27: ການຟື້ນຟູໃນສະໄໝໃໝ່

https://m.egwwritings.org/en/book/132.2087#2087

ຄຸນລັກສະນະຂອງການຟື້ນຟູທີ່ແທ້ຈິງ

ໃນທຸກບ່ອນທີ່ພຣະຄຳຂອງພຣະເຈົ້າໄດ້ຖືກປະກາດດ້ວຍຄວາມສັດຊື່, ຜົນທີ່ຕາມມາໄດ້ພິສູດໃຫ້ເຫັນວ່າ ການປະກາດນັ້ນມາຈາກພຣະເຈົ້າ. ພຣະວິນຍານຂອງພຣະເຈົ້າສະຖິດຢູ່ກັບການປະກາດຂອງບັນດາຜູ້ຮັບໃຊ້ຂອງພຣະອົງ ເຮັດໃຫ້ການປະກາດນັ້ນເຕັມໄປດ້ວຍຣິດອຳນາດ; ສ່ວນຄົນບາບກໍສຳນຶກໃນຄວາມຜິດຂອງຕົນ. “ຄວາມສະຫວ່າງແທ້ທີ່ໃຫ້ຄວາມສະຫວ່າງແກ່ມະນຸດທຸກຄົນ” (ໂຢຮັນ 1:9 LCV) ໄດ້ສ່ອງແສງເຂົ້າໄປໃນສ່ວນເລິກຂອງຈິດວິນຍານ ແລະ ສິ່ງທີ່ເຄີຍເຊື່ອງຊ່ອນໃນຄວາມມືດກໍຖືກເປີດເຜີຍອອກມາ. ພວກເຂົາສຳນຶກຢ່າງເລິກເຊິ່ງຈັບໃຈເຖິງຄວາມຜິດບາບ, ຄວາມຊອບທຳ ແລະ ການພິພາກສາທີ່ຈະມາເຖິງ. ພວກເຂົາສຳຜັດເຖິງຄວາມຊອບທຳຂອງພຣະເຢໂຮວາ ແລະ ຮູ້ສຶກຢ້ານກົວທີ່ຈະຕ້ອງຢືນຢູ່ຕໍ່ໜ້າພຣະອົງຜູ້ຊົງຄົ້ນຫາຈິດໃຈ ໃນສະພາບທີ່ຕົນມີຄວາມຜິດບາບ ແລະ ມົນທິນມົວໝອງ. ພວກເຂົາຈຶ່ງຮ້ອງອອກມາດ້ວຍຄວາມທຸກໃຈວ່າ: “ຜູ້ໃດຈະກອບກູ້ເຮົາໃຫ້ລອດພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້?” (ໂຣມ 7:24 LCV). ເມື່ອພວກເຂົາໄດ້ເຫັນໄມ້ກາງແຂນແຫ່ງພູເຂົາຄານວາຣີ ແລະ ການເສຍສະຫຼະຢ່າງບໍ່ມີຂອບເຂດຂອງພຣະຄຣິສເພື່ອໄຖ່ບາບຂອງມະນຸດ, ພວກເຂົາຈຶ່ງເຂົ້າໃຈວ່າ ມີແຕ່ຄຸນຄວາມດີຂອງພຣະອົງເທົ່ານັ້ນ ທີ່ສາມາດລຶບລ້າງການລະເມີດຂອງພວກເຂົາໄດ້; ສິ່ງນີ້ພຽງຢ່າງດຽວເທົ່ານັ້ນ ທີ່ສາມາດເຮັດໃຫ້ມະນຸດຄືນດີກັບພຣະເຈົ້າໄດ້. ດ້ວຍຄວາມເຊື່ອ ແລະ ໃຈຖ່ອມ ພວກເຂົາຈຶ່ງຮັບເອົາລູກແກະຂອງພຣະເຈົ້າ ຜູ້ຮັບເອົາບາບຂອງໂລກໄປ; ພວກເຂົາຈຶ່ງໄດ້ຮັບການຍົກບາບທີ່ເຮັດໄປແລ້ວນັ້ນ ໂດຍທາງພຣະໂລຫິດຂອງພຣະເຢຊູ. {GC 461.1}

ຄົນເຫຼົ່ານີ້ໄດ້ເກີດຜົນທີ່ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່. ພວກເຂົາເຊື່ອ ແລະ ໄດ້ຮັບບັບຕິສະມາ ແລ້ວດຳເນີນຊີວິດໃໝ່ໃນຖານະຄົນທີ່ຖືກສ້າງຂຶ້ນໃໝ່ໃນພຣະເຢຊູຄຣິສ. ພວກເຂົາບໍ່ໄດ້ເຮັດຕາມຄວາມປາຖະໜາຊົ່ວຂອງຊີວິດເກົ່າ ແຕ່ໄດ້ຕິດຕາມຮອຍພຣະບາດຂອງພຣະເຢຊູດ້ວຍຄວາມເຊື່ອທີ່ມາຈາກພຣະອົງ, ທັງໄດ້ສະທ້ອນພຣະລັກສະນະຂອງພຣະອົງ ແລະ ຊຳລະຕົນເອງໃຫ້ບໍຣິສຸດເໝືອນດັ່ງພຣະອົງຊົງບໍຣິສຸດ. ສິ່ງທີ່ພວກເຂົາເຄີຍກຽດຊັງໃນເມື່ອກ່ອນ ບັດນີ້ກັບກາຍເປັນສິ່ງທີ່ຕົນຊື່ນຊົມຍິນດີ ແລະ ສິ່ງທີ່ເຄີຍຊື່ນຊົມຍິນດີ ບັດນີ້ກໍກັບກຽດຊັງ. ຄົນທີ່ເຄີຍຈອງຫອງ ແລະ ເຊື່ອໝັ້ນໃນຕົວເອງເກີນໄປ ໄດ້ກາຍເປັນຄົນອ່ອນສຸພາບ ແລະ ອ່ອນນ້ອມຖ່ອມຕົນ. ຄົນທີ່ເຄີຍອວດອົ່ງທະນົງຕົວ ໄດ້ກາຍເປັນຄົນຈິງຈັງ ແລະ ສະຫງົບສຸຂຸມ. ຄົນທີ່ເຄີຍຫຍາບຄາຍໄດ້ກາຍເປັນຄົນທີ່ສະແດງຄວາມເຄົາລົບນັບຖື, ຄົນຂີ້ເຫຼົ້າເມົາຢາໄດ້ກາຍເປັນຄົນມີສະຕິ ແລະ ຄົນທີ່ເຄີຍຫຼິ້ນຊູ້ ກໍກາຍເປັນຄົນບໍຣິສຸດ. ແຟຊັ້ນອັນບໍ່ມີສາລະຂອງຊາວໂລກຖືກປະຖິ້ມໄປ; ຄຣິສຕຽນບໍ່ໄດ້ສະແຫວງຫາ “ການຕົບແຕ່ງພາຍນອກເຊັ່ນວ່າ: ການເຮັດຊົງຜົມທີ່ປານີດ, ໃສ່ເຄື່ອງປະດັບຄຳ ຫຼື ເຄື່ອງນຸ່ງທີ່ງົດງາມ. ແຕ່ໃຫ້ເປັນຄວາມງາມທີ່ຢູ່ພາຍໃນ ຄືຄວາມງາມທີ່ບໍ່ເສື່ອມສູນຂອງຈິດໃຈທີ່ອ່ອນນ້ອມ ແລະ ສະຫງົບ ເຊິ່ງມີຄຸນຄ່າໃນສາຍຕາຂອງພຣະເຈົ້າຫຼາຍ.” (1 ເປໂຕ 3:3, 4). {GC 461.2}

ການຟື້ນຟູໄດ້ນຳພາໃຫ້ຄົນຖ່ອມໃຈລົງ ແລະ ສຳຫຼວດຈິດໃຈຢ່າງເລິກເຊິ່ງ. ມີການປະກາດເຕືອນດ້ວຍຄວາມຈິງຈັງ ແລະ ມີການຮ້ອງຂໍຢ່າງໜັກແໜ້ນໃຫ້ຄົນບາບກັບໃຈ. ຜູ້ປະກາດມີຄວາມເມດຕາສົງສານຕໍ່ຜູ້ທີ່ພຣະຄຣິສຊົງໄຖ່ດ້ວຍພຣະໂລຫິດຂອງພຣະອົງ. ທັງຜູ້ຊາຍ ແລະ ຜູ້ຍິງໄດ້ອະທິຖານຢ່າງໜັກແໜ້ນຕໍ່ພຣະເຈົ້າເພື່ອຄວາມລອດພົ້ນຂອງຜູ້ຄົນ. ຜົນຂອງການຟື້ນຟູເຫຼົ່ານີ້ເຫັນໄດ້ໃນຊີວິດຂອງຜູ້ທີ່ບໍ່ຫວັ່ນໄຫວຕໍ່ການປະຕິເສດຕົນເອງ ແລະ ການເສຍສະຫຼະ. ຄົນເຫຼົ່ານີ້ມີຄວາມຊົມຊື່ນຍິນດີທີ່ຖືກນັບວ່າມີຄວາມຄູ່ຄວນທີ່ຈະຖືກດູໝິ່ນ ແລະ ປະສົບກັບຄວາມຍາກລຳບາກເພື່ອພຣະຄຣິສ. ຜູ້ຄົນໄດ້ເຫັນການປ່ຽນແປງໃນຊີວິດຂອງຜູ້ທີ່ຮັບເຊື່ອໃນພຣະນາມຂອງພຣະເຢຊູ. ສັງຄົມໄດ້ປ່ຽນແປງໄປໃນທາງທີ່ດີຍ້ອນແບບຢ່າງຂອງພວກເຂົາ. ພວກເຂົາໄດ້ຮ່ວມເກັບກ່ຽວກັບພຣະຄຣິສ ແລະ ຫວ່ານຕາມພຣະວິນຍານເພື່ອຈະໄດ້ຮັບຊີວິດອັນຕະຫຼອດໄປເປັນນິດ. {GC 462.1}

ອາດເວົ້າກ່ຽວກັບຄົນເຫຼົ່ານີ້ໄດ້ວ່າ: “ຄວາມທຸກໃຈນັ້ນ ໄດ້ນຳພວກເຈົ້າໄປສູ່ການກັບໃຈໃໝ່.” “ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ນຳເອົາການກັບໃຈໃໝ່ທີ່ນຳໄປສູ່ຄວາມພົ້ນ ແລະ ບໍ່ມີຄວາມເສຍໃຈເຫຼືອຢູ່, ແຕ່ຄວາມທຸກໃຈໃນທາງຂອງໂລກນັ້ນ ນຳໄປສູ່ຄວາມຕາຍ. ເບິ່ງແມ ຄວາມທຸກໃຈໃນທາງຂອງພຣະເຈົ້ານັ້ນ ໄດ້ສົ່ງຜົນອັນໃດໃຫ້ແກ່ພວກເຈົ້າແດ່: ເປັນຕົ້ນວ່າຄວາມເອົາຈິງເອົາຈັງ, ຄວາມກະຕືລືລົ້ນທີ່ຈະແກ້ຕົວ, ຄວາມຄຽດ, ຄວາມຕື່ນຕົວ, ຄວາມປາຖະໜາ, ຄວາມຫ່ວງໃຍ, ການກຽມພ້ອມທີ່ຈະພົບຄວາມຍຸຕິທຳ. ພວກເຈົ້າໄດ້ພິສູດຕົນເອງໃນທຸກຈຸດແລ້ວວ່າ ພວກເຈົ້າບໍ່ມີຄວາມຜິດໃນເລື່ອງນີ້.” (2 ໂກຣິນໂທ 7:9–11 LCV). {GC 462.2}

ນີ້ແມ່ນຜົນງານຂອງພຣະວິນຍານຂອງພຣະເຈົ້າ; ຕ້ອງມີການປ່ຽນແປງໃນຊີວິດເຖິງຈະເປັນການກັບໃຈທີ່ແທ້ຈິງ. ຖ້າຄົນບາບໄດ້ສົ່ງຄືນຂອງຈຳນຳໃຫ້ແກ່ລູກໜີ້, ຄືນສິ່ງທີ່ລັກມາ, ສາລະພາບຄວາມບາບຂອງຕົນ ແລະ ສະແດງຄວາມຮັກຕໍ່ພຣະເຈົ້າ ແລະ ເພື່ອນມະນຸດ, ລາວກໍໝັ້ນໃຈໄດ້ວ່າ ຕົນໄດ້ພົບສັນຕິສຸກກັບພຣະເຈົ້າແລ້ວ. ຜົນໃນລັກສະນະເຊັ່ນນີ້ເອງ ທີ່ເກີດຂຶ້ນຫຼັງຈາກການຟື້ນຟູຄວາມເຊື່ອໃນສະໄໝກ່ອນ. ເມື່ອພິຈາລະນາຈາກໝາກຜົນທີ່ເກີດຂຶ້ນ, ຈຶ່ງເຫັນໄດ້ວ່າ ພຣະເຈົ້າຊົງອວຍພອນໃຫ້ຄົນໄດ້ຮັບຄວາມລອດພົ້ນ ແລະ ຊົງຍົກລະດັບຊີວິດຂອງພວກເຂົາ. {GC 462.3}

ແຕ່ການຟື້ນຟູຫຼາຍຄັ້ງໃນສະໄໝນີ້ ແຕກຕ່າງຈາກການຟື້ນຟູໃນສະໄໝກ່ອນ ເພາະເມື່ອກ່ອນນັ້ນຈະເຫັນພຣະຄຸນຂອງພຣະເຈົ້າປາກົດຜ່ານວຽກງານຂອງຜູ້ຮັບໃຊ້ຂອງພຣະອົງຫຼາຍກວ່າໃນຍຸກນີ້. ເຖິງແມ່ນວ່າມີຄວາມສົນໃຈຢ່າງກວ້າງຂວາງ, ມີຫຼາຍຄົນອ້າງວ່າໄດ້ກັບໃຈ ແລະ ມີຄົນເຂົ້າມາເປັນສະມາຊິກຄຣິສຕະຈັກເພີ່ມຂຶ້ນຢ່າງຫຼວງຫຼາຍ, ແຕ່ຜົນທີ່ໄດ້ຮັບກໍບໍ່ໄດ້ຢືນຢັນວ່າມີການເຕີບໃຫຍ່ຂຶ້ນໃນຊີວິດຝ່າຍຈິດວິນຍານຢ່າງແທ້ຈິງ. ໄຟທີ່ລຸກໄໝ້ພຽງຊົ່ວຄາວກໍມອດລົງຢ່າງໄວວາ, ເຫຼືອແຕ່ຄວາມມືດດຳທີ່ໜາກວ່າເກົ່າ. {GC 463.1}

ການຟື້ນຟູຕາມສະໄໝນິຍົມສ່ວນຫຼາຍ ມັກເກີດຂຶ້ນຈາກການດຶງດູດຄວາມຢາກຮູ້ຢາກເຫັນ, ສ້າງອາລົມຕື່ນເຕັ້ນ ແລະ ເອົາໃຈຜູ້ທີ່ມັກສິ່ງແປກໃໝ່. ຜູ້ທີ່ຮັບເຊື່ອດ້ວຍວິທີນີ້ ບໍ່ມີຄວາມປາຖະໜາທີ່ຈະຟັງຄວາມຈິງຈາກພຣະຄຳພີ ແລະ ບໍ່ສົນໃຈໃນຖ້ອຍຄຳຂອງບັນດາຜູ້ເຜີຍພຣະທຳ ແລະ ອັກຄະສາວົກ. ຖ້າການນະມັດສະການບໍ່ມີສິ່ງແປກໃໝ່ພວກເຂົາກໍບໍ່ສົນໃຈ. ຄົນເຫຼົ່ານີ້ບໍ່ຕອບຮັບຕໍ່ການປະກາດທີ່ອາໄສເຫດຜົນ ໂດຍປາສະຈາກການກະຕຸ້ນອາລົມໃຫ້ຕື່ນເຕັ້ນ. ຄຳເຕືອນອັນຈະແຈ້ງຈາກພຣະຄຳຂອງພຣະເຈົ້າທີ່ກ່ຽວຂ້ອງໂດຍກົງກັບຊີວິດນິຣັນຂອງພວກເຂົາກໍຖືກລະເລີຍ. {GC 463.2}

ທຸກຄົນທີ່ກັບໃຈໃໝ່ຢ່າງແທ້ຈິງຈະຖືວ່າ ການມີຄວາມສຳພັນກັບພຣະເຈົ້າ ແລະ ສິ່ງທີ່ກ່ຽວຂ້ອງກັບຊີວິດນິຣັນ ເປັນເລື່ອງສຳຄັນທີ່ສຸດໃນຊີວິດ. ແຕ່ໃນບັນດາຄຣິສຕະຈັກທີ່ມີຊື່ສຽງໃນປັດຈຸບັນນີ້, ການອຸທິດຖວາຍຕົວໃຫ້ກັບພຣະເຈົ້າຢູ່ໃສ? ຜູ້ທີ່ຮັບເຊື່ອບໍ່ໄດ້ປະຖິ້ມຄວາມທະນົງຕົວ ຫຼື ຄວາມນິຍົມທາງຝ່າຍໂລກ. ພວກເຂົາບໍ່ຍອມປະຕິເສດຕົນເອງ, ບໍ່ຍອມແບກໄມ້ກາງແຂນ ແລະ ຕິດຕາມພຣະເຢຊູຜູ້ອ່ອນນ້ອມຖ່ອມຕົນ ເຊິ່ງບໍ່ຕ່າງຫຍັງກັບຊີວິດກ່ອນການກັບໃຈຮັບເຊື່ອ. ສາສະໜາກາຍເປັນເລື່ອງຕະຫຼົກຂອງພວກບໍ່ເຊື່ອໃນພຣະເຈົ້າ ເພາະຫຼາຍຄົນທີ່ອ້າງຕົນເປັນຜູ້ເຊື່ອ ບໍ່ເຂົ້າໃຈຫຼັກການຂອງສາສະໜາ. ຄຣິສຕະຈັກສ່ວນຫຼາຍຂາດພະລັງໂນ້ມນ້າວທີ່ເກີດຈາກແບບຢ່າງຊີວິດທີ່ສະທ້ອນເຖິງພຣະລັກສະນະຂອງພຣະເຈົ້າ. ຄົນທັງຫຼາຍພາກັນລືມພຣະເຈົ້າຍ້ອນງານລ້ຽງສັງສັນ, ການສະແດງລະຄອນໃນໂບດ, ງານຕະຫຼາດນັດຫາທຶນໃຫ້ຄຣິສຕະຈັກ, ການປະດັບໂບດຢ່າງຫຼູຫຼາ ແລະ ການແຕ່ງກາຍຢ່າງອວດອົ່ງທະນົງຕົວ. ຄວາມຄິດຂອງຄົນຈົດຈໍ່ຢູ່ແຕ່ໃນເລື່ອງທີ່ດິນ, ຊັບສິນ ແລະ ວຽກງານທາງໂລກ, ສ່ວນສິ່ງທີ່ກ່ຽວຂ້ອງກັບຊີວິດນິຣັນກັບບໍ່ໄດ້ຮັບການເອົາໃຈໃສ່. {GC 463.3}

ຜູ້ຕິດຕາມທີ່ແທ້ຈິງຂອງພຣະຄຣິສ

ເຖິງແມ່ນວ່າຄວາມເຊື່ອ ແລະ ການດຳເນີນຊີວິດຄຣິສຕຽນສ່ວນຫຼາຍໄດ້ເສື່ອມລົງ, ແຕ່ກໍຍັງມີຜູ້ຕິດຕາມທີ່ສັດຊື່ຂອງພຣະຄຣິສຢູ່ໃນບັນດາຄຣິສຕະຈັກເຫຼົ່ານີ້. ກ່ອນທີ່ພຣະເຈົ້າຈະສົ່ງໄພພິບັດມາ ເພື່ອລົງໂທດຊາວໂລກເປັນຄັ້ງສຸດທ້າຍ, ຈະມີການຟື້ນຟູຄວາມເຊື່ອຂຶ້ນໃນທ່າມກາງໄພ່ພົນຂອງພຣະເຈົ້າຢ່າງທີ່ບໍ່ເຄີຍເກີດຂຶ້ນນັບຕັ້ງແຕ່ສະໄໝຂອງພວກອັກຄະສາວົກ. ພຣະເຈົ້າຈະປະທານພຣະວິນຍານ ແລະ ຣິດອຳນາດຂອງພຣະອົງແກ່ໄພ່ພົນຂອງພຣະອົງ. ໃນເວລານັ້ນ, ຫຼາຍຄົນຈະແຍກອອກຈາກຄຣິສຕະຈັກທີ່ຮັບເອົາຄວາມຮັກໃນທາງໂລກເຂົ້າມາແທນທີ່ຄວາມຮັກຕໍ່ພຣະເຈົ້າ ແລະ ພຣະຄຳຂອງພຣະອົງ. ທັງສາສະໜາຈານ ແລະ ສະມາຊິກຈຳນວນຫຼາຍ ຈະຍິນດີຮັບເອົາຄວາມຈິງອັນຍິ່ງໃຫຍ່ເຫຼົ່ານັ້ນ ທີ່ພຣະເຈົ້າຊົງໃຫ້ປະກາດໃນເວລານີ້ ເພື່ອກຽມປະຊາກອນໄວ້ສຳລັບການສະເດັດມາຄັ້ງທີສອງຂອງພຣະອົງ. ຊາຕານຢາກຂັດຂວາງວຽກງານນີ້ ແລະ ກ່ອນຈະເຖິງເວລາແຫ່ງການຟື້ນຟູດັ່ງກ່າວ ມັນຈະພະຍາຍາມສະກັດກັ້ນ ໂດຍການນຳເອົາການຟື້ນຟູປອມມາແທນທີ່. ໃນບັນດາຄຣິສຕະຈັກທີ່ມັນສາມາດຄວບຄຸມດ້ວຍອຳນາດແຫ່ງການຫຼອກລວງຂອງມັນ ມັນຈະເຮັດໃຫ້ເບິ່ງຄືວ່າ ພຣະພອນພິເສດຂອງພຣະເຈົ້າກຳລັງຖືກຖອກເທລົງມາ ແລະ ມີຄວາມສົນໃຈທາງສາສະໜາຢ່າງແຮງກ້າ. ຝູງຊົນຈຳນວນຫຼາຍຈະຊົມຊື່ນຍິນດີວ່າ ພຣະເຈົ້າກຳລັງເຮັດການອັດສະຈັນເພື່ອພວກເຂົາ, ແຕ່ແທ້ຈິງແລ້ວແມ່ນວຽກງານຂອງວິນຍານອື່ນ. ຊາຕານຈະພະຍາຍາມຂະຫຍາຍອິດທິພົນຂອງມັນເໜືອວົງການຄຣິສຕຽນ ໂດຍການແອບອ້າງສາສະໜາ. {GC 464.1}

ໃນການຟື້ນຟູຫຼາຍຄັ້ງທີ່ເກີດຂຶ້ນໃນຊ່ວງເຄິ່ງສະຕະວັດທີ່ຜ່ານມານີ້ ກໍມີພະລັງແບບດຽວກັນທີ່ຈະສະແດງອອກໃນຂະບວນການຟື້ນຟູອັນກວ້າງຂວາງໃນອະນາຄົດບໍ່ຫຼາຍກໍໜ້ອຍ. ມີຄວາມຕື່ນເຕັ້ນ, ມີການປະປົນກັນລະຫວ່າງສິ່ງທີ່ຈິງ ແລະ ສິ່ງທີ່ບໍ່ຈິງ, ເຊິ່ງເໝາະສົມໃນການຫຼອກລວງຄົນໃຫ້ຫຼົງຜິດ. ເຖິງຢ່າງໃດກໍຕາມ, ບໍ່ຈຳເປັນທີ່ຜູ້ໃດຈະຖືກຫຼອກລວງ. ເມື່ອພິຈາລະນາຕາມຄວາມຈິງໃນພຣະຄຳຂອງພຣະເຈົ້າ, ມັນບໍ່ຍາກທີ່ຈະເຂົ້າໃຈລັກສະນະຂອງຂະບວນການເຫຼົ່ານີ້. ບ່ອນໃດທີ່ຜູ້ຄົນລະເລີຍຄຳສອນໃນພຣະຄຳພີ ແລະ ຫັນໜີຈາກຄວາມຈິງອັນຈະແຈ້ງທີ່ທົດສອບຈິດໃຈ ເຊິ່ງຮຽກຮ້ອງໃຫ້ປະຕິເສດຕົນເອງ ແລະ ປະຖິ້ມທາງໂລກ, ພວກເຮົາກໍສາມາດໝັ້ນໃຈໄດ້ວ່າ ພຣະເຈົ້າບໍ່ໄດ້ອວຍພອນບ່ອນນັ້ນ. ຕາມກົດເກນທີ່ພຣະຄຣິສປະທານໄວ້ວ່າ, “ພວກເຈົ້າຈະຮູ້ຈັກຄົນເຫຼົ່ານີ້ດ້ວຍການກະທຳຂອງເຂົາ” (ມັດທາຍ 7:16), ຈຶ່ງເຫັນໄດ້ຢ່າງແຈ່ມແຈ້ງວ່າ ຂະບວນການເຫຼົ່ານີ້ບໍ່ແມ່ນວຽກງານຂອງພຣະວິນຍານຂອງພຣະເຈົ້າ. {GC 464.2}

ພຣະເຈົ້າຊົງເປີດເຜີຍພຣະອົງເອງແກ່ມະນຸດ ຜ່ານຄວາມຈິງໃນພຣະຄຳຂອງພຣະອົງ. ສຳລັບທຸກຄົນທີ່ຮັບເອົາຄວາມຈິງເຫຼົ່ານີ້ ຈະເປັນເກາະປ້ອງກັນຈາກການຫຼອກລວງຂອງຊາຕານ. ການລະເລີຍຄວາມຈິງດັ່ງກ່າວ ໄດ້ເປີດປະຕູໃຫ້ແກ່ຄວາມຊົ່ວຮ້າຍທີ່ກຳລັງແຜ່ລາມໄປໃນວົງການສາສະໜາ. ລັກສະນະ ແລະ ຄວາມສຳຄັນຂອງພຣະບັນຍັດຂອງພຣະເຈົ້າ ໄດ້ຖືກມອງຂ້າມໄປເປັນສ່ວນໃຫຍ່. ຄວາມເຂົ້າໃຈຜິດກ່ຽວກັບລັກສະນະ ແລະ ຄວາມຖາວອນແຫ່ງພຣະບັນຍັດຂອງພຣະເຈົ້າ ພ້ອມດ້ວຍໜ້າທີ່ໃນການປະຕິບັດຕາມພຣະບັນຍັດນັ້ນ ໄດ້ນຳໄປສູ່ການເຂົ້າໃຈຜິດກ່ຽວກັບການກັບໃຈໃໝ່ ແລະ ການຊຳລະໃຫ້ບໍຣິສຸດ, ເຊິ່ງສົ່ງຜົນໃຫ້ມາດຕະຖານຊີວິດຄຣິສຕຽນເສື່ອມລົງໃນຄຣິສຕະຈັກ. ນີ້ແຫຼະຄືສາເຫດທີ່ແທ້ຈິງ ທີ່ການຟື້ນຟູໃນຍຸກປັດຈຸບັນຈຶ່ງຂາດພຣະວິນຍານ ແລະ ຣິດອຳນາດຂອງພຣະເຈົ້າ. {GC 465.1}

ໃນບັນດາຄະນະນິກາຍຕ່າງໆມີຫຼາຍທ່ານທີ່ໂດດເດັ່ນ ເພາະການດຳເນີນຊີວິດໃນສິນທຳ, ເຊິ່ງຄົນເຫຼົ່ານີ້ຍອມຮັບ ແລະ ເສົ້າໃຈຕໍ່ຂໍ້ເທັດຈິງນີ້. ສາດສະດາຈານ ເອັດເວີດ ເອ. ພາກ (Edward A. Park) ໄດ້ຊີ້ໃຫ້ເຫັນເຖິງສິ່ງທີ່ອັນຕະລາຍສຳລັບສາສະໜາໃນປັດຈຸບັນວ່າ: “ແຫຼ່ງອັນຕະລາຍອັນໜຶ່ງ ແມ່ນການທີ່ນັກເທດບໍ່ໄດ້ເນັ້ນເລື່ອງພຣະບັນຍັດຂອງພຣະເຈົ້າ. ໃນສະໄໝກ່ອນນັກເທດໄດ້ປຸກຈິດສຳນຶກຜິດຊອບຊົ່ວດີ;…ຄຳເທດສະໜາຂອງພວກນັກເທດຜູ້ມີຊື່ສຽງທີ່ສຸດຂອງພວກເຮົາ ເຕັມໄປດ້ວຍສະຫງ່າຣາສີ ຍ້ອນພວກເຂົາເຮັດຕາມແບບຢ່າງຂອງພຣະເຢຊູ ໂດຍການໃຫ້ຄວາມສຳຄັນແກ່ພຣະບັນຍັດ, ຂໍ້ກຳນົດ ແລະ ຄຳເຕືອນຕ່າງໆ. ພວກເຂົາໄດ້ເນັ້ນຢ້ຳສອງຫຼັກການສຳຄັນຄື: ພຣະບັນຍັດເປັນການສະທ້ອນເຖິງຄວາມສົມບູນແບບຂອງພຣະເຈົ້າ ແລະ ຄົນທີ່ບໍ່ຮັກພຣະບັນຍັດກໍບໍ່ຮັກຂ່າວປະເສີດ ເພາະວ່າພຣະບັນຍັດກໍຄືກັນກັບຂ່າວປະເສີດ, ເປັນດັ່ງກະຈົກເງົາທີ່ສະທ້ອນພຣະລັກສະນະອັນແທ້ຈິງຂອງພຣະເຈົ້າ. ອັນຕະລາຍຈາກຂໍ້ນີ້ນຳໄປສູ່ອັນຕະລາຍອີກປະການໜຶ່ງ ຄືການປະເມີນຄວາມຮ້າຍແຮງ, ຂອບເຂດ ແລະ ຜົນຮ້າຍຂອງຄວາມບາບຕ່ຳເກີນໄປ. ຍິ່ງພຣະບັນຍັດມີຄວາມຊອບທຳຫຼາຍເທົ່າໃດ ການບໍ່ເຊື່ອຟັງກໍຍິ່ງເປັນຄວາມຜິດຫຼາຍເທົ່ານັ້ນ…” {GC 465.2}

“ນອກຈາກໄພອັນຕະລາຍທີ່ກ່າວມາແລ້ວ ຍັງມີໄພອັນຕະລາຍອີກຢ່າງໜຶ່ງ ຄືການເບິ່ງຂ້າມຄວາມຍຸຕິທຳຂອງພຣະເຈົ້າ. ໃນຍຸກນີ້, ຄຳເທດສະໜາມັກແຍກຄວາມຍຸຕິທຳຂອງພຣະເຈົ້າອອກຈາກພຣະກະລຸນາຂອງພຣະອົງ, ເຮັດໃຫ້ພຣະກະລຸນານັ້ນກາຍເປັນພຽງແຕ່ຄວາມຮູ້ສຶກ ແທນທີ່ຈະເປັນຫຼັກການອັນສູງສົ່ງ. ແນວຄິດທາງສາສະໜາສາດສະໄໝໃໝ່ພະຍາຍາມແຍກສິ່ງທີ່ພຣະເຈົ້າຊົງຜູກມັດໄວ້ນຳກັນ. ພຣະບັນຍັດຂອງພຣະເຈົ້າແມ່ນສິ່ງດີ ຫຼື ສິ່ງຊົ່ວ? ມັນເປັນສິ່ງດີ. ສະນັ້ນ, ຄວາມຍຸຕິທຳກໍເປັນສິ່ງດີຄືກັນ ເພາະມັນເປັນຄວາມມຸ່ງໝັ້ນທີ່ຈະປະຕິບັດຕາມພຣະບັນຍັດ. ເມື່ອຄົນລຶ້ງເຄີຍກັບການມອງຂ້າມພຣະບັນຍັດ ແລະ ຄວາມຍຸຕິທຳຂອງພຣະເຈົ້າ, ພວກເຂົາກໍມັກຈະມອງຂ້າມຄວາມຮ້າຍແຮງຂອງການບໍ່ເຊື່ອຟັງຂອງມະນຸດ; ຈາກນັ້ນ, ກໍຈະເລີ່ມມອງຂ້າມພຣະຄຸນທີ່ພຣະເຈົ້າຊົງຈັດຕຽມໄວ້ເພື່ອໄຖ່ບາບ.” ດ້ວຍເຫດນີ້, ຂ່າວປະເສີດຈຶ່ງສູນເສຍຄຸນຄ່າ ແລະ ຄວາມສຳຄັນໃນຄວາມຄິດຂອງຜູ້ຄົນ, ບໍ່ດົນພວກເຂົາກໍພ້ອມທີ່ຈະປະຖິ້ມພຣະຄຳພີໄປດ້ວຍ. {GC 465.3}

ພຣະບັນຍັດແຫ່ງເສລີພາບ

ຜູ້ສອນສາສະໜາຫຼາຍຄົນອ້າງວ່າ ການສິ້ນພຣະຊົນຂອງພຣະຄຣິສໄດ້ລົບລ້າງພຣະບັນຍັດ; ແລະມະນຸດບໍ່ຈຳເປັນຕ້ອງຖືຮັກສາພຣະບັນຍັດອີກຕໍ່ໄປ. ບາງຄົນເວົ້າວ່າ ພຣະບັນຍັດເປັນແອກອັນໜັກໜ່ວງ; ພວກເຂົາປຽບທຽບການຕົກເປັນທາດຂອງພຣະບັນຍັດ ກັບເສລີພາບທີ່ຈະໄດ້ຮັບຈາກຂ່າວປະເສີດ. {GC 466.1}

ແຕ່ພວກຜູ້ເຜີຍພຣະທຳ ແລະ ພວກອັກຄະສາວົກ ບໍ່ໄດ້ເຫັນພຣະບັນຍັດອັນບໍຣິສຸດຂອງພຣະເຈົ້າໃນແງ່ມຸມນັ້ນ. ກະສັດດາວິດກ່າວວ່າ: “ຂ້ານ້ອຍຈະທ່ຽວໄປໃນບ່ອນກວ້າງ ເຫດວ່າຂ້ານ້ອຍໄດ້ຊອກຫາຂໍ້ບັນຍັດແຫ່ງພຣະອົງ.” (ເພງສັນລະເສີນ 119:45 ສະບັບລາວບູຮານ). ອັກຄະສາວົກຢາໂກໂບ ຜູ້ຂຽນພາຍຫຼັງການສິ້ນພຣະຊົນຂອງພຣະຄຣິສ ໄດ້ເອີ້ນພຣະບັນຍັດສິບປະການວ່າ “ພຣະຣາຊບັນຍັດ” ແລະ “ກົດບັນຍັດອັນສົມບູນທີ່ໃຫ້ເສລີພາບ.” (ຢາໂກໂບ 2:8; 1:25 LCV). ຫ້າສິບປີຫຼັງຈາກພຣະເຢຊູຖືກຄຶງໄວ້ທີ່ໄມ້ກາງແຂນ ໂຢຮັນໄດ້ຂຽນໃນພຣະທຳພຣະນິມິດວ່າ “ຄົນທັງຫຼາຍທີ່ປະພຶດຕາມພຣະບັນຍັດຂອງພຣະອົງກໍເປັນສຸກ ເພື່ອວ່າເຂົາຈະໄດ້ມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະ ເພື່ອເຂົາຈະໄດ້ເຂົ້າໄປໃນເມືອງນັ້ນໂດຍທາງປະຕູ.” (ພຣະນິມິດ 22:14 TKJV). {GC 466.2}

ການກ່າວອ້າງວ່າ ການສິ້ນພຣະຊົນຂອງພຣະຄຣິສ ໄດ້ລົບລ້າງພຣະບັນຍັດຂອງພຣະບິດາຂອງພຣະອົງນັ້ນເປັນການອ້າງທີ່ບໍ່ມີມູນຄວາມຈິງ. ຖ້າຫາກພຣະບັນຍັດສາມາດປ່ຽນແປງ ຫຼື ຍົກເລີກໄດ້ ກໍບໍ່ຈຳເປັນໃຫ້ພຣະຄຣິສຕ້ອງສິ້ນພຣະຊົນເພື່ອໄຖ່ມະນຸດໃຫ້ພົ້ນຈາກໂທດຂອງຄວາມບາບ. ການສິ້ນພຣະຊົນຂອງພຣະຄຣິສ ບໍ່ໄດ້ລຶບລ້າງພຣະບັນຍັດ ແລະ ໃນຂະນະດຽວກັນກໍຍັງໄດ້ພິສູດໃຫ້ເຫັນວ່າ ພຣະບັນຍັດນັ້ນປ່ຽນແປງບໍ່ໄດ້. ພຣະບຸດຂອງພຣະເຈົ້າສະເດັດມາເພື່ອ “ເຊີດຊູກົດບັນຍັດ ແລະ ເຮັດໃຫ້ກົດບັນຍັດນັ້ນມີກຽດ.” (ເອຊາຢາ 42:21). ພຣະອົງຊົງກ່າວວ່າ: “ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ,” “ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫຼື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ.” (ມັດທາຍ 5:17, 18 LCV). ພຣະເຢຊູຊົງກ່າວກ່ຽວກັບພຣະອົງເອງວ່າ: “ຂ້ານ້ອຍປາຖະໜາຈະເຮັດຕາມພຣະປະສົງຂອງພຣະອົງ ບົດບັນຍັດຂອງພຣະອົງຢູ່ໃນດວງໃຈຂອງຂ້ານ້ອຍ.” (ເພງສັນລະເສີນ 40:8 ດັດແປງຈາກສະບັບ TNCV). {GC 466.3}

ພຣະບັນຍັດຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ ຍ້ອນລັກສະນະພື້ນຖານຂອງມັນເອງ. ພຣະບັນຍັດເປີດເຜີຍໃຫ້ເຫັນພຣະປະສົງ ແລະ ພຣະລັກສະນະຂອງພຣະເຈົ້າ ຜູ້ປະທານພຣະບັນຍັດນັ້ນ. ພຣະເຈົ້າຊົງເປັນຄວາມຮັກ ແລະ ພຣະບັນຍັດຂອງພຣະອົງກໍເປັນຄວາມຮັກເຊັ່ນກັນ. ພຣະບັນຍັດມີຫຼັກການຍິ່ງໃຫຍ່ຢູ່ສອງປະການຄື ຄວາມຮັກຕໍ່ພຣະເຈົ້າ ແລະ ຄວາມຮັກຕໍ່ເພື່ອນມະນຸດ. “ຄວາມຮັກ…ເປັນການປະຕິບັດຕາມກົດບັນຍັດຢ່າງຄົບຖ້ວນ.” (ໂຣມ 13:10). ພຣະລັກສະນະຂອງພຣະເຈົ້າ ຄືຄວາມຊອບທຳ ແລະ ຄວາມຈິງ; ພຣະບັນຍັດຂອງພຣະອົງກໍມີລັກສະນະແບບດຽວກັນ. ຜູ້ຂຽນເພງສັນລະເສີນກ່າວວ່າ: “ກົດບັນຍັດຂອງພຣະອົງກໍເປັນຄວາມຈິງ” ແລະ “ພຣະບັນຍັດທັງສິ້ນຂອງພຣະອົງຊອບທຳ.” (ເພງສັນລະເສີນ 119:142, 172 TKJV). ສ່ວນອັກຄະສາວົກໂປໂລປະກາດວ່າ: “ກົດບັນຍັດຈຶ່ງສັກສິດ ແລະ ພຣະບັນຍັດກໍສັກສິດ, ຊອບທຳ ແລະ ດີ.” (ໂຣມ 7:12). ພຣະບັນຍັດໃນລັກສະນະທີ່ກ່າວມານີ້ ສະແດງເຖິງຄວາມຄິດ ແລະ ພຣະປະສົງຂອງພຣະເຈົ້າ; ສະນັ້ນ, ພຣະບັນຍັດຈຶ່ງຕ້ອງຄົງຢູ່ຊົ່ວນິຣັນດອນ ເໝືອນດັ່ງພຣະເຈົ້າຜູ້ປະທານພຣະບັນຍັດ. {GC 467.1}

ວຽກງານການກັບໃຈໃໝ່ ແລະ ການຊຳລະໃຫ້ບໍຣິສຸດນັ້ນ ແມ່ນການນຳມະນຸດໃຫ້ຄືນດີກັບພຣະເຈົ້າ ໂດຍການນຳພວກເຂົາໃຫ້ສອດຄ່ອງກັບຫຼັກການແຫ່ງພຣະບັນຍັດຂອງພຣະອົງ. ໃນເບື້ອງຕົ້ນນັ້ນ, ພຣະເຈົ້າຊົງສ້າງມະນຸດຕາມພຣະລັກສະນະຂອງພຣະອົງ. ອາດາມສອດຄ່ອງກັບພຣະລັກສະນະຂອງພຣະເຈົ້າ ແລະ ພຣະບັນຍັດຂອງພຣະອົງຢ່າງສົມບູນ. ຫຼັກການແຫ່ງຄວາມຊອບທຳໄດ້ຖືກຈາລຶກໄວ້ໃນຈິດໃຈຂອງລາວ, ແຕ່ຄວາມບາບໄດ້ເຮັດໃຫ້ລາວຖືກແຍກອອກຈາກພຣະຜູ້ສ້າງ, ລາວບໍ່ໄດ້ສະທ້ອນພຣະລັກສະນະຂອງພຣະເຈົ້າອີກຕໍ່ໄປ. ຈິດໃຈຂອງລາວໄດ້ຕໍ່ສູ້ກັບຫຼັກການແຫ່ງພຣະບັນຍັດຂອງພຣະອົງ. “ຈິດໃຈທີ່ຖືກຄວບຄຸມໂດຍເນື້ອໜັງກໍເປັນສັດຕູຕໍ່ພຣະເຈົ້າ, ມັນບໍ່ຍອມຢູ່ໃຕ້ກົດບັນຍັດຂອງພຣະເຈົ້າ ແລະ ມັນຈະຢູ່ໃຕ້ກົດບັນຍັດຂອງພຣະເຈົ້າກໍບໍ່ໄດ້.” (ໂຣມ 8:7 LCV). ແຕ່ “ພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ” (ໂຢຮັນ 3:16 LCV) ເພື່ອມະນຸດຈະໄດ້ຄືນດີກັບພຣະເຈົ້າ. ດ້ວຍຄຸນຄວາມດີຂອງພຣະຄຣິສ, ມະນຸດສາມາດກັບຄືນສູ່ຄວາມກົມກຽວກັບພຣະຜູ້ສ້າງອີກຄັ້ງ; ຈິດໃຈຂອງພວກເຂົາຕ້ອງໄດ້ຮັບການປ່ຽນແປງໂດຍພຣະຄຸນຂອງພຣະເຈົ້າ; ພວກເຂົາຕ້ອງໄດ້ຮັບຊີວິດໃໝ່ຈາກສະຫວັນ. ການປ່ຽນແປງນີ້ແມ່ນການບັງເກີດໃໝ່, ເຊິ່ງຖ້າປາສະຈາກການບັງເກີດໃໝ່ນີ້ແລ້ວ, ພຣະເຢຊູຊົງກ່າວວ່າ, “ຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້.” (ໂຢຮັນ 3:3). {GC 467.2}

ການສຳນຶກໃນຄວາມບາບ

ຂັ້ນຕອນທຳອິດໃນການຄືນດີກັບພຣະເຈົ້າ ແມ່ນການສຳນຶກໃນຄວາມບາບ. “ບາບກໍຄືການລະເມີດກົດບັນຍັດ.” “ກົດບັນຍັດໄດ້ເຮັດໃຫ້ສັງເກດຮູ້ຈັກຄວາມບາບ.” (1 ໂຢຮັນ 3:4 LCV; ໂຣມ 3:20). ຄົນບາບຕ້ອງເອົາອຸປະນິໄສຂອງຕົນໄປວັດແທກດ້ວຍມາດຕະຖານອັນສູງສົ່ງແຫ່ງຄວາມຊອບທຳຂອງພຣະເຈົ້າ ຈຶ່ງຈະເຫັນຄວາມຜິດຂອງຕົນໄດ້. ພຣະບັນຍັດເປັນເໝືອນແວ່ນແຍງ ທີ່ສະທ້ອນໃຫ້ເຫັນຄວາມສົມບູນແບບຂອງອຸປະນິໄສອັນຊອບທຳ ແລະ ຊ່ວຍໃຫ້ຄົນເຫັນຂໍ້ບົກຜ່ອງຂອງຕົນເອງ. {GC 467.3}

ພຣະບັນຍັດເປີດເຜີຍຄວາມບາບຂອງມະນຸດ ແຕ່ບໍ່ໄດ້ຈັດຫາທາງແກ້ໄຂໃຫ້ກັບຄວາມບາບ. ໃນຂະນະທີ່ສັນຍາວ່າ ຜູ້ທີ່ປະຕິບັດຕາມຈະໄດ້ຊີວິດ, ພຣະບັນຍັດປະກາດວ່າຜູ້ທີ່ລະເມີດກໍຈະຕ້ອງຕາຍ. ມີແຕ່ຂ່າວປະເສີດຂອງພຣະຄຣິສເທົ່ານັ້ນ ທີ່ສາມາດປົດປ່ອຍມະນຸດຈາກການຖືກຕັດສິນລົງໂທດ ແລະ ມົນທິນອັນເປິເປື້ອນຂອງຄວາມບາບ. ດ້ວຍເຫດທີ່ຄົນບາບໄດ້ລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ, ສະນັ້ນ, ເຂົາຕ້ອງກັບໃຈໃໝ່ຕໍ່ພຣະອົງ. ເຂົາຕ້ອງມີຄວາມເຊື່ອໃນພຣະຄຣິສ ຜູ້ຊົງເປັນເຄື່ອງບູຊາໄຖ່ບາບ. ດ້ວຍເຫດນີ້, ເຂົາຈຶ່ງໄດ້ຮັບ “ການຍົກບາບທີ່ກະທຳໄປແລ້ວ” (ໂຣມ 3:25 ສະບັບລາວບູຮານ) ແລະ ກາຍເປັນຜູ້ມີສ່ວນໃນສະພາບຂອງພຣະເຈົ້າ. ເຂົາກາຍເປັນບຸດຂອງພຣະເຈົ້າ, ໂດຍພຣະວິນຍານໄດ້ຮັບເຂົາເປັນລູກບຸນທຳ, ເຂົາຈຶ່ງຮ້ອງວ່າ: “‘ອັບບາ’ ຄື ‘ພຣະບິດາເຈົ້າ.’” (ຄາລາເຕຍ 4:6). {GC 467.4}

ຖ້າຢ່າງນັ້ນ, ເຂົາມີເສລີພາບທີ່ຈະລະເມີດພຣະບັນຍັດຂອງພຣະເຈົ້າແລ້ວບໍ່? ອາຈານໂປໂລກ່າວວ່າ: “ພວກເຮົາລຶບລ້າງກົດບັນຍັດດ້ວຍຄວາມເຊື່ອບໍ? ບໍ່ແມ່ນຢ່າງນັ້ນດອກ! ພວກເຮົາເປັນຜູ້ສະໜັບສະໜູນກົດບັນຍັດ.” (ໂຣມ 3:31 LCV). ເພິ່ນຍັງຖາມຕື່ມວ່າ: “ພວກເຮົາເປັນຜູ້ທີ່ໄດ້ຕາຍຕໍ່ບາບກຳນັ້ນແລ້ວ; ພວກເຮົາຈະດຳເນີນຊີວິດໃນຄວາມບາບນັ້ນຕໍ່ໄປໄດ້ຢ່າງໃດ?” (ໂຣມ 6:2 LCV). ສ່ວນໂຢຮັນປະກາດວ່າ: “ນີ້ແຫຼະ ເປັນຄວາມຮັກຕໍ່ພຣະເຈົ້າ ຄືໃຫ້ເຮົາທັງຫຼາຍຖືຮັກສາບັນດາກົດບັນຍັດຂອງພຣະອົງ ແລະ ກົດບັນຍັດຂອງພຣະອົງນັ້ນ ກໍບໍ່ຍາກໜັກເກີນໄປ.” (1 ໂຢຮັນ 5:3). ໃນການບັງເກີດໃໝ່ນັ້ນ ຈິດໃຈຈະຖືກປັບປ່ຽນໃຫ້ສອດຄ່ອງກັບພຣະເຈົ້າ ໂດຍການຖືກປັບປ່ຽນໃຫ້ສອດຄ່ອງກັບພຣະບັນຍັດຂອງພຣະອົງ. ເມື່ອການປ່ຽນແປງອັນຍິ່ງໃຫຍ່ນີ້ເກີດຂຶ້ນໃນຊີວິດຂອງຄົນບາບ, ລາວກໍໄດ້ກ້າວອອກຈາກຄວາມຕາຍໄປສູ່ຊີວິດ, ຈາກຄວາມບາບໄປສູ່ຄວາມບໍຣິສຸດ, ຈາກການລະເມີດ ແລະ ການກະບົດໄປສູ່ການເຊື່ອຟັງ ແລະ ຄວາມຈົງຮັກພັກດີ. ຊີວິດເກົ່າທີ່ຫ່າງເຫີນຈາກພຣະເຈົ້າໄດ້ສິ້ນສຸດລົງ ແລະ ຊີວິດໃໝ່ທີ່ໄດ້ຄືນດີກັບພຣະເຈົ້າ ອັນເປັນຊີວິດທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມເຊື່ອໄດ້ເລີ່ມຕົ້ນຂຶ້ນ. ດັ່ງນັ້ນ, “ຄວາມຊອບທຳຂອງທຳມະບັນຍັດຈະໄດ້ສຳເລັດໃນຕົວເຮົາ ຜູ້ບໍ່ດຳເນີນຕາມເນື້ອໜັງ ແຕ່ຕາມພຣະວິນຍານ.” (ໂຣມ 8:4 THSV). ແລ້ວຈິດໃຈຈະໂຮ່ຮ້ອງອອກມາວ່າ: “ຂ້ານ້ອຍຮັກກົດບັນຍັດຂອງພຣະອົງຫຼວງຫຼາຍທີ່ສຸດ ຂ້ານ້ອຍພາວັນນາເຖິງກົດບັນຍັດຢູ່ຕະຫຼອດວັນ.” (ເພງສັນລະເສີນ 119:97). {GC 468.1}

“ກົດບັນຍັດຂອງພຣະເຈົ້າຢາເວຄົບຖ້ວນ ແລະ ສົມບູນດີ ເປັນທີ່ຟື້ນຟູຈິດໃຈໃຫ້ມີແຮງຂຶ້ນໃໝ່.” (ເພງສັນລະເສີນ 19:7). ຖ້າບໍ່ມີພຣະບັນຍັດ ມະນຸດກໍບໍ່ສາມາດເຂົ້າໃຈເຖິງຄວາມບໍຣິສຸດຂອງພຣະເຈົ້າ ຫຼື ຮູ້ເຖິງຄວາມຜິດບາບ ແລະ ຄວາມບໍ່ສະອາດຂອງຕົນເອງ. ມະນຸດຈະບໍ່ມີຄວາມສຳນຶກອັນແທ້ຈິງໃນຄວາມບາບຂອງຕົນ ແລະ ບໍ່ຮູ້ສຶກວ່າຈຳເປັນຕ້ອງກັບໃຈໃໝ່. ໃນເມື່ອບໍ່ເຫັນວ່າຕົນເອງເປັນຜູ້ລະເມີດພຣະບັນຍັດຂອງພຣະເຈົ້າ ພວກເຂົາກໍບໍ່ເຂົ້າໃຈເຖິງຄວາມຈຳເປັນທີ່ຕ້ອງໄດ້ຮັບການໄຖ່ດ້ວຍພຣະໂລຫິດຂອງພຣະຄຣິສ. ພວກເຂົາຈຶ່ງຕັ້ງຄວາມຫວັງທີ່ຈະລອດພົ້ນ ໂດຍບໍ່ມີການປ່ຽນແປງຈິດໃຈຢ່າງເລິກເຊິ່ງ ຫຼື ການປັບປຸງຊີວິດ. ສະນັ້ນ, ຈຶ່ງມີການກັບໃຈແບບຜິວເຜີນເກີດຂຶ້ນຫຼາຍ ແລະ ມີຄົນຈຳນວນຫຼວງຫຼາຍເຂົ້າມາເປັນສະມາຊິກຄຣິສຕະຈັກ ໂດຍທີ່ພວກເຂົາບໍ່ເຄີຍມີຄວາມສຳພັນກັບພຣະຄຣິສ. {GC 468.2}

ການຊຳລະໃຫ້ບໍຣິສຸດແມ່ນຫຍັງ?

ຄຳສອນຜິດກ່ຽວກັບການຊຳລະໃຫ້ບໍຣິສຸດ ເຊິ່ງເກີດຈາກການລະເລີຍ ຫຼື ການປະຕິເສດພຣະບັນຍັດຂອງພຣະເຈົ້າ ກໍມີບົດບາດສຳຄັນໃນຂະບວນການທາງສາສະໜາຂອງຍຸກນີ້. ທິດສະດີເຫຼົ່ານີ້ບໍ່ພຽງແຕ່ຜິດໃນຫຼັກຄຳສອນເທົ່ານັ້ນ ແຕ່ຍັງເປັນອັນຕະລາຍໃນທາງປະຕິບັດອີກດ້ວຍ. ການທີ່ຄຳສອນເຫຼົ່ານີ້ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ ຍິ່ງເຮັດໃຫ້ມີຄວາມຈຳເປັນຫຼາຍຂຶ້ນ ທີ່ທຸກຄົນຈະຕ້ອງເຂົ້າໃຈຢ່າງແຈ່ມແຈ້ງ ກ່ຽວກັບສິ່ງທີ່ພຣະຄຳພີສອນໃນເລື່ອງນີ້. {GC 469.1}

ພຣະຄຳພີໄດ້ສອນເລື່ອງການຊຳລະໃຫ້ບໍຣິສຸດທີ່ແທ້ຈິງ. ອັກຄະສາວົກໂປໂລໄດ້ກ່າວໄວ້ ໃນຈົດໝາຍເຖິງຄຣິສຕະຈັກແຫ່ງເມືອງເທສະໂລນິກວ່າ: “ພຣະເຈົ້າປະສົງໃຫ້ພວກເຈົ້າໄດ້ຮັບການຊຳລະໃຫ້ບໍຣິສຸດ.” ເພິ່ນຍັງໄດ້ອະທິຖານວ່າ: “ຂໍໃຫ້ພຣະເຈົ້າເອງ ຜູ້ເປັນພຣະເຈົ້າແຫ່ງສັນຕິສຸກ ຊຳລະພວກເຈົ້າໃຫ້ບໍຣິສຸດໃນທຸກດ້ານ.” (1 ເທສະໂລນິກ 4:3 LCV; 5:23 LCV). ພຣະຄຳພີສອນຢ່າງແຈ່ມແຈ້ງວ່າ ການຊຳລະໃຫ້ບໍຣິສຸດແມ່ນຫຍັງ ແລະ ຈະໄດ້ຮັບການຊຳລະນັ້ນມາໄດ້ຢ່າງໃດ. ພຣະຜູ້ຊ່ວຍໃຫ້ລອດຊົງອະທິຖານເພື່ອພວກສາວົກຂອງພຣະອົງວ່າ: “ຂໍຊຳລະພວກເຂົາໃຫ້ບໍຣິສຸດດ້ວຍຄວາມຈິງ, ພຣະທຳຂອງພຣະອົງເປັນຄວາມຈິງ.” (ໂຢຮັນ 17:17 LCV). ອາຈານໂປໂລສອນວ່າ ຜູ້ທີ່ເຊື່ອຈະໄດ້ຮັບການ “ຊຳລະໄວ້ໂດຍພຣະວິນຍານບໍຣິສຸດ.” (ໂຣມ 15:16 THSV). ວຽກງານຂອງພຣະວິນຍານບໍຣິສຸດແມ່ນຫຍັງ? ພຣະເຢຊູຊົງກ່າວແກ່ພວກສາວົກຂອງພຣະອົງວ່າ: “ເມື່ອພຣະວິນຍານແຫ່ງຄວາມຈິງມາ ພຣະອົງຈະນຳພວກເຈົ້າໄປສູ່ຄວາມຈິງທັງໝົດ.” (ໂຢຮັນ 16:13). ສ່ວນຜູ້ຂຽນເພງສັນລະເສີນກ່າວວ່າ: “ກົດບັນຍັດຂອງພຣະອົງກໍເປັນຄວາມຈິງຢູ່ເລື້ອຍ.” (ເພງສັນລະເສີນ 119:142). ພຣະຄຳ ແລະ ພຣະວິນຍານຂອງພຣະເຈົ້າ ເປີດເຜີຍໃຫ້ມະນຸດເຫັນເຖິງຫຼັກການອັນສຳຄັນແຫ່ງຄວາມຊອບທຳທີ່ມີຢູ່ໃນພຣະບັນຍັດຂອງພຣະອົງ. ເນື່ອງຈາກວ່າ ພຣະບັນຍັດຂອງພຣະເຈົ້າ “ສັກສິດ, ຊອບທຳ ແລະ ດີ” (ໂຣມ 7:12 LCV) ແລະ ເປັນພາບສະທ້ອນຄວາມສົມບູນແບບຂອງພຣະເຈົ້າ; ສະນັ້ນ, ອຸປະນິໄສທີ່ຖືກຫຼໍ່ຫຼອມຂຶ້ນດ້ວຍການເຊື່ອຟັງພຣະບັນຍັດນັ້ນກໍຈະບໍຣິສຸດ. ພຣະຄຣິສເປັນແບບຢ່າງທີ່ສົມບູນແບບຂອງອຸປະນິໄສດັ່ງກ່າວ. ພຣະອົງຊົງກ່າວວ່າ: “ເຮົາໄດ້ປະຕິບັດຕາມບັນຍັດຂອງພຣະບິດາ,” “ເຮົາເຮັດສິ່ງທີ່ພຣະອົງພໍໃຈສະເໝີ.” (ໂຢຮັນ 15:10 NTV; 8:29 LCV). ພຣະຄຸນຂອງພຣະເຈົ້າຈະຊ່ວຍໃຫ້ຜູ້ຕິດຕາມພຣະຄຣິສ ສ້າງອຸປະນິໄສທີ່ສອດຄ່ອງກັບຫຼັກການແຫ່ງພຣະບັນຍັດອັນບໍຣິສຸດຂອງພຣະອົງ ເພື່ອພວກເຂົາຈະໄດ້ກາຍເປັນເໝືອນພຣະອົງ. ນີ້ແຫຼະຄືການຊຳລະໃຫ້ບໍຣິສຸດຕາມພຣະຄຳພີ. {GC 469.2}

ດ້ວຍຄວາມເຊື່ອເທົ່ານັ້ນ

ວຽກງານນີ້ຈະສຳເລັດໄດ້ ກໍດ້ວຍຄວາມເຊື່ອໃນພຣະຄຣິສເທົ່ານັ້ນ, ໂດຍຣິດອຳນາດຂອງພຣະວິນຍານບໍຣິສຸດທີ່ສະຖິດຢູ່ໃນໃຈ. ອາຈານໂປໂລໄດ້ຕັກເຕືອນຜູ້ທີ່ເຊື່ອວ່າ: “ຈົ່ງບາກບັ່ນຕໍ່ໄປເພື່ອຄວາມພົ້ນຂອງພວກເຈົ້າ ດ້ວຍຄວາມຢຳເກງ ແລະ ຕົວສັ່ນ, ເພາະວ່າແມ່ນພຣະເຈົ້າເປັນຜູ້ກະທຳການຢູ່ພາຍໃນພວກເຈົ້າ ເພື່ອໃຫ້ພວກເຈົ້າຕັ້ງໃຈ ແລະ…ກະທຳເພື່ອໃຫ້ບັນລຸຈຸດປະສົງອັນດີຂອງພຣະອົງ.” (ຟີລິບປອຍ 2:12, 13 LCV). ຄຣິສຕຽນຈະຮູ້ສຶກເຖິງການຊັກຈູງຂອງຄວາມບາບ, ແຕ່ພວກເຂົາຈະຕ້ອງຕໍ່ສູ້ກັບມັນຢູ່ສະເໝີ. ຈຸດນີ້ແຫຼະ ທີ່ພວກເຮົາຕ້ອງການຄວາມຊ່ວຍເຫຼືອຈາກພຣະຄຣິສ; ຄວາມອ່ອນແອຂອງມະນຸດຈະປະສານເຂົ້າກັບພະລັງອັນຍິ່ງໃຫຍ່ຂອງພຣະເຈົ້າ ແລະ ດ້ວຍຄວາມເຊື່ອພວກເຂົາຈະປະກາດວ່າ: “ຂອບພຣະຄຸນພຣະເຈົ້າ! ພຣະອົງມອບໄຊຊະນະໃຫ້ແກ່ພວກເຮົາໂດຍທາງພຣະເຢຊູຄຣິສເຈົ້າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ.” (1 ໂກຣິນໂທ 15:57 LCV). {GC 469.3}

ພຣະຄຳພີສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ການຊຳລະໃຫ້ບໍຣິສຸດເປັນຂະບວນການທີ່ດຳເນີນໄປເທື່ອລະກ້າວ. ເມື່ອຄົນບາບກັບໃຈ ແລະ ໄດ້ພົບສັນຕິສຸກກັບພຣະເຈົ້າ ໂດຍທາງພຣະໂລຫິດແຫ່ງການລຶບລ້າງຄວາມຜິດບາບ, ຊີວິດຄຣິສຕຽນຂອງເຂົາຫາກໍພຽງເລີ່ມຕົ້ນຂຶ້ນເທົ່ານັ້ນ. ບັດນີ້ເຂົາຕ້ອງ “ກ້າວໜ້າໄປເຖິງຄວາມບໍຣິບູນ” ເພື່ອຈະເຕີບໃຫຍ່ຂຶ້ນສູ່ “ຂະໜາດຄວາມສົມບູນຂອງພຣະຄຣິສເຈົ້າ.” (ເຮັບເຣີ 6:1 TKJV; ເອເຟໂຊ 4:13 LCV). ອາຈານໂປໂລກ່າວວ່າ: “ເຮົາເຮັດຢ່າງໜຶ່ງຄື: ລືມສິ່ງຢູ່ເບື້ອງຫຼັງ ແລະ ເອົາໃຈໃສ່ສິ່ງທີ່ຢູ່ຂ້າງໜ້າ, ເຮົາກຳລັງມຸ່ງໜ້າໄປສູ່ຫຼັກໄຊເພື່ອຈະໄດ້ຮັບລາງວັນ ເພາະເປັນລາງວັນທີ່ພຣະເຈົ້າໄດ້ເອີ້ນເຮົາໃຫ້ໄປຮັບຢູ່ສະຫວັນໃນພຣະຄຣິສເຈົ້າເຢຊູ.” (ຟີລິບປອຍ 3:13, 14 LCV). ສ່ວນເປໂຕໄດ້ບອກພວກເຮົາເຖິງຂັ້ນຕອນທີ່ຈະນຳໄປສູ່ການຊຳລະໃຫ້ບໍຣິສຸດຕາມພຣະຄຳພີວ່າ: “ພວກເຈົ້າຈົ່ງພະຍາຍາມທຸກວິທີ ທີ່ຈະເພີ່ມຄວາມດີເຂົ້າກັບຄວາມເຊື່ອຂອງພວກເຈົ້າ ແລະ ເພີ່ມຄວາມຮູ້ເຂົ້າກັບຄວາມດີ, ແລະເພີ່ມການບັງຄັບຕົນເຂົ້າກັບຄວາມຮູ້, ເພີ່ມຄວາມອົດທົນເຂົ້າກັບການບັງຄັບຕົນ, ເພີ່ມຊີວິດໃນທາງຂອງພຣະເຈົ້າເຂົ້າກັບຄວາມບາກບັ່ນ ແລະ ເພີ່ມຄວາມຮັກກັນເໝືອນພີ່ນ້ອງເຂົ້າກັບຊີວິດໃນທາງຂອງພຣະເຈົ້າ ແລະ ເພີ່ມຄວາມຮັກເຂົ້າກັບຄວາມຮັກກັນເໝືອນພີ່ນ້ອງ…ຖ້າພວກເຈົ້າເຮັດຢ່າງນັ້ນແລ້ວພວກເຈົ້າກໍຈະບໍ່ສະດຸດລົ້ມລົງຈັກເທື່ອ.” (2 ເປໂຕ 1:5–10 LCV). {GC 470.1}

ຜູ້ທີ່ໄດ້ຮັບການຊຳລະໃຫ້ບໍຣິສຸດຕາມພຣະຄຳພີຈະສະແດງເຖິງຄວາມອ່ອນນ້ອມຖ່ອມຕົນ. ເໝືອນດັ່ງໂມເຊ ພວກເຂົາໄດ້ເຫັນຣັດສະໝີພາບອັນໜ້າຢ້ານກົວຂອງຄວາມບໍຣິສຸດ; ແລະເມື່ອທຽບກັບຄວາມບໍຣິສຸດ ແລະ ຄວາມສົມບູນແບບອັນສູງສຸດຂອງພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ, ພວກເຂົາເຫັນວ່າຕົນເອງບໍ່ມີຄຸນຄ່າອັນໃດ. {GC 470.2}

ຜູ້ເຜີຍພຣະທຳດານີເອນເປັນແບບຢ່າງຂອງການຖືກຊຳລະໃຫ້ບໍຣິສຸດຢ່າງແທ້ຈິງ; ຊີວິດອັນຍືນຍາວຂອງເພິ່ນອຸທິດໃຫ້ແກ່ການຮັບໃຊ້ອົງພຣະຜູ້ເປັນເຈົ້າ. ເພິ່ນເປັນ “ທີ່ຮັກຢ່າງຍິ່ງ” ຂອງສະຫວັນ (ດານີເອນ 10:11 TKJV); ແຕ່ແທນທີ່ຈະອ້າງວ່າຕົນເປັນຄົນສະອາດບໍຣິສຸດ, ຜູ້ເຜີຍພຣະທຳທີ່ໄດ້ຮັບກຽດສູງທ່ານນີ້ໄດ້ນັບຕົວເອງເຂົ້າຮ່ວມກັບຄົນທີ່ເຮັດບາບຢ່າງຮ້າຍແຮງຂອງອິດສະຣາເອນ ໃນຂະນະທີ່ເພິ່ນອ້ອນວອນຕໍ່ພຣະເຈົ້າເພື່ອປະຊາກອນຂອງເພິ່ນວ່າ: “ພວກຂ້ານ້ອຍກຳລັງພາວັນນາອະທິຖານຫາພຣະອົງ ບໍ່ແມ່ນຍ້ອນພວກຂ້ານ້ອຍກະທຳໃນສິ່ງທີ່ຖືກຕ້ອງ ແຕ່ຍ້ອນພຣະອົງມີຄວາມເມດຕາ.” “ພວກຂ້ານ້ອຍໄດ້ເຮັດບາບ ແລະ ເຮັດຜິດ.” ເພິ່ນອະທິບາຍວ່າ: “ຂ້າພະເຈົ້າໄດ້ສືບຕໍ່ກ່າວ ແລະ ພາວັນນາອະທິຖານ ໂດຍສາລະພາບບາບຂອງຂ້າພະເຈົ້າ ແລະ ບາບຂອງຊາວອິດສະຣາເອນປະຊາຊົນຂອງຂ້າພະເຈົ້າ.” ແລ້ວເມື່ອພຣະບຸດຂອງພຣະເຈົ້າສະເດັດມາປາກົດແກ່ເພິ່ນໃນພາຍຫຼັງ ເພື່ອໃຫ້ຄຳແນະນຳ, ດານີເອນກ່າວວ່າ: “ສ່ວນດີຂອງຂ້າພະເຈົ້າໄດ້ກາຍເປັນມົນທິນອັນເປິເປື້ອນພາຍໃນຂ້າພະເຈົ້າ ແລະ ຂ້າພະເຈົ້າບໍ່ເຫຼືອເຫື່ອແຮງຢູ່ເລີຍ.” (ດານີເອນ 9:18, 15, 20; 10:8 ແປຈາກສະບັບ KJV). {GC 470.3}

ເມື່ອທ່ານໂຢບໄດ້ຍິນສຽງຂອງພຣະເຈົ້າດັງອອກມາຈາກລົມບ້າໝູ, ເພິ່ນໄດ້ອຸທານອອກມາວ່າ: “ຂ້ານ້ອຍກິນແໜງຕົວເອງ ແລະ ຂ້ານ້ອຍປະໃຈເກົ່າເອົາໃຈໃໝ່ໃນຂີ້ຝຸ່ນດິນ ແລະ ໃນຂີ້ເທົ່າໄຟ.” (ໂຢບ 42:6 ສະບັບລາວບູຮານ). ເມື່ອເອຊາຢາເຫັນສະຫງ່າຣາສີຂອງພຣະຜູ້ເປັນເຈົ້າ ແລະ ໄດ້ຍິນສຽງພວກເຄຣຸບຮ້ອງວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຊົງບໍຣິສຸດ,” ເພິ່ນຈຶ່ງຮ້ອງອອກມາວ່າ, “ຂ້ານ້ອຍໝົດຫວັງສາແລ້ວ ເຄາະກຳເປັນຂອງຂ້ານ້ອຍສາແລ້ວ.” (ເອຊາຢາ 6:3, 5). ຫຼັງຈາກອາຈານໂປໂລຖືກຮັບຂຶ້ນໄປເຖິງສະຫວັນຊັ້ນທີສາມ ແລະ ໄດ້ຍິນສິ່ງທີ່ມະນຸດບໍ່ສາມາດເວົ້າອອກມາໄດ້, ເພິ່ນໄດ້ເອີ້ນຕົນເອງວ່າ: “ເຮົາເປັນຜູ້ຕ່ຳຕ້ອຍກວ່າຜູ້ເລັກນ້ອຍທີ່ສຸດຂອງບັນດາຄົນທັງໝົດຂອງພຣະເຈົ້າ.” (ເບິ່ງ 2 ໂກຣິນໂທ 12:2–4; ເອເຟໂຊ 3:8 LCV). ແມ່ນແຕ່ໂຢຮັນຜູ້ເປັນທີ່ຮັກແພງ, ຜູ້ທີ່ເຄີຍເອນຫົວລົງທີ່ຊວງເອິກຂອງພຣະເຢຊູ ແລະ ໄດ້ເຫັນສະຫງ່າຣາສີຂອງພຣະອົງ, ເພິ່ນຍັງລົ້ມລົງຄືກັບຄົນຕາຍຢູ່ທີ່ພຣະບາດຂອງພຣະອົງ. (ເບິ່ງ ພຣະນິມິດ 1:17). {GC 471.1}

ຄົນທີ່ດຳເນີນຊີວິດຢູ່ໃຕ້ຮົ່ມເງົາຂອງໄມ້ກາງແຂນແຫ່ງພູເຂົາຄານວາຣີ ຈະບໍ່ມີການຍົກຍ້ອງຕົນເອງ ຫຼື ການອວດອ້າງວ່າຕົນບໍ່ມີບາບ. ພວກເຂົາຮູ້ດີວ່າແມ່ນບາບຂອງພວກເຂົາເອງ ທີ່ເຮັດໃຫ້ພຣະບຸດຂອງພຣະເຈົ້າຕ້ອງທົນທຸກທໍລະມານ ຈົນພຣະໄທຂອງພຣະອົງແຕກສະຫຼາຍ; ຄວາມຄິດນີ້ຈະນຳພວກເຂົາໄປສູ່ການຖ່ອມຕົວລົງ. ຍິ່ງຜູ້ໃດຢູ່ໃກ້ຊິດພຣະເຢຊູຫຼາຍເທົ່າໃດ, ຜູ້ນັ້ນກໍຍິ່ງເຫັນຄວາມອ່ອນແອ ແລະ ຄວາມບາບຂອງມະນຸດຢ່າງຈະແຈ້ງເທົ່ານັ້ນ. ຄວາມຫວັງດຽວຂອງພວກເຂົາ ແມ່ນຢູ່ໃນຄຸນຄວາມດີຂອງພຣະຜູ້ຊ່ວຍໃຫ້ລອດ ຜູ້ຖືກຄຶງໄວ້ທີ່ໄມ້ກາງແຂນ ແລະ ໄດ້ຟື້ນຄືນພຣະຊົນ. {GC 471.2}

ຄຳສອນເລື່ອງການຊຳລະໃຫ້ບໍຣິສຸດທີ່ກຳລັງໄດ້ຮັບຄວາມສົນໃຈຫຼາຍໃນວົງການສາສະໜາທຸກວັນນີ້ ມີລັກສະນະຂອງການຍົກຍ້ອງຕົນເອງ ແລະ ການເມີນເສີຍຕໍ່ພຣະບັນຍັດຂອງພຣະເຈົ້າປະປົນຢູ່ນຳ ເຊິ່ງສະແດງໃຫ້ເຫັນວ່າຄຳສອນດັ່ງກ່າວບໍ່ໄດ້ມາຈາກພຣະຄຳພີ. ຜູ້ສົ່ງເສີມຄຳສອນນີ້ກ່າວວ່າ ການຊຳລະໃຫ້ບໍຣິສຸດເປັນວຽກງານທີ່ເກີດຂຶ້ນທັນທີ; ພວກເຂົາຈຶ່ງບັນລຸເຖິງຄວາມບໍຣິສຸດອັນສົມບູນໂດຍຄວາມເຊື່ອເທົ່ານັ້ນ. ພວກເຂົາເວົ້າວ່າ “ໃຫ້ເຈົ້າເຊື່ອຢ່າງດຽວກໍພໍ, ແລ້ວພຣະພອນທັງຫຼາຍຈະເປັນຂອງເຈົ້າ.” ໝາຍຄວາມວ່າ, ຜູ້ທີ່ຮັບເອົາພຣະພອນ ບໍ່ຈຳເປັນຕ້ອງມີຄວາມພະຍາຍາມໃດໆອີກ. ໃນຂະນະດຽວກັນ, ພວກເຂົາປະຕິເສດສິດອຳນາດຂອງພຣະບັນຍັດຂອງພຣະເຈົ້າ, ໂດຍອ້າງວ່າພວກເຂົາໄດ້ຮັບການປົດປ່ອຍຈາກພັນທະທີ່ຈະຕ້ອງຖືຮັກສາພຣະບັນຍັດ. ແຕ່ເປັນໄປໄດ້ບໍທີ່ມະນຸດຈະບໍຣິສຸດ, ສະທ້ອນເຖິງພຣະລັກສະນະຂອງພຣະເຈົ້າ ແລະ ເປັນທີ່ພໍພຣະໄທຂອງພຣະອົງ ໂດຍບໍ່ເຊື່ອຟັງພຣະບັນຍັດທີ່ສະແດງເຖິງພຣະລັກສະນະ ແລະ ນ້ຳພຣະໄທຂອງພຣະອົງ? {GC 471.3}

ຄຳສອນທີ່ວ່າຄວາມເຊື່ອພຽງຢ່າງດຽວກໍພໍແລ້ວນັ້ນ ເປັນຄຳສອນທີ່ມີຄົນມັກຫຼາຍ ເພາະພວກເຂົາຢາກໄດ້ສາສະໜາທີ່ງ່າຍໆທີ່ບໍ່ຕ້ອງພະຍາຍາມ, ບໍ່ຕ້ອງປະຕິເສດຕົນເອງ ແລະ ບໍ່ຕ້ອງຫັນໜີຈາກຄວາມໄຮ້ສາລະຂອງທາງໂລກ. ແຕ່ພຣະຄຳຂອງພຣະເຈົ້າກ່າວວ່າແນວໃດ? ອັກຄະສາວົກຢາໂກໂບກ່າວວ່າ: “ຖ້າຄົນໜຶ່ງອ້າງວ່າຕົນມີຄວາມເຊື່ອ ແຕ່ບໍ່ມີການປະຕິບັດ ມັນຈະມີປະໂຫຍດອັນໃດ? ຄວາມເຊື່ອແບບນີ້ສາມາດຊ່ວຍພວກເຂົາໃຫ້ລອດພົ້ນໄດ້ບໍ?…ຄົນໂງ່ເອີຍ, ພວກເຈົ້າຕ້ອງການຫຼັກຖານວ່າ ຄວາມເຊື່ອທີ່ບໍ່ມີການປະຕິບັດນັ້ນ ໄຮ້ປະໂຫຍດແມ່ນບໍ? ພຣະເຈົ້າຖືວ່າ ອັບຣາຮາມບັນພະບຸລຸດຂອງພວກເຮົາ ເປັນຜູ້ຊອບທຳ ກໍຍ້ອນການປະຕິບັດຂອງເພິ່ນທີ່ໄດ້ຖວາຍອີຊາກ ລູກຊາຍຂອງເພິ່ນເທິງແທ່ນບູຊາບໍ່ແມ່ນບໍ? ພວກເຈົ້າກໍເຫັນແລ້ວວ່າຄວາມເຊື່ອ ແລະ ການປະຕິບັດຂອງເພິ່ນກໍເຮັດຄຽງຄູ່ກັນໄປ ແລະ ຄວາມເຊື່ອຂອງເພິ່ນຄົບຖ້ວນສົມບູນ ໂດຍສິ່ງທີ່ເພິ່ນໄດ້ປະຕິບັດ.…ພວກເຈົ້າກໍເຫັນແລ້ວວ່າ ຜູ້ທີ່ຈະຖືກນັບວ່າເປັນຜູ້ຊອບທຳ ກໍດ້ວຍການປະຕິບັດຂອງພວກເຂົາ ບໍ່ແມ່ນພຽງຄວາມເຊື່ອຢ່າງດຽວ.” (ຢາໂກໂບ 2:14–24 LCV). {GC 472.1}

ພຣະຄຳຂອງພຣະເຈົ້າຕໍ່ຕ້ານຄຳສອນນີ້ ທີ່ຫຼອກລວງເລື່ອງຄວາມເຊື່ອທີ່ປາສະຈາກການກະທຳ. ການທີ່ຢາກໄດ້ຄວາມໂປດປານຈາກສະຫວັນ ໂດຍບໍ່ປະຕິບັດຕາມເງື່ອນໄຂແຫ່ງພຣະກະລຸນານັ້ນ ບໍ່ແມ່ນຄວາມເຊື່ອ ແຕ່ເປັນການອວດອ້າງ, ເພາະວ່າຄວາມເຊື່ອທີ່ແທ້ຈິງມີພື້ນຖານຢູ່ໃນພຣະສັນຍາ ແລະ ຫຼັກການຂອງພຣະຄຳພີ. {GC 472.2}

ຢ່າໃຫ້ຜູ້ໃດຫຼອກລວງຕົວເອງວ່າ ຕົນສາມາດເປັນຄົນບໍຣິສຸດໄດ້ ໃນຂະນະທີ່ຈົງໃຈລະເມີດຂໍ້ກຳນົດຂໍ້ໃດຂໍ້ໜຶ່ງຂອງພຣະເຈົ້າ. ການເຮັດບາບທີ່ຮູ້ດີຢູ່ແລ້ວ ຈະດັບສຽງຂອງພຣະວິນຍານ ແລະ ແຍກຈິດວິນຍານອອກຈາກພຣະເຈົ້າ. “ການບາບແມ່ນການຝ່າຝືນກົດບັນຍັດ” ແລະ “ຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນກໍຍັງບໍ່ເຫັນພຣະອົງ ແລະ ຍັງບໍ່ຮູ້ຈັກພຣະອົງ.” (1 ໂຢຮັນ 3:4, 6). ເຖິງແມ່ນວ່າ ໃນຈົດໝາຍຂອງໂຢຮັນ ເພິ່ນໄດ້ເວົ້າເຖິງຄວາມຮັກຢ່າງຫຼວງຫຼາຍກໍຕາມ, ແຕ່ເພິ່ນກໍບໍ່ລັງເລທີ່ຈະເປີດເຜີຍລັກສະນະທີ່ແທ້ຈິງຂອງຄົນເຫຼົ່ານັ້ນ ທີ່ອ້າງວ່າຕົນເປັນຄົນບໍຣິສຸດ ໃນຂະນະທີ່ຍັງລະເມີດພຣະບັນຍັດຂອງພຣະເຈົ້າຢູ່. “ຖ້າຄົນໃດເວົ້າວ່າ, ‘ຕົນຮູ້ຈັກພຣະອົງ’ ແຕ່ບໍ່ຖືຮັກສາກົດບັນຍັດຂອງພຣະອົງ ຄົນນັ້ນກໍເວົ້າຕົວະ ແລະ ຄວາມຈິງກໍບໍ່ມີຢູ່ໃນລາວ. ແຕ່ຜູ້ໃດກໍຕາມທີ່ຖືຮັກສາພຣະທຳຂອງພຣະອົງ, ຜູ້ນັ້ນແຫຼະ ທີ່ຮັກພຣະເຈົ້າຢ່າງຄົບຖ້ວນບໍຣິບູນໂດຍແທ້.” (1 ໂຢຮັນ 2:4, 5). ນີ້ແມ່ນສິ່ງທີ່ທົດສອບຄຳອ້າງຂອງທຸກຄົນກ່ຽວກັບຊີວິດຄຣິສຕຽນຂອງເຂົາ. ພວກເຮົາບໍ່ສາມາດຖືວ່າຜູ້ໃດເປັນຄົນບໍຣິສຸດໄດ້ ຖ້າບໍ່ໄດ້ວັດແທກເຂົາດ້ວຍພຣະບັນຍັດຂອງພຣະເຈົ້າ ເຊິ່ງເປັນມາດຕະຖານດ້ານຄວາມບໍຣິສຸດອັນດຽວຂອງພຣະອົງ ທັງໃນສະຫວັນ ແລະ ໃນແຜ່ນດິນໂລກ. ຖ້າຜູ້ໃດບໍ່ເຫັນຄວາມສຳຄັນຂອງກົດສິນທຳ, ຖ້າລາວເບິ່ງຂ້າມ ແລະ ດູໝິ່ນພຣະບັນຍັດຂອງພຣະເຈົ້າ, ຖ້າຜູ້ໃດລະເມີດຂໍ້ໃດຂໍ້ໜຶ່ງໃນບັນດາຂໍ້ບັນຍັດເຫຼົ່ານີ້ ແລະ ສອນຄົນອື່ນໃຫ້ເຮັດແບບດຽວກັນ, ລາວຈະບໍ່ມີຄ່າໃນສາຍຕາຂອງສະຫວັນ ແລະ ພວກເຮົາສາມາດຮູ້ໄດ້ວ່າ ການອວດອ້າງຂອງລາວນັ້ນບໍ່ມີມູນຄວາມຈິງ. {GC 472.3}

ການອ້າງວ່າຕົວເອງບໍ່ມີຄວາມບາບ ເປັນຫຼັກຖານຢ່າງແຈ່ມແຈ້ງວ່າ ຜູ້ທີ່ອ້າງນັ້ນຢູ່ຫ່າງໄກຈາກຄວາມບໍຣິສຸດ. ສາເຫດທີ່ເປັນຢ່າງນັ້ນ ກໍຍ້ອນວ່າເຂົາບໍ່ມີຄວາມເຂົ້າໃຈອັນແທ້ຈິງກ່ຽວກັບຄວາມບໍຣິສຸດຜຸດຜ່ອງ ອັນບໍ່ມີຂອບເຂດຈຳກັດຂອງພຣະເຈົ້າ ແລະ ບໍ່ເຂົ້າໃຈເຖິງການປ່ຽນແປງທີ່ມະນຸດຕ້ອງໄດ້ຮັບ ເພື່ອໃຫ້ສອດຄ່ອງກັບພຣະລັກສະນະຂອງພຣະອົງ. ເຂົາບໍ່ເຂົ້າໃຈຄວາມບໍຣິສຸດ ແລະ ຄວາມປະເສີດຂອງພຣະເຢຊູ ອີກທັງບໍ່ເຂົ້າໃຈເຖິງຄວາມຊົ່ວຮ້າຍ ແລະ ພິດໄພຂອງຄວາມບາບ ເຂົາຈຶ່ງຖືວ່າຕົນເອງບໍຣິສຸດ. ຍິ່ງເຂົາຢູ່ຫ່າງໄກຈາກພຣະຄຣິສເທົ່າໃດ ແລະ ຍິ່ງມີຄວາມເຂົ້າໃຈອັນຈຳກັດກ່ຽວກັບພຣະລັກສະນະ ແລະ ພຣະປະສົງຂອງພຣະເຈົ້າເທົ່າໃດ ເຂົາກໍຍິ່ງເບິ່ງເຫັນຕົນເອງເປັນຄົນຊອບທຳຫຼາຍຂຶ້ນເທົ່ານັ້ນ. {GC 473.1}

ການຊຳລະໃຫ້ບໍຣິສຸດຕາມພຣະຄຳພີ

ການຊຳລະໃຫ້ບໍຣິສຸດຕາມທີ່ກ່າວໄວ້ໃນພຣະຄຳພີກວມເອົາທຸກສ່ວນຂອງມະນຸດ ທັງຮ່າງກາຍ, ຈິດໃຈ ແລະ ຈິດວິນຍານ. ອາຈານໂປໂລ ໄດ້ອະທິຖານເພື່ອສະມາຊິກຄຣິສຕະຈັກແຫ່ງເມືອງເທສະໂລນິກວ່າ “ຂໍພຣະເຈົ້າ…ຊົງຮັກສາທັງຈິດວິນຍານ, ຈິດໃຈ ແລະ ຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິສເຈົ້າຂອງພວກເຮົາສະເດັດມາປາກົດ.” (1 ເທສະໂລນິກ 5:23). ເພິ່ນຍັງໄດ້ຂຽນເຖິງຜູ້ເຊື່ອໃນນະຄອນໂຣມວ່າ: “ເຫດສະນັ້ນ ພີ່ນ້ອງທັງຫຼາຍເອີຍ, ໂດຍເຫັນແກ່ພຣະເມດຕາກະລຸນາຂອງພຣະເຈົ້າ ເຮົາຈຶ່ງຮຽກຮ້ອງພວກເຈົ້າໃຫ້ຖວາຍຕົວແກ່ພຣະເຈົ້າ ເປັນເຄື່ອງບູຊາອັນມີຊີວິດ, ເປັນອັນບໍຣິສຸດ ແລະ ເປັນທີ່ພໍພຣະໄທພຣະເຈົ້າ” (ໂຣມ 12:1). ໃນສະໄໝຂອງຊົນຊາດອິດສະຣາເອນບູຮານ, ເຄື່ອງຖວາຍບູຊາທຸກຢ່າງທີ່ນຳມາຖວາຍແດ່ພຣະເຈົ້າ ຕ້ອງຖືກກວດກາຢ່າງລະມັດລະວັງ. ຖ້າພົບຄວາມບົກຜ່ອງໃດໆໃນສັດທີ່ນຳມາຖວາຍ, ມັນກໍຈະຖືກປະຕິເສດ ເພາະພຣະເຈົ້າໄດ້ສັ່ງໄວ້ວ່າເຄື່ອງຖວາຍບູຊານັ້ນຈະຕ້ອງ “ບໍ່ມີຕຳໜິ” (ເບິ່ງ ລະບຽບພວກເລວີ 1:3). ເຊັ່ນດຽວກັນ, ຄຣິສຕຽນຖືກສັ່ງໃຫ້ຖວາຍຮ່າງກາຍຂອງຕົນເປັນ “ເຄື່ອງບູຊາອັນມີຊີວິດ, ເປັນອັນບໍຣິສຸດ ແລະ ເປັນທີ່ພໍພຣະໄທພຣະເຈົ້າ.” ເພື່ອເຮັດໄດ້ແນວນີ້, ພວກເຂົາຕ້ອງຮັກສາຄວາມສາມາດທຸກຢ່າງຂອງຕົນໃຫ້ຢູ່ໃນສະພາບທີ່ດີທີ່ສຸດເທົ່າທີ່ຈະເປັນໄປໄດ້. ທຸກການກະທຳທີ່ເຮັດໃຫ້ກຳລັງກາຍ ຫຼື ກຳລັງຄວາມຄິດອ່ອນແອລົງນັ້ນ ເຮັດໃຫ້ມະນຸດບໍ່ສາມາດຮັບໃຊ້ພຣະຜູ້ສ້າງຂອງຕົນໄດ້ຢ່າງສົມຄວນ. ພຣະເຈົ້າຈະພໍພຣະໄທບໍ ຖ້າພວກເຮົາບໍ່ຖວາຍສິ່ງທີ່ດີທີ່ສຸດ? ພຣະຄຣິສຊົງກ່າວວ່າ: “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ດ້ວຍສຸດໃຈ…ຂອງພວກເຈົ້າ.” (ມັດທາຍ 22:37 LCV). ຜູ້ທີ່ຮັກພຣະເຈົ້າດ້ວຍສຸດໃຈຈະປາຖະໜາຖວາຍການຮັບໃຊ້ທີ່ດີທີ່ສຸດແດ່ພຣະອົງ. ພວກເຂົາຈະພະຍາຍາມຮັກສາກົດສຸຂະພາບ ເພື່ອຈະໄດ້ເຮັດຕາມນ້ຳພຣະໄທຂອງພຣະເຈົ້າໃຫ້ດີຂຶ້ນເລື້ອຍໆເຕັມຄວາມສາມາດທັງໝົດຂອງຕົນ. ພວກເຂົາຈະບໍ່ປ່ອຍໃຫ້ຄວາມຢາກຝ່າຍເນື້ອໜັງເຮັດໃຫ້ການຖວາຍຊີວິດຮັບໃຊ້ອົງພຣະບິດາເປັນມົນທິນ. {GC 473.2}

ເປໂຕກ່າວວ່າ: “ຈົ່ງລະເວັ້ນຈາກຄວາມປາຖະໜາຊົ່ວ ເຊິ່ງຕໍ່ສູ້ກັບຈິດວິນຍານຂອງພວກເຈົ້າ.” (1 ເປໂຕ 2:11 LCV). ທຸກຄັ້ງທີ່ປ່ອຍຕົວໄປຕາມຄວາມບາບຈະເຮັດໃຫ້ຄວາມຄິດມຶນຊາ ແລະ ເຮັດໃຫ້ການຮັບຮູ້ທາງຈິດໃຈ ແລະ ຈິດວິນຍານອ່ອນແອລົງ. ສິ່ງນີ້ສົ່ງຜົນໃຫ້ພຣະຄຳ ແລະ ພຣະວິນຍານຂອງພຣະເຈົ້າ ບໍ່ສາມາດເຂົ້າເຖິງຈິດໃຈຂອງພວກເຂົາໄດ້ເທົ່າທີ່ຄວນ. ອາຈານໂປໂລຂຽນເຖິງພີ່ນ້ອງໃນເມືອງໂກຣິນໂທວ່າ: “ຂໍໃຫ້ພວກເຮົາຊຳລະຕົນເອງຈາກທຸກສິ່ງທີ່ເຮັດໃຫ້ຮ່າງກາຍ ແລະ ຈິດວິນຍານເປື້ອນເປິ, ຈົ່ງເຮັດໃຫ້ຄວາມບໍຣິສຸດສົມບູນປາກົດອອກມາຈາກຄວາມຢຳເກງພຣະເຈົ້າ.” (2 ໂກຣິນໂທ 7:1 LCV). ເມື່ອເພິ່ນກ່າວເຖິງຜົນຂອງພຣະວິນຍານ ຄື “ຄວາມຮັກ, ຄວາມຊື່ນຊົມຍິນດີ, ສັນຕິສຸກ, ຄວາມອົດທົນ, ຄວາມປານີ, ຄວາມດີ, ຄວາມສັດຊື່, ຄວາມສຸພາບອ່ອນຫວານ” ເພິ່ນຍັງລວມເອົາ “ການຄວບຄຸມຕົນເອງ” ເຂົ້ານຳ. (ຄາລາເຕຍ 5:22, 23). {GC 474.1}

ເຖິງແມ່ນວ່າ ມີຄຳສອນເຫຼົ່ານີ້ໃນພຣະຄຳພີກໍຕາມ, ແຕ່ມີຄຣິສຕຽນຫຼາຍຄົນພວມເຮັດໃຫ້ຕົນເອງອ່ອນແອລົງ ຍ້ອນການຫຼົງໄຫຼຫາຜົນກຳໄລ ຫຼື ການນິຍົມແຟຊັ້ນ; ຫຼາຍຄົນກຳລັງເຮັດໃຫ້ພາບລັກຂອງພຣະເຈົ້າໃນຕົວເອງ ມົວໝອງລົງຍ້ອນການກິນດື່ມມົວເມົາ ແລະ ຄວາມມ່ວນຊື່ນທີ່ຜິດສິນທຳ. ຄົນໃນຄຣິສຕະຈັກບໍ່ພຽງແຕ່ບໍ່ໄດ້ຕຳໜິສິ່ງເຫຼົ່ານີ້ເທົ່ານັ້ນ, ແຕ່ຍັງສົ່ງເສີມຄວາມຊົ່ວ ດ້ວຍການຫາເງິນເຂົ້າຄັງຂອງຄຣິສຕະຈັກໃນວິທີທີ່ຜິດເຊັ່ນ: ຍົວະໃຫ້ມີການກິນດື່ມ, ໃຫ້ຫວັງໃນຜົນກຳໄລ ແລະ ຫາຄວາມມ່ວນຊື່ນ; ສາເຫດທີ່ເຮັດຢ່າງນີ້ກໍເພາະວ່າ ຄວາມຮັກທີ່ມີຕໍ່ພຣະຄຣິສນັ້ນບໍ່ພຽງພໍທີ່ຈະໃຫ້ຄົນບໍລິຈາກເງິນ. ຖ້າພຣະເຢຊູສະເດັດມາຍັງໂບດຕ່າງໆໃນທຸກມື້ນີ້ ແລະ ເຫັນການກິນລ້ຽງ ແລະ ການຄ້າຂາຍອັນບໍ່ບໍຣິສຸດທີ່ກຳລັງດຳເນີນຢູ່ໃນນາມຂອງສາສະໜາ, ພຣະອົງຄົງຈະຂັບໄລ່ຜູ້ທີ່ເຮັດໃຫ້ບ່ອນສັກສິດເປັນມົນທິນອອກໄປ ເໝືອນດັ່ງທີ່ພຣະອົງຊົງຂັບໄລ່ພວກແລກປ່ຽນເງິນອອກຈາກພຣະວິຫານ. {GC 474.2}

ອັກຄະສາວົກຢາໂກໂບກ່າວວ່າ: “ສະຕິປັນຍາທີ່ມາຈາກສະຫວັນ ກ່ອນອື່ນໝົດນັ້ນຄືບໍຣິສຸດ.” (ຢາໂກໂບ 3:17 LCV). ຖ້າເພິ່ນໄດ້ພົບກັບຜູ້ທີ່ອ້າງພຣະນາມອັນປະເສີດຂອງພຣະເຢຊູດ້ວຍປາກທີ່ເປື້ອນຢາສູບ, ຜູ້ທີ່ມີກິ່ນປາກ ແລະ ກິ່ນຕົວຂອງຢາສູບ, ຜູ້ທີ່ເຮັດໃຫ້ອາກາດບໍຣິສຸດເປັນພິດ ແລະ ບັງຄັບໃຫ້ທຸກຄົນອ້ອມຂ້າງຕ້ອງສູດດົມສານພິດນັ້ນ; ຖ້າອັກຄະສາວົກຢາໂກໂບ ໄດ້ປະເຊີນກັບການປະພຶດທີ່ຂັດແຍ້ງກັບຄວາມບໍຣິສຸດຂອງຂ່າວປະເສີດເຊັ່ນນີ້, ເພິ່ນກໍຄົງປະນາມການສູບຢາວ່າມັນ “ເປັນຂອງຝ່າຍໂລກ, ບໍ່ຢູ່ຝ່າຍວິນຍານ ແລະ ເປັນຂອງຝ່າຍມານ.” ຄົນທີ່ເປັນທາດຂອງຢາສູບ ແລະ ອ້າງວ່າຕົນໄດ້ຮັບການຊຳລະໃຫ້ບໍຣິສຸດຢ່າງສົມບູນ ກໍເວົ້າດ້ວຍຄວາມຫວັງວ່າຈະໄດ້ຂຶ້ນສະຫວັນ, ແຕ່ພຣະຄຳຂອງພຣະເຈົ້າຂຽນໄວ້ຢ່າງຈະແຈ້ງວ່າ “ບໍ່ມີສິ່ງທີ່ເປັນມົນທິນ…ຈະເຂົ້າໃນນະຄອນນີ້ໄດ້ເລີຍ.” (ພຣະນິມິດ 21:27). {GC 474.3}

“ພວກເຈົ້າບໍ່ຮູ້ບໍວ່າ ຮ່າງກາຍຂອງພວກເຈົ້າ ເປັນວິຫານຂອງພຣະວິນຍານບໍຣິສຸດເຈົ້າ ຜູ້ສະຖິດໃນພວກເຈົ້າ, ອົງທີ່ພວກເຈົ້າໄດ້ຮັບຈາກພຣະເຈົ້າ? ພວກເຈົ້າບໍ່ໄດ້ເປັນເຈົ້າຂອງຕົວພວກເຈົ້າເອງ; ພວກເຈົ້າຖືກຊື້ໄວ້ດ້ວຍລາຄາສູງ. ເຫດສະນັ້ນ, ຈົ່ງຖວາຍກຽດແກ່ພຣະເຈົ້າດ້ວຍຮ່າງກາຍຂອງພວກເຈົ້າ.” (1 ໂກຣິນໂທ 6:19, 20 LCV). ຜູ້ທີ່ມີຮ່າງກາຍເປັນວິຫານຂອງພຣະວິນຍານບໍຣິສຸດ ຈະບໍ່ຕົກເປັນທາດຂອງນິໄສອັນຊົ່ວຮ້າຍ. ກຳລັງຄວາມສາມາດຂອງເຂົາເປັນຂອງພຣະຄຣິສ ຜູ້ຊົງໄຖ່ເຂົາດ້ວຍພຣະໂລຫິດຂອງພຣະອົງ. ຊັບສິນຂອງເຂົາເປັນຂອງພຣະອົງ. ເຂົາຈະມີຄວາມຜິດຢ່າງແນ່ນອນ ຖ້າເຂົາສູນເສຍທຶນຮອນທີ່ພຣະເຈົ້າຊົງມອບໝາຍໃຫ້. ໃນແຕ່ລະປີ, ມີຄົນທີ່ອ້າງຕົນເປັນຄຣິສຕຽນ ແຕ່ກັບໃຊ້ເງິນຈຳນວນມະຫາສານໄປກັບສິ່ງທີ່ບໍ່ມີປະໂຫຍດ ແລະ ເປັນໂທດ, ໃນຂະນະທີ່ມີຄົນຈຳນວນຫຼວງຫຼາຍກຳລັງພິນາດຍ້ອນຂາດພຣະຄຳແຫ່ງຊີວິດ. ພວກເຂົາສໍ້ໂກງພຣະເຈົ້າ ໂດຍການບໍ່ຖວາຍສິບລົດ ແລະ ເງິນຖວາຍອື່ນໆ, ແຕ່ພັດຜານເງິນເພື່ອຕອບສະໜອງກິເລດຕັນຫາທີ່ທຳລາຍຫຼາຍກວ່າການໃຫ້ທານເພື່ອຊ່ວຍເຫຼືອຄົນທຸກຍາກ ຫຼື ເພື່ອສະໜັບສະໜູນການປະກາດຂ່າວປະເສີດ. ຖ້າທຸກຄົນທີ່ອ້າງວ່າເປັນຜູ້ຕິດຕາມພຣະຄຣິສ ໄດ້ຮັບການຊຳລະໃຫ້ບໍຣິສຸດຢ່າງແທ້ຈິງ, ແທນທີ່ຈະໃຊ້ເງິນໄປກັບສິ່ງທີ່ບໍ່ຈຳເປັນ ແລະ ສິ່ງທີ່ໃຫ້ໂທດ ພວກເຂົາຈະມອບຖວາຍໃຫ້ແກ່ຄັງຂອງອົງພຣະຜູ້ເປັນເຈົ້າ. ຖ້າເປັນດັ່ງນັ້ນ, ຄຣິສຕຽນຈະເປັນແບບຢ່າງໃນການຮູ້ຈັກປະມານຕົນ, ການປະຕິເສດຕົນເອງ ແລະ ການເສຍສະຫຼະ. ເມື່ອນັ້ນພວກເຂົາຈະເປັນແສງສະຫວ່າງໃຫ້ແກ່ໂລກ. {GC 475.1}

ໂລກນີ້ມົວເມົາຢູ່ກັບການເຮັດຕາມໃຈຕົນເອງ. “ຕັນຫາຂອງເນື້ອໜັງ, ຕັນຫາຂອງຕາ ແລະ ຄວາມອວດອົ່ງຂອງຊີວິດ” ກຳລັງຄອບງຳຄົນສ່ວນຫຼາຍ. (1 ໂຢຮັນ 2:16 LCV). ແຕ່ຜູ້ຕິດຕາມພຣະຄຣິສໄດ້ຮັບການຊົງຮຽກເອີ້ນທີ່ສູງສົ່ງກວ່ານັ້ນ. “ຈົ່ງອອກມາ ແລະ ແຍກອອກຈາກພວກເຂົາ. ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລ້ວເຮົາຈະຮັບພວກເຈົ້າ.” (2 ໂກຣິນໂທ 2:6 LCV). ອີງຕາມພຣະຄຳຂອງພຣະເຈົ້າ ການຊຳລະໃຫ້ບໍຣິສຸດຈະເປັນຂອງແທ້ໄດ້ ກໍຕໍ່ເມື່ອເຮົາຕັດຂາດຈາກການຫຼົງລະເລີງໃນທາງບາບ ແລະ ຄວາມສຸກຝ່າຍໂລກເທົ່ານັ້ນ. {GC 475.2}

ການເຂົ້າເຝົ້າພຣະເຈົ້າໂດຍກົງ

ສຳລັບຜູ້ທີ່ເຮັດຕາມເງື່ອນໄຂທີ່ວ່າ “ຈົ່ງອອກມາ ແລະ ແຍກອອກຈາກພວກເຂົາ, ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ” ນັ້ນ, ພຣະເຈົ້າຊົງສັນຍາວ່າ: “ເຮົາຈະຮັບພວກເຈົ້າ ແລະ ເຮົາຈະເປັນບິດາຂອງພວກເຈົ້າ ແລ້ວພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ, ອົງພຣະຜູ້ເປັນເຈົ້າຜູ້ຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.” (2 ໂກຣິນໂທ 6:17, 18). ຄຣິສຕຽນທຸກຄົນມີທັງສິດທິພິເສດ ແລະ ໜ້າທີ່ໃນການມີຄວາມສຳພັນອັນເລິກເຊິ່ງກັບພຣະເຈົ້າ. ພຣະເຢຊູຊົງກ່າວວ່າ: “ເຮົານີ້ແຫຼະ ເປັນຄວາມສະຫວ່າງຂອງໂລກ. ຜູ້ໃດກໍຕາມທີ່ຕາມເຮົາມາ ຈະບໍ່ເດີນໃນຄວາມມືດ, ແຕ່ຈະມີຄວາມສະຫວ່າງແຫ່ງຊີວິດ.” (ໂຢຮັນ 8:12 LCV). “ທາງຂອງຄົນຊອບທຳເດີນໄປນັ້ນ ເປັນດັ່ງຕາເວັນຂຶ້ນໃນຍາມເຊົ້າ ໂດຍສ່ອງແສງເຫຼື້ອມໃສຂຶ້ນໄປຈົນກວ່າກາງເວັນມາຮອດ.” (ສຸພາສິດ 4:18). ພຣະເຢຊູຊົງເປັນຄວາມສະຫວ່າງຂອງໂລກ; ທຸກບາດກ້າວແຫ່ງຄວາມເຊື່ອ ແລະ ການເຊື່ອຟັງ ນຳໃຫ້ຈິດວິນຍານເຂົ້າໃກ້ພຣະອົງຫຼາຍຂຶ້ນ, ເຊິ່ງໃນພຣະອົງບໍ່ມີຄວາມມືດໃດໆເລີຍ. ຣັດສະໝີອັນຮຸ່ງເຮືອງຂອງ “ດວງຕາເວັນແຫ່ງຄວາມຊອບທຳ”1 ສ່ອງແສງມາເທິງຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ພວກເຂົາຕ້ອງສະທ້ອນແສງນັ້ນອອກໄປ. ດາວເຄາະທັງຫຼາຍສະທ້ອນແສງຂອງດວງອາທິດສັນໃດ, ຄຣິສຕຽນກໍຕ້ອງສະແດງໃຫ້ເຫັນວ່າ ມີພຣະເຈົ້າຜູ້ປະທັບເທິງບັນລັງແຫ່ງຈັກກະວານສັນນັ້ນ, ພຣະລັກສະນະຂອງພຣະອົງສົມຄວນແກ່ການສັນລະເສີນ ແລະ ການເອົາເປັນແບບຢ່າງ. ຜູ້ທີ່ເປັນພະຍານເພື່ອພຣະອົງ ຈະສະແດງໃຫ້ເຫັນພຣະຄຸນຂອງພຣະວິນຍານ ແລະ ຄວາມສະອາດບໍຣິສຸດແຫ່ງພຣະລັກສະນະຂອງພຣະອົງ. {GC 475.3}

ໃນຈົດໝາຍທີ່ອາຈານໂປໂລຂຽນເຖິງຄຣິສຕະຈັກໃນເມືອງໂກໂລຊາຍ, ເພິ່ນໄດ້ກ່າວເຖິງພຣະພອນອັນອຸດົມສົມບູນທີ່ພຣະເຈົ້າຊົງມອບໃຫ້ແກ່ລູກຂອງພຣະອົງ ໂດຍກ່າວວ່າ: “ພວກເຮົາຈຶ່ງໄດ້ພາວັນນາອະທິຖານເພື່ອພວກເຈົ້າສະເໝີ ພວກເຮົາທູນຂໍພຣະເຈົ້າ ໂຜດໃຫ້ພວກເຈົ້າມີຄວາມຮອບຮູ້ເຖິງນໍ້າພຣະໄທຂອງພຣະອົງ ໃນພຣະປັນຍາກັບຄວາມເຂົ້າໃຈທຸກຢ່າງ ເຊິ່ງມາຈາກພຣະວິນຍານ. ເພື່ອພວກເຈົ້າຈະໄດ້ດຳເນີນຊີວິດຕາມທີ່ສົມຄວນໃນອົງພຣະຜູ້ເປັນເຈົ້າ ແລະ ເປັນທີ່ພໍພຣະໄທພຣະອົງຢ່າງແທ້ຈິງ, ໃຫ້ພວກເຈົ້າເກີດຜົນໃນການດີທຸກຢ່າງ ແລະ ຈະເລີນຂຶ້ນໃນຄວາມຮູ້ເຖິງພຣະເຈົ້າ. ຂໍໃຫ້ພວກເຈົ້າມີກຳລັງເຂັ້ມແຂງຂຶ້ນທຸກຢ່າງ ໂດຍຣິດອຳນາດອັນຮຸ່ງເຮືອງຂອງພຣະອົງ, ເພື່ອວ່າພວກເຈົ້າຈະສາມາດອົດທົນຕໍ່ທຸກສິ່ງໄດ້ ແລະ ມີຄວາມໝັ່ນພຽນດ້ວຍຄວາມຍິນດີ.” (ໂກໂລຊາຍ 1:9–11). {GC 476.1}

ນອກຈາກນັ້ນ, ເພິ່ນຍັງໄດ້ຂຽນເຖິງຄວາມປາຖະໜາທີ່ຢາກໃຫ້ພີ່ນ້ອງຊາວເອເຟໂຊເຂົ້າໃຈເຖິງສິດທິພິເສດອັນສູງສົ່ງຂອງຄຣິສຕຽນ. ເພິ່ນໄດ້ເປີດເຜີຍຕໍ່ພວກເຂົາດ້ວຍຖ້ອຍຄຳທີ່ຄົບຖ້ວນສົມບູນທີ່ສຸດກ່ຽວກັບຣິດອຳນາດ ແລະ ຄວາມຮູ້ອັນປະເສີດ ທີ່ພວກເຂົາອາດມີໄດ້ໃນຖານະລູກຊາຍລູກຍິງຂອງພຣະເຈົ້າຜູ້ສູງສຸດ. ເປັນສິດທິຂອງພວກເຂົາທີ່ຈະ “ເຂັ້ມແຂງຂຶ້ນ ດ້ວຍຣິດອຳນາດຜ່ານທາງພຣະວິນຍານຂອງພຣະອົງທີ່ຢູ່ພາຍໃນ” ທັງ “ວາງຮາກລົງ ແລະ ຕັ້ງໝັ້ນຄົງໃນຄວາມຮັກ” ໃຫ້ມີ “ຣິດອຳນາດ ພ້ອມກັບຄົນບໍຣິສຸດທັງປວງຂອງອົງພຣະຜູ້ເປັນເຈົ້າ” ທີ່ຈະສາມາດ “ເຂົ້າໃຈເຖິງຄວາມກວ້າງ, ຄວາມຍາວ, ຄວາມສູງ ແລະ ຄວາມເລິກຂອງຄວາມຮັກຂອງພຣະຄຣິສເຈົ້າ.” ຢ່າງໃດກໍຕາມ, ເພິ່ນໄດ້ສະແດງເຖິງສິດທິພິເສດອັນຍິ່ງໃຫຍ່ທີ່ສຸດຂອງຄຣິສຕຽນ ເມື່ອເພິ່ນທູນຂໍໃຫ້ພວກເຂົາໄດ້ຮັບຄວາມ “ເຕັມຂະໜາດຂອງຄວາມສົມບູນທັງໝົດຂອງພຣະເຈົ້າ.” (ເອເຟໂຊ 3:16–19 LCV). {GC 476.2}

ພຣະເຈົ້າຊົງເປີດເຜີຍໃຫ້ເຫັນວ່າ ຖ້າພວກເຮົາເຊື່ອໃນພຣະສັນຍາຂອງພຣະບິດາເທິງສະຫວັນ ແລະ ເຊື່ອຟັງຕາມຂໍ້ກຳນົດຂອງພຣະອົງ, ພວກເຮົາກໍສາມາດບັນລຸເຖິງຄວາມສຳເລັດອັນສູງສຸດໄດ້. ຄຸນຄວາມດີຂອງພຣະຄຣິສເປີດທາງໃຫ້ພວກເຮົາສາມາດເຂົ້າເຝົ້າພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ. “ພຣະອົງຜູ້ບໍ່ໄດ້ຫວງພຣະບຸດອົງດຽວຂອງພຣະອົງ ແຕ່ໄດ້ມອບພຣະບຸດນັ້ນໃຫ້ແກ່ພວກເຮົາທຸກຄົນ, ຖ້າເປັນຢ່າງນັ້ນພຣະອົງຈະບໍ່ເມດຕາໃຫ້ທຸກສິ່ງແກ່ພວກເຮົາພ້ອມກັບພຣະບຸດນັ້ນບໍ?” (ໂຣມ 8:32 LCV). ພຣະບິດາໄດ້ປະທານພຣະວິນຍານຂອງພຣະອົງແກ່ພຣະບຸດຢ່າງບໍ່ຈຳກັດ, ແລະພວກເຮົາກໍສາມາດຮັບພຣະວິນຍານຢ່າງບໍ່ຈຳກັດເຊັ່ນກັນ. ພຣະເຢຊູຊົງກ່າວວ່າ “ເຖິງແມ່ນວ່າພວກເຈົ້າຜູ້ເປັນຄົນຊົ່ວຍັງຮູ້ຈັກເອົາຂອງດີໃຫ້ແກ່ລູກຂອງຕົນ, ພຣະບິດາເຈົ້າຂອງພວກເຈົ້າໃນສະຫວັນ ຈະໃຫ້ພຣະວິນຍານບໍຣິສຸດເຈົ້າແກ່ບັນດາຜູ້ທີ່ຂໍຈາກພຣະອົງຫຼາຍກວ່ານັ້ນຈັກເທົ່າໃດ!” (ລູກາ 11:13 LCV). “ຖ້າພວກເຈົ້າຂໍສິ່ງໃດໃນນາມຂອງເຮົາ…ເຮົາກໍຈະເຮັດສິ່ງນັ້ນ.” “ຈົ່ງຂໍແລ້ວພວກເຈົ້າຈະໄດ້ຮັບ ແລະ ຄວາມຊື່ນຊົມຍິນດີຂອງພວກເຈົ້າຈະເຕັມບໍຣິບູນ.” (ໂຢຮັນ 14:14 LCV; 16:24 LCV). {GC 477.1}

ຄຣິສຕຽນຄວນດຳລົງຊີວິດດ້ວຍຄວາມນອບນ້ອມຖ່ອມຕົນ; ແຕ່ໃນຂະນະດຽວກັນ, ບໍ່ຄວນໂສກເສົ້າ ຫຼື ຕຳໜິຕົນເອງຢູ່ຕະຫຼອດເວລາ. ທຸກຄົນມີສິດທິພິເສດ ທີ່ຈະດຳລົງຊີວິດໃນແບບທີ່ພຣະເຈົ້າພໍພຣະໄທ ແລະ ອວຍພອນ. ບໍ່ແມ່ນພຣະປະສົງຂອງພຣະບິດາເທິງສະຫວັນ ທີ່ຈະໃຫ້ພວກເຮົາຮູ້ສຶກວ່າຖືກກ່າວໂທດ ແລະ ຢູ່ພາຍໃຕ້ຄວາມມືດມົນຢູ່ຕະຫຼອດເວລາ. ການຍ່າງກົ້ມຫົວ ແລະ ຈິດໃຈທີ່ຈົດຈໍ່ແຕ່ກັບຕົນເອງ ບໍ່ໄດ້ສະແດງເຖິງຄວາມຖ່ອມຕົວທີ່ແທ້ຈິງ. ພວກເຮົາສາມາດໄປຫາພຣະເຢຊູ ແລະ ຮັບການຊຳລະໃຫ້ສະອາດ, ແລ້ວຢືນຢູ່ຕໍ່ໜ້າພຣະບັນຍັດໂດຍບໍ່ມີຄວາມອັບອາຍ ຫຼື ຄວາມເສົ້າເສຍໃຈ. “ເຫດສະນັ້ນ, ບັດນີ້ການປັບໂທດຈຶ່ງບໍ່ມີແກ່ຄົນທັງຫຼາຍທີ່ຢູ່ໃນພຣະເຢຊູຄຣິສ ຜູ້ບໍ່ດຳເນີນຕາມຝ່າຍເນື້ອໜັງ ແຕ່ຕາມຝ່າຍພຣະວິນຍານ.” (ໂຣມ 8:1 TKJV). {GC 477.2}

ໂດຍຜ່ານພຣະເຢຊູ ລູກຫຼານຂອງອາດາມທີ່ຕົກຢູ່ໃນຄວາມບາບໄດ້ກາຍເປັນ “ລູກຂອງພຣະເຈົ້າ.” (1 ໂຢຮັນ 3:1 LCV). “ທັງພຣະອົງຜູ້ທີ່ເຮັດໃຫ້ມະນຸດທັງຫຼາຍບໍຣິສຸດ ກັບບັນດາຜູ້ທີ່ພຣະອົງເຮັດໃຫ້ບໍຣິສຸດນັ້ນ ເປັນຄອບຄົວດຽວກັນ. ດັ່ງນັ້ນ, ພຣະເຢຊູເຈົ້າຈຶ່ງບໍ່ລະອາຍທີ່ຈະເອີ້ນພວກເຂົາເຫຼົ່ານັ້ນວ່າພີ່ນ້ອງ.” (ເຮັບເຣີ 2:11). ຊີວິດຄຣິສຕຽນຄວນເປັນຊີວິດທີ່ເຕັມໄປດ້ວຍຄວາມເຊື່ອ, ໄຊຊະນະ ແລະ ຄວາມຊື່ນຊົມຍິນດີໃນພຣະເຈົ້າ. “ເພາະທຸກຄົນທີ່ເກີດຈາກພຣະເຈົ້າ ກໍມີໄຊຕໍ່ໂລກ ແລະ ຄວາມເຊື່ອຂອງພວກເຮົານີ້ແຫຼະ ເປັນໄຊຊະນະທີ່ຊະນະຕໍ່ໂລກ.” (1 ໂຢຮັນ 5:4). ເນເຫມີຢາຜູ້ຮັບໃຊ້ຂອງພຣະເຈົ້າ ໄດ້ກ່າວຄວາມຈິງຢ່າງຖືກຕ້ອງວ່າ: “ຄວາມຊື່ນບານໃນອົງພຣະຜູ້ເປັນເຈົ້າເປັນກຳລັງຂອງທ່ານ.” (ເນເຫມີຢາ 8:10 TNCV). ສ່ວນອາຈານໂປໂລກ່າວວ່າ: “ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ ເຮົາຂໍຢໍ້າອີກວ່າ ຈົ່ງຊົມຊື່ນຍິນດີເທີ້ນ.” “ຈົ່ງຊົມຊື່ນຍິນດີຢູ່ສະເໝີ, ຈົ່ງອະທິຖານຢູ່ບໍ່ຂາດ, ຈົ່ງໂມທະນາຂອບພຣະຄຸນໃນທຸກສະຖານະການ ເພາະນີ້ຄືຄວາມປະສົງຂອງພຣະເຈົ້າສຳລັບພວກເຈົ້າທັງຫຼາຍໃນພຣະຄຣິສເຈົ້າເຢຊູ.” (ຟີລິບປອຍ 4:4; 1 ເທສະໂລນິກ 5:16–18 LCV). {GC 477.3}

ນີ້ຄືໝາກຜົນຂອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ການຊຳລະໃຫ້ບໍຣິສຸດຕາມພຣະຄຳພີ. ເນື່ອງຈາກວົງການຄຣິສຕຽນບໍ່ເອົາໃຈໃສ່ຕໍ່ຫຼັກການອັນຍິ່ງໃຫຍ່ແຫ່ງຄວາມຊອບທຳທີ່ຢູ່ໃນພຣະບັນຍັດຂອງພຣະເຈົ້າ, ໝາກຜົນເຫຼົ່ານີ້ຈຶ່ງຫາເຫັນໄດ້ຍາກ. ນີ້ເປັນເຫດຜົນທີ່ພວກເຮົາບໍ່ຄ່ອຍໄດ້ເຫັນວຽກງານອັນເລິກເຊິ່ງ ແລະ ຍືນຍົງຂອງພຣະວິນຍານບໍຣິສຸດ ເໝືອນດັ່ງທີ່ເຄີຍປາກົດໃນການຟື້ນຟູເມື່ອສະໄໝກ່ອນ. {GC 478.1}

ຄົນເຮົາຖືກປ່ຽນແປງໄປຕາມສິ່ງທີ່ເຮົາເຝົ້າເບິ່ງ. ບໍ່ເປັນທີ່ໜ້າແປກໃຈທີ່ຊີວິດຝ່າຍວິນຍານໃນຄຣິສຕະຈັກເສື່ອມຖອຍລົງ ເມື່ອຄົນປະຖິ້ມພຣະບັນຍັດອັນສັກສິດທີ່ພຣະເຈົ້າຊົງໃຊ້ເພື່ອເປີດເຜີຍພຣະລັກສະນະອັນດີພ້ອມ ແລະ ບໍຣິສຸດຂອງພຣະອົງ ແລ້ວຫັນໄປສົນໃຈຄຳສອນ ແລະ ແນວຄິດຂອງມະນຸດແທນ. ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ພວກເຂົາໄດ້ຫັນໜີໄປຈາກເຮົາ ຜູ້ເປັນບໍ່ນໍ້າພຸແຫ່ງຊີວິດ ແລະ ພວກເຂົາໄດ້ຂຸດອ່າງນໍ້າໄວ້ສຳລັບຕົນເອງ ເປັນອ່າງແຕກທີ່ບັນຈຸນໍ້າໄວ້ບໍ່ໄດ້.” (ເຢເຣມີຢາ 2:13). {GC 478.2}

“ຄວາມສຸກເປັນຂອງບຸກຄົນຜູ້ທີ່ບໍ່ເຮັດຕາມຄຳແນະນຳຂອງຄົນຊົ່ວຮ້າຍ…ແຕ່ພວກເຂົາພົບຄວາມຊົມຊື່ນຍິນດີຢູ່ໃນພຣະຄຳຂອງພຣະເຈົ້າຢາເວ ແລະ ພາວັນນາເອົາທັງເວັນທັງຄືນ. ພວກເຂົາເປັນດັ່ງຕົ້ນໄມ້ທີ່ໃຫຍ່ຢູ່ໃກ້ລຳນໍ້າ ເຊິ່ງເກີດໝາກຕາມລະດູການ ແລະ ໃບກໍບໍ່ຫ່ຽວແຫ້ງຈັກເທື່ອ. ທຸກສິ່ງທີ່ພວກເຂົາກະທຳກໍຈະເລີນຮຸ່ງເຮືອງຂຶ້ນ.” (ເພງສັນລະເສີນ 1:1–3). ການຟື້ນຟູຄວາມເຊື່ອ ແລະ ຊີວິດຝ່າຍຈິດວິນຍານແບບດັ້ງເດີມໃນທ່າມກາງຜູ້ທີ່ອ້າງຕົນວ່າເປັນໄພ່ພົນຂອງພຣະເຈົ້າ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອພຣະບັນຍັດຂອງພຣະເຈົ້າກັບມາມີບົດບາດຢ່າງທີ່ຄວນຈະເປັນເທົ່ານັ້ນ. “ພຣະເຈົ້າຢາເວໄດ້ກ່າວແກ່ປະຊາຊົນຂອງພຣະອົງວ່າ, ‘ຈົ່ງຢຸດຢູ່ທີ່ທາງສີ່ແຍກ ແລະ ແນມເບິ່ງ. ຈົ່ງຖາມຫາຫົນທາງດັ້ງເດີມ ແລະ ຫົນທາງອັນດີເລີດນັ້ນວ່າຢູ່ໃສ. ຈົ່ງເດີນໄປຕາມທາງນັ້ນ ແລະ ພວກເຈົ້າກໍຈະພົບຄວາມຢູ່ເຢັນເປັນສຸກ.” (ເຢເຣມີຢາ 6:16). {GC 478.3}


  1. ໝາຍເຖິງພຣະຄຣິສ.