22 ຄຳພະຍາກອນສຳເລັດ
ຕົ້ນສະບັບພາສາອັງກິດ
ພຣະຄຳທີ່ໜູນໃຈ
ເມື່ອເວລາທີ່ກຸ່ມແອັດເວັນຕິສຄາດການໃນເບື້ອງຕົ້ນວ່າ ພຣະຜູ້ເປັນເຈົ້າຈະສະເດັດມານັ້ນໄດ້ຜ່ານພົ້ນໄປ ຄືລະດູໃບໄມ້ປົ່ງຂອງປີ 1844, ຜູ້ທີ່ເຝົ້າລໍຄອຍການສະເດັດມາຂອງພຣະອົງດ້ວຍຄວາມເຊື່ອຈຶ່ງຮູ້ສຶກສັບສົນ ແລະ ຕົກຢູ່ໃນຄວາມສົງໄສໄປໄລຍະໜຶ່ງ. ໃນຂະນະທີ່ຊາວໂລກເຫັນວ່າ ພວກເຂົາພ່າຍແພ້ຢ່າງໝົດສິ້ນ ແລະ ຫຼົງເຊື່ອໃນສິ່ງທີ່ບໍ່ຈິງ, ແຫຼ່ງປອບໂຍນຂອງພວກເຂົາຍັງຄົງເປັນພຣະຄຳຂອງພຣະເຈົ້າ. ຫຼາຍຄົນຍັງສືບຕໍ່ຄົ້ນຄວ້າພຣະຄຳພີ, ພິຈາລະນາຫຼັກຖານແຫ່ງຄວາມເຊື່ອຂອງພວກເຂົາຄືນໃໝ່ ແລະ ສຶກສາຄຳທຳນວາຍຢ່າງລະມັດລະວັງ ເພາະຕ້ອງການຄວາມກະຈ່າງເພີ່ມເຕີມ. ຫຼັກຖານໃນພຣະຄຳພີທີ່ສະໜັບສະໜູນຈຸດຢືນຂອງພວກເຂົາເບິ່ງຄືວ່າຊັດເຈນ ແລະ ມີຄວາມໜັກແໜ້ນ. ມີໝາຍສຳຄັນຫຼາຍຢ່າງທີ່ບໍ່ສາມາດປະຕິເສດໄດ້ວ່າ ການສະເດັດມາຂອງພຣະຄຣິສນັ້ນໃກ້ເຂົ້າມາແລ້ວ. ພຣະພອນພິເສດຈາກພຣະຜູ້ເປັນເຈົ້າ, ທັງໃນການກັບໃຈຂອງຄົນບາບ ແລະ ການຟື້ນຟູຊີວິດຝ່າຍຈິດວິນຍານທ່າມກາງຄຣິສຕຽນທັງຫຼາຍນັ້ນ ເປັນຫຼັກຖານວ່າຂ່າວສານນີ້ມາຈາກສະຫວັນ. ເຖິງແມ່ນວ່າ ຜູ້ທີ່ເຊື່ອບໍ່ສາມາດອະທິບາຍຄວາມຜິດຫວັງຂອງພວກເຂົາໄດ້, ແຕ່ກໍໝັ້ນໃຈວ່າ ພຣະເຈົ້າໄດ້ນຳພາພວກເຂົາໃນປະສົບການທີ່ຜ່ານມາ. {GC 391.1}
ໃນຄຳພະຍາກອນທີ່ພວກເຂົາເຊື່ອວ່າເປັນການກ່າວເຖິງເວລາຂອງການສະເດັດມາຄັ້ງທີສອງຂອງພຣະຄຣິສ, ມີຄຳສອນ ແລະ ການໜູນໃຈທີ່ແທດເໝາະກັບຄວາມສັບສົນຂອງພວກເຂົາ. ກຸ່ມຜູ້ເຊື່ອເລື່ອງການສະເດັດມານັ້ນ ຈຶ່ງໄດ້ຮັບກຳລັງໃຈໃຫ້ອົດທົນລໍຖ້າດ້ວຍຄວາມເຊື່ອວ່າ ສິ່ງທີ່ຍັງມືດມົນໃນຂະນະນັ້ນ ຈະໄດ້ຮັບການຊີ້ແຈງເມື່ອເຖິງເວລາ. {GC 391.2}
ໜຶ່ງໃນຄຳພະຍາກອນເຫຼົ່ານັ້ນແມ່ນຢູ່ໃນພຣະທຳຮາບາກຸກ 2:1–4 ທີ່ກ່າວວ່າ: “ຂ້າພະເຈົ້າຈະຢືນເຝົ້າຢູ່; ຂ້າພະເຈົ້າຈະຢືນທີ່ຫໍຄອຍ ແລະ ເບິ່ງອອກໄປເພື່ອຈະຟັງເບິ່ງວ່າ ພຣະອົງຈະຊົງກ່າວອັນໃດແກ່ຂ້າພະເຈົ້າ ແລະ ຂ້າພະເຈົ້າຈະທູນຕອບພຣະອົງຢ່າງໃດ ເມື່ອຂ້າພະເຈົ້າຖືກຕຳໜິ; ແລະ ພຣະເຢໂຮວາຊົງຕອບຂ້າພະເຈົ້າວ່າ, ‘ຈົ່ງຂຽນນິມິດນັ້ນລົງໄປ, ຈົ່ງຂຽນໄວ້ເທິງແຜ່ນປ້າຍໃຫ້ກະຈ່າງ ເພື່ອຄົນທີ່ແລ່ນຈະອ່ານໄດ້ຄ່ອງ; ເພາະວ່ານິມິດນັ້ນຍັງລໍຖ້າເວລາທີ່ກຳນົດໄວ້, ແຕ່ໃນທີ່ສຸດມັນກໍຈະກ່າວອອກມາ. ມັນບໍ່ຕົວະ, ຖ້າເບິ່ງຄືຊັກຊ້າ ກໍຈົ່ງຄອຍຖ້າຈັກໜ້ອຍ, ມັນຈະບັງເກີດຂຶ້ນແນ່ນອນ, ຄົງບໍ່ຊັກຊ້າເກີນໄປ. ເບິ່ງແມ, ຜູ້ທີ່ຈິດໃຈຜະຫຍອງຂຶ້ນກໍບໍ່ທ່ຽງທຳ ແຕ່ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ.’” (ດັດແປງຈາກສະບັບ TKJV). {GC 392.1}
ໃນປີ 1842, ເມື່ອ ຊານສ໌ ຟິດ ໄດ້ອ່ານຂໍ້ຄວາມທີ່ວ່າ “ຈົ່ງຂຽນນິມິດນັ້ນລົງໄປ, ຈົ່ງຂຽນໄວ້ເທິງແຜ່ນປ້າຍໃຫ້ກະຈ່າງ ເພື່ອຄົນທີ່ແລ່ນຈະອ່ານໄດ້ຄ່ອງ,” ເພິ່ນຮູ້ສຶກວ່າຄວນເຮັດແຜ່ນປ້າຍ ເພື່ອສະແດງໃຫ້ເຫັນພາບເລື່ອງຄຳພະຍາກອນໃນພຣະທຳດານີເອນ ແລະ ພຣະນິມິດ. ກຸ່ມຄົນທີ່ເຊື່ອເລື່ອງການສະເດັດມານັ້ນເຫັນວ່າ ການຕີພິມແຜ່ນປ້າຍດັ່ງກ່າວ ເປັນການສຳເລັດຕາມຄຳສັ່ງທີ່ຂຽນໄວ້ໃນພຣະທຳຮາບາກຸກ. ເຖິງຢ່າງໃດກໍຕາມ, ໃນເວລານັ້ນ ບໍ່ມີໃຜສັງເກດເຫັນວ່າ ຄຳພະຍາກອນຂອງຮາບາກຸກໄດ້ກ່າວເຖິງຄວາມຊັກຊ້າ. ຫຼັງຈາກປະສົບກັບຄວາມຜິດຫວັງ, ພວກເຂົາເຫັນວ່າພຣະຄຳພີຂໍ້ນີ້ສຳຄັນຫຼາຍ: “ເພາະວ່ານິມິດນັ້ນຍັງລໍຖ້າເວລາທີ່ກຳນົດໄວ້, ແຕ່ໃນທີ່ສຸດມັນກໍຈະກ່າວອອກມາ, ມັນບໍ່ຕົວະ, ຖ້າເບິ່ງຄືຊັກຊ້າ ກໍຈົ່ງຄອຍຖ້າຈັກໜ້ອຍ, ມັນຈະບັງເກີດຂຶ້ນແນ່ນອນ, ຄົງບໍ່ຊັກຊ້າເກີນໄປ…ຄົນຊອບທຳຈະມີຊີວິດດຳລົງຢູ່ໂດຍຄວາມເຊື່ອ.” {GC 392.2}
ສ່ວນໜຶ່ງຂອງຄຳພະຍາກອນຂອງຜູ້ເຜີຍພຣະທຳເອເຊກຽນຍັງໃຫ້ກຳລັງໃຈ ແລະ ປອບໂຍນຜູ້ເຊື່ອ. “ແລ້ວອົງພຣະຜູ້ເປັນເຈົ້າກໍໄດ້ກ່າວແກ່ຂ້າພະເຈົ້າວ່າ, ມະນຸດເອີຍ ເປັນຫຍັງປະຊາຊົນອິດສະຣາເອນຈຶ່ງເວົ້າສຸພາສິດນີ້ຊ້ຳແລ້ວຊ້ຳອີກວ່າ ‘ເວລາຜ່ານໄປ ຄຳທຳນວາຍບໍ່ເຫັນກາຍເປັນຈິງຈັກເທື່ອ?’ ຈົ່ງບອກພວກເຂົາວ່າ, ‘ພຣະເຈົ້າຢາເວພຣະເຈົ້າກ່າວດັ່ງນີ້…ເວລາມາເຖິງແລ້ວ ແລະ ຄຳທຳນວາຍກໍກຳລັງກາຍເປັນຈິງ,…ເຮົາຈະກ່າວ ແລະ ສິ່ງທີ່ເຮົາກ່າວກໍຈະເກີດຂຶ້ນ ມັນຈະບໍ່ຊັກຊ້າອີກຕໍ່ໄປ.’” “ຊາວອິດສະຣາເອນກ່າວວ່າ, ‘ນິມິດກັບການທຳນວາຍຕ່າງໆຂອງເຈົ້າ ແມ່ນເວົ້າເຖິງອະນາຄົດອັນຫ່າງໄກ’. ສະນັ້ນ, ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຖ້ອຍຄຳທີ່ເຮົາໄດ້ເວົ້ານັ້ນຈະເກີດຂຶ້ນ.’” (ເອເຊກຽນ 12:21–25 LO2012, 27, 28). {GC 392.3}
ພວກທີ່ລໍຖ້າການສະເດັດມາຂອງພຣະຄຣິສ ມີຄວາມຊື່ນຊົມຍິນດີ ເພາະເຊື່ອວ່າພຣະເຈົ້າຜູ້ຊົງຮູ້ແຈ້ງເຖິງທຸກສິ່ງຕັ້ງແຕ່ຕົ້ນຈົນຈົບ ຊົງຮູ້ລ່ວງໜ້າເຖິງຄວາມຜິດຫວັງຂອງພວກເຂົາ ຈຶ່ງປະທານຖ້ອຍຄຳທີ່ເສີມກຳລັງໃຈ ແລະ ໃຫ້ຄວາມຫວັງ. ຖ້າບໍ່ມີຂໍ້ພຣະຄຳພີຕັກເຕືອນພວກເຂົາໃຫ້ລໍຖ້າດ້ວຍຄວາມອົດທົນ ແລະ ຢຶດໝັ້ນໃນພຣະຄຳຂອງພຣະເຈົ້າເຊັ່ນນີ້ແລ້ວ ຄວາມສັດທາຂອງພວກເຂົາຄົງລົ້ມເຫຼວໃນເວລາທີ່ທົດສອບຄວາມເຊື່ອ. {GC 393.1}
ບົດຮຽນຈາກສາວພົມມະຈາລີສິບຄົນ
ຄຳອຸປະມາເລື່ອງຍິງສາວບໍຣິສຸດ 10 ຄົນໃນມັດທາຍບົດທີ 25 ກໍຍັງສະແດງເຖິງປະສົບການຂອງຄົນທີ່ລໍຄອຍການສະເດັດມາຂອງພຣະຄຣິສເຊັ່ນກັນ. ໃນມັດທາຍບົດທີ 24 ເມື່ອພວກສາວົກຖາມເຖິງໝາຍສຳຄັນຂອງການສະເດັດມາຂອງພຣະອົງ ແລະ ການສິ້ນໂລກ, ພຣະຄຣິສຊົງຊີ້ແຈງເຖິງເຫດການສຳຄັນທັງຫຼາຍໃນປະຫວັດສາດໂລກ ແລະ ໃນຄຣິສຕະຈັກ ຕັ້ງແຕ່ການສະເດັດມາຄັ້ງທີໜຶ່ງຂອງພຣະອົງ ຕະຫຼອດຈົນເຖິງການສະເດັດມາຄັ້ງທີສອງ. ພຣະອົງຊົງກ່າວເຖິງການທີ່ນະຄອນເຢຣູຊາເລັມຈະຖືກທຳລາຍ, ຄວາມທຸກຍາກລຳບາກອັນຮ້າຍແຮງທີ່ຄຣິສຕະຈັກຈະຕ້ອງຜ່ານນັ້ນ ໂດຍການກົດຂີ່ຂົ່ມເຫັງຈາກພວກຈັກກະພັດທີ່ນັບຖືລັດທິນອກສາສະໜາ ແລະ ຈາກລະບອບສັນຕະປາປາ, ດວງອາທິດ ແລະ ດວງຈັນຈະອັບແສງ ແລະ ຈະມີປາກົດການດາວຕົກເໝືອນບັນດາດວງດາວເທິງທ້ອງຟ້າລ່ວງລົງມາສູ່ພື້ນດິນ. ຕໍ່ມາພຣະອົງຊົງກ່າວເຖິງການມາຕັ້ງອານາຈັກຂອງພຣະອົງ ໂດຍກ່າວຄຳອຸປະມາເລື່ອງຜູ້ຮັບໃຊ້ 2 ກຸ່ມທີ່ລໍຖ້າການສະເດັດມາຂອງພຣະອົງ. ພໍຈົບບົດທີ 24 ແລ້ວ ບົດທີ 25 ຂຶ້ນຕົ້ນດ້ວຍຄຳວ່າ: “ເມື່ອນັ້ນ ອານາຈັກສະຫວັນປຽບເໝືອນຍິງສາວບໍຣິສຸດ 10 ຄົນ.” ຂໍ້ນີ້ໝາຍເຖິງຄຣິສຕະຈັກໃນຍຸກສຸດທ້າຍ, ເໝືອນໃນຕອນທ້າຍຂອງບົດທີ 24. ໃນຄຳອຸປະມານີ້ປະສົບການຂອງຄົນໃນຄຣິສຕະຈັກປຽບທຽບກັບການແຕ່ງງານຕາມວັດທະນະທຳຂອງຄົນໃນພາກຕາເວັນອອກ. {GC 393.2}
“ເມື່ອນັ້ນ, ອານາຈັກສະຫວັນປຽບເໝືອນຍິງສາວບໍຣິສຸດສິບຄົນທີ່ຖືໂຄມໄຟຂອງຕົນອອກໄປຮັບເຈົ້າບ່າວ. ຫ້າຄົນໃນພວກເຂົາເປັນຄົນໂງ່ ແລະ ອີກຫ້າຄົນເປັນຄົນສະຫຼາດ. ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານ້ຳມັນໄປເພື່ອ, ສ່ວນພວກຄົນສະຫຼາດນັ້ນຖືໂຄມໄຟໄປນຳ ແລະ ເອົານ້ຳມັນໃສ່ແກ້ວໄປເພື່ອ. ຂະນະທີ່ເຈົ້າບ່າວຍັງບໍ່ມາ ພວກຍິງສາວທັງໝົດຕ່າງກໍເຫງົານອນ ແລະ ຫຼັບໄປ. ພໍເຖິງທ່ຽງຄືນກໍມີສຽງຮ້ອງດັງຂຶ້ນວ່າ, ‘ເຈົ້າບ່າວມາແລ້ວ ຈົ່ງອອກໄປຮັບເພິ່ນເຖີດ.’” (ມັດທາຍ 25:1–6). {GC 393.3}
ຄົນທີ່ລໍຄອຍການສະເດັດມາຂອງພຣະຄຣິສເຂົ້າໃຈວ່າ ການມາຂອງເຈົ້າບ່າວໃນຄຳອຸປະມາດັ່ງກ່າວ ໝາຍເຖິງການສະເດັດມາຂອງພຣະຄຣິສ ຕາມການປະກາດຂອງຂ່າວທູດສະຫວັນອົງທີໜຶ່ງ. ສ່ວນຍິງສາວບໍຣິສຸດທີ່ອອກໄປຮັບເຈົ້າບ່າວ ໄດ້ແກ່ການຟື້ນຟູຈິດວິນຍານຢ່າງກວ້າງຂວາງທີ່ເກີດຂຶ້ນ ເພາະການປະກາດວ່າພຣະເຢຊູຈະສະເດັດມາໃນບໍ່ຊ້າ. ທັງຄຳອຸປະມານີ້ ແລະ ຄຳອຸປະມາໃນຕອນທ້າຍຂອງມັດທາຍບົດທີ 24 ລ້ວນແຕ່ກ່າວເຖິງຄົນສອງກຸ່ມ. ຍິງບໍຣິສຸດທຸກຄົນເອົາໂຄມໄຟໄປນຳ ເຊິ່ງໝາຍເຖິງພຣະຄຳພີ ແລະ ດ້ວຍແສງສະຫວ່າງຈາກໂຄມໄຟນັ້ນ ພວກເຂົາຈຶ່ງອອກໄປຮັບເຈົ້າບ່າວ. “ຝ່າຍພວກຄົນໂງ່ນັ້ນຖືໂຄມໄຟໄປນຳ ແຕ່ບໍ່ເອົານ້ຳມັນໄປເພື່ອ, ສ່ວນພວກຄົນສະຫຼາດນັ້ນຖືໂຄມໄຟໄປນຳ ແລະ ເອົານ້ຳມັນໃສ່ແກ້ວໄປເພື່ອ.” (ມັດທາຍ 25:3–4). ພວກຍິງສາວສະຫຼາດໄດ້ຮັບພຣະຄຸນຂອງພຣະເຈົ້າ ກໍຄືຣິດອຳນາດຂອງພຣະວິນຍານບໍຣິສຸດທີ່ຟື້ນຟູຈິດວິນຍານ ແລະ ໃຫ້ຄວາມກະຈ່າງ, ເຮັດໃຫ້ພຣະຄຳຂອງພຣະອົງເປັນດັ່ງໂຄມໄຟທີ່ສ່ອງສະຫວ່າງໃນຫົນທາງທີ່ກ້າວເດີນ. ດ້ວຍຄວາມຢຳເກງພຣະເຈົ້າ, ພວກເຂົາໄດ້ສຶກສາພຣະຄຳພີເພື່ອຫາຄວາມຈິງ ແລະ ໄດ້ສະແຫວງຫາຄວາມບໍຣິສຸດຂອງຊີວິດ ແລະ ຈິດໃຈດ້ວຍຄວາມກະຕືລືລົ້ນ. ຄົນເຫຼົ່ານີ້ມີປະສົບການກັບພຣະເຈົ້າເປັນການສ່ວນຕົວ, ມີຄວາມເຊື່ອໃນພຣະອົງ ແລະ ໃນພຣະຄຳຂອງພຣະອົງ ເຊິ່ງຄວາມຜິດຫວັງ ແລະ ຄວາມຊັກຊ້າບໍ່ສາມາດທຳລາຍໄດ້. ສ່ວນຄົນອື່ນ “ຖືໂຄມໄຟໄປນຳ ແຕ່ບໍ່ເອົານ້ຳມັນໄປເພື່ອ.” ຄົນເຫຼົ່ານີ້ຮັບເຊື່ອຕາມອາລົມຊົ່ວຄາວ; ເມື່ອໄດ້ຍິນຄຳປະກາດເຕືອນກໍເກີດຄວາມຢ້ານກົວ, ແຕ່ຄວາມເຊື່ອຂອງພວກເຂົາຂຶ້ນຢູ່ກັບຄວາມເຊື່ອຂອງພີ່ນ້ອງ; ພວກເຂົາພໍໃຈກັບການເຊື່ອຕາມຄວາມຮູ້ສຶກທີ່ດີ ເຊິ່ງເໝືອນກັບແສງທຽນ