13: ການປະຕິຮູບໃນປະເທດເນເທີແລນ ແລະ ສະແກນດິເນເວຍ

https://m.egwwritings.org/en/book/132.1083#1083

ການປະກາດໃນປະເທດເນເທີແລນ

ໃນປະເທດ ເນເທີແລນ ມີການຕັ້ງໜ້າປະທ້ວງຄວາມໂຫດຮ້າຍຂອງລະບອບສັນຕະປາປາ ຕັ້ງແຕ່ເລີ່ມຕົ້ນການໃຊ້ອຳນາດຢ່າງຜະເດັດການ. 700 ປີກ່ອນສະໄໝຂອງລູເທີ ມີເຈົ້າຄະນະສອງຄົນກ່າວຟ້ອງສັນຕະປາປາຢ່າງບໍ່ຢ້ານກົວ, ເພາະສອງຄົນນີ້ໄດ້ເດີນທາງໄປນະຄອນໂຣມໃນຖານະທູດ ແລະ ໄດ້ຮຽນຮູ້ເຖິງທາດແທ້ຂອງ “ສັນຕະສຳນັກ.” ພວກເຂົາກ່າວວ່າ, ພຣະເຈົ້າ “ຊົງກຳນົດໃຫ້ຄຣິສຕະຈັກເປັນຣາຊິນີ ກໍຄືຄູ່ສົມຣົດຂອງພຣະອົງ ແລະ ຊົງໃຫ້ມີການລ້ຽງຄອບຄົວຂອງນາງ1ຢ່າງອຸດົມສົມບູນຕະຫຼອດນິຣັນ. ພຣະອົງຊົງໃຫ້ຄ່າສິນສອດທີ່ບໍ່ເສື່ອມໂຊມ ທັງຊົງມອບມົງກຸດ ແລະ ໄມ້ຄ້ອນເທົ້ານິຣັນໃຫ້ແກ່ນາງ…ເຊິ່ງທ່ານໄດ້ແອບລັກເອົາຜົນປະໂຫຍດເຫຼົ່ານີ້ໄປທັງໝົດ. ທ່ານຕັ້ງຕົວເອງຢູ່ໃນພຣະວິຫານຂອງພຣະເຈົ້າ; ແທນທີ່ຈະເຮັດຄືຜູ້ລ້ຽງແກະ, ທ່ານພັດເຮັດຄືໝາປ່າໃສ່ຝູງແກະ.…ທ່ານຢາກໃຫ້ພວກຂ້ານ້ອຍເຊື່ອວ່າ ທ່ານເປັນຫົວໜ້າສູງສຸດຂອງເຈົ້າຄະນະທັງຫຼາຍ ແຕ່ທ່ານພັດປະຕິບັດຕົວຄືກັບຜະເດັດການ.…ໃນຂະນະທີ່ທ່ານຄວນຈະເປັນຜູ້ຮັບໃຊ້ຂອງບັນດາຜູ້ຮັບໃຊ້ ດັ່ງທີ່ທ່ານເອີ້ນຕົວເອງນັ້ນ, ທ່ານພັດພະຍາຍາມເປັນເຈົ້າເປັນນາຍເໜືອທຸກຄົນ.…ທ່ານເປັນເຫດໃຫ້ພຣະບັນຍັດຂອງພຣະເຈົ້າເປັນທີ່ດູຖູກ.…ພຣະວິນຍານບໍຣິສຸດເປັນຜູ້ກໍ່ຕັ້ງຄຣິສຈັກທັງຫຼາຍຈົນສຸດປາຍພື້ນພິພົບໂລກ.…ພວກເຮົາເປັນພົນລະເມືອງນະຄອນຂອງພຣະເຈົ້າ, ນະຄອນນັ້ນສູງເຖິງສະຫວັນຊັ້ນຟ້າ ແລະ ຍິ່ງໃຫຍ່ກວ່ານະຄອນທີ່ພວກຜູ້ເຜີຍພຣະທຳບໍຣິສຸດຕັ້ງຊື່ວ່າ “ບາບີໂລນ.” ນະຄອນບາບີໂລນທຳທ່າວ່າມາຈາກພຣະເຈົ້າ, ມັນອ້າງວ່າ ໄດ້ເພິ່ງພາຕົນເອງຈົນຂຶ້ນສະຫວັນ ແລະ ໂອ້ອວດວ່າ ມີສະຕິປັນຍາທີ່ອະມະຕະ. ໃນທີ່ສຸດມັນຍັງອວດໂດຍບໍ່ມີເຫດຜົນວ່າ, ມັນບໍ່ເຄີຍເຮັດຜິດ ແລະ ຈະບໍ່ມີວັນເຮັດຜິດໄດ້ຈັກເທື່ອ.”2 {GC 237.1}

ໃນແຕ່ລະສະຕະວັດຫຼັງຈາກນັ້ນ ກໍມີຄົນເກີດມາເພື່ອສືບຕໍ່ການປະທ້ວງນີ້. ມີຜູ້ສອນໃນຍຸກຕົ້ນໆນັ້ນ ໄດ້ເດີນທາງໄປໃນດິນແດນຕ່າງໆ, ເຖິງແມ່ນວ່າກຸ່ມເຫຼົ່ານີ້ຈະມີຊື່ທີ່ເອີ້ນແຕກຕ່າງກັນ, ແຕ່ທຸກຄົນມີລັກສະນະເໝືອນຜູ້ປະກາດຊາວໂວດົວ ແລະ ໄດ້ເຜີຍແຜ່ຄວາມຮູ້ເລື່ອງຂ່າວປະເສີດໃນທຸກບ່ອນທີ່ພວກເຂົາໄປ ຈົນສາມາດເຈາະເຂົ້າໄປເຖິງປະເທດເນເທີແລນ; ຄຳສອນຂອງພວກເຂົາແຜ່ຂະຫຍາຍຢ່າງໄວວາ. ພຣະຄຳພີຂອງຊາວໂວດົວໄດ້ຖືກແປເປັນພາສາຮໍແລນ. ພວກເຂົາກ່າວວ່າ “ຂ່າວປະເສີດມີປະໂຫຍດຫຼາຍ; ມັນບໍ່ແມ່ນນິຍາຍ ຫຼື ການເວົ້າຕະຫຼົກ, ມັນບໍ່ແມ່ນເລື່ອງໄຮ້ສາລະ ຫຼື ການຫຼອກລວງ, ແຕ່ເປັນຖ້ອຍຄຳແຫ່ງຄວາມຈິງ. ເຖິງແມ່ນວ່າເປືອກພາຍນອກອາດຈະແຂງຄືກະດູກໃນບາງຕອນ, ແຕ່ຂ້າງໃນນັ້ນມີໄຂກະດູກທີ່ຫອມຫວານ, ຄວາມໝາຍຄືຂ້າງໃນຂ່າວປະເສີດນັ້ນມີສິ່ງທີ່ດີ ແລະ ບໍຣິສຸດທີ່ສາມາດຄົ້ນພົບໄດ້ງ່າຍ.”3 ນີ້ແມ່ນຄຳຂຽນຂອງຜູ້ສະໜັບສະໜູນຄວາມເຊື່ອດັ້ງເດີມໃນສະຕະວັດທີ 12. {GC 238.1}

ພໍເຖິງຕອນນີ້ ຄຣິສຕະຈັກໂຣມກໍເລີ່ມຕົ້ນການກົດຂີ່ຂົ່ມເຫັງ; ແຕ່ທ່າມກາງກອງໄຟປະຫານ ແລະ ການຖືກທໍລະມານນັ້ນ ຜູ້ເຊື່ອຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ; ໂດຍພວກເຂົາປະກາດຢືນຢັນວ່າ ສຳລັບເລື່ອງສາສະໜາແລ້ວ ມີແຕ່ພຣະຄຳພີເທົ່ານັ້ນ ທີ່ມີສິດອຳນາດແບບບໍ່ມີຄວາມຜິດພ້ຽນ. ຄົນເຫຼົ່ານີ້ຍັງກ່າວອີກວ່າ: “ບໍ່ຄວນມີການບັງຄັບໃຫ້ຜູ້ໃດເຊື່ອ, ແຕ່ຕ້ອງຊະນະໃຈທຸກຄົນດ້ວຍການປະກາດ.”4 {GC 238.2}

ເມັດພືດແຫ່ງຄຳສອນຂອງລູເທີ ໄດ້ພົບດິນດີໃນປະເທດເນເທີແລນ ແລະ ມີຜູ້ຊາຍທີ່ຫ້າວຫັນຈິງໃຈ ແລະ ສັດຊື່ບາງຄົນລຸກຂຶ້ນມາເພື່ອປະກາດຂ່າວປະເສີດ. ໜຶ່ງໃນຄົນເຫຼົ່ານີ້ຄື ເມັນໂນ ຊີໂມນ (Menno Simons) ທີ່ມາຈາກແຂວງໜຶ່ງຂອງຮໍແລນ. ລາວໄດ້ຮັບການສຶກສາໃຫ້ເປັນໂຣມັນກາໂຕລິກ ແລະ ໄດ້ຮັບການເຈີມຕັ້ງໃນຖານະບາດຫຼວງ, ແຕ່ລາວບໍ່ຮູ້ເລື່ອງພຣະຄຳພີເລີຍ ແລະ ກໍບໍ່ຍອມອ່ານ ເພາະຢ້ານວ່າຈະຖືກຫຼອກໃຫ້ຫຼົງເຊື່ອຄຳສອນນອກຮີດ. ເມື່ອຮູ້ສຶກສົງໄສວ່າ ເຂົ້າຈີ່ໃນພິທີສິນລະນຶກ ໄດ້ກາຍເປັນເນື້ອແທ້ຂອງພຣະຄຣິສຕາມຄຳສອນຂອງຄຣິສຕະຈັກໂຣມຫຼືບໍ່, ລາວຖືວ່າຄວາມສົງໄສນັ້ນເປັນການທົດລອງຈາກຊາຕານ; ລາວຈຶ່ງອະທິຖານສາລະພາບຄວາມບາບເພື່ອຫຼຸດພົ້ນຈາກຄວາມຄິດນັ້ນ ແຕ່ກໍບໍ່ໄດ້ຜົນ. ລາວຈຶ່ງຫັນໄປໃຊ້ຊີວິດແບບສຳມະເລເທເມົາ ໂດຍຫວັງວ່າຈະສາມາດດັບສຽງຈິດສຳນຶກຜິດຊອບທີ່ຟ້ອງດັງຢູ່ໃນໃຈ ແຕ່ກໍບໍ່ໄດ້ຜົນເຊັ່ນກັນ. ເມື່ອເວລາຜ່ານໄປໄດ້ໄລຍະໜຶ່ງ ລາວໄດ້ຮັບການດົນໃຈໃຫ້ສຶກສາພຣະຄຳພີໃໝ່ ແລະ ບົດຄວາມງານຂຽນຂອງລູເທີ; ສິ່ງເຫຼົ່ານີ້ເຮັດໃຫ້ລາວຮັບເຊື່ອຕາມຄຳສອນຂອງຝ່າຍປະຕິຮູບ. ຕໍ່ມາບໍ່ດົນລາວໄດ້ເຫັນການຕັດຄໍປະຫານຊີວິດຊາຍຄົນໜຶ່ງ ຍ້ອນລາວໄດ້ຮັບບັບຕິສະມາໃໝ່ໃນຖານະຜູ້ໃຫຍ່. ເຫດການນີ້ເປັນແຮງບັນດານໃຈໃຫ້ລາວສຶກສາພຣະຄຳພີກ່ຽວກັບການຮັບບັບຕິສະມາໃຫ້ເດັກອ່ອນ. ລາວບໍ່ສາມາດພົບຫຼັກຖານໃນພຣະຄຳພີທີ່ສະໜັບສະໜູນເລື່ອງດັ່ງກ່າວ ແຕ່ເຫັນວ່າພຣະຄຳພີລ້ວນແຕ່ສອນວ່າການກັບໃຈ ແລະ ຄວາມເຊື່ອເປັນເງື່ອນໄຂທີ່ຈຳເປັນຂອງການຮັບບັບຕິສະມາ. {GC 238.3}

ເມັນໂນຖອນຕົວອອກຈາກຄຣິສຕະຈັກໂຣມ ແລະ ອຸທິດຊີວິດເພື່ອສອນຄວາມຈິງທີ່ເພິ່ນໄດ້ຮັບ. ໃນເຢຍລະມັນ ແລະ ເນເທີແລນມີກຸ່ມຄົນທີ່ຖືສາສະໜາແບບພ້ຽນໆກຸ່ມໜຶ່ງ; ພວກເຂົາສອນເລື່ອງທີ່ບໍ່ສົມເຫດສົມຜົນ ແລະ ສ້າງຄວາມແຕກແຍກ. ຄົນກຸ່ມນີ້ເລີ່ມຕົ້ນກ່າວຫາຄວາມເປັນລະບຽບຮຽບຮ້ອຍ ແລ້ວກໍສືບຕໍ່ຈົນເກີດຄວາມຮຸນແຮງ ແລະ ການກໍ່ກະບົດ. ເມັນໂນເຫັນເຖິງຜົນລັບອັນໜ້າຢ້ານທີ່ຈະຕາມມາຢ່າງຫຼີກລ່ຽງບໍ່ໄດ້ ຈາກການເຄື່ອນໄຫວຂອງຄົນກຸ່ມນີ້; ລາວຈຶ່ງຄັດຄ້ານຄຳສອນທີ່ຜິດພ້ຽນ ແລະ ແຜນອຸບາຍທີ່ສ້າງຄວາມປັ່ນປ່ວນຂອງພວກຄັ່ງໄຄ້ສາສະໜາຢ່າງເຕັມທີ່. ຢ່າງໃດກໍຕາມ, ມີຫຼາຍຄົນທີ່ເຄີຍຫຼົງຕາມພວກຄັ່ງສາສະໜາເຫຼົ່ານັ້ນ, ແຕ່ກັບໃຈປະຖິ້ມຄຳສອນທີ່ອັນຕະລາຍຂອງພວກເຂົາ. ນອກຈາກນັ້ນ, ຍັງມີລູກຫຼານຂອງຄຣິສຕຽນສະໄໝບູຮານຫຼາຍຄົນທີ່ຍັງເຫຼືອຢູ່, ເຊິ່ງເປັນໝາກຜົນຂອງການສອນຂອງພວກຊາວໂວດົວ. ເມັນໂນເຮັດວຽກກັບຄົນເຫຼົ່ານີ້ດ້ວຍຄວາມກະຕືລືລົ້ນ ແລະ ໄດ້ພົບຄວາມສຳເລັດ. {GC 239.1}

ເມັນໂນເດີນທາງສັ່ງສອນພ້ອມດ້ວຍລູກເມຍເປັນເວລາ 25 ປີ ໂດຍທີ່ຕ້ອງທົນກັບຄວາມລຳບາກຍາກເຢັນ ແລະ ຄວາມຂັດສົນ ທັງໄດ້ສ່ຽງຊີວິດຢູ່ເລື້ອຍໆ. ລາວເດີນທາງທົ່ວປະເທດເນເທີແລນ ແລະ ພາກເໜືອຂອງເຢຍລະມັນ; ສ່ວນຫຼາຍລາວປະກາດກັບຄົນຍາກຈົນ ແຕ່ອິດທິພົນຂອງລາວໄດ້ຂະຫຍາຍອອກຢ່າງກວ້າງຂວາງ. ເຖິງແມ່ນວ່າເມັນໂນມີການສຶກສາໜ້ອຍ ແຕ່ໂດຍທຳມະຊາດແລ້ວ ລາວເປັນຄົນເວົ້າຄ່ອງ, ມີຄວາມສັດຊື່ທີ່ບໍ່ອ່ຽງເອນ, ເປັນຄົນອ່ອນນ້ອມຖ່ອມຕົນ, ມີທ່າທາງທີ່ສຸພາບອ່ອນໂຍນ ແລະ ພຽນຮັກສາສິນທຳຢ່າງຈິງໃຈ; ຊີວິດຂອງລາວເປັນແບບຢ່າງເຖິງຫຼັກທຳມະທີ່ລາວສອນ, ຄົນທັງຫຼາຍຈຶ່ງໄວ້ເນື້ອເຊື່ອໃຈລາວ. ຜູ້ຕິດຕາມຄຳສອນຂອງລາວຕ່າງກະຈັດກະຈາຍໄປ ແລະ ຖືກກົດຂີ່ຂົ່ມເຫັງ. ພວກເຂົາໄດ້ຮັບຄວາມເສຍຫາຍຢ່າງໃຫຍ່ຫຼວງ ຈາກການຖືກນັບຮວມກັບພວກຊາວເມືອງມຸນສະເຕີ (Münster) ທີ່ຄັ່ງສາສະໜາ. ຢ່າງໃດກໍຕາມ, ມີຄົນຈຳນວນຫຼວງຫຼາຍຮັບເຊື່ອຍ້ອນການປະກາດຂອງລາວ. {GC 239.2}

ການກົດຂີ່ຂົ່ມເຫັງ

ບໍ່ມີບ່ອນໃດທີ່ຮັບເອົາຄຳສອນຂອງຝ່າຍປະຕິຮູບໂດຍທົ່ວໄປຫຼາຍກວ່າປະເທດເນເທີແລນ; ໃນຂະນະດຽວກັນ, ແທບຈະບໍ່ມີປະເທດໃດທີ່ຂົ່ມເຫັງຜູ້ເຊື່ອສັດທາຮຸນແຮງກວ່າປະເທດເນເທີແລນ. ສ່ວນໃນປະເທດເຢຍລະມັນ ຈັກກະພັດ ຊານສ໌ທີ 5 ໄດ້ອອກຄຳສັ່ງຫ້າມຂະບວນການປະຕິຮູບ; ແລະເພິ່ນຄົງຍິນດີປະຫານຊີວິດຜູ້ເຊື່ອສັດທາທຸກຄົນ ແຕ່ບັນດາເຈົ້າແຂວງໄດ້ລຸກຂຶ້ນຂັດຂວາງຄວາມໂຫດຮ້າຍຂອງເພິ່ນ. ຢ່າງໃດກໍຕາມ, ປະເທດເນເທີແລນນັ້ນ ເປັນປະເທດທີ່ຈັກກະພັດມີອຳນາດຫຼາຍກວ່າ; ສະນັ້ນ, ເພິ່ນຈຶ່ງອອກຄຳສັ່ງຢ່າງຕໍ່ເນື່ອງໃຫ້ຂົ່ມເຫັງຜູ້ເຊື່ອຝ່າຍການປະຕິຮູບ. ການອ່ານພຣະຄຳພີ, ການໄປຟັງຄຳເທດສະໜາທີ່ອ້າງພຣະຄຳພີ ຫຼື ແມ່ນແຕ່ການເວົ້າກ່ຽວກັບພຣະຄຳພີນັ້ນ ລ້ວນແຕ່ມີໂທດປະຫານຊີວິດດ້ວຍການເຜົາໄຟ. ການອະທິຖານຕໍ່ພຣະເຈົ້າເປັນການສ່ວນຕົວ, ການຫຼີກລ່ຽງທີ່ຈະກົ້ມຂາບຮູບເຄົາລົບ ຫຼື ການຮ້ອງບົດເພງສັນລະເສີນກໍມີໂທດປະຫານເຊັ່ນກັນ. ແມ່ນແຕ່ຄົນທີ່ຍອມຮັບວ່າການກະທຳດັ່ງກ່າວເປັນຄວາມຜິດ ກໍຍັງຖືກປະຫານ, ຖ້າເປັນຜູ້ຊາຍກໍໃຫ້ປະຫານດ້ວຍການຕັດຄໍ, ຖ້າເປັນແມ່ຍິງກໍໃຫ້ປະຫານດ້ວຍການຝັງທັງເປັນ. ຫຼາຍພັນຄົນເສຍຊີວິດພາຍໃຕ້ການປົກຄອງຂອງຈັກກະພັດ ຊານສ໌ ແລະ ຈັກກະພັດ ຟີລິບທີ 2. {GC 239.3}

ມີຄັ້ງໜຶ່ງທີ່ທຸກຄົນໃນຄອບຄົວຖືກນຳມາຕໍ່ໜ້າເຈົ້າໜ້າທີ່ສານຄະດີນອກຮີດ ໂດຍມີຂໍ້ກ່າວຫາວ່າ ພວກເຂົາບໍ່ໄປຮ່ວມພິທີສິນລະນຶກ ແຕ່ນະມັດສະການຢູ່ເຮືອນ. ເມື່ອຖືກສອບສວນເຖິງພຶດຕິກຳຂອງພວກເຂົາໃນຂະນະທີ່ບໍ່ມີຄົນອື່ນຢູ່ນັ້ນ ລູກຊາຍຫຼ້າໄດ້ຕອບວ່າ: “ພວກເຮົາກໍຄູ້ເຂົ່າລົງອະທິຖານ ຂໍໃຫ້ພຣະເຈົ້າຊົງໂຜດສ່ອງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ແລະ ອະໄພຄວາມຜິດບາບ, ແລ້ວກໍອະທິຖານເພື່ອອົງປະມຸກຂອງຊາດ ໃຫ້ການປົກຄອງຂອງເພິ່ນຈະເລີນຂຶ້ນ ແລະ ໃຫ້ເພິ່ນມີຄວາມສຸກໃນຊີວິດ. ພວກເຮົາກໍອະທິຖານເພື່ອເຈົ້າໜ້າທີ່ບ້ານເມືອງ ຂໍໃຫ້ພຣະເຈົ້າຊົງໂຜດປົກປັກຮັກສາພວກເຂົາ.”5 ຜູ້ພິພາກສາບາງຄົນຮູ້ສຶກຊາບຊຶ້ງ; ຢ່າງໃດກໍຕາມ, ພໍ່ກັບລູກຊາຍຄົນໜຶ່ງກໍຖືກຕັດສິນປະຫານຊີວິດດ້ວຍການເຜົາໄຟ. {GC 240.1}

ແຕ່ຄວາມເຊື່ອຂອງຜູ້ສະຫຼະຊີວິດນັ້ນບໍ່ໄດ້ໜ້ອຍໄປກວ່າຄວາມໂກດແຄ້ນຂອງຜູ້ຂົ່ມເຫັງພວກເຂົາ. ບໍ່ພຽງແຕ່ຜູ້ຊາຍເທົ່ານັ້ນ, ແຕ່ຜູ້ຍິງທີ່ອ່ອນໂຍນ ແລະ ຍິງສາວທີ່ອ່ອນໄວກໍໄດ້ສະແດງເຖິງຄວາມກ້າຫານທີ່ບໍ່ຫວັ່ນໄຫວ. “ຜູ້ເປັນພັນລະຍາຈະຢືນຢູ່ໃກ້ຫຼັກປະຫານຂອງສາມີ ແລະ ຈະກະຊິບຄຳປອບໂຍນໃນຂະນະທີ່ລາວທົນໄຟເຜົານັ້ນ ຫຼື ຈະຮ້ອງບົດເພງສັນລະເສີນເພື່ອເປັນກຳລັງໃຈ.” “ຍິງສາວຈະນອນຢູ່ໃນຫຼຸມຝັງສົບເພື່ອຖືກຝັງທັງເປັນ ໂດຍມີທ່າທາງເໝືອນກັບວ່າກຳລັງເຂົ້າຫ້ອງນອນ ເພື່ອຫຼັບໃນກາງຄືນ ຫຼື ບາງຄົນຖືກນຳໄປທີ່ຫຼັກປະຫານ ແລະ ຖືກເຜົາໄຟໃຫ້ຕາຍ ໂດຍທີ່ນຸ່ງເຄື່ອງທີ່ດີທີ່ສຸດ ເໝືອນກຳລັງໄປງານແຕ່ງດອງຂອງຕົນເອງ.”6 {GC 240.2}

ເຊັ່ນດຽວກັບສະໄໝທີ່ພວກບໍ່ນັບຖືພຣະເຈົ້າພະຍາຍາມທຳລາຍຂ່າວປະເສີດ, ເລືອດຂອງຊາວຄຣິສຕຽນກໍເປັນດັ່ງເມັດພືດ.7 ການຂົ່ມເຫັງຊ່ວຍເພີ່ມຈຳນວນຄົນທີ່ເປັນພະຍານເພື່ອຄວາມຈິງ. ແຕ່ລະປີທີ່ຜ່ານໄປນັ້ນ ຈັກກະພັດຮູ້ສຶກເຈັບໃຈ ຈົນຈະເປັນບ້າຍ້ອນປະຊາຊົນຢືນຢັດເດັດດ່ຽວບໍ່ຍອມຈຳນົນ; ເພິ່ນຈຶ່ງຊຸກຍູ້ໃຫ້ມີການຂົ່ມເຫັງອັນໂຫດຮ້າຍຕໍ່ໄປ, ແຕ່ກໍບໍ່ເປັນຜົນ. ໃນທີ່ສຸດທ່ານວິນລຽມແຫ່ງອໍເຣນ (William of Orange) ຜູ້ມີຈິດໃຈອັນສູງສົ່ງ ໄດ້ນຳການປະຕິວັດທີ່ປົດປ່ອຍປະເທດຮໍແລນໃຫ້ມີສິດເສລີພາບໃນການນະມັດສະການພຣະເຈົ້າ. {GC 240.3}

ຕາມສາຍພູພີດມົງ, ໃນເຂດທົ່ງພຽງຂອງປະເທດຝຣັ່ງ ແລະ ຕາມຊາຍຝັ່ງທະເລແຫ່ງປະເທດຮໍແລນ, ມີເລືອດຂອງພວກສາວົກ ເປັນເຄື່ອງໝາຍຂອງການປະກາດຂ່າວປະເສີດທີ່ຂະຫຍາຍອອກໄປ; ແຕ່ໃນບັນດາປະເທດທາງເໜືອ ຂ່າວປະເສີດສາມາດເຂົ້າໄປໄດ້ຢ່າງສະຫງົບ. ນັກສຶກສາທີ່ຮຽນຢູ່ເມືອງວິດເທັນເບີກ ໄດ້ກັບຄືນໄປບ້ານເຮືອນຂອງຕົນ ໃນສະແກນດິເນເວຍ ແລະ ນຳຄຳສອນຝ່າຍການປະຕິຮູບເມືອນຳ. ການພິມເຜີຍແຜ່ບົດຄວາມງານຂຽນຂອງລູເທີ ຍັງເປັນອີກທາງໜຶ່ງທີ່ກະຈາຍຄວາມສະຫວ່າງ. ປະຊາຊົນໃນປະເທດທາງເໜືອເປັນຄົນລຽບງ່າຍ ແລະ ສູ້ທົນ; ຄົນເຫຼົ່ານີ້ໄດ້ຫັນຈາກຄວາມຊົ່ວ, ພິທີກຳອັນຫຼູຫຼາອະລັງການ ແລະ ຈາກຄວາມງົມງວາຍຂອງຄຣິສຕະຈັກໂຣມ ເພື່ອຮັບເອົາຄວາມບໍຣິສຸດ ແລະ ຄວາມລຽບງ່າຍຂອງສັດຈະທຳຄວາມຈິງໃນພຣະຄຳພີເຊິ່ງອຳນວຍໃຫ້ມີຊີວິດ. {GC 240.4}

ການປະກາດໃນປະເທດເດນມາກ

ທ້າວ ທາວເຊັນ (Tausen) “ຜູ້ປະຕິຮູບປະເທດເດນມາກ,” ເປັນລູກຊາຍຊາວກະສິກອນ. ຕັ້ງແຕ່ຍັງເປັນເດັກນ້ອຍກໍປາກົດໃຫ້ເຫັນວ່າ ລາວມີສະຕິປັນຍາອັນຫຼັກແຫຼມ. ລາວໃຝ່ຝັນຢ່າງແຮງກ້າ ຢາກມີໂອກາດສຶກສາຮ່ຳຮຽນ ແຕ່ໂດຍສະຖານະຂອງພໍ່ແມ່ກໍບໍ່ມີໂອກາດ, ລາວຈຶ່ງເຂົ້າໄປຢູ່ສຳນັກນັກບວດແຫ່ງໜຶ່ງ. ຄວາມບໍຣິສຸດຂອງຊີວິດ ພ້ອມກັບຄວາມອຸດສາພາກພຽນ ແລະ ຄວາມສັດຊື່ຂອງລາວ ສາມາດຊະນະໃຈຜູ້ທີ່ຮັບຜິດຊອບລາວ. ເມື່ອທົດສອບແລ້ວ ກໍປາກົດວ່າ ລາວມີຄວາມສາມາດທີ່ໜ້າຈະເປັນປະໂຫຍດໃຫ້ຄຣິສຕະຈັກໂຣມໃນອະນາຄົດ. ມີການຕັດສິນໃຈ ສົ່ງລາວໄປຮຽນຕໍ່ໃນມະຫາວິທະຍາໄລແຫ່ງໃດແຫ່ງໜຶ່ງຂອງເຢຍລະມັນ ຫຼື ເນເທີແລນ ໂດຍອະນຸຍາດໃຫ້ລາວເປັນຜູ້ເລືອກມະຫາວິທະຍາໄລເອງ; ແຕ່ມີເງື່ອນໄຂດຽວ ຈະຕ້ອງບໍ່ໄປຮຽນຢູ່ເມືອງວິດເທັນເບີກ. ພວກພຣະກາໂຕລິກກ່າວວ່າ ນັກວິຊາການຂອງຄຣິສຕະຈັກໂຣມຈະຕ້ອງບໍ່ສ່ຽງອັນຕະລາຍຈາກຢາພິດແຫ່ງຄຳສອນນອກຮີດ. {GC 241.1}

ທາວເຊັນໄປຮຽນຢູ່ເມືອງໂຄໂລນ (Cologne) ເຊິ່ງໃນເວລານັ້ນເປັນໜຶ່ງໃນເມືອງທີ່ສະໜັບສະໜູນຄຣິສຕະຈັກໂຣມຢ່າງເຂັ້ມແຂງ ແລະ ໃນສະໄໝນີ້ກໍເຊັ່ນກັນ. ໃນບໍ່ດົນ, ລາວກໍຮູ້ສຶກເບື່ອໜ່າຍກັບພວກນັກວິຊາການທີ່ເນັ້ນການປະຕິບັດທຳເພື່ອເຂົ້າເຖິງພຣະເຈົ້າ. ໃນຊ່ວງເວລານັ້ນ ລາວໄດ້ຮັບບົດຄວາມງານຂຽນຂອງລູເທີ ແລະ ໄດ້ອ່ານຂໍ້ຄວາມເຫຼົ່ານັ້ນດ້ວຍຄວາມປະຫຼາດໃຈ ແລະ ຄວາມຍິນດີ; ລາວຈຶ່ງປາຖະໜາຢ່າງຍິ່ງທີ່ຈະມີໂອກາດສຶກສາກັບລູເທີໂດຍກົງ. ແຕ່ຖ້າໄປຮຽນກັບລູເທີ ກໍສ່ຽງທີ່ຈະເຮັດໃຫ້ເຈົ້າໜ້າທີ່ສຳນັກນັກບວດຜິດໃຈ ຈົນຕັດທຶນການສຶກສາຂອງລາວ. ໃນບໍ່ຊ້າລາວກໍຕັດສິນໃຈ ແລະ ໄດ້ໄປລົງທະບຽນເປັນນັກສຶກສາຢູ່ເມືອງວິດເທັນເບີກ. {GC 241.2}

ເມື່ອກັບຄືນໄປປະເທດເດນມາກ, ທາວເຊັນກໍໄປຢາມສຳນັກນັກບວດຂອງລາວ. ຄາວນັ້ນຍັງບໍ່ມີໃຜສົງໄສວ່າລາວເຊື່ອຕາມຄຳສອນຂອງລູເທີ ແລະ ລາວກໍບໍ່ໄດ້ເປີດເຜີຍຄວາມລັບນັ້ນໃຫ້ໃຜຮູ້ ແຕ່ພະຍາຍາມນຳໝູ່ເພື່ອນໃຫ້ມີຄວາມເຊື່ອທີ່ບໍຣິສຸດ ແລະ ຊີວິດທີ່ປາສະຈາກມົນທິນບາບ ໂດຍບໍ່ຍຸຍົງໃຫ້ພວກເຂົາເກີດອະຄະຕິ. ລາວເປີດພຣະຄຳພີມາອະທິບາຍຄວາມໝາຍທີ່ແທ້ຈິງ, ແລ້ວສຸດທ້າຍກໍປະກາດໃຫ້ພວກເຂົາຟັງວ່າ ພຣະຄຣິສຊົງເປັນຄວາມຊອບທຳຂອງຄົນບາບ ແລະ ຊົງເປັນຄວາມຫວັງດຽວທີ່ຈະໄດ້ຮັບຄວາມລອດພົ້ນ. ຫົວໜ້າສຳນັກນັກບວດໂກດຮ້າຍ ຍ້ອນລາວຫວັງເປັນຢ່າງຍິ່ງວ່າ ທາວເຊັນຈະກາຍເປັນຜູ້ປົກປ້ອງຄຣິສຕະຈັກໂຣມທີ່ເກັ່ງກ້າ. ທາວເຊັນຈຶ່ງຖືກຍ້າຍສຳນັກໄປຢູ່ສຳນັກໃໝ່ ແລະ ຖືກກັກຂັງໃນຫ້ອງ ໂດຍມີຜູ້ເຝົ້າຍາມຢ່າງເຂັ້ມງວດ. {GC 241.3}

ແຕ່ບໍ່ຊ້າມີບາດຫຼວງບາງຄົນປະກາດວ່າ ຕົນໄດ້ຮັບເຊື່ອຕາມຫຼັກໂປຣແຕັສຕັງ ອັນເປັນເຫດໃຫ້ພວກທີ່ຄວບຄຸມທາວເຊັນນັ້ນຕົກໃຈຢ້ານ. ລາວໄດ້ສື່ສານກັບນັກບວດຄົນອື່ນຜ່ານກົງເຫຼັກຂອງຫ້ອງຂັງ ຈົນຄົນເຫຼົ່ານັ້ນໄດ້ຮູ້ຈັກຄວາມຈິງ. ຖ້າຫາກວ່າພວກເຈົ້າໜ້າທີ່ຄຣິສຕະຈັກໂຣມໃນເດນມາກມີຄວາມຊຳນານຕໍ່ແຜນການຂອງຄຣິສຕະຈັກເລື່ອງການຈັດການກັບພວກນອກຮີດແລ້ວ ທາວເຊັນກໍຄົງຖືກປິດປາກໄວ້ຕະຫຼອດການ; ແຕ່ແທນທີ່ພວກເຂົາຈະຂັງລາວໄວ້ໃນຄຸກມືດຈົນຕາຍ ກໍພັດຂັບໄລ່ລາວອອກຈາກສຳນັກນັກບວດແທນ. ເຖິງຄາວນີ້ພວກເຂົາກໍໝົດອຳນາດ, ເພາະຫາກໍມີດຳລັດຈາກກະສັດອອກມາປົກປ້ອງຜູ້ສອນຫຼັກຄວາມເຊື່ອຂອງຝ່າຍການປະຕິຮູບ. ແລ້ວທາວເຊັນກໍເລີ່ມຕົ້ນການປະກາດ; ໂບດຕ່າງໆໄດ້ເປີດປະຕູຕ້ອນຮັບລາວ ແລະ ປະຊາຊົນກໍພາກັນໄປຟັງ. ໃນຂະນະນັ້ນມີຄົນອື່ນນອກຈາກທາວເຊັນທີ່ປະກາດພຣະຄຳຂອງພຣະເຈົ້າ. ພຣະຄຳພີໃໝ່ສະບັບແປເປັນພາສາເດນມາກ ຖືກນຳໄປເຜີຍແຜ່ຢ່າງກວ້າງຂວາງ. ຄວາມພະຍາຍາມຂອງຝ່າຍສັນຕະປາປາໃນການຢັບຢັ້ງການປະກາດ ໄດ້ກາຍເປັນເຫດທີ່ຊ່ວຍຂະຫຍາຍການປະກາດນັ້ນເອງ; ໃນບໍ່ຊ້າ, ປະເທດເດນມາກຈຶ່ງປະກາດການຍອມຮັບຄຳສອນຂອງຂະບວນການປະຕິຮູບ. {GC 242.1}

ຂ່າວປະເສີດໃນປະເທດສະວີເດັນ

ໃນປະເທດສະວີເດັນພວກຊາວໜຸ່ມທີ່ເຄີຍດື່ມນໍ້າຈາກນໍ້າສ້າງແຫ່ງຄວາມຈິງທີ່ເມືອງວິດເທັນເບີກ ໄດ້ເອົານໍ້າແຫ່ງຊີວິດໄປໃຫ້ຄົນໃນຊາດຂອງຕົນ. ທ່າມກາງຜູ້ນຳການປະຕິຮູບປະເທດສະວີເດັນ ມີພີ່ນ້ອງສອງຄົນຊື່ ໂອລັບ ແລະ ໂລເຣັນທີອັດ ເປຕຣີ (Olaf and Laurentius Petri), ເປັນລູກຊາຍຂອງຊ່າງຕີເຫຼັກຄົນໜຶ່ງໃນເມືອງໂອເຣໂບ (Orebro). ສອງອ້າຍນ້ອງນີ້ເປັນລູກສິດຂອງລູເທີ ແລະ ເມລັງໂທນ, ແລະມີຄວາມພາກພຽນທີ່ຈະສອນຄວາມຈິງທີ່ພວກເຂົາໄດ້ຮຽນຮູ້. ໂອລັບເໝືອນລູເທີທີ່ປະກາດຢ່າງກະຕືລືລົ້ນ ແລະ ປຸກປະຊາຊົນໃຫ້ຕື່ນດ້ວຍວາຈາທີ່ຄົມຄາຍ; ສ່ວນໂລເຣັນທີອັດນັ້ນ ເໝືອນເມລັງໂທນ ຄືເປັນນັກຄິດທີ່ຮຽນສູງ ແລະ ມີອາລົມສະຫງົບສຸຂຸມ. ທັງສອງຄົນຢຶດຫຼັກສິນລະທຳ, ມີຄວາມເຂົ້າໃຈດ້ານສາສະໜາສາດຢ່າງດີ ແລະ ມີຄວາມກ້າຫານທີ່ບໍ່ຫວັ່ນໄຫວໃນການປະກາດສັດຈະທຳຄວາມຈິງ. ໃນຂະນະດຽວກັນ, ມີການຕໍ່ຕ້ານຈາກພວກຝ່າຍສັນຕະປາປາຢ່າງບໍ່ຂາດສາຍ; ບາດຫຼວງກາໂຕລິກໄດ້ປຸກລະດົມປະຊາຊົນທີ່ຂາດການສຶກສາ ແລະ ງົມງວາຍ. ໂອລັບ ເປຕຣີ ຖືກພວກກຸ່ມຄົນຫົວຮຸນແຮງບຸກໂຈມຕີເລື້ອຍໆ ແລະ ໃນຫຼາຍຄັ້ງເກືອບໜີບໍ່ລອດ. ຢ່າງໃດກໍຕາມ, ນັກປະຕິຮູບເຫຼົ່ານີ້ໄດ້ຮັບຄວາມໂປດປານ ແລະ ການປົກປ້ອງຈາກກະສັດ. {GC 242.2}

ສະໄໝນັ້ນ ຄົນທັງຫຼາຍຢູ່ພາຍໃຕ້ການປົກຄອງຂອງຄຣິສຕະຈັກໂຣມ, ປະຊາຊົນຈຶ່ງຕົກຢູ່ໃນຄວາມທຸກຍາກ ແລະ ຕົກຕ່ຳຍ້ອນຖືກກົດຂີ່ຂົ່ມເຫັງ. ໃນເວລານັ້ນ ພວກເຂົາບໍ່ມີພຣະຄຳພີ ແລະ ການນັບຖືສາສະໜາກາໂຕລິກມີແຕ່ເນັ້ນຮູບແບບ ແລະ ພິທີກຳພາຍນອກ, ບໍ່ມີແສງສະຫວ່າງທີ່ຈະສ່ອງເຂົ້າມາໃນຈິດໃຈ. ເພາະເຫດນີ້, ປະຊາຊົນຈຶ່ງຫັນກັບຄືນໄປຫາຄວາມງົມງວາຍ ແລະ ການປະຕິບັດຂອງບັນພະບຸລຸດທີ່ບໍ່ຮູ້ຈັກພຣະເຈົ້າ. ປະເທດສະວີເດັນຖືກແບ່ງອອກເປັນຝັກເປັນຝ່າຍທີ່ຂັດແຍ້ງກັນ ແລະ ການຂັດແຍ້ງນັ້ນໄດ້ສືບຕໍ່ຢ່າງຕໍ່ເນື່ອງ ຈົນເປັນເຫດເພີ່ມຄວາມທຸກຍາກໃຫ້ກັບທຸກຄົນ. ກະສັດປະເທດສະວີເດັນຕັດສິນໃຈໃຫ້ມີການປະຕິຮູບຝ່າຍການປົກຄອງ ແລະ ຝ່າຍສາສະໜາ; ເພິ່ນຈຶ່ງຕ້ອນຮັບສອງອ້າຍນ້ອງນີ້ໃຫ້ມາຊ່ວຍໃນການຕໍ່ສູ້ກັບຄຣິສຕະຈັກໂຣມ. {GC 243.1}

ໂອລັບ ເປຕຣີ ຢືນຢູ່ຕໍ່ໜ້າກະສັດ ແລະ ຄົນຊັ້ນນຳຂອງສະວີເດັນ ແລະ ທຸ້ມເທສຸດຄວາມສາມາດເພື່ອກ່າວປົກປ້ອງຄຳສອນຂອງຝ່າຍປະຕິຮູບ ຈາກການຖືກໂຈມຕີຂອງນັກຕໍ່ສູ້ຝ່າຍຄຣິສຕະຈັກໂຣມ. ລາວກ່າວວ່າ, ຄົນເຮົາຈະຮັບຄຳສອນຄຣິສຕຽນໃນສະໄໝບູຮານໄດ້ກໍຕໍ່ເມື່ອຄຳສອນນັ້ນຖືກຕ້ອງຕາມພຣະຄຳພີ. ຄຳສອນທີ່ຈຳເປັນຕໍ່ຄວາມເຊື່ອກໍຢູ່ໃນພຣະຄຳພີແລ້ວ ແລະ ເປັນພາສາທີ່ຈະແຈ້ງເຂົ້າໃຈງ່າຍ, ດັ່ງນັ້ນທຸກຄົນສາມາດເຂົ້າໃຈໄດ້. ພຣະຄຣິສຊົງກ່າວວ່າ, “ສິ່ງທີ່ເຮົາສັ່ງສອນບໍ່ແມ່ນຂອງເຮົາ ແຕ່ແມ່ນຄຳສັ່ງສອນຈາກພຣະເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ.” (ໂຢຮັນ 7:16). ສ່ວນອາຈານໂປໂລກໍກ່າວວ່າ ຖ້າເພິ່ນປະກາດຂ່າວປະເສີດອື່ນໃດນອກຈາກທີ່ເພິ່ນໄດ້ຮັບແລ້ວນັ້ນ ກໍຂໍໃຫ້ເພິ່ນຖືກສາບແຊ່ງ.8 ໂອລັບກ່າວວ່າ: “ເປັນໄປໄດ້ແນວໃດ ທີ່ຄົນອື່ນຈະບັງອາດອອກຂໍ້ຫ້າມທາງສາສະໜາຕາມໃຈມັກຂອງຕົນ ແລະ ກ່າວວ່າຂໍ້ບັງຄັບດັ່ງກ່າວຈຳເປັນເພື່ອຈະໄດ້ຮັບຄວາມລອດ?”9 ລາວອະທິບາຍວ່າ ຄຳສັ່ງຕ່າງໆຂອງຄຣິສຕະຈັກບໍ່ມີອຳນາດ ຖ້າຂັດຕໍ່ພຣະບັນຍັດຂອງພຣະເຈົ້າ; ນອກຈາກນັ້ນ, ລາວຍັງຢຶດຫຼັກການສຳຄັນຂອງໂປຣແຕັສຕັງທີ່ວ່າ “ພຣະຄຳພີພຽງຢ່າງດຽວເທົ່ານັ້ນ” ເປັນບັນທັດຖານແຫ່ງຄວາມເຊື່ອ ແລະ ການປະພຶດປະຕິບັດ. {GC 243.2}

ການຕໍ່ສູ້ນີ້ ເຖິງແມ່ນໄດ້ເກີດໃນບ່ອນທີ່ຂ້ອນຂ້າງລັບຕາ, ແຕ່ກໍຍັງສະແດງໃຫ້ພວກເຮົາເຫັນວ່າ “ຜູ້ຊາຍທີ່ຕໍ່ສູ້ໃນສະໄໝການປະຕິຮູບຄັ້ງໃຫຍ່ນັ້ນມີລັກສະນະຢ່າງໃດ. ຄົນເຫຼົ່ານີ້ບໍ່ໄດ້ຂາດການສຶກສາ, ບໍ່ແມ່ນພວກແບ່ງແຍກ ຫຼື ຄົນມັກໂຕ້ຖຽງເພື່ອໃຫ້ຄົນສົນໃຈ, ແຕ່ກົງກັນຂ້າມ ເປັນຄົນທີ່ໄດ້ສຶກສາພຣະຄຳຂອງພຣະເຈົ້າ ແລະ ຮູ້ຈັກວິທີນຳໃຊ້ອາວຸດທີ່ພົບຢູ່ໃນພຣະຄຳພີເປັນຢ່າງດີ; ໃນເລື່ອງການຮຽນສູງນັ້ນ ພວກເຂົານຳຍຸກ. ຖ້າຫາກພວກເຮົາໃສ່ໃຈສະເພາະກັບສູນກາງການປະຕິຮູບທີ່ຮຸ່ງເຮືອງ ເຊັ່ນເມືອງວິດເທັນເບີກ ແລະ ນະຄອນຊູຣິກ, ແລະຈົດຈໍ່ຢູ່ກັບຄົນຊື່ດັງເຊັ່ນ: ລູເທີ, ເມລັງໂທນ, ສວິງລີ ແລະ ເອໂກລຳພາດິອັດ, ກໍຄົງຈະມີຄົນບອກພວກເຮົາວ່າ ນັ້ນແມ່ນແນວໜ້າຂອງຝ່າຍປະຕິຮູບ ຈຶ່ງບໍ່ໜ້າແປກໃຈທີ່ພວກເຂົາມີຄວາມສາມາດ ແລະ ຄວາມຮູ້ເປັນພິເສດ, ແຕ່ກອງໜູນຄົງບໍ່ເກັ່ງເທົ່າແນວໜ້າດອກ. ແຕ່ເມື່ອພວກເຮົາຫັນມາສັງເກດປະເທດສະວີເດັນທີ່ຢູ່ຫ່າງໄກນັ້ນ ແລະ ພິຈາລະນາບຸກຄົນທີ່ມີຖານະຕ່ຳເຊັ່ນ: ໂອລັບ ແລະ ໂລເຣັນທີອັດ ເປຕຣີ ກໍຈະເຫັນວ່າ ຕັ້ງແຕ່ລະດັບອາຈານຕະຫຼອດຈົນເຖິງບັນດາລູກສິດຂອງພວກເຂົາເປັນຄົນແບບໃດ.…ພວກເຂົາເປັນນັກວິຊາການ ແລະ ເປັນນັກສາສະໜາສາດ ທີ່ໄດ້ຮຽນຮູ້ເຖິງລະບົບຄວາມຈິງແຫ່ງຂ່າວປະເສີດທັງໝົດ ແລະ ເປັນຜູ້ທີ່ສາມາດຊະນະພວກນັກປັດຊະຍາຂອງມະຫາວິທະຍາໄລຕ່າງໆ ແລະ ພວກເຈົ້າໜ້າທີ່ຂອງຄຣິສຕະຈັກໂຣມຢ່າງງ່າຍດາຍ.”10 {GC 243.3}

ຜົນຂອງການຄັດຄ້ານນັ້ນ ກໍຄືກະສັດຂອງສະວີເດັນໄດ້ຮັບເຊື່ອຄຳສອນຝ່າຍໂປຣແຕັສຕັງ ແລະ ບໍ່ດົນຫຼັງຈາກນັ້ນ ສະພາແຫ່ງຊາດໄດ້ປະກາດເຂົ້າຂ້າງຄຳສອນດັ່ງກ່າວ. ໂອລັບ ເປຕຣີ ໄດ້ແປພຣະຄຳພີໃໝ່ເປັນພາສາສະວີເດັນ ແລະ ຕາມຄວາມປາຖະໜາຂອງກະສັດ ອ້າຍນ້ອງທັງສອງຂອງຕະກູນເປຕຣີ ໄດ້ລົງມືແປພຣະຄຳພີທັງໝົດ. ດັ່ງນັ້ນ, ປະຊາຊົນຊາວສະວີເດັນຈຶ່ງໄດ້ຮັບພຣະຄຳຂອງພຣະເຈົ້າ ໃນພາສາພື້ນເມືອງຂອງພວກເຂົາເອງ. ສະພາແຫ່ງຊາດລົງມະຕິວ່າ ໃຫ້ສົ່ງອາຈານໄປທົ່ວອານາຈັກ ເພື່ອອະທິບາຍພຣະຄຳພີ ແລະ ໃຫ້ມີການສອນເດັກນ້ອຍໃນໂຮງຮຽນໃຫ້ອ່ານພຣະຄຳພີ. {GC 244.1}

ຄວາມມືດແຫ່ງຄວາມໂງ່ຈ້າງົມງວາຍໄດ້ຖືກກຳຈັດຢ່າງຕໍ່ເນື່ອງ ໂດຍຄວາມສະຫວ່າງແຫ່ງຂ່າວປະເສີດ. ເມື່ອໄດ້ຮັບການປົດປ່ອຍຈາກການກົດຂີ່ຂົ່ມເຫັງຂອງຄຣິສຕະຈັກໂຣມແລ້ວ ປະເທດສະວີເດັນຈຶ່ງຈະເລີນຮຸ່ງເຮືອງ ເປັນຊາດທີ່ເຂັ້ມແຂງຢ່າງທີ່ບໍ່ເຄີຍເປັນມາກ່ອນ. ປະເທດສະວີເດັນກາຍເປັນທີ່ໝັ້ນແຫ່ງໜຶ່ງທີ່ຢຶດຫຼັກຄຳສອນຂອງໂປຣແຕັສຕັງ. ໜຶ່ງສະຕະວັດຕໍ່ມາ, ໃນຊ່ວງເວລາທີ່ປະສົບໄພອັນຕະລາຍທີ່ສຸດ, ຊາດນ້ອຍໆ ແລະ ອ່ອນແອແຫ່ງນີ້ເປັນປະເທດດຽວໃນເອີຣົບທີ່ກ້າໃຫ້ການສະໜັບສະໜູນ ແລະ ຊ່ວຍກູ້ຊາດເຢຍລະມັນໃນການຕໍ່ສູ້ອັນຮ້າຍແຮງຂອງ “ສົງຄາມ 30 ປີ.” ໃນຄາວນັ້ນ, ເອີຣົບຕອນເໜືອທັງໝົດເບິ່ງຄືວ່າ ຈະຖືກນຳມາຢູ່ພາຍໃຕ້ການປົກຄອງອັນຊົ່ວຮ້າຍຂອງຄຣິສຕະຈັກໂຣມອີກ. ແຕ່ກອງທັບສະວີເດັນຊ່ວຍປະເທດເຢຍລະມັນຕີກອງກຳລັງຝ່າຍສັນຕະປາປາໃຫ້ຖອຍຮົບ ແລະ ຊ່ວຍພວກໂປຣແຕັສຕັງໃຫ້ເປັນທີ່ຍອມຮັບ ບໍ່ວ່າຈະເຊື່ອຕາມຄຳສອນຂອງລູເທີ ຫຼື ຕາມຄາວິນກໍຕາມ; ນອກຈາກນັ້ນ, ກໍຍັງຟື້ນຟູເສລີພາບທາງຈິດສຳນຶກ ໃນປະເທດທັງຫຼາຍທີ່ຮັບເອົາຄຳສອນຂອງຝ່າຍປະຕິຮູບ. {GC 244.2}


  1. ໝາຍເຖິງຄຣິສຕະຈັກ.

  2. ເຈຣາດ ບຣັນ, ປະຫວັດການປະຕິຮູບໃນບໍລິເວນເຂດປະເທດທີ່ຮາບຕ່ຳ, ເຫຼັ້ມ 1, ໜ້າ 6.

  3. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 1, ໜ້າ 14.

  4. ມາຕິນ, ເຫຼັ້ມ 2, ໜ້າ 87.

  5. ໄວລີ, ເຫຼັ້ມ 18, ບົດ 6.

  6. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 18, ບົດ 6.

  7. ສາມາດສຶກສາເພີ່ມເຕີມໄດ້ຈາກ ບົດຖະແຫຼງຂອງເທີທູລຽນ (Tertullian’s Apology) ວັກ 50.

  8. ເບິ່ງ ຄາລາເຕຍ 1:8.

  9. ໄວລີ, ເຫຼັ້ມ 10, ບົດ 4.

  10. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 10, ບົດ 4.