10: ການປະຕິຮູບສືບຕໍ່ໃນອານາຈັກເຢຍລະມັນ

https://m.egwwritings.org/en/book/132.832#832

ລູເທີຫາຍຕົວໄປ

ຄົນທົ່ວອານາຈັກເຢຍລະມັນຕົກໃຈ ແລະ ເປັນຫ່ວງທີ່ລູເທີຫາຍຕົວໄປຢ່າງເລິກລັບ, ທຸກບ່ອນທຸກແຫ່ງມີຄົນຖາມເຖິງເພິ່ນ; ຂ່າວລືທີ່ແປກປະຫຼາດກໍຖືກແຜ່ກະຈາຍ ແລະ ມີຫຼາຍຄົນເຊື່ອວ່າເພິ່ນຖືກຂ້າຕາຍເສຍແລ້ວ. ມີການຄ່ຳຄວນໄວ້ທຸກຄັ້ງໃຫຍ່ ບໍ່ພຽງແຕ່ຈາກຜູ້ທີ່ປະກາດຕົວເປັນມິດ ແຕ່ຈາກຫຼາຍພັນຄົນທີ່ຍັງບໍ່ໄດ້ເປີດເຜີຍຈຸດຢືນສະໜັບສະໜູນຂະບວນການປະຕິຮູບອີກດ້ວຍ. ມີຫຼາຍຄົນປະຕິຍານວ່າຈະແກ້ແຄ້ນແທນເພິ່ນ. {GC 185.1}

ຜູ້ນຳຝ່າຍຄຣິສຕະຈັກໂຣມເກີດຄວາມສະທ້ານຢ້ານກົວທີ່ເຫັນວ່າກະແສຕໍ່ຕ້ານພວກເຂົານັ້ນຮຸນແຮງຫຼາຍຂຶ້ນ. ເຖິງແມ່ນວ່າໃນເບື້ອງຕົ້ນ ພວກເຂົາຮູ້ສຶກດີໃຈກັບຂ່າວທີ່ວ່າລູເທີຄົງໄດ້ເສຍຊີວິດໄປແລ້ວ, ແຕ່ໃນບໍ່ຊ້າ ພວກເຂົາພັດປາຖະໜາທີ່ຈະຫຼົບຊ່ອນຈາກຄວາມໂກດຮ້າຍຂອງປະຊາຊົນ. ພວກສັດຕູຂອງລູເທີຮູ້ສຶກວ່າ ການກະທຳທີ່ກ້າຫານທີ່ສຸດຂອງເພິ່ນໃນຂະນະທີ່ເພິ່ນຍັງເຄື່ອນໄຫວຢູ່ ບໍ່ໄດ້ລົບກວນພວກເຂົາເທົ່າກັບຕອນທີ່ເພິ່ນຫາຍຕົວໄປ. ບັດນີ້ຄົນທີ່ເຄີຍຮູ້ສຶກໃຈຮ້າຍ ແລະ ພະຍາຍາມທຳລາຍນັກປະຕິຮູບຜູ້ຫານກ້າຄົນນີ້ ກັບຮູ້ສຶກຢ້ານໃນເມື່ອເພິ່ນຖືກຂັງຢ່າງຊ່ວຍເຫຼືອຕົວເອງບໍ່ໄດ້. ມີຄົນໜຶ່ງກ່າວວ່າ: “ມີທາງດຽວທີ່ຈະຊ່ວຍຊີວິດຂອງພວກເຮົາໄດ້, ນັ້ນຄືການໄຕ້ກະບອງໄຟ ແລະ ຊອກຫາລູເທີໄປທົ່ວໂລກ ແລ້ວນຳພາລາວກັບມາຫາປະຊາຊົນທີ່ກຳລັງຮຽກຮ້ອງຫາລາວ.”1 ຄຳປະກາດຂອງຈັກກະພັດເບິ່ງຄືເປັນໝັນ. ພວກຕົວແທນຂອງສັນຕະປາປາມີຄວາມໂມໂຫເປັນຟືນເປັນໄຟທີ່ເຫັນຄົນເອົາໃຈໃສ່ຄຳປະກາດຂອງຈັກກະພັດໜ້ອຍກວ່າຊະຕາຊີວິດຂອງລູເທີ. {GC 185.2}

ຂ່າວທີ່ລູເທີປອດໄພແຕ່ຖືກຂັງນັ້ນ ຊ່ວຍສະຫງົບຄວາມຢ້ານກົວຂອງປະຊາຊົນ ແລະ ໃນຂະນະດຽວກັນກໍຍິ່ງເຮັດໃຫ້ພວກເຂົາມີຄວາມກະຕືລືລົ້ນໃນການສະໜັບສະໜູນເພິ່ນ. ປະຊາຊົນພາກັນອ່ານງານຂຽນຂອງເພິ່ນດ້ວຍຄວາມຢາກຮູ້ຢາກຮຽນຫຼາຍກວ່າທີ່ເຄີຍເປັນ. ມີຄົນຈຳນວນຫຼວງຫຼາຍເຂົ້າຮ່ວມໃນຂະບວນການຂອງນັກປະຕິຮູບຜູ້ກ້າຫານ ທີ່ປົກປ້ອງພຣະຄຳຂອງພຣະເຈົ້າທ່າມກາງອັນຕະລາຍ. ຂະບວນການປະຕິຮູບເຂັ້ມແຂງຂຶ້ນຕາມລຳດັບ. ເມັດພືດແຫ່ງຄວາມຈິງທີ່ລູເທີຫວ່ານແລ້ວນັ້ນໄດ້ງອກຂຶ້ນໃນທຸກແຫ່ງ. ຄັນຈະທຽບກັນແລ້ວ ຜົນທີ່ໄດ້ມາເນື່ອງຈາກທີ່ເພິ່ນບໍ່ຢູ່ນັ້ນ ຫຼາຍກວ່າຜົນທີ່ຈະໄດ້ຖ້າເພິ່ນຍັງຢູ່ຕໍ່ເຮັດວຽກ, ເພາະຄົນງານຄົນອື່ນຮູ້ສຶກວ່າຕົນຕ້ອງຮັບຜິດຊອບໃນເມື່ອຜູ້ນຳບໍ່ຢູ່. ຄົນເຫຼົ່ານີ້ໄດ້ຮັບການເສີມຄວາມເຊື່ອໃໝ່ ແລະ ມີຄວາມກະຕືລືລົ້ນກວ່າເດີມຈຶ່ງບາກບັ່ນໄປຂ້າງໜ້າດ້ວຍສິ້ນສຸດກຳລັງ ເພື່ອວຽກງານທີ່ລູເທີເລີ່ມຕົ້ນຢ່າງດີນັ້ນຈະບໍ່ໄດ້ຖືກລະງັບລົງ. {GC 185.3}

ຊາຕານນຳພາການປະຕິຮູບປອມແປງ

ແຕ່ຊາຕານກໍບໍ່ໄດ້ຢູ່ລ້າ, ບັດນີ້ມັນພະຍາຍາມເຮັດໃນສິ່ງທີ່ມັນມັກເຮັດທຸກຄັ້ງທີ່ມີການປະຕິຮູບ ກໍຄືຫຼອກລວງ ແລະ ທຳລາຍປະຊາຊົນ ໂດຍການສະເໜີຂະບວນການປະຕິຮູບປອມແທນການປະຕິຮູບທີ່ແທ້ຈິງ. ເຊັ່ນດຽວກັບທີ່ມີພຣະຄຣິສປອມໃນສະຕະວັດທຳອິດຂອງຄຣິສຕະຈັກ, ກໍມີຜູ້ເຜີຍພຣະທຳປອມໃນສະຕະວັດທີ 16 ດ້ວຍ. {GC 186.1}

ມີຜູ້ຊາຍຈຳນວນໜ້ອຍທີ່ຮູ້ສຶກຊາບຊຶ້ງກັບກະແສຄວາມຕື່ນເຕັ້ນທີ່ກຳລັງເກີດຂຶ້ນໃນໝູ່ຄົນທີ່ນັບຖືສາສະໜາ. ຄົນເຫຼົ່ານີ້ຫຼົງຕົວເອງວ່າ ຕົນໄດ້ຮັບການສຳແດງເປັນພິເສດຈາກສະຫວັນ ແລະ ອ້າງວ່າຕົນໄດ້ຮັບມອບໝາຍຈາກພຣະເຈົ້າ ໃຫ້ສືບຕໍ່ການປະຕິຮູບທີ່ລູເທີເລີ່ມຕົ້ນໄວ້ຢ່າງແປະໆບາງໆນັ້ນຈົນສຳເລັດ. ແຕ່ໃນຄວາມເປັນຈິງ ພວກເຂົາກຳລັງທຳລາຍວຽກງານຂອງລູເທີຕ່າງຫາກ, ເພາະພວກເຂົາປະຕິເສດຫຼັກການສຳຄັນທີ່ເປັນຮາກຖານຂອງຂະບວນການປະຕິຮູບຄັ້ງໃຫຍ່ນັ້ນ ກໍຄືພຣະຄຳຂອງພຣະເຈົ້າເປັນມາດຕະຖານທີ່ພຽງພໍສຳລັບຄວາມເຊື່ອ ແລະ ການປະພຶດປະຕິບັດ. ແທນທີ່ຈະໃຫ້ພຣະຄຳອັນບໍ່ມີຜິດພາດຂອງພຣະເຈົ້ານຳທາງຊີວິດ ພວກເຂົາຕັ້ງມາດຕະຖານທີ່ບໍ່ແນ່ນອນ ຄືຄວາມຮູ້ສຶກ ແລະ ຈິນຕະນາການຂອງຕົນເອງ. ພຣະຄຳພີເປັນເຄື່ອງກວດກາຄົ້ນພົບຄວາມຜິດ, ການທີ່ພວກເຂົາເອົາພຣະຄຳພີອອກໄປ ຈຶ່ງເປັນການເປີດປະຕູໃຫ້ຊາຕານເຂົ້າມາຄວບຄຸມຈິດໃຈຕາມຄວາມປາຖະໜາຂອງມັນ. {GC 186.2}

ຄົນໜຶ່ງໃນພວກຜູ້ເຜີຍພຣະທຳປອມ ອ້າງວ່າຕົນໄດ້ຮັບການສັ່ງສອນຈາກທູດສະຫວັນຄັບຣີເອນ (Gabriel). ລູກສິດຄົນໜຶ່ງຂອງລາວໄດ້ປະຖິ້ມການຮຽນ ແລະ ປະກາດວ່າເພິ່ນໄດ້ຮັບສະຕິປັນຍາຈາກພຣະເຈົ້າໂດຍກົງ ຈຶ່ງສາມາດອະທິບາຍພຣະຄຳຂອງພຣະອົງໄດ້; ຄົນທີ່ມີແນວໂນ້ມຄັ່ງໄຄ້ສາສະໜາກໍເຂົ້າຮ່ວມກັບພວກເຂົາ. ການເຄື່ອນໄຫວຂອງຄົນເຫຼົ່ານີ້ສ້າງຄວາມແຕກຕື່ນໃນໝູ່ປະຊາຊົນບໍ່ໜ້ອຍ. ການເທດສະໜາຂອງລູເທີໄດ້ປຸກປະຊາຊົນທົ່ວໄປໃຫ້ຕື່ນຂຶ້ນ ແລະ ຊ່ວຍໃຫ້ພວກເຂົາສຳນຶກວ່າຈຳເປັນຕ້ອງມີການປະຕິຮູບ, ບັດນີ້ບາງຄົນທີ່ຈິງໃຈກໍຖືກຊັກຈູງໃຫ້ຫຼົງຕາມພວກຜູ້ເຜີຍພຣະທຳຄົນໃໝ່ເຫຼົ່ານີ້. {GC 186.3}

ພວກຜູ້ນຳການເຄື່ອນໄຫວນີ້ໄດ້ເດີນທາງໄປທີ່ເມືອງວິດເທັນເບີກ ແລະ ຂໍຮ້ອງເມລັງໂທນກັບເພື່ອນຮ່ວມງານຂອງເພິ່ນໃຫ້ຮັບເອົາຄຳສອນຂອງພວກເຂົາ ໂດຍກ່າວວ່າ: “ພຣະເຈົ້າຊົງໃຊ້ພວກເຮົາມາເພື່ອສັ່ງສອນປະຊາຊົນ. ເຮົາໄດ້ສົນທະນາກັບອົງພຣະຜູ້ເປັນເຈົ້າໂດຍກົງ, ເຮົາຈຶ່ງຮູ້ລ້ວງໜ້າວ່າຈະເກີດຫຍັງຂຶ້ນ. ສະຫຼຸບງ່າຍໆວ່າ ພວກເຮົາເປັນອັກຄະສາວົກ ແລະ ເປັນຜູ້ເຜີຍພຣະທຳ, ພວກເຮົາຈຶ່ງຂໍອຸທອນຕໍ່ ດຣ. ລູເທີ.”2 {GC 187.1}

ຝ່າຍພວກນັກປະຕິຮູບຕົກຕະລຶງ ແລະ ຮູ້ສຶກສັບສົນ ເພາະນີ້ແມ່ນສິ່ງໃໝ່ທີ່ພວກເຂົາບໍ່ເຄີຍປະສົບພົບພໍ້ມາກ່ອນ ຈຶ່ງບໍ່ຮູ້ວ່າຄວນດຳເນີນການແນວໃດ. ເມລັງໂທນກ່າວວ່າ: “ມີວິນຍານພິເສດຢູ່ໃນຄົນເຫຼົ່ານີ້ແທ້ ແຕ່ເປັນວິນຍານຫຍັງ?…ດ້ານໜຶ່ງເຮົາຕ້ອງລະວັງທີ່ຈະບໍ່ດັບພຣະວິນຍານຂອງພຣະເຈົ້າ, ແຕ່ໃນອີກດ້ານໜຶ່ງ ເຮົາຕ້ອງລະວັງບໍ່ໃຫ້ວິນຍານຈາກຊາຕານຊັກຈູງພວກເຮົາໃຫ້ຫຼົງຜິດ.”3 {GC 187.2}

ຜົນຂອງຄຳສອນໃໝ່ປາກົດໃຫ້ເຫັນ

ບໍ່ຊ້າຜົນຂອງຄຳສອນໃໝ່ນີ້ກໍປາກົດໃຫ້ເຫັນ. ປະຊາຊົນຖືກນຳໃຫ້ບໍ່ໃສ່ໃຈໃນພຣະຄຳພີ ແລະ ບາງຄົນກໍບໍ່ອ່ານເລີຍ. ເກີດຄວາມວຸ້ນວາຍໃນສະຖາບັນການສຶກສາຕ່າງໆ, ນັກສຶກສາບໍ່ຍອມຟັງກົດລະບຽບ; ພວກເຂົາປະຖິ້ມການຮ່ຳຮຽນ ແລະ ພາກັນຖອນຕົວອອກຈາກມະຫາວິທະຍາໄລ. ຄົນທັງຫຼາຍທີ່ຄິດວ່າຕົນມີຄວາມສາມາດທີ່ຈະຟື້ນຟູ ແລະ ຄວບຄຸມວຽກງານການປະຕິຮູບໄດ້ ກັບກາຍເປັນຜູ້ທີ່ນຳຂະບວນການປະຕິຮູບນັ້ນໄປສູ່ຂອບເຫວແຫ່ງຄວາມພິນາດ. ບັດນີ້ພວກທີ່ສະໜັບສະໜູນຄຣິສຕະຈັກໂຣມໄດ້ຄວາມໝັ້ນໃຈຄືນມາ ຈຶ່ງຮ້ອງອອກມາດ້ວຍຄວາມດີອົກດີໃຈວ່າ: “ມາເດີ້! ໃຫ້ພວກເຮົາສູ້ອີກຮອບດຽວ ແລ້ວທຸກຢ່າງຈະເປັນຂອງພວກເຮົາ.”4 {GC 187.3}

ໃນຂະນະນັ້ນລູເທີຍັງຢູ່ທີ່ວາດເບີກ (Wartburg), ເມື່ອໄດ້ຍິນຂ່າວຂອງເຫດການທີ່ເກີດຂຶ້ນຈຶ່ງກ່າວດ້ວຍຄວາມເປັນຫ່ວງວ່າ: “ຂ້າພະເຈົ້າຄາດໄວ້ສະເໝີວ່າ ຊາຕານຈະສົ່ງໄພພິບັດຕົວນີ້ມາໃຫ້ພວກເຮົາ.”5 ເພິ່ນເບິ່ງເຫັນທາດແທ້ຂອງຄົນເຫຼົ່ານີ້ທີ່ສຳຄັນຕົວເອງວ່າເປັນຜູ້ເຜີຍພຣະທຳ ແລະ ເຫັນເຖິງຄວາມອັນຕະລາຍທີ່ຄຸກຄາມພັນທະກິດແຫ່ງການປະກາດຄວາມຈິງ. ການທີ່ສັນຕະປາປາ ແລະ ຈັກກະພັດຕໍ່ຕ້ານນັ້ນ ບໍ່ໄດ້ເຮັດໃຫ້ເພິ່ນລຳບາກໃຈເທົ່າກັບທີ່ເປັນຢູ່ໃນຂະນະນີ້. ສັດຕູທີ່ຮ້າຍກາດທີ່ສຸດຂອງຂະບວນການປະຕິຮູບມາຈາກພວກທີ່ອ້າງວ່າເປັນມິດ. ຫຼັກຄວາມຈິງຕ່າງໆທີ່ເຮັດໃຫ້ເພິ່ນມີຄວາມຊົມຊື່ນຍິນດີ ແລະ ທີ່ໄດ້ເລົ້າໂລມຈິດໃຈຂອງຕົນນັ້ນ ບັດນີ້ກຳລັງຖືກໃຊ້ເພື່ອສ້າງຄວາມຂັດແຍ້ງ ແລະ ກໍ່ຄວາມວຸ້ນວາຍໃນຄຣິສຕະຈັກ. {GC 187.4}

ພຣະວິນຍານຂອງພຣະເຈົ້າຊົງນຳລູເທີໃນວຽກງານການປະຕິຮູບ ຈົນເພິ່ນໄດ້ເຮັດໃນສິ່ງທີ່ເກີນຄວາມຄິດຂອງຕົນເອງ. ເພິ່ນບໍ່ໄດ້ຕັ້ງໃຈທີ່ຈະມາເຖິງຈຸດຢືນເຫຼົ່ານັ້ນ ຫຼື ໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງເຊັ່ນນີ້. ເພິ່ນເປັນພຽງເຄື່ອງມືໃນພຣະຫັດຂອງພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ. ຢ່າງໃດກໍຕາມ, ເພິ່ນກໍຢ້ານກົວຢູ່ເລື້ອຍໆ ເພາະເປັນຫ່ວງວ່າວຽກງານຂອງຕົນຈະສົ່ງຜົນອອກໄປແບບໃດ. ມີຄັ້ງໜຶ່ງເພິ່ນກ່າວວ່າ: “ຄຳສອນຂອງຂ້າພະເຈົ້າບໍ່ສາມາດເຮັດອັນຕະລາຍໄດ້ ເພາະເປັນຂ່າວປະເສີດນັ້ນເອງ, ແຕ່ຖ້າຂ້າພະເຈົ້າຮູ້ວ່າຄຳສອນນັ້ນໄດ້ສ້າງຄວາມເສຍຫາຍໃຫ້ຜູ້ໃດຜູ້ໜຶ່ງ ແມ່ນຈະເປັນຜູ້ທີ່ຕ່ຳຕ້ອຍທີ່ສຸດກໍຕາມ, ຂ້າພະເຈົ້າກໍຈະຖອນຄຳສອນນັ້ນຄືນທັນທີ ແລະ ຖ້າບໍ່ໄດ້ຖອນກໍຍິນດີຕາຍສິບເທື່ອ.”6 {GC 188.1}

ແລ້ວບັດນີ້ເມືອງວິດເທັນເບີກ ອັນເປັນສູນກາງຂອງຂະບວນການປະຕິຮູບ ກຳລັງຕົກຢູ່ພາຍໃຕ້ອິດທິພົນຂອງຄວາມຄັ່ງໄຄ້ ແລະ ສະພາບທີ່ໄຮ້ກົດໝາຍ. ສະພາບທີ່ໜ້າຢ້ານກົວນີ້ ບໍ່ໄດ້ເກີດຈາກຄຳສອນຂອງລູເທີ, ແຕ່ທົ່ວອານາຈັກເຢຍລະມັນ ຝ່າຍພວກສັດຕູກ່າວຫາວ່າ ລູເທີເປັນຕົ້ນເຫດຂອງສະພາບທີ່ເກີດຂຶ້ນ. ບາງຄັ້ງເພິ່ນທູນຖາມພຣະເຈົ້າດ້ວຍຈິດໃຈທີ່ຂົມຂື່ນວ່າ: “ຫຼືວ່າ ຂະບວນການປະຕິຮູບຄັ້ງສຳຄັນນີ້ຈະຈົບລົງພຽງເທົ່ານີ້ບໍ?”7 ແລ້ວໃນຂະນະທີ່ເພິ່ນອະທິຖານດ້ວຍຄວາມຮ້ອນຮົນ ສັນຕິສຸກກໍຫຼັ່ງໄຫຼເຂົ້າມາໃນຈິດໃຈ. ເພິ່ນຈຶ່ງອະທິຖານຕໍ່ໄປອີກວ່າ: “ວຽກງານນີ້ບໍ່ແມ່ນຂອງຂ້ານ້ອຍ ແຕ່ເປັນຂອງພຣະອົງ. ພຣະອົງຈະບໍ່ຍອມໃຫ້ງານນີ້ຖືກທຳລາຍໄປຍ້ອນຄວາມງົມງວາຍ ຫຼື ຄວາມຄັ່ງໄຄ້ຫຼົງໄຫຼ.” ຢ່າງໃດກໍຕາມ, ເພິ່ນບໍ່ສາມາດຢູ່ເສີຍໆຕໍ່ໄປໄດ້ເມື່ອມີວິກິດການເຊັ່ນນີ້, ເພິ່ນຈຶ່ງຕັ້ງໃຈກັບຄືນໄປເມືອງວິດເທັນເບີກ. {GC 188.2}

ເພິ່ນສ່ຽງອອກເດີນທາງໂດຍບໍ່ລໍຊ້າ. ໃນຂະນະນັ້ນທາງການປະກາດວ່າເພິ່ນຍັງເປັນບຸກຄົນຕ້ອງຫ້າມ. ພວກສັດຕູມີສິດທີ່ຈະຂ້າເພິ່ນໄດ້, ສ່ວນຜູ້ທີ່ສະໜັບສະໜູນກໍຖືກຫ້າມບໍ່ໃຫ້ຊ່ວຍເຫຼືອເພິ່ນ ຫຼື ໃຫ້ບ່ອນພັກ. ອຳນາດການປົກຄອງຝ່າຍຈັກກະພັດ ກຳລັງໃຊ້ມາດຕະການເດັດຂາດກັບຜູ້ທີ່ເຊື່ອໃນຄຳສອນຂອງເພິ່ນ. ແຕ່ເມື່ອເຫັນວ່າຂະບວນການປະກາດຂ່າວປະເສີດກຳລັງເຂົ້າສູ່ອັນຕະລາຍ ເພິ່ນຈຶ່ງອອກໄປຕໍ່ສູ້ໃນພຣະນາມຂອງອົງພຣະຜູ້ເປັນເຈົ້າ ເພື່ອປົກປ້ອງຫຼັກຄວາມຈິງ. {GC 188.3}

ລູເທີຂຽນຈົດໝາຍເຖິງເຈົ້າແຂວງທີ່ລະບຸເຫດຜົນທີ່ເພິ່ນຕັ້ງໃຈອອກຈາກຜາສາດຫີນໃນເມືອງວາດເບີກວ່າ: “ຂໍລາຍງານໃຫ້ທ່ານຊາບວ່າ ຂ້າພະເຈົ້າກຳລັງຈະເດີນທາງໄປເມືອງວິດເທັນເບີກ ໂດຍຜູ້ທີ່ຮັບຮອງຄວາມປອດໄພນັ້ນຍິ່ງໃຫຍ່ກວ່າກະສັດ ແລະ ເຈົ້າແຂວງຄົນໃດ. ຂ້າພະເຈົ້າບໍ່ຄິດທີ່ຈະຂໍໃຫ້ທ່ານສະໜັບສະໜູນຂ້າພະເຈົ້າ, ແລະແທນທີ່ຈະປາຖະໜາໃຫ້ທ່ານປົກປ້ອງຂ້າພະເຈົ້າ ຂ້າພະເຈົ້າກໍຢາກປົກປ້ອງທ່ານ. ຖ້າຂ້າພະເຈົ້າຮູ້ວ່າທ່ານສາມາດປົກປ້ອງຂ້າພະເຈົ້າ ຫຼື ຄິດທີ່ຈະປົກປ້ອງຂ້າພະເຈົ້າແລ້ວ ຂ້າພະເຈົ້າກໍຈະບໍ່ໄປທີ່ເມືອງວິດເທັນເບີກເລີຍ. ບໍ່ມີດາບເຫຼັ້ມໃດທີ່ສາມາດຊຸກຍູ້ໃຫ້ຂະບວນການນີ້ສຳເລັດໄດ້. ພຣະເຈົ້າເທົ່ານັ້ນຕ້ອງເຮັດທຸກສິ່ງ ໂດຍປາສະຈາກຄວາມຊ່ວຍເຫຼືອ ຫຼື ຄວາມເຫັນດີຂອງມະນຸດ. ຜູ້ທີ່ພຣະເຈົ້າຊົງສາມາດຄຸ້ມຄອງໃຫ້ດີທີ່ສຸດ ຄືຜູ້ທີ່ມີຄວາມເຊື່ອຫຼາຍທີ່ສຸດ.”8 {GC 188.4}

ລູເທີຂຽນຈົດໝາຍອີກສະບັບໜຶ່ງໃນຂະນະທີ່ເດີນທາງໄປເມືອງວິດເທັນເບີກ ໂດຍເພິ່ນກ່າວເພີ່ມເຕີມວ່າ: “ຂ້າພະເຈົ້າພ້ອມແລ້ວທີ່ຈະເຮັດໃຫ້ທ່ານບໍ່ພໍ່ໃຈ ແລະ ພ້ອມທີ່ຈະໃຫ້ມະນຸດທຸກຄົນໃນໂລກໂກດຮ້າຍໃສ່ຂ້າພະເຈົ້າ. ປະຊາຊົນຊາວເມືອງວິດເທັນເບີກເປັນລູກແກະຂອງຂ້າພະເຈົ້າບໍ່ແມ່ນບໍ? ພຣະເຈົ້າຊົງມອບໝາຍໃຫ້ຂ້າພະເຈົ້າເປັນຜູ້ເບິ່ງແຍງພວກເຂົາບໍ່ແມ່ນບໍ? ສະນັ້ນ, ຖ້າຈຳເປັນຂ້າພະເຈົ້າຄວນກ້າສ່ຽງຊີວິດເພື່ອຄົນເຫຼົ່ານີ້ບໍ່ແມ່ນບໍ? ຍິ່ງກວ່ານັ້ນ, ຂ້າພະເຈົ້າຢ້ານວ່າຈະມີຄວາມວຸ້ນວາຍເກີດຂຶ້ນໃນອານາຈັກເຢຍລະມັນ ເຊິ່ງຈະເປັນເຫດໃຫ້ພຣະເຈົ້າລົງໂທດບ້ານເມືອງຂອງພວກເຮົາ.”9 {GC 189.1}

ຣິດອຳນາດຂອງພຣະຄຳພີ

ລູເທີເລີ່ມລົງມືເຮັດວຽກຢ່າງລະມັດລະວັງ ແລະ ດ້ວຍຄວາມອ່ອນນ້ອມຖ່ອມຕົນ, ໃນຂະນະດຽວກັນ ກໍຍັງມີຄວາມໝັ້ນຄົງເດັດດ່ຽວ. ເພິ່ນກ່າວວ່າ: “ສິ່ງທີ່ຄວາມຮຸນແຮງໄດ້ກໍ່ຂຶ້ນນັ້ນ ພວກເຮົາຕ້ອງໃຊ້ພຣະຄຳພີເພື່ອມ້າງທຳລາຍລົງ. ຂ້າພະເຈົ້າຈະບໍ່ໃຊ້ອຳນາດການບີບບັງຄັບຕໍ່ຄົນທີ່ງົມງວາຍ ແລະ ຂາດຄວາມເຊື່ອ.…ຈະຕ້ອງບໍ່ມີການບັງຄັບຜູ້ໃດ ເພາະວ່າເສລີພາບເປັນແກ່ນແທ້ຂອງຄວາມເຊື່ອ.”10 {GC 189.2}

ໃນບໍ່ຊ້າຂ່າວທີ່ລູເທີກັບມາ ແລະ ຈະເທດສະໜານັ້ນດັງທົ່ວເມືອງວິດເທັນເບີກ. ຄົນຈາກທຸກສາລະທິດພາກັນມາຈົນລົ້ນໂບດ. ລູເທີຂຶ້ນທຳມາດແລ້ວສັ່ງສອນ ແລະ ຕັກເຕືອນວ່າກ່າວດ້ວຍສະຕິປັນຍາ ແລະ ຄວາມສຸພາບອ່ອນນ້ອມ. ເພິ່ນກ່າວເຖິງບາງຄົນທີ່ໃຊ້ຄວາມຮຸນແຮງເພື່ອໃຫ້ມີການຍົກເລີກພິທີສິນລະນຶກແບບຄຣິສຕະຈັກໂຣມວ່າ: {GC 189.3}

“ພິທີສິນລະນຶກແບບທີ່ຄຣິສຕະຈັກໂຣມເຮັດນັ້ນແມ່ນສິ່ງທີ່ບໍ່ດີ, ພຣະເຈົ້າຊົງຕໍ່ຕ້ານມັນ ແລະ ມັນກໍສົມຄວນຖືກຍົກເລີກໄປ. ຂ້າພະເຈົ້າປາຖະໜາໃຫ້ທົ່ວໂລກປ່ຽນຈາກສິນລະນຶກແບບກາໂຕລິກ ມາເປັນພິທີລະນຶກເຖິງຄາບອາຫານສຸດທ້າຍຂອງພຣະຄຣິສ ຕາມທີ່ປາກົດຢູ່ໃນຂ່າວປະເສີດ. ແຕ່ຢ່າໄດ້ບີບບັງຄັບຜູ້ໃດເລີຍໃຫ້ຍົກເລີກສິນລະນຶກ. ພວກເຮົາຕ້ອງຝາກເລື່ອງນີ້ໄວ້ໃນພຣະຫັດຂອງພຣະເຈົ້າ, ຕ້ອງໃຫ້ພຣະຄຳຂອງພຣະອົງເປັນຝ່າຍດຳເນີນການ ບໍ່ແມ່ນພວກເຮົາເອງ. ບາງຄົນອາດຖາມວ່າ, ເປັນຫຍັງຈຶ່ງເວົ້າຈັ່ງຊັ້ນ? ເພາະວ່າຂ້າພະເຈົ້າບໍ່ໄດ້ຖືຈິດໃຈຂອງມະນຸດໄວ້ໃນມື ເໝືອນຊ່າງປັ້ນໝໍ້ຖືກ້ອນດິນໜຽວ. ເຮົາມີສິດເວົ້າ ແຕ່ບໍ່ມີສິດລົງມື. ສະນັ້ນ, ຂໍໃຫ້ພວກເຮົາເທດສະໜາປະກາດ, ສ່ວນທີ່ເຫຼືອເປັນຂອງພຣະເຈົ້າ. ຖ້າຂ້າພະເຈົ້າຈະໃຊ້ກຳລັງ ແລ້ວຈະໄດ້ຫຍັງຕາມມາ? ໄດ້ແຕ່ໜ້າຕາບິດບ້ຽວ, ການຖືຕາມພິທີກຳ, ການຮຽນແບບ, ການຢຶດເອົາກົດລະບຽບຂອງມະນຸດ ແລະ ຄວາມໜ້າຊື່ໃຈຄົດ.…ແຕ່ຈະບໍ່ມີຄວາມຈິງໃຈ, ຄວາມເຊື່ອ ຫຼື ຄວາມຮັກ. ຖ້າຂາດສາມສິ່ງນີ້ແລ້ວ ກໍຈະບໍ່ມີປະໂຫຍດຫຍັງທັງໝົດ; ຂ້າພະເຈົ້າຈຶ່ງຖືວ່າຜົນເຊັ່ນນີ້ບໍ່ມີຄ່າເລີຍ.…ສິ່ງທີ່ພຣະເຈົ້າຊົງກະທຳໂດຍຜ່ານພຣະຄຳຂອງພຣະອົງ ຫຼາຍກວ່າສິ່ງທີ່ທ່ານ ແລະ ຂ້າພະເຈົ້າ ກັບຄົນທັງໂລກສາມາດເຮັດໄດ້ດ້ວຍກຳລັງຮວມຂອງພວກເຮົາ. ພຣະເຈົ້າຊົງສຳຜັດທີ່ຈິດໃຈ ແລະ ເມື່ອຊະນະຈິດໃຈແລ້ວ ກໍຊະນະທຸກຢ່າງ.…” {GC 189.4}

“ຂ້າພະເຈົ້າຈະເທດສະໜາ, ຈະອະພິປາຍ ແລະ ຈະຂຽນ ແຕ່ຈະບໍ່ບັງຄັບຜູ້ໃດ ເພາະຄວາມເຊື່ອເປັນເລື່ອງຂອງຄວາມສະໝັກໃຈ. ທ່ານທັງຫຼາຍເຫັນການກະທຳຂອງຂ້າພະເຈົ້າວ່າ ຂ້າພະເຈົ້າໄດ້ຢືນຢັດຕໍ່ສູ້ສັນຕະປາປາ, ໃບລ້າງບາບ ແລະ ພວກທີ່ສະໜັບສະໜູນສັນຕະປາປາ ໂດຍບໍ່ໄດ້ໃຊ້ຄວາມຮຸນແຮງ ແລະ ບໍ່ໄດ້ກໍ່ຄວາມວຸ້ນວາຍ. ຂ້າພະເຈົ້າໄດ້ປະກາດພຣະຄຳຂອງພຣະເຈົ້າດ້ວຍການເທດສະໜາ ແລະ ການຂຽນ. ຂ້າພະເຈົ້າເຮັດພຽງເທົ່ານີ້, ແຕ່ໃນຂະນະທີ່ຂ້າພະເຈົ້ານອນຫຼັບ,…ພຣະຄຳທີ່ຂ້າພະເຈົ້າປະກາດເທດສະໜາໄປນັ້ນ ໄດ້ທຳລາຍລະບອບສັນຕະປາປາ ຈົນບໍ່ມີເຈົ້າແຂວງຄົນໃດ ຫຼື ຈັກກະພັດອົງໃດທີ່ສ້າງຄວາມເສຍຫາຍໃຫ້ລະບອບນັ້ນເທົ່າກັບພຣະຄຳ. ຂ້າພະເຈົ້າບໍ່ໄດ້ເຮັດຫຍັງ, ຜົນທັງໝົດມາຈາກພຣະຄຳພີ. ຖ້າຂ້າພະເຈົ້າຂໍໃຫ້ມີການໃຊ້ກຳລັງ ທົ່ວອານາຈັກເຢຍລະມັນຄົງໄດ້ນອງເລືອດ, ແຕ່ມັນຈະໄດ້ປະໂຫຍດຫຍັງ? ໄດ້ແຕ່ຄວາມເພພັງ ແລະ ຄວາມພິນາດຂອງຮ່າງກາຍ ແລະ ຈິດວິນຍານ. ຂ້າພະເຈົ້າຈຶ່ງງຽບໄວ້ ແລະ ໃຫ້ພຣະຄຳຂອງພຣະເຈົ້າອອກຜົນເອງໄປທົ່ວໂລກ.”11 {GC 190.1}

ລູເທີສືບຕໍ່ເທດສະໜາທຸກວັນຕະຫຼອດໜຶ່ງອາທິດ ໃຫ້ແກ່ຝູງຊົນທີ່ລໍຟັງດ້ວຍຄວາມຢາກຮູ້ໃນສິ່ງທີ່ເພິ່ນປະກາດ. ພຣະຄຳຂອງພຣະເຈົ້າໄດ້ທຳລາຍຄວາມຄັ່ງໄຄ້ຫຼົງໄຫຼທີ່ສະກົດຈິດປະຊາຊົນ. ອຳນາດຂອງຂ່າວປະເສີດໄດ້ນຳຄົນທີ່ຫຼົງທາງໃຫ້ກັບມາສູ່ທາງແຫ່ງຄວາມຈິງ. {GC 190.2}

ລູເທີບໍ່ມີຄວາມປາຖະໜາທີ່ຈະປະເຊີນໜ້າກັບພວກຄັ່ງໄຄ້ທີ່ສ້າງຄວາມເສຍຫາຍຫຼາຍເຊັ່ນນີ້. ເພິ່ນຮູ້ວ່າຄົນເຫຼົ່ານີ້ມີນິໄສເຈົ້າອາລົມ ແລະ ຂາດວິຈາລະນະຍານ; ຄົນເຫຼົ່ານັ້ນອ້າງວ່າຕົນໄດ້ຮັບແສງສະຫວ່າງພິເສດຈາກສະຫວັນ, ແຕ່ຖ້າມີຄົນຄັດຄ້ານໜ້ອຍດຽວ ຫຼື ຕັກເຕືອນດ້ວຍຄວາມຫວັງດີ ຫຼື ໃຫ້ຄຳແນະນຳ ພວກເຂົາພັດທົນບໍ່ໄດ້ເລີຍ. ພວກທີ່ຄັ່ງໄຄ້ເຫຼົ່ານັ້ນອ້າງວ່າອຳນາດສູງສຸດຢູ່ທີ່ພວກເຂົາ ຈຶ່ງຮຽກຮ້ອງໃຫ້ທຸກຄົນຍອມຮັບຄຳສອນຂອງພວກຕົນໂດຍບໍ່ໃຫ້ທວງຖາມແຕ່ຢ່າງໃດ. ແຕ່ເມື່ອພວກເຂົາຂໍໃຫ້ລູເທີໄປພົບ, ເພິ່ນກໍຍອມ ແລະ ໄດ້ເປີດເຜີຍໃຫ້ເຫັນວ່າຄຳອວດອ້າງຂອງພວກເຂົານັ້ນບໍ່ເປັນຄວາມຈິງ ພວກຜູ້ເຜີຍພຣະທຳປອມເຫຼົ່ານັ້ນຈຶ່ງເດີນທາງອອກຈາກເມືອງວິດເທັນເບີກທັນທີ. {GC 190.3}

ຄວາມຄັ່ງໄຄ້ໄດ້ຖືກຢັບຢັ້ງໄປໄລຍະເວລາໜຶ່ງ ແຕ່ຫຼາຍປີຕໍ່ມາກໍປະທຸຂຶ້ນອີກຄັ້ງໜຶ່ງດ້ວຍຄວາມຮຸນແຮງ ແລະ ຜົນເສຍຫາຍທີ່ຮ້າຍແຮງກວ່າເກົ່າ. ລູເທີກ່າວເຖິງພວກຜູ້ນຳການເຄື່ອນໄຫວນີ້ວ່າ: “ພວກເຂົາຖືວ່າພຣະຄຳພີເປັນພຽງຕົວອັກສອນທີ່ບໍ່ມີຊີວິດ, ແລ້ວພວກເຂົາກໍຮ້ອງຂຶ້ນພ້ອມກັນວ່າ, ‘ພຣະວິນຍານ! ພຣະວິນຍານ!’ ແຕ່ແນ່ນອນ ຂ້າພະເຈົ້າຈະບໍ່ຕາມໄປໃນທາງທີ່ວິນຍານເຊິ່ງຢູ່ໃນພວກເຂົານັ້ນນຳພາໄປ. ຂໍໃຫ້ພຣະເຈົ້າຊົງເມດຕາຂ້າພະເຈົ້າ ໃຫ້ພົ້ນຈາກຄຣິສຕະຈັກທີ່ມີແຕ່ນັກບຸນເປັນສະມາຊິກ. ຂ້າພະເຈົ້າປາຖະໜາທີ່ຈະຢູ່ກັບຄົນທີ່ອ່ອນນ້ອມຖ່ອມຕົນ, ຄົນອ່ອນແອ ແລະ ຄົນເຈັບປ່ວຍ, ຄືຄົນທີ່ສຳນຶກເຖິງຄວາມບາບຂອງຕົນ ແລະ ຄ່ຳຄວນຮ້ອງຫາພຣະອົງຢູ່ສະເໝີຈາກສ່ວນເລິກຂອງຫົວໃຈ ເພື່ອຂໍໃຫ້ພຣະອົງຊົງປອບໃຈ ແລະ ຊ່ວຍຊູ.”12 {GC 190.4}

ທ່າມກາງພວກທີ່ຄັ່ງໄຄ້ເຫຼົ່ານັ້ນ ໂທມັດ ມູນເຊີ (Thomas Munzer) ເປັນຄົນທີ່ເຄື່ອນໄຫວຫຼາຍທີ່ສຸດ. ລາວເປັນຄົນທີ່ມີຄວາມສາມາດຫຼາຍ ເຊິ່ງຖ້າລາວໄດ້ໃຊ້ຄວາມສາມາດນັ້ນໃນທາງທີ່ຖືກຕ້ອງ ກໍຄົງໄດ້ເຮັດໃນສິ່ງທີ່ເປັນປະໂຫຍດ, ແຕ່ລາວບໍ່ໄດ້ຮຽນຮູ້ເຖິງຫຼັກການເບື້ອງຕົ້ນແຫ່ງທຳມະທີ່ແທ້ຈິງ. “ລາວປາຖະໜາຢ່າງແຮງກ້າທີ່ຈະປະຕິຮູບໂລກ ແຕ່ລືມໃນຂໍ້ທີ່ຄົນຄັ່ງໄຄ້ທັງຫຼາຍເບິ່ງຂ້າມ ຄືໃຫ້ການປະຕິຮູບນັ້ນເລີ່ມຕົ້ນທີ່ຕົນເອງ.”13 ລາວມີຄວາມທະເຍີທະຍານຢາກໄດ້ຕຳແໜ່ງ ແລະ ອິດທິພົນ, ບໍ່ຍອມເປັນຮອງໃຜ, ແມ່ນແຕ່ລູເທີເອງ. ລາວປະກາດວ່າທີ່ພວກນັກປະຕິຮູບຢຶດເອົາພຣະຄຳພີເປັນບັນທັດຖານຊີວິດແທນສັນຕະປາປານັ້ນ ເປັນການຕັ້ງລະບອບສັນຕະປາປາໃນຮູບແບບໃໝ່. ລາວອ້າງວ່າລາວໄດ້ຮັບມອບໝາຍຈາກພຣະເຈົ້າໃຫ້ສອນການປະຕິຮູບທີ່ແທ້ຈິງ. ມູນເຊີກ່າວວ່າ: “ຄົນທີ່ມີວິນຍານນີ້ກໍມີຄວາມເຊື່ອທີ່ແທ້ຈິງ ເຖິງແມ່ນວ່າລາວຈະບໍ່ເຄີຍເຫັນພຣະຄຳພີຈັກເທື່ອ.”14 {GC 191.1}

ອາຈານທີ່ຄັ່ງໄຄ້ທັງຫຼາຍຍອມໃຫ້ຈິດໃຈຖືກຄວບຄຸມດ້ວຍຄວາມຮູ້ສຶກ ໂດຍຖືວ່າທຸກຄວາມຄິດ ແລະ ຄວາມຮູ້ສຶກທີ່ຜຸດຂຶ້ນໃນໃຈເປັນພຣະສຸຣະສຽງຂອງພຣະເຈົ້າ; ສະນັ້ນ, ພວກເຂົາຈຶ່ງເຮັດໃນສິ່ງທີ່ເກີນຄວາມສົມຄວນ. ບາງຄົນເຖິງກັບເຜົາພຣະຄຳພີຂອງຕົນຖິ້ມ ໂດຍກ່າວວ່າ: “ຕົວອັກສອນຂ້າໃຫ້ຕາຍ ແຕ່ພຣະວິນຍານໃຫ້ຊີວິດ.” ຄຳສອນຂອງມູນເຊີຖືກໃຈຄົນທີ່ມັກເລື່ອງມະຫັດສະຈັນ ໃນຂະນະທີ່ມັນສະໜອງຄວາມຍິ່ງຂອງພວກເຂົາ ໂດຍການຍົກຄວາມຄິດຂອງມະນຸດໄວ້ເໜືອພຣະຄຳຂອງພຣະເຈົ້າ. ມີຫຼາຍພັນຄົນຮັບເຊື່ອໃນຄຳສອນຂອງລາວ. ໃນບໍ່ຊ້າລາວປະນາມການມີລະບົບລະບຽບທຸກຢ່າງໃນທີ່ປະຊຸມນະມັດສະການ ແລະ ປະກາດວ່າການເຊື່ອຟັງອຳນາດການປົກຄອງ ເປັນການພະຍາຍາມຮັບໃຊ້ພຣະເຈົ້າ ແລະ ເບລີອາ15ພ້ອມກັນ. {GC 191.2}

ຈິດໃຈຂອງປະຊາຊົນທີ່ເລີ່ມຖິ້ມທຳລາຍແອກຂອງລະບອບສັນຕະປາປາ ກໍເລີ່ມຮູ້ສຶກວ່າບໍ່ຢາກອົດທົນຕໍ່ອຳນາດການປົກຄອງ. ຄຳສອນທີ່ຍຸຍົງປຸກປັ່ນຂອງມູນເຊີທີ່ອ້າງວ່າມາຈາກພຣະເຈົ້ານັ້ນ ໄດ້ນຳພາປະຊາຊົນໃຫ້ປະຕິເສດການຄວບຄຸມທຸກຢ່າງ ແລະ ປ່ອຍຕົວໃຫ້ເຮັດຕາມອາລົມຄວາມຮູ້ສຶກຢ່າງເຕັມທີ່. ສິ່ງທີ່ຕາມມາຄືການກະບົດ ແລະ ການຕໍ່ສູ້ທີ່ຮ້າຍແຮງ ຈົນເກີດການນອງເລືອດຕາມທົ່ງໄຮ່ທົ່ງນາທົ່ວອານາຈັກເຢຍລະມັນ. {GC 191.3}

ລູເທີແປພຣະຄຳພີ

ເມື່ອລູເທີເຫັນຂະບວນການປະຕິຮູບຖືກກ່າວຫາດ້ວຍຜົນຂອງຄວາມຄັ່ງໄຄ້, ຄວາມທຸກໃຈທີ່ເພິ່ນເຄີຍມີເມື່ອເພິ່ນຢູ່ເມືອງເອີເຟີດນັ້ນ ໄດ້ກັບເຂົ້າມາອີກເປັນສອງເທົ່າ. ພວກເຈົ້າແຂວງຝ່າຍລະບອບສັນຕະປາປາກ່າວວ່າ ການກະບົດທີ່ເກີດຂຶ້ນເປັນຜົນໂດຍກົງຂອງຄຳສອນຂອງລູເທີ ແລະ ມີຫຼາຍຄົນພ້ອມທີ່ຈະຄ້ອຍຕາມຄວາມຄິດນີ້. ເຖິງແມ່ນວ່າຂໍ້ກ່າວຫານີ້ບໍ່ມີເຄົ້າຄວາມເປັນຈິງເລີຍ, ແຕ່ມັນສ້າງຄວາມລຳບາກໃຈໃຫ້ລູເທີຫຼາຍ. ເພິ່ນຮູ້ສຶກເໝືອນຈະທົນບໍ່ໄດ້ ທີ່ເຫັນພັນທະກິດການປະກາດຫຼັກຄວາມຈິງຖືກນັບຮວມກັບຄວາມຄັ່ງໄຄ້ທີ່ຕ່ຳຊ້າທີ່ສຸດ. ສ່ວນພວກຜູ້ນຳການກະບົດກຽດຊັງລູເທີ ເພາະເພິ່ນບໍ່ພຽງແຕ່ຕໍ່ຕ້ານຄຳສອນ ແລະ ຂໍ້ອ້າງຂອງພວກເຂົາທີ່ອ້າງວ່າໄດ້ຮັບການດົນໃຈຈາກພຣະເຈົ້າແລ້ວ ແຕ່ເພິ່ນກໍຍັງປະກາດວ່າພວກເຂົາເປັນກະບົດຕໍ່ອຳນາດການປົກຄອງດ້ວຍ. ຄົນເຫຼົ່ານີ້ແກ້ແຄ້ນດ້ວຍການປະນາມລູເທີ ວ່າເປັນຈອມຫຼອກລວງທີ່ຕ່ຳຊ້າ. ເບິ່ງຄືວ່າລູເທີໄດ້ເຮັດໃຫ້ທັງພວກເຈົ້າແຂວງ ແລະ ປະຊາຊົນກຽດຊັງຕົນເອງ. {GC 192.1}

ຄົນທັງຫຼາຍທີ່ສະໜັບສະໜູນຄຣິສຕະຈັກໂຣມຕ່າງຄົນຕ່າງດີອົກດີໃຈ ເພາະພວກເຂົາຄາດວ່າໃກ້ຈະເຫັນຄວາມພິນາດຂອງຂະບວນການປະຕິຮູບຢ່າງໄວວາ. ພວກເຂົາຍັງກ່າວໂທດລູເທີສຳລັບຄຳສອນຜິດໆທີ່ເພິ່ນໄດ້ທຸ້ມເທກຳລັງເພື່ອແກ້ໄຂໃຫ້ຖືກຕ້ອງ. ກຸ່ມພວກທີ່ຄັ່ງໄຄ້ໄດ້ເວົ້າເອົາເອງວ່າ ພວກຕົນບໍ່ໄດ້ຮັບຄວາມເປັນທຳ ເຊິ່ງເຮັດໃຫ້ປະຊາຊົນຈຳນວນຫຼວງຫຼາຍເຫັນໃຈພວກເຂົາ; ແລ້ວກໍເປັນຢ່າງນີ້ຢູ່ເລື້ອຍໆ, ຄືຄົນທີ່ເຮັດຜິດກໍຖືກນັບວ່າເປັນພວກທີ່ຍອມສະຫຼະຊີວິດເພື່ອຄວາມເຊື່ອ, ພວກທີ່ຄັ່ງໄຄ້ໃນສະໄໝລູເທີກໍເຊັ່ນກັນ. ສະນັ້ນ, ຄົນທັງຫຼາຍທີ່ທຸ້ມເທກຳລັງເພື່ອຕໍ່ຕ້ານຂະບວນການປະຕິຮູບກາຍເປັນທີ່ເຫັນໃຈ ແລະ ເປັນທີ່ຍົກຍ້ອງວ່າເປັນເຫຍື່ອຂອງການກົດຂີ່ຂົ່ມເຫັງທີ່ໂຫດຮ້າຍ. ນີ້ແມ່ນວຽກງານຂອງຊາຕານ, ໂດຍມີຄວາມຄິດກະບົດເປັນແຮງບັນດານໃຈຢູ່ເບື້ອງຫຼັງ ເຊິ່ງຄວາມຄິດນີ້ໄດ້ປາກົດເປັນຄັ້ງທຳອິດໃນສະຫວັນເມື່ອຊາຕານກະບົດຕໍ່ພຣະເຈົ້າ. {GC 192.2}

ຊາຕານເຮັດວຽກຢູ່ຕະຫຼອດເວລາເພື່ອຫຼອກລວງມະນຸດໃຫ້ເອີ້ນຄວາມບາບວ່າເປັນຄວາມຊອບທຳ ແລະ ເອີ້ນຄວາມຊອບທຳວ່າເປັນຄວາມບາບ. ມັນໄດ້ປະສົບຜົນສຳເລັດຫຼາຍໃນວຽກງານນີ້! ການທີ່ຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຈົ້າຖືກຕຳໜິຕິຕຽນ ເພາະພວກເຂົາຢືນຢັດປົກປ້ອງຄວາມຈິງໂດຍບໍ່ຫວັ່ນໄຫວ ເປັນເລື່ອງທີ່ເກີດຂຶ້ນຢູ່ເລື້ອຍໆ! ຄົນທີ່ເປັນພຽງຕົວແທນຂອງຊາຕານກໍໄດ້ຮັບການຍົກຍ້ອງສັນລະເສີນ ແລະ ຖືກນັບວ່າເປັນຄົນທີ່ຍອມສະຫຼະຊີວິດເພື່ອຄວາມເຊື່ອ, ໃນຂະນະທີ່ຄົນທັງຫຼາຍທີ່ສົມຄວນໄດ້ຮັບການນັບຖື ແລະ ການສະໜັບສະໜູນ ເພາະຄວາມຈົງຮັກພັກດີທີ່ມີຕໍ່ພຣະເຈົ້າ ພັດຖືກປະໄວ້ໃຫ້ຢືນຄົນດຽວ ທັງຖືກສັງຄົມສົງໄສ ແລະ ບໍ່ໄດ້ຮັບຄວາມໄວ້ວາງໃຈ. {GC 192.3}

ຄວາມບໍຣິສຸດທຽມເທັດ ແລະ ການຊຳລະໃຈຈອມປອມຍັງຄົງດຳເນີນການຫຼອກລວງຂອງມັນຢູ່. ໃນປັດຈຸບັນສິ່ງເຫຼົ່ານີ້ຍັງສະແດງເຈດຕະນາແບບດຽວກັນກັບໃນສະໄໝລູເທີ ໂດຍມັນປາກົດໃນຮູບແບບຕ່າງໆ ເພື່ອຫັນເຫຄວາມຄິດຂອງຜູ້ຄົນອອກຈາກພຣະຄຳພີ ໄປໃສ່ໃຈກັບຄວາມຮູ້ສຶກຂອງຕົນເອງ ແທນທີ່ຈະປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ. ນີ້ເປັນເຄື່ອງມືທີ່ຊາຕານໃຊ້ໄດ້ຜົນຫຼາຍທີ່ສຸດໃນການນຳຄົນໃຫ້ປະນາມຄວາມບໍຣິສຸດ ແລະ ຄວາມຈິງ. {GC 193.1}

ລູເທີປົກປ້ອງຂ່າວປະເສີດຈາກການຖືກໂຈມຕີທີ່ມາຈາກທຸກທິດທາງ ແລະ ທຸກຄັ້ງທີ່ມີຄວາມຂັດແຍ້ງກໍມີການພິສູດວ່າ ພຣະຄຳຂອງພຣະເຈົ້າເປັນອາວຸດທີ່ມີອານຸພາບສູງ. ເພິ່ນນຳໃຊ້ພຣະຄຳພີໃນການຕໍ່ສູ້ກັບການຍາດແຍ່ງອຳນາດຂອງສັນຕະປາປາ ແລະ ປັດຊະຍາເຫດຜົນນິຍົມຂອງພວກນັກວິຊາການ; ໃນຂະນະດຽວກັນເພິ່ນຢືນໝັ້ນຄົງດັ່ງສິລາ ເພື່ອຕໍ່ສູ້ຄວາມຄັ່ງໄຄ້ທີ່ພະຍາຍາມຕີສະໜິດກັບຂະບວນການປະຕິຮູບ. {GC 193.2}

ພວກຕໍ່ຕ້ານແຕ່ລະຝ່າຍ ລ້ວນແຕ່ປະຖິ້ມພຣະຄຳພີດ້ວຍວິທີການຂອງຕົນເອງ ເພື່ອຍົກສະຕິປັນຍາຂອງມະນຸດຂຶ້ນເປັນແຫຼ່ງຄວາມຈິງທາງດ້ານສາສະໜາ ແລະ ຄວາມຮູ້. ພວກລັດທິເຫດຜົນນິຍົມໄດ້ຍົກຍ້ອງສະຕິປັນຍາຂອງມະນຸດ ແລະ ຕັ້ງການໃຊ້ເຫດຜົນໄວ້ເປັນບັນທັດຖານຂອງການເຊື່ອຖືໃນສາສະໜາ. ອີກກຸ່ມໜຶ່ງກໍມີຄວາມນິຍົມໃນຄຣິສຕະຈັກໂຣມ ແລະ ອ້າງວ່າສັນຕະປາປາໄດ້ສືບທອດອຳນາດໂດຍກົງມາຕັ້ງແຕ່ສະໄໝຂອງພວກອັກຄະສາວົກ ໂດຍເຊື່ອວ່າອຳນາດດັ່ງກ່າວບໍ່ມີການປ່ຽນແປງໄປຕະຫຼອດການ. ຄວາມຄິດເຊັ່ນນີ້ໄດ້ເປີດໂອກາດໃຫ້ມີການໃຊ້ອຳນາດເກີນຂອບເຂດ ແລະ ໃຫ້ເກີດຄວາມຊົ່ວທຸກຢ່າງ ໂດຍອ້າງວ່າມີຄວາມຊອບທຳ ເພາະເປັນອຳນາດທີ່ສືບທອດມາຈາກພວກອັກຄະສາວົກນັ້ນເອງ. ການດົນບັນດານໃຈທີ່ມູນເຊີກັບພັກພວກອ້າງນັ້ນ ກໍມາຈາກຈິນຕະນາການທີ່ແປປ່ຽນຂອງພວກເຂົາເອງ, ແຕ່ອິດທິພົນຂອງມັນຄືການມຸ່ງທຳລາຍອຳນາດທຸກຢ່າງ ບໍ່ວ່າຈະເປັນຂອງມະນຸດ ຫຼື ຂອງພຣະເຈົ້າ. ຫຼັກສາສະໜາຄຣິສທີ່ແທ້ຈິງຍອມຮັບເອົາພຣະຄຳຂອງພຣະເຈົ້າໃນຖານະຄັງຊັບອັນປະເສີດແຫ່ງຫຼັກຄວາມຈິງ ແລະ ເປັນບັນທັດຖານທີ່ໃຊ້ໃນການທົດສອບການດົນໃຈທຸກຢ່າງ. {GC 193.3}

ເມື່ອລູເທີກັບມາຈາກເມືອງວາດເບີກ, ເພິ່ນສືບຕໍ່ແປພຣະຄຳພີພາກພັນທະສັນຍາໃໝ່ຈົນສຳເລັດ; ຫຼັງຈາກນັ້ນບໍ່ດົນ, ຊາວເຢຍລະມັນສາມາດອ່ານຂ່າວປະເສີດໃນພາສາຂອງພວກເຂົາເອງ. ທຸກຄົນທີ່ຮັກຫຼັກຄວາມຈິງໄດ້ຮັບເອົາສະບັບແປພຣະຄຳພີດ້ວຍຄວາມຊົມຊື່ນຍິນດີ, ແຕ່ຄົນທີ່ເລືອກປະເພນີ ແລະ ກົດບັນຍັດຂອງມະນຸດພັດປະຕິເສດດ້ວຍທ່າທີທີ່ດູຖູກດູໝິ່ນ. {GC 193.4}

ພວກບາດຫຼວງຕົກໃຈທີ່ປະຊາຊົນທົ່ວໄປຈະສາມາດໂອ້ລົມກັບພວກເຂົາໃນເລື່ອງຄຳສອນຂອງພຣະຄຳພີ, ເພາະຈະເປັນການເປີດເຜີຍໃຫ້ທຸກຄົນເຫັນວ່າພວກເຂົາຂາດຄວາມຮູ້. ການເວົ້າເປັນເຫດເປັນຜົນຝ່າຍເນື້ອໜັງຂອງພວກບາດຫຼວງເປັນອາວຸດທີ່ບໍ່ມີອຳນາດ ເມື່ອຕໍ່ສູ້ກັບພຣະຄຳພີອັນເປັນດາບແຫ່ງພຣະວິນຍານ. ຄຣິສຕະຈັກໂຣມຮວບຮວມອຳນາດທັງໝົດທີ່ມີຢູ່ ເພື່ອຫ້າມການແຈກຈຳໜ່າຍພຣະຄຳພີ; ແຕ່ບໍ່ວ່າຈະປະກາດຫ້າມຢ່າງໃດ, ບໍ່ວ່າຈະຕັດຊື່ຄົນອອກຈາກການເປັນສະມາຊິກ ຫຼື ຈັບຄົນໄປທໍລະມານກໍຕາມ ແຕ່ຄວາມພະຍາຍາມຂອງຄຣິສຕະຈັກໂຣມໃນການຫ້າມການເຜີຍແຜ່ພຣະຄຳພີກໍບໍ່ໄດ້ຜົນ. ພວກເຂົາຍິ່ງປະນາມ ແລະ ຫ້າມພຣະຄຳຂອງພຣະເຈົ້າຫຼາຍເທົ່າໃດ ປະຊາຊົນກໍຍິ່ງຢາກຮູ້ວ່າພຣະຄຳພີສອນຫຍັງແທ້ຫຼາຍຂຶ້ນເທົ່ານັ້ນ. ທຸກຄົນທີ່ອ່ານໄດ້ກໍມີຄວາມກະຕືລືລົ້ນທີ່ຈະອ່ານພຣະຄຳຂອງພຣະເຈົ້າດ້ວຍຕົນເອງ ຈຶ່ງພົກພາຕິດຕົວ ແລະ ອ່ານແລ້ວອ່ານອີກ, ທັງຮູ້ສຶກບໍ່ອີ່ມໃຈຈົນພວກເຂົາສາມາດທ່ອງຈຳໄດ້ຫຼາຍບົດຫຼາຍຕອນ. ເມື່ອລູເທີເຫັນວ່າປະຊາຊົນຕອບຮັບພຣະຄຳພີໃໝ່ເປັນຢ່າງດີ ເພິ່ນຈຶ່ງເລີ່ມຕົ້ນແປພຣະຄຳພີເດີມ ແລະ ຈັດພິມເປັນຕອນໆທັນທີທີ່ແປແລ້ວ. {GC 194.1}

ບົດຄວາມງານຂຽນຂອງລູເທີເປັນທີ່ຕ້ອນຮັບທັງໃນເມືອງ ແລະ ໃນຊົນນະບົດເໝືອນກັນ. “ສິ່ງທີ່ລູເທີກັບມິດສະຫາຍຂອງເພິ່ນຂຽນ ມີຄົນອື່ນນຳໄປເຜີຍແຜ່. ມີບາດຫຼວງບາງຄົນທີ່ເຫັນວ່າກົດຕ່າງໆຂອງສຳນັກນັກບວດບໍ່ຖືກຕ້ອງຕາມພຣະຄຳພີ ແລະ ຢາກແລກຊີວິດທີ່ກຽດຄ້ານກັບການເຄື່ອນໄຫວຮັບໃຊ້ ແຕ່ຄົນເຫຼົ່ານີ້ບໍ່ມີຄວາມຮູ້ພຽງພໍທີ່ຈະສອນພຣະຄຳຂອງພຣະເຈົ້າ ພວກເຂົາຈຶ່ງທຽວຕາມໝູ່ບ້ານໃນແຂວງຕ່າງໆ ແລະ ຂາຍໜັງສືຂອງລູເທີ ແລະ ພວກເພື່ອນຮ່ວມງານຂອງເພິ່ນຕາມເຮືອນຊານຂອງປະຊາຊົນ. ໃນບໍ່ຊ້າ ອານາຈັກເຢຍລະມັນຈຶ່ງເຕັມໄປດ້ວຍຄົນທີ່ຂາຍປຶ້ມຢ່າງກ້າຫານ.”16 {GC 194.2}

ປະຊາຊົນສຶກສາພຣະຄຳພີ

ມີທັງຄົນຮັ່ງມີ ແລະ ຄົນຍາກຈົນ, ທັງຄົນຮຽນສູງ ແລະ ຄົນດ້ອຍການສຶກສາທີ່ຄົ້ນຄວ້າງານຂຽນເຫຼົ່ານີ້ດ້ວຍຄວາມຢາກຮູ້ຢາກຮຽນຫຼາຍທີ່ສຸດ. ຍາມຄ່ຳຄືນ ພວກນາຍຄູຈາກໂຮງຮຽນຕາມຊົນນະບົດໄດ້ອ່ານໃຫ້ຄົນທີ່ມາຮວມຕົວກັນຢູ່ຮອບເຕົາໄຟ. ທຸກຄັ້ງທີ່ມີການປະກາດ ກໍມີຄົນຮັບເຊື່ອຄວາມຈິງ, ມີຄົນຮັບເອົາພຣະທຳດ້ວຍຄວາມຍິນດີ ແລ້ວຫັນໄປບອກຂ່າວດີໃຫ້ຄົນອື່ນຕໍ່. {GC 194.3}

ຂໍ້ພຣະຄຳພີຕໍ່ໄປນີ້ໄດ້ຮັບການພິສູດວ່າເປັນຄວາມຈິງຜ່ານປະສົບການຂອງຄົນເຫຼົ່ານັ້ນ. “ການອະທິບາຍຂໍ້ຄຳສັ່ງສອນຂອງພຣະອົງໃຫ້ແສງສະຫວ່າງ ແລະ ນຳປັນຍາໃຫ້ແກ່ພວກຄົນໂງ່ຈ້າດ້ວຍ.” (ເພງສັນລະເສີນ 119:130). ການທີ່ປະຊາຊົນສຶກສາພຣະຄຳພີໄດ້ປ່ຽນແປງຄວາມຄິດ ແລະ ຈິດໃຈຂອງພວກເຂົາຢ່າງຫຼວງຫຼາຍ. ການປົກຄອງຂອງສັນຕະປາປາໄດ້ວາງແອກເຫຼັກຢູ່ເທິງຄໍປະຊາຊົນ ແລະ ກົດພວກເຂົາໄວ້ໃຫ້ຢູ່ໃນສະພາບທີ່ໂງ່ຈ້າ ແລະ ເສື່ອມເສຍ. ປະຊາຊົນເຮັດຕາມພິທີກຳຕ່າງໆຢ່າງງົມງວາຍຕາມລະບຽບຂອງຄຣິສຕະຈັກໂຣມ, ແຕ່ໃນທ່າມກາງພິທີກຳທາງສາສະໜາເຫຼົ່ານັ້ນ ແທບຈະບໍ່ຕ້ອງນຳຫົວໃຈ ຫຼື ສະຕິປັນຍາມາກ່ຽວຂ້ອງເລີຍ. ຄຳເທດສະໜາຂອງລູເທີທີ່ສອນຄວາມຈິງອັນຈະແຈ້ງຈາກພຣະຄຳຂອງພຣະເຈົ້າ ແລະ ການເອົາພຣະຄຳພີມາວາງໄວ້ໃນມືຂອງປະຊາຊົນທົ່ວໄປ ໄດ້ປຸກພວກເຂົາໃຫ້ຕື່ນ ທັງໄດ້ຊຳລະຈິດວິນຍານໃຫ້ບໍຣິສຸດ ແລະ ສູງສົ່ງຂຶ້ນ; ນອກຈາກນັ້ນ, ຍັງໄດ້ເສີມສະຕິປັນຍາໃຫ້ມີພະລັງຄວາມຄິດທີ່ເຂັ້ມແຂງຂຶ້ນອີກດ້ວຍ. {GC 195.1}

ມີຄົນໃນທຸກລະດັບຊັ້ນຂອງສັງຄົມຖືພຣະຄຳພີໃນມື ແລະ ກ່າວປົກປ້ອງຄຳສອນຕ່າງໆຂອງຂະບວນການປະຕິຮູບ. ສ່ວນຄົນທີ່ສະໜັບສະໜູນລະບອບສັນຕະປາປາ ທີ່ເຄີຍປະຖິ້ມການສຶກສາພຣະຄຳພີໃຫ້ເປັນໜ້າທີ່ຂອງພວກບາດຫຼວງ ແລະ ພວກນັກບວດ, ບັດນີ້ກໍຂໍໃຫ້ພວກບາດຫຼວງອອກມາໂຕ້ແຍ້ງກັບຄຳສອນໃໝ່ຂອງບັນດານັກປະຕິຮູບສາສະໜາ. ແຕ່ພວກບາດຫຼວງທັງບໍ່ຮູ້ພຣະຄຳພີ ແລະ ບໍ່ມີປະສົບການເຖິງຣິດອຳນາດຂອງພຣະເຈົ້າ; ສະນັ້ນ, ພວກເຂົາ ແລະ ນັກບວດໄດ້ປະລາໄຊຢ່າງຮາບຄາບ ໂດຍຜູ້ຊະນະແມ່ນຄົນທີ່ພວກເຂົາເຄີຍປະນາມວ່າ ເປັນພວກນອກຮີດທີ່ຂາດການສຶກສາ. ມີນັກຂຽນກາໂຕລິກຂຽນວ່າ: “ເປັນຕາໜ່າຍຫຼາຍທີ່ລູເທີສອນພວກລູກສິດຂອງລາວວ່າ ຢ່າວາງໃຈໃນຄຳສອນອື່ນໃດນອກຈາກພຣະຄຳພີຢ່າງດຽວ.”17 ມີຝູງຊົນເຕົ້າໂຮມກັນເພື່ອຟັງຄົນທີ່ມີການສຶກສາໜ້ອຍອະທິບາຍຫຼັກຄວາມຈິງ; ຊາວບ້ານທີ່ຮູ້ພຣະຄຳພີຍັງສາມາດໂອ້ລົມກັບກຸ່ມນັກສາສະໜາສາດທີ່ຮຽນສູງ ແລະ ມີວາທະສິນຄົມຄາຍ. ຄຳຕອບຂອງຜູ້ດ້ອຍການສຶກສາ ທີ່ອ້າງຄຳສອນອັນລຽບງ່າຍຈາກພຣະຄຳຂອງພຣະເຈົ້າ ໄດ້ເປີດໂປງໃຫ້ທຸກຄົນເຫັນວ່າ ບຸກຄົນສຳຄັນເຫຼົ່ານັ້ນຂາດຄວາມຮູ້ຢ່າງໜ້າອັບອາຍ. ມີກຳມະກອນ, ທະຫານ, ຜູ້ຍິງ ແລະ ແມ່ນແຕ່ເດັກນ້ອຍທີ່ຮູ້ພຣະຄຳພີຫຼາຍກວ່າພວກບາດຫຼວງ ແລະ ນັກສາສະໜາສາດທີ່ຮຽນສູງ. {GC 195.2}

ຄວາມແຕກຕ່າງລະຫວ່າງເຫຼົ່າສາວົກແຫ່ງຂ່າວປະເສີດກັບຄົນທີ່ຢຶດຖືຄວາມງົມງວາຍຂອງລະບອບສັນຕະປາປາເຫັນໄດ້ຢ່າງຈະແຈ້ງ ບໍ່ວ່າໃນຊົນຊັ້ນນັກວິຊາການ ຫຼື ທ່າມກາງປະຊາຊົນທົ່ວໄປ. “ມີຊາວໜຸ່ມຜູ້ມີໃຈກວ້າງ…ທີ່ຕໍ່ຕ້ານຄົນເຖົ້າຄົນແກ່ທີ່ປົກປ້ອງຊົນຊັ້ນຜູ້ນຳຄຣິສຕະຈັກໂຣມທີ່ບໍ່ຍອມຮຽນພາສາດັ້ງເດີມ ຫຼື ສຶກສາວັນນະກຳ. ຊາວໜຸ່ມເຫຼົ່ານີ້ໄດ້ອຸທິດຕົນໃນການສຶກສາຄົ້ນຄວ້າພຣະຄຳພີ ແລະ ໃນການອ່ານວັນນະກຳບູຮານຈົນລຶ້ງເຄີຍ. ພວກເຂົາຫົວໄວ, ມີຈິດວິນຍານທີ່ສູງສົ່ງ ແລະ ມີໃຈກ້າຫານ. ໃນບໍ່ຊ້າພວກຊາວໜຸ່ມເຫຼົ່ານີ້ໄດ້ຄວາມຮູ້ຫຼາຍ ຈົນບໍ່ມີໃຜສາມາດແຂ່ງກັບພວກເຂົາໄດ້ເປັນເວລາດົນ.…ພວກເຂົາປົກປ້ອງຂະບວນການປະຕິຮູບ; ສະນັ້ນ, ເມື່ອມີການປະເຊີນໜ້າລະຫວ່າງພວກຊາວໜຸ່ມເຫຼົ່ານີ້ກັບນັກສາສະໜາສາດຝ່າຍຄຣິສຕະຈັກໂຣມໃນທີ່ປະຊຸມຕ່າງໆ, ພວກເຂົາກໍຈະໂຈມຕີຝ່າຍກົງກັນຂ້າມຢ່າງງ່າຍດາຍ ແລະ ດ້ວຍຄວາມໝັ້ນໃຈ ຈົນຄົນທີ່ຂາດຄວາມຮູ້ເຫຼົ່ານັ້ນລັງເລ ແລະ ອັບອາຍຂາຍໜ້າ ແລະ ກາຍເປັນທີ່ດູຖູກຂອງຄົນທັງປວງ.”18 {GC 195.3}

ການກົດຂີ່ຂົ່ມເຫັງບໍ່ສາມາດທຳລາຍຄວາມເຊື່ອ

ເມື່ອພວກສາສະໜາຈານຂອງຄຣິສຕະຈັກໂຣມເຫັນວ່າ ຈຳນວນຜູ້ທີ່ມາຮ່ວມປະຊຸມນະມັດສະການໜ້ອຍລົງ, ພວກເຂົາຈຶ່ງໄປຂໍຄວາມຊ່ວຍເຫຼືອຈາກຝ່າຍອຳນາດການປົກຄອງ ແລະ ພະຍາຍາມໃຊ້ທຸກວິທີທີ່ພໍມີອຳນາດເຮັດໄດ້ ເພື່ອນຳສະມາຊິກກັບຄືນມາ. ແຕ່ປະຊາຊົນໄດ້ພົບໃນຄຳສອນໃໝ່ ສິ່ງທີ່ຕອບສະໜອງຄວາມຕ້ອງການຝ່າຍຈິດວິນຍານ, ພວກເຂົາຈຶ່ງຫັນໄປຈາກຄົນທີ່ເຄີຍລ້ຽງພວກເຂົາດ້ວຍເຂົ້າແກບເປັນເວລາດົນນານ ກໍຄືພວກອາຈານຝ່າຍຄຣິສຕະຈັກໂຣມທີ່ສອນໃຫ້ພວກເຂົາປະຕິບັດຕາມພິທີກຳຢ່າງງົມງວາຍ ແລະ ຖືເອົາທຳນຽມປະເພນີຂອງມະນຸດ. {GC 196.1}

ເມື່ອພວກຜູ້ສອນຄວາມຈິງປະສົບກັບການກົດຂີ່ຂົ່ມເຫັງ, ພວກເຂົາປະຕິບັດຕາມຖ້ອຍຄຳຂອງພຣະຄຣິສທີ່ຊົງກ່າວວ່າ: “ເມື່ອພວກເຂົາຂົ່ມເຫັງພວກເຈົ້າໃນເມືອງໜຶ່ງ ຈົ່ງໜີໄປຍັງເມືອງອື່ນ.” (ມັດທາຍ 10:23). ແສງແຫ່ງຄວາມຈິງໄດ້ສ່ອງໄປຍັງທຸກສະຖານທີ່, ບໍ່ວ່າພວກເຂົາຈະລີ້ໄພຢູ່ບ່ອນໃດກໍມີຄົນເປີດປະຕູຕ້ອນຮັບໃຫ້ພັກທີ່ນັ້ນ ແລ້ວພວກເຂົາກໍຈະປະກາດພຣະຄຣິສ ບາງຄັ້ງໃນໂບດ ຫຼື ວ່າຖ້າຖືກປະຕິເສດບໍ່ໃຫ້ໃຊ້ໂບດ ກໍຈະເທດສະໜາໃນເຮືອນປະຊາຊົນ ຫຼື ໃນສະຖານທີ່ນອກອາຄານ. ທຸກສະຖານທີ່ທີ່ມີຄົນຟັງກໍກາຍເປັນວິຫານສັກສິດ. ຫຼັກຄວາມຈິງຈຶ່ງໄດ້ຮັບການເຜີຍແຜ່ດ້ວຍກຳລັງເຫື່ອແຮງ, ຄວາມໝັ້ນໃຈ ແລະ ພະລັງຣິດເດດທີ່ຕ້ານທານບໍ່ໄດ້. {GC 196.2}

ມີການຂໍໃຫ້ເຈົ້າໜ້າທີ່ຄຣິສຕະຈັກ ແລະ ເຈົ້າໜ້າທີ່ຝ່າຍການປົກຄອງ ອອກມາປາບປາມຂະບວນການທີ່ພວກເຂົາເອີ້ນວ່ານອກຮີດ ແຕ່ກໍບໍ່ໄດ້ຜົນ. ພວກເຂົາຈັບຄົນຂັງຄຸກ, ຈັບທໍລະມານ ແລະ ປະຫານຊີວິດດ້ວຍການເຜົາໄຟ ຫຼື ການຕັດຄໍ ແຕ່ກໍບໍ່ໄດ້ປະໂຫຍດຫຍັງ. ມີຜູ້ເຊື່ອຫຼາຍພັນຄົນຍອມຖືກຂ້າເພາະຄວາມເຊື່ອ; ແຕ່ຢ່າງໃດກໍຕາມ, ຂະບວນການປະຕິຮູບຍັງສືບຕໍ່. ການກົດຂີ່ຂົ່ມເຫັງໄດ້ແຕ່ຊ່ວຍໃນການເຜີຍແຜ່ຫຼັກຄວາມຈິງ ສ່ວນຄວາມຄັ່ງໄຄ້ທີ່ຊາຕານພະຍາຍາມນຳເຂົ້າມາປະປົນກັບງານປະຕິຮູບນັ້ນ ໄດ້ແຕ່ສົ່ງຜົນໃຫ້ຄວາມແຕກຕ່າງລະຫວ່າງວຽກງານຂອງຊາຕານ ແລະ ວຽກງານຂອງພຣະເຈົ້າເຫັນໄດ້ຊັດເຈນຍິ່ງຂຶ້ນ. {GC 196.3}


  1. ໂດບິນເຍ, ເຫຼັ້ມ 9, ບົດ 1.

  2. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  3. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  4. ອ້າງອີງຈາກທີ່ດຽວກັນ ເຫຼັ້ມ 9, ບົດ 7.

  5. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  6. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  7. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  8. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 8.

  9. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 7.

  10. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 8.

  11. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 8.

  12. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 10, ບົດ 10.

  13. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 8.

  14. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 10, ບົດ 10.

  15. ໝາຍເຖິງຊາຕານ, ເບິ່ງ 2 ໂກຣິນໂທ 6:15.

  16. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 11.

  17. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 11.

  18. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 11.