7 ລູເທີແຍກຈາກຄຣິສຕະຈັກໂຣມ
ຕົ້ນສະບັບພາສາອັງກິດ
ນັກປະຕິຮູບຈາກຄອບຄົວຍາກຈົນ
ໃນທ່າມກາງຄົນທີ່ຖືກຮຽກເອີ້ນໃຫ້ນຳຄຣິສຕະຈັກອອກຈາກຄວາມມືດຂອງລະບອບສັນຕະປາປາ ເຂົ້າສູ່ແສງສະຫວ່າງແຫ່ງຄວາມເຊື່ອທີ່ບໍຣິສຸດນັ້ນ, ມາຕິນ ລູເທີ (Martin Luther) ຢືນຢູ່ແນວໜ້າສຸດ. ເພິ່ນເປັນຄົນຫ້າວຫັນ ແລະ ກະຕືລືລົ້ນ, ມີຄວາມມຸ່ງໝັ້ນອຸທິດຕົນ, ບໍ່ຢ້ານກົວສິ່ງໃດ ມີແຕ່ຢ້ານຢຳພຣະເຈົ້າ. ເພິ່ນບໍ່ຍອມຮັບຮາກຖານຄວາມເຊື່ອດ້ານສາສະໜາອື່ນໃດ ນອກຈາກພຣະຄຳພີອັນສັກສິດ. ລູເທີເປັນຄົນທີ່ພຣະເຈົ້າຊົງເລືອກໃຫ້ຮັບມືກັບບັນຫາໃນຍຸກສະໄໝຂອງເພິ່ນ. ພຣະອົງຊົງໃຊ້ເພິ່ນໃຫ້ປະຕິຮູບຄຣິສຕະຈັກຄັ້ງໃຫຍ່ ແລະ ສ່ອງແສງສະຫວ່າງໄປທົ່ວໂລກ. {GC 120.1}
ລູເທີມາຈາກຄອບຄົວທີ່ຍາກຈົນ ເໝືອນກັບຜູ້ປະກາດຂ່າວປະເສີດລຸ້ນທຳອິດ. ເພິ່ນໃຊ້ຊີວິດຊ່ວງໄວເດັກໃນຊົນນະບົດກັບຄອບຄົວຜູ້ເປັນຊາວເຢຍລະມັນ. ທຸກມື້ພໍ່ຂອງເພິ່ນຕ້ອງເຮັດວຽກໃນເໝືອງແຮ່ ເພື່ອຫາເງິນສົ່ງລູເທີຮຽນ ໂດຍຕັ້ງໃຈວ່າຈະໃຫ້ລູກຊາຍຄົນນີ້ຮຽນເປັນນັກກົດໝາຍ. ແຕ່ພຣະເຈົ້າມີພຣະປະສົງໃຫ້ລູເທີເປັນຜູ້ກໍ່ສ້າງໃນພຣະວິຫານອັນຍິ່ງໃຫຍ່ ທີ່ຄ່ອຍໆກໍ່ຕັ້ງຂຶ້ນເປັນເວລາຫຼາຍສະຕະວັດ. ລູເທີຕ້ອງຜ່ານຄວາມທຸກຍາກລຳບາກ, ຄວາມຂາດແຄນ ແລະ ການຝຶກວິໄນຢ່າງເຂັ້ມງວດ ເຊິ່ງເປັນໂຮງຮຽນທີ່ພຣະເຈົ້າຜູ້ຊົງມີພຣະປັນຍາອັນລ້ຳເລີດ ຊົງໃຊ້ເພື່ອຫຼໍ່ຫຼອມເພິ່ນສຳລັບພາລະກິດສຳຄັນແຫ່ງຊີວິດ. {GC 120.2}
ພໍ່ຂອງລູເທີເປັນຄົນຫົວໄວໃຈໝັ້ນຄົງ ແລະ ມີບຸກຄະລິກທີ່ເຂັ້ມແຂງ, ສັດຊື່, ເດັດດ່ຽວ ແລະ ເວົ້າກົງໄປກົງມາ. ລາວຢຶດໝັ້ນໃນສິ່ງທີ່ເຊື່ອວ່າຖືກຕ້ອງ ໂດຍບໍ່ສົນໃຈວ່າຜົນທີ່ຕາມມາຈະເປັນແນວໃດ. ດ້ວຍການໃຊ້ວິຈາລະນະຍານອັນແຫຼມຄົມ ລາວບໍ່ໄວ້ວາງໃຈໃນລະບົບວັດວາອາຮາມຂອງພວກນັກບວດ. ລາວຈຶ່ງບໍ່ພໍໃຈຫຼາຍເມື່ອລູເທີເຂົ້າສຳນັກນັກບວດໂດຍບໍ່ໄດ້ຮັບອະນຸຍາດ. ສອງປີຜ່ານໄປກວ່າສອງພໍ່ລູກຈະຄືນດີກັນ ແຕ່ເຖິງຢ່າງນັ້ນຄວາມຄິດຂອງພໍ່ກໍຍັງບໍ່ປ່ຽນແປງ. {GC 120.3}
ການຮ່ຳຮຽນ
ພໍ່ແມ່ຂອງລູເທີເອົາໃຈໃສ່ຢ່າງຫຼວງຫຼາຍໃນການສຶກສາ ແລະ ການອົບຮົມສັ່ງສອນລູກໆ. ພວກເພິ່ນພະຍາຍາມສອນລູກໃຫ້ຮູ້ຈັກພຣະເຈົ້າ ແລະ ດຳເນີນຊີວິດຕາມຫຼັກສິນທຳຂອງຄຣິສຕຽນ. ລູກຊາຍມັກໄດ້ຍິນສຽງອະທິຖານຂອງພໍ່ ທີ່ທູນຂໍໃຫ້ລູກລະນຶກເຖິງພຣະນາມຂອງພຣະຜູ້ເປັນເຈົ້າ ເພື່ອວ່າມື້ໜຶ່ງລູກຈະໄດ້ຊ່ວຍເຜີຍແຜ່ຄວາມຈິງຂອງພຣະອົງ. ພໍ່ແມ່ຂອງລູເທີໃຊ້ທຸກໂອກາດເທົ່າທີ່ເຮັດໄດ້ທ່າມກາງຊີວິດທີ່ລຳບາກ ເພື່ອພັດທະນາດ້ານສິນທຳ ແລະ ສະຕິປັນຍາຂອງລູກໆ. ພວກເພິ່ນມີຄວາມພະຍາຍາມຢ່າງຈິງຈັງ ແລະ ຕໍ່ເນື່ອງເພື່ອກຽມລູກໃຫ້ມີຊີວິດທີ່ເຕັມໄປດ້ວຍສິນທຳ ແລະ ເປັນປະໂຫຍດ. ຍ້ອນອຸປະນິໄສທີ່ໝັ້ນຄົງ ແລະ ເດັດດ່ຽວນັ້ນ ບາງຄັ້ງການອົບຮົມຈຶ່ງເຂັ້ມງວດເກີນໄປ, ລູເທີເອງຮູ້ວ່າພໍ່ແມ່ໄດ້ຜິດພາດໄປໃນບາງເລື່ອງ ແຕ່ເມື່ອເບິ່ງການອົບຮົມສັ່ງສອນຂອງພວກເພິ່ນແລ້ວ ກໍເຫັນວ່າມີສິ່ງທີ່ໜ້າຍ້ອງຍໍຫຼາຍກວ່າທີ່ຈະຕຳໜິ. {GC 121.1}
ລູເທີໄດ້ຖືກສົ່ງໄປໂຮງຮຽນຕັ້ງແຕ່ອາຍຸຍັງນ້ອຍ ແລະ ຖືກປະຕິບັດຢ່າງໂຫດຮ້າຍທາລຸນ. ພໍ່ແມ່ເພິ່ນທຸກຍາກຫຼາຍ ຈົນເມື່ອໄປຮຽນຢູ່ຕ່າງເມືອງ ເພິ່ນຕ້ອງຫາອາຫານດ້ວຍການຮ້ອງເພງຕາມເຮືອນຊານ ແລະ ຫຼາຍຄັ້ງຕ້ອງທົນກັບຄວາມຫິວ. ແນວຄິດທາງສາສະໜາທີ່ງົມງວາຍ ແລະ ໝົດຫວັງໃນສະໄໝນັ້ນ ເຮັດໃຫ້ເພິ່ນເຕັມໄປດ້ວຍຄວາມຢ້ານກົວ. ໃນຕອນກາງຄືນເພິ່ນນອນລົງດ້ວຍຈິດໃຈທີ່ເສົ້າໝອງ ຄິດເຖິງອະນາຄົດອັນມືດມົນດ້ວຍຈິດໃຈທີ່ສັ່ນສະທ້ານ ແລະ ຢູ່ໃນຄວາມຢ້ານກົວຕະຫຼອດເວລາເມື່ອຄິດວ່າ ພຣະເຈົ້າເປັນພຽງຜູ້ພິພາກສາທີ່ເຂັ້ມງວດ ແລະ ເປັນຜະເດັດການທີ່ໂຫດຮ້າຍ ແທນທີ່ຈະເຫັນພຣະອົງໃນຖານະເປັນພຣະບິດາໃນສະຫວັນຜູ້ເຕັມໄປດ້ວຍຄວາມຮັກ. {GC 121.2}
ເຖິງແມ່ນວ່າມີບັນຫາໃຫຍ່ຫຼາຍຢ່າງທີ່ເຮັດໃຫ້ລູເທີທໍ້ຖອຍ ແຕ່ເພິ່ນຍັງໄດ້ບາກບັ່ນກ້າວໜ້າຢ່າງໝັ້ນຄົງໄປສູ່ມາດຕະຖານອັນສູງສົ່ງດ້ານສິນທຳ ແລະ ສະຕິປັນຍາທີ່ດຶງດູດຈິດໃຈຂອງເພິ່ນ. ເພິ່ນກະຫາຍຄວາມຮູ້, ແລະ ຍ້ອນເປັນຄົນຈິງໃຈ ແລະ ຢູ່ໃນໂລກຄວາມເປັນຈິງ ຈຶ່ງປາຖະໜາສິ່ງທີ່ໜັກແໜ້ນ ແລະ ເປັນປະໂຫຍດ ຫຼາຍກວ່າການສະແດງເອົາໜ້າ ຫຼື ເລື່ອງທີ່ບໍ່ມີສາລະ. {GC 121.3}
ເມື່ອອາຍຸ 18 ປີ ລູເທີເຂົ້າມະຫາວິທະຍາໄລທີ່ເມືອງເອີເຟີດ (Erfurt). ຄາວນີ້ສະພາບການເງິນດີກວ່າ ແລະ ຄວາມຫວັງໃນອະນາຄົດສົດໃສກວ່າຊ່ວງຕອນເປັນເດັກ. ພໍ່ແມ່ປາກກັດຕີນຖີບ ແລະ ອົດອອມເກັບທ້ອນຈົນມີເງິນພໍທີ່ຈະສົ່ງເສຍຄ່າໃຊ້ຈ່າຍຕາມທີ່ລູເທີຕ້ອງການ. ນອກຈາກນັ້ນ, ອິດທິພົນດີຈາກໝູ່ເພື່ອນທີ່ມີສະຕິປັນຍາ ໄດ້ຊ່ວຍບັນເທົາຄວາມມືດມົນທີ່ເກີດຈາກການອົບຮົມໃນອະດີດ. ເພິ່ນໃຊ້ເວລາສຶກສາຄົ້ນຄວ້າໜັງສືຂອງບັນດານັກຂຽນທີ່ດີທີ່ສຸດ ແລະ ເອົາໃຈໃສ່ແນວຄິດທີ່ສຳຄັນຂອງພວກເຂົາຢ່າງຂະຫຍັນໝັ່ນພຽນ ເພື່ອຮັບເອົາປັນຍາຂອງນັກປາດມາເປັນຂອງຕົນເອງ. ເຖິງແມ່ນວ່າກ່ອນໜ້ານີ້ ຄູອາຈານມີວິໄນຢ່າງໂຫດຮ້າຍ ແຕ່ເພິ່ນກໍຍັງສະແດງໃຫ້ເຫັນແວວແຫ່ງຄວາມດີເດັ່ນ. ພາຍໃຕ້ສະພາບແວດລ້ອມທີ່ດີ ສະໝອງຂອງເພິ່ນຈຶ່ງພັດທະນາຢ່າງໄວວາ. ລູເທີມີຄວາມຈຳດີ, ມີຈິນຕະນາການອັນແຈ່ມແຈ້ງ, ມີຄວາມສາມາດຄິດເປັນເຫດເປັນຜົນ ແລະ ເປັນຄົນທີ່ມີຄວາມພະຍາຍາມບໍ່ຮູ້ອິດຮູ້ເມື່ອຍ. ໃນບໍ່ຊ້າເພິ່ນຈຶ່ງຢູ່ອັນດັບຕົ້ນໆທ່າມກາງນັກສຶກສາລຸ້ນດຽວກັນ. ການໃຊ້ຄວາມຄິດຢ່າງມີວິໄນໄດ້ພັດທະນາຄວາມເຂົ້າໃຈຂອງເພິ່ນ ພ້ອມທັງເຮັດໃຫ້ເພິ່ນມີຄວາມຄິດທີ່ວ່ອງໄວ ແລະ ຄວາມສາມາດໃນການສັງເກດອັນແຫຼມຄົມ ເຊິ່ງເປັນການກຽມຕົວສຳລັບການຕໍ່ສູ້ໃນຊີວິດ. {GC 121.4}
ລູເທີຢຳເກງພຣະເຈົ້າດ້ວຍໃຈ ເຊິ່ງເຮັດໃຫ້ເພິ່ນຮັກສາຄວາມມຸ່ງໝາຍໄວ້ຢ່າງແນ່ວແນ່ ແລະ ນຳພາເພິ່ນໃຫ້ມີຄວາມຖ່ອມໃຈຢ່າງເລິກເຊິ່ງຕໍ່ພຣະເຈົ້າ. ລູເທີຮູ້ສຶກຕະຫຼອດເວລາວ່າເພິ່ນຕ້ອງການໃຫ້ພຣະເຈົ້າຊົງຊ່ວຍເຫຼືອເພິ່ນ, ທຸກເຊົ້າເພິ່ນບໍ່ພາດທີ່ຈະເລີ່ມວັນໃໝ່ດ້ວຍການອະທິຖານ ແລະ ຈະອະທິຖານຢ່າງສະໝ່ຳສະເໝີຕະຫຼອດທັງວັນເພື່ອຂໍການຊົງນຳ ແລະ ການຊ່ວຍຊູຈາກພຣະເຈົ້າ. ເພິ່ນມັກເວົ້າຢູ່ເລື້ອຍໆວ່າ: “ຫຼາຍກວ່າເຄິ່ງໜຶ່ງຂອງຄວາມສຳເລັດໃນດ້ານການສຶກສາແມ່ນການຮູ້ຈັກອະທິຖານຢ່າງຖືກຕ້ອງ.” {GC 122.1}
ພົບພຣະຄຳພີແລ້ວຈຶ່ງພົບພຣະເຢຊູ
ຢູ່ມາມື້ໜຶ່ງໃນຂະນະທີ່ເພິ່ນສຳຫຼວດໜັງສືໃນຫໍສະໝຸດປະຈຳມະຫາວິທະຍາໄລ ລູເທີພົບພຣະຄຳພີສະບັບແປເປັນພາສາລາຕິນເຫຼັ້ມໜຶ່ງ. ເພິ່ນບໍ່ເຄີຍເຫັນໜັງສືແບບນີ້ມາກ່ອນ ແລະ ບໍ່ຮູ້ເລີຍຊ້ຳວ່າມີພຣະຄຳພີແບບນີ້ຢູ່ໃນໂລກ. ກ່ອນໜ້ານີ້ເພິ່ນເຄີຍໄດ້ຍິນຄົນອ່ານບາງສ່ວນຂອງພຣະທຳມັດທາຍ, ມາຣະໂກ, ລູກາ, ໂຢຮັນ ແລະ ບາງຕອນຈາກຈົດໝາຍຕ່າງໆ ໃນພຣະຄຳພີໃໝ່, ເພາະມີການອ່ານຂໍ້ຄວາມບາງຕອນໃຫ້ປະຊາຊົນຟັງໃນທີ່ປະຊຸມນະມັດສະການ, ເພິ່ນຈຶ່ງຄິດວ່ານັ້ນຄົງເປັນພຣະຄຳພີທັງໝົດ. ສະນັ້ນ, ນີ້ເປັນຄັ້ງທຳອິດທີ່ເພິ່ນໄດ້ເຫັນພຣະຄຳຂອງພຣະເຈົ້າທັງເຫຼັ້ມ. ຈິດໃຈຂອງລູເທີຮູ້ສຶກຢຳເກງໃນຂະນະດຽວກັນກໍຢາກຮູ້ຢາກເຫັນ ເພິ່ນຈຶ່ງເປີດພຣະຄຳອັນສັກສິດໄປເທື່ອລະໜ້າ ຫົວໃຈເຕັ້ນແຮງເມື່ອອ່ານຖ້ອຍຄຳແຫ່ງຊີວິດດ້ວຍຕົນເອງ. ຫຼາຍຄັ້ງເພິ່ນຢຸດອ່ານແລ້ວອຸທານອອກມາວ່າ: “ໂອ້ໂຫ ຢາກໃຫ້ພຣະເຈົ້າປະທານໜັງສືແບບນີ້ໃຫ້ຂ້ານ້ອຍດ້ວຍ!” ທູດສະຫວັນຂອງພຣະເຈົ້າຢູ່ຄຽງຂ້າງເພິ່ນ ແລະ ພຣະເຈົ້າປະທານຄວາມສະຫວ່າງໃຫ້ເພິ່ນເຂົ້າໃຈເຖິງຄວາມຈິງອັນລ້ຳຄ່າ. ຕະຫຼອດຊີວິດຂອງລູເທີນັ້ນເພິ່ນຢ້ານວ່າຈະເຮັດໃຫ້ພຣະເຈົ້າໂກດຮ້າຍ, ແຕ່ບັດນີ້ເພິ່ນເຫັນເຖິງສະພາບຂອງຕົນໃນຖານະຄົນບາບຢ່າງທີ່ບໍ່ເຄີຍເຫັນມາກ່ອນ. {GC 122.2}
ລູເທີປາຖະໜາຢ່າງແຮງກ້າທີ່ຈະຫຼຸດພົ້ນຈາກຄວາມບາບ ແລະ ພົບສັນຕິສຸກໃນພຣະເຈົ້າ, ໃນທີ່ສຸດເພິ່ນຈຶ່ງເຂົ້າສຳນັກນັກບວດເພື່ອອຸທິດຊີວິດຕາມວິຖີນັ້ນ. ໃນສຳນັກດັ່ງກ່າວເພິ່ນຕ້ອງເຮັດວຽກທີ່ຕ່ຳຕ້ອຍທີ່ສຸດ ແລະ ຕ້ອງອອກໄປບິນທະບາດຕາມເຮືອນຊານຂອງປະຊາຊົນ. ໃນໄວໜຸ່ມທີ່ຕ້ອງການກຽດ ແລະ ການຍອມຮັບຈາກຄົນອື່ນຫຼາຍທີ່ສຸດ ການເຮັດວຽກຕ່ຳຕ້ອຍເຫຼົ່ານີ້ເຮັດໃຫ້ຈິດໃຈຂອງເພິ່ນຮູ້ສຶກອັບອາຍຂາຍໜ້າ. ຢ່າງໃດກໍດີ, ເພິ່ນກໍທຳໃຈອົດທົນຕໍ່ຄວາມອັບອາຍນັ້ນ, ໂດຍເຊື່ອວ່າສິ່ງເຫຼົ່ານີ້ມີຄວາມຈຳເປັນຍ້ອນຄວາມຜິດບາບຂອງຕົນ. {GC 123.1}
ລູເທີໃຊ້ທຸກນາທີທີ່ຍາດເອົາໄດ້ຈາກໜ້າທີ່ປະຈຳວັນ ເພື່ອໃຊ້ໃນການສຶກສາຄົ້ນຄວ້າ, ເຖິງຂັ້ນອົດຫຼັບອົດນອນ ແລະ ຮູ້ສຶກເສຍດາຍເວລາທີ່ຕ້ອງກິນອາຫານອັນເລັກໜ້ອຍຂອງຕົນ. ສິ່ງທີ່ເພິ່ນມັກສຶກສາຫຼາຍທີ່ສຸດແມ່ນພຣະຄຳຂອງພຣະເຈົ້າ. ເພິ່ນໄດ້ພົບພຣະຄຳພີເຫຼັ້ມໜຶ່ງຖືກລ່າມໂສ້ທີ່ຝາຜະໜັງຂອງສຳນັກນັກບວດ ຈຶ່ງໄປອ່ານຢູ່ເລື້ອຍໆ. ຍິ່ງອ່ານລູເທີຍິ່ງຮູ້ສຶກວ່າຕົນເປັນຄົນບາບ, ເພິ່ນຈຶ່ງພະຍາຍາມທຳບຸນເພື່ອລົບລ້າງຄວາມບາບ ແລະ ເພື່ອຈິດໃຈຈະໄດ້ມີສັນຕິສຸກ. ເພິ່ນພະຍາຍາມດັບກິເລດດ້ວຍການໃຊ້ຊີວິດຢ່າງເຂັ້ມງວດທີ່ສຸດ, ການອົດອາຫານ, ການອົດນອນ ແລະ ການຂ້ຽນຕີຕົນເອງ, ເພາະວ່າຊີວິດນັກບວດທຳມະດາບໍ່ໄດ້ຊ່ວຍໃຫ້ເພິ່ນຫຼຸດພົ້ນໄດ້. ເພິ່ນບໍ່ຫຼີກລ່ຽງການເສຍສະຫຼະ ຖ້າຫາກການເສຍສະຫຼະນັ້ນຈະຊ່ວຍໃຫ້ເພິ່ນມີຈິດໃຈທີ່ບໍຣິສຸດ ແລະ ເຮັດໃຫ້ເພິ່ນເປັນທີ່ຍອມຮັບຂອງພຣະເຈົ້າໄດ້. ຕໍ່ມາລູເທີເວົ້າເຖິງຊ່ວງຊີວິດນີ້ວ່າ: “ຂ້າພະເຈົ້າເປັນນັກບວດທີ່ທຳມະທຳໂມອີ່ຫຼີ ແລະ ປະຕິບັດຕາມສິນທີ່ຄະນະນັກບວດຂອງຂ້າພະເຈົ້າກຳນົດໄວ້ຢ່າງເຂັ້ມງວດເກີນທີ່ຈະບັນລະຍາຍໄດ້. ຖ້າຫາກວ່ານັກບວດສາມາດໄປເຖິງສະຫວັນໄດ້ດ້ວຍການຖືສິນ ຂ້າພະເຈົ້າຄົງໄດ້ສິດຂຶ້ນສະຫວັນແນ່ນອນ;…ຖ້າຫາກວ່າຂ້າພະເຈົ້າໄດ້ດຳເນີນຕໍ່ໄປອີກໜ້ອຍດຽວ ກໍຄົງຕາຍຍ້ອນການທໍລະມານຕົນເອງ.” ຜົນຈາກການປະຕິບັດຕົນຢ່າງເຄັ່ງຄັດຈົນເຈັບປວດນັ້ນ ເຮັດໃຫ້ເພິ່ນເສຍກຳລັງວັງຊາ ແລະ ມີອາການເປັນວິນເປັນລົມຢູ່ເລື້ອຍໆ, ເຊິ່ງເປັນຜົນກະທົບທີ່ຕິດຕົວເພິ່ນໄປຕະຫຼອດຊີວິດ. ເຖິງແມ່ນວ່າເພິ່ນຈະພະຍາຍາມທຸກວິຖີທາງແລ້ວກໍຕາມ ແຕ່ຈິດວິນຍານທີ່ແບກພາລະໜັກຂອງເພິ່ນກໍບໍ່ໄດ້ຮັບການປົດປ່ອຍແຕ່ຢ່າງໃດ. ໃນທີ່ສຸດເພິ່ນກໍມາເຖິງປາກເຫວແຫ່ງຄວາມສິ້ນຫວັງ.