17 ຜູ້ປະກາດແຫ່ງຮຸ່ງອາລຸນ

ຕົ້ນສະບັບພາສາອັງກິດ

ຊົງສັນຍາວ່າຈະສະເດັດກັບມາ

ໜຶ່ງໃນຄວາມຈິງທີ່ໜັກແໜ້ນ ແລະ ປະເສີດທີ່ສຸດໃນພຣະຄຳພີ ຄືຄຳສອນກ່ຽວກັບການສະເດັດມາຄັ້ງທີສອງຂອງພຣະຄຣິສ ເພື່ອໃຫ້ວຽກງານແຫ່ງການຊົງໄຖ່ມະນຸດໃຫ້ລອດນັ້ນສຳເລັດຢ່າງສົມບູນ. ສຳລັບຄົນຂອງພຣະເຈົ້າທີ່ອາໄສໃນໂລກດັ່ງຄົນແປກໜ້າ ແລະ ຕ້ອງດຳເນີນຊີວິດພາຍໃຕ້ “ເງົາແຫ່ງຄວາມຕາຍ,” ມີພຣະສັນຍາທີ່ໃຫ້ຄວາມຫວັງ ແລະ ເຮັດໃຫ້ໃຈເບີກບານ ຄືເລື່ອງການສະເດັດມາຂອງພຣະອົງຜູ້ຊົງເປັນ “ເຫດໃຫ້ຄົນທັງປວງເປັນຄືນມາ ທັງເປັນຊີວິດ” ເພື່ອ “ນຳຜູ້ຖືກເນລະເທດກັບສູ່ຣາຊສຳນັກ.” (ມັດທາຍ 4:16; ໂຢຮັນ 11:25; 2 ຊາມູເອນ 14:13 TKJV). ເລື່ອງການສະເດັດມາຄັ້ງທີສອງຂອງພຣະຄຣິສ ແມ່ນຄຳສອນທີ່ສຳຄັນເປັນພິເສດຂອງພຣະຄຳພີ. ນັບຕັ້ງແຕ່ມື້ທີ່ບັນພະບຸລຸດຄູ່ທຳອິດຕ້ອງຍ່າງກ້າວອອກຈາກສວນເອເດນຢ່າງເສົ້າສະຫຼົດໃຈ, ລູກຫຼານທັງຫຼາຍທີ່ມີຄວາມເຊື່ອໄດ້ລໍຖ້າໃຫ້ຜູ້ທີ່ພຣະເຈົ້າຊົງສັນຍາໄວ້ນັ້ນສະເດັດມາ ເພື່ອທຳລາຍອຳນາດຂອງມານຮ້າຍ ແລະ ນຳພວກເຂົາກັບຄືນໄປສູ່ອຸທະຍານອັນສຸກກະເສີມທີ່ມະນຸດໄດ້ສູນເສຍໄປ. ຜູ້ບໍຣິສຸດໃນສະໄໝບູຮານໄດ້ເຝົ້າຄອຍການສະເດັດມາດ້ວຍສະຫງ່າຣາສີຂອງພຣະເມຊີອາ ອັນເປັນປາຍທາງແຫ່ງຄວາມຫວັງຂອງພວກເຂົາ. ທ່ານ ເອນົກ ເປັນຄົນລຸ້ນທີ 7 ຕັ້ງແຕ່ອາດາມອອກມາຈາກສວນເອເດນ ແລະ ເປັນຜູ້ດຳເນີນຊີວິດກັບພຣະເຈົ້າໃນໂລກເປັນເວລາ 300 ປີ; ພຣະເຈົ້າຊົງໃຫ້ເພິ່ນເຫັນການສະເດັດມາຂອງພຣະ­ຜູ້ຊ່ວຍ­ໃຫ້ລອດລ່ວງໜ້າຕັ້ງແຕ່ສະໄໝບູຮານ, ເພິ່ນຈຶ່ງປະກາດວ່າ, “ອົງ­ພຣະ­ຜູ້­ເປັນ­ເຈົ້າຈະສະເດັດມາ ພ້ອມຝູງເທວະດາຕົນບໍຣິສຸດຂອງພຣະອົງນັບເປັນໝື່ນໆ ເພື່ອຈະນຳເອົາການຕັດສິນມາສູ່ທຸກຄົນ.” (ຢູດາ 14, 15). ໃນຍາມທີ່ ທ່ານ ໂຢບ ກຳລັງທົນທຸກທໍລະມານຢູ່ນັ້ນ ເພິ່ນໄດ້ກ່າວດ້ວຍຄວາມໄວ້ວາງໃຈທີ່ບໍ່ຫວັ່ນໄຫວວ່າ: “ຂ້າພະເຈົ້າຮູ້ວ່າ ພຣະຜູ້ໄຖ່ຂອງຂ້າພະເຈົ້າຊົງມີຊີວິດຢູ່, ແລະ ໃນທີ່ສຸດພຣະອົງຈະຊົງຢືນຢູ່ເທິງແຜ່ນດິນໂລກ…ໃນເນື້ອໜັງຂອງຂ້າພະເຈົ້າ ຂ້າພະເຈົ້າຈະເຫັນພຣະເຈົ້າ ຜູ້ເຊິ່ງຂ້າພະເຈົ້າຈະໄດ້ເຫັນເອງ ແລະ ໜ່ວຍຕາຂອງຂ້າພະເຈົ້າຈະໄດ້ເຫັນ ບໍ່ແມ່ນຄົນອື່ນ.” (ໂຢບ 19:25–27 ດັດແປງຈາກສະບັບ TKJV). {GC 299.1}

ການສະເດັດມາຂອງພຣະຄຣິສ ເພື່ອເລີ່ມຕົ້ນການປົກຄອງແຫ່ງຄວາມຊອບທຳນັ້ນ ເປັນແຮງບັນດານໃຈໃຫ້ແກ່ບັນດາຜູ້ຂຽນໃນພຣະຄຳພີ ໃຫ້ບັນລະຍາຍດ້ວຍຖ້ອຍຄຳທີ່ປະເສີດຢ່າງຍິ່ງ. ພວກນັກກະວີ ແລະ ຜູ້­ເຜີຍ­ພຣະ­ທຳໃນພຣະຄຳພີ ໄດ້ກ່າວເຖິງການສະເດັດມາດ້ວຍຖ້ອຍຄຳທີ່ໃຫ້ເຫັນພາບ ເຖິງການສະເດັດກັບມາດ້ວຍຣັດສະໝີພາບອັນຮຸ່ງເຮືອງຂອງສະຫວັນ. ສ່ວນຜູ້ປະພັນເພງສັນລະ­ເສີນໄດ້ຂັບເພງຮ້ອງເຖິງຣິດອຳນາດ ແລະ ສະຫງ່າຣາສີຂອງກະສັດແຫ່ງອິດສະຣາເອນວ່າ: “ພຣະເຈົ້າສົ່ງແສງແຈ້ງມາຈາກພູເຂົາຊີໂອນ ຄືພຣະນະຄອນທີ່ມີຄວາມງົດງາມອັນຄົບຖ້ວນ ແລະ ສົມບູນແບບ. ພຣະເຈົ້າຂອງພວກເຮົາກຳລັງມາຢ່າງໂດ່ງດັງ,…ພຣະອົງຊົງຮຽກເອີ້ນຟ້າສະຫວັນເບື້ອງເທິງ ແລະ ແຜ່ນດິນໂລກມາ ໃຫ້ເປັນພະຍານເພື່ອຕັດສິນປະຊາຊົນຂອງພຣະອົງ.” (ເພງສັນລະ­ເສີນ 50:2–4). “ຈົ່ງຍິນດີເຖີດ ແຜ່ນດິນໂລກ ແລະ ທ້ອງຟ້າເອີຍ…ເມື່ອອົງ­ພຣະ­ຜູ້­ເປັນ­ເຈົ້າມາປົກຄອງຄົນໂລກນີ້, ພຣະອົງຈະປົກຄອງຢ່າງສັດຊື່ ແລະ ເປັນທຳ ແລະ ຈະຕັດສິນປະຊາຊົນທັງຫຼາຍດ້ວຍຄວາມຈິງຂອງພຣະອົງ.” (ເພງສັນລະ­ເສີນ 96:11–13 LO2012). {GC 300.1}

ຜູ້­ເຜີຍ­ພຣະ­ທຳເອຊາຢາກ່າວວ່າ: “ຄົນທັງຫຼາຍທີ່ຢູ່ໃນຂີ້ຝຸ່ນຈົ່ງຕື່ນຂຶ້ນ ຈົ່ງຊົມຊື່ນຟ້ອນລຳຊະນະ ເຫດວ່ານ້ຳໝອກຂອງພຣະອົງເປັນນ້ຳໝອກຂອງຮຸ່ງແຈ້ງ ແລະ ດິນຈະຖິ້ມຄົນຕາຍທັງຫຼາຍອອກໄປພາຍນອກ.” “ຄົນຕາຍທັງຫຼາຍຂອງພຣະອົງຈະມີຊີວິດຢູ່, ສົບທັງຫຼາຍຂອງເຮົາຈະລຸກຂຶ້ນອີກ.” “ພຣະອົງຈະກືນຄວາມຕາຍຕະຫຼອດໄປ. ພຣະເຈົ້າຢາເວອົງເຈົ້ານາຍຈະເຊັດນ້ຳຕາ ຈາກທຸກໃບໜ້າ; ພຣະອົງຈະກຳຈັດຄວາມອັບອາຍຂອງປະຊາຊົນຂອງພຣະອົງ ອອກໄປຈາກແຜ່ນດິນໂລກ. ພຣະເຈົ້າຢາເວກ່າວດັ່ງນັ້ນ. ໃນວັນນັ້ນພວກເຂົາຈະເວົ້າວ່າ, ‘ແນ່ນອນ ນີ້ຄືພຣະເຈົ້າຂອງພວກເຮົາ; ພວກເຮົາໄວ້ວາງໃຈໃນພຣະອົງ, ແລະ ພຣະອົງໄດ້ຊ່ວຍພວກເຮົາ. ນີ້ຄືພຣະເຈົ້າຢາເວ, ພວກເຮົາໄວ້ວາງໃຈໃນພຣະອົງ;1 ໃຫ້ພວກເຮົາມາຊື່ນຊົມ ແລະ ຍິນດີໃນຄວາມພົ້ນຂອງພຣະອົງ.’” (ເອຊາຢາ 26:19 ດັດແປງຈາກສະບັບລາວບູຮານ; 25:8, 9 LCV). {GC 300.2}

ສ່ວນຜູ້­ເຜີຍ­ພຣະ­ທຳຮາບາກຸກໄດ້ເຫັນການສະເດັດມາຂອງພຣະຄຣິສໃນນິມິດ ຈຶ່ງກ່າວວ່າ: “ພຣະເຈົ້າໄດ້ມາຈາກເຕມານ, ອົງບໍຣິສຸດມາຈາກພູເຂົາປາຣານ. ສະຫງ່າຣາສີຂອງພຣະອົງກໍປົກຄຸມຟ້າສະຫວັນ ແລະ ໂລກນີ້ກໍເຕັມດ້ວຍຄຳສັນລະເສີນພຣະອົງ. ຄວາມສະຫງ່າງາມຂອງພຣະອົງຄືກັບຕາເວັນທີ່ກຳລັງຂຶ້ນ; ມີແສງກະພິບອອກມາຈາກມື, ບ່ອນທີ່ຣິດອຳນາດຂອງພຣະອົງໄດ້ຖືກເຊື່ອງໄວ້.” “ພຣະອົງໄດ້ຢູ່ທີ່ນັ້ນ ແລະ ໄດ້ແທກແຜ່ນດິນໂລກ, ພຣະອົງໄດ້ເບິ່ງ ແລະ ພວກຕ່າງປະເທດໄດ້ແຕກແຍກຈາກກັນ ແລະ ພູທັງຫຼາຍແຕ່ບູຮານໄດ້ແຕກເປັນໝຸ່ນ, ພູນ້ອຍອັນຕະຫຼອດໄປເປັນນິດທັງຫຼາຍໄດ້ເຈື່ອນ, ທາງທັງຫຼາຍຂອງພຣະອົງກໍຕັ້ງຢູ່ສືບໆໄປເປັນນິດ.” “ພຣະອົງໄດ້ຂຶ້ນເທິງຫຼັງມ້າທັງຫຼາຍຂອງພຣະອົງ, ເທິງລົດທັງຫຼາຍແຫ່ງຄວາມພົ້ນຂອງພຣະອົງ.” “ເມື່ອໜ່ວຍພູໄດ້ເຫັນພຣະອົງກໍສະທ້ານຫວັ່ນໄຫວ.…ນ້ຳທີ່ຢູ່ໃຕ້ພື້ນພິພົບໄດ້ຊັດຂຶ້ນຢ່າງສະໜັ່ນຫວັ່ນໄຫວ. ຕໍ່ແສງແມບມາບຂອງລູກທະນູທີ່ຟົ້ງໄປຢ່າງໄວ ຕໍ່ແສງເຫຼື້ອມໃສຂອງຫອກທີ່ຟົ້ງຜ່ານໄປນັ້ນ ດວງຕາເວັນກໍຍັງໄດ້ຢູ່ກັບບ່ອນຂອງມັນ ແລະ ດວງເດືອນກໍຍັງບໍ່ໄດ້ເຄື່ອນຍ້າຍ.” “ພຣະອົງສະເດັດອອກໄປເພື່ອຊ່ວຍປະຊາຊົນຂອງພຣະອົງໃຫ້ລອດ ເພື່ອຊ່ວຍຜູ້ທີ່ພຣະອົງຊົງເຈີມໄວ້ໃຫ້ລອດ.” (ຮາບາກຸກ 3:3–4 LCV, 6 ສະບັບລາວບູຮານ, 8 ສະບັບລາວບູຮານ, 10, 11, 13 TKJV). {GC 300.3}

ເມື່ອພຣະ­ຜູ້ຊ່ວຍ­ໃຫ້ລອດກຳລັງຈະຖືກແຍກອອກຈາກພວກສາວົກ, ພຣະອົງຊົງປອບໃຈພວກເຂົາດ້ວຍຄຳໝັ້ນສັນຍາວ່າ ພຣະອົງຈະສະເດັດກັບມາອີກ, ໂດຍຊົງກ່າວວ່າ: “ຢ່າໃຫ້ໃຈຂອງເຈົ້າທັງຫຼາຍວຸ້ນວາຍໄປ…ໃນຜາສາດພຣະບິດາເຈົ້າຂອງເຮົາມີທີ່ຢູ່ຫຼາຍບ່ອນ,…ເຮົາໄປຈັດແຈງບ່ອນໄວ້ສຳລັບເຈົ້າທັງຫຼາຍ. ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ.” (ໂຢຮັນ 14:1–3). “ເມື່ອບຸດມະນຸດສະເດັດມາໃນສະຫງ່າຣາສີ ພ້ອມດ້ວຍຝູງເທວະດາຂອງພຣະອົງນັ້ນ ເພິ່ນຈະນັ່ງເທິງບັນລັງອັນຮຸ່ງເຮືອງຂອງພຣະອົງ ບັນດາປະຊາຊົນທຸກຊົນຊາດຈະຖືກນຳມາໂຮມກັນຢູ່ຕໍ່ໜ້າພຣະອົງ.” (ມັດທາຍ 25:31, 32). {GC 301.1}

ຫຼັງຈາກພຣະຄຣິສສະເດັດຂຶ້ນສະຫວັນ, ທູດສະຫວັນທີ່ຍັງລໍຖ້າຢູ່ເທິງພູເຂົາໝາກກອກເທດ ໄດ້ຢ້ຳເຕືອນພວກສາວົກເຖິງພຣະສັນຍາ ເລື່ອງການສະເດັດກັບມາຂອງພຣະອົງວ່າ: “ພຣະ­ເຢຊູ­ເຈົ້າອົງນີ້ທີ່ຖືກຮັບໄປຈາກພວກເຈົ້າຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກເຈົ້າໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫຼະ.” (ກິດຈະການ 1:11). ຝ່າຍອັກຄະສາວົກໂປໂລໄດ້ກ່າວໂດຍການດົນໃຈຂອງພຣະວິນຍານບໍຣິສຸດວ່າ: “ດ້ວຍວ່າ ຈະມີສຽງຮ້ອງບັນຊາອັນດັງ, ສຽງຂອງອັກຄະ­ເທວະດາ, ສຽງແກຂອງພຣະເຈົ້າ ແລະ ອົງ­ພຣະ­ຜູ້­ເປັນ­ເຈົ້າເອງຈະສະເດັດລົງມາຈາກສະຫວັນ.” (1 ເທສະໂລນິກ 4:16). ແລ້ວຜູ້­ເຜີຍ­ພຣະ­ທຳໂຢຮັນໄດ້ຂຽນຈາກເກາະປັດໂມວ່າ: “ເບິ່ງແມ! ພຣະອົງຈະສະເດັດມາ ມີເມກເປັນຂະບວນແຫ່ ແລະ ຕາທຸກໜ່ວຍຈະເຫັນພຣະອົງ.” (ພຣະນິມິດ 1:7). {GC 301.2}

ຄວາມຫວັງອັນໜ້າຍິນດີ

ການສະເດັດກັບມາຂອງພຣະອົງນັ້ນ ຈະນຳເອົາສະຫງ່າຣາສີທັງປວງ ຕາມທີ່ຂຽນໄວ້ວ່າ: “ທຸກສິ່ງຈະຖືກຟື້ນຟູສູ່ສະພາບເດີມ ເຊິ່ງພຣະອົງຊົງກ່າວໄວ້ ໂດຍຜ່ານປາກຂອງບັນດາຜູ້­ເຜີຍ­ພຣະ­ທຳຜູ້ບໍຣິສຸດຂອງພຣະອົງ ຕັ້ງແຕ່ເລີ່ມສ້າງໂລກ.” (ກິດຈະການ 3:21 ແປຈາກສະບັບ KJV). ເມື່ອນັ້ນການປົກຄອງອັນຍາວນານແຫ່ງຄວາມຊົ່ວຈະຖືກທຳລາຍລົງ; “ຣາຊອານາຈັກໂລກນີ້ເປັນກຳມະສິດຂອງອົງ­ພຣະ­ຜູ້­ເປັນ­ເຈົ້າຂອງພວກເຮົາ ແລະ ຂອງພຣະຄຣິສຂອງພຣະອົງ ແລະ ພຣະອົງຈະປົກຄອງຕະຫຼອດຊົ່ວນິຣັນ.” (ພຣະນິມິດ 11:15). “ແລ້ວພຣະເຈົ້າກໍຈະໃຫ້ເຫັນພຣະສະຫງ່າຣາສີ ເປັນພຣະຣັດສະໝີມາປາກົດຢ່າງສ່ອງໃສແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີ.” “ເຫດວ່າ, ດິນງອກຍອດ ແລະ ສວນງອກແນວປູກທັງຫຼາຍຂຶ້ນຢ່າງໃດ ພຣະອົງເຈົ້າພຣະເຢໂຮວາຈະໃຫ້ຄວາມຊອບທຳກັບຄວາມສັນລະເສີນງອກຂຶ້ນຢ່າງນັ້ນຕໍ່ໜ້າຊາວປະເທດທັງປວງ.” “ອົງ­ພຣະ­ຜູ້­ເປັນ­ເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນດັ່ງມົງກຸດດອກໄມ້ອັນສະຫງ່າງາມ ສຳລັບປະຊາຊົນຂອງພຣະອົງຜູ້ຍັງມີຊີວິດຢູ່.” (ເອຊາຢາ 40:5; 61:11 ສະບັບລາວບູຮານ; 28:5). {GC 301.3}

ໃນເວລານັ້ນ, ອານາຈັກຂອງພຣະເມຊີອາທີ່ມະນຸດປາຖະໜາມາດົນນານ ຈະຖືກສະຖາປະນາຂຶ້ນ ແລະ ຈະເປັນອານາຈັກແຫ່ງສັນຕິສຸກສັນຕິພາບທົ່ວແຜ່ນດິນໂລກທັງສິ້ນ. “ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ, ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນ້ຳຫຼໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ.” “ຈະເປັນທີ່ສວຍງາມວິໄລດັ່ງພູເລບານອນພຸ້ນ. ແລະເປັນດັ່ງທົ່ງຫຍ້າທີ່ອຸດົມສົມບູນດີຂອງພູກາເມນ ແລະ ທົ່ງຊາໂຣນດ້ວຍ.” “ຄົນຈະບໍ່ເອີ້ນເຈົ້າອີກຕໍ່ໄປວ່າ, ‘ຜູ້ຖືກປະຖິ້ມ.’ ຄົນຈະບໍ່ເອີ້ນຢ່າງນີ້ອີກວ່າ, ‘ເມຍທີ່ຜົວໜີປະ.’ ສຳລັບດິນແດນຂອງເຈົ້າ ຄົນຈະເວົ້າກັນວ່າ, ‘ພຣະເຈົ້າພໍໃຈນຳນາງ’ ຄືຊື່ໃໝ່ຂອງເຈົ້າ. ຄົນຈະເອີ້ນວ່າ, ‘ຜູ້ແຕ່ງງານທີ່ມີຄວາມສຸກ.’” “ເຈົ້າບ່າວຊົມຊື່ນຍິນດີນຳເຈົ້າສາວຂອງຕົນສັນໃດ ພຣະເຈົ້າຂອງເຈົ້າກໍຈະຊົມຊື່ນຍິນດີນຳເຈົ້າສັນນັ້ນ.” (ເອຊາຢາ 51:3; 35:2; 62:4, 5). {GC 302.1}

ການສະເດັດກັບມາຂອງພຣະຄຣິສ ເປັນຄວາມຫວັງຂອງພວກສາວົກທີ່ແທ້ຈິງຂອງພຣະອົງໃນທຸກຍຸກທຸກສະໄໝ. ພຣະສັນຍາຂອງພຣະ­ຜູ້ຊ່ວຍ­ໃຫ້ລອດ ທີ່ຊົງກ່າວໄວ້ເທິງພູເຂົາໝາກກອກເທດວ່າ ພຣະອົງຈະສະເດັດກັບມານັ້ນ ເປັນແສງແຫ່ງຄວາມຫວັງໃຫ້ກັບພວກສາວົກຂອງພຣະອົງ, ເຮັດໃຫ້ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຊົມຊື່ນຍິນດີ, ເປັນຄວາມຫວັງທີ່ບໍ່ມີຄວາມໂສກເສົ້າ ຫຼື ຄວາມທຸກຍາກອັນໃດທີ່ຈະດັບມອດໄປໄດ້. ທ່າມກາງຄວາມທຸກທໍລະມານ ແລະ ການກົດຂີ່ຂົ່ມເຫັງ, “ການມາປາກົດຕົວຂອງສະຫງ່າຣາສີຂອງພຣະເຈົ້າອົງຍິ່ງໃຫຍ່ ຄືອົງພຣະ­ເຢຊູ­ຄຣິສເຈົ້າ ພຣະ­ຜູ້­ໂຜດ­ໃຫ້­ພົ້ນຂອງພວກເຮົາ” ເປັນ “ຄວາມຫວັງອັນໜ້າຍິນດີ.” (ຕີໂຕ 2:13). ເມື່ອກຸ່ມຄຣິສຕຽນໃນເມືອງເທສະໂລນິກເຕັມໄປດ້ວຍຄວາມໂສກເສົ້າເສຍໃຈທີ່ຕ້ອງຝັງສົບຂອງຄົນທີ່ຕົນຮັກ, ເຊິ່ງເປັນຜູ້ທີ່ເຄີຍຫວັງວ່າຈະມີຊີວິດຢູ່ເພື່ອເຫັນການສະເດັດກັບມາຂອງອົງ­ພຣະ­ຜູ້­ເປັນ­ເຈົ້າ, ໂປໂລຜູ້ເປັນອາຈານຂອງພວກເຂົາ ໄດ້ຊີ້ໃຫ້ເຂົາທັງຫຼາຍຮູ້ເຖິງການຟື້ນຄືນຊີວິດທີ່ຈະເກີດຂຶ້ນ ເມື່ອພຣະ­ຜູ້ຊ່ວຍ­ໃຫ້ລອດສະເດັດກັບມາ. ເມື່ອນັ້ນຄົນທີ່ເສຍຊີວິດໃນຂະນະທີ່ມີຄວາມເຊື່ອໃນພຣະຄຣິສ ກໍຈະເປັນຂຶ້ນມາໃໝ່ ແລະ ຈະຖືກຮັບໄປພ້ອມກັບຄົນທີ່ຍັງມີຊີວິດຢູ່ ເພື່ອພົບອົງ­ພຣະ­ຜູ້­ເປັນ­ເຈົ້າໃນຟ້າອາກາດ. ເພິ່ນກ່າວວ່າ: “ເຮົາຈະຢູ່ກັບອົງ­ພຣະ­ຜູ້­ເປັນ­ເຈົ້າຕະຫຼອດໄປເປັນນິດ. ເຫດສະນັ້ນ ຈົ່ງ…ໜູນໃຈເຊິ່ງກັນແລະກັນດ້ວຍຂໍ້ຄວາມເຫຼົ່ານີ້.” (1 ເທສະໂລນິກ 4:16–18 LCV). {GC 302.2}

ຂະນະທີ່ໂຢຮັນ ສາວົກທີ່ຮັກແພງຂອງພຣະເຢຊູ ຢູ່ເທິງເກາະປັດໂມອັນເປົ່າປ່ຽວນັ້ນ, ເພິ່ນໄດ້ຍິນພຣະສັນຍາວ່າ: “ແນ່ນອນ ເຮົາຈະມາໃນໄວໆນີ້.” ເພິ່ນຈຶ່ງຕອບຮັບພຣະສັນຍານີ້ດ້ວຍຄວາມອາໄລຫາ ເຊິ່ງເປັນຄຳອະທິຖານຂອງຄຣິສຕະຈັກຕະຫຼອດປະຫວັດສາດວ່າ: “ອາແມນ ອົງພຣະ­ເຢຊູ­ເຈົ້າ ເຊີນສະເດັດມາເທີ້ນ!” (ພຣະນິມິດ 22:20). {GC 302.3}

ຕະຫຼອດຫຼາຍສະຕະວັດ, ຖ້ອຍຄຳແຫ່ງຄວາມເຊື່ອ ແລະ ຄວາມຫວັງຂອງຜູ້ບໍຣິສຸດ ແລະ ຄົນທີ່ຖືກຂ້າຍ້ອນການເປັນພະຍານຝ່າຍຄວາມຈິງ ໄດ້ຖ່າຍທອດມາຍັງພວກເຮົາຈາກຄຸກມືດໃຕ້ດິນ ແລະ ແດນປະຫານ. ໜຶ່ງໃນຄຣິສຕຽນເຫຼົ່ານີ້ໄດ້ກ່າວວ່າ: “ເມື່ອໄດ້ຮັບຄວາມໝັ້ນໃຈວ່າ ພຣະອົງຊົງຟື້ນຈາກຄວາມຕາຍ ຈຶ່ງໝັ້ນໃຈວ່າຕົນເອງກໍຈະຟື້ນເມື່ອພຣະອົງສະເດັດກັບມາ; ດ້ວຍເຫດນີ້, ພວກເຂົາຈຶ່ງບໍ່ຢ້ານກົວຕໍ່ຄວາມຕາຍ ເພາະພວກເຂົາໄດ້ຊະນະຄວາມຕາຍ.”2 ຄົນເຫຼົ່ານີ້ເຕັມໃຈທີ່ຈະລົງໄປສູ່ຫຼຸມຝັງສົບ ເພື່ອຈະໄດ້ “ຟື້ນຄືນເປັນອິດສະຫຼະ.”3 ພວກເຂົາເຝົ້າລໍຖ້າໃຫ້ “ອົງ­ພຣະ­ຜູ້­ເປັນ­ເຈົ້າສະເດັດມາຈາກສະຫວັນໃນໝູ່ເມກ ພ້ອມດ້ວຍຣັດສະໝີພາບຂອງພຣະບິດາ” ເພື່ອ “ນຳຣາຊອານາຈັກມາສູ່ຄົນຊອບທຳ.” ສ່ວນຊາວໂວດົວກໍຢຶດຖືຄວາມເຊື່ອດຽວກັນ.4 ທ່ານ ໄວຄຼິບ ກໍຄອຍຖ້າການປາກົດຕົວຂອງພຣະຜູ້ໄຖ່ ໂດຍຖືວ່ານັ້ນແມ່ນຄວາມຫວັງຂອງຄຣິສຕະຈັກ.5 {GC 302.4}

ລູເທີກ່າວວ່າ: “ຂ້າພະເຈົ້າໝັ້ນໃຈວ່າ ວັນສຳຄັນແຫ່ງການພິພາກສານັ້ນຈະບໍ່ເກີນ 300 ປີ ຂ້າງໜ້າ. ຄິດວ່າພຣະເຈົ້າຈະຊົງອົດທົນຕໍ່ຄວາມຊົ່ວຊ້າໃນໂລກໄດ້ອີກບໍ່ດົນ.” “ວັນສຳຄັນອັນຍິ່ງໃຫຍ່ໃກ້ຈະມາເຖິງແລ້ວ ເຊິ່ງໃນວັນນັ້ນບັນດາອານາຈັກແຫ່ງຄວາມໜ້າກຽດຊັງຈະຖືກໂຄ່ນລົ້ມ.”6 {GC 303.1}

ເມລັງໂທນກ່າວວ່າ: “ໃກ້ຈະເຖິງຈຸດສິ້ນສຸດຂອງໂລກອັນເກົ່າແກ່ນີ້.” ສ່ວນຄາວິນກໍຂໍຮ້ອງຄຣິສຕຽນທັງຫຼາຍວ່າ: “ຢ່າໄດ້ລັງເລໃຈ, ແຕ່ຈົ່ງເຝົ້າປາຖະໜາວັນທີ່ພຣະຄຣິສຈະສະເດັດກັບມາ ໂດຍຖືວ່າເຫດການໃນວັນນັ້ນເປັນມຸງຄຸນທີ່ສຸດ.” ເພິ່ນຍັງກ່າວຕື່ມວ່າ: “ຜູ້ທີ່ສັດຊື່ທັງຫຼາຍຈະຕຶກຕອງເຖິງວັນນັ້ນຢູ່ສະເໝີ.” “ພວກເຮົາຕ້ອງມີຄວາມຫິວກະຫາຍທີ່ຈະພົບພຣະຄຣິສ, ຕ້ອງສະແຫວງຫາວັນນັ້ນ ແລະ ຄິດໄຕ່ຕອງຈົນເຖິງຮຸ່ງອາລຸນຂອງວັນອັນຍິ່ງໃຫຍ່ນັ້ນ; ໃນວັນນັ້ນ ອົງ­ພຣະ­ຜູ້­ເປັນ­ເຈົ້າຂອງພວກເຮົາ ຈະສະແດງໃຫ້ເຫັນຣັດສະໝີພາບແຫ່ງອານາຈັກຂອງພຣະອົງຢ່າງເຕັມທີ່.”7 {GC 303.2}

ຈອນ ນັອຄຊ໌ ນັກປະຕິຮູບຊາວສະກັອດກ່າວວ່າ: “ພຣະ­ເຢຊູ­ເຈົ້າສະເດັດຂຶ້ນສະຫວັນດ້ວຍສະພາບເນື້ອໜັງມະນຸດບໍ່ແມ່ນບໍ? ແລ້ວພຣະອົງຈະບໍ່ສະເດັດກັບມາບໍ? ພວກເຮົາຮູ້ວ່າພຣະອົງຈະສະເດັດກັບມາ ແລະ ຈະສະເດັດມາຢ່າງໄວວາ.” ສ່ວນຣິດລີ ແລະ ລາຕິເມີ, ຜູ້ຍອມສະຫຼະຊີວິດເພື່ອຄວາມຈິງ, ໄດ້ມີຄວາມຫວັງ ແລະ ຄວາມເຊື່ອໃນການສະເດັດກັບມາຂອງພຣະອົງ. ຣິດລີຂຽນວ່າ: “ຂ້າພະເຈົ້າເຊື່ອຈຶ່ງເວົ້າອອກມາວ່າ ໂລກນີ້ໃກ້ເຖິງຈຸດຈົບຢ່າງແນ່ນອນ. ຂໍໃຫ້ພວກເຮົາຮ້ອງຫາພຣະຄຣິສ ອົງ­ພຣະ­ຜູ້­ເປັນ­ເຈົ້າຂອງພວກເຮົາພ້ອມກັບໂຢຮັນຜູ້ຮັບໃຊ້ຂອງພຣະອົງວ່າ: ‘ອົງພຣະ­ເຢຊູ­ເຈົ້າ ເຊີນສະເດັດມາເທີ້ນ.’”8 {GC 303.3}

ສ່ວນ ອາຈານ ແບັກສະເຕີ ໄດ້ກ່າວວ່າ “ຄວາມຄິດເລື່ອງການສະເດັດກັບມາຂອງອົງ­ພຣະ­ຜູ້­ເປັນ­ເຈົ້າ ແມ່ນຄວາມຄິດທີ່ເຮັດໃຫ້ຂ້າພະເຈົ້າໜ້າຊື່ນໃຈບານທີ່ສຸດ.”9 “ມັນເປັນວຽກງານແຫ່ງຄວາມເຊື່ອ ແລະ ເປັນລັກສະນະພິເສດຂອງໄພ່ພົນຂອງພຣະຄຣິສທີ່ຈະຮັກ ແລະ ເຝົ້າລໍຖ້າການສະເດັດກັບມາຂອງພຣະອົງ.” “ຖ້າຫາກວ່າຄວາມຕາຍເປັນສັດຕູອັນສຸດທ້າຍທີ່ຈະຖືກທຳລາຍເມື່ອຄົນຟື້ນຄືນຊີວິດນັ້ນ, ພວກເຮົາກໍເຂົ້າໃຈວ່າ ເປັນຫຍັງຜູ້ເຊື່ອຈຶ່ງຄວນປາຖະໜາ ແລະ ອະທິຖານຂໍການສະເດັດມາຄັ້ງທີສອງຂອງພຣະຄຣິສ ເຊິ່ງໃນຕອນນັ້ນຈະໄດ້ໄຊຊະນະຢ່າງສົມບູນ.”10 “ນີ້ເປັນວັນທີ່ຜູ້ເຊື່ອທຸກຄົນຄວນປາຖະໜາ, ຄວນເຝົ້າຫວັງ ແລະ ຄວນລໍຖ້າໃນຖານະເປັນວັນທີ່ການໄຖ່ຄືນພວກເຂົານັ້ນຈະສຳເລັດຢ່າງສົມບູນ, ທັງເປັນວັນທີ່ຄວາມປາຖະໜາ ແລະ ຄວາມພະຍາຍາມທັງໝົດຂອງພວກເຂົາຈະສຳເລັດຄົບຖ້ວນ.” “ໂອ້ ພຣະ­ຜູ້­ເປັນ­ເຈົ້າເຈົ້າຂາ, ຂໍຊົງເລັ່ງໃຫ້ວັນນັ້ນມາຮອດໄວໆແດ່ທ້ອນ!”11 ນີ້ແມ່ນຄວາມຫວັງຂອງຄຣິສຕະຈັກໃນສະໄໝຂອງພວກອັກຄະສາວົກ, “ຄຣິສຕະຈັກໃນປ່າເຂົາ” ແລະ ເປັນຄວາມຫວັງຂອງພວກນັກປະຕິຮູບ. {GC 303.4}

ຄຳພະຍາກອນບໍ່ພຽງແຕ່ບອກລ່ວງໜ້າເຖິງວິທີ ແລະ ຈຸດປະສົງຂອງການສະເດັດກັບມາຂອງພຣະຄຣິສເທົ່ານັ້ນ ແຕ່ຍັງບອກເຖິງໝາຍສຳຄັນຕ່າງໆທີ່ຈະເກີດຂຶ້ນ ເພື່ອໃຫ້ມະນຸດຮູ້ວ່າວັນນັ້ນໃກ້ຈະມາເຖິງເມື່ອໃດ. ພຣະເຢຊູຊົງກ່າວວ່າ: “ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະ ດວງດາວທັງປວງ.” (ລູກາ 21:25). “ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ, ດວງດາວທັງຫຼາຍຈະຕົກລົງຈາກສະຫວັນ ແລະ ບັນດາສິ່ງທີ່ມີອຳນາດໃນຟ້າສະຫວັນກໍຈະສັ່ນສະທ້ານຫວັ່ນໄຫວ. ເມື່ອນັ້ນເຂົາຈະເຫັນ ‘ບຸດມະນຸດມາປາກົດໃນເມກ’ ດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງ.” (ມາຣະໂກ 13:24–26). ສ່ວນໂຢຮັນຜູ້ຂຽນພຣະທຳພຣະນິມິດ ກໍໄດ້ບັນລະຍາຍເຖິງໝາຍສຳຄັນອັນທຳອິດທີ່ຈະເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງຂອງພຣະຄຣິສວ່າ: “ແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະ ດວງເດືອນກໍກາຍເປັນສີແດງເໝືອນເລືອດ.” (ພຣະນິມິດ 6:12). {GC 304.1}

ແຜ່ນດິນໂລກສັ່ນສະເທືອນ

ໝາຍສຳຄັນເຫຼົ່ານີ້ເກີດຂຶ້ນກ່ອນສະຕະວັດທີ 19 ຈະເລີ່ມຂຶ້ນ. ໃນປີ 1755 ມີແຜ່ນດິນໄຫວເກີດຂຶ້ນຕາມຄຳພະຍາກອນ ແລະ ມີຄວາມຮ້າຍແຮງທີ່ສຸດເທົ່າທີ່ເຄີຍບັນທຶກໄວ້ໃນປະຫວັດສາດ. ເຖິງແມ່ນວ່າ ເປັນທີ່ຮູ້ຈັກກັນທົ່ວໄປໃນຊື່ວ່າແຜ່ນດິນໄຫວແຫ່ງເມືອງລິສບອນ, ແຕ່ແຮງສະເທືອນຂອງມັນໄປຮອດສ່ວນຫຼາຍຂອງທະວີບເອີຣົບ, ສ່ວນອາຟຣິກາ ແລະ ອາເມຣິກາກໍຍັງໄດ້ຮູ້ສຶກເຖິງແຮງສັ່ນໄຫວຂອງມັນ. ນອກຈາກນັ້ນກຣີນແລນ, ໝູ່ເກາະແຄຣິບຽນ, ເກາະມາເດຣາ, ປະເທດນໍເວ, ປະເທດສະວີເດັນ, ອັງກິດ ແລະ ໄອແລນໄດ້ຮັບແຮງສະເທືອນເຊັ່ນກັນ. ພື້ນທີ່ສັ່ນໄຫວຢ່າງໜ້ອຍແມ່ນ 4,000,000 ໄມມົນທົນ. ໃນທະວີບອາຟຣິກາແຮງສັ່ນສະເທືອນນັ້ນ ເກືອບຮຸນແຮງເທົ່າກັບທີ່ເກີດຂຶ້ນໃນທະວີບເອີຣົບ. ສ່ວນໃຫຍ່ຂອງເມືອງອານເຊຍກໍຖືກທຳລາຍ ແລະ ໝູ່ບ້ານແຫ່ງໜຶ່ງທີ່ຕັ້ງຢູ່ບໍ່ໄກຈາກເມືອງມາຣາເກັສໃນປະເທດໂມຣັອກໂຄ12 ກໍຖືກກືນລົງໄປໃຕ້ພື້ນຜິວໂລກ ພ້ອມກັບຜູ້ອາໄສຢູ່ 8,000 ເຖິງ 10,000 ຄົນ. ມີຄື້ນຊຶນາມິພັດຜ່ານຝັ່ງທະເລຂອງປະເທດແອັດສະປາຍ (Spain) ແລະ ທະວີບອາຟຣິກາ ຊັດຖ້ວມຫຼາຍເມືອງ ແລະ ທຳລາຍຢ່າງກວ້າງຂວາງ. {GC 304.2}

ປະເທດແອັດສະປາຍ ແລະ ປອກຕຸຍການໄດ້ຮັບແຮງສະເທືອນຮຸນແຮງທີ່ສຸດ. ທີ່ເມືອງກາດິສ (Cadiz) ຄື້ນຊຶນາມິສູງເຖິງ 60 ຟຸດ. ພູເຂົາທັງຫຼາຍ, “ເຊິ່ງບາງໜ່ວຍໃຫຍ່ທີ່ສຸດຂອງປະເທດປອກຕຸຍການ, ໄດ້ສັ່ນສະເທືອນຢ່າງແຮງຄ້າຍຄືກັບວ່າ ມັນສັ່ນໄຫວຈົນຮອດຮາກເຫງົ້າຂອງພູ; ມີຈອມພູບາງແຫ່ງແຕກອອກມາຢ່າງໜ້າອັດສະຈັນ ແລະ ຖືກຫວ່ຽງລົງໄປສູ່ຫວ່າງເຂົາດ້ານລຸ່ມ. ມີຄົນເວົ້າວ່າ ເຂົາໄດ້ເຫັນແປວໄຟອອກມາຈາກພູເຂົາເຫຼົ່ານັ້ນ.”13 {GC 304.3}

ຢູ່ເມືອງລິສບອນ “ໄດ້ຍິນສຽງຄືຟ້າຮ້ອງຢູ່ໃຕ້ພື້ນດິນ ແລ້ວກໍເກີດແຜ່ນດິນໄຫວຢ່າງຮຸນແຮງທັນທີ ເຊິ່ງເຮັດໃຫ້ຕຶກອາຄານສ່ວນຫຼາຍໃນເມືອງເພພັງລົງມາ. ໃນໄລຍະເວລາປະມານຫົກນາທີ ມີ 60,000 ຄົນເສຍຊີວິດ. ຕອນທຳອິດທະເລກໍຖອຍອອກໄປຈົນເຫຼືອແຕ່ຊາຍ, ແລ້ວມັນກໍມ້ວນກັບຄືນມາສູງເຖິງ 50 ຟຸດ ເກີນລະດັບປົກກະຕິຂອງມັນ ຫຼື ສູງກວ່ານັ້ນໃນບາງແຫ່ງ.” “ໃນບັນດາເຫດການທີ່ເກີດຂຶ້ນຢ່າງໜ້າປະຫຼາດໃຈໃນລະຫວ່າງໄພພິບັດທີ່ເມືອງລິສບອນນັ້ນ ແມ່ນການຍຸບລົງຂອງທ່າເຮືອໃໝ່ລາຄາແພງ ທີ່ສ້າງມາດ້ວຍຫີນອ່ອນ. ຜູ້ຄົນຢ່າງຫຼວງຫຼາຍໄດ້ໄປຮວມຕົວກັນຢູ່ທີ່ນັ້ນເພື່ອຄວາມປອດໄພ ເພາະເປັນບ່ອນທີ່ຫ່າງຈາກພວກຕຶກອາຄານທີ່ກຳລັງເພພັງລົງມາ; ແລ້ວໃນທັນໃດນັ້ນ, ທ່າເຮືອດັ່ງກ່າວ ພ້ອມຄົນທັງຫຼາຍທີ່ຢືນເທິງທ່າເຮືອນັ້ນ ກໍຍຸບລົງໄປໃນທະເລ ໂດຍບໍ່ມີຊາກສົບລອຍຂຶ້ນມາເລີຍ.”14 {GC 305.1}

“ແຮງສັ່ນ” ຂອງແຜ່ນດິນໄຫວ “ເຮັດໃຫ້ໂບດວິຫານ ແລະ ສຳນັກນັກບວດທຸກຫຼັງພັງລົງມາ ພ້ອມດ້ວຍອາຄານສາທາລະນະຂະໜາດໃຫຍ່ເກືອບທຸກຫຼັງ ແລະ ຫຼາຍກວ່າໜຶ່ງສ່ວນສີ່ຂອງເຮືອນຊານປະຊາຊົນ. ຫຼັງແຜ່ນດິນໄຫວປະມານສອງຊົ່ວໂມງ ເກີດໄຟໄໝ້ໃນເຂດຕ່າງໆທົ່ວເມືອງ ເຊິ່ງເຜົາໄໝ້ຢ່າງຮຸນແຮງເປັນເວລາເກືອບສາມມື້ ຈົນເມືອງລິສບອນໄດ້ຖືກທຳລາຍຢ່າງຮາບຄາບ. ແຜ່ນດິນໄຫວນັ້ນເກີດຂຶ້ນໃນວັນເທດສະການ, ເປັນວັນທີ່ໂບດ ແລະ ສຳນັກນັກບວດເຕັມໄປດ້ວຍຜູ້ຄົນ ເຊິ່ງມີໜ້ອຍຄົນທີ່ໜີອອກມາໄດ້.”15 “ຄວາມສະທ້ານຢ້ານກົວຂອງປະຊາຊົນເກີນຄຳບັນຍາຍ. ບໍ່ມີໃຜຮ້ອງໄຫ້ ດ້ວຍວ່າເຫດການນັ້ນຮ້າຍແຮງເກີນກວ່າທີ່ຈະມີນ້ຳຕາຮ້ອງໄຫ້ໄດ້. ຄົນທັງຫຼາຍພາກັນແລ່ນກັບໄປກັບມາດ້ວຍຄວາມສະຫຼົດຫົດຫູ່ໃຈ ແລະ ຄວາມຕື່ນຕະໜົກຕົກໃຈ, ຕ່າງຄົນຕ່າງຕີໜ້າ ແລະ ໜ້າເອິກຂອງຕົນ ແລະຮ້ອງວ່າ, ‘ຂໍພຣະເຈົ້າຊົງເມດຕາ! ໂລກກຳລັງດັບສະຫຼາຍເສຍແລ້ວ!’ ຜູ້ເປັນແມ່ກໍລືມລູກຂອງຕົນ ແລະ ຫອບເອົາຮູບໄມ້ກາງແຂນແລ່ນໄປມາ. ມັນເປັນເລື່ອງທີ່ໜ້າເສົ້າທີ່ມີຄົນຈຳນວນຫຼາຍແລ່ນໄປລີ້ໄພໃນໂບດ, ແຕ່ພິທີທາງສາສະໜາບໍ່ສາມາດຊ່ວຍພວກເຂົາໄດ້; ຜູ້ຄົນທີ່ໜ້າເວດທະນາເຫຼົ່ານີ້ເຂົ້າໄປກອດແທ່ນບູຊາ ແລະ ຮູບເຄົາລົບ ແຕ່ກໍໄຮ້ປະໂຫຍດ. ທັງປະຊາຊົນ, ພວກບາດຫຼວງ ແລະ ຮູບເຄົາລົບເຫຼົ່ານັ້ນກໍຖືກອາຄານເພພັງລົງມາທັບຖົມພວກເຂົາໄປພ້ອມກັນ.” ຕາມການຄາດຄະເນມີ 90,000 ຄົນເສຍຊີວິດໃນວັນອັນໂຫດຮ້າຍນັ້ນ. {GC 305.2}

ດວງອາທິດ ແລະ ດວງຈັນອັບແສງ

ຫຼັງຈາກນັ້ນ 25 ປີ ກໍເກີດໝາຍສຳຄັນອັນຖັດໄປໃນຄຳພະຍາກອນ ຄືການມືດລົງຂອງດວງຕາເວັນ ແລະ ດວງຈັນ. ສິ່ງທີ່ເຮັດໃຫ້ໝາຍສຳຄັນນີ້ຍິ່ງໜ້າປະທັບໃຈຫຼາຍ ຄືຄຳພະຍາກອນໄດ້ລະບຸເວລາທີ່ມັນຈະເກີດຂຶ້ນລ່ວງໜ້າຢ່າງແນ່ນອນ. ເມື່ອພຣະ­ຜູ້ຊ່ວຍ­ໃຫ້ລອດຊົງສົນທະນາກັບພວກສາວົກຂອງພຣະອົງເທິງພູເຂົາໝາກກອກເທດ, ພຣະອົງໄດ້ບັນລະຍາຍເຖິງໄລຍະເວລາອັນດົນນານທີ່ຄຣິສຕະຈັກຈະຕ້ອງປະສົບກັບການທົດລອງ ຄືເວລາ 1,260 ປີ ທີ່ລະບອບສັນຕະປາປາກົດຂີ່ຂົ່ມເຫັງຄົນຂອງພຣະເຈົ້າ; ພຣະອົງຊົງສັນຍາໄວ້ວ່າ ເວລາແຫ່ງການກົດຂີ່ຂົ່ມເຫັງທີ່ຈະເກີດຂຶ້ນນັ້ນຈະສັ້ນລົງ. ຫຼັງຈາກນັ້ນ, ພຣະອົງຊົງກ່າວເຖິງເຫດການບາງຢ່າງທີ່ຈະເກີດຂຶ້ນ ກ່ອນການສະເດັດກັບມາຂອງພຣະອົງ ແລະ ໄດ້ລະບຸເວລາທີ່ໝາຍສຳຄັນທຳອິດຈະປາກົດຂຶ້ນວ່າ: “ໃນວັນເຫຼົ່ານັ້ນ ຫຼັງຈາກເວລາແຫ່ງຄວາມທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງ.” (ມາຣະໂກ 13:24). ໃນຄຳພະຍາກອນ 1,260 ວັນ ໝາຍເຖິງ 1,260 ປີ ເຊິ່ງໄລຍະເວລາດັ່ງກ່າວໄດ້ສິ້ນສຸດລົງໃນປີ 1798. ແຕ່ກ່ອນທີ່ເວລານັ້ນໄດ້ສຳເລັດເສັດສິ້ນປະມານ 25 ປີ ການຂົ່ມເຫັງໄດ້ສິ້ນສຸດລົງເກືອບທັງໝົດ. ພຣະຄຣິສຊົງກ່າວວ່າ ຫຼັງຈາກການຂົ່ມເຫັງຍຸຕິລົງ ດວງຕາເວັນຈະຕ້ອງມືດມົວ, ເຊິ່ງໃນວັນທີ 19 ພຶດສະພາ 1780 ຄຳພະຍາກອນນີ້ໄດ້ສຳເລັດເປັນຈິງ. {GC 306.1}

“ສິ່ງທີ່ເກືອບຈະໜ້າປະຫຼາດໃຈທີ່ສຸດ ຫຼື ວ່າປະຫຼາດທີ່ສຸດກໍວ່າໄດ້ ແລະ ເປັນປາກົດການທີ່ເລິກລັບອະທິບາຍບໍ່ໄດ້…ຄືວັນອັນມືດມົວນັ້ນ ເຊິ່ງເກີດຂຶ້ນກົງກັບວັນທີ 19 ເດືອນພຶດສະພາ ປີ 1780, ເປັນມື້ທີ່ທ້ອງຟ້າ ແລະ ຊັ້ນບັນຍາກາດມືດມົວທີ່ສຸດໃນບັນດາລັດຂອງເຂດນິວອິງແລນ.”16 {GC 306.2}

ຜູ້ເຫັນເຫດການຄົນໜຶ່ງທີ່ອາໄສຢູ່ໃນລັດແມັສຊາ­ຊູເສັດ ໄດ້ບັນລະຍາຍເຖິງເຫດການນັ້ນດັ່ງນີ້ວ່າ: “ໃນຕອນເຊົ້າ ຕາເວັນຂຶ້ນຢ່າງແຈ່ມແຈ້ງສົດໃສ, ແຕ່ບໍ່ດົນຟ້າກໍມືດລົງ, ມີເມກດຳລົງມາປົກຄຸມຢ່າງໜ້າຢ້ານກົວ ແລ້ວກໍເກີດຟ້າແມບຟ້າຮ້ອງ ແລະ ຝົນຕົກໜ້ອຍໜຶ່ງ. ປະມານ 9 ໂມງເຊົ້າ ເມກກໍບາງລົງ ແລະ ກາຍເປັນສີທອງ ຫຼື ສີທອງແດງ, ສ່ວນແຜ່ນດິນ, ຫີນ, ຕົ້ນໄມ້, ອາຄານ, ນ້ຳ ແລະ ຄົນກໍປ່ຽນເປັນສີປະຫຼາດ ເໝືອນແສງທີ່ສ່ອງມານັ້ນບໍ່ແມ່ນຂອງໂລກນີ້. ສອງສາມນາທີຕໍ່ມາ ກໍມີເມກດຳມາປົກຄຸມຢູ່ທົ່ວຟ້າ, ຍົກເວັ້ນທີ່ຂອບຟ້າມີຂອບແສງຢູ່ບາງໆ; ຄວາມມືດໃນຂະນະນັ້ນເໝືອນຄວາມມືດຂອງເວລາ 9 ໂມງແລງໃນລະດູຮ້ອນ.…” {GC 306.3}

“ປະຊາຊົນທັງຫຼາຍເຕັມໄປດ້ວຍຄວາມວິຕົກກັງວົນ, ຄວາມຢ້ານກົວ ແລະ ຄວາມປະຫຼາດໃຈ. ພວກແມ່ຍິງຢືນຢູ່ທີ່ປະຕູເຮືອນ ແລະ ຫຼຽວເບິ່ງອອກໄປໃນຄວາມມືດ; ພວກຜູ້ຊາຍກໍກັບມາຈາກວຽກງານໃນໄຮ່ນາ; ພວກຊ່າງໄມ້ກໍປະເຄື່ອງມືຂອງຕົນ, ຊ່າງຕີເຫຼັກກໍປະເຕົາຫຼອມ ແລະ ພໍ່ຄ້າກໍປະເຄື່ອງຂອງຕົນ. ມີການປະກາດເລີກໂຮງຮຽນ, ສ່ວນເດັກນ້ອຍກໍແລ່ນຕົວສັ່ນກັບບ້ານ. ຜູ້ເດີນທາງຂໍຢຸດພັກຢູ່ເຮືອນຊາວນາທີ່ໃກ້ທີ່ສຸດ. ຕ່າງຄົນຕ່າງຖາມຂຶ້ນວ່າ ‘ຈະເກີດຫຍັງຂຶ້ນ?’ ເບິ່ງຄືວ່າກຳລັງຈະເກີດລົມພະຍຸແຮງມາພັດຖະຫຼົ່ມໃສ່ແຜ່ນດິນ, ຫຼືວ່ານີ້ແມ່ນວັນສິ້ນສຸດຂອງສັບພະສິ່ງທັງປວງ.” {GC 306.4}

“ມີການຈູດທຽນ ແລະ ດັງໄຟສະຫວ່າງສະໄຫວ ເໝືອນທີ່ຈູດກັນໃນຄືນເດືອນມືດແຫ່ງລະດູໃບໄມ້ຫຼົ່ນ.…ໄກ່ກໍກັບມາເກາະຄອນນອນຫຼັບ, ຝູງງົວພາກັນສົ່ງສຽງໂບ້ໆຢູ່ທີ່ຮົ້ວຂອງທົ່ງຫຍ້າ, ກົບຂຽດກໍຮ້ອງສຽງດັງອ໊ອກແອ໊ກອ໊ອກແອ໊ກ, ບັນດານົກກໍບັນເລງເພງປະຈຳຍາມແລງ ແລະ ມີຝູງເຈຍບິນໄປມາ, ແຕ່ມະນຸດທັງຫຼາຍຮູ້ວ່າເວລາຄ່ຳຄືນຍັງມາບໍ່ຮອດ.…” {GC 307.1}

“ດຣ. ນະທານາເອັນ ວິດທາເກີ ອາຈານປະຈຳໂບດແທເບີແນເກີນແຫ່ງເມືອງຊາເລັມ,17 ໄດ້ຈັດພິທີໃນຫ້ອງປະຊຸມຂອງໂບດ ແລະ ໃນຄຳເທດສະໜານັ້ນ ເພິ່ນຢືນຢັນວ່າ ຄວາມມືດດັ່ງກ່າວເປັນປາກົດການເໜືອທຳ­ມະຊາດ. ມີຄົນມາເຕົ້າໂຮມກັນໃນບ່ອນຕ່າງໆ; ຂໍ້ພຣະຄຳພີທີ່ໃຊ້ປະກອບການເທດສະໜາເຫຼົ່ານັ້ນ ໜີບໍ່ພົ້ນຂໍ້ຄວາມທີ່ສະແດງໃຫ້ເຫັນວ່າ ຄວາມມືດທີ່ເກີດຂຶ້ນສອດຄ່ອງກັບຄຳພະຍາກອນໃນພຣະຄຳພີ.…ຄວາມມືດນັ້ນໜາທຶບທີ່ສຸດຫຼັງຈາກ 11 ໂມງເຊົ້າບໍ່ດົນ.”18 “ສ່ວນໃຫຍ່ຂອງປະເທດ19 ເກີດຄວາມມືດໃນກາງເວັນຫຼາຍ ຈົນປະຊາຊົນເບິ່ງບໍ່ເຫັນໂມງ ແລະ ບໍ່ສາມາດກິນເຂົ້າ ຫຼື ຈັດການທຸລະໃນບ້ານໄດ້ໂດຍບໍ່ມີແສງທຽນ.…” {GC 307.2}

“ຂອບເຂດຄວາມມືດນັ້ນກວ້າງຂວາງຫຼາຍແທ້. ຕັ້ງແຕ່ເມືອງຟັນມາວ (Falmouth) ໃນດ້ານຕາເວັນອອກ, ຈົນສຸດພົມແດນຂອງລັດຄັອນເນັກຕິກັດ (Connecticut) ແລະ ກາຍໄປຈົນຮອດເມືອງອານບານີ (Albany) ໃນດ້ານຕາເວັນຕົກ. ສ່ວນທາງດ້ານທິດໃຕ້ ຄວາມມືດກໍປົກຄຸມຮອດແຄມທະເລ ແລະ ທາງເໜືອເຖິງສຸດໝູ່ບ້ານຂອງຊາວອາເມຣິກາ.”20 {GC 307.3}

ດວງຈັນກາຍເປັນສີເລືອດ

ກ່ອນຕາເວັນຕົກໜຶ່ງ ຫຼື ສອງຊົ່ວໂມງ ຄວາມມືດອັນໜາທຶບໄດ້ຈາງຫາຍໄປ, ດວງອາທິດປາກົດອອກມາ, ເຖິງແມ່ນວ່າມັນຍັງຖືກປິດບັງໄວ້ໂດຍໝອກດຳກໍຕາມ. “ຫຼັງຕາເວັນຕົກກໍມີເມກມາປົກຄຸມອີກ ແລ້ວກໍມືດລົງຢ່າງໄວວາ.” “ແຕ່ຄວາມມືດຂອງຄືນນັ້ນບໍ່ປົກກະຕິ ແລະ ເປັນຕາຢ້ານເໝືອນກັບຄວາມມືດໃນກາງເວັນ; ເຖິງແມ່ນວ່າເປັນຄືນເດືອນແຈ້ງ ແຕ່ກໍບໍ່ສາມາດເຫັນຫຍັງໄດ້ຖ້າບໍ່ຈູດໄຟມາສ່ອງ. ເມື່ອເບິ່ງແສງໄຟໃນເຮືອນຂອງເພື່ອນບ້ານ ກໍເຫັນແຕ່ຄວາມສະຫຼົວໆ ຄືກັບຄວາມມືດດຳຂອງເອຢິບ ທີ່ແສງໄຟບໍ່ສາມາດສ່ອງທະລຸໄດ້.”21 ມີຜູ້ເຫັນເຫດການນັ້ນກ່າວວ່າ: “ຄາວນັ້ນຂ້າພະເຈົ້າອົດຄິດບໍ່ໄດ້ວ່າ ຖ້າດວງສະຫວ່າງທັງຫຼາຍໃນຈັກກະວານໄດ້ຖືກປົກຄຸມດ້ວຍຜ້າດຳອັນໜາທຶບ ຫຼື ຖືກລຶບອອກຈາກທ້ອງຟ້າ ກໍຄົງບໍ່ມືດມົວກວ່າຄືນນັ້ນເລີຍ.”22 ເຖິງແມ່ນວ່າເກົ້າໂມງໃນຄືນນັ້ນດວງຈັນຂຶ້ນເຕັມດວງ, ແຕ່ “ມັນບໍ່ສາມາດຂັບໄລ່ເງົາອັນມືດດຳຄືຄວາມຕາຍໄປໄດ້ເລີຍ.” ຫຼັງທ່ຽງຄືນຄວາມມືດກໍຫາຍໄປ, ແຕ່ເມື່ອດວງຈັນປາກົດໃຫ້ເຫັນ ມັນມີສີແດງເໝືອນເລືອດ. {GC 307.4}

ວັນທີ 19 ພຶດສະພາ 1780 ຖືກບັນທຶກໄວ້ໃນປະຫວັດສາດວ່າ ເປັນ “ວັນມືດ.” ນັບຕັ້ງແຕ່ສະໄໝຂອງໂມເຊ ເທົ່າທີ່ມີການບັນທຶກມາ ບໍ່ເຄີຍມີເວລາແຫ່ງຄວາມມືດທີ່ໜາທຶບທີ່ສຸດ, ປົກຄຸມພື້ນທີ່ຢ່າງກວ້າງຂວາງທີ່ສຸດ ແລະ ໃຊ້ເວລາອັນຍາວນານທີ່ສຸດເທົ່າກັບວັນນັ້ນເລີຍ. ຄຳບັນລະຍາຍຂອງບັນດາຜູ້ເຫັນເຫດການ ສະທ້ອນເຖິງຖ້ອຍຄຳຂອງພຣະເຈົ້າທີ່ຊົງກ່າວລ່ວງໜ້າ 2,500 ປີ ຜ່ານຜູ້­ເຜີຍ­ພຣະ­ທຳໂຢເອນວ່າ: “ກ່ອນມື້ຍິ່ງໃຫຍ່ໜ້າຢ້ານຂອງອົງ­ພຣະ­ຜູ້­ເປັນ­ເຈົ້າມາເຖິງ ອາທິດຈະມືດມົວ ທັງເດືອນຈະເປັນສີແດງດັ່ງເລືອດ.” (ໂຢເອນ 2:31 LO2012). {GC 308.1}

ພຣະຄຣິສຊົງເຕືອນຄົນຂອງພຣະອົງ ໃຫ້ເຝົ້າເບິ່ງໝາຍສຳຄັນຂອງການສະເດັດກັບມາຂອງພຣະອົງ ແລະ ໃຫ້ຊົມຊື່ນຍິນດີເມື່ອສັງເກດເຫັນສັນຍະລັກທີ່ບົ່ງບອກວ່າ ພຣະຣາຊາຂອງພວກເຂົາໃກ້ຈະສະເດັດມາ. ພຣະອົງຊົງກ່າວວ່າ: “ເມື່ອເຫດການເຫຼົ່ານີ້ເລີ່ມເກີດຂຶ້ນ ພວກເຈົ້າຈົ່ງລຸກຢືນ ແລະ ເງີຍຫົວຂຶ້ນ ເພາະຄວາມພົ້ນຂອງພວກເຈົ້າໃກ້ຈະມາເຖິງແລ້ວ.” ພຣະອົງຊົງຊີ້ໃຫ້ຜູ້ຕິດຕາມພຣະອົງເບິ່ງຕົ້ນໄມ້ໃນລະດູໃບໄມ້ປົ່ງ ແລະ ຊົງກ່າວວ່າ: “ເມື່ອເຈົ້າທັງຫຼາຍເຫັນໃບຂອງມັນເລີ່ມປົ່ງ ພວກເຈົ້າກໍຮູ້ວ່າໃກ້ຈະເຖິງລະດູຮ້ອນແລ້ວ. ຢ່າງດຽວກັນນັ້ນແຫຼະ ເມື່ອພວກເຈົ້າເຫັນເຫດການເຫຼົ່ານີ້ກຳລັງເກີດຂຶ້ນ ພວກເຈົ້າຈົ່ງຮູ້ວ່າ ອານາຈັກຂອງພຣະເຈົ້າໃກ້ຈະມາເຖິງແລ້ວ.” (ລູກາ 21:28, 30, 31). {GC 308.2}

ແຕ່ເມື່ອຄວາມຖ່ອມຕົວ ແລະ ການອຸທິດຕົນໃນຄຣິສຕະຈັກໄດ້ປ່ຽນເປັນຄວາມທະນົງຕົວ ແລະ ການເນັ້ນພິທີກຳ, ຄວາມຮັກທີ່ມີຕໍ່ພຣະຄຣິສ ແລະ ຄວາມເຊື່ອໃນການສະເດັດກັບມາຂອງພຣະອົງກໍກາຍເປັນຄວາມເຢັນຊາ. ຄົນທີ່ອ້າງຕົວວ່າເປັນໄພ່ພົນຂອງພຣະເຈົ້າ ພັດໝົກໝົ້ນຢູ່ກັບການໃຊ້ຊີວິດເໝືອນຊາວໂລກ ແລະ ໃນການສະແຫວງຫາຄວາມບັນເທີງ ຈົນພວກເຂົາຕາບອດເບິ່ງບໍ່ເຫັນຄຳແນະນຳຂອງພຣະ­ຜູ້ຊ່ວຍ­ໃຫ້ລອດກ່ຽວກັບໝາຍສຳຄັນຂອງການສະເດັດມາຂອງພຣະອົງ. ພວກເຂົາບໍ່ໄດ້ໃສ່ໃຈຕໍ່ຄຳສອນເລື່ອງການສະເດັດກັບມາ; ສ່ວນຂໍ້ພຣະຄຳພີທີ່ກ່ຽວຂ້ອງກັບການສະເດັດກັບມານັ້ນ ກໍຖືກປິດບັງໄວ້ດ້ວຍຄຳອະທິບາຍທີ່ບໍ່ຖືກຕ້ອງ, ຈົນຄົນສ່ວນຫຼາຍບໍ່ສົນໃຈ; ຄົນທັງຫຼາຍພາກັນລືມຄຳສອນນັ້ນໄປ. ສະພາບການເຊັ່ນນີ້ປາກົດຂຶ້ນ ໂດຍສະເພາະແມ່ນໃນບັນດາຄຣິສຕະຈັກຂອງອາເມຣິກາ. ອິດສະຫຼະ­ພາບ ແລະ ການຢູ່ເຢັນເປັນສຸກຂອງທຸກຊົນຊັ້ນໃນສັງຄົມ, ຄວາມທະເຍີທະຍານເພື່ອຫາຄວາມຮັ່ງມີ ແລະ ຄວາມຫຼູຫຼາຟຸມເຟືອຍຈົນຜູ້ຄົນໝົກໝົ້ນຢູ່ກັບການຫາເງິນ, ຄວາມກະຕືລືລົ້ນທີ່ຈະມີອຳນາດ ແລະ ເປັນທີ່ນິຍົມຊົມຊອບຂອງຄົນອື່ນ ເຊິ່ງເປັນຄວາມໃຝ່ຝັນທີ່ເບິ່ງຄືວ່າທຸກຄົນສາມາດຄວ້າເອົາໄດ້, ທັງໝົດນີ້ນຳພາມະນຸດໃຫ້ຫວັງ ແລະ ໃສ່ໃຈກັບຊີວິດນີ້ ພ້ອມເປັນເຫດໃຫ້ພວກເຂົາສະຫຼຸບວ່າ ວັນສຳຄັນຍິ່ງໃຫຍ່ນັ້ນ ເມື່ອລະບຽບຕ່າງໆໃນປັດຈຸບັນຈະຜ່ານພົ້ນໄປ ກໍຍັງອີກດົນຫຼາຍ. {GC 309.1}

ຈົ່ງກຽມຕົວໃຫ້ພ້ອມ

ເມື່ອພຣະ­ຜູ້ຊ່ວຍ­ໃຫ້ລອດ ຊົງຊີ້ໃຫ້ພວກສາວົກຂອງພຣະອົງ ຮູ້ເຖິງໝາຍສຳຄັນຂອງການສະເດັດກັບມາຂອງພຣະອົງ, ພຣະອົງຊົງບອກລ່ວງໜ້າເຖິງການຫຼົງຈາກຄວາມເຊື່ອທີ່ຈະເກີດຂຶ້ນກ່ອນທີ່ພຣະອົງຈະສະເດັດກັບມາ. ຈະມີສະພາບເໝືອນກັບໃນສະໄໝຂອງໂນອາ; ຄົນທັງຫຼາຍຈະສາລະວົນກັບທຸລະກິດການງານ ແລະ ການສະແຫວງຫາຄວາມບັນເທີງໃຈ; ພວກເຂົາຈະເຮັດການຊື້ຂາຍ, ການປູກຝັງ, ການກໍ່ສ້າງ, ການແຕ່ງງານ ແລະ ການມອບລູກສາວໃຫ້ແຕ່ງງານ ໂດຍພວກເຂົາລືມພຣະເຈົ້າ ແລະ ຊີວິດໃນພາຍພາກໜ້າ. ພຣະຄຣິສຊົງເຕືອນຜູ້ມີຊີວິດໃນປັດຈຸບັນນີ້ວ່າ: “ຈົ່ງຄອຍລະວັງຕົວໃຫ້ດີ ຢ່າສູ່ໃຫ້ຈິດໃຈຂອງເຈົ້າທັງຫຼາຍໜັກໄປໃນການກິນລ້ຽງ ແລະ ດື່ມເຫຼົ້າເມົາສຸຣາ ແລະ ໃນການວິຕົກກັງວົນເຖິງຊີວິດນີ້, ບໍ່ດັ່ງນັ້ນແລ້ວ ວັນນັ້ນກໍຈະຫຼອນມາຕົກຖືກພວກເຈົ້າຢ່າງບໍ່ຄາດຄິດ.” “ດັ່ງນັ້ນ ຈົ່ງເຝົ້າລະວັງ ແລະ ພາວັນນາອະທິຖານຢູ່ທຸກເວລາ ເພື່ອວ່າພວກເຈົ້າຈະມີກຳລັງພົ້ນຈາກເຫດການທຸກຢ່າງທີ່ໃກ້ຈະເກີດຂຶ້ນນັ້ນ ແລະ ຢືນຢູ່ຕໍ່ໜ້າບຸດມະນຸດໄດ້.” (ລູກາ 21:34, 36). {GC 309.2}

ພຣະ­ຜູ້ຊ່ວຍ­ໃຫ້ລອດ ຊົງກ່າວເຖິງສະພາບຂອງຄຣິສຕະຈັກໃນເວລານັ້ນໃນພຣະທຳພຣະນິມິດວ່າ: “ເຈົ້າໄດ້ຊື່ວ່າມີຊີວິດຢູ່ ແຕ່ວ່າເຈົ້າໄດ້ຕາຍເສຍແລ້ວ.” ສ່ວນຜູ້ທີ່ຄິດວ່າຕົວເອງປອດໄພດີຈົນບໍ່ຍອມຕື່ນຂຶ້ນລະວັງຕົວ ພຣະອົງຊົງເຕືອນຢ່າງໜັກແໜ້ນວ່າ: “ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເໝືອນດັ່ງຂະໂມຍ ແລະ ເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ.” (ພຣະນິມິດ 3:1 TKJV, 3). {GC 309.3}

ຈຳເປັນຕ້ອງມີການເຕືອນມະນຸດໃຫ້ຕື່ນຂຶ້ນ ເພື່ອລະວັງອັນຕະລາຍ, ຄືໃຫ້ຕື່ນຂຶ້ນເພື່ອກຽມຕົວສຳລັບເຫດການສຳຄັນຕ່າງໆທີ່ຈະເກີດຂຶ້ນ; ເຊິ່ງເປັນເຫດການ ທີ່ກ່ຽວຂ້ອງກັບການສິ້ນສຸດໂອກາດແຫ່ງຄວາມເມດຕາຂອງພຣະເຈົ້າ. ຜູ້­ເຜີຍ­ພຣະ­ທຳຂອງພຣະເຈົ້າກ່າວວ່າ: “ວັນແຫ່ງພຣະເຈົ້າຢາເວກໍຍິ່ງໃຫຍ່; ແລະ ມັນເປັນຕາຢ້ານຫຼາຍ. ຜູ້ໃດຈະສາມາດທົນຢູ່ໄດ້?” ຜູ້ໃດຈະຢືນຢູ່ໄດ້ເມື່ອພຣະອົງສະເດັດມາ? ເພາະ “ຕາຂອງພຣະອົງແສນບໍຣິສຸດຍິ່ງ ເກີນກວ່າທີ່ຈະເບິ່ງຄວາມຊົ່ວຊ້າໄດ້ ແລະ ພຣະອົງກໍບໍ່ອາດທົນຕໍ່ພາບຂອງປະຊາຊົນທີ່ເຮັດຜິດໄດ້.” (ໂຢເອນ 2:11 LCV; ຮາບາກຸກ 1:13). ສຳລັບຜູ້ທີ່ “ເອີ້ນ [ພຣະເຈົ້າ] ວ່າເປັນພຣະເຈົ້າຂອງພວກເຂົາ ແລະ ອ້າງວ່າພວກເຂົາເປັນປະຊາຊົນຂອງ [ພຣະອົງ],” ແຕ່ໄດ້ລ່ວງລະເມີດພັນທະສັນຍາຂອງພຣະອົງ ແລະ ໄດ້ຫຼົງໄປຕາມພຣະອື່ນ, ໄດ້ລີ້ຊ່ອນຄວາມຊົ່ວຮ້າຍຢູ່ໃນໃຈ ແລະ ຮັກເສັ້ນທາງແຫ່ງຄວາມຊົ່ວ: ສຳລັບຄົນເຊັ່ນນີ້ ວັນສຳຄັນຂອງອົງ­ພຣະ­ຜູ້­ເປັນ­ເຈົ້າຈະເປັນ “ຄວາມມືດ ບໍ່ແມ່ນຄວາມສະຫວ່າງ, ເປັນຄວາມມືດມິດ ແລະ ບໍ່ມີຄວາມແຈ່ມໃສເລີຍ.” (ໂຮເສອາ 8:2, 1; ເພງສັນລະ­ເສີນ 16:4; ອາໂມດ 5:20 ດັດແປງຈາກສະບັບ TKJV). ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວວ່າ, “ໃນເວລານັ້ນ ເຮົາຈະຖືໂຄມໄຟອັນໜຶ່ງ ເຍືອງຄົ້ນຫານະຄອນເຢຣູຊາເລັມ. ເຮົາຈະລົງໂທດປະຊາຊົນທີ່ສ້າງຄວາມອີ່ມອົກອີ່ມໃຈວ່າ, ‘ບໍ່ວ່າຮ້າຍຫຼືດີ ອົງ­ພຣະ­ຜູ້­ເປັນ­ເຈົ້າເຮັດຫຍັງບໍ່ໄດ້ດອກ.’” (ເຊຟານີຢາ 1:12 LO2012). “ເຮົາຈະນຳໄພພິບັດມາເທິງແຜ່ນດິນໂລກ ແລະ ລົງໂທດຄົນຊົ່ວຮ້າຍທຸກຄົນເພາະການບາບຂອງພວກເຂົາ. ເຮົາຈະເຮັດໃຫ້ຄົນອວດອົ່ງຈອງຫອງທຸກຄົນຖ່ອມໃຈ ແລະ ຈະລົງໂທດຄົນອວດດີ ແລະ ຄົນຮ້າຍກາດທຸກຄົນ.” (ເອຊາຢາ 13:11). “ໃນມື້ນັ້ນ…ແມ່ນແຕ່ເງິນ ແລະ ຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້.” “ຊັບສົມບັດຂອງພວກເຂົາຈະຖືກປຸ້ນ ແລະ ເຮືອນຂອງພວກເຂົາຈະຖືກທຳລາຍ.” (ເຊຟານີຢາ 1:18, 13). {GC 310.1}

ສ່ວນຜູ້­ເຜີຍ­ພຣະ­ທຳເຢເຣມີຢາ ເຫັນລ່ວງໜ້າເຖິງເວລາອັນເປັນຕາຢ້ານນີ້ ແລ້ວກ່າວວ່າ: “ຄວາມເຈັບປວດ! ຂ້ານ້ອຍທົນຕໍ່ໄປບໍ່ໄຫວ…ຂ້ານ້ອຍມິດງຽບຢູ່ບໍ່ໄດ້ອີກຕໍ່ໄປ ຂ້ານ້ອຍໄດ້ຍິນສຽງແກ ແລະ ສຽງຮ້ອງການສູ້ຮົບ ໄພພິບັດໜຶ່ງແລ້ວ ໄພພິບັດອື່ນຊ້ຳຕິດຕາມມາ.” (ເຢເຣມີຢາ 4:19, 20). {GC 310.2}

“ມັນຈະເປັນມື້ແຫ່ງຄວາມໂກດຮ້າຍໃຫຍ່ ມື້ແຫ່ງຄວາມເດືອດຮ້ອນ ແລະ ເປັນທຸກໃຈຫຼາຍ ມື້ແຫ່ງການຮົກຮ້າງເພພັງ ແລະ ຈິບຫາຍ ມື້ແຫ່ງຄວາມມືດຕຶບ ແລະ ໝົ່ນໝອງ ມື້ແຫ່ງເມກໝອກດຳ ມື້ທີ່ເຕັມໄປດ້ວຍສຽງແກລະດົມພົນເຮັດເສິກ ແລະ ສຽງຂອງພວກທະຫານໂຮ່ຮ້ອງໃນສະໜາມຮົບ.” (ເຊຟານີຢາ 1:15, 16). “ມື້ຂອງອົງ­ພຣະ­ຜູ້­ເປັນ­ເຈົ້າກຳລັງມາ…ໂລກຈະເປັນຖິ່ນແຫ້ງແລ້ງກັນດານ ແລະ ຄົນບາບທຸກຄົນຈະຖືກທຳລາຍ.” (ເອຊາຢາ 13:9 LO2012). {GC 310.3}

ພຣະຄຳຂອງພຣະເຈົ້າໃຊ້ຖ້ອຍຄຳທີ່ໜັກແໜ້ນເມື່ອກ່າວເຖິງວັນຍິ່ງໃຫຍ່ນັ້ນ ແລະ ຮຽກຮ້ອງໃຫ້ຄົນຂອງພຣະເຈົ້າຕື່ນຂຶ້ນຈາກຄວາມງ່ວງຊຶມດ້ານຈິດວິນຍານ ແລະ ສະແຫວງຫາພຣະອົງດ້ວຍການຖ່ອມຕົວກັບໃຈວ່າ: “ຈົ່ງເປົ່າແກທີ່ໃນຊີໂອນ, ຈົ່ງຮ້ອງສຽງປຸກເທິງພູເຂົາບໍຣິສຸດຂອງເຮົາ, ໃຫ້ຊາວແຜ່ນດິນທັງຫຼາຍຕົວສັ່ນ, ເພາະວ່າ ວັນຂອງອົງ­ພຣະ­ຜູ້­ເປັນ­ເຈົ້າກຳລັງມາ, ວັນນັ້ນພວມຫຍັບເຂົ້າມາໃກ້ແລ້ວ.” “ຈົ່ງສັ່ງໃຫ້ອົດອາຫານ ແລະ ເອີ້ນປະຊຸມກັນເຖີດ; ຈົ່ງບອກປະຊາຊົນໃຫ້ເຂົ້າມາເຕົ້າໂຮມກັນ ກຽມພວກເຂົາໃຫ້ເຂົ້າຮ່ວມການປະຊຸມອັນສັກສິດນີ້; ຈົ່ງນຳພວກເຖົ້າແກ່ ແລະ ເຕົ້າໂຮມເດັກນ້ອຍຄືກັນ ແມ່ນແຕ່ຜູ້ທີ່ຫາກໍແຕ່ງງານກໍໃຫ້ອອກມາດ້ວຍ. ປະໂຣຫິດຜູ້ຮັບໃຊ້ອົງ­ພຣະ­ຜູ້­ເປັນ­ເຈົ້າກໍໃຫ້ມາຄືກັນ ລະຫວ່າງແທ່ນບູຊາ ແລະ ທາງເຂົ້າພຣະວິຫານນັ້ນ ຕ້ອງພາກັນຮ້ອງໄຫ້ ແລະ ພາວັນນາອະທິຖານ.” “ຈົ່ງກັບໃຈໃໝ່ຢ່າງແທ້ຈິງສາເຖີດ ແລະ ຈົ່ງກັບຄືນມາຫາເຮົາຢ່າງເຕັມໃຈ ດ້ວຍການອົດອາຫານ ແລະ ຮ້ອງໄຫ້ໄວ້ທຸກ. ຈົ່ງຈີກຫົວໃຈຂອງເຈົ້າ ບໍ່ແມ່ນຈີກເສື້ອຜ້າຂອງເຈົ້າ; ຈົ່ງຫັນກັບມາຫາພຣະເຢໂຮວາ ພຣະເຈົ້າຂອງເຈົ້າທັງຫຼາຍ, ເພາະວ່າພຣະອົງຊົງພຣະກະລຸນາ, ຊົງໂກດຊ້າ ແລະ ບໍຣິບູນດ້ວຍຄວາມເມດຕາ.” (ໂຢເອນ 2:1 ແປຈາກສະບັບ KJV, 15–17, 12, 13 ດັດແປງຈາກສະບັບ TKJV). {GC 311.1}

ຕ້ອງມີການປະຕິຮູບຄັ້ງໃຫຍ່ ເພື່ອກຽມຄົນໃຫ້ພ້ອມທີ່ຈະຢືນຢູ່ໃນວັນສຳຄັນຂອງພຣະເຈົ້າ. ພຣະເຈົ້າຊົງເຫັນວ່າ ຄົນຈຳນວນຫຼວງຫຼາຍອ້າງວ່າເປັນໄພ່ພົນຂອງພຣະອົງ ແຕ່ບໍ່ໄດ້ເສີມສ້າງອຸປະນິໄສເພື່ອຊີວິດນິຣັນ; ສະນັ້ນ, ດ້ວຍພຣະເມດຕາຂອງພຣະອົງ ພຣະອົງຊົງກຽມທີ່ຈະສົ່ງຂ່າວເຕືອນ ເພື່ອປຸກພວກເຂົາໃຫ້ຕື່ນຈາກຄວາມງ່ວງຊຶມ ແລະ ເພື່ອນຳພາພວກເຂົາໃຫ້ກຽມພ້ອມສຳລັບການສະເດັດມາຂອງພຣະອົງ. {GC 311.2}

ຄຳເຕືອນນີ້ຖືກບັນທຶກໄວ້ໃນພຣະທຳພຣະນິມິດ ບົດທີ 14, ເຊິ່ງອະທິບາຍວ່າ ຂ່າວນີ້ແບ່ງອອກເປັນສາມສ່ວນ ໂດຍມີທູດສະຫວັນເປັນຜູ້ປະກາດ ແລະ ທັນທີທີ່ການປະກາດນັ້ນຈົບລົງ ບຸດມະນຸດກໍຈະສະເດັດມາ ເພື່ອເກັບກ່ຽວຜົນຂອງແຜ່ນດິນໂລກ (ເບິ່ງ ພຣະນິມິດ 14:15). ຄຳເຕືອນຄັ້ງທຳອິດປະກາດວ່າ ເວລາແຫ່ງການພິພາກສາໃກ້ຈະມາເຖິງ. ຜູ້­ເຜີຍ­ພຣະ­ທຳເຫັນທູດສະຫວັນ “ບິນໄປໃນທ້ອງຟ້າ, ມີຂ່າວປະເສີດອັນນິຣັນດອນ ນຳໄປປະກາດແກ່ຊາວໂລກທັງປວງ, ແກ່ທຸກປະເທດ, ທຸກຊົນເຜົ່າ, ທຸກພາສາ ແລະ ທຸກຊົນຊາດ. ເທວະດາຕົນນັ້ນເປັ່ງສຽງຮ້ອງວ່າ, ‘ຈົ່ງຢຳເກງພຣະເຈົ້າ ແລະ ຍົກຍ້ອງໃຫ້ກຽດແກ່ພຣະອົງ ເພາະເຖິງເວລາແລ້ວ ທີ່ພຣະອົງຈະຕັດສິນມະນຸດສະໂລກ. ຈົ່ງນະມັດສະການພຣະອົງ ຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນ້ຳທະເລ ກັບບໍ່ນ້ຳພຸທັງຫຼາຍ.’” (ພຣະນິມິດ 14:6, 7). {GC 311.3}

ຊົງມອບການປະກາດໄວ້ໃນມືຄົນທຳມະດາ

ພຣະຄຳພີກ່າວວ່າ ຂ່າວສານນີ້ເປັນສ່ວນໜຶ່ງຂອງ “ຂ່າວປະເສີດອັນນິຣັນດອນ.” ວຽກງານຂອງການປະກາດຂ່າວປະເສີດ ບໍ່ໄດ້ຖືກມອບໝາຍໃຫ້ແກ່ພວກທູດສະຫວັນ, ແຕ່ຖືກມອບໃຫ້ມະນຸດ. ທູດສະຫວັນບໍຣິສຸດໄດ້ຮັບມອບໝາຍໃຫ້ຊີ້ນຳວຽກງານນີ້; ພວກເຂົາມີໜ້າທີ່ຮັບຜິດຊອບໃນການເຄື່ອນໄຫວສຳຄັນເພື່ອຄວາມລອດຂອງມະນຸດ; ແຕ່ຜູ້ທີ່ເຮັດການປະກາດນັ້ນ ແມ່ນມະນຸດຜູ້ຮັບໃຊ້ຂອງພຣະຄຣິສເທິງແຜ່ນດິນໂລກ. {GC 312.1}

ຜູ້ທີ່ສັດຊື່ ແລະ ເຊື່ອຟັງຕາມການດົນໃຈຂອງພຣະວິນຍານຂອງພຣະເຈົ້າ ແລະ ເຮັດຕາມຄຳສອນໃນພຣະຄຳຂອງພຣະອົງ ຕ້ອງປະກາດເຕືອນໃຫ້ຊາວໂລກຮູ້. ພວກເຂົາເປັນຄົນທີ່ເອົາໃຈໃສ່ຕໍ່ “ຄຳພະຍາກອນທີ່ແນ່ນອນ” ຄື “ແສງປະທີບທີ່ສ່ອງສະຫວ່າງໃນທີ່ມືດ ຈົນກວ່າແສງອາລຸນຈະຂຶ້ນ ແລະ ດາວປະຈຳຮຸ່ງຈະຜຸດຂຶ້ນໃນໃຈຂອງທ່ານທັງຫຼາຍ.” (2 ເປໂຕ 1:19 TKJV). ຄົນເຫຼົ່ານີ້ໄດ້ສະແຫວງຫາຄວາມຮູ້ກ່ຽວກັບພຣະເຈົ້າຫຼາຍກວ່າຊັບສົມບັດທີ່ເຊື່ອງໄວ້ທັງໝົດ ໂດຍຖືວ່າການຮູ້ຈັກພຣະອົງນັ້ນ “ດີກວ່າຜົນທີ່ໄດ້ຈາກເງິນ ແລະ [ໃຫ້] ກຳໄລ…ດີກວ່າຄຳ.” (ສຸພາສິດ 3:14). ແລ້ວພຣະເຈົ້າຊົງສຳແດງໃຫ້ພວກເຂົາເຫັນສິ່ງທີ່ຍິ່ງໃຫຍ່ແຫ່ງອານາຈັກຂອງພຣະອົງ. “ຄວາມລີ້ລັບຂອງພຣະເຢໂຮວາມີຢູ່ແກ່ຄົນທີ່ຢຳເກງພຣະອົງ ແລະ ພຣະອົງຈະຊົງແຈ້ງພັນທະສັນຍາຂອງພຣະອົງແກ່ພວກເຂົາ.” (ເພງສັນລະ­ເສີນ 25:14 ດັດແປງຈາກສະບັບ TKJV). {GC 312.2}

ນັກສາສະໜາສາດທີ່ຮຽນສູງ ກໍບໍ່ໄດ້ເຂົ້າໃຈຄວາມຈິງນີ້ ແລະ ບໍ່ໄດ້ຮ່ວມໃນການປະກາດ. ຖ້າຫາກວ່າພວກເຂົາເປັນຜູ້ເຝົ້າຍາມທີ່ສັດຊື່ ແລະ ໄດ້ຄົ້ນຄວ້າພຣະຄຳພີດ້ວຍຄວາມກະຕືລືລົ້ນ ແລະ ການອະທິຖານ, ພວກເຂົາກໍຈະຮູ້ວ່າຄ່ຳຄືນນັ້ນຮອດຈັກໂມງແລ້ວ; ພວກເຂົາກໍຈະເຂົ້າໃຈຄຳພະຍາກອນ ແລະ ຈະຮູ້ເຖິງເຫດການຕ່າງໆທີ່ໃກ້ຈະເກີດຂຶ້ນ. ແຕ່ພວກເຂົາບໍ່ໄດ້ເຮັດຢ່າງນັ້ນ, ຂ່າວສານຂອງພຣະເຈົ້າຈຶ່ງຖືກມອບໝາຍໃຫ້ຄົນທີ່ມີຖານະຕ່ຳຕ້ອຍກວ່າ. ພຣະເຢຊູຊົງກ່າວວ່າ: “ເມື່ອຍັງມີຄວາມສະຫວ່າງຢູ່ ກໍຈົ່ງຍ່າງໄປເທາະ ເພາະຢ້ານວ່າ ຄວາມມືດຈະຕາມມາທັນພວກເຈົ້າ.” (ໂຢຮັນ 12:35). ຜູ້ທີ່ຫັນໜີຈາກຄວາມສະຫວ່າງທີ່ພຣະເຈົ້າຊົງມອບໃຫ້ ແລະ ຜູ້ທີ່ບໍ່ເອົາໃຈໃສ່ທີ່ຈະສະແຫວງຫາຄວາມສະຫວ່າງເມື່ອມັນຢູ່ໃກ້ ກໍຈະຖືກປະໄວ້ໃນຄວາມມືດ. ແຕ່ພຣະ­ຜູ້ຊ່ວຍ­ໃຫ້ລອດຊົງກ່າວວ່າ: “ຜູ້ທີ່ຕາມເຮົາມາຈະມີຄວາມສະຫວ່າງແຫ່ງຊີວິດ ແລະ ຈະບໍ່ເດີນຢູ່ໃນຄວາມມືດຈັກເທື່ອ.” (ໂຢຮັນ 8:12). ຜູ້ໃດກໍຕາມທີ່ພະຍາຍາມເຮັດຕາມນ້ຳພຣະໄທຂອງພຣະເຈົ້າດ້ວຍຈິດໃຈທີ່ແນ່ວແນ່ ແລະ ປະຕິບັດຕາມແສງສະຫວ່າງທີ່ຕົນໄດ້ຮັບແລ້ວດ້ວຍຄວາມກະຕືລືລົ້ນ, ຜູ້ນັ້ນກໍຈະໄດ້ຮັບຄວາມສະຫວ່າງເພີ່ມ. ພຣະເຈົ້າຈະສ່ອງສະຫວ່າງໃຫ້ຜູ້ນັ້ນ ເພື່ອນຳເຂົາໄປເຖິງຄວາມຈິງທັງມວນ. {GC 312.3}

ຜູ້ທີ່ເຝົ້າລໍຄອຍຈະໄດ້ຮັບພຣະພອນ

ເມື່ອພຣະຄຣິສສະເດັດມາຄັ້ງທຳອິດ ພວກປະໂຣຫິດ ແລະ ພວກທຳມະຈານໃນນະຄອນເຢຣູຊາເລັມ ເປັນຜູ້ທີ່ໄດ້ຮັບມອບໝາຍຈາກພຣະເຈົ້າ ໃຫ້ຮັກສາພຣະຄຳຂອງພຣະອົງ; ພວກເຂົາມີໂອກາດຮັບຮູ້ເຖິງໝາຍສຳຄັນຕ່າງໆ ທີ່ບົ່ງບອກເຖິງການສະເດັດມາຂອງພຣະ­ຜູ້ຊ່ວຍ­ໃຫ້ລອດ ຕາມທີ່ມີພຣະສັນຍາຂຽນໄວ້ໃນພຣະຄຳພີ; ແຕ່ພວກເຂົາບໍ່ໄດ້ສັງເກດໝາຍສຳຄັນເຫຼົ່ານັ້ນ ແລະ ບໍ່ໄດ້ເຂົ້າຮ່ວມໃນການປະກາດເລື່ອງການສະເດັດມາບັງເກີດຂອງພຣະຄຣິສ. ຄຳພະຍາກອນຂອງ ທ່ານ ມີກາ ໄດ້ລະບຸບ່ອນກຳເນີດຂອງພຣະອົງ ແລະ ດານີເອນໄດ້ບອກເວລາທີ່ພຣະອົງຈະບັງເກີດ. (ເບິ່ງ ມີກາ 5:2; ດານີເອນ 9:25). ພຣະເຈົ້າຊົງມອບໝາຍຄຳພະຍາກອນເຫຼົ່ານີ້ໃຫ້ແກ່ພວກຜູ້ນຳຊາວຢິວ; ສະນັ້ນ, ຈຶ່ງບໍ່ມີຂໍ້ແກ້ຕົວທີ່ພວກເຂົາບໍ່ຮູ້ ແລະ ບໍ່ໄດ້ປະກາດໃຫ້ຄົນທັງຫຼາຍຮັບຊາບວ່າ ພຣະເມຊີອາໃກ້ຈະສະເດັດມາໃນເວລານັ້ນ. ຄວາມບໍ່ຮູ້ຂອງພວກເຂົາ ເປັນຜົນຈາກຄວາມບາບທີ່ລະເລີຍບໍ່ເອົາໃຈໃສ່ຄຳພະຍາກອນ. ຊາວຢິວໃນເວລານັ້ນ ກຳລັງສ້າງອະນຸສາວະລີແກ່ພວກຜູ້­ເຜີຍ­ພຣະ­ທຳທີ່ຖືກຂ້າຍ້ອນຄວາມເຊື່ອ; ແຕ່ໃນຂະນະດຽວກັນ, ພວກເຂົາພັດໃຫ້ຄວາມເຄົາລົບຕໍ່ບັນດາບຸກຄົນສຳຄັນຂອງໂລກ ເຊິ່ງເປັນການສະແດງຄວາມນັບຖືຕໍ່ຜູ້ຮັບໃຊ້ຂອງຊາຕານ. ພວກເຂົາມີຄວາມທະເຍີທະຍານ ແລະ ມົວແຕ່ຕໍ່ສູ້ແຍ່ງຊິງອຳນາດ ແລະ ຕຳແໜ່ງຝ່າຍໂລກ ຈົນລືມກຽດຕິຍົດທີ່ພຣະເຈົ້າແຫ່ງຟ້າສະຫວັນປະທານໃຫ້. {GC 313.1}

ພວກເຖົ້າແກ່ຂອງອິດສະຣາເອນຄວນໄດ້ເອົາໃຈໃສ່ ແລະ ສຶກສາຄົ້ນຄວ້າສະຖານທີ່, ເວລາ ແລະ ສະຖານະການທີ່ກ່ຽວຂ້ອງກັບເຫດການທີ່ຍິ່ງໃຫຍ່ທີ່ສຸດໃນປະຫວັດສາດໂລກ ຄືການສະເດັດມາຂອງພຣະບຸດຂອງພຣະເຈົ້າເພື່ອໄຖ່ມະນຸດໃຫ້ລອດພົ້ນ. ຄົນທັງຫຼາຍຄວນໄດ້ເຝົ້າເບິ່ງ ແລະ ລໍຖ້າເພື່ອຈະໄດ້ເປັນກຸ່ມຄົນທຳອິດທີ່ຈະຕ້ອນຮັບພຣະຜູ້ໄຖ່ຂອງໂລກ. ແຕ່ຢ່າງໃດກໍຕາມ, ໃນຂະນະນັ້ນ ໂຢເຊັບກັບນາງມາຣີໄດ້ເດີນທາງຢ່າງອ່ອນເພຍຈາກເນີນພູນາຊາເຣັດຈົນຮອດເມືອງເບັດເລເຮັມ. ພວກເຂົາເດີນຕະຫຼອດເສັ້ນທາງແຄບໃນເມືອງ ຈົນຮອດສຸດທາງດ້ານຕາເວັນອອກ ແຕ່ກໍຫາບໍ່ໄດ້ບ່ອນພັກແຮມໃນຄືນນັ້ນ; ບໍ່ມີຜູ້ໃດເປີດປະຕູຕ້ອນຮັບພວກເຂົາ. ໃນທີ່ສຸດພວກເຂົາພົບທີ່ພັກໃນກະຕູບອັນຕ່ຳຕ້ອຍທີ່ກຽມໄວ້ເພື່ອລ້ຽງງົວ, ແລ້ວພຣະ­ຜູ້ຊ່ວຍ­ໃຫ້ລອດຂອງໂລກຊົງຖືກຳເນີດຢູ່ທີ່ນັ້ນ. {GC 313.2}

ພວກທູດສະຫວັນເຄີຍໄດ້ເຫັນຣັດສະໝີພາບ ເຊິ່ງພຣະບຸດຂອງພຣະເຈົ້າຊົງມີຮ່ວມກັບພຣະບິດາ ກ່ອນໂລກນີ້ຈະຖືກສ້າງຂຶ້ນ; ພວກເພິ່ນຈຶ່ງລໍຄອຍການສະເດັດມາບັງເກີດເປັນມະນຸດຂອງພຣະອົງ ດ້ວຍຄວາມສົນໃຈຢ່າງແຮງກ້າ ພ້ອມກັບຖືວ່າເປັນເຫດການທີ່ໜ້າຍິນດີທີ່ສຸດສຳລັບມະນຸດທັງປວງ. ມີການມອບໝາຍໃຫ້ທູດສະຫວັນກຸ່ມໜຶ່ງ ໄປນຳຂ່າວອັນໜ້າຍິນດີນີ້ໃຫ້ແກ່ຜູ້ທີ່ກຽມພ້ອມທີ່ຈະຮັບເອົາ ຄືຜູ້ທີ່ຈະປະກາດຕໍ່ໃຫ້ຊາວໂລກຮູ້ດ້ວຍຄວາມໜ້າຊື່ນໃຈບານ. ພຣະຄຣິສຊົງຖ່ອມພຣະອົງລົງ ເພື່ອຮັບສະພາບຂອງມະນຸດ; ພຣະອົງຕ້ອງແບກຮັບເອົາຄວາມທຸກອັນບໍ່ມີຂອບເຂດ ໃນຂະນະທີ່ພຣະອົງຊົງມອບຊີວິດເປັນເຄື່ອງບູຊາໄຖ່ບາບ; ເຖິງແມ່ນວ່າ ພຣະຄຣິສຊົງຖ່ອມພຣະອົງລົງ ແຕ່ຝ່າຍພວກທູດສະຫວັນ ກໍຢາກໃຫ້ພຣະອົງໄດ້ຮັບກຽດໃຫ້ສົມກັບຖານະພຣະບຸດຂອງອົງຜູ້ສູງສຸດ. ພວກບຸກຄົນສຳຄັນຂອງໂລກຈະເຕົ້າໂຮມກັນຢູ່ນະຄອນຫຼວງຂອງອິດສະຣາເອນເພື່ອຕ້ອນຮັບພຣະອົງບໍ? ພວກທູດສະຫວັນຈະໄດ້ມີໂອກາດແນະນຳພຣະຄຣິສແກ່ຄົນກຸ່ມໃຫຍ່ທີ່ລໍຖ້າພຣະອົງບໍ? {GC 313.3}

ມີທູດສະຫວັນອົງໜຶ່ງມາຢາມເບິ່ງວ່າ ມີໃຜແດ່ທີ່ກຽມພ້ອມທີ່ຈະຕ້ອນຮັບພຣະເຢຊູ. ແຕ່ທູດອົງນັ້ນບໍ່ເຫັນວີ່ແວວວ່າ ຈະມີຜູ້ໃດເຝົ້າລໍຖ້າການສະເດັດມາ. ບໍ່ໄດ້ຍິນສຽງສັນລະເສີນ ຫຼື ການຮ້ອງໂຮ່ອວຍໄຊວ່າ ການສະເດັດມາຂອງພຣະເມຊີອາໃກ້ຈະມາເຖິງແລ້ວ. ທູດສະຫວັນອົງນັ້ນບິນວົນວຽນຢູ່ເໜືອນະຄອນທີ່ພຣະເຈົ້າຊົງເລືອກໄວ້ ແລະ ເໜືອພຣະວິຫານ ອັນເປັນບ່ອນທີ່ພຣະເຈົ້າຊົງໃຫ້ຣັດສະໝີພາບແຫ່ງການສະຖິດຢູ່ຂອງພຣະອົງປາກົດຢູ່ເປັນເວລາຕໍ່ເນື່ອງກັນຫຼາຍຍຸກສະໄໝ, ແຕ່ທູດອົງນັ້ນພັດເຫັນແຕ່ຄົນທີ່ບໍ່ເອົາໃຈໃສ່. ພວກປະໂຣຫິດທີ່ຫຍິ່ງທະນົງຕົວ ກຳລັງເຮັດພິທີກຳຢ່າງອະລັງການ ແຕ່ເປັນການຖວາຍບູຊາທີ່ເປິເປື້ອນມົນທິນບາບ. ພວກຟາຣີຊາຍກຳລັງສອນປະຊາຊົນດ້ວຍສຽງດັງ ຫຼື ບາງຄົນກຳລັງຢືນອະທິຖານຢູ່ປາກຊອຍດ້ວຍທ່າທີທີ່ໂອ້ອວດ. ບໍ່ວ່າຈະຢູ່ໃນພຣະຣາຊວັງຂອງກະສັດ, ໃນຫ້ອງປະຊຸມຂອງພວກນັກປັດຊະຍາ ຫຼື ຢູ່ໃນໂຮງຮຽນຂອງພວກຣັບບີ, ຕ່າງຄົນຕ່າງບໍ່ໄດ້ຮັບຮູ້ເຖິງຄວາມຈິງອັນປະເສີດທີ່ເຮັດໃຫ້ສະຫວັນທັງໝົດມີຄວາມຊົມຊື່ນຍິນດີ ແລະ ການສັນລະເສີນ; ດ້ວຍວ່າ, ພຣະຜູ້ໄຖ່ຂອງມະນຸດກຳລັງຈະສະເດັດມາໃນໂລກໃຫ້ມະນຸດໄດ້ເຫັນ. {GC 314.1}

ບໍ່ມີຫຼັກຖານເລີຍວ່າ ມີຄົນຄາດຫວັງເຖິງການສະເດັດມາຂອງພຣະຄຣິສ; ບໍ່ມີການກຽມພ້ອມທີ່ຈະຕ້ອນຮັບອົງເຈົ້າຊີວິດ. ທູດສະຫວັນອົງນັ້ນປະຫຼາດໃຈ ແລະ ກຳລັງຈະກັບໄປສູ່ສະຫວັນດ້ວຍຂ່າວອັນໜ້າອັບອາຍນັ້ນ ແຕ່ກໍພົບເຫັນຄົນລ້ຽງແກະກຸ່ມໜຶ່ງທີ່ກຳລັງເຝົ້າເບິ່ງຝູງແກະຂອງຕົນໃນເວລາກາງຄືນ. ໃນຂະນະທີ່ພວກເຂົາເງີຍໜ້າເບິ່ງດວງດາວໃນທ້ອງຟ້າ, ພວກເຂົາໄຕ່ຕອງເຖິງຄຳພະຍາກອນເລື່ອງການສະເດັດມາຂອງພຣະເມຊີອາ ດ້ວຍຄວາມປາຖະໜາຢາກໃຫ້ພຣະຜູ້ໄຖ່ຂອງໂລກສະເດັດມາ. ນີ້ແມ່ນກຸ່ມຄົນທີ່ກຽມພ້ອມທີ່ຈະໄດ້ຮັບຟັງຂ່າວສານຈາກສະຫວັນ. ແລ້ວໃນທັນໃດນັ້ນເອງທູດຂອງອົງ­ພຣະ­ຜູ້­ເປັນ­ເຈົ້າກໍປາກົດຂຶ້ນ ແລະ ປະກາດຂ່າວດີເລື່ອງອັນໜ້າຊົມຊື່ນຍິນດີ. ສະຫງ່າຣາສີແຫ່ງສະຫວັນສ່ອງມາຍັງທົ່ງພຽງແຫ່ງນັ້ນ, ມີທູດສະຫວັນໝູ່ໃຫຍ່ຈົນນັບບໍ່ຖ້ວນປາກົດຂຶ້ນ ເໝືອນກັບວ່າ ຂ່າວອັນໜ້າຍິນດີດັ່ງກ່າວປະເສີດເກີນກວ່າທີ່ຈະໃຫ້ທູດສະຫວັນພຽງອົງດຽວປະກາດ. ທູດສະຫວັນໝູ່ໃຫຍ່ນັ້ນຈຶ່ງຮ່ວມກັນຮ້ອງເພງ ອັນເປັນເພງທີ່ມະນຸດທຸກຊາດທີ່ຈະໄດ້ຮັບຄວາມລອດຈະໄດ້ຮ້ອງກັນໃນທີ່ສຸດວ່າ: “ພຣະຣັດສະໝີຈົ່ງມີແດ່ພຣະເຈົ້າ ໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກ ແກ່ມະນຸດທັງປວງ.” (ລູກາ 2:14). {GC 314.2}

ເລື່ອງອັນປະເສີດລ້ຳຈາກເມືອງເບັດເລເຮັມນັ້ນ ມີບົດຮຽນທີ່ສຳຄັນແທ້ໜໍ! ເລື່ອງນັ້ນເປັນການຕຳໜິຄວາມບໍ່ເຊື່ອຖື, ຄວາມທະນົງຕົວ ແລະ ຄວາມເພິ່ງພາໃນຕົນເອງຂອງພວກເຮົາ. ມັນເຕືອນພວກເຮົາໃຫ້ລະວັງ, ຢ້ານວ່າໂດຍຄວາມບໍ່ໃສ່ໃຈຂອງພວກເຮົາ ເຊິ່ງເປັນຄວາມຜິດອັນຮ້າຍແຮງ ພວກເຮົາຈະບໍ່ສັງເກດໝາຍສຳຄັນຕ່າງໆທີ່ບົ່ງບອກເຖິງຍຸກສະໄໝ ເຊິ່ງຈະເປັນເຫດໃຫ້ພວກເຮົາບໍ່ຮູ້ວັນເວລາທີ່ພຣະອົງຈະສະເດັດກັບມາ. {GC 315.1}

ແຕ່ພວກຜູ້ລ້ຽງແກະເທິງເນີນພູແຫ່ງແຂວງຢູດາຍ ບໍ່ແມ່ນກຸ່ມດຽວທີ່ພວກທູດສະຫວັນພົບວ່າກຳລັງເຝົ້າລໍຄອຍການສະເດັດມາຂອງພຣະເມຊີອາ. ໃນຕ່າງປະເທດມີຄົນທີ່ກຳລັງລໍຖ້າພຣະອົງ ຄືກຸ່ມນັກປັດຊະຍາຈາກທິດຕາເວັນອອກຜູ້ຮັ່ງມີ ແລະ ສະຫງ່າ­ຜ່າເຜີຍ. ນັກປັດຊະຍາເຫຼົ່ານີ້ ເປັນພວກທີ່ສຶກສາຄົ້ນຄວ້າທຳມະຊາດ ແລະ ໄດ້ເຫັນຝີພຣະຫັດຂອງພຣະເຈົ້າຜ່ານສິ່ງທີ່ພຣະອົງຊົງສ້າງ. ຈາກພຣະຄຳພີພາສາເຮັບເຣີ ພວກເຂົາໄດ້ຮຽນຮູ້ເຖິງດວງດາວທີ່ຈະອອກມາຈາກຢາໂຄບ; ສະນັ້ນ, ພວກເຂົາຈຶ່ງເຝົ້າລໍຖ້າການສະເດັດມາຂອງພຣະອົງ ເພາະພຣະອົງຈະບໍ່ພຽງແຕ່ເປັນ “ຜູ້ທີ່ມາໂຜດຊ່ວຍຊາດອິດສະຣາເອນໃຫ້ພົ້ນ” ເທົ່ານັ້ນ ແຕ່ຍັງເປັນ “ແສງສະຫວ່າງສ່ອງແຈ້ງເປີດເຜີຍພຣະປະສົງແກ່ບັນດາປະຊາຊາດ” ແລະ “ເປັນເຫດໃຫ້ໂລກທັງໝົດໄດ້ພົ້ນ.” (ລູກາ 2:25, 32; ກິດຈະການ 13:47). ພວກເຂົາເປັນຜູ້ສະແຫວງຫາຄວາມສະຫວ່າງ, ແລ້ວແສງສະຫວ່າງຈາກບັນລັງຂອງພຣະເຈົ້າໄດ້ສ່ອງມາຍັງທາງເດີນຂອງພວກເຂົາ. ພວກປະໂຣຫິດ ແລະ ພວກຣັບບີໃນເຢຣູຊາເລັມໄດ້ຮັບມອບໝາຍໃຫ້ຮັກສາ ແລະ ອະທິບາຍຫຼັກຄວາມຈິງ; ແຕ່ໃນຂະນະທີ່ພວກເຂົາຖືກຄວາມມືດຄອບງຳ ມີດວງດາວຈາກສະຫວັນນຳພາກຸ່ມຄົນຕ່າງຊາດດັ່ງກ່າວ ໃຫ້ໄປເຖິງສະຖານທີ່ອັນເປັນບ່ອນທີ່ພຣະຣາຊານ້ອຍຊົງບັງເກີດ. {GC 315.2}

ພຣະຄຣິສຈະສະເດັດ “ມາປາກົດເທື່ອທີສອງ ໂດຍບໍ່ກ່ຽວກັບຄວາມບາບ ແຕ່ເພື່ອໂຜດຊ່ວຍເອົາບັນດາຜູ້ທີ່ລໍຄອຍພຣະອົງດ້ວຍໃຈຮ້ອນຮົນ ໃຫ້ໄດ້ຮັບຄວາມພົ້ນ.” (ເຮັບເຣີ 9:28). ເຊັ່ນດຽວກັບຂ່າວການກຳເນີດຂອງພຣະ­ຜູ້ຊ່ວຍ­ໃຫ້ລອດ, ຂ່າວເລື່ອງການສະເດັດກັບມາຂອງພຣະອົງ ກໍບໍ່ໄດ້ຖືກມອບໝາຍໃຫ້ພວກຜູ້ນຳສາສະໜາ. ພວກເຂົາບໍ່ໄດ້ຮັກສາຄວາມສຳພັນຂອງຕົນກັບພຣະເຈົ້າ ແລະ ໄດ້ປະຕິເສດແສງສະຫວ່າງຈາກສະຫວັນ; ດັ່ງນັ້ນພວກເຂົາຈຶ່ງບໍ່ໄດ້ຢູ່ໃນຈຳນວນຄົນທີ່ອັກຄະສາວົກໂປໂລກ່າວເຖິງ ເມື່ອເພິ່ນກ່າວວ່າ: “ແຕ່ພີ່ນ້ອງທັງຫຼາຍເອີຍ ພວກເຈົ້າບໍ່ໄດ້ຢູ່ໃນຄວາມມືດແລ້ວ ແລະ ວັນນັ້ນຄົງຈະບໍ່ມາຫຼອນໃສ່ພວກເຈົ້າດັ່ງຂະໂມຍມາ. ເພາະວ່າ ພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ເປັນລູກຂອງກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນ ຫຼື ຝ່າຍຄວາມມືດ.” (1 ເທສະໂລນິກ 5:4, 5). {GC 315.3}

ພວກເຝົ້າຍາມເທິງກຳແພງເມືອງຊີໂອນ ຄວນເປັນກຸ່ມຄົນທຳອິດທີ່ຮັບເອົາຂ່າວເລື່ອງການສະເດັດກັບມາຂອງພຣະ­ຜູ້ຊ່ວຍ­ໃຫ້ລອດ ແລະ ຄວນເປັນກຸ່ມຄົນທຳອິດທີ່ປ່າວປະກາດວ່າ ເວລາທີ່ພຣະອົງຈະສະເດັດກັບມານັ້ນໃກ້ເຂົ້າມາແລ້ວ ແລະ ຄວນເປັນກຸ່ມຄົນທຳອິດທີ່ເຕືອນປະຊາຊົນໃຫ້ກຽມພ້ອມເພື່ອຕ້ອນຮັບການສະເດັດ. ແຕ່ພວກເຂົາຢູ່ຢ່າງສະດວກສະບາຍ ແລະ ເຝົ້າຝັນເຖິງການຢູ່ເຢັນເປັນສຸກ, ໃນຂະນະທີ່ປະຊາຊົນຫຼັບໄຫຼຢູ່ໃນຄວາມບາບ. ພຣະເຢຊູຊົງເຫັນສະພາບຂອງຄຣິສຕະຈັກຂອງພຣະອົງ ເໝືອນກັບຕົ້ນໝາກເດື່ອທີ່ເຕັມໄປດ້ວຍໃບໄມ້ແຕ່ບໍ່ມີໝາກຜົນ. ມີການປະຕິບັດຕາມພິທີທາງສາສະໜາຢ່າງອວດອົ່ງ, ແຕ່ຂາດສິ່ງດຽວທີ່ຈະເຮັດໃຫ້ພິທີເຫຼົ່ານັ້ນເປັນທີ່ຍອມຮັບຂອງພຣະເຈົ້າ ຄືຄວາມນອບນ້ອມຖ່ອມຕົນ, ການກັບໃຈ ແລະ ຄວາມເຊື່ອ. ແທນທີ່ຈະມີຜົນແຫ່ງພຣະວິນຍານ ພວກເຂົາພັດມີຄວາມຫຍິ່ງທະນົງຕົວ, ການເນັ້ນພິທີກຳ, ການຫຼົງຕົວເອງ, ຄວາມເຫັນແກ່ຕົວ ແລະ ການບີບບັງຄັບ. ຄຣິສຕະຈັກທີ່ຫຼົງໄປຈາກຄວາມເຊື່ອ ໄດ້ຫຼັບຫູຫຼັບຕາຕໍ່ໝາຍສຳຄັນຕ່າງໆທີ່ບົ່ງບອກເຖິງຍຸກສະໄໝ. ພຣະເຈົ້າບໍ່ໄດ້ປະຖິ້ມພວກເຂົາ, ຄວາມສັດຊື່ຂອງພຣະອົງບໍ່ໄດ້ລົ້ມເຫຼວ, ແຕ່ພວກເຂົາໄດ້ໜີຈາກພຣະອົງ ແລະ ແຍກຕົວເອງອອກຈາກຄວາມຮັກຂອງພຣະອົງ. ເມື່ອພວກເຂົາບໍ່ຍອມປະຕິບັດຕາມເງື່ອນໄຂ, ພຣະສັນຍາຕ່າງໆຂອງພຣະອົງກໍບໍ່ໄດ້ສຳເລັດໃຫ້ແກ່ພວກເຂົາ. {GC 315.4}

ທີ່ກ່າວມາແລ້ວຂ້າງເທິງ ແມ່ນຜົນທີ່ຈະເກີດຂຶ້ນຢ່າງແນ່ນອນ ເມື່ອຜູ້ຄົນບໍ່ຍອມເຫັນຄຸນຄ່າຂອງແສງສະຫວ່າງທີ່ພຣະເຈົ້າປະທານໃຫ້ ແລະ ບໍ່ນຳເອົາພຣະພອນຂອງພຣະເຈົ້າໄປໃຊ້ປະໂຫຍດ. ຖ້າຄຣິສຕະຈັກບໍ່ດຳເນີນຕາມການຊົງນຳຂອງພຣະອົງ ພ້ອມທັງຮັບເອົາແສງສະຫວ່າງທັງໝົດ ແລະ ເຮັດຕາມໜ້າທີ່ທຸກຢ່າງທີ່ພຣະອົງຊົງເປີດເຜີຍໃຫ້ນັ້ນ, ການນັບຖືສາສະໜາກໍຈະເສື່ອມລົງ ຈົນເຫຼືອແຕ່ການເຮັດຕາມພິທີກຳ ແລະ ຈະບໍ່ມີຜູ້ໃດທີ່ມີຈິດວິນຍານຕິດສະໜິດກັບພຣະເຈົ້າເຫຼືອຢູ່. ຄວາມຈິງນີ້ໄດ້ປາກົດໃຫ້ເຫັນຊ້ຳແລ້ວຊ້ຳອີກໃນປະຫວັດສາດຂອງຄຣິສຕະຈັກ. ພຣະເຈົ້າຊົງຮຽກຮ້ອງໃຫ້ໄພ່ພົນຂອງພຣະອົງສະແດງເຖິງຄວາມເຊື່ອດ້ວຍການກະທຳ ແລະ ການປະຕິບັດຕາມຄຳສອນຂອງພຣະອົງ, ເຊິ່ງສິ່ງເຫຼົ່ານີ້ຄວນສອດຄ່ອງກັບພຣະພອນ ແລະ ສິດທິພິເສດທັງໝົດທີ່ພຣະອົງຊົງປະທານໃຫ້. ການທີ່ຈະເຊື່ອຟັງໄດ້ນັ້ນ ກໍຕ້ອງອາໄສການເສຍສະຫຼະ ແລະ ການແບກໄມ້ກາງແຂນ; ເພາະເຫດນີ້, ຫຼາຍຄົນທີ່ອ້າງຕົນເປັນສາວົກຂອງພຣະຄຣິສ ຈຶ່ງປະຕິເສດທີ່ຈະຮັບແສງສະຫວ່າງຈາກສະຫວັນ ແລະ ເໝືອນກັບຊາວຢິວໃນສະໄໝບູຮານ ເຂົາທັງຫຼາຍບໍ່ຮູ້ເວລາທີ່ພຣະເຈົ້າສະເດັດມາຢ້ຽມຢາມພວກເຂົາ. (ເບິ່ງ ລູກາ 19:44). ເນື່ອງຈາກຄວາມທະນົງຕົວ ແລະ ຄວາມບໍ່ເຊື່ອຂອງພວກເຂົາ, ພຣະ­ຜູ້­ເປັນ­ເຈົ້າຈຶ່ງຜ່ານພວກເຂົາໄປ ແລະ ໄດ້ເປີດເຜີຍຄວາມຈິງຂອງພຣະອົງແກ່ຜູ້ທີ່ມີລັກສະນະເໝືອນຜູ້ລ້ຽງແກະແຫ່ງເມືອງເບັດເລເຮັມ ແລະ ພວກນັກປັດຊະຍາຈາກທິດຕາເວັນອອກ ທີ່ເອົາໃຈໃສ່ ແລະ ດຳເນີນຕາມແສງສະຫວ່າງທັງໝົດທີ່ມີຢູ່. {GC 316.1}


  1. ພຣະຄຳພີບາງສະບັບຂຽນວ່າ “ພວກເຮົາໄດ້ລໍຄອຍພຣະອົງ.” ↩

  2. ດານີເອນ ທີ ເທເລີ (Daniel T. Taylor), ການປົກຄອງຂອງພຣະຄຣິສເທິງແຜ່ນດິນໂລກນີ້: ຫຼື ສຽງຂອງຄຣິສຕະຈັກໃນທຸກສະໄໝ, ໜ້າ 33. ↩

  3. ອ້າງອີງຈາກທີ່ດຽວກັນ, ໜ້າ 54. ↩

  4. ອ້າງອີງຈາກທີ່ດຽວກັນ, ໜ້າ 129–132. ↩

  5. ອ້າງອີງຈາກທີ່ດຽວກັນ, ໜ້າ 132–134. ↩

  6. ອ້າງອີງຈາກທີ່ດຽວກັນ, ໜ້າ 158, 134. ↩

  7. ອ້າງອີງຈາກທີ່ດຽວກັນ, ໜ້າ 158, 134. ↩

  8. ອ້າງອີງຈາກທີ່ດຽວກັນ, ໜ້າ 151, 145. ↩

  9. ງານຂຽນຂອງ ຣິດຊາດ ແບັກສະເຕີ (Richard Baxter), ເຫຼັ້ມ 17, ໜ້າ 555. ↩

  10. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 17, ໜ້າ 500. ↩

  11. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 17, ໜ້າ 182, 183. ↩

  12. ຄຳວ່າ “Morocco” ໃນຕົ້ນສະບັບພາສາອັງກິດ ໝາຍເຖິງເມືອງມາຣາເກັສ (Marrakesh) ເຊິ່ງໃນອະດີດມັກຖືກເອີ້ນວ່າ Marocco City ຫຼື Morocco City. ↩

  13. ເຊີ ຊານສ໌ ໄລອັນ (Sir Charles Lyell), ຫຼັກການທໍລະນີສາດ, ໜ້າ 495. ↩

  14. ອ້າງອີງຈາກທີ່ດຽວກັນ, ໜ້າ 495. ↩

  15. ສາລານຸກົມອາເມຣິກາ (Encyclopedia Americana) ສະບັບ 1831, ໝາຍເຫດໃນບົດຄວາມ “ເມືອງລິສບອນ”. ↩

  16. ອາ. ເອັມ. ເດເວນ (R. M. Devens), ສະຕະວັດທຳອິດຂອງພວກເຮົາ, ໜ້າ 89. ↩

  17. Dr. Nathanael Whittaker of the Tabernacle church in Salem. ↩

  18. ວາລະສານ The Essex Antiquarian, ສະບັບເມສາ, 1899, (ເຫຼັ້ມ 3, ສະບັບ 4, ໜ້າ 53, 54). ↩

  19. ໝາຍເຖິງເຂດນິວອິງແລນຂອງອາເມຣິກາເປັນຫຼັກ, ບໍ່ແມ່ນປະເທດອາເມຣິກາທັງໝົດ. ↩

  20. ວິນລຽມ ໂກດອນ (William Gordon), ປະຫວັດເອກະລາດຂອງສະຫະລັດອາເມຣິກາຕັ້ງແຕ່ເລີ່ມຕົ້ນ, ໄລຍະພັດທະນາ ແລະ ການສະຖາປະນາ, ເຫຼັ້ມ 3, ໜ້າ 57. ↩

  21. ເອຊາຢາ ໂທມັດ (Isaiah Thomas), ໜັງສືພິມ Massachusetts Spy; or, American Oracle of Liberty, ເຫຼັ້ມ 10, ສະບັບ 472, ພຶດສະພາ 25, 1780. ↩

  22. ຈົດໝາຍຂອງ ດຣ. ຊາມູເອນ ເທັນນີ ແຫ່ງເມືອງແອັກສະເທີ, ລັດນິວແຮມຊາຍ; ເດືອນທັນວາ 1785 ຕາມທີ່ບັນທຶກໄວ້ໃນ ປະມວນເອກະສານຂອງສະມາຄົມປະຫວັດສາດຂອງລັດແມັສຊາ­ຊູເສັດ 1792, ໝວດ 1, ເຫຼັ້ມ 1, ໜ້າ 97. ↩