34: ວິນຍານຊົ່ວຫຼິ້ນບົດຄົນຕາຍ

https://m.egwwritings.org/en/book/132.2495#2495

ວິນຍານຜູ້ຫຼອກລວງ

ການປະຕິບັດໜ້າທີ່ຂອງເຫຼົ່າທູດສະຫວັນບໍຣິສຸດຕາມທີ່ຂຽນໄວ້ໃນພຣະຄຳພີ ເປັນຄວາມຈິງອັນລ້ຳຄ່າທີ່ໜູນໃຈຜູ້ຕິດຕາມພຣະຄຣິສທຸກຄົນ. ແຕ່ຄຳສອນໃນພຣະຄຳພີກ່ຽວກັບເລື່ອງນີ້ ໄດ້ຖືກບົດບັງ ແລະ ບິດເບືອນ ດ້ວຍຫຼັກສາສະໜາສາດທີ່ຜິດພ້ຽນໄປຈາກຄວາມຈິງ ເຊິ່ງເປັນທີ່ນິຍົມກັນຢ່າງກວ້າງຂວາງ. ຫຼັກຄຳສອນເລື່ອງ ມະນຸດມີສະພາບອະມະຕະໂດຍທຳມະຊາດ ເປັນແນວຄິດທີ່ຢືມມາຈາກປັດຊະຍາຂອງຄົນທີ່ບໍ່ນັບຖືພຣະເຈົ້າ ແລະ ໄດ້ຖືກນຳມາເປັນສ່ວນໜຶ່ງຂອງຄວາມເຊື່ອຄຣິສຕຽນ ໃນຊ່ວງການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ນັ້ນ. ຄຳສອນນີ້ໄດ້ເຂົ້າມາແທນທີ່ຄວາມຈິງທີ່ພຣະຄຳພີສອນໄວ້ຢ່າງຈະແຈ້ງວ່າ “ຜູ້ທີ່ຕາຍໄປແລ້ວກໍບໍ່ຮູ້ຫຍັງເລີຍ.” (ປັນຍາຈານ 9:5). ຫຼາຍຄົນເຂົ້າໃຈຜິດວ່າ ວິນຍານຂອງຄົນຕາຍເປັນ “ວິນຍານຮັບໃຊ້ ທີ່ພຣະເຈົ້າຊົງໃຊ້ມາບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມລອດພົ້ນເປັນມໍລະດົກ.” (ເຮັບເຣີ 1:13). ພວກເຂົາເຊື່ອຢ່າງນີ້ ແມ່ນວ່າຈະຂັດກັບພຣະຄຳພີທີ່ກ່າວເຖິງການມີຕົວຕົນຂອງທູດສະຫວັນ ທີ່ເຊື່ອມໂຍງກັບປະຫວັດສາດຂອງມະນຸດ ກ່ອນທີ່ຈະມີການຕາຍຂອງມະນຸດເກີດຂຶ້ນ. {GC 551.1}

ຄຳສອນຜິດທີ່ວ່າ ມະນຸດຍັງມີສະຕິຢູ່ຫຼັງຈາກທີ່ຕາຍແລ້ວ ໂດຍສະເພາະຄວາມເຊື່ອຜິດທີ່ວ່າ ວິນຍານຂອງຄົນຕາຍກັບມາຊ່ວຍເຫຼືອຄົນເປັນນັ້ນ ເປັນຄຳສອນທີ່ໄດ້ກຽມທາງໄວ້ສຳລັບການຕິດຕໍ່ພົວພັນກັບວິນຍານໃນຍຸກປັດຈຸບັນ. ຖ້າຄົນຕາຍໄດ້ເຂົ້າເຝົ້າພຣະເຈົ້າ ແລະ ຢູ່ຕໍ່ໜ້າເຫຼົ່າທູດສະຫວັນບໍຣິສຸດ ທັງໄດ້ຮັບຄວາມຮູ້ທີ່ເໜືອກວ່າຄວາມຮູ້ເດີມນັ້ນ, ເປັນຫຍັງພວກເຂົາຈຶ່ງບໍ່ກັບມາ ເພື່ອໃຫ້ຄວາມສະຫວ່າງ ແລະ ສັ່ງສອນຄົນເປັນ? ຖ້າວິນຍານຂອງຄົນຕາຍລອຍວົນວຽນອ້ອມຮອບໝູ່ເພື່ອນໃນໂລກ ຕາມທີ່ນັກສາສະໜາສາດທົ່ວໄປໄດ້ສອນໄວ້, ເປັນຫຍັງຈຶ່ງບໍ່ອະນຸຍາດໃຫ້ພວກເຂົາສື່ສານກັບຄົນເປັນ ເພື່ອເຕືອນເລື່ອງອັນຕະລາຍ ຫຼື ໃຫ້ກຳລັງໃຈໃນຍາມໂສກເສົ້າ? ຜູ້ທີ່ເຊື່ອວ່າມະນຸດມີສະຕິຫຼັງຈາກຕາຍຈະປະຕິເສດໄດ້ແນວໃດ ຖ້າມີວິນຍານອ້າງວ່າໄດ້ຂຶ້ນສະຫວັນ ແລະ ກຳລັງນຳແສງສະຫວ່າງຈາກພຣະເຈົ້າມາສູ່ຕົນ? ນີ້ແຫຼະຄືຊ່ອງທາງທີ່ຜູ້ຄົນຖືວ່າສັກສິດ ແຕ່ແທ້ຈິງກັບເປັນຊ່ອງທາງທີ່ຊາຕານໃຊ້ເພື່ອບັນລຸຈຸດປະສົງຂອງມັນ. ພວກທູດຂອງຊາຕານທີ່ຕົກຈາກສະຫວັນໄດ້ເຮັດຕາມຄຳສັ່ງຂອງມັນ ໂດຍປາກົດຕົວເປັນຜູ້ນຳຂ່າວຈາກໂລກວິນຍານ. ໃນຂະນະທີ່ອ້າງວ່າ ກຳລັງພາຄົນເປັນໃຫ້ຕິດຕໍ່ກັບຄົນຕາຍຢູ່ນັ້ນ, ເຈົ້າແຫ່ງຄວາມຊົ່ວກໍໃຊ້ພະລັງມົນສະກົດ ເພື່ອຄອບງຳຈິດໃຈຂອງພວກເຂົາ. {GC 551.2}

ຊາຕານມີອຳນາດສ້າງພາບລວງຕາໃຫ້ມະນຸດເຫັນເໝືອນວ່າ ໝູ່ເພື່ອນທີ່ຕາຍໄປແລ້ວມາປາກົດຕໍ່ໜ້າພວກເຂົາ. ການປອມແປງນັ້ນຄົບຖ້ວນສົມບູນ; ໜ້າຕາ, ຄຳເວົ້າ ແລະ ນ້ຳສຽງ ລ້ວນແຕ່ຖືກສ້າງຂຶ້ນມາຄືກັນກັບຂອງແທ້ທຸກປະການ. ຫຼາຍຄົນໄດ້ຮັບການປອບໃຈ ເມື່ອເຊື່ອວ່າຄົນທີ່ຕົນຮັກກຳລັງມີຄວາມສຸກຢູ່ໃນສະຫວັນ; ພວກເຂົາຈຶ່ງເປີດຫູຟັງ “ວິນຍານຫຼອກລວງ ແລະ ສິ່ງຕ່າງໆ ທີ່ສອນໂດຍພວກຜີມານຮ້າຍ” ໂດຍບໍ່ຮູ້ເຖິງອັນຕະລາຍ. (1 ຕີໂມທຽວ 4:1 LCV). {GC 552.1}

ເມື່ອພວກເຂົາຖືກຫຼອກໃຫ້ເຊື່ອວ່າ ຄົນຕາຍສາມາດກັບມາສື່ສານກັບພວກເຂົາໄດ້ແທ້, ຊາຕານໃຫ້ວິນຍານຊົ່ວປາກົດຕົວ ແລະ ເຮັດຄືຜູ້ທີ່ຕາຍໄປແລ້ວ ໂດຍຜູ້ຕາຍນັ້ນໄດ້ເສຍຊີວິດລົງໃນຂະນະທີ່ບໍ່ມີຄວາມພ້ອມ. ວິນຍານສວມຮອຍເຫຼົ່ານັ້ນອ້າງວ່າ ມີຄວາມສຸກໃນສະຫວັນ ແລະ ຍັງໄດ້ຮັບຕຳແໜ່ງສູງສົ່ງຢູ່ທີ່ນັ້ນ. ດ້ວຍເຫດນີ້, ມີຄົນຫຼົງເຊື່ອຢ່າງຫຼວງຫຼາຍວ່າ ບໍ່ມີຄວາມແຕກຕ່າງລະຫວ່າງຄົນຊອບທຳກັບຄົນອະທຳ. ບາງຄັ້ງຜູ້ທີ່ອ້າງວ່າມາຈາກໂລກວິນຍານ ກໍເວົ້າເຕືອນເລື່ອງຕ່າງໆທີ່ກາຍເປັນຄວາມຈິງ. ຫຼັງຈາກທີ່ມີຄົນຫຼົງເຊື່ອມັນແລ້ວ ມັນກໍສະເໜີຄຳສອນທີ່ຂັດຕໍ່ຄວາມເຊື່ອໃນພຣະຄຳພີໂດຍກົງ. ພວກມັນທຳທ່າເປັນຫ່ວງຕໍ່ຄວາມຢູ່ດີມີສຸກຂອງໝູ່ເພື່ອນໃນໂລກ ແລ້ວກໍແຊກຊຶມຄຳສອນທີ່ອັນຕະລາຍທີ່ສຸດເຂົ້າມາ. ການທີ່ພວກມັນເວົ້າຄວາມຈິງບາງຢ່າງ ແລະ ບາງຄັ້ງສາມາດທຳນວາຍເຫດການໃນອະນາຄົດໄດ້ນັ້ນ ເຮັດໃຫ້ຄຳເວົ້າຂອງພວກມັນເບິ່ງຄືມີຄວາມໜ້າເຊື່ອຖື. ສະນັ້ນ, ຄົນຈຳນວນຫຼວງຫຼາຍຈຶ່ງຮັບເອົາ ແລະ ເຊື່ອຖືຄຳສອນທີ່ບໍ່ຖືກຕ້ອງຂອງພວກມັນ ຄືກັບວ່າມັນເປັນຄວາມຈິງອັນສັກສິດທີ່ສຸດຈາກພຣະຄຳພີ. ດ້ວຍເຫດນີ້, ຜູ້ຄົນຈຶ່ງປະຖິ້ມພຣະບັນຍັດຂອງພຣະເຈົ້າ, ດູໝິ່ນພຣະວິນຍານແຫ່ງພຣະຄຸນ ແລະ ເບິ່ງພຣະໂລຫິດແຫ່ງພັນທະສັນຍາວ່າເປັນສິ່ງທຳມະດາທີ່ບໍ່ສັກສິດ. ພວກວິນຍານເຫຼົ່ານັ້ນບໍ່ຍອມຮັບວ່າພຣະຄຣິສຊົງເປັນພຣະເຈົ້າ ແລະ ສອນວ່າພຣະຜູ້ສ້າງຢູ່ໃນລະດັບດຽວກັນກັບພວກມັນ. ສະນັ້ນ, ພາຍໃຕ້ການປອມຕົວແບບໃໝ່ນີ້ ຊາຕານຈຶ່ງສືບຕໍ່ການກະບົດ ແລະ ເຮັດສົງຄາມຕໍ່ສູ້ກັບພຣະເຈົ້າ ເຊິ່ງເລີ່ມຕົ້ນໃນສະຫວັນ ແລະ ດຳເນີນມາໃນໂລກເປັນເວລາເກືອບຫົກພັນປີແລ້ວ. {GC 552.2}

ຫຼາຍຄົນພະຍາຍາມອະທິບາຍປາກົດການທາງວິນຍານ ໂດຍອ້າງວ່າມັນເປັນການຫຼອກລວງ ແລະ ກົນອຸບາຍຂອງພວກໝໍຜີ ແລະ ນາງທຽມເທົ່ານັ້ນ. ເຖິງແມ່ນວ່າ ມີຫຼາຍກໍລະນີທີ່ໃຊ້ມາຍາກົນ ແລະ ອ້າງວ່າເປັນປາກົດການຈິງ, ແຕ່ກໍມີກໍລະນີທີ່ເປັນການສະແດງຣິດອຳນາດເໜືອທຳມະຊາດທີ່ເຫັນໄດ້ຢ່າງຈະແຈ້ງ. ສຽງເຄາະອັນເລິກລັບໃນປີ 1849 ອັນເປັນຈຸດເລີ່ມຕົ້ນຂອງລັດທິຕິດຕໍ່ວິນຍານໃນຍຸກໃໝ່ນັ້ນ ບໍ່ໄດ້ມາຈາກກົນອຸບາຍ ຫຼື ການຫຼອກລວງຂອງມະນຸດ ແຕ່ເປັນການກະທຳໂດຍກົງຂອງເຫຼົ່າທູດຊົ່ວຮ້າຍຂອງຊາຕານ. ນີ້ແມ່ນໜຶ່ງໃນການຫຼອກລວງທີ່ມີປະສິດທິພາບໃນການທຳລາຍຈິດວິນຍານຫຼາຍທີ່ສຸດ. ຫຼາຍຄົນຈະຕິດກັບດັກຂອງຊາຕານ ເພາະເຊື່ອວ່າລັດທິຕິດຕໍ່ວິນຍານເປັນພຽງມາຍາກົນຂອງມະນຸດ. ແຕ່ເມື່ອພວກເຂົາໄດ້ເຫັນປາກົດການທີ່ຕ້ອງຍອມຮັບວ່າເປັນສິ່ງທີ່ເໜືອທຳມະຊາດ ພວກເຂົາກໍຫຼົງເຊື່ອ ແລະ ຖືກຫຼອກໃຫ້ຍອມຮັບວ່າສິ່ງເຫຼົ່ານີ້ເປັນຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ. {GC 553.1}

ຄົນເຫຼົ່ານີ້ບໍ່ໄດ້ໃສ່ໃຈໃນຄຳສອນຂອງພຣະຄຳພີ ກ່ຽວກັບການອັດສະຈັນທີ່ຊາຕານ ແລະ ທູດຂອງມັນໄດ້ກະທຳ. ພວກໝໍເວດມົນຄາຖາຂອງກະສັດຟາໂຣ ສາມາດປອມແປງວຽກງານຂອງພຣະເຈົ້າໄດ້ ດ້ວຍການຊ່ວຍເຫຼືອຂອງຊາຕານ. ອາຈານໂປໂລໄດ້ກ່າວເຖິງການສະແດງຣິດອຳນາດຂອງຊາຕານແບບດຽວກັນນີ້ ເຊິ່ງຈະເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງຂອງພຣະຄຣິສວ່າ: “ໂດຍອຳນາດຂອງຊາຕານ, ມັນຈະໃຊ້ການສະແດງອຳນາດທຸກຮູບແບບ ຜ່ານທາງໝາຍສຳຄັນ ແລະ ການອັດສະຈັນ ເຊິ່ງລ້ວນແຕ່ຮັບໃຊ້ຄວາມຕົວະ ແລະ ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫຼອກລວງ.” (2 ເທສະໂລນິກ 2:9, 10 LCV). ສ່ວນອັກຄະສາວົກໂຢຮັນ ເມື່ອບັນລະຍາຍເຖິງຣິດອຳນາດທີ່ຈະປາກົດໃນຍຸກສຸດທ້າຍໃນຮູບແບບການອັດສະຈັນ, ເພິ່ນໄດ້ກ່າວວ່າ: “ມັນສະແດງໝາຍສຳຄັນທີ່ຍິ່ງໃຫຍ່, ແມ່ນແຕ່ເຮັດໃຫ້ໄຟຕົກຈາກສະຫວັນລົງມາສູ່ໂລກຕໍ່ໜ້າຕໍ່ຕາມະນຸດ. ເພາະໝາຍສຳຄັນເຫຼົ່ານີ້ມັນຈຶ່ງ…ຫຼອກລວງຄົນທັງຫຼາຍທີ່ຢູ່ໃນແຜ່ນດິນໂລກ.” (ພຣະນິມິດ 13:13, 14). ສິ່ງທີ່ທຳນວາຍໄວ້ນີ້ບໍ່ແມ່ນການໃຊ້ມາຍາກົນຫຼອກຕາ, ແຕ່ຈະມີຄົນຖືກຫຼອກລວງດ້ວຍການອັດສະຈັນທີ່ຜູ້ຮັບໃຊ້ຂອງຊາຕານມີອຳນາດເຮັດໄດ້ແທ້. {GC 553.2}

ຊາຕານລໍ້ລວງປັນຍາຊົນ

ເຈົ້າແຫ່ງຄວາມມືດໄດ້ໃຊ້ຄວາມສາມາດອັນຊານສະຫຼາດຂອງມັນໃນການຫຼອກລວງມາເປັນເວລາດົນນານ. ດ້ວຍຄວາມຊ່ຽວຊານ, ມັນປັບປ່ຽນການລໍ້ລວງໃຫ້ເໝາະສົມກັບຄົນທຸກຊົນຊັ້ນ ແລະ ທຸກສະພາບການ. ສຳລັບຜູ້ທີ່ມີການສຶກສາ ແລະ ໄດ້ຍົກລະດັບການເປັນຢູ່, ມັນນຳສະເໜີເລື່ອງການຕິດຕໍ່ກັບວິນຍານໃນຮູບແບບທີ່ເລິກເຊິ່ງ ແລະ ມີເຫດຜົນທາງປັນຍາ ຈົນສາມາດຫຼອກລໍ້ຫຼາຍຄົນເຂົ້າໄປຕິດກັບດັກຂອງມັນ. ປັນຍາທີ່ວິນຍານເຫຼົ່ານັ້ນສອນກົງກັບທີ່ອັກຄະສາວົກຢາໂກໂບໄດ້ກ່າວໄວ້ວ່າ “ປັນຍາຢ່າງນີ້ບໍ່ໄດ້ມາຈາກເບື້ອງເທິງ ແຕ່ເປັນປັນຍາຂອງຝ່າຍໂລກນີ້, ເປັນຢ່າງທຳມະດາມະນຸດ ແລະ ເປັນຢ່າງມານຮ້າຍ.” (ຢາໂກໂບ 3:15). ເຖິງຢ່າງໃດກໍຕາມ, ຊາຕານຈະອຳພາງເລື່ອງດັ່ງກ່າວໄວ້ ເມື່ອການອຳພາງເໝາະສົມກັບຈຸດປະສົງຂອງມັນ. ຜູ້ທີ່ສາມາດປາກົດຕົວຕໍ່ພຣະຄຣິສໃນຖິ່ນແຫ້ງແລ້ງກັນດານ ດ້ວຍແສງຣັດສະໝີຂອງເຫຼົ່າເສຣາຟິມນັ້ນ ກໍມາຫາມະນຸດໃນຮູບແບບທີ່ດຶງດູດໃຈທີ່ສຸດ ໃນຖານະທູດແຫ່ງຄວາມສະຫວ່າງ. ມັນເຂົ້າເຖິງຄວາມຄິດດ້ວຍການນຳສະເໜີຫົວຂໍ້ທີ່ຍົກລະດັບຈິດໃຈ ແລະ ເຮັດໃຫ້ຈິນຕະນາການເພີດເພີນໄປກັບພາບທີ່ໜ້າຫຼົງໄຫຼ. ມັນລໍ້ລວງຄົນດ້ວຍການບັນລະຍາຍຢ່າງຄ່ອງແຄ້ວໜ້າຟັງເຖິງເລື່ອງຄວາມຮັກ ແລະ ການເສຍສະຫຼະ. ມັນກະຕຸ້ນໃຫ້ຄວາມຄິດຝັນລ່ອງລອຍ ເຮັດໃຫ້ຄົນເກີດຄວາມພາກພູມໃຈໃນປັນຍາຂອງຕົນເອງຫຼາຍ ຈົນພວກເຂົາໝິ່ນປະໝາດພຣະເຈົ້າອົງນິຣັນ. ຊາຕານມີຣິດອຳນາດ, ມັນເຄີຍນຳພາພຣະຜູ້ໄຖ່ຂອງໂລກຂຶ້ນໄປເທິງຈອມພູສູງ ແລະ ສະແດງໃຫ້ພຣະອົງເຫັນອານາຈັກ ແລະ ຄວາມຮຸ່ງເຮືອງທັງໝົດຂອງໂລກ. ທຸກຄົນທີ່ບໍ່ໄດ້ຮັບການປົກປ້ອງດ້ວຍຣິດອຳນາດຂອງພຣະເຈົ້າຈະຖືກຊາຕານລໍ້ລວງໃນລັກສະນະທີ່ຈະເຮັດໃຫ້ການຮັບຮູ້ຜິດພ້ຽນໄປ. {GC 553.3}

ຊາຕານລໍ້ລວງມະນຸດໃນປັດຈຸບັນນີ້ ເໝືອນດັ່ງທີ່ມັນໄດ້ລໍ້ລວງນາງເອວາໃນສວນເອເດນດ້ວຍການຍົກຍໍປໍປັ້ນ ແລະ ການຍົວະໃຫ້ເກີດຄວາມປາຖະໜາຢາກຮູ້ສິ່ງທີ່ພຣະເຈົ້າຊົງຫ້າມ ພ້ອມທັງກະຕຸ້ນໃຫ້ເກີດຄວາມທະເຍີທະຍານທີ່ຈະໄດ້ຮັບການເຊີດຊູ. ຕົວຊາຕານເອງໄດ້ຕົກສູ່ຄວາມບາບ ດ້ວຍການຫຼໍ່ລ້ຽງຄວາມຊົ່ວຮ້າຍເຫຼົ່ານີ້ ແລະ ມັນກໍໃຊ້ສິ່ງດຽວກັນນີ້ເພື່ອນຳຄວາມພິນາດມາສູ່ມະນຸດ. ມັນກ່າວວ່າ: “ເຈົ້າກໍຈະເປັນເໝືອນພຣະເຈົ້າ…ຈະຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ.” (ປະຖົມມະການ 3:5). ລັດທິຕິດຕໍ່ກັບວິນຍານສອນວ່າ “ມະນຸດເປັນຜູ້ທີ່ມີການພັດທະນາ, ຕັ້ງແຕ່ເກີດຈົນຕະຫຼອດໄປເປັນນິດ ມະນຸດມີຈຸດໝາຍທີ່ຈະພັດທະນາໄປສູ່ການເປັນພຣະເຈົ້າ.” ແລະຍັງສອນຕື່ມວ່າ: “ທຸກຄົນຈະພິພາກສາຕົນເອງເທົ່ານັ້ນ ບໍ່ແມ່ນຄົນອື່ນ.” “ການພິພາກສານັ້ນຈະຖືກຕ້ອງ ເພາະເປັນການພິພາກສາຕົນເອງ…ບັນລັງນັ້ນຢູ່ພາຍໃນຕົວທ່ານ.” ເມື່ອຈິດຂອງຄູອາຈານສອນລັດທິຕິດຕໍ່ກັບວິນຍານຄົນໜຶ່ງໄດ້ຕື່ນຂຶ້ນ ລາວເວົ້າວ່າ: “ເພື່ອນມະນຸດທັງຫຼາຍ, ພວກເຮົາທຸກຄົນລ້ວນແຕ່ເປັນເທບພະເຈົ້າທີ່ບໍ່ເຄີຍເຮັດບາບ.” ມີອີກຄົນໜຶ່ງປະກາດວ່າ: “ທຸກຄົນທີ່ຊອບທຳ ແລະ ດີພ້ອມນັ້ນກໍເປັນພຣະຄຣິສ.” {GC 554.1}

ຜູ້ທີ່ຄວນໄດ້ຮັບຄວາມຮັກ ແລະ ການເຊີດຊູແມ່ນພຣະເຈົ້າອົງຜູ້ຊອບທຳ ຜູ້ຊົງຣິດທານຸພາບສູງສຸດ; ມາດຕະຖານອັນແທ້ຈິງຂອງມະນຸດ ແມ່ນຄວາມຊອບທຳອັນສົມບູນແຫ່ງພຣະບັນຍັດຂອງພຣະອົງ. ແຕ່ຊາຕານໄດ້ນຳເອົາທຳມະຊາດອັນບາບໜາ ແລະ ຜິດພາດຂອງມະນຸດມາເປັນສິ່ງດຽວທີ່ຄວນເຊີດຊູ, ເປັນກົດເກນດຽວໃນການພິຈາລະນາ ແລະ ເປັນມາດຕະຖານພຽງອັນດຽວຂອງອຸປະນິໄສ. ນີ້ແມ່ນການກ້າວໜ້າ ແຕ່ເປັນການກ້າວລົງ ບໍ່ແມ່ນການກ້າວຂຶ້ນ. {GC 554.2}

ກົດທຳມະຊາດອັນໜຶ່ງທີ່ກ່ຽວຂ້ອງກັບທັງດ້ານສະຕິປັນຍາ ແລະ ດ້ານຈິດວິນຍານຄື: ຄົນເຮົາຈະຖືກປ່ຽນແປງໃຫ້ເໝືອນສິ່ງທີ່ເຮົາເຝົ້າເບິ່ງຢູ່; ຈິດໃຈຂອງເຮົາຈະຄ່ອຍໆປ່ຽນໄປຕາມສິ່ງທີ່ເຮົາເອົາມາຄິດເປັນປະຈຳ; ມັນຈະປັບປ່ຽນໄປຕາມສິ່ງທີ່ຕົນຮັກ ແລະ ນັບຖື. ມະນຸດຈະບໍ່ສາມາດຂຶ້ນສູງໄປກວ່າມາດຕະຖານຄວາມບໍຣິສຸດ, ຄວາມດີ ຫຼື ຄວາມຈິງທີ່ຕົນວາງໄວ້. ຖ້າຜູ້ໃດເອົາຄວາມຄິດຕົວເອງເປັນອຸດົມຄະຕິສູງສຸດ, ເຂົາກໍຈະບໍ່ມີວັນກ້າວໄປສູງກວ່ານັ້ນ. ກົງກັນຂ້າມ, ເຂົາຈະຈົມຕ່ຳລົງເລື້ອຍໆ. ມີແຕ່ພຣະຄຸນຂອງພຣະເຈົ້າເທົ່ານັ້ນທີ່ສາມາດຍົກມະນຸດຂຶ້ນໄດ້. ຖ້າປະໄວ້ຕາມລຳພັງ, ຊີວິດຄົນເຮົາຈະຕົກຕ່ຳລົງຢ່າງຫຼີກລ່ຽງບໍ່ໄດ້. {GC 555.1}

ຖືກລໍ້ດ້ວຍຄວາມມ່ວນຊື່ນ

ລັດທິຕິດຕໍ່ກັບວິນຍານສະແດງຕົວໃນຮູບແບບທີ່ອ້ອມຄ້ອມ ແລະ ຊັບຊ້ອນຕໍ່ຄົນທີ່ມີການສຶກສາ ແລະ ປັນຍາຊົນ. ແຕ່ສຳລັບຄົນທີ່ເຫັນແກ່ຕົວ, ຄົນທີ່ມັກຄວາມມ່ວນຊື່ນ ແລະ ຄົນທີ່ຫຼົງໄຫຼທາງກາມາລົມ ມັນສະແດງຕົວໃນຮູບແບບທີ່ເຫັນໄດ້ຊັດເຈນ ເຊິ່ງກົງກັບກິເລດຕັນຫາຂອງພວກເຂົາ. ຊາຕານສຶກສາຈຸດອ່ອນທຸກຢ່າງຂອງມະນຸດ, ມັນສັງເກດເບິ່ງບາບທີ່ແຕ່ລະຄົນມັກຈະເຮັດ, ແລ້ວມັນກໍຈັດຫາໂອກາດໃຫ້ພວກເຂົາເຮັດຕາມຄວາມໂນ້ມອ່ຽງທີ່ຊົ່ວຮ້າຍນັ້ນ. ມັນລໍ້ລວງໃຫ້ມະນຸດເຮັດສິ່ງທີ່ຖືກຕ້ອງເກີນຂອບເຂດທີ່ເໝາະສົມ ເຮັດໃຫ້ພວກເຂົາອ່ອນແອທັງດ້ານຮ່າງກາຍ, ຈິດໃຈ ແລະ ສິນທຳ ຍ້ອນການບໍ່ຮູ້ຈັກປະມານຕົນ. ມັນໄດ້ທຳລາຍຊີວິດຜູ້ຄົນຢ່າງຫຼວງຫຼາຍມາແລ້ວ ແລະ ກໍຍັງສືບຕໍ່ທຳລາຍ ດ້ວຍການຊັກນຳໃຫ້ພວກເຂົາ ປ່ອຍຕົວໃຫ້ຫຼົງລະເລີງໄປກັບກິເລດຕັນຫາ ຈົນເຮັດໃຫ້ສະພາບຄວາມເປັນມະນຸດຂອງພວກເຂົາຕົກຕ່ຳລົງຢ່າງກັບສັດເດລະສານ. ເພື່ອໃຫ້ແຜນການຂອງມັນສຳເລັດ ມັນປະກາດຜ່ານທາງວິນຍານເຫຼົ່ານັ້ນວ່າ “ຄວາມຮູ້ທີ່ແທ້ຈິງ ເຮັດໃຫ້ມະນຸດຢູ່ເໜືອກົດທັງປວງ,” “ທຸກສິ່ງທຸກຢ່າງທີ່ເຮັດລົງໄປ ລ້ວນແຕ່ຖືກຕ້ອງ;” “ພຣະເຈົ້າບໍ່ລົງໂທດ,” ແລະ “ບາບທັງໝົດທີ່ເຮັດລົງໄປ ລ້ວນແຕ່ບໍ່ມີຄວາມຜິດ.” ເມື່ອຜູ້ຄົນຖືກຈູງໃຈໃຫ້ເຊື່ອວ່າຄວາມຕ້ອງການເປັນກົດສູງສຸດ, ເສລີພາບແມ່ນການເຮັດຕາມໃຈມັກ ແລະ ມະນຸດຕ້ອງຮັບຜິດຊອບຕໍ່ຕົນເອງພຽງຜູ້ດຽວເທົ່ານັ້ນ, ກໍບໍ່ໜ້າແປກໃຈທີ່ເຫັນຄວາມຊົ່ວຊ້າສາມານປາກົດຢູ່ທົ່ວທຸກຫົນແຫ່ງ. ຄົນຈຳນວນຫຼວງຫຼາຍພາກັນຮັບເອົາຄຳສອນທີ່ເປີດໂອກາດໃຫ້ພວກເຂົາເຮັດຕາມຄວາມຕ້ອງການຂອງຈິດໃຈຝ່າຍເນື້ອໜັງ. ແທນທີ່ຈະຄວບຄຸມຕົນເອງ ກໍກັບປ່ອຍໃຫ້ກິເລດຕັນຫາຄອບງຳ; ຄວາມຄິດຈິດໃຈ ແລະ ຈິດວິນຍານຖືກປ່ອຍໃຫ້ຢູ່ໃຕ້ອຳນາດຂອງລາຄະຕັນຫາ ແລ້ວຊາຕານກໍຊົມຊື່ນຍິນດີທີ່ມັນສາມາດຕ້ອນຄົນທີ່ອ້າງວ່າເປັນຜູ້ຕິດຕາມພຣະຄຣິສຈຳນວນຫຼາຍ ເຂົ້າໄປຕິດກັບດັກຂອງມັນ. {GC 555.2}

ບໍ່ມີຜູ້ໃດຈຳເປັນຕ້ອງຖືກຫຼອກລວງ ດ້ວຍຄຳອ້າງອັນບໍ່ຈິງຂອງລັດທິຕິດຕໍ່ກັບວິນຍານ. ພຣະເຈົ້າໄດ້ປະທານແສງສະຫວ່າງພຽງພໍໃຫ້ມະນຸດສາມາດຫຼີກລ່ຽງກັບດັກຂອງມັນ. ດັ່ງທີ່ໄດ້ກ່າວໄວ້ແລ້ວ ທິດສະດີທີ່ເປັນພື້ນຖານຂອງລັດທິຕິດຕໍ່ກັບວິນຍານນີ້ ຂັດແຍ້ງກັບຂໍ້ຄວາມທີ່ຊັດເຈນທີ່ສຸດໃນພຣະຄຳພີ. ພຣະຄຳພີກ່າວວ່າ ຄົນຕາຍບໍ່ຮູ້ຫຍັງເລີຍ, ຄວາມຄິດຂອງພວກເຂົາໄດ້ດັບສູນໄປແລ້ວ. ພວກເຂົາບໍ່ມີສ່ວນຮ່ວມໃນສິ່ງໃດທີ່ເກີດຂຶ້ນພາຍໃຕ້ດວງອາທິດ ແລະ ບໍ່ຮູ້ຈັກຄວາມທຸກສຸກຂອງຜູ້ທີ່ພວກເຂົາຮັກທີ່ສຸດໃນໂລກ. (ເບິ່ງ ປັນຍາຈານ 9:5; ເພງສັນລະເສີນ 146:4; ປັນຍາຈານ 9:5; ໂຢບ 14:21). {GC 556.1}

ຊົງຫ້າມຕິດຕໍ່ກັບວິນຍານ

ນອກຈາກນັ້ນ, ພຣະເຈົ້າຊົງຫ້າມຢ່າງເດັດຂາດ ບໍ່ໃຫ້ມີການຕິດຕໍ່ກັບວິນຍານທີ່ອ້າງວ່າເປັນຄົນທີ່ຕາຍ. ໃນສະໄໝຊາວເຮັບເຣີບູຮານ, ມີຄົນກຸ່ມໜຶ່ງອ້າງວ່າສາມາດຕິດຕໍ່ກັບຄົນຕາຍໄດ້ ຄືກັນກັບບາງຄົນໃນປັດຈຸບັນ. ແຕ່ພຣະຄຳພີໄດ້ເປີດເຜີຍວ່າ ວິນຍານເຫຼົ່ານັ້ນແທ້ຈິງແລ້ວແມ່ນ “ວິນຍານຂອງມານຮ້າຍ.”1 ພຣະຄຳພີກ່າວວ່າ ການຕິດຕໍ່ກັບວິນຍານເຫຼົ່ານີ້ເປັນສິ່ງທີ່ໜ້າກຽດຊັງສຳລັບພຣະເຈົ້າ ແລະ ຖືກຫ້າມຢ່າງເດັດຂາດໂດຍມີໂທດເຖິງຕາຍ.2 ຫຼາຍຄົນໃນປັດຈຸບັນດູໝິ່ນຄຳວ່າ “ໄສຍະສາດ.” ການອ້າງວ່າມະນຸດສາມາດຕິດຕໍ່ກັບວິນຍານຊົ່ວໄດ້ ຖືວ່າເປັນນິທານຈາກສະໄໝຍຸກມືດ. ແຕ່ລັດທິຕິດຕໍ່ກັບວິນຍານໄດ້ແຜ່ຂະຫຍາຍໄປທົ່ວ ຈົນມີຜູ້ມາເຊື່ອນັບແສນນັບລ້ານຄົນ. ມັນໄດ້ເຂົ້າໄປສູ່ວົງການວິທະຍາສາດ, ແຊກຊຶມເຂົ້າໄປໃນຄຣິສຕະຈັກຕ່າງໆ, ໄດ້ຮັບການຍອມຮັບໃນສະພານິຕິບັນຍັດ ແລະ ແມ່ນແຕ່ໃນຣາຊສຳນັກ. ການຫຼອກລວງອັນຍິ່ງໃຫຍ່ນີ້ ບໍ່ແມ່ນສິ່ງອື່ນໃດນອກຈາກການຟື້ນຟູໄສຍະສາດບູຮານໃນຮູບແບບໃໝ່ ເຊິ່ງພຣະຄຳພີໄດ້ປະນາມ ແລະ ຫ້າມໄວ້. {GC 556.2}

ຖ້າສົມມຸດວ່າ ບໍ່ມີຫຼັກຖານອື່ນກ່ຽວກັບລັກສະນະທີ່ແທ້ຈິງຂອງຄຳສອນເລື່ອງການຕິດຕໍ່ກັບວິນຍານ, ແຕ່ສຳລັບຄຣິສຕຽນແລ້ວ ການທີ່ວິນຍານເຫຼົ່ານັ້ນບໍ່ໄດ້ແບ່ງແຍກຄວາມແຕກຕ່າງລະຫວ່າງຄວາມຊອບທຳກັບຄວາມບາບ, ລະຫວ່າງອັກຄະສາວົກຜູ້ບໍຣິສຸດ ແລະ ສູງສົ່ງທີ່ສຸດຂອງພຣະຄຣິສ ກັບຜູ້ຮັບໃຊ້ທີ່ຊົ່ວຮ້າຍທີ່ສຸດຂອງຊາຕານ ກໍເປັນເຫດຜົນພຽງພໍແລ້ວທີ່ຈະປະຕິເສດ. ເມື່ອຊາຕານຫຼອກໃຫ້ຄົນເຊື່ອວ່າ ຄົນຊົ່ວຮ້າຍທີ່ສຸດກໍຢູ່ໃນສະຫວັນ ແລະ ໄດ້ຮັບການຍົກຍ້ອງສັນລະເສີນຢ່າງສູງ, ມັນກໍເວົ້າກັບຊາວໂລກວ່າ: “ບໍ່ວ່າເຈົ້າຈະຊົ່ວຮ້າຍປານໃດ, ບໍ່ວ່າເຈົ້າຈະເຊື່ອ ຫຼື ບໍ່ເຊື່ອໃນພຣະເຈົ້າ ແລະ ໃນພຣະຄຳພີ, ກໍໃຫ້ເຈົ້າໃຊ້ຊີວິດຕາມໃຈມັກສາ ເພາະສະຫວັນກໍເປັນບ້ານຂອງເຈົ້າຢູ່ແລ້ວ.” ຄົນທັງຫຼາຍທີ່ສອນເລື່ອງການຕິດຕໍ່ກັບວິນຍານກໍເທົ່າກັບປະກາດວ່າ: “‘ທຸກຄົນທີ່ເຮັດຊົ່ວລ້ວນແຕ່ເປັນຄົນດີ ພຣະອົງກໍເຫັນດີນຳພວກເຂົາ’ ຫຼື…ຖາມວ່າ, ‘ພຣະເຈົ້າອົງຊົງຕັດສິນນັ້ນຢູ່ໃສ?’” (ມາລາກີ 2:17). ພຣະຄຳຂອງພຣະເຈົ້າຂຽນໄວ້ວ່າ: “ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເອີ້ນສິ່ງທີ່ດີວ່າເປັນສິ່ງທີ່ຊົ່ວ ແລະ ເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ. ພວກເຈົ້າປ່ຽນມືດເປັນແຈ້ງ ແລະ ແຈ້ງເປັນມືດ. ພວກເຈົ້າເຮັດສິ່ງທີ່ຂົມໃຫ້ເປັນຫວານ ແລະ ສິ່ງທີ່ຫວານໃຫ້ເປັນຂົມ.” (ເອຊາຢາ 5:20). {GC 556.3}

ພຣະຄຳພີເປີດໂປງຊາຕານ

ວິນຍານຫຼອກລວງເຫຼົ່ານີ້ອ້າງວ່າເປັນອັກຄະສາວົກ ແຕ່ກັບກ່າວຂັດແຍ້ງກັບສິ່ງທີ່ພວກອັກຄະສາວົກໄດ້ຂຽນໄວ້ ພາຍໃຕ້ການຊົງນຳຂອງພຣະວິນຍານບໍຣິສຸດໃນຕອນທີ່ຍັງມີຊີວິດຢູ່. ພວກມັນປະຕິເສດວ່າ ພຣະຄຳພີມາຈາກພຣະເຈົ້າ ເຊິ່ງເປັນການທຳລາຍຮາກຖານແຫ່ງຄວາມຫວັງຂອງຄຣິສຕຽນ ແລະ ດັບແສງສະຫວ່າງທີ່ສ່ອງທາງໄປສູ່ສະຫວັນ. ຊາຕານກຳລັງເຮັດໃຫ້ມະນຸດເຊື່ອວ່າ ພຣະຄຳພີເປັນພຽງນິທານ ຫຼື ເປັນປຶ້ມສຳລັບຄົນໃນສະໄໝຕົ້ນເດີມ ເມື່ອມະນຸດຍັງບໍ່ພັດທະນາ; ສ່ວນບັດນີ້ກໍບໍ່ຄວນໃສ່ໃຈ ແຕ່ຄວນປະຖິ້ມໄປຍ້ອນວ່າມັນລ້າສະໄໝໄປແລ້ວ. ເພື່ອມາແທນທີ່ພຣະຄຳຂອງພຣະເຈົ້າ, ມັນຈຶ່ງໃຫ້ມີການປາກົດຂອງພວກວິນຍານໃຫ້ເຫັນ. ນີ້ແມ່ນຊ່ອງທາງທີ່ມັນຄວບຄຸມໄດ້ຢ່າງເຕັມທີ່. ດ້ວຍວິທີນີ້, ມັນເຮັດໃຫ້ຊາວໂລກເຊື່ອຕາມທີ່ມັນຢາກໃຫ້ເຊື່ອ. ປຶ້ມພຣະຄຳພີທີ່ຈະໃຊ້ໃນການພິພາກສາຕົວມັນເອງ ແລະ ຜູ້ຕິດຕາມຂອງມັນ ກໍເອົາໄວ້ບ່ອນມືດຕາມທີ່ມັນຕ້ອງການ ແລະ ມັນເຮັດໃຫ້ຄົນເບິ່ງພຣະຜູ້ຊ່ວຍໃຫ້ລອດຂອງໂລກ ເໝືອນເປັນພຽງຄົນທຳມະດາເທົ່ານັ້ນ. ໃນສະໄໝກ່ອນ, ທະຫານໂຣມທີ່ເຝົ້າອຸບມຸງຝັງພຣະສົບຂອງພຣະເຢຊູ ໄດ້ເລົ່າລືຄຳເວົ້າຕົວະທີ່ພວກປະໂຣຫິດ ແລະ ພວກເຖົ້າແກ່ໃສ່ປາກໃຫ້ເວົ້າ ເພື່ອປະຕິເສດການຟື້ນຄືນພຣະຊົນຂອງພຣະອົງ. ໃນສະໄໝນີ້, ພວກທີ່ເຊື່ອໃນການເຄື່ອນໄຫວຂອງເຫຼົ່າວິນຍານ ກໍພະຍາຍາມເຮັດໃຫ້ຄົນເຊື່ອວ່າ ບໍ່ມີເລື່ອງອັດສະຈັນໃດໆໃນຊີວິດຂອງພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ. ຫຼັງຈາກທີ່ພະຍາຍາມໃຫ້ພຣະເຢຊູຫຼຸດຄວາມສຳຄັນລົງແລ້ວ ພວກເຂົາກໍເອົາການອັດສະຈັນຂອງຝ່າຍຕົນເອງມາອວດອ້າງວ່າ ເໜືອກວ່າພຣະຣາຊກິດຂອງພຣະຄຣິສ. {GC 557.1}

ເປັນເລື່ອງຈິງທີ່ລັດທິຕິດຕໍ່ວິນຍານໃນປັດຈຸບັນກຳລັງປ່ຽນຮູບແບບຂອງມັນ ໂດຍປົກປິດລັກສະນະທີ່ໜ້າກຽດທີ່ສຸດຂອງມັນໄວ້ໃນຂະນະທີ່ອ້າງຄວາມເປັນຄຣິສຕຽນ. ແຕ່ຄຳເວົ້າຂອງມັນຈາກເວທີ ແລະ ສື່ຕ່າງໆໄດ້ປາກົດຕໍ່ສາທາລະນະຊົນມາຫຼາຍປີແລ້ວ ເຊິ່ງສະແດງໃຫ້ເຫັນລັກສະນະທີ່ແທ້ຈິງຂອງມັນ. ຄຳສອນເຫຼົ່ານີ້ບໍ່ສາມາດປະຕິເສດ ຫຼື ປິດບັງໄວ້ໄດ້. {GC 557.2}

ຄຳສອນເລື່ອງການຕິດຕໍ່ກັບວິນຍານໃນຮູບແບບປັດຈຸບັນ, ແທນທີ່ຈະໜ້າຍອມຮັບຫຼາຍກວ່າແຕ່ກ່ອນ ກໍກັບກາຍເປັນສິ່ງທີ່ອັນຕະລາຍກວ່າ ເພາະມັນແຝງການຫຼອກລວງຫຼາຍກວ່າເດີມ. ແຕ່ກ່ອນມັນເຄີຍປະຕິເສດພຣະຄຣິສ ແລະ ພຣະຄຳພີຢ່າງເປີດເຜີຍ, ແຕ່ດຽວນີ້ມັນອ້າງວ່າຍອມຮັບທັງສອງຢ່າງ. ເຖິງຢ່າງນັ້ນກໍຕາມ ພຣະຄຳພີຖືກຕີຄວາມໝາຍໃນແນວທາງທີ່ເອົາໃຈຄົນທີ່ຍັງບໍ່ໄດ້ກັບໃຈ, ໃນຂະນະທີ່ຄວາມຈິງອັນສຳຄັນທີ່ໃຫ້ຊີວິດຖືກລຶບລ້າງຈົນໝົດຄວາມໝາຍ. ມັນເນັ້ນຄວາມຮັກວ່າເປັນຄຸນລັກສະນະສູງສຸດຂອງພຣະເຈົ້າ, ແຕ່ກັບເຮັດໃຫ້ຄວາມຮັກນັ້ນກາຍເປັນພຽງຄວາມຮູ້ສຶກທີ່ບໍ່ແບ່ງແຍກຄວາມແຕກຕ່າງລະຫວ່າງຄວາມດີ ແລະ ຄວາມຊົ່ວ. ຄວາມຍຸຕິທຳຂອງພຣະເຈົ້າ, ການທີ່ພຣະອົງກ່າວໂທດຄວາມບາບ ແລະ ຂໍ້ກຳນົດຂອງພຣະບັນຍັດອັນບໍຣິສຸດຂອງພຣະອົງລ້ວນແຕ່ຖືກປິດບັງໄວ້. ຜູ້ຄົນຖືກສອນໃຫ້ເຫັນວ່າ ພຣະບັນຍັດສິບປະການເປັນພຽງຕົວໜັງສືທີ່ຕາຍແລ້ວ. ມີນິທານທີ່ໜ້າຟັງທີ່ສາມາດດຶງດູດຄວາມສົນໃຈຂອງຜູ້ຄົນໃຫ້ຫຼົງໄຫຼ ຈົນປະຕິເສດວ່າພຣະຄຳພີເປັນຮາກຖານແຫ່ງຄວາມເຊື່ອຂອງພວກເຂົາ. ພຣະຄຣິສຍັງຖືກປະຕິເສດຢ່າງແທ້ຈິງເໝືອນເດີມ; ແຕ່ຊາຕານໄດ້ເຮັດໃຫ້ຕາຂອງຄົນທັງຫຼາຍມືດບອດ ຈົນພວກເຂົາບໍ່ສາມາດເຫັນການຫຼອກລວງນີ້ໄດ້. {GC 558.1}

ມີພຽງບໍ່ເທົ່າໃດຄົນທີ່ເຂົ້າໃຈຢ່າງແທ້ຈິງກ່ຽວກັບພະລັງແຫ່ງການຫຼອກລວງຂອງການຕິດຕໍ່ກັບວິນຍານ ແລະ ໄພອັນຕະລາຍຈາກການຕົກຢູ່ພາຍໃຕ້ອິດທິພົນຂອງມັນ. ຫຼາຍຄົນເຂົ້າໄປຫຼິ້ນກັບມັນພຽງເພື່ອຄວາມຢາກຮູ້ຢາກເຫັນ. ພວກເຂົາບໍ່ໄດ້ເຊື່ອຖືມັນຢ່າງແທ້ຈິງ ແລະ ຄົງຮູ້ສຶກຢ້ານກົວ ຖ້າຮູ້ວ່າກຳລັງຍອມໃຫ້ວິນຍານເຫຼົ່ານັ້ນຄວບຄຸມຕົວເອງ. ແຕ່ເມື່ອພວກເຂົາກ້າວເຂົ້າໄປໃນເຂດຫວງຫ້າມ ຊາຕານກໍໃຊ້ອຳນາດຂອງມັນໃນການບັງຄັບພວກເຂົາໃຫ້ເຮັດໃນສິ່ງທີ່ພວກເຂົາບໍ່ເຕັມໃຈເຮັດ. ເມື່ອພວກເຂົາຍອມໃຫ້ຈິດໃຈຂອງຕົນຢູ່ພາຍໃຕ້ການນຳພາຂອງມັນພຽງຄັ້ງດຽວ, ມັນກໍຈະຄວບຄຸມພວກເຂົາໄວ້. ເປັນໄປບໍ່ໄດ້ທີ່ພວກເຂົາຈະໃຊ້ກຳລັງຂອງຕົນເອງ ເພື່ອຫຼຸດພົ້ນຈາກມົນສະກົດນີ້. ມີພຽງແຕ່ຣິດອຳນາດຂອງພຣະເຈົ້າເທົ່ານັ້ນ ທີ່ຈະປົດປ່ອຍຈິດວິນຍານທີ່ຕິດກັບດັກນີ້ໄດ້ ເຊິ່ງຈະປະທານໃຫ້ເມື່ອມີການອະທິຖານຢ່າງຮ້ອນຮົນດ້ວຍຄວາມເຊື່ອ. {GC 558.2}

ທຸກຄົນທີ່ປ່ອຍຕົວໄປຕາມນິໄສບາບຂອງຕົນ ຫຼື ຈົງໃຈຮັກສາຄວາມບາບເອົາໄວ້ ກໍເທົ່າກັບເປັນການເຊື້ອເຊີນການລໍ້ລວງຂອງຊາຕານ. ພວກເຂົາແຍກຕົວອອກຈາກພຣະເຈົ້າ ແລະ ຈາກການປົກປ້ອງຂອງທູດສະຫວັນຂອງພຣະອົງ. ເມື່ອມານຮ້າຍມາລໍ້ລວງພວກເຂົາກໍບໍ່ມີແນວປ້ອງກັນ ແລ້ວຈຶ່ງກາຍເປັນເຫຍື່ອຢ່າງງ່າຍດາຍ. ຜູ້ທີ່ຍອມຢູ່ໃຕ້ອຳນາດຂອງມັນແບບນີ້ ບໍ່ຮູ້ເລີຍວ່າໃນທີ່ສຸດແລ້ວຈະຈົບລົງແນວໃດ. ເມື່ອຊາຕານສາມາດຊະນະພວກເຂົາໃຫ້ມາຢູ່ຝ່າຍຂອງຕົນ ມັນກໍຈະໃຊ້ພວກເຂົາເປັນເຄື່ອງມືຂອງມັນ ເພື່ອນຳພາຄົນອື່ນໄປສູ່ຄວາມພິນາດ. {GC 558.3}

ຜູ້ເຜີຍພຣະທຳເອຊາຢາກ່າວວ່າ: “ເມື່ອຄົນບອກໃຫ້ທ່ານໄປປຶກສາຄົນຊົງເຈົ້າເຂົ້າຜີ ເຊິ່ງ…ຈົ່ມພຶມພຳ, ປະຊາຊົນບໍ່ຄວນທູນຖາມພຣະເຈົ້າຂອງຕົນຫຼື? ເຫດໃດໄປຫາລືກັບຄົນຕາຍເພື່ອຄົນເປັນ? ຈົ່ງໄປຄົ້ນເບິ່ງບົດບັນຍັດ ແລະ ຄຳພະຍານ! ຖ້າພວກເຂົາບໍ່ໄດ້ເວົ້າຕາມນີ້ ພວກເຂົາກໍບໍ່ໄດ້ມີແສງສະຫວ່າງແຫ່ງຮຸ່ງອາລຸນຢູ່ເລີຍ.” (ເອຊາຢາ 8:19, 20 ດັດແປງຈາກສະບັບ TNCV). ຖ້າມະນຸດຍອມຮັບຄວາມຈິງທີ່ພຣະຄຳພີສອນຢ່າງຈະແຈ້ງ ກ່ຽວກັບທຳມະຊາດຂອງມະນຸດ ແລະ ສະພາບຂອງຄົນຕາຍ, ພວກເຂົາກໍຈະເຫັນວ່າ ການອ້າງ ແລະ ການສະແດງຕ່າງໆຂອງລັດທິຕິດຕໍ່ວິນຍານນັ້ນ ແມ່ນວຽກງານຂອງຊາຕານທີ່ໃຊ້ຣິດອຳນາດ, ໝາຍສຳຄັນ ແລະ ການອັດສະຈັນເພື່ອຫຼອກລວງ. ແຕ່ຄົນຈຳນວນຫຼາຍບໍ່ຍອມສະຫຼະເສລີພາບທີ່ເຮັດໃຫ້ຈິດໃຈຝ່າຍເນື້ອໜັງມ່ວນຊື່ນ; ແລະບໍ່ຍອມເຊົາເຮັດບາບທີ່ພວກເຂົາມັກ. ພວກເຂົາຈຶ່ງປິດຕາຕໍ່ແສງສະຫວ່າງ ແລະ ຍ່າງໄປຂ້າງໜ້າໂດຍບໍ່ສົນໃຈຄຳຕັກເຕືອນ. ໃນຂະນະທີ່ຊາຕານຖັກແຫອ້ອມຄົນເຫຼົ່ານີ້ໄວ້ ພວກເຂົາກໍກາຍເປັນເຫຍື່ອຂອງມັນ. “ຄົນເຫຼົ່ານີ້ຈະຈິບຫາຍໄປເພາະພວກເຂົາບໍ່ໄດ້ຍອມຮັບຄວາມຈິງ ເຊິ່ງຈະຊ່ວຍພວກເຂົາໃຫ້ພົ້ນ. ດັ່ງນັ້ນ, ພຣະເຈົ້າຈຶ່ງໃຫ້ອິດທິພົນອັນຫຼອກລວງນັ້ນ ເຮັດການຢູ່ພາຍໃນ ເພື່ອໃຫ້ພວກເຂົາເຊື່ອຟັງຄວາມບໍ່ຈິງ.” (2 ເທສະໂລນິກ 2:10–11). {GC 559.1}

ຜູ້ທີ່ຕໍ່ຕ້ານຄຳສອນຂອງການຕິດຕໍ່ກັບວິນຍານນັ້ນບໍ່ໄດ້ຕໍ່ສູ້ກັບມະນຸດເທົ່ານັ້ນ ແຕ່ກຳລັງຕໍ່ສູ້ກັບຊາຕານ ແລະ ບັນດາທູດຂອງມັນ. ພວກເຂົາໄດ້ເຂົ້າຕໍ່ສູ້ກັບ “ບັນດາຜູ້ປົກຄອງ, ຕໍ່ສູ້ກັບຜູ້ມີສິດອຳນາດ…ແລະ ຕໍ່ສູ້ກັບບັນດາວິນຍານຝ່າຍຄວາມຊົ່ວຮ້າຍໃນອາກາດສະຖານ.” (ເອເຟໂຊ 6:12 LCV). ຊາຕານຈະບໍ່ຍອມຖອຍແມ່ນແຕ່ກ້າວດຽວ ເວັ້ນແຕ່ວ່າມັນຈະຖືກຂັບໄລ່ດ້ວຍອຳນາດຂອງເຫຼົ່າທູດສະຫວັນ. ປະຊາກອນຂອງພຣະເຈົ້າຄວນສາມາດຕໍ່ສູ້ກັບມັນ ເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາ ໂດຍກ່າວວ່າ: “ມີພຣະຄຳຂຽນໄວ້ແລ້ວ.” ຊາຕານສາມາດອ້າງອີງພຣະຄຳພີໄດ້ໃນປັດຈຸບັນ ເໝືອນໃນສະໄໝຂອງພຣະຄຣິສ ແລະ ມັນຈະບິດເບືອນຄຳສອນ ເພື່ອສະໜັບສະໜູນການຫຼອກລວງຂອງມັນ. ຜູ້ທີ່ຈະຢືນຢູ່ໄດ້ໃນຍາມອັນຕະລາຍນີ້ຈຳເປັນຕ້ອງເຂົ້າໃຈພຣະຄຳພີດ້ວຍຕົນເອງ. {GC 559.2}

ພຣະຄຳເປັນເກາະກຳບັງ

ຫຼາຍຄົນຈະປະເຊີນໜ້າກັບວິນຍານຊົ່ວທີ່ປອມຕົວເປັນຍາດຕິພີ່ນ້ອງ ຫຼື ໝູ່ເພື່ອນທີ່ລ່ວງລັບໄປແລ້ວ ແລະ ປະກາດຄຳສອນນອກຮີດທີ່ອັນຕະລາຍທີ່ສຸດ. ວິນຍານເຫຼົ່ານີ້ຈະໃຊ້ຄວາມຮູ້ສຶກຜູກພັນຂອງພວກເຮົາເປັນເຄື່ອງມື ແລະ ຈະເຮັດການອັດສະຈັນ ເພື່ອເຮັດໃຫ້ການຫຼອກລວງຂອງມັນເບິ່ງຄືໜ້າເຊື່ອຖື. ພວກເຮົາຕ້ອງກຽມພ້ອມທີ່ຈະຕໍ່ຕ້ານພວກມັນ ດ້ວຍຄວາມຈິງຈາກພຣະຄຳພີທີ່ວ່າ ຄົນຕາຍບໍ່ຮູ້ຈັກສິ່ງໃດເລີຍ ແລະ ສິ່ງທີ່ປາກົດໃຫ້ເຫັນນັ້ນ ແມ່ນທູດຊົ່ວຮ້າຍຝ່າຍມານຊາຕານ. {GC 560.1}

“ຊົ່ວໂມງແຫ່ງການທົດລອງ…ກຳລັງມາເຖິງທົ່ວທັງໂລກນີ້ ເພື່ອທົດລອງບັນດາຜູ້ທີ່ອາໄສຢູ່ເທິງແຜ່ນດິນໂລກ.” (ພຣະນິມິດ 3:10 LCV). ທຸກຄົນທີ່ບໍ່ໄດ້ຕັ້ງຄວາມເຊື່ອຂອງຕົນໄວ້ຢ່າງໝັ້ນຄົງເທິງພຣະຄຳຂອງພຣະເຈົ້າຈະຖືກຫຼອກລວງ ແລະ ຈະພ່າຍແພ້. ຊາຕານ “ໃຊ້ຄວາມຊົ່ວຮ້າຍທຸກຢ່າງຫຼອກລວງ” ເພື່ອຄວບຄຸມລູກຫຼານຂອງມະນຸດ (2 ເທສະໂລນິກ 2:10 LCV); ກົນອຸບາຍຂອງມັນຈະນັບມື້ນັບຮ້າຍກາດຍິ່ງຂຶ້ນ. ແຕ່ມັນຈະສຳເລັດໄດ້ກໍຕໍ່ເມື່ອມະນຸດສະໝັກໃຈຍອມຈຳນົນຕໍ່ການລໍ້ລວງຂອງມັນເທົ່ານັ້ນ. ສຳລັບຜູ້ທີ່ພາກພຽນຊອກຮູ້ຄວາມຈິງ ແລະ ພະຍາຍາມຊຳລະຈິດໃຈຂອງຕົນດ້ວຍການເຊື່ອຟັງ ໂດຍເຮັດທຸກວິທີທາງເພື່ອກຽມພ້ອມສຳລັບການຕໍ່ສູ້ທີ່ຈະມາເຖິງ, ຈະພົບວ່າພຣະເຈົ້າແຫ່ງຄວາມຈິງຊົງເປັນທີ່ກຳບັງອັນໝັ້ນຄົງ. “ເຈົ້າໄດ້ຮັກສາຄຳສັ່ງທີ່ບອກໃຫ້ອົດທົນ; ດັ່ງນັ້ນ, ເຮົາຈະຮັກສາເຈົ້າໃຫ້ພົ້ນຈາກຊ່ວງເວລາຂອງຄວາມທຸກຍາກ.” (ພຣະນິມິດ 3:10 LCV). ນີ້ແມ່ນພຣະສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ. ພຣະອົງຍິນດີສົ່ງທູດສະຫວັນທັງໝົດອອກຈາກສະຫວັນ ເພື່ອປົກປ້ອງໄພ່ພົນພຽງຄົນດຽວຂອງພຣະອົງ ເພື່ອບໍ່ໃຫ້ຊາຕານເອົາຊະນະຜູ້ທີ່ເຊື່ອວາງໃຈໃນພຣະອົງ. {GC 560.2}

ຜູ້ເຜີຍພຣະທຳເອຊາຢາໄດ້ເຫັນການຫຼອກລວງອັນໜ້າຢ້ານກົວທີ່ຈະຄອບງຳຄົນຊົ່ວ ເຮັດໃຫ້ພວກເຂົາຄິດວ່າຕົນປອດໄພຈາກການພິພາກສາຂອງພຣະເຈົ້າ, ໂດຍເພິ່ນຂຽນໄວ້ວ່າ: “ພວກເຮົາໄດ້ທຳຄຳສັນຍາໄວ້ກັບຄວາມຕາຍ ແລະ ໄດ້ຕັ້ງຄຳສັນຍາເປັນໄມຕີກັບບ່ອນທີ່ຕາບໍ່ເຫັນ. ຖ້າການອັນຕະລາຍມາຖ້ວມ, ມັນຈະບໍ່ເຖິງພວກເຮົາ, ເຫດວ່າພວກເຮົາໄດ້ເອົາຄວາມຕົວະເປັນທີ່ເພິ່ງ ແລະ ໄດ້ລີ້ຕົວໃຕ້ຄວາມບໍ່ຈິງ.” (ເອຊາຢາ 28:15 ສະບັບລາວບູຮານ). ໃນກຸ່ມຄົນທີ່ກ່າວເຖິງນີ້ ມີຜູ້ທີ່ແຂງກະດ້າງບໍ່ຍອມກັບໃຈ ໃນຂະນະທີ່ປອບໃຈຕົນເອງດ້ວຍຄວາມເຊື່ອວ່າ ບໍ່ມີການລົງໂທດຄົນບາບ. ພວກເຂົາເຊື່ອວ່າມະນຸດທຸກຄົນ ບໍ່ວ່າຈະຊົ່ວຊ້າປານໃດກໍຈະໄດ້ຂຶ້ນສະຫວັນ ແລະ ກາຍເປັນເໝືອນທູດສະຫວັນຂອງພຣະເຈົ້າ. ຍິ່ງໜັກໄປກວ່ານັ້ນກໍມີຜູ້ທີ່ເຮັດພັນທະສັນຍາກັບຄວາມຕາຍ ແລະ ເຮັດຂໍ້ຕົກລົງກັບນະຣົກ ໃນຂະນະທີ່ປະຕິເສດຄວາມຈິງທີ່ສະຫວັນປະທານໃຫ້ເພື່ອປົກປ້ອງຄົນຊອບທຳໃນຍາມລຳບາກ. ແທນທີ່ຈະເຊື່ອຄວາມຈິງ, ພວກເຂົາພັດຍອມຮັບເອົາທີ່ລີ້ໄພປອມຂອງຊາຕານ ຄືການຫຼອກລວງເລື່ອງການຕິດຕໍ່ກັບເຫຼົ່າວິນຍານນັ້ນເອງ. {GC 560.3}

ຄວາມມືດບອດຂອງຄົນໃນຍຸກນີ້ເປັນສິ່ງທີ່ໜ້າຕົກຕະລຶງເກີນຈະພັນລະນາໄດ້. ຄົນນັບແສນນັບລ້ານປະຕິເສດພຣະຄຳຂອງພຣະເຈົ້າວ່າບໍ່ໜ້າເຊື່ອຖື ແຕ່ພັດຮັບເອົາການຫຼອກລວງຂອງຊາຕານດ້ວຍຄວາມໝັ້ນໃຈ. ພວກທີ່ມັກສົງໄສ ແລະ ເຍາະເຍີ້ຍ ໄດ້ປະນາມວ່າຄົນທີ່ຢຶດໝັ້ນໃນຄວາມເຊື່ອຂອງບັນດາຜູ້ເຜີຍພຣະທຳ ແລະ ອັກຄະສາວົກນັ້ນເປັນພວກທີ່ຈິດໃຈດື້ດ້ານບໍ່ມີເຫດຜົນ. ພວກເຂົາພາກັນເຍາະເຍີ້ຍຖາກຖາງຄຳປະກາດອັນສັກສິດໃນພຣະຄຳພີກ່ຽວກັບພຣະຄຣິສ, ແຜນການຊ່ວຍມະນຸດໃຫ້ລອດ ແລະ ການລົງໂທດທີ່ຈະມາເຖິງຄົນທີ່ປະຕິເສດຄວາມຈິງ. ພວກເຂົາເຮັດຄືເວດທະນາສົງສານຄົນທີ່ຍອມຮັບສິດອຳນາດຂອງພຣະເຈົ້າ ແລະ ປະຕິບັດຕໍ່ຂໍ້ກຳນົດໃນພຣະບັນຍັດຂອງພຣະອົງ ໂດຍຫາວ່າເປັນພວກທີ່ມີຈິດໃຈຄັບແຄບ, ອ່ອນແອ ແລະ ງົມງວາຍ. ພວກເຂົາສະແດງຄວາມໝັ້ນໃຈຄືກັບວ່າໄດ້ເຮັດສັນຍາກັບຄວາມຕາຍ ແລະ ໄດ້ເຮັດຂໍ້ຕົກລົງກັບນະຣົກແທ້ໆ ເໝືອນວ່າໄດ້ສ້າງກຳແພງທີ່ບໍ່ມີໃຜຂ້າມ ຫຼື ທະລຸໄດ້ລະຫວ່າງຕົນເອງກັບການລົງໂທດຂອງພຣະເຈົ້າ. ບໍ່ມີສິ່ງໃດທີ່ຈະເຮັດໃຫ້ພວກເຂົາຢ້ານກົວໄດ້. ພວກເຂົາຍອມຈຳນົນຕໍ່ການລໍ້ລວງຂອງຊາຕານຢ່າງເຕັມທີ່, ຜູກພັນກັບມັນຢ່າງໃກ້ຊິດ ແລະ ເຕັມໄປດ້ວຍແນວຄິດຂອງມັນ ຈົນພວກເຂົາບໍ່ມີກຳລັງ ຫຼື ຄວາມປາຖະໜາທີ່ຈະຫຼຸດພົ້ນຈາກກັບດັກຂອງມັນເລີຍ. {GC 561.1}

ຊາຕານໄດ້ກຽມຄວາມພ້ອມມາດົນນານເພື່ອຫຼອກລວງມະນຸດສະໂລກເປັນຄັ້ງສຸດທ້າຍ. ມັນວາງຮາກຖານການຫຼອກລວງນີ້ໄວ້ດ້ວຍຄຳສັນຍາທີ່ໃຫ້ແກ່ເອວາໃນສວນເອເດນວ່າ: “ເຈົ້າຈະບໍ່ຕາຍ…ຖ້າເຈົ້າກິນໝາກໄມ້ນັ້ນເມື່ອໃດ ເຈົ້າກໍຈະເປັນເໝືອນພຣະເຈົ້າເມື່ອນັ້ນ, ແລ້ວເຈົ້າກໍຈະຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ” (ປະຖົມມະການ 3:4, 5). ມັນຄ່ອຍໆ ກະກຽມທາງສຳລັບແຜນການຫຼອກລວງຊິ້ນເອກຂອງມັນ ໂດຍສອນວ່າມະນຸດມີດວງວິນຍານທີ່ບໍ່ຕາຍ. ເຖິງແມ່ນວ່າ ມັນຍັງບໍ່ທັນບັນລຸຈຸດປະສົງທັງໝົດຂອງມັນເທື່ອ, ແຕ່ແຜນການຂອງມັນຈະສຳເລັດກ່ອນພຣະເຢຊູສະເດັດກັບມາພຽງເລັກນ້ອຍ. ຜູ້ເຜີຍພຣະທຳກ່າວວ່າ: “ຂ້າພະເຈົ້າໄດ້ເຫັນວິນຍານຊົ່ວຮ້າຍສາມດວງ ມີລັກສະນະເໝືອນໂຕກົບ…ວິນຍານເຫຼົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫຼາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫຼົ່ານັ້ນມາຮ່ວມກັນສຳລັບການສົງຄາມໃນວັນອັນໃຫຍ່ຫຼວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ.” (ພຣະນິມິດ 16:13, 14). ຜູ້ທີ່ເຊື່ອໃນພຣະຄຳຂອງພຣະເຈົ້າ ຈະໄດ້ຮັບການປົກປັກຮັກສາໄວ້ດ້ວຍຣິດອຳນາດຂອງພຣະອົງ; ນອກຈາກນັ້ນ, ມະນຸດສະໂລກທັງປວງຈະຫຼົງເຊື່ອການຫຼອກລວງນັ້ນ. ຄົນທັງຫຼາຍກຳລັງຖືກກ່ອມໃຫ້ຫຼັບໄຫຼໃນຄວາມຮູ້ສຶກປອດໄພ ທັງໆທີ່ກຳລັງຢູ່ໃນອັນຕະລາຍ ແລະ ຈະບໍ່ຕື່ນຂຶ້ນ ຈົນກວ່າພຣະພິໂຣດຂອງພຣະເຈົ້າຖືກຖອກເທລົງມາເທົ່ານັ້ນ. {GC 561.2}

ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ຄວາມຍຸຕິທຳຈະເປັນເສັ້ນວັດແທກຮາກຖານ ແລະ ຄວາມສັດຊື່ຈະເປັນສາຍຢັ່ງຄວາມທຸ່ນທ່ຽງ. ພະຍຸໝາກເຫັບຈະກວາດເອົາຄຳເວົ້າຕົວະຂອງພວກເຈົ້າໄປຈົນໝົດ ແລະ ນໍ້າຖ້ວມຈະທຳລາຍຄວາມໝັ້ນຄົງຂອງພວກເຈົ້າ. ຂໍ້ສັນຍາທີ່ພວກເຈົ້າໄດ້ເຮັດກັບຄວາມຕາຍຈະຖືກທຳລາຍ ແລະ ຂໍ້ຕົກລົງທີ່ພວກເຈົ້າໄດ້ເຮັດກັບແດນມໍຣະນາກໍຈະຖືກຍົກເລີກ. ເມື່ອຄວາມຈິບຫາຍມາເຖິງ ມັນຈະຢຽບຢ້ຳພວກເຈົ້າລົງ.” (ເອຊາຢາ 28:17–18). {GC 562.1}


  1. ເບິ່ງ ຈົດບັນຊີ 25:1–3; ເພງສັນລະເສີນ 106:28; 1 ໂກຣິນໂທ 10:20; ພຣະນິມິດ 16:14.

  2. ເບິ່ງ ລະບຽບພວກເລວີ 19:31; 20:27.