12 ການປະຕິຮູບໃນປະເທດຝຣັ່ງ
ຕົ້ນສະບັບພາສາອັງກິດ
ຄວາມຂັດແຍ້ງສືບຕໍ່ຫຼາຍປີ
ການປະທ້ວງແຫ່ງເມືອງສະປາຍ ແລະ ການປະກາດຫຼັກຂໍ້ເຊື່ອທີ່ເມືອງອອກເບີກ ອັນເປັນເຄື່ອງໝາຍແຫ່ງໄຊຊະນະຂອງການປະຕິຮູບໃນເຢຍລະມັນນັ້ນ ຕາມດ້ວຍຄວາມຂັດແຍ້ງ ແລະ ຄວາມມືດມົນເປັນເວລາຫຼາຍປີ. ຄວາມແຕກແຍກໃນກຸ່ມຜູ້ສະໜັບສະໜູນຂະບວນການປະຕິຮູບ ແລະ ການຖືກໂຈມຕີຈາກພວກສັດຕູທີ່ມີອຳນາດ ເຮັດໃຫ້ນິກາຍໂປຣແຕັສຕັງອ່ອນແອລົງ ຈົນເບິ່ງຄືວ່າຈະຕ້ອງຖືກທຳລາຍຢ່າງສິ້ນເຊີງ. ຫຼາຍພັນຄົນຍອມສະຫຼະຊີວິດຍ້ອນຄວາມເຊື່ອ. ເກີດສົງຄາມກາງເມືອງ; ຝ່າຍໂປຣແຕັສຕັງຖືກສະມາຊິກທີ່ເປັນຕົວຕັ້ງຕົວຕີຄົນໜຶ່ງທໍລະຍົດ, ເປັນເຫດໃຫ້ພວກເຈົ້າແຂວງຝ່າຍການປະຕິຮູບບາງຄົນທີ່ສູງສະຫງ່າທີ່ສຸດຕົກຢູ່ໃນກຳມືຂອງຈັກກະພັດ ແລະ ຖືກລາກເປັນຊະເລີຍຕາມເມືອງຕ່າງໆ. ແຕ່ໃນເວລາທີ່ຈັກກະພັດເບິ່ງຄືມີໄຊຊະນະນັ້ນ, ເພິ່ນກໍພັດຕ້ອງພົບກັບຄວາມພ່າຍແພ້. ເພິ່ນໄດ້ເຫັນເຫຍື່ອຖືກກອບກູ້ອອກຈາກກຳມື ແລະ ໃນທີ່ສຸດກໍຕ້ອງປະກາດການຍອມຮັບຕໍ່ຫຼັກຄຳສອນ ເຊິ່ງເພິ່ນໄດ້ທຸ້ມເທຊີວິດເພື່ອທຳລາຍ. ເພິ່ນໄດ້ເອົາອານາຈັກ, ຊັບສົມບັດ ແລະ ຊີວິດຂອງເພິ່ນເອງມາເດີມພັນ ເພື່ອທຳລາຍຄຳສອນທີ່ເພິ່ນເຫັນວ່ານອກຮີດ. ບັດນີ້ຈັກກະພັດເຫັນກອງທັບຂອງເພິ່ນຖືກທຳລາຍໃນສະໜາມຮົບ, ເງິນຄຳໃນກອງຄັງຖືກໃຊ້ຈ່າຍຈົນຫຼ້ອນ ແລະ ປະຊາຊົນໃນອານາຈັກທັງຫຼາຍຂອງເພິ່ນຂູ່ວ່າຈະກະບົດ; ໃນຂະນະດຽວກັນນັ້ນ, ຄວາມເຊື່ອທີ່ເພິ່ນພະຍາຍາມສະກັດກັ້ນຢ່າງໄຮ້ປະໂຫຍດ ກໍກຳລັງຂະຫຍາຍອອກໄປໃນທຸກແຫ່ງຫົນ. ທີ່ຜ່ານມາຈັກກະພັດຊານສ໌ທີ 5 ໄດ້ສູ້ຮົບກັບພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ. ພຣະເຈົ້າຊົງກ່າວວ່າ: “ໃຫ້ມີແສງແຈ້ງສ່ອງຂຶ້ນ,” ແຕ່ເພິ່ນພະຍາຍາມຮັກສາຄວາມມືດໃຫ້ຄົງຢູ່. ຄວາມຕັ້ງໃຈຂອງເພິ່ນລົ້ມເຫຼວ; ແລ້ວໃນສະພາບທີ່ແກ່ຊະລາກ່ອນໄວ ແລະ ອ່ອນເພຍເມື່ອຍແຮງຈາກການດິ້ນຮົນອັນຍາວນານ, ເພິ່ນຈຶ່ງສະຫຼະຣາຊບັນລັງ ແລະ ໄປຈຳສິນໃນ