25: ພຣະບັນຍັດຂອງພຣະເຈົ້າປ່ຽນແປ່ງບໍ່ໄດ້

https://m.egwwritings.org/en/book/132.1960#1960

ການເປີດເຜີຍພຣະບັນຍັດໃນສະຫວັນ

“ແລ້ວວິຫານຂອງພຣະເຈົ້າໃນສະຫວັນກໍເປີດອອກ ແລະ ຂ້າພະເຈົ້າໄດ້ເຫັນຫີບພັນທະສັນຍາພາຍໃນວິຫານຂອງພຣະອົງ.” (ພຣະນິມິດ 11:19 LCV). ຫີບພັນທະສັນຍາຂອງພຣະເຈົ້າຢູ່ໃນສະຖານທີ່ສັກສິດທີ່ສຸດ ເຊິ່ງເປັນຫ້ອງທີສອງຂອງສະຖານນະມັດສະການ. ໃນການປະຕິບັດໜ້າທີ່ຂອງຫໍເຕັນສັກສິດໃນໂລກ “ອັນເປັນແບບຈຳລອງ ແລະ ເປັນເງົາຂອງສິ່ງທີ່ຢູ່ໃນສະຫວັນ,”1 ຫ້ອງນີ້ຈະເປີດອອກສະເພາະໃນວັນລຶບລ້າງບາບອັນຍິ່ງໃຫຍ່ເທົ່ານັ້ນ ເພື່ອຊຳລະສະຖານນະມັດສະການ. ດັ່ງນັ້ນ, ການປະກາດວ່າ ພຣະວິຫານຂອງພຣະເຈົ້າໄດ້ເປີດອອກໃນສະຫວັນ ແລະ ຄົນທັງຫຼາຍໄດ້ເຫັນຫີບພັນທະສັນຍາຂອງພຣະອົງ ຈຶ່ງຊີ້ໃຫ້ເຫັນເຖິງການເປີດສະຖານທີ່ສັກສິດທີ່ສຸດຂອງສະຖານນະມັດສະການໃນສະຫວັນໃນປີ 1844; ໃນເວລານັ້ນ, ພຣະຄຣິສໄດ້ສະເດັດເຂົ້າໄປ ເພື່ອປະຕິບັດພາລະກິດສຸດທ້າຍແຫ່ງການລຶບລ້າງບາບ. ພຣະເຢຊູຊົງເປັນມະຫາປະໂຣຫິດຜູ້ຍິ່ງໃຫຍ່; ຜູ້ທີ່ຕິດຕາມພຣະອົງເຂົ້າໄປໃນສະຖານທີ່ສັກສິດທີ່ສຸດດ້ວຍຄວາມເຊື່ອ ກໍໄດ້ເຫັນຫີບພັນທະສັນຍາຂອງພຣະອົງ. ຈາກການສຶກສາເລື່ອງສະຖານນະມັດສະການ ພວກເຂົາໄດ້ເຂົ້າໃຈວ່າ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດໄດ້ປ່ຽນແປງໄປ. ພວກເຂົາເຂົ້າໃຈວ່າ, ເວລານີ້ພຣະອົງກຳລັງປະຕິບັດໜ້າທີ່ຢູ່ຕໍ່ໜ້າຫີບພັນທະສັນຍາຂອງພຣະເຈົ້າ ແລະ ຊົງວິງວອນເພື່ອຄົນບາບໂດຍອ້າງເຖິງພຣະໂລຫິດຂອງພຣະອົງ. {GC 433.1}

ຫີບພັນທະສັນຍາໃນຫໍເຕັນສັກສິດບັນຈຸແຜ່ນຫີນສອງແຜ່ນ ເຊິ່ງມີພຣະບັນຍັດຂອງພຣະເຈົ້າຈາລຶກໄວ້. ຫີບນີ້ເປັນພຽງພາຊະນະບັນຈຸແຜ່ນພຣະບັນຍັດເທົ່ານັ້ນ ແລະ ການທີ່ມີພຣະບັນຍັດເຫຼົ່ານີ້ຢູ່ໃນຫີບ ເຮັດໃຫ້ຫີບນັ້ນມີຄຸນຄ່າ ແລະ ຄວາມສັກສິດ. ເມື່ອພຣະວິຫານຂອງພຣະເຈົ້າຖືກເປີດອອກໃນສະຫວັນ ຫີບພັນທະສັນຍາຂອງພຣະອົງກໍໄດ້ຮັບການເປີດເຜີຍ. ພຣະບັນຍັດຂອງພຣະເຈົ້າຖືກເກັບຮັກສາໄວ້ ດ້ວຍຄວາມບໍຣິສຸດສັກສິດພາຍໃນສະຖານທີ່ສັກສິດທີ່ສຸດ ໃນສະຖານນະມັດສະການແຫ່ງສະຫວັນ. ພຣະບັນຍັດນີ້ແມ່ນພຣະເຈົ້າເອງຊົງກ່າວທີ່ພູເຂົາຊີນາຍທ່າມກາງສຽງຟ້າຮ້ອງ ແລະ ພຣະອົງຊົງຂຽນດ້ວຍນິ້ວພຣະຫັດຂອງພຣະອົງເອງລົງແຜ່ນຫີນເຫຼົ່ານັ້ນ. {GC 433.2}

ພຣະບັນຍັດຂອງພຣະເຈົ້າໃນສະຖານນະມັດສະການແຫ່ງສະຫວັນເປັນຕົ້ນສະບັບເດີມອັນຍິ່ງໃຫຍ່. ພຣະບັນຍັດທີ່ຖືກຈາລຶກໄວ້ເທິງແຜ່ນຫີນ ແລະ ບັນທຶກໄວ້ໂດຍໂມເຊໃນປຶ້ມຫ້າຫົວທຳອິດຂອງພຣະຄຳພີເດີມ ເປັນການຄັດລອກທີ່ບໍ່ມີຂໍ້ຜິດພາດຈາກຕົ້ນສະບັບນັ້ນ. ຜູ້ທີ່ເຂົ້າໃຈຈຸດສຳຄັນນີ້ ຈຶ່ງໄດ້ເຫັນເຖິງລັກສະນະທີ່ສັກສິດ ແລະ ບໍ່ປ່ຽນແປງຂອງພຣະບັນຍັດຂອງພຣະເຈົ້າ. ພວກເຂົາໄດ້ເຂົ້າໃຈຄວາມໝາຍອັນເລິກເຊິ່ງໃນຖ້ອຍຄຳຂອງພຣະຜູ້ຊ່ວຍໃຫ້ລອດຢ່າງທີ່ບໍ່ເຄີຍເຂົ້າໃຈມາກ່ອນ, ທີ່ພຣະອົງຊົງກ່າວວ່າ: “ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫຼື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ.” (ມັດທາຍ 5:18 LCV). ພຣະບັນຍັດຂອງພຣະເຈົ້າ ເປັນການເປີດເຜີຍພຣະປະສົງຂອງພຣະອົງ ແລະ ສະທ້ອນເຖິງພຣະລັກສະນະຂອງພຣະອົງ. ສະນັ້ນ, ມັນຈຶ່ງຕ້ອງຕັ້ງໝັ້ນຢູ່ຕະຫຼອດໄປ “ເປັນພຣະຄຳອັນຊົ່ວນິຣັນໃນຟ້າສະຫວັນ.” ບໍ່ມີພຣະບັນຍັດຂໍ້ໃດຖືກຍົກເລີກ ຫຼື ປ່ຽນແປງແມ່ນແຕ່ຈຸດ ຫຼື ຂີດດຽວ. ຜູ້ຂຽນພຣະທຳເພງສັນລະເສີນກ່າວວ່າ: “ຂ້າແດ່ພຣະເຈົ້າຢາເວ ຖ້ອຍຄຳຂອງພຣະອົງນັ້ນດຳລົງຢູ່ສືບໄປ” “ຂໍ້ຄຳສັ່ງທຸກຂໍ້ກໍເປັນທີ່ໄວ້ວາງໃຈໄດ້ ເຊິ່ງດຳລົງຢູ່ໄດ້ຕະຫຼອດທຸກຍຸກທຸກສະໄໝ.” (ເພງສັນລະເສີນ 119:89; 111:7, 8). {GC 434.1}

ໃຈກາງຂອງພຣະບັນຍັດສິບປະການ ແມ່ນພຣະບັນຍັດຂໍ້ທີສີ່ ເຊິ່ງຍັງຄົງເໝືອນເດີມຕັ້ງແຕ່ການປະກາດຄັ້ງທຳອິດ ແລະ ມີໃຈຄວາມວ່າ: “ຈົ່ງຖືວັນສະບາໂຕ ແລະ ຢຶດຖືໄວ້ເປັນວັນສັກສິດ. ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ ແຕ່ໃນວັນທີເຈັດ ເປັນວັນສະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ. ໃນວັນນີ້ ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະ ສັດລ້ຽງຂອງເຈົ້າ ຕະຫຼອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. ໃນຫົກວັນ ພຣະເຈົ້າຢາເວໄດ້ນິຣະມິດສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ໃນວັນທີເຈັດໄດ້ພັກຜ່ອນ. ສະນັ້ນ, ພຣະເຈົ້າຢາເວຈຶ່ງອວຍພອນວັນສະບາໂຕ ແລະ ຕັ້ງໄວ້ເປັນວັນສັກສິດ.” (ອົບພະຍົບ 20:8–11). {GC 434.2}

ພຣະວິນຍານຂອງພຣະເຈົ້າໄດ້ດົນໃຈຄົນເຫຼົ່ານັ້ນທີ່ສຶກສາຄົ້ນຄວ້າພຣະຄຳຂອງພຣະອົງ. ພວກເຂົາຮູ້ສຶກວ່າຕົນເອງໄດ້ລະເມີດພຣະບັນຍັດຂໍ້ນີ້ໂດຍບໍ່ຮູ້ຕົວຍ້ອນບໍ່ໄດ້ຖືຮັກສາວັນພັກຜ່ອນເຊິ່ງພຣະຜູ້ສ້າງຊົງກຳນົດຂຶ້ນ. ພວກເຂົາຈຶ່ງເລີ່ມສຶກສາເຫດຜົນທີ່ຄົນນິຍົມຖືວັນອາທິດແທນທີ່ຈະຖືວັນທີ່ພຣະເຈົ້າໄດ້ຊົງຕັ້ງໄວ້. ພວກເຂົາບໍ່ພົບຫຼັກຖານໃດໆໃນພຣະຄຳພີທີ່ບອກວ່າ ພຣະບັນຍັດຂໍ້ທີສີ່ຖືກຍົກເລີກ ຫຼື ວັນສະບາໂຕຖືກປ່ຽນແປງ. ພຣະພອນທີ່ພຣະເຈົ້າປະທານໃຫ້ແກ່ວັນທີເຈັດແຕ່ເລີ່ມຕົ້ນນັ້ນ ກໍບໍ່ເຄີຍຖືກຖອນຄືນ. ພວກເຂົາພະຍາຍາມຢ່າງຈິງໃຈທີ່ຈະຮູ້ຈັກ ແລະ ເຮັດຕາມນ້ຳພຣະໄທຂອງພຣະເຈົ້າ. ບັດນີ້, ເມື່ອຮູ້ວ່າຕົນເອງໄດ້ລະເມີດພຣະບັນຍັດຂອງພຣະອົງ, ພວກເຂົາກໍເຕັມໄປດ້ວຍຄວາມເສົ້າສະຫຼົດໃຈ ຈຶ່ງສະແດງຄວາມຈົງຮັກພັກດີຕໍ່ພຣະເຈົ້າ ໂດຍການຖືຮັກສາວັນສະບາໂຕຂອງພຣະອົງໃຫ້ບໍຣິສຸດສັກສິດ. {GC 434.3}

ມີຄວາມພະຍາຍາມຢ່າງຫຼວງຫຼາຍ ແລະ ຈິງຈັງທີ່ຈະລົ້ມລ້າງຄວາມເຊື່ອຂອງພວກເຂົາ. ທຸກຄົນສາມາດເຫັນໄດ້ຢ່າງຈະແຈ້ງວ່າ ຖ້າສະຖານນະມັດສະການໃນໂລກເປັນເງົາສັນຍະລັກ ແລະ ແບບຈຳລອງຂອງສະຖານນະມັດສະການໃນສະຫວັນ, ພຣະບັນຍັດທີ່ເກັບຮັກສາໄວ້ໃນຫີບພັນທະສັນຍາໃນໂລກ ກໍເປັນສຳເນົາອັນຖືກຕ້ອງຂອງພຣະບັນຍັດໃນຫີບພັນທະສັນຍາແຫ່ງສະຫວັນ. ຖ້າຍອມຮັບຄວາມຈິງກ່ຽວກັບສະຖານນະມັດສະການໃນສະຫວັນ ກໍຕ້ອງຍອມຮັບຂໍ້ກຳນົດຂອງພຣະບັນຍັດຂອງພຣະເຈົ້າ ແລະ ໜ້າທີ່ໃນການຖືຮັກສາວັນສະບາໂຕຕາມພຣະບັນຍັດຂໍ້ທີສີ່. ນີ້ແຫຼະຄືເຫດຜົນທີ່ມີການຕໍ່ຕ້ານຢ່າງແຮງກ້າຕໍ່ການອະທິບາຍພຣະຄຳພີທີ່ກົມກຽວກັນ ເຊິ່ງເປີດເຜີຍການປະຕິບັດໜ້າທີ່ຂອງພຣະຄຣິສໃນສະຖານນະມັດສະການແຫ່ງສະຫວັນ. ມີຜູ້ຄົນພະຍາຍາມປິດປະຕູທີ່ພຣະເຈົ້າໄດ້ເປີດອອກ ແລະ ເປີດປະຕູທີ່ພຣະອົງຊົງປິດໄວ້. ແຕ່ພຣະອົງ “ຜູ້ຊົງເປີດແລ້ວຈະບໍ່ມີຜູ້ໃດປິດ ແລະ ຜູ້ຊົງປິດແລ້ວຈະບໍ່ມີຜູ້ໃດເປີດ ຊົງກ່າວດັ່ງນີ້ວ່າ…ເບິ່ງແມ! ເຮົາໄດ້ໃຫ້ປະຕູໄຂໄວ້ຢູ່ຕໍ່ໜ້າເຈົ້າ ເຊິ່ງບໍ່ມີຜູ້ໃດອັດໄດ້.” (ພຣະນິມິດ 3:7, 8 LCV). ພຣະຄຣິສໄດ້ເປີດປະຕູເຂົ້າສູ່ສະຖານທີ່ສັກສິດທີ່ສຸດ ເຊິ່ງໝາຍເຖິງການເລີ່ມວຽກງານຂອງພຣະອົງໃນສະຖານທີ່ດັ່ງກ່າວ. ແສງສະຫວ່າງໄດ້ສ່ອງມາຈາກປະຕູທີ່ເປີດຢູ່ໃນສະຖານນະມັດສະການແຫ່ງສະຫວັນ, ເຊິ່ງສະແດງໃຫ້ເຫັນວ່າ ພຣະບັນຍັດຂໍ້ທີສີ່ເປັນສ່ວນໜຶ່ງຂອງພຣະບັນຍັດທີ່ເກັບຮັກສາໄວ້ທີ່ນັ້ນ. ສິ່ງທີ່ພຣະເຈົ້າໄດ້ສະຖາປະນາໄວ້ແລ້ວ ບໍ່ມີຜູ້ໃດສາມາດລົ້ມລ້າງໄດ້. {GC 435.1}

ຜູ້ທີ່ຍອມຮັບຄວາມຈິງເລື່ອງທີ່ພຣະຄຣິສຊົງເປັນຜູ້ໄກ່ເກ່ຍ ແລະ ພຣະບັນຍັດຂອງພຣະເຈົ້າເປັນສິ່ງທີ່ຄົງຢູ່ຕະຫຼອດການນັ້ນໄດ້ພົບວ່າ ສິ່ງເຫຼົ່ານີ້ເປັນຄວາມຈິງທີ່ຖືກເປີດເຜີຍໄວ້ໃນພຣະນິມິດບົດທີ 14. ຂ່າວສານໃນບົດນີ້ປະກອບດ້ວຍຄຳເຕືອນສາມຢ່າງ ເພື່ອກຽມຊາວໂລກໃຫ້ພ້ອມສຳລັບການສະເດັດມາຄັ້ງທີສອງຂອງອົງພຣະຜູ້ເປັນເຈົ້າ. ການປະກາດວ່າ “ເວລາແຫ່ງການພິພາກສາຂອງພຣະອົງໄດ້ມາເຖິງແລ້ວ” ຊີ້ໃຫ້ເຫັນເຖິງວຽກງານສຸດທ້າຍແຫ່ງການປະຕິບັດໜ້າທີ່ຂອງພຣະຄຣິສເພື່ອຄວາມລອດຂອງມະນຸດ. ຂ່າວນີ້ເປັນຄວາມຈິງທີ່ຈະຕ້ອງປ່າວປະກາດ ຈົນກວ່າການອ້ອນວອນເພື່ອມະນຸດຂອງພຣະຜູ້ຊ່ວຍໃຫ້ລອດຈະສິ້ນສຸດລົງ ແລະ ພຣະອົງສະເດັດກັບມາຍັງໂລກ ເພື່ອຮັບໄພ່ພົນຂອງພຣະອົງໃຫ້ໄປຢູ່ກັບພຣະອົງ. ວຽກງານການພິພາກສາທີ່ໄດ້ເລີ່ມຕົ້ນໃນປີ 1844 ຈະດຳເນີນຕໍ່ໄປ ຈົນກວ່າຄະດີຂອງທຸກຄົນໄດ້ຮັບການຕັດສິນ, ທັງຄົນທີ່ມີຊີວິດ ແລະ ຄົນທີ່ຕາຍແລ້ວ. ດັ່ງນັ້ນ, ການພິພາກສານີ້ຈະດຳເນີນໄປຈົນໝົດໄລຍະເວລາແຫ່ງພຣະກະລຸນາທີ່ກຳນົດໄວ້ເພື່ອພິສູດຈິດໃຈຂອງມະນຸດ. ເພື່ອໃຫ້ມະນຸດພ້ອມທີ່ຈະຢືນຢູ່ໃນການພິພາກສາໄດ້, ຂ່າວສານນັ້ນໄດ້ສັ່ງມະນຸດທຸກຄົນວ່າ: “ຈົ່ງຢຳເກງພຣະເຈົ້າ ແລະ ຖວາຍກຽດຕິຍົດແກ່ພຣະອົງ” ແລະ “ຈົ່ງນະມັດສະການພຣະອົງຜູ້ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸທັງຫຼາຍ.” (ພຣະນິມິດ 14:7 LCV). ຜົນຂອງການຍອມຮັບຂ່າວສານເຫຼົ່ານີ້ມີຢູ່ໃນຂໍ້ພຣະຄຳພີທີ່ວ່າ: “ນີ້ຄືຄວາມມານະອົດທົນຂອງບັນດາຜູ້ບໍຣິສຸດຂອງພຣະເຈົ້າ ທີ່ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ແລະ ມີຄວາມພັກດີຕໍ່ພຣະເຢຊູ.” (ພຣະນິມິດ 14:12 NTV). ເພື່ອກຽມຕົວສຳລັບການພິພາກສາ, ມະນຸດຈຳເປັນຕ້ອງຖືຮັກສາພຣະບັນຍັດຂອງພຣະເຈົ້າ. ໃນການພິພາກສານັ້ນ ມາດຕະຖານທີ່ໃຊ້ໃນການວັດແທກອຸປະນິໄສ ແມ່ນພຣະບັນຍັດຂອງພຣະເຈົ້າ. ອັກຄະສາວົກໂປໂລກ່າວວ່າ: “ທຸກຄົນທີ່ຢູ່ພາຍໃຕ້ກົດບັນຍັດ ແລະ ໄດ້ເຮັດບາບ ຈະຖືກຕັດສິນຕາມກົດບັນຍັດນັ້ນ;…ສິ່ງນີ້ຈະເກີດຂຶ້ນໃນວັນທີ່ພຣະເຈົ້າຈະໃຫ້ພຣະເຢຊູຄຣິສເຈົ້າພິພາກສາຄວາມລັບຂອງມະນຸດ.” ເພິ່ນຍັງກ່າວວ່າ: “ຜູ້ທີ່ໄດ້ເຮັດຕາມກົດບັນຍັດເທົ່ານັ້ນ ທີ່ພຣະເຈົ້າຈະປະກາດວ່າເປັນຜູ້ຊອບທຳ.” (ໂຣມ 2:12–16 LCV). ຄວາມເຊື່ອເປັນສິ່ງທີ່ຂາດບໍ່ໄດ້ໃນການຖືຮັກສາພຣະບັນຍັດຂອງພຣະເຈົ້າ ເພາະວ່າ, “ຖ້າບໍ່ມີຄວາມເຊື່ອ ກໍເປັນໄປບໍ່ໄດ້ທີ່ຈະເຮັດໃຫ້ພຣະເຈົ້າພໍໃຈ” ແລະ “ສິ່ງໃດທີ່ເຮັດໄປໂດຍບໍ່ເກີດຈາກຄວາມເຊື່ອກໍເປັນບາບ.” (ເຮັບເຣີ 11:6 LCV; ໂຣມ 14:23 LCV). {GC 435.2}

ທູດສະຫວັນອົງທີໜຶ່ງໄດ້ຮຽກຮ້ອງໃຫ້ມະນຸດ “ຢຳເກງພຣະເຈົ້າ ແລະ ຖວາຍກຽດຕິຍົດແກ່ພຣະອົງ” ແລະ ນະມັດສະການພຣະອົງໃນຖານະຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. ເພື່ອເຮັດສິ່ງເຫຼົ່ານີ້ໄດ້ ພວກເຂົາຕ້ອງປະຕິບັດຕາມພຣະບັນຍັດຂອງພຣະອົງ. ກະສັດໂຊໂລໂມນກ່າວໄວ້ວ່າ: “ຈົ່ງຢຳເກງພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ ເພາະນີ້ເປັນໜ້າທີ່ທັງໝົດຂອງມະນຸດ.” (ປັນຍາຈານ 12:13 TNCV). ການນະມັດສະການທີ່ປາສະຈາກການປະຕິບັດຕາມພຣະບັນຍັດຂອງພຣະອົງນັ້ນ ບໍ່ເປັນທີ່ພໍພຣະໄທພຣະເຈົ້າ. “ນີ້ເປັນຄວາມຮັກຕໍ່ພຣະເຈົ້າຄື: ການຖືຮັກສາຄຳສັ່ງຂອງພຣະອົງ.” “ຜູ້ໃດທີ່ບໍ່ປະຕິບັດຕາມກົດບັນຍັດ ພຣະເຈົ້າກໍຈະກຽດຊັງຄຳພາວັນນາອະທິຖານຂອງຜູ້ນັ້ນ.” (1 ໂຢຮັນ 5:3 LCV; ສຸພາສິດ 28:9). {GC 436.1}

ຈົ່ງນະມັດສະການພຣະຜູ້ສ້າງ

ໜ້າທີ່ໃນການນະມັດສະການພຣະເຈົ້າ ແມ່ນອີງໃສ່ຂໍ້ເທັດຈິງທີ່ວ່າພຣະອົງຊົງເປັນພຣະຜູ້ສ້າງ ແລະ ສິ່ງທີ່ມີຊີວິດທັງປວງມີຢູ່ໄດ້ກໍຍ້ອນພຣະອົງ. ໃນພຣະຄຳພີ ທຸກຄັ້ງທີ່ກ່າວເຖິງການທີ່ພຣະອົງຊົງສົມຄວນໄດ້ຮັບຄວາມຢຳເກງ ແລະ ການນະມັດສະການເໜືອບັນດາພຣະຂອງຊົນຊາດທັງຫຼາຍທີ່ບໍ່ນັບຖືພຣະເຈົ້ານັ້ນ, ກໍຈະຊີ້ໃຫ້ເຫັນເຖິງຣິດອຳນາດແຫ່ງການຊົງສ້າງຂອງພຣະອົງ. “ພຣະຂອງຊົນຊາດອື່ນນັ້ນເປັນພຽງແຕ່ຮູບເຄົາລົບ ສ່ວນພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ.” (ເພງສັນລະເສີນ 96:5). “ພຣະເຈົ້າອົງບໍຣິສຸດຖືກທຽບໃສ່ໄດ້ກັບສິ່ງໃດນໍ? ມີຜູ້ໃດແດ່ທີ່ສຳຄັນເໝືອນດັ່ງພຣະອົງໄດ້? ຈົ່ງເງີຍໜ້າຂຶ້ນສູ່ທ້ອງຟ້າເວຫາເບິ່ງດູ ຜູ້ໃດສ້າງໝູ່ດວງດາວທີ່ທ່ານເຫັນຢູ່ນັ້ນ?” “ພຣະເຈົ້າຢາເວໄດ້ນິຣະມິດສ້າງຈັກກະວານ ແມ່ນພຣະອົງແຕ່ຜູ້ດຽວທີ່ເປັນພຣະເຈົ້າ; ພຣະອົງໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ…ພຣະເຈົ້າລັ່ນປາກກ່າວໄຂວາຈາວ່າ, ‘ເຮົາຄືພຣະເຈົ້າຢາເວ ພຣະເຈົ້າອົງອື່ນບໍ່ມີ.’” (ເອຊາຢາ 40:25, 26; 45:18). ມີຖ້ອຍຄຳຂຽນໄວ້ໃນພຣະທຳເພງສັນລະເສີນວ່າ: “ຈົ່ງຮູ້ເຖີດວ່າ ພຣະເຢໂຮວາຊົງເປັນພຣະເຈົ້າ ຄືພຣະອົງເອງທີ່ຊົງສ້າງເຮົາທັງຫຼາຍ ເຮົາບໍ່ໄດ້ສ້າງຕົວເອງຂຶ້ນ.” “ຈົ່ງເຂົ້າມາກົ້ມຂາບນະມັດສະການພຣະອົງ ຄູ້ເຂົ່າລົງຕໍ່ໜ້າພຣະຜູ້ສ້າງຂອງພວກເຮົາ ຄືພຣະເຈົ້າຢາເວ.” (ເພງສັນລະເສີນ 100:3 TKJV; 95:6). ສ່ວນບັນດາຜູ້ບໍຣິສຸດທີ່ນະມັດສະການພຣະເຈົ້າໃນສະຫວັນກໍໄດ້ກ່າວເຫດຜົນທີ່ພວກເພິ່ນຖວາຍຄວາມເຄົາລົບແດ່ພຣະອົງວ່າ: “ພຣະອົງສົມຄວນທີ່ຈະຮັບສະຫງ່າຣາສີ, ກຽດຕິຍົດ ແລະ ຣິດອຳນາດ, ເພາະວ່າພຣະອົງໄດ້ສ້າງທຸກສິ່ງ.” (ພຣະນິມິດ 4:11). {GC 436.2}

ໃນພຣະນິມິດບົດທີ 14, ມະນຸດຖືກເອີ້ນໃຫ້ນະມັດສະການພຣະຜູ້ສ້າງ. ຄຳພະຍາກອນນີ້ສະແດງໃຫ້ເຫັນກຸ່ມຄົນທີ່ເກີດຈາກຂ່າວທູດສະຫວັນສາມອົງ ເຊິ່ງພວກເຂົາໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ. ໜຶ່ງໃນບັນດາພຣະບັນຍັດເຫຼົ່ານີ້ ຊີ້ເຖິງພຣະເຈົ້າໃນຖານະພຣະຜູ້ສ້າງໂດຍກົງ. ພຣະບັນຍັດຂໍ້ທີສີ່ກ່າວວ່າ: “ວັນທີເຈັດເປັນວັນສະບາໂຕຂອງພຣະເຈົ້າຢາເວພຣະເຈົ້າຂອງເຈົ້າ…ໃນຫົກວັນພຣະເຈົ້າຢາເວໄດ້ນິຣະມິດສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ, ທະເລ ແລະ ສັບພະທຸກສິ່ງທີ່ຢູ່ໃນນັ້ນ, ແຕ່ໃນວັນທີເຈັດໄດ້ພັກຜ່ອນ. ສະນັ້ນ, ພຣະເຈົ້າຢາເວຈຶ່ງອວຍພອນວັນສະບາໂຕ ແລະ ຕັ້ງໄວ້ເປັນວັນສັກສິດ.” (ອົບພະຍົບ 20:10, 11). ອົງພຣະຜູ້ເປັນເຈົ້າຊົງກ່າວເພີ່ມເຕີມກ່ຽວກັບວັນສະບາໂຕວ່າ ເປັນ “ໝາຍສຳຄັນ…ເພື່ອເຈົ້າຈະຊາບວ່າ ເຮົາຄືພຣະເຢໂຮວາ ເປັນພຣະເຈົ້າຂອງເຈົ້າ.” (ເອເຊກຽນ 20:20 TKJV). ພຣະອົງຊົງອະທິບາຍເຫດຜົນທີ່ວັນສະບາໂຕເປັນໝາຍສຳຄັນວ່າ: “ເພາະວ່າພຣະເຈົ້າຢາເວໄດ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກໃນຫົກວັນ ແລະ ໃນວັນທີເຈັດ ພຣະອົງໄດ້ຢຸດກິດຈະການທັງໝົດ ແລະ ພັກຜ່ອນ.” (ອົບພະຍົບ 31:17). {GC 437.1}

“ຄວາມສຳຄັນຂອງວັນສະບາໂຕໃນຖານະເຄື່ອງເຕືອນໃຈເຖິງການຊົງສ້າງ ແມ່ນເພື່ອຊີ້ໃຫ້ເຫັນເຫດຜົນອັນແທ້ຈິງທີ່ພວກເຮົາຕ້ອງນະມັດສະການພຣະເຈົ້າ” ເພາະພຣະອົງຊົງເປັນພຣະຜູ້ສ້າງ ແລະ ພວກເຮົາເປັນຜູ້ທີ່ພຣະອົງຊົງສ້າງຂຶ້ນມາ. “ດັ່ງນັ້ນ, ວັນສະບາໂຕຈຶ່ງເປັນຮາກຖານຂອງການນະມັດສະການພຣະເຈົ້າ ເພາະມັນສອນຄວາມຈິງອັນສຳຄັນນີ້ຢ່າງເລິກເຊິ່ງທີ່ສຸດ ແລະ ບໍ່ມີຂໍ້ກຳນົດອື່ນໃດສາມາດສອນໄດ້ແບບນີ້. ຄວາມແຕກຕ່າງລະຫວ່າງພຣະຜູ້ສ້າງ ແລະ ສິ່ງທີ່ພຣະອົງຊົງສ້າງ ເປັນພື້ນຖານທີ່ແທ້ຈິງຂອງການນະມັດສະການທັງປວງ, ບໍ່ແມ່ນສະເພາະແຕ່ການນະມັດສະການໃນວັນທີເຈັດເທົ່ານັ້ນ. ຄວາມຈິງອັນສຳຄັນນີ້ຈະບໍ່ມີວັນລ້າສະໄໝ ແລະ ຕ້ອງຈົດຈຳໄວ້ຕະຫຼອດໄປ.”2 ພຣະເຈົ້າຊົງສະຖາປະນາວັນສະບາໂຕໃນສວນເອເດນ ເພື່ອຮັກສາຄວາມຈິງນີ້ໄວ້ໃນຈິດໃຈຂອງມະນຸດຕະຫຼອດໄປ. ຕາບໃດທີ່ຄວາມເປັນພຣະຜູ້ສ້າງຂອງພຣະອົງ ຍັງເປັນເຫດຜົນໃຫ້ພວກເຮົານະມັດສະການພຣະອົງ, ວັນສະບາໂຕກໍຈະຍັງເປັນໝາຍສຳຄັນ ແລະ ເຄື່ອງເຕືອນໃຈຢູ່ຕາບນັ້ນ. ຖ້າທຸກຄົນໄດ້ຮັກສາວັນສະບາໂຕມາຕັ້ງແຕ່ສະໄໝເລີ່ມຕົ້ນ ມະນຸດຈະນັບຖືພຣະຜູ້ສ້າງໃນຖານະຜູ້ທີ່ສົມຄວນໄດ້ຮັບຄວາມຢຳເກງ ແລະ ຄວນໄດ້ຮັບການນະມັດສະການ; ຈະບໍ່ມີຜູ້ໃດຂາບໄຫວ້ຮູບເຄົາລົບ, ບໍ່ມີຜູ້ປະຕິເສດພຣະເຈົ້າ ແລະ ຈະບໍ່ມີຄົນທີ່ບໍ່ເຊື່ອໃນພຣະອົງ. ການຮັກສາວັນສະບາໂຕ ເປັນການສະແດງຄວາມຈົງຮັກພັກດີຕໍ່ພຣະເຈົ້າອົງທ່ຽງແທ້, “ຜູ້ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸທັງຫຼາຍ.” ສະນັ້ນ, ຂ່າວສານທີ່ສັ່ງໃຫ້ມະນຸດນະມັດສະການພຣະເຈົ້າ ແລະ ຮັກສາພຣະບັນຍັດຂອງພຣະອົງ ຈະເນັ້ນເປັນພິເສດໃຫ້ພວກເຂົາຮັກສາພຣະບັນຍັດຂໍ້ທີສີ່. {GC 437.2}

ທູດສະຫວັນອົງທີສາມ ໄດ້ຊີ້ໃຫ້ເຫັນກຸ່ມຄົນອີກພວກໜຶ່ງທີ່ແຕກຕ່າງຈາກຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ມີຄວາມເຊື່ອໃນພຣະເຢຊູ. ຂ່າວສານນີ້ໄດ້ປະກາດຄຳເຕືອນອັນໜ້າຢ້ານກົວກ່ຽວກັບຄວາມເຊື່ອຜິດຂອງພວກເຂົາວ່າ: “ຖ້າຜູ້ໃດຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫຼື ທີ່ມືຂອງຕົນ, ພວກເຂົາຈະຕ້ອງດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.” (ພຣະນິມິດ 14:9, 10 LCV). ຖ້າຢາກເຂົ້າໃຈຂໍ້ຄວາມນີ້ ຈະຕ້ອງຕີຄວາມໝາຍສັນຍະລັກເຫຼົ່ານີ້ໃຫ້ຖືກຕ້ອງ. ສັດຮ້າຍ, ຮູບຈຳລອງຂອງມັນ ແລະ ເຄື່ອງໝາຍຂອງມັນນັ້ນ ແມ່ນໝາຍເຖິງຫຍັງ? {GC 438.1}

ເປີດເຜີຍຕົວຕົນຂອງພະຍານາກ

ຄຳພະຍາກອນທີ່ກ່າວເຖິງສັນຍະລັກເຫຼົ່ານີ້ ເລີ່ມຕົ້ນຈາກພຣະນິມິດບົດທີ 12 ເຊິ່ງກ່າວເຖິງພະຍານາກທີ່ພະຍາຍາມທຳລາຍພຣະຄຣິສເມື່ອພຣະອົງຊົງບັງເກີດ ແລະ ກ່າວວ່າພະຍານາກນັ້ນຄືຊາຕານ (ເບິ່ງ ພຣະນິມິດ 12:9), ມັນເປັນຜູ້ທີ່ຊັກນຳໃຫ້ກະສັດເຮໂຣດພະຍາຍາມຂ້າພຣະຜູ້ຊ່ວຍໃຫ້ລອດ. ແຕ່ໃນຊ່ວງສະຕະວັດຕົ້ນໆຂອງຄຣິສຕະສັກກະຫຼາດ, ຜູ້ຮັບໃຊ້ທີ່ສຳຄັນທີ່ສຸດຂອງຊາຕານໃນການຕໍ່ສູ້ກັບພຣະຄຣິສ ແລະ ໄພ່ພົນຂອງພຣະອົງຄືອຳນາດຈັກກະພັດໂຣມ; ເຊິ່ງໃນເວລານັ້ນ, ການຂາບໄຫວ້ຮູບເຄົາລົບແມ່ນຄວາມເຊື່ອຖືທີ່ສຳຄັນ. ດັ່ງນັ້ນ, ເຖິງແມ່ນວ່າຄວາມໝາຍຫຼັກຂອງພະຍານາກແມ່ນຊາຕານ ແຕ່ອີກຄວາມໝາຍໜຶ່ງ ກໍແມ່ນອຳນາດຈັກກະພັດໂຣມທີ່ຂາບໄຫວ້ຮູບເຄົາລົບ. {GC 438.2}

ພຣະນິມິດບົດທີ 13:1–10 ໄດ້ບັນລະຍາຍເຖິງສັດຮ້າຍອີກໂຕໜຶ່ງ “ເໝືອນເສືອດາວ” ເຊິ່ງພະຍານາກໄດ້ມອບ “ຣິດເດດ ແລະ ບັນລັງກັບອຳນາດອັນໃຫຍ່ຫຼວງຂອງຕົນແກ່ສັດຮ້າຍນັ້ນ.” ສັນຍະລັກນີ້ ຕາມຄວາມເຊື່ອຂອງຊາວໂປຣແຕັສຕັງສ່ວນໃຫຍ່ ໝາຍເຖິງລະບອບສັນຕະປາປາທີ່ໄດ້ຮັບບັນລັງ ແລະ ສິດອຳນາດທີ່ເຄີຍເປັນຂອງຈັກກະພັດໂຣມໃນສະໄໝບູຮານ. ພຣະຄຳພີກ່າວເຖິງສັດທີ່ຄ້າຍຄືເສືອດາວນີ້ວ່າ: “ພຣະເຈົ້າຊົງອະນຸຍາດໃຫ້ສັດນັ້ນມີປາກເວົ້າຄຳຈອງຫອງ ແລະ ໝິ່ນປະໝາດ;…ມັນອ້າປາກເລີ່ມກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ ຕໍ່ພຣະນາມຂອງພຣະອົງ ຕໍ່ທີ່ສະຖິດຂອງພຣະອົງ ແລະ ຕໍ່ບັນດາຜູ້ທີ່ຢູ່ເທິງສະຫວັນທັງໝົດ. ແລະ ໄດ້ຊົງໃຫ້ມັນສູ້ຮົບກັບບັນດາໄພ່ພົນຂອງພຣະເຈົ້າ ແລະ ຊະນະພວກເຂົາ ຍັງຊົງປະທານໃຫ້ມັນມີອຳນາດເໜືອທຸກຕະກູນ, ທຸກຊົນຊາດ, ທຸກພາສາ ແລະ ທຸກປະເທດ.” ຄຳພະຍາກອນນີ້ຄ້າຍຄືກັນກັບຄຳບັນລະຍາຍກ່ຽວກັບເຂົານ້ອຍໆໃນພຣະທຳດານີເອນບົດທີ 7, ເຊິ່ງຊີ້ໄປເຖິງລະບອບສັນຕະປາປາຢ່າງບໍ່ມີຂໍ້ສົງໄສ. {GC 439.1}

“ຊົງໃຫ້ມັນມີອຳນາດເຮັດຢ່າງນັ້ນຕະຫຼອດ 42 ເດືອນ.” ຜູ້ເຜີຍພຣະທຳຍັງກ່າວວ່າ: “ຫົວໜຶ່ງໃນບັນດາຫົວຂອງສັດຮ້າຍ ເບິ່ງເໝືອນກັບວ່າ ຖືກຟັນເຖິງແກ່ຄວາມຕາຍແລ້ວ;” ແລະຍັງກ່າວອີກວ່າ “ຖ້າຜູ້ໃດຈະກວາດເອົາຄົນໄປເປັນທາດ ຜູ້ນັ້ນຕ້ອງເຂົ້າເປັນທາດເອງ; ຖ້າຜູ້ໃດຈະຟັນຂ້າດ້ວຍດາບ ຜູ້ນັ້ນຕ້ອງຖືກຟັນຂ້າດ້ວຍດາບ.”3 42 ເດືອນນັ້ນແມ່ນໄລຍະເວລາດຽວກັນກັບ “ໜຶ່ງວາລະ ສອງວາລະ ກັບເຄິ່ງວາລະ,”4 ສາມປີເຄິ່ງ ແລະ 1,260 ວັນ ຕາມທີ່ກ່າວໄວ້ໃນພຣະທຳດານີເອນບົດທີ 7. ນີ້ແມ່ນໄລຍະເວລາທີ່ລະບອບສັນຕະປາປາກົດຂີ່ຂົ່ມເຫັງໄພ່ພົນຂອງພຣະເຈົ້າ. ດັ່ງທີ່ໄດ້ອະທິບາຍໄວ້ໃນບົດກ່ອນໜ້ານີ້ ໄລຍະເວລາດັ່ງກ່າວເລີ່ມຕົ້ນເມື່ອສັນຕະປາປາຂຶ້ນສູ່ອຳນາດໃນປີ ຄ.ສ. 538 ແລະ ສິ້ນສຸດລົງໃນປີ 1798. ໃນເວລານັ້ນ, ກອງທັບຝຣັ່ງໄດ້ຈັບສັນຕະປາປາໄປເປັນຊະເລີຍ; ລະບອບສັນຕະປາປາໄດ້ຮັບບາດແຜເໝືອນຕາຍ ແລະ ຄຳພະຍາກອນກໍສຳເລັດທີ່ກ່າວວ່າ “ຖ້າຜູ້ໃດຈະກວາດເອົາຄົນໄປເປັນທາດ ຜູ້ນັ້ນຕ້ອງເຂົ້າເປັນທາດເອງ.” {GC 439.2}

ອຳນາດໃໝ່ປາກົດຕົວ

ໃນຕອນນີ້ມີສັນຍະລັກອີກອັນໜຶ່ງປາກົດຂຶ້ນ. ຜູ້ເຜີຍພຣະທຳກ່າວວ່າ: “ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍໂຕທີສອງຂຶ້ນມາຈາກແຜ່ນດິນໂລກ. ມັນມີສອງເຂົາເໝືອນເຂົາແກະນ້ອຍ.” (ພຣະນິມິດ 13:11 LCV). ທັງຮູບລັກສະນະ ແລະ ວິທີປາກົດຕົວຂອງສັດຮ້າຍໂຕນີ້ຊີ້ບອກວ່າ ປະເທດທີ່ເກີດຂຶ້ນຕາມສັນຍະລັກດັ່ງກ່າວ ແມ່ນແຕກຕ່າງຈາກປະເທດທີ່ເປັນໄປຕາມສັນຍະລັກອື່ນກ່ອນໜ້ານີ້. ຜູ້ເຜີຍພຣະທຳດານີເອນເຫັນບັນດາມະຫາອານາຈັກທີ່ປົກຄອງໂລກໃນຮູບແບບສັນຍະລັກຂອງສັດຮ້າຍກິນຊີ້ນ ເຊິ່ງປາກົດຂຶ້ນເມື່ອ “ລົມທັງສີ່ຂອງຟ້າສະຫວັນກະພືທະເລໃຫຍ່ຈົນປັ່ນປ່ວນ.” (ດານີເອນ 7:2 NTV). ໃນພຣະນິມິດບົດທີ 17 ທູດສະຫວັນໄດ້ອະທິບາຍວ່າ “ນ້ຳ” ໝາຍເຖິງ “ບັນດາປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາຕ່າງໆ.” (ພຣະນິມິດ 17:15 LCV). ສ່ວນລົມນັ້ນເປັນສັນຍະລັກຂອງຄວາມປັ່ນປ່ວນ. ລົມທັງສີ່ທິດທີ່ພັດເຂົ້າໃສ່ທະເລໃຫຍ່ ຈຶ່ງໝາຍເຖິງເຫດການອັນໜ້າຢ້ານກົວຂອງການຢຶດຄອງ ແລະ ການປະຕິວັດທີ່ເຮັດໃຫ້ບັນດາອານາຈັກໄດ້ຂຶ້ນມາມີອຳນາດ. {GC 439.3}

ແຕ່ສັດຮ້າຍທີ່ມີເຂົາເໝືອນແກະນ້ອຍນັ້ນ “ຂຶ້ນມາຈາກແຜ່ນດິນໂລກ” (ພຣະນິມິດ 13:11 LCV) ແທນທີ່ຈະໂຄ່ນລົ້ມອຳນາດອື່ນ ເພື່ອກໍ່ຕັ້ງຖານອຳນາດຂອງຕົນ. ສັນຍະລັກນີ້ໝາຍເຖິງປະເທດໜຶ່ງທີ່ຈະເກີດຂຶ້ນໃນດິນແດນທີ່ຫວ່າງເປົ່າ ແລະ ຈະເລີນເຕີບໂຕຂຶ້ນຢ່າງຊ້າໆດ້ວຍສັນຕິ. ສະນັ້ນ, ມັນຈຶ່ງບໍ່ສາມາດເກີດຂຶ້ນໃນທ່າມກາງບັນດາປະເທດທີ່ແອອັດ ແລະ ແກ່ງແຍ້ງກັນໃນເອີຣົບ ອັນປຽບເໝືອນທະເລທີ່ປັ່ນປ່ວນດ້ວຍ “ບັນດາປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາຕ່າງໆ.” (ພຣະນິມິດ 17:15 LCV). ປະເທດນີ້ຕ້ອງເກີດຂຶ້ນໃນທະວີບຕາເວັນຕົກ. {GC 440.1}

ປະເທດໃດໃນທະວີບອາເມຣິກາທີ່ກຳລັງກ້າວຂຶ້ນສູ່ອຳນາດໃນປີ 1798 ແລະ ສົ່ງສັນຍານເຖິງຄວາມເຂັ້ມແຂງອັນຍິ່ງໃຫຍ່ໃນອະນາຄົດ ຈົນດຶງດູດສາຍຕາຂອງຊາວໂລກ? ຄວາມໝາຍຂອງສັນຍະລັກນີ້ບໍ່ມີຂໍ້ສົງໄສ. ມີພຽງປະເທດດຽວເທົ່ານັ້ນທີ່ກົງກັບລາຍລະອຽດຂອງຄຳພະຍາກອນນີ້; ມັນຊີ້ບອກຢ່າງຈະແຈ້ງເຖິງປະເທດສະຫະລັດອາເມຣິກາ. ຫຼາຍຕໍ່ຫຼາຍເທື່ອ ນັກປາໄສ ແລະ ນັກປະຫວັດສາດໄດ້ນຳໃຊ້ແນວຄິດ ແລະ ເກືອບຈະແມ່ນຄຳເວົ້າດຽວກັນກັບຜູ້ຂຽນພຣະຄຳພີໂດຍບໍ່ຮູ້ຕົວ ໃນການອະທິບາຍເຖິງການເກີດຂຶ້ນ ແລະ ການເຕີບໃຫຍ່ຂອງປະເທດນີ້. ສັດຮ້າຍນັ້ນ “ຂຶ້ນມາຈາກແຜ່ນດິນໂລກ” ແລະ ຕາມທີ່ນັກແປພຣະຄຳພີອະທິບາຍ, ຄຳວ່າ “ຂຶ້ນມາ” ໃນພາສາເດີມແປວ່າ ‘ເຕີບໂຕ ຫຼື ແຕກໜໍ່ງອກຂຶ້ນຄືກັບຕົ້ນໄມ້.’ ນອກຈາກນັ້ນ, ຕາມທີ່ພວກເຮົາໄດ້ເຫັນແລ້ວ ປະເທດນີ້ຕ້ອງເກີດຂຶ້ນໃນດິນແດນທີ່ບໍ່ເຄີຍມີຜູ້ຄອບຄອງມາກ່ອນ. ນັກຂຽນທີ່ມີຊື່ສຽງຄົນໜຶ່ງ ໄດ້ອະທິບາຍເຖິງການເກີດຂຶ້ນຂອງສະຫະລັດອາເມຣິກາໂດຍກ່າວວ່າ: “ດ້ວຍຄວາມເລິກລັບຂອງການປາກົດຂຶ້ນຈາກຄວາມຫວ່າງເປົ່າ…ຄືກັບແກ່ນພືດທີ່ງຽບສະຫງົບ, ພວກເຮົາໄດ້ເຕີບໃຫຍ່ກາຍເປັນມະຫາອຳນາດ.”5 ວາລະສານຂອງເອີຣົບສະບັບໜຶ່ງໃນປີ 1850 ໄດ້ກ່າວເຖິງສະຫະລັດວ່າ ເປັນມະຫາອຳນາດທີ່ໜ້າອັດສະຈັນ ເຊິ່ງກຳລັງ ‘ກ້າວຂຶ້ນມາ’ ແລະ ‘ທ່າມກາງຄວາມສະຫງົບຂອງແຜ່ນດິນໂລກ ກຳລັງເພີ່ມພູນອຳນາດ ແລະ ຄວາມພາກພູມໃຈຂຶ້ນທຸກມື້ທຸກວັນ.’6 ເອັດເວີດ ເອເວີເຣັດ ໄດ້ກ່າວໃນຄຳປາໄສກ່ຽວກັບກຸ່ມປິນກຣິມທີ່ຊ່ວຍກັນກໍ່ຕັ້ງປະເທດອາເມຣິກາວ່າ: “ພວກເພິ່ນຊອກຫາບ່ອນທີ່ສະຫງົບ, ບໍ່ເປັນໄພຍ້ອນບໍ່ມີຄົນຮູ້ຈັກ ແລະ ປອດໄພຍ້ອນຢູ່ຫ່າງໄກ, ບ່ອນທີ່ຄຣິສຕະຈັກນ້ອຍໆແຫ່ງເມືອງເລເດັນ ຈະໄດ້ຮັບເສລີພາບທາງຈິດສຳນຶກບໍ? ຈົ່ງເບິ່ງດິນແດນອັນກວ້າງໃຫຍ່ທີ່ພວກເພິ່ນໄດ້ຢຶດຄອງດ້ວຍສັນຕິວິທີ…ພວກເພິ່ນໄດ້ຊູທຸງແຫ່ງໄມ້ກາງແຂນຂຶ້ນ!”7 {GC 440.2}

“ມັນມີສອງເຂົາເໝືອນເຂົາແກະນ້ອຍ.” (ພຣະນິມິດ 13:11 LCV). ເຂົາທີ່ເໝືອນແກະນ້ອຍນັ້ນ ໝາຍເຖິງຊາດທີ່ເກີດໃໝ່, ຄວາມບໍຣິສຸດ ແລະ ຄວາມອ່ອນໂຍນ, ເຊິ່ງກົງກັບລັກສະນະຂອງປະເທດສະຫະລັດອາເມຣິກາ ເມື່ອຜູ້ເຜີຍພຣະທຳໄດ້ເຫັນມັນ “ຂຶ້ນມາ” ໃນປີ 1798. ໃນບັນດາຄຣິສຕຽນກຸ່ມທຳອິດທີ່ໜີໄປອາເມຣິກາ ເພື່ອຊອກຫາບ່ອນລີ້ໄພຈາກການກົດຂີ່ຂອງກະສັດ ແລະ ການບີບບັງຄັບທາງສາສະໜາຂອງພວກບາດຫຼວງນັ້ນ ມີຫຼາຍຄົນໄດ້ຕັດສິນໃຈສ້າງຕັ້ງລັດຖະບານເທິງພື້ນຖານອັນກວ້າງຂວາງແຫ່ງສິດທິບຸກຄົນ ແລະ ເສລີພາບທາງສາສະໜາ. ແນວຄິດຂອງພວກເຂົາໄດ້ປາກົດໃນຄຳປະກາດເອກະລາດ ເຊິ່ງປະກາດຄວາມຈິງອັນຍິ່ງໃຫຍ່ວ່າ “ມະນຸດທຸກຄົນຖືກສ້າງຂຶ້ນມາເທົ່າທຽມກັນ” ແລະ ມີສິດທິອັນບໍ່ອາດພາກໄປໄດ້ໃນ “ຊີວິດ, ເສລີພາບ ແລະ ການຊອກຫາຄວາມສຸກ.” ລັດຖະທຳມະນູນຍັງໄດ້ຮັບປະກັນສິດທິໃນການປົກຄອງຕົນເອງຂອງປະຊາຊົນ ໂດຍກຳນົດໃຫ້ຜູ້ຕາງໜ້າທີ່ຖືກເລືອກຕັ້ງຈາກປະຊາຊົນເປັນຜູ້ອອກກົດໝາຍ ແລະ ບໍລິຫານປະເທດ. ເສລີພາບໃນການນັບຖືສາສະໜາກໍໄດ້ຖືກຮັບຮອງ; ທຸກຄົນມີສິດນະມັດສະການພຣະເຈົ້າຕາມຄວາມເຊື່ອຂອງຕົນ. ຫຼັກການຂອງລະບອບສາທາລະນະລັດ ແລະ ນິກາຍໂປຣແຕັສຕັງໄດ້ກາຍເປັນເສົາຄ້ຳຂອງຊາດ. ຫຼັກການເຫຼົ່ານີ້ເປັນເຄັດລັບແຫ່ງອຳນາດ ແລະ ຄວາມຈະເລີນຮຸ່ງເຮືອງຂອງມັນ. ຜູ້ທີ່ຖືກກົດຂີ່ຂົ່ມເຫັງເພາະຄວາມເຊື່ອຂອງຕົນທົ່ວໂລກ ຕ່າງກໍຫັນມາເບິ່ງແຜ່ນດິນນີ້ດ້ວຍຄວາມສົນໃຈ ແລະ ຄວາມຫວັງ. ຫຼາຍລ້ານຄົນໄດ້ເດີນທາງມາຕັ້ງຖິ່ນຖານໃນສະຫະລັດອາເມຣິກາ ແລະ ປະເທດນັ້ນກໍໄດ້ກ້າວຂຶ້ນເປັນໜຶ່ງໃນບັນດາປະເທດທີ່ມີອຳນາດທີ່ສຸດໃນໂລກ. {GC 441.1}

ການກະທຳບໍ່ກົງກັບຄຳອ້າງ

ເຖິງຢ່າງໃດກໍຕາມ, ສັດຮ້າຍທີ່ມີເຂົາເໝືອນແກະນ້ອຍນັ້ນ “ເວົ້າເໝືອນກັບພະຍານາກ. ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງໝົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫຼາຍທີ່ຢູ່ໃນແຜ່ນດິນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍ ແຕ່ຫາຍດີແລ້ວ;…ມັນຫຼອກລວງຄົນທັງຫຼາຍທີ່ຢູ່ໃນແຜ່ນດິນໂລກ. ມັນສັ່ງໃຫ້ພວກເຂົາສ້າງຮູບຈຳລອງຂຶ້ນເພື່ອເປັນກຽດແກ່ສັດຮ້າຍທີ່ຖືກບາດເຈັບດ້ວຍດາບ ແຕ່ຍັງບໍ່ຕາຍນັ້ນ.” (ພຣະນິມິດ 13:11–14 LCV). {GC 441.2}

ເຂົາທີ່ມີລັກສະນະຄືແກະນ້ອຍ ແລະ ການເວົ້າເໝືອນພະຍານາກຂອງສັນຍະລັກນີ້ ຊີ້ໃຫ້ເຫັນເຖິງຄວາມຂັດແຍ້ງທີ່ເດັ່ນຊັດລະຫວ່າງຄຳອວດອ້າງ ແລະ ການປະຕິບັດຂອງປະເທດດັ່ງກ່າວ. “ການເວົ້າ” ຂອງປະເທດນີ້ແມ່ນການກະທຳຂອງອຳນາດຝ່າຍນິຕິບັນຍັດ ແລະ ເຈົ້າໜ້າທີ່ຝ່າຍຕຸລາການ. ເມື່ອເປັນເຊັ່ນນີ້, ມັນຈະບິດເບືອນຫຼັກການແຫ່ງເສລີພາບ ແລະ ສັນຕິພາບທີ່ຕົນເຄີຍວາງໄວ້ເປັນພື້ນຖານຂອງນະໂຍບາຍ. ເມື່ອຄຳທຳນວາຍໄດ້ກ່າວວ່າ ປະເທດນີ້ຈະເວົ້າ “ເໝືອນກັບພະຍານາກ” ແລະ “ໃຊ້ສິດອຳນາດທັງໝົດຂອງສັດຮ້າຍໂຕທຳອິດ,” ເປັນການທຳນວາຍຢ່າງຈະແຈ້ງວ່າ ປະເທດດັ່ງກ່າວຈະມີທ່າທີກົດຂີ່ຂົ່ມເຫັງ ແລະ ຈະບໍ່ຍອມຮັບຜູ້ອື່ນ ຄືກັນກັບປະເທດທີ່ມີສັນຍະລັກຂອງພະຍານາກ ແລະ ປະເທດທີ່ມີສັນຍະລັກເໝືອນສັດຮ້າຍຄ້າຍເສືອດາວ. ພຣະຄຳພີກ່າວວ່າ ສັດຮ້າຍທີ່ມີເຂົາສອງເຂົາ ຈະ “ເຮັດໃຫ້ໂລກກັບຄົນທັງຫຼາຍທີ່ຢູ່ໃນແຜ່ນດິນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ.” ຂໍ້ນີ້ຊີ້ໃຫ້ເຫັນວ່າປະເທດດັ່ງກ່າວ ຈະໃຊ້ອຳນາດບັງຄັບໃຫ້ມີການປະຕິບັດ ໃນລັກສະນະທີ່ເປັນການຍອມຢູ່ໃຕ້ອຳນາດຂອງລະບອບສັນຕະປາປາ. {GC 442.1}

ການກະທຳເຊັ່ນນັ້ນ, ຈະຂັດກັບຫຼັກການປົກຄອງຂອງສະຫະລັດ, ຂັດກັບລັກສະນະພື້ນຖານຂອງສະຖາບັນປະຊາທິປະໄຕ, ຂັດກັບຄຳປະກາດເອກະລາດທີ່ໄດ້ຮັບການຮັບຮອງຢ່າງໜັກແໜ້ນ ແລະ ຈິງຈັງ, ແລະ ຂັດກັບລັດຖະທຳມະນູນ. ບັນດາຜູ້ສ້າງຕັ້ງປະເທດມີວິໄສທັດ ທີ່ຈະປ້ອງກັນບໍ່ໃຫ້ຄຣິສຕະຈັກນຳໃຊ້ອຳນາດລັດ ເຊິ່ງຈະນຳໄປສູ່ຜົນທີ່ຫຼີກລ່ຽງບໍ່ໄດ້ ຄືການບໍ່ຍອມຮັບຄວາມແຕກຕ່າງ ແລະ ການກົດຂີ່ຂົ່ມເຫັງ. ລັດຖະທຳມະນູນກຳນົດໄວ້ວ່າ “ລັດຖະສະພາຈະບໍ່ອອກກົດໝາຍໃດໆກ່ຽວກັບການສະຖາປະນາສາສະໜາ ຫຼື ຫ້າມການປະຕິບັດທາງສາສະໜາຢ່າງເສລີ” ແລະຍັງ “ຫ້າມກຳນົດເງື່ອນໄຂທາງສາສະໜາສຳລັບການດຳລົງຕຳແໜ່ງ ຫຼື ໜ້າທີ່ສາທາລະນະໃດໆໃນສະຫະລັດອາເມຣິກາ.” ການບັງຄັບໃຫ້ມີການປະຕິບັດທາງສາສະໜາໂດຍອຳນາດລັດ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການລະເມີດຫຼັກປະກັນແຫ່ງເສລີພາບຂອງປະເທດຢ່າງຮ້າຍແຮງເທົ່ານັ້ນ. ແຕ່ການກະທຳທີ່ຂັດກັບຫຼັກການນີ້ ແມ່ນສິ່ງທີ່ຖືກທຳນວາຍໄວ້ແລ້ວຜ່ານຮູບສັນຍະລັກ. ມັນຄືສັດຮ້າຍທີ່ມີເຂົາຄືແກະນ້ອຍ, ມັນອ້າງວ່າບໍຣິສຸດ, ອ່ອນໂຍນ ແລະ ບໍ່ເປັນອັນຕະລາຍ, ແຕ່ປາກົດວ່າ ມັນເວົ້າຄືພະຍານາກ. {GC 442.2}

“ມັນສັ່ງໃຫ້ຄົນທັງຫຼາຍທີ່ຢູ່ໃນໂລກສ້າງຮູບຈຳລອງໃຫ້ແກ່ສັດຮ້າຍ.” (ພຣະນິມິດ 13:14 TKJV). ໃນຂໍ້ນີ້ປະຊາຊົນເປັນຜູ້ຖືກບອກໃຫ້ສ້າງຮູບຈຳລອງຂຶ້ນມາ ເຊິ່ງສະແດງໃຫ້ເຫັນເຖິງຮູບແບບການປົກຄອງ ທີ່ມອບອຳນາດນິຕິບັນຍັດໃຫ້ແກ່ປະຊາຊົນ. ສິ່ງນີ້ເປັນຫຼັກຖານອັນແຈ່ມແຈ້ງທີ່ສຸດວ່າ ສະຫະລັດອາເມຣິກາແມ່ນປະເທດທີ່ຖືກກ່າວເຖິງໃນຄຳພະຍາກອນ. {GC 442.3}

“ຮູບຈຳລອງໃຫ້ແກ່ສັດຮ້າຍ” ແມ່ນຫຍັງ? ແລະ ມັນຈະຖືກສ້າງຂຶ້ນມາແນວໃດ? ຮູບຈຳລອງນີ້ຖືກສ້າງຂຶ້ນໂດຍສັດຮ້າຍທີ່ມີສອງເຂົາ ແລະ ເປັນຮູບຈຳລອງໃຫ້ແກ່ສັດໂຕທຳອິດ. ມັນຍັງຖືກເອີ້ນວ່າຮູບຈຳລອງຂອງສັດຮ້າຍ. ສະນັ້ນ, ເພື່ອຈະຮູ້ວ່າຮູບຈຳລອງນີ້ເປັນແນວໃດ ແລະ ມັນຈະຖືກສ້າງຂຶ້ນແນວໃດ ພວກເຮົາຕ້ອງສຶກສາລັກສະນະຂອງສັດຮ້າຍເອງ, ນັ້ນກໍຄືລະບອບສັນຕະປາປາ. {GC 443.1}

ເມື່ອຄຣິສຕະຈັກໃນຍຸກເລີ່ມຕົ້ນເສື່ອມລົງ ຍ້ອນການປະຖິ້ມຄວາມລຽບງ່າຍຂອງຂ່າວປະເສີດ ແລະ ການຮັບເອົາພິທີກຳກັບຮີດຄອງຂອງຄົນທີ່ບໍ່ນັບຖືພຣະເຈົ້າ, ຄຣິສຕະຈັກກໍໄດ້ສູນເສຍພຣະວິນຍານ ແລະ ຣິດອຳນາດຂອງພຣະເຈົ້າ. ເພື່ອຈະຄວບຄຸມຈິດສຳນຶກຂອງປະຊາຊົນ ຄຣິສຕະຈັກຈຶ່ງຂໍແຮງສະໜັບສະໜູນຈາກອຳນາດລັດ. ຜົນທີ່ຕາມມາກໍຄືລະບອບສັນຕະປາປາ ເຊິ່ງເປັນຄຣິສຕະຈັກທີ່ຄວບຄຸມອຳນາດລັດ ແລະ ນຳໃຊ້ອຳນາດລັດເພື່ອຈຸດປະສົງຂອງຕົນເອງ ໂດຍສະເພາະແມ່ນການລົງໂທດ ‘ຄົນທີ່ເຊື່ອຄຳສອນນອກຮີດ.’ ຖ້າສະຫະລັດອາເມຣິກາຈະສ້າງຮູບຈຳລອງຂອງສັດຮ້າຍ, ສະແດງວ່າອຳນາດທາງສາສະໜາ ຈະຕ້ອງຄວບຄຸມອຳນາດການປົກຄອງໃຫ້ໄດ້ເສຍກ່ອນ; ຄຣິສຕະຈັກຈຶ່ງຈະສາມາດນຳໃຊ້ອຳນາດລັດເພື່ອບັນລຸຈຸດປະສົງຂອງຕົນ. {GC 443.2}

ທຸກຄັ້ງທີ່ຄຣິສຕະຈັກໄດ້ອຳນາດຝ່າຍການປົກຄອງ ຄຣິສຕະຈັກກໍໃຊ້ອຳນາດນັ້ນລົງໂທດຜູ້ທີ່ບໍ່ເຫັນພ້ອມກັບຄຳສອນຂອງຕົນ. ຄຣິສຕະຈັກໂປຣແຕັສຕັງທີ່ເຮັດຕາມຮູບແບບຂອງຄຣິສຕະຈັກໂຣມ ໂດຍການສ້າງພັນທະມິດກັບອຳນາດລັດ ກໍສະແດງຄວາມປາຖະໜາແບບດຽວກັນທີ່ຈະຈຳກັດເສລີພາບທາງຈິດສຳນຶກ. ຕົວຢ່າງໜຶ່ງ, ແມ່ນການຂົ່ມເຫັງຢ່າງຍາວນານຂອງຄຣິສຕະຈັກແຫ່ງອັງກິດ ຕໍ່ຜູ້ທີ່ແຍກຕົວອອກຈາກຄຣິສຕະຈັກ. ໃນສະຕະວັດທີ 16 ແລະ 17 ອາຈານສອນສາສະໜາຄຣິສນອກນິກາຍຫຼາຍພັນຄົນ ຖືກບັງຄັບໃຫ້ໜີຈາກຄຣິສຕະຈັກຂອງຕົນ ແລະ ຫຼາຍຄົນທັງອາຈານ ແລະ ສະມາຊິກຕ້ອງຖືກປັບໃໝ, ຖືກຈຳຄຸກ, ຖືກທໍລະມານ ແລະ ຖືກປະຫານຊີວິດເພາະບໍ່ຍອມປະຖິ້ມຄວາມເຊື່ອ. {GC 443.3}

ການປະຖິ້ມຄວາມເຊື່ອນັ້ນເອງ ທີ່ເປັນສາເຫດໃຫ້ຄຣິສຕະຈັກໃນຍຸກເລີ່ມຕົ້ນ ຊອກຫາແຮງສະໜັບສະໜູນຈາກອຳນາດລັດ; ແລະການກະທຳນີ້ໄດ້ກຽມທາງໃຫ້ແກ່ການກໍ່ຕັ້ງລະບອບສັນຕະປາປາ ກໍຄືສັດຮ້າຍ. ອາຈານໂປໂລກ່າວວ່າ: “ການກະບົດຈະເກີດຂຶ້ນ ແລະ ຄົນລ່ວງລະເມີດ…[ຈະ] ປາກົດໂຕ.” (2 ເທສະໂລນິກ 2:3 LCV). ສະນັ້ນ, ການປະຖິ້ມຄວາມເຊື່ອໃນຄຣິສຕະຈັກ ຈະກຽມທາງໃຫ້ແກ່ຮູບຈຳລອງຂອງສັດຮ້າຍ. {GC 443.4}

ພຣະຄຳພີກ່າວໄວ້ວ່າ ກ່ອນການສະເດັດມາຂອງອົງພຣະຜູ້ເປັນເຈົ້າ ຈະເກີດການເສື່ອມຖອຍທາງສາສະໜາ ຄ້າຍຄືກັບສະພາບການໃນສະຕະວັດຕົ້ນໆ. “ແຕ່ຈົ່ງຮູ້ໄວ້ວ່າ: ຈະມີຊ່ວງເວລາທີ່ໂຫດຮ້າຍໃນຍຸກສຸດທ້າຍ. ຄົນທັງຫຼາຍຈະເປັນຄົນຮັກຕົນເອງ, ເປັນຄົນຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່ເຊື່ອຟັງພໍ່ແມ່ຂອງຕົນ, ເນລະຄຸນ, ບໍ່ບໍຣິສຸດ, ປາສະຈາກຄວາມຮັກ, ບໍ່ໃຫ້ອະໄພ, ມັກໃສ່ຮ້າຍປ້າຍສີ, ປາສະຈາກການຄວບຄຸມຕົນເອງ, ຮ້າຍກາດ, ບໍ່ເປັນຄົນຮັກຄວາມດີ, ເປັນຄົນທໍລະຍົດ, ໃຈຮ້ອນ, ອວດດີ, ເປັນຄົນຮັກຄວາມສະໜຸກຫຼາຍກວ່າຮັກພຣະເຈົ້າ, ຢຶດຖືທາງຂອງພຣະເຈົ້າພຽງເປືອກນອກ ແຕ່ປະຕິເສດຣິດອຳນາດຂອງພຣະເຈົ້າ.” (2 ຕີໂມທຽວ 3:1–5 LCV). “ພຣະວິນຍານກ່າວໄວ້ຢ່າງຈະແຈ້ງແລ້ວວ່າ ໃນພາຍຫຼັງມາ ຈະມີບາງຄົນປະຖິ້ມຄວາມເຊື່ອ ແລ້ວໄປຕິດຕາມວິນຍານຫຼອກລວງ ແລະ ສິ່ງຕ່າງໆທີ່ສອນໂດຍພວກຜີມານຮ້າຍ.” (1 ຕີໂມທຽວ 4:1 LCV). ຊາຕານຈະເຄື່ອນໄຫວໂດຍ “ໃຊ້ການສະແດງອຳນາດທຸກຮູບແບບ ຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງ ຫຼອກລວງບັນດາຜູ້ທີ່ກຳລັງຈະຈິບຫາຍ. ພວກເຂົາຈິບຫາຍ ເພາະພວກເຂົາປະຕິເສດທີ່ຈະຮັກຄວາມຈິງທີ່ນຳໄປສູ່ຄວາມພົ້ນ.” ສະນັ້ນ, ພວກເຂົາຈະຖືກປະຖິ້ມໃຫ້ຫຼົງໄປຕາມການຫຼອກລວງ “ເພື່ອວ່າພວກເຂົາຈະເຊື່ອຄວາມຕົວະ.” (2 ເທສະໂລນິກ 2:9–11 LCV). ເມື່ອສະພາບການປະຕິເສດພຣະເຈົ້າເຖິງລະດັບນີ້, ຜົນທີ່ຕາມມາກໍຈະເປັນເໝືອນດັ່ງໃນສະຕະວັດຕົ້ນໆ. {GC 444.1}

ຫຼາຍຄົນເຫັນວ່າ ຄວາມເຊື່ອທີ່ແຕກຕ່າງກັນໃນບັນດາຄຣິສຕະຈັກໂປຣແຕັສຕັງ ເປັນຫຼັກຖານຢ່າງຈະແຈ້ງວ່າ ຈະບໍ່ມີການບັງຄັບໃຫ້ທຸກຄົນເຊື່ອແບບດຽວກັນໄດ້. ແຕ່ໃນຫຼາຍປີຜ່ານມາ, ບັນດາຄຣິສຕະຈັກໂປຣແຕັສຕັງ ມີຄວາມມຸ່ງມາດປາຖະໜາ ທີ່ຈະຮ່ວມກັນເປັນໜຶ່ງດຽວບົນພື້ນຖານຫຼັກຄຳສອນທີ່ເຫັນພ້ອມກັນ ແລະ ຄວາມປາຖະໜານີ້ກໍເພີ່ມຂຶ້ນເລື້ອຍໆ. ເພື່ອໃຫ້ບັນລຸເປົ້າໝາຍນີ້ ພວກເຂົາຈຶ່ງຈຳເປັນຕ້ອງຢຸດການສົນທະນາໃນຫົວຂໍ້ທີ່ຍັງຂັດແຍ້ງກັນຢູ່, ເຖິງແມ່ນວ່າຫົວຂໍ້ເຫຼົ່ານັ້ນ ຈະສຳຄັນຫຼາຍໃນແງ່ຂອງພຣະຄຳພີກໍຕາມ. {GC 444.2}

ອາຈານ ຊານສ໌ ບີເຊີ ໄດ້ປະກາດໃນຄຳເທດສະໜາປີ 1846 ວ່າ ບັນດາຜູ້ຮັບໃຊ້ຂອງ “ນິກາຍໂປຣແຕັສຕັງທີ່ເຊື່ອໃນຂ່າວປະເສີດ” ບໍ່ພຽງແຕ່ “ຖືກສ້າງຕັ້ງຂຶ້ນພາຍໃຕ້ແຮງກົດດັນຈາກຄວາມຢ້ານກົວຂອງມະນຸດເທົ່ານັ້ນ, ແຕ່ພວກເຂົາຍັງດຳເນີນຊີວິດ ແລະ ເຄື່ອນໄຫວຢູ່ໃນສະພາບທີ່ເສື່ອມຊາມຢ່າງຮຸນແຮງ. ທຸກໆຊົ່ວໂມງພວກຜູ້ຮັບໃຊ້ ກໍອ່ອນຂໍ້ຕໍ່ສິ່ງທີ່ຕ່ຳຊ້າໃນຕົວເອງ ເພື່ອປົກປິດຄວາມຈິງ ແລະ ກົ້ມຂາບຕໍ່ອຳນາດຂອງການປະຖິ້ມຄວາມເຊື່ອ. ບໍ່ແມ່ນສິ່ງນີ້ບໍທີ່ເກີດຂຶ້ນກັບຄຣິສຕະຈັກໂຣມ? ພວກເຮົາກຳລັງດຳເນີນຊີວິດຄືກັບພວກເຂົາອີກບໍ່ແມ່ນບໍ? ແລ້ວພວກເຮົາເຫັນຫຍັງຢູ່ເບື້ອງໜ້າ? ຈະມີການຈັດສະພາໃຫຍ່ອີກແລ້ວ ແລະ ການປະຊຸມຄຣິສຕຽນທົ່ວໂລກ! ແລະຈະມີພັນທະມິດລະຫວ່າງຄຣິສຕະຈັກທີ່ເຊື່ອໃນຂ່າວປະເສີດ ແລະ ການຕັ້ງຫຼັກຂໍ້ເຊື່ອສາກົນເກີດຂຶ້ນ!”8 ເມື່ອເປົ້າໝາຍນີ້ສຳເລັດແລ້ວ ການບີບບັງຄັບກໍຈະຕາມມາໃນບໍ່ຊ້າ ເພື່ອຮັກສາຄວາມເປັນອັນໜຶ່ງອັນດຽວກັນ. {GC 444.3}

ເມື່ອບັນດາຄຣິສຕະຈັກຊັ້ນນຳໃນສະຫະລັດອາເມຣິກາຮ່ວມເປັນອັນໜຶ່ງອັນດຽວກັນໃນຫຼັກຄຳສອນທີ່ພວກເຂົາເຫັນດີນຳກັນ ແລະ ກົດດັນລັດຖະບານໃຫ້ບັງຄັບປະຊາຊົນໃຫ້ປະຕິບັດຕາມກົດລະບຽບຂອງຄຣິສຕະຈັກ ແລະ ສະໜັບສະໜູນສະຖາບັນຂອງພວກເຂົາ, ເມື່ອນັ້ນແຫຼະກໍສະແດງວ່າ, ນິກາຍໂປຣແຕັສຕັງໃນອາເມຣິກາໄດ້ສ້າງຮູບຈຳລອງຂອງລະບອບສັນຕະປາປາສຳເລັດແລ້ວ ແລະ ການລົງໂທດໂດຍອຳນາດລັດຕໍ່ຜູ້ທີ່ມີຄວາມເຊື່ອແຕກຕ່າງກໍຈະເກີດຂຶ້ນຢ່າງຫຼີກລ່ຽງບໍ່ໄດ້. {GC 445.1}

ສັດຮ້າຍ ແລະ ຮູບຈຳລອງຂອງມັນ

ສັດຮ້າຍທີ່ມີສອງເຂົາ “ບັງຄັບທຸກຄົນທັງຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫຼື ອິດສະຫຼະ ໃຫ້ຮັບເຄື່ອງໝາຍໄວ້ທີ່ມືຂວາ ຫຼື ທີ່ໜ້າຜາກຂອງພວກເຂົາ, ເພື່ອບໍ່ໃຫ້ຜູ້ໃດເຮັດການຊື້ ຫຼື ຂາຍໄດ້ ເວັ້ນໄວ້ແຕ່ພວກເຂົາຈະມີເຄື່ອງໝາຍ, ເຊິ່ງເປັນຊື່ຂອງສັດຮ້າຍ ຫຼື ໂຕເລກປະຈຳຊື່ຂອງສັດຮ້າຍນັ້ນ.” (ພຣະນິມິດ 13:16, 17 LCV). ທູດສະຫວັນອົງທີສາມເຕືອນວ່າ: “ຖ້າຜູ້ໃດຂາບໄຫວ້ສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫຼື ທີ່ມືຂອງຕົນ, ພວກເຂົາຈະຕ້ອງດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າ.” (ພຣະນິມິດ 14:9–10 LCV). “ສັດຮ້າຍ” ທີ່ກ່າວເຖິງໃນຂໍ້ຄວາມນີ້ ໝາຍເຖິງສັດໂຕທຳອິດທີ່ຄ້າຍຄືເສືອດາວໃນພຣະນິມິດບົດທີ 13 ເຊິ່ງສັດຮ້າຍທີ່ມີເຂົາສອງເຂົາ ຈະບັງຄັບໃຫ້ຜູ້ຄົນນະມັດສະການສັດໂຕທຳອິດນັ້ນ ກໍຄືລະບອບສັນຕະປາປານັ້ນເອງ. “ຮູບຈຳລອງຂອງສັດຮ້າຍ” ໝາຍເຖິງສິ່ງທີ່ຈະເກີດຂຶ້ນ ເມື່ອນິກາຍໂປຣແຕັສຕັງປະຖິ້ມຄວາມເຊື່ອ ແລ້ວໄປຂໍໃຫ້ອຳນາດຝ່າຍປົກຄອງບັງຄັບປະຊາຊົນໃຫ້ປະຕິບັດຕາມຫຼັກຄຳສອນຂອງພວກເຂົາ. ສ່ວນຄວາມໝາຍຂອງ “ເຄື່ອງໝາຍຂອງສັດຮ້າຍ” ນັ້ນ ຈະໄດ້ອະທິບາຍໃນພາຍຫຼັງ. {GC 445.2}

ຫຼັງຈາກຄຳເຕືອນກ່ຽວກັບການນະມັດສະການສັດຮ້າຍ ແລະ ຮູບຈຳລອງຂອງມັນແລ້ວ, ຄຳພະຍາກອນໄດ້ກ່າວວ່າ: “ໃນເລື່ອງນີ້ພວກໄພ່ພົນຂອງພຣະເຈົ້າ ຄືຜູ້ທີ່ຮັກສາກົດບັນຍັດຂອງພຣະເຈົ້າ ແລະ ຄວາມເຊື່ອຝ່າຍພຣະເຢຊູເຈົ້າ ກໍຕ້ອງໃຊ້ຄວາມພຽນອົດທົນ.” (ພຣະນິມິດ 14:12). ສອງຝ່າຍຕໍ່ໄປນີ້ຢູ່ຝ່າຍກົງກັນຂ້າມກັນ: ຝ່າຍທີໜຶ່ງ, ແມ່ນຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ; ອີກຝ່າຍໜຶ່ງ, ແມ່ນຜູ້ທີ່ນະມັດສະການສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເອົາເຄື່ອງໝາຍຂອງມັນ. ສະນັ້ນ, ການຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ການລະເມີດພຣະບັນຍັດຂອງພຣະອົງ ຈະເປັນເຄື່ອງໝາຍທີ່ແຍກຜູ້ນະມັດສະການພຣະເຈົ້າ ອອກຈາກຜູ້ນະມັດສະການສັດຮ້າຍ. {GC 445.3}

ລັກສະນະພິເສດຂອງສັດຮ້າຍ ແລະ ຮູບຈຳລອງຂອງມັນ ແມ່ນການລະເມີດພຣະບັນຍັດຂອງພຣະເຈົ້າ. ດານີເອນກ່າວເຖິງເຂົານ້ອຍໆ ເຊິ່ງໝາຍເຖິງລະບອບສັນຕະປາປາວ່າ: “ເພິ່ນຈະພະຍາຍາມປ່ຽນແປງກົດໝາຍ ແລະ ວັນສະຫຼອງຕ່າງໆທາງສາສະໜາ.” (ດານີເອນ 7:25). ອັກຄະສາວົກໂປໂລເອີ້ນອຳນາດດຽວກັນນີ້ວ່າ “ຄົນແຫ່ງການບາບ” ທີ່ຈະຍົກຕົນເອງຂຶ້ນເໜືອພຣະເຈົ້າ. (2 ເທສະໂລນິກ 2:3 TKJV). ຄຳພະຍາກອນທັງສອງນີ້ສົ່ງເສີມເຊິ່ງກັນ ແລະ ກັນ. ລະບອບສັນຕະປາປາສາມາດຍົກຕົນເອງຂຶ້ນເໜືອພຣະເຈົ້າໄດ້ ກໍດ້ວຍການປ່ຽນແປງພຣະບັນຍັດຂອງພຣະເຈົ້າເທົ່ານັ້ນ. ຜູ້ໃດທີ່ເຂົ້າໃຈແລ້ວ ແຕ່ຍັງຖືຮັກສາຕາມທີ່ລະບອບສັນຕະປາປາປ່ຽນແປງນັ້ນ ກໍເທົ່າກັບໄດ້ຖວາຍກຽດສູງສຸດແກ່ອຳນາດທີ່ປ່ຽນແປງພຣະບັນຍັດດັ່ງກ່າວ. ການກະທຳເຊັ່ນນີ້ ກໍເປັນເຄື່ອງໝາຍສະແດງຄວາມຈົງຮັກພັກດີຕໍ່ສັນຕະປາປາແທນພຣະເຈົ້າ. {GC 446.1}

ລະບອບສັນຕະປາປາໄດ້ພະຍາຍາມປ່ຽນແປງພຣະບັນຍັດຂອງພຣະເຈົ້າ. ພຣະບັນຍັດຂໍ້ທີສອງ ທີ່ຫ້າມການຂາບໄຫວ້ຮູບເຄົາລົບ ໄດ້ຖືກຕັດອອກຈາກພຣະບັນຍັດ ແລະ ພຣະບັນຍັດຂໍ້ທີສີ່ ກໍຖືກປ່ຽນແປງໃຫ້ຖືວັນທຳອິດເປັນວັນສະບາໂຕແທນວັນທີເຈັດ. ແຕ່ຝ່າຍກາໂຕລິກອ້າງວ່າ ທີ່ຕັດພຣະບັນຍັດຂໍ້ທີສອງອອກ ກໍເພາະບໍ່ຈຳເປັນ ໂດຍເວົ້າວ່າມັນລວມຢູ່ໃນຂໍ້ທີໜຶ່ງແລ້ວ. ພວກເຂົາພຽງແຕ່ຮັກສາພຣະບັນຍັດໄວ້ ຕາມພຣະປະສົງອັນແທ້ຈິງຂອງພຣະເຈົ້າ; ແລະອ້າງວ່າ ນີ້ບໍ່ແມ່ນການປ່ຽນແປງທີ່ຜູ້ເຜີຍພຣະທຳໄດ້ທຳນວາຍໄວ້. ຢ່າງໃດກໍຕາມ, ຜູ້ເຜີຍພຣະທຳກ່າວເຖິງການຕັ້ງໃຈປ່ຽນແປງດັ່ງກ່າວວ່າ: ເພິ່ນ “ຈະຄິດປ່ຽນວາລະ ແລະ ບົດບັນຍັດ.” (ດານີເອນ 7:25 TH1940). ການປ່ຽນແປງພຣະບັນຍັດຂໍ້ທີສີ່ ເປັນໄປຕາມຄຳພະຍາກອນນີ້ຢ່າງແທ້ຈິງທຸກປະການ. ພວກເຂົາອ້າງພຽງແຕ່ສິດອຳນາດຂອງຄຣິສຕະຈັກໃນການປ່ຽນແປງນີ້, ເຊິ່ງໃນເລື່ອງດັ່ງກ່າວ ລະບອບສັນຕະປາປາຍົກຕົນຂຶ້ນເໜືອພຣະເຈົ້າຢ່າງເປີດເຜີຍ. {GC 446.2}

ລັກສະນະພິເສດຂອງຜູ້ນະມັດສະການພຣະເຈົ້າໃນຍຸກສຸດທ້າຍ ແມ່ນການຖືຮັກສາພຣະບັນຍັດຂໍ້ທີສີ່ ເພາະມັນເປັນເຄື່ອງໝາຍແຫ່ງຣິດທານຸພາບຂອງພຣະອົງໃນການຊົງສ້າງ ແລະ ເປັນສິ່ງທີ່ຢືນຢັນວ່າ ພຣະອົງຊົງສົມຄວນຈະໄດ້ຮັບຄວາມຢຳເກງ ແລະ ການນະມັດສະການຈາກມະນຸດ. ສ່ວນຜູ້ນະມັດສະການສັດຮ້າຍ ຈະເປັນທີ່ຮູ້ຈັກຈາກຄວາມພະຍາຍາມທີ່ຈະທຳລາຍອະນຸສອນຂອງພຣະຜູ້ສ້າງ ເພື່ອຍົກຍ້ອງວັນທີ່ຄຣິສຕະຈັກໂຣມຕັ້ງຂຶ້ນ. ເລີ່ມຕົ້ນ ລະບອບສັນຕະປາປາໄດ້ອ້າງສິດອຳນາດຢ່າງຈອງຫອງ ໃນການສົ່ງເສີມການຖືວັນອາທິດ.9 ການນຳໃຊ້ອຳນາດລັດຄັ້ງທຳອິດຂອງພວກເຂົາ ແມ່ນເພື່ອບັງຄັບການຖືວັນອາທິດໃນຖານະ ‘ວັນຂອງອົງພຣະຜູ້ເປັນເຈົ້າ.’ ແຕ່ພຣະຄຳພີຊີ້ໃຫ້ເຫັນວ່າ ວັນທີເຈັດເປັນວັນຂອງອົງພຣະຜູ້ເປັນເຈົ້າ ບໍ່ແມ່ນວັນທີໜຶ່ງ. ພຣະຄຣິສຊົງກ່າວວ່າ: “ບຸດມະນຸດຈຶ່ງເປັນອົງພຣະຜູ້ເປັນເຈົ້າຂອງວັນສະບາໂຕ.” ພຣະບັນຍັດຂໍ້ທີສີ່ກ່າວວ່າ: “ວັນທີເຈັດ ເປັນວັນສະບາໂຕຂອງພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ.” ນອກຈາກນັ້ນ, ອົງພຣະຜູ້ເປັນເຈົ້າຍັງໄດ້ເອີ້ນວັນນັ້ນຜ່ານຜູ້ເຜີຍພຣະທຳເອຊາຢາວ່າ: “ວັນສັກສິດຂອງພຣະເຈົ້າຢາເວ.” (ມາຣະໂກ 2:28 LCV; ອົບພະຍົບ 20:10; ເອຊາຢາ 58:13). {GC 446.3}

ຄຳກ່າວອ້າງທີ່ມັກເວົ້າກັນວ່າ ພຣະຄຣິສຊົງປ່ຽນວັນສະບາໂຕນັ້ນ ໄດ້ຮັບການພິສູດວ່າບໍ່ເປັນຄວາມຈິງ ດ້ວຍພຣະຄຳຂອງພຣະອົງເອງ. ໃນຄຳເທດສະໜາເທິງພູ ພຣະອົງຊົງກ່າວວ່າ: “ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫຼື ໜັງສືຜູ້ທຳນວາຍ; ເຮົາບໍ່ໄດ້ມາລຶບລ້າງກົດບັນຍັດ ແຕ່ມາເພື່ອເຮັດໃຫ້ກົດບັນຍັດນັ້ນສຳເລັດຄົບຖ້ວນ. ເພາະເຮົາບອກພວກເຈົ້າຕາມຄວາມຈິງວ່າ, ຕາບໃດທີ່ສະຫວັນ ແລະ ແຜ່ນດິນໂລກຍັງຕັ້ງຢູ່ ແມ່ນແຕ່ໂຕອັກສອນທີ່ນ້ອຍທີ່ສຸດພຽງໂຕໜຶ່ງ ຫຼື ຈຸດດຽວກໍຈະບໍ່ສູນຫາຍໄປຈາກໜັງສືກົດບັນຍັດ ຈົນກວ່າທຸກສິ່ງຈະສຳເລັດຄົບຖ້ວນ. ເຫດສະນັ້ນ, ຖ້າຜູ້ໃດບໍ່ເຊື່ອຟັງບັນດາຄຳສັ່ງຂໍ້ເລັກນ້ອຍທີ່ສຸດ ແລະ ສອນຄົນອື່ນໃຫ້ເຮັດຕາມ, ຜູ້ນັ້ນຈະຖືກເອີ້ນວ່າ ເປັນຜູ້ເລັກນ້ອຍທີ່ສຸດໃນອານາຈັກສະຫວັນ, ສ່ວນຜູ້ທີ່ປະຕິບັດຕາມກົດບັນຍັດ ແລະ ສັ່ງສອນຄົນອື່ນໃຫ້ປະຕິບັດຕາມຄຳສັ່ງເຫຼົ່ານີ້ ຈະຖືກເອີ້ນວ່າເປັນຜູ້ຍິ່ງໃຫຍ່ໃນອານາຈັກສະຫວັນ.” (ມັດທາຍ 5:17–19 LCV). {GC 447.1}

ສິ່ງທີ່ພຣະຄຳພີໃໝ່ບໍ່ໄດ້ສະໜັບສະໜູນ

ພວກໂປຣແຕັສຕັງໂດຍທົ່ວໄປຍອມຮັບວ່າ ພຣະຄຳພີບໍ່ໄດ້ໃຫ້ສິດອຳນາດໃນການປ່ຽນແປງວັນສະບາໂຕ. ເລື່ອງນີ້ໄດ້ຖືກກ່າວໄວ້ຢ່າງຈະແຈ້ງໃນສິ່ງຕີພິມຂອງ “ສະມາຄົມໃບປິວອາເມຣິກັນ” ແລະ “ສະຫະພັນໂຮງຮຽນວັນອາທິດອາເມຣິກັນ.” ໜຶ່ງໃນສິ່ງຕີພິມເຫຼົ່ານີ້ຍອມຮັບວ່າ “ພຣະຄຳພີໃໝ່ບໍ່ໄດ້ກ່າວເຖິງຄຳສັ່ງທີ່ຊັດເຈນ ກ່ຽວກັບວັນສະບາໂຕ [ວັນອາທິດ, ວັນທີໜຶ່ງຂອງອາທິດ] ຫຼື ກົດລະບຽບທີ່ແນ່ນອນສຳລັບການຖືຮັກສາວັນນັ້ນ.”10 {GC 447.2}

ອີກສະບັບໜຶ່ງກ່າວວ່າ: “ຈົນເຖິງການສິ້ນພຣະຊົນຂອງພຣະຄຣິສ ບໍ່ມີການປ່ຽນແປງໃດໆກ່ຽວກັບວັນທີ່ຖືຮັກສາ;” ແລະ “ຕາມທີ່ບັນທຶກໄວ້, [ພວກອັກຄະສາວົກ] ບໍ່ໄດ້…ອອກຄຳສັ່ງຢ່າງຈະແຈ້ງ ໃຫ້ປະຖິ້ມວັນສະບາໂຕໃນວັນທີເຈັດ ແລະ ໃຫ້ຖືຮັກສາວັນທີໜຶ່ງຂອງອາທິດແທນ.”11 {GC 447.3}

ຊາວກາໂຕລິກຍອມຮູ້ວ່າ ການປ່ຽນແປງວັນສະບາໂຕແມ່ນການກະທຳຂອງຄຣິສຕະຈັກຂອງພວກເຂົາ ແລະ ປະກາດວ່າ ເມື່ອພວກໂປຣແຕັສຕັງຖືວັນອາທິດ ພວກເຂົາກໍກຳລັງຍອມຮັບອຳນາດຂອງກາໂຕລິກ. ໃນປຶ້ມ ຄຳສອນຄຣິສຕະສາສະໜາຂອງກາໂຕລິກ ມີຄຳຖາມວ່າ ຕາມພຣະບັນຍັດຂໍ້ທີສີ່ແມ່ນໃຫ້ຖືຮັກສາມື້ໃດ, ຄຳຕອບມີດັ່ງນີ້: “ໃນສະໄໝພຣະບັນຍັດເກົ່າ, ວັນເສົາເປັນວັນທີ່ຖືກຊຳລະໃຫ້ບໍຣິສຸດ, ແຕ່ຄຣິສຕະຈັກໄດ້ຮັບການສັ່ງສອນຈາກພຣະເຢຊູຄຣິສ ແລະ ການນຳພາໂດຍພຣະວິນຍານຂອງພຣະເຈົ້າ ຈຶ່ງຕັ້ງວັນອາທິດແທນວັນເສົາ; ດັ່ງນັ້ນ, ປັດຈຸບັນພວກເຮົາຈຶ່ງຖືວັນທີໜຶ່ງບໍ່ແມ່ນວັນທີເຈັດ; ວັນອາທິດຈຶ່ງກາຍເປັນວັນຂອງອົງພຣະຜູ້ເປັນເຈົ້າ.” {GC 447.4}

ບັນດານັກຂຽນຝ່າຍສັນຕະປາປາ ໄດ້ອ້າງເຖິງການປ່ຽນວັນສະບາໂຕເປັນວັນອາທິດ ວ່າເປັນເຄື່ອງໝາຍສະແດງສິດອຳນາດຂອງຄຣິສຕະຈັກກາໂຕລິກ ເຊິ່ງພວກໂປຣແຕັສຕັງກໍຍອມຮັບ “ເພາະການຖືຮັກສາວັນອາທິດສະແດງວ່າ ພວກເຂົາຍອມຮັບສິດອຳນາດຂອງຄຣິສຕະຈັກ ໃນການກຳນົດວັນສະຫຼອງ ແລະ ສັ່ງໃຫ້ຖືຮັກສາໂດຍຖືວ່າ ການຝ່າຝືນເປັນຄວາມບາບ.”12 ສະນັ້ນ, ການປ່ຽນແປງວັນສະບາໂຕຈຶ່ງບໍ່ແມ່ນສິ່ງອື່ນໃດ ນອກຈາກເຄື່ອງໝາຍ ຫຼື ສັນຍະລັກແຫ່ງສິດອຳນາດຂອງຄຣິສຕະຈັກໂຣມ ກໍຄື “ເຄື່ອງໝາຍຂອງສັດຮ້າຍ.” {GC 448.1}

ຄຣິສຕະຈັກໂຣມບໍ່ເຄີຍຍົກເລີກການອ້າງສິດອຳນາດສູງສຸດ. ເມື່ອຊາວໂລກ ແລະ ບັນດາຄຣິສຕະຈັກໂປຣແຕັສຕັງຍອມຮັບວັນທີ່ຄຣິສຕະຈັກໂຣມຕັ້ງຂຶ້ນ ໃນຂະນະທີ່ພວກເຂົາປະຕິເສດວັນສະບາໂຕຕາມພຣະຄຳພີ ກໍເທົ່າກັບເປັນການຍອມຮັບຂໍ້ອ້າງຂອງຄຣິສຕະຈັກໂຣມ. ຄຣິສຕະຈັກຝ່າຍໂປຣແຕັສຕັງອາດອ້າງເຖິງຮີດຄອງປະເພນີ ແລະ ຂໍ້ຂຽນຂອງຄຣິສຕຽນໃນສະຕະວັດຕົ້ນໆ ເພື່ອສະໜັບສະໜູນໃນການປ່ຽນແປງນີ້, ແຕ່ການເຮັດແນວນັ້ນ ກໍເປັນການລະເມີດຕໍ່ຫຼັກການທີ່ແຍກພວກເຂົາອອກຈາກໂຣມ: ກໍຄືຫຼັກການທີ່ວ່າ, ‘ສາສະໜາໂປຣແຕັສຕັງຢຶດຖືແຕ່ພຣະຄຳພີເທົ່ານັ້ນ.’ ພວກທີ່ສະໜັບສະໜູນສັນຕະປາປາເຫັນຢ່າງຈະແຈ້ງວ່າ ຝ່າຍໂປຣແຕັສຕັງກຳລັງຫຼອກຕົວເອງໂດຍຕັ້ງໃຈປິດຕາໃສ່ຂໍ້ເທັດຈິງ. ເມື່ອຂະບວນການບັງຄັບໃຫ້ໃຊ້ກົດໝາຍຖືຮັກສາວັນອາທິດໄດ້ຮັບການສະໜັບສະໜູນໃຫ້ເປັນທີ່ນິຍົມຫຼາຍຂຶ້ນ, ພວກເຂົາກໍຈະພໍໃຈເພາະເຊື່ອໝັ້ນວ່າ ໃນທີ່ສຸດມັນຈະນຳສະມາຊິກນິກາຍໂປຣແຕັສຕັງທັງໝົດທົ່ວໂລກໃຫ້ກັບຄືນມາຢູ່ພາຍໃຕ້ທຸງຂອງໂຣມ. {GC 448.2}

ສະມາຊິກຄຣິສຕະຈັກໂຣມປະກາດວ່າ “ການທີ່ພວກໂປຣແຕັສຕັງຖືຮັກສາວັນອາທິດ ເປັນການໃຫ້ກຽດຕໍ່ຄຣິສຕະຈັກ [ກາໂຕລິກ] ໂດຍບໍ່ຮູ້ຕົວ.”13 ເມື່ອຄຣິສຕະຈັກຝ່າຍໂປຣແຕັສຕັງບັງຄັບໃຫ້ຖືຮັກສາວັນອາທິດ ກໍເທົ່າກັບເປັນການບັງຄັບໃຫ້ນະມັດສະການລະບອບສັນຕະປາປາ ກໍຄືສັດຮ້າຍນັ້ນເອງ. ຜູ້ທີ່ເຂົ້າໃຈພຣະບັນຍັດຂໍ້ທີສີ່ດີແລ້ວ ແຕ່ຍັງເລືອກທີ່ຈະຖືວັນສະບາໂຕທຽມເທັດແທນວັນສະບາໂຕອັນແທ້ຈິງ ກໍເທົ່າກັບເປັນການຍອມຂຶ້ນຢູ່ກັບອຳນາດທີ່ຕັ້ງວັນນັ້ນຂຶ້ນມາ. ແຕ່ເມື່ອຄຣິສຕະຈັກໃຊ້ອຳນາດລັດບັງຄັບໃຫ້ປະຕິບັດຕາມຄຳສອນທາງສາສະໜາ ກໍເທົ່າກັບເປັນການສ້າງຮູບຈຳລອງຂອງສັດຮ້າຍຂຶ້ນມາ. ດັ່ງນັ້ນ, ການບັງຄັບໃຫ້ຖືວັນອາທິດໃນສະຫະລັດອາເມຣິກາ ຈະເປັນການບັງຄັບໃຫ້ນະມັດສະການສັດຮ້າຍ ແລະ ຮູບຈຳລອງຂອງມັນນັ້ນເອງ. {GC 448.3}

ຢ່າງໃດກໍຕາມ, ຄຣິສຕຽນໃນຍຸກກ່ອນໆໄດ້ຖືວັນອາທິດໂດຍເຂົ້າໃຈວ່າ ພວກເຂົາກຳລັງຖືຮັກສາວັນສະບາໂຕຕາມພຣະຄຳພີ. ໃນປັດຈຸບັນກໍຍັງມີຄຣິສຕຽນແທ້ໃນທຸກຄຣິສຕະຈັກ ແມ່ນແຕ່ໃນຄຣິສຕະຈັກໂຣມັນກາໂຕລິກ; ຄົນເຫຼົ່ານີ້ເຊື່ອດ້ວຍຄວາມຈິງໃຈວ່າ ວັນອາທິດແມ່ນວັນສະບາໂຕທີ່ພຣະເຈົ້າຊົງກຳນົດໄວ້. ພຣະເຈົ້າຊົງຍອມຮັບຄວາມຈິງໃຈ ແລະ ຄວາມສັດຊື່ຂອງພວກເຂົາທີ່ມີຕໍ່ພຣະອົງ. ແຕ່ເມື່ອມີກົດໝາຍບັງຄັບໃຫ້ຖືວັນອາທິດ ແລະ ຊາວໂລກໄດ້ຮັບຄວາມສະຫວ່າງກ່ຽວກັບໜ້າທີ່ໃນການຮັກສາວັນສະບາໂຕອັນແທ້ຈິງແລ້ວ, ຜູ້ໃດທີ່ລະເມີດພຣະບັນຍັດຂອງພຣະເຈົ້າ ເພື່ອໄປເຊື່ອຟັງຂໍ້ກຳນົດທີ່ມາຈາກຄຣິສຕະຈັກໂຣມ ກໍເທົ່າກັບໃຫ້ກຽດແກ່ລະບອບສັນຕະປາປາຫຼາຍກວ່າພຣະເຈົ້າ. ການກະທຳຢ່າງນີ້ສະແດງຄວາມຈົງຮັກພັກດີຕໍ່ຄຣິສຕະຈັກໂຣມ ແລະ ຕໍ່ອຳນາດທີ່ບັງຄັບໃຊ້ສິ່ງທີ່ຄຣິສຕະຈັກໂຣມຕັ້ງຂຶ້ນ. ນີ້ຄືການນະມັດສະການສັດຮ້າຍ ແລະ ຮູບຈຳລອງຂອງມັນ. ເມື່ອມະນຸດປະຕິເສດສິ່ງທີ່ພຣະເຈົ້າຊົງປະກາດວ່າເປັນເຄື່ອງໝາຍແຫ່ງສິດອຳນາດຂອງພຣະອົງ ແລ້ວໃຫ້ກຽດສິ່ງທີ່ຄຣິສຕະຈັກໂຣມເລືອກເປັນເຄື່ອງໝາຍແຫ່ງອຳນາດຂອງຕົນແທນ, ພວກເຂົາກໍໄດ້ຍອມຮັບເອົາເຄື່ອງໝາຍທີ່ສະແດງຄວາມຈົງຮັກພັກດີຕໍ່ຄຣິສຕະຈັກໂຣມ, ກ່າວຄື: “ເຄື່ອງໝາຍຂອງສັດຮ້າຍ” ນັ້ນເອງ. ແຕ່ຈະບໍ່ມີຜູ້ໃດໄດ້ຮັບເຄື່ອງໝາຍດັ່ງກ່າວ ຈົນກວ່າເລື່ອງນີ້ຈະຖືກປະກາດຢ່າງຈະແຈ້ງຕໍ່ປະຊາຊົນ ແລະ ພວກເຂົາຕ້ອງຕັດສິນໃຈເລືອກລະຫວ່າງພຣະບັນຍັດຂອງພຣະເຈົ້າ ແລະ ຄຳສັ່ງຂອງມະນຸດ. ຫຼັງຈາກນັ້ນ, ຜູ້ທີ່ຍັງສືບຕໍ່ລະເມີດພຣະບັນຍັດກໍຈະໄດ້ຮັບ “ເຄື່ອງໝາຍຂອງສັດຮ້າຍ.” {GC 449.1}

ຄຳເຕືອນຂອງທູດສະຫວັນອົງທີສາມ

ຄຳເຕືອນທີ່ໜ້າຢ້ານກົວທີ່ສຸດທີ່ເຄີຍມີມາເຖິງມະນຸດສະໂລກ ແມ່ນຢູ່ໃນຂ່າວຂອງທູດສະຫວັນອົງທີສາມ. ບາບທີ່ເຮັດໃຫ້ພຣະພິໂຣດຂອງພຣະເຈົ້າ ຖືກຖອກເທລົງມາ ໂດຍບໍ່ໄດ້ເຈືອປົນກັບຄວາມເມດຕານັ້ນ ຕ້ອງເປັນບາບທີ່ຮ້າຍແຮງ; ມະນຸດຈະບໍ່ຖືກປະໄວ້ໃຫ້ຢູ່ໃນຄວາມມືດກ່ຽວກັບເລື່ອງອັນສຳຄັນນີ້. ຄຳຕັກເຕືອນຕໍ່ຄວາມບາບນີ້ຈະຕ້ອງຖືກປະກາດໄປທົ່ວໂລກກ່ອນການພິພາກສາລົງໂທດຂອງພຣະເຈົ້າຈະມາເຖິງ ເພື່ອທຸກຄົນຈະໄດ້ຮູ້ເຫດຜົນຂອງການລົງໂທດນັ້ນ ແລະ ມີໂອກາດທີ່ຈະຫຼີກໜີຈາກມັນໄດ້. ຄຳພະຍາກອນກ່າວວ່າທູດສະຫວັນອົງທີໜຶ່ງຈະປະກາດຂ່າວຂອງຕົນແກ່ “ທຸກຊົນຊາດ, ທຸກຊົນເຜົ່າ, ທຸກພາສາ ແລະ ແກ່ທຸກໆຄົນ.” (ພຣະນິມິດ 14:6 LCV). ຄຳເຕືອນຂອງທູດສະຫວັນອົງທີສາມ ເຊິ່ງເປັນສ່ວນໜຶ່ງຂອງຂ່າວທູດສະຫວັນສາມອົງ ກໍຈະຕ້ອງໄດ້ຮັບການປະກາດໃຫ້ແຜ່ກວ້າງອອກໄປບໍ່ໜ້ອຍກວ່າອົງທີໜຶ່ງ. ໃນຄຳພະຍາກອນໄດ້ຂຽນໄວ້ວ່າ ຂ່າວນີ້ຈະຖືກປະກາດດ້ວຍສຽງອັນດັງ ໂດຍທູດສະຫວັນທີ່ບິນຢູ່ໃນທ້ອງຟ້າ ແລະ ຈະດຶງດູດຄວາມສົນໃຈຂອງຊາວໂລກທັງປວງ. {GC 449.2}

ປະເດັນນີ້ຈະແບ່ງແຍກຄຣິສຕຽນທັງປວງອອກເປັນສອງກຸ່ມໃຫຍ່: ກຸ່ມໜຶ່ງ, ແມ່ນຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ຄວາມເຊື່ອໃນພຣະເຢຊູ; ແລະອີກກຸ່ມໜຶ່ງແມ່ນຜູ້ທີ່ບູຊາສັດຮ້າຍກັບຮູບຈຳລອງຂອງມັນ ແລະ ຮັບເອົາເຄື່ອງໝາຍຂອງມັນ. ເຖິງແມ່ນວ່າ ຄຣິສຕະຈັກ ແລະ ອຳນາດຝ່າຍປົກຄອງຈະຮ່ວມມືກັນບັງຄັບ “ຄົນທັງໝົດ ທັງນ້ອຍ ແລະ ໃຫຍ່, ທັງຮັ່ງມີ ແລະ ຍາກຈົນ, ທັງເສລີ ແລະ ຂ້ອຍຂ້າ” (ພຣະນິມິດ 13:16) ໃຫ້ຮັບເອົາ “ເຄື່ອງໝາຍຂອງສັດຮ້າຍ,” ແຕ່ໄພ່ພົນຂອງພຣະເຈົ້າຈະບໍ່ຍອມຮັບເອົາ. ຜູ້ເຜີຍພຣະທຳແຫ່ງເກາະປັດໂມໄດ້ເຫັນ “ບັນດາຜູ້ມີໄຊຊະນະເໜືອສັດຮ້າຍກັບຮູບຈຳລອງ ແລະ ໂຕເລກປະຈຳຊື່ຂອງມັນຢືນຢູ່ແຄມທະເລນັ້ນ. ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ” ແລະ ຮ້ອງເພງຂອງໂມເຊ ແລະ ເພງຂອງພຣະເມສານ້ອຍ. (ພຣະນິມິດ 15:2, 3 LCV). {GC 450.1}


  1. ເຮັບເຣີ 8:5 LCV.

  2. ເຈ. ເອັນ. ແອນດຣູ, ປະຫວັດວັນສະບາໂຕ, ບົດທີ 27.

  3. ສະບັບລາວບູຮານ.

  4. ດານີເອນ 7:25 TKJV

  5. ຈີ. ເອ. ທາວເຊັນ, ໂລກໃໝ່ປຽບທຽບກັບໂລກເກົ່າ, ໜ້າ 462.

  6. ເດີ ດັບລິນ ເນຊັນ.

  7. ຄຳປາໄສທີ່ເມືອງພລີມັດ, ລັດແມັສຊາຊູເສັດ, 22 ທັນວາ 1824, ໜ້າ 11.

  8. ຄຳເທດສະໜາເລື່ອງ “ພຣະຄຳພີເປັນຫຼັກຄວາມເຊື່ອທີ່ພຽງພໍ;” ເຊິ່ງເທດທີ່ເມືອງຟອດເວນ, ລັດອິນດີແອນາ, ວັນທີ 22 ກຸມພາ 1846.

  9. ເອກະສານສຳຄັນກ່ຽວກັບການຮຽກຮ້ອງສິດອຳນາດສູງສຸດຂອງບັນດາເຈົ້າຄະນະແຫ່ງນະຄອນໂຣມ ສາມາດພົບໄດ້ໃນບົດຂຽນຂອງນັກວິຊາການທັງທີ່ເປັນກາໂຕລິກ ແລະ ໂປຣແຕັສຕັງ, ລວມທັງເອກະສານປອມແປງທີ່ເອີ້ນວ່າ “ການມອບຖວາຍຂອງຄອນສະຕັນຕິນ” ທີ່ຖືກນຳໃຊ້ເພື່ອສົ່ງເສີມແນວຄິດນີ້ໃນສະໄໝເລີ່ມຕົ້ນ.

  10. ຈອດຈ໌ ເອລຽດ, The Abiding Sabbath, ໜ້າ 184. (ວົງລ່ຽມຢູ່ໃນຕົ້ນສະບັບ).

  11. ເອ. ອີ. ວາເຟີນ, ວັນຂອງພຣະຜູ້ເປັນເຈົ້າ, ໜ້າ 186–188. (ວົງລ່ຽມຢູ່ໃນຕົ້ນສະບັບ).

  12. ເຮັນຣີ ທູເບີວິນ, ຫຼັກຄຳສອນຂອງຄຣິສຕຽນໂດຍຫຍໍ້, ໜ້າ 58.

  13. ມົງເຊັນເຍີ ເຊກູ, Plain Talk About the Protestantism of Today, ໜ້າ 213. (ວົງລ່ຽມຢູ່ໃນຕົ້ນສະບັບ).