ້ພິພາກສາຍິ່ງໃຫຍ່. ສະນັ້ນ, ມັນຈຶ່ງສຳຄັນທີ່ສຸດທີ່ທຸກຄົນຈະຕ້ອງຄຳນຶງເຖິງເຫດການອັນໜ້າຢ້ານກົວຢູ່ເລື້ອຍໆ ເມື່ອການພິພາກສາເລີ່ມຂຶ້ນ ແລະ ໜັງສືຖືກເປີດອອກ, ຄືໃນຍຸກສຸດທ້າຍເມື່ອທຸກຄົນຈະຕ້ອງ “ຢືນຂຶ້ນໃນສ່ວນທີ່ກຳນົດໃຫ້” ນັ້ນ ເໝືອນກັບດານີເອນ. (ເບິ່ງ ດານີເອນ 12:13 TKJV). {GC 488.2}

ທຸກຄົນທີ່ໄດ້ຮັບຄວາມສະຫວ່າງໃນເລື່ອງເຫຼົ່ານີ້ ຕ້ອງເປັນພະຍານເຖິງຄວາມຈິງອັນຍິ່ງໃຫຍ່ ທີ່ພຣະເຈົ້າໄດ້ມອບໝາຍໄວ້ໃຫ້ພວກເຂົາ. ສະຖານນະມັດສະການໃນສະຫວັນ ເປັນສູນກາງຂອງວຽກງານທີ່ພຣະຄຣິສຊົງກະທຳເພື່ອມະນຸດ ແລະ ກ່ຽວຂ້ອງກັບທຸກຄົນທີ່ມີຊີວິດຢູ່ໃນໂລກ. ມັນເປີດເຜີຍແຜນການຊົງໄຖ່ຕັ້ງແຕ່ອະດີດຕະການ ຈົນເຖິງໂລກອະວະສານ ແລະ ສະແດງໃຫ້ເຫັນໄຊຊະນະໃນການຕໍ່ສູ້ລະຫວ່າງຄວາມຊອບທຳກັບຄວາມບາບ. ສິ່ງເຫຼົ່ານີ້ສຳຄັນຍິ່ງທີ່ທຸກຄົນຄວນສຶກສາຢ່າງເລິກເຊິ່ງ ເພື່ອຈະສາມາດອະທິບາຍເຫດຜົນແຫ່ງຄວາມຫວັງຂອງຕົນໃຫ້ແກ່ທຸກຄົນທີ່ຖາມ. {GC 488.3}

ການວິງວອນຂອງພຣະຄຣິສ

ການທີ່ພຣະຄຣິສຊົງອ້ອນວອນເພື່ອມະນຸດ ໃນສະຖານນະມັດສະການເບື້ອງເທິງ ສຳຄັນຕໍ່ແຜນການແຫ່ງຄວາມລອດເທົ່າກັບການສິ້ນພຣະຊົນຂອງພຣະອົງເທິງໄມ້ກາງແຂນ. ດ້ວຍການສິ້ນພຣະຊົນ ພຣະອົງໄດ້ເລີ່ມພາລະກິດ ເຊິ່ງຫຼັງຈາກການຟື້ນຄືນພຣະຊົນແລ້ວ ພຣະອົງໄດ້ສະເດັດຂຶ້ນໄປສະຫວັນເພື່ອເຮັດໃຫ້ສຳເລັດ. ພວກເຮົາຕ້ອງເຂົ້າໄປພາຍໃນຜ້າກັ້ງດ້ວຍຄວາມເຊື່ອ, “ທີ່ພຣະເຢຊູເຈົ້າຜູ້ຊົງນຳໜ້າ ໄດ້ສະເດັດເຂົ້າໄປກ່ອນແທນພວກເຮົາແລ້ວ.” (ເຮັບເຣີ 6:20). ແສງສະຫວ່າງຈາກໄມ້ກາງແຂນຂອງພຣະຄຣິສ ໄດ້ສະທ້ອນອອກມາຈາກສະຖານນະມັດສະການ. ຢູ່ບ່ອນນັ້ນ, ພວກເຮົາສາມາດເຂົ້າໃຈຢ່າງເລິກເຊິ່ງຂຶ້ນ ເຖິງຄວາມເລິກລັບແຫ່ງການຊົງໄຖ່. ສະຫວັນໄດ້ຈ່າຍລາຄາສູງເກີນທີ່ຈະປະເມີນໄດ້ ເພື່ອຄວາມລອດພົ້ນຂອງມະນຸດ; ການເສຍສະຫຼະຂອງພຣະອົງພຽງພໍກັບຂໍ້ຮຽກຮ້ອງອັນກວ້າງຂວາງທີ່ສຸດຂອງພຣະບັນຍັດຂອງພຣະເຈົ້າທີ່ຖືກລະເມີດ. ພຣະເຢຊູໄດ້ເປີດທາງໄປສູ່ບັນລັງຂອງພຣະບິດາ, ແລະໂດຍຜ່ານການເປັນຄົນກາງຂອງພຣະອົງ ຄວາມປາຖະໜາອັນຈິງໃຈຂອງທຸກຄົນທີ່ມາຫາພຣະອົງດ້ວຍຄວາມເຊື່ອຈະຖືກນຳສະເໜີຕໍ່ພຣະພັກພຣະເຈົ້າ. {GC 489.1}

“ຜູ້ທີ່ຊ່ອນເຊື່ອງບາບກຳໄວ້ ຊີວິດຈະບໍ່ຈະເລີນຮຸ່ງເຮືອງ. ຜູ້ທີ່ສາລະພາບບາບກຳຂອງຕົນ ພຣະເຈົ້າຈະເມດຕາຜູ້ນັ້ນ.” (ສຸພາສິດ 28:13). ຖ້າຜູ້ທີ່ປິດບັງ ແລະ ແກ້ຕົວເລື່ອງຄວາມຜິດຂອງຕົນໄດ້ເຫັນວ່າຊາຕານພໍໃຈຫຼາຍພຽງໃດກັບການກະທຳຂອງພວກເຂົາ ແລະ ເຫັນວິທີທີ່ມັນເອົາການກະທຳເຫຼົ່ານັ້ນມາເຍາະເຍີ້ຍພຣະຄຣິສ ແລະ ເຫຼົ່າທູດສະຫວັນບໍຣິສຸດ, ພວກເຂົາຄົງຈະຮີບຟ້າວມາສາລະພາບ ແລະ ປະຖິ້ມບາບເຫຼົ່ານັ້ນ. ຊາຕານໃຊ້ຄວາມບົກຜ່ອງໃນອຸປະນິໄສຂອງມະນຸດ ເພື່ອຄວບຄຸມຄວາມຄິດທັງໝົດຂອງພວກເຂົາ. ມັນຮູ້ວ່າ ຖ້າຜູ້ໃດຍັງບໍ່ຍອມປ່ອຍວາງຄວາມບົກຜ່ອງເຫຼົ່ານັ້ນ ມັນກໍຈະສຳເລັດຕາມຈຸດປະສົງຂອງມັນ. ສະນັ້ນ, ມັນຈຶ່ງພະຍາຍາມຢູ່ສະເໝີ ທີ່ຈະຫຼອກລວງຜູ້ຕິດຕາມພຣະຄຣິສ ດ້ວຍຄຳສອນຜິດທີ່ເປັນອັນຕະລາຍຕໍ່ຊີວິດວ່າ ພວກເຂົາບໍ່ສາມາດເອົາຊະນະໄດ້. ແຕ່ພຣະເຢຊູຊົງອ້ອນວອນເພື່ອພວກເຂົາ ໂດຍຊົງຊີ້ໃຫ້ເຫັນພຣະຫັດທີ່ຖືກບາດເຈັບ ແລະ ພຣະກາຍທີ່ຟົກຊ້ຳຂອງພຣະອົງ. ພຣະອົງຊົງປະກາດແກ່ທຸກຄົນທີ່ຢາກຕິດຕາມພຣະອົງວ່າ: “ພຣະຄຸນຂອງເຮົາກໍພຽງພໍແລ້ວສຳລັບເຈົ້າ.” (2 ໂກຣິນໂທ 12:9 LCV). “ຈົ່ງເອົາແອກຂອງເຮົາແບກໄວ້ ແລະ ຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ, ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ. ເພາະແອກຂອງເຮົານັ້ນກໍພໍເໝາະ ແລະ ພາລະຂອງເຮົາກໍເບົາ.” (ມັດທາຍ 11:29, 30 LCV). ດັ່ງນັ້ນ, ຢ່າໃຫ້ຜູ້ໃດຄິດວ່າຄວາມບົກຜ່ອງຂອງຕົນປັບປຸງບໍ່ໄດ້. ພຣະເຈົ້າຈະປະທານຄວາມເຊື່ອ ແລະ ພຣະຄຸນເພື່ອເອົາຊະນະສິ່ງເຫຼົ່ານັ້ນ. {GC 489.2}

ປັດຈຸບັນນີ້, ພວກເຮົາກຳລັງມີຊີວິດຢູ່ໃນເວລາແຫ່ງການລຶບລ້າງຄວາມບາບອັນຍິ່ງໃຫຍ່. ໃນພິທີກຳອັນເປັນເງົາສັນຍະລັກນັ້ນ, ຂະນະທີ່ມະຫາປະໂຣຫິດກຳລັງເຮັດການລຶບລ້າງຄວາມຜິດບາບໃຫ້ແກ່ຊົນຊາດອິດສະຣາເອນ, ທຸກຄົນຕ້ອງສຳຫຼວດຈິດໃຈ, ມີຄວາມເສົ້າເສຍໃຈຕໍ່ຄວາມບາບ ແລະ ຖ່ອມຕົວລົງຕໍ່ພຣະພັກອົງພຣະຜູ້ເປັນເຈົ້າ; ບໍ່ດັ່ງນັ້ນ, ພວກເຂົາຈະຖືກຕັດອອກຈາກທ່າມກາງປະຊາຊົນ. ເຊັ່ນດຽວກັນ, ໃນເວລາແຫ່ງການທົດສອບທີ່ເຫຼືອຢູ່ບໍ່ເທົ່າໃດມື້ ທຸກຄົນທີ່ຢາກຮັກສາຊື່ຂອງຕົນໄວ້ໃນທະບຽນແຫ່ງຊີວິດ ຄວນຈະຖ່ອມຈິດໃຈຂອງຕົນລົງຕໍ່ພຣະພັກພຣະເຈົ້າ ດ້ວຍຄວາມເສຍໃຈຕໍ່ຄວາມບາບ ແລະ ການກັບໃຈໃໝ່ຢ່າງແທ້ຈິງ. ຈະຕ້ອງມີການສຳຫຼວດຈິດໃຈຢ່າງເລິກເຊິ່ງ ແລະ ຈິງຈັງ. ຄຣິສຕຽນຈຳນວນຫຼາຍທີ່ໃຊ້ຊີວິດແບບຜິວເຜີນ ແລະ ເຫຼາະແຫຼະ ຈະຕ້ອງປ່ຽນແປງຕົນເອງ. ທຸກຄົນຈະຕ້ອງຕໍ່ສູ້ຢ່າງໜັກ ເພື່ອເອົາຊະນະເນື້ອໜັງທີ່ມີແນວໂນ້ມໃນການເຮັດຊົ່ວ. ການກຽມພ້ອມນີ້ເປັນວຽກງານສ່ວນຕົວ ເພາະພວກເຮົາຈະບໍ່ໄດ້ລອດເປັນໝູ່ຄະນະ. ຄວາມບໍຣິສຸດ ແລະ ການອຸທິດຖວາຍຂອງຄົນໜຶ່ງ ບໍ່ສາມາດທົດແທນການທີ່ອີກຄົນໜຶ່ງຂາດຄຸນສົມບັດເຫຼົ່ານີ້. ເຖິງແມ່ນວ່າທຸກຊົນຊາດຈະຖືກພິພາກສາຕໍ່ພຣະພັກພຣະເຈົ້າ, ແຕ່ພຣະອົງຈະກວດສອບຄະດີຂອງແຕ່ລະຄົນຢ່າງລະອຽດຖີ່ຖ້ວນ ເໝືອນກັບວ່າໃນໂລກນີ້ມີພຽງແຕ່ລາວຜູ້ດຽວ. ທຸກຄົນຈະຕ້ອງຖືກທົດສອບ ແລະ ຈະຕ້ອງບໍ່ພົບມົນທິນ ຫຼື ຮອຍດ່າງພອຍຢູ່ໃນຕົວເຂົາ. {GC 489.3}

ການລຶບລ້າງຄວາມຜິດບາບໃນຍຸກສຸດທ້າຍ ເປັນເຫດການສຳຄັນທີ່ສຸດ ແລະ ເປັນເລື່ອງຂອງຊະຕາກຳຊົ່ວນິຣັນດອນ. ການພິພາກສາກຳລັງດຳເນີນຢູ່ໃນສະຖານນະມັດສະການເທິງສະຫວັນ; ວຽກງານນີ້ໄດ້ດຳເນີນມາຫຼາຍປີແລ້ວ. ໃນບໍ່ຊ້ານີ້, ການພິພາກສາຈະມາເຖິງຄະດີຂອງຜູ້ທີ່ຍັງມີຊີວິດຢູ່, ເຖິງແມ່ນວ່າ ບໍ່ມີຜູ້ໃດຮູ້ວ່າຈະມາເຖິງໄວປານໃດ. ຊີວິດຂອງພວກເຮົາຈະຖືກພິຈາລະນາຕໍ່ພຣະພັກອັນໜ້າຢຳເກງຂອງພຣະເຈົ້າ. ໃນຍາມນີ້ຍິ່ງກວ່າສະໄໝອື່ນໃດ, ທຸກຄົນຄວນເອົາໃຈໃສ່ຕໍ່ຄຳເຕືອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ວ່າ: “ຈົ່ງລະມັດລະວັງ! ຈົ່ງເຝົ້າລະວັງຢູ່! ພວກເຈົ້າບໍ່ຮູ້ວ່າເວລານັ້ນຈະມາເຖິງເມື່ອໃດ.” (ມາຣະໂກ 13:33 LCV). “ແຕ່ຖ້າພວກເຈົ້າບໍ່ຕື່ນຂຶ້ນ, ເຮົາຈະມາເໝືອນດັ່ງຂະໂມຍ ແລະ ພວກເຈົ້າກໍຈະບໍ່ຮູ້ວ່າ ເຮົາຈະມາຫາເຈົ້າເວລາໃດ.” (ພຣະນິມິດ 3:3). {GC 490.1}

ຊະຕາກຳຂອງທຸກຄົນຖືກຊີ້ຂາດ

ເມື່ອການພິພາກສາແບບສືບສວນສິ້ນສຸດລົງ, ຊະຕາກຳຂອງທຸກຄົນກໍໄດ້ຖືກຕັດສິນຊີ້ຂາດໄປແລ້ວວ່າ ຈະໄດ້ຮັບຊີວິດ ຫຼື ຄວາມຕາຍ. ເວລາແຫ່ງພຣະກະລຸນາຈະສິ້ນສຸດລົງໃນໄລຍະສັ້ນໆກ່ອນທີ່ອົງພຣະຜູ້ເປັນເຈົ້າຈະສະເດັດມາໃນເມກແຫ່ງຟ້າສະຫວັນ. ໃນພຣະທຳພຣະນິມິດ, ພຣະຄຣິສໄດ້ຊົງເປີດເຜີຍລ່ວງໜ້າກ່ຽວກັບເວລານັ້ນວ່າ: “ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະ ຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ.” “ເບິ່ງແມ! ເຮົາຈະມາໃນໄວໆນີ້ ເຮົາຈະເອົາບຳເໜັດຂອງເຮົາມານຳ ເພື່ອຕອບແທນຕາມການປະຕິບັດຂອງແຕ່ລະຄົນ.” (ພຣະນິມິດ 22:11, 12). {GC 490.2}

ຄົນຊອບທຳ ແລະ ຄົນຊົ່ວຈະຍັງມີຊີວິດຢູ່ໃນໂລກໃນສະພາບມະນຸດທີ່ຕາຍໄດ້. ຄົນທັງຫຼາຍຈະຍັງປູກຝັງ ແລະ ກໍ່ສ້າງ, ກິນ ແລະ ດື່ມ ໂດຍບໍ່ຮູ້ວ່າການຕັດສິນຊີ້ຂາດຄັ້ງສຸດທ້າຍ ໄດ້ຖືກປະກາດແລ້ວໃນສະຖານນະມັດສະການເທິງສະຫວັນ. ກ່ອນນ້ຳຖ້ວມໂລກ, ຫຼັງຈາກໂນອາເຂົ້າໄປໃນເຮືອ, ພຣະເຈົ້າໄດ້ອັດປະຕູໃຫ້ເພິ່ນຢູ່ພາຍໃນ ແລະ ກີດກັນຄົນອະທຳໄວ້ພາຍນອກ. ເປັນເວລາເຈັດມື້ທີ່ຄົນຊົ່ວບໍ່ຮູ້ວ່າຊະຕາກຳຂອງຕົນໄດ້ຖືກກຳນົດແລ້ວ. ພວກເຂົາຍັງສືບຕໍ່ໃຊ້ຊີວິດຢ່າງບໍ່ລະມັດລະວັງ, ມົວເມົາກັບຄວາມມ່ວນຊື່ນ ແລະ ເຍາະເຍີ້ຍຄຳເຕືອນເລື່ອງການພິພາກສາທີ່ໃກ້ຈະມາເຖິງ. ອົງພຣະຜູ້ຊ່ວຍໃຫ້ລອດຊົງກ່າວວ່າ: “ເມື່ອບຸດມະນຸດມາກໍຈະເປັນດັ່ງນີ້.” (ມັດທາຍ 24:39 LCV). ຊົ່ວໂມງແຫ່ງການຕັດສິນຈະມາເຖິງຢ່າງງຽບໆ ໂດຍບໍ່ມີໃຜສັງເກດເຫັນ ຄືກັບໂຈນທີ່ຈອບມາໃນຍາມທ່ຽງຄືນ. ມັນຈະເປັນເວລາທີ່ກຳນົດຊະຕາກຳຂອງທຸກຄົນ ແລະ ເປັນການສິ້ນສຸດໂອກາດແຫ່ງພຣະກະລຸນາສຳລັບຄົນບາບ. {GC 491.1}

“ເຫດສະນັ້ນທ່ານທັງຫຼາຍຈົ່ງເຝົ້າລະວັງຢູ່…ຢ້ານວ່າຈະມາໃນທັນທີ ແລະ ພົບທ່ານນອນຫຼັບຢູ່.” (ມາຣະໂກ 13:35, 36 LO1972). ຊ່າງເປັນອັນຕະລາຍແທ້ ສຳລັບຜູ້ທີ່ເລີ່ມເມື່ອຍລ້າໃນການເຝົ້າຄອຍ ແລ້ວປ່ອຍໃຈໃຫ້ຫຼົງໄຫຼໄປກັບສິ່ງດຶງດູດໃຈຂອງຊາວໂລກ. ໃນຂະນະທີ່ນັກທຸລະກິດກຳລັງມົວວົນຢູ່ກັບການຊອກຫາກຳໄລ; ໃນຂະນະທີ່ຄົນມັກຄວາມສຳລານຊອກຫາຄວາມບັນເທີງ; ໃນຂະນະທີ່ຍິງສາວທີ່ຫຼົງໄຫຼແຟຊັ້ນກຳລັງຈັດແຈງເຄື່ອງປະດັບຂອງຕົນ; ໃນເວລານັ້ນແຫຼະ, ອາດເປັນຍາມທີ່ພຣະຜູ້ພິພາກສາແຫ່ງສາກົນລະໂລກ ຈະຊົງປະກາດຄຳຕັດສິນວ່າ: “ພຣະເຈົ້າໄດ້ຊັ່ງນ້ຳໜັກຂອງທ່ານ ແລະພົບວ່ານ້ຳໜັກຂອງທ່ານຂາດໄປ.” (ດານີເອນ 5:27 THA-ERV). {GC 491.2}