23: “ສະຖານບໍຣິສຸດ” ແມ່ນຫຍັງ?

https://m.egwwritings.org/en/book/132.1851#1851

ຄົ້ນຫາຄວາມຈິງໃນພຣະຄຳພີ

ຂໍ້ພຣະຄຳພີທີ່ເໜືອສິ່ງອື່ນໃດເປັນທັງພື້ນຖານ ແລະ ເສົາຫຼັກຂອງຄວາມເຊື່ອເລື່ອງການສະເດັດມາຄັ້ງທີສອງຂອງພຣະຄຣິສຫຼາຍກວ່າຂໍ້ອື່ນໆ ແມ່ນຄຳປະກາດທີ່ວ່າ: “ຢູ່ມາ 2,300 ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.” (ດານີເອນ 8:14 ດັດແປງຈາກສະບັບ TKJV). ຖ້ອຍຄຳເຫຼົ່ານີ້ເປັນຄຳທີ່ລຶ້ງເຄີຍສຳລັບທຸກຄົນທີ່ເຊື່ອວ່າ ອົງພຣະຜູ້ເປັນເຈົ້າຈະສະເດັດມາໃນອີກບໍ່ດົນ. ຫຼາຍພັນຄົນໄດ້ເອົາຄຳພະຍາກອນນີ້ ເປັນຄຳຂວັນປະຈຳຄວາມເຊື່ອຂອງຕົນ ແລະ ໄດ້ເວົ້າຕໍ່ໆກັນຈາກຄົນສູ່ຄົນ. ທຸກຄົນຮູ້ສຶກວ່າຄວາມຫວັງອັນແຮງກ້າທີ່ສຸດ ແລະ ຄວາມປາຖະໜາອັນເລິກເຊິ່ງທີ່ສຸດຂອງພວກເຂົາ ແມ່ນຂຶ້ນຢູ່ກັບເຫດການທີ່ໄດ້ທຳນວາຍໄວ້ໃນຄຳພະຍາກອນດັ່ງກ່າວ. ໄລຍະເວລາແຫ່ງຄຳພະຍາກອນນີ້ໄດ້ມີຄວາມຄົບບໍຣິບູນໃນລະດູໃບໄມ້ຫຼົ່ນຂອງປີ 1844. ເຊັ່ນດຽວກັນກັບຄຣິສຕຽນກຸ່ມອື່ນໆ, ຊາວແອັດເວັນຕິສໃນຕອນນັ້ນເຊື່ອວ່າໂລກ ຫຼື ບາງສ່ວນຂອງໂລກ ເປັນສະຖານບໍຣິສຸດທີ່ຄຳພະຍາກອນກ່າວເຖິງ. ພວກເຂົາເຂົ້າໃຈວ່າການຊຳລະສະຖານບໍຣິສຸດນັ້ນ ໝາຍເຖິງການຊຳລະລ້າງໂລກດ້ວຍໄຟໃນວັນສຸດທ້າຍ; ແລະເຊື່ອວ່າ ເຫດການນີ້ຈະເກີດຂຶ້ນເມື່ອພຣະຄຣິສສະເດັດມາຄັ້ງທີສອງ. ດ້ວຍເຫດນີ້, ພວກເຂົາຈຶ່ງສະຫຼຸບວ່າ ພຣະຄຣິສຈະສະເດັດກັບມາໃນປີ 1844. {GC 409.1}

ແຕ່ເມື່ອເວລາທີ່ກຳນົດໄວ້ໄດ້ຜ່ານໄປ, ອົງພຣະຜູ້ເປັນເຈົ້າກໍບໍ່ໄດ້ສະເດັດມາ. ຜູ້ທີ່ເຊື່ອຮູ້ວ່າພຣະຄຳຂອງພຣະເຈົ້າເປັນຄວາມຈິງແນ່ນອນ, ດັ່ງນັ້ນ, ການຕີຄວາມໝາຍຂອງຄຳພະຍາກອນຂອງພວກເຂົາຕ້ອງມີຄວາມຜິດພາດ, ແຕ່ຂໍ້ຜິດພາດນັ້ນຢູ່ບ່ອນໃດ? ຫຼາຍຄົນໄດ້ແກ້ບັນຫາຢ່າງບໍ່ຮອບຄອບ ໂດຍການປະຕິເສດວ່າໄລຍະເວລາ 2,300 ວັນດັ່ງກ່າວໄດ້ສິ້ນສຸດລົງໃນປີ 18441. ບໍ່ມີເຫດຜົນອື່ນສຳລັບການປະຕິເສດນີ້ ນອກຈາກວ່າອົງພຣະຄຣິສບໍ່ໄດ້ສະເດັດມາໃນເວລາທີ່ພວກເຂົາຄາດຫວັງໄວ້. ພວກເຂົາໂຕ້ຖຽງວ່າ ຖ້າໄລຍະເວລາແຫ່ງຄຳພະຍາກອນໄດ້ສິ້ນສຸດລົງໃນປີ 1844 ແລ້ວ, ພຣະຄຣິສກໍຄວນສະເດັດກັບມາ ເພື່ອຊຳລະສະຖານບໍຣິສຸດ ໂດຍການຊຳລະລ້າງໂລກດ້ວຍໄຟ; ແລະເນື່ອງຈາກພຣະອົງບໍ່ໄດ້ສະເດັດມາ, ສະນັ້ນ, ກໍເປັນໄປບໍ່ໄດ້ທີ່ຄຳພະຍາກອນດັ່ງກ່າວໄດ້ສິ້ນສຸດລົງແລ້ວ. {GC 409.2}

ການຍອມຮັບຂໍ້ສະຫຼຸບນີ້ ເທົ່າກັບເປັນການປະຕິເສດວິທີການຄຳນວນໄລຍະເວລາແຫ່ງຄຳພະຍາກອນທີ່ພວກເຂົາເຄີຍນຳໃຊ້ກ່ອນໜ້ານັ້ນ. ພວກເຂົາໄດ້ພົບວ່າໄລຍະເວລາ 2,300 ວັນນັ້ນ ເລີ່ມຕົ້ນເມື່ອພຣະບັນຊາຂອງກະສັດອາກຕາເຊເຊັດໃຫ້ບູລະນະ ແລະ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ເຊິ່ງມີຜົນບັງຄັບໃຊ້ໃນລະດູໃບໄມ້ຫຼົ່ນຂອງປີ 457 ກ່ອນ ຄ.ສ. ເມື່ອເລີ່ມຕົ້ນຈາກຈຸດນີ້, ທຸກຢ່າງທີ່ພະຍາກອນໄວ້ໃນດານີເອນ 9:25–27 ສາມາດອະທິບາຍໄດ້ຢ່າງສອດຄ່ອງກັນ. ໄລຍະເວລາ 69 ອາທິດ (ກໍຄື 483 ປີທຳອິດຂອງຄຳພະຍາກອນ 2,300 ປີ) ສິ້ນສຸດລົງທີ່ພຣະເມຊີອາ ຜູ້ທີ່ຖືກເຈີມໄວ້. ພຣະຄຣິສໄດ້ຮັບບັບຕິສະມາ ແລະ ຖືກເຈີມດ້ວຍພຣະວິນຍານບໍຣິສຸດໃນປີ ຄ.ສ. 27, ເຊິ່ງສຳເລັດຕາມຄຳພະຍາກອນຢ່າງຖືກຕ້ອງທຸກປະການ. ໃນຊ່ວງເຄິ່ງກາງຂອງອາທິດທີ 70, ພຣະເມຊີອາຈະ “ຖືກຕັດອອກ.” (ດານີເອນ 9:26 TKJV). ພຣະເມຊີອາກໍຄືພຣະຄຣິສນັ້ນເອງ, ສາມປີເຄິ່ງຫຼັງຈາກການຮັບບັບຕິສະມາ, ພຣະອົງກໍຖືກຄຶງທີ່ໄມ້ກາງແຂນໃນລະດູໃບໄມ້ປົ່ງປີ ຄ.ສ. 31. ເຈັດສິບອາທິດ ຫຼື 490 ປີ ແມ່ນກຳນົດໄວ້ສຳລັບຊາວຢິວໂດຍສະເພາະ. ເມື່ອໄລຍະເວລານີ້ສິ້ນສຸດລົງ, ຊົນຊາດຢິວໄດ້ປະຕິເສດພຣະຄຣິສຢ່າງເດັດຂາດ ໂດຍການຂົ່ມເຫັງພວກສາວົກຂອງພຣະອົງ; ໃນເວລານັ້ນ, ພວກອັກຄະສາວົກຫັນໄປປະກາດແກ່ຄົນຕ່າງຊາດ, ເຊິ່ງກົງກັບປີ ຄ.ສ. 34. ເມື່ອ 490 ປີທຳອິດຂອງ 2,300 ປີຜ່ານໄປ, ກໍຍັງເຫຼືອອີກ 1,810 ປີ. ເມື່ອເອົາ ຄ.ສ. 34 ບວກກັບ 1,810 ປີກໍເທົ່າກັບປີ 1844. ທູດສະຫວັນກ່າວວ່າ, “ແລ້ວສະຖານບໍຣິສຸດນັ້ນ ຈະໄດ້ຮັບການຊຳລະ.” ກ່ອນທີ່ຈະເຖິງຈຸດນີ້, ລາຍລະອຽດທຸກຢ່າງຂອງຄຳພະຍາກອນໄດ້ສຳເລັດລົງຢ່າງບໍ່ມີຂໍ້ສົງໄສ ຕາມເວລາທີ່ກຳນົດໄວ້. {GC 410.1}

ໂດຍການຄຳນວນໄລຍະເວລາແຫ່ງການທຳນວາຍແບບນີ້, ທຸກສິ່ງກໍປາກົດຊັດເຈນ ແລະ ສອດຄ່ອງກັນ, ຍົກເວັ້ນແຕ່ບໍ່ປາກົດວ່າ ມີເຫດການໃດເກີດຂຶ້ນໃນປີ 1844 ທີ່ກົງກັນກັບການຊຳລະສະຖານບໍຣິສຸດ. ການປະຕິເສດວ່າໄລຍະເວລາດັ່ງກ່າວສິ້ນສຸດລົງໃນປີ 1844 ກໍເທົ່າກັບເຮັດໃຫ້ວິທີການຕີຄວາມໝາຍທັງໝົດເກີດຄວາມສັບສົນວຸ້ນວາຍ ແລະ ເປັນການປະຖິ້ມຄວາມເຂົ້າໃຈທີ່ໄດ້ຮັບການພິສູດ ໂດຍຄຳພະຍາກອນທີ່ສຳເລັດແລ້ວຢ່າງຈະແຈ້ງແນ່ນອນ. {GC 410.2}

ຢ່າງໃດກໍຕາມ, ພຣະເຈົ້າຊົງເປັນຜູ້ນຳໄພ່ພົນຂອງພຣະອົງ ໃນຂະບວນການອັນຍິ່ງໃຫຍ່ ແຫ່ງການປະກາດການສະເດັດມາຂອງພຣະຄຣິສ; ຣິດອຳນາດ ແລະ ສະຫງ່າຣາສີຂອງພຣະອົງຢູ່ກັບວຽກງານນີ້; ພຣະອົງຈະບໍ່ປະໃຫ້ການປະກາດເລື່ອງການສະເດັດມາຈົບລົງໃນຄວາມມືດມົນ ແລະ ຄວາມສິ້ນຫວັງ, ເຊິ່ງຈະເປັນເຫດໃຫ້ຄົນກ່າວຫາວ່າການປະກາດນັ້ນ ເກີດຈາກຄວາມຄັ່ງໄຄ້ສາສະໜາ ແລະ ບໍ່ມີມູນຄວາມຈິງ. ພຣະອົງຈະບໍ່ປະປ່ອຍໃຫ້ພຣະຄຳຂອງພຣະອົງຖືກບິດເບືອນຍ້ອນຄວາມສົງໄສ ຫຼື ຍ້ອນຄວາມຄຸມເຄືອອັນບໍ່ແນ່ນອນ. ເຖິງແມ່ນວ່າ ຫຼາຍຄົນໄດ້ປະຖິ້ມການຄຳນວນໄລຍະເວລາຕາມຄຳພະຍາກອນທີ່ເຄີຍເຊື່ອຖືມາກ່ອນ ແລະ ປະຕິເສດຄວາມຖືກຕ້ອງຂອງຂະບວນການທີ່ອີງໃສ່ການຄຳນວນນັ້ນ, ຄົນອື່ນໆບໍ່ຍອມປະຖິ້ມຫຼັກຄວາມເຊື່ອ ແລະ ປະສົບການທີ່ໄດ້ຮັບການຢືນຢັນໂດຍພຣະຄຳພີ ແລະ ການເປັນພະຍານຂອງພຣະວິນຍານບໍຣິສຸດ. ພວກເຂົາເຊື່ອວ່າ ໄດ້ນຳໃຊ້ຫຼັກການຕີຄວາມໝາຍທີ່ຖືກຕ້ອງໃນການສຶກສາຄຳພະຍາກອນ; ແລະເຊື່ອວ່າ ພວກຕົນມີໜ້າທີ່ໃນການຢຶດໝັ້ນໃນຄວາມຈິງທີ່ໄດ້ຮຽນຮູ້ມາແລ້ວ ພ້ອມທັງສືບຕໍ່ການຄົ້ນຄວ້າພຣະຄຳພີໃນແນວທາງດຽວກັນ. ພວກເຂົາອະທິຖານຢ່າງຈິງຈັງ, ທົບທວນຈຸດຢືນຂອງຕົນ ແລະ ສຶກສາພຣະຄຳພີເພື່ອຄົ້ນຫາຂໍ້ຜິດພາດ. ເມື່ອບໍ່ພົບຂໍ້ຜິດພາດໃນການຄຳນວນໄລຍະເວລາຕາມຄຳພະຍາກອນ, ພວກເຂົາຈຶ່ງຫັນມາສຶກສາເລື່ອງສະຖານນະມັດສະການ ຫຼື ສະຖານບໍຣິສຸດໃຫ້ລະອຽດຍິ່ງຂຶ້ນ. {GC 410.3}

ໃນການຄົ້ນຄວ້ານັ້ນ, ພວກເຂົາໄດ້ພົບວ່າບໍ່ມີຫຼັກຖານໃນພຣະຄຳພີທີ່ສະໜັບສະໜູນມຸມມອງຂອງຄົນທົ່ວໄປວ່າ ໂລກເປັນສະຖານບໍຣິສຸດຕາມທີ່ຄຳພະຍາກອນກ່າວເຖິງ, ແຕ່ພວກເຂົາກັບພົບຄຳອະທິບາຍຢ່າງຄົບຖ້ວນໃນພຣະຄຳພີກ່ຽວກັບສະຖານນະມັດສະການ ພ້ອມດ້ວຍຮູບຮ່າງລັກສະນະ, ສະຖານທີ່ຕັ້ງ ແລະ ພິທີການຕ່າງໆຂອງສະຖານນະມັດສະການດັ່ງກ່າວ. ຖ້ອຍຄຳຂອງຜູ້ຂຽນພຣະຄຳພີຊັດເຈນ ແລະ ຄົບຖ້ວນພຽງພໍຈົນບໍ່ມີຂໍ້ສົງໄສ. ອາຈານໂປໂລຂຽນໃນພຣະທຳເຮັບເຣີວ່າ: “ເຖິງແມ່ນພັນທະສັນຍາເດີມນັ້ນ ກໍມີກົດໃນການນະມັດສະການ ແລະ ມີສະຖານທີ່ສັກສິດທີ່ແຜ່ນດິນໂລກ. ດ້ວຍວ່າ, ມີຫໍເຕັນສັກສິດທີ່ຈັດຕັ້ງຂຶ້ນແລ້ວ ຄືຫ້ອງຊັ້ນນອກ ເຊິ່ງມີຫຼັກຕະກຽງ ມີໂຕ໊ະ ແລະ ມີເຂົ້າຈີ່ທີ່ຕັ້ງຖວາຍໄວ້ ຫ້ອງທຳອິດນີ້ເອີ້ນວ່າ, ສະຖານທີ່ສັກສິດ. ພາຍໃນຜ້າກັ້ງຊັ້ນທີສອງມີຫ້ອງ ເຊິ່ງເອີ້ນວ່າ ສະຖານທີ່ສັກສິດທີ່ສຸດ. ໃນຫ້ອງນັ້ນ ມີແທ່ນຄຳສຳລັບເຜົາເຄື່ອງຫອມ ມີຫີບຫຸ້ມຫໍ່ດ້ວຍຄຳທຸກດ້ານສຳລັບໃສ່ພັນທະສັນຍາ ຢູ່ໃນຫີບນັ້ນມີຂັນຄຳໃສ່ມານາໄວ້ ມີໄມ້ຄ້ອນເທົ້າຂອງອາໂຣນທີ່ປົ່ງຍອດ ແລະ ມີແຜ່ນຫີນຈາລຶກພັນທະສັນຍາແລ້ວ. ຢູ່ເທິງຫີບນັ້ນ ມີຮູບເຄຣຸບປະກອບດ້ວຍສະຫງ່າຣາສີອັນຮຸ່ງເຮືອງຂອງພຣະເຈົ້າ ປົກຄຸມພຣະທີ່ນັ່ງອັນຊົງພຣະກະລຸນານັ້ນ.” (ເຮັບເຣີ 9:1–5). {GC 411.1}

ສະຖານນະມັດສະການທີ່ອາຈານໂປໂລກ່າວເຖິງໃນຂໍ້ນີ້ ແມ່ນຫໍເຕັນສັກສິດທີ່ໂມເຊສ້າງຂຶ້ນຕາມພຣະບັນຊາຂອງພຣະເຈົ້າ ເພື່ອເປັນບ່ອນປະທັບຢູ່ໃນໂລກໃຫ້ກັບພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ. ພຣະເຈົ້າຊົງບັນຊາໂມເຊໃນຂະນະທີ່ເພິ່ນຢູ່ກັບພຣະອົງເທິງພູເຂົາວ່າ: “ຊາວອິດສະຣາເອນຕ້ອງສ້າງຫໍເຕັນສັກສິດສຳລັບເຮົາ ເພື່ອວ່າເຮົາຈະຢູ່ທ່າມກາງພວກເຂົາ.” (ອົບພະຍົບ 25:8). ໃນຂະນະນັ້ນ, ຊາວອິດສະຣາເອນກຳລັງເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ, ຫໍເຕັນສັກສິດຈຶ່ງຖືກອອກແບບໃຫ້ສາມາດມ້າງ ແລະ ປະກອບຄືນໃໝ່ເພື່ອສະດວກໃນການເຄື່ອນຍ້າຍໄດ້; ເຖິງຢ່າງນັ້ນ, ມັນກໍຍັງເປັນສິ່ງປຸກສ້າງທີ່ມີຄວາມສະຫງ່າງາມຍິ່ງແທ້. ຝາຂ້າງຂອງຫໍເຕັນສັກສິດເຮັດດ້ວຍແຜ່ນໄມ້ທີ່ໂອບດ້ວຍຄຳຢ່າງໜາ ແລະ ຕັ້ງຢູ່ເທິງຕີນຮອງເຊິ່ງເຮັດດ້ວຍເງິນ. ສ່ວນຫຼັງຄາແມ່ນເຮັດຈາກຜ້າກັ້ງຫຼາຍຊັ້ນ, ໂດຍຊັ້ນນອກສຸດເປັນໜັງສັດ ແລະ ຊັ້ນໃນສຸດເປັນຜ້າປ່ານເນື້ອລະອຽດທີ່ປັກລວດລາຍຮູບເຄຣຸບຢ່າງງົດງາມ. ນອກຈາກເດີ່ນຂ້າງນອກທີ່ມີແທ່ນສຳລັບເຜົາເຄື່ອງຖວາຍບູຊາແລ້ວ, ຫໍເຕັນສັກສິດເອງປະກອບດ້ວຍສອງຫ້ອງຄື: ຫ້ອງທີໜຶ່ງເອີ້ນວ່າສະຖານທີ່ສັກສິດ ແລະ ອີກຫ້ອງໜຶ່ງເອີ້ນວ່າສະຖານທີ່ສັກສິດທີ່ສຸດ. ສອງຫ້ອງນີ້ຖືກແຍກອອກຈາກກັນດ້ວຍຜ້າກັ້ງທີ່ມີການປັກລວດລາຍອັນງົດງາມ. ມີຜ້າກັ້ງອີກຜືນໜຶ່ງທີ່ຄ້າຍຄືກັນ ປິດທາງເຂົ້າຫ້ອງທຳອິດ. {GC 411.2}

ສະຖານທີ່ສັກສິດ ແລະ ສະຖານທີ່ສັກສິດທີ່ສຸດ

ຢູ່ດ້ານທິດໃຕ້ໃນສະຖານທີ່ສັກສິດມີຫຼັກຕະກຽງທີ່ມີຕະກຽງເຈັດໜ່ວຍ ເຊິ່ງສ່ອງໃຫ້ຫໍເຕັນສັກສິດສະຫວ່າງທັງກາງເວັນ ແລະ ກາງຄືນ; ທາງດ້ານທິດເໜືອມີໂຕ໊ະສຳລັບເຂົ້າຈີ່ຖວາຍ. ຢູ່ຕໍ່ໜ້າຜ້າກັ້ງທີ່ແຍກສະຖານທີ່ສັກສິດຈາກສະຖານທີ່ສັກສິດທີ່ສຸດ ແມ່ນແທ່ນບູຊາຄຳສຳລັບເຜົາເຄື່ອງຫອມ; ຈາກບ່ອນນັ້ນ, ກິ່ນຫອມພ້ອມຄຳອະທິຖານຂອງຊາວອິດສະຣາເອນ ໄດ້ລອຍຂຶ້ນໄປຕໍ່ເບື້ອງພຣະພັກພຣະເຈົ້າທຸກໆມື້. {GC 412.1}

ໃນສະຖານທີ່ສັກສິດທີ່ສຸດມີຫີບພັນທະສັນຍາຕັ້ງຢູ່, ເຊິ່ງເຮັດດ້ວຍໄມ້ທີ່ມີລາຄາແພງ ແລະ ຫຸ້ມຫໍ່ດ້ວຍຄຳ, ເປັນບ່ອນເກັບແຜ່ນຫີນສອງແຜ່ນ ທີ່ພຣະເຈົ້າຊົງຈາລຶກພຣະບັນຍັດສິບປະການໄວ້. ມີຝາອັດຫີບພັນທະສັນຍາເອີ້ນວ່າ ພຣະທີ່ນັ່ງແຫ່ງພຣະກະລຸນາ ເຊິ່ງເປັນຊິ້ນງານທີ່ເຮັດດ້ວຍຝີມືອັນປານີດງົດງາມ. ມີຮູບເຄຣຸບສອງຕົນຢູ່ເທິງຝາອັດນັ້ນຂ້າງລະຕົນ, ທັງຝາອັດ ແລະ ເຄຣຸບເປັນຄຳບໍຣິສຸດເນື້ອດຽວກັນ. ໃນຫ້ອງສັກສິດທີ່ສຸດນີ້ ພຣະເຈົ້າຊົງປາກົດໃນແສງຣັດສະໝີອັນເຈີດຈ້າລະຫວ່າງຮູບເຄຣຸບທັງສອງ. {GC 412.2}

ຫຼັງຈາກຊາວເຮັບເຣີຍ້າຍໄປຕັ້ງຖິ່ນຖານໃນແຜ່ນດິນການາອານ, ພຣະວິຫານຂອງກະສັດໂຊໂລໂມນຖືກສ້າງຂຶ້ນມາແທນຫໍເຕັນສັກສິດ. ເຖິງແມ່ນວ່າພຣະວິຫານນີ້ເປັນໂຄງສ້າງທີ່ມີຂະໜາດໃຫຍ່ກວ່າ ແລະ ມີລັກສະນະຖາວອນທີ່ບໍ່ສາມາດມ້າງ ແລະ ປະກອບໃໝ່ໄດ້, ແຕ່ກໍຍັງຮັກສາສັດສ່ວນດຽວກັນ ແລະ ມີການຕົບແຕ່ງທີ່ຄ້າຍຄືກັນກັບຫໍເຕັນສັກສິດ. ສະຖານນະມັດສະການໄດ້ຢູ່ໃນຮູບແບບພຣະວິຫານ ຈົນກະທັ້ງຖືກທຳລາຍໂດຍຊາວໂຣມໃນປີ ຄ.ສ. 70, ຍົກເວັ້ນໃນສະໄໝຂອງດານີເອນທີ່ມັນຖືກທຳລາຍໄປຊົ່ວໄລຍະໜຶ່ງ. {GC 412.3}

ຕາມຂໍ້ມູນທີ່ພຣະຄຳພີບັນທຶກໄວ້, ນີ້ແມ່ນສະຖານບໍຣິສຸດບ່ອນດຽວທີ່ເຄີຍມີຢູ່ໃນໂລກ. ອາຈານໂປໂລກ່າວວ່າ, ນີ້ແມ່ນສະຖານສັກສິດແຫ່ງພັນທະສັນຍາເດີມ. ແລ້ວພັນທະສັນຍາໃໝ່ມີສະຖານບໍຣິສຸດສັກສິດບໍ? {GC 412.4}

ເມື່ອກັບໄປອ່ານພຣະທຳເຮັບເຣີ, ຜູ້ສະແຫວງຫາຄວາມຈິງໄດ້ພົບວ່າ ສະຖານບໍຣິສຸດແຫ່ງທີສອງ ຫຼື ສະຖານສັກສິດແຫ່ງພັນທະສັນຍາໃໝ່ ໄດ້ຖືກບົ່ງບອກໄວ້ແລ້ວໃນຂໍ້ຄວາມຂອງອາຈານໂປໂລທີ່ກ່າວວ່າ: “ແທ້ຈິງເຖິງແມ່ນພັນທະສັນຍາເດີມນັ້ນ ກໍຍັງໄດ້ມີກົດສຳລັບການບົວລະບັດໃນພິທີນະມັດສະການ ແລະ ໄດ້ມີສະຖານອັນບໍຣິສຸດສຳລັບໂລກນີ້.” (ເຮັບເຣີ 9:1 TKJV). ຄຳວ່າ “ກໍຍັງ” ໃນຂໍ້ນີ້ສະແດງວ່າອາຈານໂປໂລໄດ້ກ່າວເຖິງສະຖານບໍຣິສຸດສັກສິດກ່ອນໜ້ານີ້. ເມື່ອກັບໄປອ່ານເຮັບເຣີບົດທີ 8 ຕອນຕົ້ນກໍພົບຂໍ້ຄວາມທີ່ຂຽນໄວ້ວ່າ “ເລື່ອງທີ່ເຮົາກຳລັງເວົ້າຢູ່ນີ້ມີຂໍ້ສຳຄັນ ຄືພວກເຮົາມີພຣະມະຫາປະໂຣຫິດຢ່າງນີ້ ຄືພຣະມະຫາປະໂຣຫິດຜູ້ປະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງຜູ້ຊົງຣິດເດຊານຸພາບໃນສະຫວັນ. ພຣະອົງບົວລະບັດຮັບໃຊ້ເປັນມະຫາປະໂຣຫິດຢູ່ໃນສະຖານທີ່ສັກສິດທີ່ສຸດ ຄືຢູ່ໃນຫໍເຕັນສັກສິດອັນແທ້ຈິງ ເຊິ່ງບໍ່ແມ່ນມະນຸດເປັນຜູ້ຕັ້ງຂຶ້ນ ແຕ່ແມ່ນອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງໄວ້.” (ເຮັບເຣີ 8:1, 2). {GC 413.1}

ນີ້ແມ່ນສະຖານບໍຣິສຸດແຫ່ງພັນທະສັນຍາໃໝ່. ສະຖານສັກສິດແຫ່ງພັນທະສັນຍາເດີມ ແມ່ນຫໍເຕັນສັກສິດທີ່ໂມເຊເປັນຜູ້ສ້າງຂຶ້ນ. ແຕ່ສະຖານສັກສິດອີກແຫ່ງໜຶ່ງ ແມ່ນອົງພຣະຜູ້ເປັນເຈົ້າເປັນຜູ້ສ້າງຂຶ້ນ ບໍ່ແມ່ນມະນຸດ. ໃນສະຖານບໍຣິສຸດອັນທຳອິດ ມະນຸດບົວລະບັດຮັບໃຊ້ໃນຖານະປະໂຣຫິດ; ສ່ວນໃນສະຖານບໍຣິສຸດແຫ່ງທີສອງ ພຣະຄຣິສບົວລະບັດຮັບໃຊ້ຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າ ໃນຖານະມະຫາປະໂຣຫິດຂອງພວກເຮົາ. ສະແດງວ່າ, ມີສະຖານນະມັດສະການແຫ່ງໜຶ່ງຢູ່ໃນໂລກ ແລະ ມີອີກແຫ່ງໜຶ່ງຢູ່ໃນສະຫວັນ. {GC 413.2}

ຍິ່ງໄປກວ່ານັ້ນ, ຫໍເຕັນສັກສິດທີ່ໂມເຊສ້າງຂຶ້ນ ກໍໄດ້ຖືກສ້າງໄປຕາມແບບແຜນ. ພຣະເຈົ້າຊົງບັນຊາແກ່ໂມເຊວ່າ: “ຈົ່ງເຮັດຫໍເຕັນສັກສິດ ແລະ ເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາຈະສຳແດງໃຫ້ເຈົ້າເບິ່ງ” ແລະ ຍັງຊົງບັນຊາອີກວ່າ: “ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ.” (ອົບພະຍົບ 25:9, 40). ສ່ວນອາຈານໂປໂລກ່າວເຖິງຫໍເຕັນສັກສິດທີ່ຢູ່ໃນໂລກວ່າ, “ເປັນເຄື່ອງໝາຍເຖິງສະໄໝປັດຈຸບັນ” ເຊິ່ງມີການຖວາຍຂອງທານ ແລະ ເຄື່ອງບູຊາ. ຫ້ອງສັກສິດຕ່າງໆຂອງຫໍເຕັນສັກສິດ ແມ່ນແບບຈຳລອງຂອງສິ່ງທີ່ຢູ່ “ໃນສະຫວັນ.” ສ່ວນປະໂຣຫິດທີ່ຖວາຍບູຊາຕາມກົດບັນຍັດ “ເປັນພຽງແຕ່ແບບ ແລະ ເງົາແຫ່ງສະຖານທີ່ສັກສິດໃນສະຫວັນ.” ພຣະຄຣິສ “ບໍ່ໄດ້ສະເດັດເຂົ້າໄປໃນສະຖານສັກສິດທີ່ຖືກສ້າງຂຶ້ນດ້ວຍມືມະນຸດ ຕາມແບບຢ່າງໃນສະຫວັນ; ແຕ່ເວລານີ້ ພຣະອົງໄດ້ສະເດັດເຂົ້າໄປໃນສະຫວັນ ເພື່ອເຂົ້າເຝົ້າພຣະເຈົ້າແທນພວກເຮົາ.” (ເຮັບເຣີ 9:9, 23; 8:5; 9:24). {GC 413.3}

ສະຖານບໍຣິສຸດໃນສະຫວັນ ບ່ອນທີ່ພຣະເຢຊູປະຕິບັດພາລະກິດເພື່ອພວກເຮົານັ້ນ ແມ່ນຕົ້ນແບບອັນຍິ່ງໃຫຍ່ ເຊິ່ງຫໍເຕັນສັກສິດທີ່ໂມເຊສ້າງຂຶ້ນເປັນພຽງແບບຈຳລອງ. ພຣະເຈົ້າປະທານພຣະວິນຍານຂອງພຣະອົງແກ່ຜູ້ສ້າງສະຖານນະມັດສະການໃນແຜ່ນດິນໂລກ. ຄວາມຊຳນານດ້ານສິລະປະທີ່ສະແດງອອກໃນການສ້າງຫໍເຕັນສັກສິດນັ້ນ ສະແດງເຖິງພຣະປັນຍາຂອງພຣະເຈົ້າ ຕາມຕົວຢ່າງຕໍ່ໄປນີ້: ຝາຂ້າງມີລັກສະນະເປັນຄຳລ້ວນ ທີ່ສະທ້ອນແສງແວວວາວໄປທຸກດ້ານ ຈາກຕະກຽງເຈັດດວງຂອງຫຼັກຕະກຽງຄຳ; ໂຕ໊ະສຳລັບວາງເຂົ້າຈີ່ຖວາຍ ແລະ ແທ່ນເຜົາເຄື່ອງຫອມເຫຼື້ອມແສງ ດຸດດັ່ງຄຳຂັດເງົາ; ເພດານເປັນຜ້າກັ້ງງາມຫຼູຫຼາ ປະດັບດ້ວຍຮູບທູດສະຫວັນສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ ເຮັດໃຫ້ສະຖານທີ່ນັ້ນງົດງາມຍິ່ງຂຶ້ນ. ຣັດສະໝີພາບຂອງພຣະເຈົ້າປາກົດຢູ່ດ້ານຫຼັງຜ້າກັ້ງຊັ້ນທີສອງ. ມີພຽງແຕ່ມະຫາປະໂຣຫິດເທົ່ານັ້ນທີ່ສາມາດເຂົ້າໄປໃນບ່ອນນັ້ນໄດ້ ແລະ ຍັງມີຊີວິດຢູ່. {GC 414.1}

ຄວາມງົດງາມອັນບໍ່ມີສິ່ງໃດປຽບປານໄດ້ຂອງຫໍເຕັນສັກສິດໃນໂລກ ສະທ້ອນໃຫ້ມະນຸດເຫັນເຖິງສະຫງ່າຣາສີຂອງພຣະວິຫານໃນສະຫວັນ ເຊິ່ງເປັນບ່ອນທີ່ພຣະຄຣິສຜູ້ບຸກເບີກທາງຂອງພວກເຮົາ ຊົງປະຕິບັດໜ້າທີ່ຢູ່ຕໍ່ໜ້າພຣະບັນລັງຂອງພຣະເຈົ້າເພື່ອພວກເຮົາ. ສະຖານທີ່ແຫ່ງນີ້ເປັນທີ່ປະທັບຂອງພຣະມະຫາກະສັດຜູ້ຍິ່ງໃຫຍ່ເໜືອກະສັດທັງປວງ, “ມີຫຼາຍພັນຄົນບົວລະບັດຮັບໃຊ້ເພິ່ນຢູ່ທີ່ນັ້ນ ແລະ ມີຫຼາຍລ້ານຄົນຢືນຢູ່ຊ້ອງໜ້າເພິ່ນ.” (ດານີເອນ 7:10). ພຣະວິຫານໃນສະຫວັນເຕັມໄປດ້ວຍສະຫງ່າຣາສີແຫ່ງພຣະບັນລັງນິຣັນ, ເປັນບ່ອນທີ່ເຫຼົ່າເສຣາຟິມເຮັດໜ້າທີ່ປົກປັກຮັກສາ; ທູດສະຫວັນກຸ່ມນີ້ເປັ່ງປະກາຍຮຸ່ງເຮືອງເຫຼືອງເຫຼື້ອມ; ພວກເຂົາເອົາປີກປົກໜ້າດ້ວຍຄວາມເຄົາລົບຢຳເກງ. ສິ່ງປຸກສ້າງທີ່ຍິ່ງໃຫຍ່ທີ່ສຸດທີ່ມະນຸດເຄີຍສ້າງຂຶ້ນມາ ບໍ່ສາມາດປຽບທຽບໄດ້ກັບຂະໜາດອັນກວ້າງໃຫຍ່ຂອງພຣະວິຫານໃນສະຫວັນ ແລະ ຄວາມສະຫງ່າງາມຂອງອາຄານທີ່ຫຼູຫຼາທີ່ສຸດຢູ່ໃນໂລກ ກໍບໍ່ສາມາດປຽບໄດ້ກັບສະຫງ່າຣາສີຂອງພຣະວິຫານນັ້ນໄດ້. ເຖິງຢ່າງໃດກໍຕາມ, ຫໍເຕັນສັກສິດ ແລະ ພິທີການຖວາຍບູຊາ ໄດ້ສອນຄວາມຈິງອັນສຳຄັນກ່ຽວກັບພຣະວິຫານໃນສະຫວັນ ແລະ ວຽກງານອັນຍິ່ງໃຫຍ່ໃນການໄຖ່ມະນຸດໃຫ້ລອດພົ້ນທີ່ດຳເນີນຢູ່ໃນພຣະວິຫານເບື້ອງເທິງ. {GC 414.2}

ສອງຫ້ອງທີ່ສຳຄັນ

ສະຖານທີ່ສັກສິດທັງສອງຫ້ອງຂອງຫໍເຕັນສັກສິດ ເປັນສັນຍະລັກຂອງພຣະວິຫານໃນສະຫວັນ. ອັກຄະສາວົກໂຢຮັນໄດ້ຮັບນິມິດ ແລະ ເຫັນພຣະວິຫານຂອງພຣະເຈົ້າໃນສະຫວັນ. “ຕໍ່ໜ້າບັນລັງນັ້ນ ມີຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ.” (ພຣະນິມິດ 4:5). ເພິ່ນເຫັນທູດສະຫວັນອົງໜຶ່ງ “ຖືໝໍ້ຄຳໜຶ່ງໜ່ວຍ.” ທູດສະຫວັນອົງນັ້ນ “ໄດ້ຮັບເຄື່ອງຫອມຈຳນວນຫຼວງຫຼາຍ ເພື່ອເຜົາຖວາຍເທິງແທ່ນບູຊາທອງຄຳທີ່ຢູ່ຕໍ່ໜ້າບັນລັງ ພ້ອມກັບຄຳອະທິຖານຂອງຄົນຂອງພຣະເຈົ້າ.” (ພຣະນິມິດ 8:3 LCV). ໃນນິມິດນັ້ນ, ຜູ້ເຜີຍພຣະທຳໂຢຮັນ ໄດ້ຮັບອະນຸຍາດໃຫ້ເຫັນຫ້ອງທຳອິດຂອງສະຖານທີ່ສັກສິດໃນສະຫວັນ ແລະ ເຫັນວ່າໃນນັ້ນມີ “ຕະກຽງໄຕ້ໄວ້ຢູ່ເຈັດໜ່ວຍ” ແລະ “ແທ່ນບູຊາທອງຄຳ” ເຊິ່ງເປັນຕົ້ນແບບຂອງຫຼັກຕະກຽງ ແລະ ແທ່ນສຳລັບເຜົາເຄື່ອງຫອມໃນຫໍເຕັນສັກສິດເທິງແຜ່ນດິນໂລກ. ແລ້ວໂຢຮັນເບິ່ງອີກເທື່ອໜຶ່ງ ແລະ ເຫັນ “ວິຫານຂອງພຣະເຈົ້າໃນສະຫວັນ.” ເພິ່ນເບິ່ງຜ່ານຜ້າກັ້ງເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ແລະ ເຫັນ “ຫີບພັນທະສັນຍາ” ເຊິ່ງເປັນຕົ້ນແບບຂອງຫີບສັກສິດທີ່ໂມເຊສ້າງຂຶ້ນ ເພື່ອບັນຈຸພຣະບັນຍັດຂອງພຣະເຈົ້າ. (ພຣະນິມິດ 11:19 LCV). {GC 414.3}

ດັ່ງນັ້ນ, ຜູ້ທີ່ສຶກສາເລື່ອງນີ້ຈຶ່ງພົບຫຼັກຖານທີ່ປະຕິເສດບໍ່ໄດ້ວ່າ ແທ້ຈິງມີພຣະວິຫານໃນສະຫວັນ ອັນເປັນຕົ້ນແບບທີ່ພຣະເຈົ້າຊົງສຳແດງແກ່ໂມເຊ ເພື່ອໃຊ້ໃນການສ້າງຫໍເຕັນສັກສິດ. ອາຈານໂປໂລສອນວ່າ ຕົ້ນແບບນັ້ນແມ່ນຫໍເຕັນສັກສິດແທ້ເຊິ່ງຢູ່ໃນສະຫວັນ. ສ່ວນອັກຄະສາວົກໂຢຮັນກໍເປັນພະຍານວ່າ ເພິ່ນໄດ້ເຫັນສະຖານທີ່ສັກສິດດັ່ງກ່າວໃນສະຫວັນເຊັ່ນກັນ. {GC 415.1}

ພຣະເຈົ້າປະທັບໃນພຣະວິຫານໃນສະຫວັນ, ບັນລັງຂອງພຣະອົງຕັ້ງໝັ້ນຢູ່ດ້ວຍຄວາມຊອບທຳ ແລະ ຄວາມຍຸຕິທຳ. ໃນສະຖານທີ່ສັກສິດທີ່ສຸດ ມີພຣະບັນຍັດຂອງພຣະອົງ, ເຊິ່ງເປັນກົດເກນອັນຍິ່ງໃຫຍ່ທີ່ໃຊ້ທົດສອບມະນຸດທຸກຄົນ. ພຣະທີ່ນັ່ງແຫ່ງພຣະກະລຸນາເປັນຝາປິດຫີບພັນທະສັນຍາ ເຊິ່ງບັນຈຸແຜ່ນຫີນພຣະບັນຍັດນັ້ນ. ພຣະຄຣິສຊົງວິງວອນເພື່ອຄົນບາບຕໍ່ໜ້າສິ່ງເຫຼົ່ານີ້ ໂດຍອ້າງເຖິງພຣະໂລຫິດຂອງພຣະອົງໃນການຊ່ວຍເຫຼືອຄົນບາບ. ໃນແຜນການໄຖ່ມະນຸດໃຫ້ລອດ ຈຶ່ງປາກົດໃຫ້ເຫັນເຖິງການເຂົ້າຮ່ວມກັນລະຫວ່າງຄວາມເມດຕາ ແລະ ຄວາມຍຸຕິທຳ ເຊິ່ງເປັນສິ່ງທີ່ມີແຕ່ພຣະປັນຍາອັນບໍ່ມີຂອບເຂດເທົ່ານັ້ນທີ່ສາມາດຄິດຂຶ້ນໄດ້ ແລະ ມີແຕ່ຣິດທານຸພາບອັນບໍ່ມີຂອບເຂດເທົ່ານັ້ນທີ່ສາມາດເຮັດໃຫ້ສຳເລັດໄດ້. ການທີ່ພຣະເມດຕາ ແລະ ຄວາມຍຸຕິທຳໄດ້ເຂົ້າຮ່ວມກັນນັ້ນ ເຮັດໃຫ້ຊາວສະຫວັນທັງປວງເຕັມໄປດ້ວຍຄວາມອັດສະຈັນໃຈ ແລະ ຄວາມເຄົາລົບບູຊາຕໍ່ພຣະເຈົ້າ. ເຄຣຸບໃນຫໍເຕັນສັກສິດ ເບິ່ງລົງມາຍັງພຣະທີ່ນັ່ງແຫ່ງພຣະກະລຸນາດ້ວຍຄວາມເຄົາລົບຢຳເກງ ສະແດງເຖິງຄວາມສົນໃຈ ທີ່ບັນດາທູດສະຫວັນມີຕໍ່ພັນທະກິດແຫ່ງການໄຖ່ມະນຸດໃຫ້ລອດ. ນີ້ຄືຄວາມເລິກລັບແຫ່ງພຣະກະລຸນາ ທີ່ເຫຼົ່າທູດສະຫວັນປາຖະໜາຈະເຂົ້າໃຈ. ພວກເຂົາຢາກເຂົ້າໃຈວ່າ ພຣະເຈົ້າຈະຊົງຍຸຕິທຳໄດ້ຢ່າງໃດ ໃນຂະນະທີ່ພຣະອົງໃຫ້ອະໄພຄົນບາບທີ່ກັບໃຈ ແລະ ຟື້ນຟູການຕິດຕໍ່ສື່ສານກັບມະນຸດສະໂລກຜູ້ຕົກໃນຄວາມບາບ. ເຫຼົ່າທູດສະຫວັນສົນໃຈໃນເລື່ອງຂອງພຣະຄຣິສ ທີ່ພຣະອົງຊົງຖ່ອມພຣະອົງລົງເພື່ອຊ່ວຍເຫຼືອຄົນຈຳນວນມະຫາສານຂຶ້ນຈາກຄວາມພິນາດ ແລະ ໃຫ້ພວກເຂົານຸ່ງເຄື່ອງບໍຣິສຸດແຫ່ງຄວາມຊອບທຳຂອງພຣະອົງ ເພື່ອໃຫ້ພວກເຂົາສາມາດຢູ່ຮ່ວມກັບເຫຼົ່າທູດສະຫວັນທີ່ບໍ່ເຄີຍເຮັດບາບ ແລະ ອາໄສຢູ່ກັບພຣະເຈົ້າຕະຫຼອດໄປເປັນນິດ. {GC 415.2}

ພັນທະກິດຂອງພຣະຄຣິສໃນຖານະຜູ້ອ້ອນວອນເພື່ອມະນຸດໄດ້ຖືກສະແດງໄວ້ໃນຄຳພະຍາກອນອັນງົດງາມຂອງເຊກາຣີຢາທີ່ກ່າວເຖິງພຣະອົງຜູ້ຊົງມີພຣະນາມວ່າ “ກິ່ງ.” ຜູ້ເຜີຍພຣະທຳເຊກາຣີຢາກ່າວວ່າ: “ທ່ານຜູ້ນີ້ແຫຼະຈະເປັນຜູ້ສ້າງພຣະວິຫານຂອງພຣະເຢໂຮວາ ແລະ ຈະຮັບກຽດຕິສັກ ແລະ ຈະປະທັບ ແລະ ປົກຄອງຢູ່ເທິງຣາຊບັນລັງຂອງ[ພຣະບິດາ] ແລະ ທ່ານຈະເປັນປະໂຣຫິດຢູ່ເທິງຣາຊບັນລັງຂອງທ່ານ ແລະ ການຫາລືກັນຢ່າງສັນຕິຈະມີຢູ່ລະຫວ່າງທ່ານທັງສອງ.” (ເຊກາຣີຢາ 6:12, 13 TKJV). {GC 415.3}

ພຣະອົງ “ຈະເປັນຜູ້ສ້າງພຣະວິຫານຂອງພຣະເຢໂຮວາ.” ໂດຍການເສຍສະຫຼະ ແລະ ການເປັນຄົນກາງລະຫວ່າງພຣະເຈົ້າກັບມະນຸດ, ພຣະຄຣິສຊົງເປັນທັງຮາກຖານ ແລະ ຜູ້ສ້າງຄຣິສຕະຈັກຂອງພຣະເຈົ້າ. ອັກຄະສາວົກໂປໂລເນັ້ນໃຫ້ເຫັນວ່າ ພຣະອົງຊົງເປັນ “ຫີນເສົາເອກ. ໃນພຣະອົງນັ້ນ, ທຸກສ່ວນຂອງໂຄງຮ່າງ ກໍຕິດຕໍ່ເຊື່ອມສະໜິດກັນໂດຍດີ ແລະ ຈະເລີນຂຶ້ນເປັນວິຫານອັນສັກສິດໃນອົງພຣະຜູ້ເປັນເຈົ້າ. ໃນພຣະອົງນັ້ນ ພວກເຈົ້າກຳລັງຖືກກໍ່ຂຶ້ນໃຫ້ເປັນທີ່ສະຖິດຂອງພຣະເຈົ້າ ໂດຍພຣະວິນຍານເໝືອນກັນ.” (ເອເຟໂຊ 2:20–22). {GC 416.1}

ພຣະອົງຈະໄດ້ຮັບ “ກຽດຕິສັກ.” ສັກສີຂອງການໄຖ່ມະນຸດສະໂລກຜູ້ຕົກຢູ່ໃນຄວາມບາບໃຫ້ລອດພົ້ນນັ້ນ ເປັນຂອງພຣະຄຣິສ. ຜູ້ທີ່ໄດ້ຮັບການໄຖ່ຈະຮ້ອງເພງຕະຫຼອດນິດນິຣັນວ່າ: “ພຣະອົງຊົງຮັກເຮົາທັງຫຼາຍ ແລະ ໄດ້ຊົງປົດປ່ອຍພວກເຮົາຈາກການຜິດບາບ ດ້ວຍພຣະໂລຫິດຂອງພຣະອົງ…ພຣະກຽດ ແລະ ຣິດທານຸພາບຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.” (ພຣະນິມິດ 1:5, 6). {GC 416.2}

ພຣະອົງຈະ “ປະທັບ ແລະ ປົກຄອງຢູ່ເທິງຣາຊບັນລັງຂອງທ່ານ ແລະ ທ່ານຈະເປັນປະໂຣຫິດຢູ່ເທິງຣາຊບັນລັງຂອງທ່ານ.” (ເຊກາຣີຢາ 6:13 TKJV). ໃນຕອນນີ້, ພຣະອົງຍັງບໍ່ໄດ້ປະທັບເທິງບັນລັງອັນຮຸ່ງເຮືອງເທື່ອ ແລະ ຣາຊອານາຈັກແຫ່ງສະຫງ່າຣາສີກໍຍັງບໍ່ທັນໄດ້ເລີ່ມຕົ້ນຂຶ້ນເທື່ອ. ພຣະເຈົ້າຈະບໍ່ປະທານ “ບັນລັງຂອງດາວິດຜູ້ເປັນບັນພະບຸລຸດຂອງພຣະອົງໃຫ້ແກ່ພຣະອົງ” ແລະ ຍັງຈະບໍ່ປະທານອານາຈັກອັນຈະ “ບໍ່ມີວັນສິ້ນສຸດເລີຍ” ຈົນກວ່າພັນທະກິດຂອງພຣະອົງ ໃນຖານະຄົນກາງລະຫວ່າງພຣະເຈົ້າກັບມະນຸດໄດ້ສິ້ນສຸດລົງ. (ເບິ່ງ ລູກາ 1:32, 33 LCV). ປັດຈຸບັນພຣະຄຣິສປະທັບຢູ່ກັບພຣະບິດາເທິງບັນລັງຂອງພຣະອົງໃນຖານະປະໂຣຫິດ. (ເບິ່ງ ພຣະນິມິດ 3:21). ພຣະຄຣິສປະທັບເທິງບັນລັງຮ່ວມກັບພຣະເຈົ້າອົງນິຣັນ ຜູ້ຊົງມີຊີວິດໃນພຣະອົງເອງ. ພຣະຄຣິສຊົງ “ແບກຮັບຄວາມທຸກໂສກຂອງເຮົາໄປ.” ພຣະອົງ “ຖືກທົດລອງໃນທຸກທາງເໝືອນຢ່າງພວກເຮົາ, ເຖິງປານນັ້ນພຣະອົງກໍຍັງບໍ່ໄດ້ເຮັດບາບ” ເພື່ອພຣະອົງຈະສາມາດ “ຊ່ວຍບັນດາຜູ້ທີ່ກຳລັງຖືກທົດລອງໄດ້.” “ຖ້າຜູ້ໃດເຮັດບາບ ພວກເຮົາກໍມີຜູ້ແກ້ຄວາມຕໍ່ພຣະບິດາເຈົ້າ.” (ເອຊາຢາ 53:4 TNCV; ເຮັບເຣີ 4:15 LCV; 2:18 LCV; 1 ໂຢຮັນ 2:1 LCV). ສິ່ງທີ່ເຮັດໃຫ້ການອ້ອນວອນຂອງພຣະອົງມີພະລັງຄື: ຊີວິດທີ່ບໍຣິສຸດ, ຮ່າງກາຍທີ່ແຕກຫັກ, ພຣະຫັດທີ່ເປັນແຜ, ສີຂ້າງທີ່ຖືກແທງ ແລະ ພຣະບາດທີ່ມີຮອຍຕະປູ; ສິ່ງເຫຼົ່ານີ້ລ້ວນແຕ່ເປັນຫຼັກຖານຂອງພຣະອົງ ໃນການວິງວອນເພື່ອມະນຸດທີ່ຕົກສູ່ຄວາມບາບ. ພຣະອົງຊົງຊຳລະຄ່າໄຖ່ເຊິ່ງບໍ່ສາມາດປະເມີນຄ່າໄດ້ ເພື່ອໄຖ່ມະນຸດໃຫ້ລອດພົ້ນ. {GC 416.3}

“ການຫາລືກັນຢ່າງສັນຕິຈະມີຢູ່ລະຫວ່າງທ່ານທັງສອງ.” (ເຊກາຣີຢາ 6:13 TKJV). ຄວາມຮັກຂອງພຣະບິດາບໍ່ໄດ້ໜ້ອຍໄປກວ່າຄວາມຮັກຂອງພຣະບຸດ; ຄວາມຮັກນີ້ ເປັນບໍ່ເກີດແຫ່ງຄວາມລອດພົ້ນສຳລັບມະນຸດຊາດທີ່ໄດ້ຕົກສູ່ຄວາມບາບ. ພຣະເຢຊູຊົງກ່າວແກ່ເຫຼົ່າສາວົກຂອງພຣະອົງກ່ອນທີ່ພຣະອົງຈະສະເດັດຈາກໄປວ່າ: “ເຮົາບໍ່ໄດ້ເວົ້າວ່າ ເຮົາຈະຂໍພຣະບິດາເຈົ້າແທນພວກເຈົ້າ. ດ້ວຍວ່າ, ພຣະບິດາເຈົ້າເອງກໍຮັກພວກເຈົ້າ.” (ໂຢຮັນ 16:26, 27 LCV). “ພຣະເຈົ້າຜູ້ຊົງສະຖິດຢູ່ໃນອົງພຣະຄຣິສໄດ້ຊົງກະທຳໃຫ້ມະນຸດຄືນດີກັນກັບພຣະອົງ.” (2 ໂກຣິນໂທ 5:19 LO1972). ໃນການປະຕິບັດໜ້າທີ່ໃນສະຖານບໍຣິສຸດເບື້ອງເທິງ “ການຫາລືກັນຢ່າງສັນຕິຈະມີຢູ່ລະຫວ່າງທ່ານທັງສອງ.” “ພຣະເຈົ້າຮັກໂລກຈົນໄດ້ມອບພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ.” (ໂຢຮັນ 3:16 LCV). {GC 416.4}

ພົບຄຳຕອບແລ້ວ

ຄຳຖາມທີ່ວ່າ ‘ສະຖານບໍຣິສຸດແມ່ນຫຍັງ?’ ໄດ້ຮັບຄຳຕອບຢ່າງຈະແຈ້ງແລ້ວໃນພຣະຄຳພີ. ຄຳວ່າ “ສະຖານບໍຣິສຸດ,” “ສະຖານສັກສິດ,” ແລະ “ສະຖານນະມັດສະການ” ຕາມທີ່ໃຊ້ໃນພຣະຄຳພີນັ້ນ ໝາຍເຖິງ: 1) ຫໍເຕັນສັກສິດທີ່ໂມເຊສ້າງຂຶ້ນ ເຊິ່ງເປັນແບບຈຳລອງຂອງສິ່ງທີ່ຢູ່ໃນສະຫວັນ ແລະ 2) “ຫໍເຕັນສັກສິດອັນແທ້ຈິງ” ເຊິ່ງຢູ່ໃນສະຫວັນ; ສ່ວນຫໍເຕັນສັກສິດໃນໂລກນີ້ເປັນພຽງສັນຍະລັກເທົ່ານັ້ນ. ເມື່ອພຣະຄຣິສສິ້ນພຣະຊົນ, ລະບົບຂອງການຖວາຍບູຊາ ເຊິ່ງເປັນສັນຍະລັກຂອງພຣະຄຣິສກໍສິ້ນສຸດລົງ. “ຫໍເຕັນສັກສິດອັນແທ້ຈິງ” ໃນສະຫວັນແມ່ນສະຖານບໍຣິສຸດຕາມພັນທະສັນຍາໃໝ່. ເນື່ອງຈາກຄຳພະຍາກອນໃນພຣະທຳດານີເອນ 8:14 ສຳເລັດໃນຍຸກສະໄໝນີ້, ສະຖານບໍຣິສຸດທີ່ກ່າວເຖິງໃນຂໍ້ນັ້ນ ຕ້ອງເປັນສະຖານບໍຣິສຸດຕາມພັນທະສັນຍາໃໝ່. 2,300 ວັນແຫ່ງຄຳພະຍາກອນໄດ້ສິ້ນສຸດລົງໃນປີ 1844, ໃນເວລານັ້ນບໍ່ມີສະຖານບໍຣິສຸດຢູ່ໃນໂລກເປັນເວລາຫຼາຍຮ້ອຍປີ. ສະນັ້ນ, ຄຳພະຍາກອນທີ່ກ່າວວ່າ “ຢູ່ມາ 2,300 ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ”2 ຕ້ອງໝາຍເຖິງສະຖານບໍຣິສຸດໃນສະຫວັນໂດຍບໍ່ມີຂໍ້ສົງໄສ. {GC 417.1}

ແຕ່ຄຳຖາມທີ່ສຳຄັນທີ່ສຸດທີ່ຍັງຕ້ອງໄດ້ຫາຄຳຕອບຄື: ການຊຳລະສະຖານບໍຣິສຸດໝາຍຄວາມວ່າແນວໃດ? ພຣະຄຳພີເດີມກ່າວເຖິງພິທີຊຳລະຫໍເຕັນສັກສິດ, ແຕ່ມີສິ່ງໃດໃນສະຫວັນທີ່ຈະຕ້ອງໄດ້ຮັບການຊຳລະ? ພຣະທຳເຮັບເຣີບົດທີ 9 ໄດ້ສອນຢ່າງຈະແຈ້ງກ່ຽວກັບການຊຳລະທັງສະຖານບໍຣິສຸດໃນໂລກ ແລະ ສະຖານບໍຣິສຸດໃນສະຫວັນ ໂດຍກ່າວວ່າ: “ກົດບັນຍັດໄດ້ລະບຸໃຫ້ຊຳລະເກືອບໝົດທຸກສິ່ງດ້ວຍເລືອດ ແລະ ຖ້າບໍ່ມີເລືອດໄຫຼອອກແລ້ວກໍບໍ່ມີການອະໄພບາບ. ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງຊຳລະສິ່ງຕ່າງໆ ອັນເປັນແບບຈຳລອງຂອງສະຫວັນດ້ວຍເຄື່ອງບູຊາເຫຼົ່ານີ້, ແຕ່ສິ່ງຂອງໃນສະຫວັນເອງ ຕ້ອງຊຳລະດ້ວຍເຄື່ອງບູຊາທີ່ດີຫຼາຍກວ່ານີ້,”3 ກໍຄືພຣະໂລຫິດອັນລ້ຳຄ່າຂອງພຣະຄຣິສ. {GC 417.2}

ການຊຳລະສະຖານບໍຣິສຸດ

ການຊຳລະຫໍເຕັນສັກສິດໃນໂລກ ແລະ ການຊຳລະພຣະວິຫານໃນສະຫວັນ ລ້ວນແລ້ວແຕ່ຕ້ອງອາໄສເລືອດ. ພິທີໃນໂລກອັນເປັນສັນຍະລັກນັ້ນ ມີການໃຊ້ເລືອດຂອງສັດ; ສ່ວນການຊຳລະໃນສະຫວັນ ແມ່ນໃຊ້ພຣະໂລຫິດຂອງພຣະຄຣິສ. ອາຈານໂປໂລອະທິບາຍເຫດຜົນທີ່ຕ້ອງໃຊ້ເລືອດໃນການຊຳລະວ່າ ຖ້າບໍ່ມີການຫຼັ່ງເລືອດກໍບໍ່ມີການອະໄພບາບ. ການອະໄພ ຫຼື ການກຳຈັດຄວາມບາບອອກໄປ ຄືວຽກງານສຳຄັນທີ່ຕ້ອງເຮັດໃຫ້ສຳເລັດ. ແຕ່ຈະມີບາບເຊື່ອມໂຍງກັບຫໍເຕັນສັກສິດ ຫຼື ພຣະວິຫານໃນສະຫວັນໄດ້ແນວໃດ? ເຮົາສາມາດຮຽນຮູ້ເລື່ອງນີ້ໄດ້ ຈາກພິທີການໃນຫໍເຕັນສັກສິດອັນເປັນສັນຍະລັກນັ້ນ, ເພາະວ່າການປະຕິບັດໜ້າທີ່ຂອງພວກປະໂຣຫິດໃນໂລກນີ້ “ເປັນແບບຈຳລອງ ແລະ ເປັນເງົາຂອງສິ່ງທີ່ຢູ່ໃນສະຫວັນ.” (ເຮັບເຣີ 8:5). {GC 417.3}

ການປະຕິບັດໜ້າທີ່ຂອງຫໍເຕັນສັກສິດໃນໂລກປະກອບດ້ວຍສອງສ່ວນ: ໃນສ່ວນທີໜຶ່ງ, ພວກປະໂຣຫິດໄດ້ເຮັດໜ້າທີ່ປະຈຳວັນໃນສະຖານທີ່ສັກສິດ; ໃນສ່ວນທີສອງ, ມະຫາປະໂຣຫິດໄດ້ເຮັດວຽກງານພິເສດແຫ່ງການລຶບລ້າງບາບ ໃນສະຖານທີ່ສັກສິດທີ່ສຸດ ເພື່ອຊຳລະຫໍເຕັນສັກສິດ. ທຸກໆມື້ ຄົນບາບທີ່ສຳນຶກຜິດໄດ້ນຳເອົາເຄື່ອງບູຊາມາຍັງປະຕູຫໍເຕັນສັກສິດ ແລະ ເອົາມືວາງລົງເທິງຫົວຂອງສັດໂຕນັ້ນ, ພ້ອມທັງສາລະພາບບາບຂອງຕົນ, ເຊິ່ງມີຄວາມໝາຍເປັນສັນຍະລັກວ່າ ບາບຂອງຕົນໄດ້ຖືກໂອນໄປສູ່ສັດທີ່ບໍຣິສຸດນັ້ນ, ແລ້ວສັດກໍຖືກຂ້າ. ອັກຄະສາວົກໂປໂລກ່າວວ່າ: “ຖ້າບໍ່ມີເລືອດໄຫຼອອກແລ້ວກໍບໍ່ມີການອະໄພບາບ.” (ເຮັບເຣີ 9:22). “ຊີວິດຂອງທຸກໆສິ່ງທີ່ເປັນຢູ່ແມ່ນຢູ່ໃນເລືອດ.” (ລະບຽບພວກເລວີ 17:11). ພຣະບັນຍັດຂອງພຣະເຈົ້າທີ່ຖືກລ່ວງລະເມີດນັ້ນ ຮຽກຮ້ອງເອົາຊີວິດຂອງຜູ້ລະເມີດ. ເລືອດຂອງສັດທີ່ຖືກຂ້າເປັນສັນຍະລັກທີ່ສະແດງເຖິງຊີວິດຂອງຄົນບາບທີ່ຕ້ອງຖືກລົງໂທດໃຫ້ຕາຍ. ສັດທີ່ເປັນເຄື່ອງບູຊາ ໄດ້ແບກຮັບເອົາຄວາມຜິດຂອງຄົນບາບນັ້ນ ແລະ ປະໂຣຫິດໄດ້ນຳເລືອດຂອງສັດໂຕນັ້ນ ເຂົ້າໄປໃນສະຖານທີ່ສັກສິດ ແລະ ຊິດໃສ່ຕໍ່ໜ້າຜ້າກັ້ງ; ດ້ວຍວ່າ, ຢູ່ຫຼັງຜ້າກັ້ງນັ້ນ ແມ່ນຫີບພັນທະສັນຍາທີ່ບັນຈຸກົດບັນຍັດທີ່ຄົນບາບໄດ້ລ່ວງລະເມີດ. ພິທີກຳນີ້ເປັນສັນຍະລັກສະແດງວ່າ ບາບໄດ້ຖືກໂອນໄປສູ່ຫໍເຕັນສັກສິດຜ່ານທາງເລືອດ. ໃນບາງກໍລະນີ ເລືອດບໍ່ໄດ້ຖືກນຳເຂົ້າໄປໃນສະຖານທີ່ສັກສິດ ແຕ່ປະໂຣຫິດຈະຕ້ອງກິນຊີ້ນຂອງສັດທີ່ເປັນເຄື່ອງບູຊານັ້ນ ຕາມທີ່ໂມເຊໄດ້ສັ່ງລູກຊາຍທັງຫຼາຍຂອງອາໂຣນ ໂດຍກ່າວວ່າ: “ພຣະອົງໄດ້ມອບສິ່ງນັ້ນໃຫ້ພວກເຈົ້າ ເພື່ອລຶບລ້າງບາບຂອງປະຊາຊົນ.” (ລະບຽບພວກເລວີ 10:17). ທັງສອງພິທີກຳນີ້ ເປັນສັນຍະລັກສະແດງເຖິງການຖ່າຍໂອນຄວາມບາບ ຈາກຜູ້ສຳນຶກຜິດໄປຍັງຫໍເຕັນສັກສິດ. {GC 418.1}

ວຽກງານນີ້ໄດ້ດຳເນີນໄປທຸກໆມື້ຕະຫຼອດປີ, ໂດຍທີ່ຄວາມບາບຂອງຄົນອິດສະຣາເອນ ຖືກໂອນໄປຍັງຫໍເຕັນສັກສິດ. ດ້ວຍເຫດນີ້, ຈຶ່ງຈຳເປັນຕ້ອງມີວຽກງານພິເສດ ເພື່ອກຳຈັດຄວາມບາບເຫຼົ່ານັ້ນອອກໄປ. ພຣະເຈົ້າຊົງບັນຊາ ໃຫ້ມີການລຶບລ້າງຄວາມບາບສຳລັບແຕ່ລະຫ້ອງຂອງຫໍເຕັນສັກສິດ. “ລາວຈະເຮັດການລຶບມົນທິນຂອງສະຖານທີ່ບໍຣິສຸດນັ້ນ ເພາະເຫດມົນທິນຂອງຄົນອິດສະຣາເອນ ແລະ ເພາະເຫດການລະເມີດ, ເພາະບາບທັງສິ້ນຂອງພວກເຂົາ; ແລະອາໂຣນຈະກະທຳຕໍ່ຫໍເຕັນແຫ່ງຊຸມນຸມ ເຊິ່ງຢູ່ກັບພວກເຂົາທ່າມກາງມົນທິນຂອງປະຊາຊົນ.” “ເພື່ອໃຫ້ພົ້ນຈາກການບາບຂອງປະຊາຊົນອິດສະຣາເອນ.” (ລະບຽບພວກເລວີ 16:16 ດັດແປງຈາກສະບັບ TKJV, 19). {GC 418.2}

ວັນລຶບລ້າງບາບອັນຍິ່ງໃຫຍ່

ໃນວັນລຶບລ້າງບາບອັນຍິ່ງໃຫຍ່, ມະຫາປະໂຣຫິດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ເພື່ອຊຳລະຫໍເຕັນສັກສິດປີລະເທື່ອ. ພາລະກິດທີ່ເພິ່ນເຮັດຢູ່ທີ່ນັ້ນ ເປັນການສິ້ນສຸດຂອງການປະຕິບັດໜ້າທີ່ຂອງແຕ່ລະປີ. ໃນວັນລຶບລ້າງບາບ, ລູກແບ້ສອງໂຕຖືກນຳມາທີ່ປະຕູຫໍເຕັນສັກສິດ ແລະ ມີການຈັບສະຫຼາກເພື່ອເລືອກແບ້: “ສະຫຼາກໜຶ່ງຕົກເປັນຂອງພຣະເຢໂຮວາ ແລະ ອີກສະຫຼາກໜຶ່ງສຳລັບແບ້ຮັບບາບ.” (ລະບຽບພວກເລວີ 16:8 ດັດແປງຈາກສະບັບ TKJV). ແບ້ທີ່ຖືກຈັບສະຫຼາກເພື່ອອົງພຣະຜູ້ເປັນເຈົ້າ ຈະຖືກຂ້າເປັນເຄື່ອງບູຊາໄຖ່ບາບສຳລັບປະຊາຊົນ; ແລ້ວມະຫາປະໂຣຫິດຕ້ອງນຳເລືອດຂອງມັນເຂົ້າໄປພາຍໃນຜ້າກັ້ງ ແລະ ຊິດໃສ່ພຣະທີ່ນັ່ງແຫ່ງພຣະກະລຸນາ ແລະ ຕໍ່ໜ້າພຣະທີ່ນັ່ງແຫ່ງພຣະກະລຸນາ. ເລືອດນັ້ນຍັງຕ້ອງຖືກຊິດໃສ່ແທ່ນເຜົາເຄື່ອງຫອມທີ່ຢູ່ຕໍ່ໜ້າຜ້າກັ້ງອີກດ້ວຍ. {GC 419.1}

ອາໂຣນ “ຈະວາງມືທັງສອງຂອງເພິ່ນລົງເທິງຫົວແບ້ ແລະ ສາລະພາບສິ່ງຊົ່ວຮ້າຍທຸກຢ່າງ, ການບາບນາໆຊະນິດ ແລະ ການທໍລະຍົດທຸກປະການຂອງປະຊາຊົນອິດສະຣາເອນ ແລະ ຢອງສິ່ງທັງໝົດນີ້ທີ່ເທິງຫົວຂອງແບ້ໂຕນັ້ນ. ຕໍ່ມາແບ້ໂຕນີ້ ກໍຈະຖືກນຳອອກໄປສູ່ຖິ່ນແຫ້ງແລ້ງກັນດານ ໂດຍຊາຍທີ່ໄດ້ຖືກເລືອກໄວ້. ແບ້ໂຕນີ້ກໍຈະຮັບແບກການບາບທັງໝົດຂອງພວກເຂົາໄປສູ່ຖິ່ນເປົ່າປ່ຽວ.” (ລະບຽບພວກເລວີ 16:21–22). ແບ້ຮັບບາບຈະບໍ່ກັບຄືນມາສູ່ຄ້າຍຂອງຊາວອິດສະຣາເອນອີກ. ສ່ວນຄົນທີ່ນຳມັນອອກໄປນັ້ນຕ້ອງອາບນ້ຳ ແລະ ຊັກເສື້ອຜ້າຂອງຕົນກ່ອນກັບຄືນສູ່ຄ້າຍ. {GC 419.2}

ພິທີກຳທັງໝົດນີ້ຖືກອອກແບບມາ ເພື່ອໃຫ້ຊາວອິດສະຣາເອນເຂົ້າໃຈເຖິງຄວາມບໍຣິສຸດຂອງພຣະເຈົ້າ ແລະ ການທີ່ພຣະອົງຊົງກຽດຊັງຄວາມບາບ. ນອກຈາກນັ້ນ, ກໍຍັງສະແດງໃຫ້ເຫັນວ່າ ພວກເຂົາບໍ່ສາມາດຢູ່ໃກ້ກັບຄວາມບາບ ໂດຍບໍ່ເປັນມົນທິນ. ທຸກຄົນຕ້ອງຖ່ອມໃຈລົງໃນຂະນະທີ່ພິທີລຶບລ້າງບາບນີ້ກຳລັງດຳເນີນຢູ່ ແລະ ຕ້ອງຢຸດວຽກງານທຸກຢ່າງ. ຊາວອິດສະຣາເອນທັງປວງຕ້ອງໃຊ້ເວລາຕະຫຼອດມື້ນັ້ນ ໃນການຖ່ອມໃຈລົງຕໍ່ພຣະພັກພຣະເຈົ້າຢ່າງຈິງຈັງດ້ວຍການອະທິຖານ, ການອົດອາຫານ ແລະ ການສຳຫຼວດຈິດໃຈຢ່າງເລິກເຊິ່ງ. {GC 419.3}

ໃນພິທີກຳຕ່າງໆຂອງຫໍເຕັນສັກສິດ ອັນເປັນສັນຍະລັກນັ້ນ ມີບົດຮຽນທີ່ສອນຄວາມຈິງອັນສຳຄັນກ່ຽວກັບການລຶບລ້າງຄວາມຜິດບາບ. ໃນພິທີທີ່ຖວາຍປະຈຳທຸກມື້ນັ້ນມີຜູ້ຮັບໂທດແທນຄົນບາບ ແຕ່ວ່າບາບນັ້ນບໍ່ໄດ້ຖືກລຶບລ້າງດ້ວຍເລືອດຂອງສັດບູຊາທີ່ຕາຍແທນ. ດ້ວຍເຫດນີ້, ຄວາມບາບຈຶ່ງຖືກໂອນໄປສູ່ຫໍເຕັນສັກສິດ. ດ້ວຍການຂ້າສັດບູຊາໃຫ້ເລືອດໄຫຼອອກ ຄົນບາບກໍສະແດງເຖິງການຍອມຮັບຕໍ່ສິດອຳນາດຂອງພຣະບັນຍັດ. ລາວຈະສາລະພາບຄວາມຜິດຂອງຕົນໃນການລ່ວງລະເມີດ ແລະ ສະແດງຄວາມປາຖະໜາທີ່ຈະໄດ້ຮັບການອະໄພໂທດ ຜ່ານຄວາມເຊື່ອໃນພຣະຜູ້ໄຖ່ທີ່ຈະສະເດັດມາ. ແຕ່ເຖິງຢ່າງນັ້ນ, ລາວຍັງບໍ່ທັນໄດ້ຮັບການປົດປ່ອຍຢ່າງສົມບູນ ຈາກການຖືກກ່າວໂທດຂອງພຣະບັນຍັດ. ໃນວັນລຶບລ້າງຄວາມບາບ, ມະຫາປະໂຣຫິດໄດ້ນຳເຄື່ອງບູຊາຈາກປະຊາຊົນ, ແລ້ວນຳເລືອດຂອງສັດບູຊາເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ ແລະ ຊິດເລືອດນັ້ນໃສ່ພຣະທີ່ນັ່ງແຫ່ງພຣະກະລຸນາ ເຊິ່ງປົກຢູ່ເໜືອພຣະບັນຍັດໂດຍກົງ ເພື່ອຕອບສະໜອງຕໍ່ຂໍ້ຮຽກຮ້ອງຂອງພຣະບັນຍັດ. ຈາກນັ້ນ, ໃນຖານະຄົນກາງ, ມະຫາປະໂຣຫິດໄດ້ຮັບເອົາຄວາມບາບມາໃສ່ຕົວເພິ່ນເອງ ແລະ ນຳອອກໄປຈາກຫໍເຕັນສັກສິດ. ເພິ່ນວາງມືລົງເທິງຫົວຂອງແບ້ຮັບບາບ, ສາລະພາບຄວາມບາບທັງໝົດນັ້ນ, ເຊິ່ງມີຄວາມໝາຍວ່າ ເພິ່ນໄດ້ໂອນຄວາມບາບຈາກຕົນເອງໄປສູ່ແບ້ໂຕນັ້ນ. ແບ້ຮັບບາບຈຶ່ງແບກເອົາຄວາມບາບເຫຼົ່ານັ້ນໄປ ແລະ ປະຊາຊົນຖືວ່າ ບາບນັ້ນໄດ້ຖືກແຍກອອກຈາກພວກເຂົາຕະຫຼອດໄປ. {GC 420.1}

ຄວາມຈິງໃນສະຫວັນ

ນີ້ແມ່ນພິທີທີ່ພວກເຂົາເຮັດ “ອັນເປັນແບບຈຳລອງ ແລະ ເປັນເງົາຂອງສິ່ງທີ່ຢູ່ໃນສະຫວັນ.” (ເຮັບເຣີ 8:5 LCV). ສິ່ງທີ່ເຮັດເປັນຕົວຢ່າງໃນສະຖານນະມັດສະການໃນໂລກ ກໍມີການປະຕິບັດຈິງໃນສະຖານນະມັດສະການແຫ່ງສະຫວັນ. ຫຼັງຈາກພຣະຜູ້ຊ່ວຍໃຫ້ລອດຂອງພວກເຮົາສະເດັດຂຶ້ນສະຫວັນ, ພຣະອົງຊົງເລີ່ມວຽກງານຂອງພຣະອົງໃນຖານະມະຫາປະໂຣຫິດຂອງພວກເຮົາ. ອາຈານໂປໂລກ່າວວ່າ: “ພຣະຄຣິສເຈົ້າບໍ່ໄດ້ເຂົ້າສູ່ສະຖານນະມັດສະການທີ່ມະນຸດສ້າງຂຶ້ນ ເຊິ່ງເປັນພຽງແບບຈຳລອງມາຈາກຂອງແທ້, ພຣະອົງເຂົ້າສູ່ສະຫວັນໂດຍກົງ, ບັດນີ້ ໄດ້ປາກົດຢູ່ຕໍ່ໜ້າພຣະເຈົ້າເພື່ອພວກເຮົາທັງຫຼາຍ.” (ເຮັບເຣີ 9:24 LCV). {GC 420.2}

ການປະຕິບັດໜ້າທີ່ຂອງປະໂຣຫິດຕະຫຼອດປີ ໃນຫ້ອງທຳອິດຂອງສະຖານນະມັດສະການ, “ທາງຫຼັງຜ້າກັ້ງ” (ເຮັບເຣີ 6:19 LCV) ເຊິ່ງເປັນປະຕູທີ່ແຍກສະຖານທີ່ສັກສິດອອກຈາກເດີ່ນດ້ານນອກ, ເປັນສັນຍະລັກຂອງວຽກງານທີ່ພຣະຄຣິສຊົງເລີ່ມຕົ້ນ ເມື່ອພຣະອົງສະເດັດຂຶ້ນສະຫວັນ. ໃນການເຮັດວຽກງານປະຈຳວັນ ປະໂຣຫິດມີໜ້າທີ່ນຳເລືອດຂອງເຄື່ອງບູຊາໄຖ່ບາບ ມາຖວາຍຕໍ່ພຣະພັກພຣະເຈົ້າ, ພ້ອມທັງເຄື່ອງຫອມທີ່ລອຍຂຶ້ນໄປພ້ອມກັບຄຳອະທິຖານຂອງຊາວອິດສະຣາເອນ. ພຣະຄຣິສກໍເຊັ່ນດຽວກັນ, ພຣະອົງຊົງວິງວອນຕໍ່ພຣະບິດາເພື່ອຄົນບາບ ໂດຍອ້າງເຖິງພຣະໂລຫິດຂອງພຣະອົງເອງ ແລະ ຊົງນຳເອົາຄຳອະທິຖານຂອງຜູ້ເຊື່ອທີ່ສຳນຶກຜິດມາເຝົ້າພຣະບິດາ ພ້ອມກັບຄວາມຊອບທຳຂອງພຣະອົງອັນເປັນກິ່ນຫອມທີ່ລ້ຳຄ່າ. ນີ້ແມ່ນວຽກງານທີ່ພຣະຄຣິສຊົງປະຕິບັດໃນຫ້ອງທຳອິດຂອງສະຖານນະມັດສະການແຫ່ງສະຫວັນ. {GC 420.3}

ເມື່ອພຣະຄຣິສສະເດັດຂຶ້ນສູ່ສະຫວັນພົ້ນຈາກສາຍຕາຂອງເຫຼົ່າສາວົກ, ພວກເຂົາໄດ້ຕິດຕາມພຣະອົງເຂົ້າໄປໃນສະຖານທີ່ສັກສິດດ້ວຍຄວາມເຊື່ອ. ຄວາມຫວັງຂອງພວກເຂົາໄດ້ຈົດຈໍ່ຢູ່ທີ່ນັ້ນ, ດັ່ງທີ່ອາຈານໂປໂລກ່າວວ່າ: “ພວກເຮົາມີຄວາມຫວັງນີ້ເປັນສະໝໍອັນໝັ້ນຄົງ ແລະ ແນ່ນອນຂອງຈິດໃຈ. ຄວາມຫວັງນີ້ເຂົ້າສູ່ບ່ອນສັກສິດຊັ້ນໃນທາງຫຼັງຜ້າກັ້ງ, ບ່ອນທີ່ພຣະເຢຊູເຈົ້າຜູ້ໄດ້ນຳໜ້າພວກເຮົາ ໄດ້ເຂົ້າໄປກ່ອນແລ້ວເພື່ອພວກເຮົາ. ພຣະອົງຈຶ່ງໄດ້ເປັນມະຫາປະໂຣຫິດຕະຫຼອດໄປ.” (ເຮັບເຣີ 6:19, 20 LCV). “ພຣະອົງສະເດັດເຂົ້າໄປໃນທີ່ບໍຣິສຸດພຽງຄັ້ງດຽວເທົ່ານັ້ນ ແລະ ພຣະອົງບໍ່ໄດ້ຊົງນຳເລືອດແບ້ ແລະ ເລືອດລູກງົວເຂົ້າໄປ ແຕ່ຊົງນຳພຣະໂລຫິດຂອງພຣະອົງເອງເຂົ້າໄປ ແລະ ຊົງສຳເລັດການໄຖ່ບາບຊົ່ວນິຣັນແກ່ພວກເຮົາ.” (ເຮັບເຣີ 9:12 ດັດແປງຈາກສະບັບ TKJV). {GC 421.1}

ການປະຕິບັດໜ້າທີ່ໃນຫ້ອງທຳອິດຂອງສະຖານນະມັດສະການໃນສະຫວັນ ໄດ້ດຳເນີນຕໍ່ໄປເປັນເວລາ 18 ສະຕະວັດ. ພຣະຄຣິສຊົງວິງວອນຕໍ່ພຣະບິດາເພື່ອຜູ້ທີ່ເຊື່ອ ແລະ ສຳນຶກໃນຄວາມຜິດບາບ ໂດຍອ້າງເຖິງພຣະໂລຫິດຂອງພຣະອົງ. ດ້ວຍເຫດນີ້, ພວກເຂົາຈຶ່ງໄດ້ຮັບການອະໄພ ແລະ ການຍອມຮັບຈາກພຣະບິດາ. ແຕ່ເຖິງຢ່າງນັ້ນ, ຄວາມບາບຂອງພວກເຂົາກໍຍັງຄົງຖືກບັນທຶກໄວ້ຢູ່. ໃນລະບົບພິທີກຳຂອງຫໍເຕັນສັກສິດອັນເປັນສັນຍະລັກນັ້ນ ມີການລຶບລ້າງບາບໃນຕອນທ້າຍປີ; ເຊັ່ນດຽວກັນ, ກ່ອນທີ່ພາລະກິດຂອງພຣະຄຣິສໃນການໄຖ່ມະນຸດໃຫ້ລອດຈະສິ້ນສຸດລົງ ກໍມີວຽກງານລຶບລ້າງບາບ ເພື່ອເອົາຄວາມບາບອອກຈາກສະຖານນະມັດສະການໃນສະຫວັນ. ນີ້ແມ່ນຂະບວນການທີ່ເລີ່ມຕົ້ນເມື່ອສິ້ນສຸດ 2,300 ວັນແຫ່ງຄຳພະຍາກອນ.4 ໃນເວລານັ້ນ, ຕາມທີ່ຜູ້ເຜີຍພຣະທຳດານີເອນທຳນວາຍໄວ້ ມະຫາປະໂຣຫິດຂອງພວກເຮົາໄດ້ເຂົ້າໄປໃນສະຖານທີ່ສັກສິດທີ່ສຸດ. ພຣະອົງເຂົ້າໄປເພື່ອປະຕິບັດພາກສ່ວນສຸດທ້າຍຂອງພາລະກິດອັນສັກສິດ ໃນການຊຳລະສະຖານນະມັດສະການໃຫ້ບໍຣິສຸດ. {GC 421.2}

ການພິພາກສາ

ໃນສະໄໝບູຮານ, ຄວາມບາບຂອງປະຊາຊົນໄດ້ຖືກວາງໄວ້ເທິງເຄື່ອງບູຊາໄຖ່ບາບດ້ວຍຄວາມເຊື່ອ, ແລະໂດຍຜ່ານເລືອດຂອງເຄື່ອງບູຊານັ້ນ ຄວາມບາບດັ່ງກ່າວໄດ້ຖືກຖ່າຍໂອນໄປສູ່ຫໍເຕັນສັກສິດ. ໃນພັນທະສັນຍາໃໝ່ກໍເຊັ່ນດຽວກັນ, ບາບຂອງຜູ້ທີ່ກັບໃຈໃໝ່ກໍຖືກວາງໄວ້ເທິງພຣະຄຣິສໂດຍຄວາມເຊື່ອ ແລະ ຖືກຖ່າຍໂອນໄປຍັງສະຖານນະມັດສະການໃນສະຫວັນ ເຊິ່ງມີການເອີ້ນອີກແບບໜຶ່ງວ່າ “ສະຖານບໍຣິສຸດ.” ການຊຳລະຫໍເຕັນສັກສິດອັນເປັນສັນຍະລັກນັ້ນ ໄດ້ສຳເລັດລົງດ້ວຍການເອົາຄວາມບາບ ທີ່ເຮັດໃຫ້ສະຖານທີ່ດັ່ງກ່າວເປັນມົນທິນອອກໄປ. ເຊັ່ນດຽວກັນ, ການຊຳລະສະຖານນະມັດສະການໃນສະຫວັນ ກໍຈະສຳເລັດໂດຍການເອົາຄວາມບາບທີ່ຖືກບັນທຶກໄວ້ທີ່ນັ້ນອອກໄປ. ແຕ່ກ່ອນທີ່ຈະລຶບຄວາມບາບເຫຼົ່ານັ້ນອອກໄປໄດ້, ຕ້ອງມີການກວດສອບປຶ້ມບັນທຶກ ເພື່ອຈະຮູ້ວ່າຜູ້ໃດຫັນໄປຈາກຄວາມບາບ ແລະ ມີຄວາມເຊື່ອໃນພຣະຄຣິສ ຈຶ່ງມີສິດເຂົ້າເຖິງການລຶບລ້າງຄວາມບາບ ທີ່ພຣະອົງຊົງກະທຳເພື່ອມະນຸດ. ສະນັ້ນ, ການຊຳລະສະຖານນະມັດສະການ ຈຶ່ງກ່ຽວຂ້ອງກັບວຽກງານສືບສວນ ເຊິ່ງເປັນວຽກງານແຫ່ງການພິພາກສາ. ວຽກງານນີ້ຕ້ອງດຳເນີນກ່ອນການສະເດັດມາຂອງພຣະຄຣິສ ເພື່ອຮັບເອົາໄພ່ພົນທີ່ພຣະອົງຊົງໄຖ່; ດ້ວຍວ່າ, ເມື່ອພຣະອົງສະເດັດມາ ພຣະອົງຈະຊົງນຳບຳເໜັດມານຳ “ເພື່ອຕອບແທນຕາມການປະຕິບັດຂອງແຕ່ລະຄົນ.” (ພຣະນິມິດ 22:12). {GC 421.3}

ດັ່ງນັ້ນ, ຜູ້ທີ່ຕິດຕາມແສງສະຫວ່າງແຫ່ງຄຳພະຍາກອນຈຶ່ງເຫັນວ່າ ແທນທີ່ພຣະຄຣິສຈະສະເດັດມາຍັງໂລກນີ້ໃນປີ 1844 ເມື່ອສິ້ນສຸດ 2,300 ວັນ, ພຣະອົງກໍສະເດັດເຂົ້າໄປໃນສະຖານທີ່ສັກສິດທີ່ສຸດຂອງສະຖານນະມັດສະການໃນສະຫວັນ ເພື່ອປະກອບພາລະກິດສຸດທ້າຍແຫ່ງການລຶບລ້າງຄວາມບາບ ອັນເປັນການກຽມພ້ອມສຳລັບການສະເດັດມາຂອງພຣະອົງ. {GC 422.1}

ນອກຈາກນັ້ນ, ພວກທີ່ຄົ້ນຄວ້າພຣະຄຳພີຍັງໄດ້ເຫັນວ່າ ເຄື່ອງບູຊາໄຖ່ບາບເລັງໄປທີ່ພຣະຄຣິສຜູ້ສະຫຼະພຣະອົງດັ່ງເຄື່ອງບູຊາ; ແລະເຫັນວ່າ ມະຫາປະໂຣຫິດເປັນສັນຍະລັກຂອງພຣະຄຣິສ ໃນຖານະຄົນກາງລະຫວ່າງມະນຸດກັບພຣະເຈົ້າ. ສ່ວນແບ້ຮັບບາບນັ້ນ ເປັນສັນຍະລັກຂອງຊາຕານຜູ້ເປັນຕົ້ນກຳເນີດຂອງຄວາມບາບ; ສະນັ້ນ, ບາບຂອງຜູ້ທີ່ກັບໃຈຢ່າງແທ້ຈິງ ຈະຖືກວາງໄວ້ເທິງຊາຕານໃນທີ່ສຸດ. ເມື່ອມະຫາປະໂຣຫິດເອົາບາບອອກຈາກຫໍເຕັນສັກສິດ ໂດຍອາໄສເລືອດຂອງເຄື່ອງບູຊາໄຖ່ບາບ, ເພິ່ນກໍວາງບາບເຫຼົ່ານັ້ນໄວ້ເທິງແບ້ຮັບບາບ. ເຊັ່ນດຽວກັນ, ເມື່ອພຣະຄຣິສເອົາຄວາມບາບຂອງໄພ່ພົນຂອງພຣະອົງ ອອກຈາກສະຖານນະມັດສະການໃນສະຫວັນ ໂດຍອາໄສພຣະໂລຫິດຂອງພຣະອົງເອງ ໃນຕອນສິ້ນສຸດການປະຕິບັດໜ້າທີ່ມະຫາປະໂຣຫິດຂອງພຣະອົງ, ພຣະອົງຈະວາງຄວາມບາບເຫຼົ່ານັ້ນໄວ້ເທິງຊາຕານ ຜູ້ຕ້ອງຮັບໂທດຄັ້ງສຸດທ້າຍໃນການພິພາກສາ. ແບ້ຮັບບາບຖືກສົ່ງອອກໄປໃນຖິ່ນແຫ້ງແລ້ງກັນດານ ບໍ່ໃຫ້ກັບຄືນມາຫາຊຸມຊົນອິດສະຣາເອນອີກ. ເຊັ່ນດຽວກັນ, ຊາຕານຈະຖືກຂັບໄລ່ອອກໄປໃຫ້ພົ້ນພຣະພັກພຣະເຈົ້າ ແລະ ໄພ່ພົນຂອງພຣະອົງຕະຫຼອດໄປ ແລະ ມັນຈະຖືກທຳລາຍໃຫ້ສິ້ນໄປໃນການກຳຈັດຄວາມບາບ ແລະ ຄົນບາບຄັ້ງສຸດທ້າຍ. {GC 422.2}


  1. ໜຶ່ງວັນແຫ່ງຄຳພະຍາກອນເທົ່າກັບໜຶ່ງປີ. ເບິ່ງ ຈົດບັນຊີ 14:34; ເອເຊກຽນ 4:6.

  2. ດານີເອນ 8:14 ດັດແປງຈາກສະບັບ TKJV

  3. ເຮັບເຣີ 9:22, 23 LCV.

  4. ກໍຄື ຄ.ສ. 1844.