21 ປະຕິເສດຄຳເຕືອນ
ຕົ້ນສະບັບພາສາອັງກິດ
ຄຣິສຕະຈັກເສື່ອມຖອຍເມື່ອເຮັດຕາມຊາວໂລກ
ໃນການເທດສະໜາປະກາດຄຳສອນເລື່ອງການສະເດັດກັບມາຂອງພຣະຄຣິສ, ວິນລຽມ ມິນເລີ ແລະ ເພື່ອນຮ່ວມງານກັບເພິ່ນ ໄດ້ເຮັດວຽກດ້ວຍຈຸດປະສົງພຽງຢ່າງດຽວຄື ການປຸກຄົນທັງຫຼາຍໃຫ້ຕື່ນຂຶ້ນ ເພື່ອກຽມພ້ອມສຳລັບການພິພາກສາ. ພວກເຂົາພະຍາຍາມປຸກຄົນທີ່ນັບຖືສາສະໜາ ໃຫ້ຕື່ນຂຶ້ນສູ່ຄວາມຫວັງອັນແທ້ຈິງຂອງຄຣິສຕະຈັກ ແລະ ຄວາມຈຳເປັນທີ່ພວກເຂົາຕ້ອງມີປະສົບການໃນຊີວິດຄຣິສຕຽນທີ່ເລິກເຊິ່ງກວ່າເກົ່າ; ນອກຈາກນັ້ນ, ກຸ່ມຂອງມິນເລີຍັງປະກາດ ເພື່ອເຕືອນຄົນທີ່ຍັງບໍ່ໄດ້ກັບໃຈ ໃຫ້ຮູ້ເຖິງໜ້າທີ່ຂອງພວກເຂົາວ່າ ຈະຕ້ອງກັບໃຈຮັບເອົາພຣະເຈົ້າໃນທັນທີໂດຍບໍ່ຊັກຊ້າ. “ພວກເຂົາບໍ່ໄດ້ພະຍາຍາມທີ່ຈະໂນ້ມນ້າວຄົນໃຫ້ເຂົ້າມາເປັນສະມາຊິກຂອງຄະນະນິກາຍຂອງສາສະໜາ. ແຕ່ໄດ້ປະກາດກັບທຸກຄະນະນິກາຍ ແລະ ທຸກພັກທຸກພວກ ໂດຍບໍ່ໄດ້ເຂົ້າໄປແຊກແຊງໃນລະບົບການຈັດຕັ້ງ ຫຼື ລະບຽບວິໄນຂອງກຸ່ມເຫຼົ່ານັ້ນ.” {GC 375.1}
ມິນເລີກ່າວວ່າ: “ໃນການປະກາດທັງໝົດຂອງຂ້າພະເຈົ້າ, ຂ້າພະເຈົ້າບໍ່ເຄີຍມີຄວາມປາຖະໜາ ຫຼື ມີຄວາມຄິດທີ່ຈະສ້າງກຸ່ມຂຶ້ນເອງ ທີ່ແຕກຕ່າງຈາກຄະນະນິກາຍທີ່ມີຢູ່ແລ້ວ ຫຼື ຊ່ວຍໃຫ້ຄະນະໜຶ່ງໄດ້ຮັບຜົນປະໂຫຍດຫຼາຍກວ່າຄະນະອື່ນ. ຂ້າພະເຈົ້າຄິດທີ່ຈະຊ່ວຍທຸກຝ່າຍທັງໝົດ, ໂດຍຄິດວ່າຊາວຄຣິສຕຽນທຸກຄົນຈະມີຄວາມຊື່ນຊົມຍິນດີ ເມື່ອໄດ້ຍິນເຖິງເລື່ອງການສະເດັດກັບມາຂອງພຣະຄຣິສ; ແລະເຊື່ອວ່າຄົນທີ່ເຫັນຕ່າງກໍຈະບໍ່ກຽດຊັງຜູ້ທີ່ຮັບເອົາຄຳສອນດັ່ງກ່າວ. ຂ້າພະເຈົ້າບໍ່ໄດ້ຄາດຄິດວ່າ ຈະຕ້ອງມີການແຍກປະຊຸມຕ່າງຫາກ. ຈຸດປະສົງທັງໝົດຂອງຂ້າພະເຈົ້າ ແມ່ນຄວາມປາຖະໜາທີ່ຈະຊ່ວຍຄົນໃຫ້ກັບໃຈມາຫາພຣະເຈົ້າ ແລະ ເຕືອນຊາວໂລກເຖິງການພິພາກສາທີ່ກຳລັງຈະເກີດຂຶ້ນ ພ້ອມດ້ວຍການຊັກຊວນເພື່ອນມະນຸດ ໃຫ້ກຽມຈິດກຽມໃຈເພື່ອພົບກັບອົງພຣະຜູ້ເປັນເຈົ້າດ້ວຍສັນຕິສຸກ. ຄົນສ່ວນໃຫຍ່ທີ່ກັບໃຈຍ້ອນການປະກາດຂອງຂ້າພະເຈົ້າ ກໍໄດ້ເຂົ້າຮ່ວມກັບຄຣິສຕະຈັກທີ່ມີຢູ່ແລ້ວ.” {GC 375.2}
ເນື່ອງຈາກການປະກາດຂອງມິນເລີສົ່ງຜົນໃຫ້ຄຣິສຕະຈັກທັງຫຼາຍເຂັ້ມແຂງຂຶ້ນ ຄົນສ່ວນໃຫຍ່ຈຶ່ງເຫັນວ່າເປັນສິ່ງທີ່ດີ. ແຕ່ເມື່ອພວກສາສະໜາຈານ ແລະ ຜູ້ນຳສາສະໜາໄດ້ຕັດສິນໃຈຕໍ່ຕ້ານຄຳສອນເລື່ອງການສະເດັດມາຂອງພຣະຄຣິສ ແລະ ພະຍາຍາມຢັບຢັ້ງບໍ່ໃຫ້ມີການເວົ້າຈາເຖິງເລື່ອງດັ່ງກ່າວ, ພວກເຂົາບໍ່ພຽງແຕ່ເທດສະໜາຕໍ່ຕ້ານເທົ່ານັ້ນ ແຕ່ຍັງຫ້າມສະມາຊິກບໍ່ໃຫ້ໄປຮ່ວມຟັງປະຊຸມທີ່ມີການປະກາດເຖິງການສະເດັດມາຂອງພຣະຄຣິສ ແລະ ຫ້າມບໍ່ໃຫ້ເວົ້າເຖິງຄວາມຫວັງຂອງຕົນໃນການປະຊຸມສັງສັນຂອງຄຣິສຕະຈັກ. ດັ່ງນັ້ນ, ຜູ້ທີ່ເຊື່ອຈຶ່ງຖືກທົດສອບຄວາມເຊື່ອຢ່າງໜັກ ແລະ ຕົກຢູ່ໃນສະພາບທີ່ສັບສົນງຸນງົງ. ພວກເຂົາຮັກຄຣິສຕະຈັກຂອງຕົນ ແລະ ບໍ່ຢາກແຍກອອກຈາກຄຣິສຕະຈັກ; ແຕ່ເມື່ອເຫັນວ່າມີການປິດກັ້ນ ບໍ່ໃຫ້ຄົນເປັນພະຍານເຖິງພຣະຄຳຂອງພຣະເຈົ້າ ແລະ ມີການຕັດສິດທິໃນການຄົ້ນຄວ້າຄຳພະຍາກອນ, ພວກເຂົາຮູ້ສຶກວ່າ ຖ້າຈະຈົງຮັກພັກດີຕໍ່ພຣະເຈົ້າຕໍ່ໄປ ກໍຈະບໍ່ສາມາດຍອມຮັບທີ່ຈະເຮັດຕາມຂໍ້ຫ້າມດັ່ງກ່າວ. ພວກເຂົາຖືວ່າຜູ້ທີ່ພະຍາຍາມປົກປິດຄຳສອນໃນພຣະຄຳພີ ບໍ່ແມ່ນຊຸມນຸມຜູ້ເຊື່ອໃນພຣະຄຣິສ, ບໍ່ແມ່ນ “ຄຣິສຕະຈັກຂອງພຣະເຈົ້າອົງຊົງຊີວິດຢູ່ ທີ່ເປັນເສົາ ແລະ ເປັນຮາກແຫ່ງຄວາມຈິງ.” (1 ຕີໂມທຽວ 3:15). ດັ່ງນັ້ນ, ພວກເຂົາຈຶ່ງຮູ້ສຶກວ່າ ມີເຫດຜົນໃນການແຍກຕົວ. ໃນລະດູຮ້ອນຂອງປີ 1844 ມີປະມານ 50,000 ຄົນ ຖອນຕົວອອກຈາກຄຣິສຕະຈັກຕ່າງໆ. {GC 376.1}
ຊ່ວງເວລານີ້, ມີການປ່ຽນແປງທີ່ເຫັນໄດ້ຢ່າງຈະແຈ້ງຢູ່ໃນຄຣິສຕະຈັກສ່ວນໃຫຍ່ຂອງສະຫະລັດອາເມຣິກາ. ກ່ອນໜ້ານັ້ນຫຼາຍປີ, ສະພາບຈິດວິນຍານຂອງຄົນໃນຄຣິສຕະຈັກທັງຫຼາຍຄ່ອຍໆເຢັນລົງ ໃນຂະນະທີ່ພວກເຂົາປັບປ່ຽນຊີວິດໃຫ້ສອດຄ່ອງກັບການປະຕິບັດຂອງຊາວໂລກ ແລະ ຄ້ອຍຕາມຮີດຄອງປະເພນີຂອງມະນຸດ. ແຕ່ໃນປີ 1844, ມີຫຼັກຖານວ່າ ມີຄວາມເສື່ອມລົງຢ່າງກະທັນຫັນຢູ່ໃນຄຣິສຕະຈັກເກືອບທັງໝົດໃນອາເມຣິກາ. ເຖິງແມ່ນວ່າ ບໍ່ມີໃຜບອກເຖິງສາເຫດຂອງການເສື່ອມຖອຍດ້ານຈິດວິນຍານນັ້ນ, ແຕ່ມີຫຼາຍຄົນສັງເກດ ແລະ ອອກຄວາມຄິດເຫັນທັງໃນໜັງສືພິມ ແລະ ໃນຄຳເທດສະໜາ. {GC 376.2}
ໃນກອງປະຊຸມຂອງສາສະໜາຈານໃນເມືອງຟີລາເດັນເຟຍ, ອາຈານບານສ໌ຜູ້ຂຽນຕຳລາອະທິບາຍພຣະຄຳພີທີ່ມີຄົນນິຍົມຢ່າງກວ້າງຂວາງ ແລະ ເປັນສາສະໜາຈານຂອງຄຣິສຕະຈັກໃຫຍ່ແຫ່ງໜຶ່ງໃນເມືອງນັ້ນ “ໄດ້ກ່າວວ່າ, ເພິ່ນເປັນສາສະໜາຈານມາແລ້ວ 20 ປີ ແລະ ຄັ້ງຫຼ້າສຸດເປັນຄັ້ງທຳອິດທີ່ເພິ່ນປະກອບພິທີມະຫາສະໜິດ ໂດຍບໍ່ມີຄົນໃໝ່ເຂົ້າມາເປັນສະມາຊິກຄຣິສຕະຈັກ. ໃນຊ່ວງນີ້ບໍ່ມີຄົນກັບໃຈ, ບໍ່ມີການຕື່ນຕົວ; ສ່ວນສະມາຊິກກໍບໍ່ເຕີບໂຕໃນພຣະຄຸນ, ບໍ່ມີໃຜໄປຖາມອາຈານເລື່ອງຄວາມລອດ. ຍິ່ງມີການເພີ່ມຂຶ້ນຂອງທຸລະກິດ, ການຄ້າຂາຍ ແລະ ການຜະລິດ, ຄົນຍິ່ງມີຈິດໃຈຝັກໃຝ່ຝ່າຍໂລກຫຼາຍຂຶ້ນ. ສະພາບນີ້ໄດ້ເກີດຂຶ້ນໃນທຸກຄະນະນິກາຍ.” {GC 376.3}
ໃນເດືອນກຸມພາຂອງປີດຽວກັນ, ສາດສະດາຈານ ຟິນນີ (Finney) ຜູ້ປະຈຳຢູ່ວິທະຍາໄລ ໂອເບີລິນ (Oberlin) ໄດ້ກ່າວວ່າ: “ມີຄວາມຈິງຢູ່ຂໍ້ໜຶ່ງປາກົດແຈ້ງຢູ່ໃນໃຈຂອງພວກເຮົາວ່າ, ໂດຍທົ່ວໄປແລ້ວ ຄຣິສຕະຈັກຝ່າຍໂປຣແຕັສຕັງໃນປະເທດຂອງເຮົານີ້ ສ່ວນໜຶ່ງບໍ່ສົນໃຈໃນການປະຕິຮູບຕ່າງໆດ້ານສິນລະທຳ ແລະ ສ່ວນທີ່ເຫຼືອກໍຕໍ່ຕ້ານ. ມີຂໍ້ຍົກເວັ້ນຢູ່ ແຕ່ບໍ່ພຽງພໍທີ່ຈະປ່ຽນຄວາມຈິງທີ່ກ່າວມານີ້; ນອກຈາກນັ້ນ, ກໍຍັງມີຂໍ້ເທັດຈິງອີກຢ່າງໜຶ່ງທີ່ຢືນຢັນເຖິງຂໍ້ສະຫຼຸບຂ້າງຕົ້ນ, ນັ້ນຄືເກືອບທຸກຄຣິສຕະຈັກຂາດການຟື້ນຟູ. ຄວາມບໍ່ເອົາໃຈໃສ່ເລື່ອງຝ່າຍຈິດວິນຍານພົບເຫັນຢູ່ທົ່ວໄປ ແລະ ເປັນຄວາມເມີນເສີຍທີ່ໜັກໜ່ວງຢ່າງໜ້າເປັນຫ່ວງ. ວາລະສານຂອງຄຣິສຕະຈັກທັງຫຼາຍກໍຢືນຢັນເຖິງເລື່ອງນີ້.…ສະມາຊິກຂອງຄຣິສຕະຈັກສ່ວນໃຫຍ່ໄລ່ຕາມແຟຊັ້ນ ແລະ ເຂົ້າຮ່ວມກັບຄົນອະທຳໃນງານລ້ຽງເຮຮາ, ການເຕັ້ນລຳທຳເພງ, ງານສະເຫຼີມສະຫຼອງ ແລະ ງານອື່ນໆໃນທຳນອງດຽວກັນ;…ແຕ່ເຮົາບໍ່ຈຳເປັນຕ້ອງຂະຫຍາຍຫົວຂໍ້ດັ່ງກ່າວໃຫ້ເຈັບປວດຫຼາຍກວ່ານີ້. ທີ່ກ່າວມານັ້ນເປັນຫຼັກຖານອັນໜັກແໜ້ນ ແລະ ພຽງພໍທີ່ຈະສະແດງໃຫ້ເຫັນວ່າ ຄຣິສຕະຈັກທັງຫຼາຍໂດຍທົ່ວໄປ ກຳລັງເສື່ອມເສຍຢ່າງໜ້າເສົ້າ. ພວກເຂົາຫ່າງເຫີນຈາກພຣະເຈົ້າໄປໄກ ແລະ ພຣະອົງຊົງຖອຍໄປຈາກພວກເຂົາ.” {GC 377.1}
ມີນັກຂຽນໃນໜັງສືພິມ ກ້ອງສ່ອງຝ່າຍສາສະໜາ (Religious Telescope) ອອກຄວາມເຫັນວ່າ: “ພວກເຮົາບໍ່ເຄີຍເຫັນຄວາມເສື່ອມຖອຍທາງສາສະໜາ ເໝືອນກັບທີ່ພົບເຫັນທົ່ວໄປໃນປັດຈຸບັນ. ແທ້ຈິງແລ້ວ, ຄຣິສຕະຈັກທັງຫຼາຍຄວນຕື່ນຂຶ້ນ ແລະ ຊອກຫາສາເຫດຂອງພະຍາດໂຣຄາຝ່າຍຈິດວິນຍານນີ້, ເພາະທຸກຄົນທີ່ຮັກຊີໂອນຕ້ອງເຫັນວ່າ ສະພາບດັ່ງກ່າວຄືການປ່ວຍດ້ານຈິດວິນຍານ. ເມື່ອເຮົາລະນຶກໄດ້ວ່າ ກໍລະນີການກັບໃຈໃໝ່ທີ່ແທ້ຈິງມີໜ້ອຍຫຼາຍ ແລະ ພິຈາລະນາເຖິງສະພາບຈິດໃຈຂອງຄົນບາບທີ່ໂອຫັງແຂງກະດ້າງຢ່າງບໍ່ມີບ່ອນປຽບປານ, ເຮົາເຖິງກັບຕ້ອງຮ້ອງອອກມາໂດຍບໍ່ຕັ້ງໃຈວ່າ, ‘ພຣະເຈົ້າລືມພຣະຄຸນຂອງພຣະອົງແລ້ວບໍ? ປະຕູແຫ່ງຄວາມເມດຕາປິດແລ້ວບໍ?’” {GC 377.2}
ການປະຕິເສດຄວາມສະຫວ່າງ
ສະພາບດັ່ງກ່າວ ບໍ່ເຄີຍເກີດຂຶ້ນໂດຍປາສະຈາກສາເຫດໃນຄຣິສຕະຈັກເອງ. ຄວາມມືດຝ່າຍຈິດວິນຍານທີ່ປົກຄຸມຢູ່ເໜືອປະເທດຊາດ, ເໜືອຄຣິສຕະຈັກ ຫຼື ເໜືອບຸກຄົນໃດບຸກຄົນໜຶ່ງ ບໍ່ໄດ້ເກີດຍ້ອນພຣະເຈົ້າຊົງຖອນພຣະຄຸນອອກໄປຕາມແຕ່ອາລົມຂອງພຣະອົງ, ແຕ່ເກີດຂຶ້ນຍ້ອນມະນຸດຕ່າງຫາກໄດ້ປະຕິເສດ ຫຼື ບໍ່ໃສ່ໃຈຕໍ່ແສງແຫ່ງຄວາມຈິງທີ່ສ່ອງມາຈາກສະຫວັນ. ຕົວຢ່າງຂອງເລື່ອງນີ້ ເຫັນໄດ້ຢ່າງຈະແຈ້ງໃນປະຫວັດສາດຂອງຊາວຢິວໃນສະໄໝຂອງພຣະເຢຊູຄຣິສ. ພວກເຂົາຕິດຕາມກະແສນິຍົມຝ່າຍໂລກ ແລະ ລືມພຣະເຈົ້າກັບພຣະຄຳຂອງພຣະອົງ ຈົນຈິດໃຈຕ່ຳຊ້າ ແລະ ຄວາມເຂົ້າໃຈມືດມົວລົງ. ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ໄດ້ຮັບຮູ້ເຖິງການສະເດັດມາຂອງພຣະເມຊີອາ ແລະ ໄດ້ປະຕິເສດພຣະຜູ້ໄຖ່ ຍ້ອນຈິດໃຈຂອງພວກເຂົາທີ່ທະນົງຕົວ ແລະ ຂາດຄວາມເຊື່ອ. ຢ່າງໃດກໍຕາມ, ພຣະເຈົ້າຍັງບໍ່ໄດ້ປິດໂອກາດໃຫ້ກັບຊົນຊາດຢິວທີ່ຈະໄດ້ຮັບຄວາມຮູ້ ແລະ ມີສ່ວນໃນພຣະພອນແຫ່ງຄວາມລອດ. ແຕ່ຄົນທີ່ປະຕິເສດຄວາມຈິງ ໄດ້ສູນເສຍຄວາມປາຖະໜາທັງໝົດທີ່ຈະໄດ້ຮັບຂອງປະທານຈາກສະຫວັນ. ພວກເຂົາໄດ້ “ປ່ຽນມືດເປັນແຈ້ງ ແລະ ແຈ້ງເປັນມືດ” (ເອຊາຢາ 5:20) ຈົນໃນທີ່ສຸດຄວາມສະຫວ່າງທີ່ຢູ່ໃນໃຈຂອງພວກເຂົານັ້ນ ໄດ້ກາຍເປັນຄວາມມືດ ແລະ ເປັນຄວາມມືດດຳທີ່ໜາທຶບ! {GC 377.3}
ມັນເປັນໄປຕາມແຜນຍຸດທະສາດຂອງຊາຕານ ທີ່ຈະໃຫ້ມະນຸດຮັກສາຮູບແບບຂອງສາສະໜາເອົາໄວ້ ໃນຂະນະທີ່ຈິດໃຈຂອງພວກເຂົາຂາດການເຕີບໂຕໃນທາງຂອງພຣະເຈົ້າ. ຫຼັງຈາກທີ່ໄດ້ປະຕິເສດຂ່າວປະເສີດແລ້ວ, ຊາວຢິວໃນສະໄໝຂອງພຣະເຢຊູ ກໍຍັງສືບຕໍ່ຮັກສາພິທີກຳທາງສາສະໜາອັນເກົ່າແກ່ຂອງພວກເຂົາຢ່າງກະຕືລືລົ້ນ; ພວກເຂົາຍັງຮັກສາເອກະລັກຂອງຊາດໄວ້ຢ່າງເຂັ້ມແຂງ, ໃນຂະນະທີ່ຕ້ອງຍອມຮັບວ່າ ພຣະເຈົ້າບໍ່ໄດ້ສະຖິດຢູ່ທ່າມກາງພວກເຂົາແລ້ວ. ຄຳພະຍາກອນຂອງດານີເອນ ໄດ້ທຳນວາຍເຖິງເວລາທີ່ພຣະເມຊີອາຈະສະເດັດມາຢ່າງແນ່ນອນ ແລະ ບອກລ່ວງໜ້າເຖິງການສິ້ນພຣະຊົນຂອງພຣະອົງໂດຍກົງ, ຈົນພວກອາຈານຊາວຢິວຫ້າມບໍ່ໃຫ້ຊາວຢິວສຶກສາຄຳພະຍາກອນດັ່ງກ່າວ. ໃນທີ່ສຸດພວກເຂົາປະກາດວ່າ ຖ້າຜູ້ໃດພະຍາຍາມຄຳນວນເວລາໃນຄຳພະຍາກອນນັ້ນ ຈະຕ້ອງຖືກສາບແຊ່ງ. ຊາວຢິວກໍຢູ່ໃນສະພາບທີ່ດື້ດ້ານຕາບອດຕະຫຼອດມາຫຼາຍສະຕະວັດ, ພວກເຂົາບໍ່ຮັບຮູ້ເຖິງຄວາມລອດພົ້ນ ທີ່ພຣະເຈົ້າປະທານໃຫ້ໂດຍພຣະຄຸນຂອງພຣະອົງ ແລະ ບໍ່ໄດ້ຮັບຮູ້ເຖິງພຣະພອນຂອງຂ່າວປະເສີດ. ປະຫວັດສາດຊາວຢິວຈຶ່ງເປັນອຸທາຫອນທີ່ໜ້າຢ້ານ ເຖິງອັນຕະລາຍຂອງການປະຕິເສດແສງສະຫວ່າງຈາກສະຫວັນ. {GC 378.1}
ເລື່ອງນີ້ກໍເປັນໄປຕາມກົດຂອງເຫດ ແລະ ຜົນ; ທີ່ໃດມີເຫດດັ່ງກ່າວ ທີ່ນັ້ນກໍຈະເກີດຜົນແບບດຽວກັນ. ຜູ້ໃດດັບສຽງຂອງຈິດສຳນຶກໃນເລື່ອງໜ້າທີ່ຮັບຜິດຊອບ ຍ້ອນມັນຂັດຕໍ່ຄວາມຕ້ອງການຂອງຕົນ, ໃນທີ່ສຸດຜູ້ນັ້ນຈະສູນເສຍຄວາມສາມາດໃນການຈຳແນກລະຫວ່າງຄວາມຈິງ ແລະ ຄວາມເທັດ. ຄວາມເຂົ້າໃຈຂອງຜູ້ນັ້ນຈະມືດມົວລົງ, ຈິດສຳນຶກຜິດຊອບຈະດ້ານຊາ, ຈິດໃຈຈະແຂງກະດ້າງ ແລະ ຈິດວິນຍານກໍຈະຖືກແຍກອອກຈາກພຣະເຈົ້າ. ຂ່າວຄວາມຈິງຈາກສະຫວັນຖືກປະຕິເສດ ຫຼື ຖືກດູໝິ່ນຢູ່ບ່ອນໃດ ຄຣິສຕະຈັກທີ່ນັ້ນຈະຖືກຫໍ່ຫຸ້ມດ້ວຍຄວາມມືດ; ຄວາມເຊື່ອ ແລະ ຄວາມຮັກຂອງສະມາຊິກຈະເຢັນລົງ ແລະ ຈະເກີດຄວາມຂັດແຍ້ງ ແລະ ຄວາມແຕກແຍກກັນ. ສະມາຊິກຂອງຄຣິສຕະຈັກຈະມຸ່ງຄວາມສົນໃຈ ແລະ ຄວາມພະຍາຍາມຂອງຕົນໃນກິດຈະກຳຝ່າຍໂລກ ແລະ ຄົນບາບກໍຈະຍິ່ງມີໃຈແຂງກະດ້າງ ແລະ ບໍ່ຍອມຮັບເຊື່ອພຣະເຈົ້າ. {GC 378.2}
ຂ່າວທູດສະຫວັນອົງທີໜຶ່ງ
ຂ່າວຂອງທູດສະຫວັນອົງທີໜຶ່ງ ທີ່ຂຽນໄວ້ໃນພຣະນິມິດບົດທີ 14 ໄດ້ປະກາດວ່າ ເວລາທີ່ພຣະເຈົ້າຈະຊົງພິພາກສານັ້ນມາເຖິງແລ້ວ, ໃຫ້ທຸກຄົນຢຳເກງ ແລະ ນະມັດສະການພຣະອົງ. ຂ່າວນີ້ມີຈຸດປະສົງ ໃນການແຍກຄົນຂອງພຣະເຈົ້າອອກຈາກອິດທິພົນເສື່ອມເສຍຝ່າຍໂລກ ແລະ ການກະຕຸ້ນສະມາຊິກໃຫ້ເຫັນສະພາບທີ່ແທ້ຈິງຂອງຕົນເອງວ່າ ຕົນໄດ້ຫ່າງເຫີນຈາກພຣະເຈົ້າ ແລະ ຫຼົງໄປຕາມຝ່າຍໂລກພຽງໃດ. ໃນຂ່າວຂອງທູດສະຫວັນອົງທີໜຶ່ງນີ້ ພຣະເຈົ້າຊົງເຕືອນຄຣິສຕະຈັກ; ເຊິ່ງຖ້າຫາກຄຣິສຕະຈັກໄດ້ຮັບຄຳຕັກເຕືອນ ກໍຈະແກ້ໄຂຄວາມຊົ່ວຮ້າຍທີ່ເປັນເຫດປິດບັງພວກເຂົາໄວ້ຈາກພຣະເຈົ້າ. ຖ້າພວກເຂົາໄດ້ຮັບເອົາຂ່າວສານຈາກສະຫວັນ, ຖ່ອມໃຈລົງຕໍ່ພຣະອົງ ແລະ ສະແຫວງຫາທີ່ຈະຢືນຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າດ້ວຍຄວາມຈິງໃຈ, ພຣະວິນຍານ ແລະ ຣິດອຳນາດຂອງພຣະອົງກໍຈະປາກົດຢູ່ທ່າມກາງພວກເຂົາ. ຄຣິສຕະຈັກກໍຈະບັນລຸເຖິງຄວາມເປັນອັນໜຶ່ງອັນດຽວກັນ, ຈະມີຄວາມເຊື່ອ ແລະ ຄວາມຮັກເໝືອນໃນສະໄໝຂອງພວກອັກຄະສາວົກ; ຄືຈະເປັນໄປຕາມຍຸກສະໄໝທຳອິດທີ່ສະມາຊິກ “ເປັນນ້ຳໜຶ່ງໃຈດຽວກັນ” “ຈຶ່ງປະກາດພຣະທຳຂອງພຣະເຈົ້າດ້ວຍໃຈກ້າຫານ” ແລະ “ອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ມີຄົນທີ່ເຊື່ອເພີ່ມຈຳນວນຂຶ້ນທຸກໆວັນ.” (ກິດຈະການ 4:32, 31; 2:47). {GC 379.1}
ຖ້າຫາກຄົນທີ່ມີຊື່ວ່າເປັນຄົນຂອງພຣະເຈົ້າ ໄດ້ຮັບເອົາແສງສະຫວ່າງທີ່ສ່ອງມາຈາກພຣະຄຳຂອງພຣະອົງ, ພວກເຂົາຈະເປັນອັນໜຶ່ງອັນດຽວກັນຕາມທີ່ພຣະຄຣິສຊົງອະທິຖານໄວ້, ຄືຈະເປັນໄປຕາມສະພາບທີ່ອັກຄະສາວົກໂປໂລກ່າວເຖິງວ່າ: “ເປັນນ້ຳໜຶ່ງໃຈດຽວກັນໃນພຣະວິນຍານໂດຍມີສັນຕິສຸກເປັນເຄື່ອງຜູກມັດ.” “ມີຮ່າງກາຍດຽວ ແລະ ພຣະວິນຍານອົງດຽວ ເໝືອນກັບທີ່ພວກເຈົ້າໄດ້ຖືກເອີ້ນມາສູ່ຄວາມຫວັງດຽວ ເມື່ອພວກເຈົ້າໄດ້ຖືກເອີ້ນນັ້ນ; ມີອົງພຣະຜູ້ເປັນເຈົ້າອົງດຽວ, ຄວາມເຊື່ອດຽວ, ບັບຕິສະມາດຽວ.” (ເອເຟໂຊ 4:3–5 LCV). {GC 379.2}
ນັ້ນແມ່ນຜົນອັນໜ້າຍິນດີ ເຊິ່ງຄົນທັງຫຼາຍທີ່ຮັບເອົາຂ່າວເລື່ອງການສະເດັດມາຂອງພຣະຄຣິສໄດ້ຮັບ. ພວກເຂົາມາຈາກຄະນະນິກາຍທີ່ມີຫຼັກຂໍ້ເຊື່ອທີ່ແຕກຕ່າງກັນ, ແຕ່ບໍ່ໄດ້ຖືວ່າຄວາມແຕກຕ່າງນັ້ນເປັນອຸປະສັກ; ພວກເຂົາຖືວ່າຄຳສອນທີ່ຂັດແຍ້ງກັນນັ້ນບໍ່ແມ່ນເລື່ອງສຳຄັນ ທັງໄດ້ປະຖິ້ມຄວາມຫວັງທີ່ວ່າ ໂລກຈະປະສົບກັບຄວາມຮຸ່ງເຮືອງ 1,000 ປີ, ເພາະມັນຂັດແຍ້ງກັບຄຳສອນໃນພຣະຄຳພີ. ຄວາມເຂົ້າໃຈຜິດໃນເລື່ອງການສະເດັດກັບມາຂອງພຣະຄຣິສ ກໍໄດ້ຮັບການແກ້ໄຂໃຫ້ຖືກຕ້ອງ; ຄວາມທະນົງຕົວ ແລະ ຄວາມນິຍົມຝ່າຍໂລກໄດ້ປ່ຽນໄປ; ຄົນທີ່ຜິດໃຈກໍໄດ້ຄືນດີກັນ; ທຸກຄົນເປັນນ້ຳໜຶ່ງໃຈດຽວກັນໃນຄວາມຮັກ ແລະ ຄວາມຊົມຊື່ນຍິນດີ. ທັງໝົດນີ້ ເປັນຜົນດີທີ່ເກີດຂຶ້ນກັບຄົນຈຳນວນໜ້ອຍ ທີ່ໄດ້ຮັບເອົາຂ່າວຂອງທູດສະຫວັນອົງທີໜຶ່ງ, ຖ້າຫາກຄົນອື່ນໄດ້ຮັບເອົາຂ່າວສານດັ່ງກ່າວ ກໍຈະໄດ້ຮັບຜົນແບບດຽວກັນ. {GC 379.3}
ໂດຍທົ່ວໄປແລ້ວ, ຄຣິສຕະຈັກທັງຫຼາຍບໍ່ໄດ້ຍອມຮັບຄຳຕັກເຕືອນນັ້ນ. ພວກສາສະໜາຈານຄວນເຮັດໜ້າທີ່ “ຜູ້ເຝົ້າຍາມຊົນຊາດອິດສະຣາເອນ” (ເອເຊກຽນ 3:17; 33:7) ແລະ ຄວນເປັນກຸ່ມຄົນທຳອິດທີ່ສັງເກດເຫັນໝາຍສຳຄັນຂອງການສະເດັດກັບມາຂອງພຣະເຢຊູ; ແຕ່ພວກເຂົາກັບບໍ່ໄດ້ຮຽນຮູ້ຄວາມຈິງ ບໍ່ວ່າຈະເປັນຈາກພວກຜູ້ເຜີຍພຣະທຳ ຫຼື ຈາກໝາຍສຳຄັນແຫ່ງຍຸກສະໄໝ. ເມື່ອຄວາມໃຝ່ຝັນ ແລະ ຄວາມທະເຍີທະຍານຝ່າຍໂລກເຕັມລົ້ນຫົວໃຈ, ຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະ ຄວາມເຊື່ອໃນພຣະຄຳຂອງພຣະອົງກໍເຢັນຊາລົງ; ເມື່ອມີການນຳສະເໜີຄຳສອນເລື່ອງການສະເດັດກັບມາຂອງພຣະຄຣິສ, ພວກເຂົາບໍ່ເຊື່ອ ແຕ່ກັບມີອະຄະຕິ ແລະ ຕໍ່ຕ້ານຄຳສອນດັ່ງກ່າວ. ບາງຄົນໃຫ້ເຫດຜົນໃນການຕໍ່ຕ້ານວ່າ ສ່ວນໃຫຍ່ຜູ້ທີ່ປະກາດເລື່ອງການສະເດັດກັບມາຂອງພຣະຄຣິສ ເປັນສະມາຊິກທົ່ວໄປ. ຄົນເຫຼົ່ານີ້ຕອບໂຕ້ການປະກາດ ດ້ວຍເຫດຜົນດຽວກັນທີ່ຊາວຢິວໃຊ້ໃນສະໄໝຂອງພຣະເຢຊູວ່າ: “ມີຜູ້ໃດໃນພວກເຈົ້າໜ້າທີ່ ຫຼື ພວກຟາຣີຊາຍເຊື່ອໃນມັນບໍ?” (ໂຢຮັນ 7:48). ເມື່ອພວກສາສະໜາຈານບໍ່ສາມາດໂຕ້ແຍ້ງຄຳສອນເລື່ອງໄລຍະເວລາແຫ່ງຄຳພະຍາກອນໄດ້, ພວກເຂົາຈຶ່ງຫ້າມບໍ່ໃຫ້ສະມາຊິກສຶກສາຄຳພະຍາກອນ, ໂດຍກ່າວວ່າ ພຣະທຳເຫຼົ່ານັ້ນຖືກປິດຜະໜຶກໄວ້ ຈຶ່ງບໍ່ສາມາດເຂົ້າໃຈໄດ້. ມີຄົນຈຳນວນຫຼວງຫຼາຍໄວ້ເນື້ອເຊື່ອໃຈອາຈານຂອງຕົນ ຈຶ່ງບໍ່ຍອມຟັງຄຳຕັກເຕືອນ; ສ່ວນບາງຄົນ, ເຖິງແມ່ນຈະເຊື່ອໝັ້ນວ່າຄຳສອນດັ່ງກ່າວເປັນຄວາມຈິງ, ແຕ່ກໍບໍ່ກ້າຍອມຮັບ ເພາະຢ້ານວ່າຈະຖືກ “ໄລ່ອອກຈາກທຳມະສາລາ.” (ໂຢຮັນ 12:42). ຂ່າວສານທີ່ພຣະເຈົ້າປະທານມາເພື່ອທົດສອບ ແລະ ຊຳລະຄຣິສຕະຈັກນັ້ນ ໄດ້ເປີດເຜີຍໃຫ້ເຫັນຢ່າງຈະແຈ້ງວ່າ ຄົນທີ່ຮັກໂລກຫຼາຍກວ່າຮັກພຣະຄຣິສມີຈຳນວນມະຫາສານ. ສິ່ງທີ່ຜູກມັດພວກເຂົາໄວ້ກັບໂລກ ເຂັ້ມແຂງກວ່າສິ່ງທີ່ດຶງດູດໄປທາງສະຫວັນ. ຄົນເຫຼົ່ານີ້ໄດ້ເລືອກທີ່ຈະຟັງສະຕິປັນຍາຝ່າຍໂລກ ຈຶ່ງຫັນໄປຈາກຂ່າວສານແຫ່ງຄວາມຈິງ