https://m.egwwritings.org/en/book/132.2041#2041
ພຣະເຈົ້າໄດ້ບອກລ່ວງໜ້າໃນຄຳພະຍາກອນຂອງເອຊາຢາ ເຖິງວຽກງານປະຕິຮູບເລື່ອງວັນສະບາໂຕທີ່ຈະສຳເລັດໃນຍຸກສຸດທ້າຍວ່າ: “ພຣະເຢໂຮວາຊົງກ່າວດັ່ງນີ້ວ່າ ‘ຈົ່ງຮັກສາຄວາມຍຸຕິທຳໄວ້ ແລະ ກະທຳຄວາມທ່ຽງທຳ ເພາະຄວາມລອດຂອງເຮົາໃກ້ຈະມາ ແລະ ຄວາມຊອບທຳຂອງເຮົາຈະເຜີຍອອກ.’” “ເຮົາຈະອວຍພອນພວກທີ່ຢຶດຖືວັນສະບາໂຕ ແລະ ຜູ້ທີ່ບໍ່ລະເມີດກົດຂອງວັນສະບາໂຕ. ເຮົາຈະອວຍພອນຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າໃດໆ.” “ບັນດາຊົນຕ່າງຊາດທີ່ຫັນເຂົ້າຫາພຣະຜູ້ເປັນເຈົ້າ ເພື່ອບົວລະບັດຮັບໃຊ້ພຣະອົງ ເພື່ອຮັກພຣະນາມຂອງພຣະຜູ້ເປັນເຈົ້າ ແລະ ເພື່ອເປັນບັນດາຜູ້ຮັບໃຊ້ຂອງພຣະອົງ, ທຸກຄົນທີ່ຮັກສາວັນສະບາໂຕ ແລະ ບໍ່ດູໝິ່ນວັນສະບາໂຕ ແລະ ເຄັ່ງຄັດເຮັດຕາມພັນທະສັນຍາຂອງເຮົາ, ເຮົາຈະນຳຄົນເຫຼົ່ານີ້ໄປຍັງພູເຂົາອັນບໍຣິສຸດຂອງເຮົາ ແລະ ໃຫ້ພວກເຂົາມີໃຈຍິນດີຢູ່ໃນຕຳນັກແຫ່ງການອະທິຖານຂອງເຮົາ.” (ເອຊາຢາ 56:1 ດັດແປງຈາກສະບັບ TKJV; 2; 6–7 ດັດແປງຈາກສະບັບ NTV). {GC 451.1}
ຄຳພະຍາກອນນີ້ກ່າວເຖິງຍຸກສະໄໝຫຼັງຈາກການສະເດັດມາຄັ້ງທຳອິດຂອງພຣະເຢຊູຄຣິສ ດັ່ງທີ່ເຫັນໃນຂໍ້ຄວາມທີ່ວ່າ: “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ທີ່ນຳປະຊາຊົນອິດສະຣາເອນຂອງພຣະອົງ ກັບຄືນມາແຕ່ການເປັນຊະເລີຍໃນຕ່າງຖິ່ນໄດ້ສັນຍາວ່າ ພຣະອົງຍັງຈະນຳປະຊາຊົນອື່ນໆມາຮ່ວມກັບພວກເຂົາ.” (ເອຊາຢາ 56:8). ນີ້ເປັນການທຳນວາຍເຖິງການເຕົ້າໂຮມຄົນຕ່າງຊາດເຂົ້າມາ ໂດຍຜ່ານຂ່າວປະເສີດ. ພຣະເຈົ້າຊົງສັນຍາວ່າ ຈະອວຍພອນແກ່ຜູ້ທີ່ຖືຮັກສາວັນສະບາໂຕໃນເວລານັ້ນ. ດ້ວຍເຫດນີ້, ໜ້າທີ່ໃນການຖືຮັກສາພຣະບັນຍັດຂໍ້ທີສີ່ ຈຶ່ງບໍ່ໄດ້ສິ້ນສຸດລົງຫຼັງຈາກການຄຶງພຣະອົງທີ່ໄມ້ກາງແຂນ ແຕ່ໄດ້ສືບຕໍ່ຫຼັງຈາກການຄືນພຣະຊົນ ແລະ ການສະເດັດຂຶ້ນສູ່ສະຫວັນຂອງພຣະຄຣິສ ແລະ ຕໍ່ໄປອີກຈົນເຖິງເວລາທີ່ຜູ້ຮັບໃຊ້ຂອງພຣະອົງ ຈະປະກາດຂ່າວອັນໜ້າຍິນດີໄປທົ່ວທຸກປະເທດ. {GC 451.2}
ອົງພຣະຜູ້ເປັນເຈົ້າຊົງສັ່ງໄວ້ຜ່ານຜູ້ເຜີຍພຣະທຳເອຊາຢາອີກວ່າ: “ຈົ່ງມັດຄຳພະຍານເຂົ້າໄວ້ດ້ວຍກັນ ແລະ ປະທັບຕາບົດບັນຍັດໃນໝູ່ສາວົກຂອງຂ້າພະເຈົ້າ.” (ເອຊາຢາ 8:16 TNCV). ຕາປະທັບຂອງພຣະບັນຍັດຂອງພຣະເຈົ້າຢູ່ໃນພຣະບັນຍັດຂໍ້ທີສີ່. ໃນບັນດາພຣະບັນຍັດສິບປະການ ມີແຕ່ຂໍ້ນີ້ເທົ່ານັ້ນ ທີ່ສະແດງໃຫ້ເຫັນທັງພຣະນາມ ແລະ ຕຳແໜ່ງຂອງຜູ້ປະທານພຣະບັນຍັດ. ຂໍ້ນີ້ປະກາດວ່າ ພຣະອົງຊົງເປັນພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ເຊິ່ງສະແດງໃຫ້ເຫັນວ່າ ພຣະອົງເທົ່ານັ້ນທີ່ສົມຄວນໄດ້ຮັບຄວາມຢຳເກງ ແລະ ການນະມັດສະການເໜືອສິ່ງອື່ນໃດທັງປວງ. ນອກຈາກພຣະບັນຍັດຂໍ້ນີ້ແລ້ວ, ບໍ່ມີຂໍ້ອື່ນໃດໃນພຣະບັນຍັດສິບປະການທີ່ສະແດງໃຫ້ເຫັນວ່າ ໃຜເປັນຜູ້ປະທານພຣະບັນຍັດເຫຼົ່ານີ້. ເມື່ອລະບອບສັນຕະປາປາໄດ້ປ່ຽນແປງວັນສະບາໂຕ ຕາປະທັບກໍຖືກເອົາອອກຈາກພຣະບັນຍັດ. ພວກສາວົກຂອງພຣະເຢຊູໄດ້ຖືກຮຽກເອີ້ນໃຫ້ນຳຕາປະທັບນັ້ນກັບຄືນສູ່ສະພາບທີ່ຄວນຈະເປັນ ໂດຍເຊີດຊູວັນສະບາໂຕຕາມພຣະບັນຍັດຂໍ້ທີສີ່ໃນຖານະເປັນສິ່ງເຕືອນໃຈເຖິງພຣະຜູ້ສ້າງ ແລະ ເປັນເຄື່ອງໝາຍແຫ່ງສິດອຳນາດຂອງພຣະອົງ. {GC 452.1}
“ຈົ່ງຫາພຣະບັນຍັດກັບຄຳພະຍານແດ່ທ້ອນ.” ໃນຂະນະທີ່ມີຄຳສອນ ແລະ ທິດສະດີທີ່ຂັດແຍ້ງກັນຢ່າງຫຼວງຫຼາຍ, ພຣະບັນຍັດຂອງພຣະເຈົ້າເປັນກົດເກນອັນດຽວທີ່ບໍ່ຜິດພາດສຳລັບທົດສອບຄວາມຄິດເຫັນ, ຫຼັກຄຳສອນ ແລະ ທິດສະດີທັງປວງ. ຜູ້ເຜີຍພຣະທຳກ່າວວ່າ: “ຖ້າເຂົາບໍ່ເວົ້າຕາມຄວາມນີ້ ບໍ່ມີຮຸ່ງແຈ້ງສຳລັບພວກນັ້ນ.” (ເອຊາຢາ 8:20 ດັດແປງຈາກສະບັບລາວບູຮານ). {GC 452.2}
ພຣະຜູ້ເປັນເຈົ້າຊົງບັນຊາອີກວ່າ: “ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ.” ບໍ່ແມ່ນຊາວໂລກທີ່ຊົ່ວຮ້າຍ ແຕ່ແມ່ນຜູ້ທີ່ພຣະອົງຊົງເອີ້ນວ່າ “ປະຊາຊົນຂອງເຮົາ” ທີ່ຕ້ອງໄດ້ຮັບການເຕືອນກ່ຽວກັບການລະເມີດຂອງພວກເຂົາ. ພຣະອົງຊົງກ່າວຕໍ່ໄປວ່າ: “ພວກເຂົານະມັດສະການເຮົາທຸກວັນໂດຍອ້າງວ່າ ພວກຕົນຢາກຮູ້ສິ່ງທີ່ເຮົາຕ້ອງການໃຫ້ພວກເຂົາເຮັດ ແລະ ຢາກປະຕິບັດຕາມຂໍ້ກົດບັນຍັດຂອງເຮົາ. ພວກເຂົາບອກວ່າ ຕ້ອງການກົດບັນຍັດທີ່ທ່ຽງທຳ ແລະ ພວກເຂົາກໍມີຄວາມສຸກໃນການນະມັດສະການເຮົາ.” (ເອຊາຢາ 58:1–2). ຄຳພະຍາກອນນີ້ສະແດງໃຫ້ເຫັນຄົນກຸ່ມໜຶ່ງທີ່ຄິດວ່າຕົນຊອບທຳ ແລະ ເບິ່ງຄືວ່າມີຄວາມສົນໃຈຢ່າງຫຼວງຫຼາຍໃນການຮັບໃຊ້ພຣະເຈົ້າ. ແຕ່ຄຳຕຳໜິອັນໜັກແໜ້ນ ແລະ ຈິງຈັງຈາກພຣະເຈົ້າຜູ້ຊົງຮູ້ຈັກຈິດໃຈມະນຸດ ສະແດງໃຫ້ເຫັນວ່າພວກເຂົາກຳລັງຢຽບຢ້ຳພຣະບັນຍັດອັນສັກສິດຂອງພຣະອົງ. {GC 452.3}
ຜູ້ເຜີຍພຣະທຳໄດ້ຊີ້ໃຫ້ເຫັນຂໍ້ບັນຍັດທີ່ຖືກປະຖິ້ມນັ້ນວ່າ: “ປະຊາຊົນຂອງເຈົ້າຈະ…ຟື້ນຟູຮາກຖານສະໄໝເກົ່າກ່ອນ, ເຈົ້າຈະໄດ້ຖືກເອີ້ນວ່າ ຜູ້ສ້ອມແປງກຳແພງທີ່ເພພັງ, ຜູ້ສ້ອມແປງຖະໜົນຫົນທາງ ແລະ ບ້ານເຮືອນ. ຫາກເຈົ້າຢຸດຢຽບຢ້ຳວັນສະບາໂຕ, ບໍ່ເຮັດອັນໃດຕາມໃຈມັກໃນວັນບໍຣິສຸດຂອງເຮົາ, ຫາກເຈົ້າເອີ້ນວັນສະບາໂຕວ່າ ວັນແຫ່ງຄວາມຊື່ນຊົມຍິນດີ ແລະ ເອີ້ນວັນບໍຣິສຸດຂອງອົງພຣະຜູ້ເປັນເຈົ້າວ່າ ວັນອັນຊົງກຽດ, ຫາກເຈົ້າໃຫ້ກຽດວັນນີ້ ໂດຍບໍ່ເຮັດຕາມໃຈຊອບ, ບໍ່ເຮັດຕາມຄວາມພໍໃຈຂອງຕົນເອງ ຫຼື ເວົ້າເລື່ອງໄຮ້ສາລະ, ເມື່ອນັ້ນເຈົ້າຈະພົບຄວາມຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າ.” (ເອຊາຢາ 58:12–14 ດັດແປງຈາກສະບັບ TNCV). ຄຳພະຍາກອນນີ້ມີຄວາມໝາຍສຳລັບຍຸກສະໄໝຂອງພວກເຮົາ. ຮອຍເພພັງໃນພຣະບັນຍັດຂອງພຣະເຈົ້າເກີດຂຶ້ນ ເມື່ອວັນສະບາໂຕຖືກປ່ຽນແປງໂດຍອຳນາດຂອງຄຣິສຕະຈັກໂຣມ; ແຕ່ເຖິງເວລາແລ້ວທີ່ວັນສະບາໂຕຈະໄດ້ຮັບການຟື້ນຟູ. ຮອຍເພພັງນັ້ນຈະຕ້ອງໄດ້ຮັບການສ້ອມແປງ ແລະ ຮາກຖານຂອງຫຼາຍຊົ່ວອາຍຸຄົນຈະຕ້ອງຖືກສ້າງຂຶ້ນໃໝ່. {GC 452.4}
ວັນສະບາໂຕໄດ້ຮັບພຣະພອນຈາກພຣະຜູ້ສ້າງ ແລະ ຖືກຊົງແຍກໄວ້ເປັນວັນບໍຣິສຸດເພາະພຣະອົງຊົງພັກຜ່ອນໃນວັນນັ້ນ. ອາດາມໄດ້ຮັກສາວັນນີ້ ເມື່ອຢູ່ໃນສະພາບບໍຣິສຸດໃນສວນເອເດນ. ເມື່ອອາດາມຫຼົງເຮັດບາບ ແລະ ກັບໃຈໃໝ່ ເພິ່ນກໍຍັງຮັກສາວັນນີ້ຫຼັງຈາກຖືກຂັບໄລ່ອອກຈາກທີ່ຢູ່ອັນສຸກສະບາຍນັ້ນ. ບັນພະບຸລຸດແຫ່ງຄວາມເຊື່ອທຸກຄົນໄດ້ຮັກສາວັນນີ້ເຊັ່ນກັນ ນັບຕັ້ງແຕ່ອາເບັນ, ໂນອາຜູ້ຊອບທຳ, ອັບຣາຮາມ ແລະ ຢາໂຄບ. ເມື່ອໄພ່ພົນທີ່ພຣະເຈົ້າຊົງເລືອກນັ້ນເປັນຂ້າທາດຢູ່ໃນປະເທດເອຢິບ, ຫຼາຍຄົນໄດ້ສູນເສຍຄວາມຮູ້ກ່ຽວກັບພຣະບັນຍັດຂອງພຣະເຈົ້າ ຍ້ອນການໄຫວ້ພຣະທຽມທີ່ມີຢູ່ທົ່ວໄປ. ແຕ່ເມື່ອພຣະຜູ້ເປັນເຈົ້າຊົງນຳຊາວອິດສະຣາເອນອອກມາ, ພຣະອົງຊົງປະກາດພຣະບັນຍັດຂອງພຣະອົງດ້ວຍຣັດສະໝີພາບອັນຍິ່ງໃຫຍ່ຕໍ່ໜ້າຊຸມນຸມຊົນ ເພື່ອໃຫ້ພວກເຂົາຮູ້ຈັກພຣະປະສົງຂອງພຣະອົງ, ແລະເພື່ອໃຫ້ພວກເຂົາຢຳເກງ ແລະ ເຊື່ອຟັງພຣະອົງຕະຫຼອດໄປ. {GC 453.1}
ນັບຕັ້ງແຕ່ມື້ນັ້ນຈົນເຖິງປັດຈຸບັນ ຄວາມຮູ້ກ່ຽວກັບພຣະບັນຍັດຂອງພຣະເຈົ້າໄດ້ຖືກຮັກສາໄວ້ໃນໂລກ ແລະ ມີຄົນຖືຮັກສາວັນສະບາໂຕຕາມພຣະບັນຍັດຂໍ້ທີສີ່. ເຖິງແມ່ນວ່າ “ຄົນແຫ່ງການບາບ” ໄດ້ຢຽບຢ້ຳວັນບໍຣິສຸດຂອງພຣະເຈົ້າກໍຕາມ, ແຕ່ໃນຊ່ວງທີ່ລະບອບສັນຕະປາປາມີອຳນາດສູງສຸດ ກໍຍັງມີຄົນໃຫ້ກຽດແກ່ວັນສະບາໂຕ. ຄົນສັດຊື່ເຫຼົ່ານີ້ຕ້ອງຫຼົບລີ້ຢູ່ໃນບ່ອນຕ່າງໆ. ນັບຕັ້ງແຕ່ຂະບວນການປະຕິຮູບຄັ້ງໃຫຍ່ນັ້ນ, ມີຄົນໃນແຕ່ລະຊົ່ວອາຍຸທີ່ສືບຕໍ່ຮັກສາວັນສະບາໂຕ. ເຖິງແມ່ນວ່າ ສ່ວນຫຼາຍນັ້ນຈະຢູ່ທ່າມກາງການຖືກປະນາມ ແລະ ການຖືກກົດຂີ່ຂົ່ມເຫັງ, ແຕ່ມີຄົນຢືນຢັນເຖິງພຣະບັນຍັດຂອງພຣະເຈົ້າຢ່າງບໍ່ຂາດສາຍວ່າ, ພຣະບັນຍັດນັ້ນບໍ່ມີວັນສິ້ນສຸດ ແລະ ມະນຸດມີໜ້າທີ່ອັນສັກສິດໃນການຮັກສາວັນສະບາໂຕແຫ່ງການຊົງສ້າງ. {GC 453.2}
ຄວາມຈິງເຫຼົ່ານີ້ທີ່ກ່າວໄວ້ໃນພຣະນິມິດບົດທີ 14 ເຊິ່ງກ່ຽວຂ້ອງກັບ “ຂ່າວປະເສີດອັນນິຣັນດອນ” ຈະເປັນເຄື່ອງໝາຍບົ່ງບອກເຖິງຄຣິສຕະຈັກຂອງພຣະເຢຊູຄຣິສໃນເວລາທີ່ພຣະອົງສະເດັດມາ. ດ້ວຍວ່າ, ມີການປະກາດເຖິງຜົນຂອງຂ່າວທູດສະຫວັນສາມອົງວ່າ: “ນີ້ແຫຼະຄື…ຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ຄວາມເຊື່ອຂອງພຣະເຢຊູໄວ້.” (ພຣະນິມິດ 14:12 TKJV). ຂ່າວນີ້ແມ່ນຂ່າວສຸດທ້າຍທີ່ຈະປະກາດກ່ອນການສະເດັດມາຂອງພຣະຜູ້ເປັນເຈົ້າ. ທັນທີຫຼັງຈາກການປະກາດນີ້ ຜູ້ເຜີຍພຣະທຳໄດ້ເຫັນບຸດມະນຸດສະເດັດມາດ້ວຍຣັດສະໝີພາບ ເພື່ອເກັບກ່ຽວຜົນສຸກແຫ່ງແຜ່ນດິນໂລກ. {GC 453.3}
ຜູ້ທີ່ໄດ້ຮັບຄວາມສະຫວ່າງກ່ຽວກັບສະຖານນະມັດສະການໃນສະຫວັນ ແລະ ພຣະບັນຍັດຂອງພຣະເຈົ້າທີ່ບໍ່ມີການປ່ຽນແປງ ກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະ ຄວາມປະຫຼາດໃຈ. ຄົນເຫຼົ່ານີ້ເຫັນວ່າ ຄວາມຈິງທີ່ເປີດເຜີຍໃຫ້ພວກເຂົາເຂົ້າໃຈນັ້ນ ມີຄວາມງົດງາມ ແລະ ເປັນລະບົບລະບຽບທີ່ກົມກຽວກັນ. ພວກເຂົາປາຖະໜາຢາກໃຫ້ຄວາມສະຫວ່າງອັນລ້ຳຄ່ານີ້ ແຜ່ຂະຫຍາຍໄປຫາຄຣິສຕຽນທຸກຄົນ; ແລະໝັ້ນໃຈວ່າ ທຸກຄົນຈະຍອມຮັບດ້ວຍຄວາມຍິນດີ. ແຕ່ຫຼັກຄວາມຈິງທີ່ຈະເຮັດໃຫ້ພວກເຂົາຂັດແຍ້ງກັບຊາວໂລກນັ້ນ ບໍ່ເປັນທີ່ຍອມຮັບສຳລັບຫຼາຍຄົນທີ່ອ້າງວ່າ ຕົນເປັນຜູ້ຕິດຕາມພຣະຄຣິສ. ການປະຕິບັດຕາມພຣະບັນຍັດຂໍ້ທີສີ່ນັ້ນ ຮຽກຮ້ອງການເສຍສະຫຼະທີ່ຄົນສ່ວນຫຼາຍບໍ່ກ້າຮັບເອົາ. {GC 454.1}
ເມື່ອມີການນຳສະເໜີໜ້າທີ່ໃນການຮັກສາວັນສະບາໂຕ, ຫຼາຍຄົນໃຫ້ເຫດຜົນຈາກແນວຄິດຂອງຊາວໂລກ ໂດຍເວົ້າວ່າ: “ພວກເຮົາຖືວັນອາທິດມາຕະຫຼອດ, ປູ່ຍ່າຕາຍາຍກໍຖືວັນນີ້ແຕ່ໃດມາ. ນອກຈາກນັ້ນ, ຄົນດີມີສິນທຳຫຼາຍຄົນທີ່ຖືວັນອາທິດ ໄດ້ສິ້ນຊີວິດລົງຢ່າງມີຄວາມສຸກ; ຖ້າພວກເຂົາຖືກຕ້ອງ ພວກເຮົາກໍຖືກຕ້ອງເຊັ່ນກັນ. ການຖືວັນສະບາໂຕເປັນສິ່ງໃໝ່ທີ່ຈະເຮັດໃຫ້ພວກເຮົາຂັດແຍ້ງກັບຊາວໂລກ ແລະ ພວກເຮົາຈະບໍ່ສາມາດນຳພາພວກເຂົາໄດ້. ກຸ່ມນ້ອຍໆທີ່ຖືວັນທີເຈັດ ຈະສາມາດເຮັດຫຍັງໄດ້ ເມື່ອທຽບກັບມະນຸດທັງໂລກທີ່ຖືວັນອາທິດ?” ຊາວຢິວກໍພະຍາຍາມໃຊ້ຂໍ້ໂຕ້ແຍ້ງທີ່ຄ້າຍຄືກັນນີ້ ເພື່ອແກ້ຕົວທີ່ພວກເຂົາປະຕິເສດພຣະຄຣິສ. ພຣະເຈົ້າຊົງຍອມຮັບບັນພະບຸລຸດຂອງພວກເຂົາທີ່ຖວາຍເຄື່ອງບູຊາ; ສະນັ້ນ, ເປັນຫຍັງລູກຫຼານຈຶ່ງຈະບໍ່ພົບຄວາມລອດພົ້ນໄດ້ ດ້ວຍການປະຕິບັດແບບດຽວກັນ? ໃນສະໄໝຂອງລູເທີກໍບໍ່ຕ່າງກັນ; ຄົນທີ່ຢູ່ຝ່າຍລະບອບສັນຕະປາປາໃຫ້ເຫດຜົນວ່າ ຄຣິສຕຽນແທ້ໄດ້ຕາຍໄປໃນຂະນະທີ່ພວກເຂົານັບຖືແບບກາໂຕລິກ; ສະນັ້ນ, ຄຳສອນຂອງກາໂຕລິກຈຶ່ງພຽງພໍທີ່ຈະໄດ້ລອດພົ້ນ. ການໃຫ້ເຫດຜົນແບບນີ້ ເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາຄວາມເຊື່ອ ແລະ ການປະຕິບັດທາງສາສະໜາທັງປວງ. {GC 454.2}
ຫຼາຍຄົນໄດ້ອ້າງວ່າ ການຖືວັນອາທິດເປັນຫຼັກຄຳສອນ ແລະ ເປັນທຳນຽມທີ່ແຜ່ຫຼາຍໃນຄຣິສຕະຈັກມາເປັນເວລາຫຼາຍສະຕະວັດແລ້ວ. ແຕ່ມີຫຼັກຖານສະແດງໃຫ້ເຫັນວ່າ ວັນສະບາໂຕ ແລະ ການຖືຮັກສາວັນນັ້ນເກົ່າແກ່ ແລະ ແຜ່ຫຼາຍກວ່ານັ້ນ, ເພາະວ່າມີມາຕັ້ງແຕ່ການສ້າງໂລກ ແລະ ໄດ້ຮັບການຢັ້ງຢືນຈາກເຫຼົ່າທູດສະຫວັນ ແລະ ຈາກພຣະເຈົ້າ. ເມື່ອພຣະເຈົ້າຊົງວາງຮາກຖານຂອງແຜ່ນດິນໂລກ, ເມື່ອດາວຮຸ່ງຮ້ອງເພງນຳກັນ ແລະ ບັນດາບຸດຂອງພຣະເຈົ້າໂຮ່ຮ້ອງດ້ວຍຄວາມຊົມຊື່ນຍິນດີ, ວັນສະບາໂຕກໍຖືກສະຖາປະນາຂຶ້ນໃນເວລານັ້ນ, (ເບິ່ງ ໂຢບ 38:6, 7; ປະຖົມມະການ 2:1–3). ວັນສະບາໂຕຄວນໄດ້ຮັບຄວາມເຄົາລົບນັບຖືຈາກພວກເຮົາ ເພາະບໍ່ແມ່ນສິດອຳນາດ ຫຼື ທຳນຽມຂອງມະນຸດທີ່ສະຖາປະນາມັນຂຶ້ນ; ມັນຖືກສະຖາປະນາຂຶ້ນໂດຍພຣະເຈົ້າອົງນິຣັນ ແລະ ຖືກບັນຊາໄວ້ດ້ວຍພຣະຄຳອັນເປັນນິຣັນດອນຂອງພຣະອົງ. {GC 454.3}
ເມື່ອມີການນຳເລື່ອງການປະຕິຮູບວັນສະບາໂຕມາສະເໜີຕໍ່ປະຊາຊົນ, ພວກອາຈານທີ່ມີຊື່ສຽງໄດ້ບິດເບືອນພຣະຄຳຂອງພຣະເຈົ້າ ໂດຍຕີຄວາມໝາຍພຣະຄຳພີໃນແບບທີ່ຈະເຮັດໃຫ້ຄົນຢຸດການສອບຖາມ. ສ່ວນຄົນທີ່ບໍ່ໄດ້ຄົ້ນຄວ້າພຣະຄຳພີດ້ວຍຕົນເອງ ກໍພໍໃຈທີ່ຈະຍອມຮັບຂໍ້ສະຫຼຸບທີ່ເຂົ້າກັບຄວາມປາຖະໜາຂອງພວກເຂົາ. ຫຼາຍຄົນພະຍາຍາມລົ້ມລ້າງຄວາມຈິງດ້ວຍການໂຕ້ຖຽງ, ດ້ວຍເຫດຜົນທີ່ຫຼອກລວງ, ດ້ວຍຄຳສອນຂອງຄຣິສຕຽນຍຸກເລີ່ມຕົ້ນ ແລະ ດ້ວຍອຳນາດຂອງຄຣິສຕະຈັກ. ຜູ້ທີ່ປົກປ້ອງຄວາມຈິງຈຶ່ງຕ້ອງອ້າງອີງພຣະຄຳພີ ເພື່ອພິສູດຄວາມຖືກຕ້ອງຂອງພຣະບັນຍັດຂໍ້ທີສີ່. ຄົນທຳມະດາຜູ້ບໍ່ມີການສຶກສາສູງ ທີ່ມີພຽງແຕ່ພຣະຄຳແຫ່ງຄວາມຈິງເປັນອາວຸດ ໄດ້ຕ້ານທານການໂຈມຕີຈາກບັນດາຜູ້ມີການສຶກສາສູງ. ພວກນັກວິຊາການເຫຼົ່ານີ້ຮູ້ສຶກປະຫຼາດໃຈ ແລະ ຄຽດແຄ້ນ ເມື່ອເຫັນວ່າຄຳເວົ້າອັນສະຫຼຽວສະຫຼາດທີ່ແຝງດ້ວຍການຫຼອກລວງຂອງຕົນບໍ່ໄດ້ຜົນ. ຄົນທຳມະດາທີ່ຮູ້ຈັກພຣະຄຳພີດີ ໃຊ້ເຫດຜົນກົງໄປກົງມາ ຈົນເອົາຊະນະທິດສະດີອັນສະຫຼັບຊັບຊ້ອນຂອງສະຖາບັນການສຶກສາ. {GC 455.1}
ເມື່ອບໍ່ມີຫຼັກຖານຈາກພຣະຄຳພີສະໜັບສະໜູນ ຫຼາຍຄົນກໍຍັງໂຕ້ແຍ້ງແບບບໍ່ຢຸດບໍ່ເຊົາ, ໂດຍລືມໄປວ່າມີການໃຊ້ເຫດຜົນດຽວກັນນີ້ເອງໃນການຕໍ່ຕ້ານພຣະຄຣິສ ແລະ ພວກອັກຄະສາວົກຂອງພຣະອົງ. ພວກເຂົາເວົ້າວ່າ: “ເປັນຫຍັງຜູ້ທີ່ມີການສຶກສາສູງຂອງພວກເຮົາ ຈຶ່ງບໍ່ເຂົ້າໃຈເລື່ອງວັນສະບາໂຕນີ້? ມີແຕ່ຄົນສ່ວນໜ້ອຍເທົ່ານັ້ນທີ່ເຊື່ອຄືກັບພວກເຈົ້າ. ເປັນໄປບໍ່ໄດ້ທີ່ພວກເຈົ້າຈະເປັນຝ່າຍຖືກ ແລະ ນັກວິຊາການທຸກຄົນໃນໂລກຈະເປັນຝ່າຍຜິດ.” {GC 455.2}
ມີພຽງແຕ່ການອ້າງເຖິງຄຳສອນໃນພຣະຄຳພີ ແລະ ປະຫວັດການປະຕິບັດຂອງພຣະເຈົ້າຕໍ່ໄພ່ພົນຂອງພຣະອົງໃນທຸກຍຸກທຸກສະໄໝເທົ່ານັ້ນ ທີ່ຈະຕອບໂຕ້ຂໍ້ໂຕ້ແຍ້ງດັ່ງກ່າວໄດ້. ພຣະເຈົ້າຊົງເຮັດວຽກຜ່ານຜູ້ທີ່ຟັງ ແລະ ປະຕິບັດຕາມສຽງຂອງພຣະອົງ ຄືຜູ້ທີ່ກ້າປະກາດຄວາມຈິງ ເຖິງແມ່ນວ່າຈະບໍ່ເປັນທີ່ຍອມຮັບ, ແລະກ້າຕຳໜິຄວາມບາບອັນເປັນທີ່ນິຍົມຊົມຊອບຂອງຄົນໃນສັງຄົມ. ສາເຫດທີ່ພຣະອົງບໍ່ຄ່ອຍໄດ້ເລືອກຄົນມີການສຶກສາ ແລະ ຕຳແໜ່ງສູງເພື່ອນຳພາໃນຂະບວນການປະຕິຮູບ ກໍເພາະວ່າພວກເຂົາມັກທີ່ຈະໄວ້ໃຈໃນຫຼັກຂໍ້ເຊື່ອ, ທິດສະດີ ແລະ ລະບົບສາສະໜາສາດຂອງຕົນ ແລະ ບໍ່ຮູ້ສຶກຕ້ອງການໃຫ້ພຣະເຈົ້າສອນ. ມີແຕ່ຜູ້ທີ່ມີຄວາມສຳພັນສ່ວນຕົວກັບພຣະເຈົ້າຜູ້ຊົງໃຫ້ສະຕິປັນຍາເທົ່ານັ້ນ ທີ່ສາມາດເຂົ້າໃຈ ແລະ ອະທິບາຍພຣະຄຳພີໄດ້. ບາງຄັ້ງພຣະເຈົ້າຊົງເອີ້ນຄົນທີ່ມີການສຶກສາໜ້ອຍໃຫ້ປະກາດຄວາມຈິງ, ບໍ່ແມ່ນຍ້ອນພວກເຂົາບໍ່ມີການສຶກສາ, ແຕ່ຍ້ອນພວກເຂົາບໍ່ໄດ້ເພິ່ງຕົນເອງຫຼາຍເກີນໄປທີ່ຈະຮຽນຮູ້ຈາກພຣະອົງ. ພວກເຂົາຮຽນຮູ້ຈາກພຣະຄຣິສ ແລະ ຄວາມຖ່ອມຕົວກັບການເຊື່ອຟັງ ເຮັດໃຫ້ພວກເຂົາຍິ່ງໃຫຍ່. ເມື່ອພຣະເຈົ້າມອບຄວາມຮູ້ເລື່ອງຄວາມຈິງຂອງພຣະອົງໃຫ້ພວກເຂົາ, ພຣະອົງໄດ້ປະທານກຽດອັນສູງສົ່ງໃຫ້ພວກເຂົາ ເຊິ່ງເມື່ອທຽບກັນແລ້ວກຽດຕິຍົດ ແລະ ຄວາມຍິ່ງໃຫຍ່ຝ່າຍໂລກກໍກາຍເປັນສິ່ງບໍ່ສຳຄັນ. {GC 455.3}
ຊາວແອັດເວັນຕິສສ່ວນຫຼາຍ ໄດ້ປະຕິເສດຄວາມຈິງກ່ຽວກັບສະຖານນະມັດສະການ ແລະ ພຣະບັນຍັດຂອງພຣະເຈົ້າ. ຫຼາຍຄົນໄດ້ປະຖິ້ມຄວາມເຊື່ອໃນການປະກາດເລື່ອງການສະເດັດມາຂອງພຣະຄຣິສ. ພວກເຂົາໄດ້ຮັບເອົາແນວຄິດທີ່ບໍ່ສົມເຫດສົມຜົນ ແລະ ຂັດແຍ້ງກັນເອງກ່ຽວກັບຄຳພະຍາກອນທີ່ກ່ຽວຂ້ອງກັບຂະບວນການນີ້. ບາງຄົນໄດ້ຫຼົງຜິດໂດຍການພະຍາຍາມຊ້ຳແລ້ວຊ້ຳອີກ ເພື່ອກຳນົດເວລາທີ່ແນ່ນອນສຳລັບການສະເດັດມາຂອງພຣະຄຣິສ. ແສງສະຫວ່າງທີ່ເປີດເຜີຍເລື່ອງສະຖານນະມັດສະການທີ່ກະຈ່າງແຈ້ງໃນຕອນນັ້ນ ຄວນພິສູດໃຫ້ພວກເຂົາເຫັນສອງຢ່າງຄື: ໄລຍະເວລາຕ່າງໆທີ່ກຳນົດໄວ້ໃນຄຳພະຍາກອນ ລ້ວນແລ້ວແຕ່ສິ້ນສຸດລົງກ່ອນການສະເດັດມາຄັ້ງທີສອງ ແລະ ບໍ່ມີຂໍ້ພຣະຄຳພີໃດທີ່ກຳນົດໄວ້ຢ່າງຖືກຕ້ອງແນ່ນອນວ່າ ພຣະອົງຈະສະເດັດມາໃນເວລາໃດ. ເຖິງຢ່າງໃດກໍຕາມ, ພວກເຂົາໄດ້ຫັນໜີຈາກແສງສະຫວ່າງ ແລະ ສືບຕໍ່ກຳນົດເວລາຊ້ຳແລ້ວຊ້ຳອີກ ສຳລັບການສະເດັດມາຂອງອົງພຣະຜູ້ເປັນເຈົ້າ ແຕ່ກໍຕ້ອງຜິດຫວັງທຸກຄັ້ງໄປ. {GC 456.1}
ເມື່ອຄຣິສຕະຈັກໃນເມືອງເທສະໂລນິກໄດ້ຮັບຄຳສອນຜິດໆກ່ຽວກັບການສະເດັດມາຂອງພຣະຄຣິສ, ອາຈານໂປໂລໄດ້ແນະນຳໃຫ້ພວກເຂົາທົດສອບຄວາມຫວັງຂອງຕົນ ແລະ ສິ່ງທີ່ເຝົ້າລໍຄອຍຢ່າງຖີ່ຖ້ວນດ້ວຍພຣະຄຳຂອງພຣະເຈົ້າ. ເພິ່ນໄດ້ອ້າງເຖິງຄຳພະຍາກອນທີ່ເປີດເຜີຍເຫດການຕ່າງໆທີ່ຈະເກີດຂຶ້ນກ່ອນພຣະຄຣິສຈະສະເດັດມາ; ແລະໄດ້ຊີ້ໃຫ້ເຫັນວ່າ ພວກເຂົາບໍ່ມີເຫດຜົນທີ່ຈະຄາດຫວັງວ່າ ພຣະອົງຈະສະເດັດມາໃນຍຸກສະໄໝຂອງພວກເຂົາ. ອາຈານໂປໂລເຕືອນພວກເຂົາວ່າ: “ຢ່າໃຫ້ຜູ້ໃດມາຫຼອກລວງພວກເຈົ້າໃນທາງໃດທາງໜຶ່ງ.” (2 ເທສະໂລນິກ 2:3). ຖ້າຄົນເຫຼົ່ານັ້ນປ່ອຍຕົວໃຫ້ຄາດຫວັງໃນສິ່ງທີ່ບໍ່ມີການຮັບຮອງຈາກພຣະຄຳພີ, ພວກເຂົາຈະຖືກຊັກນຳໃຫ້ຫຼົງຜິດ. ຄວາມຜິດຫວັງຈະເຮັດໃຫ້ພວກເຂົາຕົກເປັນເປົ້າຂອງການເຍາະເຍີ້ຍຈາກຜູ້ທີ່ບໍ່ເຊື່ອ ແລະ ພວກເຂົາຈະສ່ຽງຕໍ່ການຍອມແພ້ຕໍ່ຄວາມທໍ້ໃຈ, ສຸດທ້າຍກໍຈະຖືກທົດລອງ ໃຫ້ສົງໄສຄວາມຈິງທີ່ສຳຄັນຕໍ່ຄວາມລອດພົ້ນຂອງພວກເຂົາ. ຄຳເຕືອນຂອງອາຈານໂປໂລເຖິງຄຣິສຕຽນໃນເມືອງເທສະໂລນິກ ມີບົດຮຽນອັນສຳຄັນສຳລັບຜູ້ທີ່ມີຊີວິດຢູ່ໃນຍຸກສຸດທ້າຍ. ຫຼາຍຄົນໃນກຸ່ມແອັດເວັນຕິສສະໄໝນັ້ນຮູ້ສຶກວ່າ ຖ້າບໍ່ສາມາດຢຶດເວລາທີ່ແນ່ນອນສຳລັບການສະເດັດມາຂອງພຣະເຢຊູດ້ວຍຄວາມເຊື່ອ, ພວກເຂົາກໍຈະບໍ່ສາມາດມີຄວາມກະຕືລືລົ້ນ ແລະ ຄວາມພາກພຽນໃນການກຽມພ້ອມເພື່ອຮັບການສະເດັດກັບມາ. ຢ່າງໃດກໍຕາມ, ເມື່ອມີສິ່ງມາກະຕຸ້ນຄວາມຫວັງຂອງພວກເຂົາຊ້ຳແລ້ວຊ້ຳອີກ ແຕ່ຕ້ອງຜິດຫວັງໃນທຸກຄັ້ງ, ຄວາມເຊື່ອຂອງພວກເຂົາໄດ້ຮັບການກະທົບຢ່າງຮຸນແຮງ ຈົນເຮັດໃຫ້ພວກເຂົາເກືອບບໍ່ສາມາດຮັບຮູ້ເຖິງຄວາມຈິງອັນຍິ່ງໃຫຍ່ຂອງຄຳພະຍາກອນໄດ້. {GC 456.2}
ໃນການປະກາດຂ່າວທູດສະຫວັນອົງທຳອິດ ມີການເທດສະໜາເລື່ອງເວລາທີ່ແນ່ນອນສຳລັບການພິພາກສາ; ສິ່ງນີ້ເປັນໄປຕາມການຊົງນຳຂອງພຣະເຈົ້າ. ການຄິດໄລ່ໄລຍະເວລາຕາມຄຳພະຍາກອນທີ່ເປັນພື້ນຖານຂອງຂ່າວສານນີ້ ໄດ້ຮັບການຢືນຢັນໂດຍບໍ່ມີການປະຕິເສດ. ຜົນຂອງການຄິດໄລ່ນັ້ນຊີ້ໃຫ້ເຫັນວ່າ 2,300 ວັນຂອງຄຳພະຍາກອນໄດ້ສິ້ນສຸດລົງໃນລະດູໃບໄມ້ຫຼົ່ນຂອງປີ 1844. ແຕ່ການພະຍາຍາມຫາເວລາໃໝ່ເພື່ອເປັນຈຸດເລີ່ມຕົ້ນ ແລະ ຈຸດສິ້ນສຸດຂອງໄລຍະເວລາໃນຄຳພະຍາກອນ ພ້ອມທັງເຫດຜົນທີ່ບໍ່ໜັກແໜ້ນທີ່ມັກກ່າວອ້າງ ເພື່ອສະໜັບສະໜູນຈຸດຢືນນີ້ ບໍ່ພຽງແຕ່ເຮັດໃຫ້ຄົນຫ່າງໄກຈາກຄວາມຈິງອັນສຳຄັນສຳລັບຍຸກປັດຈຸບັນ ແຕ່ຍັງສ້າງຄວາມກຽດຊັງຕໍ່ການອະທິບາຍຄຳພະຍາກອນທັງປວງອີກດ້ວຍ. ຍິ່ງມີການກຳນົດວັນເວລາທີ່ແນ່ນອນສຳລັບການສະເດັດມາຄັ້ງທີສອງເລື້ອຍໆ ແລະ ຍິ່ງມີການເຜີຍແຜ່ກວ້າງຂວາງເທົ່າໃດ ກໍຍິ່ງເປັນປະໂຫຍດຕໍ່ເປົ້າໝາຍຂອງຊາຕານຫຼາຍເທົ່ານັ້ນ. ເມື່ອເວລານັ້ນຜ່ານໄປ ມັນໄດ້ຍົວະໃຫ້ເກີດການເຍາະເຍີ້ຍ ແລະ ການປະນາມຜູ້ປະກາດຂ່າວສານ, ເຮັດໃຫ້ຄົນດູໝິ່ນຂະບວນການປະກາດເລື່ອງການສະເດັດມາໃນປີ 1843 ແລະ 1844. ສ່ວນຜູ້ທີ່ຢຶດຕິດກັບຄວາມຜິດນີ້ ສຸດທ້າຍກໍຈະກຳນົດວັນເວລາທີ່ໄກເກີນໄປສຳລັບການສະເດັດມາຂອງພຣະອົງ. ດ້ວຍເຫດນີ້, ພວກເຂົາຈະຮູ້ສຶກປອດໄພໃນຂະນະທີ່ຕົນຕົກຢູ່ໃນອັນຕະລາຍ ແລະ ຫຼາຍຄົນຈະບໍ່ຮູ້ຕົວຈົນກວ່າຈະສວາຍເກີນໄປ. {GC 457.1}
ປະຫວັດສາດຂອງຊາວອິດສະຣາເອນໃນສະໄໝບູຮານ ເປັນຕົວຢ່າງທີ່ຈະແຈ້ງເຖິງປະສົບການຂອງກຸ່ມແອັດເວັນຕິສ. ພຣະເຈົ້າຊົງນຳພາໄພ່ພົນຂອງພຣະອົງໃນຂະບວນການປະກາດການສະເດັດມາ ເຊັ່ນດຽວກັນກັບທີ່ພຣະອົງຊົງນຳພາຊາວອິດສະຣາເອນອອກຈາກປະເທດເອຢິບ. ໃນຄວາມຜິດຫວັງຄັ້ງໃຫຍ່ນັ້ນ ຄວາມເຊື່ອຂອງພວກເຂົາໄດ້ຖືກທົດສອບເໝືອນກັບທີ່ຊາວເຮັບເຣີໄດ້ຖືກທົດສອບທີ່ທະເລແດງ. ຖ້າພວກເຂົາຍັງຄົງໄວ້ວາງໃຈໃນພຣະຫັດຂອງພຣະເຈົ້າ ເຊິ່ງນຳພາພວກເຂົາໃນປະສົບການທີ່ຜ່ານມາ ພວກເຂົາຈະໄດ້ເຫັນຄວາມລອດທີ່ມາຈາກພຣະອົງ. ຖ້າທຸກຄົນທີ່ເຄີຍເຮັດວຽກຮ່ວມກັນໃນປີ 1844 ໄດ້ຮັບເອົາຂ່າວສານຂອງທູດສະຫວັນອົງທີສາມ ແລະ ໄດ້ປະກາດດ້ວຍຣິດອຳນາດຂອງພຣະວິນຍານບໍຣິສຸດ ພຣະເຈົ້າຄົງໄດ້ສະໜັບສະໜູນຄວາມພະຍາຍາມຂອງພວກເຂົາດ້ວຍພະລັງຣິດເດດ. ແສງສະຫວ່າງອັນຍິ່ງໃຫຍ່ຄົງໄດ້ສ່ອງໄປທົ່ວໂລກ, ຊາວໂລກທັງປວງຄົງໄດ້ຮັບການເຕືອນແລ້ວເປັນເວລາຫຼາຍປີ, ວຽກງານສຸດທ້າຍຄົງໄດ້ສຳເລັດຈົບສິ້ນ ແລະ ພຣະຄຣິສຄົງໄດ້ສະເດັດມາເພື່ອຮັບເອົາໄພ່ພົນຂອງພຣະອົງ. {GC 457.2}
ບໍ່ແມ່ນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ຊົນຊາດອິດສະຣາເອນ ຕ້ອງທ່ອງທ່ຽວໄປມາໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີ. ພຣະອົງມີພຣະປະສົງທີ່ຈະນຳພາພວກເຂົາໄປສູ່ແຜ່ນດິນການາອານໂດຍກົງ ແລະ ສ້າງຕັ້ງພວກເຂົາຂຶ້ນທີ່ນັ້ນ ໃຫ້ເປັນຊົນຊາດທີ່ບໍຣິສຸດ ແລະ ມີຄວາມສຸກ. ແຕ່ “ພວກເຂົາເຫຼົ່ານັ້ນ ບໍ່ສາມາດເຂົ້າໄປ ກໍເພາະພວກເຂົາບໍ່ເຊື່ອ.” (ເຮັບເຣີ 3:19). ຍ້ອນການປະຖິ້ມທາງຂອງພຣະເຈົ້າ ແລະ ການປະຖິ້ມຄວາມເຊື່ອຂອງພວກເຂົາ, ພວກເຂົາຈຶ່ງພິນາດໃນຖິ່ນກັນດານ; ພຣະເຈົ້າຊົງເລືອກຄົນລຸ້ນໃໝ່ ເພື່ອເຂົ້າໄປໃນແຜ່ນດິນແຫ່ງພຣະສັນຍາ. ໃນທຳນອງດຽວກັນ, ບໍ່ແມ່ນພຣະປະສົງຂອງພຣະເຈົ້າທີ່ຈະໃຫ້ການສະເດັດມາຂອງພຣະຄຣິສຕ້ອງຊັກຊ້າໄປດົນປານນີ້ ແລະ ໃຫ້ໄພ່ພົນຂອງພຣະອົງຕ້ອງດຳລົງຊີວິດໃນໂລກທີ່ເຕັມໄປດ້ວຍຄວາມບາບ ແລະ ຄວາມທຸກໂສກເປັນເວລາດົນນານ. ແຕ່ຄວາມບໍ່ເຊື່ອໄດ້ເຮັດໃຫ້ພວກເຂົາຫ່າງເຫີນຈາກພຣະເຈົ້າ. ເມື່ອພວກເຂົາປະຕິເສດທີ່ຈະເຮັດວຽກງານທີ່ພຣະອົງມອບໝາຍໃຫ້, ພຣະເຈົ້າຊົງເລືອກຄົນອື່ນເພື່ອນຳຂ່າວສານອອກໄປປະກາດ. ພຣະເຢຊູຊົງເມດຕາຊາວໂລກ, ພຣະອົງຈຶ່ງຊັກຊ້າໃນການສະເດັດກັບມາ ເພື່ອຄົນບາບຈະໄດ້ມີໂອກາດໄດ້ຍິນຄຳຕັກເຕືອນ ແລະ ພົບທີ່ລີ້ໄພໃນພຣະອົງ ກ່ອນພຣະພິໂຣດຂອງພຣະເຈົ້າຈະຖືກຖອກເທລົງມາ. {GC 458.1}
ສະໄໝນີ້ບໍ່ຕ່າງກັນກັບສະໄໝກ່ອນ, ເມື່ອມີການປະກາດຄວາມຈິງ ເຊິ່ງຕັກເຕືອນຜູ້ຄົນເຖິງເລື່ອງຄວາມຜິດບາບທີ່ຄົນນິຍົມເຮັດໃນປັດຈຸບັນກໍຈະ ກໍ່ໃຫ້ເກີດການຕໍ່ຕ້ານ. “ທຸກຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງ ແລະ ຈະບໍ່ເຂົ້າມາໃນຄວາມສະຫວ່າງ ເພາະຢ້ານວ່າການກະທຳຂອງຕົນຈະຖືກເປີດເຜີຍ.” (ໂຢຮັນ 3:20 LCV). ເມື່ອຜູ້ຄົນເຫັນວ່າ ພວກເຂົາບໍ່ສາມາດອ້າງອີງພຣະຄຳພີ ເພື່ອສະໜັບສະໜູນຈຸດຢືນຂອງຕົນ, ຫຼາຍຄົນຈຶ່ງຕັດສິນໃຈຮັກສາຈຸດຢືນນັ້ນໄວ້ທຸກວິທີທາງ. ພວກເຂົາມີຄວາມເຈດຕະນາຮ້າຍ ຈຶ່ງປ້າຍສີອຸປະນິໄສ ແລະ ແຮງຈູງໃຈຂອງຜູ້ທີ່ປົກປ້ອງຄວາມຈິງ ອັນບໍ່ເປັນທີ່ນິຍົມຂອງສັງຄົມ. ນີ້ແມ່ນວິທີການດຽວກັນທີ່ຜູ້ຕໍ່ຕ້ານຄວາມຈິງ ໄດ້ເຮັດມາຕະຫຼອດທຸກຍຸກສະໄໝ. ເອລີຢາຖືກກ່າວຫາວ່າ ເປັນຜູ້ສ້າງຄວາມວຸ້ນວາຍໃນອິດສະຣາເອນ, ເຢເຣມີຢາຖືກກ່າວຫາວ່າ ເປັນຄົນທໍລະຍົດຕໍ່ຊາດ ແລະ ອາຈານໂປໂລຖືກກ່າວຫາວ່າ ເປັນຜູ້ເຮັດໃຫ້ພຣະວິຫານເປັນມົນທິນ. ຕັ້ງແຕ່ນັ້ນມາຈົນເຖິງທຸກມື້ນີ້, ຜູ້ທີ່ສັດຊື່ຕໍ່ຄວາມຈິງກໍຖືກກ່າວຫາວ່າເປັນກະບົດ, ເປັນຄົນນອກຮີດ ຫຼື ເປັນຄົນທີ່ສ້າງຄວາມແຕກແຍກ. ຝູງຊົນທີ່ບໍ່ເຊື່ອ ແລະ ບໍ່ຍອມຮັບຄຳພະຍາກອນອັນແນ່ນອນ ຈະເຊື່ອຄຳກ່າວຫາຕໍ່ຜູ້ທີ່ກ້າຕິຕຽນຄວາມບາບອັນເປັນທີ່ນິຍົມ ໂດຍບໍ່ທັກທ້ວງ ຫຼື ມີຄຳຖາມແຕ່ຢ່າງໃດ; ນິໄສແບບນີ້ຈະເພີ່ມຂຶ້ນເລື້ອຍໆ. ພຣະຄຳພີສອນຢ່າງແຈ່ມແຈ້ງວ່າ ເວລາທີ່ກົດໝາຍບ້ານເມືອງຈະຂັດແຍ້ງກັບພຣະບັນຍັດຂອງພຣະເຈົ້າໃກ້ເຂົ້າມາ. ໃນເວລານັ້ນ, ຜູ້ທີ່ຈະເຊື່ອຟັງພຣະບັນຍັດທັງໝົດ ຈະຕ້ອງກ້າຫານພໍທີ່ຈະຮັບການຖືກປະນາມ ແລະ ການລົງໂທດເໝືອນເປັນຄົນຊົ່ວຮ້າຍ. {GC 458.2}
ເມື່ອພິຈາລະນາເຖິງສິ່ງເຫຼົ່ານີ້ແລ້ວ, ຜູ້ປະກາດຄວາມຈິງມີໜ້າທີ່ແນວໃດ? ຄວນຫຼືບໍ່ ທີ່ລາວຈະຕັດສິນໃຈບໍ່ປະກາດຄວາມຈິງຍ້ອນວ່າມັນພຽງແຕ່ເຮັດໃຫ້ຄົນຫຼົບຫຼີກ ຫຼື ຕໍ່ຕ້ານເທົ່ານັ້ນ? ບໍ່ເລີຍ. ການທີ່ຄຳປະກາດນັ້ນກະຕຸ້ນໃຫ້ເກີດການຕໍ່ຕ້ານ ບໍ່ແມ່ນເຫດຜົນພຽງພໍທີ່ຈະປິດບັງພຣະຄຳຂອງພຣະເຈົ້າ ເຊັ່ນດຽວກັນກັບນັກປະຕິຮູບໃນອະດີດ ທີ່ບໍ່ໄດ້ຢຸດການປະກາດຍ້ອນມີກະແສຕໍ່ຕ້ານ. ການປະກາດຄວາມເຊື່ອຂອງບັນດາຜູ້ບໍຣິສຸດ ແລະ ຜູ້ສະຫຼະຊີວິດເພື່ອຄວາມເຊື່ອນັ້ນ ໄດ້ຖືກບັນທຶກໄວ້ເພື່ອເປັນປະໂຫຍດແກ່ຄົນລຸ້ນຕໍ່ມາ. ແບບຢ່າງຂອງຊີວິດທີ່ບໍຣິສຸດ ແລະ ມີຄວາມສັດຊື່ໝັ້ນຄົງນັ້ນໄດ້ສືບທອດມາຈົນເຖິງປັດຈຸບັນ ເພື່ອເສີມສ້າງຄວາມກ້າຫານໃຫ້ແກ່ຜູ້ທີ່ຖືກເອີ້ນໃຫ້ເປັນພະຍານເພື່ອພຣະເຈົ້າ. ພວກເຂົາໄດ້ຮັບພຣະຄຸນ ແລະ ຄວາມຈິງບໍ່ແມ່ນສຳລັບຕົນເອງເທົ່ານັ້ນ ແຕ່ເພື່ອໃຫ້ຄວາມຮູ້ເລື່ອງພຣະເຈົ້າສ່ອງແສງໄປຍັງຊາວໂລກທັງປວງຜ່ານທາງພວກເຂົາ. ພຣະເຈົ້າໄດ້ປະທານຄວາມສະຫວ່າງໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງໃນຍຸກນີ້ບໍ? ຖ້າເປັນເຊັ່ນນັ້ນ, ພວກເຂົາຄວນນຳເອົາແສງສະຫວ່າງນັ້ນໄປສ່ອງໃຫ້ແກ່ຊາວໂລກ. {GC 459.1}
ໃນສະໄໝບູຮານ, ພຣະຜູ້ເປັນເຈົ້າຊົງກ່າວກັບຜູ້ໜຶ່ງທີ່ປະກາດໃນພຣະນາມຂອງພຣະອົງວ່າ: “ຄອບຄົວອິດສະຣາເອນຈະບໍ່ມີນ້ຳໃຈຟັງເຈົ້າ ເຫດວ່າໃນພວກນັ້ນບໍ່ມີຜູ້ໃດມີນ້ຳໃຈຟັງເຮົາ.” ເຖິງຢ່າງນັ້ນ, ພຣະອົງຊົງກ່າວວ່າ: “ເຖິງແມ່ນວ່າພວກເຂົາຈະຟັງເຈົ້າຫຼືບໍ່ກໍຕາມ ເຈົ້າຈະຕ້ອງບອກສິ່ງທີ່ເຮົາບອກເຈົ້າໃຫ້ກ່າວ.” (ເອເຊກຽນ 3:7 ສະບັບລາວບູຮານ; 2:7). ພຣະເຈົ້າຊົງບັນຊາແກ່ຜູ້ຮັບໃຊ້ຂອງພຣະອົງໃນປັດຈຸບັນນີ້ວ່າ: “ຈົ່ງຮ້ອງດັງໆ ຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ.” (ເອຊາຢາ 58:1). {GC 459.2}
ເທົ່າທີ່ມີໂອກາດ ທຸກຄົນທີ່ໄດ້ຮັບຄວາມສະຫວ່າງແຫ່ງຄວາມຈິງກໍມີຄວາມຮັບຜິດຊອບທີ່ຄວນປະຕິບັດຢ່າງຈິງຈັງ ແລະ ດ້ວຍຄວາມຢຳເກງ, ເຊັ່ນດຽວກັນກັບຜູ້ເຜີຍພຣະທຳຂອງອິດສະຣາເອນ ຜູ້ທີ່ໄດ້ຮັບພຣະຄຳຂອງພຣະຜູ້ເປັນເຈົ້າທີ່ກ່າວວ່າ: “ບັດນີ້ມະນຸດເອີຍ ເຮົາແຕ່ງຕັ້ງເຈົ້າໃຫ້ເປັນຜູ້ເຝົ້າຍາມຊົນຊາດອິດສະຣາເອນ. ເຈົ້າຕ້ອງນຳຄຳຕັກເຕືອນທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນໄປບອກພວກເຂົາ. ຖ້າເຮົາປະກາດວ່າ ຄົນຊົ່ວຜູ້ໜຶ່ງກຳລັງຈະຕາຍ ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນທິດທາງ ເພື່ອຊ່ວຍຊີວິດຂອງຕົນໄວ້; ແລ້ວລາວກໍຈະຕາຍເສຍ ທັງໆທີ່ຍັງເປັນຄົນບາບຢູ່; ເຮົາຈະຖືວ່າການຕາຍຂອງຄົນນັ້ນ ເປັນຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ແລະ ລາວບໍ່ເຊົາເຮັດບາບ ລາວກໍຈະຕາຍ ທັງໆທີ່ລາວຍັງເປັນຄົນບາບຢູ່, ແຕ່ເຈົ້າເອງຈະລອດຊີວິດ.” (ເອເຊກຽນ 33:7–9). {GC 459.3}
ອຸປະສັກໃຫຍ່ທີ່ສຸດໃນການຍອມຮັບ ແລະ ການເຜີຍແຜ່ຄວາມຈິງ ແມ່ນການທີ່ມັນນຳໄປສູ່ຄວາມລຳບາກ ແລະ ການຖືກດູໝິ່ນ. ນີ້ເປັນຂໍ້ໂຕ້ແຍ້ງຕໍ່ຄວາມຈິງພຽງຢ່າງດຽວ ທີ່ຜູ້ສະໜັບສະໜູນບໍ່ເຄີຍສາມາດປະຕິເສດໄດ້. ແຕ່ສິ່ງນີ້ບໍ່ໄດ້ເປັນອຸປະສັກຕໍ່ຜູ້ຕິດຕາມທີ່ແທ້ຈິງຂອງພຣະຄຣິສ. ພວກເຂົາບໍ່ໄດ້ລໍຖ້າໃຫ້ຄວາມຈິງເປັນທີ່ນິຍົມ; ເມື່ອໝັ້ນໃຈໃນໜ້າທີ່ຂອງຕົນ, ພວກເຂົາຍິນດີຍອມຮັບໄມ້ກາງແຂນ, ຄືກັນກັບອັກຄະສາວົກໂປໂລທີ່ຖືວ່າ “ຄວາມທຸກລຳບາກອັນເບົາບາງ ແລະ ຊົ່ວຄາວຂອງພວກເຮົາ ກໍກຳລັງເຮັດໃຫ້ພວກເຮົາໄດ້ຮັບກຽດນິຣັນດອນ” ແລະ ເໝືອນກັບໂມເຊທີ່ “ຖືວ່າການອັບອາຍຂາຍໜ້າເພື່ອພຣະຄຣິສເຈົ້ານັ້ນ ກໍມີຄ່າຫຼາຍກວ່າຊັບສົມບັດທັງຫຼາຍຂອງເອຢິບ.” (2 ໂກຣິນໂທ 4:17 LCV; ເຮັບເຣີ 11:26 LCV). {GC 460.1}
ບໍ່ວ່າພວກເຂົາຈະອ້າງຕົວເປັນຫຍັງກໍຕາມ, ຄົນທີ່ມີໃຈຜູກພັນກັບທາງໂລກເທົ່ານັ້ນ ທີ່ເຮັດຕາມນະໂຍບາຍແທນທີ່ຈະເຮັດຕາມຫຼັກການໃນເລື່ອງສາສະໜາ. ພວກເຮົາຄວນເລືອກເຮັດສິ່ງທີ່ຖືກຕ້ອງເພາະມັນຖືກຕ້ອງ ແລະ ມອບຜົນທີ່ຈະຕາມມາໄວ້ໃນພຣະຫັດຂອງພຣະເຈົ້າ. ການປະຕິຮູບອັນຍິ່ງໃຫຍ່ຂອງໂລກເກີດຂຶ້ນໄດ້ຍ້ອນຄົນທີ່ມີຫຼັກການ, ມີຄວາມເຊື່ອ ແລະ ມີຄວາມກ້າຫານ. ວຽກງານປະຕິຮູບໃນຍຸກນີ້ກໍຕ້ອງໄດ້ຮັບການສານຕໍ່ ໂດຍຄົນທີ່ມີລັກສະນະແບບດຽວກັນນີ້. {GC 460.2}
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ຄົນທັງຫຼາຍທີ່ຮູ້ຈັກຄວາມຊອບທຳ ທີ່ມີພຣະບັນຍັດຂອງເຮົາໄວ້ໃນໃຈ: ທ່ານຈົງຟັງເຮົາເທີນ, ຢ່າສູ່ຢ້ານຄວາມປະຈານຂາຍໜ້າຈາກມະນຸດ ແລະ ຢ່າສູ່ຢ້ານຄຳໝິ່ນປະໝາດຂອງເຂົາ. ເຫດວ່າ, ມົດແມງຈະກັດກິນເຂົາຄືເສື້ອຜ້າ ແລະ ມອດຈະກັດກິນເຂົາຄືຂົນແບ້, ແຕ່ວ່າຄວາມຊອບທຳຂອງເຮົາຈະຕັ້ງຢູ່ສືບໆໄປເປັນນິດ ແລະ ຄວາມພົ້ນຂອງເຮົາຕັ້ງແຕ່ຊົ່ວອາຍຸນີ້ໄປຊົ່ວອາຍຸນັ້ນ.” (ເອຊາຢາ 51:7, 8 ດັດແປງຈາກສະບັບລາວບູຮານ). {GC 460.3}
25: ພຣະບັນຍັດຂອງພຣະເຈົ້າປ່ຽນແປ່ງບໍ່ໄດ້27: ການຟື້ນຟູໃນສະໄໝໃໝ່