15: ພຣະຄຳພີ ແລະ ການປະຕິວັດຝຣັ່ງ

https://m.egwwritings.org/en/book/132.1214#1214

ຜົນຮ້າຍຂອງການປະຕິເສດພຣະຄຳພີ

ການປະຕິຮູບຄັ້ງຍິ່ງໃຫຍ່ໃນສະຕະວັດທີ 16 ໄດ້ນຳສະເໜີພຣະຄຳພີທີ່ເປີດອອກໃຫ້ແກ່ປະຊາຊົນ; ຂະບວນການປະຕິຮູບນັ້ນ ໄດ້ຊອກຫາທາງທີ່ຈະເຂົ້າເຖິງທຸກປະເທດໃນເອີຣົບ. ບາງປະເທດໄດ້ຕ້ອນຮັບຄຳສອນຂອງຝ່າຍປະຕິຮູບດ້ວຍຄວາມດີໃຈ ສະເໝືອນໜຶ່ງເປັນຂ່າວຈາກສະຫວັນ. ແຕ່ໃນປະເທດອື່ນ ລະບອບສັນຕະປາປາສາມາດກີດຂວາງບໍ່ໃຫ້ຝ່າຍປະຕິຮູບເຂົ້າໄປໄດ້; ສະນັ້ນ, ແສງສະຫວ່າງຈາກພຣະຄຳພີທີ່ມີພະລັງໃນການພັດທະນາມະນຸດ ກໍຖືກກີດກັ້ນເກືອບທັງໝົດ. ມີປະເທດໜຶ່ງທີ່ແສງສະຫວ່າງສ່ອງເຂົ້າໄປແລ້ວ ແຕ່ຝ່າຍຄວາມມືດບໍ່ຍອມຮັບ. ຄວາມຈິງ ແລະ ຄວາມເທັດໄດ້ຕໍ່ສູ້ກັນຢ່າງຕໍ່ເນື່ອງເປັນເວລາຫຼາຍສະຕະວັດ. ໃນທີ່ສຸດຄວາມຊົ່ວເປັນຝ່າຍຊະນະ ແລະ ຄວາມຈິງຂອງສະຫວັນກໍຖືກຂັບໄລ່ອອກໄປ. “ການຕັດສິນລົງໂທດເປັນດັ່ງນີ້: ຄືວ່າຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫຼາຍກວ່າຄວາມສະຫວ່າງ.” (ໂຢຮັນ 3:19). ປະເທດນັ້ນໄດ້ຖືກປະໄວ້ໃຫ້ເກັບກ່ຽວຜົນຈາກແນວທາງທີ່ມັນເລືອກ. ການຢັບຢັ້ງຂອງພຣະວິນຍານບໍຣິສຸດ ຖືກຖອນຄືນຈາກປະຊາຊົນທີ່ໝິ່ນປະໝາດຂອງປະທານແຫ່ງພຣະຄຸນຂອງພຣະອົງ. ຄວາມຊົ່ວຮ້າຍຖືກປ່ອຍປະໃຫ້ງອກຂຶ້ນຈົນເປັນຄວາມຊົ່ວທີ່ສົມບູນ, ແລ້ວມະນຸດສະໂລກທັງປວງ ໄດ້ເຫັນໝາກຜົນແຫ່ງການຈົງໃຈປະຕິເສດຄວາມສະຫວ່າງ. {GC 265.1}

ສົງຄາມຕໍ່ຕ້ານພຣະຄຳພີ ດຳເນີນໄປໃນປະເທດຝຣັ່ງຢ່າງຕໍ່ເນື່ອງຫຼາຍສະຕະວັດ ແລະ ສິ້ນສຸດລົງໃນການປະຕິວັດຝຣັ່ງ. ເຫດການອັນຮ້າຍແຮງນັ້ນ ເປັນຜົນໂດຍກົງຂອງການທີ່ຄຣິສຕະຈັກໂຣມໄດ້ປິດກັ້ນບໍ່ໃຫ້ປະຊາຊົນເຂົ້າເຖິງພຣະຄຳພີ ແລະ ເປັນຕົວຢ່າງທີ່ຊັດເຈນທີ່ສຸດ ເຖິງນະໂຍບາຍຂອງລະບອບສັນຕະປາປາ ເທົ່າທີ່ມະນຸດເຄີຍໄດ້ເຫັນ; ຄືເປັນຕົວຢ່າງໃຫ້ເຫັນວ່າ ຄຳສອນຂອງຄຣິສຕະຈັກໂຣມທີ່ສອນກັນມາຕະຫຼອດພັນກວ່າປີນັ້ນ ນຳໄປສູ່ສິ່ງໃດແດ່. {GC 265.2}

ສອງພະຍານນຸ່ງຜ້າກະສອບ 1,260 ປີ

ການປາບປາມພຣະຄຳພີໃນຊ່ວງທີ່ລະບອບສັນຕະປາປາຄອງອຳນາດນັ້ນ ໄດ້ຖືກທຳນວາຍໄວ້ລ່ວງໜ້າໂດຍບັນດາຜູ້ເຜີຍພຣະທຳ; ສ່ວນອັກຄະສາວົກໂຢຮັນໄດ້ຊີ້ບອກໃນພຣະທຳພຣະນິມິດ ໃຫ້ເຫັນຜົນອັນຮ້າຍແຮງທີ່ປະເທດຝຣັ່ງໄດ້ຮັບ ໂດຍສະເພາະຈາກການຄອບຄອງຂອງ “ຜູ້ຊົ່ວຮ້າຍ.” (2 ເທສະໂລນິກ 2:3). {GC 266.1}

ທູດສະຫວັນຂອງພຣະຜູ້ເປັນເຈົ້າໄດ້ກ່າວວ່າ: “ພວກບໍ່ນັບຖືພຣະເຈົ້າ…ຈະຢຽບຢ້ຳນະຄອນສັກສິດເປັນເວລາ 42 ເດືອນ. ເຮົາຈະໃຊ້ພະຍານທັງສອງຂອງເຮົາມາ, ພວກເຂົາຈະນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະ ຈະປະກາດຖ້ອຍຄຳຂອງພຣະເຈົ້າໃນລະຫວ່າງ 1,260 ວັນ.…ເມື່ອພະຍານທັງສອງສິ້ນສຸດການປະກາດພຣະທຳຂອງພຣະເຈົ້າແລ້ວ ຈະມີສັດຮ້າຍອອກມາຈາກເຫວເລິກ ແລະ ຈະຕໍ່ສູ້ພວກເພິ່ນ. ສັດຮ້າຍນັ້ນຈະຊະນະພວກເພິ່ນ ແລະ ຂ້າພວກເພິ່ນເສຍ. ສົບຂອງທ່ານທັງສອງຈະຢູ່ເທິງຖະໜົນຂອງມະຫານະຄອນ ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນໄດ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ຊື່ອັນເປັນສັນຍະລັກຂອງນະຄອນນີ້ ແມ່ນເມືອງໂຊໂດມ ແລະ ເມືອງເອຢິບ.…ຄົນທົ່ວໂລກ ຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ; ພວກເຂົາຈະສະເຫຼີມສະຫຼອງ ແລະ ສົ່ງຂອງຂວັນໃຫ້ກັນ ແລະ ກັນ, ເພາະຜູ້ປະກາດພຣະທຳທັງສອງນີ້ ໄດ້ນຳຄວາມທົນທຸກຢ່າງໜັກມາສູ່ມະນຸດທັງຫຼາຍ. ຫຼັງຈາກສາມວັນເຄິ່ງຜ່ານໄປແລ້ວ ລົມຫາຍໃຈທີ່ມີຊີວິດມາຈາກພຣະເຈົ້າ ກໍໄດ້ເຂົ້າໄປໃນສົບຂອງພວກເພິ່ນ ແລະ ທັງສອງໄດ້ລຸກຂຶ້ນ ແລະ ທຸກຄົນທີ່ໄດ້ເຫັນພວກເພິ່ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່ຫຼວງ.” (ພຣະນິມິດ 11:2–11). {GC 266.2}

ໄລຍະເວລາທີ່ກ່າວມານີ້ຄື “ສີ່ສິບສອງເດືອນ,” ແລະ “1,260 ວັນ,” ແມ່ນໄລຍະເວລາດຽວກັນ, ຄືເວລາເຊິ່ງກຸ່ມຄົນທີ່ເຊື່ອໃນພຣະຄຣິສຈະຕ້ອງຖືກຂົ່ມເຫັງຈາກຄຣິສຕະຈັກໂຣມ.1 1,260 ປີ ແຫ່ງການປົກຄອງຂອງລະບອບສັນຕະປາປາເລີ່ມຕົ້ນໃນປີ ຄ.ສ. 538; ສະນັ້ນ, ກໍຕ້ອງສິ້ນສຸດໃນປີ 1798. ໃນປີນັ້ນກອງທັບປະເທດຝຣັ່ງໄດ້ບຸກເຂົ້າໄປໃນນະຄອນໂຣມ ຈັບສັນຕະປາປາໃຫ້ເປັນຊະເລີຍ ແລະ ເພິ່ນກໍເສຍຊີວິດໃນຕ່າງແດນ. ເຖິງແມ່ນວ່າ ມີການເລືອກສັນຕະປາປາອົງໃໝ່ກໍຕາມ, ຕັ້ງແຕ່ນັ້ນມາລະບອບສັນຕະປາປາບໍ່ເຄີຍມີອຳນາດເໝືອນໃນສະໄໝກ່ອນ. {GC 266.3}

ການຂົ່ມເຫັງຄຣິສຕະຈັກບໍ່ໄດ້ດຳເນີນຕໍ່ເນື່ອງຕະຫຼອດໄລຍະເວລາ 1,260 ປີ. ພຣະເຈົ້າຊົງເມດຕາໄພ່ພົນຂອງພຣະອົງ ໂດຍການຕັດເວລາແຫ່ງການທົດລອງດ້ວຍໄຟນັ້ນໃຫ້ສັ້ນລົງ. ພຣະຜູ້ຊ່ວຍໃຫ້ລອດຊົງທຳນວາຍເຖິງຄວາມທຸກຍາກລຳບາກທີ່ຈະເກີດຂຶ້ນກັບຄຣິສຕະຈັກວ່າ: “ຖ້າພຣະເຈົ້າບໍ່ໄດ້ເຮັດໃຫ້ວັນເຫຼົ່ານັ້ນສັ້ນເຂົ້າແລ້ວ ກໍຈະບໍ່ມີມະນຸດຄົນໃດພົ້ນໄດ້, ແຕ່ເພື່ອເຫັນແກ່ປະຊາຊົນທີ່ພຣະອົງໄດ້ເລືອກໄວ້ນັ້ນ ພຣະເຈົ້າຈະເຮັດໃຫ້ວັນເຫຼົ່ານັ້ນສັ້ນເຂົ້າ.” (ມັດທາຍ 24:22). ແລ້ວຍ້ອນອິດທິພົນຂອງການປະຕິຮູບຄັ້ງໃຫຍ່ໃນສະຕະວັດທີ 16 ການຂົ່ມເຫັງໄດ້ສິ້ນສຸດລົງກ່ອນປີ 1798. {GC 266.4}

ຜູ້ເຜີຍພຣະທຳກ່າວເຖິງພະຍານສອງຄົນນັ້ນຕື່ມອີກວ່າ: “ພະຍານທັງສອງໄດ້ແກ່: ຕົ້ນກອກເທດສອງຕົ້ນ ແລະ ຄັນຕະກຽງຄຳສອງອັນ ເຊິ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ.” ສ່ວນຜູ້ປະພັນບົດເພງສັນລະເສີນໄດ້ຂຽນວ່າ: “ຖ້ອຍຄຳຂອງພຣະອົງເປັນແສງໂຄມນຳທາງໃຫ້ຂ້ານ້ອຍ ແລະ ແສງແຈ້ງສຳລັບທາງເດີນໃຫ້ຂ້ານ້ອຍ.” (ພຣະນິມິດ 11:4; ເພງສັນລະເສີນ 119:105). ພະຍານທັງສອງນັ້ນ ໝາຍເຖິງພຣະຄຳພີເດີມ ແລະ ພຣະຄຳພີໃໝ່. ທັງສອງພາກຂອງພຣະຄຳພີໄດ້ເປັນພະຍານທີ່ສຳຄັນເຖິງຕົ້ນກຳເນີດແຫ່ງກົດບັນຍັດຂອງພຣະເຈົ້າ, ທັງໄດ້ຢືນຢັນວ່າກົດບັນຍັດນັ້ນດຳລົງຢູ່ຢ່າງຖາວອນນິຣັນ; ທັງສອງຍັງເປັນພະຍານເຖິງແຜນການແຫ່ງຄວາມລອດ. ສັນຍະລັກ, ພິທີຖວາຍບູຊາ ແລະ ຄຳທຳນວາຍຂອງພຣະຄຳພີເດີມ ໄດ້ຊີ້ໄປຂ້າງໜ້າເຖິງພຣະຜູ້ຊ່ວຍໃຫ້ລອດທີ່ຈະສະເດັດມາ. ສ່ວນໜັງສືພຣະກິດຕິຄຸນ ແລະ ຈົດໝາຍຕ່າງໆຂອງພຣະຄຳພີໃໝ່ ໄດ້ບອກເຖິງພຣະຜູ້ຊ່ວຍໃຫ້ລອດທີ່ສະເດັດມາແລ້ວຕາມຄຳພະຍາກອນ ແລະ ກົງກັບຄວາມໝາຍຂອງສັນຍະລັກຕ່າງໆທຸກປະການ. {GC 267.1}

“ພວກເຂົາຈະນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະ ຈະປະກາດຖ້ອຍຄຳຂອງພຣະເຈົ້າໃນລະຫວ່າງ 1,260 ວັນ.” ໃນໄລຍະເວລານີ້ສ່ວນຫຼາຍພຣະຄຳພີຍັງຢູ່ໃນສະພາບທີ່ຄົນບໍ່ຮູ້ຫຼາຍ. ລະບອບສັນຕະປາປາພະຍາຍາມປິດບັງພຣະຄຳແຫ່ງຄວາມຈິງຈາກປະຊາຊົນ ແລະ ຕັ້ງພະຍານເທັດຕໍ່ໜ້າພວກເຂົາທີ່ຂັດແຍ້ງຄຳສອນຂອງພຣະຄຳພີ. ເມື່ອຄຣິສຕະຈັກຫ້າມການອ່ານພຣະຄຳພີ ແລະ ອຳນາດການປົກຄອງປະກາດວ່າພຣະຄຳພີເປັນສິ່ງທີ່ຜິດກົດໝາຍ; ເມື່ອຄຳສອນຂອງພຣະຄຳພີຖືກບິດເບືອນ ໂດຍມີກຸ່ມຄົນ ແລະ ຜີມານພະຍາຍາມເຮັດທຸກວິທີທາງ ເພື່ອບໍ່ໃຫ້ປະຊາຊົນສົນໃຈໃນພຣະຄຳ; ເມື່ອຜູ້ທີ່ປະກາດຄວາມຈິງອັນສັກສິດຂອງພຣະຄຳພີດ້ວຍໃຈກ້າໄດ້ຖືກໄລ່ລ່າ, ຖືກທໍລະຍົດ, ຖືກທໍລະມານ, ຖືກຂັງໃນຄຸກມືດ ແລະ ຖືກຂ້າຍ້ອນຄວາມເຊື່ອ ຫຼື ຕ້ອງຫຼົບໜີໄປຢູ່ຕາມພູ ແລະ ຕາມຖ້ຳ; ເມື່ອນັ້ນແຫຼະ ຄືເວລາທີ່ພະຍານທັງສອງປະກາດ ໂດຍການນຸ່ງຜ້າກະສອບ. ຢ່າງໃດກໍຕາມ, ພະຍານທັງສອງນັ້ນຍັງຄົງປະກາດຢ່າງຕໍ່ເນື່ອງຕະຫຼອດໄລຍະເວລາ 1,260 ປີ. ໃນຊ່ວງເວລາທີ່ມືດມົວທີ່ສຸດ ມີຄົນທີ່ສັດຊື່ທີ່ຮັກພຣະຄຳຂອງພຣະເຈົ້າ ແລະ ບໍ່ຍອມໃຫ້ຄົນອື່ນລົບຫຼູ່ພຣະກຽດຂອງພຣະອົງ. ພຣະເຈົ້າປະທານໃຫ້ຜູ້ຮັບໃຊ້ທີ່ສັດຊື່ເຫຼົ່ານີ້ໄດ້ຮັບສະຕິປັນຍາ, ຣິດທານຸພາບ ແລະ ສິດອຳນາດເພື່ອປະກາດຄວາມຈິງຂອງພຣະອົງຕະຫຼອດເວລາດັ່ງກ່າວ. {GC 267.2}

“ຖ້າຜູ້ໃດພະຍາຍາມເຮັດຮ້າຍໃຫ້ພະຍານທັງສອງນັ້ນ ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະ ເຜົາຜານສັດຕູຂອງພວກເພິ່ນເສຍ. ຖ້າຜູ້ໃດທີ່ຢາກທຳຮ້າຍພວກເພິ່ນ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ.” (ພຣະນິມິດ 11:5). ມະນຸດບໍ່ສາມາດຢຽບຢ້ຳພຣະຄຳຂອງພຣະເຈົ້າໂດຍບໍ່ໄດ້ຮັບການລົງໂທດ. ຄວາມໝາຍຂອງການກ່າວປະນາມທີ່ໜ້າຢ້ານກົວນີ້ ໄດ້ບັນທຶກໄວ້ໃນພຣະທຳພຣະນິມິດບົດສຸດທ້າຍວ່າ: “ຝ່າຍຂ້າພະເຈົ້າຂໍເຕືອນທຸກຄົນທີ່ໄດ້ຍິນຄຳທຳນວາຍທັງຫຼາຍໃນໜັງສືມ້ວນນີ້ວ່າ, ‘ຖ້າຜູ້ໃດຈະເພີ່ມຂໍ້ຄວາມໃດໆໃສ່ໃນໜັງສືມ້ວນນີ້ ພຣະເຈົ້າຈະເອົາໄພພິບັດທີ່ຂຽນໄວ້ໃນໜັງສືມ້ວນນີ້ເພີ່ມເຕີມໃຫ້ແກ່ຜູ້ນັ້ນ. ຖ້າຜູ້ໃດຕັດຂໍ້ຄວາມໃດໜຶ່ງອອກຈາກຄຳທຳນວາຍໃນໜັງສືມ້ວນນີ້ ພຣະເຈົ້າຈະຊົງຕັດສ່ວນແບ່ງຂອງຜູ້ນັ້ນອອກຈາກຕົ້ນໄມ້ແຫ່ງຊີວິດ ແລະ ແຫ່ງນະຄອນສັກສິດ ເຊິ່ງໄດ້ຂຽນໄວ້ໃນໜັງສືມ້ວນນີ້.’” (ພຣະນິມິດ 22:18, 19). {GC 268.1}

ນີ້ແມ່ນຖ້ອຍຄຳທີ່ພຣະເຈົ້າຊົງຕັກເຕືອນມະນຸດ ເພື່ອປ້ອງກັນບໍ່ໃຫ້ຜູ້ໃດປ່ຽນແປງພຣະບັນຊາ ຫຼື ສິ່ງທີ່ພຣະອົງຊົງສຳແດງ ບໍ່ວ່າທາງໃດກໍຕາມ. ການປະນາມອັນໜັກແໜ້ນເຫຼົ່ານີ້ ໃຊ້ໄດ້ກັບທຸກຄົນທີ່ໂນ້ມນ້າວຄົນອື່ນ ໃຫ້ຖືວ່າພຣະບັນຍັດຂອງພຣະເຈົ້າເປັນສິ່ງທີ່ບໍ່ສຳຄັນ. ຄຳເຕືອນດັ່ງກ່າວຄວນເຮັດໃຫ້ຄົນສະທ້ານຢ້ານກົວທີ່ຈະກ່າວຢອກຫຼິ້ນວ່າ ການເຊື່ອຟັງ ຫຼື ບໍ່ເຊື່ອຟັງພຣະບັນຍັດນັ້ນບໍ່ແມ່ນເລື່ອງໃຫຍ່. ທຸກຄົນທີ່ຍົກຄວາມຄິດເຫັນຂອງຕົນເອງຢູ່ເໜືອພຣະຄຳຂອງພຣະເຈົ້າ ແລະ ທຸກຄົນທີ່ຄິດຈະປ່ຽນຄວາມໝາຍຕົງຕົວຂອງພຣະຄຳພີຕາມຄວາມສະດວກຂອງຕົນເອງ ຫຼື ເພື່ອໃຫ້ເປັນໄປຕາມຄວາມຄິດຂອງຊາວໂລກ ລ້ວນແຕ່ຕ້ອງຮັບຜິດຊອບຕໍ່ຜົນອັນໜ້າຢ້ານກົວທີ່ຈະຕາມມາ. ຖ້ອຍຄຳທີ່ຂຽນບັນທຶກໄວ້ໃນພຣະຄຳພີ ແລະ ພຣະບັນຍັດຂອງພຣະເຈົ້າເປັນບັນທັດຖານທີ່ຈະວັດແທກອຸປະນິໄສຂອງມະນຸດທຸກຄົນ ແລະ ຈະກ່າວໂທດທຸກຄົນທີ່ບໍ່ຜ່ານການທົດສອບອັນບໍ່ມີຄວາມຜິດພາດນີ້. {GC 268.2}

ພຣະຄຳພີຂຽນໄວ້ວ່າ: “ເມື່ອພະຍານທັງສອງສິ້ນສຸດການປະກາດພຣະທຳຂອງພຣະເຈົ້າ,…” ເຊິ່ງໄລຍະເວລາທີ່ພະຍານທັງສອງໄດ້ທຳນວາຍໂດຍນຸ່ງຜ້າກະສອບນັ້ນ ໄດ້ສິ້ນສຸດລົງໃນປີ 1798. ຕາມຄຳພະຍາກອນ, ໃນຂະນະທີ່ພຣະຄຳພີເກົ່າ ແລະ ພຣະຄຳພີໃໝ່ໃກ້ຈະສິ້ນສຸດການປະກາດຢ່າງບໍ່ເປັນທີ່ຮັບຮູ້ຂອງຄົນສ່ວນຫຼາຍນັ້ນ, ຈະເກີດສົງຄາມຂຶ້ນຕໍ່ສູ້ພຣະຄຳພີໂດຍອຳນາດເຊິ່ງມີສັນຍະລັກວ່າເປັນ “ສັດຮ້າຍອອກມາຈາກເຫວເລິກ.” ໃນຫຼາຍປະເທດຂອງເອີຣົບ ທັງຝ່າຍບໍລິຫານຄຣິສຕະຈັກ ແລະ ອຳນາດປົກຄອງຂອງລັດ ໄດ້ຖືກຄວບຄຸມໂດຍຊາຕານຜ່ານລະບອບສັນຕະປາປາເປັນເວລາຫຼາຍສະຕະວັດ. ແຕ່ພໍມາເຖິງຊ່ວງນີ້ ກໍມີປາກົດການແຫ່ງອຳນາດຂອງຊາຕານໃນຮູບແບບໃໝ່. {GC 268.3}

ທີ່ຜ່ານມາ, ຄຣິສຕະຈັກໂຣມມີນະໂຍບາຍເກັບຮັກສາພຣະຄຳພີໄວ້ໃນພາສາທີ່ຄົນສ່ວນຫຼາຍບໍ່ຮູ້ຈັກ ເພື່ອປະຊາຊົນຈະບໍ່ສາມາດອ່ານເຂົ້າໃຈໄດ້; ພວກເຂົາອ້າງວ່າການເຮັດຢ່າງນັ້ນ ເປັນການສະແດງຄວາມເຄົາລົບນັບຖືຕໍ່ພຣະຄຳພີ. ສະນັ້ນ, ໃນໄລຍະເວລາທີ່ຄຣິສຕະຈັກໂຣມປົກຄອງຢູ່ ພະຍານທັງສອນຕ້ອງທຳນວາຍໂດຍ “ນຸ່ງຜ້າກະສອບ.” ແຕ່ມີອຳນາດອີກຢ່າງໜຶ່ງ ຄືສັດຮ້າຍທີ່ອອກມາຈາກເຫວເລິກນັ້ນ ຂຶ້ນມາປະກາດສົງຄາມຕໍ່ສູ້ພຣະຄຳຂອງພຣະເຈົ້າຢ່າງເປີດເຜີຍ. {GC 269.1}

ຄືກັບປະເທດເອຢິບ ແລະ ເມືອງໂຊໂດມ

ສົບຂອງພະຍານທັງສອງ “ຈະຢູ່ເທິງຖະໜົນຂອງມະຫານະຄອນ” ເຊິ່ງ ປະເທດເອຢິບແມ່ນ “ຊື່ອັນເປັນສັນຍະລັກຂອງນະຄອນນີ້.” ທ່າມກາງປະເທດທັງຫຼາຍທີ່ໄດ້ຮັບການບັນທຶກໄວ້ໃນປະຫວັດສາດພຣະຄຳພີ ເອຢິບແມ່ນປະເທດທີ່ປະຕິເສດຢ່າງໜ້າດ້ານທີ່ສຸດວ່າ ມີພຣະເຈົ້າຜູ້ຊົງພຣະຊົນຢູ່ ທັງເປັນປະເທດທີ່ຂັດຂືນຕໍ່ພຣະບັນຊາຂອງພຣະອົງຫຼາຍທີ່ສຸດ. ບໍ່ມີກະສັດອົງໃດເຄີຍກະບົດຕໍ່ອຳນາດຂອງສະຫວັນຢ່າງເປີດເຜີຍ ແລະ ດ້ວຍຄວາມຫຍິ່ງຍະໂສຫຼາຍກວ່າກະສັດແຫ່ງເອຢິບ. ເມື່ອໂມເຊນຳຂ່າວມາໃນພຣະນາມຂອງພຣະເຈົ້າ ເພື່ອທູນກະສັດຟາໂຣນັ້ນ, ເພິ່ນຕອບຢ່າງຫຍິ່ງທະນົງວ່າ: “ອົງພຣະຜູ້ເປັນເຈົ້າແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະ ປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກອົງພຣະຜູ້ເປັນເຈົ້າ ແລະ ເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.” (ອົບພະຍົບ 5:2). ນີ້ແມ່ນການບໍ່ເຊື່ອວ່າມີພຣະເຈົ້າ; ສະແດງວ່າ ປະເທດທີ່ຄຳພະຍາກອນກ່າວເຖິງນັ້ນ ຈະປະຕິເສດວ່າມີພຣະເຈົ້າຜູ້ຊົງພຣະຊົນ ແລະ ຈະມີທ່າທີບໍ່ເຊື່ອ, ແລະຈະທ້າທາຍສະຫວັນເຊັ່ນດຽວກັບປະເທດເອຢິບໃນສະໄໝຂອງໂມເຊ. ນອກຈາກນັ້ນ “ມະຫານະຄອນ” ນັ້ນ ຍັງມີອີກຊື່ໜຶ່ງຕາມຄວາມໝາຍສັນຍະລັກວ່າ, “ເມືອງໂຊໂດມ.” ຄວາມຊົ່ວຂອງເມືອງໂຊໂດມໃນການລະເມີດພຣະບັນຍັດຂອງພຣະເຈົ້າ ໄດ້ສະແດງອອກໂດຍສະເພາະໃນການເຮັດຜິດສິນທຳໃນເລື່ອງກາມາລົມ. ສະແດງວ່າ ປະເທດທີ່ເປັນໄປຕາມຄຳພະຍາກອນດັ່ງກ່າວ ຈະມີລັກສະນະສະເພາະໃນເລື່ອງການຜິດປະເວນີ. {GC 269.2}

ສະນັ້ນ, ຕາມຖ້ອຍຄຳຂອງຜູ້ເຜີຍພຣະທຳໂຢຮັນ, ກ່ອນປີ 1798 ໜ້ອຍໜຶ່ງ ຈະມີອຳນາດໜຶ່ງຂຶ້ນມາ ເຮັດສົງຄາມຕໍ່ສູ້ກັບພຣະຄຳພີ ໂດຍອຳນາດນັ້ນມາຈາກຊາຕານ ແລະ ມີລັກສະນະເໝືອນຊາຕານ. ນອກຈາກນັ້ນ, ໃນແຜ່ນດິນທີ່ມີການປິດປາກພະຍານທັງສອງຂອງພຣະເຈົ້າ ຄົນທັງຫຼາຍຈະບໍ່ເຊື່ອວ່າມີພຣະເຈົ້າຄ້າຍຄືກະສັດຟາໂຣ ແລະ ຈະປ່ອຍຕົວເຮັດຜິດປະເວນີເໝືອນດັ່ງຄົນໃນເມືອງໂຊໂດມ. {GC 269.3}

ຄຳພະຍາກອນນີ້ ໄດ້ສຳເລັດຢ່າງເຈາະຈົງແນ່ນອນທີ່ສຸດໃນປະຫວັດສາດຂອງປະເທດຝຣັ່ງ. ໃນປີ 1793 ລະຫວ່າງການປະຕິວັດຝຣັ່ງ, “ເປັນຄັ້ງທຳອິດທີ່ໂລກໄດ້ຍິນປະຊຸມສະພາລົງມະຕິເປັນເອກະສັນ ເພື່ອປະຕິເສດຄວາມຈິງອັນສຳຄັນທີ່ສຸດເຊິ່ງມະນຸດເຄີຍໄດ້ຮັບນັ້ນ ກໍຄືຄວາມເຊື່ອ ແລະ ການນະມັດສະການພຣະເຈົ້າ; ໂດຍສະມາຊິກສະພາດັ່ງກ່າວລ້ວນແຕ່ເປັນຄົນທີ່ມີການສຶກສາສູງ ແລະ ເກີດມາພ້ອມກັບຄວາມສີວິໄລ, ທັງໄດ້ຮັບສິດໃນການປົກຄອງໜຶ່ງໃນປະເທດທີ່ຈະເລີນທີ່ສຸດຂອງເອີຣົບ.”2 “ປະເທດຝຣັ່ງ ເປັນປະເທດດຽວໃນໂລກ ເທົ່າທີ່ມີການບັນທຶກໃນປະຫວັດສາດ ທີ່ປະຊາຊົນທັງຊາດພ້ອມໃຈກັນກະບົດຕໍ່ພຣະຜູ້ສ້າງຈັກກະວານ. ໃນປະເທດອັງກິດ, ເຢຍລະມັນ, ແອັດສະປາຍ (Spain) ແລະ ປະເທດອື່ນໆ ມີຫຼາຍຄົນໝິ່ນປະໝາດພຣະເຈົ້າ, ມີຫຼາຍຄົນບໍ່ເຊື່ອໃນພຣະອົງ; ແຕ່ປະເທດຝຣັ່ງເປັນປະເທດດຽວໃນປະຫວັດສາດໂລກ ທີ່ລົງມະຕິໃນສະພາແຫ່ງຊາດເພື່ອປະກາດວ່າບໍ່ມີພຣະເຈົ້າ. ແລ້ວຊາວເມືອງທັງໝົດທັງຊາຍ ແລະ ຍິງຂອງນະຄອນຫຼວງ ພ້ອມດ້ວຍປະຊາຊົນຈຳນວນຫຼວງຫຼາຍໃນບ່ອນອື່ນພາກັນຟ້ອນລຳ ແລະ ຮ້ອງເພງເມື່ອໄດ້ຍິນຄຳປະກາດດັ່ງກ່າວ.”3 {GC 269.4}

ປະເທດຝຣັ່ງ ຍັງໄດ້ສະແດງເຖິງລັກສະນະທີ່ໂດດເດັ່ນຂອງເມືອງໂຊໂດມ. ໃນການປະຕິວັດຝຣັ່ງນັ້ນ ມີການເຮັດຜິດສິນທຳຢ່າງຕ່ຳຊ້າເສື່ອມຊາມ ຄ້າຍຄືກັບຄວາມຊົ່ວທີ່ນຳໄປສູ່ການທຳລາຍເມືອງໂຊໂດມ ແລະ ເມືອງໂກໂມຣາ. ນັກປະຫວັດສາດໄດ້ຂຽນເຖິງການປະຕິເສດພຣະເຈົ້າ ແລະ ການມັກມາກໃນກາມຂອງປະເທດຝຣັ່ງຕາມທີ່ຜູ້ເຜີຍພຣະທຳໄດ້ທຳນວາຍໄວ້ດັ່ງນີ້: “ການແຕ່ງງານເປັນຄວາມຜູກພັນທີ່ສັກສິດທີ່ສຸດຂອງມະນຸດ, ເມື່ອຄົນແຕ່ງງານຕະຫຼອດຊີວິດເຮັດໃຫ້ສັງຄົມໝັ້ນຄົງເປັນປຶກແຜ່ນ. ໃນການປະຕິວັດຝຣັ່ງມີເລື່ອງໜຶ່ງທີ່ຕິດພັນຢ່າງໃກ້ຊິດກັບກົດໝາຍທີ່ສົ່ງຜົນກະທົບຕໍ່ສາສະໜາ ນັ້ນຄືກົດໝາຍທີ່ໃຫ້ຄວາມສຳຄັນຂອງການແຕ່ງງານຫຼຸດໜ້ອຍລົງ ໂດຍໃຫ້ເປັນການສັນຍາຊົ່ວຄາວທີ່ໃຜກໍໄດ້ສອງຄົນສາມາດເຊັນຮັບ ຫຼື ຈີກຖິ້ມຕາມໃຈມັກ.…ຖ້າພວກຜີສາດມານຮ້າຍໄດ້ຕັ້ງໜ້າຕັ້ງຕາ ເພື່ອຄົ້ນຫາວິທີທຳລາຍທຸກສິ່ງທີ່ດີງາມໜ້ານັບຖື ແລະ ຄົງທົນໃນຊີວິດຄອບຄົວ ແລະ ໃນຂະນະດຽວກັນຮັບປະກັນວ່າ ແຜນການຊົ່ວຂອງມັນຈະສືບຕໍ່ໄປໃນແຕ່ລະລຸ້ນຄົນ ກໍຄົງບໍ່ສາມາດຫາແຜນການທີ່ດີໄປກວ່າການຫຼຸດຄວາມສັກສິດຂອງຊີວິດສົມຣົດໃຫ້ໜ້ອຍລົງ.…ນາງ ໂຊຟີ ອາໂນ ນັກສະແດງທີ່ມີຊື່ສຽງໃນເລື່ອງຄຳເວົ້າທີ່ຄົມຄາຍ ໄດ້ບັນລະຍາຍເຖິງພິທີແຕ່ງງານ ທີ່ໃຜຈະຢ່າຮ້າງຍາມໃດກໍໄດ້ນັ້ນວ່າເປັນ ‘ພິທີສະຫຼອງການຫຼິ້ນຊູ້.’”4 {GC 270.1}

ປະເທດຝຣັ່ງເຂັ່ນຂ້າຄຣິສຕຽນ

“ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນໄດ້ຖືກຄຶງໄວ້ທີ່ໄມ້ກາງແຂນ.” ລາຍລະອຽດຂອງຂໍ້ນີ້ກໍຍັງໄດ້ຮັບຄວາມສຳເລັດໂດຍປະເທດຝຣັ່ງ. ກ່ອນໜ້ານີ້ ບໍ່ເຄີຍມີປະເທດໃດທີ່ສະແດງຄວາມຈົງກຽດຈົງຊັງຕໍ່ພຣະຄຣິສເໝືອນປະເທດນັ້ນ; ບໍ່ມີປະເທດໃດທີ່ຕໍ່ຕ້ານຄວາມຈິງຢ່າງຂື່ນຂົມ ແລະ ໂຫດຮ້າຍເທົ່າກັບປະເທດດັ່ງກ່າວ. ໃນການຂົ່ມເຫັງຜູ້ທີ່ຮັບເຊື່ອໃນຂ່າວປະເສີດ, ປະເທດຝຣັ່ງໄດ້ຄຶງພຣະຄຣິສໂດຍຜ່ານພວກສາວົກຂອງພຣະອົງ. {GC 271.1}

ມີການຂ້າຜູ້ຊອບທຳຢ່າງຕໍ່ເນື່ອງເປັນເວລາຫຼາຍສະຕະວັດ. ໃນຂະນະທີ່ຊາວໂວດົວສະຫຼະຊີວິດຢູ່ເທິງສາຍພູພີດມົງ “ເພາະໄດ້ປະກາດພຣະທຳຂອງພຣະເຈົ້າ ແລະ ເນື່ອງດ້ວຍການເປັນພະຍານຝ່າຍພຣະເຢຊູ,”5 ພີ່ນ້ອງຂອງພວກເຂົາ ຄືຊາວອັນບີເຈນ (Albigenses) ກໍໄດ້ເປັນພະຍານເພື່ອຄວາມຈິງຄ້າຍຄືກັນໃນປະເທດຝຣັ່ງ. ໃນຊ່ວງການປະຕິຮູບຄັ້ງໃຫຍ່ແຫ່ງສະຕະວັດທີ 16 ຜູ້ເຊື່ອຊາວອັນບີເຈນໄດ້ຖືກປະຫານຊີວິດດ້ວຍການທໍລະມານຢ່າງໂຫດຫ້ຽມ. ກະສັດ ແລະ ພວກຂຸນນາງ, ຜູ້ຍິງຕະກູນສູງ ແລະ ຍິງສາວທີ່ອ່ອນໂຍນ ພ້ອມດ້ວຍຜູ້ດີທັງຫຼາຍໄດ້ຊົມຊື່ນຍິນດີກັບຄວາມທຸກທໍລະມານຂອງຄົນທັງຫຼາຍທີ່ຖືກຂ້າເພາະຄວາມເຊື່ອທີ່ພວກເຂົາມີໃນພຣະເຢຊູ. ພວກຊາວຮູເກີໂນ (Huguenots) ເປັນກຸ່ມຄົນຜູ້ກ້າຫານ; ພວກເຂົາໄດ້ຕໍ່ສູ້ເພື່ອສິດທິເຊິ່ງມະນຸດຖືວ່າສັກສິດທີ່ສຸດ, ແລ້ວກໍຕ້ອງລົ້ມຕາຍໃນສະໜາມຮົບຫຼັງການຕໍ່ສູ້ຢ່າງໜັກໜ່ວງ. ພວກໂປຣແຕັສຕັງຖືກນັບວ່າເປັນພວກນອກກົດໝາຍ, ມີການຕັ້ງຄ່າຫົວໃຫ້ຜູ້ເຊື່ອເຫຼົ່ານີ້, ພວກເຂົາຈຶ່ງຖືກຕາມລ່າຄືກັບສັດຮ້າຍ. {GC 271.2}

“ຄຣິສຕະຈັກໃນຖິ່ນແຫ້ງແລ້ງກັນດານ” ກໍຄືລູກຫຼານຄຣິສຕຽນບູຮານຈຳນວນໜ້ອຍທີ່ຍັງເຫຼືອຢູ່ໃນປະເທດຝຣັ່ງໃນສະຕະວັດທີ 18 ຜູ້ຫຼົບລີ້ຢູ່ຕາມສາຍພູທາງພາກໃຕ້; ຄົນເຫຼົ່ານີ້ຍັງຮັກສາຄວາມເຊື່ອສັດທາຂອງບັນພະບຸລຸດເອົາໄວ້. ໃນຂະນະທີ່ພວກເຂົາສ່ຽງຊີວິດເພື່ອພົບກັນໃນຍາມກາງຄືນຢູ່ຕາມພູ ຫຼື ແຄມຫ້ວຍໜອງຄອງບຶງທີ່ໂດດດ່ຽວ, ພວກເຂົາກໍຖືກທະຫານມ້າໄລ່ລ່າ ແລະ ຖືກລາກໄປເປັນທາດພາຍເຮືອຕະຫຼອດຊີວິດ. ຜູ້ບໍຣິສຸດທີ່ສຸດ, ມີຄຸນນະທຳຫຼາຍທີ່ສຸດ ແລະ ສະຫຼາດທີ່ສຸດຂອງຊາວຝຣັ່ງ ຖືກລ່າມໂສ້ຢ່າງທຸກທໍລະມານທ່າມກາງພວກໂຈນ ແລະ ພວກນັກລອບສັງຫານ.6 ຄົນອື່ນໄດ້ຮັບຄວາມເມດຕາຫຼາຍກວ່ານັ້ນ, ຄືໄດ້ຖືກຍິງຖິ້ມຢ່າງເລືອດເຢັນ ແລ້ວກໍລົ້ມຕາຍຂະນະທີ່ກຳລັງຄູ້ເຂົ່າອະທິຖານ ໂດຍບໍ່ມີກຳລັງ ຫຼື ອາວຸດເພື່ອຕໍ່ສູ້. ຊາຍຊະລາຫຼາຍຮ້ອຍຄົນ ພ້ອມດ້ວຍຜູ້ຍິງທີ່ບໍ່ມີທາງສູ້ ແລະ ເດັກນ້ອຍທີ່ບໍຣິສຸດ ຖືກຂ້າຖິ້ມໃນສະຖານທີ່ນະມັດສະການຂອງພວກເຂົາ. ຖ້າມີຜູ້ໃດໃນສະໄໝນັ້ນ ຍ່າງຜ່ານປ່າເຂົາທີ່ພວກຄຣິສຕຽນເຄີຍປະຊຸມກັນເປັນປະຈຳ ກໍຈະບໍ່ເປັນເລື່ອງແປກທີ່ຈະພົບເຫັນ “ສົບຄົນຕາຍນອນຢູ່ເທິງດິນ ຫຼື ແຂວນຕາມຕົ້ນໄມ້ທຸກ 10–20 ແມັດ.” ປະເທດຝຣັ່ງຖືກທຳລາຍດ້ວຍດາບ, ດ້ວຍມີດປະຫານ ແລະ ກອງໄຟປະຫານ ຈົນກາຍເປັນ “ທີ່ກັນດານອັນກວ້າງໃຫຍ່ໄພສານ.” “ຄວາມໂຫດຮ້າຍເຫຼົ່ານີ້ບໍ່ໄດ້ເກີດຂຶ້ນໃນສະໄໝຍຸກມືດ…ແຕ່ໃນຍຸກທີ່ຮຸ່ງເຮືອງຂອງກະສັດຫຼຸຍສ໌ ທີ 14. ເປັນຍຸກສະໄໝແຫ່ງວິທະຍາສາດ ແລະ ການສຶກສາ; [ໃນສະໄໝນັ້ນ] ສາສະໜາຈານປະຈຳຣາຊສຳນັກ ແລະ ຕາມໂບດໃນນະຄອນຫຼວງລ້ວນແຕ່ມີການສຶກສາສູງ ແລະ ເວົ້າຈາລ່ຽນໄຫຼ ທັງສອນໃຫ້ມີຄວາມເມດຕາ ແລະ ຄວາມຮັກ.”7 {GC 271.3}

ແຕ່ທ່າມກາງຄວາມບາບຊົ່ວທັງຫຼາຍອັນມືດມົນທີ່ສຸດ ແລະ ຄວາມໂຫດຮ້າຍຂອງຜີມານທີ່ໜ້າຢ້ານທີ່ສຸດຕະຫຼອດປະຫວັດສາດ ແມ່ນການສັງຫານໝູ່ໃນວັນສະຫຼອງອັກຄະສາວົກບາຣະໂທໂລມາຍ. ເມື່ອຜູ້ໃດລະນຶກເຖິງເຫດການທີ່ກະທຳໄປຢ່າງຂີ້ຂາດແບບໝາລອບກັດ ແລະ ໂຫດຫ້ຽມທີ່ສຸດນັ້ນ ກໍຮູ້ສຶກໃຈສັ່ນສະຫຍອງຂວັນ. ກະສັດຂອງປະເທດຝຣັ່ງຖືກພວກບາດຫຼວງ ແລະ ພວກຜູ້ນຳຄຣິສຕະຈັກໂຣມຍຸຍົງໃຫ້ອະນຸມັດການກະທຳອັນໂຫດຮ້າຍນັ້ນ. ສຽງລະຄັງດັງຢູ່ຍາມທ່ຽງຄືນເປັນສັນຍານໃຫ້ລົງມືຂ້າ. ພວກໂປຣແຕັສຕັງຫຼາຍພັນຄົນກຳລັງນອນຫຼັບຢູ່ໃນເຮືອນຊານຢ່າງສະຫງົບສຸກ ໂດຍ ໄວ້ວາງໃຈໃນສັກສີຂອງກະສັດທີ່ຈະໃຫ້ການຄຸ້ມຄອງປະຊາຊົນ, ແຕ່ຄົນເຫຼົ່ານີ້ກັບຖືກລາກອອກໄປໂດຍບໍ່ມີການເຕືອນ ແລະ ຖືກຂ້າຕາຍຢ່າງເລືອດເຢັນ. {GC 272.1}

ພຣະຄຣິສຊົງເປັນຜູ້ນຳປະຊາຊົນຂອງພຣະອົງທີ່ເບິ່ງບໍ່ເຫັນ ໃນຂະນະທີ່ພວກເຂົາອອກຈາກການເປັນທາດໃນປະເທດເອຢິບສັນໃດ ຊາຕານກໍເປັນຜູ້ນຳທີ່ເບິ່ງບໍ່ເຫັນ ທີ່ນຳຄົນຂອງມັນໃນວຽກງານຂ້າຄົນຍ້ອນຄວາມເຊື່ອສັນນັ້ນ. ການສັງຫານໝູ່ດຳເນີນໄປຢ່າງຕໍ່ເນື່ອງເຈັດວັນໃນນະຄອນປາຣີ ໂດຍສາມວັນທຳອິດແມ່ນໂຫດຮ້າຍທີ່ສຸດ ຈົນເກີນຄຳບັນລະຍາຍ. ແຕ່ບໍ່ແມ່ນວ່າມີການຂ້າຄົນສະເພາະໃນນະຄອນຫຼວງເທົ່ານັ້ນ, ກະສັດໄດ້ອອກຄຳສັ່ງພິເສດໃຫ້ມີການຂ້າພວກໂປຣແຕັສຕັງໃນທຸກແຂວງ ແລະ ທຸກເມືອງທີ່ພົບເຫັນ, ໂດຍບໍ່ຄຳນຶງເຖິງເພດ ຫຼື ອາຍຸ; ສະນັ້ນ, ເດັກອ່ອນຜູ້ບໍຣິສຸດ ແລະ ຊາຍຊະລາຜົມຫງອກກໍບໍ່ໄດ້ຮັບການຍົກເວັ້ນ. ທັງຊາວນາ ແລະ ຂຸນນາງ, ທັງແກ່ທັງໜຸ່ມ, ທັງແມ່ ແລະ ລູກ ກໍຖືກຂ້າຟັນໄປພ້ອມກັນ. ການສັງຫານນັ້ນ ສືບຕໍ່ເນື່ອງສອງເດືອນທົ່ວທັງປະເທດຝຣັ່ງ, ຈົນຄົນດີມີສິນທຳໃນບ້ານເມືອງເສຍຊີວິດເຖິງ 70,000 ຄົນ. {GC 272.2}

“ເມື່ອຂ່າວການສັງຫານໝູ່ໄປຮອດນະຄອນໂຣມ, ພວກບາດຫຼວງກໍຊື່ນຊົມຍິນດີຢ່າງໃຫຍ່ຫຼວງ. ພຣະຄາດີນັນແຫ່ງແຂວງໂລເຣນໃຫ້ລາງວັນ 1,000 ຫຼຽນແກ່ຜູ້ສົ່ງຂ່າວ; ມີການຍິງປືນໃຫຍ່ເພື່ອສະຫຼອງທີ່ໂບດ ຊັງ ແອນເຈໂລ; ລະຄັງໂບດທຸກແຫ່ງກໍດັງກັງວານ; ມີການຈູດກອງໄຟສະຫຼອງຢ່າງສະຫວ່າງສະໄຫວ. ສ່ວນສັນຕະປາປາເກຼັກກໍຣີທີ 13 ພ້ອມດ້ວຍພວກພຣະຄາດີນັນ ແລະ ເຈົ້າໜ້າທີ່ສູງຂອງຄຣິສຕະຈັກໂຣມ ພາກັນແຫ່ໄປທີ່ໂບດ ຊັງ ຫຼຸຍສ໌; ເມື່ອໄປຮອດແລ້ວ ພຣະຄາດີນັນແຫ່ງແຂວງໂລເຣນໄດ້ຂັບຮ້ອງເພງສັນເສີນພຣະເຈົ້າ;…ມີການຫຼອມຫຼຽນເພື່ອສະເຫຼີມສະຫຼອງການສັງຫານໝູ່ດັ່ງກ່າວ; ນອກຈາກນັ້ນ, ນັກແຕ້ມຮູບຊື່ ວາຊາຣີ (Vasari) ໄດ້ແຕ້ມຮູບສາມແຜ່ນເພື່ອລະນຶກເຖິງເຫດການໃນຄັ້ງນັ້ນ; ຮູບທີໜຶ່ງ ແມ່ນການໂຈມຕີນາຍພົນເຮືອເອກຊາວໂປຣແຕັສຕັງ, ຮູບທີສອງ ແມ່ນກະສັດວາງແຜນເພື່ອການສັງຫານໝູ່ ແລະ ຮູບທີສາມ ແມ່ນການສັງຫານໝູ່ນັ້ນເອງ; ຮູບເຫຼົ່ານີ້ຍັງສາມາດເບິ່ງໄດ້ໃນສຳນັກວາຕິກັນ. ສັນຕະປາປາເກຼັກກໍຣີສົ່ງກຸຫຼາບຄຳໃຫ້ແກ່ຈັກກະພັດຊານສ໌; ຕໍ່ມາຫຼັງຈາກການສັງຫານໝູ່ສີ່ເດືອນ…ເພິ່ນໄດ້ຟັງຄຳເທດສະໜາຂອງບາດຫຼວງຊາວຝຣັ່ງ…ທີ່ກ່າວເຖິງ ‘ມື້ອັນເຕັມໄປດ້ວຍຄວາມສຸກກະເສີມຍິນດີ ເມື່ອພຣະບິດາເຈົ້າ [ໝາຍເຖິງສັນຕະປາປາ] ໄດ້ຮັບຂ່າວ ແລ້ວສະເດັດໄປໂບດເພື່ອຂອບຄຸນພຣະເຈົ້າ.’”8 {GC 272.3}

ຕໍ່ສູ້ພຣະຄຳພີ

ຈິດໃຈແບບດຽວກັນທີ່ຍຸຍົງໃຫ້ເກີດການສັງຫານໝູ່ໃນວັນສະຫຼອງອັກຄະສາວົກບາຣະໂທໂລມາຍ ເປັນຈິດໃຈດຽວກັນທີ່ກໍ່ເຫດການອັນໂຫດຮ້າຍໃນການປະຕິວັດຝຣັ່ງ. ມີການປະກາດວ່າພຣະເຢຊູຄຣິສເປັນຜູ້ຫຼອກລວງ; ພວກຊາວຝຣັ່ງທີ່ບໍ່ເຊື່ອພຣະເຈົ້າຮ້ອງເປັນສຽງດຽວກັນວ່າ, “ທຸບໃຫ້ມັນຕາຍເສຍ,” ໂດຍພວກເຂົາໝາຍເຖິງພຣະຄຣິສ. ການໝິ່ນປະໝາດທີ່ທ້າທາຍສະຫວັນ ແລະ ຄວາມຊົ່ວຮ້າຍທີ່ໜ້າກຽດຊັງໄດ້ເກີດຂຶ້ນຄວບຄູ່ກັນໄປ; ຄົນຕ່ຳຊ້າທີ່ສຸດ ຄືຄົນໃຈມານທີ່ປ່ອຍຕົວເຮັດການໂຫດຮ້າຍ ແລະ ຄວາມຊົ່ວພັດຖືກຍົກຍ້ອງເຊີດຊູ. ໃນທັງໝົດນີ້, ຊາຕານແມ່ນຜູ້ທີ່ໄດ້ຮັບກຽດສູງສຸດ; ໃນຂະນະທີ່ພຣະຄຣິສເໝືອນກັບຖືກຄຶງໄວ້ທີ່ໄມ້ກາງແຂນ ໂດຍທີ່ປະຊາຊົນຢຽບຢ້ຳພຣະລັກສະນະຂອງພຣະອົງ ອັນປະກອບດ້ວຍຄວາມຈິງ, ຄວາມບໍຣິສຸດ ແລະ ຄວາມຮັກທີ່ບໍ່ເຫັນແກ່ຕົວ. {GC 273.1}

“ຈະມີສັດຮ້າຍອອກມາຈາກເຫວເລິກ ແລະ ຈະຕໍ່ສູ້ພວກເພິ່ນ. ສັດຮ້າຍນັ້ນຈະຊະນະພວກເພິ່ນ ແລະ ຂ້າພວກເພິ່ນເສຍ.” ອຳນາດແຫ່ງອຸດົມການທີ່ເຊື່ອວ່າບໍ່ມີພຣະເຈົ້າ ໄດ້ປົກຄອງປະເທດຝຣັ່ງໃນຊ່ວງການປະຕິວັດ ແລະ ໃນຍຸກສະໄໝທີ່ຄວາມໂຫດຫ້ຽມສະຫຍອງຂວັນຄອງເມືອງ; ອຸດົມການນີ້ໄດ້ຕໍ່ສູ້ພຣະເຈົ້າ ແລະ ພຣະຄຳອັນສັກສິດຂອງພຣະອົງຢ່າງທີ່ໂລກບໍ່ເຄີຍເຫັນມາກ່ອນ. ສະພາແຫ່ງຊາດໄດ້ປະກາດໃຫ້ຍົກເລີກການນະມັດສະການພຣະເຈົ້າ; ມີການຮວບຮວມພຣະຄຳພີມາເຜົາຖິ້ມໃນກາງແຈ້ງດ້ວຍທ່າທີດູຖູກຢຽດຢາມ. ພຣະບັນຍັດຂອງພຣະເຈົ້າຖືກຢຽບຢ້ຳໃຕ້ຕີນ. ມີການປະກາດຍົກເລີກພິທີກຳ ແລະ ການປະຕິບັດຕາມຄຳສອນຂອງພຣະຄຳພີ. ວັນພັກຜ່ອນປະຈຳອາທິດໄດ້ຖືກຍົກເລີກ ແລະ ມີການຕັ້ງເອົາທຸກສິບວັນມາແທນທີ່, ໃຫ້ເປັນວັນແຫ່ງການເຮຮາ ແລະ ການໝິ່ນປະໝາດ; ມີການຫ້າມເຮັດພິທີບັບຕິສະມາ ຫຼື ພິທີມະຫາສະໜິດ; ມີການຕິດປ້າຍປະກາດບ່ອນຝັງສົບຢ່າງເດັ່ນຊັດ ໂດຍມີຂໍ້ຄວາມວ່າ ຄວາມຕາຍເປັນພຽງການນອນຫຼັບຕະຫຼອດການ. {GC 273.2}

ແທນທີ່ຈະເຊື່ອວ່າ ຄວາມຢຳເກງພຣະເຈົ້າເປັນຈຸດເລີ່ມຕົ້ນແຫ່ງປັນຍາ ພວກເຂົາພັດປະກາດວ່າ ຄວາມຢຳເກງພຣະເຈົ້າເປັນຈຸດເລີ່ມຕົ້ນແຫ່ງຄວາມໂງ່ຈ້າ. ມີການຫ້າມການຂາບໄຫວ້ນະມັດສະການທຸກຢ່າງ ຍົກເວັ້ນເສລີພາບ ແລະ ປະເທດຊາດ. “ເຈົ້າຄະນະແຫ່ງນະຄອນປາຣີ ໄດ້ຖືກນຳອອກມາເພື່ອສະແດງບົດບາດສຳຄັນ ໃນລະຄອນຕະຫຼົກທີ່ຫຍາບຄາຍ ແລະ ເປັນຕາໜ້າອັບອາຍທີ່ສຸດເທົ່າທີ່ເຄີຍມີຜູ້ຕາງໜ້າແຫ່ງຊາດເຄີຍປະຕິບັດ.…ລາວອອກມາພ້ອມກັບຂະບວນແຫ່ ແລ້ວປະກາດໃຫ້ສະພາແຫ່ງຊາດຟັງວ່າ ສາສະໜາທີ່ລາວສອນມາຫຼາຍປີນັ້ນ ເປັນພຽງແຕ່ການຫຼອກລວງຂອງພວກບາດຫຼວງ ແລະ ບໍ່ມີພື້ນຖານມາຈາກປະຫວັດສາດ ຫຼື ຫຼັກສັດຈະທຳ. ລາວຢືນຢັນຢ່າງແຂງຂັນ ແລະ ເດັດຂາດວ່າບໍ່ມີພຣະເຈົ້າ; ເຖິງແມ່ນວ່າລາວເຄີຍໄດ້ຮັບການເຈີມຕັ້ງເພື່ອນະມັດສະການພຣະອົງ, ແຕ່ນັບຕັ້ງແຕ່ມື້ນັ້ນເປັນຕົ້ນໄປ ລາວຈະອຸທິດຕົນເພື່ອເຊີດຊູເສລີພາບ, ຄວາມສະເໝີພາບ, ຄຸນນະທຳ ແລະ ສິນລະທຳ. ຈາກນັ້ນ, ລາວກໍເອົາເຄື່ອງປະຈຳຕຳແໜ່ງເຈົ້າຄະນະວາງໄວ້ເທິງໂຕ໊ະ ແລ້ວປະທານສະພາກໍເຂົ້າໄປກອດລາວ ເພື່ອສະແດງຄວາມເປັນພີ່ນ້ອງ. ມີບາດຫຼວງທີ່ປະຖິ້ມຄວາມເຊື່ອຫຼາຍຄົນໄດ້ເຮັດຕາມແບບຢ່າງຂອງເຈົ້າຄະນະຜູ້ນີ້.”9 {GC 274.1}

ທ້າທາຍພຣະເຈົ້າຢ່າງເປີດເຜີຍ

“ຄົນທົ່ວໂລກ ຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ ພວກເຂົາຈະສະເຫຼີມສະຫຼອງ ແລະ ສົ່ງຂອງຂວັນໃຫ້ກັນ ແລະ ກັນ ເພາະຜູ້ປະກາດພຣະທຳທັງສອງນີ້ ໄດ້ນຳຄວາມທົນທຸກຢ່າງໜັກມາສູ່ມະນຸດທັງຫຼາຍ.” ປະເທດຝຣັ່ງໄດ້ປະຕິເສດຄວາມເຊື່ອໃນພຣະເຈົ້າ ແລະ ໄດ້ປິດປາກພະຍານທັງສອງຂອງພຣະອົງທີ່ຄອຍຕັກເຕືອນພວກເຂົາ. ພຣະຄຳແຫ່ງຄວາມຈິງນອນຕາຍຢູ່ໃນຖະໜົນຫົນທາງຂອງນະຄອນຫຼວງ, ສ່ວນຜູ້ທີ່ກຽດຊັງຂໍ້ຈຳກັດ ແລະ ຂໍ້ບັງຄັບຂອງພຣະບັນຍັດກໍມີຄວາມເບີກບານມ່ວນຊື່ນ. ຄົນທັງຫຼາຍພາກັນທ້າທາຍພຣະເຈົ້າແຫ່ງສະຫວັນຢ່າງເປີດເຜີຍ. ເຊັ່ນດຽວກັບຄົນບາບໃນສະໄໝບູຮານ, ພວກເຂົາຮ້ອງວ່າ: “ພຣະເຈົ້າບໍ່ຫ່ອນຈະຮູ້ເຫັນ, ພຣະເຈົ້າອົງສູງສຸດຈະບໍ່ຮູ້ເລື່ອງຫຍັງດອກ.”10 {GC 274.2}

ມີບາດຫຼວງຝ່າຍລະບົບໃໝ່ໝິ່ນປະໝາດພຣະເຈົ້າຢ່າງໜ້າດ້ານຈົນບໍ່ໜ້າເຊື່ອວ່າ: “ພຣະເຈົ້າເອີຍ, ຖ້າຫາກວ່າມຶງມີຈິງ ຈົ່ງລຸກຂຶ້ນ ແລະ ປ້ອງກັນນາມຊື່ຂອງມຶງ. ກູຂໍທ້າທາຍມຶງເດີ້! ມຶງຍັງມິດງຽບຢູ່; ມຶງບໍ່ກ້າສົ່ງຟ້າຜ່າລົງມາດອກ. ຫຼັງຈາກນີ້ແມ່ນຜູ້ໃດຈະເຊື່ອວ່າມຶງມີຈິງ?”11 ຖ້ອຍຄຳເຫຼົ່ານີ້ເປັນພຽງການສະທ້ອນຄຳທ້າທາຍຂອງກະສັດຟາໂຣທີ່ກ່າວວ່າ: “ອົງພຣະຜູ້ເປັນເຈົ້າແມ່ນໃຜ, ເປັນຫຍັງເຮົາຈະຕ້ອງຟັງ?” “ເຮົາບໍ່ຮູ້ຈັກອົງພຣະຜູ້ເປັນເຈົ້າ!” (ອົບພະຍົບ 5:2). {GC 274.3}

“ຄົນໂງ່ຄິດຢູ່ໃນໃຈຂອງຕົນວ່າ, ‘ໂລກນີ້ບໍ່ມີພຣະເຈົ້າ.’” (ເພງສັນລະເສີນ 14:1). ແຕ່ພຣະເຈົ້າຊົງປະກາດກ່ຽວກັບຜູ້ທີ່ບິດເບືອນຄວາມຈິງວ່າ: “ຄວາມໂງ່ຂອງເຂົານັ້ນ ຈະປາກົດແຈ້ງແກ່ຄົນທັງປວງ.” (2 ຕີໂມທຽວ 3:9). ບໍ່ດົນຫຼັງຈາກທີ່ປະເທດຝຣັ່ງໄດ້ປະຕິເສດການນະມັດສະການພຣະເຈົ້າອົງສູງສຸດຜູ້ຊົງພຣະຊົນຢູ່ຕະຫຼອດໄປ, ພວກເຂົາກໍພາກັນເສື່ອມຊາມລົງ ຈົນຂາບໄຫວ້ສິ່ງທີ່ຕາເຫັນແທນການນະມັດສະການພຣະເຈົ້າ ໂດຍພວກເຂົາຂາບໄຫວ້ເທບທິດາແຫ່ງເຫດຜົນໃນຮູບແບບແມ່ຍິງຂາຍຕົວ. ຊ້ຳຮ້າຍ, ພິທີດັ່ງກ່າວເກີດຂຶ້ນໃນສະພາແຫ່ງຊາດ ໂດຍສະມາຊິກສະພາຜູ້ຊົງກຽດ! ມີນັກປະຫວັດສາດຜູ້ໜຶ່ງບັນທຶກໄວ້ວ່າ: “ໜຶ່ງໃນພິທີທີ່ເກີດຂຶ້ນໃນເວລານັ້ນ ມີຄວາມໂດດເດັ່ນເພາະຄວາມໂງ່ຈ້າ ແລະ ການໝິ່ນປະໝາດ. ປະຕູສະພາຖືກເປີດອອກ ແລະ ມີຄະນະນັກດົນຕີແຫ່ຂະບວນເຂົ້າມາຢ່າງສະຫງ່າຜ່າເຜີຍ ນຳໂດຍພວກເຈົ້າໜ້າທີ່ຝ່າຍປົກຄອງເມືອງ; ພວກເຂົາຮ້ອງເພງສັນລະເສີນເສລີພາບ ແລະ ນຳພາຜູ້ທີ່ພວກເຂົາຈະນະມັດສະການ ຄືແມ່ຍິງຄົນໜຶ່ງໃສ່ຜ້າມ່ານປິດໜ້າ, ຜູ້ທີ່ພວກເຂົາເອີ້ນວ່າເປັນເທບທິດາແຫ່ງເຫດຜົນ. ເມື່ອແມ່ຍິງຜູ້ນັ້ນຖືກນຳໄປຂ້າງໜ້າແລ້ວ ພວກເຂົາກໍເຮັດພິທີຖອດຜ້າມ່ານອອກດ້ວຍທ່າທີທີ່ໜ້າຊົມເຊີຍ; ເມື່ອແມ່ຍິງຄົນນັ້ນມາຢືນຢູ່ຂ້າງປະທານສະພາ ທຸກຄົນສັງເກດວ່າເປັນນັກເຕັ້ນໃນໂຮງລະຄອນ.…ຜູ້ຍິງຄົນນີ້ຖືກນັບວ່າ ເປັນຕົວແທນທີ່ເໝາະສົມທີ່ສຸດຂອງເທບທິດາແຫ່ງເຫດຜົນທີ່ສະພາແຫ່ງຊາດຝຣັ່ງພາກັນຖວາຍກຽດ. {GC 275.1}

“ພິທີກຳທີ່ໄຮ້ສາລະ ແລະ ຜິດສິນທຳນັ້ນ ໄດ້ກາຍເປັນກະແສນິຍົມ; ມີການຕັ້ງເທບທິດາແຫ່ງເຫດຜົນໃນເມືອງຕ່າງໆທົ່ວປະເທດ ໂດຍສະເພາະແມ່ນໃນສະຖານທີ່ທີ່ຊາວເມືອງຕ້ອງການສະແດງໃຫ້ເຫັນວ່າ ພວກເຂົາບໍ່ໄດ້ນ້ອຍໜ້າແກນນຳຂອງຝ່າຍປະຕິວັດ.”12 {GC 275.2}

ເຈົ້າໜ້າທີ່ທີ່ແນະນຳການນະມັດສະການເທບທິດາແຫ່ງເຫດຜົນກ່າວວ່າ: “ສະມາຊິກສະພາເອີຍ! ຄວາມຄັ່ງໄຄ້ຫຼົງໄຫຼໄດ້ປະລາໄຊ ແລະ ຖືກແທນທີ່ໂດຍການໃຊ້ເຫດຜົນແລ້ວເດີ້; ຍ້ອນວ່າຕາຟາງມົວຂອງຄວາມງົມງວາຍ ບໍ່ສາມາດສູ້ແສງສະຫວ່າງອັນເຈີດຈ້າໄດ້. ວັນນີ້ມະຫາຊົນໄດ້ມາປະຊຸມກັນພາຍໃຕ້ວົງໂຄ້ງມະຫຶມາຍຸກໂກທິກ13ນັ້ນ ເຊິ່ງເປັນຄັ້ງທຳອິດທີ່ສະຖານທີ່ແຫ່ງນັ້ນໄດ້ຍິນສຽງກັງວານເຖິງຄວາມຈິງ, ເພາະຢູ່ທີ່ນັ້ນ, ຊາວຝຣັ່ງໄດ້ສະຫຼອງການນະມັດສະການທີ່ແທ້ຈິງພຽງຢ່າງດຽວ ກໍຄື ການນະມັດສະການເສລີພາບ ແລະ ເທບທິດາແຫ່ງເຫດຜົນ. ທີ່ນັ້ນພວກເຮົາໄດ້ຮ່າງຄວາມໃຝ່ຝັນໃຫ້ມີສາທາລະນະລັດທີ່ມີກຳລັງທະຫານເຂັ້ມແຂງ; ທີ່ນັ້ນພວກເຮົາໄດ້ປະຖິ້ມຮູບປັ້ນທີ່ບໍ່ມີຊີວິດ ເພື່ອຮັບເອົາເທບທິດາແຫ່ງເຫດຜົນ, ເປັນຮູບເຄົາລົບທີ່ມີຊີວິດ ແລະ ເປັນຜົນງານຊິ້ນເອກຂອງທຳມະຊາດ.”14 {GC 275.3}

ເມື່ອເທບທິດາຖືກນຳເຂົ້າໄປໃນສະພາ, ຜູ້ບັນລະຍາຍໄດ້ຈັບມືນາງ ແລ້ວຫັນໄປກ່າວແກ່ຄົນທີ່ປະຊຸມກັນຢູ່ນັ້ນວ່າ: “ມະນຸດເອີຍ, ຈົ່ງເຊົາສັ່ນສະເທືອນຕໍ່ໜ້າພຣະເຈົ້າທີ່ມີແຕ່ສຽງຟ້າຮ້ອງແຕ່ບໍ່ມີອຳນາດ, ຄືພຣະເຈົ້າທີ່ເກີດມາຈາກຄວາມຢ້ານກົວຂອງພວກທ່ານ. ຕໍ່ໄປນີ້ຢ່າໄດ້ຮັບຮູ້ພຣະເຈົ້າອື່ນໃດນອກຈາກເທບທິດາແຫ່ງເຫດຜົນ. ຂ້າພະເຈົ້າຂໍນຳສະເໜີໃຫ້ພວກທ່ານເບິ່ງຮູບກາຍທີ່ສະຫງ່າງາມ ແລະ ບໍຣິສຸດຂອງນາງ; ຖ້າພວກທ່ານຕ້ອງການມີຮູບເຄົາລົບ ຈົ່ງບູຊາແຕ່ຮູບເຊັ່ນນີ້.” 15 “ຮູບໂສມແຫ່ງເຫດຜົນເອີຍ ຈົ່ງຂາບລົງຕໍ່ໜ້າສະພາອັນຊົງກຽດແຫ່ງເສລີພາບ!” {GC 276.1}

“ຫຼັງຈາກປະທານສະພາກອດເທບທິດາແລ້ວ, ນາງກໍຂຶ້ນນັ່ງເທິງລົດຂະບວນແຫ່ ແລ້ວຖືກນຳພາທ່າມກາງມະຫາຊົນໄປຍັງໂບດວິຫານແຫ່ງນໍເຕີດາມ (Notre Dame) ເພື່ອແທນທີ່ພຣະເຈົ້າ. ເມື່ອໄປຮອດວິຫານ ນາງໄດ້ຖືກຍົກຂຶ້ນຢູ່ເທິງແທ່ນບູຊາທີ່ສູງສຸດ ເພື່ອຮັບການເຄົາລົບນັບຖືຈາກທຸກຄົນທີ່ຢູ່ທີ່ນັ້ນ.”16 {GC 276.2}

ຫຼັງຈາກນີ້ບໍ່ດົນ, ມີການເຜົາພຣະຄຳພີໃນທີ່ສາທາລະນະ. ມີຄັ້ງໜຶ່ງ “ສະມາຊິກສະມາຄົມພິພິທະພັນ” ໄດ້ເຂົ້າໄປໃນຫ້ອງປະຊຸມຝ່າຍການປົກຄອງເມືອງ ພ້ອມກັບຮ້ອງວ່າ, “ເຫດຜົນຈົ່ງຈະເລີນ!” ພວກເຂົາຖືເອົາໄມ້ຍາວທ່ອນໜຶ່ງທີ່ມີໜັງສືຫຼາຍເຫຼັ້ມສຽບໄວ້ທີ່ປາຍ, ໜັງສືເຫຼົ່ານີ້ຖືກເຜົາໄໝ້ໄປເຄິ່ງໜຶ່ງ, ມີທັງຄູ່ມືອະທິຖານ, ຄູ່ມືປະຈຳພິທີສິນລະນຶກ ແລະ ພຣະຄຳພີເກົ່າກັບພຣະຄຳພີໃໝ່. ປະທານປະຊຸມກ່າວວ່າ: “ຄວາມໂງ່ຈ້າທັງຫຼາຍທີ່ໜັງສືເຫຼົ່ານີ້ໄດ້ຍຸຍົງໃຫ້ມະນຸດສະໂລກກະທຳນັ້ນ ໄດ້ຖືກສັງເວີຍໃນກອງໄຟນີ້.”17 {GC 276.3}

ຜົນລັບຂອງການຕໍ່ຕ້ານພຣະຄຳພີ

ລະບອບສັນຕະປາປາໄດ້ເລີ່ມຕົ້ນວຽກງານ ເຊິ່ງອຸດົມການທີ່ເຊື່ອວ່າບໍ່ມີພຣະເຈົ້າໄດ້ສານຕໍ່ຈົນສຳເລັດ. ນະໂຍບາຍຂອງຄຣິສຕະຈັກໂຣມໄດ້ປູທາງໃນດ້ານສັງຄົມ, ການເມືອງ ແລະ ສາສະໜາ, ເຊິ່ງເປັນເຫດທີ່ເລັ່ງລັດໃຫ້ປະເທດຝຣັ່ງໄປເຖິງຄວາມພິນາດ. ເມື່ອນັກປະຫວັດສາດຂຽນເຖິງຄວາມຮ້າຍກາດຂອງການປະຕິວັດ, ພວກເຂົາມັກກ່າວວ່າ ຄວາມໂຫດຮ້າຍເຫຼົ່ານັ້ນເກີດຈາກກະສັດ ແລະ ຈາກຄຣິສຕະຈັກ. ແຕ່ຖ້າຈະກ່າວຢ່າງເປັນທຳແລ້ວ ແມ່ນຄຣິສຕະຈັກທີ່ເປັນເຫດ. ລະບອບສັນຕະປາປາໄດ້ປັ່ນຫົວບັນດາກະສັດໃຫ້ຕໍ່ສູ້ຂະບວນການປະຕິຮູບ, ໃຫ້ຖືວ່ານັກປະຕິຮູບນັ້ນເປັນສັດຕູຕໍ່ບັນລັງ, ເປັນອັນຕະລາຍຕໍ່ສັນຕິພາບ ແລະ ຄວາມເປັນປຶກແຜ່ນຂອງປະເທດຊາດ. ມັນເປັນຄວາມສະຫຼາດຂອງຄຣິສຕະຈັກໂຣມ ທີ່ໃຫ້ການກົດຂີ່ທີ່ໂຫດຫ້ຽມທີ່ສຸດນັ້ນມາຈາກຝ່າຍກະສັດ. {GC 276.4}

ເມື່ອພຣະຄຳພີຖືກປະຖິ້ມໄປແລ້ວ ຄວາມສຳຄັນຂອງເສລີພາບກໍໝົດໄປຕາມກັນ. ແຕ່ທີ່ໃດມີການຮັບເອົາຂ່າວປະເສີດ ຈິດໃຈຂອງຄົນທີ່ນັ້ນກໍຈະຕື່ນຂຶ້ນ. ປະຊາຊົນເລີ່ມແກ້ໂສ້ທີ່ມັດພວກເຂົາຢູ່ໃນສະພາບທີ່ໂງ່ຈ້າ, ງົມງວາຍ ແລະ ໃຊ້ຊີວິດໃນຄວາມຊົ່ວ. ພວກເຂົາເລີ່ມຄິດ ແລະ ປະຕິບັດຕົວໃຫ້ສົມກັບການເປັນມະນຸດ. ກະສັດທັງຫຼາຍເຫັນແລ້ວກໍໃຈສັ່ນ ເພາະຢ້ານວ່າອຳນາດຜະເດັດການຂອງຕົນຈະໄດ້ຮັບຜົນກະທົບ. {GC 277.1}

ຄຣິສຕະຈັກໂຣມບໍ່ໄດ້ລໍຊ້າທີ່ຈະຍຸຍົງກະສັດທີ່ຢ້ານກົວເຫຼົ່ານັ້ນໃຫ້ໂກດຮ້າຍ. ໃນປີ 1525 ສັນຕະປາປາກ່າວຕໍ່ຜູ້ສຳເລັດຣາຊການແທນກະສັດຂອງປະເທດຝຣັ່ງວ່າ: “ກະແສນິຍົມບ້າໆນີ້ [ຂອງພວກໂປຣແຕັສຕັງ] ຈະບໍ່ພຽງແຕ່ເຮັດໃຫ້ສາສະໜາສັບສົນ ແລະ ທຳລາຍສາສະໜາເທົ່ານັ້ນ, ແຕ່ຈະທຳລາຍບັນດາອຳນາດການປົກຄອງ, ຍົດຖາບັນດາສັກ, ກົດໝາຍ, ລະດັບຊັ້ນໃນສັງຄົມ ແລະ ຕຳແໜ່ງທັງໝົດໄປດ້ວຍ.”18 ຕໍ່ມາບໍ່ເທົ່າໃດປີ, ທູດຂອງສັນຕະປາປາໄດ້ເຕືອນກະສັດວ່າ: “ຝ່າບາດເອີຍ, ຢ່າໄດ້ຫຼົງກົນເລີຍ. ພວກໂປຣແຕັສຕັງຈະກໍ່ຄວາມວຸ້ນວາຍໃນບ້ານເມືອງ ແລະ ໃນລະບຽບວິໄນທາງສາສະໜາ.…ບັນລັງກະສັດສ່ຽງອັນຕະລາຍຫຼາຍພໍໆກັບແທ່ນບູຊາຂອງໂບດ.…ການນຳສາສະໜາໃໝ່ເຂົ້າມາກໍຈະນຳໄປສູ່ການປົກຄອງແບບໃໝ່ຢ່າງຫຼີກລ່ຽງບໍ່ໄດ້.”19 ສ່ວນນັກສາສະໜາສາດກໍອາໄສອະຄະຕິຂອງປະຊາຊົນ ເພື່ອປະກາດວ່າຄຳສອນຂອງພວກໂປຣແຕັສຕັງນັ້ນ “ເປັນການລໍ້ລວງຜູ້ຄົນໃຫ້ຫຼົງໄປຕາມເລື່ອງໃໝ່ໆທີ່ບໍ່ເປັນປະໂຫຍດ, ທັງເຮັດໃຫ້ປະຊາຊົນບໍ່ສະແດງຄວາມເຄົາລົບຮັກທີ່ພວກເຂົາຄວນມີຕໍ່ກະສັດ; ນອກຈາກນັ້ນ, ຍັງທຳລາຍທັງລັດ ແລະ ຄຣິສຕະຈັກດ້ວຍ.” ດັ່ງນັ້ນ, ຄຣິສຕະຈັກໂຣມຈຶ່ງຍຸຍົງໃຫ້ປະເທດຝຣັ່ງຕໍ່ສູ້ກັບຂະບວນການປະຕິຮູບຈົນສຳເລັດ. “ທຳອິດທີ່ມີການຊັກດາບອອກມາກົດຂີ່ຂົ່ມເຫັງໃນປະເທດຝຣັ່ງ ກໍເພື່ອປົກປ້ອງບັນລັງ, ປົກປັກຮັກສາບັນດາຂຸນນາງ ແລະ ຮັກສາກົດໝາຍ.”20 {GC 277.2}

ບັນດາຜູ້ປົກຄອງແຜ່ນດິນບໍ່ໄດ້ຄາດຄິດວ່າ ນະໂຍບາຍເຫຼົ່ານັ້ນຈະສົ່ງຜົນຢ່າງຮ້າຍແຮງພຽງໃດ. ຖ້າປະຊາຊົນມີໂອກາດຮັບເອົາຄຳສອນຂອງພຣະຄຳພີ ພວກເຂົາກໍຈະໄດ້ຮັບເອົາຫຼັກການຂອງຄວາມຍຸຕິທຳ, ການຮູ້ຈັກບັງຄັບຕົນ, ຄວາມຈິງ, ຄວາມສະເໝີພາບ ແລະ ຄວາມເມດຕາ ເຊິ່ງເປັນພື້ນຖານສຳຄັນຂອງຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. “ຄວາມຊອບທຳເຮັດໃຫ້ຊາດຍິ່ງໃຫຍ່.” ດ້ວຍວ່າ “ຄວາມຍຸຕິທຳພາໃຫ້ການປົກຄອງປະເທດເຂັ້ມແຂງ.” (ສຸພາສິດ 14:34; 16:12). “ຜົນຂອງຄວາມຊອບທຳຈະເປັນສັນຕິພາບ ແລະ ຜົນຂອງຄວາມຊອບທຳຄືຄວາມສະຫງົບ ແລະ ຄວາມວາງໃຈເປັນນິດ.” (ເອຊາຢາ 32:17 TKJV). ຜູ້ທີ່ຮັກສາພຣະບັນຍັດຂອງພຣະເຈົ້າ ກໍຈະເຄົາລົບ ແລະ ປະຕິບັດຕາມກົດໝາຍບ້ານເມືອງ. ຜູ້ທີ່ຢຳເກງພຣະເຈົ້າຈະໃຫ້ກຽດກະສັດໃນການໃຊ້ອຳນາດຢ່າງຖືກຕ້ອງ ແລະ ເປັນທຳ. ແຕ່ໜ້າເສຍດາຍທີ່ປະເທດຝຣັ່ງຫ້າມພຣະຄຳພີ ແລະ ຂັບໄລ່ຜູ້ທີ່ເຊື່ອຕິດຕາມພຣະຄຳພີ. ເປັນເວລາຫຼາຍສະຕະວັດຢ່າງຕໍ່ເນື່ອງ ທີ່ຜູ້ຊາຍທີ່ມີຄວາມເຊື່ອຖືກບັງຄັບໃຫ້ເປັນທາດຢູ່ໃນເຮືອພາຍຂະໜາດໃຫຍ່, ຖືກປະຫານຊີວິດດ້ວຍການເຜົາໄຟ ຫຼື ຖືກຂັງໃນຄຸກມືດຈົນຮ່າງກາຍເປື່ອຍເນົ່າ; ລັກສະນະຂອງຄົນເຫຼົ່ານີ້ຄື ມີຫຼັກທຳ, ມີຄວາມສັດຊື່, ເປັນຄົນສະຫຼາດ, ມີຈຸດຢືນດ້ານສິນທຳ ແລະ ກ້າເປັນພະຍານເຖິງຄວາມເຊື່ອຂອງຕົນ ອັນເປັນຄວາມເຊື່ອທີ່ສາມາດອົດທົນຕໍ່ຄວາມທຸກທໍລະມານເພື່ອຄວາມຈິງ. ຫຼາຍພັນຄົນຫຼົບໜີເພື່ອຄວາມປອດໄພ; ແລ້ວກໍເປັນດັ່ງນັ້ນຕັ້ງແຕ່ເລີ່ມຕົ້ນການປະຕິຮູບຕໍ່ເນື່ອງກັນ 250 ປີ. {GC 277.3}

“ຕະຫຼອດໄລຍະເວລາອັນດົນນານນັ້ນ ຊາວຝຣັ່ງເກືອບທຸກລຸ້ນກໍມີພວກສາວົກຂອງຂ່າວປະເສີດທີ່ຕ້ອງໜີໄປຕໍ່ໜ້າຄວາມຄຽດແຄ້ນຂອງຜູ້ຂົ່ມເຫັງທີ່ບ້າຄັ່ງ; ຄົນເຫຼົ່ານີ້ໄດ້ນຳຄວາມຮູ້, ສິລະປະ, ອຸດສາຫະກຳ ແລະ ລະບຽບວິໄນໄປພັດທະນາດິນແດນທັງຫຼາຍທີ່ພວກເຂົາໜີໄປນັ້ນ ເພາະໂດຍທົ່ວໄປກໍມີຄວາມຊຳນານໃນສິ່ງເຫຼົ່ານີ້. ພວກເຂົາພັດທະນາປະເທດອື່ນດ້ວຍທັກສະຄວາມສາມາດຂອງຕົນພຽງໃດ ປະເທດທີ່ພວກເຂົາໜີອອກມານັ້ນກໍຂາດຄວາມສາມາດດັ່ງກ່າວພຽງນັ້ນ. ຖ້າຫາກວ່າທຸກສິ່ງທີ່ຖືກຂັບໄລ່ອອກຈາກປະເທດຝຣັ່ງຍັງຢູ່; ຖ້າຫາກວ່າ, ໃນໄລຍະເວລາ 300 ປີນີ້ ຝີມືແຮງງານອຸດສາຫະກຳຂອງພວກອົບພະຍົບ ໄດ້ພັດທະນາລະບົບກະເສດໃນປະເທດຂອງຕົນ; ຖ້າຫາກວ່າໃນ 300 ປີນີ້ ພວກເຂົາໄດ້ໃຊ້ຄວາມສາມາດດ້ານສິລະປະໃນການພັດທະນາຜົນຜະລິດຂອງປະເທດ; ຖ້າຫາກວ່າໃນ 300 ປີນີ້ ພວກອັດສະລິຍະບຸກຄົນໄດ້ໃຊ້ຄວາມສາມາດໃນການວິເຄາະເພື່ອພັດທະນາວັນນະກຳ ແລະ ວິທະຍາສາດຂອງບ້ານເມືອງ; ຖ້າສະຕິປັນຍາຂອງພວກເຂົາໄດ້ນຳພາສະພາແຫ່ງຊາດ; ຖ້າຄວາມກ້າຫານຂອງພວກເຂົາໄດ້ຕໍ່ສູ້ໃນສົງຄາມ; ຖ້າຄວາມຍຸຕິທຳຂອງພວກເຂົາໄດ້ວາງລະບຽບກົດໝາຍ; ຖ້າສາສະໜາຂອງພຣະຄຳພີໄດ້ເສີມສ້າງສະຕິປັນຍາ ແລະ ການຄຸ້ມຄອງຈິດສຳນຶກຂອງປະຊາຊົນ, ຖ້າຫາກວ່າທັງໝົດນັ້ນໄດ້ເປັນຈິງ ປະເທດຝຣັ່ງຄົງຈະເລີນຮຸ່ງເຮືອງຢ່າງແນ່ນອນ! ຈະເປັນປະເທດທີ່ອຸດົມສົມບູນ ແລະ ປະຊາຊົນຈະມ່ວນຊື່ນໃຈບານ, ຈະເປັນປະເທດແບບຢ່າງໃຫ້ທຸກປະເທດ, ແຕ່ກໍບໍ່ໄດ້ເປັນເຊັ່ນນັ້ນເລີຍ!” {GC 278.1}

“ພວກຜູ້ນຳປະເທດຝຣັ່ງມີອະຄະຕິຈົນຕາບອດຫົວປັກຫົວປຳ; ພວກເຂົາຈຶ່ງຂັບໄລ່ອາຈານທັງຫຼາຍທີ່ສອນເລື່ອງຄຸນນະທຳ, ຜູ້ທີ່ເປັນແບບຢ່າງຂອງຊີວິດທີ່ມີລະບຽບທຸກຄົນ ແລະ ຄົນສັດຊື່ທັງປວງທີ່ຈົງຮັກພັກດີຕໍ່ກະສັດ. ຄົນທີ່ພ້ອມສ້າງໃຫ້ປະເທດຊາດຂອງຕົນມີສັກສີ ແລະ ມີຊື່ສຽງໃນແຜ່ນດິນໂລກກໍຖືກບັງຄັບໃຫ້ຕ້ອງເລືອກລະຫວ່າງການຖືກປະຫານດ້ວຍການເຜົາໄຟ ຫຼື ການອົບພະຍົບໄປຕ່າງແດນ. ໃນທີ່ສຸດ, ຄວາມພິນາດຂອງປະເທດຝຣັ່ງກໍສົມບູນ; ຕອນນີ້ບໍ່ເຫຼືອຈິດສຳນຶກຜິດຊອບໃຫ້ຖືກຫ້າມ, ບໍ່ເຫຼືອຄວາມເຊື່ອຖືໃນຫຼັກສິນທຳທີ່ຈະເອົາໄປປະຫານ, ບໍ່ເຫຼືອຄວາມຈົງຮັກພັກດີຕໍ່ຊາດທີ່ຈະໃຫ້ຖືກຂັບໄລ່.”21 ການປະຕິວັດຝຣັ່ງພ້ອມຄວາມໂຫດຮ້າຍທາລຸນທັງຫຼາຍຂອງການປະຕິວັດນັ້ນ ແມ່ນໝາກຜົນໂດຍກົງ. {GC 279.1}

“ເມື່ອພວກຊາວຮູເກີໂນອົບພະຍົບໜີໄປ, ປະເທດຝຣັ່ງກໍເລີ່ມເສື່ອມຖອຍລົງ. ບັນດາເມືອງອຸດສາຫະກຳທີ່ຈະເລີນກໍຊຸດໂຊມ; ດິນດອນທີ່ເຮັດກະເສດຢ່າງອຸດົມສົມບູນກໍກັບກາຍເປັນປ່າໄມ້; ແທນໄລຍະເວລາແຫ່ງການພັດທະນາກ້າວໜ້າກໍມີຄວາມມຶນທຶບທາງປັນຍາ ແລະ ສິນລະທຳທີ່ເສື່ອມຖອຍລົງ. ນະຄອນປາຣີກາຍເປັນບ່ອນລ້ຽງຄົນອະນາຖາ, ມີການກະປະມານວ່າ ໃນຊ່ວງເລີ່ມຕົ້ນຂອງການປະຕິວັດ ມີຄົນຈົນ 200,000 ຄົນ ອາໄສເງິນລ້ຽງຂອງກະສັດ. ມີແຕ່ຄະນະສົງເຢຊຸອິດເທົ່ານັ້ນທີ່ຈະເລີນຮຸ່ງເຮືອງຢູ່ໃນປະເທດທີ່ເສື່ອມໂຊມ; ພວກເຂົາໃຊ້ຜະເດັດການຢ່າງໜ້າຢ້ານປົກຄອງຢູ່ເໜືອຄຣິສຕະຈັກ, ສະຖາບັນສຶກສາ, ຄຸກ ແລະ ເຮືອພາຍທີ່ໃຊ້ແຮງງານທາດ.” {GC 279.2}

ຮາກເຫງົ້າຂອງການປະຕິວັດ

ບັນຫາທາງການເມືອງ ແລະ ສັງຄົມຂອງປະເທດຝຣັ່ງທີ່ເຮັດໃຫ້ອາຈານສອນສາສະໜາ, ກະສັດ ແລະ ສະມາຊິກສະພານິຕິບັນຍັດຂອງຊາດມຶນງົງນັ້ນ ກໍມີຄຳຕອບຢູ່ໃນຂ່າວປະເສີດ; ບັນຫາທີ່ນຳຊາດຝຣັ່ງໄປສູ່ສະພາບອະນາທິປະໄຕ22 ແລະ ຄວາມພິນາດນັ້ນກໍມີທາງແກ້ໄຂໃນຂ່າວປະເສີດເຊັ່ນກັນ. ແຕ່ພາຍໃຕ້ການປົກຄອງຂອງຄຣິສຕະຈັກໂຣມ, ປະຊາຊົນໄດ້ສູນເສຍພຣະພອນຂອງພຣະຜູ້ຊ່ວຍໃຫ້ລອດທີ່ສອນໃຫ້ຄົນຮູ້ຈັກການເສຍສະຫຼະຕົນເອງ ແລະ ຄວາມຮັກທີ່ບໍ່ເຫັນແກ່ຕົວ. ພວກເຂົາໄດ້ຖືກລໍ້ໃຫ້ປະຖິ້ມການປະຕິເສດຕົນເອງ ແລະ ການເຫັນແກ່ປະໂຫຍດຂອງຄົນອື່ນ. ຄົນຮັ່ງມີບໍ່ໄດ້ຮັບການຕິຕຽນຍ້ອນການກົດຂີ່ຂົ່ມເຫັງຄົນທຸກຍາກ, ສ່ວນຄົນທຸກຍາກ ກໍບໍ່ໄດ້ຮັບການບັນເທົາຈາກການຕ້ອງເຮັດວຽກຄືກັບເປັນທາດໃນສະພາບທີ່ຕົກຕ່ຳ. ຄວາມເຫັນແກ່ຕົວຂອງຄົນຮັ່ງມີ ແລະ ຜູ້ມີອຳນາດນັບມື້ກໍສະແດງອອກດ້ວຍການຂົ່ມເຫັງຫຼາຍຂຶ້ນຢ່າງເຫັນໄດ້ຊັດ. ຄວາມໂລບ ແລະ ຄວາມຟຸມເຟືອຍຂອງພວກຂຸນນາງ ໄດ້ນຳໄປສູ່ການບີບບັງຂັບຄົນຍາກຈົນເປັນເວລາຫຼາຍຮ້ອຍປີ. ຄົນຮັ່ງມີເຮັດຜິດຕໍ່ຄົນທຸກຍາກ ແລະ ຄົນທຸກຍາກກໍກຽດຊັງຄົນຮັ່ງມີ. {GC 279.3}

ໃນຫຼາຍແຂວງ, ທີ່ດິນທັງໝົດເປັນຂອງພວກຂຸນນາງ, ສ່ວນຊົນຊັ້ນກຳມະກອນ ແລະ ຊາວໄຮ່ຊາວນາເປັນພຽງຜູ້ເຊົ່າຢູ່; ການກິນຢູ່ຂອງພວກເຂົາຂຶ້ນຢູ່ກັບຄວາມເມດຕາຂອງເຈົ້າຂອງທີ່ດິນ ແລະ ພວກເຂົາຈຳເປັນຕ້ອງຍອມຕໍ່ການຮຽກຮ້ອງອັນໜັກເຫຼືອທົນຂອງພວກຂຸນນາງ. ພາລະຂອງການສະໜັບສະໜູນທັງຄຣິສຕະຈັກ ແລະ ລັດຕົກຢູ່ກັບຄົນຊັ້ນກາງ ແລະ ຊັ້ນລຸ່ມທີ່ຖືກອຳນາດການປົກຄອງ ແລະ ພວກນັກບວດເກັບພາສີຢ່າງໜັກໜ່ວງ. “ຄວາມສຸກຂອງພວກຂຸນນາງຖືເປັນກົດໝາຍສູງສຸດ; ຖ້າຊາວໄຮ່ຊາວນາ ແລະ ຄົນຈົນຈະອົດຕາຍ ພວກຜູ້ຂົ່ມເຫັງກໍບໍ່ສົນ.…ປະຊາຊົນຖືກບີບບັງຄັບທຸກດ້ານ ໃຫ້ເຮັດທຸກຢ່າງເພື່ອຜົນປະໂຫຍດໂດຍສະເພາະຂອງເຈົ້າຂອງທີ່ດິນ. ຊາວກະສິກອນຕ້ອງເຮັດວຽກໂດຍບໍ່ໄດ້ພັກບໍ່ໄດ້ເຊົາ ແລະ ໃຊ້ຊີວິດຢ່າງທຸກຍາກລຳບາກໂດຍບໍ່ໄດ້ຮັບການບັນເທົາ; ຖ້າຜູ້ໃດກ້າຮ້ອງທຸກ ກໍມີແຕ່ຖືກຄົນຮັ່ງມີດູຖູກດູໝິ່ນ. ສານຍຸຕິທຳຈະເຂົ້າຂ້າງພວກຂຸນນາງ; ພວກຜູ້ພິພາກສາກໍມີຊື່ສຽງໃນການຮັບສິນບົນ; ອາລົມຊົ່ວວູບຂອງຊົນຊັ້ນສູງມີນ້ຳໜັກເທົ່າກັບກົດໝາຍ ຍ້ອນວ່າມີການສໍ້ລາດບັງຫຼວງທົ່ວໄປຈົນເປັນລະບົບ. ພາສີທີ່ພວກຂຸນນາງ ແລະ ພວກບາດຫຼວງຂູດຮີດອອກຈາກປະຊາຊົນນັ້ນ ໜ້ອຍກວ່າເຄິ່ງໜຶ່ງທີ່ເຂົ້າໄປໃນຄັງຫຼວງ ຫຼື ໃນຄັງຂອງຄຣິສຕະຈັກ, ສ່ວນທີ່ເຫຼືອແມ່ນພວກທີ່ເກັບນັ້ນຜານກິນເອງ. ຄົນເຫຼົ່ານັ້ນທີ່ເກັບພາສີຄົນອື່ນຈົນແຫ້ງ ພັດໄດ້ຮັບການຍົກເວັ້ນພາສີສຳລັບຕົວເອງ ແລະ ມີສິດຕາມກົດໝາຍ ຫຼື ຮີດຄອງປະເພນີໃນຜົນປະໂຫຍດຕ່າງໆທີ່ລັດກຳນົດໃຫ້. ຊົນຊັ້ນທີ່ໄດ້ຮັບສິດທິພິເສດນີ້ມີຈຳນວນ 150,000 ຄົນ ເຊິ່ງຄົນນັບລ້ານຕ້ອງໃຊ້ຊີວິດຢ່າງສິ້ນຫວັງ ແລະ ທຸກຍາກເພື່ອບຳເລີໃຈຄົນເຫຼົ່ານັ້ນ.” {GC 279.4}

ຄົນໃນຣາຊສຳນັກໃຊ້ຊີວິດຢ່າງຫຼູຫຼາ ແລະ ຜິດສິນທຳ. ປະຊາຊົນບໍ່ຄ່ອຍມີຄວາມເຊື່ອໝັ້ນໃນພວກຜູ້ປົກຄອງ. ທຸກຄົນສົງໄສວ່າທຸກມາດຕະການຂອງລັດຖະບານ ລ້ວນແຕ່ເປັນແຜນອຸບາຍທີ່ເຫັນແກ່ຕົວ. ກ່ອນການປະຕິວັດກວ່າເຄິ່ງສະຕະວັດ ເປັນຣາຊສະໄໝຂອງກະສັດຫຼຸຍສ໌ທີ 15, ເຊິ່ງໃນຍຸກສະໄໝທີ່ຊົ່ວຮ້າຍນັ້ນ ເພິ່ນມີຊື່ສຽງໂດ່ງດັງວ່າເປັນຄົນຂີ້ຄ້ານ, ໄຮ້ສາລະ ແລະ ມົວເມົາໃນກາມ. ສະພາບບ້ານເມືອງໃນເວລານັ້ນ ມີຊົນຊັ້ນນຳທີ່ໂຫດຮ້າຍ ແລະ ຂາດສິນທຳ, ສ່ວນ ຄົນຊັ້ນລຸ່ມກໍບໍ່ມີເງິນ ແລະ ຂາດການສຶກສາ; ໃນຂະນະດຽວກັນ ສະພາບການເງິນຂອງລັດຖະບານນັ້ນໜ້າອັບອາຍ ແລະ ປະຊາຊົນຢູ່ຢ່າງສິ້ນຫວັງ. ສະນັ້ນ, ບໍ່ຈຳເປັນຕ້ອງມີຕາທິບຂອງນັກທຳນວາຍທີ່ຈະເຫັນວ່າຕ້ອງມີເຫດການທີ່ຮ້າຍແຮງປະທຸຂຶ້ນຢ່າງແນ່ນອນ. ທຸກຄັ້ງທີ່ພວກທີ່ປຶກສາຕັກເຕືອນກະສັດ, ເພິ່ນມັກຈະຕອບວ່າ: “ພະຍາຍາມຮັກສາສະຖານະການເອົາໄວ້ເທົ່າຊີວິດຂອງກູ; ຫຼັງຈາກກູຕາຍແລ້ວຈະເກີດຫຍັງຂຶ້ນກໍໃຫ້ມັນເກີດ.” ການພະຍາຍາມໂນ້ມນ້າວກະສັດໃຫ້ມີການປະຕິຮູບກໍບໍ່ໄດ້ຜົນ. ເພິ່ນເຫັນຄວາມຊົ່ວຮ້າຍທີ່ກຳລັງເກີດຂຶ້ນ, ແຕ່ບໍ່ມີຄວາມກ້າຫານ ຫຼື ກຳລັງພໍທີ່ຈະປະເຊີນໜ້າກັບມັນ. ຄວາມພິນາດທີ່ລໍຖ້າປະເທດຝຣັ່ງແມ່ນເຫັນໄດ້ຊັດໃນຄຳຕອບອັນຂີ້ຄ້ານ ແລະ ເຫັນແກ່ຕົວຂອງເພິ່ນທີ່ກ່າວວ່າ, “ຫຼັງຈາກກູຕາຍແລ້ວ ໄພພິບັດຈະຖະຫຼົ່ມແນ່ນອນ!” {GC 280.1}

ຄຣິສຕະຈັກໂຣມອາໄສຄວາມອິດສາຂອງບັນດາກະສັດ ແລະ ຊົນຊັ້ນຜູ້ນຳເພື່ອໂນ້ມນ້າວພວກເຂົາໃຫ້ຄວບຄຸມປະຊາຊົນຄືກັບເປັນທາດຕໍ່ໄປ ໂດຍຮູ້ດີວ່າການກະທຳດັ່ງກ່າວຈະສົ່ງຜົນໃຫ້ອຳນາດລັດອ່ອນແອລົງ, ເພາະວ່າພວກເຂົາຄິດທີ່ຈະໃຊ້ວິທີນີ້ໃຫ້ທັງຜູ້ປົກຄອງ ແລະ ປະຊາຊົນຕົກຢູ່ໃນກຳມືຂອງຕົນ. ຄຣິສຕະຈັກໂຣມວາງນະໂຍບາຍໄລຍະຍາວ ເພາະຮູ້ວ່າ ຖ້າຈະຄວບຄຸມຄົນໃຫ້ເປັນທາດໄດ້ສຳເລັດ ກໍຕ້ອງຜູກມັດຈິດວິນຍານຂອງພວກເຂົາ; ພວກເຂົາເຫັນວ່າວິທີທີ່ດີທີ່ສຸດໃນການປ້ອງກັນບໍ່ໃຫ້ຄົນໜີຈາກການເປັນທາດໄດ້ ກໍຄືການເຮັດໃຫ້ພວກເຂົາຢູ່ໃນສະພາບທີ່ບໍ່ສາມາດຮັບເອົາເສລີພາບໄດ້ເລີຍ. ມີຄວາມທຸກທີ່ເກີດຈາກນະໂຍບາຍຂອງຄຣິສຕະຈັກໂຣມ ເຊິ່ງຮ້າຍແຮງກວ່າຄວາມທຸກທໍລະມານທາງກາຍເປັນພັນເທົ່າ, ນັ້ນຄືຄວາມເສື່ອມເສຍທາງດ້ານສິນລະທຳ. ປະຊາຊົນບໍ່ສາມາດເຂົ້າເຖິງພຣະຄຳພີ ແຕ່ຖືກປະຖິ້ມໃຫ້ຮັບຟັງຄຳສອນທີ່ມີອະຄະຕິ ແລະ ຖືກສອນໃຫ້ເຫັນແກ່ຕົວ; ສະນັ້ນ, ປະຊາຊົນຈຶ່ງມີຄວາມໂງ່ຈ້າງົມງວາຍ ແລະ ເສື່ອມລົງໃນຄວາມບາບ ຈົນບໍ່ສາມາດປົກຄອງຕົນເອງໄດ້. {GC 281.1}

ແຕ່ໝາກຜົນທີ່ເກີດຈາກນະໂຍບາຍຂອງຄຣິສຕະຈັກໂຣມແຕກຕ່າງໄປຈາກຈຸດປະສົງຂອງພວກເຂົາຢ່າງໃຫຍ່ຫຼວງ. ແທນທີ່ຈະກົດມະຫາຊົນໃຫ້ຫຼັບຫູຫຼັບຕາເຮັດຕາມຄຳສອນຂອງຄຣິສຕະຈັກ, ນະໂຍບາຍເຫຼົ່ານັ້ນສົ່ງຜົນໃຫ້ປະຊາຊົນບໍ່ເຊື່ອໃນພຣະເຈົ້າ ແລະ ກາຍເປັນນັກປະຕິວັດ. ປະຊາຊົນລັງກຽດຄຳສອນຂອງຄຣິສຕະຈັກໂຣມ ເພາະຖືວ່າເປັນເລ່ລ່ຽມຂອງພວກບາດຫຼວງ; ພວກເຂົາຖືວ່າພວກບາດຫຼວງມີສ່ວນຮ່ວມໃນການກົດຂີ່ພວກເຂົາ. ພຣະເຈົ້າອົງດຽວທີ່ພວກເຂົາຮູ້ຈັກແມ່ນພຣະເຈົ້າຂອງຄຣິສຕະຈັກໂຣມ; ຄຳສອນຂອງຄຣິສຕະຈັກນັ້ນ ເປັນສາສະໜາດຽວທີ່ພວກເຂົາຄຸ້ນເຄີຍ. ປະຊາຊົນຖືວ່າຄວາມໂລບ ແລະ ຄວາມໂຫດຮ້າຍຂອງຄຣິສຕະຈັກໂຣມເປັນໝາກຜົນໂດຍກົງຂອງພຣະຄຳພີ, ພວກເຂົາຈຶ່ງບໍ່ເອົາຈັກຢ່າງທີ່ກ່ຽວຂ້ອງກັບສິ່ງເຫຼົ່ານີ້. {GC 281.2}

ຄຣິສຕະຈັກໂຣມໄດ້ບິດເບືອນລັກສະນະຂອງພຣະເຈົ້າ ແລະ ຂໍ້ບັງຄັບຂອງພຣະອົງ; ມາບັດນີ້ປະຊາຊົນຈຶ່ງປະຕິເສດທັງພຣະຄຳພີ ແລະ ພຣະເຈົ້າຂອງພຣະຄຳພີ. ຄຣິສຕະຈັກໂຣມຮຽກຮ້ອງໃຫ້ຄົນຫຼັບຕາເຊື່ອໃນຄຳສອນຂອງຄຣິສຕະຈັກ ໂດຍອ້າງວ່າໄດ້ຮັບການສະໜັບສະໜູນຈາກພຣະຄຳພີ. ທ່ານ ໂວນແຕ (Voltaire) ກັບພັກພວກຈຶ່ງຕອບສະໜອງຕໍ່ສິ່ງເຫຼົ່ານີ້ ດ້ວຍການປະຖິ້ມພຣະຄຳຂອງພຣະເຈົ້າທັງໝົດ ແລະ ແຜ່ກະຈາຍພິດສົງເລື່ອງການບໍ່ເຊື່ອໃນພຣະເຈົ້າໄປໃນທຸກຫົນແຫ່ງ. ຄຣິສຕະຈັກໂຣມໄດ້ຢຽບຢ້ຳສະມາຊິກລົງພາຍໃຕ້ສົ້ນຕີນເຫຼັກ; ບັດນີ້ເມື່ອມະຫາຊົນທີ່ເສື່ອມໂຊມ ແລະ ຖືກທຳຮ້າຍນັ້ນພະຍາຍາມດິ້ນຫຼຸດຈາກອຳນາດຜະເດັດການຂອງມັນ ພວກເຂົາກັບປະຖິ້ມການຄວບຄຸມທຸກຢ່າງ. ປະຊາຊົນຮູ້ສຶກຄຽດແຄ້ນຕໍ່ຂອງປອມທີ່ພວກເຂົາເຄີຍເຄົາລົບນັບຖືເປັນເວລາດົນນານ ຈຶ່ງປະຕິເສດທັງຄວາມຈິງ ແລະ ຄວາມເທັດໄປພ້ອມກັນ; ພວກທາດຂອງຄວາມຊົ່ວເຂົ້າໃຈຜິດວ່າ ຄຳວ່າ: “ເສລີພາບ” ຮວມເຖິງການເຮັດບາບຢ່າງເສລີ, ພວກເຂົາຈຶ່ງພາກັນສະຫຼອງຄວາມເປັນອິດສະຫຼະ ເຖິງແມ່ນວ່າມັນບໍ່ແມ່ນອິດສະຫຼະທີ່ແທ້ຈິງ. {GC 281.3}

ໃນຊ່ວງການເລີ່ມຕົ້ນຂອງການປະຕິວັດນັ້ນ ກະສັດຍອມໃຫ້ປະຊາຊົນມີຕົວແທນຫຼາຍກວ່າພວກຂຸນນາງ ແລະ ພວກບາດຫຼວງຮວມກັນ; ສະນັ້ນ, ດຸນອຳນາດຈຶ່ງຕົກຢູ່ໃນມືຂອງປະຊາຊົນ; ແຕ່ພວກເຂົາບໍ່ມີຄວາມພ້ອມທີ່ຈະນຳໃຊ້ອຳນາດດັ່ງກ່າວດ້ວຍສະຕິປັນຍາ ແລະ ຄວາມເໝາະສົມ. ເຂົາທັງຫຼາຍມີຄວາມກະຕືລືລົ້ນທີ່ຈະແກ້ໄຂຄວາມບໍ່ເປັນທຳທີ່ເກີດຂຶ້ນກັບຝ່າຍຂອງຕົນ, ຈຶ່ງຕັ້ງຕົ້ນປ່ຽນແປງລະບົບສັງຄົມ. ປະຊາຊົນຄຽດແຄ້ນ, ຈິດໃຈເຕັມໄປດ້ວຍຄວາມຊົງຈຳອັນຂົມຂື່ນທີ່ບໍ່ໄດ້ຮັບຄວາມເປັນທຳເປັນເວລາດົນ; ພວກເຂົາຕັດສິນໃຈແກ້ໄຂສະພາບແຫ່ງຄວາມທຸກທີ່ເຈັບປວດຈົນທົນບໍ່ໄຫວ ແລະ ແກ້ແຄ້ນທຸກຄົນທີ່ພວກເຂົາຖືວ່າເປັນຕົ້ນເຫດຂອງຄວາມທຸກດັ່ງກ່າວ. ຄົນທີ່ເຄີຍຖືກຂົ່ມເຫັງໄດ້ຖອດຖອນບົດຮຽນຈາກຜູ້ທີ່ບີບບັງຄັບເຂົາໃນລະບອບຜະເດັດການ ແລ້ວຈຶ່ງຫັນມາກົດຂີ່ຜູ້ທີ່ເຄີຍກົດຂີ່ຕົນ. {GC 282.1}

ເປັນເລື່ອງທີ່ໜ້າເສົ້າສຳລັບປະເທດຝຣັ່ງທີ່ຕ້ອງເສຍເລືອດເນື້ອໃນການເກັບກ່ຽວໝາກຜົນຂອງເມັດພືດທີ່ໄດ້ຫວ່ານລົງໄປ ເຊິ່ງເປັນຜົນຮ້າຍແຮງຈາກການທີ່ເຄີຍຍອມໃຫ້ຄຣິສຕະຈັກໂຣມຄອບງຳ. ບ່ອນທີ່ປະເທດຝຣັ່ງໄດ້ປັກຫຼັກປະຫານຕົ້ນເສົາທຳອິດ ພາຍໃຕ້ອິດທິພົນຂອງຄຣິສຕະຈັກໂຣມໃນຊ່ວງເລີ່ມຕົ້ນຂອງການປະຕິຮູບນັ້ນ ກໍເປັນບ່ອນດຽວກັນທີ່ມີການຕັ້ງມີດປະຫານເຫຼັ້ມທຳອິດໃນຊ່ວງການປະຕິວັດ. ໃນບ່ອນທີ່ກຸ່ມທຳອິດຖືກເຜົາຕາຍຍ້ອນມີຄວາມເຊື່ອໃນຄຳສອນຂອງໂປຣແຕັສຕັງໃນສະຕະວັດທີ 16 ເປັນບ່ອນດຽວກັນທີ່ກຸ່ມທຳອິດຖືກຕັດຄໍໃນສະຕະວັດທີ 18. ຂ່າວປະເສີດເປັນສິ່ງທີ່ສາມາດຮັກສາບາດແຜຂອງປະເທດຝຣັ່ງໃຫ້ຫາຍ, ແຕ່ເມື່ອພວກເຂົາປະຕິເສດຂ່າວປະເສີດໄປແລ້ວ ກໍເປັນການເປີດປະຕູສູ່ຄວາມບໍ່ເຊື່ອໃນພຣະເຈົ້າ, ຄວາມພິນາດຈຶ່ງຕາມມາ. ເມື່ອພວກເຂົາປະຖິ້ມພຣະບັນຍັດຂອງພຣະເຈົ້າເຊິ່ງຢັບຢັ້ງຄວາມບາບໄປແລ້ວ, ປາກົດວ່າ ກົດໝາຍຂອງມະນຸດບໍ່ພຽງພໍທີ່ຈະຢັບຢັ້ງອາລົມຮຸນແຮງອັນແປປວນຂອງມະນຸດໄດ້; ປະເທດຝຣັ່ງຈຶ່ງຖືກນຳໄປສູ່ການກະບົດ ແລະ ສະພາບອະນາທິປະໄຕ. ປະຫວັດສາດໂລກເອີ້ນໄລຍະເວລາທີ່ປະເທດຝຣັ່ງເຮັດສົງຄາມຕໍ່ສູ້ພຣະຄຳພີວ່າ “ສະໄໝທີ່ຄວາມໂຫດຫ້ຽມສະຫຍອງຂວັນຄອງເມືອງ.” (The Reign of Terror). ຄວາມສະຫງົບສຸກ ແລະ ຄວາມຊົມຊື່ນຍິນດີຖືກກຳຈັດປັດເປົ່າອອກໄປຈາກບ້ານເຮືອນ ແລະ ຈິດໃຈຂອງມະນຸດ. ບໍ່ມີໃຜປອດໄພ, ຜູ້ທີ່ຊະນະໃນມື້ນີ້ກໍຖືກຕັ້ງຂໍ້ຫາ ແລະ ຖືກຕັດສິນລົງໂທດໃນມື້ຖັດໄປ. ຄວາມຮຸນແຮງ ແລະ ກິເລດຕັນຫາໄດ້ປົກຄອງຈິດໃຈຜູ້ຄົນໂດຍບໍ່ມີການຢັບຢັ້ງ. {GC 282.2}

ທັງກະສັດ, ພວກນັກບວດ ແລະ ພວກຂຸນນາງຖືກບັງຄັບໃຫ້ຍອມຈຳນົນຕໍ່ຄວາມໂຫດຮ້າຍຂອງປະຊາຊົນທີ່ລຸກຮື້ ແລະ ມີຄວາມຄຽດແຄ້ນຈົນຄວບຄຸມສະຕິບໍ່ໄດ້. ການປະຫານຊີວິດຂອງກະສັດ ຍິ່ງເຮັດໃຫ້ປະຊາຊົນຫິວກະຫາຍການແກ້ແຄ້ນຫຼາຍຂຶ້ນ; ສ່ວນຄົນທີ່ອອກຄຳສັ່ງໃຫ້ປະຫານກະສັດ ກໍຖືກປະຫານເອງຫຼັງຈາກນັ້ນບໍ່ດົນ. ທຸກຄົນທີ່ສົງໄສວ່າເປັນສັດຕູຕໍ່ການປະຕິວັດໄດ້ຖືກກຳນົດໃຫ້ຖືກຂ້າຖິ້ມ. ໃນຄຸກຕ່າງໆມີຄົນຖືກຂັງຢ່າງແອອັດ ເຊິ່ງມີຊ່ວງໜຶ່ງທີ່ຈຳນວນຜູ້ຖືກຂັງເຖິງ 200,000 ຄົນ. ມີເຫດການໂຫດຮ້າຍອັນໜ້າຢ້ານກົວເກີດຂຶ້ນໃນເມືອງຕ່າງໆ. ພວກນັກປະຕິວັດຕ່າງແຕກແຍກກັນ, ຝ່າຍໜຶ່ງຕໍ່ສູ້ກັບອີກຝ່າຍໜຶ່ງ ຈົນປະເທດຝຣັ່ງໄດ້ກາຍເປັນສະໜາມຮົບ ທີ່ຄົນຕ່າງຝ່າຍຂັດແຍ້ງກັນຕາມອາລົມແປປວນຂອງແຕ່ລະກຸ່ມຄົນ. “ຢູ່ນະຄອນປາຣີມີການກໍ່ຄວາມວຸ້ນວາຍຢ່າງຕໍ່ເນື່ອງ, ພົນລະເມືອງຖືກແບ່ງອອກເປັນພັກເປັນພວກ, ເຊິ່ງເບິ່ງຄືວ່າຕ່າງຝ່າຍຕ່າງມຸ່ງຂ້າລ້າງຜານອີກຝ່າຍໜຶ່ງ.” ຊ້ຳຮ້າຍ, ໃນເວລານັ້ນປະເທດຝຣັ່ງກໍຍັງເຮັດສົງຄາມອັນຍາວນານ ແລະ ຮ້າຍແຮງກັບບັນດາປະເທດມະຫາອຳນາດຂອງເອີຣົບ. “ປະເທດເກືອບຈະລົ້ມລະລາຍ, ກອງທັບກຳລັງຮ້ອງຟ້ອງຂໍເງິນເດືອນທີ່ຄ້າງຈ່າຍ, ຊາວນະຄອນປາຣີອຶດຫິວ, ຕ່າງແຂວງກໍຖືກທຳລາຍໂດຍກອງໂຈນ ແລະ ອາລິຍະທຳເກືອບດັບສູນໄປພາຍໃຕ້ສະພາບອະນາທິປະໄຕ ແລະ ການປ່ອຍຕົວເຮັດຕາມອາລົມ.” {GC 283.1}

ປະຊາຊົນໄດ້ຮຽນຮູ້ບົດຮຽນຄວາມໂຫດຮ້າຍ ແລະ ການທໍລະມານຢ່າງດີ ເຊິ່ງຄຣິສຕະຈັກໂຣມໄດ້ສອນມາຢ່າງພາກພຽນ, ແລ້ວມື້ແຫ່ງການລ້າງແຄ້ນໄດ້ມາຮອດໃນທີ່ສຸດ. ມາຮອບນີ້ມັນບໍ່ແມ່ນພວກສາວົກຂອງພຣະເຢຊູທີ່ຖືກໂຍນເຂົ້າໄປໃນຄຸກມືດ ຫຼື ຖືກລາກໄປປະຫານ, ເພາະພວກສາວົກເສຍຊີວິດ ຫຼື ຖືກຂັບໄລ່ອອກໄປໝົດແລ້ວຕັ້ງແຕ່ດົນ. ບັດນີ້, ຄຣິສຕະຈັກໂຣມທີ່ບໍ່ເຄີຍປານີໃຜ ໄດ້ສຳຜັດເຖິງພະລັງອັນຮ້າຍກາດຂອງຄົນທີ່ພວກເຂົາເຄີຍສອນໃຫ້ຊື່ນຊົມໃນການຫຼັ່ງເລືອດ. “ແບບຢ່າງຂອງການຂົ່ມເຫັງທີ່ພວກນັກບວດຂອງປະເທດຝຣັ່ງໄດ້ກະທຳໃສ່ຄົນອື່ນນັບມາຫຼາຍສະໄໝ, ບັດນີ້ກໍກັບຖືກພວກເຂົາເອງຢ່າງສາສົມ. ເລືອດຂອງພວກບາດຫຼວງໄຫຼລົງຈາກຖານມີດປະຫານ. ເຮືອພາຍຂະໜາດໃຫຍ່ ແລະ ຄຸກຕ່າງໆ ເຊິ່ງເຄີຍເຕັມໄປດ້ວຍຊາວຮູເກີໂນ ບັດນີ້ກໍເຕັມໄປດ້ວຍຜູ້ທີ່ເຄີຍຂົ່ມເຫັງພວກເຂົາ. ພວກບາດຫຼວງຖືກຕ່ອງໂສ້ໃຫ້ພາຍເຮືອອັນເປັນການແບກຮັບເອົາຄວາມທຸກທັງຫຼາຍທີ່ຄຣິສຕະຈັກໂຣມເປັນເຫດໃຫ້ຄົນນອກຮີດຜູ້ອ່ອນສຸພາບຕ້ອງທົນ.” {GC 283.2}

“ນັ້ນເປັນຊ່ວງເວລາເມື່ອສານທີ່ປ່າເຖື່ອນທີ່ສຸດຕັດສິນຕາມກົດໝາຍທີ່ປ່າເຖື່ອນທີ່ສຸດ; ເມື່ອເພື່ອນບ້ານບໍ່ສາມາດທັກທາຍກັນ ຫຼື ອະທິຖານ…ໂດຍບໍ່ສ່ຽງທີ່ຈະເຮັດຜິດໃນຂໍ້ຫາທີ່ມີໂທດປະຫານ; ເປັນຊ່ວງເວລາທີ່ມີສາຍສືບຄອຍຈ້ອງປອງຮ້າຍຢູ່ທົ່ວທຸກຫົນແຫ່ງ; ເມື່ອມີດປະຫານລົງສັບໆຢູ່ຕະຫຼອດທຸກເຊົ້າ; ເມື່ອຄຸກທຸກແຫ່ງແອອັດຄືກັບຫ້ອງໃຕ້ເຮືອຂອງເຮືອພາຍທີ່ໃຊ້ແຮງງານທາດ; ເມື່ອຟອງເລືອດໄຫຼຜ່ານທໍ່ລະບາຍນ້ຳລົງໄປສູ່ແມ່ນ້ຳແຊນ (Seine).…ນອກຈາກນັ້ນ, ໃນແຕ່ລະມື້ ມີກວຽນບັນທຸກຜູ້ເຄາະຮ້າຍຜ່ານຖະໜົນໃນນະຄອນປາຣີໄປສູ່ຄວາມຕາຍ; ໃນຂະນະດຽວກັນ, ເຈົ້າໜ້າທີ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການສູງສຸດໃຫ້ປະຈຳຕ່າງແຂວງ ໄດ້ເຮັດຄວາມໂຫດຫ້ຽມທາລຸນທີ່ຮ້າຍແຮງກວ່າທີ່ປາກົດຢູ່ໃນນະຄອນຫຼວງ. ພວກເຂົາຮູ້ສຶກວ່າມີດປະຫານສັບລົງມາບໍ່ທັນ, ນັກໂທດທີ່ຢືນເປັນແຖວຍາວຖືກຍິງຖົມໃຫ້ຕາຍລຽບ. ມີການເຈາະຮູໃນເຮືອບັກໃຫ້ນັກໂທດຈົມນ້ຳຕາຍພ້ອມກັນເປັນໝູ່ໃຫຍ່. ເມືອງລີອົງ (Lyons) ກາຍເປັນທະເລຊາຍ. ສ່ວນທີ່ເມືອງອາຣັສ (Arras) ທ່າມກາງຄວາມໂຫດຮ້າຍທີ່ເກີດຂຶ້ນນັ້ນ, ແມ່ນແຕ່ຄວາມເມດຕາທີ່ຈະໃຫ້ນັກໂທດຕາຍໄວກໍຍັງບໍ່ມີ. ຕະຫຼອດສາຍແມ່ນ້ຳລົວ (Loire) ຕັ້ງແຕ່ເມືອງໂຊເມີ (Saumur) ເຖິງທະເລ ມີຝູງກາກັບແຫຼວຈຳນວນຫຼາຍກິນຊາກສົບທີ່ເປືອຍກາຍ ເຊິ່ງກອດພັນກັນຢ່າງໜ້າລັງກຽດ. ບໍ່ມີການສະແດງຄວາມເມດຕາເລີຍ ບໍ່ວ່າຈະຕໍ່ເພດໃດ ຫຼື ອາຍຸໃດກໍຕາມ. ຈຳນວນຊາວໜຸ່ມ ແລະ ຍິງສາວອາຍຸສິບເຈັດປີທີ່ຖືກລັດຖະບານອັນເລວຊາມຂ້າຕາຍນັ້ນ ມີຫຼາຍຮ້ອຍຄົນ. ພວກນັກປະຕິວັດພັກຢາໂກບິນ (Jacobin) ຈັບເດັກອ່ອນກິນນົມຄາເຕົ້າ ໃຊ້ຫອກແທງແລ້ວໂຍນຕໍ່ໆກັນ.” ໃນໄລຍະເວລາພຽງສິບປີ ມີຄົນຈຳນວນມະຫາສານຖືກຂ້າຕາຍ. {GC 284.1}

ທັງໝົດນີ້ເປັນໄປຕາມທີ່ຊາຕານຕ້ອງການ. ນີ້ແມ່ນສິ່ງທີ່ມັນມຸ່ງໝາຍຕະຫຼອດຫຼາຍຮ້ອຍປີເພື່ອໃຫ້ມັນເກີດ. ນະໂຍບາຍຂອງມັນແມ່ນການຫຼອກລວງຕັ້ງແຕ່ຕົ້ນຈົນເຖິງສຸດທ້າຍ; ມັນປະສົງຢ່າງເດັດດ່ຽວໃຫ້ມະນຸດຕ້ອງທົນຕໍ່ຄວາມທຸກເວດທະນາ ເພື່ອທຳລາຍລັກສະນະ ແລະ ຝີພຣະຫັດຂອງພຣະເຈົ້າ ແລະທຳລາຍພຣະປະສົງແຫ່ງຄວາມຮັກ, ທັງໝົດນີ້ກໍເພື່ອສ້າງຄວາມໂສກເສົ້າໃນສະຫວັນ. ຈາກນັ້ນມັນຫຼອກລວງມະນຸດໃຫ້ໂທດພຣະເຈົ້າສຳລັບຜົນງານຂອງມັນເອງ, ເໝືອນກັບວ່າຄວາມທຸກທີ່ເກີດຂຶ້ນນັ້ນ ເປັນແຜນການຂອງພຣະຜູ້ສ້າງ. ເຊັ່ນດຽວກັນ, ເມື່ອຄົນທີ່ຕົກຕ່ຳຍ້ອນຄວາມໂຫດຮ້າຍຂອງຊາຕານໄດ້ຮັບອິດສະຫຼະ, ມັນກໍຍຸຍົງໃຫ້ພວກເຂົາເຮັດຄວາມຊົ່ວຮ້າຍ ແລະ ປະພຶດເກີນຂອບເຂດ. ແລ້ວຜູ້ຜະເດັດການກັບພວກທີ່ກົດຂີ່ຂົ່ມເຫັງ ກໍຈະຊີ້ໄປຍັງການປ່ອຍຕົວເຮັດບາບໂດຍບໍ່ຢັບຢັ້ງຊັ່ງໃຈນັ້ນວ່າ ເປັນຕົວຢ່າງໝາກຜົນຂອງເສລີພາບ. {GC 284.2}

ເມື່ອມີຄົນສັງເກດຄວາມຜິດທີ່ປອມຕົວແບບໜຶ່ງ ຊາຕານພຽງແຕ່ເອົາຄວາມຜິດນັ້ນມາອຳພາງແບບໃໝ່ ແລ້ວຄົນສ່ວນຫຼາຍກໍຈະຫຼົງຮັບເອົາຢ່າງກະຕືລືລົ້ນ ເທົ່າກັບຕອນທີ່ຄວາມຜິດນັ້ນຢູ່ໃນຮູບແບບເດີມ. ເມື່ອປະຊາຊົນພົບວ່າລະບົບຄຳສອນຂອງຄຣິສຕະຈັກໂຣມນັ້ນເປັນການຫຼອກລວງ ຊາຕານຈຶ່ງບໍ່ສາມາດໃຊ້ຄຣິສຕະຈັກໂຣມເພື່ອນຳຄົນໃຫ້ລະເມີດພຣະບັນຍັດຂອງພຣະເຈົ້າ; ມັນຈຶ່ງປຸກປັ່ນໃຫ້ຄົນທັງຫຼາຍເຫັນວ່າ ສາສະໜາທຸກຢ່າງເປັນການຫຼອກລວງ ແລະ ພຣະຄຳພີເປັນພຽງນິຍາຍ ເພື່ອໃຫ້ພວກເຂົາຖິ້ມຂໍ້ບັງຄັບຂອງພຣະເຈົ້າ ແລະ ປ່ອຍຕົວເຮັດຊົ່ວໂດຍບໍ່ຢັບຢັ້ງໃຈ. {GC 285.1}

ຄວາມຜິດພາດອັນຮ້າຍແຮງ ທີ່ເຮັດໃຫ້ຊາວປະເທດຝຣັ່ງໄດ້ຮັບຄວາມເສຍຫາຍນັ້ນ ແມ່ນການບໍ່ເອົາໃຈໃສ່ຕໍ່ຫຼັກຄວາມຈິງອັນຍິ່ງໃຫຍ່ຢູ່ຂໍ້ດຽວ ກໍຄື ເສລີພາບທີ່ແທ້ຈິງຢູ່ພາຍໃຕ້ຂໍ້ຫ້າມແຫ່ງພຣະບັນຍັດຂອງພຣະເຈົ້າ. “ຖ້າເຈົ້າໄດ້ເຮັດແຕ່ຕາມຄຳສັ່ງຂອງເຮົາ ແລ້ວພອນກໍຈະຫຼັ່ງໄຫຼດັ່ງສາຍນ້ຳບໍ່ບົກແຫ້ງ. ແລ້ວໄຊຊະນະກໍຈະເປັນຂອງເຈົ້າໃນທັນທີ ດັ່ງຄື້ນທະເລທີ່ຖືກລົມພັດມາເທິງຊາຍຫາດ.” “ອົງພຣະຜູ້ເປັນເຈົ້າກ່າວວ່າ, ‘ຄວາມປອດໄພຈະບໍ່ມີສຳລັບພວກຄົນຊົ່ວຮ້າຍ.’” “ແຕ່ຜູ້ໃດກໍຕາມທີ່ຟັງເຮົາຈະປອດໄພ ແລະ ຈະມີຊີວິດຢູ່ໂດຍບໍ່ຢ້ານອັນຕະລາຍໃດໆທັງສິ້ນ.” (ເອຊາຢາ 48:18, 22; ສຸພາສິດ 1:33). {GC 285.2}

ຄົນທີ່ບໍ່ເຊື່ອວ່າມີພຣະເຈົ້າ ແລະ ຄົນທີ່ບໍ່ເຊື່ອໃນສາສະໜາ ພ້ອມດ້ວຍພວກທີ່ຫຼົງໄປຈາກຄວາມເຊື່ອນັ້ນ ລ້ວນແຕ່ຕໍ່ຕ້ານ ແລະ ປະນາມພຣະບັນຍັດຂອງພຣະເຈົ້າ; ແຕ່ອິດທິພົນຂອງພວກເຂົາສົ່ງຜົນທີ່ພິສູດວ່າ ຄວາມສຸກຂອງມະນຸດຂຶ້ນຢູ່ກັບການເຊື່ອຟັງກົດບັນຍັດຂອງພຣະອົງ. ໃຫ້ຜູ້ທີ່ບໍ່ຍອມອ່ານບົດຮຽນຈາກພຣະຄຳຂອງພຣະເຈົ້າ ຈົ່ງໄປອ່ານບົດຮຽນໃນປະຫວັດສາດຂອງຊົນຊາດທັງປວງ. {GC 285.3}

ເມື່ອຊາຕານເຄື່ອນໄຫວຜ່ານຄຣິສຕະຈັກໂຣມ ເພື່ອນຳພາມະນຸດອອກຈາກການເຊື່ອຟັງພຣະເຈົ້າ, ມັນປອມຕົວ ແລະ ປິດບັງວຽກງານຂອງຕົວເອງ ຈົນຄົນບໍ່ເຂົ້າໃຈວ່າຄວາມເສື່ອມໂຊມ ແລະ ຄວາມທຸກລຳບາກທີ່ເກີດຂຶ້ນນັ້ນ ເປັນຜົນຂອງການລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ. ຢ່າງໃດກໍຕາມ, ພຣະວິນຍານບໍຣິສຸດໄດ້ຕ້ານທານແຜນການຂອງມັນ ເພື່ອບໍ່ໃຫ້ຜົນບານປາຍຢ່າງເຕັມທີ່. ປະຊາຊົນບໍ່ໄດ້ຄົ້ນຫາຕົ້ນສາຍປາຍເຫດຂອງຄວາມທຸກທີ່ເກີດຂຶ້ນກັບພວກເຂົາ. ແຕ່ໃນການປະຕິວັດຝຣັ່ງນັ້ນ ສະພາແຫ່ງຊາດໄດ້ປະຕິເສດພຣະບັນຍັດຂອງພຣະເຈົ້າຢ່າງເປີດເຜີຍ; ຕໍ່ມາ, ໃນສະໄໝທີ່ຄວາມໂຫດຫ້ຽມສະຫຍອງຂວັນຄອງເມືອງ ຄົນທັງຫຼາຍຈຶ່ງສາມາດເຫັນຜົນທີ່ເກີດຂຶ້ນຈາກການປະຖິ້ມພຣະຄຳພີ. {GC 285.4}

ເມື່ອປະເທດຝຣັ່ງປະຕິເສດພຣະເຈົ້າຢ່າງເປີດເຜີຍ ແລະ ປະຖິ້ມພຣະຄຳພີ, ຄົນຊົ່ວ ແລະ ຜີມານພາກັນສະແດງຄວາມຍິນດີໃນການບັນລຸຈຸດປະສົງຂອງພວກເຂົາ ທີ່ຕ້ອງການມາເປັນເວລາດົນນານ ກໍຄືອານາຈັກທີ່ບໍ່ຖືກຈຳກັດໂດຍພຣະບັນຍັດຂອງພຣະເຈົ້າ. ເນື່ອງຈາກບໍ່ມີການລົງໂທດການກະທຳທີ່ຊົ່ວຊ້າໃນທັນທີ, ສະນັ້ນຈິດໃຈຂອງມະນຸດຈຶ່ງ “ເຈດຕະນາມຸ່ງທີ່ຈະກະທຳຄວາມຊົ່ວ.” (ປັນຍາຈານ 8:11 TKJV). ແຕ່ການລ່ວງລະເມີດພຣະບັນຍັດທີ່ທ່ຽງທຳ ແລະ ຊອບທຳນັ້ນ ສົ່ງຜົນໃຫ້ເກີດຄວາມທຸກ ແລະ ຄວາມພິນາດຢ່າງຫຼີກລ່ຽງບໍ່ໄດ້. ເຖິງແມ່ນວ່າການລົງໂທດບໍ່ໄດ້ເກີດຂຶ້ນທັນທີ ແຕ່ຄວາມຊົ່ວຂອງຊາວຝຣັ່ງໄດ້ນຳພາພວກເຂົາສູ່ຄວາມພິນາດຢ່າງແນ່ນອນ. ການປະຖິ້ມຄວາມເຊື່ອ ແລະ ອາດຊະຍາກຳທີ່ສະສົມໄວ້ເປັນເວລາຫຼາຍຮ້ອຍປີ ໄດ້ກອງຂຶ້ນລໍຖ້າວັນແຫ່ງການຕອບສະໜອງ; ແລ້ວເມື່ອຄວາມຊົ່ວຮ້າຍຂອງພວກເຂົາເຕັມອັດຕາ, ຄົນເຫຼົ່ານັ້ນທີ່ດູຖູກພຣະເຈົ້າໄດ້ຮຽນຮູ້ເມື່ອສາຍເກີນໄປວ່າ ການເຮັດຊົ່ວຈົນໝົດຄວາມອົດທົນຂອງພຣະເຈົ້າ ເປັນສິ່ງທີ່ໜ້າຢ້ານກົວແທ້. ພຣະວິນຍານຂອງພຣະເຈົ້າທີ່ຢັບຢັ້ງອຳນາດອັນໂຫດຮ້າຍຂອງຊາຕານ ໄດ້ຖືກຖອນຄືນໄປສ່ວນຫຼາຍ; ປ່ອຍໃຫ້ພະຍາມານ, ຜູ້ຊື່ນຊົມພຽງແຕ່ໃນຄວາມທຸກເວດທະນາຂອງມະນຸດ, ເຮັດຕາມຄວາມປະສົງຂອງມັນ. ຜູ້ທີ່ເລືອກຢູ່ຝ່າຍກະບົດໄດ້ຖືກປະຖິ້ມໃຫ້ເກັບກ່ຽວໝາກຜົນຂອງການກະບົດ ຈົນແຜ່ນດົນເຕັມໄປດ້ວຍອາດຊະຍາກຳທີ່ໜ້າຢ້ານເກີນທີ່ຈະບັນລະຍາຍ. ມີສຽງຮ້ອງຢ່າງສຸດແສນເຈັບປວດຈາກບັນດາເມືອງ ແລະ ແຂວງທີ່ຖືກທຳລາຍ. ປະເທດຝຣັ່ງຖືກສັ່ນສະເທືອນຄືກັບແຜ່ນດິນໄຫວ. ສາສະໜາ, ກົດໝາຍ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຄອບຄົວ, ລັດ ແລະ ຄຣິສຕະຈັກ ລ້ວນແຕ່ຖືກຟາດລົງດ້ວຍມືທີ່ຍົກຂຶ້ນເພື່ອຕໍ່ຕ້ານພຣະບັນຍັດຂອງພຣະເຈົ້າ. ຖ້ອຍຄຳຂອງກະສັດໂຊໂລໂມນເປັນຄວາມຈິງແທ້ແນ່ນອນ ທີ່ກ່າວວ່າ: “ຄົນຊົ່ວຮ້າຍພັດຕາຍໄປຍ້ອນຄວາມຊົ່ວທີ່ຕົນໄດ້ກະທຳໄວ້.” “ແມ່ນຄົນບາບທຳຊົ່ວຕັ້ງຮ້ອຍຄັ້ງ ແລະ ອາຍຸຂອງລາວໝັ້ນຍືນຢູ່ໄດ້ ແຕ່ຂ້າພະເຈົ້າຍັງຮູ້ແນ່ວ່າ ຄວາມດີຈະມີແກ່ເຂົາທັງຫຼາຍທີ່ຢຳເກງພຣະເຈົ້າ ຄືທີ່ມີຄວາມຢຳເກງຕໍ່ພຣະພັກພຣະອົງ. ແຕ່ວ່າຈະບໍ່ເປັນການດີແກ່ຄົນຊົ່ວຮ້າຍ.” (ສຸພາສິດ 11:5; ປັນຍາຈານ 8:12, 13 ດັດແປງຈາກສະບັບ TKJV). “ເພາະເຈົ້າກຽດຊັງຄວາມຮູ້ ແລະ ປະຕິເສດທີ່ຈະຢ້ານຢຳອົງພຣະຜູ້ເປັນເຈົ້າ,” “ດ້ວຍເຫດນີ້ ເຈົ້າຈຶ່ງຈະໄດ້ຮັບຜົນຕອບແທນຕາມທາງຂອງເຈົ້າ ຈົນເຈົ້າເບື່ອໜ່າຍຕໍ່ຄວາມຊົ່ວທີ່ເຈົ້າໄດ້ກະທຳ.” (ສຸພາສິດ 1:29, 31). {GC 286.1}

ພະຍານທີ່ສັດຊື່ຂອງພຣະເຈົ້າ ຖືກຂ້າຕາຍດ້ວຍອຳນາດທີ່ໝິ່ນປະໝາດເຊິ່ງ “ອອກມາຈາກເຫວເລິກ;” ຢ່າງໃດກໍຕາມ ພະຍານເຫຼົ່ານັ້ນບໍ່ໄດ້ມິດງຽບຢູ່ດົນ. “ຫຼັງຈາກສາມວັນເຄິ່ງຜ່ານໄປແລ້ວ ລົມຫາຍໃຈທີ່ມີຊີວິດມາຈາກພຣະເຈົ້າ ກໍໄດ້ເຂົ້າໄປໃນສົບຂອງພວກເພິ່ນ ແລະ ທັງສອງໄດ້ລຸກຂຶ້ນ ແລະ ທຸກຄົນທີ່ໄດ້ເຫັນພວກເພິ່ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່ຫຼວງ.” (ພຣະນິມິດ 11:11). ມະຕິຂອງສະພາແຫ່ງຊາດຝຣັ່ງທີ່ລົບລ້າງສາສະໜາຄຣິສ ແລະ ປະຕິເສດພຣະຄຳພີຢ່າງເປັນທາງການນັ້ນເກີດຂຶ້ນໃນປີ 1793. ຫຼັງຈາກນັ້ນ, ສາມປີເຄິ່ງສະພາດັ່ງກ່າວມີມະຕິໃໝ່ທີ່ລຶບລ້າງມະຕິເດີມ, ຈຶ່ງເປັນການອະນຸຍາດໃຫ້ເຜີຍແຜ່ພຣະຄຳພີໄດ້. ຊາວໂລກທັງປວງພາກັນຕົກຕະລຶງກັບຄວາມຊົ່ວທີ່ເກີດຂຶ້ນ ອັນເປັນຜົນຂອງການປະຕິເສດພຣະຄຳພີ, ຈຶ່ງມີຄົນຈຳນວນຫຼວງຫຼາຍເຫັນວ່າຄວາມເຊື່ອໃນພຣະເຈົ້າ ແລະ ໃນພຣະຄຳຂອງພຣະອົງເປັນຮາກຖານອັນຈຳເປັນສຳລັບຄຸນນະທຳ ແລະ ສິນລະທຳ. ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ເຈົ້າຄິດວ່າເຈົ້າເວົ້າໝິ່ນປະໝາດຜູ້ໃດ? ເຈົ້າບໍ່ໄດ້ເຄົາລົບຢຳເກງເຮົາ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ.” (ເອຊາຢາ 37:23). “ສະນັ້ນເຮົາຈະສັ່ງສອນພວກເຂົາ; ຄາວນີ້ເຮົາຈະສອນໃຫ້ເຂົາຮູ້ເຖິງຣິດທານຸພາບ ແລະ ຣິດອຳນາດຂອງເຮົາ ແລ້ວພວກເຂົາຈະຮູ້ວ່າ ນາມຂອງເຮົາຄືພຣະເຢໂຮວາ.” (ເຢເຣມີຢາ 16:21 TKJV). {GC 287.1}

ຜູ້ເຜີຍພຣະທຳກ່າວຕື່ມວ່າ: “ແລ້ວຜູ້ປະກາດພຣະທຳທັງສອງ ກໍໄດ້ຍິນສຽງດັງມາຈາກສະຫວັນວ່າ ‘ຈົ່ງຂຶ້ນມາເທິງພີ້.’ ໃນຂະນະທີ່ພວກສັດຕູຂອງພວກເພິ່ນເຝົ້າເບິ່ງຢູ່ນັ້ນ ພວກເພິ່ນກໍຂຶ້ນເມືອໃນເມກເຂົ້າສູ່ສະຫວັນ.” (ພຣະນິມິດ 11:12). ນັບຕັ້ງແຕ່ປະເທດຝຣັ່ງເຮັດສົງຄາມຕໍ່ສູ້ພະຍານທັງສອງຂອງພຣະເຈົ້າ, ພຣະຄຳພີໄດ້ຮັບກຽດຢ່າງທີ່ບໍ່ເຄີຍໄດ້ຮັບມາກ່ອນ. ໃນປີ 1804 ມີການຈັດຕັ້ງ ສະມາຄົມພຣະຄຣິສຕະທຳແຫ່ງອັງກິດ ແລະ ຕ່າງປະເທດຂຶ້ນ. ຈາກນັ້ນກໍມີອົງກອນທີ່ຄ້າຍຄືກັນ ເຊິ່ງມີສາຂາຈຳນວນຫຼາຍຢູ່ທົ່ວທະວີບເອີຣົບ. ໃນປີ 1816 ສະມາຄົມພຣະຄຣິສຕະທຳຂອງອາເມຣິກາໄດ້ຖືກຈັດຕັ້ງຂຶ້ນ. ເມື່ອສະມາຄົມພຣະຄຣິສຕະທຳອັງກິດຖືກຕັ້ງຂຶ້ນນັ້ນ ມີການຈັດພິມພຣະຄຳພີໃນ 50 ພາສາ. ຕັ້ງແຕ່ນັ້ນມາ, ມີການແປພຣະຄຳພີເປັນຫຼາຍຮ້ອຍພາສາ. {GC 287.2}

ໃນໄລຍະເວລາຫ້າສິບປີກ່ອນປີ 1792 ບໍ່ຄ່ອຍມີຜູ້ໃດໃສ່ໃຈໃນການປະກາດຂ່າວປະເສີດໃນຕ່າງປະເທດ. ບໍ່ມີສະມາຄົມພຣະຄຳພີຖືກຈັດຂຶ້ນໃໝ່ໃນຊ່ວງເວລານັ້ນ ແລະ ບໍ່ຄ່ອຍມີຄຣິສຕະຈັກໃດພະຍາຍາມເຜີຍແຜ່ຫຼັກສາສະໜາຄຣິສໃນດິນແດນທີ່ບໍ່ມີຄົນເຊື່ອພຣະເຈົ້າ; ແຕ່ຊ່ວງທ້າຍສະຕະວັດທີ 18 ກໍມີການປ່ຽນແປງອັນໃຫຍ່ຫຼວງ. ຫຼາຍຄົນຮູ້ສຶກບໍ່ພໍໃຈກັບຜົນຂອງລັດທິເຫດຜົນນິຍົມ ແລະ ມາຮັບຮູ້ວ່າຈຳເປັນຕ້ອງເພິ່ງການເປີດເຜີຍຈາກພຣະເຈົ້າ ແລະ ຕ້ອງມີປະສົບການໃນຊີວິດເຖິງຜົນຂອງການນັບຖືສາສະໜາ. ຕັ້ງແຕ່ນັ້ນມາ ການປະກາດຂ່າວປະເສີດໃນຕ່າງແດນໄດ້ຂະຫຍັບຂະຫຍາຍຢ່າງທີ່ບໍ່ເຄີຍເປັນມາກ່ອນ. {GC 287.3}

ການພັດທະນາອຸດສາຫະກຳການພິມ ເປັນແຮງຊຸກຍູ້ວຽກງານການແຈກຈຳໜ່າຍພຣະຄຳພີ. ມີຫຼາຍສິ່ງທີ່ປູທາງໃຫ້ພຣະຄຳຂອງພຣະເຈົ້າສາມາດຮັບການເຜີຍແຜ່ເຂົ້າໄປໃນປະເທດຕ່າງໆເຊັ່ນ: ການສື່ສານລະຫວ່າງປະເທດທີ່ສະດວກຂຶ້ນ, ການທຳລາຍອະຄະຕິ ແລະ ຄວາມເປັນຊາດນິຍົມຈົນບໍ່ຕິດຕໍ່ສຳພັນກັບຊາດອື່ນ, ພ້ອມດ້ວຍການສູນເສຍອຳນາດຝ່າຍການປົກຄອງຂອງສັນຕະປາປາ. ເປັນເວລາຫຼາຍປີທີ່ມີການຈຳໜ່າຍພຣະຄຳພີຕາມຖະໜົນຫົນທາງໃນນະຄອນໂຣມ ໂດຍບໍ່ໄດ້ຖືກຫ້າມໄວ້ເລີຍ ແລະ ຕອນນີ້ພຣະຄຳພີໄດ້ຖືກນຳໄປເຖິງທຸກບ່ອນຂອງໂລກທີ່ມີຄົນອາໄສຢູ່. {GC 288.1}

ທ່ານ ໂວນແຕ ເປັນຜູ້ໜຶ່ງທີ່ມີຊື່ສຽງວ່າບໍ່ເຊື່ອໃນພຣະເຈົ້າ, ລາວເຄີຍກ່າວໂອ້ອວດວ່າ: “ຂ້ອຍຮູ້ສຶກເປັນຕາໜ່າຍທີ່ຕ້ອງຟັງຄົນເວົ້າຊ້ຳຊາກວ່າ ມີຊາຍພຽງສິບສອງຄົນກໍ່ຕັ້ງສາສະໜາຄຣິສ. ຂ້ອຍຈະພິສູດໃຫ້ເຫັນວ່າ ຜູ້ຊາຍຄົນດຽວສາມາດໂຄ່ນມັນລົງໄດ້.” ແຕ່ມີຫຼາຍລຸ້ນຄົນເກີດມາ ແລ້ວກໍຈາກໄປຫຼັງຈາກທີ່ໂວນແຕເສຍຊີວິດ, ມີຫຼາຍລ້ານຄົນໄດ້ເຂົ້າຮ່ວມເຮັດສົງຄາມຕໍ່ສູ້ພຣະຄຳພີ, ແຕ່ແທນທີ່ມັນຈະຖືກທຳລາຍ ກໍຍິ່ງມີຫຼາຍກວ່າເກົ່າ. ບ່ອນໃດມີພຣະຄຳຂອງພຣະເຈົ້າພຽງຮ້ອຍເຫຼັ້ມໃນສະໄໝຂອງໂວນແຕ ໃນສະໄໝນີ້ກໍມີເປັນໝື່ນເປັນແສນເຫຼັ້ມ. ມີນັກປະຕິຮູບໃນສະໄໝຕົ້ນໆກ່າວເຖິງຄຣິສຕະຈັກວ່າ, “ພຣະຄຳພີແມ່ນທັ່ງຕີເຫຼັກ23 ທີ່ເຮັດໃຫ້ຄ້ອນຕີຫຼາຍອັນຫຼຸ້ຍຫ້ຽນ” ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ບໍ່ມີອາວຸດໃດໆທີ່ທຳຮ້າຍເຈົ້າໄດ້ເລີຍ ເຈົ້າຈະມີຄຳຕອບແກ່ທຸກຄົນທີ່ຟ້ອງເຈົ້າ.” (ເອຊາຢາ 54:17). {GC 288.2}

“ພຣະຄຳຂອງພຣະເຈົ້າກໍດຳລົງຢູ່ຕະຫຼອດໄປເປັນນິດ.” “ພຣະບັນຍັດທັງຫຼາຍຂອງພຣະອົງກໍໄວ້ໃຈໄດ້, ສະຖາປະນາຢູ່ເປັນນິດ ແລະ ປະກອບດ້ວຍຄວາມຈິງກັບຄວາມທ່ຽງທຳ.” (ເອຊາຢາ 40:8; ເພງສັນລະເສີນ 111:7, 8 ດັດແປງຈາກສະບັບ TKJV). ສິ່ງໃດກໍຕາມທີ່ສ້າງຂຶ້ນໂດຍສິດອຳນາດຂອງມະນຸດຈະຖືກໂຄ່ນລົງ; ແຕ່ສິ່ງທີ່ຕັ້ງຢູ່ເທິງຮາກຖານແຫ່ງພຣະຄຳທີ່ບໍ່ປ່ຽນແປງຂອງພຣະເຈົ້າ ຈະຕັ້ງໝັ້ນຢູ່ຕະຫຼອດໄປ. {GC 288.3}


  1. ໜຶ່ງວັນແຫ່ງຄຳພະຍາກອນເທົ່າກັບໜຶ່ງປີ. ເບິ່ງ ຈົດບັນຊີ 14:34; ເອເຊກຽນ 4:6.

  2. ເຊີ ວອນເຕີ ສະກັອດ, ຊີວິດຂອງນາໂປເລອົງ, ເຫຼັ້ມ 1, ບົດ 17.

  3. ວາລະສານຂອງ Blackwood, ພະຈິກ 1870.

  4. ສະກັອດ, ຊີວິດຂອງນາໂປເລອົງ, ເຫຼັ້ມ 1, ບົດ 17.

  5. ພຣະນິມິດ 1:9.

  6. ເບິ່ງ ໄວລີ, ເຫຼັ້ມ 22, ບົດ 6.

  7. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 22, ບົດ 7.

  8. ເຮນຣີ ໄວທ໌, ການສັງຫານໝູ່ໃນວັນສະຫຼອງອັກຄະສາວົກບາຣະໂທໂລມາຍ, ບົດ 14, ວັກ 34.

  9. ສະກັອດ, ຊີວິດຂອງນາໂປເລອົງ, ເຫຼັ້ມ 1, ບົດ 17.

  10. ເພງສັນລະເສີນ 73:11 ສະບັບລາວບູຮານ.

  11. ລາເຄເທວ, ປະຫວັດສາດ, ເຫຼັ້ມ 11, ໜ້າ 309; ແລະໃນ ເຊີ ອາຊີບານ ອາລິຊັນ, ປະຫວັດສາດຂອງເອີຣົບ, ເຫຼັ້ມ 1, ບົດ 10.

  12. ສະກັອດ, ເຫຼັ້ມ 1, ບົດ 17.

  13. ໝາຍເຖິງສະຖາປັດຕະຍະກຳຍຸກໂກທິກ

  14. ແອມ. ເອ. ເທຍ, ປະຫວັດສາດຂອງການປະຕິວັດຝຣັ່ງ, ເຫຼັ້ມ 2, ໜ້າ 370, 371.

  15. ຂໍ້ຄວາມໃນວົງລ່ຽມໄດ້ຄັດລອກມາຈາກຕົ້ນສະບັບຂອງ ອາລິຊັນ ທີ່ອ້າງອີງຂ້າງລຸ່ມ.

  16. ອາລິຊັນ, ເຫຼັ້ມ 1, ບົດ 10.

  17. ວາລະສານນະຄອນປາຣີ, 1793, ສະບັບທີ 318. ອ້າງອີງໃນ ບູເຊດຣູ, ຮວບຮວມປະຫວັດລັດຖະສະພາ, ເຫຼັ້ມ 30, ໜ້າ 200, 201.

  18. ຈີ. ເດ ເຟລີສ, ປະຫວັດໂປຣແຕັສຕັງໃນປະເທດຝຣັ່ງ, ເຫຼັ້ມ 10, ບົດ 2, ວັກ 8.

  19. ໂດບິນເຍ, ປະຫວັດການປະຕິຮູບສາສະໜາໃນເອີຣົບສະໄໝຄາວິນ, ເຫຼັ້ມ 2, ບົດ 36.

  20. ໄວລີ, ເຫຼັ້ມ 13, ບົດ 4.

  21. ໄວລີ, ເຫຼັ້ມ 13, ບົດ 20.

  22. ສະພາບທີ່ໄຮ້ກົດໝາຍ ແລະ ທຸກຄົນເຮັດຕາມໃຈຕົວເອງ.

  23. anvil, ແທ່ງເຫຼັກໃຫຍ່ທີ່ໃຊ້ຮອງເພື່ອຕີເຫຼັກ.