https://m.egwwritings.org/en/book/132.1450#1450
ຜູ້ທີ່ພຣະເຈົ້າຊົງເລືອກໄວ້ເປັນພິເສດ ໃຫ້ປະກາດເລື່ອງການສະເດັດມາຄັ້ງທີສອງຂອງພຣະຄຣິສ ເປັນຊາວໄຮ່ຊາວນາທີ່ສັດຊື່ຄົນໜຶ່ງ. ເພິ່ນເຄີຍສົງໄສວ່າພຣະຄຳພີມາຈາກພຣະເຈົ້າແທ້ຫຼືບໍ່; ແຕ່ເພິ່ນເປັນຄົນຈິງໃຈ ທີ່ຢາກຮູ້ຫຼັກຄວາມຈິງ. ວິນລຽມ ມິນເລີ ບໍ່ຕ່າງກັບນັກປະຕິຮູບຄົນອື່ນໆທີ່ຕ້ອງຕໍ່ສູ້ກັບຄວາມຍາກຈົນໃນຊ່ວງຊີວິດໄວເດັກ ຈຶ່ງໄດ້ຮຽນຮູ້ບົດຮຽນສຳຄັນຂອງຄວາມດຸໝັ່ນ ແລະ ການປະຕິເສດຕົນເອງ. ສະມາຊິກຄອບຄົວຂອງເພິ່ນມີລັກສະນະເປັນຕົວຂອງຕົວເອງ ແລະ ຮັກເສລີພາບ, ມີຄວາມສາມາດ ແລະ ຄວາມອົດທົນສູງ ທັງເປັນຄົນຮັກຊາດຢ່າງແຮງກ້າ, ເຊິ່ງລັກສະນະເຫຼົ່ານີ້ກໍປາກົດຢູ່ໃນອຸປະນິໄສຂອງເພິ່ນ. ພໍ່ຂອງມິນເລີເປັນທະຫານຍົດນາຍພັນໃນສົງຄາມປະກາດເອກະລາດ, ເຊິ່ງການຕໍ່ສູ້ ແລະ ຄວາມທຸກຍາກຕ່າງໆໃນຍຸກສະໄໝທີ່ປັ່ນປ່ວນນັ້ນ ເປັນເຫດໃຫ້ຄອບຄົວຂອງມິນເລີມີຄວາມຂັດສົນໃນຊ່ວງໄວເດັກຂອງເພິ່ນ. {GC 317.1}
ມິນເລີເປັນຄົນແຂງແຮງ ແລະ ສະແດງເຖິງຄວາມສະຫຼຽວສະຫຼາດກວ່າຄົນທົ່ວໄປຕັ້ງແຕ່ຍັງເປັນເດັກນ້ອຍ. ເມື່ອເພິ່ນເຕີບໃຫຍ່ຂຶ້ນ ຄວາມສະຫຼາດນີ້ຍິ່ງປາກົດໃຫ້ເຫັນຢ່າງຊັດເຈນ. ສະໝອງຂອງມິນເລີໄດ້ຮັບການພັດທະນາເປັນຢ່າງດີ; ເພິ່ນເປັນຄົນຫົວໄວ ແລະ ກະຫາຍຫາຄວາມຮູ້. ເຖິງແມ່ນວ່າເພິ່ນບໍ່ມີໂອກາດຮຽນໃນມະຫາວິທະຍາໄລ, ແຕ່ການມັກຮຽນ ແລະ ນິໄສຝຶກຄວາມຄິດໃຫ້ເປັນລະບຽບ ພ້ອມກັບການຮູ້ຈັກວິເຄາະຢ່າງລະອຽດ ເຮັດໃຫ້ເພິ່ນມີຄວາມຄິດເຫັນທີ່ຮອບຄອບ ແລະ ກວ້າງຂວາງຄົບຖ້ວນ. ໃນດ້ານສິນລະທຳນັ້ນເພິ່ນບໍ່ມີບ່ອນຕິ; ມີຊື່ສຽງທີ່ໜ້າອິດສາ ເພາະເປັນທີ່ຮູ້ຈັກກັນວ່າມິນເລີເປັນຄົນສັດຊື່, ຮູ້ຈັກປະຢັດ ແລະ ມີໃຈເມດຕາ. ໂດຍການດິ້ນຮົນເອົາໃຈໃສ່ ເພິ່ນສາມາດສ້າງເນື້ອສ້າງຕົວຂຶ້ນມາ ແຕ່ບໍ່ປະຖິ້ມການສຶກສາຄົ້ນຄວ້າ. ມິນເລີໄດ້ດຳລົງຕຳແໜ່ງຕ່າງໆ ທັງຝ່າຍພົນລະເມືອງ ແລະ ໃນກອງທັບຢ່າງເຕັມພາກພູມ, ເບິ່ງຄືວ່າຫົນທາງສູ່ຄວາມຮັ່ງມີ ແລະ ກຽດຕິຍົດສັກສີໄດ້ເປີດກວ້າງສຳລັບເພິ່ນ. {GC 317.2}
ແມ່ຂອງເພິ່ນເປັນຄົນທ່ຽງທຳ ມີສິນລະທຳດີງາມ, ແລະຕອນຍັງນ້ອຍມິນເລີຍັງໄດ້ຮັບການອົບຮົມໃນຄຳສອນຂອງສາສະໜາ. ແຕ່ເມື່ອເພິ່ນເຕີບໂຕເປັນຜູ້ໃຫຍ່ ເພິ່ນຕົກຢູ່ທ່າມກາງສັງຄົມຂອງພວກ “ດິອິສ” (Diest) ທີ່ເຊື່ອວ່າພຣະເຈົ້າບໍ່ມີສ່ວນກ່ຽວພັນກັບມະນຸດ; ອິດທິພົນຂອງກຸ່ມນີ້ມີນ້ຳໜັກ ຍ້ອນວ່າຄົນທີ່ເຊື່ອຕາມລັດທິດັ່ງກ່າວ ສ່ວນຫຼາຍແມ່ນພົນລະເມືອງດີເດັ່ນ, ເປັນຄົນທີ່ມີມະນຸດສະທຳ ແລະ ມີຄວາມເມດຕາ. ແຕ່ເປັນເພາະຄົນເຫຼົ່ານີ້ຢູ່ທ່າມກາງສະຖາບັນຄຣິສຕຽນ, ອຸປະນິໄສຂອງພວກເຂົາຈຶ່ງໄດ້ຮັບການຫຼໍ່ຫຼອມຈາກສະພາບແວດລ້ອມທີ່ດີ. ຄຸນນະສົມບັດອັນດີທີ່ເຮັດໃຫ້ຄົນທັງຫຼາຍນັບໜ້າຖືຕານັ້ນ ລ້ວນແຕ່ມາຈາກພຣະຄຳພີ, ແຕ່ຂອງປະທານທີ່ດີເຫຼົ່ານີ້ກັບຖືກບິດເບືອນ ຈົນພວກເຂົາມີອິດທິພົນໂນ້ມນ້າວຄົນອື່ນໃຫ້ຫ່າງເຫີນຈາກພຣະຄຳຂອງພຣະເຈົ້າ. ເມື່ອມິນເລີຄົບຫາສຳມະຄົມກັບຄົນເຫຼົ່ານີ້ ເພິ່ນຈຶ່ງຮັບເອົາຄວາມຄິດເຫັນຂອງພວກເຂົາ. ການຕີຄວາມໝາຍຂອງພຣະຄຳພີໃນເວລານັ້ນ ມີຄວາມຫຍຸ້ງຍາກສັບສົນເກີນທີ່ເພິ່ນຈະຫາຄຳອະທິບາຍໄດ້, ແຕ່ຄວາມເຊື່ອໃໝ່ຂອງເພິ່ນຕາມລັດທິດິອິສທີ່ປະຖິ້ມພຣະຄຳພີ ກໍບໍ່ມີຄຳຕອບທີ່ດີກວ່ານັ້ນ; ເພິ່ນຈຶ່ງຮູ້ສຶກວ່າຍັງຕ້ອງການຄຳອະທິບາຍ. ເຖິງຢ່າງໃດກໍຕາມ, ເພິ່ນຍັງຄົງເຊື່ອຖືຕາມລັດທິດິອິສເປັນເວລາປະມານ 12 ປີ. ແຕ່ເມື່ອອາຍຸໄດ້ 34 ປີ ພຣະວິນຍານບໍຣິສຸດໄດ້ດົນບັນດານໃຈໃຫ້ເພິ່ນສຳນຶກວ່າ ຕົນເປັນຄົນບາບ. ເພິ່ນຮູ້ສຶກວ່າ ຄວາມເຊື່ອຖືຂອງເພິ່ນບໍ່ສາມາດໃຫ້ຄວາມຫວັງຫຼັງຄວາມຕາຍ; ເມື່ອເບິ່ງໄປໃນອະນາຄົດ ເພິ່ນເຫັນແຕ່ຄວາມມືດມົວ ແລະ ຄວາມໂສກເສົ້າ. ຕໍ່ມາເພິ່ນກ່າວຍ້ອນຫຼັງເຖິງຄວາມຮູ້ສຶກຂອງຕົນໃນເວລານັ້ນວ່າ: {GC 318.1}
“ເມື່ອຄິດເຖິງການຕາຍດັບສູນກໍຮູ້ສຶກໜາວເຢັນ; ຖ້າມະນຸດຕ້ອງຖືກຄິດບັນຊີຫຼັງຄວາມຕາຍ ມະນຸດທຸກຄົນກໍຄົງຕ້ອງຈິບຫາຍໄປທັງໝົດຢ່າງແນ່ນອນ. ຂ້າພະເຈົ້າຮູ້ສຶກວ່າ ຟ້າສະຫວັນເບື້ອງເທິງເປັນດັ່ງທອງເຫຼືອງ ແລະ ແຜ່ນດິນໂລກເບື້ອງລຸ່ມເປັນດັ່ງເຫຼັກໃຕ້ຕີນ. ນິຣັນດອນແມ່ນຫຍັງ? ແລ້ວເປັນຫຍັງຈຶ່ງຕ້ອງມີຄວາມຕາຍ? ຂ້າພະເຈົ້າຍິ່ງຄິດ ກໍຍິ່ງຮູ້ສຶກວ່າຄຳຕອບຢູ່ຫ່າງໄກ, ຍິ່ງຄິດຫຼາຍເທົ່າໃດ ກໍຍິ່ງສັບສົນເທົ່ານັ້ນ. ຂ້າພະເຈົ້າຈຶ່ງພະຍາຍາມຢຸດຄິດ ແຕ່ຄວາມຄິດບໍ່ສາມາດຄວບຄຸມໄດ້. ຂ້າພະເຈົ້າຮູ້ສຶກໃຈເປັນທຸກເຫຼືອເກີນ ແຕ່ບໍ່ເຂົ້າໃຈສາເຫດ. ຂ້າພະເຈົ້າໄດ້ຈົ່ມພຶມພຳ ແຕ່ບໍ່ຮູ້ວ່າແມ່ນຈົ່ມໃຫ້ຜູ້ໃດຟັງ. ຂ້າພະເຈົ້າຮູ້ວ່າມີສິ່ງທີ່ເປັນຄວາມຜິດ, ແຕ່ບໍ່ຮູ້ວ່າຈະຫາຄວາມຖືກຕ້ອງຢູ່ໃສ ແລະ ຈະໄປຫາມັນໄດ້ຢ່າງໃດ. ຂ້າພະເຈົ້າໂສກເສົ້າໂດຍປາສະຈາກຄວາມຫວັງ.” {GC 318.2}
ມິນເລີຍັງຄົງຢູ່ໃນສະພາບນີ້ຕໍ່ໄປເປັນເວລາຫຼາຍເດືອນ. ເພິ່ນກ່າວຕື່ມວ່າ: “ຢູ່ມາວັນໜຶ່ງກໍມີຄວາມຄິດປາກົດຢູ່ໃນຫົວຢ່າງແຈ່ມແຈ້ງວ່າ ອາດມີພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າຮູ້ສຶກວ່າ ອາດເປັນໄປໄດ້ທີ່ຈະມີບຸກຄົນຜູ້ໜຶ່ງທີ່ມີຄຸນງາມຄວາມດີພຽງພໍທີ່ຈະຊົດໃຊ້ຄວາມຜິດບາບຂອງຄົນເຮົາ ແລະ ຊ່ວຍເຮົາໃຫ້ພົ້ນຈາກຄວາມທຸກ ແລະ ການລົງໂທດເພາະຄວາມບາບ. ຂ້າພະເຈົ້າຮູ້ສຶກທັນທີວ່າ ບຸກຄົນເຊັ່ນນັ້ນຕ້ອງແມ່ນຜູ້ທີ່ປະເສີດແທ້ໆ, ຈຶ່ງຈິນຕະນາການເຫັນຕົວເອງຟຸບຕົວລົງໃນອ້ອມກອດຂອງຜູ້ນັ້ນ ແລະ ໄວ້ວາງໃຈໃນຄວາມເມດຕາຂອງເພິ່ນ. ແຕ່ມີຄຳຖາມເກີດຂຶ້ນວ່າ, ຈະພິສູດໄດ້ແນວໃດວ່າບຸກຄົນເຊັ່ນນັ້ນມີຈິງ? ນອກເໜືອຈາກພຣະຄຳພີແລ້ວ ຂ້າພະເຈົ້າບໍ່ພົບເຫັນວ່າ ມີຫຼັກຖານອື່ນທີ່ກ່າວເຖິງພຣະຜູ້ຊ່ວຍໃຫ້ລອດໃນລັກສະນະດັ່ງກ່າວ ຫຼື ທີ່ຢືນຢັນເຖິງສະພາບຂອງຄົນຫຼັງຄວາມຕາຍ.…” {GC 319.1}
“ຂ້າພະເຈົ້າເຫັນວ່າ ພຣະຄຳພີກ່າວເຖິງພຣະຜູ້ຊ່ວຍໃຫ້ລອດຢ່າງທີ່ຂ້າພະເຈົ້າຕ້ອງການ, ແຕ່ກໍຮູ້ສຶກງຸນງົງທີ່ໜັງສືເຊິ່ງຂ້າພະເຈົ້າເຂົ້າໃຈວ່າ ບໍ່ໄດ້ຮັບການດົນໃຈຈາກສິ່ງທີ່ເໜືອທຳມະຊາດ ຈະສອນຫຼັກການທີ່ເໝາະສົມກັບມະນຸດສະໂລກທີ່ຕົກສູ່ຄວາມບາບໄດ້ແນວໃດ. ຂ້າພະເຈົ້າຈຶ່ງຈຳໃຈຍອມຮັບວ່າ ພຣະຄຳພີຕ້ອງເປັນການເປີດເຜີຍຈາກພຣະເຈົ້າ. ພຣະຄຳພີຈຶ່ງກາຍເປັນສິ່ງທີ່ຂ້າພະເຈົ້າຊົມຊື່ນຍິນດີທີ່ສຸດ ແລະ ຂ້າພະເຈົ້າໄດ້ພົບວ່າພຣະເຢຊູຄືມິດສະຫາຍຂອງຂ້າພະເຈົ້າ. ພຣະຜູ້ຊ່ວຍໃຫ້ລອດໄດ້ກາຍເປັນຜູ້ທີ່ສຳຄັນທີ່ສຸດທ່າມກາງຄົນນັບໝື່ນ ແລະ ພຣະຄຳພີເຊິ່ງແຕ່ກ່ອນນັ້ນເບິ່ງຄືມືດມົວ ແລະ ຂັດແຍ້ງກັນ, ບັດນີ້ໄດ້ກາຍເປັນໂຄມໄຟສຳລັບທາງເດີນຂອງຂ້າພະເຈົ້າ; ຄວາມສັບສົນໃນໃຈກໍສະຫງົບລົງ ແລະ ຂ້າພະເຈົ້າກໍຮູ້ສຶກເພິງພໍໃຈ; ຂ້າພະເຈົ້າພົບວ່າອົງພຣະຜູ້ເປັນເຈົ້າຊົງເປັນພຣະສິລາທ່າມກາງມະຫາສະໝຸດແຫ່ງຊີວິດ. ຕອນນີ້ພຣະຄຳພີໄດ້ກາຍເປັນສິ່ງທີ່ຂ້າພະເຈົ້າສຶກສາຫຼາຍທີ່ສຸດ ແລະ ຂ້າພະເຈົ້າສາມາດເວົ້າໄດ້ເຕັມປາກວ່າ ຂ້າພະເຈົ້າໄດ້ຄົ້ນຄວ້າພຣະຄຳພີດ້ວຍຄວາມຊົມຊື່ນຍິນດີຫຼາຍ ແລະ ພົບວ່າ ແມ່ນແຕ່ເຄິ່ງໜຶ່ງຂອງຄວາມຈິງ ກໍບໍ່ເຄີຍມີໃຜບອກຂ້າພະເຈົ້າ. ຂ້າພະເຈົ້າສົງໄສວ່າເປັນຫຍັງຈຶ່ງບໍ່ເຄີຍເຫັນຄວາມສວຍງາມຂອງພຣະຄຳພີມາກ່ອນ ແລະ ຮູ້ສຶກປະຫຼາດໃຈທີ່ຕົນເອງເຄີຍປະຕິເສດພຣະຄຳຂອງພຣະເຈົ້າ. ຂ້າພະເຈົ້າພົບເຫັນວ່າ ທຸກສິ່ງທີ່ຈິດໃຈຂອງຂ້າພະເຈົ້າສາມາດປາຖະໜາໄດ້ ກໍໄດ້ຮັບການເປີດເຜີຍໃນພຣະຄຳພີ, ໃນນັ້ນມີຢາບຳບັດໂຣຄາພະຍາດຝ່າຍຈິດວິນຍານທຸກຢ່າງ. ຂ້າພະເຈົ້າຮູ້ສຶກເບື່ອໜ່າຍທີ່ຈະອ່ານເລື່ອງອື່ນ ຈຶ່ງທຸ້ມເທຈິດໃຈໃນການສະແຫວງຫາສະຕິປັນຍາຈາກພຣະເຈົ້າ.”1 {GC 319.2}
ມິນເລີປະກາດຢ່າງເປີດເຜີຍເຖິງຄວາມເຊື່ອສັດທາຂອງເພິ່ນໃນສາສະໜາທີ່ເພິ່ນເຄີຍດູຖູກ. ແຕ່ຕໍ່ມາບໍ່ດົນເພື່ອນເກົ່າທີ່ບໍ່ເຊື່ອໃນພຣະເຈົ້າ ໄດ້ສະເໜີຂໍ້ໂຕ້ແຍ້ງດຽວກັນທີ່ເພິ່ນເອງເຄີຍໃຊ້ ໃນການຕໍ່ຕ້ານເລື່ອງທີ່ພຣະຄຳພີໄດ້ຮັບການດົນໃຈຈາກພຣະເຈົ້າ. ໃນເວລານັ້ນ ເພິ່ນຍັງບໍ່ພ້ອມທີ່ຈະຕອບພວກເຂົາ ແຕ່ກໍຄິດວ່າຖ້າພຣະຄຳພີເປັນສິ່ງທີ່ພຣະເຈົ້າຊົງເປີດເຜີຍແລ້ວ ພຣະຄຳພີກໍຕ້ອງມີຄວາມສອດຄ່ອງໃນຕົວຂອງມັນເອງ; ແລະເນື່ອງຈາກວ່າພຣະເຈົ້າປະທານມາເພື່ອສັ່ງສອນມະນຸດ, ສະນັ້ນ, ມະນຸດຕ້ອງສາມາດເຂົ້າໃຈພຣະຄຳພີໄດ້. ມິນເລີຈຶ່ງຕັດສິນໃຈສຶກສາພຣະຄຳພີດ້ວຍຕົວເອງ ເພື່ອຈະຮູ້ວ່າ ຂໍ້ຄວາມທີ່ເບິ່ງຄືຂັດແຍ້ງກັນນັ້ນ ສາມາດອະທິບາຍໃຫ້ສອດຄ່ອງກັນໄດ້ຫຼືບໍ່. {GC 319.3}
ມິນເລີພະຍາຍາມປະຖິ້ມຄວາມຄິດເຫັນສ່ວນຕົວທັງໝົດ ແລະ ໜັງສືອະທິບາຍພຣະຄຳພີ ແລ້ວກໍປຽບທຽບຂໍ້ພຣະຄຳພີດ້ວຍກັນ ໂດຍອ່ານໝາຍເຫດທັງຫຼາຍ ແລະ ໃຊ້ໜັງສືດັດຊະນີຄຳສັບພຣະຄຳພີ. ເພິ່ນສຶກສາເປັນປະຈຳຢ່າງເປັນລະບຽບ ໂດຍອ່ານເທື່ອລະຂໍ້ ເລີ່ມຈາກພຣະທຳປະຖົມມະການເປັນຕົ້ນໄປ ແລະ ບໍ່ໄປຕໍ່ຂໍ້ໃໝ່ຈົນກວ່າຈະໝັ້ນໃຈໃນຄວາມໝາຍຂອງຂໍ້ທີ່ກຳລັງສຶກສາ. ເມື່ອພົບສິ່ງໃດທີ່ບໍ່ເຂົ້າໃຈ, ເພິ່ນມັກຈະເອົາຂໍ້ນັ້ນປຽບທຽບກັບຂໍ້ອື່ນໆທຸກຂໍ້ທີ່ເບິ່ງຄືວ່າ ມີສ່ວນກ່ຽວຂ້ອງກັບເລື່ອງທີ່ຕົນກຳລັງພິຈາລະນາຢູ່. ເພິ່ນໃຫ້ທຸກຄຳໃນແຕ່ລະຂໍ້ມີນ້ຳໜັກຂອງມັນເອງ ແລະ ຖ້າຄວາມເຂົ້າໃຈຂອງເພິ່ນສອດຄ່ອງກັບພຣະຄຳພີທຸກຂໍ້ທີ່ກ່ຽວຂ້ອງ ກໍຖືວ່າເຂົ້າໃຈຂໍ້ນັ້ນແລ້ວ. ດັ່ງນັ້ນ, ເມື່ອໃດກໍຕາມທີ່ເພິ່ນພົບກັບຂໍ້ຄວາມທີ່ເຂົ້າໃຈຍາກ ເພິ່ນກໍພົບຄຳອະທິບາຍໃນພຣະຄຳພີຕອນອື່ນ. ໃນຂະນະທີ່ເພິ່ນສຶກສາດ້ວຍການອະທິຖານຢ່າງຮ້ອນຮົນ ຂໍໃຫ້ພຣະເຈົ້າຊົງໂຜດໃຫ້ເພິ່ນເຂົ້າໃຈ, ເລື່ອງເຊິ່ງກ່ອນໜ້ານັ້ນເບິ່ງຄືມືດມົວ ກໍມີຄວາມກະຈ່າງຂຶ້ນ. ເພິ່ນໄດ້ປະສົບກັບຄວາມຈິງໃນພຣະທຳເພງສັນລະເສີນທີ່ກ່າວວ່າ: “ການອະທິບາຍຂໍ້ຄຳສັ່ງສອນຂອງພຣະອົງໃຫ້ແສງສະຫວ່າງ ແລະ ນຳປັນຍາໃຫ້ແກ່ພວກຄົນໂງ່ຈ້າດ້ວຍ.” (ເພງສັນລະເສີນ 119:130). {GC 320.1}
ມິນເລີສຶກສາພຣະທຳດານີເອນ ແລະ ພຣະນິມິດດ້ວຍຄວາມສົນໃຈຢ່າງແຮງກ້າ, ໂດຍໃຊ້ຫຼັກການຕີຄວາມໝາຍທີ່ເພິ່ນເຄີຍນຳໃຊ້ໃນການສຶກສາພຣະຄຳພີຕອນອື່ນ; ແລ້ວກໍມີຄວາມຊົມຊື່ນຍິນດີຫຼາຍເມື່ອພົບວ່າ ເພິ່ນສາມາດເຂົ້າໃຈສັນຍະລັກຕ່າງໆຂອງຄຳພະຍາກອນໄດ້. ເພິ່ນພົບວ່າ ຄຳພະຍາກອນທີ່ສຳເລັດແລ້ວ ກໍສຳເລັດຕາມຕົວອັກສອນໃນໂລກຄວາມເປັນຈິງ; ສ່ວນເງົາສັນຍະລັກ, ຮູບແບບ, ຄຳອຸປະມາ ແລະ ຄຳປຽບທຽບຕ່າງໆ ກໍມີຄຳອະທິບາຍຢູ່ໃນພຣະຄຳພີຕອນນັ້ນ ຫຼືວ່າຄຳສັບທີ່ໃຊ້ໃນຄຳປຽບທຽບນັ້ນ ກໍໄດ້ມີການນິຍາມໄວ້ໃນພຣະຄຳພີຕອນອື່ນ; ເມື່ອຕີຄວາມໝາຍຂອງຄຳສັບແລ້ວ ກໍຄວນເຂົ້າໃຈຕາມນັ້ນ. ເພິ່ນກ່າວວ່າ: “ດ້ວຍເຫດນີ້, ຂ້າພະເຈົ້າຈຶ່ງພໍໃຈວ່າ ພຣະຄຳພີເປັນລະບົບຄວາມຈິງທີ່ພຣະເຈົ້າຊົງເປີດເຜີຍ; ທຸກຢ່າງແຈ່ມແຈ້ງ ແລະ ເຂົ້າໃຈງ່າຍ, ຈົນແມ່ນແຕ່ຄົນໂງ່ຈ້າກໍຈະບໍ່ຫຼົງໃນທາງນັ້ນ.”2 ຂໍ້ຄວາມຈິງໄດ້ປາກົດດັ່ງສາຍໂສ້ທີ່ເຊື່ອມຕໍ່ກັນ ເປັນຜົນຕອບແທນຄວາມພະຍາຍາມຂອງເພິ່ນ. ໃນຂະນະທີ່ເພິ່ນສຶກສາຄຳພະຍາກອນສຳຄັນທັງຫຼາຍໄປເທື່ອລະກ້າວ, ທູດສະຫວັນໄດ້ເປີດເຜີຍໃຫ້ເພິ່ນເຂົ້າໃຈພຣະຄຳພີ. {GC 320.2}
ມິນເລີຍົກເອົາວິທີທີ່ຄຳພະຍາກອນສຳເລັດໃນອະດີດ ມາເປັນບັນທັດຖານໃນການວິເຄາະຄຳພະຍາກອນທີ່ຍັງບໍ່ສຳເລັດ. ຈາກການສຶກສານີ້ ເພິ່ນເຫັນວ່າຄວາມເຊື່ອຂອງຄົນທົ່ວໄປທີ່ວ່າ ພຣະຄຣິສຈະປົກຄອງແຜ່ນດິນໂລກທາງຝ່າຍວິນຍານເປັນເວລາໜຶ່ງພັນປີນັ້ນ ບໍ່ສອດຄ່ອງກັບພຣະຄຳຂອງພຣະເຈົ້າ. ຄຳສອນທີ່ວ່າຈະມີໜຶ່ງພັນປີແຫ່ງຄວາມຊອບທຳ ແລະ ສັນຕິພາບກ່ອນການສະເດັດມາຂອງອົງພຣະຜູ້ເປັນເຈົ້ານີ້ ເຮັດໃຫ້ຄົນບໍ່ຢ້ານກົວຕໍ່ວັນພິພາກສາຂອງພຣະເຈົ້າ ເພາະພວກເຂົາຄິດວ່າມັນຍັງອີກດົນ. ເຖິງແມ່ນວ່າຄຳສອນນີ້ຈະເປັນທີ່ພໍໃຈຂອງຜູ້ຄົນກໍຕາມ, ແຕ່ມັນຂັດກັບຄຳສອນຂອງພຣະຄຣິສ ແລະ ພວກອັກຄະສາວົກຂອງພຣະອົງ. ພວກເພິ່ນໄດ້ປະກາດໄວ້ດັ່ງນີ້: ເຂົ້າດີ ແລະ ເຂົ້ານົກຈະເຕີບໂຕນຳກັນຈົນເຖິງລະດູເກັບກ່ຽວ ເຊິ່ງໝາຍເຖິງເວລາສິ້ນໂລກ. ນອກຈາກນັ້ນ, ພວກເພິ່ນຍັງໄດ້ກ່າວວ່າ “ຄົນຊົ່ວຮ້າຍ ແລະ ຄົນປອມຕົວຈະເພີ່ມທະວີຫຼາຍຂຶ້ນ” ແລະ “ໃນຄາວທີ່ສຸດນັ້ນ ຈະເກີດຄວາມລຳບາກຢ່າງຮ້າຍແຮງ.” ອານາຈັກແຫ່ງຄວາມມືດຈະຄົງຢູ່ຈົນເຖິງເວລາທີ່ອົງພຣະຜູ້ເປັນເຈົ້າສະເດັດມາ ແລະ ມັນຈະຖືກທຳລາຍດ້ວຍລົມພຣະໂອດຂອງພຣະອົງ ແລະ ດ້ວຍແສງອັນຮຸ່ງເຮືອງແຫ່ງການສະເດັດມາຂອງພຣະອົງ. (ເບິ່ງ ມັດທາຍ 13:30, 38–41; 2 ຕີໂມທຽວ 3:13, 1; 2 ເທສະໂລນິກ 2:8). {GC 321.1}
ຄຳສອນທີ່ວ່າຄົນທັງໂລກຈະກັບໃຈ ແລະ ພຣະຄຣິສຈະປົກຄອງທາງຝ່າຍວິນຍານນັ້ນ ບໍ່ແມ່ນສິ່ງທີ່ຄຣິສຕະຈັກໃນສະໄໝພວກອັກຄະສາວົກເຊື່ອຖື. ຄຣິສຕຽນສ່ວນຫຼາຍເລີ່ມຍອມຮັບຄຳສອນນີ້ ພຽງແຕ່ໃນຕົ້ນສະຕະວັດທີ 18 ເທົ່ານັ້ນ. ຄືກັນກັບຄວາມເຊື່ອຜິດທຸກຢ່າງ, ຜົນທີ່ເກີດຂຶ້ນຈາກຄຳສອນນີ້ແມ່ນຄວາມຊົ່ວຮ້າຍ. ຄຳສອນນີ້ເຮັດໃຫ້ຄົນເຂົ້າໃຈຜິດວ່າ ການສະເດັດມາຂອງອົງພຣະຜູ້ເປັນເຈົ້າຍັງເປັນເລື່ອງຂອງອະນາຄົດອັນໄກ ຈົນຜູ້ຄົນບໍ່ສົນໃຈຕໍ່ໝາຍສຳຄັນທີ່ບົ່ງບອກວ່າ ພຣະອົງໃກ້ຈະສະເດັດກັບມາ. ຄຳສອນນີ້ ເຮັດໃຫ້ຄົນຮູ້ສຶກໝັ້ນໃຈປອດໄພດີໂດຍບໍ່ມີພື້ນຖານຮອງຮັບ ເຊິ່ງເຮັດໃຫ້ຫຼາຍຄົນລະເລີຍຕໍ່ການກະກຽມພ້ອມທີ່ຈຳເປັນສຳລັບການພົບກັບອົງພຣະຜູ້ເປັນເຈົ້າຂອງພວກເຂົາ. {GC 321.2}
ມິນເລີພົບວ່າພຣະຄຳພີສອນຢ່າງແຈ່ມແຈ້ງວ່າ ພຣະຄຣິສຈະສະເດັດມາດ້ວຍຕົວພຣະອົງເອງຢ່າງແທ້ຈິງ. ອາຈານໂປໂລກ່າວວ່າ: “ຈະມີສຽງຮ້ອງບັນຊາອັນດັງ, ສຽງຂອງອັກຄະເທວະດາ, ສຽງແກຂອງພຣະເຈົ້າ ແລະ ອົງພຣະຜູ້ເປັນເຈົ້າຈະສະເດັດມາຈາກສະຫວັນ.” (1 ເທສະໂລນິກ 4:16). ສ່ວນພຣະຜູ້ຊ່ວຍໃຫ້ລອດຊົງກ່າວວ່າ: “ມະນຸດທຸກຊາດເທິງແຜ່ນດິນໂລກກໍຈະ…ເຫັນບຸດມະນຸດກຳລັງມາເທິງເມກໃນທ້ອງຟ້າ ດ້ວຍຣິດທານຸພາບ ແລະ ສະຫງ່າຣາສີອັນຍິ່ງໃຫຍ່.” “ດ້ວຍວ່າ, ບຸດມະນຸດຈະມາເໝືອນດັ່ງຟ້າແມບເຫຼື້ອມສົ່ງຂ້າມທົ່ວທ້ອງຟ້າ ແຕ່ທິດຕາເວັນອອກຫາທິດຕາເວັນຕົກ.” (ມັດທາຍ 24:30, 27). ພຣະອົງຈະສະເດັດມາພ້ອມດ້ວຍທູດສະຫວັນທັງມວນ. “ບຸດມະນຸດຈະສະເດັດມາໃນສະຫງ່າຣາສີຂອງພຣະອົງ ພ້ອມກັບເຫຼົ່າທູດສະຫວັນອັນບໍຣິສຸດທັງປວງ.” (ມັດທາຍ 25:31 TKJV). “ພຣະອົງຈະໃຊ້ບັນດາເທວະດາຂອງພຣະອົງອອກໄປດ້ວຍສຽງແກດັງກ້ອງສະໜັ່ນຍັງທິດທັງສີ່ ເພື່ອຮວບຮວມເອົາປະຊາຊົນຂອງພຣະເຈົ້າທີ່ພຣະອົງໄດ້ເລືອກໄວ້.” (ມັດທາຍ 24:31). {GC 321.3}
ເມື່ອພຣະອົງສະເດັດມາ ຄົນຊອບທຳທີ່ຕາຍໄປແລ້ວຈະຟື້ນຈາກຄວາມຕາຍ ແລະ ຄົນຊອບທຳທີ່ຍັງມີຊີວິດຢູ່ ກໍຈະຖືກປ່ຽນແປງ. ອາຈານໂປໂລກ່າວວ່າ “ເຮົາທັງຫຼາຍຈະບໍ່ລ່ວງຫຼັບໄປໝົດທຸກຄົນ ແຕ່ເຮົາທັງຫຼາຍຈະຖືກຊົງປ່ຽນແປງໃໝ່ໝົດທຸກຄົນ, ໃນຊົ່ວຂະນະດຽວ ໃນຊົ່ວພັບຕາດຽວ ເມື່ອເປົ່າແກຄັ້ງສຸດທ້າຍນັ້ນ. ດ້ວຍວ່າ, ຈະມີສຽງແກ ແລະ ຄົນທີ່ຕາຍແລ້ວຈະຖືກຊົງບັນດານໃຫ້ເປັນຄືນມາໂດຍບໍ່ເປື່ອຍເນົ່າ ແລະ ຝ່າຍພວກເຮົາກໍຈະຖືກປ່ຽນແປງໃໝ່. ດ້ວຍວ່າ, ສະພາບເຊິ່ງຕ້ອງເປື່ອຍເນົ່າຂອງພວກເຮົານີ້ ຕ້ອງຖືກປ່ຽນແປງສູ່ສະພາບທີ່ບໍ່ເປື່ອຍເນົ່າຈັກເທື່ອ.” (1 ໂກຣິນໂທ 15:51–53). ສ່ວນໃນຈົດໝາຍຂອງເພິ່ນທີ່ສົ່ງໄປຍັງຄຣິສຕະຈັກໃນເມືອງເທສະໂລນິກນັ້ນ, ຫຼັງຈາກທີ່ເພິ່ນອະທິບາຍເຖິງການສະເດັດມາຂອງພຣະຄຣິສແລ້ວ ເພິ່ນກ່າວວ່າ: “ພວກທີ່ເຊື່ອໃນພຣະຄຣິສທີ່ຕາຍໄປແລ້ວ ກໍຈະເປັນຄືນມາສູ່ຊີວິດກ່ອນ. ແລ້ວພວກເຮົາຜູ້ທີ່ຍັງເປັນຢູ່ໃນເວລານັ້ນ ກໍຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນພວກນັ້ນ ເພື່ອພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ. ຢ່າງນັ້ນແຫຼະ, ພວກເຮົາຈຶ່ງຈະຢູ່ກັບອົງພຣະຜູ້ເປັນເຈົ້າຕະຫຼອດໄປເປັນນິດ.” (1 ເທສະໂລນິກ 4:16, 17). {GC 322.1}
ໄພ່ພົນຂອງພຣະຄຣິສຈະບໍ່ໄດ້ຮັບອານາຈັກ ຈົນກວ່າພຣະອົງສະເດັດມາດ້ວຍພຣະອົງເອງ. ພຣະຜູ້ຊ່ວຍໃຫ້ລອດຊົງກ່າວວ່າ: “ເມື່ອບຸດມະນຸດສະເດັດມາໃນສະຫງ່າຣາສີ ພ້ອມດ້ວຍຝູງເທວະດາຂອງພຣະອົງນັ້ນ ເພິ່ນຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ. ບັນດາປະຊາຊົນທຸກຊົນຊາດຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ, ແລ້ວພຣະອົງຈະແຍກພວກເຂົາອອກຈາກກັນ ເໝືອນກັບຄົນລ້ຽງສັດແຍກຝູງແກະອອກຈາກຝູງແບ້. ພຣະອົງຈະຈັດໃຫ້ຝູງແກະຢູ່ເບື້ອງຂວາຂອງພຣະອົງ ແຕ່ຝູງແບ້ນັ້ນຈະຈັດໃຫ້ຢູ່ເບື້ອງຊ້າຍ. ແລ້ວຈອມກະສັດກໍຈະກ່າວແກ່ບັນດາຜູ້ທີ່ຢູ່ເບື້ອງຂວາຂອງພຣະອົງວ່າ, ‘ມາເຖີດ ພວກເຈົ້າຜູ້ທີ່ໄດ້ຮັບພຣະພອນຈາກພຣະບິດາເຈົ້າຂອງເຮົາ ຈົ່ງມາຮັບເອົາຣາຊອານາຈັກ ເຊິ່ງໄດ້ຖືກຈັດຕຽມໄວ້ສຳລັບພວກເຈົ້າ ຕັ້ງແຕ່ຕົ້ນເດີມສ້າງໂລກ.’” (ມັດທາຍ 25:31–34). ພວກເຮົາໄດ້ເຫັນຈາກພຣະຄຳພີທີ່ກ່າວມາທາງເທິງນີ້ວ່າ ເມື່ອບຸດມະນຸດສະເດັດມາ ຄົນທີ່ຕາຍໄປແລ້ວ ກໍຈະເປັນຄືນມາໃນສະພາບທີ່ບໍ່ເນົ່າເປື່ອຍ ແລະ ຄົນທີ່ມີຊີວິດຢູ່ກໍຈະຮັບການປ່ຽນແປງ. ການປ່ຽນແປງອັນໃຫຍ່ຫຼວງນີ້ ຈະກຽມພວກເຂົາໃຫ້ພ້ອມທີ່ຈະຮັບເອົາອານາຈັກ ເພາະອາຈານໂປໂລກ່າວວ່າ: “ສິ່ງທີ່ເປັນເນື້ອໜັງ ແລະ ເລືອດຈະມີສ່ວນໃນອານາຈັກຂອງພຣະເຈົ້າບໍ່ໄດ້ ແລະ ກາຍທີ່ເປື່ອຍເນົ່າຈະມີສ່ວນໃນກາຍທີ່ບໍ່ເປື່ອຍເນົ່າກໍບໍ່ໄດ້.” (1 ໂກຣິນໂທ 15:50). ມະນຸດໃນສະພາບປັດຈຸບັນຕ້ອງຕາຍ ແລະ ເປື່ອຍເນົ່າໄປ, ແຕ່ໃນອານາຈັກຂອງພຣະເຈົ້າຈະບໍ່ມີສິ່ງໃດເປື່ອຍເນົ່າ, ມັນເປັນອານາຈັກອັນຕະຫຼອດໄປເປັນນິດ. ສະນັ້ນ, ມະນຸດໃນສະພາບທີ່ເປັນຢູ່ໃນປັດຈຸບັນ ບໍ່ສາມາດເຂົ້າໄປໃນອານາຈັກຂອງພຣະເຈົ້າໄດ້; ແຕ່ເມື່ອພຣະເຢຊູສະເດັດມາ ພຣະອົງຈະຊົງມອບຄວາມເປັນອະມະຕະໃຫ້ແກ່ຄົນຂອງພຣະອົງ; ແລ້ວພຣະອົງຈະຮຽກເອີ້ນພວກເຂົາໃຫ້ຮັບເອົາອານາຈັກນັ້ນ ທີ່ເມື່ອກ່ອນພວກເຂົາເປັນພຽງທາຍາດທີ່ຈະໄດ້ຮັບເປັນມໍລະດົກເທົ່ານັ້ນ. {GC 322.2}
ວິນລຽມ ມິນເລີ ເຫັນວ່າຂໍ້ພຣະຄຳພີເຫຼົ່ານີ້ ແລະ ຂໍ້ອື່ນໆໄດ້ພິສູດຢ່າງໜັກແໜ້ນວ່າ ເຫດການຕ່າງໆທີ່ຄົນທົ່ວໄປຄາດຫວັງວ່າຈະຕ້ອງເກີດຂຶ້ນກ່ອນການສະເດັດມາຂອງພຣະອົງເຊັ່ນ: ການສະຖາປະນາອານາຈັກຂອງພຣະເຈົ້າເທິງແຜ່ນດິນໂລກ ແລະ ການປົກຄອງຢ່າງສະຫງົບສົນຕິນັ້ນ ກໍຈະເກີດຂຶ້ນຫຼັງຈາກການສະເດັດມາຄັ້ງທີສອງຂອງພຣະອົງ. ຍິ່ງໄປກວ່ານັ້ນ, ໝາຍສຳຄັນທັງໝົດແຫ່ງຍຸກສະໄໝ ແລະ ສະພາບການຂອງໂລກແມ່ນສອດຄ່ອງກັບຄຳພະຍາກອນທີ່ບັນລະຍາຍເຖິງຍຸກສຸດທ້າຍ. ຈາກການສຶກສາພຣະຄຳພີພຽງຢ່າງດຽວ, ເພິ່ນມາເຖິງຂໍ້ສະຫຼຸບວ່າ ໄລຍະເວລາທີ່ກຳນົດໃຫ້ກັບແຜ່ນດິນໂລກໃນສະພາບປັດຈຸບັນ ແມ່ນໃກ້ຈະສິ້ນສຸດລົງ. {GC 323.1}
ເພິ່ນກ່າວວ່າ: “ມີຫຼັກຖານອີກຢ່າງໜຶ່ງທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຈິດໃຈຂອງຂ້າພະເຈົ້າ, ນັ້ນຄືການລຽງລຳດັບເຫດການຕ່າງໆໃນພຣະຄຳພີ.…ຂ້າພະເຈົ້າພົບວ່າ ເຫດການຕ່າງໆທີ່ສຳເລັດແລ້ວຕາມຄຳພະຍາກອນ ກໍມັກຈະເກີດຂຶ້ນຕາມກຳນົດເວລາ, ເຊັ່ນ: 120 ປີ ເຖິງນ້ຳຖ້ວມໂລກ;3 7 ວັນກ່ອນນ້ຳຖ້ວມ ແລະ ຝົນທີ່ຕົກລົງມາ 40 ວັນຕາມທີ່ພະຍາກອນເອົາໄວ້;4 400 ປີ ທີ່ເຊື້ອສາຍຂອງອັບຣາຮາມຕ້ອງຢູ່ຢ່າງບໍ່ມີຫຼັກແຫຼ່ງຖາວອນ;5 3 ວັນໃນຄວາມຝັນຂອງຫົວໜ້າພະນັກງານເຫຼົ້າອະງຸ່ນ ແລະ ພະນັກງານເຮັດເຂົ້າຈີ່;6 7 ປີ ໃນຄວາມຝັນຂອງກະສັດຟາໂຣ;7 40 ປີ ໃນຖິ່ນແຫ້ງແລ້ງກັນດານ;8 ສາມປີເຄິ່ງແຫ່ງຄວາມອຶດຢາກ;9…ການເປັນຊະເລີຍ 70 ປີ;10 7 ໄລຍະ ຫຼື 7 ປີ ຂອງກະສັດເນບູກາດເນັດຊາ;11 ແລະ 70 ອາທິດ ທີ່ກຳນົດໃຫ້ແກ່ຊົນຊາດຢິວ.12 ເຫດການທັງໝົດນີ້ເຄີຍເປັນຄຳພະຍາກອນ ແຕ່ກໍສຳເລັດຕາມທີ່ຊົງທຳນວາຍໄວ້.”13 {GC 323.2}
ດັ່ງນັ້ນ, ເມື່ອເພິ່ນສຶກສາພຣະຄຳພີ ແລະ ພົບເຫັນໄລຍະເວລາຕ່າງໆທີ່ເພິ່ນເຂົ້າໃຈວ່າ ສິ້ນສຸດລົງທີ່ການສະເດັດມາຄັ້ງທີສອງຂອງພຣະຄຣິສ, ເພິ່ນໄດ້ແຕ່ສະຫຼຸບວ່າ ຕ້ອງແມ່ນຊ່ວງເວລາທີ່ພຣະອົງຊົງກຳນົດໄວ້ລ່ວງໜ້າ ເຊິ່ງພຣະອົງຊົງສຳແດງແກ່ພວກຜູ້ຮັບໃຊ້ຂອງພຣະອົງ. ໂມເຊກ່າວວ່າ: “ສິ່ງລີ້ລັບທັງປວງເປັນຂອງພຣະເຢໂຮວາພຣະເຈົ້າຂອງເຮົາທັງຫຼາຍ, ແຕ່ສິ່ງຊົງສຳແດງນັ້ນ ເປັນຂອງເຮົາທັງຫຼາຍ ແລະ ຂອງລູກຫຼານຂອງເຮົາເປັນນິດ.” ພຣະອົງຊົງກ່າວໂດຍຜູ້ເຜີຍພຣະທຳອາໂມດວ່າ: ພຣະອົງ “ຈະບໍ່ໄດ້ຊົງກະທຳອັນໃດເລີຍ ໂດຍບໍ່ໄດ້ເປີດເຜີຍຄວາມເລິກລັບໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງລ່ວງໜ້າ ຄືຜູ້ເຜີຍພຣະທຳ.”14 ສະນັ້ນ, ຜູ້ທີ່ສຶກສາພຣະຄຳຂອງພຣະເຈົ້າສາມາດໝັ້ນໃຈໄດ້ວ່າ ເຫດການທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດຂອງມະນຸດ ຈະຕ້ອງມີການເປີດເຜີຍຢ່າງແຈ່ມແຈ້ງໃນພຣະຄຳແຫ່ງຄວາມຈິງ. {GC 324.1}
ມິນເລີກ່າວວ່າ: “ຂ້າພະເຈົ້າໝັ້ນໃຈຢ່າງເຕັມທີ່ວ່າ, ພຣະຄຳພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະ ມີປະໂຫຍດ;15 ພຣະຄຳພີບໍ່ໄດ້ເກີດຂຶ້ນຈາກຄວາມປະສົງຂອງມະນຸດ, ແຕ່ໄດ້ຖືກຂຽນໄວ້ຕາມທີ່ຜູ້ບໍຣິສຸດໄດ້ຮັບການດົນໃຈຈາກພຣະວິນຍານບໍຣິສຸດ.16 ພຣະຄຳພີຖືກຂຽນໄວ້ເພື່ອ ‘ພວກເຮົາຈະມີຄວາມຫວັງດ້ວຍຄວາມອົດທົນ ແລະ ມີຄວາມຊູໃຈດ້ວຍພຣະຄຳພີທີ່ໄດ້ກ່າວໄວ້ນັ້ນ.’ (ໂຣມ 15:4). ຂ້າພະເຈົ້າຈຶ່ງໄດ້ແຕ່ສະຫຼຸບວ່າ ຂໍ້ພຣະຄຳພີທີ່ກ່າວເຖິງໄລຍະເວລາແຫ່ງຄຳພະຍາກອນ ກໍເປັນສ່ວນໜຶ່ງຂອງພຣະຄຳພີ ແລະ ຄວນໄດ້ຮັບການເອົາໃຈໃສ່ເໝືອນກັບພຣະຄຳພີຕອນອື່ນໆ. ສະນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກວ່າ ໃນເມື່ອຂ້າພະເຈົ້າພະຍາຍາມເຂົ້າໃຈສິ່ງທີ່ພຣະເຈົ້າຊົງເປີດເຜີຍແກ່ພວກເຮົາດ້ວຍພຣະເມດຕາຂອງພຣະອົງ, ຂ້າພະເຈົ້າບໍ່ມີສິດທີ່ຈະເບິ່ງຂ້າມໄລຍະເວລາຕ່າງໆແຫ່ງຄຳພະຍາກອນ.”17 {GC 324.2}
ຄຳພະຍາກອນທີ່ເບິ່ງຄືວ່າ ໄດ້ເປີດເຜີຍເວລາແຫ່ງການສະເດັດກັບມາຄັ້ງທີສອງຂອງພຣະຄຣິສຢ່າງຈະແຈ້ງທີ່ສຸດແມ່ນດານີເອນ 8:14 ທີ່ກ່າວວ່າ: “ຢູ່ມາ 2,300 ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.”18 ມິນເລີໃຊ້ຫຼັກການຂອງການຕີຄວາມ ທີ່ຫາຄຳອະທິບາຍຂອງຂໍ້ພຣະຄຳພີຈາກພຣະຄຳພີຂໍ້ອື່ນ; ເພິ່ນຈຶ່ງພົບວ່າ ໜຶ່ງວັນແຫ່ງຄຳພະຍາກອນມີຄວາມໝາຍເທົ່າກັບໜຶ່ງປີ.19 ສະນັ້ນ, 2,300 ວັນແຫ່ງຄຳພະຍາກອນຈຶ່ງເທົ່າກັບ 2,300 ປີ, ເຊິ່ງດົນກວ່າໄລຍະເວລາທີ່ກຳນົດໃຫ້ກັບຊົນຊາດຢິວ. ດ້ວຍເຫດນີ້, ສະຖານບໍຣິສຸດທີ່ກ່າວໄວ້ໃນດານີເອນ 8:14 ຈຶ່ງບໍ່ແມ່ນຫໍເຕັນສັກສິດຂອງຊາວຢິວ. ມິນເລີເຂົ້າໃຈເໝືອນຄົນທົ່ວໄປໃນສະໄໝນັ້ນວ່າ ຕັ້ງແຕ່ພຣະເຢຊູສະເດັດຂຶ້ນສະຫວັນເປັນຕົ້ນມາ ໂລກນີ້ກໍຄືສະຖານບໍຣິສຸດ; ສະນັ້ນ, ເພິ່ນຈຶ່ງເຂົ້າໃຈຜິດວ່າ ການຊຳລະສະຖານບໍຣິສຸດໃນດານີເອນ 8:14 ຕ້ອງແມ່ນການຊຳລະໂລກດ້ວຍໄຟເມື່ອພຣະຄຣິສສະເດັດກັບມາ. ເພິ່ນຈຶ່ງສະຫຼຸບວ່າ ຖ້າສາມາດຄົ້ນຫາຈຸດເລີ່ມຕົ້ນຂອງເວລາ 2,300 ວັນ ກໍຈະສາມາດຄຳນວນເວລາຂອງການສະເດັດກັບມາຢ່າງງ່າຍດາຍ. ນັ້ນຈະເປັນການສິ້ນສຸດທີ່ສຳຄັນຍິ່ງໃຫຍ່ທີ່ສຸດ ເມື່ອສະພາບປັດຈຸບັນ “ດ້ວຍຄວາມຫຍິ່ງທະນົງຕົວ, ຄວາມບ້າອຳນາດ, ການເນັ້ນຄວາມສວຍຫຼູພາຍນອກຢ່າງໄຮ້ສາລະ, ຄວາມຊົ່ວ ແລະ ການບີບບັງຄັບທັງຫຼາຍທັງມວນຈະສິ້ນສຸດລົງ,” ຄືເວລາເມື່ອຄຳສາບແຊ່ງ “ຈະຖືກປົດອອກຈາກແຜ່ນດິນໂລກ, ຄວາມຕາຍຈະຖືກທຳລາຍ ແລະ ຜູ້ຮັບໃຊ້ຂອງພຣະເຈົ້າຈະຮັບບຳເໜັດລາງວັນ ຄືພວກຜູ້ເຜີຍພຣະທຳ, ຜູ້ບໍຣິສຸດຂອງພຣະເຈົ້າ ແລະ ບັນດາຄົນທັງຫຼາຍທີ່ຢຳເກງພຣະນາມຂອງພຣະອົງ; ທັງຈະທຳລາຍຄົນທັງຫຼາຍທີ່ທຳລາຍໂລກ.”20 {GC 324.3}
ມິນເລີສືບຕໍ່ສຶກສາຄົ້ນຄວ້າຄຳພະຍາກອນຫຼາຍຂຶ້ນດ້ວຍຄວາມກະຕືລືລົ້ນ ແລະ ການເອົາໃຈໃສ່ຍິ່ງກວ່າເກົ່າ; ບາງຄັ້ງກໍສຶກສາຕະຫຼອດທັງຄືນ, ບາງຄັ້ງກໍຄົ້ນຄວ້າຕະຫຼອດໝົດມື້ ເພາະເພິ່ນເຫັນວ່າເລື່ອງດັ່ງກ່າວສຳຄັນທີ່ສຸດ ຈຶ່ງສຸມໃສ່ກຳລັງທັງໝົດໃນເລື່ອງນີ້ເລື່ອງດຽວ. ໃນພຣະທຳດານີເອນບົດທີ 8 ເພິ່ນບໍ່ສາມາດພົບເຫັນຈຸດເລີ່ມຕົ້ນຂອງເວລາ 2,300 ວັນ. ທູດສະຫວັນຄັບຣີເອນ ເຖິງແມ່ນໄດ້ຮັບບັນຊາໃຫ້ອະທິບາຍຄວາມໝາຍຂອງນິມິດນັ້ນແກ່ດານີເອນ; ຢ່າງໃດກໍຕາມ, ເພິ່ນໄດ້ແຕ່ອະທິບາຍພຽງບາງສ່ວນເທົ່ານັ້ນ. ເມື່ອດານີເອນເຫັນເຖິງການຂົ່ມເຫັງຢ່າງຮ້າຍກາດທີ່ຈະເກີດຂຶ້ນກັບຄຣິສຕະຈັກ ເພິ່ນຈຶ່ງໝົດເຫື່ອແຮງໄປ. ເພິ່ນບໍ່ສາມາດທົນຕໍ່ໄປໄດ້, ທູດສະຫວັນກໍຈາກເພິ່ນໄປຊົ່ວໄລຍະໜຶ່ງ. ດານີເອນ “ກຸ້ມໃຈຫຼາຍ ແລະ ເຈັບປ່ວຍຢູ່ເປັນເວລາຫຼາຍວັນ.” ເພິ່ນກ່າວວ່າ: “ຂ້າພະເຈົ້າຍັງງຶດງໍ້ ແລະ ບໍ່ເຂົ້າໃຈໃນນິມິດນັ້ນ.” (ດານີເອນ 8:27). {GC 325.1}
ແຕ່ພຣະເຈົ້າຊົງບັນຊາແກ່ທູດສະຫວັນຂອງພຣະອົງວ່າ: “ຈົ່ງອະທິບາຍຄວາມໝາຍຂອງສິ່ງທີ່ລາວໄດ້ເຫັນນັ້ນ ໃຫ້ລາວຮູ້ແດ່.” ການມອບໝາຍດັ່ງກ່າວຈະຕ້ອງໄດ້ເຮັດໃຫ້ສຳເລັດ. ຕໍ່ມາທູດສະຫວັນຈຶ່ງກັບມາເພື່ອເຮັດຕາມທີ່ໄດ້ຮັບມອບໝາຍ ແລະ ກ່າວແກ່ດານີເອນວ່າ: “ບັດນີ້ຂ້າພະເຈົ້າອອກມາ ເພື່ອຈະໃຫ້ປັນຍາ ແລະ ຄວາມເຂົ້າໃຈແກ່ທ່ານ.” “ເພາະສະນັ້ນ, ຈົ່ງເຂົ້າໃຈພຣະບັນຊານັ້ນ ແລະ ພິຈາລະນານິມິດນັ້ນ.”21 ມີປະເດັນສຳຄັນຢູ່ປະເດັນດຽວໃນນິມິດຂອງດານີເອນບົດທີ 8 ທີ່ຍັງບໍ່ໄດ້ຮັບການອະທິບາຍ, ນັ້ນຄືໄລຍະເວລາ 2,300 ວັນ; ສະນັ້ນ, ເມື່ອທູດສະຫວັນສືບຕໍ່ການອະທິບາຍ ເພິ່ນຈຶ່ງເນັ້ນເລື່ອງເວລາຫຼາຍກວ່າເລື່ອງອື່ນ ໂດຍກ່າວວ່າ: {GC 325.2}
“ມີ 70 ອາທິດກຳນົດໄວ້ສຳລັບຊົນຊາດຂອງທ່ານ ແລະ ນະຄອນບໍຣິສຸດຂອງທ່ານ;…ເພາະສະນັ້ນ, ຈົ່ງຊາບ ແລະ ເຂົ້າໃຈວ່າ ນັບຕັ້ງແຕ່ການທີ່ພຣະບັນຊານັ້ນອອກໄປໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງສະໄໝພຣະເມຊີອາຜູ້ເປັນປະມຸກ ກໍເປັນເວລາ 7 ອາທິດ ແລະ ເປັນເວລາ 62 ອາທິດ ແລະ ຖະໜົນຈະຖືກສ້າງຂຶ້ນພ້ອມດ້ວຍກຳແພງເມືອງ ແຕ່ຈະເກີດຂຶ້ນໃນຍຸກລຳບາກ. ຫຼັງຈາກ 62 ອາທິດແລ້ວ ພຣະເມຊີອາກໍຈະຖືກຕັດອອກ ແຕ່ບໍ່ແມ່ນເພື່ອຕົວເພິ່ນເອງ;…ເພິ່ນຈະຢືນຢັນພັນທະສັນຍາກັບຄົນຫຼວງຫຼາຍຢູ່ 1 ອາທິດ ແລະ ໃນລະຫວ່າງກາງອາທິດນັ້ນ ເພິ່ນຈະກະທຳໃຫ້ການຖວາຍສັດບູຊາ ແລະ ເຄື່ອງບູຊາອື່ນໆຢຸດໄປ.” (ດານີເອນ 9:24–27 ດັດແປງຈາກສະບັບ TKJV) {GC 326.1}
ທູດສະຫວັນອົງນັ້ນ ຖືກສົ່ງໄປຫາດານີເອນ ດ້ວຍຈຸດປະສົງທີ່ຈະອະທິບາຍປະເດັນທີ່ເພິ່ນບໍ່ເຂົ້າໃຈຂອງບົດທີ 8 ຄືຂໍ້ຄວາມທີ່ກ່າວເຖິງໄລຍະເວລາວ່າ “ຢູ່ມາ 2,300 ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.” ຫຼັງຈາກທີ່ຮຽກຮ້ອງໃຫ້ດານີເອນ “ຈົ່ງເຂົ້າໃຈພຣະບັນຊານັ້ນ ແລະ ພິຈາລະນານິມິດນັ້ນ,” ຄຳທຳອິດຂອງທູດສະຫວັນແມ່ນ: “ມີ 70 ອາທິດກຳນົດໄວ້ສຳລັບຊົນຊາດຂອງທ່ານ ແລະ ນະຄອນບໍຣິສຸດຂອງທ່ານ.” ຄຳວ່າ “ກຳນົດໄວ້” ແປກົງຕົວຄື “ຖືກຕັດອອກ.” ທູດສະຫວັນກ່າວວ່າ 70 ອາທິດ ຄື 490 ປີ ຖືກຕັດອອກໃຫ້ຊົນຊາດຢິວໂດຍສະເພາະ. ແຕ່ວ່າມັນຖືກຕັດອອກຈາກສິ່ງໃດ? ໄລຍະເວລາດຽວທີ່ກ່າວເຖິງໃນບົດທີ 8 ແມ່ນ 2,300 ວັນ; ສະນັ້ນ, 70 ອາທິດ ແມ່ນຕ້ອງຖືກຕັດອອກຈາກເວລາດັ່ງກ່າວ, ຫຼືອາດຈະກ່າວອີກແບບໜຶ່ງໄດ້ວ່າ 70 ອາທິດ ຕ້ອງແມ່ນສ່ວນໜຶ່ງຂອງ 2,300 ວັນ ແລະ ສອງໄລຍະເວລານີ້ຕ້ອງເລີ່ມຕົ້ນພ້ອມກັນ. ທູດສະຫວັນກ່າວວ່າ 70 ອາທິດ ເລີ່ມຕົ້ນເມື່ອມີຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່. ຖ້າຫາກວ່າສາມາດຄົ້ນຫາວັນທີ່ຄຳສັ່ງດັ່ງກ່າວຖືກປະກາດອອກມາ ກໍຈະຮູ້ຈຸດເລີ່ມຕົ້ນຂອງໄລຍະເວລາ 2,300 ປີ. {GC 326.2}
ຄຳສັ່ງດັ່ງກ່າວປາກົດຢູ່ໃນພຣະທຳເອຊະຣາ 7:12–26. ອາກຕາເຊເຊັດຜູ້ເປັນກະສັດຂອງເປີເຊຍ ໄດ້ອອກຄຳສັ່ງສະບັບທີ່ຄົບຖ້ວນສົມບູນທີ່ສຸດເມື່ອປີ 457 ກ່ອນ ຄ.ສ. ໃນເອຊະຣາ 6:14 ຂຽນໄວ້ວ່າ: ພຣະວິຫານຂອງພຣະເຈົ້າໄດ້ຖືກສ້າງຂຶ້ນມາ ຕາມຄຳສັ່ງຂອງ “ບັນດາຈັກກະພັດແຫ່ງເປີເຊຍ ຄື: ໄຊຣັດ, ດາຣິອຸດ ແລະ ອາກຕາເຊເຊັດ.” ໃນກະສັດສາມອົງນີ້, ອົງໜຶ່ງເລີ່ມຕົ້ນການປະກາດ, ອີກອົງໜຶ່ງໄດ້ຢືນຢັນເຖິງຄຳປະກາດນັ້ນ ແລະ ອົງສຸດທ້າຍກໍໃຫ້ຄຳປະກາດນັ້ນສົມບູນຕາມທີ່ຄຳພະຍາກອນຕ້ອງການ ຈຶ່ງເປັນຈຸດເລີ່ມຕົ້ນຂອງໄລຍະເວລາ 2,300 ປີ. ເມື່ອເອົາເວລາທີ່ຄຳສັ່ງປະກາດອອກມາຢ່າງສົມບູນຄື ປີ 457 ກ່ອນ ຄ.ສ. ມາເປັນຈຸດເລີ່ມຕົ້ນ, ກໍປາກົດວ່າລາຍລະອຽດຂອງຄຳພະຍາກອນທີ່ກ່ຽວຂ້ອງກັບ 70 ອາທິດ ກໍສຳເລັດຄົບຖ້ວນຕາມທີ່ລະບຸໄວ້. {GC 326.3}
“ນັບຕັ້ງແຕ່ການທີ່ພຣະບັນຊານັ້ນອອກໄປ ໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງສະໄໝພຣະເມຊີອາຜູ້ເປັນປະມຸກ ກໍເປັນເວລາ 7 ອາທິດ ແລະ ເປັນເວລາ 62 ອາທິດ,” ຮວມກັນແມ່ນ 69 ອາທິດ ຫຼື 483 ປີ. ຄຳສັ່ງຂອງຈັກກະພັດອາກຕາເຊເຊັດມີຜົນບັງຄັບໃຊ້ໃນລະດູໃບໄມ້ຫຼົ່ນຂອງປີ 457 ກ່ອນ ຄ.ສ. ນັບຕັ້ງແຕ່ເວລານັ້ນມາ 483 ປີ ຈຶ່ງຮອດລະດູໃບໄມ້ຫຼົ່ນຂອງປີ ຄ.ສ. 27. ໃນເວລາດັ່ງກ່າວຄຳພະຍາກອນນີ້ຈຶ່ງສຳເລັດ. ຄຳວ່າ: “ພຣະເມຊີອາ” ໝາຍເຖິງ “ຜູ້ຖືກເຈີມ.” ໃນລະດູໃບໄມ້ຫຼົ່ນຂອງປີ ຄ.ສ. 27 ພຣະຄຣິສໄດ້ຮັບບັບຕິສະມາໂດຍມືຂອງໂຢຮັນ ແລະ ໄດ້ຮັບການເຈີມດ້ວຍພຣະວິນຍານບໍຣິສຸດ. ອັກຄະສາວົກເປໂຕເປັນພະຍານວ່າ: “ພຣະເຈົ້າຊົງເຈີມຕັ້ງພຣະເຢຊູແຫ່ງນາຊາເຣັດ ດ້ວຍພຣະວິນຍານບໍຣິສຸດ ແລະ ດ້ວຍຣິດທານຸພາບ.” (ກິດຈະການ 10:38 TNCV). ສ່ວນພຣະຜູ້ຊ່ວຍໃຫ້ລອດຊົງກ່າວດ້ວຍພຣະອົງເອງວ່າ: “ພຣະວິນຍານແຫ່ງອົງພຣະຜູ້ເປັນເຈົ້າສະຖິດຢູ່ເທິງຂ້າພະເຈົ້າ ເພາະວ່າພຣະອົງໄດ້ຊົງເຈີມຕັ້ງຂ້າພະເຈົ້າໄວ້ ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ.” (ລູກາ 4:18). ຫຼັງຈາກການຮັບບັບຕິສະມາ ພຣະອົງສະເດັດເຂົ້າໄປໃນແຂວງຄາລີເລ ແລະ ປະກາດຂ່າວປະເສີດເລື່ອງແຜ່ນດິນຂອງພຣະເຈົ້າວ່າ: “ເວລາທີ່ກຳນົດມາເຖິງແລ້ວ.” (ມາຣະໂກ 1:14, 15). {GC 327.1}
“ເພິ່ນຈະຢືນຢັນພັນທະສັນຍາກັບຄົນຫຼວງຫຼາຍຢູ່ໜຶ່ງອາທິດ.” “ໜຶ່ງອາທິດ” ທີ່ວ່ານັ້ນ ແມ່ນອາທິດສຸດທ້າຍຂອງ 70 ອາທິດ ຄື 7 ປີສຸດທ້າຍທີ່ກຳນົດໃຫ້ຊົນຊາດຢິວ. 7 ປີ ນີ້ ແມ່ນ ຄ.ສ. 27 ເຖິງ ຄ.ສ. 34; ໃນໄລຍະເບື້ອງຕົ້ນພຣະຄຣິສຊົງປະກາດຂ່າວປະເສີດດ້ວຍພຣະອົງເອງ ເພື່ອເຊີນຊວນຊາວຢິວໂດຍສະເພາະ ແລະ ຕໍ່ມາໃນໄລຍະຫຼັງພວກສາວົກຂອງພຣະອົງກໍສານຕໍ່ການປະກາດດັ່ງກ່າວ. ໃນຂະນະທີ່ພວກອັກຄະສາວົກອອກໄປປະກາດຂ່າວສານອັນໜ້າຍິນດີເລື່ອງຣາຊອານາຈັກຂອງພຣະເຈົ້າ, ພຣະຜູ້ຊ່ວຍໃຫ້ລອດຊົງສັ່ງໄວ້ວ່າ: “ຢ່າໄປໃນທາງຂອງພວກຕ່າງຊາດ ຫຼື ຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ ແຕ່ຈົ່ງໄປຫາຝູງແກະທີ່ເສຍແຫ່ງປະຊາຊົນຂອງຊາດອິດສະຣາເອນ.” (ມັດທາຍ 10:5, 6). {GC 327.2}
“ໃນລະຫວ່າງກາງອາທິດນັ້ນ ເພິ່ນຈະກະທຳໃຫ້ການຖວາຍສັດບູຊາ ແລະ ເຄື່ອງບູຊາອື່ນໆຢຸດໄປ.”22 ອົງພຣະຜູ້ເປັນເຈົ້າຂອງພວກເຮົາ ຖືກຄຶງໄວ້ເທິງໄມ້ກາງແຂນໃນປີ ຄ.ສ. 31 ຄືສາມປີເຄິ່ງຫຼັງຈາກທີ່ພຣະອົງໄດ້ຮັບບັບຕິສະມາ. ການສະຫຼະອັນໃຫຍ່ຫຼວງທີ່ພູເຂົາຄານວາຣີນັ້ນ ເປັນການສິ້ນສຸດຂອງລະບົບການຖວາຍບູຊາ ທີ່ຊີ້ໄປຍັງລູກແກະຂອງພຣະເຈົ້າຕະຫຼອດ 4,000 ປີ. ເມື່ອພຣະອົງສິ້ນພຣະຊົນ ເງົາສັນຍະລັກຕ່າງໆໄດ້ສຳເລັດເປັນຈິງ; ສະນັ້ນ, ລະບົບການຖວາຍບູຊາທັງໝົດຈຶ່ງສິ້ນສຸດລົງພຽງເທົ່ານັ້ນ. {GC 327.3}
ເຈັດສິບອາທິດ ຫຼື 490 ປີ ທີ່ກຳນົດໃຫ້ຊົນຊາດຢິວໂດຍສະເພາະນັ້ນ ໄດ້ສິ້ນສຸດລົງຕາມທີ່ກ່າວມາແລ້ວໃນປີ ຄ.ສ. 34. ໃນເວລານັ້ນ ສະພາຊັນເຮດຣິນຂອງຊາວຢິວໄດ້ລົງມືປະຫານຊີວິດຊະເຕຟາໂນ ແລະ ຂົ່ມເຫັງຄົນທັງຫຼາຍທີ່ຕິດຕາມພຣະຄຣິສ ຈຶ່ງເປັນການຢືນຢັນວ່າ ຊົນຊາດຢິວໄດ້ປະຕິເສດຂ່າວປະເສີດ. ຕັ້ງແຕ່ນັ້ນມາ, ຂ່າວສານເລື່ອງຄວາມລອດ ບໍ່ໄດ້ຖືກຈຳກັດຢູ່ສະເພາະກັບຊົນຊາດທີ່ຊົງເລືອກໄວ້ພຽງຊາດດຽວ ແຕ່ໃຫ້ປະກາດໄປທົ່ວໂລກ. ພວກສາວົກທີ່ຕ້ອງໜີອອກຈາກນະຄອນເຢຣູຊາເລັມຍ້ອນການຖືກຂົ່ມເຫັງ “ຕ່າງກໍໄດ້ປະກາດຂ່າວປະເສີດຕາມບ່ອນຕ່າງໆ. ຝ່າຍຟີລິບໄດ້ໄປທີ່ເມືອງໃຫຍ່ໃນແຂວງຊາມາເຣຍ ແລະ ປະກາດເລື່ອງພຣະຄຣິສໃນທີ່ນັ້ນ.” ພຣະເຈົ້າຊົງນຳໃຫ້ເປໂຕອະທິບາຍຂ່າວປະເສີດໃຫ້ໂກເນລີໂອຜູ້ຢຳເກງພຣະເຈົ້າ ແລະ ເປັນນາຍຮ້ອຍທີ່ເມືອງກາຍຊາເຣຍ; ສ່ວນໂປໂລຜູ້ຫ້າວຫັນນັ້ນ ໄດ້ຮັບເຊື່ອໃນພຣະຄຣິສ ແລະ ຖືກສົ່ງໄປໄກເພື່ອປະກາດຂ່າວອັນໜ້າຍິນດີແກ່ຄົນຕ່າງຊາດ. (ເບິ່ງ ກິດຈະການ 8:4, 5; 22:21). {GC 328.1}
ເຮົາຈະເຫັນໄດ້ວ່າ ລາຍລະອຽດທຸກປະການຂອງຄຳພະຍາກອນເລື່ອງ 70 ອາທິດ ໄດ້ສຳເລັດຕາມທີ່ທຳນວາຍໄວ້ຢ່າງໜ້າປະທັບໃຈ. ນອກຈາກນັ້ນ, ມີການລະບຸໄວ້ຢ່າງແນ່ນອນວ່າ 70 ອາທິດດັ່ງກ່າວໄດ້ເລີ່ມຕົ້ນໃນປີ 457 ກ່ອນ ຄ.ສ. ແລະ ສິ້ນສຸດລົງໃນປີ ຄ.ສ. 34. ຈາກຂໍ້ມູນເຫຼົ່ານີ້, ກໍບໍ່ຍາກທີ່ຈະຄຳນວນເວລາທີ່ຄຳພະຍາກອນເລື່ອງ 2,300 ວັນ ຈະສິ້ນສຸດລົງ. 70 ອາທິດ ຫຼື 490 ວັນ ຖືກຕັດອອກຈາກ 2,300 ວັນ, ສະນັ້ນຍັງເຫຼືອອີກ 1,810 ວັນ. ສະແດງວ່າ ຫຼັງຈາກ 490 ວັນ ກໍຍັງຕ້ອງມີອີກ 1,810 ວັນ ຄຳພະຍາກອນເຖິງຈະສຳເລັດ. ຈາກ ຄ.ສ. 34 ບວກອີກ 1,810 ປີ ກໍມາເຖິງປີ ຄ.ສ. 1844. ດັ່ງນັ້ນ 2,300 ວັນຂອງດານີເອນ 8:14 ຈຶ່ງສິ້ນສຸດລົງໃນປີ 1844. ເມື່ອສິ້ນສຸດໄລຍະເວລາອັນຍາວນານຂອງຄຳພະຍາກອນແລ້ວ ທູດສະຫວັນຂອງພຣະເຈົ້າໄດ້ກ່າວວ່າ, “ສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.” ຈາກຄຳພະຍາກອນທີ່ກ່າວມານີ້ ກໍສາມາດລະບຸເວລາຢ່າງແນ່ນອນວ່າ ການຊຳລະສະຖານບໍຣິສຸດຈະເກີດຂຶ້ນເມື່ອໃດ, ແຕ່ໃນສະໄໝນັ້ນຄົນເກືອບທັງໝົດເຊື່ອວ່າ ການຊຳລະສະຖານບໍຣິສຸດຈະເກີດຂຶ້ນເມື່ອພຣະເຢຊູສະເດັດກັບມາ. {GC 328.2}
ໃນເບື້ອງຕົ້ນ ມິນເລີ ແລະ ຜູ້ທີ່ຮ່ວມປະກາດກັບເພິ່ນເຊື່ອວ່າ 2,300 ວັນຂອງດານີເອນ 8:14 ຈະສິ້ນສຸດລົງໃນ ລະດູໃບໄມ້ປົ່ງ ຂອງປີ 1844, ແຕ່ໃນຄວາມເປັນຈິງຄຳພະຍາກອນຊີ້ໄປຍັງ ລະດູໃບໄມ້ຫຼົ່ນ ຂອງປີນັ້ນ. ຄວາມຜິດພາດໃນປະເດັນນີ້ໄດ້ສ້າງຄວາມຜິດຫວັງ ແລະ ຄວາມສັບສົນສຳລັບຄົນເຫຼົ່ານັ້ນທີ່ຄາດການໄວ້ຢ່າງໝັ້ນໃຈວ່າ ການສະເດັດມາຂອງພຣະຄຣິສຈະມາໃນລະດູໃບໄມ້ປົ່ງໃນປີດັ່ງກ່າວ. ແຕ່ສິ່ງນີ້ບໍ່ໄດ້ກະທົບຕໍ່ຫຼັກຖານທີ່ວ່າ 2,300 ວັນ ຕ້ອງສິ້ນສຸດລົງໃນປີ 1844 ແຕ່ຢ່າງໃດ; ແລະກໍບໍ່ໄດ້ກະທົບຕໍ່ຄວາມຈິງທີ່ວ່າ ການຊຳລະສະຖານບໍຣິສຸດຈະຕ້ອງເກີດຂຶ້ນໃນປີນັ້ນ ອັນເປັນເຫດການທີ່ສຳຄັນຍິ່ງ. {GC 328.3}
ເມື່ອ ມິນເລີ ເລີ່ມສຶກສາພຣະຄຳພີເພື່ອພິສູດວ່າ ເປັນການເປີດເຜີຍຈາກພຣະເຈົ້າ ເພິ່ນບໍ່ໄດ້ຄາດຄິດເລີຍວ່າ ເພິ່ນຈະມາເຖິງຂໍ້ສະຫຼຸບຕາມທີ່ເປັນຢູ່ໃນເວລານັ້ນ; ເພິ່ນເກືອບຈະບໍ່ເຊື່ອຂໍ້ສະຫຼຸບທີ່ໄດ້ຈາກການຄົ້ນຄວ້າ. ແຕ່ຫຼັກຖານຂອງພຣະຄຳພີມີນ້ຳໜັກ ແລະ ຈະແຈ້ງທີ່ສຸດຈົນເພິ່ນບໍ່ສາມາດປະຖິ້ມໄດ້. {GC 329.1}
ມິນເລີ ໄດ້ໃຊ້ເວລາສອງປີໃນການສຶກສາພຣະຄຳພີ; ພໍເຖິງປີ 1818 ເພິ່ນມາເຖິງຂໍ້ສະຫຼຸບທີ່ເຊື່ອໝັ້ນວ່າອີກປະມານ 25 ປີ ພຣະຄຣິສຈະສະເດັດມາປາກົດ ເພື່ອຊົງໄຖ່ບັນດາໄພ່ພົນຂອງພຣະອົງ. ມິນເລີກ່າວວ່າ, “ຂ້າພະເຈົ້າບໍ່ຈຳເປັນຕ້ອງເວົ້າເຖິງຄວາມປິຕິຍິນດີທີ່ເຕັມຫົວໃຈ ເມື່ອເຫັນວ່າການສະເດັດກັບມາຂອງພຣະອົງໃກ້ເຂົ້າມາແລ້ວ; ແລະບໍ່ຕ້ອງເວົ້າເຖິງຄວາມປາຖະໜາອັນສຸດຊຶ້ງ ທີ່ຢາກມີສ່ວນຮ່ວມກັບຄວາມສຸກແສນຍິນດີຂອງຄົນເຫຼົ່ານັ້ນທີ່ຈະໄດ້ຮັບການຊົງໄຖ່. ເວລານັ້ນພຣະຄຳພີໄດ້ກາຍເປັນໜັງສືເຫຼັ້ມໃໝ່ສຳລັບຂ້າພະເຈົ້າ; ທຸກຢ່າງສົມເຫດສົມຜົນຢ່າງໜ້າປະທັບໃຈ ຈົນອ່ານເທົ່າໃດກໍບໍ່ອີ່ມ; ທຸກສິ່ງທີ່ເຄີຍຄຸມເຄືອ, ເລິກລັບ ຫຼື ຖືກປິດບັງໄວ້ໃນພຣະຄຳພີ ໄດ້ກາຍເປັນຄວາມກະຈ່າງ ຍ້ອນແສງແຫ່ງຄວາມຈິງທີ່ສ່ອງອອກມາໃນແຕ່ລະໜ້າ; ໂອ ຄວາມຈິງອັນປະເສີດໄດ້ປາກົດຢ່າງສະຫວ່າງສະໄຫວໃຫ້ຂ້າພະເຈົ້າເຫັນ! ຂໍ້ຄວາມໃນພຣະຄຳພີທີ່ຂ້າພະເຈົ້າເຄີຍຮູ້ສຶກວ່າມີຄວາມຂັດແຍ້ງກັນນັ້ນ ກໍໝົດຄວາມຂັດແຍ້ງ; ແລະເຖິງແມ່ນວ່າ ມີຫຼາຍຕອນທີ່ຂ້າພະເຈົ້າຮູ້ສຶກວ່າຍັງເຂົ້າໃຈບໍ່ໝົດ ແຕ່ເນື່ອງຈາກແສງສະຫວ່າງອັນເຈີດຈ້າຂອງພຣະຄຳພີ ທີ່ສ່ອງເຂົ້າມາໃນຈິດໃຈຂອງຂ້າພະເຈົ້າທີ່ເຄີຍມືດມົນນັ້ນ, ຂ້າພະເຈົ້າຈຶ່ງຮູ້ສຶກວ່າມີຄວາມສຸກທີ່ສຸດໃນການສຶກສາພຣະຄຳພີ, ເຊິ່ງກ່ອນໜ້ານັ້ນຂ້າພະເຈົ້າບໍ່ເຄີຍຄາດຄິດວ່າ ຄຳສອນຂອງພຣະຄຳພີຈະສາມາດໃຫ້ຄວາມສຸກຂະໜາດນັ້ນໄດ້.”23 {GC 329.2}
“ໃນເມື່ອຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ເຫດການອັນສຳຄັນທີ່ພຣະຄຳພີທຳນວາຍໄວ້ກຳລັງຈະເກີດຂຶ້ນໃນບໍ່ຊ້າ, ຂ້າພະເຈົ້າຈຶ່ງຮູ້ສຶກຢ່າງແຮງກ້າວ່າ ຂ້າພະເຈົ້າຕ້ອງຮັບຜິດຊອບຕໍ່ຫຼັກຖານຕ່າງໆທີ່ສ້າງຄວາມປະທັບໃຈໃຫ້ແກ່ຂ້າພະເຈົ້າ ແລະ ນຳໄປປະກາດໃຫ້ຊາວໂລກຮູ້.”24 ເພິ່ນບໍ່ສາມາດຮູ້ສຶກເປັນຢ່າງອື່ນໄດ້, ນອກຈາກວ່າ ຕົນມີໜ້າທີ່ທີ່ຈະຕ້ອງນຳເອົາຄວາມສະຫວ່າງທີ່ໄດ້ຮັບ ໄປປະກາດໃຫ້ຄົນອື່ນ. ເພິ່ນຄາດໝາຍວ່າຄົນທີ່ບໍ່ເຊື່ອໃນພຣະເຈົ້າຈະຕໍ່ຕ້ານເພິ່ນ, ແຕ່ກໍໝັ້ນໃຈວ່າ ຄຣິສຕຽນທຸກຄົນຈະສະແດງຄວາມຍິນດີກັບຄວາມຫວັງທີ່ຈະພົບກັບພຣະຜູ້ຊ່ວຍໃຫ້ລອດທີ່ພວກເຂົາອ້າງວ່າຮັກນັ້ນ. ມີຢ່າງດຽວເທົ່ານັ້ນທີ່ເພິ່ນຮູ້ສຶກກັງວົນຢູ່; ຄືເພິ່ນຢ້ານວ່າ ພວກຄຣິສຕຽນຈະຮັບເອົາເລື່ອງການປົດປ່ອຍອັນສະຫວ່າງສະໄຫວ ທີ່ກຳລັງຈະເກີດຂຶ້ນນັ້ນດ້ວຍຄວາມຍິນດີຫຼາຍທີ່ສຸດ, ຈົນເປັນເຫດໃຫ້ຫຼາຍຄົນບໍ່ຍອມສຶກສາປຽບທຽບຂໍ້ພຣະຄຳພີທີ່ກ່ຽວຂ້ອງກັບເລື່ອງນີ້ເທົ່າທີ່ຄວນ. ເພິ່ນຈຶ່ງລັງເລທີ່ຈະສອນເລື່ອງນີ້, ເພາະຢ້ານວ່າ ຖ້າເພິ່ນມີຄວາມເຂົ້າໃຈຜິດກໍຈະນຳຜູ້ຄົນໃຫ້ຫຼົງທາງ. ເພິ່ນຈຶ່ງທົບທວນຫຼັກຖານຕ່າງໆທີ່ສະໜັບສະໜູນຂໍ້ສະຫຼຸບຂອງເພິ່ນ ແລະ ພິຈາລະນາຂໍ້ຫຍຸ້ງຍາກທຸກຢ່າງທີ່ຄິດໄດ້ດ້ວຍຄວາມລະມັດລະວັງ. ເພິ່ນພົບວ່າ ແສງສະຫວ່າງທີ່ສ່ອງອອກຈາກພຣະຄຳຂອງພຣະເຈົ້າ ໄດ້ກຳຈັດປັດເປົ່າຂໍ້ຄັດຄ້ານຕ່າງໆໃຫ້ຫາຍໄປ ເໝືອນດັ່ງເມກໝອກທີ່ຈາງຫາຍໄປເມື່ອແສງອາທິດສ່ອງມາ. ຫຼັງຈາກການໃຊ້ເວລາຫ້າປີໃນການທົບທວນດັ່ງກ່າວ ເພິ່ນມີຄວາມໝັ້ນໃຈຢ່າງເຕັມທີ່ວ່າ ຈຸດຢືນຂອງເພິ່ນນັ້ນຖືກຕ້ອງ. {GC 329.3}
ບັດນີ້ເພິ່ນມາຮູ້ສຶກຢ່າງແຮງກ້າວ່າ ຕົນມີໜ້າທີ່ທີ່ຈະປະກາດເລື່ອງທີ່ເພິ່ນເຊື່ອວ່າເປັນຄຳສອນອັນຈະແຈ້ງຂອງພຣະຄຳພີ. ມິນເລີກ່າວວ່າ: “ເມື່ອຂ້າພະເຈົ້າກຳລັງເຮັດວຽກງານໃນແຕ່ລະວັນ ມີສຽງກ້ອງຢູ່ໃນຫູຕະຫຼອດເວລາວ່າ, ‘ຈົ່ງໄປເຕືອນຊາວໂລກເຖິງໄພອັນຕະລາຍຂອງພວກເຂົາ.’ ມີຂໍ້ພຣະຄຳພີດັງຢູ່ໃນໃຈເລື້ອຍໆວ່າ: ‘ຖ້າເຮົາປະກາດວ່າຄົນຊົ່ວຜູ້ໜຶ່ງກຳລັງຈະຕາຍ ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນທິດທາງເພື່ອຊ່ວຍຊີວິດຂອງຕົນໄວ້; ແລ້ວລາວກໍຈະຕາຍເສຍທັງໆທີ່ຍັງເປັນຄົນບາບຢູ່; ເຮົາຈະຖືວ່າການຕາຍຂອງຄົນນັ້ນເປັນຄວາມຮັບຜິດຊອບຂອງເຈົ້າ. ຖ້າເຈົ້າຕັກເຕືອນຄົນຊົ່ວຜູ້ໜຶ່ງ ແລະ ລາວບໍ່ເຊົາເຮັດບາບ ລາວກໍຈະຕາຍທັງໆທີ່ລາວຍັງເປັນຄົນບາບຢູ່, ແຕ່ເຈົ້າເອງຈະລອດຊີວິດ.’ (ເອເຊກຽນ 33:8, 9). ຂ້າພະເຈົ້າຮູ້ສຶກວ່າ ຖ້າຫາກຄົນຊົ່ວໄດ້ຮັບການຕັກເຕືອນຢ່າງແທ້ຈິງ ຈະມີຄົນຈຳນວນຫຼວງຫຼາຍກັບໃຈ ແລະ ຖ້າບໍ່ໄດ້ເຕືອນແລ້ວ ຂ້າພະເຈົ້າຈະຕ້ອງຮັບຜິດຊອບຕໍ່ຄວາມພິນາດຂອງພວກເຂົາ.”25 {GC 330.1}
ເມື່ອມີໂອກາດ ມິນເລີເລີ່ມແນະນຳຄົນອື່ນເປັນການສ່ວນຕົວເຖິງຄວາມຄິດເຫັນຂອງຕົນ ໂດຍອະທິຖານຂໍໃຫ້ມີສາສະໜາຈານຄົນໃດຄົນໜຶ່ງມາເຫັນຄວາມສຳຄັນ ແລະ ອຸທິດຕົນເພື່ອການປະກາດເລື່ອງດັ່ງກ່າວ. ແຕ່ເພິ່ນບໍ່ສາມາດປະຕິເສດຄວາມຮູ້ສຶກທີ່ວ່າ ເພິ່ນມີໜ້າທີ່ສ່ວນຕົວໃນການປະກາດເຕືອນຄົນອື່ນ. ຖ້ອຍຄຳເດີມຍັງຄົງກ້ອງຢູ່ໃນໃຈເລື້ອຍໆວ່າ: “ຈົ່ງໄປບອກໃຫ້ຊາວໂລກຮູ້; ເລືອດຂອງພວກເຂົານັ້ນເຮົາຈະຮຽກຮ້ອງຈາກມືຂອງເຈົ້າ.” ມິນເລີລໍຖ້າເປັນເວລາເກົ້າປີ ໂດຍພາລະອັນໜັກໜ່ວງນັ້ນກົດທັບຢູ່ທີ່ຫົວໃຈ; ຈົນໃນປີ 1831 ເພິ່ນໄດ້ປະກາດເຫດຜົນແຫ່ງຄວາມເຊື່ອຂອງຕົນໃນທີ່ສາທາລະນະເປັນຄັ້ງທຳອິດ. {GC 330.2}
ເໝືອນດັ່ງເອລີຊາທີ່ພຣະເຈົ້າຊົງຮຽກເອີ້ນຈາກການໄຖນາ ເພື່ອອຸທິດຕົນຮັບໃຊ້ໃນຕຳແໜ່ງຂອງຜູ້ເຜີຍພຣະທຳ, ວິນລຽມ ມິນເລີ ກໍຖືກຮຽກເອີ້ນໃຫ້ປະຄັນໄຖ ເພື່ອອະທິບາຍຄວາມລີ້ລັບແຫ່ງອານາຈັກຂອງພຣະເຈົ້າ. ເພິ່ນເລີ່ມວຽກງານດັ່ງກ່າວດ້ວຍຄວາມຢຳເກງຈົນຕົວສັ່ນ ແລະ ໄດ້ນຳຜູ້ຟັງທັງຫຼາຍ ໃຫ້ພິຈາລະນາໄລຍະເວລາຕ່າງໆຂອງຄຳພະຍາກອນຕັ້ງແຕ່ເລີ່ມຕົ້ນ ຈົນເຖິງການສະເດັດມາຄັ້ງທີສອງຂອງພຣະຄຣິສ. ທຸກຄັ້ງທີ່ອອກໄປປະກາດ ເພິ່ນກໍໄດ້ຮັບການເສີມກຳລັງ ແລະ ມີກຳລັງໃຈຫຼາຍຂຶ້ນ ເມື່ອເຫັນຜູ້ຄົນສົນໃຈໃນຄຳສອນຂອງເພິ່ນ. {GC 331.1}
ມີແຕ່ການຂໍຮ້ອງຂອງພີ່ນ້ອງເທົ່ານັ້ນ ທີ່ເຮັດໃຫ້ມິນເລີຍອມແບ່ງປັນຄວາມຄິດເຫັນຂອງຕົນໃຫ້ກັບຄົນທົ່ວໄປ ເພາະເພິ່ນຮູ້ສຶກວ່ານັ້ນແມ່ນການຮຽກເອີ້ນຂອງພຣະເຈົ້າ. ຕອນນັ້ນເພິ່ນອາຍຸຫ້າສິບປີ, ບໍ່ຄຸ້ນເຄີຍກັບການປາໄສ ແລະ ມີຄວາມຮູ້ສຶກວ່າຕົນບໍ່ເໝາະສົມກັບວຽກງານທີ່ຢູ່ຕໍ່ໜ້າເພິ່ນ; ແຕ່ການປະກາດຂອງເພິ່ນໄດ້ຮັບພຣະພອນຕັ້ງແຕ່ເລີ່ມຕົ້ນ ເຊິ່ງເຫັນໄດ້ຈາກຄົນຈຳນວນຫຼາຍທີ່ກັບໃຈຮັບຄວາມລອດ. ການປາໄສຄັ້ງທຳອິດສົ່ງຜົນໃຫ້ເກີດການຟື້ນຟູດ້ານຈິດວິນຍານ ໂດຍມີສິບສາມຄອບຄົວກັບໃຈໝົດທຸກຄົນ ຍົກເວັ້ນສອງຄົນທີ່ບໍ່ກັບໃຈ. ມິນເລີຈຶ່ງໄດ້ຮັບເຊີນໃຫ້ໄປເທດສະໜາໃນບ່ອນອື່ນໆທັນທີ ແລະ ເກືອບທຸກບ່ອນທີ່ເພິ່ນໄດ້ໄປນັ້ນກໍເກີດການຟື້ນຟູໃນວຽກງານຂອງພຣະເຈົ້າ. ຄົນບາບໄດ້ຖິ້ມໃຈເກົ່າເອົາໃຈໃໝ່, ຄຣິສຕຽນໄດ້ຮັບແຮງກະຕຸ້ນໃຫ້ອຸທິດຕົນຫຼາຍຂຶ້ນ; ສ່ວນຄົນທີ່ບໍ່ນັບຖືພຣະເຈົ້າ ແລະ ພວກລັດທິດິອິສທີ່ເຊື່ອວ່າພຣະເຈົ້າບໍ່ມີສ່ວນກ່ຽວຂ້ອງກັບມະນຸດ ກໍມາຍອມຮັບວ່າພຣະຄຳພີ ແລະ ຄຳສອນຂອງສາສະໜາຄຣິສເປັນຄວາມຈິງ. ຜູ້ທີ່ຟັງເພິ່ນກໍເປັນພະຍານວ່າ: “ເພິ່ນເຂົ້າເຖິງຄົນປະເພດໜຶ່ງທີ່ຄົນອື່ນເຂົ້າບໍ່ເຖິງ.”26 ເພິ່ນຕັ້ງໃຈປະກາດໃນລັກສະນະທີ່ຈະປຸກຄົນທົ່ວໄປໃນສັງຄົມໃຫ້ຕື່ນ ເພື່ອພິຈາລະນາຫົວຂໍ້ສຳຄັນຂອງສາສະໜາ ແລະ ເພື່ອຢັບຢັ້ງການເສື່ອມເສຍທາງສິນທຳ ແລະ ການປ່ອຍຕົວເຮັດຕາມອາລົມທີ່ເພີ່ມທະວີຄູນຕາມສະໄໝນິຍົມ. {GC 331.2}
ໃນເກືອບທຸກເມືອງມີຄົນກັບໃຈຍ້ອນຄຳເທດສະໜາຂອງເພິ່ນ, ເປັນຫຼັກສິບຫຼັກຊາວ ແລະ ບາງຄັ້ງຫຼັກຮ້ອຍ. ໃນຫຼາຍບ່ອນຄຣິສຕຽນເກືອບທຸກຄະນະຂອງນິກາຍໂປຣແຕັສຕັງ ໄດ້ເປີດປະຕູໂບດຕ້ອນຮັບໃຫ້ເພິ່ນເທດສະໜາ; ສ່ວນຫຼາຍແມ່ນພວກສາສະໜາຈານຂອງຄຣິສຕະຈັກເຫຼົ່ານັ້ນ ທີ່ເຊີນໃຫ້ເພິ່ນເທດສະໜາ. ເພິ່ນມີນະໂຍບາຍຢ່າງເດັດຂາດວ່າ ຈະບໍ່ປະກາດໃນບ່ອນທີ່ບໍ່ໄດ້ຮັບເຊີນ; ແຕ່ບໍ່ຊ້າ, ເພິ່ນພົບວ່າມີຄົນເຊີນຊວນຫຼາຍ ຈົນເພິ່ນຕ້ອງປະຕິເສດຄຳເຊີນຊວນຫຼາຍກວ່າເຄິ່ງໜຶ່ງ. ຫຼາຍຄົນທີ່ບໍ່ຍອມຮັບຄວາມຄິດເຫັນຂອງເພິ່ນໃນລາຍລະອຽດເລື່ອງເວລາຂອງການສະເດັດມາຄັ້ງທີສອງຂອງພຣະຄຣິສ ກໍຍັງເຊື່ອໝັ້ນວ່າ ການສະເດັດມາຂອງພຣະອົງແນ່ນອນ ແລະ ໃກ້ເຂົ້າມາ; ພວກເຂົາຮູ້ສຶກວ່າຕ້ອງການກຽມຕົວ. ໃນເມືອງໃຫຍ່ບາງແຫ່ງ ຜົນທີ່ເກີດຈາກການປະກາດຂອງເພິ່ນເຫັນໄດ້ຢ່າງຊັດເຈນ: ຄົນຂາຍເບຍຂາຍເຫຼົ້າໄດ້ເຊົາຂາຍ ແລະ ປ່ຽນຮ້ານຂອງພວກເຂົາເປັນຫ້ອງປະຊຸມ; ບ່ອນພະນັນກໍຖືກຍົກເລີກ; ຄົນທີ່ບໍ່ເຊື່ອ, ຄົນລັດທິດິອິສ, ຄົນທີ່ເຊື່ອວ່າມະນຸດທຸກຄົນຈະລອດ ແລະ ແມ່ນແຕ່ຄົນບາບໜາທີ່ສຸດ ກໍໄດ້ຮັບການປ່ຽນແປງ ເຊິ່ງກ່ອນໜ້ານັ້ນບາງຄົນບໍ່ໄດ້ເຂົ້າໂບດມາເປັນເວລາຫຼາຍປີ. ແຕ່ລະຄະນະນິກາຍກໍຈັດປະຊຸມອະທິຖານໃນບ່ອນຕ່າງໆ ແລະ ເກືອບທຸກຊົ່ວໂມງ; ສ່ວນນັກທຸລະກິດກໍໄປຮວມຕົວກັນໃນຊ່ວງພັກທ່ຽງ ເພື່ອອະທິຖານ ແລະ ສັນລະເສີນພຣະເຈົ້າ. ບໍ່ມີຄວາມຕື່ນເຕັ້ນຈົນເກີນໄປ, ແຕ່ຄົນທັງຫຼາຍມີຄວາມສະຫງົບໃຈ. ວຽກງານການປະກາດຂອງເພິ່ນ ເໝືອນກັບການປະກາດຂອງພວກນັກປະຕິຮູບໃນສະໄໝກ່ອນ ທີ່ເນັ້ນການສອນໃຫ້ຄົນເຂົ້າໃຈ ແລະ ການປຸກຈິດສຳນຶກຜິດຊອບຫຼາຍກວ່າການກະຕຸ້ນອາລົມໃຫ້ຄົນຄ້ອຍຕາມ. {GC 331.3}
ໃນປີ 1833 ມິນເລີໄດ້ຮັບໃບອະນຸຍາດໃຫ້ເທດສະໜາໄດ້ຈາກຄຣິສຕະຈັກຄະນະບັບຕິສ, ເຊິ່ງເພິ່ນກໍເປັນສະມາຊິກຂອງຄຣິສຕະຈັກນີ້. ມີສາສະໜາຈານຈຳນວນຫຼວງຫຼາຍໃນຄະນະດັ່ງກ່າວ ເຫັນດີນຳກັບການປະກາດຂອງເພິ່ນ; ເພິ່ນຈຶ່ງປະກາດຕໍ່ໄປ ດ້ວຍການສະໜັບສະໜູນຢ່າງເປັນທາງການຈາກພວກເຂົາ. ເພິ່ນໄດ້ເດີນທາງໄປປະກາດຢ່າງບໍ່ຢຸດບໍ່ເຊົາ ເຖິງແມ່ນການປະກາດນັ້ນຈະຢູ່ແຕ່ໃນພາກນິວອິງແລນ ແລະ ໃນເຂດກາງຂອງສະຫະລັດກໍຕາມ. ຄ່າໃຊ້ຈ່າຍທັງໝົດຂອງການປະກາດໃນຫຼາຍປີນັ້ນ ມາຈາກຊັບສິນສ່ວນຕົວ; ແລະຕໍ່ມາເມື່ອໄດ້ຮັບຄ່າເດີນທາງໄປປະກາດໃນບ່ອນທີ່ຮັບເຊີນ ຄ່າເດີນທາງເຫຼົ່ານັ້ນບໍ່ເຄີຍພຽງພໍສຳລັບຄ່າໃຊ້ຈ່າຍຕົວຈິງ. ດັ່ງນັ້ນ, ແທນທີ່ວຽກງານການປະກາດຈະໄດ້ປະໂຫຍດໃນດ້ານການເງິນ ກັບເປັນພາລະໜັກໃຫ້ກັບຊັບສິນສ່ວນຕົວທີ່ຄ່ອຍໆຫຼຸດລົງໃນຊ່ວງນີ້ຂອງຊີວິດ. ເພິ່ນເປັນພໍ່ຂອງຄອບຄົວໃຫຍ່; ແຕ່ເນື່ອງຈາກເພິ່ນເປັນຄົນປະຢັດ ແລະ ເປັນຄົນດຸໝັ່ນ, ຜົນຜະລິດຈາກໄຮ່ນາຂອງເພິ່ນຈຶ່ງພຽງພໍສຳລັບຕົນເອງ ແລະ ຄອບຄົວ. {GC 332.1}
ໃນປີ 1833, ສອງປີຫຼັງຈາກມິນເລີເລີ່ມປະກາດເຖິງຫຼັກຖານທີ່ຊີ້ໃຫ້ເຫັນວ່າ ການສະເດັດມາຂອງພຣະຄຣິສນັ້ນໃກ້ເຂົ້າມາແລ້ວ, ໝາຍສຳຄັນອັນສຸດທ້າຍກໍເກີດຂຶ້ນ ຕາມທີ່ພຣະຜູ້ຊ່ວຍໃຫ້ລອດຊົງສັນຍາໄວ້ວ່າ ຈະຕ້ອງເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງຂອງພຣະອົງ. ພຣະເຢຊູຊົງກ່າວວ່າ: “ດວງດາວທັງຫຼາຍຈະຕົກລົງຈາກທ້ອງຟ້າ.” (ມັດທາຍ 24:29). ສ່ວນໂຢຮັນກໍຂຽນໃນພຣະທຳພຣະນິມິດ ຕາມນິມິດທີ່ເພິ່ນເຫັນ ແລະ ກ່າວເຖິງເຫດການອັນເປັນເຄື່ອງໝາຍຂອງວັນສຳຄັນຂອງພຣະເຈົ້າວ່າ: “ດວງດາວທັງຫຼາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນ ເໝືອນດັ່ງໝາກເດື່ອດິບຕົກຫຼົ່ນລົງຈາກຕົ້ນ ເພາະລົມພະຍຸພັດ.” (ພຣະນິມິດ 6:13). ຄຳພະຍາກອນນີ້ໄດ້ສຳເລັດລົງຢ່າງໜ້າປະທັບໃຈ ເມື່ອດາວຕົກຄັ້ງໃຫຍ່ໃນວັນທີ 13 ພະຈິກ 1833. ນັ້ນເປັນປາກົດການດາວຕົກທີ່ກວ້າງຂວາງ ແລະ ໜ້າປະຫຼາດໃຈທີ່ສຸດ ເທົ່າທີ່ມີການບັນທຶກໃນປະຫວັດສາດ. “ໃນເວລານັ້ນ, ທ້ອງຟ້າທັງໝົດທົ່ວສະຫະລັດເໝືອນດັ່ງໄຟເຜົາເປັນເວລາຫຼາຍຊົ່ວໂມງ! ບໍ່ເຄີຍມີປາກົດການໃນທ້ອງຟ້າໃນປະເທດນີ້ ນັບຕັ້ງແຕ່ມີການຕັ້ງຫຼັກປັກຖານມາ ທີ່ມີຄົນກຸ່ມໜຶ່ງເຝົ້າເບິ່ງດ້ວຍຄວາມອັດສະຈັນໃຈຢ່າງເລິກເຊິ່ງ ໃນຂະນະທີ່ອີກກຸ່ມໜຶ່ງເຫັນເປັນສິ່ງທີ່ໜ້າຢ້ານກົວທີ່ສຸດ.” “ຄວາມສວຍງາມຂອງເຫດການນັ້ນ ຍັງປະທັບໄວ້ໃນຄວາມຊົງຈຳຂອງຄົນຫຼວງຫຼາຍ.…ຝົນບໍ່ເຄີຍຕົກລົງມາໜາຫຼາຍໄປກວ່າດາວຕົກດິນໃນຄາວນັ້ນ; ບໍ່ວ່າຈະທິດເໜືອ, ທິດໃຕ້, ຕາເວັນອອກ ຫຼື ຕາເວັນຕົກກໍເໝືອນກັນ. ສະຫຼຸບວ່າ ທ້ອງຟ້າທັງໝົດເບິ່ງຄືວ່າກຳລັງເຄື່ອນໄຫວ.…ປາກົດການທີ່ເຫັນຢູ່ທົ່ວທະວີບອາເມຣິກາເໜືອກໍເປັນໄປຕາມທີ່ສາດສະດາຈານສິນລິມັນ (Silliman) ບັນທຶກໄວ້ໃນປຶ້ມບັນທຶກປະຈຳວັນຂອງເພິ່ນວ່າ…ນັບຕັ້ງແຕ່ສອງໂມງກາງຄືນຊອດແຈ້ງ ທ້ອງຟ້າບໍ່ມີເມກເລີຍ ລົມກໍບໍ່ພັດ, ມີສາຍດາວຕົກອັນເຈີດຈ້າສະຫວ່າງສະໄຫວປາກົດຢູ່ທົ່ວທ້ອງຟ້າຢ່າງບໍ່ຢຸດບໍ່ເຊົາ.”27 {GC 333.1}
“ແທ້ຈິງແລ້ວ ບໍ່ມີພາສາໃດທີ່ຈະສາມາດບັນລະຍາຍເຖິງຄວາມງົດງາມ ແລະ ຄວາມຍິ່ງໃຫຍ່ຂອງປາກົດການນັ້ນໄດ້.…ສຳລັບຄົນທີ່ບໍ່ໄດ້ເຫັນເຫດການນັ້ນ ກໍຈະບໍ່ສາມາດຈິນຕະນາການເຖິງຄວາມສະຫວ່າງເຈີດຈ້າຂອງມັນໄດ້. ມັນເບິ່ງຄືວ່າ ດວງດາວທັງໝົດຂອງທ້ອງຟ້າໄດ້ມາເຕົ້າໂຮມກັນຢູ່ໃກ້ຈຸດສູງສຸດ ແລ້ວກໍພຸ້ງກະຈາຍໄປຫາທຸກສ່ວນຂອງຂອບຟ້າພ້ອມໆກັນຢ່າງໄວວາ ດັ່ງສາຍຟ້າແມບໂດຍບໍ່ມອດລົງ; ຈາກນັ້ນກໍມີດາວຕົກນັບເປັນພັນໆດວງຕາມຮ່ອງຮອຍຂອງດາວຊຸດເດີມຢ່າງຟ້າວຟັ່ງ ເໝືອນມັນຖືກສ້າງມາເພື່ອໂອກາດໃນຄັ້ງນັ້ນ.”28 “ຄົງບໍ່ມີປາກົດການອື່ນເກີດຂຶ້ນທີ່ເໝືອນໝາກເດື່ອຖືກລົມແຮງພັດລົງມາ ເຊັ່ນດຽວກັບປາກົດການໃນຄັ້ງນັ້ນ.”29 {GC 333.2}
ໃນວາລະສານການຄ້າຂອງນິວຢອກ ສະບັບວັນທີ 14 ພະຈິກ 1833 ມີບົດຄວາມຍາວກ່ຽວກັບປາກົດການອັນປະເສີດນີ້ ເຊິ່ງມີຂໍ້ຄວາມວ່າ: “ຂ້າພະເຈົ້າຄິດວ່າ ຄົງບໍ່ມີນັກປັດຊະຍາ ຫຼື ນັກວິຊາການຄົນໃດ ເຄີຍບັນທຶກເຫດການເໝືອນທີ່ເກີດຂຶ້ນໃນຕອນເຊົ້າຂອງມື້ວານນີ້. ມີຜູ້ເຜີຍພຣະທຳ 1,800 ປີມາແລ້ວ ໄດ້ທຳນວາຍເຖິງເຫດການນີ້ລ່ວງໜ້າຢ່າງຖືກຕ້ອງແນ່ນອນ; ຄືຖ້າເຮົາຈະຍອມຮັບວ່າການຕົກຂອງດວງດາວ ໝາຍເຖິງດາວຕົກນັ້ນເອງ ເຊິ່ງຖ້າຈະຕີຄວາມຕາມຕົວ ກໍບໍ່ສາມາດໝາຍເຖິງຢ່າງອື່ນໄດ້.” {GC 334.1}
ດ້ວຍເຫດນີ້, ຈຶ່ງເປັນການປາກົດຂອງໝາຍສຳຄັນອັນສຸດທ້າຍຂອງການສະເດັດມາຂອງພຣະເຢຊູ. ພຣະອົງຊົງເຕືອນພວກສາວົກຂອງພຣະອົງວ່າ: “ເມື່ອພວກເຈົ້າເຫັນເຫດການນັ້ນເກີດຂຶ້ນ ພວກເຈົ້າກໍຈະຮູ້ໄດ້ວ່າ ເວລາມາໃກ້ແລ້ວ ພ້ອມທີ່ຈະເກີດຂຶ້ນ.” (ມັດທາຍ 24:33). ຫຼັງຈາກໝາຍສຳຄັນເຫຼົ່ານີ້ ໂຢຮັນໄດ້ເຫັນເຫດການອັນຍິ່ງໃຫຍ່ທີ່ຈະເກີດຂຶ້ນຫຼັງຈາກນັ້ນ ຄືທ້ອງຟ້າຈະມ້ວນຄືນເໝືອນດັ່ງໜັງສືມ້ວນ; ໃນຂະນະທີ່ແຜ່ນດິນໂລກສັ່ນສະເທືອນ, ພູເຂົາ ແລະ ເກາະທັງຫຼາຍກໍຈະເຄື່ອນຍ້າຍໄປຈາກບ່ອນຂອງມັນ ແລະ ຄົນຊົ່ວຮ້າຍຈະພະຍາຍາມໜີຈາກບຸດມະນຸດ ດ້ວຍຄວາມສະທ້ານຢ້ານກົວ. (ເບິ່ງ ພຣະນິມິດ 6:12–17). {GC 334.2}
ຫຼາຍຄົນທີ່ໄດ້ເຫັນການຕົກຂອງດວງດາວ ຖືວ່າເປັນໝາຍສຳຄັນທີ່ປະກາດເຖິງການພິພາກສາທີ່ກຳລັງຈະເກີດຂຶ້ນ; “ເປັນການຊີ້ບອກລ່ວງໜ້າຢ່າງໜ້າເກງຂາມ ແລະ ເປັນໝາຍສຳຄັນແຫ່ງຄວາມເມດຕາວ່າ ວັນອັນສຳຄັນຍິ່ງໃຫຍ່ນັ້ນກຳລັງຈະມາເຖິງ.”30 ດັ່ງນັ້ນ, ຄົນທັງຫຼາຍຈຶ່ງຫັນມາໃຫ້ຄວາມສົນໃຈກັບຄວາມສຳເລັດຂອງຄຳພະຍາກອນ ແລະ ມີຫຼາຍຄົນຍອມຮັບເອົາຄຳຕັກເຕືອນ ເລື່ອງການສະເດັດມາຄັ້ງທີສອງຂອງພຣະຄຣິສ. {GC 334.3}
ໃນປີ 1840 ຄຳພະຍາກອນອີກຢ່າງໜຶ່ງໄດ້ສຳເລັດລົງຢ່າງໜ້າປະທັບໃຈ ເຮັດໃຫ້ຜູ້ຄົນສົນໃຈຢ່າງກວ້າງຂວາງ. ໂຢສີຢາ ລິດຈ໌ ເປັນໜຶ່ງໃນຜູ້ນຳພວກສາສະໜາຈານ ທີ່ປະກາດເລື່ອງການສະເດັດກັບມາຂອງພຣະຄຣິສ; ໃນປີ 1838 ເພິ່ນຕີພິມຄຳອະທິບາຍພຣະນິມິດບົດທີ 9 ໂດຍທຳນວາຍໄວ້ວ່າ ອານາຈັກໂອໂຕມັນຂອງຊາວເທີກຈະໝົດອຳນາດລົງ. ອີງຕາມການຄິດໄລ່ຂອງເພິ່ນ, ອານາຈັກດັ່ງກ່າວຈະຖືກໂຄ່ນລົ້ມ “ປະມານເດືອນສິງຫາ 1840.” ແລ້ວກ່ອນທີ່ຄຳພະຍາກອນຈະສຳເລັດເລັກນ້ອຍ ເພິ່ນກໍຂຽນວ່າ: “ຖ້າຫາກວ່າໄລຍະເວລາ 150 ປີ ທຳອິດໄດ້ສຳເລັດລົງກົງເວລາຢ່າງຖືກຕ້ອງແນ່ນອນນັ້ນ ໂດຍທີ່ ດີໂກເຊ (Deacozes) ຂຶ້ນບັນລັງຕາມການອະນຸຍາດຈາກພວກຊາວເທີກ ແລະ ຖ້າເວລາ 391 ປີ ບວກກັບອີກ 15 ວັນ ເລີ່ມຕົ້ນໃນຕອນທ້າຍຂອງໄລຍະທຳອິດ, ສະແດງວ່າ ມັນຈະສິ້ນສຸດລົງໃນວັນທີ 11 ສິງຫາ 1840; ສະນັ້ນ, ພວກເຮົາສາມາດຄາດຄະເນໄດ້ວ່າ ໃນມື້ນັ້ນອຳນາດຂອງອານາຈັກໂອໂຕມັນໃນນະຄອນຄອນສະແຕນຕິນໂອເປິນ (Constantinople) ຈະຖືກໂຄ້ນລົງ. ຂ້າພະເຈົ້າເຊື່ອວ່າຈະເກີດຂຶ້ນຕາມນີ້ເລີຍ.”31 {GC 334.4}
ໃນເວລາທີ່ລະບຸໄວ້ ຄະນະທູດຂອງຕຸຣະກີ ໄດ້ຍອມຮັບການປົກປ້ອງຄຸ້ມຄອງຈາກປະເທດພັນທະມິດຂອງເອີຣົບ ເຊິ່ງເປັນການມອບຕົນເອງໃຫ້ຢູ່ພາຍໃຕ້ການຄວບຄຸມຂອງບັນດາປະເທດຄຣິສຕຽນ. ເຫດການດັ່ງກ່າວເປັນການສຳເລັດຂອງຄຳພະຍາກອນກົງຕົວຕາມທີ່ຂຽນໄວ້. ເມື່ອຂ່າວເລື່ອງນີ້ຖືກເຜີຍແຜ່ອອກໄປ ມີຄົນຈຳນວນຫຼວງຫຼາຍເຊື່ອໝັ້ນວ່າ ຫຼັກການທີ່ມິນເລີກັບເພື່ອນຮ່ວມງານໃຊ້ໃນການຕີຄວາມໝາຍຂອງຄຳພະຍາກອນນັ້ນຖືກຕ້ອງ, ສິ່ງນີ້ຈຶ່ງເປັນແຮງສະໜັບສະໜູນແກ່ການປະກາດເລື່ອງການສະເດັດກັບມາຂອງພຣະຄຣິສ. ຜູ້ຊາຍບາງຄົນທີ່ມີການສຶກສາ ແລະ ມີຕຳແໜ່ງຮັບຜິດຊອບ ກໍມາຮ່ວມທີມງານກັບມິນເລີທັງໃນການເທດສະໜາ ແລະ ໃນການຕີພິມຄຳສອນຂອງເພິ່ນ; ດັ່ງນັ້ນ, ລະຫວ່າງປີ 1840 ເຖິງ ປີ 1844 ວຽກງານການປະກາດດັ່ງກ່າວຈຶ່ງໄດ້ຂະຫຍາຍອອກໄປຢ່າງໄວວາ. {GC 335.1}
ວິນລຽມ ມິນເລີ ເປັນຄົນມີພະລັງສະໝອງທີ່ໄດ້ຮັບການຝຶກຝົນດ້ວຍການຄິດໄຕ່ຕອງ ແລະ ການຄົ້ນຄວ້າ; ນອກຈາກນັ້ນ, ເພິ່ນຍັງໄດ້ຮັບສະຕິປັນຍາຈາກສະຫວັນ ດ້ວຍການຕິດສະໜິດກັບພຣະເຈົ້າຜູ້ຊົງເປັນແຫຼ່ງປັນຍາ. ເພິ່ນເປັນຄົນທ່ຽງທຳ ແລະ ເປັນທີ່ນັບໜ້າຖືຕາໃນທຸກບ່ອນທີ່ເຫັນຄຸນຄ່າຂອງອຸປະນິໄສທີ່ສັດຊື່ ແລະ ສິນທຳອັນດີງາມ. ເພິ່ນເປັນຄົນມີໃຈເມດຕາຢ່າງແທ້ຈິງ ແລະ ເປັນຄົນຖ່ອມຕົວຕາມແບບຂອງຄຣິສຕຽນ ທັງເປັນຄົນທີ່ມີວິໄນໃຫ້ກັບຕົວເອງ, ເອົາໃຈໃສ່ ແລະ ມີຄວາມຮັກຕໍ່ທຸກຄົນ, ພ້ອມທີ່ຈະຮັບຟັງຄວາມຄິດເຫັນ ແລະ ພິຈາລະນາເຫດຜົນຂອງຄົນອື່ນ. ເພິ່ນທົດສອບທິດສະດີຕ່າງໆດ້ວຍຈິດໃຈທີ່ສະຫງົບ ແລະ ພິຈາລະນາຄຳສອນທຸກຢ່າງດ້ວຍພຣະຄຳຂອງພຣະເຈົ້າ; ການໃຊ້ເຫດຜົນຢ່າງຮອບຄອບ ແລະ ການຮູ້ພຣະຄຳພີຢ່າງຄົບຖ້ວນ ເຮັດໃຫ້ເພິ່ນສາມາດໂຕ້ແຍ້ງຄຳສອນທີ່ບໍ່ຈິງ. {GC 335.2}
ແຕ່ໃນຂະນະດຽວກັນ ມີຄົນຕໍ່ຕ້ານວຽກງານການປະກາດຂອງເພິ່ນຢ່າງຮ້າຍກາດ. ເຊັ່ນດຽວກັບພວກນັກປະຕິຮູບລຸ້ນກ່ອນໆ, ຜູ້ສອນສາສະໜາທີ່ຜູ້ຄົນໃນສັງຄົມນິຍົມຊົມຊອບ ກໍບໍ່ໄດ້ຍອມຮັບຄວາມຈິງທີ່ເພິ່ນສອນ. ເນື່ອງຈາກຄົນເຫຼົ່ານີ້ບໍ່ມີພຣະຄຳພີຮອງຮັບຈຸດຢືນຂອງຕົນ, ພວກເຂົາຈຶ່ງຢຶດເອົາຖ້ອຍຄຳ ແລະ ຄຳສອນຂອງມະນຸດ ແລະ ທຳນຽມຂອງຄຣິສຕຽນໃນສະໄໝບູຮານ. ແຕ່ພຣະຄຳຂອງພຣະເຈົ້າເປັນພະຍານດຽວ ທີ່ຜູ້ສອນຄວາມຈິງເລື່ອງການສະເດັດກັບມາຍອມຮັບໄດ້. ຄຳຂວັນຂອງພວກເຂົາຄື “ພຣະຄຳພີພຽງຢ່າງດຽວເທົ່ານັ້ນ.” ແຕ່ໃນເມື່ອຝ່າຍທີ່ຕໍ່ຕ້ານຂາດພຣະຄຳພີສະໜັບສະໜູນ ພວກເຂົາຈຶ່ງໃຊ້ການເຍາະເຍີ້ຍຫົວຂວັນແທນ. ມີການທຸ້ມເທເວລາ, ຊັບສິນ ແລະ ຄວາມສາມາດ ເພື່ອໃສ່ຮ້າຍປ້າຍສີຄົນບໍຣິສຸດທີ່ຂັດຫູຂັດຕາ ຍ້ອນວ່າພວກເຂົາເຝົ້າລໍຄອຍການສະເດັດກັບມາຂອງອົງພຣະຜູ້ເປັນເຈົ້າຂອງຕົນ, ພະຍາຍາມໃຊ້ຊີວິດຢ່າງບໍຣິສຸດ ແລະ ຊັກຊວນຄົນອື່ນໃຫ້ກຽມພ້ອມສຳລັບການສະເດັດກັບມາຂອງພຣະອົງ. {GC 335.3}
ຄົນທີ່ຕໍ່ຕ້ານນັ້ນ ມີຄວາມພະຍາຍາມຢ່າງພາກພຽນທີ່ຈະດຶງຄວາມສົນໃຈຂອງປະຊາຊົນອອກຈາກເລື່ອງການສະເດັດກັບມາຂອງພຣະຄຣິສ. ພວກເຂົາສອນວ່າ ການສຶກສາຄຳພະຍາກອນທີ່ກ່ຽວຂ້ອງກັບການສະເດັດກັບມາຂອງພຣະຄຣິສ ແລະ ການສິ້ນໂລກນັ້ນ ເປັນຄວາມບາບ ແລະ ເປັນເລື່ອງທີ່ໜ້າອັບອາຍ. ພວກສາສະໜາຈານທີ່ໄດ້ຮັບຄວາມນິຍົມຊົມຊອບຈາກຄົນໃນສັງຄົມ ຈຶ່ງທຳລາຍຄວາມເຊື່ອໃນພຣະຄຳຂອງພຣະເຈົ້າຢ່າງນີ້ແຫຼະ. ຄຳສອນຂອງພວກເຂົາເປັນເຫດໃຫ້ຄົນບໍ່ເຊື່ອໃນພຣະເຈົ້າ ແລະ ມີຫຼາຍຄົນປ່ອຍຕົວເອງໃຫ້ເຮັດຕາມຄວາມປາຖະໜາຊົ່ວຂອງຈິດໃຈ; ແລ້ວຄົນທີ່ຢູ່ເບື້ອງຫຼັງຄວາມຊົ່ວເຫຼົ່ານີ້ ກໍໂຍນຄວາມຜິດໃຫ້ກັບກຸ່ມແອັດເວັນຕິສ ທີ່ກຳລັງລໍຖ້າການສະເດັດກັບມາຂອງພຣະເຢຊູ. {GC 336.1}
ເຖິງແມ່ນວ່າມີປັນຍາຊົນມາຟັງມິນເລີດ້ວຍໃຈຈົດຈໍ່ເຕັມຫ້ອງປະຊຸມຢູ່ເລື້ອຍໆ ແຕ່ພວກໜັງສືພິມຄຣິສຕຽນບໍ່ຄ່ອຍໄດ້ຂຽນເຖິງເພິ່ນ ນອກຈາກຈະເປັນການປະນາມເຍາະເຍີ້ຍ. ຄົນທີ່ບໍ່ເອົາໃຈໃສ່ ແລະ ຄົນຊົ່ວເຫັນທ່າທີຂອງພວກຜູ້ນຳສາສະໜາແລ້ວ ຈຶ່ງຮູ້ສຶກໃຈກ້າຂຶ້ນມາ; ພວກເຂົາຈຶ່ງເຍາະເຍີ້ຍຢ່າງເສຍຫາຍ ແລະ ໃຊ້ຖ້ອຍຄຳສຽດສີທີ່ແຫຼມຄົມ ເພື່ອປະໝາດຢ່າງຕ່ຳຊ້າ, ທັງໝົດນີ້ກໍເພື່ອດູຖູກມິນເລີ ແລະ ວຽກງານການປະກາດຂອງເພິ່ນ. ມິນເລີຜູ້ຊາຍຜົມຫງອກ ໄດ້ປະເຮືອນຊານອັນສະດວກສະບາຍ ເພື່ອໄປຕາມເມືອງຕ່າງໆດ້ວຍທຶນຂອງຕົນເອງ ແລະ ເຮັດວຽກຢ່າງບໍ່ຢຸດບໍ່ເຊົາ ເພື່ອເຕືອນຊາວໂລກເຖິງການພິພາກສາທີ່ໃກ້ຈະມາເຖິງ; ແຕ່ເພິ່ນພັດຖືກຄົນອື່ນປະນາມເຍາະເຍີ້ຍ ແລະ ຖືກໃສ່ຮ້າຍວ່າເປັນຄົນບ້າສາສະໜາ, ເປັນຕົວຫຼອກລວງ ແລະ ເປັນກະຕ່າຍຕື່ນຕູມສະໝອງຂີ້ເລື່ອຍ. {GC 336.2}
ແຕ່ມີຄົນອອກມາສະແດງຄວາມບໍ່ພໍໃຈຕໍ່ການປະນາມຫົວຂວັນ ແລະ ການໃສ່ຮ້າຍປ້າຍສີຢ່າງບໍ່ເປັນຄວາມຈິງນີ້; ແມ່ນແຕ່ໜັງສືພິມທົ່ວໄປ ກໍຍັງປະນາມການເຍາະເຍີ້ຍດັ່ງກ່າວ ແລະ ຊາວໂລກເອງກໍຍັງປະກາດວ່າ ການເວົ້າເຍາະເຍີ້ຍຫົວຂວັນ “ເລື່ອງທີ່ມີຄວາມສຳຄັນອັນຍິ່ງໃຫຍ່ ແລະ ມີຜົນສະທ້ອນອັນໜ້າຢ້ານກົວ” ນັ້ນ ບໍ່ພຽງແຕ່ເປັນ “ການຫຼິ້ນກັບຄວາມຮູ້ສຶກຂອງຜູ້ປະກາດ ແລະ ຜູ້ສະໜັບສະໜູນ” ເທົ່ານັ້ນ, ແຕ່ຍັງເປັນ “ການເຮັດໃຫ້ວັນພິພາກສາກາຍເປັນເລື່ອງຕະຫຼົກ, ເປັນການເຍາະເຍີ້ຍພຣະເຈົ້າ ແລະ ເປັນການໝິ່ນປະໝາດຄວາມໜ້າຢ້ານກົວຂອງບັນລັງພິພາກສາຂອງພຣະອົງ.”32 {GC 336.3}
ມານຊາຕານຜູ້ຍຸແຍ່ໃຫ້ເກີດຄວາມຊົ່ວຮ້າຍທັງປວງ ບໍ່ພຽງແຕ່ພະຍາຍາມຂັດຂວາງ ບໍ່ໃຫ້ຂ່າວການສະເດັດກັບມາປະສົບຜົນສຳເລັດເທົ່ານັ້ນ ແຕ່ຍັງຢາກທຳລາຍຜູ້ປະກາດອີກດ້ວຍ. ມິນເລີໄດ້ນຳເອົາສັດຈະທຳໃນພຣະຄຳພີມາປັບໃຊ້ກັບຊີວິດຈິງຂອງຜູ້ຟັງ, ທັງໄດ້ກ່າວປະນາມຄວາມຜິດບາບ ແລະ ສອນໃຫ້ພວກເຂົາບໍ່ໄວ້ວາງໃຈໃນຕົນເອງ; ແຕ່ຖ້ອຍຄຳອັນກົງໄປກົງມາ ແລະ ກົງປະເດັນຂອງເພິ່ນເຮັດໃຫ້ບາງຄົນກຽດຊັງ. ການທີ່ສະມາຊິກຄຣິສຕະຈັກຕໍ່ຕ້ານຄຳສອນຂອງເພິ່ນ, ເຮັດໃຫ້ຄົນທີ່ບໍ່ມີສາສະໜາຍິ່ງກ້າຫານທີ່ຈະເຮັດຊົ່ວຫຼາຍກວ່າເກົ່າ; ສ່ວນພວກສັດຕູ ກໍວາງແຜນເພື່ອໝາຍເອົາຊີວິດຂອງມິນເລີ ໃນຂະນະທີ່ເພິ່ນອອກຈາກຫ້ອງປະຊຸມ. ແຕ່ທູດສະຫວັນບໍຣິສຸດໄດ້ຢູ່ທີ່ນັ້ນ; ມີທູດສະຫວັນອົງໜຶ່ງໃນຮູບຮ່າງຂອງມະນຸດ ໄດ້ຈັບແຂນຂອງມິນເລີຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ນຳເພິ່ນຜ່ານຝູງຄົນທີ່ໃຈຮ້າຍໄປຢ່າງປອດໄພ. ວຽກງານຂອງເພິ່ນຍັງບໍ່ທັນສຳເລັດເທື່ອ; ຊາຕານ ແລະ ຜູ້ຮັບໃຊ້ຂອງມັນຈຶ່ງຕ້ອງຜິດຫວັງທີ່ແຜນການຂອງພວກມັນລົ້ມເຫຼວ. {GC 336.4}
ເຖິງແມ່ນຈະມີການຕໍ່ຕ້ານຄັດຄ້ານກໍຕາມ ແຕ່ຄວາມສົນໃຈໃນເລື່ອງການສະເດັດກັບມາຂອງພຣະຄຣິສໄດ້ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ. ຕອນເລີ່ມຕົ້ນ, ມີຄົນຟັງເປັນຫຼັກສິບຫຼັກຮ້ອຍ ແຕ່ຕໍ່ມາກໍມີຄົນມາຟັງເປັນຫຼັກພັນ. ຄຣິສຕະຈັກຕ່າງໆມີສະມາຊິກເພີ່ມຂຶ້ນຫຼາຍ; ແຕ່ເມື່ອເວລາຜ່ານໄປກໍມີກະແສຕໍ່ຕ້ານ, ແມ່ນແຕ່ສະມາຊິກໃໝ່ເຫຼົ່ານັ້ນກໍຖືກຕໍ່ຕ້ານດ້ວຍ; ຄຣິສຕະຈັກທັງຫຼາຍກໍເລີ່ມມີມາດຕະການລົງໂທດຜູ້ທີ່ຮັບເອົາຄຳສອນຂອງມິນເລີ. ມິນເລີຈຶ່ງຂຽນຕອບໂຕ້ການກະທຳດັ່ງກ່າວຂອງຄຣິສຕະຈັກທຸກຄະນະນິກາຍ ໂດຍຮຽກຮ້ອງວ່າ ຖ້າຄຳສອນຂອງເພິ່ນບໍ່ເປັນຄວາມຈິງ ກໍຂໍໃຫ້ພິສູດໃຫ້ເຫັນຈາກພຣະຄຳພີ. {GC 337.1}
ເພິ່ນກ່າວວ່າ: “ມີຫຍັງແດ່ທີ່ພວກເຮົາເຊື່ອທີ່ພຣະຄຳຂອງພຣະເຈົ້າບໍ່ໄດ້ສັ່ງໃຫ້ເຊື່ອ? ທ່ານທັງຫຼາຍເອງຍອມຮັບວ່າ ພຣະຄຳຂອງພຣະເຈົ້າເປັນບັນທັດຖານພຽງຢ່າງດຽວແຫ່ງຄວາມເຊື່ອ ແລະ ການປະພຶດປະຕິບັດຂອງເຮົາບໍ່ແມ່ນບໍ?” ພວກເຮົາໄດ້ເຮັດຫຍັງແດ່ ທີ່ຄວນໄດ້ຮັບການປະນາມຢ່າງຮຸນແຮງເຊັ່ນນີ້ໃນຄຳເທດສະໜາ ແລະ ໃນໜັງສືພິມ? ພວກເຮົາມີຄວາມຜິດແບບໃດ ທີ່ພວກທ່ານຮູ້ສຶກວ່າການຂັບໄລ່ພວກເຮົາ [ຄືພວກແອັດເວັນຕິສ] ອອກຈາກຄຣິສຕະຈັກ ແລະ ຈາກກຸ່ມນະມັດສະການຂອງທ່ານເປັນສິ່ງທີ່ຖືກຕ້ອງ?” “ຖ້າພວກເຮົາຜິດແທ້ ກໍຂໍຈົ່ງຊ່ວຍສະແດງໃຫ້ພວກເຮົາເຫັນວ່າມັນຜິດຢູ່ໃສ. ສະແດງໃຫ້ພວກເຮົາເຫັນຈາກພຣະຄຳຂອງພຣະເຈົ້າວ່າ ເຮົາເຊື່ອຄວາມເທັດຢູ່ປະການໃດແດ່; ການເຍາະເຍີ້ຍບໍ່ສາມາດໂນ້ມນ້າວພວກເຮົາໄດ້ດອກ, ພວກເຮົາໄດ້ຮັບການເຍາະເຍີ້ຍພຽງພໍແລ້ວ ມີແຕ່ພຣະຄຳຂອງພຣະເຈົ້າເທົ່ານັ້ນ ທີ່ສາມາດປ່ຽນຄວາມຄິດເຫັນຂອງພວກເຮົາໄດ້. ພວກເຮົາໄດ້ພິຈາລະນາຫຼັກຖານໃນພຣະຄຳພີດ້ວຍຄວາມຕັ້ງໃຈ ແລະ ການອະທິຖານ ຈຶ່ງມາເຖິງຂໍ້ສະຫຼຸບຂອງພວກເຮົາ.”33 {GC 337.2}
ໃນແຕ່ລະຍຸກສະໄໝ ພຣະເຈົ້າຊົງຕັກເຕືອນຊາວໂລກຜ່ານຜູ້ຮັບໃຊ້ຂອງພຣະອົງ ແຕ່ຜູ້ຮັບໃຊ້ເຫຼົ່ານັ້ນພັດຖືກຄົນອື່ນສົງໄສ ແລະ ບໍ່ເຊື່ອ. ເມື່ອມະນຸດໃນສະໄໝກ່ອນນ້ຳຖ້ວມໂລກ ໄດ້ເຮັດຄວາມຊົ່ວຊ້າຈົນພຣະເຈົ້າຊົງບັນດານໃຫ້ນ້ຳມາຖ້ວມໂລກ, ພຣະອົງຊົງເຕືອນກ່ອນ ໃຫ້ພວກເຂົາຮູ້ເຖິງພຣະປະສົງຂອງພຣະອົງ ແລະ ມີໂອກາດຫັນຈາກທາງຊົ່ວຮ້າຍຂອງຕົນ. ສຽງການຕັກເຕືອນນັ້ນກ້ອງຢູ່ໃນຫູຂອງພວກເຂົາເປັນເວລາ 120 ປີ ຂໍໃຫ້ພວກເຂົາກັບໃຈ ກ່ອນພຣະພິໂຣດຂອງພຣະເຈົ້າຈະທຳລາຍພວກເຂົາ. ແຕ່ເຂົາທັງຫຼາຍພັດເຫັນວ່າ ຄຳເຕືອນນັ້ນເປັນພຽງນິຍາຍຈຶ່ງບໍ່ເຊື່ອ ແລະ ຍິ່ງມີຄວາມໜ້າດ້ານໃນການເຮັດຊົ່ວ. ພວກເຂົາເຍາະເຍີ້ຍຜູ້ຮັບໃຊ້ຂອງພຣະເຈົ້າ ແລະ ດູຖູກຄຳຂໍຮ້ອງຂອງເພິ່ນ, ແຖມຍັງຫາວ່າເພິ່ນເປັນຄົນປະໝາດ, ເພາະວ່າຊາຍຄົນໜຶ່ງຈະບັງອາດຢືນຂຶ້ນຕໍ່ຕ້ານບຸກຄົນສຳຄັນທັງຫຼາຍຂອງໂລກໄດ້ແນວໃດ? ຖ້າຄຳປະກາດຂອງໂນອາເປັນຄວາມຈິງ ເປັນຫຍັງມະນຸດທຸກຄົນຈຶ່ງບໍ່ເຫັນ ແລະ ຮັບເຊື່ອ? ຂໍ້ຄິດຂອງຊາຍຄົນໜຶ່ງຕໍ່ສະຕິປັນຍາຂອງຄົນນັບໝື່ນນັບແສນ! ພວກເຂົາຈຶ່ງບໍ່ຍອມຮັບຄຳເຕືອນ ແລະ ບໍ່ຍອມເຂົ້າລີ້ໄພຢູ່ໃນເຮືອ. {GC 337.3}
ຜູ້ທີ່ເຍາະເຍີ້ຍເຫຼົ່ານັ້ນ ໄດ້ຊີ້ໄປຍັງທຳມະຊາດໃຫ້ເບິ່ງລະດູການທີ່ຜ່ານໄປຕາມປົກກະຕິຂອງມັນ, ຟ້າສີຄາມສົດໃສທີ່ບໍ່ເຄີຍມີຝົນຕົກຈັກເທື່ອ ແລະ ທົ່ງຫຍ້າຂຽວອຸ່ມທຸ່ມທີ່ຮັບການຫົດນ້ຳຈາກນ້ຳໝອກໃນກາງຄືນ, ແລ້ວຈຶ່ງຮ້ອງອອກມາວ່າ: “ລາວເວົ້າເປັນຄຳອຸປະມາບໍ່ແມ່ນບໍ?” ພວກເຂົາກຽດຊັງຜູ້ປະກາດແຫ່ງຄວາມຊອບທຳ ແລະ ຫາວ່າເພິ່ນເປັນກະຕ່າຍຕື່ນຕູມ; ຈາກນັ້ນພວກເຂົາກໍຍິ່ງສະແຫວງຫາຂອງບັນເທີງ ແລະ ຍິ່ງຕັ້ງໃຈເຮັດຊົ່ວຫຼາຍກວ່າເກົ່າ. ແຕ່ການທີ່ພວກເຂົາບໍ່ເຊື່ອບໍ່ສາມາດຂັດຂວາງເຫດການທີ່ທຳນວາຍໄວ້. ພຣະເຈົ້າຊົງອົດທົນຕໍ່ຄວາມຊົ່ວຮ້າຍຂອງພວກເຂົາເປັນເວລາດົນນານ ແລະ ໃຫ້ໂອກາດພຽງພໍທີ່ຈະກັບໃຈ; ແຕ່ເມື່ອເຖິງເວລາທີ່ກຳນົດ ການພິພາກສາລົງໂທດກໍຕົກໃສ່ຄົນເຫຼົ່ານັ້ນທີ່ປະຕິເສດພຣະເມດຕາຂອງພຣະອົງ. {GC 338.1}
ພຣະຄຣິສຊົງກ່າວວ່າ ຈະມີຄົນບໍ່ເຊື່ອເລື່ອງການສະເດັດກັບມາຂອງພຣະອົງ ຄ້າຍຄືກັບໃນສະໄໝຂອງໂນອາ. ພຣະຜູ້ຊ່ວຍໃຫ້ລອດຊົງກ່າວວ່າ, ຄົນໃນສະໄໝໂນອາບໍ່ຮູ້ເລີຍຈົນກວ່ານ້ຳຖ້ວມມາກວາດພວກເຂົາໄປແລ້ວສັນໃດ “ເມື່ອບຸດມະນຸດມາ ກໍຈະເປັນດັ່ງນັ້ນແຫຼະ.” (ມັດທາຍ 24:39). ເມື່ອຄົນທີ່ໄດ້ນາມຊື່ວ່າເປັນຄົນຂອງພຣະເຈົ້າ ແຕ່ພັດຮ່ວມເປັນໜຶ່ງດຽວກັບຊາວໂລກ, ໃຊ້ຊີວິດຢ່າງຊາວໂລກ ແລະ ຫາຄວາມບັນເທີງຈາກສິ່ງທີ່ພຣະເຈົ້າຊົງຫ້າມ; ເມື່ອຄຣິສຕະຈັກໄປຮຽນແບບຄວາມຫຼູຫຼາຟຸມເຟືອຍຂອງທາງຊາວໂລກ; ເມື່ອສຽງລະຄັງດັງໂຄງເຄງເພື່ອສະຫຼອງການແຕ່ງງານ ແລະ ຄົນທັງຫຼາຍກຳລັງເບິ່ງອອກໄປໃນອະນາຄົດອັນໄກວ່າ ຈະມີຄວາມຈະເລີນຮຸ່ງເຮືອງໃນໂລກອີກຫຼາຍປີ; ເມື່ອນັ້ນແຫຼະ, ພາບອັນແສງສີອັນສົດໃສ ແລະ ຄວາມຫວັງອັນຫຼອກລວງ ຈະດັບສູນຢ່າງກະທັນຫັນເໝືອນຟ້າແມບຟ້າຜ່າ. {GC 338.2}
ພຣະເຈົ້າສົ່ງຜູ້ຮັບໃຊ້ຂອງພຣະອົງທີ່ຊົງເລືອກໄວ້ ເພື່ອປະກາດເຕືອນວ່າການພິພາກສາຄັ້ງສຸດທ້າຍໃກ້ເຂົ້າມາ ເໝືອນດັ່ງທີ່ພຣະອົງຊົງໃຊ້ໂນອາໃຫ້ເຕືອນຊາວໂລກເລື່ອງນ້ຳຖ້ວມ. ຄົນໃນສະໄໝຂອງໂນອາໄດ້ຫົວຂວັນຄຳທຳນວາຍຂອງເພິ່ນ ທີ່ປະກາດເລື່ອງຄວາມຊອບທຳຢ່າງໃດ ມີຫຼາຍຄົນໃນສະໄໝຂອງມິນເລີ ລວມເຖິງຄົນທີ່ມີຊື່ວ່າເປັນຄົນຂອງພຣະເຈົ້າບາງຄົນ ທີ່ຫົວຂວັນຄຳຕັກເຕືອນຂອງເພິ່ນຢ່າງນັ້ນ. {GC 339.1}
ເປັນຫຍັງຄຣິສຕະຈັກທັງຫຼາຍຈຶ່ງບໍ່ຕ້ອນຮັບຄຳສອນ ແລະ ຄຳເທດສະໜາເລື່ອງການສະເດັດມາຄັ້ງທີສອງຂອງພຣະຄຣິສ? ສຳລັບຄົນຊົ່ວ ການສະເດັດກັບມາຂອງພຣະອົງເປັນເລື່ອງຂອງຄວາມທຸກ ແລະ ຄວາມພິນາດ; ແຕ່ສຳລັບຄົນຊອບທຳມັນເປັນເລື່ອງແຫ່ງຄວາມຫວັງ ແລະ ຄວາມຊົມຊື່ນຍິນດີ. ຄົນສັດຊື່ຂອງພຣະເຈົ້າໃນທຸກຍຸກທຸກສະໄໝໄດ້ໜູນໃຈກັນ ແລະ ກັນດ້ວຍຄວາມຈິງອັນສຳຄັນເລື່ອງການສະເດັດກັບມາຂອງພຣະເຢຊູ. ແລ້ວເປັນຫຍັງຄົນທີ່ໄດ້ຊື່ວ່າເປັນຄົນຂອງພຣະເຈົ້າຈຶ່ງຖືວ່າເລື່ອງດັ່ງກ່າວ “ເປັນດັ່ງຫີນທີ່ໃຫ້ປະຊາຊົນຕຳສະດຸດ ແລະ ເປັນດັ່ງແຮ້ວທີ່ຈະດັກຈັບເອົາ” (ເອຊາຢາ 8:14) ເໝືອນຄົນຢິວທີ່ປະຕິເສດພຣະເຢຊູ? ແມ່ນອົງພຣະຜູ້ເປັນເຈົ້າເອງທີ່ຊົງສັນຍາກັບພວກສາວົກຂອງພຣະອົງວ່າ: “ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ.” (ໂຢຮັນ 14:3). ແມ່ນພຣະຜູ້ຊ່ວຍໃຫ້ລອດເອງທີ່ແສນເມດຕາ ຜູ້ຊົງເຫັນວ່າຜູ້ຕິດຕາມພຣະອົງຈະຮູ້ສຶກເປົ່າປ່ຽວດຽວດາຍ ແລະ ມີຄວາມໂສກເສົ້າ, ພຣະອົງຈຶ່ງຊົງໃຊ້ທູດສະຫວັນມາເພື່ອປອບໂຍນພວກເຂົາ ໂດຍຢືນຢັນວ່າພຣະອົງຈະສະເດັດກັບມາອີກ ເໝືອນດັ່ງທີ່ພຣະອົງສະເດັດຂຶ້ນໄປສະຫວັນ. ໃນຂະນະທີ່ພວກສາວົກຢືນຈ້ອງເບິ່ງໄປໃນທ້ອງຟ້າ ເພື່ອຈະໄດ້ເຫັນພຣະອົງຜູ້ທີ່ພວກເຂົາຮັກອີກເປັນຄັ້ງສຸດທ້າຍ ກໍຕົກໃຈເມື່ອໄດ້ຍິນສຽງກ່າວວ່າ: “ຊາວຄາລີເລເອີຍ, ເປັນຫຍັງພວກເຈົ້າຈຶ່ງຢືນເບິ່ງທ້ອງຟ້າ? ພຣະເຢຊູເຈົ້າອົງນີ້ທີ່ຖືກຮັບໄປຈາກພວກເຈົ້າຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກເຈົ້າໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫຼະ.” (ກິດຈະການ 1:11). ພວກເຂົາມີຄວາມຫວັງຂຶ້ນໃໝ່ເມື່ອໄດ້ຍິນຄຳຂອງທູດສະຫວັນ; ພວກສາວົກຈຶ່ງ “ກັບຄືນເມືອນະຄອນເຢຣູຊາເລັມດ້ວຍຄວາມຊົມຊື່ນຍິນດີອັນໃຫຍ່. ພວກເພິ່ນໄດ້ສືບຕໍ່ຢູ່ໃນບໍລິເວນພຣະວິຫານທຸກວັນ ເພື່ອສັນລະເສີນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າ.” (ລູກາ 24:52, 53). ເຂົາທັງຫຼາຍບໍ່ໄດ້ຊື່ນຊົມຍິນດີຍ້ອນພຣະເຢຊູໄດ້ຖືກແຍກອອກຈາກພວກເຂົາ ແລະ ພວກເຂົາຖືກປະໄວ້ໃຫ້ດິ້ນຮົນກັບການທົດລອງ ແລະ ການລໍ້ລວງທາງຝ່າຍໂລກ, ແຕ່ພວກສາວົກເຫຼົ່ານັ້ນມີຄວາມຊົມຊື່ນຍິນດີ ຍ້ອນຄຳຢືນຢັນຂອງທູດສະຫວັນທີ່ວ່າ ພຣະອົງຈະສະເດັດກັບມາອີກ. {GC 339.2}
ການປະກາດຂ່າວເລື່ອງການສະເດັດມາຂອງພຣະຄຣິສໃນເວລານີ້ ຄວນເປັນເລື່ອງທີ່ໜ້າຍິນດີ ເໝືອນໃນຕອນທີ່ພວກທູດສະຫວັນປະກາດຂ່າວນັ້ນໃຫ້ພວກຜູ້ລ້ຽງແກະໃນເມືອງເບັດເລເຮັມ. ຜູ້ທີ່ຮັກພຣະຜູ້ຊ່ວຍໃຫ້ລອດຢ່າງແທ້ຈິງ ຈະມີຄວາມໜ້າຊື່ນໃຈບານ ເມື່ອຄິດເຖິງການສະເດັດກັບມາຂອງພຣະອົງ ຜູ້ເປັນສູນກາງແຫ່ງຄວາມຫວັງໃນຊີວິດນິຣັນຂອງພວກເຂົາ; ຂ່າວເລື່ອງການສະເດັດມານີ້ມີພື້ນຖານມາຈາກພຣະຄຳພີ. ເມື່ອພຣະອົງສະເດັດມາເປັນຄັ້ງທີສອງ ພຣະອົງຈະບໍ່ຮັບການດູຖູກດູໝິ່ນ ຫຼື ຖືກປະຕິເສດເໝືອນຕອນທີ່ພຣະອົງສະເດັດມາຄັ້ງທຳອິດ, ແຕ່ພຣະອົງຈະສະເດັດມາດ້ວຍຣິດທານຸພາບ ແລະ ດ້ວຍແສງຣັດສະໝີ ເພື່ອຮັບເອົາຄົນຂອງພຣະອົງ. ມີແຕ່ຄົນທີ່ບໍ່ຮັກພຣະເຢຊູທີ່ບໍ່ຢາກໃຫ້ພຣະອົງສະເດັດກັບມາ; ຄວາມຄຽດແຄ້ນ ແລະ ຄວາມໃຈຮ້າຍທີ່ຄົນໃນຄຣິສຕະຈັກຕ່າງໆມີເມື່ອໄດ້ຍິນຂ່າວສານຈາກສະຫວັນ ເປັນຫຼັກຖານທີ່ແຈ່ມແຈ້ງທີ່ສຸດວ່າ ຄຣິສຕະຈັກເຫຼົ່ານັ້ນໄດ້ປະຖິ້ມພຣະເຈົ້າ. {GC 339.3}
ຜູ້ທີ່ຮັບເອົາຄຳສອນເລື່ອງການສະເດັດກັບມາ ກໍຮູ້ສຶກວ່າຕົນຕ້ອງການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຖ່ອມໃຈລົງຕໍ່ພຣະພັກພຣະເຈົ້າ. ມີຫຼາຍຄົນທີ່ມີສອງຈິດສອງໃຈ ລະຫວ່າງພຣະຄຣິສກັບທາງຝ່າຍໂລກເປັນເວລາດົນນານ; ມາບັດນີ້, ພວກເຂົາຮູ້ສຶກວ່າເຖິງເວລາທີ່ຕ້ອງຕັດສິນໃຈ. “ສິ່ງທີ່ກ່ຽວຂ້ອງກັບຊີວິດນິຣັນ ໄດ້ກາຍເປັນຄວາມຈິງທີ່ຊັດເຈນທີ່ສຸດຢ່າງທີ່ບໍ່ເຄີຍສຳຜັດມາກ່ອນ, ເໝືອນສະຫວັນຫຍັບເຂົ້າມາໃກ້ໂລກສັນໃດກໍສັນນັ້ນ; ພວກເຂົາຮູ້ສຳນຶກວ່າ ຕົນຢືນຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າໃນຖານະຄົນຜິດບາບ.”34 ຊາວຄຣິສຕຽນໄດ້ຮັບການຟື້ນຟູສູ່ຊີວິດໃໝ່ຝ່າຍຈິດວິນຍານ, ພວກເຂົາຮູ້ສຶກວ່າ ເຫຼືອເວລາສັ້ນໆເທົ່ານັ້ນ; ສະນັ້ນ, ຖ້າຈະເຮັດຫຍັງເພື່ອຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ກໍຕ້ອງຟ້າວເຮັດຢ່າງຮີບດ່ວນ. ສິ່ງຂອງຝ່າຍໂລກຈືດຈາງໄປ, ປະເດັນທີ່ຈັບໃຈພວກເຂົາເໜືອສິ່ງໃດທັງໝົດກໍຄື ພວກເຂົາຈະມີຊີວິດນິຣັນ ຫຼືວ່າຈະຕ້ອງຕາຍໄປຕະຫຼອດການ. ພຣະວິນຍານຂອງພຣະເຈົ້າສະຖິດຢູ່ກັບພວກເຂົາ ແລະ ປະທານພະລັງຣິດເດດໃຫ້ພວກເຂົາໃນການຕັກເຕືອນຂໍຮ້ອງພີ່ນ້ອງ ແລະ ຄົນບາບໃຫ້ກຽມຕົວສຳລັບວັນສຳຄັນຍິ່ງໃຫຍ່ຂອງພຣະເຈົ້າ. ການດຳເນີນຊີວິດປະຈຳວັນຂອງພວກເຂົາ ເປັນພະຍານອັນມິດງຽບຢູ່ຕະຫຼອດເວລາ ເຊິ່ງປະນາມສະມາຊິກຄຣິສຕະຈັກທີ່ເນັ້ນພິທີກຳແຕ່ບໍ່ກັບໃຈ. ຄົນເຫຼົ່ານັ້ນບໍ່ຢາກມີຫຍັງມາຂັດຈັງຫວະການຫາຄວາມບັນເທີງ, ການສະແຫວງຫາເງິນຄຳ ແລະ ຄວາມທະເຍີທະຍານຫາລາບຍົດໃນໂລກນີ້. ດ້ວຍເຫດນີ້, ຈຶ່ງມີຄົນຕໍ່ຕ້ານຄຳສອນເລື່ອງການສະເດັດກັບມາຂອງພຣະຄຣິສ ແລະ ຜູ້ທີ່ປະກາດຄຳສອນນັ້ນ. {GC 340.1}
ໃນເມື່ອຫຼັກຖານທີ່ກ່ຽວຂ້ອງກັບໄລຍະເວລາແຫ່ງຄຳພະຍາກອນມີຄວາມໜັກແໜ້ນໝັ້ນຄົງ, ຄົນທີ່ຕໍ່ຕ້ານຈຶ່ງພະຍາຍາມຂັດຂວາງບໍ່ໃຫ້ຄົນມາຄົ້ນຄວ້າເລື່ອງນີ້ ໂດຍກ່າວວ່າ, ຄຳພະຍາກອນຖືກຜະໜຶກຕາປິດໄວ້. ຢ່າງນີ້ແຫຼະ, ພວກໂປຣແຕັສຕັງຈຶ່ງຈະເລີນຮອຍຕາມຄຣິສຕະຈັກໂຣມ, ເພາະຄຣິສຕະຈັກໃນລະບອບສັນຕະປາປາເຄີຍຫ້າມສະມາຊິກອ່ານພຣະຄຳພີ ແລະ ຄຣິສຕະຈັກນິກາຍໂປຣແຕັສຕັງ ກໍອ້າງວ່າມີສ່ວນສຳຄັນຂອງພຣະຄຳພີທີ່ບໍ່ສາມາດເຂົ້າໃຈໄດ້ ຄືສ່ວນທີ່ກ່າວເຖິງຄວາມຈິງທີ່ກ່ຽວຂ້ອງກັບຍຸກສະໄໝຂອງພວກເຮົານັ້ນເອງ. {GC 340.2}
ພວກສາສະໜາຈານ ແລະ ປະຊາຊົນພາກັນປະກາດວ່າ ຄຳພະຍາກອນຂອງດານີເອນ ແລະ ພຣະນິມິດເປັນສິ່ງເລິກລັບທີ່ບໍ່ສາມາດເຂົ້າໃຈໄດ້. ແຕ່ພຣະຄຣິສຊົງຊີ້ໄປຍັງຖ້ອຍຄຳຂອງຜູ້ເຜີຍພຣະທຳດານີເອນ ກ່ຽວກັບເຫດການທີ່ຈະເກີດຂຶ້ນຕາມກຳນົດເວລາວ່າ: “ໃຫ້ຜູ້ອ່ານເຂົ້າໃຈເອງ.” (ມັດທາຍ 24:15). ສ່ວນຄຳສອນທີ່ບອກວ່າ ພຣະທຳພຣະນິມິດເປັນສິ່ງເລິກລັບທີ່ເຂົ້າໃຈບໍ່ໄດ້ ກໍບໍ່ເປັນຄວາມຈິງ; ເພາະວ່າຊື່ພຣະທຳເຫຼັ້ມນີ້ໃນພາສາເດີມແປວ່າ “ການເປີດເຜີຍ” ຫຼືວ່າ “ການສຳແດງ” ເຊິ່ງຈະເຫັນໄດ້ຈາກຂໍ້ທຳອິດຂອງພຣະທຳດັ່ງກ່າວ. “ການຊົງສຳແດງຂອງພຣະເຢຊູເຈົ້າ ເຊິ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງຮູ້ເຖິງເຫດການທັງຫຼາຍທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້.…ຄວາມສຸກເປັນຂອງຜູ້ທີ່ອ່ານພຣະທຳເຫຼັ້ມນີ້ ແລະ ຄວາມສຸກເປັນຂອງຜູ້ທີ່ຮັບຟັງຖ້ອຍຄຳແຫ່ງຄຳທຳນວາຍ ແລະ ປະຕິບັດຕາມຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະທຳເຫຼັ້ມນີ້. ດ້ວຍວ່າ, ເວລານັ້ນກໍໃກ້ເຂົ້າມາແລ້ວ ເມື່ອເຫດການເຫຼົ່ານີ້ຈະເກີດຂຶ້ນ.” (ພຣະນິມິດ 1:1–3). {GC 341.1}
ຜູ້ເຜີຍພຣະທຳໂຢຮັນກ່າວວ່າ: “ຄວາມສຸກເປັນຂອງຜູ້ທີ່ອ່ານພຣະທຳເຫຼັ້ມນີ້;” ພຣະພອນດັ່ງກ່າວບໍ່ແມ່ນສຳລັບຄົນທີ່ບໍ່ຍອມອ່ານ. ເພິ່ນຍັງກ່າວອີກວ່າ: “ຄວາມສຸກເປັນຂອງຜູ້ທີ່ຮັບຟັງ;” ມີບາງຄົນປະຕິເສດທີ່ຈະຮັບຟັງສິ່ງໃດທີ່ກ່ຽວຂ້ອງກັບຄຳພະຍາກອນ, ພຣະພອນດັ່ງກ່າວກໍບໍ່ແມ່ນສຳລັບຄົນກຸ່ມນີ້. “ແລະປະຕິບັດຕາມຂໍ້ຄວາມທີ່ມີຄຳຂຽນໄວ້ໃນພຣະທຳເຫຼັ້ມນີ້;” ມີຫຼາຍຄົນບໍ່ຍອມເອົາໃຈໃສ່ຕໍ່ຄຳຕັກເຕືອນ ແລະ ຄຳສັ່ງສອນທີ່ມີຢູ່ໃນພຣະທຳພຣະນິມິດ; ຄົນເຫຼົ່ານີ້ກໍບໍ່ສາມາດອ້າງສິດໃນການຮັບພຣະພອນທີ່ຊົງສັນຍາໄວ້. ທຸກຄົນທີ່ເຍາະເຍີ້ຍປະເດັນຕ່າງໆຂອງຄຳພະຍາກອນ ແລະ ຫົວຂວັນໃສ່ສັນຍະລັກຕ່າງໆທີ່ໃຊ້ໃນການທຳນວາຍ ພ້ອມດ້ວຍທຸກຄົນທີ່ບໍ່ຍອມປ່ຽນແປງຊີວິດ ແລະ ກຽມພ້ອມສຳລັບການສະເດັດມາຂອງບຸດມະນຸດ ລ້ວນແຕ່ຈະບໍ່ໄດ້ຮັບພອນ. {GC 341.2}
ເມື່ອມີຂໍ້ພຣະຄຳພີຂຽນໄວ້ເຊັ່ນນີ້ແລ້ວ ເປັນໄປໄດ້ຢ່າງໃດທີ່ຈະມີຄົນກ້າສອນວ່າ ພຣະທຳພຣະນິມິດເປັນໜັງສືເລິກລັບເກີນທີ່ມະນຸດຈະເຂົ້າໃຈ. ພຣະທຳດັ່ງກ່າວເປັນຄວາມເລິກລັບທີ່ເປີດເຜີຍ ແລະ ເປັນໜັງສືທີ່ເປີດອອກ. ການສຶກສາພຣະທຳພຣະນິມິດຈະນຳໄປສູ່ການສຶກສາພຣະທຳດານີເອນ, ເພາະທັງສອງເຫຼັ້ມນີ້ມີຄຳສອນທີ່ສຳຄັນທີ່ສຸດທີ່ພຣະເຈົ້າປະທານໃຫ້ມະນຸດ ກ່ຽວກັບເຫດການທີ່ຈະເກີດຂຶ້ນໃນຊ່ວງສຸດທ້າຍຂອງປະຫວັດສາດໂລກ. {GC 341.3}
ພຣະເຈົ້າຊົງເປີດເຜີຍໃຫ້ໂຢຮັນໄດ້ເຫັນນິມິດເຖິງປະສົບການອັນສຳຄັນ ແລະ ໜ້າສົນໃຈຕ່າງໆຂອງຄຣິສຕະຈັກ. ເພິ່ນໄດ້ເຫັນສະພາບໄພ່ພົນຂອງພຣະເຈົ້າ ທັງໄພອັນຕະລາຍທີ່ຕ້ອງປະເຊີນ, ຄວາມຂັດແຍ້ງຕ່າງໆ ແລະ ການປົດປ່ອຍທີ່ຈະໄດ້ຮັບໃນທີ່ສຸດ. ເພິ່ນໄດ້ບັນທຶກຂ່າວສານທີ່ຈະຊ່ວຍໃຫ້ມະນຸດມີຄວາມພ້ອມສຳລັບການເກັບກ່ຽວໃນຍຸກສຸດທ້າຍ, ບາງຄົນກໍຈະເປັນດັ່ງຮວງເຂົ້າ ແລະ ຈະໄດ້ຮັບການກ່ຽວເກັບເຂົ້າໄປໃນແຜ່ນດິນສະຫວັນ; ສ່ວນຄົນອື່ນກໍຈະເປັນດັ່ງໄມ້ຟືນທີ່ຈະຖືກເຜົາໄໝ້ໄປຈົນໝົດສິ້ນ. ພຣະເຈົ້າຊົງເປີດເຜີຍໃຫ້ເພິ່ນເຫັນປະເດັນຕ່າງໆທີ່ສຳຄັນຫຼາຍສຳລັບຄຣິສຕະຈັກໃນຍຸກສຸດທ້າຍໂດຍສະເພາະ ເພື່ອວ່າຜູ້ທີ່ຈະຫັນຈາກຄວາມຜິດໄປສູ່ຄວາມຈິງຈະໄດ້ຮັບຄຳແນະນຳກ່ຽວກັບໄພອັນຕະລາຍ ແລະ ການຂັດແຍ້ງທີ່ຢູ່ຕໍ່ໜ້າພວກເຂົາ. ບໍ່ຈຳເປັນໃຫ້ຜູ້ໃດມຶນງົງສົງໄສຕໍ່ເຫດການຕ່າງໆທີ່ກຳລັງຈະເກີດຂຶ້ນເທິງແຜ່ນດິນໂລກ. {GC 341.4}
ແລ້ວເປັນຫຍັງຄົນສ່ວນຫຼາຍບໍ່ຮູ້ພຣະທຳພຣະນິມິດ ອັນເປັນຂໍ້ຄວາມສຳຄັນຂອງພຣະຄຳພີ? ເປັນຫຍັງຄົນທົ່ວໄປບໍ່ຢາກຄົ້ນຄວ້າພຣະທຳດັ່ງກ່າວ? ເປັນເພາະມານຊາຕານສຶກສາຢ່າງດຸໝັ່ນຂະຫຍັນພຽນ ເພື່ອຫາທາງປິດບັງສິ່ງທີ່ຈະເປີດເຜີຍການຫຼອກລວງຂອງມັນ ບໍ່ໃຫ້ມະນຸດເຫັນ. ດ້ວຍເຫດນີ້, ພຣະຄຣິສຜູ້ຊົງໃຫ້ນິມິດແກ່ໂຢຮັນນັ້ນ ຊົງເຫັນລ່ວງໜ້າເຖິງການຕໍ່ຕ້ານທີ່ຈະເກີດຂຶ້ນກັບຜູ້ທີ່ສຶກສາພຣະທຳພຣະນິມິດ, ພຣະອົງຈຶ່ງກ່າວຄຳອວຍພອນໃຫ້ແກ່ທຸກຄົນທີ່ອ່ານ, ຮັບຟັງ ແລະ ປະຕິບັດຕາມຖ້ອຍຄຳແຫ່ງຄຳພະຍາກອນດັ່ງກ່າວ. {GC 342.1}
ເອັສ. ບຼິສ, ບົດບັນທຶກຂອງ ວິນລຽມ ມິນເລີ, ໜ້າ 65–67.↩
ບຼິສ, ໜ້າ 70.↩
ເບິ່ງ ປະຖົມມະການ 6:3.↩
ເບິ່ງ ປະຖົມມະການ 7:4.↩
ເບິ່ງ ປະຖົມມະການ 15:13.↩
ເບິ່ງ ປະຖົມມະການ 40:12–20.↩
ເບິ່ງ ປະຖົມມະການ 41:28–54.↩
ເບິ່ງ ຈົດບັນຊີ 14:34.↩
ເບິ່ງ 1 ກະສັດ 17:1; ລູກາ 4:25.↩
ເບິ່ງ ເຢເຣມີຢາ 25:11.↩
ເບິ່ງ ດານີເອນ 4:13–16.↩
ເບິ່ງ ດານີເອນ 9:24–27.↩
ບຼິສ, ໜ້າ 74, 75.↩
ພຣະບັນຍັດສອງ 29:29 TKJV; ອາໂມດ 3:7 ດັດແປງຈາກສະບັບ TKJV.↩
ເບິ່ງ 2 ຕີໂມທຽວ 3:16.↩
ເບິ່ງ 2 ເປໂຕ 1:21.↩
ບຼິສ, ໜ້າ 75.↩
ດັດແປງຈາກສະບັບ TKJV.↩
ເບິ່ງ ຈົດບັນຊີ 14:34; ເອເຊກຽນ 4:6.↩
ບຼິສ, ໜ້າ 76.↩
ດານີເອນ 8:27, 16; 9:22 TKJV, 23 TKJV, 25–27.↩
ດານີເອນ 9:27 ດັດແປງຈາກສະບັບ TKJV.↩
ບຼິສ, ໜ້າ 76, 77.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 81.↩
ບຼິສ, ໜ້າ 92.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 138.↩
ອາ. ເອັມ. ເດເວນ, ຄວາມກ້າວໜ້າຂອງອາເມຣິກາ; ຫຼື ເຫດການທີ່ຍິ່ງໃຫຍ່ຂອງສະຕະວັດທີ່ສຳຄັນທີ່ສຸດ, ບົດ 28, ວັກ 1–5.↩
ບົດຄວາມຂອງ ເອຟ. ຣີດ ໃນ ວາລະສານສະໜັບສະໜູນຄຣິສຕຽນ, 13 ທັນວາ 1833.↩
ບົດຄວາມ “ຊາວນາຄົນຊະລາ,” ໃນໜັງສືພິມ ປອດແລນຍາມແລງ, ວັນທີ 26 ພະຈິກ 1833.↩
ບົດຄວາມ “ຊາວນາຄົນຊະລາ” ໃນໜັງສືພິມ ປອດແລນຍາມແລງ, ວັນທີ 26 ພະຈິກ 1833.↩
ບົດຄວາມຂອງ ໂຢສີຢາ ລິດຈ໌ ໃນ ວາລະສານໝາຍສຳຄັນແຫ່ງຍຸກສະໄໝ ແລະ ການຕີຄວາມຄຳພະຍາກອນ, ວັນທີ 1 ສິງຫາ 1840.↩
ບຼິສ, ໜ້າ 183.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 250, 252.↩
ບຼິສ, ໜ້າ 146.↩