19 ແສງສະຫວ່າງທີ່ສ່ອງໃນຄວາມມືດ
ຕົ້ນສະບັບພາສາອັງກິດ
ຄວາມເຂົ້າໃຈທີ່ຄ່ອຍໆເພີ່ມຂຶ້ນ
ວຽກງານຂອງພຣະເຈົ້າທີ່ປາກົດຢູ່ໃນຂະບວນການການປະຕິຮູບ ແລະ ການເຄື່ອນໄຫວທີ່ຍິ່ງໃຫຍ່ທາງສາສະໜາໃນຍຸກສະໄໝຕ່າງໆມີຄວາມຄ້າຍຄືກັນ; ຫຼັກການທີ່ພຣະເຈົ້າຊົງໃຊ້ໃນການປະຕິບັດຕໍ່ມະນຸດບໍ່ເຄີຍປ່ຽນແປງ. ການເຄື່ອນໄຫວຕ່າງໆທີ່ສຳຄັນໃນປັດຈຸບັນ ມີຄວາມຄ້າຍຄືກັນກັບຂະບວນການຟື້ນຟູໃນອະດີດ; ດ້ວຍເຫດນີ້, ປະສົບການຂອງຄຣິສຕະຈັກໃນສະໄໝກ່ອນ ຈຶ່ງມີບົດຮຽນອັນລ້ຳຄ່າສຳລັບຍຸກສະໄໝຂອງພວກເຮົາ. {GC 343.1}
ຫຼັກຄວາມຈິງທີ່ແຈ່ມແຈ້ງທີ່ສຸດໃນພຣະຄຳພີກໍຄື: ພຣະເຈົ້າຊົງນຳພາຜູ້ຮັບໃຊ້ຂອງພຣະອົງໃນໂລກດ້ວຍພຣະວິນຍານບໍຣິສຸດ ເພື່ອໃຫ້ພວກເຂົາມີສ່ວນໃນການເຄື່ອນໄຫວອັນສຳຄັນ ຕາມແຜນການຊ່ວຍມະນຸດໃຫ້ລອດ. ມະນຸດເປັນເຄື່ອງມືໃນພຣະຫັດຂອງພຣະເຈົ້າ ເຊິ່ງພຣະອົງຊົງໃຊ້ຕາມພຣະປະສົງແຫ່ງພຣະຄຸນ ແລະ ພຣະເມດຕາຂອງພຣະອົງ. ແຕ່ລະຄົນມີສ່ວນໃນວຽກງານທີ່ຕ້ອງເຮັດ, ທຸກຄົນໄດ້ຮັບແສງສະຫວ່າງສ່ວນໜຶ່ງທີ່ເໝາະສົມກັບຄວາມຈຳເປັນໃນຍຸກສະໄໝຂອງຕົນ ແລະ ພຽງພໍທີ່ຈະໃຫ້ເຮັດວຽກງານທີ່ພຣະເຈົ້າຊົງມອບໝາຍໃຫ້. ແຕ່ບໍ່ວ່າຈະໄດ້ຮັບກຽດຈາກສະຫວັນພຽງໃດກໍຕາມ ບໍ່ມີຜູ້ໃດເຄີຍເຂົ້າໃຈແຜນການອັນຍິ່ງໃຫຍ່ແຫ່ງການໄຖ່ມະນຸດໃຫ້ລອດຢ່າງຄົບຖ້ວນ ຫຼື ແມ່ນແຕ່ຈະເຂົ້າໃຈພຣະປະສົງຂອງພຣະເຈົ້າ ສຳລັບວຽກງານໃນຍຸກສະໄໝຂອງຕົນເອງກໍຍັງຮູ້ບໍ່ຖ່ອງແທ້. ມະນຸດບໍ່ສາມາດເຂົ້າໃຈຢ່າງຄົບຖ້ວນ ເຖິງສິ່ງທີ່ພຣະເຈົ້າຈະເຮັດໃຫ້ສຳເລັດ ຜ່ານວຽກງານທີ່ພຣະອົງຊົງມອບໝາຍໃຫ້ຕົນ; ພວກເຂົາບໍ່ເຂົ້າໃຈຢ່າງລະອຽດ ເຖິງຂ່າວສານທີ່ຕົນປະກາດໃນພຣະນາມຂອງພຣະອົງ. {GC 343.2}
“ເຈົ້າຢັ່ງຮູ້ເຖິງຂອບເຂດ ແລະ ຄວາມຈຳກັດຄວາມຍິ່ງໃຫຍ່ ແລະ ຣິດອຳນາດຂອງພຣະເຈົ້າໄດ້ຫຼືບໍ່?” “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ຄວາມຄິດເຮົານັ້ນ ບໍ່ຄືຄວາມຄິດຂອງພວກເຈົ້າ ແລະ ວິຖີທາງຂອງເຮົານັ້ນກໍແຕກຕ່າງໃດ ບໍ່ຄືວິຖີທາງຂອງພວກເຈົ້າ. ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.’” “ເພາະແມ່ນເຮົາແຕ່ຜູ້ດຽວທີ່ເປັນພຣະເຈົ້າ. ຕັ້ງແຕ່ຕົ້ນ ເຮົາກ່າວໄວ້ກ່ອນເຖິງສິ່ງທີ່ຈະມີມາ ເຮົາໄດ້ບອກໄວ້ແຕ່ດົນນານໃນສິ່ງທີ່ຈະເກີດຂຶ້ນ.” (ໂຢບ 11:7; ເອຊາຢາ 55:8–9 LO2012; 46:9, 10). {GC 343.3}
ແມ່ນແຕ່ບັນດາຜູ້ເຜີຍພຣະທຳ ທີ່ໄດ້ຮັບແສງສະຫວ່າງພິເສດຈາກພຣະວິນຍານບໍຣິສຸດ ກໍຍັງບໍ່ເຂົ້າໃຈລະອຽດ ເຖິງຄວາມສຳຄັນຂອງສິ່ງທີ່ພຣະອົງຊົງເປີດເຜີຍໃຫ້ເຂົາທັງຫຼາຍ. ຄວາມເຂົ້າໃຈໃນສິ່ງເຫຼົ່ານັ້ນ ຄ່ອຍໆພັດທະນາຂຶ້ນໃນຍຸກສະໄໝຕ່າງໆ ຕາມທີ່ຄົນຂອງພຣະເຈົ້າຕ້ອງການຄຳສອນດັ່ງກ່າວ. {GC 344.1}
ເປໂຕຂຽນເຖິງຄວາມລອດທີ່ປາກົດຢູ່ໃນຂ່າວປະເສີດວ່າ: “ກ່ຽວກັບເລື່ອງຄວາມພົ້ນນີ້, ບັນດາຜູ້ທຳນວາຍຜູ້ທີ່ໄດ້ກ່າວເຖິງພຣະຄຸນທີ່ຈະມາເຖິງພວກເຈົ້ານັ້ນກໍໄດ້ຄົ້ນຄວ້າຢ່າງຕັ້ງໃຈ ແລະ ດ້ວຍຄວາມເອົາໃຈໃສ່ທີ່ສຸດ. ພວກເພິ່ນພະຍາຍາມຄົ້ນຫາວ່າສິ່ງທີ່ພຣະວິນຍານຂອງພຣະຄຣິສເຈົ້າທີ່ຢູ່ໃນພວກເພິ່ນໄດ້ບົ່ງໄວ້ນັ້ນຈະເກີດຂຶ້ນເມື່ອໃດ ແລະ ຈະເກີດຂຶ້ນຢ່າງໃດ ເມື່ອພຣະອົງໄດ້ທຳນວາຍເຖິງຄວາມທຸກທໍລະມານຂອງພຣະຄຣິສເຈົ້າ ແລະ ເຖິງສະຫງ່າຣາສີທີ່ຈະຕາມມານັ້ນ. ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ.” (1 ເປໂຕ 1:10–12 LCV). {GC 344.2}
ເຖິງແມ່ນວ່າພຣະເຈົ້າບໍ່ໄດ້ໃຫ້ບັນດາຜູ້ເຜີຍພຣະທຳ ເຂົ້າໃຈຢ່າງລະອຽດກ່ຽວກັບສິ່ງທີ່ພຣະອົງຊົງເປີດເຜີຍໃຫ້ພວກເຂົາ, ແຕ່ຄົນເຫຼົ່ານີ້ມີຄວາມພະຍາຍາມຢ່າງຈິງຈັງ ທີ່ຈະຮັບຄວາມສະຫວ່າງທັງໝົດທີ່ພຣະເຈົ້າຊົງໂຜດສຳແດງໃຫ້ເຫັນ. ພວກເຂົາ “ໄດ້ຄົ້ນຄວ້າຢ່າງຕັ້ງໃຈ ແລະ ດ້ວຍຄວາມເອົາໃຈໃສ່ທີ່ສຸດ;…ຄົ້ນຫາວ່າສິ່ງທີ່ພຣະວິນຍານຂອງພຣະຄຣິສເຈົ້າທີ່ຢູ່ໃນພວກເພິ່ນໄດ້ບົ່ງໄວ້ນັ້ນຈະເກີດຂຶ້ນເມື່ອໃດ ແລະ ຈະເກີດຂຶ້ນຢ່າງໃດ.” ຊ່າງເປັນບົດຮຽນທີ່ສຳຄັນສຳລັບຄົນຂອງພຣະເຈົ້າຫຼັງສະໄໝຂອງພຣະເຢຊູຄຣິສ ເພາະພຣະອົງປະທານຄຳພະຍາກອນເຫຼົ່ານີ້ໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ ກໍເພື່ອປະໂຫຍດຂອງຄຣິສຕຽນນີ້ເອງ. “ພວກເພິ່ນໄດ້ຮັບການເປີດເຜີຍວ່າສິ່ງຕ່າງໆທີ່ໄດ້ທຳນວາຍເຖິງນັ້ນ ບໍ່ແມ່ນເພື່ອເປັນການຮັບໃຊ້ພວກເພິ່ນເອງແຕ່ເພື່ອພວກເຈົ້າ.” ຄົນເຫຼົ່ານັ້ນເປັນຜູ້ບໍຣິສຸດຂອງພຣະເຈົ້າ; ຈົ່ງສັງເກດວ່າພວກເຂົາ “ໄດ້ຄົ້ນຄວ້າຢ່າງຕັ້ງໃຈ ແລະ ດ້ວຍຄວາມເອົາໃຈໃສ່ທີ່ສຸດ” ກ່ຽວກັບສິ່ງທີ່ຊົງເປີດເຜີຍໃຫ້ພວກເຂົາ ເພື່ອປະໂຫຍດຂອງຄົນລຸ້ນໃໝ່ທີ່ຍັງບໍ່ທັນໄດ້ເກີດມາ. ໃຫ້ເຮົາລອງປຽບທຽບຄວາມກະຕືລືລົ້ນຂອງພວກເຂົາທີ່ມີຕໍ່ຂອງປະທານຈາກສະຫວັນກັບຄວາມເສີຍເມີຍຂອງຄົນທີ່ພຣະເຈົ້າຊົງໂຜດໃນຍຸກຫຼັງໆນີ້. ຊ່າງເປັນການຕິຕຽນຕໍ່ທ່າທີຂອງຄຣິສຕຽນໃນສະໄໝຂອງພວກເຮົາທີ່ຮັກຄວາມສະດວກສະບາຍ ແລະ ຫຼົງຮັກຝ່າຍໂລກ ທັງມີຄວາມພໍໃຈທີ່ຈະປະກາດວ່າ ຄຳພະຍາກອນບໍ່ສາມາດເຂົ້າໃຈໄດ້ເລີຍ! {GC 344.3}
ເຖິງແມ່ນວ່າຈິດໃຈຂອງມະນຸດມີຄວາມຈຳກັດ ຈົນບໍ່ສາມາດເຂົ້າເຖິງຄວາມຄິດຂອງພຣະເຈົ້າໄດ້ ແລະ ບໍ່ອາດເຂົ້າໃຈຢ່າງຖ່ອງແທ້ເຖິງພຣະປະສົງຂອງພຣະອົງ, ແຕ່ຫຼາຍເທື່ອ ສາເຫດທີ່ຄົນເຮົາບໍ່ເຂົ້າໃຈຂ່າວສານຈາກສະຫວັນດີເທົ່າທີ່ຄວນ ກໍຍ້ອນວ່າເຮົາມີຄວາມເຂົ້າໃຈຜິດເປັນພື້ນຖານຢູ່ແລ້ວ ຫຼື ວ່າເປັນເພາະພວກເຮົາໄດ້ລະເລີຍ ບໍ່ເອົາໃຈໃສ່ຕໍ່ບາງສິ່ງບາງຢ່າງ. ຈິດໃຈຂອງຜູ້ຄົນ ແລະ ແມ່ນແຕ່ຜູ້ຮັບໃຊ້ຂອງພຣະເຈົ້າມັກຖືກຄວາມຄິດເຫັນຂອງມະນຸດ, ທຳນຽມປະເພນີ ແລະ ຄຳສອນອັນເປັນຄວາມເທັດເຮັດໃຫ້ຕາບອດຢູ່ເລື້ອຍໆ ຈົນພວກເຂົາສາມາດເຂົ້າໃຈຂໍ້ລ້ຳເລິກທີ່ພຣະເຈົ້າຊົງສຳແດງໃນພຣະຄຳຂອງພຣະອົງພຽງເລັກໜ້ອຍ. ເຖິງແມ່ນວ່າພຣະຜູ້ຊ່ວຍໃຫ້ລອດຊົງຢູ່ກັບພວກສາວົກຂອງພຣະອົງແທ້ໆ ແຕ່ພວກເຂົາກໍເຂົ້າໃຈພຣະຄຳຂອງພຣະອົງພຽງເລັກໜ້ອຍເຊັ່ນກັນ. ພວກເຂົາໄດ້ຄ້ອຍຕາມແນວຄິດຂອງຄົນທົ່ວໄປທີ່ວ່າ ພຣະເມຊີອາຈະສະເດັດມາຄອບຄອງໃນຖານະເຈົ້າແຜ່ນດິນ ແລະ ຈະຍົກຊົນຊາດອິດສະຣາເອນຂຶ້ນ ໃຫ້ປົກຄອງຢູ່ເໜືອຊົນຊາດທັງຫຼາຍໃນໂລກ; ສະນັ້ນ, ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈຖ້ອຍຄຳຂອງພຣະອົງທີ່ກ່າວລ່ວງໜ້າເຖິງຄວາມທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະອົງໄດ້. {GC 344.4}
ຄົບກຳນົດເວລາ
ພຣະຄຣິສໄດ້ສົ່ງພວກສາວົກອອກໄປດ້ວຍພຣະອົງເອງ ໃຫ້ປະກາດວ່າ: “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະ ຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ເຊື່ອໃນຂ່າວປະເສີດ.” (ມາຣະໂກ 1:15). ຄຳປະກາດນີ້ແມ່ນອີງໃສ່ຄຳພະຍາກອນຂອງດານີເອນບົດທີ 9. ທູດສະຫວັນໄດ້ກ່າວວ່າ ມີ 69 ອາທິດ ແລ້ວຈະມາເຖິງ “ພຣະເມຊີອາຜູ້ເປັນປະມຸກ.” (ດານີເອນ 9:25 TKJV). ພວກສາວົກ ຈຶ່ງເຝົ້າຫວັງການສ້າງຕັ້ງອານາຈັກຂອງພຣະເມຊີອາໃນນະຄອນເຢຣູຊາເລັມ ດ້ວຍຄວາມຊົມຊື່ນຍິນດີ ເພາະເຊື່ອວ່າອານາຈັກນັ້ນຈະຄອບຄອງຈົນທົ່ວແຜ່ນດິນໂລກ. {GC 345.1}
ພວກເຂົາເທດສະໜາປະກາດຂ່າວສານທີ່ພຣະຄຣິສຊົງມອບໝາຍໃຫ້, ເຖິງແມ່ນວ່າພວກເຂົາເອງເຂົ້າໃຈຜິດໃນສິ່ງທີ່ຕົນປະກາດ. ການປະກາດຂອງພວກເຂົາອີງໃສ່ພຣະທຳດານີເອນ 9:25, ແຕ່ພວກສາວົກບໍ່ໄດ້ສັງເກດຖ້ອຍຄຳໃນຂໍ້ຖັດໄປທີ່ກ່າວວ່າ ພຣະເມຊີອາຈະຖືກຕັດອອກ. ນັບຕັ້ງແຕ່ເກີດ ພວກສາວົກປັກໃຈລໍຖ້າອານາຈັກອັນຮຸ່ງເຮືອງທີ່ຈະຄອບຄອງແຜ່ນດິນໂລກ; ຄວາມຄາດຫວັງນີ້ໄດ້ເຮັດໃຫ້ພວກເຂົາຕາບອດ ຈົນບໍ່ສາມາດເຂົ້າໃຈໃນລາຍລະອຽດຂອງຄຳພະຍາກອນ ຫຼື ໃນຖ້ອຍຄຳຂອງພຣະຄຣິສໄດ້. {GC 345.2}
ພວກສາວົກຂອງພຣະເຢຊູໄດ້ປະຕິບັດຕາມໜ້າທີ່ ໃນການປະກາດຄຳເຊື້ອເຊີນແຫ່ງຄວາມເມດຕາແກ່ປະຊາຊົນຊາວຢິວ, ແຕ່ໃນເວລາທີ່ພວກເຂົາຄາດຫວັງວ່າຈະໄດ້ເຫັນພຣະອາຈານຂອງຕົນຂຶ້ນຄອບຄອງເໜືອບັນລັງຂອງດາວິດ ພວກເຂົາພັດໄດ້ເຫັນພຣະອົງຖືກຈັບໃນຂໍ້ຫາເປັນຜູ້ເຮັດຜິດ; ພຣະອົງຖືກຂ້ຽນຕີ, ຖືກໝິ່ນປະໝາດ, ຖືກກ່າວໂທດ ແລະ ຖືກຄຶງໄວ້ເທິງໄມ້ກາງແຂນແຫ່ງຄານວາຣີ. ວັນເວລາທີ່ອົງພຣະຜູ້ເປັນເຈົ້າຫຼັບຢູ່ໃນຫຼຸມຝັງສົບ ເປັນເວລາທີ່ເຈັບປວດ ແລະ ສິ້ນຫວັງທີ່ສຸດສຳລັບພວກສາວົກເຫຼົ່ານັ້ນ! {GC 345.3}
ພຣະຄຣິສສະເດັດມາຕາມເວລາ ແລະ ໃນລັກສະນະທີ່ກ່າວໄວ້ໃນຄຳພະຍາກອນທຸກປະການ. ຄຳທຳນວາຍລ່ວງໜ້າເຖິງພາລະກິດຂອງພຣະອົງ ໄດ້ສຳເລັດລົງໃນທຸກລາຍລະອຽດ. ພຣະອົງໄດ້ປະກາດຂ່າວສານແຫ່ງຄວາມລອດພົ້ນ ແລະ “ພຣະອົງສອນດ້ວຍຣິດອຳນາດ.” (ລູກາ 4:32). ຈິດໃຈຂອງຜູ້ຟັງເປັນພະຍານວ່າ ຄຳສອນຂອງພຣະອົງມາຈາກສະຫວັນ. ພຣະຄຳພີ ແລະ ພຣະວິນຍານຕ່າງຢືນຢັນວ່າ ພຣະເຈົ້າຊົງມອບພາລະກິດໃຫ້ແກ່ພຣະບຸດ. {GC 346.1}
ພວກສາວົກຍັງຄົງຜູກພັນກັບພຣະອາຈານຂອງພວກເຂົາດ້ວຍຄວາມຮັກທີ່ບໍ່ສິ້ນສຸດ; ແຕ່ເຖິງຢ່າງໃດກໍຕາມ, ຄວາມສົງໄສກໍເປັນດັ່ງເງົາມືດທີ່ປົກຄຸມຢູ່ເໜືອຈິດໃຈຂອງພວກເຂົາ. ໃນຄວາມເຈັບປວດນັ້ນພວກເຂົາລືມຖ້ອຍຄຳຂອງພຣະອົງທີ່ກ່າວໄວ້ລ່ວງໜ້າເຖິງການທົນທຸກທໍລະມານ ແລະ ການສິ້ນພຣະຊົນຂອງພຣະອົງ. ພວກເຂົາຄິດວ່າ: ຖ້າຫາກວ່າພຣະເຢຊູໄທນາຊາເຣັດເປັນພຣະເມຊີອາຜູ້ແທ້ຈິງແລ້ວ, ພວກເຂົາຄົງບໍ່ຕ້ອງທົນກັບຄວາມໂສກເສົ້າ ແລະ ຄວາມສິ້ນຫວັງເຊັ່ນນີ້. ຂໍ້ສົງໄສນີ້ໄດ້ເຮັດໃຫ້ຈິດໃຈຂອງພວກສາວົກທຸກທໍລະມານ ໃນວັນສະບາໂຕທີ່ພຣະຜູ້ຊ່ວຍໃຫ້ລອດນອນຢູ່ໃນຫຼຸມຝັງສົບ ກ່ອນທີ່ພຣະອົງຈະຟື້ນຈາກຄວາມຕາຍ. {GC 346.2}
ເຖິງແມ່ນວ່າຄວາມໂສກເສົ້າເໝືອນຄວາມມືດມິດ ໄດ້ປົກຄຸມຢູ່ເໜືອພວກສາວົກຂອງພຣະເຢຊູ, ແຕ່ພຣະເຈົ້າບໍ່ໄດ້ປະຖິ້ມພວກເຂົາ. ຜູ້ເຜີຍພຣະທຳໄດ້ກ່າວວ່າ: “ເມື່ອຂ້າພະເຈົ້ານັ່ງຢູ່ໃນຄວາມມືດ, ພຣະເຢໂຮວາຈະຊົງເປັນຄວາມສະຫວ່າງແກ່ຂ້າພະເຈົ້າ,…ພຣະອົງຈະຊົງນຳຂ້າພະເຈົ້າໄປຍັງຄວາມສະຫວ່າງ ແລະ ຂ້າພະເຈົ້າຈະເຫັນຄວາມຊອບທຳຂອງພຣະອົງ.” “ສຳລັບພຣະອົງ ແມ່ນຄວາມມືດກໍບໍ່ໄດ້ລີ້ຊ່ອນອັນໃດໄວ້ຈາກພຣະອົງ; ກາງຄືນກໍແຈ້ງຢ່າງກາງເວັນ, ຄວາມມືດເປັນຢ່າງຄວາມສະຫວ່າງ.” ພຣະເຈົ້າຊົງກ່າວວ່າ: “ແສງສະຫວ່າງສ່ອງແຈ້ງໃນຄວາມມືດສຳລັບຄົນສັດຊື່.” “ເຮົາຈະຈູງຄົນຕາບອດໄປໃນທາງທີ່ເຂົາບໍ່ຮູ້ຈັກ ເຮົາຈະນຳເຂົາໄປໃນທາງທັງຫຼາຍທີ່ເຂົາບໍ່ຮູ້ຈັກ; ເຮົາໃຫ້ຄວາມມືດຂ້າງໜ້າເຂົາກັບກາຍເປັນຄວາມສະຫວ່າງ, ສິ່ງທີ່ຄົດງໍໃຫ້ຊື່ກົງ; ສິ່ງເຫຼົ່ານີ້ເປັນສິ່ງທີ່ເຮົາຈະກະທຳແກ່ພວກເຂົາ ແລະ ເຮົາຈະບໍ່ປະຖິ້ມພວກເຂົາ.” (ມີກາ 7:8, 9 TKJV; ເພງສັນລະເສີນ 139:12 TKJV; 112:4; ເອຊາຢາ 42:16 TKJV). {GC 346.3}
ຖ້ອຍຄຳທີ່ພວກສາວົກປະກາດໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ລ້ວນແຕ່ເປັນຄວາມຈິງທຸກປະການ ແລະ ເຫດການທີ່ພວກເຂົາກ່າວເຖິງ ກໍກຳລັງເກີດຂຶ້ນໃນຂະນະທີ່ພວກເຂົາປະກາດວ່າ: “ເວລາທີ່ໄດ້ກຳນົດໄວ້ມາເຖິງແລ້ວ ແລະ ຣາຊອານາຈັກຂອງພຣະເຈົ້າກໍມາໃກ້ແລ້ວ.” (ມາຣະໂກ 1:15). ເມື່ອສິ້ນສຸດເວລາ 69 ອາທິດທີ່ກຳນົດໄວ້ສຳລັບການປາກົດຂອງພຣະເມຊີອາ ຕາມຄຳພະຍາກອນໃນພຣະທຳດານີເອນບົດທີ 9 ແລ້ວ, ພຣະຄຣິສໄດ້ຮັບການເຈີມຕັ້ງດ້ວຍພຣະວິນຍານ ຫຼັງຈາກທີ່ໄດ້ຮັບບັບຕິສະມາຈາກໂຢຮັນໃນແມ່ນ້ຳຈໍແດນ. ສ່ວນ “ຣາຊອານາຈັກຂອງພຣະເຈົ້າ” ທີ່ພວກເຂົາປະກາດວ່າມາໃກ້ແລ້ວນັ້ນ ກໍໄດ້ຮັບການແຕ່ງຕັ້ງດ້ວຍການສິ້ນພຣະຊົນຂອງພຣະຄຣິສ. ອານາຈັກຂອງພຣະຄຣິສ ບໍ່ໄດ້ເປັນອານາຈັກຝ່າຍໂລກຢ່າງທີ່ພວກເຂົາຖືກສອນມາ ແລະ ບໍ່ໄດ້ເປັນອານາຈັກແຫ່ງຊີວິດນິຣັນ ທີ່ຈະໄດ້ຮັບການແຕ່ງຕັ້ງຂຶ້ນເມື່ອ “ອຳນາດ ແລະ ຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດໃນແຜ່ນດິນໂລກນັ້ນ ຈະຖືກມອບໃຫ້ແກ່ປະຊາຊົນຂອງພຣະເຈົ້າອົງສູງສຸດ” ຄື ອານາຈັກອັນເປັນນິຣັນດອນທີ່ “ບັນດາຜູ້ມີອຳນາດປົກຄອງທັງໝົດຈະນະມັດສະການ ແລະ ເຊື່ອຟັງພຣະອົງ.” (ດານີເອນ 7:27 LCV). ຕາມພຣະຄຳພີນັ້ນ ຄຳວ່າ “ອານາຈັກຂອງພຣະເຈົ້າ” ໝາຍເຖິງທັງອານາຈັກແຫ່ງພຣະຄຸນ ແລະ ອານາຈັກແຫ່ງສະຫງ່າຣາສີ. ອາຈານໂປໂລໄດ້ກ່າວເຖິງອານາຈັກແຫ່ງພຣະຄຸນໃນຈົດໝາຍຂອງເພິ່ນທີ່ຂຽນເຖິງຊາວເຮັບເຣີ. ຫຼັງຈາກທີ່ກ່າວເຖິງພຣະຄຣິສໃນຖານະຄົນກາງທີ່ຊົງ “ເຫັນໃຈໃນຄວາມອ່ອນແອຂອງພວກເຮົາ,” ອັກຄະສາວົກໂປໂລໄດ້ກ່າວວ່າ: “ດ້ວຍເຫດນັ້ນ, ຈົ່ງໃຫ້ເຮົາທັງຫຼາຍມີໃຈກ້າ ເຂົ້າໄປເຖິງພຣະທີ່ນັ່ງແຫ່ງພຣະຄຸນ ເພື່ອພວກເຮົາຈະໄດ້ຮັບພຣະເມດຕາ ແລະ ພົບພຣະຄຸນທີ່ຈະຊ່ວຍເຮົາໃນເວລາທີ່ຕ້ອງການ.” (ເຮັບເຣີ 4:15, 16). ພຣະທີ່ນັ່ງແຫ່ງພຣະຄຸນເປັນສັນຍະລັກຂອງອານາຈັກແຫ່ງພຣະຄຸນ ເພາະການມີພຣະທີ່ນັ່ງກໍສະແດງວ່າຕ້ອງມີອານາຈັກ. ໃນຄຳອຸປະມາຫຼາຍເລື່ອງຂອງພຣະຄຣິສ ພຣະອົງໃຊ້ຄຳວ່າ: “ແຜ່ນດິນສະຫວັນ” ເພື່ອສະແດງເຖິງພາລະກິດແຫ່ງພຣະຄຸນຕໍ່ຈິດໃຈຂອງມະນຸດ. {GC 346.4}
ສ່ວນພຣະທີ່ນັ່ງແຫ່ງສະຫງ່າຣາສີນັ້ນ ໝາຍເຖິງອານາຈັກແຫ່ງສະຫງ່າຣາສີ ເຊິ່ງພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວເຖິງດັ່ງນີ້ວ່າ: “ເມື່ອບຸດມະນຸດຈະສະເດັດມາໃນສະຫງ່າຣາສີ ພ້ອມກັບເຫຼົ່າທູດສະຫວັນຜູ້ບໍຣິສຸດທັງປວງ, ເມື່ອນັ້ນພຣະອົງຈະປະທັບເທິງພຣະທີ່ນັ່ງອັນຮຸ່ງເຮືອງຂອງພຣະອົງ. ບັນດາປະຊາຊາດຕ່າງໆ ຈະປະຊຸມພ້ອມກັນຕໍ່ພຣະພັກພຣະອົງ.” (ມັດທາຍ 25:31, 32 TKJV). ອານາຈັກດັ່ງກ່າວຍັງເປັນເລື່ອງຂອງອະນາຄົດຢູ່ ເຊິ່ງຈະບໍ່ໄດ້ຮັບການແຕ່ງຕັ້ງຂຶ້ນ ຈົນກວ່າພຣະຄຣິສຈະສະເດັດມາຄັ້ງທີສອງ. {GC 347.1}
ອານາຈັກແຫ່ງພຣະຄຸນໄດ້ຖືກສ້າງຕັ້ງຂຶ້ນທັນທີ ພາຍຫຼັງທີ່ມະນຸດຫຼົງເຮັດບາບ ເມື່ອແຜນການໄຖ່ມະນຸດໃຫ້ລອດໄດ້ຖືກວາງໄວ້. ໃນເວລານັ້ນ, ອານາຈັກແຫ່ງພຣະຄຸນຍັງບໍ່ໄດ້ເກີດຂຶ້ນເທື່ອ ແຕ່ມີຢູ່ໃນພຣະປະສົງ ແລະ ພຣະສັນຍາຂອງພຣະເຈົ້າ; ແລະມະນຸດສາມາດເຂົ້າມາເປັນໄພ່ພົນຂອງອານາຈັກນັ້ນໄດ້ໂດຍຄວາມເຊື່ອ. ແຕ່ອານາຈັກແຫ່ງພຣະຄຸນບໍ່ໄດ້ຖືກສ້າງຕັ້ງຂຶ້ນຢ່າງແທ້ຈິງ ຈົນກວ່າພຣະຄຣິສໄດ້ສິ້ນພຣະຊົນ. ແມ່ນແຕ່ຫຼັງຈາກເລີ່ມພາລະກິດຂອງພຣະອົງໃນໂລກນີ້ແລ້ວ ພຣະຜູ້ຊ່ວຍໃຫ້ລອດອາດປ່ຽນພຣະໄທຈາກການສະຫຼະພຣະຊົນເທິງໄມ້ກາງແຂນ ເພາະຄວາມດື້ດ້ານ ແລະ ການບໍ່ຮູ້ບຸນຄຸນຂອງມະນຸດ. ໃນສວນເຄັດເຊມາເນ ຈອກແຫ່ງຄວາມທຸກຂະເວດທະນາ ໄດ້ສັ່ນຄອນຢູ່ໃນພຣະຫັດຂອງພຣະອົງ. ໃນຄາວນັ້ນ, ພຣະອົງສາມາດເຊັດເຫື່ອທີ່ອອກເປັນຢົດເລືອດຈາກໜ້າຜາກຂອງພຣະອົງ ແລ້ວປ່ອຍໃຫ້ມະນຸດສະໂລກພິນາດໃນຄວາມບາບຂອງພວກເຂົາ. ຖ້າພຣະອົງໄດ້ເຮັດເຊັ່ນນັ້ນ ກໍຈະບໍ່ມີການໄຖ່ມະນຸດໃຫ້ພົ້ນຈາກຄວາມຜິດບາບ; ແຕ່ເມື່ອພຣະຜູ້ຊ່ວຍໃຫ້ລອດໄດ້ສະຫຼະພຣະຊົນ ແລະ ເປັ່ງພຣະສຸຣະສຽງເປັນຄັ້ງສຸດທ້າຍວ່າ “ສຳເລັດແລ້ວ,” ແຜນການແຫ່ງການໄຖ່ມະນຸດໃຫ້ພົ້ນຈຶ່ງແນ່ນອນ. ການສິ້ນພຣະຊົນຂອງພຣະຄຣິສ ໄດ້ຢືນຢັນພຣະສັນຍາທີ່ເຄີຍກ່າວໄວ້ແກ່ມະນຸດຄູ່ທຳອິດໃນສວນເອເດນ. ອານາຈັກແຫ່ງພຣະຄຸນທີ່ກ່ອນໜ້ານີ້ມີຢູ່ໂດຍພຣະສັນຍາຂອງພຣະເຈົ້າ ຈຶ່ງໄດ້ຖືກສະຖາປະນາຂຶ້ນ. {GC 347.2}
ດັ່ງນັ້ນ, ການສິ້ນພຣະຊົນຂອງພຣະຄຣິສ ອັນເປັນເຫດການທີ່ພວກສາວົກຄິດວ່າ ເປັນການທຳລາຍຄວາມຫວັງສຸດທ້າຍຂອງພວກເຂົາ ຈຶ່ງເປັນສິ່ງທີ່ຮັບປະກັນຄວາມຫວັງໃຫ້ໝັ້ນຄົງຕະຫຼອດໄປ. ເຖິງແມ່ນວ່າເຫດການນັ້ນເຮັດໃຫ້ພວກເຂົາຜິດຫວັງຢ່າງຂົມຂື່ນ, ແຕ່ເປັນຫຼັກຖານຢືນຢັນທີ່ສຳຄັນທີ່ສຸດວ່າ ຄວາມເຊື່ອຂອງພວກເຂົານັ້ນຖືກຕ້ອງ. ການສິ້ນພຣະຊົນຂອງພຣະຄຣິສ ໄດ້ເຮັດໃຫ້ພວກເຂົາເຕັມໄປດ້ວຍຄວາມໂສກເສົ້າ ແລະ ຄວາມສິ້ນຫວັງ ແຕ່ເປັນສິ່ງທີ່ເປີດປະຕູແຫ່ງຄວາມຫວັງໃຫ້ແກ່ມະນຸດສະໂລກ ຄືລູກຫຼານຂອງອາດາມທຸກຄົນ; ແລະເປັນເຫດການທີ່ໃຫ້ຊີວິດນິຣັນ ແລະ ຄວາມສຸກຕະຫຼອດການ ໃຫ້ແກ່ຄົນຂອງພຣະເຈົ້າທຸກຄົນທີ່ສັດຊື່ໃນທຸກຍຸກສະໄໝ. {GC 348.1}
ພຣະປະສົງແຫ່ງພຣະເມດຕາ ອັນບໍ່ມີສິ້ນສຸດຂອງພຣະເຈົ້າກຳລັງສຳເລັດ ເຖິງແມ່ນວ່າຕ້ອງຜ່ານຄວາມຜິດຫວັງຂອງພວກສາວົກ. ເຖິງແມ່ນວ່າພຣະຄຸນ ແລະ ການສອນດ້ວຍສິດອຳນາດຂອງພຣະຄຣິສທີ່ບໍ່ເໝືອນຄົນອື່ນ ໄດ້ຊະນະໃຈພວກສາວົກແລ້ວກໍຕາມ, ແຕ່ຄວາມຫຍິ່ງຍະໂສ ແລະ ຄວາມທະເຍີທະຍານຢ່າງເຫັນແກ່ຕົວ ໄດ້ປະສົມປົນເປໄປກັບຄວາມຮັກທີ່ພວກເຂົາມີຕໍ່ພຣະເຢຊູ ເໝືອນດັ່ງຂີ້ແຮ່ປະສົມກັບທອງຄຳບໍຣິສຸດ. ແມ່ນແຕ່ໃນງານລ້ຽງເທດສະການປັດສະຄາ ໃນຊົ່ວໂມງແຫ່ງຄວາມເສົ້າໂສກເມື່ອພຣະຄຣິສກຳລັງຈະສະເດັດໄປສວນເຄັດເຊມາເນ “ກໍມີການໂຕ້ຖຽງກັນເກີດຂຶ້ນໃນທ່າມກາງພວກສາວົກວ່າ ໃນພວກເພິ່ນຜູ້ໃດຈະເປັນໃຫຍ່ກວ່າໝູ່.” (ລູກາ 22:24). ພວກສາວົກກຳລັງໃຝ່ຝັນເຖິງບັນລັງ, ມົງກຸດ ແລະ ສະຫງ່າຣາສີ, ໃນຂະນະທີ່ຄວາມອັບອາຍ ແລະ ຄວາມທຸກທໍລະມານແຫ່ງສວນເຄັດເຊມາເນ, ສານພິພາກສາ ແລະ ໄມ້ກາງແຂນແຫ່ງຄານວາຣີຢູ່ຕໍ່ໜ້າພວກເຂົາ. ສາເຫດທີ່ພວກສາວົກຢຶດເອົາຄຳສອນເທັດ ອັນເປັນທີ່ນິຍົມໃນຍຸກສະໄໝນັ້ນ ກໍຍ້ອນຄວາມທະນົງໃຈ ແລະ ຄວາມຫິວກະຫາຍໃນສັກສີຝ່າຍໂລກ, ພວກເຂົາຈຶ່ງບໍ່ໄດ້ໃສ່ໃຈຕໍ່ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ເປີດເຜີຍລັກສະນະອັນແທ້ຈິງແຫ່ງອານາຈັກຂອງພຣະອົງ ແລະ ທີ່ກ່າວເຖິງຄວາມທຸກ ແລະ ການສິ້ນພຣະຊົນຂອງພຣະອົງ. ຄວາມຜິດເຫຼົ່ານີ້ນຳໄປສູ່ການຖືກທົດສອບຢ່າງຮຸນແຮງ ເຊິ່ງພຣະເຈົ້າຊົງອະນຸຍາດໃຫ້ເກີດຂຶ້ນເພາະຈຳເປັນໃນການຕີສອນພວກເຂົາ. ເຖິງແມ່ນວ່າ ພວກສາວົກບໍ່ເຂົ້າໃຈຄວາມໝາຍຂອງຂ່າວສານທີ່ຕົນປະກາດ ແລະ ບໍ່ໄດ້ຮັບຕາມທີ່ຄາດຫວັງໄວ້, ແຕ່ພວກເຂົາໄດ້ປະກາດຄຳເຕືອນທີ່ພຣະເຈົ້າຊົງມອບໝາຍໃຫ້ ແລະ ພຣະອົງຊົງຕອບແທນຄວາມເຊື່ອ ແລະ ການເຊື່ອຟັງຂອງພວກເຂົາ. ພຣະເຈົ້າຊົງມອບໝາຍໃຫ້ພວກເຂົາປະກາດຂ່າວປະເສີດອັນຮຸ່ງເຮືອງເລື່ອງການຟື້ນພຣະຊົນຂອງອົງພຣະຜູ້ເປັນເຈົ້າຂອງພວກເຂົາ ແກ່ທຸກຊົນຊາດ. ເພາະເຫດນີ້, ພຣະອົງຈຶ່ງຍອມໃຫ້ພວກສາວົກຜ່ານປະສົບການອັນຂົມຂື່ນ ເພື່ອກະກຽມພວກເຂົາສຳລັບວຽກງານດັ່ງກ່າວ. {GC 348.2}
ຫຼັງຈາກການຟື້ນພຣະຊົນ ພຣະເຢຊູໄດ້ປາກົດຕົວຕໍ່ພວກສາວົກຂອງພຣະອົງ ເມື່ອເດີນທາງໄປຍັງເມືອງເອມາອູດ; “ແລ້ວພຣະອົງຈຶ່ງຊົງອະທິບາຍພຣະຄຳພີທຸກຕອນ ທີ່ກ່າວເຖິງເລື່ອງພຣະອົງສູ່ພວກເພິ່ນຟັງ ຄືເລີ່ມແຕ່ໂມເຊ ຕະຫຼອດເຖິງພວກຜູ້ທຳນວາຍ.” (ລູກາ 24:27). ສາວົກເຫຼົ່ານັ້ນຟັງດ້ວຍຄວາມຕື່ນເຕັ້ນດີໃຈ, ຄວາມເຊື່ອສັດທາໄດ້ຈູດປະກາຍຂຶ້ນໃນໃຈ, ພວກເຂົາໄດ້ “ບັງເກີດໃໝ່ເຂົ້າສູ່ຄວາມຫວັງໃຈອັນມີຊີວິດຢູ່” (1 ເປໂຕ 1:3) ແມ່ນແຕ່ກ່ອນທີ່ພຣະເຢຊູຈະເປີດເຜີຍພຣະອົງໃຫ້ພວກເຂົາຮູ້. ພຣະອົງມີພຣະປະສົງໃຫ້ພວກເຂົາເຂົ້າໃຈ ແລະ ມີຄວາມເຊື່ອໝັ້ນໃນ “ຄຳພະຍາກອນທີ່ແນ່ນອນ.” (2 ເປໂຕ 1:19 TKJV). ພຣະອົງຊົງປາຖະໜາໃຫ້ຄວາມຈິງຢັ່ງຮາກລົງເລິກໃນຈິດໃຈຂອງພວກເຂົາ, ບໍ່ແມ່ນພຽງແຕ່ເພາະມັນໄດ້ຮັບການສະໜັບສະໜູນຈາກຄຳພະຍານຂອງພຣະອົງເອງ, ແຕ່ເພາະຫຼັກຖານທີ່ແນ່ນອນ ອັນປາກົດໃຫ້ເຫັນໃນຮູບແບບສັນຍະລັກຂອງລະບົບການຖວາຍບູຊາ ແລະ ໃນຄຳພະຍາກອນຂອງພຣະຄຳພີເດີມ. ມັນເປັນສິ່ງຈຳເປັນສຳລັບຜູ້ຕິດຕາມພຣະຄຣິສ ທີ່ຈະເຂົ້າໃຈໃນສິ່ງທີ່ຕົນສັດທາ, ບໍ່ພຽງແຕ່ເພື່ອພວກເຂົາເອງ ແຕ່ເພື່ອພວກເຂົາຈະປະກາດຄວາມຮູ້ເລື່ອງພຣະຄຣິສໃຫ້ຊາວໂລກໄດ້ຮູ້. ໃນຂັ້ນຕອນທຳອິດຂອງການໃຫ້ຄວາມຮູ້ດັ່ງກ່າວ, ພຣະເຢຊູຊົງໃຫ້ສາວົກເຫຼົ່ານັ້ນໃສ່ໃຈກັບຄຳຂຽນຂອງໂມເຊ ແລະ ພວກຜູ້ເຜີຍພຣະທຳ. ຄຳພະຍານນີ້ຂອງພຣະອົງຫຼັງຈາກທີ່ຊົງເປັນຂຶ້ນຈາກຄວາມຕາຍ ສະແດງໃຫ້ເຫັນວ່າພຣະອົງຊົງໃຫ້ຄວາມສຳຄັນ ແລະ ຄຸນຄ່າຕໍ່ພຣະຄຳພີເດີມພຽງໃດ. {GC 349.1}
ປະກາຍແຫ່ງຄວາມຫວັງໃໝ່
ຈິດໃຈຂອງພວກສາວົກປ່ຽນແປງຢ່າງໃຫຍ່ຫຼວງ ເມື່ອໄດ້ເຫັນພຣະພັກອັນເຕັມໄປດ້ວຍຄວາມຮັກຂອງພຣະອາຈານອີກຄັ້ງໜຶ່ງ! (ເບິ່ງ ລູກາ 24:32). ພວກເຂົາໄດ້ “ພົບຜູ້ທີ່ໂມເຊໄດ້ກ່າວເຖິງໃນໜັງສືພຣະບັນຍັດ ແລະ ທີ່ພວກຜູ້ປະກາດພຣະທຳໄດ້ກ່າວເຖິງ” ໃນຄວາມໝາຍທີ່ເລິກເຊິ່ງ ແລະ ສົມບູນກວ່າເກົ່າ. ຄວາມບໍ່ແນ່ນອນ, ຄວາມອຸກໃຈ ແລະ ຄວາມສິ້ນຫວັງ ໄດ້ກັບກາຍເປັນຄວາມໝັ້ນໃຈອັນສົມບູນ ແລະ ຄວາມເຊື່ອທີ່ບໍ່ມີຂໍ້ສົງໄສ. ສະນັ້ນ, ຈຶ່ງບໍ່ເປັນທີ່ໜ້າປະຫຼາດໃຈເລີຍ ທີ່ຫຼັງຈາກພຣະອົງສະເດັດຂຶ້ນສະຫວັນໄປແລ້ວ ພວກເຂົາ “ສືບຕໍ່ຢູ່ໃນບໍລິເວນພຣະວິຫານທຸກວັນ ເພື່ອສັນລະເສີນ ແລະ ໂມທະນາຂອບພຣະຄຸນພຣະເຈົ້າ.” (ລູກາ 24:53). ປະຊາຊົນຮູ້ແຕ່ພຽງການສິ້ນພຣະຊົນຢ່າງໜ້າອັບອາຍຂອງພຣະຜູ້ຊ່ວຍໃຫ້ລອດ ຈຶ່ງຄາດວ່າພວກສາວົກຄົງມີໃບໜ້າທີ່ເຕັມໄປດ້ວຍຄວາມໂສກເສົ້າເສຍໃຈ, ຄວາມສັບສົນ ແລະ ຄວາມພ່າຍແພ້; ແຕ່ສິ່ງທີ່ພວກເຂົາເຫັນກັບເປັນຄວາມຊົມຊື່ນຍິນດີ ແລະ ໄຊຊະນະ. ປະສົບການຂອງພວກສາວົກ ໄດ້ຊ່ວຍພວກເຂົາໃຫ້ກຽມພ້ອມສຳລັບວຽກງານທີ່ລໍຖ້າຢູ່ຂ້າງໜ້າຢ່າງແທ້ຈິງ! ພວກເຂົາໄດ້ຜ່ານການທົດລອງອັນໜັກໜ່ວງທີ່ສຸດເທົ່າທີ່ພວກເຂົາຈະປະສົບໄດ້ ແລະ ເມື່ອທຸກຢ່າງເບິ່ງຄືເປັນໄປບໍ່ໄດ້ຕາມສາຍຕາຂອງມະນຸດ, ພຣະຄຳຂອງພຣະເຈົ້າກໍສຳເລັດຢ່າງມີໄຊ. ແຕ່ນັ້ນໄປ, ບໍ່ມີສິ່ງໃດສາມາດດັບຄວາມເຊື່ອຂອງພວກເຂົາ ຫຼື ເຮັດໃຫ້ຄວາມຮັກຂອງພວກເຂົາເຢັນລົງໄດ້. ໃນຄວາມເສົ້າສະຫຼົດໃຈນັ້ນ ພວກເຂົາຍັງ “ຢຶດໝັ້ນຄວາມຫວັງ” ເຊິ່ງເປັນດັ່ງ “ສະໝໍທີ່ແທ້ຈິງອັນໝັ້ນຄົງຂອງຈິດໃຈ.” (ເຮັບເຣີ 6:18, 19). ພວກເຂົາໄດ້ເປັນພະຍານເຖິງສະຕິປັນຍາ ແລະ ຣິດອຳນາດຂອງພຣະເຈົ້າ ຈຶ່ງມີຄວາມເຊື່ອວ່າ “ບໍ່ມີສິ່ງໃດແຍກພວກເຂົາຈາກຄວາມຮັກຂອງພຣະເຈົ້າໄດ້, ຄວາມຕາຍ ຫຼື ຊີວິດກໍດີ, ເທວະດາ ຫຼື ຜູ້ຄອບຄອງກໍດີ, ຫຼືສິ່ງທີ່ມີຢູ່ໃນປັດຈຸບັນ ຫຼືສິ່ງທີ່ຈະມີມາໃນອະນາຄົດກໍດີ ຫຼືຣິດເດດທັງຫຼາຍ, ຄວາມສູງ ຫຼື ຄວາມເລິກກໍດີ ຫຼືສິ່ງອື່ນໃດຊົງສ້າງແລ້ວນັ້ນ