9: ນັກປະຕິຮູບຊາວສວິສ

https://m.egwwritings.org/en/book/132.768#768

ອຸນຣິກ ສວິງລີ

ພຣະເຈົ້າຊົງເລືອກຄົນໃຫ້ປະຕິຮູບຄຣິສຕະຈັກ ທີ່ມີລັກສະນະເໝືອນພວກສາວົກທີ່ພຣະອົງຊົງເລືອກໃນການກໍ່ຕັ້ງຄຣິສຕະຈັກ. ພຣະເຢຊູຄຣິສຊົງເບິ່ງຂ້າມຄົນທີ່ຊາວໂລກຖືວ່າສຳຄັນ, ພຣະອົງບໍ່ໄດ້ເລືອກຄົນຮັ່ງມີ ຫຼື ຄົນທີ່ມີຍົດຖາບັນດາສັກ ຜູ້ລຶ້ງເຄີຍກັບການຮັບຄຳສັນລະເສີນຈາກປະຊາຊົນ ແລະ ການນັບໜ້າຖືຕາໃນຖານະຜູ້ນຳ. ຄົນເຊັ່ນນີ້ມີຄວາມຫຍິ່ງທະນົງໂຕ, ມີຄວາມໝັ້ນໃຈໃນຕົວເອງ ແລະ ອວດຖານະຂອງຕົນ; ມັນຈຶ່ງເປັນໄປບໍ່ໄດ້ ທີ່ຈະປັ້ນພວກເຂົາໃຫ້ມີຄວາມອີ່ຕົນສົງສານຕໍ່ເພື່ອນມະນຸດດ້ວຍກັນ ແລະ ມາຮ່ວມວຽກງານກັບພຣະເຢຊູໄທນາຊາເຣັດ ຜູ້ມີຄວາມນອບນ້ອມຖ່ອມຕົນ. ພຣະອົງຊົງຮຽກເອີ້ນຊາວປະມົງແຫ່ງແຂວງຄາລີເລທີ່ບໍ່ມີການສຶກສາ ແຕ່ຮູ້ຈັກເຮັດວຽກໜັກ ໂດຍຊົງກ່າວວ່າ: “ຈົ່ງຕາມເຮົາມາ ແລະ ເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ.” (ມັດທາຍ 4:19). ສາວົກເຫຼົ່ານີ້ມີຄວາມນອບນ້ອມຖ່ອມຕົນ ແລະ ຍອມໃຫ້ພຣະອົງສັ່ງສອນ. ຍິ່ງພວກເຂົາບໍ່ໄດ້ຮັບອິດທິພົນຈາກຄຳສອນທຽມເທັດໃນສະໄໝນັ້ນ ພຣະອົງຍິ່ງສາມາດອົບຮົມສັ່ງສອນໃນການຮັບໃຊ້ພຣະອົງ. ໃນສະໄໝປະຕິຮູບສາສະໜາຄັ້ງໃຫຍ່ນັ້ນກໍເຊັ່ນກັນ; ພວກຜູ້ນຳຂະບວນການປະຕິຮູບເປັນຊາຍເຊິ່ງມາຈາກຄອບຄົວທີ່ຕ່ຳຕ້ອຍ, ເປັນຄົນທີ່ບໍ່ມີຄວາມຫຍິ່ງໃນຍົດຕຳແໜ່ງ, ທັງເປັນຄົນທີ່ບໍ່ໄດ້ຮັບອະຄະຕິ ຫຼື ເລ່ລ່ຽມຈາກພວກບາດຫຼວງຂອງຄຣິສຕະຈັກໂຣມ. ພຣະເຈົ້າມີພຣະປະສົງທີ່ຈະໃຊ້ຄົນຕ່ຳຕ້ອຍ ເພື່ອຜົນສຳເລັດທີ່ຍິ່ງໃຫຍ່; ເພື່ອວ່າແທນທີ່ຄົນທັງຫຼາຍຈະຍົກຍ້ອງສັນລະເສີນມະນຸດດ້ວຍກັນ, ພວກເຂົາຈະຖວາຍກຽດແດ່ພຣະອົງ ຜູ້ດຳເນີນພຣະຣາຊກິດຜ່ານມະນຸດຕາມນ້ຳພຣະໄທຂອງພຣະອົງ. {GC 171.1}

ຫຼັງຈາກລູເທີເກີດໃນກະຕູບຂອງກຳມະກອນຂຸດແຮ່ໃນແຂວງແຊັກຊັນນີ 7–8 ອາທິດ, ອຸນຣິກ ສວິງລີ (Ulric Zwingli) ກໍເກີດໃນກະຕູບຂອງຄົນລ້ຽງສັດຕາມສາຍພູອານເບີ (Alps). ສະພາບແວດລ້ອມຂອງສວິງລີໃນໄວເດັກ ແລະ ການອົບຮົມທີ່ເພິ່ນໄດ້ຮັບຕອນອາຍຸນ້ອຍ ໄດ້ກຽມເພິ່ນໄວ້ສຳລັບພັນທະກິດໃນອະນາຄົດ. ເພິ່ນເຕີບໂຕທ່າມກາງທຳມະຊາດທີ່ສວຍງາມເລີດລ້ຳ, ຮູ້ສຶກເຖິງຣິດອຳນາດ, ຄວາມຍິ່ງໃຫຍ່ ແລະ ສະຫງ່າຣາສີຂອງພຣະເຈົ້າຕັ້ງແຕ່ອາຍຸຍັງນ້ອຍ. ປະຫວັດວິລະກຳຂອງຄົນທີ່ອາໄສຕາມສາຍພູ ອັນເປັນບ້ານເກີດຂອງເພິ່ນ ໄດ້ຈູດປະກາຍຄວາມໃຝ່ຝັນໃນໃຈໜຸ່ມນ້ອຍຜູ້ນີ້. ຄຳສອນສ່ວນໃຫຍ່ຂອງຄຣິສຕະຈັກໃນສະໄໝນັ້ນເນັ້ນຕຳນານ ແລະ ທຳນຽມຂອງຄຣິສຕະຈັກ. ແຕ່ແມ່ຍ່າຂອງສວິງລີມີຄວາມສັດທາໃນພຣະເຈົ້າ, ນາງກອງຄຳສອນຂອງຄຣິສຕະຈັກ ແລ້ວສາມາດຄັດສັນເລື່ອງຕ່າງໆທີ່ລ້ຳຄ່າຈາກພຣະຄຳພີມາເວົ້າໃຫ້ຫຼານຟັງ. ສວິງລີນັ່ງຢູ່ຂ້າງໆ ແລະ ຕັ້ງໃຈຟັງແມ່ຍ່າເວົ້າເຖິງວິລະກຳຂອງຄົນລຸ້ນບັນພະຊົນ, ພວກຜູ້ເຜີຍພຣະທຳ, ເລື່ອງຂອງຜູ້ລ້ຽງແກະທີ່ເຝົ້າຝູງແກະຕາມເນີນພູແຫ່ງປາແລັດສະໄຕເມື່ອທູດສະຫວັນຂອງພຣະເຈົ້າມາເວົ້ານຳ ແລະ ຟັງແມ່ຍ່າເວົ້າເລື່ອງທີ່ພຣະຄຣິສຊົງບັງເກີດຢູ່ບ້ານເບັດເລເຮັມ ແລະ ສິ້ນພຣະຊົນເທິງພູເຂົາຄານວາຣີ. {GC 171.2}

ພໍ່ຂອງສວິງລີເໝືອນກັບພໍ່ຂອງລູເທີໃນປະເດັນທີ່ຢາກໃຫ້ລູກຊາຍໄດ້ຮັບການສຶກສາຮ່ຳຮຽນ, ຈຶ່ງສົ່ງລູກອອກໄປຈາກບ້ານໃນຮ່ອມພູເມື່ອຍັງເປັນເດັກ. ສະໝອງຂອງເພິ່ນພັດທະນາຢ່າງໄວວາ ຈົນໃນບໍ່ຊ້າເປັນເລື່ອງຍາກທີ່ຈະຫານາຍຄູທີ່ມີຄວາມຮູ້ພໍທີ່ຈະສອນເພິ່ນໄດ້. ເມື່ອສວິງລີອາຍຸ 13 ປີ ເພິ່ນຍ້າຍໄປຢູ່ທີ່ເມືອງເບີນ (Bern) ເພາະທີ່ນັ້ນມີສະຖາບັນການສຶກສາທີ່ມີຊື່ສຽງໂດດເດັ່ນທີ່ສຸດໃນສວິສເຊີແລນ, ແຕ່ທີ່ນັ້ນເກີດເລື່ອງອັນຕະລາຍຂຶ້ນທີ່ເກືອບທຳລາຍອະນາຄົດຂອງເພິ່ນ. ພວກນັກບວດກາໂຕລິກໝາຍໝັ້ນປັ້ນມື ເພື່ອຊັກຈູງໃຫ້ເພິ່ນບວດເຂົ້າສຳນັກນັກບວດຂອງພວກເຂົາ. ໃນຂະນະນັ້ນ, ພວກບາດຫຼວງຈາກສອງຄະນະໃຫຍ່ກຳລັງແຂ່ງກັນ ເພື່ອເປັນທີ່ນິຍົມຊົມຊອບຂອງປະຊາຊົນ ຄືຄະນະໂດມິນນິກັນ ແລະ ຄະນະຟຣັນຊິສກັນ. ພວກເຂົາພະຍາຍາມດຶງດູດປະຊາຊົນດ້ວຍການປະດັບໂບດຢ່າງຫຼູຫຼາ, ການເຮັດພິທີກຳອັນສະຫງ່າງາມ ແລະ ການວາງສະແດງວັດຖຸສັກສິດທີ່ມີຊື່ສຽງກັບຮູບປັ້ນທີ່ອ້າງວ່າເຮັດການອັດສະຈັນໄດ້. {GC 172.1}

ພວກບາດຫຼວງຈາກຄະນະໂດມິນນິກັນທີ່ເມືອງເບີນເຫັນວ່າ ຖ້າສາມາດຊະນະໃຈໜຸ່ມນ້ອຍທີ່ຮຽນເກັ່ງຜູ້ນີ້ ພວກເຂົາຈະໄດ້ປະໂຫຍດ ແລະ ກຽດສັກສີ. ພວກເຂົາຄິດວ່າ ຖ້າມີຄົນຢ່າງສວິງລີທີ່ອາຍຸຍັງນ້ອຍ ແລະ ມີພອນສະຫວັນທີ່ເວົ້າເກັ່ງຂຽນເກັ່ງ, ເປັນອັດສະຣິຍະດ້ານດົນຕີ ແລະ ການແຕ່ງກາບກອນບົດກະວີນັ້ນ ກໍຈະຊ່ວຍຊັກຈູງປະຊາຊົນໃຫ້ເຂົ້າມາຮ່ວມປະຊຸມນະມັດສະການຫຼາຍກວ່າການຕົບແຕ່ງໂບດ ຫຼື ການເຮັດພິທີທີ່ໜ້າຈັບຕາ. ນອກຈາກນັ້ນ, ກໍຈະຊ່ວຍໃຫ້ສຳນັກນັກບວດຂອງພວກເຂົາໄດ້ເງິນຖວາຍເພີ່ມຂຶ້ນ. ພວກບາດຫຼວງຍົກຍໍປໍປັ້ນ ແລະ ໃຊ້ການຫຼອກລວງເພື່ອລໍ້ໃຫ້ສວິງລີບວດ. ສ່ວນລູເທີໃນຂະນະທີ່ຮຽນນັ້ນ ໄດ້ຂັງຕົວເອງໃນຫ້ອງນັກບວດ ແລະ ຄົງບໍ່ໄດ້ເຮັດປະໂຫຍດໃຫ້ກັບໂລກ ຖ້າພຣະເຈົ້າບໍ່ໄດ້ຊ່ວຍປົດປ່ອຍເພິ່ນ. ແຕ່ພຣະເຈົ້າຊົງປ້ອງກັນສວິງລີຈາກອັນຕະລາຍດັ່ງກ່າວ ໂດຍຊົງນຳໃຫ້ພໍ່ຂອງເພິ່ນໄດ້ຮັບຂ່າວເຖິງແຜນການຂອງພວກນັກບວດກາໂຕລິກ. ລາວຕັ້ງໃຈໄວ້ວ່າ ຈະຕ້ອງບໍ່ອະນຸຍາດໃຫ້ລູກຊາຍດຳເນີນຊີວິດແບບຢູ່ລ້າໆ ແລະ ບໍ່ເກີດປະໂຫຍດເໝືອນພວກບາດຫຼວງ. ລາວເຫັນວ່າ ຖ້າລູກຈະເຮັດສິ່ງທີ່ເປັນປະໂຫຍດໃນອະນາຄົດກໍຂຶ້ນຢູ່ກັບການຕັດສິນໃຈໃນຄັ້ງນີ້, ລາວຈຶ່ງສັ່ງໃຫ້ສວິງລີກັບເມືອບ້ານໂດຍບໍ່ຕ້ອງລໍຊ້າ. {GC 172.2}

ສວິງລີໄດ້ເຮັດຕາມຄຳສັ່ງຂອງພໍ່ ແຕ່ກໍບໍ່ພໍໃຈທີ່ຈະຢູ່ບ້ານດົນ; ບໍ່ຊ້າເພິ່ນໄປທີ່ເມືອງບາເຊັນ (Basel) ເພື່ອສຶກສາຕໍ່. ທີ່ເມືອງບາເຊັນນີ້ເອງສວິງລີໄດ້ຍິນຂ່າວປະເສີດຄັ້ງທຳອິດ ເຖິງເລື່ອງພຣະຄຸນທີ່ພຣະເຈົ້າປະທານໂດຍບໍ່ຄິດມູນຄ່າ. ພຣະເຈົ້າຊົງນຳອາຈານສອນພາສາບູຮານຊື່ວິດເທັມບາກ (Wittembach) ໃຫ້ອ່ານພຣະຄຳພີໃນຂະນະທີ່ກຳລັງສຶກສາພາສາກຣີກ ແລະ ພາສາເຮັບເຣີ ລາວຈຶ່ງແບ່ງປັນແສງສະຫວ່າງທີ່ໄດ້ຮັບນັ້ນໃຫ້ພວກລູກສິດ. ລາວສອນວ່າມີຄວາມຈິງທີ່ເກົ່າແກ່ກວ່າ ແລະ ລ້ຳຄ່າກວ່າທິດສະດີຕ່າງໆຂອງພວກນັກວິຊາການ ແລະ ນັກປັດຊະຍາ. ຄວາມຈິງບູຮານນີ້ຄື ການສິ້ນພຣະຊົນຂອງພຣະຄຣິສເປັນສິ່ງດຽວທີ່ສາມາດໄຖ່ບາບຂອງມະນຸດໄດ້. ສຳລັບສວິງລີແລ້ວ ຖ້ອຍຄຳເຫຼົ່ານີ້ເໝືອນແສງທຳອິດກ່ອນອາລຸນເບີກຟ້າ. {GC 173.1}

ອຸທິດຕົນໃນການຄົ້ນຄວ້າພຣະຄຳພີ

ໃນບໍ່ຊ້າສວິງລີຖືກຮຽກເອີ້ນໃຫ້ຍ້າຍຈາກເມືອງບາເຊັນເພື່ອເລີ່ມວຽກງານສຳຄັນແຫ່ງຊີວິດ. ສະຖານທີ່ເຮັດວຽກຄັ້ງທຳອິດນັ້ນ ແມ່ນໂບດແຫ່ງໜຶ່ງໃນເຂດສາຍພູອານເບີ ບໍ່ໄກຈາກຮ່ອມພູອັນເປັນບ່ອນເກີດຂອງເພິ່ນ. ຫຼັງຈາກທີ່ໄດ້ຮັບການເຈີມຕັ້ງເປັນປະໂຣຫິດ ເພິ່ນ “ອຸທິດຕົນເພື່ອຄົ້ນຫາຄວາມຈິງຂອງພຣະເຈົ້າດ້ວຍສິ້ນສຸດຫົວໃຈ.” ມີເພື່ອນນັກປະຕິຮູບກ່າວເຖິງສວິງລີວ່າ, “ເພາະເພິ່ນຮູ້ຊຶ້ງວ່າ ຄົນທີ່ໄດ້ຮັບມອບໝາຍໃຫ້ເບິ່ງແຍງຝູງແກະຂອງພຣະເຈົ້າຈະຕ້ອງມີຄວາມຮູ້ພຽງໃດ.”1 ເພິ່ນຍິ່ງຄົ້ນຄວ້າພຣະຄຳພີກໍຍິ່ງເຫັນຢ່າງແຈ່ມແຈ້ງເຖິງຄວາມແຕກຕ່າງລະຫວ່າງຄວາມຈິງຂອງພຣະຄຳພີ ແລະ ຄວາມເທັດຂອງຄຣິສຕະຈັກໂຣມ. ເພິ່ນຈຶ່ງຍອມຮັບພຣະຄຳພີໃນຖານະພຣະຄຳຂອງພຣະເຈົ້າ ເປັນມາດຕະຖານດຽວທີ່ພຽງພໍ ແລະ ບໍ່ຜິດພາດ. ສວິງລີເຫັນວ່າຈະຕ້ອງໃຫ້ພຣະຄຳພີຕີຄວາມໝາຍຂອງພຣະຄຳພີເອງ, ຈຶ່ງບໍ່ກ້າອະທິບາຍພຣະຄຳພີເພື່ອສະໜັບສະໜູນທິດສະດີ ຫຼື ຄຳສອນທີ່ເຊື່ອຢູ່ແລ້ວ ແຕ່ຖືວ່າຕົນມີໜ້າທີ່ສຶກສາຮຽນຮູ້ເຖິງຄຳສອນທີ່ກົງໄປກົງມາ ແລະ ແຈ່ມແຈ້ງຂອງພຣະຄຳພີ. ເພິ່ນພະຍາຍາມໃຊ້ທຸກສິ່ງທີ່ມີປະໂຫຍດໃນການເຂົ້າໃຈຄວາມໝາຍຂອງພຣະຄຳພີຢ່າງຖືກຕ້ອງ ແລະ ຄົບຖ້ວນ, ພ້ອມທັງທູນຂໍໃຫ້ພຣະວິນຍານບໍຣິສຸດຊົງຊ່ວຍ, ເພາະເພິ່ນກ່າວວ່າ ພຣະວິນຍານຈະຊົງເປີດເຜີຍຄວາມໝາຍໃຫ້ທຸກຄົນທີ່ສະແຫວງຫາດ້ວຍຄວາມຈິງໃຈ ແລະ ການອະທິຖານ. {GC 173.2}

ສວິງລີກ່າວວ່າ: “ພຣະຄຳພີມາຈາກພຣະເຈົ້າບໍ່ແມ່ນມາຈາກມະນຸດ ແລະ ພຣະເຈົ້າຜູ້ຊົງໃຫ້ຄວາມກະຈ່າງນັ້ນ ຈະຊ່ວຍໃຫ້ທ່ານເຂົ້າໃຈວ່າຖ້ອຍຄຳໃນພຣະຄຳພີມາຈາກພຣະອົງ. ພຣະຄຳຂອງພຣະເຈົ້າ…ບໍ່ສາມາດລົ້ມເຫຼວ, ພຣະຄຳນັ້ນສະຫວ່າງສະໄຫວ, ທັງອະທິບາຍ ແລະ ເປີດເຜີຍຕົວມັນເອງ ແລະ ສ່ອງສະຫວ່າງເຂົ້າໄປໃນຈິດໃຈເພື່ອໃຫ້ຮູ້ເລື່ອງແຫ່ງພຣະຄຸນ ແລະ ຄວາມລອດພົ້ນທີ່ສົມບູນ; ພຣະຄຳພີເລົ້າໂລມຈິດໃຈຂອງຜູ້ຄົນໃນພຣະເຈົ້າ, ຊ່ວຍຄົນໃຫ້ຖ່ອມໃຈລົງເພື່ອຈະລືມຕົວເອງ ເຖິງຂັ້ນສະຫຼະຕົວເອງໄດ້ ແລະ ຮັບເອົາພຣະເຈົ້າ.” ສວິງລີໄດ້ພິສູດເຖິງຄວາມຈິງຂອງຖ້ອຍຄຳເຫຼົ່ານີ້ໃນຊີວິດຂອງເຂົາເອງ. ຕໍ່ມາເພິ່ນຂຽນເຖິງປະສົບການຂອງຕົນໃນເວລານັ້ນວ່າ: “ເມື່ອ…ຂ້າພະເຈົ້າເລີ່ມທຸ້ມເທກັບການສຶກສາພຣະຄຳພີຢ່າງສຸດໃຈນັ້ນ ກໍຈະມີຂໍ້ຄັດຄ້ານຈາກຫຼັກປັດຊະຍາ ແລະ ວິຊາສາສະໜາສາດຢູ່ເລື້ອຍໆ. ໃນທີ່ສຸດຂ້າພະເຈົ້າຈຶ່ງເວົ້າກັບຕົວເອງວ່າ, ‘ເຈົ້າຕ້ອງປະຖິ້ມສິ່ງເຫຼົ່ານັ້ນທັງໝົດ ແລະ ຮຽນຮູ້ເຖິງຄວາມໝາຍຂອງພຣະເຈົ້າຈາກພຣະຄຳອັນລຽບງ່າຍຂອງພຣະອົງຢ່າງດຽວ.’ ຈາກນັ້ນຂ້າພະເຈົ້າກໍເລີ່ມທູນຂໍໃຫ້ພຣະເຈົ້າຊົງໃຫ້ຄວາມກະຈ່າງ ແລະ ຕັ້ງແຕ່ນັ້ນມາຂ້າພະເຈົ້າເລີ່ມເຂົ້າໃຈພຣະຄຳພີງ່າຍຂຶ້ນ.”2 {GC 174.1}

ສວິງລີປະກາດເລື່ອງຄວາມລອດພົ້ນ

ຄຳສອນທີ່ສວິງລີປະກາດນັ້ນບໍ່ໄດ້ຮັບຈາກລູເທີ, ແຕ່ເປັນຄຳສອນຂອງພຣະຄຣິສ. ເພິ່ນກ່າວວ່າ: “ຖ້າລູເທີປະກາດພຣະຄຣິສ ເພິ່ນກໍເຮັດໃນສິ່ງທີ່ຂ້າພະເຈົ້າກຳລັງເຮັດຢູ່ນີ້ແຫຼະ. ຄົນທີ່ເພິ່ນນຳມາຫາພຣະຄຣິສມີຫຼາຍກວ່າທີ່ຂ້າພະເຈົ້ານຳມາ ແຕ່ເລື່ອງນີ້ບໍ່ສຳຄັນ. ຂ້າພະເຈົ້າເປັນທະຫານຂອງພຣະຄຣິສ, ພຣະອົງເປັນເຈົ້ານາຍຜູ້ດຽວຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະບໍ່ເຊີດຊູນາມຊື່ອື່ນໃດນອກຈາກພຣະອົງ. ຂ້າພະເຈົ້າບໍ່ເຄີຍຂຽນຫາລູເທີແມ່ນແຕ່ຄຳດຽວ ແລະ ລູເທີກໍບໍ່ເຄີຍຂຽນຫາຂ້າພະເຈົ້າ. ເປັນຫຍັງຈຶ່ງເປັນຢ່າງນັ້ນ?…ກໍເພື່ອພິສູດວ່າ ພຣະວິນຍານຂອງພຣະເຈົ້າເປັນອັນໜຶ່ງອັນດຽວກັນກັບພຣະອົງເອງຢ່າງແທ້ຈິງ, ເນື່ອງຈາກເຮົາທັງສອງສອນເລື່ອງຂອງພຣະຄຣິສໃນລັກສະນະທີ່ເໝືອນກັນ ໂດຍບໍ່ໄດ້ວາງແຜນກັນມາກ່ອນ”3 {GC 174.2}

ໃນປີ 1516 ສວິງລີຖືກຮັບເຊີນໃຫ້ເປັນນັກເທດປະຈຳຢູ່ສຳນັກນັກບວດທີ່ເມືອງໄອຊີເດັນ (Einsiedeln). ໃນສະຖານທີ່ແຫ່ງນີ້ ເພິ່ນມີໂອກາດເຫັນຄວາມເສື່ອມເສຍຂອງຄຣິສຕະຈັກໂຣມຢ່າງໃກ້ຊິດ ແລະ ເປັນບ່ອນທີ່ເພິ່ນເຮັດວຽກໃນຖານະນັກປະຕິຮູບທີ່ແຜ່ອິດທິພົນອອກໄປໄກພົ້ນສາຍພູອານເບີ ອັນເປັນບ້ານເກີດຂອງເພິ່ນ. ມີຮູບປັ້ນຂອງນາງມາຣີ ເປັນໜຶ່ງໃນແຫຼ່ງທ່ອງທ່ຽວທີ່ໂດດເດັ່ນທີ່ສຸດຂອງເມືອງໄອຊີເດັນ, ເຊິ່ງມີການເລົ່າລືກັນວ່າຮູບປັ້ນດັ່ງກ່າວສາມາດເຮັດການອັດສະຈັນໄດ້. ມີຂໍ້ຄວາມຂຽນໄວ້ເໜືອປະຕູກຳແພງຂອງສຳນັກນັກບວດນັ້ນວ່າ, “ຜູ້ທີ່ເຂົ້າມາໃນນີ້ສາມາດຮັບການຍົກບາບທັງສິ້ນ.”4 ມີຜູ້ສະແຫວງບຸນເດີນທາງມາໄຫວ້ບູຊາຮູບປັ້ນນາງມາຣີຢູ່ຕະຫຼອດປີ ແຕ່ໃນເທດສະການປະຈຳປີມີຄົນຫຼວງຫຼາຍມາຈາກທຸກພາກຂອງສວິສເຊີແລນ, ຈາກປະເທດຝຣັ່ງ ແລະ ເຢຍລະມັນ. ສວິງລີເຫັນແລ້ວຈຶ່ງຮູ້ສຶກເສົ້າ ແຕ່ກໍຖືເປັນໂອກາດທີ່ຈະປະກາດແກ່ຜູ້ທີ່ເປັນທາດຂອງຄວາມງົມງວາຍເຫຼົ່ານີ້ວ່າ ຂ່າວປະເສີດຊ່ວຍປົດປ່ອຍພວກເຂົາໄດ້. {GC 174.3}

ເພິ່ນກ່າວວ່າ: “ຢ່າໄດ້ຄິດເລີຍວ່າ ພຣະເຈົ້າສະຖິດຢູ່ໃນວິຫານນີ້ຫຼາຍກວ່າບ່ອນອື່ນທົ່ວໃຕ້ຟ້າທີ່ພຣະອົງຊົງສ້າງ. ບໍ່ວ່າທ່ານຈະມາຈາກປະເທດໃດ ພຣະເຈົ້າສະຖິດຢູ່ທີ່ນັ້ນ ແລະ ຊົງຟັງທ່ານ.…ພວກທ່ານຄິດວ່າຈະໄດ້ພຣະຄຸນຂອງພຣະເຈົ້າຜ່ານເລື່ອງຕ່າງໆເຫຼົ່ານີ້ບໍ ເຊັ່ນ: ການເຮັດບຸນທີ່ບໍ່ກໍ່ໃຫ້ເກີດປະໂຫຍດ, ການເດີນທາງໄກເພື່ອສະແຫວງບຸນ, ການຖວາຍ, ການຂາບໄຫວ້ຮູບປັ້ນ ແລະ ການອະທິຖານຕໍ່ນາງມາຣີ ຫຼື ຕໍ່ພວກນັກບຸນ?…ການອະທິຖານຢ່າງຍາວນານຊ່ວຍໃຫ້ພຣະເຈົ້າຕອບຄຳອະທິຖານຂອງເຮົາຊັ້ນບໍ? ຜ້າຄຸມຫົວທີ່ສະທ້ອນແສງແວວວາວ, ການໂກນຫົວໃຫ້ກ້ຽງ, ຜ້າຄຸມຍາວທີ່ຄຸມທັງຕົວ ຫຼື ເກີບລາຍສີທອງມີປະໂຫຍດຫຍັງ?…ພຣະເຈົ້າຊົງເບິ່ງທີ່ຈິດໃຈ ແລະ ຈິດໃຈຂອງພວກເຮົາຫ່າງເຫີນຈາກພຣະອົງ.” “ພຣະຄຣິສຜູ້ສະຫຼະພຣະຊົນເທິງໄມ້ກາງແຂນຄັ້ງດຽວນັ້ນ ຊົງເປັນເຄື່ອງບູຊາໄຖ່ບາບ ທີ່ຊຳລະຄວາມຜິດບາບຂອງຜູ້ເຊື່ອໄປຕະຫຼອດການ.”5 {GC 175.1}

ຜູ້ຟັງຫຼາຍຄົນບໍ່ຍອມເປີດໃຈຮັບເອົາຄຳສອນເຫຼົ່ານີ້ ເພາະຮູ້ສຶກຂົມຂື່ນເມື່ອໄດ້ຍິນວ່າ ການເດີນທາງມາສະແຫວງບຸນດ້ວຍຄວາມຍາກລຳບາກນັ້ນບໍ່ມີປະໂຫຍດ. ພວກເຂົາບໍ່ສາມາດເຂົ້າໃຈເລື່ອງທີ່ພຣະຄຣິສຊົງອະໄພຄວາມບາບ ໂດຍທີ່ພວກເຂົາບໍ່ຕ້ອງເສຍຄ່າອັນໃດເລີຍ. ຄົນເຫຼົ່ານີ້ພໍໃຈກັບວິທີຂຶ້ນສະຫວັນແບບເກົ່າທີ່ຄຣິສຕະຈັກໂຣມເຄີຍສອນໄວ້ ແລະ ຮູ້ສຶກກຽດຄ້ານທີ່ຈະສະແຫວງຫາສິ່ງທີ່ດີກວ່າ. ການໄວ້ວາງໃຈໃນພວກບາດຫຼວງ ແລະ ສັນຕະປາປາໃນເລື່ອງຄວາມລອດຂອງຕົນ ງ່າຍກວ່າທີ່ຈະສະແຫວງຫາຈິດໃຈທີ່ບໍຣິສຸດ. {GC 175.2}

ແຕ່ກໍມີກຸ່ມໜຶ່ງທີ່ມີຄວາມຊົມຊື່ນຍິນດີ ທີ່ຈະຮັບເອົາຂ່າວປະເສີດເລື່ອງພຣະຄຣິສຊົງໄຖ່ບາບຂອງມະນຸດ. ຄົນເຫຼົ່ານີ້ຮູ້ສຶກວ່າ ພິທີກຳຂອງຄຣິສຕະຈັກໂຣມບໍ່ໄດ້ເຮັດໃຫ້ຈິດໃຈມີສັນຕິສຸກ, ພວກເຂົາຈຶ່ງເຊື່ອວາງໃຈໃນພຣະໂລຫິດຂອງພຣະຜູ້ຊ່ວຍໃຫ້ລອດ ເພື່ອຊຳລະຄວາມຜິດບາບຂອງຕົນ. ເມື່ອກັບໄປບ້ານແລ້ວ ຄົນເຫຼົ່ານີ້ກໍເປີດເຜີຍຄວາມຈິງອັນລ້ຳຄ່າທີ່ພວກເຂົາໄດ້ຮັບ; ສະນັ້ນ, ຫຼັກຄວາມຈິງຈຶ່ງຖືກນຳມາປະກາດຈາກບ້ານສູ່ບ້ານ ແລະ ຈາກເມືອງສູ່ເມືອງ, ສ່ວນຈຳນວນນັກສະແຫວງບຸນທີ່ມານະມັດສະການທີ່ສານເຈົ້າຂອງນາງມາຣີນັ້ນກໍຫຼຸດລົງຫຼາຍ ແລະ ເງິນຖວາຍກໍຫຼຸດລົງດ້ວຍ; ເພາະເຫດນີ້, ເງິນເດືອນຂອງສວິງລີກໍຫຼຸດລົງ ເພາະມາຈາກເງິນຖວາຍນັ້ນເອງ. ຢ່າງໃດກໍຕາມ, ເພິ່ນມີແຕ່ຄວາມຊື່ນຊົມຍິນດີທີ່ເຫັນວ່າຄວາມຄັ່ງໄຄ້ ແລະ ຄວາມງົມງວາຍທີ່ຄອບງຳຈິດໃຈປະຊາຊົນນັ້ນກຳລັງໝົດອຳນາດລົງ. {GC 175.3}

ພວກຜູ້ນຳຄຣິສຕະຈັກໂຣມບໍ່ໄດ້ມືດບອດຕໍ່ວຽກງານທີ່ສວິງລີກຳລັງເຮັດຢູ່ ແຕ່ໃນຕອນນັ້ນພວກເຂົາຍັງຂົ່ມໃຈ ແລະ ບໍ່ເຂົ້າໄປຂັດຂວາງ, ເພາະຍັງຫວັງວ່າຈະສາມາດດຶງເພິ່ນມາເປັນຝ່າຍຂອງຕົນ, ພວກເຂົາ ຈຶ່ງຍົກຍໍປໍປັ້ນເພື່ອຊະນະໃຈເພິ່ນ. ຢ່າງໃດກໍດີ, ຫຼັກຄວາມຈິງກຳລັງເຂົ້າຢຶດຄອງຈິດໃຈຂອງປະຊາຊົນ. {GC 176.1}

ຍ້າຍໄປປະຈຳຢູ່ນະຄອນຊູຣິກ

ການເຮັດວຽກທີ່ເມືອງໄອຊີເດັນນັ້ນ ຊ່ວຍກຽມສວິງລີໃຫ້ພ້ອມທີ່ຈະເຮັດວຽກໃນພາກສະໜາມທີ່ກວ້າງຂຶ້ນອີກ ແລະ ໃນບໍ່ດົນເພິ່ນກໍຖືກຍ້າຍ. ຫຼັງຈາກຢູ່ທີ່ເມືອງໄອຊີເດັນສາມປີ ເພິ່ນຖືກຮຽກເອີ້ນໃຫ້ປະຈຳຕຳແໜ່ງນັກເທດທີ່ໂບດໃຫຍ່ແຫ່ງນະຄອນຊູຣິກ (Zurich) ເຊິ່ງເປັນເມືອງທີ່ສຳຄັນທີ່ສຸດຂອງສະຫະພັນລັດສວິສໃນຂະນະນັ້ນ ແລະ ການເຮັດວຽກທີ່ນັ້ນສົ່ງອິດທິພົນອອກໄປຢ່າງກວ້າງຂວາງ. ພວກຜູ້ນຳຄຣິສຕະຈັກທີ່ເຊີນສວິງລີໄປທີ່ນະຄອນຊູຣິກຕ້ອງການປິດປະຕູບໍ່ໃຫ້ມີການປະຕິຮູບ, ພວກເຂົາຈຶ່ງລະບຸຂອບເຂດຄວາມຮັບຜິດຊອບໃຫ້ເພິ່ນ. {GC 176.2}

ພວກເຂົາສັ່ງວ່າ: “ເຈົ້າຕ້ອງມີຄວາມຂະຫຍັນໝັ່ນພຽນໃນການເກັບເງິນເຂົ້າມາໃນໂບດແຫ່ງນີ້, ໂດຍບໍ່ໃຫ້ເບິ່ງຂ້າມແມ່ນແຕ່ໜ້ອຍດຽວ. ເຈົ້າຕ້ອງຕັກເຕືອນສະມາຊິກຜູ້ສັດຊື່ດ້ວຍການເທດສະໜາ ແລະ ໃນຕູ້ຮັບຟັງການສາລະພາບບາບ ເພື່ອໃຫ້ພວກເຂົາຖວາຍເງິນສິບລົດ ແລະ ຄ່າທຳນຽມຕ່າງໆໃຫ້ຄົບຖ້ວນ ແລະ ເພື່ອໃຫ້ພວກເຂົາສະແດງອອກເຖິງຄວາມຮັກທີ່ມີຕໍ່ຄຣິສຕະຈັກດ້ວຍການຖວາຍ. ເຈົ້າຕ້ອງຂະຫຍັນເອົາໃຈໃສ່ເພື່ອເພີ່ມລາຍຮັບຈາກຄົນປ່ວຍ, ຈາກຄົນທີ່ເຂົ້າພິທີສິນລະນຶກ ແລະ ຈາກພິທີອື່ນໆຂອງຄຣິສຕະຈັກ.” ພວກເຂົາສັ່ງເພີ່ມເຕີມວ່າ: “ສ່ວນການນຳໃນພິທີຕ່າງໆ, ການເທດສະໜາ ແລະ ການເບິ່ງແຍງສະມາຊິກນັ້ນ ກໍເປັນໜ້າທີ່ຂອງອາຈານປະຈຳໂບດດ້ວຍ, ແຕ່ເຈົ້າສາມາດຫາຄົນເຮັດແທນໄດ້ ໂດຍສະເພາະການເທດສະໜາ. ເຈົ້າຈະເຮັດພິທີໃຫ້ຄົນດ້ວຍຕົວເອງໄດ້ໃນເມື່ອຄົນນັ້ນເປັນບຸກຄົນສຳຄັນ ແລະ ສະເພາະໃນເວລາທີ່ມີຄົນຂໍ, ຫ້າມປະກອບພິທີສຸ່ມສີ່ສຸ່ມຫ້າໂດຍບໍ່ແບ່ງແຍກຊົນຊັ້ນຄົນ.”6 {GC 176.3}

ສວິງລີຟັງການມອບວຽກຢ່າງງຽບໆ ແລ້ວຈຶ່ງໃຫ້ຄຳຕອບດ້ວຍການຂອບໃຈຄົນເຫຼົ່ານັ້ນທີ່ຮຽກເອີ້ນເພິ່ນສຳລັບຕຳແໜ່ງທີ່ສຳຄັນນີ້; ຈາກນັ້ນ, ຈຶ່ງອະທິບາຍແນວທາງທີ່ເພິ່ນຢາກໃຊ້ໃນການປະຕິບັດວຽກງານ ໂດຍກ່າວວ່າ: “ຊີວິດຂອງພຣະຄຣິສໄດ້ຖືກປິດບັງໄວ້ຈາກປະຊາຊົນດົນນານເກີນໄປ. ຂ້າພະເຈົ້າຈະເທດສະໜາຈາກພຣະທຳມັດທາຍທັງໝົດ…ໂດຍໃຊ້ແຕ່ພຣະຄຳພີເທົ່ານັ້ນ, ຈະເຈາະເຂົ້າໄປເຖິງສ່ວນເລິກຂອງຄວາມໝາຍ, ເອົາຂໍ້ພຣະຄຳພີຕອນໜຶ່ງໄປສົມທຽບກັບພຣະຄຳພີຕອນອື່ນ ແລະ ຈະສະແຫວງຫາຄວາມກະຈ່າງດ້ວຍການອະທິຖານຢ່າງຮ້ອນຮົນຢູ່ສະເໝີ. ຂ້າພະເຈົ້າຂໍອຸທິດການຮັບໃຊ້ເພື່ອຖວາຍກຽດແດ່ພຣະເຈົ້າ, ເພື່ອການສັນລະເສີນພຣະບຸດອົງດຽວຂອງພຣະອົງ, ເພື່ອຄວາມລອດພົ້ນຂອງຜູ້ຄົນ ແລະ ເພື່ອເສີມສ້າງຄວາມເຊື່ອຂອງພວກເຂົາຢ່າງແທ້ຈິງ.”7 ເຖິງແມ່ນວ່າມີຜູ້ນຳຄຣິສຕະຈັກບາງຄົນບໍ່ເຫັນດ້ວຍກັບແຜນການນີ້ ແລະ ພະຍາຍາມໂນ້ມນ້າວໃຫ້ສວິງລີປ່ຽນໃຈກໍຕາມ, ແຕ່ເພິ່ນຍັງຢືນຢັນໝັ້ນຄົງ. ເພິ່ນປະກາດວ່າຈະບໍ່ນຳວິທີການໃໝ່ເຂົ້າມາ ແຕ່ຈະໃຊ້ວິທີເກົ່າແກ່ທີ່ຄຣິສຕະຈັກເຄີຍນຳໃຊ້ໃນສະໄໝກ່ອນ ເຊິ່ງເປັນສະໄໝທີ່ບໍຣິສຸດກວ່າ. {GC 176.4}

ເມື່ອເລີ່ມຕົ້ນກໍມີຄົນສົນໃຈໃນຫຼັກຄວາມຈິງທີ່ສວິງລີສອນ ແລະ ມີຄົນຈຳນວນຫຼວງຫຼາຍພາກັນມາຟັງເພິ່ນເທດສະໜາ. ມີຫຼາຍຄົນທີ່ເຄີຍເຊົາມາໂບດເປັນເວລາດົນກັບເຂົ້າມາຟັງເພິ່ນດ້ວຍ. ເພິ່ນເລີ່ມການປະກາດທີ່ນັ້ນດ້ວຍການເປີດອ່ານໜັງສືພຣະກິດຕິຄຸນສີ່ເຫຼັ້ມໃນພຣະຄຳພີໃໝ່ ແລະ ອະທິບາຍຄວາມໝາຍຂອງເລື່ອງທີ່ພຣະເຈົ້າຊົງດົນໃຈໃຫ້ມີການບັນທຶກໄວ້ໃນນັ້ນ ໃຫ້ຄົນຟັງເຖິງຊີວິດ, ຄຳສອນ ແລະ ການສິ້ນພຣະຊົນຂອງພຣະຄຣິສ. ເພິ່ນໃຊ້ວິທີການດຽວກັນທີ່ໃຊ້ໃນເມືອງໄອຊີເດັນ ຄືການສອນຄົນທັງຫຼາຍວ່າ ພຣະຄຳຂອງພຣະເຈົ້າເປັນມາດຕະຖານດຽວໃນຊີວິດທີ່ບໍ່ຜິດພາດ ແລະ ການສິ້ນພຣະຊົນຂອງພຣະຄຣິສເປັນເຄື່ອງໄຖ່ບາບອັນດຽວທີ່ຄົບຖ້ວນບໍຣິບູນ. ສວິງລີກ່າວວ່າ: “ຂ້າພະເຈົ້າປາຖະໜານຳພວກທ່ານມາເຖິງພຣະຄຣິສ, ພຣະອົງຊົງເປັນແຫຼ່ງຄວາມລອດພົ້ນອັນແທ້ຈິງ.”8 ມີຄົນຈາກທຸກລະດັບຊົນຊັ້ນມາອ້ອມລ້ອມຟັງເພິ່ນ ຕັ້ງແຕ່ລະດັບລັດຖະບຸລຸດ, ຕະຫຼອດຈົນເຖິງພວກນັກວິຊາການ, ຊ່າງຝີມື ແລະ ຊາວໄຮ່ຊາວນາ, ຕ່າງຄົນຕ່າງຟັງຖ້ອຍຄຳຂອງເພິ່ນດ້ວຍໃຈຈົດຈໍ່. ເພິ່ນບໍ່ພຽງແຕ່ປະກາດເຖິງຄວາມລອດພົ້ນທີ່ພຣະເຈົ້າປະທານໃຫ້ໂດຍບໍ່ຄິດມູນຄ່າເທົ່ານັ້ນ, ແຕ່ຍັງປະນາມຄວາມຊົ່ວຮ້າຍຕ່າງໆໃນສະໄໝນັ້ນໂດຍບໍ່ຫວັ່ນໄຫວ. ຫຼາຍຄົນສັນລະເສີນພຣະເຈົ້າໃນຂະນະທີ່ເດີນທາງກັບຈາກໂບດ ແລະ ກ່າວວ່າ: “ຊາຍຜູ້ນີ້ເປັນນັກເທດສະໜາເລື່ອງຫຼັກຄວາມຈິງ. ເພິ່ນຈະເປັນໂມເຊຂອງພວກເຮົາທີ່ຈະນຳພວກເຮົາອອກຈາກຄວາມມືດມິດແຫ່ງເອຢິບນີ້.”9 {GC 177.1}

ເຖິງແມ່ນວ່າເບື້ອງຕົ້ນມີຄົນຕອບຮັບຕໍ່ການເຮັດວຽກຂອງເພິ່ນດ້ວຍຄວາມຕື່ນເຕັ້ນດີໃຈ, ແຕ່ເມື່ອເວລາຜ່ານໄປໄລຍະໜຶ່ງ ກໍມີຄົນເລີ່ມຕໍ່ຕ້ານ. ພວກບາດຫຼວງຕັ້ງໜ້າຂັດຂວາງການປະກາດຂອງເພິ່ນ ແລະ ປະນາມຕິຕຽນຄຳສອນຂອງເພິ່ນ. ມີຫຼາຍຄົນເວົ້າເຍາະເຍີ້ຍສຽດສີ, ສ່ວນຄົນອື່ນກໍດູຖູກ ແລະ ຂົ່ມຂູ່; ແຕ່ສວິງລີຮັບມືກັບສິ່ງເຫຼົ່ານີ້ດ້ວຍຄວາມອົດທົນ ແລະ ກ່າວວ່າ: “ຖ້າພວກເຮົາປາຖະໜາທີ່ຈະຊະນະໃຈຄົນຊົ່ວເພື່ອນຳມາຢູ່ຝ່າຍພຣະຄຣິສ ກໍມີຫຼາຍເລື່ອງທີ່ພວກເຮົາຈະຕ້ອງບໍ່ຖືສາ.”10 {GC 177.2}

ໃນຊ່ວງເວລານັ້ນ ມີວິທີການໃໝ່ເຂົ້າມາສົ່ງເສີມພັນທະກິດຂອງການປະຕິຮູບ. ມີຜູ້ສະໜັບສະໜູນຂະບວນການປະຕິຮູບຄົນໜຶ່ງຈາກເມືອງບາເຊັນ (Basel) ສົ່ງທ້າວລູຊຽນ (Lucian) ມາທີ່ນະຄອນຊູຣິກພ້ອມດ້ວຍໜັງສືບາງເຫຼັ້ມຂອງລູເທີ ໂດຍແນະນຳວ່າ ການຂາຍໜັງສືເຫຼົ່ານີ້ອາດເປັນວິທີໜຶ່ງທີ່ຈະກະຈາຍແສງສະຫວ່າງທີ່ໄດ້ຜົນ. ຄົນນັ້ນໄດ້ຂຽນເຖິງສວິງລີວ່າ: “ລອງສຳຫຼວດເບິ່ງດູວ່າ [ທ້າວລູຊຽນ] ເປັນຄົນຮອບຄອບ ແລະ ມີຄວາມສາມາດພຽງພໍຫຼືບໍ່. ຖ້າມີກໍໃຫ້ລາວນຳໜັງສືຂອງລູເທີໄປທ່າມກາງຊາວສວິສ ຈາກນະຄອນໜຶ່ງໄປສູ່ນະຄອນອື່ນ, ຈາກເມືອງໜຶ່ງໄປສູ່ເມືອງອື່ນ, ຈາກບ້ານນີ້ໄປບ້ານນັ້ນ ແລະ ແມ່ນແຕ່ໄປຕາມເຮືອນຊານຂອງປະຊາຊົນ, ໂດຍສະເພາະຢ່າງຍິ່ງ ໜັງສືທີ່ອະທິບາຍຄຳອະທິຖານຂອງພຣະເຢຊູ ເຊິ່ງຂຽນໃຫ້ສະມາຊິກທົ່ວໄປ. ຍິ່ງມີຄົນຮູ້ຈັກໜັງສືເຫຼົ່ານີ້ ກໍຈະຍິ່ງມີຄົນຊື້.”11 ດ້ວຍເຫດນີ້, ແສງແຫ່ງຄວາມຈິງຈຶ່ງປະກາດເຂົ້າໄປໃນສວິສເຊີແລນ. {GC 178.1}

ໃບລ້າງບາບ

ໃນເວລາທີ່ພຣະເຈົ້າກຳລັງກຽມທີ່ຈະຫັກສາຍໂສ້ແຫ່ງຄວາມງົມງວາຍ ແລະ ການຂາດຄວາມຮູ້ນັ້ນ ເປັນເວລາທີ່ຊາຕານໃຊ້ພະລັງອຳນາດຫຼາຍທີ່ສຸດ ເພື່ອໃຫ້ຄວາມມືດປົກຄຸມຜູ້ຄົນ ແລະ ເພື່ອມັດສາຍໂສ້ໃຫ້ແໜ້ນເຂົ້າໄປອີກ. ໃນຂະນະທີ່ມີຊາຍຫຼາຍຄົນໃນດິນແດນຕ່າງໆລຸກຂຶ້ນປະກາດໃຫ້ປະຊາຊົນຮູ້ວ່າ ມະນຸດສາມາດຮັບການອະໄພບາບ ແລະ ເປັນຄົນຊອບທຳໄດ້ໂດຍຜ່ານພຣະໂລຫິດຂອງພຣະຄຣິສ, ຄຣິສຕະຈັກໂຣມກໍມີຄວາມກະຕືລືລົ້ນທີ່ຈະເຮັດການຄ້າຂາຍທົ່ວເອີຣົບ ໃຫ້ຄົນຊື້ການອະໄພບາບດ້ວຍເງິນ. {GC 178.2}

ບາບທຸກຢ່າງກໍມີລາຄາຂອງມັນ ແລະ ຕາບໃດທີ່ຄັງເງິນຂອງຄຣິສຕະຈັກເຕັມ ຄົນທັງຫຼາຍສາມາດເຮັດຜິດເຮັດຊົ່ວໄດ້ຢ່າງອິດສະຫຼະ. ສະນັ້ນ, ທັງສອງຝ່າຍຈຶ່ງເຄື່ອນໄຫວຂະຫຍັບຂະຫຍາຍຕໍ່ໄປ, ຝ່າຍໜຶ່ງສະເໜີການໃຫ້ອະໄພດ້ວຍການແລກເງິນ, ອີກຝ່າຍໜຶ່ງສອນວ່າການໃຫ້ອະໄພນັ້ນມາຈາກພຣະຄຣິສ; ຝ່າຍຄຣິສຕະຈັກໂຣມອະນຸຍາດໃຫ້ເຮັດບາບ ແລະ ໃຊ້ບາບເປັນເຄື່ອງມືຫາເງິນ, ສ່ວນຝ່າຍພວກນັກປະຕິຮູບນັ້ນປະນາມຄວາມບາບ ແລະ ປະກາດວ່າພຣະຄຣິສຊົງເປັນພຣະຜູ້ໄຖ່ ແລະ ພຣະຜູ້ຊ່ວຍໃຫ້ລອດ. {GC 178.3}

ໃນເຢຍລະມັນການຂາຍໃບລ້າງບາບຖືກມອບໄວ້ໃຫ້ພວກບາດຫຼວງຄະນະໂດມິນນິກັນຮັບຜິດຊອບ ໂດຍມີ ທ້າວ ເທັດເຊັນ (Tetzel) ຜູ້ມີຊື່ສຽງບໍ່ດີນັ້ນເປັນຜູ້ດຳເນີນການ. ສ່ວນໃນສວິສເຊີແລນ ໃບລ້າງບາບນັ້ນຖືກມອບໄວ້ໃນມືພວກນັກບວດຄະນະຟຣັນຊິສກັນ ໂດຍມີ ທ້າວ ແຊມຊັນ (Samson) ຜູ້ເປັນບາດຫຼວງຊາວອີຕາລີດຳເນີນການ. ກ່ອນໜ້ານີ້ແຊມຊັນໄດ້ຮັບໃຊ້ຄຣິສຕະຈັກໂຣມ ແລະ ໄດ້ສ້າງຜົນງານດີເດັ່ນດ້ວຍການນຳເງິນມະຫາສານຈາກເຢຍລະມັນ ແລະ ຈາກສວິສເຊີແລນເຂົ້າຄັງເງິນຂອງສັນຕະປາປາ. ບັດນີ້, ລາວເດີນທາງທົ່ວສວິສເຊີແລນ ໂດຍມີຝູງຊົນຫຼວງຫຼາຍອອກມາຟັງລາວ, ລາວໄດ້ຫຼອກເອົາລາຍຮັບອັນໜ້ອຍດຽວຂອງປະຊາຊົນຜູ້ຍາກຈົນ ແລະ ຮຽກຮ້ອງເງິນບໍລິຈາກຈຳນວນຫຼາຍຈາກຄົນຮັ່ງມີ. ເຖິງແມ່ນວ່າອິດທິພົນຂອງການປະຕິຮູບບໍ່ສາມາດຢຸດຢັ້ງການຂາຍໃບລ້າງບາບ, ແຕ່ມັນກໍຊ່ວຍບັນເທົາໄດ້ໃນລະດັບໜຶ່ງ. ສວິງລີຍັງຢູ່ເມືອງໄອຊີເດັນເມື່ອແຊມຊັນເຂົ້າມາໃນສວິສເຊີແລນ ແລະ ເລີ່ມຂາຍໃບລ້າງບາບໃນເມືອງທີ່ໃກ້ຄຽງ. ທັນທີທີ່ຮັບຂ່າວເລື່ອງພັນທະກິດຂອງແຊມຊັນ ສວິງລີຕັ້ງໜ້າຕັ້ງຕາຕໍ່ຕ້ານລາວ. ທັງສອງຄົນບໍ່ໄດ້ພົບກັນ ແຕ່ສວິງລີສາມາດເປີດໂປງການຫຼອກລວງຂອງບາດຫຼວງຜູ້ນີ້ໄດ້ ຈົນລາວຈຳເປັນຕ້ອງຍ້າຍໄປບ່ອນອື່ນ. {GC 178.4}

ທີ່ນະຄອນຊູຣິກ, ສວິງລີເທດສະໜາຕໍ່ຕ້ານພວກຂາຍໃບລ້າງບາບຢ່າງກະຕືລືລົ້ນ ແລະ ເມື່ອແຊມຊັນເດີນທາງມາໃກ້ເມືອງ ມີຜູ້ສື່ສານອອກໄປບອກລາວວ່າ ຝ່າຍຄະນະປົກຄອງເມືອງຢາກໃຫ້ລາວເດີນທາງຕໍ່. ໃນທີ່ສຸດລາວໃຊ້ແຜນອຸບາຍເພື່ອເຂົ້າເມືອງໄດ້ສຳເລັດ ແຕ່ຖືກໄລ່ອອກໄປໂດຍບໍ່ສາມາດຂາຍໃບລ້າງບາບແມ່ນແຕ່ໃບດຽວ; ຫຼັງຈາກນັ້ນບໍ່ດົນ ລາວກໍເດີນທາງອອກຈາກສວິສເຊີແລນ. {GC 179.1}

ມີເຫດການເກີດຂຶ້ນໃນປີ 1519 ທີ່ສ້າງແຮງສະໜັບສະໜູນໃຫ້ຂະບວນການປະຕິຮູບ ຄືການລະບາດຄັ້ງໃຫຍ່ຂອງການລະໂຣກ12ທີ່ນັກປະຫວັດສາດເອີ້ນວ່າ “ມະຫາມໍຣະນະໄພ” (The Great Death) ທີ່ລະບາດໃນສວິສເຊີແລນໃນປີນັ້ນ. ໃນຂະນະທີ່ຄົນທັງຫຼາຍຕ້ອງປະເຊີນໜ້າກັບຄວາມຕາຍເຊັ່ນນີ້ ມີຫຼາຍຄົນກັບຮູ້ສຶກວ່າໃບລ້າງບາບທີ່ຕົນຊື້ໄປນັ້ນບໍ່ມີຄ່າ ແລະ ບໍ່ມີປະໂຫຍດຫຍັງເລີຍ. ພວກເຂົາປາຖະໜາຮາກຖານແຫ່ງຄວາມເຊື່ອທີ່ໝັ້ນຄົງແຂງແກ່ນກວ່ານີ້. ສວິງລີຕິດໂຣກລະບາດທີ່ນະຄອນຊູຣິກ ໂດຍມີອາການໜັກຫຼາຍ ຈົນບໍ່ມີຄວາມຫວັງວ່າຈະສາມາດຫາຍໄດ້ ແລະ ມີຄົນປ່າວປະກາດຢ່າງກວ້າງຂວາງວ່າ ເພິ່ນໄດ້ເສຍຊີວິດແລ້ວ. ແຕ່ຄວາມກ້າຫານ ແລະ ຄວາມຫວັງຂອງເພິ່ນບໍ່ຫວັ່ນໄຫວໃນເວລາທີ່ທົດສອບຄວາມເຊື່ອນັ້ນ. ເພິ່ນຈັບຈ້ອງໄປທີ່ໄມ້ກາງແຂນແຫ່ງຄານວາຣີດ້ວຍຄວາມເຊື່ອ ແລະ ໄວ້ວາງໃຈໃນການໄຖ່ບາບທີ່ຄົບຖ້ວນບໍຣິບູນຂອງພຣະອົງ. ເມື່ອເພິ່ນຟື້ນກັບຄືນມາຈາກສະພາບໃກ້ຕາຍ ເພິ່ນເທດສະໜາປະກາດຂ່າວປະເສີດດ້ວຍຄວາມຮ້ອນຮົນຍິ່ງກວ່າເກົ່າ ແລະ ຖ້ອຍຄຳຂອງເພິ່ນມີພະລັງຢ່າງທີ່ບໍ່ເຄີຍມີມາກ່ອນ. ປະຊາຊົນຕ້ອນຮັບອາຈານທີ່ຮັກແພງກັບມາຈາກຂອບຫຼຸມຝັງສົບດ້ວຍຄວາມຊົມຊື່ນຍິນດີ. ພວກເຂົາເອງກໍມາຈາກການເຝົ້າຄົນປ່ວຍ ແລະ ການເບິ່ງແຍງຄົນໃກ້ຕາຍ ຈຶ່ງຮູ້ສຶກເຖິງຄຸນຄ່າຂອງຂ່າວປະເສີດຢ່າງທີ່ບໍ່ເຄີຍຮູ້ສຶກມາກ່ອນ. {GC 179.2}

ບັດນີ້ສວິງລີເຂົ້າໃຈຫຼັກຄວາມຈິງແຫ່ງຂ່າວປະເສີດຢ່າງແຈ່ມແຈ້ງຂຶ້ນ ແລະ ໄດ້ປະສົບການເຖິງພະລັງຟື້ນຟູຂອງຂ່າວປະເສີດຫຼາຍຂຶ້ນດ້ວຍ. ເພິ່ນໃສ່ໃຈໃນເລື່ອງທີ່ມະນຸດຕົກສູ່ຄວາມບາບ ແລະ ແຜນການໄຖ່ມະນຸດໃຫ້ລອດ. ເພິ່ນກ່າວວ່າ: “ໃນອາດາມນັ້ນເຮົາທຸກຄົນມີສະພາບທີ່ຕາຍແລ້ວ ແລະ ເສື່ອມລົງພາຍໃຕ້ຄຳຕັດສິນລົງໂທດ.”13 “ພຣະຄຣິສ…ຊົງໄຖ່ພວກເຮົາຄືນມາ, ເປັນການໄຖ່ທີ່ບໍ່ມີວັນໝົດສິ້ນ…ໂດຍຄວາມທຸກທໍລະມານຂອງພຣະອົງນັ້ນ…ພຣະອົງຈຶ່ງເປັນເຄື່ອງບູຊາໄຖ່ບາບຕະຫຼອດການ ແລະ ມີພະລັງໃນການຮັກສາຄົນໃຫ້ຫາຍຕະຫຼອດໄປເປັນນິດ. ພຣະເຈົ້າຈະພໍພຣະໄທຕະຫຼອດນິຣັນກັບທຸກຄົນທີ່ໄວ້ວາງໃຈໃນການໄຖ່ບາບຂອງພຣະຄຣິສຢ່າງໝັ້ນຄົງບໍ່ຫວັ່ນໄຫວ ເພາະຊົງຖືວ່າສົມຄວນຕໍ່ຂະບວນການຍຸຕິທຳແລ້ວ.” ແຕ່ໃນຂະນະດຽວກັນສວິງລີສອນຢ່າງແຈ່ມແຈ້ງວ່າ ມະນຸດບໍ່ສາມາດອ້າງພຣະຄຸນຂອງພຣະຄຣິສເພື່ອເຮັດບາບຕໍ່ໄປຢ່າງເສລີ. “ພຣະເຈົ້າສະຖິດຢູ່ໃນທຸກສະຖານທີ່ທີ່ມີຄົນເຊື່ອໃນພຣະອົງ ແລະ ຖ້າພຣະອົງສະຖິດຢູ່ສະຖານທີ່ແຫ່ງໃດ ຄົນທີ່ນັ້ນຈະມີຄວາມກະຕືລືລົ້ນໃນການປະພຶດດີ.”14 {GC 180.1}

ມີຄົນສົນໃຈມາຟັງການເທດສະໜາຂອງສວິງລີຈົນລົ້ນໂບດ. ເພິ່ນເປີດເຜີຍຫຼັກຄວາມຈິງເທື່ອລະໜ້ອຍຕາມທີ່ຜູ້ຟັງສາມາດຮັບໄດ້. ເພິ່ນລະວັງທີ່ຈະບໍ່ເລີ່ມຕົ້ນດ້ວຍປະເດັນທີ່ຈະເຮັດໃຫ້ຜູ້ຟັງຕົກໃຈ ແລະ ມີອະຄະຕິ. ວຽກງານຂອງເພິ່ນແມ່ນການຊັກຈູງຄົນໃຫ້ມາໃສ່ໃຈໃນຄຳສອນຂອງພຣະຄຣິສ ແລະ ຄິດເຖິງແບບຢ່າງຂອງພຣະອົງຢູ່ສະເໝີ; ດ້ວຍວ່າ ຄວາມຮັກຂອງພຣະອົງນັ້ນ ຈະຊ່ວຍພວກເຂົາໃຫ້ມີຄວາມອ່ອນໂຍນກວ່າເດີມ. ເມື່ອພວກເຂົາຮັບເອົາຫຼັກການຕ່າງໆແຫ່ງຂ່າວປະເສີດ, ຄວາມເຊື່ອ ແລະ ການກະທຳທີ່ງົມງວາຍກໍຈະຄ່ອຍໆໝົດໄປໃນທີ່ສຸດຢ່າງແນ່ນອນ. {GC 180.2}

ຂະບວນການປະຕິຮູບໄດ້ຂະຫຍາຍໄປເທື່ອລະກ້າວຕາມລຳດັບໃນນະຄອນຊູຣິກ ຈົນຝ່າຍສັດຕູຕົກໃຈແລ້ວຕື່ນຂຶ້ນມາຕໍ່ຕ້ານຢ່າງແຂງຂັນ. ກ່ອນໜ້ານັ້ນໜຶ່ງປີ ລູເທີໄດ້ກ່າວປະຕິເສດຄຳສັ່ງຂອງສັນຕະປາປາ ແລະ ຂອງຈັກກະພັດຢູ່ເມືອງເວີມ; ບັດນີ້, ທຸກຢ່າງເບິ່ງຄືວ່າຈະມີການຢືນຢັດຕໍ່ສູ້ການປະກາດອ້າງອຳນາດຂອງສັນຕະປາປາຢູ່ນະຄອນຊູຣິກໃນລັກສະນະທີ່ຄ້າຍຄືກັນ. ມີການໂຈມຕີສວິງລີຢ່າງຕໍ່ເນື່ອງ. ໃນເມືອງທີ່ປົກຄອງຕາມລະບອບສັນຕະປາປາ ດົນໆເທື່ອໜຶ່ງຈະມີການປະຫານຊີວິດພວກສາວົກຂອງຂ່າວປະເສີດດ້ວຍການເຜົາໄຟ, ແຕ່ພວກເຂົາຮູ້ສຶກວ່າຍັງບໍ່ພໍໃຈ, ຈະຕ້ອງປິດປາກອາຈານຜູ້ເຜີຍແຜ່ຄຳສອນນອກຮີດໃຫ້ໄດ້. ສະນັ້ນ, ເຈົ້າຄະນະແຫ່ງເມືອງຄອນສະຕັນຈຶ່ງສົ່ງຕົວແທນສາມຄົນໄປທີ່ສະພາແຫ່ງນະຄອນຊູຣິກ ດ້ວຍຂໍ້ກ່າວຫາວ່າສວິງລີສອນປະຊາຊົນໃຫ້ລະເມີດກົດຂອງຄຣິສຕະຈັກ, ເຊິ່ງເປັນການກະທົບຕໍ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຂອງສັງຄົມ. ຜູ້ທີ່ຟ້ອງນັ້ນຍັງກ່າວວ່າ ຖ້າຫາກວ່າປະຊາຊົນເຊົານັບຖືອຳນາດຂອງຄຣິສຕະຈັກແລ້ວ ກໍຈະເກີດຄວາມສັບສົນວຸ້ນວາຍໃນທຸກແຫ່ງຕາມມາ. ສ່ວນສວິງລີກໍຕອບກັບວ່າ ເພິ່ນໄດ້ສອນຂ່າວປະເສີດໃນນະຄອນຊູຣິກມາແລ້ວສີ່ປີ ແລະ ນະຄອນນີ້ “ມີຄວາມສະຫງົບສຸກກວ່າເມືອງອື່ນໃດຂອງສະຫະພັນ [ສວິສ].” “ຖ້າຢ່າງນັ້ນ ຄຳສອນຄຣິສຕຽນແມ່ນສິ່ງທີ່ຮັກສາຄວາມສະຫງົບສຸກທີ່ດີທີ່ສຸດບໍ່ແມ່ນບໍ?”15 {GC 180.3}

ພວກຕົວແທນເຈົ້າຄະນະແຂວງເຕືອນສະມາຊິກສະພາໃຫ້ດຳເນີນຢູ່ໃນຄຣິສຕະຈັກຕໍ່ໄປ ໂດຍກ່າວວ່າ ຖ້າຢູ່ນອກຄຣິສຕະຈັກແລ້ວ ບໍ່ມີຄວາມລອດພົ້ນ. ສ່ວນສວິງລີຕອບວ່າ: “ຢ່າໃຫ້ຂໍ້ກ່າວຫານີ້ກະທົບຕໍ່ພວກທ່ານເລີຍ. ດ້ວຍວ່າ, ຮາກຖານຂອງຄຣິສຕະຈັກແມ່ນພຣະສິລາອັນດຽວກັນ ກໍຄືພຣະຄຣິສອົງດຽວກັນທີ່ຕັ້ງຊື່ໃຫ້ເປໂຕ ເພາະເພິ່ນຍອມຮັບພຣະອົງຢ່າງສັດຊື່. ຜູ້ໃດກໍຕາມໃນທຸກຊົນຊາດທີ່ເຊື່ອຢ່າງສຸດໃຈໃນອົງພຣະເຢຊູເຈົ້າ ກໍເປັນທີ່ຍອມຮັບຂອງພຣະເຈົ້າ. ນີ້ແຫຼະຄືຄຣິສຕະຈັກທີ່ແທ້ຈິງ ແລະ ນອກເໜືອຈາກຄຣິສຕະຈັກນີ້ ບໍ່ມີຜູ້ໃດສາມາດລອດພົ້ນໄດ້.”16 ຜົນຂອງການປະຊຸມໃນຄັ້ງນີ້ ມີຕົວແທນຄົນໜຶ່ງຂອງເຈົ້າຄະນະແຂວງໄດ້ຮັບເຊື່ອໃນຄຳສອນຂອງຂະບວນການປະຕິຮູບ. {GC 181.1}

ສະພາບໍ່ໄດ້ດຳເນີນການຕໍ່ສວິງລີແຕ່ຢ່າງໃດ, ສ່ວນຄຣິສຕະຈັກໂຣມກໍກຽມຕົວທີ່ຈະໂຈມຕີອີກ. ເມື່ອສວິງລີໄດ້ຮັບຮູ້ເຖິງແຜນອຸບາຍຂອງພວກສັດຕູຈຶ່ງກ່າວວ່າ: “ປ່ອຍພວກເຂົາໃຫ້ໂຈມຕີສາ, ໜ້າຜາບໍ່ຢ້ານຄື້ນທະເລທີ່ກະທົບຢູ່ເບື້ອງລຸ່ມສັນໃດ ຂ້າພະເຈົ້າກໍບໍ່ຢ້ານພວກເຂົາສັນນັ້ນ.”17 ການເຄື່ອນໄຫວຂອງພວກຜູ້ນຳຄຣິສຕະຈັກໄດ້ແຕ່ສົ່ງຜົນດີຕໍ່ຂະບວນການທີ່ພວກເຂົາພະຍາຍາມທຳລາຍ. ມີການເຜີຍແຜ່ຫຼັກຄວາມຈິງຢ່າງຕໍ່ເນື່ອງ. ໃນເຢຍລະມັນມີຜູ້ສັດທາໃນຂະບວນການນີ້ຮູ້ສຶກທໍ້ຖອຍທີ່ລູເທີຫາຍໜ້າໄປ, ຄົນເຫຼົ່ານີ້ກັບມີກຳລັງໃຈຂຶ້ນໃໝ່ເມື່ອເຫັນການປະກາດຂ່າວປະເສີດໃນສວິສເຊີແລນ. {GC 181.2}

ໂຕ້ວາທີກັບຕົວແທນຈາກໂຣມ

ຍິ່ງຂະບວນການປະຕິຮູບຢັ່ງຮາກລົງໃນນະຄອນຊູຣິກ, ຜົນກໍຍິ່ງປາກົດໃຫ້ເຫັນ ໂດຍມີການປາບປາມຄວາມຊົ່ວ ແລະ ການສົ່ງເສີມໃຫ້ຄົນມີຄວາມສາມັກຄີປອງດອງກັນ ແລະ ຢູ່ກັນຢ່າງມີລະບຽບ. ສວິງລີຂຽນວ່າ: “ຄວາມສະຫງົບສຸກດຳລົງຢູ່ໃນບ້ານເມືອງຂອງເຮົາ. ບໍ່ມີການຜິດຖຽງກັນ ຫຼື ຄວາມໜ້າໄຫວ້ຫຼັງຫຼອກ; ບໍ່ມີຄວາມອິດສາ ຫຼື ການທະເລາະວິວາດກັນ. ຄວາມເປັນອັນໜຶ່ງອັນດຽວກັນເຊັ່ນນີ້ມາແຕ່ໃສ ນອກຈາກຈະມາຈາກອົງພຣະຜູ້ເປັນເຈົ້າ ແລະ ຄຳສອນຂອງພວກເຮົາ ທີ່ສົ່ງຜົນແຫ່ງສັນຕິສຸກ ແລະ ສິນລະທຳອັນດີງາມຕໍ່ພວກເຮົາຢ່າງເຕັມລົ້ນ?”18 {GC 181.3}

ຂະບວນການປະຕິຮູບຍິ່ງມີໄຊຊະນະຫຼາຍສ່ຳໃດ ພວກຝ່າຍຄຣິສຕະຈັກໂຣມຍິ່ງຕັ້ງໜ້າເພື່ອທຳລາຍລົງຫຼາຍສ່ຳນັ້ນ. ເມື່ອເຫັນວ່າການກົດຂີ່ຂົ່ມເຫັງວຽກງານຂອງລູເທີໃນເຢຍລະມັນບໍ່ໄດ້ຜົນຫຼາຍ, ຄົນເຫຼົ່ານີ້ຈຶ່ງຕັດສິນໃຈປະເຊີນໜ້າກັບຂະບວນການປະຕິຮູບ ດ້ວຍການນຳໃຊ້ອາວຸດຂອງການປະຕິຮູບເອງ. ພວກເຂົາຈະໃຫ້ມີການໂຕ້ວາທີກັບສວິງລີ ແລະ ຈະຈັດການທຸກຢ່າງເພື່ອໃຫ້ໝັ້ນໃຈວ່າພວກຕົນຈະເປັນຝ່າຍຊະນະ ໂດຍຈະເປັນຝ່າຍເລືອກທັງສະຖານທີ່ໂຕ້ວາທີ ແລະ ກຳມະການຕັດສິນ. ຖ້າຫາກວ່າສວິງລີຕົກຢູ່ໃນອຳນາດຂອງພວກເຂົາແລ້ວ ກໍຈະລະວັງເພື່ອບໍ່ໃຫ້ເພິ່ນຫຼຸດມືໄປໄດ້. ຖ້າຈັດການປິດປາກຜູ້ນຳແລ້ວ, ພວກເຂົາຈະສາມາດທຳລາຍຂະບວນການປະຕິຮູບຢ່າງໄວວາ. ຢ່າງໃດກໍຕາມ, ພວກເຂົາປິດບັງຈຸດປະສົງນີ້ໄວ້ຢ່າງດີ. {GC 181.4}

ມີການກຳນົດໃຫ້ເມືອງບາເດັນ (Baden) ເປັນສະຖານທີ່ຈັດການໂຕ້ວາທີ, ແຕ່ສວິງລີບໍ່ຢູ່. ຄະນະຝ່າຍປົກຄອງນະຄອນຊູຣິກສົງໄສໃນແຜນອຸບາຍຂອງພວກຝ່າຍສັນຕະປາປາ ແລະ ເມື່ອເຫັນວ່າຄົນທີ່ຍອມຮັບຂ່າວປະເສີດໃນກຸ່ມເມືອງທີ່ປົກຄອງດ້ວຍລະບອບສັນຕະປາປາຖືກປະຫານດ້ວຍການເຜົາໄຟ, ພວກເຂົາຈຶ່ງຫ້າມບໍ່ໃຫ້ອາຈານຂອງພວກເຂົາສ່ຽງໄພໃນຄັ້ງນີ້. ຖ້າພົບກັນທີ່ຊູຣິກແລ້ວ, ເພິ່ນພ້ອມທີ່ຈະປະເຊີນກັບທຸກຄົນທີ່ຄຣິສຕະຈັກໂຣມຈະສົ່ງມາ, ແຕ່ບໍ່ດົນມານີ້ ມີການປະຫານຊີວິດຄົນທີ່ເປັນພະຍານຝ່າຍຄວາມຈິງທີ່ເມືອງບາເດັນ, ຖ້າໄປທີ່ນັ້ນກໍຈະຕ້ອງຕາຍຢ່າງແນ່ນອນ. ທ້າວ ເອໂກລຳພາດິອັດ (Oecolampadius) ແລະ ທ້າວ ຮານເລີ (Haller) ຖືກເລືອກໃຫ້ເປັນຕົວແທນຂອງຝ່າຍຂະບວນການປະຕິຮູບ, ໃນຂະນະທີ່ ດຣ. ເອັກ (Dr. Eck) ຜູ້ເລືອງນາມເປັນຫົວຫອກຝ່າຍຄຣິສຕະຈັກໂຣມ ພ້ອມດ້ວຍນັກວິຊາການ ແລະ ຜູ້ນຳຄຣິສຕະຈັກຫຼາຍຄົນ. {GC 182.1}

ເຖິງແມ່ນວ່າສວິງລີບໍ່ໄດ້ຢູ່ໃນທີ່ປະຊຸມ, ແຕ່ຄົນທີ່ນັ້ນໄດ້ສຳຜັດເຖິງອິດທິພົນຂອງເພິ່ນ. ພວກຝ່າຍສັນຕະປາປາໄດ້ກຳນົດເລຂາທຸກຄົນ ແລະ ຫ້າມຄົນອື່ນເຮັດການຈົດບັນທຶກ ໂດຍມີໂທດປະຫານສຳລັບຄົນທີ່ຝ່າຝືນ. ເຖິງຢ່າງນັ້ນກໍດີ, ໃນທຸກວັນສວິງລີໄດ້ຮັບລາຍງານບັນທຶກການປະຊຸມທີ່ເມືອງບາເດັນຢ່າງຖືກຕ້ອງແນ່ນອນ. ມີນັກສຶກສາຟັງການໂຕ້ວາທີ ແລະ ຈົດປະເດັນຕ່າງໆຂອງວັນນັ້ນເມື່ອກັບໄປທີ່ບ້ານໃນຕອນແລງ. ມີນັກສຶກສາອີກສອງຄົນອາສານຳສົ່ງເອກະສານເຫຼົ່ານີ້ ພ້ອມຈົດໝາຍປະຈຳວັນຂອງ ເອໂກລຳພາດິອັດ ໄປຍັງສວິງລີທີ່ນະຄອນຊູຣິກ. ສວິງລີຈະຂຽນຈົດໝາຍທຸກຄືນເພື່ອແນະນຳ ແລະ ໃຫ້ຄຳປຶກສາ ສ່ວນນັກສຶກສາທັງສອງຄົນກໍຈະນຳຈົດໝາຍກັບມາທີ່ເມືອງບາເດັນໃນຕອນເຊົ້າ. ແລ້ວເພື່ອຫຼົບຫຼີກຍາມທີ່ປະຕູເມືອງ ພວກເຂົາກໍຈະເອົາກະຕ່າໄກ່ຢອງໃສ່ຫົວ ຈຶ່ງສາມາດຜ່ານເຂົ້າໄປໄດ້ໂດຍບໍ່ມີບັນຫາ. {GC 182.2}

ຢ່າງນີ້ແຫຼະສວິງລີຈຶ່ງຢືນຢັດຕໍ່ສູ້ກັບພວກສັດຕູຜູ້ມີເລ່ມີລ່ຽມ. ໄມໂຄນຽສ (Myconius) ກ່າວວ່າ: “ຖ້າເພິ່ນໄດ້ອະພິປາຍໃນທີ່ປະຂຸມທ່າມກາງພວກສັດຕູຂອງເພິ່ນ ກໍຈະບໍ່ໄດ້ຜົນເທົ່າກັບທີ່ເພິ່ນໄດ້ອົດຫຼັບອົດນອນໄຕ່ຕອງໄຄ່ຄວນ ແລະ ສົ່ງຄຳແນະນຳໄປຍັງເມືອງບາເດັນນັ້ນ.”19 {GC 183.1}

ຝ່າຍພວກຄຣິສຕະຈັກໂຣມຕ່າງຄົນຕ່າງຮູ້ສຶກຕື່ນເຕັ້ນດີໃຈ ເພາະຄາດວ່າໄຊຊະນະຢູ່ໃນມືແລ້ວ, ພວກເຂົາຈຶ່ງມາທີ່ເມືອງບາເດັນໂດຍໃສ່ເສື້ອຜ້າທີ່ຫຼູຫຼາທີ່ສຸດ ເຊິ່ງປະດັບປະດາດ້ວຍເພັດພອຍທີ່ສະທ້ອນແສງເຫຼື້ອມຍິບຍັບ. ຄົນເຫຼົ່ານີ້ກິນລ້ຽງກັນຢ່າງອີ່ມໜຳສຳລານ ໂດຍເລືອກອາຫານທີ່ແພງທີ່ສຸດກັບເຫຼົ້າແວງຊັ້ນດີທີ່ສຸດ ແລະ ຊົດເຊີຍພາລະໜ້າທີ່ດ້ານສາສະໜາຂອງຕົນດ້ວຍການກິນລ້ຽງຢ່າງເຮຮາ. ສິ່ງເຫຼົ່ານີ້ຕ່າງຈາກພວກນັກປະຕິຮູບຫຼາຍ, ປະຊາຊົນເບິ່ງພວກນັກປະຕິຮູບບໍ່ຕ່າງກັບກຸ່ມຄົນຂໍທານທີ່ກິນເຂົ້າໄວ ເພາະບໍ່ມີເງິນຊື້ກັບເຂົ້າຫຼາຍ. ເຈົ້າຂອງບ້ານທີ່ ເອໂກລຳພາດິອັດ ພັກຢູ່ນັ້ນມີໂອກາດເບິ່ງນັກປະຕິຮູບຜູ້ນີ້ຢູ່ໃນຫ້ອງນອນຫຼາຍເທື່ອ ແລະ ສັງເກດວ່າທຸກຄັ້ງລາວກຳລັງສຶກສາ ຫຼື ອະທິຖານ. ເຈົ້າຂອງບ້ານສົງໄສເປັນພິເສດຈຶ່ງລາຍງານວ່າ ຢ່າງໜ້ອຍຄົນນອກຮີດຜູ້ນີ້ “ທຳມະທຳໂມຫຼາຍ.” {GC 183.2}

ໃນທີ່ປະຊຸມ, “[ດຣ.] ເອັກ ຍ່າງເປັນທ່າທີ່ອວດອົ່ງທະນົງຕົວ ແລ້ວຂຶ້ນທຳມາດທີ່ປະດັບໄວ້ຢ່າງຫຼູຫຼາ, ໃນຂະນະທີ່ ເອໂກລຳພາດິອັດ ຜູ້ຕ່ຳຕ້ອຍແຕ່ງຕົວທຳມະດາ ແລະ ຖືກບັງຄັບໃຫ້ນັ່ງເທິງຕັ່ງໄມ້ຫຍາບໆຕໍ່ໜ້າຄູ່ຕໍ່ສູ້.”20 ສຽງຂອງ ດຣ. ເອັກ ດັງກ້ອງຢູ່ໃນຫ້ອງປະຊຸມ ໃນຂະນະທີ່ຄວາມໝັ້ນໃຈຂອງລາວລົ້ນຟ້າ ໂດຍທີ່ລາວໄດ້ຮັບແຮງບັນດານໃຈ ເພາະຫວັງວ່າຈະໄດ້ຮັບທອງຄຳ ແລະ ຊື່ສຽງ ເນື່ອງຈາກວ່າຜູ້ທີ່ປົກປ້ອງຄຳສອນຂອງຄຣິສຕະຈັກໂຣມຈະໄດ້ຮັບຄ່າຕອບແທນຢ່າງງົດງາມ. ເມື່ອການໃຊ້ເຫດຜົນບໍ່ໄດ້ເປັນໄປຕາມທີ່ຕ້ອງການ ລາວກໍຂົ່ມຂູ່ ແລະ ສາບົດສາບານອ້າງຟ້າອ້າງດິນ. {GC 183.3}

ເອໂກລຳພາດິອັດ ເປັນຄົນອ່ອນນ້ອມຖ່ອມຕົນ ແລະ ບໍ່ມີຄວາມເຊື່ອໝັ້ນໃນຕົນເອງ. ລາວບໍ່ຢາກຕໍ່ສູ້ ແຕ່ກໍເຂົ້າປະເຊີນໜ້າດ້ວຍການປະຕິຍານຕົນວ່າ: “ຂ້າພະເຈົ້າບໍ່ຍອມຮັບມາດຕະຖານອື່ນໃດນອກຈາກພຣະຄຳຂອງພຣະເຈົ້າ.”21 ເຖິງແມ່ນວ່າລາວເປັນຄົນສຸພາບອ່ອນນ້ອມ, ແຕ່ລາວພິສູດຕົນວ່າເປັນຄົນທີ່ມີຄວາມສາມາດ ແລະ ມີຄວາມໜັກແໜ້ນບໍ່ຫວັ່ນໄຫວ. ໃນຂະນະທີ່ພວກຝ່າຍຄຣິສຕະຈັກໂຣມອ້າງທຳນຽມຂອງຄຣິສຕະຈັກຕາມເຄີຍ, ເອໂກລຳພາດິອັດ ຍັງຢຶດໝັ້ນໃນພຣະຄຳພີ ໂດຍກ່າວວ່າ: “ທຳນຽມປະເພນີບໍ່ມີນ້ຳໜັກໃນສວິສເຊີແລນຂອງພວກເຮົາ ນອກຈາກຈະເປັນໄປຕາມລັດຖະທຳມະນູນ, ສ່ວນເລື່ອງທີ່ກ່ຽວຂ້ອງກັບຄວາມເຊື່ອນັ້ນ ພຣະຄຳພີແມ່ນທຳມະນູນຂອງພວກເຮົາ.”22 {GC 183.4}

ຄວາມແຕກຕ່າງລະຫວ່າງຄົນໂຕ້ວາທີສອງຝ່າຍມີອິດທິພົນຕໍ່ຄວາມຮູ້ສຶກຂອງຜູ້ຟັງບໍ່ໜ້ອຍ. ປະຊາຊົນປະທັບໃຈກັບນັກປະຕິຮູບທີ່ມີທ່າທີອ່ອນນ້ອມຖ່ອມຕົນ, ສະຫງົບສຸຂຸມ ແລະ ໃຊ້ເຫດຜົນຢ່າງຈະແຈ້ງ. ແຕ່ພວກເຂົາຮູ້ສຶກລັງກຽດການອວດອ້າງ ແລະ ທ່າທີທີ່ຟົດມັນຂອງ ດຣ. ເອັກ. {GC 184.1}

ການອະພິປາຍສືບຕໍ່ 18 ວັນ ແລະ ເມື່ອສິ້ນສຸດປະຊຸມ ພວກຝ່າຍສັນຕະປາປາກໍອ້າງດ້ວຍຄວາມໝັ້ນໃຈຫຼາຍວ່າ ພວກຕົນເປັນຝ່າຍຊະນະ. ເຈົ້າໜ້າທີ່ສ່ວນໃຫຍ່ເຂົ້າຂ້າງຄຣິສຕະຈັກໂຣມ, ສ່ວນສະພາກໍປະກາດວ່າພວກນັກປະຕິຮູບນັ້ນໄດ້ປະລາໄຊ ແລະ ຖືກຕັດອອກຈາກຄຣິສຕະຈັກພ້ອມສວິງລີຜູ້ເປັນຜູ້ນຳຂອງພວກເຂົາ. ແຕ່ຜົນຂອງການປະຊຸມນັ້ນສະແດງໃຫ້ເຫັນວ່າແມ່ນຝ່າຍໃດໄດ້ປຽບແທ້, ເພາະຂະບວນການຂອງຝ່າຍໂປຣແຕັສຕັງໄດ້ຮັບແຮງສະໜັບສະໜູນຫຼາຍຈາກເຫດການໃນຄັ້ງນີ້. ໃນບໍ່ຊ້າເມືອງເບີນ ແລະ ເມືອງບາເຊັນປະກາດວ່າຈະຢືນຝ່າຍຂະບວນການປະຕິຮູບ. {GC 184.2}


  1. ໄວລີ, ເຫຼັ້ມ 8, ບົດ 5.

  2. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  3. ໂດບິນເຍ, ເຫຼັ້ມ 8, ບົດ 9.

  4. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 5.

  5. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 5.

  6. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  7. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  8. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  9. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  10. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  11. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 6.

  12. plague, ພາສາໄທຂຽນວ່າ กาฬโรค

  13. ໄວລີ, ເຫຼັ້ມ 8, ບົດ 9.

  14. ໂດບິນເຍ, ເຫຼັ້ມ 8, ບົດ 9.

  15. ໄວລີ, ເຫຼັ້ມ 8, ບົດ 11.

  16. ໂດບິນເຍ, ສະບັບຕີພິມຢູ່ນະຄອນ ລອນດອນ, ເຫຼັ້ມ 8, ບົດ 11.

  17. ໄວລີ, ເຫຼັ້ມ 8, ບົດ 11.

  18. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 8, ບົດ 15

  19. ໂດບິນເຍ, ເຫຼັ້ມ 11, ບົດ 13.

  20. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 11, ບົດ 13.

  21. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 11, ບົດ 13.

  22. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 11, ບົດ 13.