https://m.egwwritings.org/en/book/132.1118#1118
ໃນຂະນະທີ່ລູເທີກຳລັງໄຂພຣະຄຳພີທີ່ຖືກປິດໄວ້ໃຫ້ແກ່ຊາວເຢຍລະມັນ, ພຣະວິນຍານຂອງພຣະເຈົ້າຊົງກະຕຸ້ນ ວິນລຽມ ທິນເດວ (William Tyndale) ໃຫ້ແປພຣະຄຳພີໃຫ້ກັບຊາວອັງກິດ. ພຣະຄຳພີຂອງໄວຄຼິບຖືກແປມາຈາກສະບັບພາສາລາຕິນ ເຊິ່ງມີຂໍ້ຜິດພາດຫຼາຍຢ່າງ. ນອກຈາກນັ້ນ, ມັນບໍ່ເຄີຍໄດ້ຮັບການຕີພິມ ແລະ ລາຄາສຳເນົາສະບັບລອກລາຍມືນັ້ນແພງເກີນໄປ ຈົນມີໜ້ອຍຄົນທີ່ສາມາດຊື້ໄດ້ນອກຈາກພວກຂຸນນາງ ຫຼື ຄົນຮັ່ງມີ; ຊ້ຳບໍ່ໜຳ, ມັນຖືກຄຣິສຕະຈັກໂຣມຫ້າມຢ່າງເດັດຂາດ; ດ້ວຍເຫດຜົນເຫຼົ່ານີ້ ພຣະຄຳພີຂອງໄວຄຼິບຈຶ່ງຖືກແຜ່ກະຈາຍໃນວົງແຄບ. ໃນປີ 1516, ໜຶ່ງປີກ່ອນລູເທີຕິດປະກາດຄຳປະທ້ວງຂອງເພິ່ນ, ທ່ານ ເອີຣັສມາສ (Erasmus) ໄດ້ຈັດພິມພຣະຄຳພີໃໝ່ເປັນພາສາກຣີກ ແລະ ພາສາລາຕິນ. ນັບເປັນຄັ້ງທຳອິດທີ່ພຣະຄຳຂອງພຣະເຈົ້າໄດ້ຖືກພິມອອກເປັນພາສາເດີມ. ໃນສະບັບນີ້ມີການແກ້ໄຂຂໍ້ຜິດພາດຫຼາຍຢ່າງຂອງສະບັບກ່ອນໆ ແລະ ເນື້ອຫາຖືກປັບປຸງໃຫ້ຈະແຈ້ງຂຶ້ນກວ່າເກົ່າ. ພຣະຄຳພີໃໝ່ສະບັບພາສາກຣີກຂອງເອີຣັສມາສ ຊ່ວຍນຳພາຄົນທີ່ມີການສຶກສາໃຫ້ຮູ້ຈັກຄວາມຈິງໄດ້ດີຂຶ້ນ ແລະ ເປັນແຮງກະຕຸ້ນໃຫ້ແກ່ພັນທະກິດການປະຕິຮູບ. ແຕ່ປະຊາຊົນທົ່ວໄປຍັງບໍ່ສາມາດເຂົ້າເຖິງພຣະຄຳຂອງພຣະເຈົ້າໄດ້. ທິນເດວຈຶ່ງຮັບໜ້າທີ່ສານຕໍ່ວຽກງານຂອງໄວຄຼິບໃນການໃຫ້ພຣະຄຳພີແກ່ຄົນຮ່ວມຊາດ. {GC 245.1}
ທິນເດວເປັນນັກຄົ້ນຄວ້າທີ່ສະແຫວງຫາຄວາມຈິງຢ່າງກະຕືລືລົ້ນ ແລະ ໄດ້ຮັບເຊື່ອຂ່າວປະເສີດຜ່ານການອ່ານພຣະຄຳພີພາສາກຣີກຂອງເອີຣັສມາສ. ເພິ່ນປະກາດຄວາມເຊື່ອຂອງຕົນຢ່າງບໍ່ຢ້ານກົວ ແລະ ໄດ້ຢືນຢັນວ່າ ຄຳສອນທຸກຢ່າງຕ້ອງໄດ້ຮັບການກວດສອບຈາກພຣະຄຳພີ. ສຳລັບຂໍ້ອ້າງຂອງຄົນທີ່ຢູ່ຝ່າຍສັນຕະປາປາທີ່ວ່າຄຣິສຕະຈັກເປັນຜູ້ໃຫ້ພຣະຄຳພີ ແລະ ມີແຕ່ຄຣິສຕະຈັກເທົ່ານັ້ນທີ່ສາມາດອະທິບາຍພຣະຄຳພີນັ້ນໄດ້ ທິນເດວກໍຕອບວ່າ: “ເຈົ້າຮູ້ບໍວ່າ ແມ່ນໃຜສອນນົກອິນຊີໃຫ້ຊອກຫາເຫຍື່ອຂອງມັນ? ນັ້ນແຫຼະ, ພຣະເຈົ້າອົງດຽວກັນນັ້ນໄດ້ສອນລູກທີ່ຫິວໂຫຍຂອງພຣະອົງ ໃຫ້ພົບເຫັນພຣະບິດາຂອງພວກເຂົາຢູ່ໃນພຣະຄຳຂອງພຣະອົງ. ແທນທີ່ຈະເປັນຜູ້ນຳພຣະຄຳພີມາແບ່ງປັນ ພວກເຈົ້າພັດເຊື່ອງມັນໄວ້ຈາກພວກເຮົາ; ແມ່ນພວກເຈົ້າທີ່ເຜົາຄົນທັງຫຼາຍທີ່ສອນພຣະຄຳພີ ແລະ ຖ້າເຮັດໄດ້ ພວກເຈົ້າຈະເຜົາພຣະຄຳພີເອງດ້ວຍ.”1 {GC 245.2}
ຄົນທັງຫຼາຍພາກັນສົນໃຈການປະກາດຂອງທິນເດວ ແລະ ມີຫຼາຍຄົນຍອມຮັບຄວາມຈິງ. ແຕ່ພວກບາດຫຼວງຕື່ນຕົວຢູ່ ແລະ ທັນທີທີ່ເພິ່ນຍ້າຍໄປປະກາດໃນບ່ອນໃໝ່ ພວກເຂົາກໍໃຊ້ວິທີຂົ່ມຂູ່ ແລະ ການບິດເບືອນເພື່ອທຳລາຍຜົນງານຂອງເພິ່ນ; ຫຼາຍຕໍ່ຫຼາຍເທື່ອພວກເຂົາໄດ້ປະສົບຜົນສຳເລັດ. ເພິ່ນຈຶ່ງຮ້ອງອອກມາວ່າ “ຈະເຮັດແນວໃດດີ?…ໃນຂະນະທີ່ຂ້າພະເຈົ້າຫວ່ານຢູ່ບ່ອນໜຶ່ງ, ສັດຕູກໍໄປທຳລາຍທົ່ງນາທີ່ຂ້າພະເຈົ້າຫາກໍຈາກໄປ. ຂ້າພະເຈົ້າບໍ່ສາມາດຢູ່ທຸກຫົນທຸກແຫ່ງ. ໂອ້! ຖ້າຄຣິສຕຽນມີພຣະຄຳພີໃນພາສາຂອງພວກເຂົາເອງ ພວກເຂົາກໍຈະສາມາດທົນທານຕໍ່ນັກປັ່ນຫົວເຫຼົ່ານີ້ດ້ວຍຕົນເອງໄດ້. ຖ້າປາສະຈາກພຣະຄຳພີແລ້ວ ເປັນໄປບໍ່ໄດ້ທີ່ຈະສອນສະມາຊິກໃຫ້ຢຶດໝັ້ນໃນຄວາມຈິງ.”2 {GC 246.1}
ບັດນີ້ທິນເດວມີເປົ້າປະສົງໃໝ່, ເພິ່ນກ່າວວ່າ: “ບົດເພງສັນລະເສີນທີ່ຄົນອິດສະຣາເອນຮ້ອງກັນໃນພຣະວິຫານຂອງພຣະເຢໂຮວາ ແມ່ນໄດ້ຮ້ອງໃນພາສາຂອງຊົນຊາດອິດສະຣາເອນ; ແລ້ວຂ່າວປະເສີດຈະບໍ່ກ່າວອອກມາເປັນພາສາອັງກິດທ່າມກາງພວກເຮົາບໍ?…ຈະໃຫ້ຄຣິສຕະຈັກຮັບແສງສະຫວ່າງໃນຍາມທ່ຽງວັນໜ້ອຍກວ່າຕອນຮຸ່ງເຊົ້າບໍ?…ຄຣິສຕຽນຕ້ອງອ່ານພຣະຄຳພີໃໝ່ໃນພາສາແມ່ຂອງພວກເຂົາ.” ພວກນັກສາສະໜາສາດ ແລະ ພວກອາຈານຂອງຄຣິສຕະຈັກຂັດແຍ້ງກັນເອງ, ມີແຕ່ພຣະຄຳພີເທົ່ານັ້ນທີ່ສາມາດນຳມະນຸດສູ່ຄວາມຈິງໄດ້. “ສະມາຊິກຄົນໜຶ່ງນິຍົມນັກສາສະໜາສາດຜູ້ໜຶ່ງ ໃນຂະນະທີ່ສະມາຊິກຄົນອື່ນນິຍົມອີກຄົນໜຶ່ງ;…ງານຂຽນຂອງນັກວິຊາການແຕ່ລະຄົນຂັດແຍ້ງກັນເອງ. ແລ້ວພວກເຮົາຈະຈຳແນກແຈກແຈງຄົນທີ່ເວົ້າຖືກກັບຄົນທີ່ເວົ້າຜິດໄດ້ແນວໃດ?…ໄດ້ແນວໃດໜໍ?…ແນ່ນອນ ໂດຍການປຽບທຽບກັບພຣະຄຳຂອງພຣະເຈົ້າ.”3 {GC 246.2}
ຫຼັງຈາກນັ້ນບໍ່ດົນ, ມີນັກສາສະໜາສາດກາໂຕລິກທີ່ຮຽນສູງຄົນໜຶ່ງມາໂຕ້ຖຽງກັບທິນເດວວ່າ: “ຖ້າຕ້ອງເລືອກແລ້ວ ໃຫ້ຂາດກົດບັນຍັດຂອງພຣະເຈົ້າ ຍັງດີກວ່າທີ່ຈະຂາດບັນຍັດຂອງສັນຕະປາປາ.” ທິນເດວຕອບວ່າ: “ຂ້າພະເຈົ້າຂໍປະຕິເສດສັນຕະປາປາ ແລະ ກົດບັນຍັດທັງໝົດຂອງເພິ່ນ; ຖ້າພຣະເຈົ້າຊົງໄວ້ຊີວິດຂ້າພະເຈົ້າແລ້ວ, ບໍ່ດົນຈາກນີ້ໄປ ຂ້າພະເຈົ້າຈະໃຫ້ເດັກຊາຍໄຖນາຮຽນຮູ້ພຣະຄຳພີຫຼາຍກວ່າເຈົ້າ.”4 {GC 246.3}
ຄຳນີ້ເປັນການຕອກຢ້ຳເປົ້າປະສົງຂອງເພິ່ນ ທີ່ຈະແປພຣະຄຳພີໃໝ່ໃຫ້ປະຊາຊົນໃນພາສາຂອງພວກເຂົາເອງ; ເພິ່ນຈຶ່ງລົງມືເຮັດວຽກງານນີ້ທັນທີ. ເມື່ອການກົດຂີ່ຂົ່ມເຫັງເປັນເຫດໃຫ້ເພິ່ນຕ້ອງໜີອອກຈາກບ້ານ, ເພິ່ນກໍໄປຢູ່ນະຄອນລອນດອນ ແລະ ສານຕໍ່ການແປຢູ່ທີ່ນັ້ນໃນໄລຍະໜຶ່ງ ໂດຍບໍ່ມີໃຜລົບກວນ. ຕໍ່ມາ, ຄວາມຮຸນແຮງຂອງພວກຝ່າຍສັນຕະປາປາເປັນເຫດໃຫ້ເພິ່ນຕ້ອງຫຼົບໜີອີກຄັ້ງ. ເບິ່ງຄືວ່າປະເທດອັງກິດທັງໝົດໄດ້ປິດລົງສຳລັບທິນເດວ, ເພິ່ນຈຶ່ງຕັດສິນໃຈໄປລີ້ໄພຢູ່ປະເທດເຢຍລະມັນ, ແລ້ວເພິ່ນກໍເລີ່ມພິມພຣະຄຳພີໃໝ່ເປັນພາສາອັງກິດທີ່ນັ້ນ. ການພິມດັ່ງກ່າວຖືກຂັດຂວາງໃຫ້ຕ້ອງຢຸດໄປເຖິງສອງຄັ້ງ, ແຕ່ເມື່ອຖືກຫ້າມພິມໃນເມືອງໜຶ່ງເພິ່ນກໍຍ້າຍໄປອີກເມືອງໜຶ່ງ. ໃນທີ່ສຸດເພິ່ນກໍໄປຢູ່ເມືອງເວີມ ເຊິ່ງເປັນບ່ອນທີ່ລູເທີໄດ້ປົກປ້ອງຂ່າວປະເສີດຕໍ່ສະພາກ່ອນໜ້ານັ້ນບໍ່ເທົ່າໃດປີ. ຢູ່ເມືອງເວີມມີຄົນສະໜັບສະໜູນການປະຕິຮູບຫຼາຍຄົນ; ທິນເດວກໍຢູ່ທີ່ນັ້ນເພື່ອສືບຕໍ່ວຽກງານໂດຍບໍ່ມີສິ່ງໃດຂັດຂວາງອີກ. ໃນບໍ່ຊ້າ, ມີການພິມພຣະຄຳພີໃໝ່ຈຳນວນ 3,000 ເຫຼັ້ມ ແລະ ໃນປີດຽວກັນກໍມີການຕີພິມອີກຮອບໜຶ່ງ. {GC 246.4}
ທິນເດວສືບຕໍ່ເຮັດວຽກດ້ວຍຄວາມພາກພຽນ ແລະ ຄວາມກະຕືລືລົ້ນ. ເຖິງແມ່ນວ່າເຈົ້າໜ້າທີ່ອັງກິດໄດ້ເຝົ້າຍາມທ່າເຮືອດ້ວຍຄວາມລະມັດລະວັງເປັນພິເສດ, ແຕ່ພຣະຄຳຂອງພຣະເຈົ້າໄດ້ຖືກນຳສົ່ງໄປທີ່ນະຄອນລອນດອນດ້ວຍວິທີຕ່າງໆ ແລະ ຈາກທີ່ນັ້ນກໍໄດ້ແຜ່ກະຈາຍໄປທົ່ວປະເທດ. ພວກຝ່າຍສັນຕະປາປາພະຍາຍາມປົກປິດຄວາມຈິງ, ແຕ່ກໍບໍ່ສຳເລັດ. ມີຄັ້ງໜຶ່ງທີ່ເຈົ້າຄະນະເມືອງເດີຮາມ (Durham) ກວາດຊື້ພຣະຄຳພີທຸກເຫຼັ້ມຈາກຮ້ານໜັງສືເພື່ອທຳລາຍຖິ້ມ ໂດຍທີ່ເຈົ້າຂອງຮ້ານເປັນໝູ່ເພື່ອນຂອງທິນເດວ; ເຈົ້າຄະນະຜູ້ນັ້ນຄິດວ່າວິທີນີ້ຈະຂັດຂວາງການແຈກຈຳໜ່າຍພຣະຄຳພີ. ແຕ່ກົງກັນຂ້າມ, ເງິນທີ່ໄດ້ນັ້ນ ກໍຖືກນຳໄປຊື້ວັດຖຸດິບສຳລັບສະບັບໃໝ່ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ເຊິ່ງຖ້າບໍ່ແມ່ນຍ້ອນເງິນຈາກເຈົ້າຄະນະຄົນນັ້ນແລ້ວ ຄົງບໍ່ສາມາດພິມອອກໄດ້. ຕໍ່ມາເມື່ອທິນເດວຖືກຈັບຂັງຄຸກ, ເຈົ້າໜ້າທີ່ບອກວ່າຖ້າເປີດເຜີຍຊື່ທຸກຄົນທີ່ໃຫ້ທຶນພິມພຣະຄຳພີແລ້ວ ກໍຈະປ່ອຍເພິ່ນເປັນອິດສະຫຼະ. ທິນເດວຕອບວ່າ ແມ່ນເຈົ້າຄະນະເມືອງເດີຮາມທີ່ໃຫ້ທຶນຫຼາຍກວ່າຄົນອື່ນທັງໝົດ, ເພາະການກວາດຊື້ພຣະຄຳພີທີ່ເຫຼືອຢູ່ໃນລາຄາແພງ ຊ່ວຍທິນເດວໃຫ້ມີກຳລັງໃຈສານຕໍ່. {GC 247.1}
ທິນເດວຖືກທໍລະຍົດໃຫ້ຕົກຢູ່ໃນກຳມືຂອງສັດຕູ ແລະ ມີຄັ້ງໜຶ່ງທີ່ຖືກຈຳຄຸກເປັນເວລາຫຼາຍເດືອນ. ໃນທີ່ສຸດເພິ່ນຖືກຂ້າຍ້ອນຄວາມເຊື່ອ, ແຕ່ຕະຫຼອດຫຼາຍສະຕະວັດມາຈົນເຖິງສະໄໝຂອງພວກເຮົາ ທະຫານຝ່າຍສັດຈະທຳກໍສາມາດນຳໃຊ້ອາວຸດທີ່ເພິ່ນໄດ້ກຽມໄວ້ໃນການຕໍ່ສູ້ເພື່ອຄວາມຈິງ. {GC 247.2}
ສ່ວນລາຕິເມີ (Latimer) ກໍເທດສະໜາຢືນຢັນວ່າ ພຣະຄຳພີຄວນໄດ້ຮັບການອ່ານເປັນພາສາຂອງປະຊາຊົນ, ໂດຍກ່າວວ່າ ຜູ້ຂຽນພຣະຄຳພີນັ້ນ, “ຄືພຣະເຈົ້າເອງ;” ສະນັ້ນ, ພຣະຄຳພີຈຶ່ງມີຣິດອຳນາດຂອງພຣະເຈົ້າ ແລະ ຈະດຳລົງຢູ່ຕະຫຼອດນິຣັນເໝືອນພຣະອົງ. “ກະສັດ, ຈັກກະພັດ, ເຈົ້າໜ້າທີ່ ແລະ ຜູ້ປົກຄອງທຸກຄົນ…ລ້ວນແລ້ວແຕ່ຕ້ອງເຊື່ອຟັງ…ພຣະຄຳອັນສັກສິດຂອງພຣະເຈົ້າ.” “ຢ່າໃຫ້ພວກເຮົາໄດ້ຫຼົງໄປຈາກທາງເລີຍ ແຕ່ໃຫ້ພຣະຄຳຂອງພຣະເຈົ້າຊີ້ນຳພວກເຮົາ; ຢ່າໃຫ້ເຮົາຕາມທາງຂອງ…ບັນພະບຸລຸດ ຫຼື ສະແຫວງຫາສິ່ງທີ່ພວກເຂົາສະແຫວງຫາ, ແຕ່ໃຫ້ພວກເຮົາສະແຫວງຫາສິ່ງທີ່ພວກເຂົາຄວນໄດ້ເຮັດ.”5 {GC 248.1}
ນອກຈາກລາຕິເມີແລ້ວກໍມີບາເນດ (Barnes) ແລະ ຟຣິດ (Frith), ເພື່ອນທີ່ສັດຊື່ຂອງທິນເດວ, ທີ່ລຸກຂຶ້ນມາປົກປ້ອງຄວາມຈິງ; ຕໍ່ຈາກພວກເຂົາກໍມີພີ່ນ້ອງຣິດລີ (Ridley) ແລະ ເຄນເມີ (Cranmer). ຜູ້ນຳການປະຕິຮູບໃນປະເທດອັງກິດເຫຼົ່ານີ້ແມ່ນຜູ້ຊາຍທີ່ມີການສຶກສາ; ພວກເຂົາສ່ວນຫຼາຍເຄີຍໄດ້ຮັບການຍົກຍ້ອງວ່າ ເປັນຄົນທີ່ມີຄວາມກະຕືລືລົ້ນໃນຄຣິສຕະຈັກໂຣມ. ພວກເຂົາມາຕໍ່ຕ້ານລະບອບສັນຕະປາປາຍ້ອນວ່າຮູ້ຈັກຄວາມຜິດພ້ຽນຂອງ “ສັນຕະສຳນັກ.” ຄວາມຄຸ້ນເຄີຍກ່ຽວກັບຄວາມເລິກລັບຂອງບາບີໂລນ ເຮັດໃຫ້ຄຳພະຍານຂອງພວກເຂົາທີ່ຕໍ່ຕ້ານຄຣິສຕະຈັກໂຣມ ມີນ້ຳໜັກຫຼາຍຂຶ້ນ. {GC 248.2}
ລາຕິເມີກ່າວວ່າ: “ບັດນີ້ຂ້າພະເຈົ້າຈະຖາມຄຳຖາມທີ່ແປກປະຫຼາດ. “ແມ່ນຜູ້ໃດເປັນເຈົ້າຄະນະທີ່ກະຕືລືລົ້ນທີ່ສຸດ ຫຼື ເຈົ້າໜ້າທີ່ສູງທີ່ດຸໝັ່ນທີ່ສຸດໃນປະເທດອັງກິດທັງໝົດ?…ຂ້າພະເຈົ້າເຫັນທ່ານທັງຫຼາຍຕັ້ງໃຈຟັງ, ຢາກໃຫ້ຂ້າພະເຈົ້າບອກຊື່ຂອງເພິ່ນ;…ຂ້າພະເຈົ້າຈະບອກພວກທ່ານວ່າ ແມ່ນພະຍາມານນັ້ນເອງ.…ມັນບໍ່ເຄີຍລະເວັ້ນຈາກໜ້າທີ່ຂອງມັນ; ມັນປະຈຳການຢູ່ຕະຫຼອດເວລາ,…ບໍ່ເຄີຍປ່ອຍປະຄັນໄຖຂອງມັນຈັກເທື່ອ.…ມັນບໍ່ເຄີຍຢູ່ລ້າ; ຂ້າພະເຈົ້າຮັບຮອງໄດ້ເລີຍ,…ຖ້າພະຍາມານປະຈຳຢູ່ບ່ອນໃດ…ທີ່ນັ້ນກໍມີການເອົາປຶ້ມໜັງສືເກັບມ້ຽນ ແລະ ເອົາທຽນໄຂອອກມາແທນ, ມີການນຳພຣະຄຳພີໄປຖິ້ມ ແລະ ເອົາສາຍລູກປັດມາແທນທີ່, ມີການດັບແສງແຫ່ງຂ່າວປະເສີດ ແລ້ວຈູດທຽນແທນ; ແມ່ນແຕ່ຕອນທ່ຽງກໍຍັງຈູດທຽນກັນ;…ມີການເອົາໄມ້ກາງແຂນຂອງພຣະຄຣິສລົງ ແລ້ວເກັບຄ່າໄຖ່ຄົນອອກຈາກແດນຊຳລະ6ແທນ;…ແທນທີ່ຈະເອົາເສື້ອຜ້າໃຫ້ຄົນຍາກຈົນ ແລະ ຄົນພິການ ກໍມີການປະດັບຮູບເຄົາລົບ ແລະ ໂບດວິຫານໄວ້ຢ່າງງົດງາມ; ທັງໝົດນີ້ຄືການຍົກເອົາກົດ ແລະ ທຳນຽມຂອງມະນຸດຂຶ້ນ ໃນຂະນະທີ່ຢຽບທຳນຽມ ແລະ ພຣະຄຳອັນສັກສິດຂອງພຣະເຈົ້າລົງ.…ໂອ້, ຢາກໃຫ້ເຈົ້າໜ້າທີ່ຄຣິສຕະຈັກມີຄວາມພາກພຽນທີ່ຈະຫວ່ານເມັດພືດແຫ່ງຄວາມຈິງ ເໝືອນທີ່ມານຊາຕານມີຄວາມດຸໝັ່ນໃນການຫວ່ານເມັດຫຍ້າ!”7 {GC 248.3}
ຫຼັກການສຳຄັນທີ່ນັກປະຕິຮູບເຫຼົ່ານີ້ຢຶດໄວ້ ເປັນຫຼັກການດຽວກັນທີ່ພວກຊາວໂວດົວ, ທ່ານ ໄວຄຼິບ, ຈອນ ຮັສ, ມາຕິນ ລູເທີ ແລະ ອຸນຣິກ ສວິງລີ ໄດ້ສອນ, ພ້ອມດ້ວຍທຸກຄົນທີ່ຮ່ວມມືກັບພວກເຂົາ ນັ້ນຄືພຣະຄຳພີເປັນບັນທັດຖານທີ່ບໍ່ຜິດພ້ຽນຂອງຄວາມເຊື່ອ ແລະ ການປະຕິບັດ. ພວກເຂົາປະຕິເສດບໍ່ຍອມຮັບວ່າ ສັນຕະປາປາ, ສະພາຕ່າງໆ, ງານຂຽນຂອງຄຣິສຕຽນໃນສະໄໝບູຮານ ແລະ ກະສັດທັງຫຼາຍມີສິດຄວບຄຸມຈິດສຳນຶກຜິດຊອບໃນເລື່ອງສາສະໜາ. ພຣະຄຳພີເປັນມາດຕະຖານຂອງຄົນເຫຼົ່ານີ້, ພວກເຂົາຈຶ່ງທົດສອບຄຳສອນ ແລະ ຂໍ້ອ້າງທຸກຢ່າງດ້ວຍພຣະຄຳພີ. ຄວາມເຊື່ອໃນພຣະເຈົ້າ ແລະ ພຣະຄຳຂອງພຣະອົງເປັນແຮງກຳລັງໃຈໃຫ້ກັບບັນດາຊາຍຜູ້ບໍຣິສຸດ ໃນຂະນະທີ່ພວກເຂົາສະຫຼະຊີວິດຂອງຕົນທີ່ຫຼັກປະຫານ. ກ່ອນທີ່ແປວໄຟຈະດັບສຽງຂອງລາຕິເມີ ເພິ່ນໄດ້ກ່າວກັບເພື່ອນທີ່ຖືກປະຫານຊີວິດພ້ອມກັບເພິ່ນວ່າ: “ຈົ່ງມີກຳລັງໃຈເຖີດ, ຂ້າພະເຈົ້າເຊື່ອວ່າ, ໂດຍພຣະຄຸນຂອງພຣະເຈົ້າ, ມື້ນີ້ພວກເຮົາຈະຈູດແສງທຽນໃນປະເທດອັງກິດທີ່ຈະບໍ່ມີວັນຖືກດັບມອດໄປໄດ້ເລີຍ.”8 {GC 249.1}
ໃນປະເທດສະກັອດແລນ ເມັດພືດແຫ່ງຄວາມຈິງທີ່ ທ່ານ ໂຄລຳບາ (Columba) ກັບເພື່ອນຮ່ວມງານໄດ້ຫວ່ານນັ້ນ ບໍ່ເຄີຍຖືກທຳລາຍໃຫ້ໝົດ. ຫຼັງຈາກຄຣິສຕະຈັກທັງຫຼາຍຂອງອັງກິດຍອມຈຳນົນຕໍ່ຄຣິສຕະຈັກໂຣມໄປແລ້ວ, ຄຣິສຕະຈັກຕ່າງໆໃນສະກັອດແລນຍັງສາມາດຮັກສາອິດສະຫຼະພາບຂອງພວກເຂົາໄວ້ໄດ້ເປັນເວລາຫຼາຍຮ້ອຍປີ. ແຕ່ໃນສະຕະວັດທີ 12 ລະບອບສັນຕະປາປາໄດ້ຂຶ້ນມາມີອຳນາດທີ່ນັ້ນ ແລະ ບໍ່ມີປະເທດໃດທີ່ມັນສາມາດໃຊ້ອຳນາດຜະເດັດການໄດ້ຢ່າງເຕັມທີ່ເທົ່າກັບປະເທັດສະກັອດແລນ, ບໍ່ມີບ່ອນໃດທີ່ມີຄວາມມືດມົວໄປກວ່າປະເທດສະກັອດແລນ. ແຕ່ກໍຍັງມີແສງສະຫວ່າງສ່ອງເຂົ້າມາໃນຄວາມມືດມົວນັ້ນ ເຊິ່ງໃຫ້ຄວາມຫວັງວ່າວັນໃໝ່ກຳລັງຈະມາເຖິງ. ພວກລູກສິດຂອງໄວຄຼິບທີ່ເອີ້ນວ່າພວກໂລລາດ (Lollards) ໄດ້ເດີນທາງໄປສະກັອດແລນຈາກປະເທດອັງກິດ ພ້ອມດ້ວຍພຣະຄຳພີ ແລະ ຄຳສອນຂອງໄວຄຼິບ; ສິ່ງເຫຼົ່ານີ້ຊ່ວຍຮັກສາຄວາມຮູ້ໃນເລື່ອງຂ່າວປະເສີດເອົາໄວ້ ໂດຍໃນທຸກສະຕະວັດ ມີພະຍານ ແລະ ຜູ້ທີ່ຖືກຂ້າຕາຍເພາະຄວາມເຊື່ອໃນຂ່າວປະເສີດ. {GC 249.2}
ເມື່ອເລີ່ມຕົ້ນການປະຕິຮູບຄັ້ງໃຫຍ່ແຫ່ງສະຕະວັດທີ 16 ນັ້ນ ງານຂຽນຂອງລູເທີກໍຖືກນຳເຂົ້າມາ, ຕໍ່ມາກໍມີພຣະຄຳພີໃໝ່ສະບັບແປພາສາອັງກິດຂອງທິນເດວ. ພວກຜູ້ນຳຂອງຄຣິສຕະຈັກໂຣມບໍ່ໄດ້ສັງເກດເຫຼົ່ານັກປະກາດ ທີ່ຂຶ້ນເຂົາລົງຫ້ວຍເພື່ອຈູດປະກາຍໃຫ້ແກ່ທວນໄຟແຫ່ງຄວາມຈິງ ທີ່ຈວນຈະດັບມອດຢູ່ໃນປະເທດສະກັອດແລນ ແລະ ເພື່ອລຶບລ້າງຜົນງານການຂົ່ມເຫັງ 400 ປີ ຂອງຄຣິສຕະຈັກໂຣມ. {GC 249.3}
ໃນຄາວນັ້ນ ເລືອດຂອງຜູ້ທີ່ຖືກຂ້າຕາຍຍ້ອນຄວາມເຊື່ອ ກໍເປັນແຮງກະຕຸ້ນໃໝ່ໃຫ້ແກ່ຂະບວນການປະຕິຮູບ. ພວກຜູ້ນຳໃນລະບອບສັນຕະປາປາໄດ້ຕື່ນຂຶ້ນຢ່າງກະທັນຫັນ ແລ້ວເຫັນເຖິງໄພອັນຕະລາຍຕໍ່ລະບອບຂອງພວກຕົນ, ຈຶ່ງຈັບບາງຄົນທີ່ໜ້າຍົກຍ້ອງນັບຖືທີ່ສຸດຂອງສະກັອດແລນມາປະຫານຊີວິດ. ແຕ່ຫຼັກປະຫານນັ້ນໄດ້ກາຍເປັນແທ່ນທຳມາດ ແລະ ກະບອກສຽງໃຫ້ກັບຄົນທີ່ຖືກປະຫານ; ສຽງຖ້ອຍຄຳຂອງພະຍານຝ່າຍຂ່າວປະເສີດທີ່ໃກ້ຕາຍນັ້ນ ໄດ້ຍິນຢູ່ທົ່ວແຜ່ນດິນ, ເຮັດໃຫ້ປະຊາຊົນຕື່ນຕົວດ້ວຍເປົ້າປະສົງທີ່ໜັກແໜ້ນທີ່ສຸດວ່າ ຈະຕ້ອງຫັກແອກຂອງຄຣິສຕະຈັກໂຣມໃຫ້ໄດ້. {GC 249.4}
ແຮມິນຕັນ (Hamilton) ແລະ ວີຊາດ (Wishart) ຜູ້ມີອຸປະນິໄສອັນສູງສົ່ງ ແລະ ຍົດອັນສູງສັກແຕ່ກຳເນີດ ພ້ອມດ້ວຍສາວົກຄົນອື່ນໆທີ່ມີຖານະຍາກຈົນໄດ້ສະຫຼະຊີວິດທີ່ຫຼັກປະຫານ. ແຕ່ຈາກເທົ່າຖ່ານແຫ່ງການເຜົາປະຫານ ທ່ານ ວີຊາດ ໃຫ້ຕາຍນັ້ນ ກໍມີຜູ້ໜຶ່ງຂຶ້ນມາທີ່ແປວໄຟບໍ່ສາມາດດັບສຽງຂອງເພິ່ນໄດ້, ເປັນຜູ້ທີ່ພຣະເຈົ້າຊົງໃຊ້ເພື່ອທຳລາຍລະບອບສັນຕະປາປາໃນສະກັອດແລນໃຫ້ໝົດສິ້ນ. {GC 250.1}
ຈອນ ນັອຄຊ໌ ໄດ້ຫັນຈາກປະເພນີ ແລະ ການປະຕິບັດທຳເພື່ອເຂົ້າເຖິງພຣະເຈົ້າຂອງຄຣິສຕະຈັກໂຣມ ເພື່ອຫຼໍ່ລ້ຽງຈິດວິນຍານດ້ວຍຄວາມຈິງຈາກພຣະຄຳຂອງພຣະເຈົ້າ; ຄຳສອນຂອງວີຊາດໄດ້ຊ່ວຍໃຫ້ເພິ່ນຢືນຢັນຄວາມຕັ້ງໃຈທີ່ຈະຖອນຕົວອອກຈາກຄຣິສຕະຈັກໂຣມ ແລະ ຈະເຂົ້າຮ່ວມກັບພວກນັກປະຕິຮູບທີ່ຖືກຂົ່ມເຫັງ. {GC 250.2}
ໝູ່ເພື່ອນຂອງ ຈອນ ນັອຄຊ໌ ຮຽກຮ້ອງເພິ່ນໃຫ້ຮັບຕຳແໜ່ງນັກເທດ ແຕ່ເພິ່ນຮູ້ສຶກສະເທືອນໃຈທີ່ຈະມີຄວາມຮັບຜິດຊອບເຊັ່ນນັ້ນ; ເພິ່ນຕ້ອງຕໍ່ສູ້ກັບຕົວເອງຢ່າງທຸກໃຈຕາມລຳພັງຢູ່ຫຼາຍວັນກວ່າຈະຍອມຮັບໄດ້. ແຕ່ເມື່ອໄດ້ຮັບຕຳແໜ່ງນັ້ນແລ້ວ ເພິ່ນກໍກ້າວໄປຂ້າງໜ້າດ້ວຍຄວາມຕັ້ງໃຈທີ່ບໍ່ປ່ຽນແປງ ແລະ ຄວາມກ້າຫານທີ່ບໍ່ຫວັ່ນໄຫວຕາບເທົ່າຊີວິດຂອງເພິ່ນ. ນັກປະຕິຮູບຜູ້ຈິງໃຈຄົນນີ້ບໍ່ຢ້ານກົວມະນຸດ, ກອງໄຟປະຫານລຸກໄໝ້ຢູ່ອ້ອມຮອບເພິ່ນ ແຕ່ສິ່ງເຫຼົ່ານີ້ມີແຕ່ກະຕຸ້ນໃຫ້ເພິ່ນມີຄວາມກະຕືລືລົ້ນຫຼາຍຂຶ້ນເທົ່ານັ້ນ. ຂວານປະຫານຂອງພວກຜະເດັດການຖືຂົ່ມຂູ່ຢູ່ເໜືອຫົວຂອງເພິ່ນ, ແຕ່ເພິ່ນຍັງຢືນຢັດຕໍ່ໄປ ແລະ ໂຈມຕີທາງຊ້າຍທາງຂວາເພື່ອທຳລາຍການຂາບໄຫວ້ຮູບເຄົາລົບ. {GC 250.3}
ເມື່ອຖືກນຳມາປະເຊີນໜ້າກັບຣາຊິນີແຫ່ງປະເທດສະກັອດແລນ, ຈອນ ນັອຄຊ໌ ໄດ້ເປັນພະຍານຝ່າຍຄວາມຈິງຢ່າງບໍ່ຫວັ່ນໄຫວ, ເຊິ່ງມີຄົນລະດັບຜູ້ນຳຝ່າຍໂປຣແຕັສຕັງຫຼາຍຄົນເຄີຍອົກສັ່ນຂວັນຫາຍຕໍ່ໜ້າຣາຊິນີຜູ້ນີ້. ເພິ່ນບໍ່ຫຼົງຄົນປາກຫວານ ແລະ ບໍ່ຢ້ານກົວຕໍ່ການຖືກຂົ່ມຂູ່. ຣາຊິນີກໍຕັ້ງຂໍ້ກ່າວຫາວ່າເພິ່ນເປັນຄົນນອກຮີດ ແລະ ໄດ້ສອນປະຊາຊົນໃຫ້ຮັບເຊື່ອໃນສາສະໜາທີ່ລັດປະກາດຫ້າມ ທັງໄດ້ລະເມີດທຳມະບັນຍັດຂອງພຣະເຈົ້າທີ່ສັ່ງໃຫ້ປະຊາຊົນເຊື່ອຟັງກະສັດຜູ້ປົກຄອງບ້ານເມືອງ. ສ່ວນ ອາຈານນັອຄຊ໌ ຕອບຂໍ້ກ່າວຫານັ້ນຢ່າງໜັກແໜ້ນວ່າ: {GC 250.4}
“ໃນເມື່ອສາສະໜາທີ່ຖືກຕ້ອງບໍ່ໄດ້ຮັບກຳລັງ ຫຼື ສິດອຳນາດຈາກກະສັດຜູ້ປົກຄອງຝ່າຍໂລກຕັ້ງແຕ່ຕົ້ນ ແຕ່ໄດ້ຮັບມາຈາກພຣະເຈົ້າອົງນິຣັນແຕ່ຜູ້ດຽວ; ສະນັ້ນ, ປະຊາຊົນບໍ່ຄວນປັບປ່ຽນຄວາມເຊື່ອຖືຕາມອາລົມເຈົ້າໜ້າທີ່ບ້ານເມືອງ. ເພາະວ່າຜູ້ນຳປະເທດມັກຈະເປັນຄົນທີ່ຮູ້ໜ້ອຍທີ່ສຸດໃນເລື່ອງສາສະໜາທີ່ແທ້ຈິງຂອງພຣະເຈົ້າ.…ຖ້າລູກຫຼານທັງໝົດຂອງອັບຣາຮາມນັບຖືສາສະໜາຂອງຟາໂຣ ຜູ້ເປັນກະສັດປົກຄອງພວກເຂົາເປັນເວລາດົນນານແລ້ວ, ຂ້າພະເຈົ້າຂໍຖາມທ່ານວ່າ: ປັດຈຸບັນຈະເຫຼືອສາສະໜາອັນໃດໃນໂລກ? ຫຼືວ່າ ຖ້າມະນຸດທຸກຄົນໃນສະໄໝຂອງພວກອັກຄະສາວົກ ລ້ວນແຕ່ນັບຖືສາສະໜາຂອງຈັກກະພັດໂຣມ ແລ້ວຕອນນີ້ຈະມີສາສະໜາໃດແດ່ຢູ່ເທິງພື້ນແຜ່ນດິນໂລກ?…ສະນັ້ນ, ທ່ານພຣະຣາຊິນີເອີຍ ທ່ານຄົງເຫັນໄດ້ວ່າ ປະຊາຊົນບໍ່ໄດ້ຖືກຜູກມັດກັບເຈົ້າໜ້າທີ່ໃນເລື່ອງຄວາມເຊື່ອຖືທາງສາສະໜາ, ແຕ່ໃນຂະນະດຽວກັນພຣະເຈົ້າຊົງບັນຊາໃຫ້ພວກເຂົາເຊື່ອຟັງເຈົ້າໜ້າທີ່ເຫຼົ່ານັ້ນ.” {GC 250.5}
ຣາຊິນີມາຣີກ່າວວ່າ: “ພວກເຈົ້າຕີຄວາມໝາຍພຣະຄຳພີຢ່າງໜຶ່ງ ແລະ ພວກ ອາຈານຂອງຄຣິສຕະຈັກໂຣມັນກາໂຕລິກກໍຕີຄວາມອີກຢ່າງໜຶ່ງ, ເຮົາຄວນເຊື່ອໃຜ ແລະ ແມ່ນໃຜຈະເປັນຜູ້ຕັດສິນ?” {GC 251.1}
ອາຈານນັອຄຊ໌ ຕອບວ່າ: “ທ່ານຈົ່ງເຊື່ອພຣະເຈົ້າທີ່ຊົງກ່າວໄວ້ຢ່າງຈະແຈ້ງໃນພຣະຄຳຂອງພຣະອົງ, ຄຳສອນອັນໃດທີ່ນອກເໜືອຈາກພຣະຄຳນັ້ນກໍບໍ່ຕ້ອງເຊື່ອເລີຍ. ພຣະຄຳຂອງພຣະເຈົ້າມີຄວາມຊັດເຈນແຈ່ມແຈ້ງໃນຕົວຂອງມັນເອງ ແລະ ຖ້າຫາກມີຂໍ້ຄວາມໃດເຂົ້າໃຈຍາກ ພຣະວິນຍານບໍຣິສຸດຊົງອະທິບາຍຢູ່ໃນຂໍ້ອື່ນ ເພາະພຣະວິນຍານບໍ່ເຄີຍຂັດແຍ້ງກັບພຣະອົງເອງ; ສະນັ້ນ, ກໍຈະບໍ່ມີຂໍ້ສົງໄສນອກຈາກຄົນທີ່ຈົງໃຈທີ່ຈະບໍ່ເຂົ້າໃຈ.”9 {GC 251.2}
ນັ້ນຄືຄວາມຈິງທີ່ນັກປະຕິຮູບນັອຄຊ໌ໄດ້ສ່ຽງຊີວິດ ເພື່ອຕອບຣາຊິນີ ໂດຍບໍ່ໄດ້ສະທ້ານຢ້ານກົວແຕ່ຢ່າງໃດ. ດ້ວຍຄວາມກ້າຫານທີ່ບໍ່ຫວັ່ນໄຫວແບບດຽວກັນ ເພິ່ນໄດ້ຮັກສາຈຸດປະສົງຂອງເພິ່ນເອົາໄວ້, ຄືໄດ້ອະທິຖານ ແລະ ຕໍ່ສູ້ເພື່ອອົງພຣະຜູ້ເປັນເຈົ້າ ຈົນກວ່າປະເທດສະກັອດແລນໄດ້ຫຼຸດພົ້ນຈາກລະບອບສັນຕະປາປາໃນທີ່ສຸດ. {GC 251.3}
ສ່ວນໃນປະເທດອັງກິດ ເມື່ອຮັບເອົານິກາຍໂປຣແຕັສຕັງມາເປັນສາສະໜາປະຈຳຊາດ ການກົດຂີ່ຂົ່ມເຫັງກໍຫຼຸດໜ້ອຍຖອຍລົງ ແຕ່ບໍ່ໄດ້ຫາຍໄປທັງໝົດ. ເຖິງແມ່ນວ່າຄົນອັງກິດໄດ້ປະຕິເສດຄຳສອນຫຼາຍຢ່າງຂອງຄຣິສຕະຈັກໂຣມ, ແຕ່ກໍຍັງເກັບຮັກສາຮູບແບບບາງຢ່າງເອົາໄວ້. ພວກເຂົາປະຕິເສດວ່າສັນຕະປາປາມີອຳນາດສູງສຸດ, ແຕ່ກັບຕັ້ງກະສັດມາເປັນຫົວໜ້າສູງສຸດຂອງຄຣິສຕະຈັກແທນ. ການປະຕິບັດຂອງຄຣິສຕະຈັກຍັງຫ່າງຈາກຄວາມບໍຣິສຸດ ແລະ ຄວາມລຽບງ່າຍຂອງຂ່າວປະເສີດຢ່າງໃຫຍ່ຫຼວງ. ຄົນໃນສະໄໝນັ້ນຍັງບໍ່ເຂົ້າໃຈຫຼັກການອັນຍິ່ງໃຫຍ່ເລື່ອງເສລີພາບທາງສາສະໜາ. ເຖິງແມ່ນວ່າ ຜູ້ປົກຄອງຊາວໂປຣແຕັສຕັງບໍ່ຄ່ອຍໄດ້ນຳໃຊ້ວິທີການໂຫດຮ້າຍອັນໜ້າຢ້ານກົວ ທີ່ຄຣິສຕະຈັກໂຣມໃຊ້ເພື່ອຕໍ່ຕ້ານຄຳສອນນອກຮີດກໍຕາມ, ແຕ່ໃນເວລານັ້ນ ບໍ່ມີໃຜຍອມຮັບວ່າມະນຸດທຸກຄົນມີສິດທິທີ່ຈະນະມັດສະການພຣະເຈົ້າຕາມຈິດສຳນຶກຜິດຊອບຂອງຕົນ. ທຸກຄົນຖືກບັງຄັບໃຫ້ຮັບເອົາຄຳສອນ ແລະ ເຮັດຕາມພິທີກຳນະມັດສະການທີ່ຄຣິສຕະຈັກເຊິ່ງຝ່າຍການປົກຄອງກຳນົດໄວ້. ຜູ້ທີ່ຄັດຄ້ານໄດ້ຖືກຂົ່ມເຫັງບໍ່ຫຼາຍກໍໜ້ອຍ ແລະ ເປັນດັ່ງນັ້ນສືບຕໍ່ຫຼາຍຮ້ອຍປີ. {GC 251.4}
ໃນສະຕະວັດທີ 17 ມີອາຈານປະຈຳໂບດຫຼາຍພັນຄົນຖືກໄລ່ອອກຈາກຕຳແໜ່ງ. ປະຊາຊົນຖືກຫ້າມເຂົ້າຮ່ວມປະຊຸມທາງສາສະໜາທີ່ຄຣິສຕະຈັກບໍ່ໄດ້ອະນຸຍາດ, ຖ້າຜູ້ໃດຝ່າຝືນກໍສ່ຽງທີ່ຈະຖືກປັບໃໝຢ່າງໜັກ, ຂັງຄຸກ ຫຼື ຖືກເນລະເທດ. ຄົນສັດຊື່ທັງຫຼາຍທີ່ບໍ່ສາມາດຫຼີກເວັ້ນຈາກການເຕົ້າໂຮມກັນເພື່ອນະມັດສະການພຣະເຈົ້າ ຈຳເປັນຕ້ອງພົບກັນຢູ່ໃນຮ່ອມມືດ ຫຼື ໃນຫ້ອງນ້ອຍໃຕ້ຫຼັງຄາ ຫຼື ບາງຄັ້ງແມ່ນພົບກັນທ່ຽງຄືນໃນປ່າໄມ້. ລູກທັງຫຼາຍຂອງພຣະເຈົ້າທີ່ຖືກຂົ່ມເຫັງ ແລະ ກະຈັດກະຈາຍຢູ່ນັ້ນ ໄດ້ມາເຕົ້າໂຮມກັນໃນສ່ວນທີ່ເລິກຂອງປ່າດົງ ອັນເປັນວິຫານທີ່ພຣະອົງຊົງເປັນຜູ້ສ້າງຂຶ້ນ; ພວກເຂົາຮວມຕົວກັນເພື່ອອະທິຖານ ແລະ ສັນລະເສີນພຣະເຈົ້າ. ເຖິງແມ່ນວ່າຄົນເຫຼົ່ານີ້ໄດ້ລະມັດລະວັງເປັນພິເສດກໍຕາມ, ແຕ່ມີຫຼາຍຄົນທີ່ທົນທຸກທໍລະມານຍ້ອນຄວາມເຊື່ອສັດທາຂອງພວກເຂົາ; ມີຄົນຕິດຄຸກຈົນແໜ້ນໜາ; ມີການບັງຄັບໃຫ້ຄົນໃນຄອບຄົວຕ້ອງແຍກຈາກກັນ ແລະ ຫຼາຍຄົນຖືກເນລະເທດໄປຢູ່ຕ່າງແດນ. ແຕ່ພຣະເຈົ້າຊົງຢູ່ກັບຄົນຂອງພຣະອົງ ແລະ ການຂົ່ມເຫັງບໍ່ສາມາດລະງັບສຽງຄຳພະຍານຂອງພວກເຂົາໄດ້. ຫຼາຍຄົນຖືກຂັບໄລ່ໃຫ້ຂ້າມທະເລໄປອາເມຣິກາ ແລະ ໄດ້ວາງຮາກຖານຂອງເສລີພາບທາງດ້ານພົນລະເຮືອນ ແລະ ສາສະໜາ ເຊິ່ງເປັນຄວາມເຂັ້ມແຂງ ແລະ ສັກສີຂອງປະເທດອາເມຣິກາ. {GC 252.1}
ເຊັ່ນດຽວກັບໃນສະໄໝຂອງພວກອັກຄະສາວົກ, ເປັນອີກຄັ້ງໜຶ່ງທີ່ການຂົ່ມເຫັງຊ່ວຍຂະຫຍາຍການປະກາດຂ່າວປະເສີດ. ຈອນ ບັນຍັນ (John Bunyan) ຖືກຈັບຂັງໃນຄຸກມືດແຫ່ງເມືອງເບດຟອດ (Bedford) ເຊິ່ງທີ່ນັ້ນມີພວກອາດຊະຍາກອນ ແລະ ຄົນບໍ່ມີສິນທຳຖືກຂັງຢູ່ຢ່າງແໜ້ນໜາ, ແຕ່ເພິ່ນໄດ້ສຳຜັດເຖິງບັນຍາກາດແຫ່ງສະຫວັນ ແລະ ໃນຂະນະທີ່ຢູ່ໃນຄຸກນັ້ນ ເພິ່ນໄດ້ຂຽນໜັງສືອຸປະມາອຸປະໄມ ເລື່ອງການເດີນທາງຈາກດິນແດນແຫ່ງຄວາມພິນາດໄປສູ່ເມືອງສຸກກະເສີມ. ນັບເປັນເວລາກວ່າ 200 ປີ ທີ່ສຽງຈາກຄຸກແຫ່ງເມືອງເບດຟອດນັ້ນ ໄດ້ໜູນຈິດຊູໃຈມະນຸດດ້ວຍພະລັງຣິດເດດ. ໜັງສື ປິດສະໜາທຳ ກັບໜັງສື ຄົນບາບຕົວການໄດ້ຮັບພຣະຄຸນເຫຼືອລົ້ນ10 ນັ້ນໄດ້ນຳພາຄົນຈຳນວນຫຼວງຫຼາຍມາເຂົ້າສູ່ທາງແຫ່ງຊີວິດ. {GC 252.2}
ອາຈານ ແບັກສະເຕີ (Baxter), ທ່ານ ຟຼາເວວ (Flavel), ທ້າວ ອາເລນ (Alleine) ແລະ ຜູ້ຊາຍຄົນອື່ນທີ່ມີຄວາມສາມາດ, ການສຶກສາ ແລະ ປະສົບການອັນເລິກເຊິ່ງໃນຊີວິດຄຣິສຕຽນໄດ້ຂຶ້ນມາປົກປ້ອງ “ຄວາມເຊື່ອເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.” (ຢູດາ 1:3). ຜົນງານຂອງຄົນເຫຼົ່ານີ້ທີ່ຖືກເຈົ້າໜ້າທີ່ຂັບໄລ່ ແລະ ຫ້າມເຄື່ອນໄຫວນັ້ນ ຈະບໍ່ມີວັນຖືກທຳລາຍ. ໜັງສື ນ້ຳພຸແຫ່ງຊີວິດ ແລະ ວິທີການແຫ່ງພຣະຄຸນ ຂອງ ທ່ານ ຟຼາເວວ ໄດ້ສອນຄົນຈຳນວນຫຼວງຫຼາຍເຖິງວິທີມອບໃຈໃຫ້ພຣະຄຣິສ. ສ່ວນໜັງສື ປະຕິຮູບສາສະໜາຈານ ຂອງອາຈານແບັກສະເຕີນັ້ນ ກໍເປັນພຣະພອນໃຫ້ແກ່ຄົນຈຳນວນຫຼວງຫຼາຍ ທີ່ປາຖະໜາທີ່ຈະຟື້ນຟູວຽກງານການຮັບໃຊ້ພຣະເຈົ້າ ແລະ ໜັງສື ການພັກພິງນິຣັນຂອງຜູ້ຊອບທຳ ໄດ້ນຳຫຼາຍຄົນເຖິງການພັກເຊົາເຊິ່ງ “ຍັງມີສຳລັບໄພ່ພົນຂອງພຣະເຈົ້າ.” (ເຮັບເຣີ 4:9). {GC 252.3}
ໜຶ່ງຮ້ອຍປີຕໍ່ມາ ໃນຊ່ວງເວລາແຫ່ງຄວາມມືດມົນຝ່າຍຈິດວິນຍານ, ອາຈານ ວິດຟຽວ (Whitefield) ແລະ ສອງອ້າຍນ້ອງເວສະລີ (Wesley) ຂຶ້ນມາສ່ອງແສງສະຫວ່າງເພື່ອພຣະເຈົ້າ. ໃນຊ່ວງເວລານັ້ນຄຣິສຕະຈັກທີ່ລັດຖະບານຮັບຮອງນັ້ນ ຢູ່ໃນສະພາບທີ່ທົດຖອຍຝ່າຍຈິດວິນຍານ ຈົນບໍ່ຄ່ອຍແຕກຕ່າງຫຍັງກັບຄົນທີ່ບໍ່ນັບຖືພຣະເຈົ້າ. ສາສະໜາຈານ ແລະ ນັກສາສະໜາສາດສ່ວນຫຼາຍ ເນັ້ນການເຂົ້າເຖິງຄວາມຈິງຜ່ານການສຶກສາທຳມະຊາດ. ຄົນຊັ້ນສູງກໍດູຖູກເລື່ອງທຳມະ ເພາະຖືວ່າເປັນເລື່ອງຄັ່ງສາສະໜາທີ່ຕ່ຳເກີນໄປສຳລັບຕົນ. ສ່ວນພວກຄົນຊັ້ນລຸ່ມກໍຂາດການສຶກສາ ແລະ ປ່ອຍຕົວໃນຄວາມບາບ, ໃນຂະນະທີ່ຄຣິສຕະຈັກບໍ່ມີຄວາມກ້າຫານ ຫຼື ຄວາມເຊື່ອພຽງພໍ ທີ່ຈະສະໜັບສະໜູນພາລະກິດໃນການປະກາດຄວາມຈິງທີ່ຖືກປະຖິ້ມໃຫ້ຕົກຕ່ຳ. {GC 253.1}
ຫຼັກຄຳສອນອັນສຳຄັນເລື່ອງຄວາມລອດພົ້ນໂດຍທາງຄວາມເຊື່ອທີ່ລູເທີສອນຢ່າງແຈ່ມແຈ້ງນັ້ນ ເກືອບຖືກຄຣິສຕຽນທັງຫຼາຍລືມຈົນໝົດ ແລະ ມີການຮັບເອົາຫຼັກການຈາກຄຣິສຕະຈັກໂຣມທີ່ສອນໃຫ້ເພິ່ງພາການປະພຶດປະຕິບັດເພື່ອຄວາມລອດແທນ. ທ່ານ ວິດຟຽວ ແລະ ສອງອ້າຍນ້ອງເວສະລີເປັນສະມາຊິກຄຣິສຕະຈັກທີ່ລັດຖະບານຮັບຮອງ; ພວກເຂົາສະແຫວງຫາທີ່ຈະເປັນທີ່ພໍພຣະໄທຂອງພຣະເຈົ້າດ້ວຍຄວາມຈິງໃຈ; ພວກເຂົາເຄີຍຖືກສອນວ່າການທີ່ຈະເປັນທີ່ພໍພຣະໄທຂອງພຣະເຈົ້າໄດ້ນັ້ນ ກໍຕ້ອງດຳເນີນຊີວິດບໍຣິສຸດ ແລະ ເຮັດຕາມຂໍ້ກຳນົດທາງສາສະໜາ. {GC 253.2}
ຄັ້ງໜຶ່ງ ຊານສ໌ ເວສະລີ (Charles Wesley) ລົ້ມປ່ວຍ ແລະ ຄາດວ່າຄວາມຕາຍຢູ່ໃກ້ແຄ່ເອື້ອມ, ມີຄົນຖາມວ່າ ຮາກຖານຄວາມຫວັງຂອງເພິ່ນທີ່ຈະໄດ້ຮັບຊີວິດນິຣັນນັ້ນແມ່ນຫຍັງ. ເພິ່ນຕອບວ່າ: “ຂ້າພະເຈົ້າໄດ້ຮັບໃຊ້ພຣະເຈົ້າສຸດຄວາມພະຍາຍາມຂອງຂ້າພະເຈົ້າ.” ເມື່ອຜູ້ຖາມມີທ່າທີເໝືອນຈະບໍ່ພໍໃຈໃນຄຳຕອບ, ເວສະລີຄິດໃນໃຈວ່າ: “ເອົ້າ! ຄວາມພະຍາຍາມຂອງຂ້ອຍບໍ່ພໍທີ່ຈະໃຫ້ຄວາມຫວັງຫວາ? ຄົນນີ້ຈະປຸ້ນເອົາຄວາມພະຍາຍາມໄປຈາກຂ້ອຍຫວາ? ຂ້ອຍມີແຕ່ສິ່ງນີ້ສິ່ງດຽວທີ່ຈະເພິ່ງໄດ້ ບໍ່ມີສິ່ງອື່ນ.”11 ຄວາມມືດມິດປົກຄຸມເໜືອຄຣິສຕະຈັກໃນສະໄໝນັ້ນຢ່າງແໜ້ນໜາ ຈົນບົດບັງສະຫງ່າຣາສີແຫ່ງການຊົງໄຖ່ຂອງພຣະຄຣິສ; ຄົນທັງຫຼາຍຈຶ່ງຫັນໄປຈາກຄວາມຫວັງດຽວທີ່ຈະຮັບຄວາມລອດພົ້ນໄດ້ ຄືການເພິ່ງພາໃນພຣະໂລຫິດຂອງພຣະຜູ້ໄຖ່ທີ່ຖືກຄຶງໄວ້ເທິງໄມ້ກາງແຂນ. {GC 253.3}
ພຣະເຈົ້າຊົງນຳ ຈອນ ເວສະລີ ແລະ ເພື່ອນຮ່ວມງານຂອງເພິ່ນໃຫ້ມາເຖິງຄວາມເຂົ້າໃຈທີ່ວ່າ ສາສະໜາອັນແທ້ຈິງເປັນເລື່ອງຂອງຈິດໃຈ; ແລະ ພຣະບັນຍັດຂອງພຣະເຈົ້າບໍ່ພຽງແຕ່ຄອບຄຸມວາຈາ ແລະ ການກະທຳເທົ່ານັ້ນ ແຕ່ຍັງຄອບຄຸມໄປເຖິງຄວາມນຶກຄິດດ້ວຍ. ເມື່ອພວກເຂົາເຫັນວ່າການມີຈິດໃຈບໍຣິສຸດເປັນສິ່ງທີ່ຈຳເປັນ ພ້ອມກັບຕ້ອງມີການປະພຶດພາຍນອກທີ່ຖືກຕ້ອງດ້ວຍ, ພວກເຂົາຈຶ່ງມຸ່ງໜ້າໄປສູ່ຊີວິດໃໝ່ດ້ວຍຄວາມຕັ້ງໃຈ. ພວກເຂົາໃຊ້ຄວາມອຸດສາຫະພາກພຽນ ແລະ ທຸ້ມເທແຮງອະທິຖານ ເພື່ອດັບຄວາມຊົ່ວໃນຈິດໃຈຝ່າຍເນື້ອໜັງ. ພວກເຂົາດຳເນີນຊີວິດດ້ວຍການປະຕິເສດຕົນເອງ, ທຳບຸນສຸນທານ ແລະ ຖືຮັກສາທຸກມາດຕະການຢ່າງເຄັ່ງຄັດ ທີ່ຄິດວ່າຈະຊ່ວຍພວກເຂົາໄດ້ໃນສິ່ງທີ່ຕົນປາຖະໜາ ກໍຄືຄວາມບໍຣິສຸດທີ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທ, ແຕ່ກໍບໍ່ໄດ້ຮັບໃນສິ່ງທີ່ພວກເຂົາສະແຫວງຫາ. ຄວາມພະຍາຍາມທີ່ຈະປົດປ່ອຍຕົວເອງຈາກການຖືກກ່າວໂທດອັນເນື່ອງຈາກຄວາມບາບກໍບໍ່ໄດ້ຜົນ, ຄວາມພະຍາຍາມທີ່ຈະຫຼຸດພົ້ນຈາກອຳນາດຂອງຄວາມບາບ ກໍບໍ່ເກີດປະໂຫຍດ. ການດິ້ນຮົນຕໍ່ສູ້ນີ້ ເໝືອນປະສົບການຂອງລູເທີໃນຫ້ອງປະຕິບັດທຳທີ່ເມືອງເອີເຟີດ (Erfurt), ເປັນຄຳຖາມດຽວກັນທີ່ທໍລະມານຈິດໃຈຂອງເພິ່ນ, “ຄົນເຮົາຈະຊອບທຳຈຳເພາະພຣະພັກພຣະເຈົ້າໄດ້ຢ່າງໃດ?” (ໂຢບ 9:2 ດັດແປງຈາກສະບັບ TKJV). {GC 254.1}
ໄຟແຫ່ງຄວາມຈິງຂອງພຣະເຈົ້າ ເກືອບດັບມອດຢູ່ເທິງແທ່ນບູຊາຂອງຊາວໂປຣແຕັສຕັງ, ແຕ່ຄວາມຈິງນັ້ນໄດ້ຖືກສຸມໄຟໃໝ່ ດ້ວຍກະບອງໄຟບູຮານທີ່ຖ່າຍທອດມາແຕ່ລະຍຸກສະໄໝຈາກຄຣິສຕຽນຊາວໂບຮີເມຍ. ຫຼັງຈາກການປະຕິຮູບຄັ້ງໃຫຍ່ໃນສະຕະວັດທີ 16 ຊາວໂປຣແຕັສຕັງໃນປະເທດໂບຮີເມຍ ຖືກພັກພວກຝ່າຍຄຣິສຕະຈັກໂຣມກຳຈັດຈົນໝົດສິ້ນ. ທຸກຄົນທີ່ບໍ່ຍອມປະຕິເສດຄວາມຈິງກໍຕ້ອງອົບພະຍົບຫຼົບໜີ. ບາງຄົນໜີໄປລີ້ໄພໃນແຂວງແຊັກຊັນນີ ແລະ ສືບຕໍ່ຮັກສາຄວາມເຊື່ອທີ່ຮັບມາແຕ່ສະໄໝບູຮານ. ແສງສະຫວ່າງທີ່ສ່ອງມາຍັງ ຈອນ ເວສະລີ ແລະ ເພື່ອນຮ່ວມງານຂອງເພິ່ນ ກໍມາຈາກລູກຫຼານຂອງຄຣິສຕຽນເຫຼົ່ານີ້. {GC 254.2}
ຫຼັງຈາກທັງ ຈອນ ແລະ ຊານສ໌ ເວສະລີ ໄດ້ຮັບການເຈີມໃຫ້ເປັນສາສະໜາຈານ, ພວກເຂົາກໍຖືກສົ່ງໄປປະກາດຢູ່ອາເມຣິກາ; ມີຊາວໂມເຣເວຍຈາກປະເທດເຢຍລະມັນກຸ່ມໜຶ່ງຢູ່ໃນເຮືອລຳນັ້ນ. ຂະນະທີ່ແລ່ນເຮືອຂ້າມມະຫາສະໝຸດ ກໍເກີດລົມພະຍຸຮ້າຍແຮງ ເຊິ່ງເຮັດໃຫ້ ຈອນ ເວສະລີ ຕ້ອງປະເຊີນໜ້າກັບຄວາມຕາຍ; ເພິ່ນຮູ້ສຶກວ່າບໍ່ມີຄວາມໝັ້ນໃຈວ່າພຣະເຈົ້າຊົງຍອມຮັບເພິ່ນ. ແຕ່ຊາວເຢຍລະມັນພັດກົງກັນຂ້າມ; ພວກເຂົາສະແດງເຖິງຄວາມສະຫງົບ ແລະ ຄວາມໄວ້ວາງໃຈທີ່ເພິ່ນເອງບໍ່ຄຸ້ນເຄີຍ. {GC 254.3}
ເພິ່ນກ່າວວ່າ: “ກ່ອນທີ່ຈະເກີດພະຍຸດົນພໍສົມຄວນ, ຂ້າພະເຈົ້າໄດ້ສັງເກດຄວາມຈິງຈັງອັນໜັກແໜ້ນຂອງພວກເຂົາ. ຄົນເຫຼົ່ານີ້ໄດ້ພິສູດເຖິງຄວາມຖ່ອມໃຈຢ່າງຕໍ່ເນື່ອງ ໂດຍການຮັບໃຊ້ແຂກເຮືອຄົນອື່ນ ໃນເລື່ອງທີ່ບໍ່ມີແຂກຊາວອັງກິດຄົນໃດຍອມເຮັດ; ນອກຈາກນັ້ນ, ພວກເຂົາບໍ່ຍອມຮັບເງິນ ແຕ່ພັດເວົ້າວ່າ ການເຮັດຢ່າງນັ້ນດີຕໍ່ຈິດໃຈອັນເຢີ້ຫຍິ່ງຂອງຕົນເອງ ເພາະພຣະຜູ້ຊ່ວຍໃຫ້ລອດຊົງຮັກ ແລະ ຊົງຊ່ວຍພວກເຂົາຫຼາຍກວ່ານັ້ນ. ທຸກມື້ທຸກວັນມີໂອກາດສະແດງເຖິງຄວາມອ່ອນໂຍນ ແລະ ໃຈເມດຕາອັນບໍ່ປ່ຽນແປງ ແມ່ນຈະຖືກຄົນອື່ນທຳຮ້າຍກໍຕາມ. ຖ້າຖືກບຽດ, ຖືກຕີ ຫຼື ຖືກຍູ້ໃຫ້ລົ້ມລົງ, ພວກເຂົາກໍຈະລຸກຂຶ້ນໃໝ່ ແລະ ຍ່າງໄປ ໂດຍບໍ່ຈົ່ມບໍ່ວ່າຫຍັງເລີຍ. ບັດນີ້ໄດ້ໂອກາດພິສູດວ່າ ພວກເຂົາໄດ້ຮັບໄຊຊະນະເໜືອຄວາມຢ້ານກົວ ເໝືອນທີ່ໄດ້ຮັບເໜືອຄວາມຫຍິ່ງ, ຄວາມໂກດຮ້າຍ ແລະ ການແກ້ແຄ້ນຫຼືບໍ່. ໃນຂະນະທີ່ນະມັດສະການ ແລະ ກຳລັງຮ້ອງບົດເພງສັນລະເສີນນັ້ນເອງ, ມີຄື້ນໃຫຍ່ຖະຫຼົ່ມໃສ່ເຮືອ ເຮັດໃຫ້ໃບເຮືອຜືນໃຫຍ່ຂາດ ແລະ ມີນ້ຳໄຫຼທະລັກເຂົ້າໄປໃນທຸກຊັ້ນຂອງເຮືອ ເໝືອນມະຫາສະໝຸດໄດ້ກືນກິນພວກເຮົາໄປແລ້ວ. ພວກຊາວອັງກິດຮ້ອງໂຫວກເຫວກໂວຍວາຍ, ແຕ່ຊາວເຢຍລະມັນຮ້ອງເພງຕໍ່ ໂດຍບໍ່ມີອາການຢ້ານກົວແຕ່ຢ່າງໃດ. ຫຼັງຈາກນັ້ນ, ຂ້າພະເຈົ້າໄດ້ຖາມຄົນໜຶ່ງວ່າ, ‘ເຈົ້າບໍ່ຢ້ານບໍ?’ ລາວຕອບວ່າ, ‘ຂ້ອຍຂອບຄຸນພຣະເຈົ້າທີ່ບໍ່ຮູ້ສຶກຢ້ານ.’ ຂ້າພະເຈົ້າຈຶ່ງຖາມອີກວ່າ, ‘ແລ້ວພວກຜູ້ຍິງ ແລະ ລູກບໍ່ຢ້ານບໍ?’ ລາວຕອບຢ່າງສຸພາບວ່າ, ‘ບໍ່, ພວກແມ່ຍິງ ແລະ ລູກຂອງເຮົາບໍ່ຢ້ານທີ່ຈະຕາຍ.’”12 {GC 255.1}
ພໍໄປເຖິງເມືອງສະແວນນາ (Savannah), ເວສະລີກໍພັກຢູ່ກັບພວກຊາວໂມເຣເວຍໃນໄລຍະເວລາສັ້ນໆ ແລະ ຮູ້ສຶກປະທັບໃຈຫຼາຍກັບຊີວິດຄຣິສຕຽນຂອງພວກເຂົາ. ເພິ່ນຂຽນເຖິງການນະມັດສະການຂອງພວກເຂົາທີ່ແຕກຕ່າງຫຼາຍຈາກການນະມັດສະການທີ່ຂາດຊີວິດ ແລະ ເນັ້ນພິທີກຳຂອງຄຣິສຕະຈັກແຫ່ງອັງກິດວ່າ: “ຄວາມລຽບງ່າຍປະສົມກັບຄວາມຈິງໃຈເກືອບເຮັດໃຫ້ຂ້າພະເຈົ້າລືມ 1,700 ປີທີ່ຜ່ານມາ, ຈົນຂ້າພະເຈົ້າວາດພາບຕົວເອງກຳລັງຢູ່ໃນການປະຊຸມທີ່ບໍ່ເນັ້ນພິທີກຳ ແຕ່ມີອາຈານໂປໂລຜູ້ເປັນຊ່າງຫຍິບຜ້າເຕັນ ຫຼື ເປໂຕຜູ້ເປັນຊາວປະມົງກຳລັງນຳການນະມັດສະການ; ໃນຂະນະດຽວກັນ, ການນະມັດສະການຂອງຊາວໂມເຣເວຍນັ້ນ ສະແດງເຖິງພຣະວິນຍານ ແລະ ຣິດອຳນາດຂອງພຣະເຈົ້າ.”13 {GC 255.2}
ເມື່ອກັບໄປປະເທດອັງກິດ, ມີອາຈານຊາວໂມເຣເວຍສອນເວສະລີໃຫ້ເຂົ້າໃຈຄວາມເຊື່ອ ຕາມທີ່ຂຽນໄວ້ໃນພຣະຄຳພີຢ່າງແຈ່ມແຈ້ງຍິ່ງຂຶ້ນ. ເພິ່ນເຫັນວ່າ ຈະຕ້ອງປະຕິເສດການເພິ່ງພາການປະພຶດປະຕິບັດຂອງຕົນເອງເພື່ອຄວາມລອດ ແຕ່ຕ້ອງໄວ້ວາງໃຈຢ່າງໝົດສິ້ນໃນ “ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ.” (ໂຢຮັນ 1:29). ໃນການປະຊຸມສະໂມສອນຊາວໂມເຣເວຍທີ່ນະຄອນລອນດອນ ມີການອ່ານຂໍ້ຄວາມຂອງລູເທີ ທີ່ບັນລະຍາຍເຖິງການປ່ຽນແປງທີ່ເກີດຂຶ້ນເມື່ອພຣະວິນຍານຂອງພຣະເຈົ້າຊົງເຮັດວຽກຢູ່ໃນໃຈຂອງຜູ້ເຊື່ອ. ໃນຂະນະທີ່ເວສະລີນັ່ງຟັງຢູ່ນັ້ນ ມີຄວາມເຊື່ອບັງເກີດຂຶ້ນໃນໃຈ. ເພິ່ນກ່າວວ່າ: “ຂ້າພະເຈົ້າຮູ້ສຶກອົບອຸ່ນໃນໃຈຢ່າງແປກປະຫຼາດ ແລະ ຮູ້ສຶກວ່າ ຂ້າພະເຈົ້າໄດ້ໄວ້ວາງໃຈໃນພຣະຄຣິສແຕ່ຜູ້ດຽວ ເພື່ອຄວາມລອດຢ່າງແທ້ຈິງ, ແລ້ວພຣະເຈົ້າຊົງໃຫ້ຄວາມໝັ້ນໃຈແກ່ຂ້າພະເຈົ້າວ່າ ພຣະອົງໄດ້ຊົງຮັບຄວາມບາບຂອງຂ້າພະເຈົ້າໄປ ຄືຄວາມບາບຂອງຂ້າພະເຈົ້ານີ້ເອງ ແລະ ໄດ້ຊົງຊ່ວຍໃຫ້ຂ້າພະເຈົ້າລອດພົ້ນຈາກກົດແຫ່ງຄວາມບາບ ແລະ ຄວາມຕາຍ.”14 {GC 255.3}
ເວສະລີຢຶດໝັ້ນໃນຈຸດປະສົງດຽວຂອງເພິ່ນ ທີ່ຈະສະແຫວງຫາພຣະເຈົ້າຕະຫຼອດເວລາຫຼາຍປີ ດ້ວຍຄວາມພາກພຽນພະຍາຍາມໂດຍບໍ່ໄດ້ຮັບການປອບໃຈ; ໃນປີເຫຼົ່ານີ້ເພິ່ນໄດ້ປະຕິເສດຕົນເອງຢ່າງເຄັ່ງຄັດ, ເປັນທີ່ດູຖູກຂອງຄົນອື່ນ ແລະ ໄດ້ຮັບຄວາມອັບອາຍ. ບັດນີ້ເພິ່ນໄດ້ພົບພຣະອົງແລ້ວ ແລະ ໄດ້ພົບເຫັນວ່າ ພຣະຄຸນທີ່ເພິ່ນສະແຫວງຫາໂດຍການອະທິຖານ, ການອົດອາຫານ, ການໃຫ້ທານ ແລະ ການປະຕິເສດຕົນເອງ, ແທ້ຈິງແລ້ວກໍເປັນຂອງປະທານ “ໂດຍບໍ່ຕ້ອງເສຍຄ່າຫຍັງໝົດ.” (ເອຊາຢາ 55:1). {GC 256.1}
ເມື່ອເພິ່ນເຊື່ອວາງໃຈໃນພຣະຄຣິສແລ້ວ, ເພິ່ນຮູ້ສຶກວ່າມີຄວາມປາຖະໜາເຕັມລົ້ນຫົວໃຈ ທີ່ຈະປະກາດໃຫ້ຄົນໃນທຸກແຫ່ງຫົນ ຮູ້ຂ່າວປະເສີດອັນຮຸ່ງເຮືອງແຫ່ງພຣະຄຸນຂອງພຣະເຈົ້າ ທີ່ພຣະອົງປະທານໂດຍບໍ່ຄິດມູນຄ່າ. ເພິ່ນກ່າວວ່າ: “ຂ້າພະເຈົ້າຖືວ່າ ຂອບເຂດພື້ນທີ່ປະກາດຂອງຂ້າພະເຈົ້າແມ່ນໂລກທັງໂລກ; ສະນັ້ນ, ສ່ວນໃດຂອງໂລກທີ່ຂ້າພະເຈົ້າຢູ່ ຂ້າພະເຈົ້າຖືວ່າ ມີໜ້າທີ່ຜູກມັດຂ້າພະເຈົ້າຢູ່ ໃຫ້ປະກາດແກ່ທຸກຄົນທີ່ຈະຍອມຟັງ ເຖິງຂ່າວອັນໜ້າຍິນດີເລື່ອງຄວາມລອດພົ້ນ.”15 {GC 256.2}
ບັດນີ້ເພິ່ນຍັງຮັກສາວິຖີຊີວິດທີ່ເຄັ່ງຄັດ ແລະ ຍັງປະຕິເສດຕົນເອງຕໍ່ໄປ, ບໍ່ແມ່ນເພື່ອເປັນພື້ນຖານແຫ່ງຄວາມເຊື່ອ ແຕ່ເປັນຜົນທີ່ເກີດຂຶ້ນມາຍ້ອນຄວາມເຊື່ອ; ມັນບໍ່ແມ່ນຮາກຖານແຫ່ງຄວາມບໍຣິສຸດ ແຕ່ເປັນຜົນຂອງຄວາມບໍຣິສຸດຕ່າງຫາກ. ພຣະຄຸນຂອງພຣະເຈົ້າໃນພຣະເຢຊູຄຣິສ ແມ່ນຮາກຖານແຫ່ງຄວາມຫວັງຂອງຄຣິສຕຽນ ແລະ ພຣະຄຸນນັ້ນຈະໄດ້ຮັບການສະແດງອອກດ້ວຍການເຊື່ອຟັງ. ເວສະລີໄດ້ອຸທິດຕົນຕໍ່ການປະກາດຄວາມຈິງອັນຍິ່ງໃຫຍ່ທີ່ເພິ່ນໄດ້ຮັບ, ຄືເລື່ອງຄວາມລອດດ້ວຍຄວາມເຊື່ອໃນພຣະໂລຫິດຂອງພຣະຄຣິສທີ່ໄຖ່ມະນຸດໃຫ້ກັບຄືນດີກັບພຣະເຈົ້າ ແລະ ເລື່ອງຣິດອຳນາດຂອງພຣະວິນຍານບໍຣິສຸດທີ່ຟື້ນຟູຈິດໃຈ ແລະ ໃຫ້ເກີດໝາກຜົນໃນຊີວິດຕາມແບບຢ່າງຂອງພຣະຄຣິສ. {GC 256.3}
ທ່ານ ວິດຟຽວ ແລະ ສອງອ້າຍນ້ອງເວສະລີ ໄດ້ສຳນຶກຢ່າງເລິກເຊິ່ງເປັນເວລາດົນນານເຖິງສະພາບຂອງຕົນທີ່ຕ້ອງພິນາດ ເຊິ່ງເປັນສິ່ງທີຊ່ວຍພວກເຂົາໃຫ້ມີຄວາມພ້ອມສຳລັບວຽກງານຂອງຕົນ. ນອກຈາກນັ້ນ, ພວກເຂົາຕ້ອງທົນຕໍ່ການຖືກດູຖູກເຍາະເຍີ້ຍ ແລະ ການຖືກກົດຂີ່ຂົ່ມເຫັງ ທັງໃນມະຫາວິທະຍາໄລ ແລະ ໃນຂະນະທີ່ເຂົ້າສູ່ວຽກງານການຮັບໃຊ້; ທັງໝົດນີ້ໄດ້ຝຶກໃຫ້ພວກເຂົາມີຄວາມອົດທົນຢ່າງທະຫານທີ່ດີຂອງພຣະຄຣິສ. ສະໄໝຢູ່ມະຫາວິທະຍາໄລ ພວກເຂົາ ແລະ ຄົນອີກຈຳນວນໜຶ່ງທີ່ເຫັນດີນຳກໍຖືກເພື່ອນນັກສຶກສາບາງຄົນທີ່ບໍ່ຈິງໃຈກັບສາສະໜາ ເອີ້ນພວກເຂົາຢ່າງດູຖູກວ່າເປັນພວກເມທໍດິສ ໝາຍເຖິງ “ພວກບ້າລະບຽບວິໄນ,” ແຕ່ໃນປັດຈຸບັນຄຳນີ້ເປັນຄຳທີ່ມີກຽດ ແລະ ກາຍເປັນຊື່ຄະນະນິກາຍທີ່ຕິດອັນດັບໃຫຍ່ທີ່ສຸດໃນປະເທດອັງກິດ ແລະ ອາເມຣິກາ. {GC 256.4}
ໃນຖານະທີ່ອາຈານວິດຟຽວ ແລະ ສອງອ້າຍນ້ອງເວສະລີເປັນສະມາຊິກຄຣິສຕະຈັກແຫ່ງອັງກິດ, ພວກເຂົາຕິດຢູ່ກັບຮູບແບບການນະມັດສະການຂອງຄຣິສຕະຈັກນັ້ນຢ່າງໜຽວແໜ້ນ; ແຕ່ພຣະເຈົ້າຊົງສຳແດງໃຫ້ພວກເຂົາເຫັນມາດຕະຖານທີ່ສູງກວ່ານັ້ນໃນພຣະຄຳຂອງພຣະອົງ. ພຣະວິນຍານບໍຣິສຸດຊົງເລັ່ງເລົ້າໃຫ້ພວກເຂົາປະກາດພຣະຄຣິສ ແລະ ການທີ່ພຣະອົງຖືກຄຶງໄວ້ເທິງໄມ້ກາງແຂນ. ຣິດອຳນາດຂອງພຣະເຈົ້າສູງສຸດຢູ່ກັບວຽກງານປະກາດຂອງພວກເຂົາ, ມີຫຼາຍພັນຄົນສຳນຶກໃນຄວາມບາບ ແລະ ກັບໃຈຢ່າງແທ້ຈິງ. ຈຳເປັນທີ່ລູກແກະເຫຼົ່ານີ້ຈະໄດ້ຮັບການປົກປ້ອງຈາກພວກໝາປ່າທີ່ຈ້ອງຈະກັດກິນ. ເວສະລີບໍ່ໄດ້ຄິດທີ່ຈະຕັ້ງຄະນະນິກາຍໃໝ່, ແຕ່ເພິ່ນໄດ້ຈັດຕັ້ງກຸ່ມຜູ້ເຊື່ອພາຍໃຕ້ຊື່ວ່າ ເຄືອຂ່າຍກຸ່ມເມທໍດິສ (Methodist Connection). {GC 257.1}
ຄົນຈາກຄຣິສຕະຈັກທີ່ລັດຖະບານຮັບຮອງ ພັດຕໍ່ຕ້ານພວກເຂົາຢ່າງໜັກໜ່ວງ ແລະ ໜ້າແປກໃຈ; ເຖິງຢ່າງໃດກໍຕາມ, ພຣະເຈົ້າຊົງນຳດ້ວຍພຣະປັນຍາຂອງພຣະອົງ ເພື່ອໃຫ້ການປະຕິຮູບເລີ່ມຂຶ້ນພາຍໃນຄຣິສຕະຈັກເອງ. ຖ້າການປະຕິຮູບໄດ້ເກີດຂຶ້ນຈາກພາຍນອກຢ່າງດຽວ ມັນຄົງບໍ່ສາມາດເຂົ້າໄປເຖິງບ່ອນທີ່ຕ້ອງການຫຼາຍທີ່ສຸດ. ແຕ່ເນື່ອງຈາກຜູ້ປະກາດການປະຕິຮູບນັ້ນເປັນອາຈານຂອງຄຣິສຕະຈັກເອງ ແລະ ເຮັດວຽກພາຍໃຕ້ລະບຽບຂອງຄຣິສຕະຈັກຕາມຈັງຫວະ ແລະ ໂອກາດທີ່ຫາໄດ້, ສະນັ້ນຈຶ່ງມີການເປີດປະຕູຮັບເອົາຄວາມຈິງ ເຊິ່ງຖ້າໃຊ້ວິທີອື່ນກໍຄົງບໍ່ມີໂອກາດ. ອາຈານປະຈຳໂບດຫຼາຍຄົນໄດ້ຕື່ນຈາກຄວາມເຊື່ອຍຊາດ້ານສິນທຳ ແລະ ກາຍເປັນນັກເທດທີ່ກະຕືລືລົ້ນໃນຄຣິສຕະຈັກທ້ອງຖິ່ນຂອງຕົນເອງ. ຄຣິສຕະຈັກເຊິ່ງຢູ່ໃນສະພາບເໝືອນຄົນຕາຍຍ້ອນເນັ້ນພິທີກຳ ໄດ້ກັບຄືນມີຊີວິດ. {GC 257.2}
ໃນສະໄໝຂອງເວສະລີເໝືອນກັບທຸກສະໄໝຂອງປະຫວັດສາດຄຣິສຕະຈັກ ຄືຄົນທີ່ມີຂອງປະທານແຕກຕ່າງກັນໄດ້ເຮັດວຽກຕາມທີ່ໄດ້ຮັບມອບໝາຍ. ພວກເຂົາບໍ່ໄດ້ສອດຄ່ອງກັນໃນລາຍລະອຽດຂອງຫຼັກຂໍ້ເຊື່ອທຸກຢ່າງ, ແຕ່ພຣະວິນຍານຂອງພຣະເຈົ້າຊົງດົນໃຈພວກເຂົາທຸກຄົນ; ພວກເຂົາຈຶ່ງຮ່ວມກັນເປັນໜຶ່ງດຽວ ດ້ວຍຄວາມມຸ່ງໝັ້ນທີ່ຈະນຳຄົນມາຫາພຣະຄຣິສ. ຄັ້ງໜຶ່ງຄວາມເຂົ້າໃຈທີ່ແຕກຕ່າງກັນລະຫວ່າງ ທ່ານ ວິດຟຽວ ກັບສອງອ້າຍນ້ອງເວສະລີ ເກືອບເປັນເຫດໃຫ້ພວກເຂົາແຕກຫັກ; ແຕ່ເມື່ອໄດ້ຮຽນຮູ້ເຖິງຄວາມອ່ອນສຸພາບ ຜ່ານປະສົບການທີ່ພວກເຂົາມີກັບພຣະຄຣິສ ພວກເຂົາກໍສາມາດຄືນດີກັນໄດ້ດ້ວຍຄວາມຮັກ ແລະ ການເປີດໃຈອົດທົນຕໍ່ກັນ. ໃນຂະນະທີ່ຄົນບາບກຳລັງພິນາດ, ຄວາມເທັດ ແລະ ຄວາມຊົ່ວຮ້າຍກຳລັງເກີດຂຶ້ນຢູ່ທຸກແຫ່ງຫົນ, ພວກເຂົາຈຶ່ງບໍ່ມີເວລາທີ່ຈະໂຕ້ຖຽງກັນ. {GC 257.3}
ຜູ້ຮັບໃຊ້ຂອງພຣະເຈົ້າຕ້ອງດຳເນີນຕາມເສັ້ນທາງທີ່ລຳບາກ. ຄົນມີອິດທິພົນ ແລະ ການສຶກສາໄດ້ໃຊ້ກຳລັງຄວາມສາມາດເພື່ອຕໍ່ຕ້ານພວກເຂົາ. ເມື່ອເວລາຜ່ານໄປໄລຍະໜຶ່ງ ກໍມີສາສະໜາຈານຫຼາຍຄົນສະແດງຄວາມຕັ້ງໃຈໃນການຕໍ່ຕ້ານ ແລະ ປິດປະຕູໂບດຂອງພວກເຂົາຕໍ່ຄວາມເຊື່ອອັນບໍຣິສຸດ ແລະ ຜູ້ທີ່ປະກາດຄວາມເຊື່ອນັ້ນ. ການທີ່ພວກສາສະໜາຈານຢືນໃນທຳມາດ ແລະ ປະນາມເວສະລີພ້ອມເພື່ອນຮ່ວມປະກາດນັ້ນ ໄດ້ຍຸຍົງຄົນໂງ່ຈ້າ ແລະ ຄົນຊົ່ວທີ່ຢູ່ຝ່າຍຄວາມມືດໃຫ້ລຸກຮື້ຂຶ້ນ. ຈອນ ເວສະລີ ຫວິດຕາຍຢູ່ຫຼາຍເທື່ອໂດຍພຣະເມດຕາຂອງພຣະເຈົ້າ. ເມື່ອຝູງຊົນຖືກຍຸຍົງໃຫ້ໂກດຮ້າຍໃສ່ເພິ່ນ ແລະ ເບິ່ງຄືວ່າບໍ່ມີທາງໜີໄປໄດ້, ຈະມີທູດສະຫວັນມາໃນຮູບຮ່າງຂອງມະນຸດມາຢູ່ຂ້າງເພິ່ນ, ຝູງຊົນຈະຖອຍກັບ ແລະ ຜູ້ຮັບໃຊ້ຂອງພຣະຄຣິສຈະຜ່ານພົ້ນອັນຕະລາຍໄປດ້ວຍຄວາມປອດໄພ. {GC 258.1}
ຄັ້ງໜຶ່ງຫຼັງຈາກທີ່ລອດຝູງຊົນທີ່ໂມໂຫຮ້າຍໄປໄດ້, ເວສະລີກ່າວວ່າ: “ຂະນະທີ່ພວກເຮົາກຳລັງຍ່າງລົງຄ້ອຍໄປຫາເມືອງຕາມທາງເດີນທີ່ມື່ນ ມີຫຼາຍຄົນພະຍາຍາມຍູ້ໃຫ້ຂ້າພະເຈົ້າລົ້ມລົງ ໂດຍພວກເຂົາຄິດວ່າ ຖ້າຂ້າພະເຈົ້າລົ້ມລົງແລ້ວ ຈະບໍ່ໃຫ້ມີໂອກາດລຸກຂຶ້ນອີກ. ແຕ່ຂ້າພະເຈົ້າບໍ່ໄດ້ສະດຸດ ຫຼື ມື່ນໄຫຼເລີຍ ຈົນໃນທີ່ສຸດກໍພົ້ນມືພວກເຂົາໄປ.…ເຖິງແມ່ນວ່າຫຼາຍຄົນຈະຈັບຄໍເສື້ອ ຫຼື ເສື້ອຜ້າຂອງຂ້າພະເຈົ້າ ເພື່ອດຶງຂ້າພະເຈົ້າລົງ ແຕ່ພວກເຂົາບໍ່ສາມາດຢຶດຂ້າພະເຈົ້າໄວ້ໄດ້ເລີຍ, ມີພຽງຄົນດຽວເທົ່ານັ້ນທີ່ສາມາດຈັບກະເປົ໋າເສື້ອຂອງຂ້າພະເຈົ້າໄວ້, ແຕ່ມັນຈີກຢູ່ໃນມືຂອງລາວ; ສ່ວນກະເປົ໋າອີກຂ້າງໜຶ່ງກໍຖືກຈີກແຕ່ເຄິ່ງດຽວ ໂດຍທີ່ເງິນຍັງເຫຼືອໄວ້ໃນກະເປົ໋າ.…ຊາຍແຂງແຮງຄົນໜຶ່ງຖືໄມ້ໂອກທ່ອນໃຫຍ່ຢູ່ຂ້າງຫຼັງ ໄດ້ຟາດມາທາງຂ້າພະເຈົ້າຫຼາຍເທື່ອແຕ່ບໍ່ຖືກ ເພາະຖ້າຫາກລາວຟາດຖືກຫົວດ້ານຫຼັງຂອງຂ້າພະເຈົ້າແລ້ວ ລາວກໍຄົງບໍ່ຕ້ອງຟາດອີກ! ຂ້າພະເຈົ້າຄົງຕາຍແນ່ນອນ. ແຕ່ທຸກເທື່ອທີ່ລາວຟາດມາ ໄມ້ທ່ອນນັ້ນກໍຖືກປັດໄປຕົກຂ້າງ ຂ້າພະເຈົ້າບໍ່ຮູ້ວ່າມີຫຍັງປັດມັນໄປ ເພາະຂ້າພະເຈົ້າບໍ່ສາມາດຫຼົບໄປທາງຊ້າຍ ຫຼື ທາງຂວາໄດ້ເລີຍ.…ມີອີກຄົນໜຶ່ງແລ່ນຜ່ານຝູງຊົນເຂົ້າມາຫາຂ້າພະເຈົ້າ, ລາວຍົກແຂນຂຶ້ນເພື່ອຈະຕີ ແຕ່ທັນໃດນັ້ນກໍປ່ອຍມືລົງລູບຫົວຂ້າພະເຈົ້າພ້ອມກ່າວວ່າ: ‘ເບິ່ງດູ! ເສັ້ນຜົມຂອງລາວນຸ້ມແທ້!’…ຄົນກຸ່ມທຳອິດທີ່ກັບໃຈຄືພວກຫົວໜ້ານັກເລງຫົວໄມ້ໃນເມືອງ, ເປັນຜູ້ນຳພວກຄົນຮ້າຍ ເຊິ່ງໜຶ່ງໃນນັ້ນເຄີຍເປັນນັກມວຍໃນລະຄອນສັດ.… {GC 258.2}
“ເບິ່ງແມ! ພຣະເຈົ້າຊົງກຽມເຮົາເທື່ອລະໜ້ອຍ ເພື່ອໃຫ້ພ້ອມສຳລັບນ້ຳພຣະໄທຂອງພຣະອົງ. ສອງປີກ່ອນ, ມີດິນຈີ່ກ້ອນໜຶ່ງລອຍມາສຽດໄຫຼ່ຂອງຂ້າພະເຈົ້າ. ຕໍ່ມາປີໜຶ່ງ ມີຄົນດຶກກ້ອນຫີນມາຖືກໜ້າຜາກຂອງຂ້າພະເຈົ້າຢູ່ລະຫວ່າງຕາພໍດີເລີຍ. ເດືອນແລ້ວນີ້ຂ້າພະເຈົ້າຖືກຕີເທື່ອໜຶ່ງ ແລະ ຄ່ຳຄືນນີ້ກໍຖືກຕີສອງເທື່ອ, ເທື່ອໜຶ່ງກ່ອນພວກເຮົາເຂົ້າມາໃນເມືອງ ແລະ ອີກເທື່ອໜຶ່ງເມື່ອອອກໄປ; ແຕ່ທັງສອງເທື່ອບໍ່ເຈັບຫຍັງເລີຍ ເພາະເຖິງວ່າຜູ້ຊາຍຄົນໜຶ່ງຕີໜ້າເອິກຂ້າພະເຈົ້າ ດ້ວຍສຸດກຳລັງຂອງລາວ ແລະ ອີກຄົນໜຶ່ງຕີປາກຂອງຂ້າພະເຈົ້າແຮງ ຈົນເລືອດໄຫຼອອກມາທັນທີ, ແຕ່ຂ້າພະເຈົ້າບໍ່ຮູ້ສຶກເຈັບເລີຍ, ບໍ່ຕ່າງຫຍັງກັບການຖືກລູບດ້ວຍເສັ້ນເຟືອງ.”16 {GC 259.1}
ພວກຊາວເມທໍດິສໃນສະໄໝນັ້ນ, ທັງຜູ້ເຊື່ອທົ່ວໄປ ແລະ ກຸ່ມນັກເທດ, ລ້ວນແຕ່ຕ້ອງທົນຕໍ່ການຖືກເຍາະເຍີ້ຍ ແລະ ການກົດຂີ່ຂົ່ມເຫັງ, ທັງຈາກສະມາຊິກຄຣິສຕະຈັກແຫ່ງອັງກິດ ແລະ ຈາກຄົນທີ່ບໍ່ນັບຖືສາສະໜາຢ່າງເປີດເຜີຍ ແຕ່ຫຼົງການປ້າຍສີຂອງສະມາຊິກຄຣິສຕະຈັກ. ພວກເຂົາຖືກຟ້ອງຂຶ້ນສານຍຸຕິທຳ, ເຊິ່ງໃນສະໄໝນັ້ນພວກສານດັງກ່າວມີຄວາມຍຸຕິທຳແຕ່ຊື່ເທົ່ານັ້ນ ເພາະມີໜ້ອຍຄັ້ງທີ່ມີຄວາມຍຸຕິທຳຢ່າງແທ້ຈິງ. ຫຼາຍຄັ້ງກໍຖືກຜູ້ຂົ່ມເຫັງລົງມືທຳຮ້າຍຈົນບາດເຈັບ. ມີກຸ່ມຄົນຮ້າຍໄປຕາມເຮືອນ ທຳລາຍເຄື່ອງເຟີນີເຈີ ແລະ ເຄື່ອງຂອງ, ທັງປຸ້ນເອົາສິ່ງໃດກໍຕາມທີ່ພວກເຂົາຕ້ອງການ ແລ້ວກໍທຳຮ້າຍທັງຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍຢ່າງບໍ່ປານີ. ໃນບາງຄັ້ງມີການຕິດປະກາດໃນທີ່ສາທາລະນະ ຮຽກຮ້ອງໃຫ້ຜູ້ທີ່ຢາກຊ່ວຍໃນການທຳລາຍປ່ອງຢ້ຽມ ແລະ ປຸ້ນເຮືອນຂອງຊາວເມທໍດິສ ໃຫ້ມາຮວມຕົວກັນຕາມເວລາ ແລະ ສະຖານທີ່ທີ່ກຳນົດ. ການລ່ວງລະເມີດກົດໝາຍບ້ານເມືອງ ແລະ ກົດບັນຍັດຂອງພຣະເຈົ້າຢ່າງເປີດເຜີຍເຊັ່ນນີ້ເກີດຂຶ້ນ ໂດຍເຈົ້າໜ້າທີ່ບໍ່ໄດ້ກ່າວຕັກເຕືອນແຕ່ຢ່າງໃດ. ມີການຂົ່ມເຫັງຊາວເມທໍດິສຢ່າງເປັນລະບົບ, ເຖິງແມ່ນວ່າ ພວກເຂົາມີຄວາມຜິດພຽງຢ່າງດຽວໃນສາຍຕາຂອງກຸ່ມຄົນທີ່ຕໍ່ຕ້ານ ຄືການຫາທາງຊ່ວຍຫັນຄົນບາບຈາກເສັ້ນທາງແຫ່ງຄວາມພິນາດ ມາສູ່ເສັ້ນທາງແຫ່ງຄວາມບໍຣິສຸດ. {GC 259.2}
ຈອນ ເວສະລີ ກ່າວເຖິງປະເດັນທີ່ຕົນ ແລະ ເພື່ອນຮ່ວມງານຖືກກ່າວຫາ ໂດຍກ່າວວ່າ: “ບາງຄົນອ້າງວ່າຄຳສອນຂອງຄົນເຫຼົ່ານີ້ເປັນຄຳສອນທຽມເທັດ, ຜິດພ້ຽນ ແລະ ເນັ້ນຄວາມຮູ້ສຶກຫຼາຍກວ່າເຫດຜົນ; ທັງອ້າງວ່າເປັນຄຳສອນໃໝ່ທີ່ຫາກໍໄດ້ຍິນ, ເປັນຄຳສອນຂອງພວກຄະນະຄະເວເກີ (Quakerism), ພວກຄັ່ງສາສະໜາ ແລະ ພວກນິຍົມລະບອບສັນຕະປາປາ. ແຕ່ຂໍ້ອ້າງເຫຼົ່ານີ້ໄດ້ຖືກຖອນຮາກຖອນໂຄນໄປແລ້ວ, ເພາະມີການພິສູດແລ້ວວ່າ ຄຳສອນຂອງພວກເຮົາໃນທຸກເລື່ອງ ເປັນຄຳສອນທີ່ແຈ່ມແຈ້ງຈາກພຣະຄຳພີ ຕາມທີ່ຄຣິສຕະຈັກແຫ່ງອັງກິດຂອງພວກເຮົາເອງໄດ້ຕີຄວາມ. ເພາະສະນັ້ນ, ມັນຈຶ່ງບໍ່ສາມາດເປັນຄຳສອນທຽມເທັດ ຫຼື ຜິດພ້ຽນໄດ້ ຖ້າແມ່ນພຣະຄຳພີເປັນຄວາມຈິງ.” “ບາງຄົນອ້າງວ່າ, ‘ຄຳສອນຂອງພວກເຂົາເຄັ່ງຄັດເກີນໄປ; ພວກເຂົາເຮັດໃຫ້ທາງໄປສະຫວັນແຄບເກີນໄປ.’ ຄວາມຈິງແລ້ວ ນີ້ແມ່ນຂໍ້ຄັດຄ້ານຂໍ້ທຳອິດ, ເຊິ່ງເປັນຂໍ້ກ່າວຫາຂໍ້ດຽວໃນໄລຍະເວລາດົນພໍສົມຄວນ ແລະ ເປັນເບື້ອງຫຼັງຂອງຂໍ້ຄັດຄ້ານນັບອີກພັນຂໍ້ເຊິ່ງປາກົດຢູ່ໃນຮູບແບບຕ່າງໆ. ແຕ່ວ່າຄຳສອນຂອງຊາວເມທໍດິສ ເຮັດໃຫ້ທາງໄປສະຫວັນແຄບກວ່າທີ່ອົງພຣະຜູ້ເປັນເຈົ້າ ແລະ ພວກອັກຄະສາວົກຂອງພຣະອົງໄດ້ເຮັດບໍ? ຄຳສອນຂອງພວກເຂົາເຄັ່ງຄັດກວ່າຄຳສອນຂອງພຣະຄຳພີບໍ? ຂໍໃຫ້ພິຈາລະນາຂໍ້ພຣະຄຳພີທີ່ແຈ່ມແຈ້ງພຽງສອງສາມຂໍ້: ‘ຈົ່ງຮັກອົງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດຄວາມຄິດ ແລະ ດ້ວຍສຸດກຳລັງຂອງເຈົ້າ.’ ‘ຖ້ອຍຄຳເປົ່າໆທຸກຄຳທີ່ມະນຸດເວົ້າ ຈະຕ້ອງໃຫ້ການເພາະຄຳນັ້ນໃນວັນພິພາກສາ.’ ‘ເມື່ອເຈົ້າທັງຫຼາຍຈະກິນ ຈະດື່ມ ຫຼື ຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍພຣະກຽດແດ່ພຣະເຈົ້າ.’” (ມາຣະໂກ 12:30; ມັດທາຍ 12:36; 1 ໂກຣິນໂທ 10:31). {GC 259.3}
“ຖ້າຄຳສອນຂອງພວກເຂົາເຄັ່ງຄັດກວ່ານີ້ ເຂົາກໍຕ້ອງຮັບຜິດຊອບ; ແຕ່ພວກທ່ານຮູ້ຢູ່ແກ່ໃຈວ່າ ມັນບໍ່ແມ່ນ. ແລ້ວມີໃຜແດ່ທີ່ສາມາດສອນໃຫ້ເຄັ່ງຄັດໜ້ອຍກວ່ານີ້ໄດ້ ໂດຍບໍ່ໄດ້ເຮັດໃຫ້ພຣະຄຳຂອງພຣະເຈົ້າເສື່ອມລົງ? ຜູ້ທີ່ຮັບຜິດຊອບຄວາມເລິກລັບແຫ່ງພຣະເຈົ້າ ຈະສັດຊື່ໄດ້ຢ່າງໃດຕໍ່ພຣະຄຳອັນສັກສິດທີ່ມອບໝາຍໃຫ້ ຖ້າຫາກວ່າລາວໄດ້ປ່ຽນແປງພຣະຄຳນັ້ນ? ບໍ່ໄດ້ເລີຍ, ລາວບໍ່ສາມາດຫຼຸດນ້ຳໜັກຂອງຂໍ້ໜຶ່ງຂໍ້ໃດໄດ້, ແຕ່ຕ້ອງປະກາດໃຫ້ມະນຸດທຸກຄົນຮູ້ວ່າ ‘ຂ້າພະເຈົ້າບໍ່ສາມາດຫຼຸດນ້ຳໜັກຂອງພຣະຄຳພີລົງມາໃຫ້ເປັນໄປຕາມຄ່ານິຍົມຂອງເຈົ້າໄດ້. ເຈົ້າຕ້ອງປັບຊີວິດໃຫ້ເປັນໄປຕາມພຣະຄຳພີ ຫຼື ພິນາດໄປຕະຫຼອດການ.’ ເພາະເຫດນີ້ແຫຼະ ຄົນທັງຫຼາຍຈຶ່ງພາກັນຮ້ອງວ່າ, ‘ອາຈານເຫຼົ່ານີ້ບໍ່ມີຄວາມເມດຕາເລີຍ.’ ເຈົ້າວ່າບໍ່ເມດຕາບໍ? ບໍ່ເມດຕາເລື່ອງໃດ? ພວກເຂົາບໍ່ແມ່ນໄດ້ລ້ຽງຄົນອຶດຫິວ ແລະ ເອົາເສື້ອຜ້າໃຫ້ຜູ້ທີ່ເປືອຍກາຍໄດ້ນຸ່ງຫົ່ມບໍ່ແມ່ນບໍ? ແຕ່ຄົນເຫຼົ່ານີ້ຕອບວ່າ ‘ບໍ່ແມ່ນເລື່ອງນັ້ນດອກ, ອາຈານເຫຼົ່ານັ້ນບໍ່ໄດ້ຂາດໃນເລື່ອງຄວາມຊ່ວຍເຫຼືອ, ແຕ່ບໍ່ມີຄວາມເມດຕາໃນເລື່ອງການຕັດສິນ! ພວກເຂົາຄິດວ່າ ບໍ່ມີຜູ້ໃດຈະລອດໄດ້ ນອກຈາກຄົນທີ່ເຊື່ອຖືແບບດຽວກັນກັບພວກເຂົາ.’17 {GC 260.1}
ຄວາມເສື່ອມຖອຍທາງດ້ານຈິດວິນຍານ ເຊິ່ງເກີດຂຶ້ນໃນປະເທດອັງກິດກ່ອນສະໄໝຂອງເວສະລີເລັກໜ້ອຍ ສ່ວນຫຼາຍເກີດຈາກຄຳສອນທີ່ວ່າ ພຣະບັນຍັດຂອງພຣະເຈົ້າຖືກລົ້ມເລີກແລ້ວ. ມີຫຼາຍຄົນຢືນຢັນວ່າ ພຣະຄຣິສຊົງຍົກເລີກກົດສິນທຳ; ສະນັ້ນ, ຄຣິສຕຽນຈຶ່ງບໍ່ຕ້ອງຮັກສາພຣະບັນຍັດ ເພາະຜູ້ເຊື່ອໄດ້ຮັບການປົດປ່ອຍຈາກ “ການເປັນທາດແຫ່ງການປະພຶດດີ.” ສ່ວນຄົນອື່ນ ເຖິງແມ່ນຈະຍອມຮັບວ່າພຣະບັນຍັດດຳລົງຢູ່ຕະຫຼອດໄປ, ແຕ່ໃນຂະນະດຽວກັນກໍພັດປະກາດວ່າ ບໍ່ຈຳເປັນໃຫ້ສາສະໜາຈານສອນສະມາຊິກໃຫ້ຮັກສາພຣະບັນຍັດ ເພາະຜູ້ທີ່ພຣະເຈົ້າຊົງເລືອກໃຫ້ຮັບຄວາມລອດນັ້ນ, “ຈະຖືກພະລັງແຫ່ງພຣະຄຸນກະຕຸ້ນພວກເຂົາໃຫ້ເຮັດຄວາມດີຢ່າງຫຼີກລ່ຽງບໍ່ໄດ້,” ໃນຂະນະທີ່ຜູ້ທີ່ຖືກກຳນົດໃຫ້ພິນາດໄປຕະຫຼອດນິຣັນກໍ “ບໍ່ມີກຳລັງທີ່ຈະຮັກສາພຣະບັນຍັດຂອງພຣະເຈົ້າໄດ້ເລີຍ.” {GC 260.2}
ບາງຄົນຖືວ່າ “ຜູ້ທີ່ຖືກເລືອກໃຫ້ຮັບຄວາມລອດພົ້ນນັ້ນ ບໍ່ສາມາດຫຼຸດໄປຈາກພຣະຄຸນ ຫຼື ສູນເສຍການເປັນທີ່ໂປດປານຂອງພຣະເຈົ້າໄດ້.” ຄົນເຫຼົ່ານີ້ຍັງໄດ້ສານຕໍ່ເຖິງຂໍ້ສະຫຼຸບທີ່ໜ້າລັງກຽດກວ່ານັ້ນອີກວ່າ: “ການກະທຳຊົ່ວຂອງຄົນທີ່ຖືກເລືອກນັ້ນ ບໍ່ໄດ້ເປັນຄວາມບາບແທ້ ແລະ ບໍ່ຄວນຖືກນັບວ່າເປັນການລະເມີດພຣະບັນຍັດຂອງພຣະເຈົ້າ; ສະນັ້ນ, ພວກເຂົາຈຶ່ງບໍ່ຕ້ອງສາລະພາບບາບ ຫຼື ກັບໃຈປະຖິ້ມການເຮັດຊົ່ວດັ່ງກ່າວ.”18 ດັ່ງນັ້ນ, ພວກເຂົາຈຶ່ງປະກາດວ່າ ແມ່ນແຕ່ຄວາມບາບທີ່ໂຫດຮ້າຍທີ່ສຸດ, “ທີ່ຄົນທົ່ວໄປເຫັນວ່າເປັນການລະເມີດກົດບັນຍັດຂອງພຣະເຈົ້າຢ່າງຮ້າຍແຮງ ກໍຍັງບໍ່ໄດ້ເປັນບາບໃນສາຍພຣະເນດຂອງພຣະເຈົ້າ” ຖ້າຫາກວ່າຜູ້ກະທຳບາບນັ້ນ ເປັນໜຶ່ງໃນຜູ້ທີ່ພຣະເຈົ້າຊົງເລືອກໄວ້. “ຍ້ອນວ່າ ໜຶ່ງໃນລັກສະນະສະເພາະຂອງຜູ້ທີ່ຖືກເລືອກກໍຄື ພວກເຂົາບໍ່ສາມາດເຮັດສິ່ງໃດທີ່ພຣະເຈົ້າບໍ່ພໍພຣະໄທ ຫຼື ທີ່ພຣະບັນຍັດຫ້າມໄວ້ໄດ້ເລີຍ.” {GC 261.1}
ຄຳສອນຂອງຜີສາດມານຮ້າຍເຫຼົ່ານີ້ ມີແກ່ນສານແບບດຽວກັນກັບຄຳສອນຊ່ວງຫຼັງ ທີ່ນັກສາສະໜາສາດ ແລະ ຜູ້ສອນທີ່ຍອດນິຍົມກ່າວວ່າ ມາດຕະຖານຄວາມຖືກຕ້ອງ ບໍ່ແມ່ນພຣະບັນຍັດອັນປ່ຽນແປງບໍ່ໄດ້ຂອງພຣະເຈົ້າ ແຕ່ເປັນສັງຄົມຕ່າງຫາກທີ່ກຳນົດຂຶ້ນ ຈຶ່ງສາມາດປ່ຽນແປງໄດ້ຕະຫຼອດເວລາ. ຄວາມຄິດທັງໝົດນີ້ໄດ້ຮັບການດົນໃຈຈາກວິນຍານດຽວກັນ ກໍຄືຊາຕານ ຜູ້ເລີ່ມສະແຫວງຫາທີ່ຈະທຳລາຍຂໍ້ບັງຄັບເລື່ອງຄວາມຊອບທຳໃນພຣະບັນຍັດຂອງພຣະເຈົ້າ ແມ່ນແຕ່ເມື່ອມັນຍັງຢູ່ທ່າມກາງຊາວສະຫວັນຜູ້ບໍ່ມີບາບ. {GC 261.2}
ຄຳສອນທີ່ວ່າພຣະເຈົ້າລິຂິດອຸປະນິໄສຂອງມະນຸດຈົນດັດແກ້ປ່ຽນແປງບໍ່ໄດ້ນັ້ນ ເປັນເຫດໃຫ້ຫຼາຍຄົນເໝືອນກັບປະຕິເສດກົດບັນຍັດຂອງພຣະເຈົ້າໄປເລີຍ. ຈອນ ເວສະລີ ໄດ້ຄັດຄ້ານຄຳສອນຜິດຂອງອາຈານເຫຼົ່ານັ້ນຢ່າງແຂງຂັນ ທີ່ພວກເຂົາປະຕິເສດພຣະບັນຍັດ ໂດຍເວສະລີສະແດງໃຫ້ເຫັນວ່າ ຄຳສອນອັນໃດທີ່ນຳໄປສູ່ການປະຕິເສດພຣະບັນຍັດນັ້ນ ແມ່ນຂັດຕໍ່ພຣະຄຳພີ. “ພຣະຄຸນຂອງພຣະເຈົ້າໄດ້ຊົງເປີດເຜີຍແລ້ວ ເພື່ອນຳຄວາມລອດພົ້ນໃຫ້ຄົນທັງປວງ.” “ການກະທຳເຊັ່ນນີ້ ເປັນສິ່ງທີ່ດີ ແລະ ເປັນທີ່ພໍພຣະໄທພຣະເຈົ້າ ພຣະຜູ້ໂຜດໃຫ້ພົ້ນຂອງພວກເຮົາ. ພຣະອົງຊົງມີພຣະປະສົງໃຫ້ທຸກຄົນໄດ້ເຖິງຄວາມພົ້ນ ແລະ ໃຫ້ມາຮູ້ຈັກຄວາມຈິງ. ດ້ວຍວ່າ, ມີພຣະເຈົ້າອົງດຽວ ແລະ ມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ ຄືພຣະຄຣິສເຈົ້າເຢຊູຜູ້ຊົງສະພາບເປັນມະນຸດ, ຜູ້ທີ່ໄດ້ສະຫຼະພຣະອົງເອງ ເພື່ອເປັນຄ່າໄຖ່ມະນຸດສະໂລກທຸກຄົນ.” (ຕີໂຕ 2:11; 1 ຕີໂມທຽວ 2:3–6). ພຣະເຈົ້າປະທານພຣະວິນຍານຂອງພຣະອົງໂດຍບໍ່ຕ້ອງເສຍຄ່າ ເພື່ອເປີດໂອກາດໃຫ້ມະນຸດທຸກຄົນສາມາດເຂົ້າເຖິງຄວາມລອດໄດ້. ດັ່ງນັ້ນພຣະຄຣິສຊົງເປັນ, “ຄວາມສະຫວ່າງອັນແທ້ຈິງ,” ທີ່ “ສ່ອງແກ່ຄົນທັງປວງ.” (ໂຢຮັນ 1:9). ສາເຫດທີ່ຄົນບໍ່ໄດ້ຮັບຄວາມລອດ ກໍຍ້ອນພວກເຂົາຈົງໃຈປະຕິເສດຂອງປະທານແຫ່ງຊີວິດ. {GC 261.3}
ເວສະລີຕອບຄົນທີ່ອ້າງວ່າ ພຣະບັນຍັດສິບປະການຖືກຍົກເລີກພ້ອມກັບກົດພິທີກຳເມື່ອພຣະຄຣິສສິ້ນພຣະຊົນນັ້ນວ່າ: “ພຣະຄຣິສບໍ່ໄດ້ຍົກເລີກກົດສິນທຳ ອັນປະກອບດ້ວຍພຣະບັນຍັດສິບປະການ ເຊິ່ງເຫຼົ່າຜູ້ເຜີຍພຣະທຳໄດ້ຖືປະຕິບັດຕາມ. ພຣະອົງບໍ່ໄດ້ມີຄວາມປາຖະໜາທີ່ຈະສະເດັດມາລຶບລ້າງສ່ວນໃດສ່ວນໜຶ່ງຂອງພຣະບັນຍັດເລີຍ. ພຣະບັນຍັດນັ້ນຍົກເລີກບໍ່ໄດ້ ເພາະພຣະບັນຍັດ ‘ຍືນຍົງ…ເປັນພະຍານອັນສັດຊື່ຢູ່ເທິງທ້ອງຟ້າ.’ (ເພງສັນລະເສີນ 89:37).…ພຣະບັນຍັດມີມາຕັ້ງແຕ່ປະຖົມມະການຂອງໂລກ ເຊິ່ງ ‘ບໍ່ໄດ້ຂຽນໃສ່ແຜ່ນຫີນ’ (2 ໂກຣິນໂທ 3:3) ແຕ່ຂຽນໃສ່ຫົວໃຈຂອງມະນຸດທຸກຄົນ ຕັ້ງແຕ່ພວກເຂົາອອກມາຈາກພຣະຫັດຂອງພຣະຜູ້ສ້າງ. ເຖິງແມ່ນວ່າ ຕົວອັກສອນທີ່ພຣະເຈົ້າຊົງຂຽນໄວ້ດ້ວຍນິ້ວພຣະຫັດຂອງພຣະອົງນັ້ນ ໄດ້ຖືກຄວາມບາບຂີດຂ້າໄປຫຼາຍແລ້ວ, ແຕ່ມັນບໍ່ໄດ້ຖືກລຶບລ້າງຈົນໝົດ ຕາບໃດທີ່ພວກເຮົາຍັງສຳນຶກໃນຄວາມດີ ແລະ ຄວາມຊົ່ວ. ທຸກພາກສ່ວນຂອງພຣະບັນຍັດນີ້ ຕ້ອງມີຜົນບັງຄັບໃຊ້ຕໍ່ມະນຸດສະໂລກທັງປວງໃນທຸກຍຸກສະໄໝ; ເພາະວ່າພຣະບັນຍັດນັ້ນ ບໍ່ໄດ້ຂຶ້ນຢູ່ກັບການເວລາ, ສະຖານທີ່ ຫຼື ສະຖານະການທີ່ປ່ຽນແປງໄດ້, ແຕ່ຢູ່ເທິງພື້ນຖານທຳມະຊາດຂອງພຣະເຈົ້າ, ທຳມະຊາດຂອງມະນຸດ ແລະ ຄວາມສຳພັນທີ່ບໍ່ປ່ຽນແປງລະຫວ່າງພຣະເຈົ້າກັບມະນຸດ.” {GC 262.1}
“ພຣະເຢຊູຊົງກ່າວວ່າ: ‘ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ.’ (ມັດທາຍ 5:17).…ບໍ່ຕ້ອງສົງໄສເລີຍ, ຄວາມໝາຍຂອງພຣະອົງໃນຂໍ້ນີ້ສອດຄ່ອງກັບທຸກຂໍ້ທີ່ຊົງກ່າວກ່ອນ ແລະ ຫຼັງຈາກນັ້ນຄື ພຣະອົງສະເດັດມາເພື່ອສະຖາປະນາພຣະບັນຍັດຂຶ້ນຢ່າງສົມບູນ ແມ່ນວ່າມະນຸດຈະພະຍາຍາມວິເຄາະເປັນຢ່າງອື່ນກໍຕາມ; ພຣະອົງສະເດັດມາເພື່ອເປີດເຜີຍທຸກປະເດັນໃນພຣະບັນຍັດທີ່ມືດມົວ ຫຼື ເຂົ້າໃຈຍາກໃຫ້ກະຈ່າງແຈ້ງ; ພຣະອົງສະເດັດມາເພື່ອປະກາດຄວາມຈິງ ແລະ ຄວາມສຳຄັນຂອງທຸກສ່ວນຂອງພຣະບັນຍັດ, ເພື່ອສະແດງໃຫ້ເຫັນເຖິງຄວາມກວ້າງຍາວຂອງພຣະບັນຍັດທຸກຂໍ້ ວ່າມີຄວາມສູງເລິກປານໃດ, ຄືໃຫ້ເຫັນຄວາມບໍຣິສຸດ ແລະ ຄວາມໝາຍດ້ານຈິດວິນຍານຂອງພຣະບັນຍັດທີ່ເກີນຄວາມເຂົ້າໃຈ.”19 {GC 262.2}
ເວສະລີປະກາດວ່າ ພຣະບັນຍັດ ແລະ ຂ່າວປະເສີດມີຄວາມສອດຄ່ອງກັນຢ່າງສົມບູນ. “ສະນັ້ນ, ຈຶ່ງມີຄວາມສຳພັນຢ່າງໃກ້ຊິດທີ່ສຸດລະຫວ່າງພຣະບັນຍັດ ແລະ ຂ່າວປະເສີດ ທີ່ສາມາດຈະນຶກຈິນຕະນາການເຖິງໄດ້. ດ້ານໜຶ່ງ, ພຣະບັນຍັດໄດ້ກຽມທາງ ແລະ ຊີ້ໄປເຖິງຂ່າວປະເສີດຢູ່ຕະຫຼອດເວລາ, ສ່ວນອີກດ້ານໜຶ່ງ ຂ່າວປະເສີດໄດ້ນຳພາພວກເຮົາຢ່າງຕໍ່ເນື່ອງ ໃຫ້ເຮົາຮັກສາພຣະບັນຍັດໃຫ້ດີຂຶ້ນ. ຍົກຕົວຢ່າງ, ພຣະບັນຍັດຮຽກຮ້ອງໃຫ້ເຮົາຮັກພຣະເຈົ້າ, ຮັກເພື່ອນບ້ານ, ເປັນຄົນອ່ອນສຸພາບ, ຖ່ອມຕົວ ແລະ ບໍຣິສຸດ; ແຕ່ພວກເຮົາຮູ້ສຶກບໍ່ຄູ່ຄວນກັບສິ່ງເຫຼົ່ານີ້. ແທ້ຈິງ, ‘ສຳລັບມະນຸດແລ້ວ ກໍເປັນໄປບໍ່ໄດ້;’ ແຕ່ເຮົາເຫັນພຣະສັນຍາຂອງພຣະເຈົ້າທີ່ຈະປະທານຄວາມຮັກນັ້ນແກ່ເຮົາ ແລະ ຈະເຮັດໃຫ້ເຮົາເປັນຄົນທີ່ມີຄວາມອ່ອນນ້ອມຖ່ອມຕົນ ແລະ ມີຄວາມບໍຣິສຸດ. ພວກເຮົາຈຶ່ງຮັບເອົາຂ່າວປະເສີດນີ້ໄວ້, ເພາະເປັນຂ່າວທີ່ໜ້າຍິນດີ. ທັງໝົດນີ້ເປັນໄປຕາມຄວາມເຊື່ອຂອງພວກເຮົາ, ‘ຄວາມຊອບທຳຂອງທຳມະບັນຍັດຈຶ່ງສຳເລັດໃນຕົວເຮົາ,’ ຜ່ານຄວາມເຊື່ອເຊິ່ງມີຢູ່ໃນພຣະເຢຊູຄຣິສ.…” {GC 263.1}
ເວສະລີກ່າວວ່າ: “ພວກສັດຕູແຫ່ງຂ່າວປະເສີດຂອງພຣະຄຣິສທີ່ມີຕຳແໜ່ງສູງທີ່ສຸດ ເປັນພວກທີ່ ‘ຕັດສິນທຳມະບັນຍັດ’ ຢ່າງເປີດເຜີຍ ແລະ ໂຈ່ງແຈ້ງ ທັງເປັນພວກທີ່ ‘ກ່າວໂທດທຳມະບັນຍັດ’ ແລະ ສອນໃຫ້ຄົນອື່ນລະເມີດທຳມະບັນຍັດ ໂດຍການ ຍົກເລີກ ແລະ ແກ້ຂໍ້ຜູກມັດຂອງກົດບັນຍັດ, ບໍ່ແມ່ນຂໍ້ໃດຂໍ້ໜຶ່ງເທົ່ານັ້ນ ແຕ່ແກ້ທຳມະບັນຍັດທັງໝົດພ້ອມກັນ.…ສິ່ງທີ່ໜ້າປະຫຼາດໃຈທີ່ສຸດໃນເລື່ອງຜົນທີ່ເກີດຂຶ້ນຈາກການຫຼອກລວງອັນຮ້າຍແຮງນີ້ ຄືຄົນທີ່ຫຼົງເຊື່ອຕາມກໍມີຄວາມໝັ້ນໃຈວ່າ ພວກເຂົາກຳລັງຖວາຍກຽດແດ່ພຣະຄຣິສ ໂດຍການລຶບລ້າງພຣະບັນຍັດຂອງພຣະອົງ ແລະ ເຊື່ອວ່າການທຳລາຍຄຳສອນຂອງພຣະເຢຊູ ເປັນການຍົກຍ້ອງພຣະອົງ! ແທ້ຈິງແລ້ວ, ພວກເຂົາໃຫ້ກຽດພຣະອົງຄືກັນກັບຢູດາ ເມື່ອລາວທັກທາຍພຣະເຢຊູວ່າ: ‘ສະບາຍດີ ທ່ານອາຈານ.’ (ມັດທາຍ 26:49). ພຣະອົງສາມາດຕອບພວກເຂົາຢ່າງຖືກຕ້ອງວ່າ: ‘ເຈົ້າຈະມອບບຸດມະນຸດດ້ວຍການຈູບຫຼື?’ (ລູກາ 22:48). ມັນຄືການທໍລະຍົດຕໍ່ພຣະເຢຊູດ້ວຍການຈູບນັ້ນແຫຼະ ທີ່ຈະເວົ້າເຖິງພຣະໂລຫິດໃນຂະນະທີ່ລັກເອົາມົງກຸດຈາກພຣະອົງ, ທີ່ຈະຫຼຸດຄວາມສຳຄັນຂອງສ່ວນໃດສ່ວນໜຶ່ງແຫ່ງທຳມະບັນຍັດຂອງພຣະອົງ ໂດຍອ້າງວ່າກຳລັງປະກາດຂ່າວປະເສີດຂອງພຣະອົງໃຫ້ກ້າວໜ້າໄປ. ແລ້ວບໍ່ມີໃຜຈະໜີຈາກການຖືກກ່າວຫານີ້ໄດ້ ຖ້າຫາກວ່າລາວປະກາດເລື່ອງຄວາມເຊື່ອ ໂດຍໃຊ້ວິທີທີ່ລຶບລ້າງການເຊື່ອຟັງໃນທາງໃດທາງໜຶ່ງ, ຫຼືປະກາດພຣະຄຣິສ ໃນລັກສະນະທີ່ຈະຍົກເລີກທຳມະບັນຍັດຂໍ້ໃດຂໍ້ໜຶ່ງ ຫຼື ເຮັດໃຫ້ທຳມະບັນຍັດຂໍ້ທີ່ເລັກນ້ອຍທີ່ສຸດຂອງພຣະອົງດ້ອຍຄ່າລົງ.”20 {GC 263.2}
ສຳລັບຄົນທີ່ອ້າງວ່າ, “ການປະກາດຂ່າວປະເສີດຕອບຈຸດປະສົງທັງໝົດຂອງທຳມະບັນຍັດ,” ເວສະລີຕອບວ່າ: “ເລື່ອງນີ້ພວກເຮົາຂໍປະຕິເສດຢ່າງສິ້ນເຊີງ. ມັນບໍ່ໄດ້ຕອບຈຸດປະສົງຂໍ້ທຳອິດຂອງທຳມະບັນຍັດເລີຍ, ຄືການຊ່ວຍໃຫ້ຄົນສຳນຶກເຖິງຄວາມບາບ ແລະ ການປຸກຄົນທີ່ກຳລັງຫຼັບໄຫຼຢູ່ຂອບເຫວນະຣົກໃຫ້ຕື່ນຂຶ້ນ.” ອັກຄະສາວົກໂປໂລກ່າວວ່າ: “ກົດບັນຍັດໄດ້ເຮັດໃຫ້ສັງເກດຮູ້ຈັກຄວາມບາບ.” (ໂຣມ 3:20). “ມະນຸດຜູ້ໃດຈະບໍ່ຮູ້ສຶກຢ່າງແທ້ຈິງວ່າ ຕົນຕ້ອງການພຣະໂລຫິດຂອງພຣະຄຣິສເພື່ອນຳໃຫ້ຕົນກັບຄືນດີກັບພຣະເຈົ້າ ຈົນກວ່າລາວຈະສຳນຶກໃນຄວາມບາບ…ຕາມທີ່ອົງພຣະຜູ້ເປັນເຈົ້າຂອງເຮົາຊົງສັງເກດວ່າ: ‘ຄົນທີ່ມີສຸຂະພາບດີບໍ່ຕ້ອງການໝໍ ມີແຕ່ຄົນເຈັບປ່ວຍເທົ່ານັ້ນທີ່ຕ້ອງການໝໍ.’ (ມັດທາຍ 9:12). ດັ່ງນັ້ນ, ຈຶ່ງເປັນເລື່ອງທີ່ບໍ່ມີເຫດຜົນທີ່ຈະນຳຄົນທີ່ສຸຂະພາບສົມບູນໄປຫາໝໍ ແລະ ຄົນທີ່ຄິດວ່າຕົວເອງສົມບູນດີພ້ອມກໍເໝືອນກັນ. ທ່ານຕ້ອງໃຫ້ຄົນເຫຼົ່ານັ້ນສຳນຶກເສຍກ່ອນວ່າ ພວກເຂົາບໍ່ສະບາຍ; ຖ້າບໍ່ດັ່ງນັ້ນພວກເຂົາຈະບໍ່ຂອບໃຈທ່ານສຳລັບຄວາມພະຍາຍາມຂອງທ່ານ. ການແນະນຳໃຫ້ຄົນທີ່ຈິດໃຈສົມບູນ ແລະ ຍັງບໍ່ສຳນຶກໃນຄວາມບາບໃຫ້ຮູ້ຈັກພຣະຄຣິສ ກໍເປັນເລື່ອງທີ່ເຫຼວໄຫຼແບບດຽວກັນ.”21 {GC 264.1}
ດັ່ງນັ້ນ, ໃນຂະນະທີ່ປະກາດຂ່າວປະເສີດເລື່ອງພຣະຄຸນຂອງພຣະເຈົ້າ, ເວສະລີພະຍາຍາມເຮັດເໝືອນພຣະຄຣິສໃນການ “ເຊີດຊູກົດບັນຍັດ ແລະ ເຮັດໃຫ້ກົດບັນຍັດນັ້ນມີກຽດ.” (ເອຊາຢາ 41:21). ເພິ່ນເຮັດວຽກທີ່ພຣະເຈົ້າຊົງມອບໝາຍໃຫ້ຢ່າງສັດຊື່ ແລະ ພຣະເຈົ້າໃຫ້ເພິ່ນເຫັນເຖິງຜົນອັນຮຸ່ງເຮືອງທີ່ຕາມມາ. ເວສະລີໃຊ້ເວລາກວ່າ 50 ປີ ໃນການເດີນທາງປະກາດ ແລະ ເມື່ອເພິ່ນຈົບຊີວິດລົງໃນອາຍຸ 80 ກວ່າປີ ມີລູກສິດກວ່າເຄິ່ງລ້ານຄົນ. ແຕ່ຈຳນວນຄົນທີ່ຖືກຍົກຂຶ້ນຈາກຄວາມເສື່ອມເສຍຂອງຄວາມບາບມາສູ່ຊີວິດທີ່ສູງຂຶ້ນ ແລະ ບໍຣິສຸດຍ້ອນວຽກງານຂອງເພິ່ນ ແລະ ຈຳນວນຄົນທີ່ມີປະສົບການກັບພຣະເຈົ້າອັນເລິກເຊິ່ງຂຶ້ນຜ່ານຄຳສອນຂອງເພິ່ນນັ້ນ, ຈະບໍ່ໄດ້ຮູ້ຕົວເລກຄັກແນ່ ຈົນກວ່າຄອບຄົວທັງໝົດຂອງພຣະເຈົ້າທີ່ຊົງໄຖ່ໄວ້ນັ້ນ ຈະຖືກຮວບຮວມເຂົ້າໄປໃນອານາຈັກຂອງພຣະອົງ. ຊີວິດຂອງ ຈອນ ເວສະລີ ເປັນບົດຮຽນທີ່ລ້ຳຄ່າສຳລັບຄຣິສຕຽນທຸກຄົນ. ຢາກໃຫ້ສະມາຊິກຄຣິສຕະຈັກໃນປັດຈຸບັນມີຄວາມເຊື່ອ, ຄວາມຖ່ອມຕົນ, ຄວາມກະຕືລືລົ້ນທີ່ບໍ່ຮູ້ອິດຮູ້ເມື່ອຍ, ການເສຍສະຫຼະຕົນເອງ ແລະ ການອຸທິດຕົນເໝືອນຜູ້ຮັບໃຊ້ຂອງພຣະຄຣິສຄົນນີ້! {GC 264.2}
ໂດບິນເຍ, ປະຫວັດການປະຕິຮູບສາສະໜາໃນສະຕະວັດທີ 16, ເຫຼັ້ມ 18, ບົດ 4.↩
ອ້າງອີງຈາກທີ່ດຽວກັນ.↩
ອ້າງອີງຈາກທີ່ດຽວກັນ.↩
ແອນເດີສັນ, ປະຫວັດພຣະຄຳພີພາສາອັງກິດ, ໜ້າ 19.↩
ຮິວ ລາຕິເມີ, ຄຳເທດສະໜາທຳອິດທີ່ປະກາດຕໍ່ໜ້າກະສັດເອັດເວີດທີ 6.↩
ຄຣິສຕະຈັກກາໂຕລິກສອນວ່າ ຖ້າຄົນບໍ່ຊົ່ວພໍທີ່ຈະຕົກນະຣົກ ຫຼື ບໍ່ດີພໍທີ່ຈະຂຶ້ນສະຫວັນ ກໍຈະລົງໄປຖືກທໍລະມານໃນແດນຊຳລະ ແລະ ຖ້າຍາດຕິພີ່ນ້ອງບໍລິຈາກເງິນເຂົ້າກອງຄັງຂອງຄຣິສຕະຈັກ ກໍຈະສາມາດຫຼຸດເວລາທີ່ຄົນຮັກຂອງພວກເຂົາຕ້ອງຢູ່ໃນແດນຊຳລະ.↩
ຮິວ ລາຕິເມີ, ຄຳເທດສະໜາເລື່ອງຄັນໄຖ.↩
ປະມວນງານຂຽນຂອງ ຮິວ ລາຕິເມີ, ເຫຼັ້ມ 1, ໜ້າ 8.↩
ດາວິດ ແລງ, ຮວບຮວມງານຂຽນຂອງ ຈອນ ນັອຄຊ໌, ເຫຼັ້ມ 2, ໜ້າ 281, 284.↩
Pilgrim’s Progress ແລະ Grace Abounding to the Chief of Sinners.↩
ຈອນ ໄວເຮດ, ຊີວິດຂອງ ຊານສ໌ ເວສະລີ, ໜ້າ 102.↩
ຈອນ ໄວເຮດ, ຊີວິດຂອງ ອາຈານ ຈອນ ເວສະລີ, ເຫຼັ້ມ 2, ໜ້າ 10.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 11, 12.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 52.↩
ອ້າງອີງຈາກທີ່ດຽວກັນ, ໜ້າ 74.↩
ງານຂຽນຂອງ ຈອນ ເວສະລີ, ເຫຼັ້ມ 3, ໜ້າ 297, 298.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 3, ໜ້າ 152, 153.↩
ສານຸກົມຂອງ ແມັກຄຼິນທັອກ ແລະ ສະຕອງ, ບົດຄວາມເລື່ອງ “Antinomians.”↩
ເວສະລີ, ຄຳເທດສະໜາທີ 25.↩
ອ້າງອີງຈາກທີ່ດຽວກັນ.↩
ອ້າງອີງຈາກທີ່ດຽວກັນ, ຄຳເທດສະໜາທີ 35.↩
13: ການປະຕິຮູບໃນປະເທດເນເທີແລນ ແລະ ສະແກນດິເນເວຍ15: ພຣະຄຳພີ ແລະ ການປະຕິວັດຝຣັ່ງ