8 ລູເທີຕໍ່ໜ້າສະພາ

ຕົ້ນສະບັບພາສາອັງກິດ

ພ້ອມໃຈຢືນຢັດ

ມີຈັກກະພັດອົງໃໝ່ຂຶ້ນຄອງອານາຈັກເຢຍລະມັນຊື່ວ່າ ຊານສ໌ທີ 5 (Charles V); ມີຄະນະທູດຈາກນະຄອນໂຣມຟ້າວໄປສະແດງຄວາມຍິນດີນຳ ແລະ ຂໍຮ້ອງໃຫ້ເພິ່ນຕໍ່ສູ້ຂະບວນການປະຕິຮູບຢ່າງເຕັມອຳນາດ. ໃນຂະນະດຽວກັນ ເຈົ້າແຂວງແຊັກຊັນນີໄດ້ວິງວອນຈັກກະພັດ ບໍ່ໃຫ້ກະທຳສິ່ງໃດຕໍ່ຕ້ານລູເທີຈົນກວ່າຈະມີການໄຕ່ສວນຄັກແນ່. ເຈົ້າແຂວງຜູ້ນີ້ເປັນໜຶ່ງໃນຜູ້ມີສິດເລືອກຈັກກະພັດ1 ແລະ ຢູ່ເບື້ອງຫຼັງການຂຶ້ນຄອງຣາຊສົມບັດຄັ້ງນີ້. ອົງຈັກກະພັດຈຶ່ງເປັນໜີ້ບຸນຄຸນເຈົ້າແຂວງຢູ່ພໍດີ ແລະ ຕົກຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກ ຈະເລືອກທາງໃດກໍມີແຕ່ຈະຕ້ອງຂາຍໜ້າ. ພວກທີ່ຢູ່ຝ່າຍສັນຕະປາປາຈະບໍ່ພໍໃຈ ນອກເສຍຈາກຈັກກະພັດຈະອອກຄຳສັ່ງໃຫ້ປະຫານຊີວິດລູເທີ. ສ່ວນເຈົ້າແຂວງນັ້ນໄດ້ກ່າວຢ່າງໜັກແໜ້ນວ່າ: “ບໍ່ມີໃຜສະແດງໃຫ້ເຫັນວ່າ ງານຂຽນຂອງລູເທີມີຄວາມຜິດ ບໍ່ວ່າອົງຈັກກະພັດເອງ ຫຼື ຄົນອື່ນ.” ສະນັ້ນ, ເຈົ້າແຂວງຈຶ່ງຂໍ “ໃຫ້ອອກໃບຮັບຮອງຄວາມປອດໄພແກ່ ດຣ. ລູເທີ ເພື່ອເພິ່ນຈະໄດ້ລາຍງານຕົວຕໍ່ໜ້າຄະນະຕຸລາການທີ່ເປັນກາງ ແລະ ປະກອບດ້ວຍຄົນທີ່ມີຄວາມຮອບຮູ້ ແລະ ມີສິນລະທຳ.”2 {GC 145.1}

ບັດນີ້ຄົນທຸກຝ່າຍພາກັນຫັນຄວາມສົນໃຈໄປທີ່ສະພາແຫ່ງຊາດ ອັນປະກອບດ້ວຍບັນດາເຈົ້າແຂວງຈາກທຸກແຂວງຂອງອານາຈັກເຢຍລະມັນ; ສະພາດັ່ງກ່າວຈັດຂຶ້ນໃນເມືອງເວີມ (Worms) ບໍ່ດົນຫຼັງຈາກທີ່ຈັກກະພັດຊານສ໌ຂຶ້ນຄອງອຳນາດ. ມີປະເດັນສຳຄັນທາງການເມືອງທີ່ສະພາແຫ່ງຊາດຕ້ອງພິຈາລະນາ ແລະ ເປັນໂອກາດທຳອິດທີ່ພວກເຈົ້າແຂວງຂອງເຢຍລະມັນຈະໄດ້ພົບກັບຈັກກະພັດໜຸ່ມໃນກອງປະຊຸມສະພາເຊັ່ນນີ້. ມີເຈົ້າໜ້າທີ່ຜູ້ຫຼັກຜູ້ໃຫຍ່ທັງຝ່າຍຄຣິສຕະຈັກ ແລະ ຝ່າຍການປົກຄອງທີ່ພາກັນມາຈາກທົ່ວທຸກພາກຂອງອານາຈັກ. ມີພວກເຈົ້າແຂວງ ແລະ ຂຸນນາງຕະກູນດີມີອຳນາດໃຫຍ່ໂຕທີ່ເປັນຫ່ວງໃນສິດທິຂອງຕະກູນ, ມີຜູ້ນຳຄຣິສຕະຈັກທີ່ຫຍິ່ງໃນສັກສີ ແລະ ຕຳແໜ່ງທີ່ມີອຳນາດສູງກວ່າຄົນອື່ນ, ພວກອັດສະວິນພ້ອມດ້ວຍອົງຄະລັກທີ່ຖືອາວຸດ ແລະ ຄະນະທູດຈາກປະເທດໃກ້ຄຽງ ແລະ ດິນແດນຫ່າງໄກ: ທັງໝົດນີ້ຮວມຕົວກັນທີ່ເມືອງເວີມ. ແຕ່ທ່າມກາງກອງປະຊຸມທີ່ມີຄົນຈຳນວນຫຼວງຫຼາຍນັ້ນ ສິ່ງທີ່ຜູ້ຄົນສົນໃຈທີ່ສຸດຄືເລື່ອງລາວຂອງ ມາຕິນ ລູເທີ ນັກປະຕິຮູບຊາວແຊັກຊັນ. {GC 145.2}

ຈັກກະພັດຊານສ໌ໄດ້ສັ່ງໄວ້ ໃຫ້ເຈົ້າແຂວງພາລູເທີມາທີ່ປະຊຸມສະພາ ໂດຍຢືນຢັນວ່າຈະຄຸ້ມຄອງຄວາມປອດໄພ ແລະ ສັນຍາວ່າຈະໃຫ້ມີການອະພິປາຍກັນຢ່າງເປັນອິດສະຫຼະ ເຖິງປະເດັນຕ່າງໆທີ່ກຳລັງມີການຖົກຖຽງກັນຢູ່ໃນຂະນະນັ້ນ ໂດຍທີ່ຝ່າຍໂຕ້ແຍ້ງຈະຕ້ອງເປັນຄົນທີ່ມີຄວາມສາມາດ. ສ່ວນລູເທີກໍມີຄວາມຮ້ອນໃຈຢາກເຂົ້າເຝົ້າຈັກກະພັດ. ເຖິງແມ່ນວ່າສຸຂະພາບຂອງເພິ່ນຈະບໍ່ຄ່ອຍດີໃນເວລານັ້ນ ເພິ່ນຂຽນເຖິງເຈົ້າແຂວງວ່າ: “ຖ້າຂ້າພະເຈົ້າບໍ່ສາມາດໄປທີ່ເມືອງເວີມໃນຂະນະທີ່ມີສຸຂະພາບແຂງແຮງ ກໍຈະໃຫ້ຄົນຫາມຂ້າພະເຈົ້າໄປ, ເພາະວ່າຖ້າຈັກກະພັດຮຽກເອີ້ນແລ້ວ ຂ້າພະເຈົ້າໝັ້ນໃຈວ່າ ນັ້ນກໍເປັນການຮຽກເອີ້ນຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂໍໃຫ້ຂ້າພະເຈົ້າໄປເພື່ອຈະອົບຮົມສັ່ງສອນພວກເຂົາ, ສະນັ້ນເປັນໄປໄດ້ສູງທີ່ພວກເຂົາຈະໃຊ້ຄວາມຮຸນແຮງກັບຂ້າພະເຈົ້າ. ຖ້າເປັນເຊັ່ນນັ້ນ, ຂ້າພະເຈົ້າຂໍມອບເລື່ອງນີ້ໄວ້ໃນພຣະຫັດຂອງພຣະເຈົ້າ, ພຣະອົງຜູ້ຊົງຮັກສາຊີວິດຂອງຊາວໜຸ່ມສາມຄົນໃນເຕົາໄຟຍັງຊົງພຣະຊົນຢູ່ ແລະ ຊົງຄອບຄອງຢູ່, ຖ້າພຣະອົງຈະບໍ່ຊ່ວຍຊີວິດຂອງຂ້າພະເຈົ້າ, ຊີວິດຂອງຂ້າພະເຈົ້າບໍ່ໄດ້ສຳຄັນຫຼາຍ. ຂໍພຽງຢ່າງດຽວ, ຢ່າໃຫ້ຄົນຊົ່ວດູຖູກຂ່າວປະເສີດ, ໃຫ້ພວກເຮົາຍອມສະຫຼະເລືອດເພື່ອຂ່າວປະເສີດ ແລະ ເພື່ອບໍ່ໃຫ້ພວກເຂົາຊະນະ. ບໍ່ແມ່ນໜ້າທີ່ຂອງຂ້າພະເຈົ້າທີ່ຈະຕັດສິນວ່າ ລະຫວ່າງຊີວິດ ແລະ ການຕາຍຂອງຂ້າພະເຈົ້ານັ້ນ ອັນໃດຈະຊ່ວຍໃຫ້ມີຄົນລອດພົ້ນຫຼາຍທີ່ສຸດ.…ທ່ານສາມາດຄາດຫວັງທຸກສິ່ງຈາກຂ້າພະເຈົ້າໄດ້…ຍົກເວັ້ນການຫຼົບໜີ ຫຼື ການຖອນຄຳສອນຄືນ. ຂ້າພະເຈົ້າໜີບໍ່ໄດ້, ສ່ວນການຖອນຄຳສອນນັ້ນກໍຍິ່ງເປັນໄປບໍ່ໄດ້ເລີຍ.”3 {GC 146.1}

ທ່ານອະລີອັນເດີຕໍ່ຕ້ານ

ປະຊາຊົນພາກັນຕື່ນເຕັ້ນເມື່ອຂ່າວທີ່ລູເທີຈະໄປລາຍງານຕົວຕໍ່ໜ້າສະພານັ້ນໄດ້ແຜ່ກະຈາຍໄປທົ່ວເມືອງເວີມ. ຕົວແທນຂອງສັນຕະປາປາທີ່ຮັບມອບໝາຍໃຫ້ດຳເນີນການໃນຄະດີນີ້ຊື່ວ່າ ອະລີອັນເດີ (Aleander), ລາວທັງຕົກໃຈທັງໂກດຮ້າຍກັບຂ່າວດັ່ງກ່າວ. ລາວເຫັນວ່າຝ່າຍສັນຕະປາປາຈະເສຍຫາຍຫຼາຍຖ້າໃຫ້ລູເທີລາຍງານຕົວຕໍ່ສະພາ, ເພາະການພິຈາລະນາຄະດີທີ່ສັນຕະປາປາປະກາດຄຳຕັດສິນໄປຮຽບຮ້ອຍແລ້ວກໍຈະເປັນການດູຖູກອຳນາດຂອງສັນຕະປາປາ. ຊ້ຳບໍ່ໜຳ, ລາວຢ້ານວ່າຖ້ອຍຄຳທີ່ຄົມຄາຍ ແລະ ເຫດຜົນທີ່ສຽບແຫຼມຂອງລູເທີຈະເປັນເຫດໃຫ້ເຈົ້າແຂວງຫຼາຍຄົນຢຸດການສະໜັບສະໜູນສັນຕະປາປາ. ສະນັ້ນ, ລາວຈຶ່ງຄັດຄ້ານຢ່າງຮຸນແຮງ ແລະ ຂໍຮ້ອງຈັກກະພັດບໍ່ໃຫ້ລູເທີເຂົ້າສະພາທີ່ເມືອງເວີມ. ໃນຊ່ວງນີ້, ມີການຕິດໃບປະກາດພິເສດຂອງສັນຕະປາປາທີ່ຕັດລູເທີອອກຈາກການເປັນສະມາຊິກຄຣິສຕະຈັກ, ເຊິ່ງເລື່ອງນີ້ບວກກັບຖ້ອຍຄຳຂອງອະລີອັນເດີ ໄດ້ໂນ້ມນ້າວຈັກກະພັດຈົນສຳເລັດ. ຈັກກະພັດຊານສ໌ຂຽນຈົດໝາຍໄປເຖິງເຈົ້າແຂວງວ່າ ຖ້າລູເທີບໍ່ຍອມຖອນຄຳສອນກໍຈະຕ້ອງຢູ່ຕໍ່ທີ່ເມືອງວິດ­ເທັນ­ເບີກ. {GC 146.2}

ແຕ່ອະລີອັນເດີບໍ່ພໍໃຈກັບໄຊຊະນະຄັ້ງນີ້, ລາວຈຶ່ງພະຍາຍາມສຸດກຳລັງຄວາມສາມາດ ເພື່ອໃຫ້ລູເທີຖືກຕັດສິນລົງໂທດ. ແທນທີ່ຈະທຸ້ມເທກຳລັງເຮັດໃນສິ່ງທີ່ດີງາມ ລາວກັບຟ້ອງລູເທີຕໍ່ໜ້າພວກເຈົ້າແຂວງ, ຜູ້ນຳຄຣິສຕະຈັກ ແລະ ສະມາຊິກສະພາຄົນອື່ນວ່າລູເທີໄດ້ “ສ້າງຄວາມແຕກແຍກ, ກໍ່ກະບົດ, ໝິ່ນປະໝາດພຣະເຈົ້າ ແລະ ເຮັດຜິດຕໍ່ຫຼັກສິນລະທຳ.” ແຕ່ຄວາມໃຈຮ້ອນຢ່າງຮຸນແຮງຂອງອະລີອັນເດີ ໄດ້ເປີດເຜີຍຈິດໃຈຂອງລາວ. ຄົນທົ່ວໄປຈຶ່ງກ່າວວ່າ: “ລາວເຮັດດ້ວຍຄວາມກຽດຊັງ ແລະ ການຜູກແຄ້ນ ຫຼາຍກວ່າຄວາມກະຕືລືລົ້ນ ຫຼື ຄວາມປາຖະໜາທີ່ຈະເຮັດຕາມຫຼັກສິນລະທຳ.”4 ຄົນສ່ວນຫຼາຍໃນສະພາຈຶ່ງເອນອ່ຽງທີ່ຈະເຂົ້າຂ້າງລູເທີຫຼາຍກວ່າເກົ່າ. {GC 147.1}

ອະລີອັນເດີຈຶ່ງເພີ່ມຄວາມພະຍາຍາມເປັນສອງເທົ່າ ເພື່ອໂນ້ມນ້າວຈັກກະພັດເຖິງໜ້າທີ່ທີ່ຈະດຳເນີນການຕາມໃບປະກາດພິເສດຂອງສັນຕະປາປາ. ແຕ່ຕາມກົດໝາຍຂອງເຢຍລະມັນແລ້ວບໍ່ສາມາດເຮັດໄດ້ ນອກຈາກພວກເຈົ້າແຂວງຈະເຫັນດີ; ໃນທີ່ສຸດການຮຽກຮ້ອງຂອງອະລີອັນເດີໄດ້ຜົນ ແລະ ຈັກກະພັດຊານສ໌ຈຶ່ງອະນຸຍາດໃຫ້ລາວນຳເລື່ອງໄປສະເໜີຕໍ່ສະພາ. “ວັນນັ້ນເປັນວັນທີ່ພາກພູມໃຈສຳລັບຕົວແທນຂອງສັນຕະປາປາ, ປະຊຸມນັ້ນຍິ່ງໃຫຍ່, ແຕ່ປະເດັນຄວາມຂັດແຍ້ງຍິ່ງໃຫຍ່ກວ່າ. ອະລີອັນເດີເຮັດໜ້າທີ່ເປັນທະນາຍຝ່າຍໂຣມ…ເຊິ່ງເປັນມານດາຂອງຄຣິສຕະຈັກທັງຫຼາຍ ແລະ ເປັນນາຍຜູ້ຍິງຂອງຊຸມນຸມຜູ້ເຊື່ອທັງປວງ.” ມີຄົນສຳຄັນຝ່າຍການປົກຄອງຈາກບັນດາປະເທດທີ່ນັບຖືສາສະໜາຄຣິສຢູ່ທີ່ສະພາໃນຄັ້ງນັ້ນ ແລະ ອະລີອັນເດີມີໜ້າທີ່ພິສູດຕໍ່ໜ້າເຂົາທັງຫຼາຍວ່າ ອັກຄະສາວົກເປໂຕເປັນເຈົ້ານາຍສູງສຸດຂອງຄຣິສຕະຈັກ. “[ອະລີອັນເດີ] ມີພອນສະຫວັນໃນການເວົ້າຢ່າງຄ່ອງແຄ້ວ, ລາວຈຶ່ງຮວບຮວມໝົດຄວາມສາມາດເພື່ອເຫດການອັນສຳຄັນນີ້. ກ່ອນທີ່ຄຣິສຕະຈັກໂຣມຈະຖືກປະກາດກ່າວໂທດ, ພຣະເຈົ້າຊົງນຳໃຫ້ນັກໂຕ້ວາທີທີ່ເກັ່ງທີ່ສຸດຂອງພວກເຂົາເປັນຄົນທີ່ມາແກ້ຕ່າງໃຫ້ຄຣິສຕະຈັກໂຣມຕໍ່ໜ້າສະພາສູງ.”5 ສ່ວນຄົນທີ່ສະໜັບສະໜູນລູເທີນັ້ນ ກໍຢ້ານສິ່ງທີ່ຈະເກີດຂຶ້ນຈາກຖ້ອຍຄຳຂອງອະລີອັນເດີ. ເຈົ້າແຂວງແຊັກຊັນນີບໍ່ຢູ່, ແຕ່ເພິ່ນສັ່ງໃຫ້ທີ່ປຶກສາບາງຄົນຂອງເພິ່ນຈົດບັນທຶກຖ້ອຍຄຳຂອງຕົວແທນຜູ້ນີ້ໄວ້. {GC 147.2}

ອະລີອັນເດີຮວບຮວມຄວາມຮູ້ທັງໝົດທີ່ມີຢູ່ ແລະ ໃຊ້ວາທະສິນຢ່າງເຕັມຄວາມສາມາດເພື່ອເອົາຊະນະຫຼັກຄວາມຈິງ. ລາວຕັ້ງຂໍ້ກ່າວຫາຕໍ່ລູເທີຫຼາຍຂໍ້ຢ່າງຕໍ່ເນື່ອງວ່າ ລູເທີເປັນປໍລະປັກຕໍ່ຄຣິສຕະຈັກ ແລະ ເປັນສັດຕູຕໍ່ອຳນາດລັດ, ເປັນຄູ່ຕໍ່ສູ້ທັງຄົນເປັນ ແລະ ຄົນຕາຍ, ເປັນຄູ່ກໍລະນີຂອງພວກບາດຫຼວງ ແລະ ປະຊາຊົນ, ແລະ ເປັນຄູ່ຂັດແຍ້ງຕໍ່ສະພາຄຣິສຕະຈັກ ແລະ ຕໍ່ຄຣິສຕຽນທຸກຄົນ. ລາວກ່າວວ່າ: “ໃນຄວາມຜິດທັງໝົດຂອງລູເທີນັ້ນ ມີຄວາມຜິດພຽງພໍທີ່ຈະອະນຸມັດໃຫ້ປະຫານຊີວິດຄົນນອກຮີດໜຶ່ງແສນຄົນດ້ວຍການເຜົາໄຟ.” {GC 148.1}

ລາວປິດທ້າຍດ້ວຍຄວາມພະຍາຍາມໂນ້ມນ້າວຜູ້ຟັງໃຫ້ດູຖູກຄົນທັງຫຼາຍທີ່ຢຶດຖືຫຼັກການປະຕິຮູບນັ້ນ ໂດຍກ່າວວ່າ: “ພວກສາວົກຂອງລູເທີແມ່ນໃຜ? ເປັນແກ້ງອັນທະພານທີ່ປະກອບດ້ວຍນາຍຄູບ້ານນອກທີ່ອວດດີ, ບາດຫຼວງທີ່ສໍ້ໂກງ, ນັກບວດທີ່ໄຮ້ສິນລະທຳ, ນັກກົດໝາຍທີ່ຂາດຄວາມຮູ້, ຂຸນນາງທີ່ເສຍຍົດ ແລະ ປະຊາຊົນທີ່ພວກເຂົາຫຼອກລວງໃຫ້ຫຼົງຜິດ. ຝ່າຍຄຣິສຕະຈັກກາໂຕລິກມີຄົນຫຼາຍກວ່າພວກເຂົາເປັນຈຳນວນມະຫາສານ ທັງມີຄວາມສາມາດ ແລະ ອຳນາດຫຼາຍກວ່າ! ຂໍໃຫ້ສະພາອັນຊົງກຽດແຫ່ງນີ້ລົງມະຕິເປັນເອກະສັນ ເພື່ອໃຫ້ຄວາມກະຈ່າງແຈ້ງແກ່ຜູ້ຮູ້ນ້ອຍ, ຕັກເຕືອນຄົນທີ່ບໍ່ຮອບຄອບ, ຊ່ວຍຄົນສອງຈິດສອງໃຈໃຫ້ຕັດສິນໃຈຢ່າງຖືກຕ້ອງ ແລະ ໜູນກຳລັງໃຫ້ແກ່ຄົນທີ່ອ່ອນແອ.”6 {GC 148.2}

ຄົນທີ່ປະກາດຄວາມຈິງໃນທຸກຍຸກທຸກສະໄໝໄດ້ຖືກໂຈມຕີດ້ວຍອາວຸດປະເພດນີ້ແຫຼະ. ໃນປັດຈຸບັນນີ້ມີການໃຊ້ຄຳໂຕ້ແຍ້ງແບບດຽວກັນ ເພື່ອຕໍ່ຕ້ານທຸກຄົນທີ່ກ້າຄັດຄ້ານຄວາມເທັດທີ່ຄົນສ່ວນໃຫຍ່ເຊື່ອຢ່າງໜຽວແໜ້ນ ດ້ວຍການນຳສະເໜີຄຳສອນທີ່ແຈ່ມແຈ້ງກົງໄປກົງມາຈາກພຣະຄຳຂອງພຣະເຈົ້າ. ຄົນທີ່ຢາກໄດ້ສາສະໜາອັນເປັນທີ່ນິຍົມຂອງຄົນໃນສັງຄົມຖາມຂຶ້ນວ່າ: “ພວກທີ່ມາເທດສະໜາຄຳສອນໃໝ່ນັ້ນແມ່ນໃຜ? ເປັນຄົນຈຳນວນໜ້ອຍທີ່ຍາກຈົນ ແລະ ໄຮ້ການສຶກສາ, ແຕ່ກັບອ້າງວ່າເປັນພວກທີ່ມີຫຼັກຄວາມຈິງ ແລະ ເປັນໄພ່ພົນຂອງພຣະເຈົ້າທີ່ພຣະອົງຊົງເລືອກໄວ້. ຄົນເຫຼົ່ານີ້ຂາດຄວາມຮູ້ ແລະ ຖືກຫຼອກລວງ. ເບິ່ງແມ! ຄຣິສຕະຈັກຂອງພວກເຮົາມີຈຳນວນຄົນ ແລະ ມີອິດທິພົນຫຼາຍກວ່າພວກເຂົາຢ່າງຫຼວງຫຼາຍທີ່ສຸດ! ມີຄົນສຳຄັນ ແລະ ນັກວິຊາການຫຼາຍຄົນຢູ່ຝ່າຍພວກເຮົາ! ມີອຳນາດມະຫາສານຢູ່ຝ່າຍພວກເຮົາ!” ຊາວໂລກນິຍົມຟັງຂໍ້ໂຕ້ແຍ້ງແບບນີ້ ແຕ່ໃນປັດຈຸບັນຄຳເຫຼົ່ານີ້ບໍ່ສາມາດພິສູດຫຍັງໄດ້ເລີຍ ບໍ່ຕ່າງຫຍັງກັບໃນສະໄໝຂອງລູເທີນັກປະຕິຮູບລຸ້ນບຸກເບີກ. {GC 148.3}

ການປະຕິຮູບຄັ້ງສຳຄັນນັ້ນ ບໍ່ໄດ້ສິ້ນສຸດທີ່ລູເທີຢ່າງທີ່ຫຼາຍຄົນເຂົ້າໃຈ, ແຕ່ເປັນຂະບວນການທີ່ຕ້ອງສືບຕໍ່ຈົນເຖິງວັນສິ້ນໂລກ. ລູເທີມີວຽກງານສຳຄັນໃນການສະທ້ອນແສງສະຫວ່າງທີ່ພຣະເຈົ້າສ່ອງມາຍັງເພິ່ນໃຫ້ຄົນອື່ນ, ແຕ່ເພິ່ນບໍ່ໄດ້ຮັບແສງແຫ່ງຄວາມຈິງທັງໝົດທີ່ພຣະເຈົ້າຈະປະທານໃຫ້ແກ່ມະນຸດສະໂລກ. ຕັ້ງແຕ່ສະໄໝຂອງລູເທີເຖິງປັດຈຸບັນ ພຣະເຈົ້າຊົງເປີດເຜີຍຫຼັກຄວາມຈິງໃນປະເດັນໃໝ່ຈາກພຣະຄຳພີມາເລື້ອຍໆ ແລະ ມີຄວາມກະຈ່າງແຈ້ງໃນຫຼັກຄວາມຈິງເຫຼົ່ານັ້ນຢ່າງຕໍ່ເນື່ອງ. {GC 148.4}

ທ່ານດະຍຸກຈອດຈ໌ຕອບໂຕ້

ຄົນສ່ວນຫຼາຍໃນສະພາປະທັບໃຈໃນຖ້ອຍຄຳຂອງອະລີອັນເດີ. ລູເທີບໍ່ໄດ້ຢູ່ທີ່ນັ້ນຈຶ່ງບໍ່ມີໂອກາດນຳສະເໜີຫຼັກຄວາມຈິງທີ່ແຈ່ມແຈ້ງ ແລະ ມີນ້ຳໜັກຈາກພຣະຄຳຂອງພຣະເຈົ້າ ເພື່ອຊະນະນັກໂຕ້ວາທີຝ່າຍສັນຕະປາປາ. ບໍ່ມີໃຜລຸກຂຶ້ນກ່າວປົກປ້ອງລູເທີ, ແຕ່ກົງກັນຂ້າມ, ພວກເຂົາບໍ່ພຽງຄິດທີ່ຈະກ່າວໂທດລູເທີກັບຄຳສອນຂອງເພິ່ນ, ແຕ່ຍັງຄິດທີ່ຈະທຳລາຍຂະບວນການນອກຮີດໃຫ້ໝົດສິ້ນ ແບບຖອນຮາກຖອນໂຄນ. ຄຣິສຕະຈັກໂຣມໄດ້ໂອກາດທີ່ດີທີ່ສຸດເພື່ອປ້ອງກັນຕົວເອງ. ທຸກສິ່ງທີ່ສາມາດເວົ້າໄດ້ເພື່ອປົກປ້ອງຄຣິສຕະຈັກໂຣມກໍໄດ້ກ່າວໄວ້ໃນທີ່ປະຊຸມແລ້ວ. ແຕ່ສິ່ງທີ່ເບິ່ງເປັນໄຊຊະນະຂອງພວກເຂົາ ທີ່ຈິງເປັນສັນຍານຂອງຄວາມປະລາໄຊ. ຕັ້ງແຕ່ນັ້ນມາ ຄວາມແຕກຕ່າງລະຫວ່າງຄວາມຈິງ ແລະ ຄວາມເທັດກໍປາກົດໃຫ້ເຫັນຢ່າງຈະແຈ້ງຂຶ້ນ ໃນຂະນະທີ່ທັງສອງຝ່າຍຕໍ່ສູ້ຢ່າງເປີດເຜີຍ. ຕັ້ງແຕ່ວັນນັ້ນມາ, ຄຣິສຕະຈັກໂຣມບໍ່ເຄີຍເຂັ້ມແຂງເໝືອນແຕ່ກ່ອນ. {GC 149.1}

ເຖິງແມ່ນວ່າສະມາຊິກສະພາສ່ວນໃຫຍ່ຈະບໍ່ລັງເລທີ່ຈະມອບລູເທີໃຫ້ຄຣິສຕະຈັກໂຣມແກ້ແຄ້ນ, ແຕ່ມີຫຼາຍຄົນເຫັນສະພາບທີ່ເສື່ອມເສຍຂອງຄຣິສຕະຈັກ ແລະ ຮູ້ສຶກບໍ່ພໍໃຈ. ພວກເຂົາປາຖະໜາໃຫ້ມີການບັນເທົາທຸກໃຫ້ແກ່ປະຊາຊົນຊາວເຢຍລະມັນທີ່ຕ້ອງທົນຢູ່ກັບການສໍ້ໂກງ ແລະ ຄວາມໂລບຂອງພວກຜູ້ນຳຄຣິສຕະຈັກ. ຕົວແທນຂອງສັນຕະປາປາໄດ້ບັນລະຍາຍເຖິງການປົກຄອງຂອງສັນຕະປາປາໃຫ້ເຫັນແຕ່ແງ່ດີ. ບັດນີ້, ພຣະເຈົ້າຊົງດົນໃຈສະມາຊິກສະພາຄົນໜຶ່ງ ໃຫ້ແຈ້ງຜົນຮ້າຍຂອງການປົກຄອງແບບຜະເດັດການຂອງສັນຕະປາປາຢ່າງລະອຽດຖີ່ຖ້ວນ. ທ່ານດະຍຸກຈອດຈ໌7 (Duke George) ຜູ້ປົກຄອງອີກເຂດໜຶ່ງຂອງແຊັກຊັນນີ ໄດ້ລຸກຂຶ້ນທ່າມກາງທີ່ປະຊຸມແຫ່ງຊາດ ເພື່ອລະບຸການຫຼອກລວງ ແລະ ຄວາມຊົ່ວຊ້າຂອງລະບອບສັນຕະປາປາເປັນຂໍ້ໆ ຢ່າງໜັກແໜ້ນໝັ້ນຄົງ ພ້ອມກ່າວເຖິງຜົນອັນຮ້າຍແຮງຈາກສິ່ງເຫຼົ່ານັ້ນ. ເພິ່ນປິດທ້າຍດ້ວຍການກ່າວວ່າ: {GC 149.2}

“ຂໍ້ເຫຼົ່ານີ້ເປັນພຽງສ່ວນໜຶ່ງຂອງການລະເມີດຂອງຄຣິສຕະຈັກໂຣມ. ພວກເຂົາໜ້າດ້ານໄຮ້ຢາງອາຍ ແລະ ມີເປົ້າໝາຍຢ່າງດຽວຄື…ເງິນ, ເງິນ ແລະ ກໍເງິນ…ຈົນມີນັກເທດທີ່ມີໜ້າທີ່ສອນຄວາມຈິງພັດກ່າວແຕ່ເລື່ອງທີ່ເປັນເທັດ. ສ່ວນຄຣິສຕະຈັກບໍ່ພຽງແຕ່ຍອມໃຫ້ພວກເຂົາເທດສະໜາຕໍ່ໄປ ແຕ່ຍັງໃຫ້ລາງວັນພວກເຂົາອີກຊ້ຳ ເພາະວ່າການເວົ້າຕົວະຂອງຄົນເຫຼົ່ານີ້ຫຼາຍສ່ຳໃດ ຜົນກຳໄລຂອງພວກເຂົາກໍຫຼາຍຂຶ້ນສ່ຳນັ້ນ. ຕົ້ນນ້ຳເນົ່າເຮັດໃຫ້ນ້ຳໃນລຳຫ້ວຍເສຍ; ຖ້າຄຣິສຕະຈັກເນົ່າ, ຄຳສອນກໍເສື່ອມ. ຄວາມໂລບ ແລະ ການຜິດສິນລະທຳກໍຈັບມືກັນ,…ເປັນຕາຢ້ານແທ້ໆ! ພວກບາດຫຼວງມີພຶດຕິກຳທີ່ອັບອາຍຂາຍໜ້າ ເປັນເຫດໃຫ້ຄົນທີ່ໜ້າສົງສານຫຼາຍຄົນຕ້ອງຮັບໂທດນິຣັນ, ຈຶ່ງຕ້ອງມີການປະຕິຮູບທົ່ວໄປ.”8 {GC 149.3}

ຖ້າຫາກວ່າລູເທີຢູ່ໃນທີ່ປະຊຸມ ກໍຈະບໍ່ສາມາດຕຳໜິຕິຕຽນການໃຊ້ອຳນາດເກີນຂອບເຂດຂອງລະບອບສັນຕະປາປາໄດ້ດີກວ່ານີ້. ຊ້ຳບໍ່ໜຳ, ການທີ່ຄົນເວົ້າເປັນສັດຕູຂອງລູເທີ ກໍຍິ່ງເຮັດໃຫ້ຖ້ອຍຄຳຂອງທ່ານດະຍຸກມີພະລັງ. {GC 150.1}

ຖ້າຫາກວ່າ ພຣະເຈົ້າຊົງເປີດຕາໃຫ້ຄົນໃນສະພາເຫັນໂລກວິນຍານໄດ້ ກໍຈະເຫັນວ່າມີທູດສະຫວັນຢູ່ທ່າມກາງພວກເຂົາ ທີ່ຄອຍສ່ອງສະຫວ່າງເຂົ້າໄປຂັບໄລ່ຄວາມມືດ ເພື່ອເປີດຈິດໃຈຂອງຜູ້ຄົນໃຫ້ມີຄວາມພ້ອມທີ່ຈະຮັບເອົາຄວາມຈິງ; ດ້ວຍວ່າ, ຄວາມຈິງ ແລະ ສະຕິປັນຍາມາຈາກພຣະເຈົ້າ. ຣິດທານຸພາບຂອງພຣະອົງໄດ້ຄວບຄຸມແມ່ນກະທັ້ງສັດຕູຂອງການປະຕິຮູບ ແລະ ໄດ້ຈັດຕຽມເສັ້ນທາງສຳລັບວຽກງານອັນຍິ່ງໃຫຍ່ທີ່ກຳລັງຈະສຳເລັດ. ມາຕິນ ລູເທີບໍ່ໄດ້ຢູ່ໃນທີ່ປະຊຸມກໍຈິງ ແຕ່ທຸກຄົນໃນສະພາໄດ້ຍິນສຽງຂອງຜູ້ທີ່ຍິ່ງໃຫຍ່ກວ່າລູເທີ ນັ້ນຄືພຣະສຸຣະສຽງຂອງອົງ­ພຣະ­ຜູ້­ເປັນ­ເຈົ້າ. {GC 150.2}

ລູເທີຖືກເອີ້ນໃຫ້ລາຍງານຕົວຕໍ່ສະພາ

ປະຊຸມສະພາຈຶ່ງຕັ້ງຄະນະ­ກຳມະການຂຶ້ນມາທັນທີ ເພື່ອລະບຸການກົດຂີ່ຂົ່ມເຫັງຂອງລະບອບສັນຕະປາປາຢ່າງຄົບຖ້ວນ ເພາະວ່າການຂົ່ມເຫັງນີ້ເປັນພາລະທີ່ຊາວເຢຍລະມັນຕ້ອງແບກຮັບຢ່າງໜັກໜ່ວງ. ມີການລະບຸເລື່ອງການໃຊ້ອຳນາດຜິດເປັນຂໍ້ໆໃຫ້ຄົບ 101 ຂໍ້ ແລະ ມີການນຳລາຍການດັ່ງກ່າວໄປສະເໜີຕໍ່ຈັກກະພັດ ພ້ອມດ້ວຍຄຳຂໍຮ້ອງໃຫ້ເພິ່ນຈັດການກັບຄວາມຜິດເຫຼົ່ານັ້ນທັນທີ. ພວກທີ່ຂຽນຄຳຮ້ອງນັ້ນກ່າວວ່າ: “ພວກຄຣິສຕຽນຕ້ອງພິນາດຫຼາຍສ່ຳໃດ? ເບິ່ງແມ! ຫົວໜ້າຝ່າຍຈິດວິນຍານຂອງຊາວຄຣິສຕຽນທັງປວງຢູ່ທ່າມກາງຄວາມເສື່ອມຊາມ, ການບີບບັງຄັບ ແລະ ເລື່ອງທີ່ອັບອາຍຂາຍໜ້າຫຼາຍສ່ຳໃດ? ພວກເຮົາມີໜ້າທີ່ຢັບຢັ້ງຄວາມພິນາດ ແລະ ຄວາມອັບອາຍຂາຍໜ້າຂອງປະຊາຊົນ. ເພາະເຫດນີ້, ພວກເຮົາຈຶ່ງນ້ອມຂໍໃຫ້ທ່ານອອກຄຳສັ່ງດ່ວນ ໃຫ້ມີການປະຕິຮູບທົ່ວໄປ ແລະ ຂໍໃຫ້ດຳເນີນການເພື່ອໃຫ້ການປະຕິຮູບດັ່ງກ່າວສຳເລັດເປັນຈິງ.”9 {GC 150.3}

ບັດນີ້ສະພາສັ່ງໃຫ້ລູເທີມາລາຍງານຕໍ່ທີ່ປະຊຸມ. ເຖິງແມ່ນວ່າອະລີອັນເດີໄດ້ຄັດຄ້ານ, ຂໍຮ້ອງ ແລະ ຂົ່ມຂູ່ເພື່ອບໍ່ໃຫ້ລູເທີມາ, ແຕ່ໃນທີ່ສຸດຈັກກະພັດໄດ້ອະນຸມັດຕາມຄຳຮຽກຮ້ອງຂອງທີ່ປະຊຸມ ລູເທີຈຶ່ງຖືກເອີ້ນມາໃຫ້ລາຍງານຕໍ່ໜ້າປະຊຸມສະພາ. ມີການເຮັດໃບຮັບຮອງຄວາມປອດໄພພ້ອມກັບໝາຍຮຽກ ທີ່ຢືນຢັນວ່າຈະສົ່ງເພິ່ນກັບໄປໃນທີ່ປອດໄພ. ມີການມອບໝາຍໃຫ້ຜູ້ສົ່ງສານຫຼວງນຳເອກະສານເຫຼົ່ານີ້ໄປທີ່ວິດ­ເທັນ­ເບີກ ແລະ ນຳພາລູເທີກັບມາທີ່ເມືອງເວີມ. {GC 150.4}

ໝູ່ເພື່ອນຂອງລູເທີຢ້ານຫຼາຍ ແລະ ບໍ່ຮູ້ວ່າຈະເຮັດຫຍັງດີ. ພວກເຂົາຊາບເຖິງອະຄະຕິ ແລະ ຄວາມກຽດຊັງທີ່ຝ່າຍສັນຕະປາປາມີຕໍ່ເພິ່ນ, ຈຶ່ງຢ້ານວ່າລູເທີຈະຖືກຈັບ ເຖິງແມ່ນວ່າມີໃບຮັບຮອງຄວາມປອດໄພກໍຕາມ, ພວກເຂົາຈຶ່ງຂໍຮ້ອງລູເທີບໍ່ໃຫ້ສ່ຽງຊີວິດ. ເພິ່ນຕອບວ່າ: “ພວກຝ່າຍສັນຕະປາປາບໍ່ຢາກໃຫ້ຂ້າພະເຈົ້າມາທີ່ເມືອງເວີມ ແຕ່ຕ້ອງການໃຫ້ຂ້າພະເຈົ້າຖືກຕັດສິນໂທດປະຫານຊີວິດ. ບໍ່ວ່າຈະຢ່າງໃດກໍບໍ່ສຳຄັນ. ຢ່າອະທິຖານເພື່ອຂ້າພະເຈົ້າເລີຍ ແຕ່ຈົ່ງອະທິຖານເພື່ອພຣະທຳຂອງພຣະເຈົ້າ.…ພຣະຄຣິສຈະປະທານພຣະວິນຍານຂອງພຣະອົງ ເພື່ອຂ້າພະເຈົ້າຈະສາມາດເອົາຊະນະອາຈານທີ່ສອນຄວາມເທັດເຫຼົ່ານັ້ນ. ຂ້າພະເຈົ້າໄດ້ດູຖູກພວກເຂົາໃນຊ່ວງທີ່ມີຊີວິດ ແລະ ຈະຊະນະພວກເຂົາດ້ວຍການຕາຍ. ຄົນທີ່ເມືອງເວີມວຸ້ນວາຍກັນດ້ວຍການພະຍາຍາມບັງຄັບໃຫ້ຂ້າພະເຈົ້າຖອນຄຳສອນ ແຕ່ທີ່ຂ້າພະເຈົ້າຈະຖອນຄືສິ່ງນີ້: ແຕ່ກ່ອນຂ້າພະເຈົ້າເຄີຍກ່າວວ່າສັນຕະປາປາເປັນຕົວແທນຂອງພຣະຄຣິສ, ມາບັດນີ້ຂ້າພະເຈົ້າຂໍຢືນຢັນວ່າ ສັນຕະປາປາເປັນສັດຕູຂອງພຣະເຈົ້າ ແລະ ເປັນທູດຂອງມານຊາຕານ.”10 {GC 150.5}

ລູເທີບໍ່ຕ້ອງເດີນທາງຄົນດຽວ, ນອກຈາກຜູ້ສົ່ງສານຂອງຈັກກະພັດແລ້ວ ຍັງມີເພື່ອນສະໜິດສາມຄົນທີ່ຕັ້ງໃຈຮ່ວມເດີນທາງໄປນຳ. ເມລັງໂທນມີຄວາມປາຖະໜາຢ່າງແຮງກ້າທີ່ຈະໄປດ້ວຍ ເພາະລາວຜູກພັນກັບເພິ່ນຢ່າງໃກ້ຊິດ. ເມລັງໂທນຍິນດີຕິດຕາມລູເທີເຖິງຂັ້ນຕິດຄຸກ ຫຼື ຖືກຂ້າຖ້າຈຳເປັນ, ແຕ່ຄຳວິງວອນຂອງລາວຖືກປະຕິເສດ. ຖ້າລູເທີເສຍຊີວິດ ຄວາມຫວັງຂອງການປະຕິຮູບຈະຕ້ອງຝາກໄວ້ກັບຜູ້ຮ່ວມງານໜຸ່ມຜູ້ນີ້. ລູເທີກ່າວອຳລາເມລັງໂທນວ່າ: “ຖ້າຂ້າພະເຈົ້າບໍ່ໄດ້ກັບມາ ແລະ ຂ້າພະເຈົ້າຖືກພວກສັດຕູຂ້າຕາຍ, ເຈົ້າຈົ່ງສອນຕໍ່ໄປ ແລະ ຢືນໝັ້ນໃນຫຼັກຄວາມຈິງ. ຈົ່ງເຮັດວຽກແທນທີ່ຂ້າພະເຈົ້າ.…ຖ້າເຈົ້າລອດຕາຍແລ້ວ ການຕາຍຂອງຂ້າພະເຈົ້າຈະບໍ່ໄດ້ສ້າງຄວາມເສຍຫາຍຫຼາຍ.”11 ພວກນັກສຶກສາ ແລະ ປະຊາຊົນທີ່ເຕົ້າໂຮມກັນເພື່ອສົ່ງລູເທີນັ້ນ ຕ່າງຮູ້ສຶກຊາບຊຶ້ງ. ມີຄົນຈຳນວນຫຼວງຫຼາຍທີ່ຕອບສະໜອງຕໍ່ຂ່າວປະເສີດ ຢືນຮ້ອງໄຫ້ຂໍໃຫ້ເພິ່ນເດີນທາງດ້ວຍຄວາມປອດໄພ. ຢ່າງນີ້ແຫຼະ, ນັກປະຕິຮູບພ້ອມດ້ວຍເພື່ອນຮ່ວມທາງຈຶ່ງອອກເດີນທາງຈາກເມືອງວິດ­ເທັນ­ເບີກ. {GC 151.1}

ໃນຂະນະທີ່ເດີນທາງ ພວກເຂົາເຫັນວ່າປະຊາຊົນເສົ້າໝອງ ເພາະສັງຫອນເຖິງເຫດຮ້າຍທີ່ອາດຈະເກີດຂຶ້ນ. ໃນເມືອງບາງແຫ່ງບໍ່ມີການຕ້ອນຮັບຢ່າງເປັນກຽດ. ຄັ້ງໜຶ່ງເມື່ອພວກເຂົາຢຸດພັກເຊົາໃນຕອນແລງ, ມີບາດຫຼວງຄົນໜຶ່ງທີ່ເປັນມິດ ສະແດງເຖິງຄວາມຢ້ານກົວ ດ້ວຍການເອົາຮູບຂອງນັກປະຕິຮູບຊາວອີຕາລີຄົນໜຶ່ງ ທີ່ຖືກຂ້າຍ້ອນຄວາມເຊື່ອມາໃຫ້ລູເທີເບິ່ງ. ວັນຕໍ່ມາພວກເຂົາໄດ້ຂ່າວວ່າ ທີ່ເມືອງເວີມມີຄຳສັ່ງຫ້າມງານຂຽນຂອງລູເທີ. ພວກສົ່ງສານນຳຄຳສັ່ງຂອງຈັກກະພັດອອກໄປປະກາດ ແລະ ຮຽກຮ້ອງໃຫ້ປະຊາຊົນນຳງານຂຽນດັ່ງກ່າວມາໃຫ້ພວກເຈົ້າເມືອງ. ຜູ້ສົ່ງສານຫຼວງທີ່ນຳທາງລູເທີຢ້ານວ່າເພິ່ນຈະບໍ່ໄດ້ຮັບຄວາມປອດໄພທີ່ສະພາ ແລະ ຄິດວ່າຄວາມຕັ້ງໃຈຂອງເພິ່ນຄົງຫວັ່ນໄຫວ ຈຶ່ງຖາມວ່າເພິ່ນຍັງຈະເດີນທາງຕໍ່ໄປ ຫຼື ບໍ່. ລູເທີຕອບວ່າ: “ເຖິງແມ່ນວ່າຂ້າພະເຈົ້າຖືກສັ່ງຫ້າມໃນທຸກເມືອງ, ຂ້າພະເຈົ້າກໍຍັງຈະເດີນທາງຕໍ່ໄປ.”12 {GC 151.2}

ລູເທີໄດ້ຮັບການຕ້ອນຮັບຢ່າງເປັນກຽດທີ່ເມືອງເອີເຟີດ (Erfurt). ຂະນະທີ່ເດີນທາງຕາມຖະໜົນໃນເມືອງທີ່ເພິ່ນເຄີຍຂໍທານໃນຊ່ວງໄວໜຸ່ມ, ມີຄົນຈຳນວນຫຼວງຫຼາຍອອກມາຫ້ອມລ້ອມຊົມເຊີຍເພິ່ນ. ລູເທີແວ່ຢ້ຽມຫ້ອງພັກຂອງເພິ່ນສະໄໝເປັນນັກບວດ ແລະ ຄິດຄຳນຶງເຖິງການຕໍ່ສູ້ໃນໃຈກວ່າເພິ່ນຈະຮັບແສງແຫ່ງຂ່າວປະເສີດ ເຊິ່ງບັດນີ້ແສງນັ້ນກຳລັງສ່ອງໄປທົ່ວທຸກແຫ່ງໃນເຢຍລະມັນ. ມີຄົນຂໍຮ້ອງໃຫ້ເພິ່ນເທດສະໜາ, ເຖິງແມ່ນວ່າທາງການໄດ້ຫ້າມບໍ່ໃຫ້ເພິ່ນເທດກໍຕາມ ແຕ່ຜູ້ສົ່ງສານຫຼວງທີ່ນຳທາງເພິ່ນກໍອະນຸຍາດ. ສະນັ້ນ, ຄົນທີ່ເຄີຍເປັນນັກບວດຜູ້ຕ່ຳຕ້ອຍທີ່ສຸດໃນສຳນັກນັກບວດ ຈຶ່ງຂຶ້ນທຳມາດເພື່ອເທດສະໜາ. {GC 152.1}

ເພິ່ນຂຶ້ນຕົ້ນກ່າວແກ່ຄົນຈຳນວນຫຼາຍທີ່ເຕົ້າໂຮມກັນຢູ່ນັ້ນດ້ວຍຖ້ອຍຄຳຂອງພຣະ­ເຢຊູ­ຄຣິສວ່າ: “ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ.” “ພວກນັກປັດຊະຍາ, ນັກສາສະໜາສາດ ແລະ ນັກຂຽນໄດ້ພະຍາຍາມສອນຄົນເຖິງຫົນທາງທີ່ນຳໄປສູ່ຊີວິດອັນຕະຫຼອດໄປເປັນນິດ ແຕ່ກໍບໍ່ສຳເລັດ. ບັດນີ້ຂ້າພະເຈົ້າຈະບອກທ່ານທັງຫຼາຍໃຫ້ຊາບວ່າ…ພຣະເຈົ້າຊົງໃຫ້ຊາຍຄົນໜຶ່ງຟື້ນຈາກຄວາມຕາຍ ຄືພຣະ­ເຢຊູ­ຄຣິສເຈົ້າ, ເພື່ອພຣະອົງຈະທຳລາຍຄວາມຕາຍ, ກຳຈັດຄວາມບາບ ແລະ ປິດປະຕູນະຣົກ. ນີ້ຄືພັນທະກິດຊ່ວຍມະນຸດໃຫ້ລອດພົ້ນ;…ພຣະຄຣິສຊົງມີໄຊຊະນະແລ້ວ! ເປັນຂ່າວທີ່ໜ້າຊົມຊື່ນຍິນດີ! ພວກເຮົາລອດພົ້ນເພາະການປະພຶດປະຕິບັດຂອງພຣະອົງ ບໍ່ແມ່ນຍ້ອນການເຮັດບຸນທຳທານຂອງເຮົາເອງ.…ອົງພຣະ­ເຢຊູ­ຄຣິສເຈົ້າຂອງເຮົາທັງຫຼາຍຊົງກ່າວວ່າ: ‘ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ;…ຈົ່ງເບິ່ງມື ແລະ ຕີນຂອງເຮົາ.’13 ອົງ­ພຣະ­ຜູ້­ເປັນ­ເຈົ້າຊົງກ່າວວ່າ, ມະນຸດເອີຍ, ເຮົາເອງ, ຄືເຮົາຜູ້ດຽວທີ່ໄດ້ເອົາຄວາມຜິດບາບຂອງເຈົ້າໄປ, ເຮົາໄດ້ໄຖ່ຊີວິດເຈົ້າ, ບັດນີ້ເຈົ້າຈຶ່ງມີສັນຕິສຸກ.” {GC 152.2}

ລູເທີຍັງຄົງເທດສະໜາຕໍ່ດ້ວຍການສະແດງໃຫ້ເຫັນວ່າ ຄວາມເຊື່ອທີ່ແທ້ຈິງຈະປາກົດໃຫ້ເຫັນໃນຊີວິດທີ່ບໍຣິສຸດ. “ພຣະເຈົ້າຊົງຊ່ວຍພວກເຮົາໃຫ້ລອດພົ້ນ, ສະນັ້ນ, ຂໍໃຫ້ພວກເຮົາດຳເນີນຊີວິດເປັນທີ່ພໍພຣະໄທຂອງພຣະອົງ. ເຈົ້າເປັນຄົນຮັ່ງມີບໍ? ຂໍໃຫ້ເຈົ້າໃຊ້ຊັບສິນເພື່ອຊ່ວຍເຫຼືອຄົນຍາກຈົນຕາມຄວາມຈຳເປັນຂອງພວກເຂົາ. ຫຼືວ່າເຈົ້າເປັນຄົນຍາກຈົນບໍ? ຈົ່ງເຮັດວຽກເປັນທີ່ພໍໃຈຂອງຄົນຮັ່ງມີ. ຖ້າຄວາມດີທີ່ເຈົ້າເຮັດນັ້ນມີປະໂຫຍດສຳລັບເຈົ້າຜູ້ດຽວ, ສິ່ງທີ່ເຈົ້າອ້າງວ່າເຮັດເພື່ອຖວາຍແດ່ພຣະເຈົ້ານັ້ນບໍ່ເປັນຄວາມຈິງ.”14 {GC 152.3}

ປະຊາຊົນຟັງເໝືອນຕ້ອງມົນສະກົດ. ຄຳເທດສະໜາຂອງລູເທີເໝືອນການແບ່ງປັນອາຫານແຫ່ງຊີວິດໃຫ້ຈິດວິນຍານທີ່ຫິວກະຫາຍ. ລູເທີເຊີດຊູພຣະຄຣິສໄວ້ເໜືອບັນດາສັນຕະປາປາ ແລະ ຕົວແທນທຸກຄົນຂອງພວກເຂົາ, ເໜືອຈັກກະພັດທຸກອົງ ແລະ ກະສັດທັງປວງ. ເພິ່ນບໍ່ໄດ້ກ່າວເຖິງຄວາມອັນຕະລາຍທີ່ເພິ່ນກຳລັງປະເຊີນຢູ່ໃນຂະນະນັ້ນ, ບໍ່ໄດ້ພະຍາຍາມໃຫ້ຕົວເອງເປັນສູນກາງ ຫຼື ໃຫ້ຄົນສົງສານເພິ່ນ. ການໄຕ່ຕອງເຖິງພຣະຄຣິສເຮັດໃຫ້ລູເທີລືມຕົວເອງ, ຊີວິດຂອງເພິ່ນເຊື່ອງຊ່ອນໄວ້ດ້ານຫຼັງພຣະອົງຜູ້ສິ້ນພຣະຊົນເທິງພູເຂົາຄານວາຣີ, ມີເປົ້າໝາຍດຽວຄືການປະກາດພຣະເຢຊູໃນຖານະພຣະຜູ້ໄຖ່ຂອງຄົນບາບ. {GC 152.4}

ກ້າເພາະເຊື່ອ

ທຸກບ່ອນທີ່ລູເທີເດີນທາງຜ່ານກໍມີຄົນອອກມາຕ້ອນຮັບຢ່າງຫຼວງຫຼາຍດ້ວຍຄວາມຢາກຮູ້ຢາກເຫັນ. ມີຝູງຊົນມະຫາສານຫ້ອມລ້ອມເພິ່ນ ແລະ ມີສຽງຮ້ອງເຕືອນດ້ວຍຄວາມຫວັງດີວ່າ ພວກຝ່າຍຄຣິສຕະຈັກໂຣມປະສົງຮ້າຍຕໍ່ເພິ່ນ. ບາງຄົນບອກວ່າ: “ພວກເຂົາຈະຂ້າເຈົ້າດ້ວຍການເຜົາໄຟ ຈົນຮ່າງກາຍຂອງເຈົ້າເຫຼືອແຕ່ເທົ່າຖ່ານ ເໝືອນທີ່ພວກເຂົາເຮັດຕໍ່ ຈອນ ຮັສ.” ລູເທີຕອບວ່າ, “ເຖິງແມ່ນວ່າພວກເຂົາຈະກໍ່ໄຟສູງພຽງຟ້າຕັ້ງແຕ່ເມືອງເວີມຕະຫຼອດຈົນຮອດເມືອງວິດ­ເທັນ­ເບີກ, ຂ້າພະເຈົ້າຈະຍ່າງຜ່ານຜ່າແປວໄຟນັ້ນໃນພຣະນາມຂອງພຣະອົງ ແລະ ຈະລາຍງານຕົວຕໍ່ໜ້າພວກເຂົາ. ຂ້າພະເຈົ້າປາຖະໜາເຂົ້າໄປໃນປາກຂອງສັດຮ້າຍຕົວນີ້ເພື່ອຫັກແຂ້ວຂອງມັນ ພ້ອມທັງປະກາດຢືນຢັນຄວາມເຊື່ອໃນອົງພຣະ­ເຢຊູ­ຄຣິສເຈົ້າ.”15 {GC 153.1}

ຂ່າວທີ່ລູເທີເດີນທາງໃກ້ຈະຮອດເມືອງເວີມນັ້ນ ສ້າງຄວາມວຸ້ນວາຍບໍ່ໜ້ອຍ. ຝ່າຍພວກທີ່ເປັນມິດຢ້ານວ່າເພິ່ນຈະບໍ່ໄດ້ຮັບຄວາມປອດໄພ, ສ່ວນຝ່າຍສັດຕູກໍຢ້ານວ່າຈຸດປະສົງຂອງພວກເຂົາຈະບໍ່ສຳເລັດ. ພວກຝ່າຍສັນຕະປາປາພະຍາຍາມຈົນສຸດກຳລັງ ເພື່ອໃຫ້ລູເທີປ່ຽນໃຈບໍ່ເຂົ້າເມືອງ. ພວກເຂົາຂໍຮ້ອງໃຫ້ເພິ່ນໄປພັກໃນຜາສາດຫີນຂອງອັດສະວິນທີ່ເປັນມິດກັບຂະບວນການປະຕິຮູບ ໂດຍກ່າວວ່າ ຖ້າມີຂໍ້ຂັດແຍ້ງປະການໃດ ກໍຈະສາມາດປັບປ່ຽນແກ້ໄຂທີ່ນັ້ນໄດ້ໂດຍບໍ່ກະທົບຕໍ່ໃຜ. ສ່ວນຄົນທີ່ເຂົ້າຂ້າງເພິ່ນນັ້ນ ກໍເວົ້າເຖິງໄພອັນຕະລາຍທີ່ຈະຕ້ອງປະເຊີນ ໂດຍຫວັງວ່າເພິ່ນຈະຢ້ານ ແລະ ບໍ່ເຂົ້າເມືອງ. ແຕ່ຄວາມພະຍາຍາມທັງໝົດຂອງພວກເຂົາບໍ່ໄດ້ເປັນຜົນ. ລູເທີຍັງໝັ້ນຄົງບໍ່ຫວັ່ນໄຫວ ໂດຍກ່າວຈຸດຢືນວ່າ: “ເຖິງແມ່ນວ່າຜີສາດມານຮ້າຍໃນເມືອງເວີມ ມີຈຳນວນເທົ່າກັບດິນຂໍທີ່ມຸງຫຼັງຄາເຮືອນທຸກຫຼັງ, ຂ້າພະເຈົ້າກໍຍັງຈະເຂົ້າເມືອງນັ້ນຢູ່ດີ.”16 {GC 153.2}

ເມື່ອລູເທີໄປເຖິງເມືອງເວີມ ມີຝູງຊົນໃຫຍ່ມະຫາສານອອກມາຕ້ອນຮັບຢູ່ທີ່ປະຕູເມືອງ ເຊິ່ງມີຈຳນວນຫຼາຍກວ່າທີ່ອອກມາຕ້ອນຮັບອົງຈັກກະພັດເສຍອີກ. ຄົນເຫຼົ່ານີ້ມີຄວາມຕື່ນເຕັ້ນຫຼາຍທີ່ສຸດ, ແຕ່ໃນຂະນະດຽວກັນ ມີສຽງຂັບຮ້ອງບົດໄວ້ທຸກດັງຂຶ້ນຈາກທ່າມກາງຝູງຊົນ, ເປັນການເຕືອນລູເທີເຖິງຊະຕາກຳທີ່ລໍຖ້າເພິ່ນຢູ່ຂ້າງໜ້າ. ແຕ່ເພິ່ນກ່າວໃນຂະນະທີ່ລົງຈາກລົດມ້າວ່າ: “ພຣະເຈົ້າຈະຊົງປົກປ້ອງຄຸ້ມຄອງຂ້າພະເຈົ້າ.” {GC 153.3}

ພວກຝ່າຍສັນຕະປາປາບໍ່ເຊື່ອວ່າລູເທີຈະມາທີ່ເມືອງເວີມແທ້ ແລະ ເມື່ອເພິ່ນໄປເຖິງເມືອງພວກເຂົາຈຶ່ງສັບສົນວຸ້ນວາຍ. ຈັກກະພັດສັ່ງໃຫ້ພວກທີ່ປຶກສາມາປະຊຸມກັນທັນທີ ເພື່ອພິຈາລະນາວ່າຈະດຳເນີນການຢ່າງໃດ. ມີເຈົ້າຄະນະຄົນໜຶ່ງທີ່ສະໜັບສະໜູນສັນຕະປາປາຢ່າງເຄັ່ງຄັດກ່າວວ່າ: “ພວກເຮົາໄດ້ພິຈາລະນາເລື່ອງນີ້ມາດົນແລ້ວ ຂໍໃຫ້ທ່ານຈັດການຄົນນີ້ທັນທີ. ຈັກກະພັດຊີກີມົງໄດ້ປະຫານຊີວິດ ຈອນ ຮັສ ດ້ວຍການເຜົາໄຟບໍ່ແມ່ນບໍ? ເຮົາບໍ່ຈຳເປັນໃຫ້ໃບຮັບຮອງຄວາມປອດໄພແກ່ຄົນນອກຮີດ ແລະ ຖ້າຄົນນອກຮີດມີໃບຮັບຮອງຄວາມປອດໄພຢູ່ແລ້ວ ພວກເຮົາບໍ່ຕ້ອງປະຕິບັດຕາມ.” ຈັກກະພັດຕອບວ່າ: “ບໍ່, ພວກເຮົາຕ້ອງຮັກສາສັນຍາ.”17 ສະນັ້ນ, ພວກເຂົາຈຶ່ງຕົກລົງທີ່ຈະຟັງລູເທີໃຫ້ການຕໍ່ສະພາ. {GC 153.4}

ຄົນທັງເມືອງຢາກເຫັນຊາຍທີ່ມີຊື່ສຽງຄົນນີ້, ຈຶ່ງມີຄົນພາກັນຫຼັ່ງໄຫຼໄປຢາມເພິ່ນທີ່ເຮືອນພັກ. ລູເທີຫາກໍຫາຍປ່ວຍ ແລະ ມີອາການເມື່ອຍລ້າຈາກການເດີນທາງຕະຫຼອດສອງອາທິດ. ເພິ່ນຕ້ອງກຽມຕົວສຳລັບເຫດການສຳຄັນໃນມື້ອື່ນ, ເພິ່ນຈຶ່ງຕ້ອງການເວລາພັກຜ່ອນງຽບໆ. ແຕ່ມີຄົນປາຖະໜາທີ່ຈະພົບເພິ່ນຫຼາຍ; ສະນັ້ນ, ຫຼັງຈາກທີ່ເພິ່ນໄດ້ພັກຜ່ອນສອງສາມຊົ່ວໂມງ ມີພວກຂຸນນາງ, ອັດສະວິນ, ບາດຫຼວງ ແລະ ປະຊາຊົນພາກັນມາເຕົ້າໂຮມຢູ່ອ້ອມຮອບໂຕເພິ່ນ. ທ່າມກາງຄົນເຫຼົ່ານີ້ມີຂຸນນາງຫຼາຍຄົນທີ່ຮຽກຮ້ອງຕໍ່ຈັກກະພັດດ້ວຍຄວາມກ້າຫານໃຫ້ແກ້ໄຂການໃຊ້ອຳນາດຜິດຂອງຄຣິສຕະຈັກ. ລູເທີກ່າວກ່ຽວກັບພວກເຂົາວ່າ: “ຄົນເຫຼົ່ານີ້ໄດ້ເປັນອິດສະຫຼະເພາະຂ່າວປະເສີດທີ່ຂ້າພະເຈົ້າປະກາດ.”18 ໃນຄົນທີ່ມາຢາມເບິ່ງນັກບວດທີ່ບໍ່ຢ້ານກົວຜູ້ນີ້ ມີທັງມິດ ແລະ ສັດຕູ, ແຕ່ບໍ່ວ່າເປັນໃຜເພິ່ນກໍຕ້ອນຮັບຢ່າງສຸຂຸມບໍ່ຫວັ່ນໄຫວ ແລະ ຕອບທຸກຄົນດ້ວຍສະຕິປັນຍາ ແລະ ການໃຫ້ກຽດ. ເພິ່ນມີທ່າທີກ້າຫານ ແລະ ໜັກແໜ້ນໝັ້ນຄົງ. ໃບໜ້າຂອງເພິ່ນຊີດຂາວ ແລະ ມີຮ່ອງຮອຍຈາກຄວາມລຳບາກ ແລະ ການປ່ວຍໂຊ, ແຕ່ຍັງມີຮອຍຍິ້ມອັນເບີກບານສະແດງເຖິງຄວາມເປັນມິດ. ຖ້ອຍຄຳຂອງເພິ່ນມີພະລັງ ເພາະເພິ່ນກ່າວດ້ວຍຄວາມຈິງໃຈຢ່າງໜັກແໜ້ນ ແລະ ກະຕືລືລົ້ນ ຈົນພວກສັດຕູບໍ່ສາມາດຕ້ານທານໄດ້. ບໍ່ວ່າມິດ ຫຼື ສັດຕູຕ່າງກໍຮູ້ສຶກປະຫຼາດໃຈ. ບາງຄົນໝັ້ນໃຈວ່າພຣະເຈົ້າຊົງດົນໃຈເພິ່ນ, ສ່ວນຄົນອື່ນຢືມຖ້ອຍຄຳທີ່ພວກຟາຣີຊາຍກ່າວເຖິງພຣະຄຣິສວ່າ: “ຜີມານຮ້າຍສິງລາວຢູ່.” {GC 154.1}

ໃນວັນຖັດມາລູເທີຖືກເອີ້ນມາໃຫ້ເຂົ້າຮ່ວມປະຊຸມສະພາ. ມີເຈົ້າໜ້າທີ່ຫຼວງໄດ້ຮັບມອບໝາຍໃຫ້ນຳເພິ່ນເຂົ້າມາໃນຫ້ອງປະຊຸມ ແຕ່ການເດີນທາງໄປນັ້ນເປັນໄປດ້ວຍຄວາມຍາກລຳບາກ. ຕະຫຼອດເສັ້ນທາງມີຄົນຈຳນວນຫຼວງຫຼາຍລໍເຝົ້າເບິ່ງນັກບວດທີ່ກ້າຂັດຂືນຕໍ່ອຳນາດຂອງສັນຕະປາປາ. {GC 154.2}

ກ່ອນທີ່ຈະເຂົ້າໄປຕໍ່ໜ້າພວກຜູ້ພິພາກສາ ມີນາຍພົນແກ່ຄົນໜຶ່ງທີ່ເຄີຍຊະນະການສູ້ຮົບມາຫຼາຍຄັ້ງ ໜູນໃຈລູເທີວ່າ: “ໂອ ທ່ານນັກບວດຜູ້ໜ້າເຫັນໃຈເອີຍ! ຂ້າພະເຈົ້າ ແລະ ນາຍທະຫານຄົນອື່ນເຄີຍເຂົ້າສົງຄາມສູ້ຮົບເລືອດກະເດັນ, ແຕ່ສົງຄາມຂອງພວກເຮົາບໍ່ໄດ້ມີກຽດເທົ່າກັບສິ່ງທີ່ເຈົ້າຈະຢືນຢັດຕໍ່ສູ້ໃນມື້ນີ້. ຖ້າການຕໍ່ສູ້ຂອງເຈົ້າມີຄວາມຊອບທຳ, ຖ້າເຈົ້າໝັ້ນໃຈແລ້ວ, ຈົ່ງເດີນໄປຂ້າງໜ້າໃນພຣະນາມຂອງພຣະເຈົ້າ, ຢ່າຢ້ານສິ່ງໃດເລີຍ, ພຣະອົງຈະບໍ່ປະຖິ້ມເຈົ້າເລີຍ.”19 {GC 154.3}

ລູເທີຢືນຕໍ່ໜ້າສະພາ

ໃນທີ່ສຸດລູເທີຢືນຢູ່ຕໍ່ໜ້າສະພາ. ມີບຸກຄົນສຳຄັນທີ່ສຸດໃນອານາຈັກອ້ອມຮອບອົງຈັກກະພັດຜູ້ນັ່ງຢູ່ເທິງບັນລັງ. ໃນມື້ນັ້ນ ມາຕິນ ລູເທີ ຈະຕ້ອງຊີ້ແຈງເຖິງສິ່ງທີ່ຕົນເຊື່ອຕໍ່ໜ້າທີ່ປະຊຸມທີ່ໂອ່ອ່າສະຫງ່າງາມທີ່ສຸດເທົ່າທີ່ເຄີຍມີມາກ່ອນໜ້ານັ້ນ. “ການທີ່ລູເທີມາຢືນຢູ່ຕໍ່ໜ້າກອງປະຊຸມແບບນີ້ ເປັນໄຊຊະນະອັນເດັ່ນຊັດເໜືອລະບອບສັນຕະປາປາ. ສັນຕະປາປາໄດ້ຕັດສິນລົງໂທດເພິ່ນແລ້ວ ແຕ່ບັດນີ້ເພິ່ນຢືນຢູ່ຕໍ່ໜ້າຄະນະຜູ້ພິພາກສາ ເຊິ່ງເທົ່າກັບວ່າ ຄະນະຜູ້ພິພາກສາດັ່ງກ່າວໄດ້ຕັ້ງຕົວເອງຢູ່ເໜືອສັນຕະປາປາ. ສັນຕະປາປາໄດ້ປະກາດຫ້າມເພິ່ນ ແລະ ຕັດເພິ່ນອອກຈາກສັງຄົມທັງໝົດຂອງມະນຸດ, ເຖິງຢ່າງນັ້ນເພິ່ນຖືກເອີ້ນໃຫ້ມາດ້ວຍພາສາທີ່ສຸພາບ ແລະ ສະພາທີ່ຊົງກຽດທີ່ສຸດໃນໂລກໄດ້ຕ້ອນຮັບເພິ່ນ. ສັນຕະປາປາປະກາດການລົງໂທດເພື່ອປິດປາກເພິ່ນໄປຕະຫຼອດການ, ແຕ່ບັດນີ້ເພິ່ນຈະໄດ້ກ່າວຕໍ່ໜ້າຫຼາຍພັນຄົນຈາກດິນແດນຄຣິສຕຽນທີ່ຫ່າງໄກທີ່ສຸດທີ່ຕັ້ງໃຈມາຟັງຖ້ອຍຄຳຂອງເພິ່ນ. ລູເທີເປັນເຫດໃຫ້ເກີດການປະຕິວັດຄັ້ງໃຫຍ່. ຄຣິສຕະຈັກໂຣມກຳລັງລົງຈາກບັນລັງ ແລະ ເປັນສຽງຂອງນັກບວດຄົນໜຶ່ງທີ່ເປັນເຫດໃຫ້ຄຣິສຕະຈັກນັ້ນຕ້ອງເສື່ອມອຳນາດເຊັ່ນນີ້.”20 {GC 155.1}

ຄົນທີ່ເຂົ້າສະພານັ້ນລ້ວນແຕ່ເປັນຄົນທີ່ມີຍົດຖາ­ບັນດາ­ສັກ, ເປັນເຈົ້າເປັນນາຍ ແລະ ຄົນທີ່ມີອຳນາດບາລະມີ, ສ່ວນລູເທີກໍມາຈາກຄອບຄົວທີ່ຕ່ຳຕ້ອຍ, ເພິ່ນຈຶ່ງມີອາການຕະລຶງ ແລະ ເຂີນອາຍ. ມີເຈົ້າແຂວງສອງສາມຄົນສັງເກດອາການຂອງເພິ່ນ ຈຶ່ງເຂົ້າໄປຫາ, ມີຄົນໜຶ່ງກະຊິບວ່າ: “ຢ່າສູ່ຢ້ານຄົນທີ່ຂ້າໄດ້ແຕ່ກາຍ ແຕ່ບໍ່ສາມາດຂ້າຈິດວິນຍານໄດ້.” ອີກຄົນໜຶ່ງກ່າວວ່າ: “ເມື່ອພວກເຈົ້າຖືກນຳໄປຕໍ່ໜ້າຜູ້ມີອຳນາດ ແລະ ຕໍ່ໜ້າກະສັດທັງຫຼາຍເພື່ອເຫັນແກ່ເຮົາ, ພຣະວິນຍານຈາກພຣະບິດາຂອງເຈົ້າຈະສອນເຈົ້າເຖິງຖ້ອຍຄຳທີ່ຄວນຈະເວົ້າ.” ໃນຍາມວິກິດນີ້ ຄົນສຳຄັນຂອງໂລກຈຶ່ງກ່າວຖ້ອຍຄຳຂອງພຣະຄຣິສ ເພື່ອໜູນກຳລັງໃຈຜູ້ຮັບໃຊ້ຂອງພຣະອົງຢ່າງນີ້ແຫຼະ. {GC 155.2}

ມີຄົນນຳພາລູເທີເຂົ້າມາຕໍ່ໜ້າບັນລັງຂອງຈັກກະພັດ ແລ້ວສະພາກໍງຽບລົງຈົນບໍ່ມີສຽງ. ຈາກນັ້ນມີເຈົ້າໜ້າທີ່ຄົນໜຶ່ງລຸກຂຶ້ນຊີ້ໄປທີ່ງານຂຽນຂອງລູເທີທີ່ຖືກຈັດວາງໄວ້ຢູ່ທີ່ນັ້ນ ແລະ ສັ່ງໃຫ້ເພິ່ນຕອບຄຳຖາມສອງຂໍ້ວ່າ: 1) ງານຂຽນເຫຼົ່ານັ້ນເປັນຂອງເພິ່ນຫຼືບໍ່; 2) ເພິ່ນຈະກ່າວປະຕິເສດຄວາມຄິດເຫັນຕ່າງໆທີ່ຢູ່ໃນງານຂຽນເຫຼົ່ານັ້ນຫຼືບໍ່. ຫຼັງຈາກນັ້ນມີຄົນອ່ານຫົວຂໍ້ໜັງສືຢ່າງຄົບຖ້ວນ; ລູເທີຕອບຂໍ້ທີໜຶ່ງວ່າ, ໜັງສືເຫຼົ່ານັ້ນເປັນງານຂຽນຂອງເພິ່ນ. ແລ້ວເພິ່ນກໍກ່າວເພີ່ມເຕີມວ່າ: “ສ່ວນຄຳຖາມທີສອງນັ້ນ, ເນື່ອງຈາກມັນເປັນຄຳຖາມທີ່ກ່ຽວຂ້ອງກັບຄວາມເຊື່ອ ແລະ ຄວາມລອດພົ້ນ, ແຖມຍັງກ່ຽວຂ້ອງກັບພຣະຄຳຂອງພຣະເຈົ້າ ອັນເປັນສົມບັດລ້ຳຄ່າທີ່ສຸດໃນສະຫວັນ ແລະ ແຜ່ນດິນໂລກ; ສະນັ້ນ, ຖ້າຂ້າພະເຈົ້າຈະຕອບໂດຍບໍ່ໄດ້ພິຈາລະນາເລີຍຈະຖືວ່າເປັນຄວາມບໍ່ຮອບຄອບ. ເປັນໄປໄດ້ທີ່ຂ້າພະເຈົ້າຈະກ່າວເກີນຄວາມຈິງ ຫຼື ອາດຢືນຢັນໜ້ອຍເກີນໄປສຳລັບສະຖານະການເຊັ່ນນີ້, ເຊິ່ງຈະເປັນການເຮັດບາບຕໍ່ຖ້ອຍຄຳຂອງພຣະຄຣິສທີ່ວ່າ: ‘ຖ້າຜູ້ໃດປະຕິເສດເຮົາຕໍ່ໜ້າມະນຸດ ເຮົາກໍຈະປະຕິເສດຜູ້ນັ້ນຕໍ່ພຣະພັກພຣະບິດາເຈົ້າຂອງເຮົາໃນສະຫວັນເໝືອນກັນ.’ (ມັດທາຍ 10:33). ເພາະເຫດນີ້, ຂ້າພະເຈົ້ານ້ອມຂາບທູນຕໍ່ອົງຈັກກະພັດ ຂໍເວລາເພື່ອຂ້າພະເຈົ້າຈະໄດ້ຕອບໂດຍບໍ່ເຮັດຜິດຕໍ່ພຣະຄຳຂອງພຣະເຈົ້າ.”21 {GC 155.3}

ລູເທີມີຄວາມຮອບຄອບທີ່ຂໍເຊັ່ນນີ້ຕໍ່ຈັກກະພັດ ເພາະຊ່ວຍໃຫ້ຄົນໃນສະພາເຫັນວ່າເພິ່ນບໍ່ໄດ້ເຮັດຕາມອາລົມຄວາມຮູ້ສຶກ. ບໍ່ມີໃຜຄາດຄິດວ່າ ຄົນທີ່ເຄີຍສະແດງຄວາມກ້າຫານ ແລະ ບໍ່ຍອມປ່ຽນຈາກຈຸດຢືນເໝືອນລູເທີ ຈະມີຄວາມສະຫງົບນິ້ງ ແລະ ຈະສາມາດຄວບຄຸມຕົນເອງຢ່າງນີ້ໄດ້, ເຊິ່ງເຮັດໃຫ້ຖ້ອຍຄຳຂອງເພິ່ນມີພະລັງ ແລະ ຕໍ່ມາກໍຊ່ວຍໃຫ້ເພິ່ນສາມາດຕອບດ້ວຍຄວາມຮອບຄອບ, ຄວາມເດັດດ່ຽວ, ສະຕິປັນຍາ ແລະ ຄວາມມີກຽດ ຈົນພວກສັດຕູຕົກໃຈ ແລະ ຕ້ອງຜິດຫວັງ; ທັງໝົດນີ້ໄດ້ຕຳໜິຄວາມຫຍິ່ງທະນົງໂຕຂອງພວກເຂົາ. {GC 156.1}

ວັນຕໍ່ມາລູເທີຈະຕ້ອງໃຫ້ຄຳຕອບສຸດທ້າຍຕໍ່ໜ້າສະພາ. ເພິ່ນຮູ້ສຶກໃຈຫາຍໄປຊ່ວງໜຶ່ງໃນຂະນະທີ່ເພິ່ນຄິດຄຳນຶງເຖິງບັນດາອຳນາດທີ່ຮວມຕົວກັນເພື່ອຕໍ່ສູ້ກັບຫຼັກຄວາມຈິງ. ຄວາມສະທ້ານຢ້ານກົວເຂົ້າມາຖ້ວມຫົວໃຈຈົນຄວາມເຊື່ອຂອງເພິ່ນຫວັ່ນໄຫວໄປພັກໜຶ່ງ. ຍິ່ງຄິດເຖິງຄວາມອັນຕະລາຍ, ຄວາມອັນຕະລາຍກໍຍິ່ງເພີ່ມທະວີຂຶ້ນໃນຈິນຕະນາການ, ເບິ່ງຄືວ່າພວກສັດຕູກຳລັງຈະຊະນະ ແລະ ບັນດາອຳນາດມືດຈະມີໄຊ. ເມກໜາຫໍ່ຫຸ້ມເພິ່ນຈົນເພິ່ນຮູ້ສຶກວ່າຕົນຖືກແຍກຫ່າງຈາກພຣະເຈົ້າ. ເພິ່ນປາຖະໜາທີ່ຈະໄດ້ຮັບການຢືນຢັນວ່າພຣະອົງຈະສະຖິດຢູ່ນຳເພິ່ນ. ລູເທີຂາບລົງເຖິງດິນດ້ວຍຄວາມທຸກໃຈ ແລະ ຮ້ອງທູນພຣະເຈົ້າດ້ວຍສຽງສະອື້ນ ແລະ ຈິດໃຈທີ່ພ້ອມຈະສະຫຼາຍ ເຊິ່ງມີແຕ່ພຣະເຈົ້າເທົ່ານັ້ນທີ່ຟັງເຂົ້າໃຈຄຳອະທິຖານເຊັ່ນນີ້ໄດ້ທັງໝົດ. {GC 156.2}

ລູເທີທູນພຣະເຈົ້າວ່າ: “ໂອ ພຣະເຈົ້າອົງນິຣັນຜູ້ຊົງຣິດທານຸພາບສູງສຸດ, ໂລກນີ້ເປັນຕາຢ້ານແທ້! ເບິ່ງດູ, ມັນອ້າປາກຈະກືນກິນຂ້ານ້ອຍແລ້ວ ແລະ ຂ້ານ້ອຍມີຄວາມເຊື່ອວາງໃຈໃນພຣະອົງແຕ່ໜ້ອຍດຽວ.…ຖ້າມີແຕ່ກຳລັງຝ່າຍໂລກທີ່ຈະໄວ້ວາງໃຈໄດ້ນັ້ນ, ຂ້ານ້ອຍຈະຕ້ອງຕາຍຢ່າງແນ່ນອນ.…ຊີວິດຂອງຂ້ານ້ອຍມາເຖິງຈຸດຈົບເສຍແລ້ວ, ພວກເຂົາປະກາດຕັດສິນໂທດໃຫ້ຂ້ານ້ອຍໄປແລ້ວ.…ໂອ ພຣະເຈົ້າເອີຍ, ຂໍຊົງຊ່ວຍຊີວິດຂອງຂ້ານ້ອຍແດ່ທ້ອນ ໃຫ້ຂ້ານ້ອຍສາມາດຕ້ານທານສະຕິປັນຍາຂອງໂລກໄດ້. ຂໍໃຫ້ພຣະອົງຊົງເຮັດສິ່ງນີ້…ຄືພຣະອົງຜູ້ດຽວ…ເພາະວຽກງານນີ້ບໍ່ແມ່ນຂອງຂ້ານ້ອຍ ແຕ່ເປັນຂອງພຣະອົງ. ຂ້ານ້ອຍບໍ່ມີວຽກທີ່ນີ້, ບໍ່ມີເລື່ອງທີ່ຈະຂັດແຍ້ງຕໍ່ຄົນເຫຼົ່ານີ້ທີ່ເປັນຜູ້ມີອຳນາດໃນໂລກ…ແຕ່ການຕໍ່ສູ້ເປັນຂອງພຣະອົງ…ເປັນພັນທະກິດທີ່ຊອບທຳ ແລະ ດຳເນີນໄປຕະຫຼອດນິດນິຣັນ. ໂອ ອົງ­ພຣະ­ຜູ້­ເປັນ­ເຈົ້າເຈົ້າຂາ ຂໍຊົງໂຜດຊ່ວຍຂ້ານ້ອຍແດ່! ພຣະເຈົ້າຜູ້ຊົງສັດຊື່ ແລະ ບໍ່ປ່ຽນແປງເຈົ້າຂາ, ຂ້ານ້ອຍຈະບໍ່ວາງໃຈໃນຜູ້ໃດນອກຈາກພຣະອົງ.…ທຸກສິ່ງທີ່ເປັນຂອງມະນຸດລ້ວນແຕ່ເປັນຂອງບໍ່ທ່ຽງແທ້ແນ່ນອນ, ທຸກສິ່ງທີ່ມາຈາກມະນຸດຕ້ອງລົ້ມເຫຼວ.…ພຣະອົງຊົງເລືອກຂ້ານ້ອຍສຳລັບວຽກງານນີ້,…ຂໍໃຫ້ພຣະອົງຊົງຢືນຄຽງຂ້າງຂ້ານ້ອຍ ເພື່ອປະໂຫຍດຂອງພຣະ­ເຢຊູ­ຄຣິສຜູ້ທີ່ພຣະອົງຊົງຮັກ, ພຣະອົງຊົງປົກປ້ອງຄຸ້ມຄອງຂ້ານ້ອຍ, ຊົງເປັນໂລ້ ແລະ ປ້ອມທີ່ເຂັ້ມແຂງຂອງຂ້ານ້ອຍ.”22 {GC 156.3}

ພຣະເຈົ້າຊົງນຳດ້ວຍພຣະປັນຍາອັນບໍ່ມີຂອບເຂດຂອງພຣະອົງ ໃຫ້ລູເທີຊາບຊຶ້ງເຖິງຄວາມອັນຕະລາຍທີ່ເພິ່ນກຳລັງປະເຊີນ ເພື່ອເພິ່ນຈະບໍ່ໄວ້ວາງໃຈໃນກຳລັງຂອງຕົນເອງ ແລະ ຈະບໍ່ແລ່ນໄປສູ່ຄວາມອັນຕະລາຍນັ້ນຢ່າງປະໝາດ. ຢ່າງໃດກໍຕາມ, ຄວາມສະທ້ານຢ້ານກົວທີ່ຖ້ວມຫົວໃຈຂອງເພິ່ນໃນຂະນະນັ້ນ ບໍ່ໄດ້ເກີດຍ້ອນເພິ່ນຢ້ານຄວາມເຈັບປວດ, ບໍ່ແມ່ນເພິ່ນຢ້ານວ່າຈະຖືກທໍລະມານ ຫຼື ຂ້າຕາຍ ເຖິງແມ່ນວ່າສິ່ງເຫຼົ່ານີ້ເບິ່ງຄືວ່າຈວນຈະເກີດຂຶ້ນກໍຕາມ, ແຕ່ຄວາມຢ້ານນັ້ນເກີດຂຶ້ນເພາະເພິ່ນມາເຖິງຈຸດວິກິດ ແລະ ຮູ້ສຶກວ່າຕົວເອງບໍ່ມີສັກກະຍະພາບທີ່ຈະຮັບມືກັບມັນໄດ້. ຍ້ອນຄວາມອ່ອນແອຂອງຕົນ ຂະບວນການປະກາດສັດຈະທຳຄວາມຈິງອາດໄດ້ຮັບຄວາມເສຍຫາຍ. ເພິ່ນອະທິຖານຕໍ່ພຣະເຈົ້າດ້ວຍຄວາມຮ້ອນຮົນ ບໍ່ແມ່ນເພື່ອຂໍໃຫ້ຕົນໄດ້ຮັບຄວາມປອດໄພ ແຕ່ເພື່ອໃຫ້ຂ່າວປະເສີດໄດ້ຮັບໄຊຊະນະ. ເພິ່ນມີຄວາມທຸກໃຈຫຼາຍທີ່ສຸດ ເໝືອນຄວາມທຸກຂອງຢາໂຄບໃນຄືນທີ່ເພິ່ນປ້ຳສູ້ຢູ່ຂ້າງລຳຫ້ວຍໃນດິນແດນທີ່ເປົ່າປ່ຽວ;23 ແລະບໍ່ຕ່າງຫຍັງກັບຢາໂຄບ, ເພິ່ນໄດ້ຕໍ່ສູ້ຈົນມີໄຊຊະນະໃນພຣະເຈົ້າ. ໃນຄວາມຮູ້ສຶກທີ່ບໍ່ສາມາດຊ່ວຍເຫຼືອຕົນເອງໄດ້ ເພິ່ນຈຶ່ງເຊື່ອວາງໃຈໃນພຣະຄຣິສອົງພຣະຜູ້ຊົງປົດປ່ອຍ. ເພິ່ນມີກຳລັງຂຶ້ນດ້ວຍຄວາມໝັ້ນໃຈວ່າ ຈະບໍ່ຕ້ອງລາຍງານຕໍ່ໜ້າປະຊຸມສະພາຕາມລຳພັງ. ມີສັນຕິສຸກກັບເຂົ້າມາໃນຈິດໃຈ ແລະ ເພິ່ນມີຄວາມຊົມຊື່ນຍິນດີທີ່ໄດ້ຮັບອະນຸຍາດໃຫ້ເຊີດຊູພຣະຄຳຂອງພຣະເຈົ້າຕໍ່ໜ້າບັນດາຜູ້ນຳຊາດຕ່າງໆ. {GC 157.1}

ດ້ວຍຄວາມຢຶດໝັ້ນໃນພຣະເຈົ້າ ລູເທີກຽມຕົວສຳລັບການຕໍ່ສູ້ທີ່ລໍຖ້າຢູ່ຂ້າງໜ້າ. ເພິ່ນວາງແຜນຄຳຕອບ, ອ່ານທົບທວນງານຂຽນບາງສ່ວນຂອງຕົນເອງ ແລະ ຮຽບຮຽງຫຼັກຖານຈາກພຣະຄຳພີເພື່ອສະໜັບສະໜູນຈຸດຢືນຂອງຕົນ. ຈາກນັ້ນເພິ່ນວາງມືຊ້າຍເທິງພຣະຄຳພີທີ່ເປີດໄວ້ຕໍ່ໜ້າເພິ່ນ ແລ້ວຍົກມືຂວາຂຶ້ນໄປສູ່ຟ້າສະຫວັນ ແລະ ປະຕິຍານຕົນວ່າຈະ “ສັດຊື່ຕໍ່ຂ່າວປະເສີດ ແລະ ປະກາດເຖິງຄວາມເຊື່ອຂອງຕົນຢ່າງເປີດເຜີຍ ເຖິງແມ່ນຈະຕ້ອງເສຍເລືອດເພື່ອປະທັບຕາຄຳພະຍານຂອງຕົນກໍຕາມ.”24 {GC 157.2}

ລູເທີປະກາດຈຸດຢືນເພື່ອເສລີພາບທາງຈິດສຳນຶກ

ເມື່ອລູເທີຖືກນຳມາຕໍ່ໜ້າປະຊຸມສະພາອີກ ໃບໜ້າຂອງເພິ່ນບໍ່ມີຮ່ອງຮອຍຄວາມຢ້ານກົວ ຫຼື ຄວາມອາຍ. ເພິ່ນຢືນທ່າມກາງຄົນສຳຄັນຂອງໂລກໃນຖານະພະຍານຝ່າຍພຣະເຈົ້າ ດ້ວຍສັນຕິສຸກ ແລະ ຄວາມສະຫງົບສຸຂຸມ, ໃນຂະນະດຽວກັນກໍຍັງມີຄວາມກ້າຫານ ແລະ ຄວາມສະຫງ່າງາມ. ບັດນີ້ເຈົ້າໜ້າທີ່ຈາກຣາຊສຳນັກສັ່ງໃຫ້ເພິ່ນປະກາດໃຫ້ຄົນທັງຫຼາຍຟັງວ່າເພິ່ນໄດ້ຕັດສິນໃຈແບບໃດ ວ່າຈະຖອນຄຳສອນ ຫຼື ບໍ່ຖອນ. ລູເທີຕອບດ້ວຍນ້ຳສຽງທີ່ອ່ອນສຸພາບ ໂດຍບໍ່ມີຄວາມກ້າວລ້າວແຕ່ຢ່າງໃດ. ເພິ່ນມີທ່າທີທີ່ໃຫ້ຄວາມເຄົາລົບຢຳເກງ ໃນຂະນະດຽວກັນເພິ່ນກໍສະແດງເຖິງຄວາມໝັ້ນໃຈ ແລະ ຄວາມຊົມຊື່ນຍິນດີຈົນຄົນໃນສະພາຮູ້ສຶກປະຫຼາດໃຈ. {GC 158.1}

ລູເທີກ່າວວ່າ: “ຂໍຂາບຮຽນອົງຈັກກະພັດຜູ້ເປັນຮົ່ມເຢັນ, ບັນດາເຈົ້າແຂວງຜູ້ຊົງກຽດ ແລະ ເຫຼົ່າຂຸນນາງທີ່ເຄົາລົບທຸກທ່ານ, ຂ້າພະເຈົ້າຢືນຢູ່ຕໍ່ໜ້າພວກທ່ານໃນມື້ນີ້ຕາມຄຳສັ່ງທີ່ປະກາດໃຫ້ຂ້າພະເຈົ້າມື້ວານນີ້ ແລະ ດ້ວຍພຣະເມດຕາຄຸນຂອງພຣະເຈົ້າ; ຂ້າພະເຈົ້າຂໍໃຫ້ຝ່າບາດ ແລະ ທ່ານຜູ້ຊົງກຽດທັງຫຼາຍໂຜດຟັງຂ້າພະເຈົ້າກ່າວປ້ອງກັນອຸດົມການທີ່ຂ້າພະເຈົ້າໝັ້ນໃຈວ່າມີຄວາມຊອບທຳ ແລະ ເປັນຄວາມຈິງ. ຖ້າຫາກວ່າຂ້າພະເຈົ້າລະເມີດຕໍ່ທຳນຽມປະຕິບັດຂອງຣາຊສຳນັກໂດຍຮູ້ເທົ່າບໍ່ເຖິງການ, ຂໍຊ່ວຍຍົກໂທດໃຫ້ ເພາະຂ້າພະເຈົ້າບໍ່ໄດ້ເຕີບໂຕໃນຣາຊວັງຂອງກະສັດ ແຕ່ໃນສຳນັກນັກບວດທີ່ຢູ່ສອກຫຼີກຫ່າງຜູ້ຄົນ.”25 {GC 158.2}

ຈາກນັ້ນເພິ່ນກໍເຂົ້າປະເດັນໂດຍກ່າວວ່າ ງານຂຽນທີ່ໄດ້ຮັບການຕີພິມຂອງເພິ່ນມີລັກສະນະທີ່ແຕກຕ່າງກັນ. ໃນບາງເຫຼັ້ມເພິ່ນຂຽນເຖິງຄວາມເຊື່ອ ແລະ ການປະພຶດດີ ຈົນແມ່ນແຕ່ຄົນທີ່ຕໍ່ຕ້ານເພິ່ນປະກາດວ່າ ເປັນໜັງສືທີ່ບໍ່ພຽງແຕ່ບໍ່ມີພິດມີໄພ ແຕ່ຍັງເປັນປະໂຫຍດອີກດ້ວຍ. ຖ້າຈະຖອນຄຳສອນໃນໜັງສືດັ່ງກ່າວ ກໍຈະເປັນການປະນາມຄວາມຈິງທີ່ທຸກຝ່າຍຍອມຮັບ. ໜັງສືອີກສ່ວນໜຶ່ງປະກອບດ້ວຍງານຂຽນທີ່ເປີດໂປງຄວາມຊົ່ວຂອງລະບອບສັນຕະປາປາ. ຖ້າຈະຖອນຄືນໜັງສືເຫຼົ່ານີ້ ກໍຈະເປັນການເສີມກຳລັງໃຫ້ອຳນາດຜະເດັດການຂອງຄຣິສຕະຈັກໂຣມ ແລະ ຈະເປັນການເປີດປະຕູໃຫ້ມີຄວາມຊົ່ວຫຼາຍຂຶ້ນ. ສ່ວນໜັງສືປະເພດທີສາມ ເພິ່ນຂຽນໂຈມຕີຄົນບາງຄົນທີ່ປົກປ້ອງຄວາມຊົ່ວ. ສຳລັບໜັງສືໃນໝວດນີ້ເພິ່ນຍອມຮັບດ້ວຍຄວາມຈິງໃຈວ່າ ເພິ່ນໄດ້ໃຊ້ຖ້ອຍຄຳທີ່ຮຸນແຮງເກີນໄປ. ເພິ່ນບໍ່ໄດ້ອ້າງວ່າຕົນບໍ່ມີຄວາມຜິດພາດ ແຕ່ໃນຂະນະດຽວກັນເພິ່ນກໍບໍ່ສາມາດຖອນຄືນໜັງສືປະເພດທີສາມນີ້ໄດ້ ເພາະຈະເຮັດໃຫ້ສັດຕູຂອງຄວາມຈິງມີຄວາມກ້າຫານຍິ່ງຂຶ້ນ ແລະ ພວກເຂົາຈະສວຍໂອກາດທຳລາຍຄົນຂອງພຣະເຈົ້າດ້ວຍຄວາມໂຫດຮ້າຍກວ່າເກົ່າ. {GC 158.3}

ລູເທີກ່າວຕໍ່ອີກວ່າ: “ຢ່າງໃດກໍຕາມ, ຂ້າພະເຈົ້າເປັນພຽງມະນຸດຄົນໜຶ່ງ ບໍ່ແມ່ນພຣະເຈົ້າ; ສະນັ້ນ, ຂ້າພະເຈົ້າຈະຂໍປົກປ້ອງຕົວເອງເໝືອນທີ່ພຣະຄຣິສຊົງປົກປ້ອງພຣະອົງເມື່ອພຣະອົງຊົງກ່າວວ່າ: ‘ຖ້າເຮົາໄດ້ເວົ້າຜິດ ໃຫ້ບອກທຸກຄົນໃນທີ່ນີ້ວ່າ ເຮົາເວົ້າຜິດອັນໃດ.’ (ໂຢຮັນ 18:23)…ຂ້າພະເຈົ້າຂາບຮຽນ ແລະ ຂໍຮ້ອງຝ່າບາດ, ບັນດາເຈົ້າແຂວງຜູ້ສູງສັກ ແລະ ຄົນທັງຫຼາຍໃນທຸກຊົນຊັ້ນ ໂດຍໃຫ້ຄຳນຶງເຖິງພຣະເມດຕາຂອງພຣະເຈົ້າວ່າ ຂໍໃຫ້ທ່ານທັງຫຼາຍພິສູດຄວາມຜິດຂອງຂ້າພະເຈົ້າຈາກພຣະຄຳພີ ຕາມທີ່ບັນດາຜູ້­ເຜີຍ­ພຣະ­ທຳ ແລະ ພວກອັກຄະສາວົກໄດ້ຂຽນໄວ້. ທັນທີທີ່ຂ້າພະເຈົ້າເຊື່ອວ່າຂ້າພະເຈົ້າມີຄວາມຜິດຕາມພຣະຄຳພີ ຂ້າພະເຈົ້າຈະຖອນຄວາມຜິດທຸກຢ່າງ ແລະ ຈະເປັນຄົນທຳອິດທີ່ຈັບໜັງສືຂອງຂ້າພະເຈົ້າແກວ່ງໃສ່ກອງໄຟ.” {GC 159.1}

“ຂ້າພະເຈົ້າຫວັງວ່າ ຖ້ອຍຄຳທີ່ກ່າວມານີ້ສະແດງໃຫ້ເຫັນຢ່າງແຈ່ມແຈ້ງວ່າ ຂ້າພະເຈົ້າໄດ້ພິຈາລະນາຢ່າງຮອບຄອບເຖິງຄວາມອັນຕະລາຍທີ່ຂ້າພະເຈົ້າກຳລັງປະເຊີນຢູ່ໃນຂະນະນີ້, ແຕ່ແທນທີ່ຈະຮູ້ສຶກທໍ້ໃຈ ຂ້າພະເຈົ້າມີຄວາມຊົມຊື່ນຍິນດີທີ່ບັດນີ້ໄດ້ເຫັນຂ່າວປະເສີດເປັນເຫດໃຫ້ເກີດຄວາມວຸ້ນວາຍ ແລະ ຄວາມຂັດແຍ້ງເໝືອນໃນສະໄໝກ່ອນ. ນີ້ຄືລັກສະນະຂອງພຣະຄຳຂອງພຣະເຈົ້າ ເພາະພຣະອົງຊົງກຳນົດພຣະຄຳໄວ້ສຳລັບສິ່ງເຫຼົ່ານີ້. ພຣະ­ເຢຊູ­ຄຣິສຊົງກ່າວວ່າ: ‘ຢ່າຄິດວ່າເຮົານຳຄວາມສະຫງົບສຸກມາສູ່ໂລກ, ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ.’ (ມັດທາຍ 10:34). ພຣະປະສົງຂອງພຣະເຈົ້າປະເສີດ ແລະ ເປັນຕາຢ້ານ. ຈົ່ງລະວັງໃຫ້ດີ ຢ້ານວ່າຄວາມພະຍາຍາມດັບຄວາມຂັດແຍ້ງນັ້ນ ຈະເປັນການກົດຂີ່ພຣະຄຳອັນບໍຣິສຸດຂອງພຣະເຈົ້າ ເຊິ່ງຈະເປັນເຫດໃຫ້ພວກທ່ານຕ້ອງປະສົບກັບອັນຕະລາຍທີ່ໜ້າຢ້ານ ແລະ ບໍ່ສາມາດຫຼຸດພົ້ນໄດ້, ຈົນພວກທ່ານຕ້ອງພິນາດໃນປັດຈຸບັນ ແລະ ຈິບຫາຍຕະຫຼອດນິຣັນ.…ຂ້າພະເຈົ້າສາມາດຍົກຕົວຢ່າງມາຫຼາຍເລື່ອງຈາກພຣະຄຳພີ, ສາມາດກ່າວເຖິງກະສັດຟາໂຣຫຼາຍອົງ, ບັນດາກະສັດຂອງບາບີໂລນ ແລະ ອິດສະຣາເອນ. ປະເດັນສຳຄັນທີ່ກະສັດເຫຼົ່ານີ້ກະທຳອັນເປັນເຫດໃຫ້ຕົນເອງຕ້ອງພິນາດ ຄືການຫາທາງເສີມສ້າງອຳນາດການປົກຄອງຂອງຕົນດ້ວຍແຜນການທີ່ເບິ່ງພາຍນອກແລ້ວສະຫຼາດທີ່ສຸດ. ‘ພຣະເຈົ້າຊົງເຄື່ອນຍ້າຍພູຜາ ແລະ ມັນກໍບໍ່ຮູ້.’” (ເບິ່ງ ໂຢບ 9:5 TKJV).26 {GC 159.2}

ລູເທີກ່າວຖ້ອຍຄຳເຫຼົ່ານີ້ເປັນພາສາເຢຍລະມັນ ບັດນີ້ມີຄົນຂໍໃຫ້ເພິ່ນເວົ້າຄຳເດີມເປັນພາສາລາຕິນ. ເຖິງແມ່ນວ່າເພິ່ນຮູ້ສຶກເມື່ອຍລ້າກັບການເວົ້າໃນຮອບທຳອິດ ເພິ່ນກໍຍອມ ແລະ ກ່າວໃໝ່ດ້ວຍພະລັງ ແລະ ຄວາມກະຈ່າງເໝືອນຄັ້ງແລກ. ພຣະເຈົ້າຊົງນຳໃນເລື່ອງນີ້. ເຈົ້າແຂວງຫຼາຍຄົນຫຼົງເຊື່ອຄວາມເທັດ ແລະ ມີຄວາມງົມງວາຍຈົນຫູໜວກຕາບອດ, ພວກເຂົາຈຶ່ງເຂົ້າບໍ່ເຖິງເຫດຜົນຂອງລູເທີໃນຮອບທຳອິດ ແຕ່ການກ່າວຊ້ຳໄດ້ຊ່ວຍໃຫ້ພວກເຂົາຈັບປະເດັນໄດ້ຢ່າງຊັດເຈນ. {GC 159.3}

ຄົນທັງຫຼາຍທີ່ຫຼັບຕາບໍ່ຍອມເບິ່ງແສງແຫ່ງຄວາມຈິງ ແລະ ຕັ້ງໃຈບໍ່ຍອມເຊື່ອຄວາມຈິງນັ້ນ ກັບໂມໂຫເປັນຟືນເປັນໄຟ ເມື່ອໄດ້ຍິນຖ້ອຍຄຳທີ່ລູເທີກ່າວຢ່າງໜັກແໜ້ນໝັ້ນຄົງ. ເມື່ອເພິ່ນເວົ້າຈົບແລ້ວ ໂຄສົກຂອງສະພາກ່າວຢ່າງໂກດຮ້າຍວ່າ: “ທ່ານບໍ່ໄດ້ຕອບຄຳຖາມ,…ທ່ານຕ້ອງຕອບກົງປະເດັນຢ່າງແຈ່ມແຈ້ງວ່າ…ທ່ານຈະຖອນ ຫຼື ບໍ່ຖອນ?” {GC 160.1}

ລູເທີຕອບວ່າ: “ເນື່ອງຈາກວ່າອົງຈັກກະພັດ ແລະ ທ່ານຜູ້ຊົງກຽດທັງຫຼາຍຕ້ອງການໃຫ້ຂ້າພະເຈົ້າຕອບສັ້ນໆກົງປະເດັນຢ່າງແຈ່ມແຈ້ງແລ້ວ ຂ້າພະເຈົ້າຂໍຕອບຢ່າງນີ້: ຂ້າພະເຈົ້າບໍ່ສາມາດມອບຄວາມເຊື່ອຂອງຂ້າພະເຈົ້າພາຍໃຕ້ບັນຊາຂອງສັນຕະປາປາ ຫຼື ພາຍໃຕ້ມະຕິຂອງສະພາຄຣິສຕະຈັກ ເພາະວ່າເປັນເລື່ອງທີ່ປາກົດແຈ້ງເໝືອນດັ່ງແສງຕາເວັນວ່າ ຄົນເຫຼົ່ານີ້ມີຄວາມຜິດພາດ ແລະ ຂັດແຍ້ງກັນເອງຢູ່ເລື້ອຍໆ. ສະນັ້ນ, ຖ້າບໍ່ໄດ້ພິສູດຈາກພຣະຄຳພີໃຫ້ຂ້າພະເຈົ້າແນ່ໃຈ ຫຼື ໃຊ້ເຫດຜົນຈົນຂ້າພະເຈົ້າເຂົ້າໃຈ, ຖ້າບໍ່ສາມາດອະທິບາຍຂໍ້ພຣະຄຳພີທີ່ຂ້າພະເຈົ້າກ່າວມານັ້ນ ເພື່ອພິສູດວ່າຂ້າພະເຈົ້າຜິດ, ຈິດສຳນຶກຜິດຊອບຂອງຂ້າພະເຈົ້າຕ້ອງຖືກຄວບຄຸມດ້ວຍພຣະຄຳຂອງພຣະເຈົ້າ. ຕາບໃດທີ່ພິສູດບໍ່ໄດ້, ຂ້າພະເຈົ້າບໍ່ສາມາດຖອນຄຳສອນໄດ້ເຊັ່ນກັນ ແລະ ຈະບໍ່ຖອນ ເພາະວ່າການທີ່ຄຣິສຕຽນຄົນໃດຈະກ່າວໃນສິ່ງທີ່ຂັດຕໍ່ຈິດສຳນຶກຜິດຊອບນັ້ນເປັນສິ່ງທີ່ບໍ່ປອດໄພ. ຂ້າພະເຈົ້າຂໍຢືນຢັດຢູ່ຈຸດນີ້ ແລະ ບໍ່ສາມາດເຮັດສິ່ງອື່ນໄດ້ເລີຍ. ຂໍພຣະເຈົ້າຊົງຊ່ວຍຂ້າພະເຈົ້າແດ່ທ້ອນ. ອາແມນ.”27 {GC 160.2}

ຊາຍຊອບທຳຜູ້ນີ້ໄດ້ຢືນໝັ້ນຢູ່ເທິງພຣະຄຳຂອງພຣະເຈົ້າຢ່າງນີ້ແຫຼະ. ຄວາມຈິງຈາກສະຫວັນເຮັດໃຫ້ໃບໜ້າຂອງເພິ່ນເບີກບານ; ຂະນະທີ່ເພິ່ນກ່າວຕໍ່ຕ້ານອຳນາດຂອງຄວາມເທັດ ແລະ ເປັນພະຍານເຖິງຄວາມເຊື່ອທີ່ຊະນະໂລກນັ້ນ ອຸປະນິໄສອັນແສນດີງາມ ແລະ ບໍຣິສຸດຂອງເພິ່ນໄດ້ປາກົດຕໍ່ໜ້າທຸກຄົນ, ເຂົາທັງຫຼາຍໄດ້ເຫັນວ່າເພິ່ນໜ້າຊື່ນໃຈບານ ແລະ ມີຄວາມສະຫງົບສັນຕິ. {GC 160.3}

ສະພາພິຈາລະນາ

ທຸກຄົນໃນທີ່ປະຊຸມປະຫຼາດໃຈ ຕ່າງຄົນຕ່າງງຽບບໍ່ປາກບໍ່ເວົ້າຢູ່ພັກໜຶ່ງ. ເມື່ອລູເທີຕອບຄັ້ງທຳອິດ ເພິ່ນກ່າວດ້ວຍສຽງຕ່ຳ ແລະ ສຽງທີ່ໃຫ້ຄວາມເຄົາລົບ, ມີທ່າທີທີ່ເບິ່ງຄືຈະຍອມຈຳນົນ. ພວກຝ່າຍຄຣິສຕະຈັກໂຣມເຫັນແລ້ວສະຫຼຸບວ່າ ຄວາມກ້າຫານຂອງເພິ່ນເລີ່ມຫວັ່ນໄຫວ. ພວກເຂົາຖືວ່າການທີ່ລູເທີຂໍເວລານັ້ນ ເປັນພຽງຂັ້ນຕອນໜຶ່ງກ່ອນທີ່ເພິ່ນຈະປະກາດຖອນຄຳສອນຄືນ. ຈັກກະພັດຊານສ໌ເອງຮູ້ສຶກດູຖູກຮ່າງກາຍທີ່ໂຊມໂຊ, ເສື້ອຜ້າທຳມະດາ ແລະ ສຳນວນພາສາທີ່ລຽບງ່າຍຂອງລູເທີ ຈຶ່ງກ່າວວ່າ: “ບໍ່ມີທາງທີ່ນັກບວດຄົນນີ້ຈະເປັນເຫດໃຫ້ເຮົາກາຍເປັນຄົນນອກຮີດ.” ຄວາມກ້າຫານ ແລະ ຄວາມໜັກແໜ້ນທີ່ເພິ່ນມີໃນຂະນະນັ້ນ ພ້ອມດ້ວຍການໃຊ້ເຫດຜົນຢ່າງແຈ່ມແຈ້ງມີພະລັງເຮັດໃຫ້ທຸກຝ່າຍຕົກໃຈ. ຈັກກະພັດຮູ້ສຶກປະທັບໃຈຈຶ່ງກ່າວວ່າ: “ນັກບວດຄົນນີ້ເວົ້າຢ່າງອົງອາດກ້າຫານໂດຍບໍ່ຫວັ່ນໄຫວ.” ມີເຈົ້າແຂວງຫຼາຍຄົນຂອງເຢຍລະມັນທີ່ເບິ່ງລູເທີດ້ວຍຄວາມພາກພູມໃຈ ແລະ ຄວາມຊົມຊື່ນຍິນດີທີ່ເພິ່ນເປັນຕົວແທນຂອງຊາດ. {GC 160.4}

ພັກພວກທີ່ສະໜັບສະໜູນຄຣິສຕະຈັກໂຣມເປັນຝ່າຍເສຍປຽບ, ລະບອບສັນຕະປາປາໄດ້ຫຼຸດຄ່າລົງໃນສາຍຕາຂອງຄົນສ່ວນໃຫຍ່. ພວກເຂົາພະຍາຍາມຮັກສາອຳນາດ ບໍ່ແມ່ນດ້ວຍການອ້າງຂໍ້ພຣະຄຳພີ ແຕ່ດ້ວຍການຂົ່ມຂູ່ ອັນເປັນເຫດຜົນທີ່ຄຣິສຕະຈັກໂຣມໃຊ້ໄດ້ຜົນສະເໝີ. ໂຄສົກສະພາກ່າວວ່າ: “ຖ້າທ່ານບໍ່ຖອນ ຈັກກະພັດ ແລະ ຕົວແທນຈາກແຂວງຕ່າງໆຂອງອານາຈັກເຢຍລະມັນຈະປະຊຸມຫາລືວ່າຈະເຮັດແນວໃດກັບເຈົ້າຜູ້ເປັນຄົນນອກຮີດທີ່ບໍ່ຍອມກັບໃຈ.” {GC 161.1}

ເພື່ອນຄົນໜຶ່ງຂອງລູເທີຟັງເພິ່ນກ່າວປົກປ້ອງຕົນເອງຢ່າງຊື່ນບານ ແຕ່ກັບຢ້ານຈົນຕົວສັ່ນເມື່ອໄດ້ຍິນຖ້ອຍຄຳຂອງໂຄສົກສະພາ; ຝ່າຍລູເທີເອງກ່າວຢ່າງໃຈເຢັນວ່າ: “ຂໍໃຫ້ພຣະເຈົ້າຊົງຊ່ວຍຂ້າພະເຈົ້າ ເພາະຂ້າພະເຈົ້າບໍ່ສາມາດຖອນສິ່ງໃດໄດ້ເລີຍ.”28 {GC 161.2}

ລູເທີຖືກສັ່ງໃຫ້ອອກຈາກຫ້ອງປະຊຸມໃນຂະນະທີ່ພວກເຈົ້າແຂວງປຶກສາຫາລືກັນ. ທຸກຄົນເຫັນວ່າເວລານັ້ນເປັນວິກິດການທີ່ໃຫຍ່ຫຼວງ. ພວກເຂົາຮູ້ສຶກວ່າການທີ່ລູເທີຢືນຢັດບໍ່ຍອມຈຳນົນ ອາດກະທົບຕໍ່ປະຫວັດສາດຄຣິສຕະຈັກໄປອີກຫຼາຍຮ້ອຍປີ; ສະນັ້ນ, ພວກເຂົາຈຶ່ງຕັດສິນໃຈທີ່ຈະໃຫ້ໂອກາດເພິ່ນອີກຄັ້ງໜຶ່ງເພື່ອຖອນຄຳສອນ. ລູເທີຖືກນຳເຂົ້າມາໃນຫ້ອງປະຊຸມເປັນຄັ້ງສຸດທ້າຍ ແລະ ຖືກຖາມຄຳຖາມເດີມອີກຄັ້ງໜຶ່ງວ່າ ຈະຖອນຄຳສອນຂອງເພິ່ນ ຫຼື ບໍ່ຖອນ. ລູເທີຕອບວ່າ: “ຂ້າພະເຈົ້າບໍ່ມີຄຳຕອບອື່ນນອກຈາກທີ່ຕອບໄປແລ້ວ.” ທຸກຄົນເຫັນວ່າ ບໍ່ມີຫຍັງທີ່ຈະໂນ້ມນ້າວເພິ່ນໃຫ້ຍອມຈຳນົນຕໍ່ຄຳສັ່ງຂອງຄຣິສຕະຈັກໂຣມ ບໍ່ວ່າດ້ວຍຄຳສັນຍາ ຫຼື ການຂົ່ມຂູ່. {GC 161.3}

ພວກຜູ້ນຳຝ່າຍລະບອບສັນຕະປາປາຮູ້ສຶກບໍ່ພໍໃຈທີ່ນັກບວດຜູ້ຕ່ຳຕ້ອຍຄົນໜຶ່ງຈະດູຖູກອຳນາດຂອງພວກເຂົາ ໃນເມື່ອບັນດາກະສັດທັງຫຼາຍ ແລະ ພວກຂຸນນາງລ້ວນແຕ່ສັ່ນສະທ້ານຕໍ່ອຳນາດນັ້ນ. ຄົນເຫຼົ່ານີ້ປາຖະໜາທີ່ຈະເຮັດໃຫ້ເພິ່ນຮູ້ຊຶ້ງເຖິງຄວາມໂກດຮ້າຍຂອງພວກເຂົາ ດ້ວຍການຈັບທໍລະມານເພິ່ນຈົນຕາຍ. ແຕ່ເຖິງແມ່ນວ່າລູເທີຈະເຂົ້າໃຈເຖິງອັນຕະລາຍທີ່ເພິ່ນປະເຊີນຢູ່ນັ້ນ ເພິ່ນກໍກ່າວດ້ວຍຄວາມສະຫງົບເຢັນ ແລະ ສັກສີທີ່ສົມກັບຄວາມເປັນຄຣິສຕຽນ. ຖ້ອຍຄຳຂອງເພິ່ນປາສະຈາກຄວາມຫຍິ່ງ, ບໍ່ມີຄວາມເຜັດຮ້ອນ ຫຼື ການບິດເບືອນຄວາມຈິງ. ໃນຂະນະທີ່ເພິ່ນກ່າວຢູ່ນັ້ນ ເພິ່ນລືມຮອດຕົວເອງ, ລືມຄົນໃຫຍ່ຄົນໂຕທີ່ຢູ່ອ້ອມຮອບ ແລະ ຮູ້ສຶກວ່າຕົນໄດ້ເຂົ້າເຝົ້າພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດເໜືອສັນຕະປາປາທຸກອົງ, ຜູ້ນຳຄຣິສຕະຈັກທຸກຄົນ, ກະສັດທັງຫຼາຍ ແລະ ຈັກກະພັດທັງປວງ. ພຣະຄຣິສຊົງກ່າວຜ່ານຄຳພະຍານຂອງລູເທີດ້ວຍພະລັງຣິດ­ເດດ ຈົນທັງມິດ ແລະ ສັດຕູຕ່າງຮູ້ສຶກປະຫຼາດໃຈເປັນຢ່າງຍິ່ງ. ພຣະວິນຍານຂອງພຣະເຈົ້າສະຖິດຢູ່ໃນຫ້ອງປະຊຸມໃນມື້ນັ້ນ ແລະ ຊົງດົນໃຈບຸກຄົນສຳຄັນໃນອານາຈັກ. ມີເຈົ້າແຂວງບາງຄົນຍອມຮັບຢ່າງອອກໜ້າອອກຕາວ່າ ອຸດົມການຂອງລູເທີມີຄວາມຊອບທຳ. ມີຫຼາຍຄົນເຫັນດ້ວຍກັບຫຼັກຄວາມຈິງ, ແຕ່ສຳລັບບາງຄົນ ຄວາມຮູ້ສຶກນັ້ນບໍ່ໄດ້ຢູ່ດົນ. ຍັງມີຄົນອີກປະເພດໜຶ່ງທີ່ບໍ່ໄດ້ສະແດງເຖິງຄວາມເຊື່ອໃນເວລານັ້ນ ແຕ່ຕໍ່ມາຫຼັງຈາກທີ່ຄົ້ນຄວ້າພຣະຄຳພີດ້ວຍຕົນເອງ ໄດ້ກາຍເປັນຄົນທີ່ສະໜັບສະໜູນຂະບວນການປະຕິຮູບທີ່ບໍ່ຢ້ານກົວ. {GC 161.4}

ເຈົ້າແຂວງເຟຣເດີຣິກຮູ້ສຶກກັງວົນຫຼາຍທີ່ລູເທີຈະລາຍງານຕົວຕໍ່ສະພາ, ເພິ່ນຟັງຖ້ອຍຄຳຂອງລູເທີດ້ວຍຄວາມຊາບຊຶ້ງ ແລະ ຄວາມຍິນດີ. ເພິ່ນຮູ້ສຶກພາກພູມໃຈເມື່ອເຫັນນັກປະຕິຮູບຜູ້ນີ້ມີຄວາມກ້າຫານ, ຄວາມໜັກແໜ້ນ ແລະ ການຄວບຄຸມຕົນເອງ, ເພິ່ນຈຶ່ງຕັ້ງໃຈທີ່ຈະປົກປ້ອງລູເທີໃຫ້ດີຂຶ້ນ. ເຈົ້າແຂວງສັງເກດຄວາມແຕກຕ່າງລະຫວ່າງທັງສອງຝ່າຍ ແລ້ວເຫັນວ່າ ສະຕິປັນຍາຂອງສັນຕະປາປາທຸກອົງ, ກະສັດທັງຫຼາຍ ແລະ ພວກຜູ້ນຳຄຣິສຕະຈັກໄດ້ພັງທະລາຍລົງຕໍ່ອຳນາດຂອງສັດຈະທຳຄວາມຈິງ. ການປະລາໄຊຂອງລະບອບສັນຕະປາປາໃນຄັ້ງນີ້ສຳຄັນຫຼາຍ ແລະ ສົ່ງຜົນດີຕໍ່ທຸກຊົນຊາດໃນທຸກສະໄໝຕໍ່ມາ. {GC 162.1}

ເມື່ອຕົວແທນຂອງສັນຕະປາປາເຫັນວ່າຄຳຖະແຫຼງຂອງລູເທີເກີດຜົນຢ່າງໃດ ລາວກໍຮູ້ສຶກຢ້ານຢ່າງທີ່ບໍ່ເຄີຍຢ້ານມາກ່ອນວ່າ ຄຣິສຕະຈັກໂຣມຈະເສື່ອມອຳນາດລົງ; ລາວຈຶ່ງຕັດສິນໃຈທີ່ຈະໃຊ້ທຸກວິຖີທາງທີ່ລາວມີເພື່ອທຳລາຍລູເທີໃຫ້ໄດ້. ລາວມີຊື່ສຽງວ່າເປັນຄົນທີ່ມີວາທະສິນຄົມຄາຍ, ລາວຈຶ່ງກ່າວສຸດຝີປາກໂດຍໃຊ້ຄວາມສາມາດທາງການທູດ ເພື່ອໃຫ້ຈັກກະພັດຜູ້ເຍົາໄວເຫັນວ່າເປັນເລື່ອງທີ່ໂງ່ ແລະ ອັນຕະລາຍຫຼາຍທີ່ຈະສູນເສຍຄວາມເປັນມິດກັບສັນຕະປາປາທີ່ເຮືອງອຳນາດ ເພື່ອເຫັນແກ່ນັກບວດທີ່ບໍ່ສຳຄັນຄົນໜຶ່ງ. {GC 162.2}

ຖ້ອຍຄຳຂອງລາວໄດ້ຜົນ, ເພາະວ່າໃນວັນຕໍ່ມາຫຼັງຈາກວັນທີ່ລູເທີຖະແຫຼງຄຳຕອບ ຈັກກະພັດຊານສ໌ສັ່ງໃຫ້ອ່ານຣາຊໂອງການໃນທີ່ສະພາ ປະກາດວ່າເພິ່ນຕັ້ງໝັ້ນທີ່ຈະຮັກສາ ແລະ ປົກປ້ອງສາສະໜາກາໂຕລິກເໝືອນຈັກກະພັດອົງອື່ນສືບເລື້ອຍມາ. ຣາຊໂອງການກ່າວຕໍ່ໄປວ່າ ເນື່ອງຈາກລູເທີປະຕິເສດບໍ່ຍອມປະຖິ້ມຄວາມເຊື່ອທີ່ຜິດຂອງຕົນ ຈຶ່ງຕ້ອງມີການນຳໃຊ້ມາດຕະການທີ່ເຂັ້ມງວດເພື່ອປາບປາມລູເທີ ແລະ ຄຳສອນນອກຮີດຂອງເພິ່ນ. ຈັກກະພັດກ່າວວ່າ: “ມີນັກບວດຄົນດຽວທີ່ຫຼົງໄປຕາມຄວາມຄິດໂງ່ຈ້າຂອງຕົນ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຄວາມເຊື່ອຂອງຊາວຄຣິສຕຽນທັງປວງ. ເພື່ອຢຸດຢັ້ງຂະບວນການທີ່ຜິດສິນລະທຳນີ້ ເຮົາຈະສະຫຼະອານາຈັກ, ຊັບສົມບັດ, ມິດສະຫາຍ, ຮ່າງກາຍ, ເລືອດເນື້ອ, ຈິດວິນຍານ ແລະ ຊີວິດຂອງເຮົາເອງ. ເຮົາກຳລັງຈະໃຫ້ລູເທີຜູ້ເປັນນັກບວດຄະນະອໍກັສຕິນ (Augustine) ອອກໄປໃຫ້ພົ້ນ ແລະ ຈະສັ່ງຫ້າມບໍ່ໃຫ້ລາວກໍ່ກວນປະຊາຊົນອີກເລີຍແມ່ນແຕ່ໜ້ອຍ; ຈາກນັ້ນ, ເຮົາຈະດຳເນີນການຕໍ່ລາວກັບຄົນທີ່ເຊື່ອຕາມລາວ ໃນຖານະທີ່ເປັນຄົນນອກຮີດທີ່ດື້ດ້ານ ໂດຍໃຫ້ມີການຕັດຊື່ຂອງພວກເຂົາອອກຈາກຄຣິສຕະຈັກ, ການສັ່ງຫ້າມບໍ່ໃຫ້ເຄື່ອນໄຫວດ້ານສາສະໜາ ແລະ ໃຊ້ທຸກວິທີທີ່ຈະທຳລາຍພວກເຂົາໄດ້. ເຮົາຂໍໃຫ້ສະມາຊິກສະພາຈາກທົ່ວທຸກແຂວງຂອງອານາຈັກ ຈົ່ງປະຕິບັດຢ່າງຄຣິສຕຽນທີ່ສັດຊື່.”29 ຢ່າງໃດກໍຕາມ, ຈັກກະພັດກ່າວວ່າ ຈະຕ້ອງປະຕິບັດຕາມໃບຮັບຮອງຄວາມປອດໄພຂອງລູເທີ, ແລະກ່ອນທີ່ຈະດຳເນີນການໃດຕໍ່ສູ້ເພິ່ນ ກໍຕ້ອງອະນຸຍາດໃຫ້ເພິ່ນກັບເມືອບ້ານຢ່າງປອດໄພເສຍກ່ອນ. {GC 162.3}

ລູເທີຕົກຢູ່ໃນອັນຕະລາຍ

ສະມາຊິກສະພາມີຄວາມຄິດທີ່ຂັດແຍ້ງກັນຢູ່ສອງຂໍ້. ຄະນະທູດ ແລະ ຕົວແທນຂອງສັນຕະປາປາຮຽກຮ້ອງໃຫ້ຈັດການກັບລູເທີ ໂດຍບໍ່ຕ້ອງຄຳນຶງເຖິງໃບຮັບຮອງຄວາມປອດໄພ. ພວກເຂົາກ່າວວ່າ: “ໃຫ້ແມ່ນ້ຳໄຣນ໌ຮັບຜົງກະດູກຂອງເພິ່ນເໝືອນທີ່ຮັບກະດູກຂອງ ຈອນ ຮັສ ໃນສະຕະວັດທີ່ແລ້ວ.”30 ແຕ່ບັນດາເຈົ້າແຂວງທັງຫຼາຍຂອງເຢຍລະມັນ ເຖິງແມ່ນຈະສະໜັບສະໜູນສັນຕະປາປາ ແລະ ເປັນສັດຕູຂອງລູເທີ ກັບຄັດຄ້ານທີ່ຈະມີການລະເມີດຄຳໝັ້ນສັນຍາທີ່ໃຫ້ໄວ້ຢ່າງເປັນທາງການເຊັ່ນນີ້ ເພາະຈະເປັນການສ້າງຮອຍມົນທິນໃຫ້ແກ່ປະເທດຊາດບ້ານເມືອງ. ພວກເຂົາຊີ້ໄປຍັງເຫດຮ້າຍທີ່ເກີດຂຶ້ນຫຼັງຈາກການເສຍຊີວິດຂອງຮັສ ແລະ ປະກາດວ່າ ພວກເຂົາບໍ່ກ້າໃຫ້ເຫດຮ້າຍເຫຼົ່ານັ້ນເກີດຂຶ້ນຊ້ຳອີກ ແລະ ສ້າງຄວາມເສຍຫາຍໃຫ້ແກ່ອານາຈັກເຢຍລະມັນ ແລະ ແກ່ຈັກກະພັດຜູ້ເຍົາໄວ. {GC 163.1}

ຈັກກະພັດຊານສ໌ຕອບຂໍ້ສະເໜີອັນຕ່ຳຊ້ານີ້ດ້ວຍຕົນເອງວ່າ: “ເຖິງແມ່ນວ່າສັກສີ ແລະ ຄວາມສັດຊື່ຈະໝົດໄປຈາກໂລກ ແຕ່ກໍຍັງຄວນເຫຼືອໄວ້ໃນຈິດໃຈຂອງກະສັດ.”31 ພວກຝ່າຍສັນຕະປາປາເຊິ່ງເປັນສັດຕູທີ່ໂຫດຮ້າຍທີ່ສຸດຂອງລູເທີ ທູນອ້ອນວອນຈັກກະພັດຊານສ໌ໃຫ້ຈັດການກັບລູເທີ ເໝືອນຈັກກະພັດ ຊີກີມົງ ຈັດການກັບຮັສ ຄືປ່ອຍໃຫ້ຄຣິສຕະຈັກຈັດການນັ້ນເອງ; ແຕ່ພໍລະນຶກເຖິງເຫດການໃນສະໄໝນັ້ນ ເມື່ອຮັສຢູ່ຕໍ່ໜ້າສະພາ ແລະ ຊີ້ໄປທີ່ສາຍໂສ້ທີ່ມັດຕົວຢູ່ພ້ອມທັງເຕືອນສະຕິຈັກກະພັດຊີກີມົງໃນເລື່ອງທີ່ບໍ່ໄດ້ຮັກສາສັນຍາ, ຈັກກະພັດຊານສ໌ທີ 5 ກ່າວວ່າ: “ເຮົາບໍ່ຢາກໜ້າແດງເໝືອນຊີກີມົງ.”32 {GC 163.2}

ເຖິງຢ່າງໃດກໍຕາມ, ຈັກກະພັດຊານສ໌ຕັ້ງໃຈປະຕິເສດຫຼັກຄວາມຈິງທີ່ລູເທີສອນ, ເພິ່ນຂຽນວ່າ: “ເຮົາໝາຍໝັ້ນປັ້ນມືທີ່ຈະເຮັດຕາມແບບຢ່າງຂອງບັນພະບຸລຸດ.”33 ເພິ່ນຕັດສິນໃຈວ່າຈະບໍ່ຄາດເຄື່ອນໄປຈາກຮີດຄອງປະເພນີ ແມ່ນແຕ່ເພື່ອຍ່າງໄປຕາມທາງແຫ່ງຄວາມຈິງ ແລະ ຄວາມຊອບທຳ. ໃນເມື່ອບັນພະບຸລຸດສະໜັບສະໜູນລະບອບສັນຕະປາປາ ເພິ່ນກໍຈະສະໜັບສະໜູນເຊັ່ນກັນ ເຖິງແມ່ນວ່າລະບອບນັ້ນເຕັມໄປດ້ວຍຄວາມໂຫດຮ້າຍ ແລະ ຄວາມເສື່ອມເສຍກໍຕາມ. ດ້ວຍເຫດນີ້, ເພິ່ນຈຶ່ງເລືອກທາງປະຕິບັດ ໂດຍປະຕິເສດທີ່ຈະຮັບແສງແຫ່ງຄວາມຈິງຫຼາຍກວ່າທີ່ບັນພະບຸລຸດເຄີຍໄດ້ຮັບ ແລະ ບໍ່ຍອມເຮັດໜ້າທີ່ອື່ນໃດນອກເໜືອຈາກທີ່ບັນພະບຸລຸດເຄີຍໄດ້ກະທຳມາ. {GC 163.3}

ມະນຸດຕ້ອງຮັບຜິດຊອບຕໍ່ແສງສະຫວ່າງທີ່ໄດ້ຮັບ

ມີຫຼາຍຄົນໃນປັດຈຸບັນ ທີ່ຢຶດຖືທຳນຽມປະເພນີຂອງບັນພະບຸລຸດແບບນີ້. ເມື່ອພຣະເຈົ້າຊົງເປີດເຜີຍຫຼັກຄວາມຈິງເພີ່ມເຕີມໃຫ້ຄົນເຫຼົ່ານີ້ ພວກເຂົາບໍ່ຍອມຮັບ ເພາະເປັນສິ່ງໃໝ່ທີ່ບັນພະບຸລຸດບໍ່ເຄີຍຮູ້ຈັກ ແລະ ບໍ່ໄດ້ຮັບເອົາ. ແຕ່ວ່າເຮົາບໍ່ໄດ້ຢູ່ໃນໂລກຂອງບັນພະບຸລຸດ; ສະນັ້ນ, ໜ້າທີ່ຮັບຜິດຊອບຂອງພວກເຮົາບໍ່ຄືກັບໜ້າທີ່ຮັບຜິດຊອບຂອງພວກເຂົາ. ພຣະເຈົ້າບໍ່ພໍພຣະໄທ ຖ້າພວກເຮົາຈະຢຶດແບບຢ່າງຂອງບັນພະບຸລຸດໃນການກຳນົດໜ້າທີ່ຂອງຕົນ ແທນທີ່ຈະຄົ້ນຄວ້າພຣະທຳແຫ່ງຄວາມຈິງດ້ວຍຕົນເອງ ເພື່ອຈະຮູ້ຈັກໜ້າທີ່ດັ່ງກ່າວ. ພວກເຮົາຕ້ອງຮັບຜິດຊອບຫຼາຍກວ່າບັນພະບຸລຸດ ເພາະເຮົາຕ້ອງຮັບຜິດຊອບຕໍ່ແສງແຫ່ງຄວາມຈິງທີ່ພວກເຂົາໄດ້ຮັບ ແລະ ຖ່າຍທອດມາຍັງພວກເຮົາ; ນອກຈາກນັ້ນ, ກໍຍັງຕ້ອງຮັບຜິດຊອບແສງທີ່ສ່ອງມາເພີ່ມເຕີມຈາກພຣະຄຳຂອງພຣະເຈົ້າໃນທຸກມື້ນີ້. {GC 164.1}

ພຣະຄຣິສຊົງກ່າວກ່ຽວກັບຊາວຢິວທີ່ບໍ່ເຊື່ອວ່າ: “ຖ້າເຮົາບໍ່ໄດ້ມາບອກພວກເຂົາ ພວກເຂົາກໍຄົງບໍ່ມີຄວາມຜິດບາບ, ແຕ່ບັດນີ້ ພວກເຂົາບໍ່ມີຂໍ້ແກ້ຕົວໃນເລື່ອງບາບກຳຂອງພວກເຂົາ.” (ໂຢຮັນ 15:22). ຣິດທານຸພາບອັນດຽວກັນນີ້ ໄດ້ກ່າວແກ່ຈັກກະພັດ ແລະ ບັນດາເຈົ້າແຂວງຂອງເຢຍລະມັນຜ່ານ ມາຕິນ ລູເທີ. ໃນຂະນະທີ່ແສງແຫ່ງຄວາມຈິງສ່ອງອອກຈາກພຣະຄຳຂອງພຣະເຈົ້ານັ້ນ, ພຣະວິນຍານຂອງພຣະອົງຊົງເຊື້ອເຊີນຫຼາຍຄົນໃນທີ່ປະຊຸມເປັນຄັ້ງສຸດທ້າຍໃຫ້ຍອມຮັບຄວາມຈິງ. ຫຼາຍຮ້ອຍປີກ່ອນໜ້ານັ້ນ ປີລາດໄດ້ປິດຫົວໃຈຂອງຕົນເອງຕໍ່ພຣະຜູ້ໄຖ່ຂອງໂລກ ຍ້ອນລາວມີຄວາມຫຍິ່ງໃນສັກສີ ແລະ ຢາກເປັນທີ່ນິຍົມຂອງມວນຊົນ. ຜູ້ປົກຄອງເຟລິກສຽງສັ່ນໃນຂະນະທີ່ຂໍຮ້ອງໃຫ້ອາຈານໂປໂລນັກປະກາດຄວາມຈິງວ່າ: “ບັດນີ້ ເຈົ້າອອກໄປໄດ້ແລ້ວ ເຮົາຈະເອີ້ນເຈົ້າມາອີກ ເມື່ອເຮົາມີໂອກາດ.” ສ່ວນກະສັດອັກຄຼີປາຍອມຮັບວ່າ: “ເຮົາເກືອບຈະເປັນຄຣິສຕຽນໂດຍຄຳຊັກຊວນຂອງເຈົ້າ” (ກິດຈະການ 24:25; 26:28 TKJV) ແຕ່ກັບຫັນຫຼັງໃສ່ຂ່າວປະເສີດທີ່ສະຫວັນໂຜດສົ່ງໃຫ້ນັ້ນ. ໃນທຳນອງດຽວກັນ, ຍ້ອນຄວາມຫຍິ່ງໃນສັກສີ ແລະ ການເຫັນແກ່ຜົນປະໂຫຍດທາງການເມືອງ ຈັກກະພັດຊານສ໌ທີ 5 ຈຶ່ງຕັດສິນໃຈປະຕິເສດແສງແຫ່ງຄວາມຈິງ. {GC 164.2}

ຂ່າວລືເລື່ອງແຜນທຳລາຍລູເທີແຜ່ສະພັດ ເຮັດໃຫ້ຄົນທັງເມືອງສະດຸ້ງຕົກໃຈ. ເພິ່ນໄດ້ຜູກມິດກັບຫຼາຍຄົນທີ່ຮູ້ຈັກເຖິງຄວາມໂຫດຮ້າຍຂອງຄຣິສຕະຈັກໂຣມ ແລະ ຮູ້ວ່າພວກທີ່ນິຍົມສັນຕະປາປາມີຄວາມໂຫດຫ້ຽມ ແລະ ບໍ່ຮັກສາສັນຍາຕໍ່ທຸກຄົນທີ່ກ້າເປີດເຜີຍຄວາມເສື່ອມເສຍຂອງຄຣິສຕະຈັກ; ເພື່ອນຂອງລູເທີເຫຼົ່ານີ້ຕັດສິນໃຈວ່າ ເພິ່ນຈະຕ້ອງບໍ່ຕົກເປັນເຫຍື່ອ. ມີຂຸນນາງຫຼາຍຮ້ອຍຄົນສັນຍາວ່າຈະປົກປ້ອງເພິ່ນ; ໃນທ່າມກາງຂຸນນາງເຫຼົ່ານີ້ ມີຫຼາຍຄົນປະນາມຄຳປະກາດຂອງຈັກກະພັດວ່າ ເປັນການສະແດງເຖິງຄວາມອ່ອນແອທີ່ຍອມຈຳນົນຕໍ່ອຳນາດຂອງຄຣິສຕະຈັກໂຣມ. ມີການຕິດປ້າຍຕາມປະຕູຮົ້ວຂອງເຮືອນປະຊາຊົນ ແລະ ໃນທີ່ສາທາລະນະ, ປ້າຍບາງອັນກ່າວຮ້າຍລູເທີ ແລະ ບາງອັນສະໜັບສະໜູນເພິ່ນ. ມີປ້າຍແຜ່ນໜຶ່ງທີ່ຂຽນແຕ່ຂໍ້ຄວາມຄົມຄາຍຂອງກະສັດໂຊໂລໂມນທີ່ວ່າ: “ໂອ ບ້ານເມືອງເອີຍ ວິບັດແກ່ເຈົ້າເມື່ອກະສັດຂອງເຈົ້າເປັນເດັກ.” (ປັນຍາຈານ 10:16 TKJV). ກະແສຄວາມນິຍົມຊົມຊອບລູເທີນັ້ນໄຫຼແຮງຢູ່ທົ່ວອານາຈັກເຢຍລະມັນ ສົ່ງຜົນໃຫ້ຈັກກະພັດ ແລະ ສະພາເຫັນກົງກັນວ່າ ຖ້າຈະປະຕິບັດຕໍ່ລູເທີໃນທາງທີ່ບໍ່ເປັນທຳ ຈະເປັນເຫດໃຫ້ເກີດຄວາມວຸ້ນວາຍທົ່ວອານາຈັກ ແລະ ອາດຈະກະທົບຕໍ່ຄວາມໝັ້ນຄົງຂອງບັນລັງຈັກກະພັດອີກດ້ວຍ. {GC 164.3}

ຂໍ້ສະເໜີໃຫ້ປອງດອງກັບໂຣມ

ເຟຣເດີຣິກແຫ່ງແຊັກຊັນນີຍັງສັງເກດການແຕ່ບໍ່ໄດ້ສະແດງອອກ, ເຈົ້າແຂວງຜູ້ນີ້ບໍ່ເປີດເຜີຍຄວາມຮູ້ສຶກແທ້ທີ່ຕົນມີຕໍ່ລູເທີຜູ້ນຳການປະຕິຮູບ, ແຕ່ໃນຂະນະດຽວກັນກໍປົກປ້ອງຄຸ້ມຄອງເພິ່ນຢ່າງບໍ່ຮູ້ເມື່ອຍ ແລະ ເຝົ້າສັງເກດການເຄື່ອນໄຫວຂອງເພິ່ນ ແລະ ຄົນທີ່ຕໍ່ຕ້ານເພິ່ນ. ຢ່າງໃດກໍຕາມ, ມີຫຼາຍຄົນສະແດງອອກຢ່າງເປີດເຜີຍວ່າເຫັນດ້ວຍກັບລູເທີ ແລະ ພາກັນມາຢາມເພິ່ນ ທັງເຈົ້າແຂວງ, ຂຸນນາງນ້ອຍໃຫຍ່ ແລະ ຄົນສຳຄັນອື່ນ ບໍ່ວ່າຈະມີຕຳແໜ່ງໃນຄຣິສຕະຈັກ ຫຼື ເປັນສະມາຊິກທຳມະດາກໍຕາມ. ທ້າວ ສະປາລາຕິນ (Spalatin) ຂຽນວ່າ: “ຫ້ອງພັກຂອງທ່ານສາດສະດາຈານ34ບໍ່ສາມາດຮອງຮັບຈຳນວນແຂກຄົນທີ່ມາຢາມ.”35 ປະຊາຊົນເບິ່ງເພິ່ນເໝືອນວ່າເປັນຄົນເໜືອມະນຸດ. ແມ່ນແຕ່ຄົນທີ່ບໍ່ເຊື່ອໃນຄຳສອນຂອງລູເທີກໍຍັງຮູ້ສຶກວ່າຕ້ອງຊົມເຊີຍຄວາມສັດຊື່ທີ່ເຮັດໃຫ້ເພິ່ນກ້າສ່ຽງຕາຍ ແທນທີ່ຈະລະເມີດຈິດສຳນຶກຜິດຊອບຂອງຕົນ. {GC 165.1}

ມີຄວາມພະຍາຍາມສູງທີ່ຈະໃຫ້ລູເທີຍອມປະນີປະນອມກັບຄຣິສຕະຈັກໂຣມ. ມີພວກຂຸນນາງ ແລະ ພວກເຈົ້າແຂວງບາງຄົນບອກເພິ່ນວ່າ ຖ້າເພິ່ນຍັງດັນທຸລັງທີ່ຈະຕັ້ງຄວາມຄິດເຫັນສ່ວນຕົວໄວ້ຕໍ່ຕ້ານຄຣິສຕະຈັກ ແລະ ມະຕິສະພາແລ້ວ, ໃນບໍ່ຊ້າ, ເພິ່ນຈະຖືກເນລະເທດອອກຈາກອານາຈັກ ແລະ ຈະບໍ່ມີຜູ້ໃດປົກປ້ອງຄຸ້ມຄອງ. ລູເທີຕອບຂໍ້ຮຽກຮ້ອງນີ້ວ່າ: “ທຸກຄັ້ງທີ່ມີການປະກາດຂ່າວປະເສີດຂອງພຣະຄຣິສ ກໍຍ່ອມມີບາງຄົນຂຸ່ນເຄືອງໃຈ.…ແລ້ວມີເຫດຜົນອັນໃດແດ່ ທີ່ຂ້າພະເຈົ້າຄວນແຍກຈາກພຣະອົງເພາະຢ້ານອັນຕະລາຍ, ເປັນຫຍັງຈະໃຫ້ຄວາມຢ້ານກົວແຍກຂ້າພະເຈົ້າອອກຈາກພຣະຄຳຂອງພຣະເຈົ້າ ອັນເປັນສິ່ງດຽວເທົ່ານັ້ນທີ່ເປັນຄວາມຈິງ? ຂ້າພະເຈົ້າບໍ່ຍອມ, ແຕ່ຍິນດີສະຫຼະເລືອດເນື້ອ ແລະ ຊີວິດດີກວ່າ.”36 {GC 165.2}

ແລ້ວກໍມີຄົນມາຂໍຮ້ອງເພິ່ນອີກໃຫ້ຍອມຕໍ່ຄຳຕັດສິນຂອງຈັກກະພັດ ແລະ ຈະບໍ່ຕ້ອງຢ້ານຫຍັງອີກຕໍ່ໄປ. ລູເທີຕອບວ່າ: “ຂ້າພະເຈົ້າຍິນຍອມດ້ວຍສຸດຫົວໃຈ ໃຫ້ຈັກກະພັດ, ພວກເຈົ້າແຂວງ ແລະ ແມ່ນແຕ່ຄຣິສຕຽນຜູ້ຕ່ຳຕ້ອຍທີ່ສຸດ ໃຫ້ອ່ານພິຈາລະນາ ແລະ ໄຕ່ຕອງງານຂຽນຂອງຂ້າພະເຈົ້າໂດຍມີເງື່ອນໄຂຢູ່ຂໍ້ດຽວຄື ຈະຕ້ອງນຳໃຊ້ພຣະຄຳຂອງພຣະເຈົ້າເປັນມາດຕະຖານໃນການພິຈາລະນາຕັດສິນ. ມະນຸດບໍ່ມີສິ່ງໃດທີ່ຈະຕ້ອງເຮັດນອກຈາກຈະເຊື່ອຟັງພຣະຄຳນັ້ນ. ຢ່າໄດ້ຂໍໃຫ້ຂ້າພະເຈົ້າຕ້ອງຂັດຂືນຕໍ່ຈິດສຳນຶກຜິດຊອບຂອງຕົນເລີຍ ເພາະມັນຜູກມັດໄວ້ກັບພຣະຄຳພີອັນສັກສິດ.”37 {GC 166.1}

ເມື່ອຄົນອື່ນມາຂໍຮ້ອງລູເທີ ເພິ່ນຕອບວ່າ: “ຂ້າພະເຈົ້າຍິນດີຖິ້ມໃບຮັບຮອງຄວາມປອດໄພ ແລະ ຝາກຊີວິດຂອງຂ້າພະເຈົ້າໄວ້ໃນມືຂອງຈັກກະພັດ ແຕ່ຈະບໍ່ມີວັນທີ່ຈະມອບພຣະຄຳຂອງພຣະເຈົ້າໃຫ້ແກ່ເພິ່ນ!”38 ລູເທີກ່າວວ່າ ເພິ່ນຍິນດີເຮັດຕາມມະຕິຂອງສະພາຄຣິສຕະຈັກ ໂດຍມີເງື່ອນໄຂຢູ່ຂໍ້ດຽວວ່າ ສະພານັ້ນຈະຕ້ອງຕັດສິນຕາມພຣະຄຳພີ. ເພິ່ນກ່າວເພີ່ມເຕີມວ່າ: “ໃນເລື່ອງພຣະຄຳຂອງພຣະເຈົ້າ ແລະ ຄວາມເຊື່ອນັ້ນ ຄຣິສຕຽນທຸກຄົນມີວຸດທິພາວະໃນການພິຈາລະນາຕັດສິນບໍ່ດ້ອຍກວ່າສັນຕະປາປາ ເຖິງແມ່ນວ່າເພິ່ນຈະມີມະຕິສະພານັບລ້ານສະໄໝມາສະໜັບສະໜູນກໍຕາມ.”39 ຄົນທີ່ສະໜັບສະໜູນ ແລະ ຄົນທີ່ຕໍ່ຕ້ານລູເທີລ້ວນແຕ່ເຫັນພ້ອມກັນວ່າ ບໍ່ມີປະໂຫຍດທີ່ຈະພະຍາຍາມໃຫ້ເພິ່ນກັບມາຄືນດີກັບຄຣິສຕະຈັກໂຣມ. {GC 166.2}

ຖ້າຫາກວ່າລູເທີຍອມໃນປະເດັນດຽວ, ຊາຕານ ແລະ ພັກພວກຂອງມັນກໍຈະເປັນຝ່າຍຊະນະ. ແຕ່ພຣະເຈົ້າຊົງໃຊ້ຄວາມໜັກແໜ້ນບໍ່ຫວັ່ນໄຫວຂອງເພິ່ນເພື່ອປົດປ່ອຍຄຣິສຕະຈັກ ແລະ ເພື່ອເລີ່ມຕົ້ນສະໄໝໃໝ່ທີ່ດີກວ່າ. ອິດທິພົນຂອງຊາຍຄົນນີ້ພຽງຄົນດຽວທີ່ກ້າຄິດກ້າທຳດ້ວຍຕົນເອງໃນເລື່ອງທີ່ກ່ຽວຂ້ອງກັບສາສະໜາ ສ້າງຜົນດີໃຫ້ແກ່ຄຣິສຕະຈັກ ແລະ ຄົນທັງໂລກ ບໍ່ພຽງແຕ່ໃນສະໄໝຂອງເພິ່ນ ແຕ່ຕໍ່ທຸກສະໄໝຕັ້ງແຕ່ນັ້ນມາ. ຄວາມໜັກແໜ້ນ ແລະ ຄວາມສັດຊື່ຂອງເພິ່ນຈະຊ່ວຍເສີມກຳລັງໃຫ້ແກ່ທຸກຄົນທີ່ຈະຕ້ອງຜ່ານປະສົບການແບບດຽວກັນຈົນວັນສິ້ນໂລກ. ສະຫງ່າຣາສີ ແລະ ຣິດທານຸພາບຂອງພຣະເຈົ້າມີໄຊເໜືອແຜນການຂອງມະນຸດ ແລະ ອຳນາດຍິ່ງໃຫຍ່ຂອງຊາຕານ. {GC 166.3}

ໃນບໍ່ຊ້າ, ມີຣາຊໂອງການໃຫ້ລູເທີກັບເມືອບ້ານ ເຊິ່ງເພິ່ນຊາບວ່າຈະມີການປະກາດລົງໂທດຕາມມາທັນທີ. ຫົນທາງທີ່ຕ້ອງດຳເນີນນັ້ນເໝືອນຖືກປົກຄຸມໄປດ້ວຍເມກດຳ ແຕ່ໃນຂະນະທີ່ເພິ່ນເດີນທາງອອກຈາກເມືອງເວີມ ຈິດໃຈກໍເຕັມໄປດ້ວຍຄຳສັນລະເສີນ ແລະ ຄວາມຊົມຊື່ນຍິນດີ. ເພິ່ນກ່າວວ່າ: “ຜີມານຮ້າຍເອງເຝົ້າຄຸ້ມຄອງຫໍຄອຍຂອງສັນຕະປາປາ, ແຕ່ພຣະຄຣິສຊົງພັງເຂົ້າໄປເປັນຊ່ອງກວ້າງ, ຈົນຊາຕານຕ້ອງຍອມຮັບວ່າ ພຣະອົງຊົງຣິດເຂັ້ມແຂງກວ່າມັນ.”40 {GC 166.4}

ຫຼັງຈາກທີ່ອອກເດີນທາງ ລູເທີຂຽນຈົດໝາຍເຖິງຈັກກະພັດ ເພາະຢ້ານວ່າຈະມີຄົນເຫັນຄວາມໜັກແໜ້ນຂອງເພິ່ນ ແລະ ຕີຄວາມວ່າເພິ່ນເປັນກະບົດ. ໃນຈົດໝາຍສະບັບນັ້ນເພິ່ນຂຽນວ່າ: “ພຣະເຈົ້າຜູ້ຊົງສຳຫຼວດຄົ້ນເບິ່ງຈິດໃຈຂອງມະນຸດ ຊົງເປັນພະຍານໃຫ້ຂ້າພະເຈົ້າວ່າ ຂ້າພະເຈົ້າພ້ອມສະເໝີທີ່ຈະປະຕິບັດຕາມຄຳສັ່ງຂອງຝ່າບາດ, ບໍ່ວ່າໃນເລື່ອງທີ່ເປັນກຽດ ຫຼື ບໍ່ເປັນກຽດ, ດ້ວຍຊີວິດ ຫຼື ຄວາມຕາຍ, ໂດຍມີຂໍ້ຍົກເວັ້ນຢູ່ຂໍ້ດຽວຄືພຣະຄຳຂອງພຣະເຈົ້າ ເພາະມະນຸດດຳລົງຊີວິດດ້ວຍພຣະຄຳນັ້ນ. ໃນເລື່ອງທີ່ກ່ຽວຂ້ອງກັບຊີວິດນີ້ ຂ້າພະເຈົ້າຈົງຮັກພັກດີຕໍ່ຝ່າບາດໂດຍບໍ່ຫວັ່ນໄຫວ ເພາະການເປັນຝ່າຍໄດ້ຝ່າຍເສຍໃນໂລກບໍ່ໄດ້ກະທົບຕໍ່ຄວາມລອດພົ້ນ. ແຕ່ໃນເລື່ອງທີ່ກ່ຽວຂ້ອງກັບຊີວິດນິຣັນ ພຣະເຈົ້າບໍ່ປະສົງໃຫ້ມະນຸດຍອມຈຳນົນຕໍ່ມະນຸດຄົນອື່ນ, ເພາະການຍອມຈຳນົນໃນເລື່ອງທີ່ກ່ຽວຂ້ອງກັບຈິດວິນຍານ ກໍຄືການນະມັດສະການຢ່າງແທ້ຈິງ ແລະ ເຮົາຄວນນະມັດສະການພຣະຜູ້ສ້າງແຕ່ຜູ້ດຽວ.”41 {GC 167.1}

ໃນການເດີນທາງກັບຈາກເມືອງເວີມນັ້ນ ມີຄົນອອກມາຕ້ອນຮັບລູເທີດີກວ່າຕອນທີ່ເພິ່ນເດີນທາງໄປເສຍອີກ. ມີຜູ້ນຳຄຣິສຕະຈັກຊັ້ນສູງຕ້ອນຮັບນັກບວດທີ່ຖືກຕັດຊື່ອອກຈາກຄຣິສຕະຈັກ ແລະ ມີຜູ້ນຳຝ່າຍອຳນາດການປົກຄອງອອກມາຮັບຕ້ອນຜູ້ທີ່ຈັກກະພັດກ່າວປະນາມ. ມີຄົນຂໍຮ້ອງໃຫ້ລູເທີເທດສະໜາ ແລະ ເຖິງແມ່ນວ່າມີຄຳສັ່ງຂອງຈັກກະພັດບໍ່ໃຫ້ເພິ່ນເທດ ແຕ່ເພິ່ນກໍຍັງຂຶ້ນທຳມາດອີກ ແລະ ກ່າວວ່າ: “ຂ້າພະເຈົ້າບໍ່ເຄີຍປະຕິຍານຕົນວ່າຈະເອົາພຣະຄຳຂອງພຣະເຈົ້າມາລ່າມໂສ້ ແລະ ຈະບໍ່ມີວັນນັ້ນເລີຍ.”42 {GC 167.2}

ຫຼັງຈາກລູເທີອອກຈາກເມືອງເວີມບໍ່ດົນ ພວກຝ່າຍສັນຕະປາປາໂນ້ມນ້າວຈັກກະພັດໄດ້ສຳເລັດ ໃຫ້ອອກຄຳສັ່ງປະນາມເພິ່ນເປັນທາງການ ເຊິ່ງມີເນື້ອໃນວ່າ ລູເທີຄື “ຊາຕານເອງໃນຮູບຮ່າງຂອງມະນຸດ ທີ່ໃສ່ເສື້ອຄຸມຂອງນັກບວດ.”43 ນອກຈາກນັ້ນ, ກໍຍັງສັ່ງວ່າ ທັນທີທີ່ໃບຮັບຮອງຄວາມປອດໄພຂອງລູເທີໝົດອາຍຸ ໃຫ້ມີການອອກມາດຕະການເພື່ອຢຸດຢັ້ງວຽກງານຂອງເພິ່ນ. ທຸກຄົນຖືກຫ້າມບໍ່ໃຫ້ຊ່ວຍເຫຼືອເພິ່ນໃນທຸກກໍລະນີ ບໍ່ວ່າທາງວາຈາ ຫຼື ການກະທຳ, ເປັນການສ່ວນຕົວ ຫຼື ເປັນທາງການ, ຢ່າໃຫ້ຜູ້ໃດອຳນວຍສະຖານທີ່ໃຫ້ເພິ່ນຫຼົບຊ່ອນ ແລະ ຢ່າໃຫ້ອາຫານ ຫຼື ນ້ຳແກ່ເພິ່ນເລີຍ; ແຕ່ບໍ່ວ່າເພິ່ນຢູ່ທີ່ໃດກໍຕາມ ໃຫ້ຈັບກຸມ ແລະ ສົ່ງມອບໃຫ້ເຈົ້າໜ້າທີ່. ສ່ວນຜູ້ທີ່ເຊື່ອຖືຕາມເພິ່ນກໍໃຫ້ຈັບຂັງຄຸກເຊັ່ນກັນ ແລະ ຢຶດຊັບສິນ, ໃຫ້ທຳລາຍບົດຄວາມງານຂຽນຂອງເພິ່ນ ແລະ ສຸດທ້າຍຜູ້ໃດກໍຕາມທີ່ກ້າຝ່າຝືນຕໍ່ຄຳສັ່ງນີ້ ກໍໃຫ້ປະຕິບັດຕໍ່ເຂົາຕາມຄຳສັ່ງທຸກປະການໃນສະບັບນີ້. ເຈົ້າແຂວງແຊັກຊັນນີຜູ້ມີສິດເລືອກຈັກກະພັດ ແລະ ບັນດາເຈົ້າແຂວງທີ່ເປັນມິດກັບລູເທີຫຼາຍທີ່ສຸດ ໄດ້ອອກຈາກເມືອງເວີມຫຼັງລູເທີບໍ່ດົນ; ສະນັ້ນ, ສະພາຈຶ່ງຮັບຮອງຄຳສັ່ງຂອງຈັກກະພັດ. ພວກທີ່ສະໜັບສະໜູນຄຣິສຕະຈັກໂຣມພາກັນສະເຫຼີມສະຫຼອງ ເພາະຄິດວ່າຂະບວນການປະຕິຮູບນັ້ນໄດ້ມາເຖິງທີ່ສິ້ນສຸດແລ້ວ. {GC 167.3}

ພຣະເຈົ້າເປີດທາງໃຫ້ໜີໄພ

ພຣະເຈົ້າຊົງຈັດຕຽມທາງໜີໃນຊົ່ວໂມງວິກິດໃຫ້ແກ່ຜູ້ຮັບໃຊ້ຂອງພຣະອົງ ໂດຍໃຫ້ມີຄົນຈິດໃຈສູງ ແລະ ຈິງໃຈ ຈັບຕາເຝົ້າສັງເກດການເຄື່ອນໄຫວຂອງລູເທີ ຄືເຟຣເດີຣິກເຈົ້າແຂວງແຊັກຊັນນີຜູ້ໝາຍໝັ້ນປັ້ນມືທີ່ຈະຊ່ວຍເພິ່ນໃຫ້ພົ້ນໄພ. ການທີ່ຄຣິສຕະຈັກໂຣມຈະບໍ່ພໍໃຈຈົນກວ່າລູເທີຕາຍເປັນເລື່ອງທີ່ເຫັນໄດ້ຢ່າງແຈ່ມແຈ້ງ, ການເຊື່ອງຊ່ອນເພິ່ນເປັນຫົນທາງດຽວທີ່ຈະໃຫ້ເພິ່ນພົ້ນຈາກປາກຂອງສິງໂຕໄດ້. ພຣະເຈົ້າຊົງໃຫ້ສະຕິປັນຍາແກ່ເຈົ້າແຂວງໃຫ້ວາງແຜນຊ່ວຍຊີວິດຂອງລູເທີ ໂດຍມີພວກມິດແທ້ລົງມືໃຫ້ແຜນການນັ້ນສຳເລັດ; ຢ່າງນີ້ແຫຼະ, ລູເທີຈຶ່ງໄດ້ຮັບການເຊື່ອງຊ່ອນໄວ້ຈາກທັງຄົນທີ່ເຫັນດ້ວຍ ແລະ ພວກທີ່ຕໍ່ຕ້ານ. ມີຄົນຈັບເພິ່ນໃນລະຫວ່າງການເດີນທາງກັບບ້ານ ແລະ ແຍກເພິ່ນອອກຈາກພວກທີ່ເດີນທາງນຳ ແລ້ວພາເພິ່ນຜ່າປ່າໄມ້ໄປຍັງຜາສາດຫີນແຫ່ງວາດເບີກ (Wartburg) ຢ່າງຮີບດ່ວນ ເຊິ່ງເປັນປ້ອມປາການສອກຫຼີກໃນເຂດພູຜາ. ການຈັບຊ່ອນລູເທີເປັນໄປຢ່າງເລິກລັບ ຈົນແມ່ນແຕ່ເຈົ້າແຂວງເຟຣເດີຣິກເອງກໍບໍ່ຮູ້ເປັນເວລາດົນວ່າເພິ່ນຖືກນຳພາໄປໄວ້ບ່ອນໃດ. ການທີ່ເຈົ້າແຂວງບໍ່ຮູ້ວ່າລູເທີຢູ່ໃສກໍເປັນໄປຕາມແຜນ ເພາະວ່າຕາບໃດທີ່ເພິ່ນບໍ່ຮູ້ວ່າລູເທີຢູ່ໃສ ເພິ່ນກໍບໍ່ສາມາດເປີດເຜີຍໃຫ້ຄົນອື່ນໄດ້. ພຽງຮູ້ວ່າລູເທີປອດໄພກໍເຮັດໃຫ້ເຈົ້າແຂວງຮູ້ສຶກພໍໃຈ. {GC 168.1}

ລະດູໃບໄມ້ປົ່ງປ່ຽນເປັນລະດູຮ້ອນ, ລະດູຮ້ອນລ່ວງເລີຍໄປເປັນລະດູໃບໄມ້ຫຼົ່ນ, ລະດູໃບໄມ້ຫຼົ່ນຜ່ານພົ້ນໄປເປັນລະດູໜາວ ແລະ ລູເທີຍັງຖືກຂັງຢູ່ບ່ອນເກົ່າ. ອະລີອັນເດີພ້ອມດ້ວຍພັກພວກພາກັນສະຫຼອງໄຊຊະນະເພາະເຫັນວ່າ ແສງແຫ່ງຂ່າວປະເສີດໃກ້ຈະຖືກດັບລົງ. ແຕ່ແທນທີ່ຈະຖືກດັບມອດໄປ, ລູເທີກຳລັງເຕີມນ້ຳມັນໃສ່ຕະກຽງຈາກພຣະຄຳແຫ່ງຄວາມຈິງ ເພື່ອສ່ອງສະຫວ່າງໃຫ້ຮຸ່ງແຈ້ງຂຶ້ນອີກ. {GC 168.2}

ຊ່ວງທຳອິດທີ່ພັກຢ່າງປອດໄພຢູ່ວາດເບີກນັ້ນ ລູເທີຮູ້ສຶກໂລ່ງໃຈທີ່ໄດ້ພັກເຊົາຈາກການຕໍ່ສູ້ທີ່ດຸເດືອດ, ແຕ່ເພິ່ນບໍ່ສາມາດພໍໃຈໃນການຢູ່ລ້າເປັນເວລາດົນ ເພາະເພິ່ນເປັນຄົນຂະຫຍັນໝັ່ນພຽນ ແລະ ລຶ້ງເຄີຍກັບການຕໍ່ສູ້ ຈະຢູ່ລ້າຕໍ່ໄປກໍຈະບໍ່ເປັນຜົນດີ. ໃນຊ່ວງເວລາທີ່ຕ້ອງຢູ່ຢ່າງໂດດດ່ຽວນັ້ນ ເພິ່ນຄິດເຖິງສະພາບຂອງຄຣິສຕະຈັກ ຈຶ່ງຮ້ອງອອກມາດ້ວຍຄວາມທໍ້ໃຈວ່າ: “ເປັນຕາໜ້າເສົ້າທີ່ສຸດ! ໃນວາລະສຸດທ້າຍແຫ່ງພຣະພິໂຣດຂອງພຣະເຈົ້າ ບໍ່ມີໃຜຢືນຂຶ້ນດັ່ງກຳແພງຕໍ່ໜ້າພຣະອົງ ແລະ ຊ່ວຍຊາວອິດສະຣາເອນໃຫ້ພົ້ນ!”44 ແລ້ວເພິ່ນກໍຫວນຄິດເຖິງຕົນເອງ ຢ້ານວ່າຈະມີຄົນຫາວ່າເພິ່ນຂີ້ຂາດຕາຂາວທີ່ຖອຍອອກຈາກການຕໍ່ສູ້. ຈາກນັ້ນກໍຕຳໜິຕົວເອງທີ່ຢູ່ລ້າ ແລະ ຕາມໃຈຕົວເອງ; ຢ່າງໃດກໍຕາມ, ທຸກມື້ທຸກວັນເພິ່ນໄດ້ເຮັດວຽກຫຼາຍກວ່າທີ່ມະນຸດຄົນໜຶ່ງໜ້າຈະເຮັດໄດ້. ປາກກາຂອງເພິ່ນບໍ່ເຄີຍຢູ່ລ້າ, ໃນຂະນະທີ່ພວກສັດຕູພາກັນດີອົກດີໃຈທີ່ລູເທີຖືກປິດປາກໃຫ້ງຽບ, ພວກເຂົາກໍຕ້ອງງົງ ແລະ ສະດຸ້ງຕົກໃຈທີ່ເຫັນຫຼັກຖານວ່າເພິ່ນຍັງມີຊີວິດ ແລະ ຍັງເຮັດວຽກຢູ່. ເພິ່ນຂຽນບົດຄວາມຫຼາຍຕໍ່ຫຼາຍສະບັບ ແລະ ສົ່ງອອກໄປທົ່ວອານາຈັກເຢຍລະມັນ. ນອກຈາກນັ້ນ, ເພິ່ນຍັງຮັບໃຊ້ຄົນຮ່ວມຊາດດ້ວຍຜົນງານທີ່ສຳຄັນທີ່ສຸດ ຄືການແປພຣະຄຳພີໃໝ່ເປັນພາສາເຢຍລະມັນ. ປ້ອມຫີນທີ່ເພິ່ນຢູ່ເໝືອນດັ່ງເກາະປັດໂມ;45 ເພິ່ນຢູ່ທີ່ນັ້ນເກືອບໜຶ່ງປີ ແລະ ໃຊ້ເວລາປະກາດຂ່າວປະເສີດ, ຕັກເຕືອນເລື່ອງຄວາມບາບ ແລະ ຄຳສອນທຽມເທັດທີ່ແຜ່ຫຼາຍໃນສະໄໝນັ້ນ. {GC 168.3}

ພຣະເຈົ້າບໍ່ໄດ້ຊ່ວຍໃຫ້ລູເທີຕ້ອງຖອນຕົວອອກຈາກການຮັບໃຊ້ຢູ່ແນວໜ້າ ເພື່ອໃຫ້ເພິ່ນພົ້ນຈາກຄວາມໂກດຮ້າຍຂອງສັດຕູພຽງຢ່າງດຽວ. ພຣະປະສົງຫຼັກໃນເລື່ອງນີ້ບໍ່ແມ່ນເພື່ອໃຫ້ເພິ່ນມີເວລາຂຽນ ເຊິ່ງເປັນວຽກງານທີ່ສຳຄັນ, ແຕ່ມີສິ່ງທີ່ສຳຄັນຍິ່ງກວ່ານັ້ນອີກ. ການທີ່ລູເທີພັກຢູ່ໂດດດ່ຽວໃນບ່ອນສອກຫຼີກທີ່ປ້ອມຫີນແຫ່ງພູຜາຫ່າງໄກຈາກຜູ້ສະໜັບສະໜູນ ແລະ ສຽງຍ້ອງຍໍສັນລະເສີນນັ້ນ ຊ່ວຍໃຫ້ເພິ່ນປອດໄພຈາກຄວາມຫຍິ່ງ ແລະ ຄວາມໝັ້ນໃຈໃນຕົວເອງທີ່ຫຼາຍຄັ້ງມາພ້ອມກັບຄວາມສຳເລັດ. ທີ່ຜ່ານມາລູເທີໄດ້ຖືກຍົກຂຶ້ນຈາກທີ່ຕ່ຳມາຢູ່ທີ່ສູງຢ່າງໄວວາ, ແລ້ວຄວາມທຸກ ແລະ ການຕົກຕ່ຳທີ່ເພິ່ນຕ້ອງປະເຊີນຢູ່ໃນຂະນະນີ້ ກຳລັງກຽມເພິ່ນໃຫ້ສາມາດຍ່າງຢູ່ບ່ອນທີ່ສູງຢ່າງປອດໄພອີກ ອັນເປັນບ່ອນທີ່ສ່ຽງຕໍ່ການສະດຸດລົ້ມຍ້ອນຄວາມຫຍິ່ງກິນຫົວ. {GC 169.1}

ເມື່ອຜູ້ຄົນຊົມຊື່ນຍິນດີກັບເສລີພາບອັນເປັນຜົນຂອງຫຼັກຄວາມຈິງນັ້ນ ພວກເຂົາມັກຈະຍົກຍໍຄົນທີ່ພຣະເຈົ້າຊົງໃຊ້ເພື່ອຫັກສາຍໂສ້ແຫ່ງຄວາມເທັດ ແລະ ຄວາມງົມງວາຍ. ຊາຕານມຸ່ງໝາຍທີ່ຈະຫັນຄວາມຄິດ ແລະ ຄວາມຊື່ນຊົມຂອງມະນຸດອອກຈາກພຣະເຈົ້າ ແລ້ວມາໃຫ້ຄວາມສຳຄັນກັບຜູ້ຮັບໃຊ້ຂອງພຣະອົງແທນ; ມັນຫຼອກມະນຸດໃຫ້ນັບຖືຜູ້ທີ່ພຣະເຈົ້າຊົງໃຊ້ຈົນລືມພຣະອົງຜູ້ຊົງນຳເຫດການຕ່າງໆຕາມນ້ຳພຣະໄທຂອງພຣະອົງ. ຫຼາຍຄັ້ງຜູ້ນຳສາສະໜາທີ່ໄດ້ຮັບການຍົກຍໍ ແລະ ເປັນທີ່ນັບໜ້າຖືຕາເຊັ່ນນີ້ຈະຫຼົງລືມວ່າ ຕົນເອງຕ້ອງການຄວາມຊ່ວຍເຫຼືອຈາກພຣະເຈົ້າຈຶ່ງຫັນມາເພິ່ງພາຕົນເອງ. ຜົນຕາມມາກໍຄື ພວກເຂົາພະຍາຍາມຄວບຄຸມຄວາມຄິດ ແລະ ຈິດສຳນຶກຜິດຊອບຂອງສະມາຊິກທີ່ຄອຍຟັງຄຳແນະນຳຈາກຜູ້ນຳແທນທີ່ຈະອ່ານພຣະຄຳຂອງພຣະເຈົ້າ. ຫຼາຍຄັ້ງການປະຕິຮູບຕ້ອງຊະລໍລົງຍ້ອນຜູ້ສະໜັບສະໜູນເພິ່ງພາມະນຸດແທນທີ່ຈະເພິ່ງພາພຣະເຈົ້າ. ພຣະເຈົ້າຊົງໃຫ້ລູເທີອອກມາຈາກການຕໍ່ສູ້ແນວໜ້າເພື່ອຊ່ວຍຂະບວນການປະຕິຮູບໃຫ້ພົ້ນຈາກອັນຕະລາຍໃນເລື່ອງນີ້, ພຣະອົງບໍ່ມີພຣະປະສົງໃຫ້ວຽກງານນີ້ເປັນໄປຕາມລັກສະນະຂອງມະນຸດ ແຕ່ໃຫ້ເປັນຜົນຈາກຝີພຣະຫັດຂອງພຣະເຈົ້າ. ທີ່ຜ່ານມາດວງຕາທຸກຄົນໄດ້ຈັບຈ້ອງໄປຍັງລູເທີໃນຖານະທີ່ເປັນຜູ້ອະທິບາຍຫຼັກຄວາມຈິງ; ບັດນີ້, ເພິ່ນຕ້ອງອອກຈາກແນວໜ້າ ເພື່ອໃຫ້ຕາທຸກຄົນຫັນໄປຍັງພຣະເຈົ້າອົງນິຣັນຜູ້ຊົງເປັນປະຖົມເຫດແຫ່ງຄວາມຈິງທັງປວງ. {GC 169.2}


  1. ຈັກກະພັດແຫ່ງອານາຈັກເຢຍລະມັນບໍ່ໄດ້ຮັບຕຳແໜ່ງໂດຍການສືບທອດຕາມສາຍເລືອດ, ຫາກແຕ່ໄດ້ຮັບເລືອກຈາກຜູ້ມີສິດເລືອກພຽງເຈັດຄົນເທົ່ານັ້ນ ເຊິ່ງມີທັງເຈົ້າແຂວງ ແລະ ເຈົ້າຄະນະໃຫຍ່. ທ່ານເຟຣເດີຣິກ ເຈົ້າແຂວງແຊັກຊັນນີ ເປັນໜຶ່ງໃນເຈັດຄົນນັ້ນ ແລະ ເປັນຜູ້ທີ່ຢູ່ເບື້ອງຫຼັງການເລືອກຊານສ໌ທີ 5 ຂຶ້ນເປັນຈັກກະພັດ. ດ້ວຍເຫດນີ້, ຈັກກະພັດອົງໃໝ່ຈຶ່ງບໍ່ອາດປະຕິເສດຄຳຂໍຂອງເພິ່ນໄດ້ງ່າຍໆ. ↩

  2. ໂດບິນເຍ (D’Aubigné), ເຫຼັ້ມ 6, ບົດ 11. ↩

  3. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 1. ↩

  4. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 1. ↩

  5. ໄວລີ (Wylie), ເຫຼັ້ມ 6, ບົດ 4. ↩

  6. ໂດບິນເຍ, ເຫຼັ້ມ 7, ບົດ 3. ↩

  7. ດະຍຸກ (Duke) ເປັນຕຳແໜ່ງຜູ້ປົກຄອງເຂດແດນທີ່ສືບທອດທາງສາຍເລືອດພາຍໃຕ້ຈັກກະພັດ ແຕ່ບໍ່ມີສິດເລືອກຈັກກະພັດ. ໃນເວລານັ້ນແຊັກຊັນນີແບ່ງອອກເປັນສອງເຂດ: ເຂດໜຶ່ງປົກຄອງໂດຍທ່ານດະຍຸກຈອດຈ໌ ແລະ ອີກເຂດໜຶ່ງປົກຄອງໂດຍທ່ານເຟຣເດີຣິກ ເຈົ້າແຂວງຜູ້ມີສິດເລືອກຈັກກະພັດ ຜູ້ປົກປ້ອງລູເທີ. ທ່ານດະຍຸກຈອດຈ໌ເອງບໍ່ໄດ້ສະໜັບສະໜູນລູເທີ, ແຕ່ເພິ່ນກໍຍັງກ່າວປະນາມການສໍ້ໂກງຂອງລະບອບສັນຕະປາປາ. ↩

  8. ໂດບິນເຍ, ເຫຼັ້ມ 7, ບົດ 4. ↩

  9. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 4. ↩

  10. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 6. ↩

  11. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 7. ↩

  12. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 7. ↩

  13. ລູກາ 24:36, 39. ↩

  14. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 7. ↩

  15. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 7. ↩

  16. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 7. ↩

  17. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  18. ມາຕິນ (Martyn), ໜ້າ 393. ↩

  19. ໂດບິນເຍ, ເຫຼັ້ມ 7, ບົດ 8. ↩

  20. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  21. ໂດບິນເຍ, ເຫຼັ້ມ 7, ບົດ 8. ↩

  22. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  23. ປະຖົມມະການ 32:22–32. ↩

  24. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  25. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  26. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  27. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  28. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 8. ↩

  29. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 9. ↩

  30. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 9. ↩

  31. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 9. ↩

  32. ລອງຟອງ (Lenfant), ເຫຼັ້ມ 1, ໜ້າ 422. ↩

  33. ໂດບິນເຍ, ເຫຼັ້ມ 7, ບົດ 9. ↩

  34. ໝາຍເຖິງລູເທີ. ↩

  35. ມາຕິນ (Martyn), ເຫຼັ້ມ 1, ໜ້າ 404. ↩

  36. ໂດບິນເຍ, ເຫຼັ້ມ 7, ບົດ 10. ↩

  37. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 10. ↩

  38. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 10. ↩

  39. ມາຕິນ (Martyn), ເຫຼັ້ມ 1, ໜ້າ 410. ↩

  40. ໂດບິນເຍ, ເຫຼັ້ມ 7, ບົດ 11. ↩

  41. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 7, ບົດ 11. ↩

  42. ມາຕິນ (Martyn), ເຫຼັ້ມ 1, ໜ້າ 420. ↩

  43. ໂດບິນເຍ, ເຫຼັ້ມ 7, ບົດ 11. ↩

  44. ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 9, ບົດ 2. ↩

  45. ບ່ອນທີ່ໂຢຮັນຂຽນພຣະທຳພຣະນິມິດ. ເບິ່ງ ພຣະນິມິດ 1:9. ↩