11 ພວກເຈົ້າແຂວງປະທ້ວງ
ຕົ້ນສະບັບພາສາອັງກິດ
ສະພາແຫ່ງເມືອງສະປາຍ
ການເປັນພະຍານ ທີ່ສະໜັບສະໜູນຂະບວນການປະຕິຮູບສາສະໜາຄັ້ງໃຫຍ່ທີ່ສະຫງ່າງາມທີ່ສຸດຢ່າງໜຶ່ງ ຄືການປະທ້ວງຂອງບັນດາເຈົ້າແຂວງເຢຍລະມັນທີ່ເປັນຄຣິສຕຽນໃນສະພາແຫ່ງເມືອງສະປາຍ (Diet of Spires) ເຊິ່ງຈັດຂຶ້ນໃນປີ 1529. ຄວາມກ້າຫານ, ຄວາມເຊື່ອ ແລະ ຄວາມເດັດດ່ຽວຂອງຊາຍເຫຼົ່ານັ້ນທີ່ດຳເນີນຊີວິດເພື່ອພຣະເຈົ້າ ໄດ້ນຳເອົາເສລີພາບທາງຄວາມຄິດ ແລະ ເສລີພາບທາງຈິດສຳນຶກໃຫ້ແກ່ຄົນໃນຍຸກສະໄໝຕໍ່ໆກັນມາ. ການປະທ້ວງຂອງພວກເຂົາກາຍເປັນຊື່ຂອງຄຣິສຕະຈັກຝ່າຍຂະບວນການປະຕິຮູບ ເພາະຄຳວ່າ “ໂປຣແຕັສຕັງ” ແປວ່າການປະທ້ວງນັ້ນເອງ; ເນື້ອຫາຂອງການປະທ້ວງຂອງພວກເຂົາຄື “ແກ່ນສານແທ້ຂອງນິກາຍໂປຣແຕັສຕັງ.” {GC 197.1}
ວັນແຫ່ງຄວາມມືດມົນ ແລະ ໄພຄຸກຄາມໄດ້ມາເຖິງຂະບວນການປະຕິຮູບ. ເຖິງແມ່ນວ່າຄຳປະກາດຈາກສະພາແຫ່ງເມືອງເວີມໄດ້ລະບຸວ່າລູເທີເປັນບຸກຄົນຕ້ອງຫ້າມ ແລະ ບໍ່ອະນຸຍາດໃຫ້ຜູ້ໃດຮັບເຊື່ອ ຫຼື ນຳຄຳສອນຂອງເພິ່ນໄປເຜີຍແຜ່, ແຕ່ກໍຍັງພໍມີການຍອມຮັບຄວາມແຕກຕ່າງທາງສາສະໜາໃນອານາຈັກເຢຍລະມັນຢູ່. ພຣະເຈົ້າຊົງຢັບຢັ້ງອຳນາດທັງຫຼາຍທີ່ຕໍ່ຕ້ານຂະບວນການປະກາດຄວາມຈິງ. ຈັກກະພັດຊານສ໌ທີ 5 ຕັ້ງໜ້າຕັ້ງຕາເພື່ອທຳລາຍຂະບວນການປະຕິຮູບ, ແຕ່ທຸກຄັ້ງທີ່ເພິ່ນລະດົມກຳລັງເພື່ອທຳລາຍຝ່າຍປະຕິຮູບ ກໍມີເຫດການແຊກເຂົ້າມາ ເຮັດໃຫ້ເຈດຕະນາຮ້າຍຂອງເພິ່ນລົ້ມເຫຼວ. ຫຼາຍຕໍ່ຫຼາຍຄັ້ງເບິ່ງຄືວ່າ ທຸກຄົນທີ່ກ້າຕໍ່ຕ້ານຄຣິສຕະຈັກໂຣມກໍຈະຕ້ອງພິນາດທັນທີ, ແຕ່ໃນເວລາວິກິດດັ່ງກ່າວກໍມັກຈະມີເຫດການເກີດຂຶ້ນເຊັ່ນ: ກອງທັບຊາວເທີກ (Turk) ກໍປາກົດຢູ່ຊາຍແດນຕາເວັນອອກ, ຫຼືກະສັດຝຣັ່ງ ຫຼື ແມ່ນແຕ່ສັນຕະປາປາເອງ ກໍຈະເກີດຄວາມອິດສາຈັກກະພັດທີ່ມີອຳນາດບາລະມີເພີ່ມຂຶ້ນ ແລ້ວຈຶ່ງຫັນໄປເຮັດສົງຄາມກັບຈັກກະພັດ; ສະນັ້ນ, ຂະບວນການປະຕິຮູບສາສະໜາຈຶ່ງມີໂອກາດເຕີບໂຕຂະຫຍາຍທ່າມກາງຄວາມວຸ້ນວາຍຂອງຊົນຊາດທັງຫຼາຍ. {GC 197.2}
ຢ່າງໃດກໍຕາມ, ໃນທີ່ສຸດບັນດາຜູ້ປົກຄອງຝ່າຍກາໂຕລິກ ໄດ້ຍຸຕິຄວາມຂັດແຍ້ງເພື່ອຮວມຕົວກັນຕໍ່ສູ້ຝ່າຍນັກປະຕິຮູບ. ສະພາແຫ່ງເມືອງສະປາຍທີ່ຈັດຂຶ້ນໃນປີ 1526 ໄດ້ໃຫ້ແຕ່ລະແຂວງໃນອານາຈັກເຢຍລະມັນມີສິດເສລີພາບໃນເລື່ອງສາສະໜາຢ່າງເຕັມທີ່ ຈົນກວ່າຈະມີການປະຊຸມສະພາຄຣິສຕະຈັກທົ່ວໄປ. ແຕ່ການຜ່ອນຜັນນັ້ນເກີດຂຶ້ນໄດ້ກໍຍ້ອນໄພຄຸກຄາມທີ່ກຳລັງບີບຢູ່ໃນເວລານັ້ນ; ທັນທີທີ່ໄພຄຸກຄາມດັ່ງກ່າວຜ່ານພົ້ນໄປ, ຈັກກະພັດກໍໄດ້ອອກຣາຊໂອງການໃຫ້ຈັດສະພາຂຶ້ນເປັນຄັ້ງທີສອງທີ່ເມືອງສະປາຍໃນປີ 1529 ໂດຍມີຈຸດປະສົງເພື່ອທຳລາຍຂະບວນການນອກຮີດ. ຖ້າເປັນໄປໄດ້, ຈະໃຊ້ວິທີການທີ່ນິ້ມນວນ ເພື່ອຊັກຈູງພວກເຈົ້າແຂວງໃຫ້ຕໍ່ຕ້ານຂະບວນການປະຕິຮູບ, ແຕ່ຖ້າພວກເຂົາບໍ່ຍອມ, ຈັກກະພັດຊານສ໌ພ້ອມທີ່ຈະຊັກດາບອອກມາບັງຄັບພວກເຂົາ. {GC 197.3}
ພວກທີ່ຢູ່ຝ່າຍສັນຕະປາປາພາກັນດີອົກດີໃຈ ແລະ ເດີນທາງໄປເມືອງສະປາຍເປັນຈຳນວນຫຼວງຫຼາຍ ທັງສະແດງຄວາມກຽດຊັງຢ່າງເປີດເຜີຍຕໍ່ພວກນັກປະຕິຮູບ ແລະ ຕໍ່ທຸກຄົນທີ່ເຫັນດ້ວຍກັບພວກເຂົາ. ເມລັງໂທນກ່າວວ່າ: “ເຮົາເປັນທີ່ສາບແຊ່ງ ແລະ ເປັນເສດຂີ້ເຫຍື້ອຂອງໂລກ, ແຕ່ພຣະຄຣິສຈະທອດພຣະເນດມາຍັງປະຊາກອນຜູ້ຕ່ຳຕ້ອຍຂອງພຣະອົງ ແລະ ຈະຊົງຄຸ້ມຄອງຮັກສາພວກເຂົາ.” ບັນດາເຈົ້າແຂວງທີ່ຮັບເຊື່ອໃນຂ່າວປະເສີດ ທີ່ເດີນທາງເພື່ອເຂົ້າຮ່ວມສະພານັ້ນ ຖືກຫ້າມບໍ່ໃຫ້ມີການເທດສະໜາປະກາດຂ່າວປະເສີດທີ່ເຮືອນພັກຂອງພວກເຂົາ. ແຕ່ຊາວເມືອງສະປາຍຫິວກະຫາຍພຣະຄຳຂອງພຣະເຈົ້າ ແລະ ເຖິງແມ່ນວ່າມີຂໍ້ຫ້າມກໍຕາມ ມີຫຼາຍພັນຄົນພາກັນໄປຮ່ວມປະຊຸມທີ່ໂບດຂອງເຈົ້າແຂວງແຊັກຊັນນີ. {GC 198.1}
ເຫດການນີ້ໄດ້ເລັ່ງລັດວິກິດການໃຫ້ມາເຖິງໄວຂຶ້ນ. ມີຣາຊໂອງການປະກາດໃຫ້ສະພາຮັບຊາບວ່າ ມະຕິສະພາທີ່ໃຫ້ເສລີພາບທາງຈິດສຳນຶກເປັນເຫດໃຫ້ເກີດຄວາມວຸ້ນວາຍຢ່າງໜັກໜ່ວງ, ຈັກກະພັດຈຶ່ງຕ້ອງການໃຫ້ຍົກເລີກມະຕິດັ່ງກ່າວ. ການປະກາດຕາມອຳເພີໃຈນີ້ເຮັດໃຫ້ຄຣິສຕຽນຝ່າຍຂ່າວປະເສີດຕົກໃຈ ແລະ ໂມໂຫ. ມີຄົນໜຶ່ງກ່າວວ່າ: “ພຣະຄຣິສໄດ້ຕົກຢູ່ໃນມືຂອງກາຢະຟາ ແລະ ປີລາດອີກແລ້ວ.” ຝ່າຍພວກຄຣິສຕະຈັກໂຣມໃຊ້ຄວາມຮຸນແຮງໜັກຂຶ້ນຕາມລຳດັບ. ມີຜູ້ນິຍົມສັນຕະປາປາຄົນໜຶ່ງກ່າວໂດຍມີອະຄະຕິວ່າ: “ຊາວເທີກດີກວ່າພັກພວກລູເທີ ເພາະຊາວເທີກຖືສິນອົດອາຫານ ແຕ່ພັກພວກຂອງລູເທີບໍ່ໄດ້ຖື. ຖ້າພວກເຮົາຕ້ອງເລືອກລະຫວ່າງພຣະທຳຄຳພີຂອງພຣະເຈົ້າ ແລະ ຄວາມເຊື່ອຖືຜິດໆທີ່ຄຣິສຕະຈັກສອນເປັນເວລາດົນນານ, ພວກເຮົາຄວນປະຕິເສດພຣະຄຳພີ.” ເມລັງໂທນກ່າວວ່າ: “ທຸກມື້ທຸກວັນ ທ່ານ ເຟເບີ ເໝືອນຈັບເອົາກ້ອນຫີນໃໝ່ຂຶ້ນມາຕໍ່ໜ້າປະຊຸມສະພາ ແລ້ວແກວ່ງໃສ່ພວກເຮົາທີ່ເຊື່ອໃນຂ່າວປະເສີດ.” {GC 198.2}
ໃນເມື່ອກົດໝາຍຍອມໃຫ້ມີຄວາມແຕກຕ່າງໃນການນັບຖືສາສະໜາ, ບັນດາແຂວງທີ່ເຂົ້າຂ້າງຂ່າວປະເສີດຕັ້ງໝັ້ນຕໍ່ຕ້ານການລະເມີດສິດທິຂອງຕົນ. ຄຳປະກາດຂອງສະພາແຫ່ງເມືອງເວີມທີ່ໃຫ້ລູເທີເປັນບຸກຄົນຕ້ອງຫ້າມນັ້ນ ເປັນເຫດໃຫ້ເພິ່ນບໍ່ສາມາດເຂົ້າຮ່ວມປະຊຸມທີ່ເມືອງສະປາຍໄດ້, ແຕ່ມີຄົນເຮັດໜ້າທີ່ແທນ ກໍຄືພວກເພື່ອນຮ່ວມງານ ແລະ ພວກເຈົ້າແຂວງທີ່ພຣະເຈົ້າຊົງຮຽກເອີ້ນເພື່ອປົກປ້ອງຂະບວນການປະກາດຂອງພຣະອົງໃນວິກິດການຄັ້ງນີ້. ທ່ານເຟຣເດີຣິກແຫ່ງແຊັກຊັນນີຜູ້ສູງສັກ ທີ່ເຄີຍຄຸ້ມຄອງລູເທີກ່ອນໜ້ານີ້ ໄດ້ເສຍຊີວິດແລ້ວ, ແຕ່ນ້ອງຊາຍຂອງເພິ່ນຊື່ ຈອນ ໄດ້ມາສືບທອດຕຳແໜ່ງເຈົ້າແຂວງຜູ້ມີສິດເລືອກຈັກກະພັດ. ເຈົ້າແຂວງຈອນໄດ້ຮັບເຊື່ອໃນຄຳສອນຂອງຂະບວນການປະຕິຮູບສາສະໜາດ້ວຍຄວາມຊົມຊື່ນຍິນດີ ແລະ ເຖິງແມ່ນເພິ່ນເປັນຄົນຮັກສັນຕິ ແຕ່ກໍຍັງສະແດງເຖິງຄວາມກະຕືລືລົ້ນ ແລະ ຄວາມກ້າຫານໃນທຸກເລື່ອງທີ່ກ່ຽວຂ້ອງກັບຄວາມເຊື່ອ. {GC 198.3}
ພວກບາດຫຼວງຮຽກຮ້ອງບັນດາແຂວງທີ່ຮັບເອົາຂະບວນການປະຕິຮູບໃຫ້ຍອມຈຳນົນຕໍ່ການປົກຄອງຂອງຄຣິສຕະຈັກໂຣມໂດຍດີ. ແຕ່ພວກນັກປະຕິຮູບຢືນຢັດເຖິງເສລີພາບທີ່ເຄີຍໄດ້ຮັບ. ພວກເຂົາບໍ່ສາມາດຍອມຮັບໃຫ້ບັນດາແຂວງທີ່ຮັບເອົາພຣະຄຳຂອງພຣະເຈົ້າດ້ວຍຄວາມຊື່ນຊົມຍິນດີ ຕ້ອງຕົກຢູ່ພາຍໃຕ້ການຄອບງຳຂອງຄຣິສຕະຈັກໂຣມອີກ. {GC 199.1}
ໃນທີ່ສຸດມີການສະເໜີໃຫ້ພົບກັນເຄິ່ງທາງ ໂດຍໃຫ້ປະຕິບັດຕາມຄຳປະກາດຂອງສະພາແຫ່ງເມືອງເວີມຢ່າງເຄັ່ງຄັດ ໃນທຸກສະຖານທີ່ທີ່ຂະບວນການປະຕິຮູບນັ້ນຍັງເຂົ້າໄປບໍ່ເຖິງ. ສ່ວນໃນ “ຂົງເຂດທີ່ປະຊາຊົນບໍ່ໄດ້ເຮັດຕາມຄຳປະກາດດັ່ງກ່າວ ແລະ ບໍ່ສາມາດປະຕິບັດໄດ້ເພາະຈະເປັນການສ່ຽງທີ່ຈະເກີດການກະບົດ, ກໍໃຫ້ປະຕິບັດຕາມນີ້: 1) ຢ່າງໜ້ອຍບໍ່ໃຫ້ມີການປະຕິຮູບໃນເລື່ອງໃໝ່, 2) ຢ່າໃຫ້ກ່າວເຖິງເລື່ອງທີ່ເປັນປະເດັນຂັດແຍ້ງ, 3) ຢ່າໃຫ້ມີການຕໍ່ຕ້ານການເຮັດພິທີສິນລະນຶກຂອງກາໂຕລິກ, ແລະ 4) ຫ້າມບໍ່ໃຫ້ສະມາຊິກຄຣິສຕະຈັກໂຣມັນກາໂຕລິກຮັບເຊື່ອໃນຄະນະນິກາຍລູເທີແຣນ.” ມະຕິດັ່ງກ່າວໄດ້ຜ່ານສະພາ ເຊິ່ງເຮັດໃຫ້ພວກບາດຫຼວງ ແລະ ພວກຜູ້ນຳຄຣິສຕະຈັກຝ່າຍສັນຕະປາປາພໍໃຈເປັນຢ່າງຍິ່ງ. {GC 199.2}
ປົກປ້ອງເສລີພາບທາງຄວາມເຊື່ອ
ຖ້າຫາກວ່າມະຕິນີ້ຖືກບັງຄັບໃຊ້ແລ້ວ, “ຂະບວນການປະຕິຮູບຈະບໍ່ສາມາດຂະຫຍາຍໄດ້…ໃນເຂດທີ່ຍັງບໍ່ມີໃຜຮູ້, ແລະໃນຂະນະດຽວກັນກໍບໍ່ສາມາດສົ່ງເສີມຮາກຖານໃຫ້ແຂງແຮງໃນສະຖານທີ່…ທີ່ຮັບເຊື່ອຢູ່ແລ້ວ.” ຈະມີການຫ້າມບໍ່ໃຫ້ມີສິດເສລີພາບໃນການປາກເວົ້າ ແລະ ຈະບໍ່ໃຫ້ມີການຮັບເຊື່ອໃໝ່. ມີການຮຽກຮ້ອງໃຫ້ຄົນທີ່ສະໜັບສະໜູນຂະບວນການປະຕິຮູບຮັບເອົາຂໍ້ຫ້າມດັ່ງກ່າວທັນທີ. ຄວາມຫວັງຂອງໂລກເບິ່ງຄືໃກ້ຈະດັບມອດໄປ. “ຖ້າຈະໃຫ້ລະບອບສັນຕະປາປາກັບມາມີອຳນາດ…ກໍຈະນຳໃຫ້ການກົດຂີ່ຂົ່ມເຫັງທີ່ເຄີຍປະຕິບັດກັນມາຕັ້ງແຕ່ສະໄໝບູຮານກັບຄືນມາຢ່າງແນ່ນອນ” ແລະຈະເປັນການເປີດໂອກາດໃຫ້ “ມີການທຳລາຍຂະບວນການປະຕິຮູບໃຫ້ໝົດສິ້ນ ເຊິ່ງຢູ່ໃນສະພາບທີ່ຖືກສັ່ນສະເທືອນຢ່າງຮຸນແຮງຢູ່ແລ້ວ” ຍ້ອນຄວາມຄັ່ງໄຄ້ຢ່າງງົມງວາຍ ແລະ ຄວາມຂັດແຍ້ງ. {GC 199.3}
ໃນຂະນະທີ່ຝ່າຍທີ່ເຊື່ອໃນຂ່າວປະເສີດພົບກັນເພື່ອຫາລື ຕ່າງຄົນຕ່າງເບິ່ງໜ້າກັນດ້ວຍຄວາມທໍ້ໃຈ ແລ້ວຖາມກັນວ່າ: “ພວກເຮົາຄວນເຮັດແນວໃດ?” ມີປະເດັນສຳຄັນທີ່ມີຜົນກະທົບຢ່າງຍິ່ງຕໍ່ໂລກຢູ່ຕໍ່ໜ້າພວກເຂົາໃນເວລານັ້ນ. “ຄວນໃຫ້ບັນດາຜູ້ນຳຂະບວນການປະຕິຮູບຍອມຮັບເອົາຄຳປະກາດຂອງສະພາຫຼືບໍ່? ໃນວິກິດການທີ່ໜັກໜ່ວງທີ່ສຸດເຊັ່ນນີ້ ຄົງບໍ່ຍາກຖ້າຫາກພວກນັກປະຕິຮູບໄດ້ຫາລືກັນດ້ວຍເຫດ ແລະ ຜົນ ຈົນເລືອກທາງຜິດພາດ! ຄົງບໍ່ຍາກຖ້າພວກເຂົາຈະຫາເຫດຜົນ ແລະ ຂໍ້ແກ້ຕົວທີ່ໜ້າຟັງ ເພື່ອສະໜັບສະໜູນການຍອມຈຳນົນຕໍ່ຄຣິສຕະຈັກໂຣມ! ພວກເຈົ້າແຂວງຝ່າຍຄະນະລູເທີແຣນໄດ້ຮັບຄຳຢືນຢັນວ່າ ຕົນຈະມີສິດເສລີພາບທາງຄວາມເຊື່ອຖືໃນສາສະໜາ ແລະ ພົນລະເມືອງຂອງພວກເຂົາທີ່ຮັບເຊື່ອໃນຄຳສອນຂອງຂະບວນການປະຕິຮູບກ່ອນທີ່ມະຕິດັ່ງກ່າວຜ່ານສະພາ ກໍຈະໄດ້ຮັບສິດທິດັ່ງກ່າວເຊັ່ນກັນ. ພວກເຈົ້າແຂວງຄວນພໍໃຈກັບສິ່ງເຫຼົ່ານີ້ຫຼືບໍ່? ຖ້າພຽງແຕ່ຍອມຈຳນົນ ກໍຈະສາມາດຫຼີກລ່ຽງອັນຕະລາຍຫຼາຍຢ່າງ! ແຕ່ຖ້າຂັດຂືນຕໍ່ຕ້ານ ກໍຄົງຕ້ອງປະສົບພົບພໍ້ກັບໄພອັນຕະລາຍ ແລະ ຄວາມຂັດແຍ້ງຫຼາຍຢ່າງທີ່ຍັງບໍ່ຮູ້ຈັກ! ໃຜຈະຮູ້ໄດ້ວ່າໃນອະນາຄົດຂ້າງໜ້າຈະມີໂອກາດຫຍັງແດ່? ຂໍໃຫ້ພວກເຮົາຢຶດເອົາກິ່ງໝາກກອກແຫ່ງສັນຕິພາບທີ່ຄຣິສຕະຈັກໂຣມຍື່ນໃຫ້ນັ້ນ ແລະ ປິ່ນປົວບາດແຜໃຫ້ກັບອານາຈັກເຢຍລະມັນ. ເປັນໄປໄດ້ທີ່ພວກນັກປະຕິຮູບອາດຈະໃຊ້ເຫດຜົນເຊັ່ນນີ້ ເພື່ອສະໜັບສະໜູນການຮັບເອົາແນວປະຕິບັດທີ່ຈະນຳໄປສູ່ການທຳລາຍຂະບວນການຂອງພວກເຂົາໃນບໍ່ຊ້າຢ່າງແນ່ນອນ.” {GC 199.4}
“ດີແທ້ທີ່ພວກເຂົາໄດ້ເບິ່ງເຫັນຫຼັກການເບື້ອງຫຼັງຂໍ້ສະເໜີນີ້ ແລະ ໄດ້ປະຕິບັດດ້ວຍຄວາມເຊື່ອ. ຫຼັກການທີ່ວ່ານັ້ນແມ່ນຫຍັງ? ແມ່ນການຍອມຮັບວ່າ ຄຣິສຕະຈັກໂຣມມີສິດໃນການບັງຄັບຈິດສຳນຶກຜິດຊອບ ແລະ ມີສິດໃນການຫ້າມບໍ່ໃຫ້ມີການສຶກສາຄົ້ນຄວ້າຢ່າງເສລີ. ແລ້ວພວກເຈົ້າແຂວງເອງກັບພົນລະເມືອງໂປຣແຕັສຕັງຂອງພວກເຂົາຈະໄດ້ເສລີພາບໃນການນັບຖືສາສະໜາບໍ່ແມ່ນບໍ? ແມ່ນແລ້ວ, ແຕ່ການໄດ້ເສລີພາບທາງສາສະໜາໃນຂໍ້ຕົກລົງດັ່ງກ່າວ ບໍ່ແມ່ນຍ້ອນວ່າເປັນສິດທິ ແຕ່ເປັນການອະນຸຍາດໃນກໍລະນີພິເສດ. ສ່ວນຄົນທັງຫຼາຍທີ່ຢູ່ນອກເໜືອຂໍ້ສະເໜີນີ້ ກໍຕ້ອງຂຶ້ນກັບອຳນາດຂອງຄຣິສຕະຈັກ ໂດຍຈະບໍ່ມີການພິຈາລະນາໃນເລື່ອງຈິດສຳນຶກຜິດຊອບ, ຄຣິສຕະຈັກໂຣມເປັນຜູ້ຕັດສິນຢ່າງບໍ່ມີຄວາມຜິດພາດ ແລະ ທຸກຄົນຕ້ອງເຊື່ອຟັງ. ຖ້າພວກເຂົາຍອມຮັບຂໍ້ສະເໜີດັ່ງກ່າວ ກໍເທົ່າກັບເປັນການຍອມຮັບວ່າ ເສລີພາບໃນການນັບຖືສາສະໜານັ້ນ ຄວນຖືກຈຳກັດຢູ່ໃນແຂວງແຊັກຊັນນີທີ່ປະຕິຮູບແລ້ວເທົ່ານັ້ນ, ສ່ວນອານາເຂດອື່ນທົ່ວທຸກປະເທດທີ່ມີການນັບຖືສາສະໜາຄຣິສ ການສຶກສາຄົ້ນຄວ້າຢ່າງເສລີ ແລະ ການເຊື່ອຖືຕາມຄຳສອນຂອງຂະບວນການປະຕິຮູບແມ່ນຜິດກົດໝາຍ ແລະ ຈະຕ້ອງໄດ້ຮັບການລົງໂທດດ້ວຍການຂັງຄຸກ ຫຼື ປະຫານດ້ວຍການເຜົາໄຟ. ພວກເຈົ້າແຂວງຈະຍອມຈຳກັດເສລີພາບໃນການນັບຖືສາສະໜາສະເພາະໃນບາງພື້ນທີ່ເທົ່ານັ້ນບໍ? ຈະຍອມປະກາດວ່າ ຄົນສຸດທ້າຍໄດ້ຮັບເຊື່ອໃນຂະບວນການປະຕິຮູບແລ້ວຢ່າງນັ້ນບໍ? ຈະສາມາດຍອມຮັບວ່າ ການປະກາດຂ່າວປະເສີດຈະບໍ່ມີການຂະຫຍາຍເພີ່ມເຕີມໄດ້ບໍ? ຫຼື ຈະຍອມຮັບໄດ້ຢ່າງໃດວ່າ ອານາເຂດທີ່ຄຣິສຕະຈັກໂຣມຄອບຄອງໃນຂະນະນັ້ນກໍຈະຄອບຄອງຕະຫຼອດໄປ? ພວກນັກປະຕິຮູບຈະສາມາດອ້າງໄດ້ຫຼືບໍ່ວ່າ ຕົນບໍ່ມີຄວາມຜິດ ໃນເມື່ອຂໍ້