https://m.egwwritings.org/en/book/132.419#419
ຂ່າວປະເສີດຖືກປະກາດໃນປະເທດໂບຮີເມຍ (Bohemia) ຕັ້ງແຕ່ສະຕະວັດທີ 9. ມີການແປພຣະຄຳພີ ແລະ ການນະມັດສະການໃນພາສາຂອງປະຊາຊົນ. ແຕ່ອຳນາດຂອງສັນຕະປາປາເພີ່ມຂຶ້ນເທົ່າໃດ ພຣະຄຳຂອງພຣະເຈົ້າກໍຍິ່ງຖືກປິດບັງຫຼາຍຂຶ້ນເທົ່ານັ້ນ. ສັນຕະປາປາເກຼັກກໍຣີທີ 7 (Gregory VII) ເໝົາເອົາວ່າຕົນມີໜ້າທີ່ປາບປາມຄວາມຫຍິ່ງທະນົງໂຕຂອງກະສັດທັງຫຼາຍ ແລະ ມຸ່ງໝັ້ນເພື່ອໃຫ້ປະຊາຊົນຕົກເປັນທາດ; ສະນັ້ນ, ເພິ່ນຈຶ່ງອອກດຳລັດປະກາດຫ້າມບໍ່ໃຫ້ມີການນະມັດສະການພຣະເຈົ້າໃນພາສາໂບຮີເມຍ ໂດຍກ່າວອ້າງວ່າ: “ອົງຜູ້ສູງສຸດຊອບພຣະໄທໃຫ້ຄົນນະມັດສະການພຣະອົງໃນພາສາທີ່ພວກເຂົາບໍ່ຮູ້ຈັກ ເພື່ອປົກປ້ອງພວກເຂົາຈາກຄວາມຊົ່ວ ແລະ ຄຳສອນນອກຮີດຫຼາຍຢ່າງທີ່ເກີດຈາກການນະມັດສະການພຣະອົງໃນພາສາຂອງປະຊາຊົນ.”1 ດັ່ງນັ້ນ, ຄຣິສຕະຈັກໂຣມຈຶ່ງປະກາດໃຫ້ດັບແສງຈາກພຣະຄຳຂອງພຣະເຈົ້າ ເພື່ອໃຫ້ປະຊາຊົນຖືກຂັງໄວ້ໃນຄວາມມືດ. ແຕ່ສະຫວັນໄດ້ຈັດຕຽມກຸ່ມຄົນອື່ນເພື່ອຄຸ້ມຄອງຮັກສາຄຣິສຕະຈັກເອົາໄວ້. ມີຊາວໂວດົວ ແລະ ຊາວອັນບີເຈນ (Albigenses) ໜີຈາກບ້ານໃນປະເທດຝຣັ່ງ ແລະ ປະເທດອີຕາລີຍ້ອນຖືກກົດຂີ່ຂົ່ມເຫັງ, ຄົນເຫຼົ່ານີ້ມາທີ່ໂບຮີເມຍ ແລະ ເຖິງຈະບໍ່ກ້າສອນຢ່າງເປີດເຜີຍ ພວກເຂົາກໍປະກາດຢ່າງລັບໆດ້ວຍຄວາມຮ້ອນຮົນ. ສະນັ້ນ, ຫຼັກຄວາມເຊື່ອທີ່ແທ້ຈິງຈຶ່ງໄດ້ຮັບການຮັກສາໄວ້ຢ່າງຕໍ່ເນື່ອງເປັນເວລາຫຼາຍສະຕະວັດ. {GC 97.1}
ກ່ອນສະໄໝຂອງ ຈອນ ຮັສ ມີບາງຄົນໃນປະເທດໂບຮີເມຍລຸກຂຶ້ນຕຳໜິຄວາມເສື່ອມເສຍທີ່ເກີດຂຶ້ນໃນຄຣິສຕະຈັກ ແລະ ປະນາມການຜິດສິນທຳຂອງປະຊາຊົນ. ມີຫຼາຍຄົນສົນໃຈການປະກາດຂອງພວກເຂົາ. ແຕ່ພວກຜູ້ນຳຄຣິສຕະຈັກເກີດຄວາມຢ້ານກົວ ຈຶ່ງລົງມືກົດຂີ່ຂົ່ມເຫັງສາວົກແຫ່ງຂ່າວປະເສີດ. ຄົນເຫຼົ່ານີ້ຕ້ອງຫຼົບລີ້ໄປນະມັດສະການຕາມພູຜາປ່າດົງ, ພວກເຂົາຖືກທະຫານໄລ່ລ່າ ແລະ ມີຫຼາຍຄົນຖືກປະຫານຊີວິດ. ຕໍ່ມາມີການປະກາດວ່າ ຖ້າຜູ້ໃດອອກຈາກຄຣິສຕະຈັກໂຣມ ກໍໃຫ້ປະຫານຊີວິດດ້ວຍການເຜົາໄຟ. ແຕ່ໃນຂະນະທີ່ພວກຄຣິສຕຽນຍອມສະຫຼະຊີວິດ ພວກເຂົາຍັງເຝົ້າຫວັງເຖິງໄຊຊະນະຂອງຂ່າວປະເສີດ. ມີຄົນໜຶ່ງທີ່ “ສອນວ່າມີທາງດຽວທີ່ຈະລອດໄດ້ ຄືດ້ວຍການເຊື່ອໃນພຣະຜູ້ຊ່ວຍໃຫ້ລອດທີ່ຖືກຄຶງໄວ້ເທິງໄມ້ກາງແຂນ.” ລາວກ່າວກ່ອນສິ້ນໃຈວ່າ: “ຄວາມໂກດຮ້າຍຂອງສັດຕູແຫ່ງຄວາມຈິງກຳລັງຊະນະພວກເຮົາໃນຂະນະນີ້ ແຕ່ຈະບໍ່ຊະນະຕະຫຼອດໄປ. ຈະມີປະຊາຊົນທຳມະດາຄົນໜຶ່ງເກີດມາ, ລາວຈະບໍ່ໃຊ້ດາບ ຫຼື ອຳນາດ ແຕ່ພວກສັດຕູຈະບໍ່ສາມາດຊະນະລາວໄດ້.”2 ສະໄໝຂອງ ມາຕິນ ລູເທີ ຍັງອີກດົນ ແຕ່ໃນຂະນະນັ້ນມີຄົນໜຶ່ງກຳລັງເຕີບໂຕຂຶ້ນມາທີ່ຈະປະກາດຕໍ່ຕ້ານຄຣິສຕະຈັກໂຣມ ເຊິ່ງຄຳພະຍານຂອງເພິ່ນຈະປຸກປະເທດທັງຫຼາຍໃຫ້ຕື່ນ. {GC 97.2}
ຈອນ ຮັສ ເກີດໃນຄອບຄົວທີ່ທຸກຍາກຂາດເຂີນ, ພໍ່ຂອງເພິ່ນເສຍຊີວິດໃນຂະນະທີ່ເພິ່ນອາຍຸຍັງນ້ອຍ. ສ່ວນແມ່ເປັນຄົນຢຳເກງພຣະເຈົ້າທີ່ຖືວ່າການສຶກສາ ແລະ ຄວາມຢຳເກງພຣະອົງເປັນຊັບສົມບັດອັນລ້ຳຄ່າທີ່ສຸດ, ນາງຈຶ່ງພະຍາຍາມທີ່ຈະມອບສິ່ງເຫຼົ່ານີ້ໃຫ້ແກ່ລູກຊາຍ. ຮັສ ຮຽນຢູ່ໂຮງຮຽນປະຈຳແຂວງ ແລ້ວຈຶ່ງຕໍ່ມະຫາວິທະຍາໄລຢູ່ເມືອງປຣັກ (Prague) ໂດຍໄດ້ຮັບທຶນການສຶກສາຄົນຍາກຈົນ. ແມ່ເດີນທາງໄປສົ່ງເພິ່ນທີ່ເມືອງປຣັກ; ນາງເປັນແມ່ໝ້າຍທີ່ຍາກຈົນ ບໍ່ມີຊັບສົມບັດເປັນເງິນຄຳທີ່ຈະມອບໃຫ້ລູກຊາຍ ແຕ່ໃນຂະນະທີ່ເດີນທາງໃກ້ຈະຮອດມະຫານະຄອນນັ້ນ ນາງໄດ້ຄູ້ເຂົ່າລົງຂ້າງລູກຊາຍໜຸ່ມທີ່ກຳພ້າພໍ່ ແລະ ອະທິຖານຂໍໃຫ້ພຣະບິດາເທິງສະຫວັນຊົງໂຜດອວຍພອນລູກ. ນາງບໍ່ຄິດເລີຍວ່າພຣະເຈົ້າຈະຊົງຕອບຄຳອະທິຖານຂອງນາງເກີນຄວາມຄາດໝາຍ. {GC 98.1}
ຢູ່ມະຫາວິທະຍາໄລ ຮັສ ມີຄວາມໂດດເດັ່ນໃນເລື່ອງຄວາມໝັ່ນພຽນໃນການສຶກສາ ແລະ ການພັດທະນາຄວາມຮູ້ຢ່າງໄວວາ; ເພິ່ນເປັນຄົນອ່ອນສຸພາບ ແລະ ໃຊ້ຊີວິດຢ່າງບໍ່ມີບ່ອນຕິ ທັງຍັງເປັນຄົນທີ່ມີມະນຸດສຳພັນດີ ຈົນເພິ່ນກາຍເປັນທີ່ນັບຖືຂອງທຸກຄົນ. ຮັສ ສັດທາໃນຄຣິສຕະຈັກໂຣມດ້ວຍຄວາມຈິງໃຈ ແລະ ເຝົ້າສະແຫວງຫາພຣະພອນດ້ານຈິດວິນຍານທີ່ຄຣິສຕະຈັກໂຣມອ້າງວ່າສາມາດໃຫ້ໄດ້. ໃນງານເທດສະການສະຫຼອງການຄົບຮອບທີ່ສຳຄັນ ຮັສຖວາຍເງິນຫຼຽນສຸດທ້າຍຈາກເງິນອັນໜ້ອຍນິດຂອງເພິ່ນ ເພື່ອໄປສາລະພາບບາບໃຫ້ບາດຫຼວງ ແລະ ເຂົ້າຮ່ວມໃນຂະບວນແຫ່ ເພື່ອຈະໄດ້ຮັບການອະໄພບາບຕາມທີ່ຜູ້ຈັດຂະບວນສັນຍາໄວ້. ຫຼັງຈາກຮຽນຈົບມະຫາວິທະຍາໄລແລ້ວ ຮັສບວດເປັນບາດຫຼວງຂອງຄຣິສຕະຈັກໂຣມ ແລະ ໄດ້ກ້າວຂຶ້ນສູ່ຕຳແໜ່ງສູງຢ່າງໄວວາ ຈົນໄດ້ປະຈຳຢູ່ໃນຣາຊສຳນັກຂອງກະສັດ. ໃນຂະນະດຽວກັນເພິ່ນຍັງຮັບຕຳແໜ່ງສາດສະດາຈານ ແລະ ຕໍ່ມາກໍເປັນອະທິການບໍດີຂອງມະຫາວິທະຍາໄລດຽວກັນທີ່ເພິ່ນເຄີຍສຶກສາຮ່ຳຮຽນ. ໃນບໍ່ພໍເທົ່າໃດປີ, ນັກສຶກສາຜູ້ຮັບທຶນຄົນຍາກຈົນຜູ້ນີ້ ໄດ້ກາຍເປັນຄວາມພາກພູມໃຈຂອງຄົນທັງຊາດ ແລະ ຊື່ສຽງຂອງເພິ່ນກໍໂດ່ງດັງຢູ່ທົ່ວທະວີບເອີຣົບ. {GC 98.2}
ແຕ່ຮັສເລີ່ມການປະຕິຮູບໃນພາກສ່ວນອື່ນ. ຫຼັງຈາກບວດເປັນບາດຫຼວງບໍ່ເທົ່າໃດປີ, ເພິ່ນຖືກແຕ່ງຕັ້ງໃຫ້ເປັນນັກເທດປະຈຳໂບດເບັດເລເຮັມ. ຜູ້ທີ່ກໍ່ຕັ້ງໂບດແຫ່ງນີ້ໄດ້ເນັ້ນຄວາມສຳຄັນຂອງການເທດສະໜາໃນພາສາຂອງປະຊາຊົນ. ເຖິງແມ່ນວ່າຄຣິສຕະຈັກໂຣມຕໍ່ຕ້ານການກະທຳດັ່ງກ່າວກໍຕາມ, ແຕ່ການເທດສະໜາໃນພາສາທີ່ຄົນຟັງເຂົ້າໃຈຍັງບໍ່ໄດ້ຖືກຍົກເລີກທັງໝົດໃນປະເທດໂບຮີເມຍ. ຢ່າງໃດກໍຕາມ, ຄົນສ່ວນຫຼາຍບໍ່ຮູ້ຈັກຄຳສອນຂອງພຣະຄຳພີ; ສະນັ້ນ, ຄົນທຸກຊັ້ນໃນສັງຄົມຈຶ່ງເຮັດຜິດບາບຢ່າງຊົ່ວຊ້າທີ່ສຸດ. ຮັສເທດສະໜາປະນາມຄວາມຊົ່ວເຫຼົ່ານີ້ໂດຍບໍ່ໄວ້ໜ້າ ແລະ ອ້າງພຣະຄຳຂອງພຣະເຈົ້າເພື່ອຕອກຢ້ຳເຖິງຫຼັກຄວາມຈິງ ແລະ ຫຼັກການບໍຣິສຸດທີ່ເພິ່ນສອນ. {GC 99.1}
ປະຊາຊົນຄົນໜຶ່ງໃນເມືອງປຣັກຊື່ ເຈໂຣມ ເຊິ່ງຕໍ່ມາກໍກາຍເປັນເພື່ອນຮ່ວມງານໃກ້ຊິດຂອງຮັສ, ເມື່ອລາວກັບມາຈາກອັງກິດ ລາວໄດ້ນຳບົດຄວາມຕ່າງໆຂອງໄວຄຼິບຕິດຕົວມານຳ. ຣາຊິນີຂອງອັງກິດເປັນເຈົ້າຍິງຈາກໂບຮີເມຍ; ນາງໄດ້ຮັບເຊື່ອຕາມຄຳສອນຂອງໄວຄຼິບ ຈຶ່ງໃຊ້ອິດທິພົນຂອງນາງເພື່ອກະຈາຍບົດຄວາມຂອງນັກປະຕິຮູບດັ່ງກ່າວທົ່ວບ້ານເກີດເມືອງນອນຂອງນາງ. ຮັສໄດ້ອ່ານບົດຄວາມເຫຼົ່ານີ້ດ້ວຍໃຈຈົດໃຈຈໍ່ ແລະ ເຊື່ອວ່າຜູ້ຂຽນເປັນຄຣິສຕຽນທີ່ມີຄວາມຈິງໃຈ ຈຶ່ງໂນ້ມອຽງທີ່ຈະຮັບເອົາແນວທາງການປະຕິຮູບທີ່ໄວຄຼິບຊຸກຍູ້ສົ່ງເສີມນັ້ນ. ຮັສບໍ່ຮູ້ເລີຍ ແຕ່ເພິ່ນໄດ້ກ້າວລົງໄປສູ່ຫົນທາງທີ່ຈະນຳຕົນໃຫ້ຫ່າງອອກຈາກຄຣິສຕະຈັກໂຣມ. {GC 99.2}
ໃນຊ່ວງເວລານີ້, ມີຊາຍແປກໜ້າສອງຄົນມາຈາກປະເທດອັງກິດ. ສອງຄົນນີ້ມີການສຶກສາ ແລະ ໄດ້ຮັບເອົາແສງສະຫວ່າງແຫ່ງຂ່າວປະເສີດ. ເຂົາທັງສອງໄດ້ເດີນທາງມາໄກເພື່ອປະກາດຂ່າວປະເສີດນັ້ນໃນປະເທດໂບຮີເມຍ. ພວກເຂົາເລີ່ມການປະກາດດ້ວຍການໂຈມຕີສັນຕະປາປາໂດຍກົງວ່າບໍ່ມີອຳນາດສູງສຸດ; ບໍ່ດົນເຈົ້າໜ້າທີ່ກໍຫ້າມພວກເຂົາບໍ່ໃຫ້ປະກາດ. ແຕ່ພວກເຂົາບໍ່ຍົກເລີກເປົ້າໝາຍທີ່ຕັ້ງໃຈໄວ້ ຈຶ່ງຫັນໄປໃຊ້ວິທີອື່ນ. ນອກຈາກການເປັນນັກເທດແລ້ວ ທັງສອງເປັນສິລະປິນ ຈຶ່ງສືບຕໍ່ໂດຍໃຊ້ຄວາມສາມາດໃນການວາດແຕ້ມ. ພວກເຂົາແຕ້ມຮູບສອງແຜ່ນ ແລະ ຕິດໄວ້ໃນບ່ອນທີ່ປະຊາຊົນຈະເຫັນໄດ້ງ່າຍ. ຮູບໜຶ່ງມາຈາກມັດທາຍ 21:5, ເປັນຮູບການສະເດັດເຂົ້ານະຄອນເຢຣູຊາເລັມຂອງພຣະເຢຊູຄຣິສຢ່າງ “ອ່ອນສຸພາບ ແລະ ນັ່ງເທິງຫຼັງລໍ” ຕາມດ້ວຍພວກສາວົກຂອງພຣະອົງທີ່ເດີນຕີນເປົ່າ ແລະ ໃສ່ເສື້ອຜ້າທີ່ເກົ່າ ແລະ ຊີດ. ສ່ວນອີກຮູບໜຶ່ງຄືການແຫ່ຂະບວນສະເດັດຂອງສັນຕະປາປາ ໂດຍທີ່ເພິ່ນໃສ່ເສື້ອຍາວຫຼູຫຼາ ແລະ ສວມມົງກຸດສາມຊັ້ນ. ເພິ່ນຂີ່ມ້າຢ່າງສະຫງ່າຜ່າເຜີຍ ມີຜູ້ເປົ່າແກເດີນນຳໜ້າ ແລະ ມີຊັ້ນຜູ້ນຳຄຣິສຕະຈັກເດີນນຳຫຼັງໂດຍໃສ່ເສື້ອຜ້າຫຼູຫຼາຟູ່ຟ່າ. {GC 99.3}
ຮູບພາບເຫຼົ່ານີ້ເປັນຄຳເທດສະໜາທີ່ຈັບໃຈຄົນທຸກຊົນຊັ້ນໃນສັງຄົມ. ຄົນຈຳນວນຫຼວງຫຼາຍພາກັນມາຢືນເບິ່ງ. ທຸກຄົນສາມາດອ່ານບົດຮຽນໃນຮູບເຫຼົ່ານັ້ນໄດ້ ແລະ ມີຫຼາຍຄົນເຖິງກັບສະດຸດ ເມື່ອເຫັນຄວາມແຕກຕ່າງລະຫວ່າງພຣະຄຣິສຜູ້ເປັນເຈົ້ານາຍກັບຄວາມຫຍິ່ງຜະຫຍອງຂອງສັນຕະປາປາຜູ້ອ້າງວ່າເປັນຜູ້ຮັບໃຊ້ຂອງພຣະຄຣິສ. ເກີດຄວາມວຸ້ນວາຍໃນເມືອງປຣັກ ຄົນແປກໜ້າສອງຄົນນີ້ຈຶ່ງຕ້ອງອອກຈາກເມືອງເພື່ອຄວາມປອດໄພ ແຕ່ປະຊາຊົນບໍ່ລືມບົດຮຽນທີ່ໄດ້ຮັບ. ຈອນ ຮັສ ກໍປະທັບໃຈກັບຮູບພາບເຫຼົ່ານັ້ນຢ່າງເລິກເຊິ່ງ ເພິ່ນຈຶ່ງຫັນມາສຶກສາຄົ້ນຄວ້າພຣະຄຳພີ ແລະ ບົດຄວາມຂອງໄວຄຼິບຫຼາຍກວ່າເກົ່າ. ເຖິງແມ່ນວ່າໃນຂະນະນັ້ນເພິ່ນຍັງບໍ່ພ້ອມທີ່ຈະຮັບເອົາການປະຕິຮູບທຸກຢ່າງທີ່ໄວຄຼິບສອນກໍຕາມ ແຕ່ເພິ່ນເຫັນເຖິງທາດແທ້ຂອງລະບອບສັນຕະປາປາຢ່າງຊັດເຈນຍິ່ງຂຶ້ນ ຈຶ່ງມີຄວາມກະຕືລືລົ້ນຫຼາຍຂຶ້ນໃນການປະນາມຄວາມຈອງຫອງ, ຄວາມທະເຍີທະຍານ ແລະ ການສໍ້ໂກງຂອງພວກຜູ້ນຳຄຣິສຕະຈັກໂຣມ. {GC 100.1}
ໃນຄາວນັ້ນ, ເນື່ອງຈາກຄວາມວຸ້ນວາຍທີ່ເກີດຂຶ້ນໃນມະຫາວິທະຍາໄລປະຈຳເມືອງປຣັກ ມີນັກສຶກສາຊາວເຢຍລະມັນຫຼາຍຮ້ອຍຄົນກັບເມືອບ້ານ ເປັນເຫດໃຫ້ແສງສະຫວ່າງໄດ້ສ່ອງຈາກປະເທດໂບຮີເມຍໄປຍັງປະເທດເຢຍລະມັນ. ໃນນັກສຶກສາເຫຼົ່ານີ້ ມີຫຼາຍຄົນທີ່ ຈອນ ຮັສ ເປັນຜູ້ສອນພຣະຄຳພີຄັ້ງທຳອິດ ແລະ ເມື່ອພວກເຂົາກັບໄປຍັງບ້ານເກີດເມືອງນອນຈຶ່ງເຜີຍແຜ່ຂ່າວປະເສີດທີ່ນັ້ນ. {GC 100.2}
ມີຄົນນຳຂ່າວເລື່ອງການປະກາດທີ່ເມືອງປຣັກໄປລາຍງານທີ່ນະຄອນໂຣມ, ໃນບໍ່ຊ້າຮັສໄດ້ຮັບໝາຍຮຽກໃຫ້ໄປລາຍງານຕົວຕໍ່ໜ້າສັນຕະປາປາ. ຖ້າຫາກວ່າເພິ່ນຈະປະຕິບັດຕາມໝາຍຮຽກນັ້ນ ກໍຄົງຕ້ອງຕາຍຢ່າງແນ່ນອນ. ກະສັດ ແລະ ພຣະຣາຊິນີແຫ່ງໂບຮີເມຍ ພ້ອມດ້ວຍຄະນາຈານຈາກມະຫາວິທະຍາໄລ, ພວກຂຸນນາງ ແລະ ເຈົ້າໜ້າທີ່ຂອງລັດຮ່ວມກັນຂໍຮ້ອງສັນຕະປາປາໃຫ້ສົ່ງຕົວແທນມາ ເພື່ອຮັສຈະໃຫ້ການຕໍ່ໜ້າລາວທີ່ເມືອງປຣັກ. ແຕ່ແທນທີ່ຈະອະນຸຍາດຕາມຄຳຂໍຮ້ອງດັ່ງກ່າວ ສັນຕະປາປາໄດ້ພິຈາລະນາຄະດີ ແລະ ຕັດສິນໂທດຮັສ ແລ້ວປະກາດສັ່ງຫ້າມບໍ່ໃຫ້ມີການເຄື່ອນໄຫວທາງສາສະໜາໃນເມືອງປຣັກ. {GC 100.3}
ໃນສະໄໝນັ້ນ ການປະກາດຫ້າມເຊັ່ນນີ້ຈະເຮັດໃຫ້ຄົນທັງຫຼາຍຕົກໃຈຢ້ານ. ພິທີກຳທີ່ຕົວແທນຂອງສັນຕະປາປາເຮັດເພື່ອປະກອບການປະກາດດັ່ງກ່າວໄດ້ຈັດຂຶ້ນໃນລັກສະນະທີ່ໃຫ້ຄົນສະທ້ານຢ້ານກົວ ເພາະປະຊາຊົນເຊື່ອວ່າສັນຕະປາປາເປັນຕົວແທນຂອງພຣະເຈົ້າ ແລະ ຖືລູກກະແຈແຫ່ງສະຫວັນ ແລະ ນະຣົກ; ນອກຈາກນັ້ນ, ຍັງເຊື່ອວ່າສັນຕະປາປາມີອຳນາດທີ່ຈະລົງໂທດໃນເລື່ອງທີ່ກ່ຽວຂ້ອງກັບການປົກຄອງ ແລະ ເລື່ອງທີ່ກ່ຽວກັບສາສະໜາດ້ວຍ. ພວກເຂົາເຊື່ອວ່າ ປະຕູສະຫວັນໄດ້ປິດລົງສຳລັບປະຊາຊົນທີ່ອາໄສຢູ່ໃນຂົງເຂດທີ່ຖືກປະກາດຫ້າມທາງສາສະໜາ ແລະ ຕາບໃດທີ່ສັນຕະປາປາຍັງບໍ່ຍົກເລີກການປະກາດຫ້າມດັ່ງກ່າວ ຄົນຕາຍບໍ່ສາມາດເຂົ້າສະຫວັນໄດ້. ແລ້ວເພື່ອຕອກຢ້ຳເຖິງສະພາບທີ່ຮ້າຍແຮງນີ້ ພິທີກຳທາງສາສະໜາທຸກຢ່າງຖືກຍົກເລີກໄປ, ໂບດທັງຫຼາຍຖືກປິດລົງ ແລະ ພິທີແຕ່ງງານຕ້ອງຈັດຢູ່ເດີ່ນໂບດ. ສ່ວນຄົນຕາຍນັ້ນ ກໍບໍ່ສາມາດຝັງຢູ່ໃນແດນສັກສິດ ແຕ່ຖືກຝັງຢູ່ຕາມຮ່ອງ ຫຼື ຕາມທົ່ງນາໂດຍປາສະຈາກພິທີຝັງສົບ. ຄຣິສຕະຈັກໂຣມນຳໃຊ້ວິທີການທີ່ໃຫ້ຄົນຢ້ານກົວເຊັ່ນນີ້ ເພື່ອຄວບຄຸມຈິດສຳນຶກຜິດຊອບຂອງຜູ້ຄົນ. {GC 101.1}
ປະຊາຊົນໃນເມືອງປຣັກສັບສົນວຸ້ນວາຍ, ມີຄົນຈຳນວນຫຼາຍປະນາມຮັສວ່າ ເປັນເຫດທີ່ເລື່ອງຮ້າຍແຮງນີ້ເກີດຂຶ້ນກັບພວກເຂົາ ແລະ ຮຽກຮ້ອງໃຫ້ສົ່ງມອບຮັສແກ່ຄຣິສຕະຈັກໂຣມໃຫ້ຈັດການ. ຮັສຈຶ່ງກັບໄປບ້ານເກີດຂອງເພິ່ນເພື່ອໃຫ້ພະຍຸນີ້ສະຫງົບລົງ. ເພິ່ນຂຽນເຖິງໝູ່ເພື່ອນທີ່ຍັງຢູ່ເມືອງປຣັກວ່າ: “ທີ່ຂ້ອຍໄດ້ຖອນຕົວອອກໄປຈາກທ່າມກາງພວກເຈົ້າ ແມ່ນເພື່ອເຮັດຕາມຄຳສອນ ແລະ ແບບຢ່າງຂອງພຣະເຢຊູຄຣິສ ເພື່ອບໍ່ໃຫ້ຄົນທີ່ບໍ່ຫວັງດີເຮັດໃນສິ່ງທີ່ຈະຕ້ອງຮັບໂທດຕະຫຼອດນິຣັນ ແລະ ເພື່ອຈະບໍ່ເປັນເຫດໃຫ້ຄົນທີ່ມີສິນທຳໄດ້ຮັບຄວາມທຸກຍາກ ແລະ ການກົດຂີ່ຂົ່ມເຫັງ. ຂ້ອຍມາພັກສະຫງົບເພາະຄາດວ່າ ພວກບາດຫຼວງທີ່ປະໝາດພຣະເຈົ້າຄົງຫ້າມບໍ່ໃຫ້ມີການເທດສະໜາປະກາດພຣະຄຳຂອງພຣະອົງທ່າມກາງພວກເຈົ້າໄປອີກດົນ. ແຕ່ຢ່າງໃດກໍຕາມ, ການທີ່ຂ້ອຍຖອນຕົວນີ້ ບໍ່ເປັນການປະຕິເສດຄວາມຈິງຂອງພຣະເຈົ້າ ເພາະດ້ວຍການເສີມກຳລັງຈາກພຣະອົງ ຂ້ອຍພ້ອມທີ່ຈະຕາຍ.”3 ຮັສບໍ່ໄດ້ຢຸດການເຮັດວຽກ ແຕ່ໄດ້ເດີນທາງທົ່ວຊົນນະບົດໃນບໍລິເວນນັ້ນ ປະກາດຂ່າວປະເສີດໃຫ້ຝູງຊົນທີ່ຮັບຟັງດ້ວຍຄວາມຍິນດີ. ສະນັ້ນ, ມາດຕະການທີ່ສັນຕະປາປາໃຊ້ເພື່ອຢັບຢັ້ງຂ່າວປະເສີດ ກໍເປັນເຫດໃຫ້ຂ່າວປະເສີດຍິ່ງຖືກເຜີຍແຜ່ໃຫ້ຫຼາຍຂຶ້ນ. “ເພາະວ່າເຮົາຈະເຮັດສິ່ງໃດຂັດກັບຄວາມຈິງບໍ່ໄດ້ ໄດ້ແຕ່ເຮັດເພື່ອຄວາມຈິງເທົ່ານັ້ນ.” (2 ໂກຣິນໂທ 13:8 LO1972). {GC 101.2}
“ຊ່ວງນີ້ເບິ່ງຄືວ່າ ຮັສກຳລັງຕໍ່ສູ້ຢູ່ໃນໃຈຢ່າງທຸກລະທົມ. ເຖິງແມ່ນວ່າຄຣິສຕະຈັກໂຣມຫວັງວ່າຈະເອົາຊະນະເພິ່ນດ້ວຍການປະກາດຫ້າມຕ່າງໆ ແຕ່ເພິ່ນຍັງບໍ່ໄດ້ປະຕິເສດອຳນາດຂອງຄຣິສຕະຈັກດັ່ງກ່າວ. ເພິ່ນຍັງຖືວ່າຄຣິສຕະຈັກໂຣມເປັນເຈົ້າສາວຂອງພຣະຄຣິສ ແລະ ສັນຕະປາປາເປັນຕົວແທນຂອງພຣະເຈົ້າ. ສິ່ງທີ່ຮັສຕໍ່ສູ້ຢູ່ນັ້ນແມ່ນການໃຊ້ອຳນາດໃນທາງທີ່ຜິດ ແຕ່ບໍ່ໄດ້ຕໍ່ສູ້ໃນຫຼັກການທີ່ສອນວ່າຄຣິສຕະຈັກໂຣມມີອຳນາດດັ່ງກ່າວ. ມີການຕໍ່ສູ້ຢູ່ໃນໃຈຂອງເພິ່ນຢ່າງຮຸນແຮງ ລະຫວ່າງຄວາມເຂົ້າໃຈຂອງເພິ່ນກັບຈິດສຳນຶກຜິດຊອບ. ຖ້າອຳນາດຂອງສັນຕະປາປາມາດ້ວຍຄວາມຊອບທຳ ແລະ ບໍ່ສາມາດຜິດພາດໄດ້ ເປັນໄປໄດ້ຢ່າງໃດທີ່ເພິ່ນຮູ້ສຶກວ່າຈະຕ້ອງຂັດຂືນຕໍ່ອຳນາດນັ້ນ? ເພິ່ນເຫັນວ່າການທີ່ຈະເຊື່ອຟັງຄຳສັ່ງຂອງຄຣິສຕະຈັກໂຣມກໍເປັນບາບ, ແຕ່ໃນຂະນະດຽວກັນກໍຖາມຕົວເອງວ່າ ເປັນໄປໄດ້ຢ່າງໃດທີ່ການເຊື່ອຟັງຄຣິສຕະຈັກທີ່ບໍ່ສາມາດຜິດພາດໄດ້ນັ້ນຈະເປັນບາບ? ນີ້ຄືບັນຫາທີ່ເພິ່ນແກ້ບໍ່ຕົກ ແລະ ເປັນຂໍ້ສົງໄສທີ່ທໍລະມານໃຈຂອງເພິ່ນຢູ່ຕະຫຼອດເວລາ. ຄຳຕອບດຽວທີ່ເພິ່ນຮູ້ສຶກວ່າຟັງເຂົ້າທ່າທີ່ສຸດຄື ເຫດການແບບນີ້ເຄີຍເກີດຂຶ້ນຄັ້ງໜຶ່ງໃນສະໄໝທີ່ພຣະຜູ້ຊ່ວຍໃຫ້ລອດສະຖິດຢູ່ໃນໂລກ. ໃນເວລານັ້ນພວກປະໂຣຫິດໄດ້ກາຍເປັນຄົນຊົ່ວ ແລະ ໃຊ້ອຳນາດທີ່ໄດ້ມາຢ່າງຖືກຕ້ອງນັ້ນໄປໃນທາງທີ່ບໍ່ຖືກຕ້ອງ. ຈາກຄຳຕອບນີ້ເພິ່ນຈຶ່ງສະຫຼຸບວ່າ ການເຂົ້າໃຈຫຼັກຄຳສອນໃນພຣະຄຳພີເປັນແນວທາງດຳເນີນຊີວິດ. ເພິ່ນຈຶ່ງປະກາດສອນຄົນອື່ນວ່າ ໃນເລື່ອງການສຳນຶກຜິດຊອບນັ້ນຄວນໃຫ້ພຣະຄຳພີນຳທາງ. ເວົ້າງ່າຍໆ ສິ່ງທີ່ບໍ່ສາມາດຜິດພາດໄດ້ ແມ່ນພຣະພຣະເຈົ້າຜູ້ຊົງກ່າວໄວ້ໃນພຣະຄຳພີ ບໍ່ແມ່ນຄຣິສຕະຈັກໂຣມທີ່ກ່າວຜ່ານບາດຫຼວງ.”4 {GC 102.1}
ເມື່ອຄວາມວຸ້ນວາຍໃນເມືອງປຣັກສະຫງົບລົງ ຮັສກໍກັບໄປທີ່ໂບດເບັດເລເຮັມອັນເປັນໂບດປະຈຳຂອງເພິ່ນ ເພື່ອສືບຕໍ່ປະກາດພຣະຄຳຂອງພຣະເຈົ້າດ້ວຍຄວາມພິລະອາດຫານກວ່າເດີມ. ສັດຕູຂອງເພິ່ນມີອຳນາດ ແລະ ບໍ່ໄດ້ຢູ່ລ້າ ແຕ່ພຣະຣາຊິນີ ແລະ ຂຸນນາງຫຼາຍຄົນເປັນມິດສະຫາຍຂອງເພິ່ນ; ນອກຈາກນັ້ນ, ມີປະຊາຊົນຈຳນວນຫຼວງຫຼາຍທີ່ເຂົ້າຂ້າງເພິ່ນ. ເມື່ອນຳເອົາຄຳສອນຂອງຮັສທີ່ໃສສະອາດ ແລະ ມີພະລັງພັດທະນາຄົນໃຫ້ດີຂຶ້ນ ມາປຽບທຽບກັບຄຳເທດສະໜາຂອງຄົນທີ່ສະໜັບສະໜູນຄຣິສຕະຈັກໂຣມ ເຊິ່ງມີແຕ່ບັນທອນຄົນໃຫ້ເສື່ອມລົງ, ແລະເມື່ອສົມທຽບຊີວິດອັນບໍຣິສຸດຂອງຮັສ ກັບຄວາມສຳມະເລເທເມົາຂອງພວກອາຈານຝ່າຍຄຣິສຕະຈັກໂຣມແລ້ວ ຫຼາຍຄົນຈຶ່ງຖືວ່າເປັນກຽດທີ່ຈະຢູ່ຝ່າຍດຽວກັບຮັສ. {GC 102.2}
ກ່ອນໜ້ານີ້ຮັສເຮັດວຽກປະກາດຢູ່ຄົນດຽວ, ແຕ່ເຈໂຣມໄດ້ຮັບເອົາຄຳສອນຂອງໄວຄຼິບເມື່ອລາວຢູ່ປະເທດອັງກິດ, ບັດນີ້ລາວຈຶ່ງຮ່ວມມືກັບຮັສໃນວຽກງານປະຕິຮູບ. ຕັ້ງແຕ່ນັ້ນມາຮັສກັບເຈໂຣມເປັນໜຶ່ງດຽວໃນຊີວິດ ແລະ ໃນຄວາມຕາຍກໍບໍ່ໄດ້ພາກຈາກກັນ. ໃນດ້ານຄຸນນະສົມບັດທີ່ຄົນສ່ວນຫຼາຍນິຍົມຊົມຊອບ ຄືສະຕິປັນຍາອັນປາດເປື່ອງ, ວາຈາທີ່ຄົມຄາຍ ແລະ ການສຶກສາສູງນັ້ນ ເຈໂຣມມີຫຼາຍກວ່າຮັສ. ສ່ວນຮັສມີຄຸນນະສົມບັດອັນເປັນແກ່ນກຳລັງໝັ້ນຄົງຂອງອຸປະນິໄສຫຼາຍກວ່າເຈໂຣມ. ການພິຈາລະນາຢ່າງມີສະຕິຂອງຮັສຊ່ວຍຢັບຢັ້ງຄວາມໃຈຮ້ອນຂອງເຈໂຣມ; ສ່ວນເຈໂຣມກໍເຫັນຄຸນຄ່າຂອງການວິເຄາະຂອງຮັສ ຈຶ່ງຍອມເຮັດຕາມຄຳແນະນຳຂອງເພິ່ນດ້ວຍຄວາມນອບນ້ອມຖ່ອມຕົນ. ການປະຕິຮູບນັ້ນຈຶ່ງຂະຫຍາຍຢ່າງໄວວາພາຍໃຕ້ການຮ່ວມມືຂອງທັງສອງຄົນນີ້. {GC 102.3}
ພຣະເຈົ້າຊົງເລືອກຮັສ ກັບ ເຈໂຣມ ແລະ ຊົງໂຜດໃຫ້ແສງສະຫວ່າງແຫ່ງຄວາມຈິງສ່ອງເຂົ້າໄປໃນຈິດໃຈຂອງພວກເຂົາ ແລະ ຊົງເປີດເຜີຍໃຫ້ພວກເຂົາຮູ້ເຖິງຄວາມຜິດຫຼາຍຢ່າງໃນຄຣິສຕະຈັກໂຣມ, ແຕ່ເຂົາທັງສອງບໍ່ໄດ້ຮັບຄວາມສະຫວ່າງທັງໝົດທີ່ພຣະອົງຈະປະທານມາຍັງໂລກ. ພຣະອົງຊົງນຳປະຊາຊົນອອກຈາກຄວາມມືດມົນຂອງຄຣິສຕະຈັກໂຣມ ໂດຍຜ່ານຜູ້ຮັບໃຊ້ຂອງພຣະອົງສອງຄົນນີ້, ແຕ່ມີອຸປະສັກຫຼາຍຢ່າງທີ່ພວກເຂົາຕ້ອງປະເຊີນ ພຣະອົງຈຶ່ງຊົງນຳພາໄປເທື່ອລະກ້າວຕາມທີ່ພວກເຂົາສາມາດຮັບໄດ້. ຮັສກັບເຈໂຣມບໍ່ພ້ອມທີ່ຈະຮັບແສງສະຫວ່າງທັງໝົດໃນເວລາດຽວກັນ ເພາະຖ້າສ່ອງທັງໝົດມາບາດດຽວ ກໍຈະເປັນເໝືອນແສງອັນແຮງກ້າຂອງທ່ຽງວັນສຳລັບຄົນທີ່ຢູ່ໃນຫ້ອງມືດເປັນເວລາດົນ ພວກເຂົາຄົງໄດ້ຫັນໜ້າໄປທາງອື່ນ. ສະນັ້ນ, ພຣະເຈົ້າຊົງສຳແດງຄວາມຈິງໃຫ້ຜູ້ນຳທັງສອງຄົນນີ້ເທື່ອລະໜ້ອຍຕາມທີ່ປະຊາຊົນຈະຮັບໄດ້. ແລ້ວຫຼັງຈາກນັ້ນກໍມີຜູ້ຮັບໃຊ້ທີ່ສັດຊື່ຂອງພຣະເຈົ້າຕາມກັນມາຫຼາຍສະຕະວັດ ທີ່ຈະນຳພາປະຊາຊົນໄປໃນການປະຕິຮູບຕໍ່ໄປ. {GC 103.1}
ການແຕກແຍກໃນຄຣິສຕະຈັກຍັງສືບຕໍ່. ມີສາມຄົນອ້າງວ່າຕົນແມ່ນສັນຕະປາປາທີ່ແທ້ຈິງ ແລະ ການຕໍ່ສູ້ລະຫວ່າງສາມຄົນນີ້ເຮັດໃຫ້ທຸກປະເທດໃນເອີຣົບເຕັມໄປດ້ວຍອາດຊະຍາກຳ ແລະ ຄວາມວຸ້ນວາຍ. ສາມຄົນນີ້ຮູ້ສຶກວ່າ ການສາບແຊ່ງໃຫ້ຝ່າຍກົງກັນຂ້າມຕົກນະຣົກນັ້ນບໍ່ພຽງພໍ ຈຶ່ງຕໍ່ສູ້ກັນດ້ວຍອາວຸດ. ທັງສາມຄົນຫາຊື້ອາວຸດ ແລະ ຈ້າງທະຫານ. ແນ່ນອນກໍຕ້ອງໃຊ້ເງິນ, ພວກເຂົາຈຶ່ງຮັບຈ້າງເຮັດພິທີທາງສາສະໜາ, ຮັບເງິນເພື່ອແລກກັບຄຳອວຍພອນ ແລະ ຂາຍຕຳແໜ່ງຕ່າງໆຂອງຄຣິສຕະຈັກ. ພວກບາດຫຼວງກໍຮຽນແບບຜູ້ບັງຄັບບັນຊາໃນການນຳໃຊ້ສາສະໜາເພື່ອສະແຫວງຫາຜົນປະໂຫຍດ ແລະ ການເຮັດເສິກສົງຄາມເພື່ອປາບຄູ່ແຂ່ງ ແລະ ເສີມບາລະມີໃຫ້ກັບຕົນເອງ. ດ້ວຍຄວາມກ້າຫານທີ່ເພີ່ມຂຶ້ນທຸກວັນ ຮັສຈຶ່ງປະນາມຄວາມໜ້າລັງກຽດທີ່ຄົນທັງຫຼາຍຍອມໃຫ້ເກີດຂຶ້ນໃນນາມຂອງສາສະໜາ, ປະຊາຊົນຈຶ່ງກ່າວຫາພວກຜູ້ນຳຄຣິສຕະຈັກໂຣມຢ່າງເປີດເຜີຍ ວ່າເປັນຕົ້ນເຫດຂອງຄວາມທຸກທັງຫຼາຍທີ່ເກີດຂຶ້ນໃນເອີຣົບ {GC 103.2}
ນັບເປັນອີກຄັ້ງໜຶ່ງທີ່ເມືອງປຣັກເບິ່ງຄືວ່າ ໃກ້ຈະເກີດການຂ້າຟັນກັນຢ່າງເຕັມທີ່. ຜູ້ຮັບໃຊ້ຂອງພຣະເຈົ້າຖືກກ່າວຫາເໝືອນໃນສະໄໝພຣະຄຳພີເດີມ ວ່າເປັນ “ຜູ້ສ້າງຄວາມເດືອດຮ້ອນຫຼາຍທີ່ສຸດໃນອານາຈັກອິດສະຣາເອນ.” (1 ກະສັດ 18:17). ສັນຕະປາປາປະກາດຫ້າມອີກຄັ້ງໜຶ່ງ ບໍ່ໃຫ້ມີການເຄື່ອນໄຫວທາງສາສະໜາໃນເມືອງປຣັກ; ຮັສຈຶ່ງຖອນຕົວກັບໄປຍັງໝູ່ບ້ານຂອງຕົນ. ຄຳພະຍານທີ່ເພິ່ນເຄີຍກ່າວຢ່າງສັດຊື່ຢູ່ໃນໂບດເບັດເລເຮັມນັ້ນໄດ້ຈົບລົງ. ຕໍ່ມາເພິ່ນຈະໄດ້ເປັນພະຍານໃນເວທີທີ່ກວ້າງຂຶ້ນ ກໍຄືທະວີບເອີຣົບນັ້ນເອງ ກ່ອນທີ່ຈະຖືກຂ້າຕາຍເພາະການເປັນພະຍານຝ່າຍຄວາມຈິງ. {GC 104.1}
ເພື່ອປາບປາມຄວາມຊົ່ວຊ້າທີ່ກຳລັງເຮັດໃຫ້ປະເທດທັງຫຼາຍໃນເອີຣົບວຸ້ນວາຍຢູ່ນັ້ນ ມີການປະກາດໃຫ້ປະຊຸມສະພາທົ່ວໄປທີ່ເມືອງຄອນສະຕັນ (Constance). ຜູ້ປະກາດນັ້ນແມ່ນສັນຕະປາປາຈອນທີ 23 (John XXIII) ໜຶ່ງໃນສາມຄົນທີ່ອ້າງກັນວ່າເປັນສັນຕະປາປາ ຕາມຄວາມປາຖະໜາຂອງຈັກກະພັດຊີກີມົງ (Sigismund). ສັນຕະປາປາຈອນບໍ່ເຫັນດີກັບການຮຽກຮ້ອງໃຫ້ມີການຈັດປະຊຸມສະພາຂຶ້ນ ເພາະວ່າບໍ່ຢາກໃຫ້ມີຄົນສອບສວນເຖິງອຸປະນິໄສ ແລະ ພຶດຕິກຳຂອງຕົນ ເຖິງແມ່ນວ່າຜູ້ທີ່ຈະເຮັດການສອບສວນນັ້ນ ແມ່ນພວກບາດຫຼວງຊັ້ນໃຫຍ່ ທີ່ມີສິນລະທຳຫຼະຫຼົມຫຼາຍຕາມແບບບາດຫຼວງທົ່ວໄປໃນສະໄໝນັ້ນ. ຢ່າງໃດກໍຕາມ, ເພິ່ນກໍບໍ່ກ້າຂັດໃຈຈັກກະພັດຊີກີມົງ. {GC 104.2}
ຈຸດປະສົງໃຫຍ່ຂອງປະຊຸມສະພາຄັ້ງນີ້ ແມ່ນການປະສານຮອຍແຕກແຍກໃນຄຣິສຕະຈັກ ແລະ ການກຳຈັດຄຳສອນນອກຮີດແບບຖອນຮາກຖອນໂຄນ. ສະນັ້ນ, ອີກສອງຄົນທີ່ປະກາດວ່າຕົນເປັນສັນຕະປາປາກໍຖືກຮຽກໃຫ້ເຂົ້າສະພານຳ ພ້ອມດ້ວຍ ຈອນ ຮັສ ຜູ້ນຳການເຜີຍແຜ່ແນວຄິດໃໝ່. ສັນຕະປາປາປອມທັງສອງຄົນຢ້ານເລື່ອງຄວາມປອດໄພ ຈຶ່ງບໍ່ໄດ້ໄປດ້ວຍຕົນເອງ ແຕ່ສົ່ງຕົວແທນໄປ. ສ່ວນສັນຕະປາປາຈອນທີ່ອອກໜ້າເປັນຜູ້ຮຽກປະຊຸມສະພານັ້ນ ກໍມາດ້ວຍຄວາມລັງເລໃຈ ເພາະສົງໄສວ່າຈັກກະພັດແອບມີແຜນລັບທີ່ຈະປົດເພິ່ນອອກຈາກຕຳແໜ່ງ. ເພິ່ນຍັງຢ້ານວ່າຈະຖືກລົງໂທດ ເພາະຄວາມຊົ່ວທີ່ເຮັດໃຫ້ມົງກຸດສາມຊັ້ນຂອງສັນຕະປາປາເປັນມົນທິນ ແລະ ເພາະອາດຊະຍາກຳທີ່ຕົນໄດ້ເຮັດເພື່ອຍາດເອົາມົງກຸດນັ້ນ. ຢ່າງໃດກໍດີ, ເພິ່ນໄດ້ແຫ່ຂະບວນເຂົ້າເມືອງຄອນສະຕັນຢ່າງສະຫງ່າຜ່າເຜີຍ ພ້ອມດ້ວຍພວກບາດຫຼວງຊັ້ນໃຫຍ່ສຸດ ແລະ ເຈົ້າໜ້າທີ່ປະຈຳສັນຕະສຳນັກທີ່ເດີນມາຕາມຫຼັງ. ຄະນະເຈົ້າເມືອງ ແລະ ບາດຫຼວງນ້ອຍໃຫຍ່ທັງໝົດ ພ້ອມດ້ວຍປະຊາຊົນຈຳນວນຫຼວງຫຼາຍ ໄດ້ອອກໄປຕ້ອນຮັບສັນຕະປາປາຈອນ. ເຈົ້າໜ້າທີ່ສູງສີ່ຄົນຂອງເມືອງຖືຄັນຈ້ອງໃຫຍ່ສີທອງໄວ້ເໜືອສີສະຂອງເພິ່ນ. ມີຄົນຖືເຂົ້າຈີ່ປະຈຳພິທີສິນລະນຶກຍ່າງໄປຂ້າງໜ້າ; ສ່ວນເສື້ອຜ້າທີ່ຫຼູຫຼາຂອງພວກພຣະຄາດີນັນ ແລະ ພວກຂຸນນາງເປັນພາບທີ່ອະລັງການທີ່ສຸດ. {GC 104.3}
ໃນຂະນະດຽວກັນ ຈອນ ຮັສ ກຳລັງເດີນທາງໃກ້ເຖິງເມືອງຄອນສະຕັນ ໂດຍຮູ້ຢູ່ໃນໃຈເຖິງອັນຕະລາຍທີ່ຈະຕ້ອງປະເຊີນ. ເພິ່ນອຳລາຍາດຕິພີ່ນ້ອງ ແລະ ໝູ່ເພື່ອນເໝືອນຈະບໍ່ມີວັນໄດ້ພົບກັນອີກ ແລ້ວກໍອອກເດີນທາງດ້ວຍຄວາມຮູ້ສຶກວ່າ ຫຼັກປະຫານລໍຢູ່ຂ້າງໜ້າ. ເຖິງແມ່ນວ່າກະສັດຂອງໂບຮີເມຍ ແລະ ຈັກກະພັດຊີກີມົງຕ່າງຄົນຕ່າງໄດ້ອອກໃບຮັບຮອງຄວາມປອດໄພໃນລະຫວ່າງການເດີນທາງ ແຕ່ເພິ່ນໄດ້ຈັດການສັ່ງເສຍທຸກຢ່າງ ເພາະຄາດວ່າຈະບໍ່ລອດກັບມາ. {GC 104.4}
ເພິ່ນຂຽນຈົດໝາຍໄປຍັງພີ່ນ້ອງຢູ່ເມືອງປຣັກວ່າ: “ພີ່ນ້ອງຂອງຂ້າພະເຈົ້າເອີຍ,…ຂ້າພະເຈົ້າອອກເດີນທາງໄປ ເພື່ອປະເຊີນໜ້າກັບສັດຕູຜູ້ຮ້າຍກາດຂອງຂ້າພະເຈົ້າຈຳນວນຫຼວງຫຼາຍ ໂດຍມີໃບຮັບຮອງຄວາມປອດໄພຈາກກະສັດ.…ຂ້າພະເຈົ້າໄວ້ວາງໃຈພຣະເຈົ້າດ້ວຍສິ້ນສຸດຫົວໃຈ; ພຣະອົງຊົງຣິດທານຸພາບສູງສຸດ ແລະ ຊົງເປັນພຣະຜູ້ໂຜດໃຫ້ພົ້ນຂອງຂ້າພະເຈົ້າ. ຂ້າພະເຈົ້າເຊື່ອວາງໃຈວ່າ ພຣະອົງຈະຮັບຟັງຄຳອະທິຖານຂອງພວກເຈົ້າທີ່ທູນຂໍດ້ວຍໃຈຮ້ອນຮົນ ແລະ ຈະປະທານຄວາມຮອບຄອບ ແລະ ສະຕິປັນຍາຂອງພຣະອົງໃສ່ປາກຂອງຂ້າພະເຈົ້າ ເພື່ອຂ້າພະເຈົ້າຈະສາມາດຕ້ານທານພວກສັດຕູໄດ້. ຂ້າພະເຈົ້າຍັງເຊື່ອວ່າ ພຣະອົງຈະປະທານພຣະວິນຍານບໍຣິສຸດຂອງພຣະອົງ ເພື່ອເສີມກຳລັງໃຫ້ຂ້າພະເຈົ້າເຂັ້ມແຂງຢູ່ໃນຄວາມຈິງຂອງພຣະອົງ ເພື່ອຈະມີຄວາມກ້າຫານທີ່ຈະປະເຊີນໜ້າກັບການທົດລອງ, ການຕິດຄຸກ ແລະ ຖ້າຈຳເປັນໃຫ້ສາມາດປະເຊີນໜ້າກັບຄວາມຕາຍທີ່ໂຫດຮ້າຍທາລຸນ. ພຣະເຢຊູຄຣິສຊົງທົນທຸກເພື່ອຄຣິສຕະຈັກ ເຊິ່ງປຽບສະເໝືອນເຈົ້າສາວອັນເປັນທີ່ຮັກຂອງພຣະອົງ; ສະນັ້ນ, ພວກເຮົາບໍ່ຄວນປະຫຼາດໃຈທີ່ພຣະອົງຝາກແບບຢ່າງຂອງພຣະອົງໄວ້ໃຫ້ພວກເຮົາ ເພື່ອພວກເຮົາຈະສາມາດອົດທົນທຸກຢ່າງເພື່ອຄວາມລອດພົ້ນຂອງເຮົາເອງ. ພຣະອົງຊົງເປັນພຣະເຈົ້າ ແລະ ພວກເຮົາເປັນຝີພຣະຫັດຂອງພຣະອົງ. ພຣະເຢຊູຊົງເປັນອົງພຣະຜູ້ເປັນເຈົ້າ ແລະ ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ. ພຣະອົງຊົງເປັນເຈົ້າເປັນນາຍເໜືອໂລກທັງໂລກ ແລະ ພວກເຮົາເປັນພຽງມະນຸດທີ່ສາມັນທຳມະດາ, ແຕ່ພຣະອົງຍັງຕ້ອງທົນທຸກ! ແລ້ວມີເຫດຜົນອັນໃດທີ່ພວກເຮົາບໍ່ຄວນມີຄວາມທຸກແນ່ ໂດຍສະເພາະຖ້າຄວາມທຸກນັ້ນຊ່ວຍໃນການຊຳລະເຮົາໃຫ້ບໍຣິສຸດ? ພີ່ນ້ອງທີ່ຮັກທັງຫຼາຍ ດ້ວຍເຫດນີ້, ຖ້າຫາກວ່າຄວາມຕາຍຂອງຂ້າພະເຈົ້າຈະຊ່ວຍຖວາຍກຽດແດ່ພຣະອົງ ຂໍໃຫ້ພີ່ນ້ອງຊ່ວຍອະທິຖານໃຫ້ມັນຈົບໄວໆ ແລະ ຂໍໃຫ້ພຣະອົງຊົງເສີມກຳລັງຄ້ຳຊູຂ້າພະເຈົ້າໃຫ້ຢືນຢັດ ບໍ່ວ່າຈະຕ້ອງປະເຊີນກັບໄພອັນຕະລາຍຢ່າງໃດກໍຕາມ. ແຕ່ຖ້າຫາກວ່າ ການກັບໄປຫາພີ່ນ້ອງນັ້ນດີກວ່າ ໃຫ້ພວກເຮົາອະທິຖານຕໍ່ພຣະເຈົ້າ ໃຫ້ຂ້າພະເຈົ້າກັບໄປໂດຍບໍ່ມີຮອຍມົນທິນ, ຄືບໍ່ໃຫ້ຂ້າພະເຈົ້າປິດບັງຄວາມຈິງແຫ່ງຂ່າວປະເສີດແມ່ນແຕ່ປະເດັນເລັກນ້ອຍທີ່ສຸດ ເພື່ອຈະເປັນແບບຢ່າງທີ່ດີໃຫ້ພີ່ນ້ອງດຳເນີນຕາມ. ພວກເຈົ້າຄົງຈະບໍ່ເຫັນໜ້າຂອງຂ້າພະເຈົ້າທີ່ເມືອງປຣັກອີກ ແຕ່ຖ້າເປັນນ້ຳພຣະໄທຂອງພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ທີ່ຈະຊົງໂຜດໃຫ້ຂ້າພະເຈົ້າໄດ້ກັບຄືນໄປຫາພວກເຈົ້າ ຂໍໃຫ້ພວກເຮົາກ້າວໜ້າຕໍ່ໄປດ້ວຍຈິດໃຈທີ່ໜັກແໜ້ນຍິ່ງຂຶ້ນໃນຄວາມຮູ້ ແລະ ຄວາມຮັກຕໍ່ກົດບັນຍັດຂອງພຣະອົງ.”5 {GC 105.1}
ໃນຈົດໝາຍອີກສະບັບໜຶ່ງທີ່ຂຽນເຖິງບາດຫຼວງຄົນໜຶ່ງທີ່ມາເປັນສາວົກຝ່າຍຂ່າວປະເສີດ, ຮັສກ່າວເຖິງຄວາມຜິດພາດຂອງຕົນເອງດ້ວຍຄວາມຖ່ອມໃຈ ແລະ ຕຳໜິຕົນເອງວ່າ: “ທີ່ຜ່ານມາຂ້າພະເຈົ້າເຄີຍມີຄວາມສຸກທີ່ໄດ້ໃສ່ເສື້ອຜ້າຫຼູຫຼາ ແລະ ເສຍເວລາໃນເລື່ອງທີ່ບໍ່ເກີດປະໂຫຍດ.” ຈາກນັ້ນເພິ່ນກໍໃຫ້ຄຳແນະນຳທີ່ໜ້າຈັບໃຈວ່າ: “ຂໍໃຫ້ທ່ານຄິດຄຳນຶງເຖິງການຖວາຍກຽດແດ່ພຣະເຈົ້າ ແລະ ໃນເລື່ອງຄວາມລອດຂອງຄົນອື່ນ ແທນທີ່ຈະຄິດເຖິງຜົນປະໂຫຍດຂອງຕຳແໜ່ງ ແລະ ການເປັນເຈົ້າຂອງທີ່ດິນ. ລະວັງຢ່າຕົບແຕ່ງເຮືອນຊານຫຼາຍກວ່າການປະດັບຈິດວິນຍານຂອງຕົນເອງ ແລະ ເໜືອສິ່ງອື່ນໃດທັງສິ້ນ ໃຫ້ເອົາໃຈໃສ່ຕໍ່ສະພາບຈິດວິນຍານຂອງຕົນ. ຈົ່ງໃຫ້ຄວາມເປັນທຳແກ່ຄົນຍາກຈົນ, ບໍ່ໃຫ້ຖືຕົວເມື່ອຢູ່ກັບຄົນຈົນ, ຢ່າເອົາຊັບສິນຂອງຕົນໄປເຜົາຜານດ້ວຍການຈັດງານລ້ຽງ. ຖ້າເຈົ້າບໍ່ປັບປ່ຽນແກ້ໄຂຊີວິດ ແລະ ເລີກການໃຊ້ຈ່າຍໃນສິ່ງທີ່ເກີນຄວາມຈຳເປັນ ຂ້າພະເຈົ້າຢ້ານວ່າເຈົ້າຈະຕ້ອງຖືກຕີສອນຢ່າງໜັກ ເໝືອນທີ່ຂ້າພະເຈົ້າໄດ້ຖືກຕີສອນ.…ເຈົ້າຮູ້ຈັກຄຳສອນຂອງຂ້າພະເຈົ້າ ເພາະວ່າຂ້າພະເຈົ້າໄດ້ສັ່ງສອນເຈົ້າຕັ້ງແຕ່ເຈົ້າຍັງນ້ອຍ, ຈຶ່ງບໍ່ຈຳເປັນໃຫ້ຂ້າພະເຈົ້າຂຽນເພີ່ມເຕີມໃຫ້ເຈົ້າ. ແຕ່ຂ້າພະເຈົ້າຂໍຮ້ອງເຈົ້າໂດຍອີງໃສ່ພຣະເມດຕາຂອງອົງພຣະຜູ້ເປັນເຈົ້າຂອງເຮົາ ຢ່າໄດ້ຮຽນແບບຂ້າພະເຈົ້າໃນເລື່ອງອັນໃດທີ່ບໍ່ເປັນປະໂຫຍດ.” ຮັສຈ່າໜ້າຊອງຈົດໝາຍວ່າ: “ຂໍຮ້ອງເພື່ອນ ຢ່າໄດ້ເປີດຈົດໝາຍສະບັບນີ້ຈົນກວ່າເຈົ້າແນ່ໃຈວ່າຂ້າພະເຈົ້າໄດ້ເສີຍຊີວິດຈິງ.”6 {GC 105.2}
ຕະຫຼອດການເດີນທາງ ຮັສໄດ້ເຫັນຫຼັກຖານເຖິງການແຜ່ຂະຫຍາຍຂອງຄຳສອນຂອງຕົນ ແລະ ເຫັນວ່າປະຊາຊົນທົ່ວໄປສະໜັບສະໜູນເພິ່ນ. ປະຊາຊົນພາກັນຫຼັ່ງໄຫຼອອກຈາກເຮືອນຊານບ້ານຊ່ອງເພື່ອຕ້ອນຮັບເພິ່ນ ແລະ ໃນບາງບ່ອນເຈົ້າເມືອງກໍອອກມາສົ່ງ. {GC 106.1}
ເມື່ອຮັສໄປເຖິງເມືອງຄອນສະຕັນ ເພິ່ນໄດ້ຮັບອິດສະຫຼະຢ່າງເຕັມທີ່. ນອກຈາກໃບຮັບຮອງຄວາມປອດໄພຂອງຈັກກະພັດແລ້ວ ສັນຕະປາປາຍັງຮັບປາກວ່າຈະຄຸ້ມຄອງຄວາມປອດໄພໃຫ້ເພິ່ນ. ແຕ່ເຖິງແມ່ນວ່າຈະມີການຢືນຢັນຄວາມປອດໄພເປັນໝັ້ນເປັນເໝາະກໍຕາມ ບໍ່ຊ້າບໍ່ດົນສັນຕະປາປາກັບພວກພຣະຄາດີນັນກໍສັ່ງຈັບຮັສ ແລ້ວໂຍນເພິ່ນຖິ້ມລົງໃນຫ້ອງຂັງໃຕ້ດິນອັນເປັນບ່ອນທີ່ໜ້າຂະເຫຍືອງຄີງ. ຕໍ່ມາເພິ່ນກໍຖືກຍ້າຍໄປຂັງຢູ່ໃນຜາສາດຫີນອັນແຂງແກ່ນ ຢູ່ຟາກຝັ່ງກົງກັນຂ້າມຂອງແມ່ນ້ຳໄຣນ໌ (Rhine). ແຕ່ສັນຕະປາປາກໍບໍ່ໄດ້ຮັບຜົນດີຈາກການທໍລະຍົດນີ້ ເພາະວ່າບໍ່ດົນເພິ່ນເອງກໍຖືກຈັບຂັງຢູ່ໃນບ່ອນດຽວກັນ.7 ມີການພິສູດວ່າສັນຕະປາປາຈອນມີຄວາມຜິດໃນອາດຊະຍາກຳທີ່ຕ່ຳຊ້າທີ່ສຸດ. ນອກຈາກການຂ້າຄົນ, ການລ່ວງປະເວນີ, ການນຳໃຊ້ສາສະໜາເປັນເຄື່ອງມືຫາກິນ ກໍຍັງເຮັດ “ຄວາມບາບທີ່ຮ້າຍແຮງຈົນບໍ່ສົມຄວນເວົ້າອອກມາ.” ອັນນີ້ແມ່ນຂໍ້ສະຫຼຸບຂອງສະພາເອງ, ສຸດທ້າຍມີການປົດເອົາມົງກຸດສາມຊັ້ນອອກຈາກຫົວຂອງເພິ່ນ ແລະ ຈັບເພິ່ນຂັງຄຸກ. ສ່ວນອີກສອງຄົນທີ່ອ້າງວ່າຕົນເປັນສັນຕະປາປານັ້ນ ກໍຖືກປົດລົງດ້ວຍ ແລະ ມີການເລືອກສັນຕະປາປາອົງໃໝ່. {GC 106.2}
ຈອນ ຮັສ ເຄີຍກ່າວຫາພວກບາດຫຼວງ ແລະ ເຄີຍຮຽກຮ້ອງໃຫ້ມີການປະຕິຮູບໃນເລື່ອງທີ່ເພິ່ນກ່າວຫານັ້ນ ແຕ່ສັນຕະປາປາມີຄວາມຜິດທີ່ຮ້າຍແຮງກວ່ານັ້ນຫຼາຍ; ເຖິງຢ່າງນັ້ນກໍຕາມ, ສະພາດຽວກັນທີ່ປົດສັນຕະປາປາລົງ ກໍໄດ້ຫັນໄປດຳເນີນການທຳລາຍຮັສດ້ວຍ. ການທີ່ເພິ່ນຖືກຄຸມຂັງເຮັດໃຫ້ປະຊາຊົນຊາວໂບຮີເມຍຂຸ່ນເຄືອງເດືອດດານ. ຂຸນນາງທີ່ມີອຳນາດຫຼາຍຄົນກ່າວໃນທີ່ປະຊຸມສະພາເພື່ອຕໍ່ຕ້ານເລື່ອງທີ່ບໍ່ເປັນທຳນີ້. ສ່ວນຈັກກະພັດເອງກໍຕໍ່ຕ້ານການດຳເນີນການກັບຮັສ ເພາະບໍ່ຢາກລະເມີດໃບຮັບຮອງຄວາມປອດໄພ; ແຕ່ພວກສັດຕູຂອງຮັສມີໃຈຫ້ຽມໂຫດ ຈຶ່ງໝາຍໝັ້ນປັ້ນມືວ່າຈະຕ້ອງທຳລາຍເພິ່ນໃຫ້ໄດ້. ພວກເຂົາຮຽກຮ້ອງໃຫ້ຈັກກະພັດເຫັນດ້ວຍກັບພວກເຂົາ ໂດຍອາໄສອະຄະຕິ ແລະ ຄວາມຢ້ານກົວຂອງເພິ່ນ ພ້ອມດ້ວຍຄວາມກະຕືລືລົ້ນທີ່ເພິ່ນມີໃນການສະໜັບສະໜູນຄຣິສຕະຈັກໂຣມ. ພວກເຂົາຍົກເຫດຜົນມາຫຼາຍຕໍ່ຫຼາຍຂໍ້ເພື່ອພິສູດວ່າ: “ບໍ່ຄວນຊື່ສັດຕໍ່ຄົນນອກຮີດ ຫຼື ຄົນທີ່ສົງໄສວ່າເປັນຄົນນອກຮີດ ບໍ່ວ່າຄົນນັ້ນຈະມີໃບຮັບຮອງຄວາມປອດໄພຈາກຈັກກະພັດ ຫຼື ຈາກກະສັດອົງໃດກໍຕາມ.”8 ພວກເຂົາຈຶ່ງໂນ້ມນ້າວຈັກກະພັດໄດ້ສຳເລັດ. {GC 107.1}
ຫ້ອງໃຕ້ດິນທີ່ຮັສຖືກຂັງຢູ່ນັ້ນຊຸ່ມປຽກ ແລະ ອາກາດເສຍບໍ່ຖ່າຍເທ, ເຮັດໃຫ້ເພິ່ນປ່ວຍໄຂ້ຈົນເກືອບຈົບຊີວິດລົງ, ແຕ່ໃນທີ່ສຸດເພິ່ນໄດ້ຖືກນຳພາອອກມາຕໍ່ໜ້າທີ່ປະຊຸມສະພາ ແລະ ຢືນຢູ່ຕໍ່ໜ້າຈັກກະພັດໃນສະພາບທີ່ຖືກມັດໂສ້ຢູ່ ກໍຄືຈັກກະພັດອົງດຽວກັນທີ່ໄດ້ຢືນຢັນຮັບຮອງຄວາມປອດໄພຂອງເພິ່ນ. ຕະຫຼອດເວລາຂອງການພິຈາລະນາຄະດີຢ່າງຊ້ານານນັ້ນ ຮັສຢືນຢັດ ແລະ ຢຶດໝັ້ນເພື່ອຄວາມຈິງ ທັງໄດ້ປະທ້ວງຄວາມເສື່ອມຊາມຂອງພວກຜູ້ນຳຄຣິສຕະຈັກດ້ວຍຄວາມໜັກແໜ້ນ ແລະ ຄວາມສັດຊື່. ເມື່ອຖືກບັງຄັບໃຫ້ຕ້ອງເລືອກລະຫວ່າງການປະຕິເສດຫຼັກຄຳສອນຂອງເພິ່ນກັບຄວາມຕາຍ ເພິ່ນເລືອກທີ່ຈະຖືກປະຫານຊີວິດຍ້ອນຄວາມເຊື່ອ. {GC 107.2}
ພຣະຄຸນຂອງພຣະເຈົ້າເສີມກຳລັງໃຫ້ເພິ່ນ. ຕະຫຼອດໄລຍະເວລາຫຼາຍອາທິດທີ່ຕ້ອງທົນກັບຄວາມທຸກທໍລະມານກ່ອນທີ່ຈະປະກາດຜົນການຕັດສິນຄະດີນັ້ນ ຮັສມີສັນຕິສຸກຈາກສະຫວັນເຕັມລົ້ນຢູ່ໃນຫົວໃຈຂອງເພິ່ນ. ເພິ່ນຂຽນເຖິງໝູ່ເພື່ອນຄົນໜຶ່ງວ່າ: “ເຮົາຂຽນຈົດໝາຍສະບັບນີ້ຈາກຫ້ອງຂັງດ້ວຍມືທີ່ຖືກມັດໂສ້ ໂດຍຄາດວ່າ ມື້ອື່ນສະພາຈະປະກາດຄຳຕັດສິນປະຫານຊີວິດເຮົາ,…ແຕ່ດ້ວຍການອຸປະຖຳຄ້ຳຊູຂອງອົງພຣະເຢຊູຄຣິສ ພວກເຮົາຈະໄດ້ພົບກັນອີກໃນຊີວິດໜ້າດ້ວຍສັນຕິສຸກທີ່ແສນຍິນດີ, ເຈົ້າຈະໄດ້ຮັບຮູ້ວ່າ ພຣະເຈົ້າຊົງເມດຕາຕໍ່ເຮົາຫຼາຍສ່ຳໃດ ແລະ ຊົງຄ້ຳຈູນເຮົາທ່າມກາງຄວາມທຸກຍາກລຳບາກ ແລະ ການທົດລອງ.”9 {GC 107.3}
ຈາກຫ້ອງຂັງທີ່ມືດມິດນັ້ນ ຮັສເຫັນເຖິງໄຊຊະນະຂອງຄວາມເຊື່ອທີ່ແທ້ຈິງ. ເພິ່ນໄດ້ຝັນເຫັນໂບດທີ່ເມືອງປຣັກທີ່ເພິ່ນເຄີຍເທດສະໜາປະກາດຂ່າວປະເສີດ. ໃນຄວາມຝັນນັ້ນ ເພິ່ນໄດ້ແຕ້ມຮູບຂອງພຣະຄຣິສຢູ່ຝາຜະໜັງຂອງໂບດໄວ້ຫຼາຍຮູບ ແຕ່ສັນຕະປາປາກັບພວກບາດຫຼວງຊັ້ນໃຫຍ່ກຳລັງລຶບຮູບເຫຼົ່ານັ້ນອອກ. “ນິມິດນີ້ເຮັດໃຫ້ໃຈເພິ່ນເປັນທຸກ, ແຕ່ວັນຕໍ່ມາເພິ່ນຝັນເຫັນວ່າ ມີນັກແຕ້ມສີຫຼາຍຄົນກຳລັງສ້ອມແປງຮູບເຫຼົ່ານັ້ນດ້ວຍສີທີ່ສົດໃສກວ່າເດີມ. ພໍແຕ້ມແຕ່ງແລ້ວ ພວກສິລະປິນຫັນໄປເວົ້າກັບຄົນຈຳນວນມະຫາສານທີ່ຢືນລ້ອມຢູ່ນັ້ນວ່າ: ‘ເອົາເຖາະ! ບັດນີ້ໃຫ້ພວກສັນຕະປາປາ ແລະ ພວກບາດຫຼວງມາໂລດ ພວກເຂົາຈະບໍ່ມີວັນລຶບລ້າງຮູບເຫຼົ່ານີ້ໄດ້ອີກເລີຍ!’” ໃນຂະນະທີຮັສເວົ້າຄວາມຝັນໃຫ້ຄົນອື່ນຟັງ ເພິ່ນກ່າວວ່າ, “ຂ້າພະເຈົ້າໝັ້ນໃຈວ່າ ພຣະລັກສະນະຂອງພຣະຄຣິສຈະບໍ່ມີວັນຖືກລົບລ້າງ. ເຖິງແມ່ນວ່າມີຄົນຢາກທຳລາຍ ແຕ່ພຣະລັກສະນະນັ້ນຈະຖືກແຕ້ມໃໝ່ໃນໃຈທຸກຄົນດ້ວຍນັກເທດທີ່ດີກວ່າຂ້າພະເຈົ້າ.”10 {GC 108.1}
ແລະແລ້ວຮັສກໍຖືກນຳພາໄປຢູ່ຕໍ່ໜ້າປະຊຸມສະພາເປັນຄັ້ງສຸດທ້າຍ. ຄົນໃນທີ່ປະຊຸມມີຈຳນວນມະຫາສານ ຕ່າງຄົນຕ່າງແຕ່ງກາຍຢ່າງສວຍສົດງົດງາມ ມີທັງອົງຈັກກະພັດ, ເຈົ້າເມືອງເຈົ້າແຂວງຈາກທົ່ວຣາຊອານາຈັກ, ເຈົ້າໜ້າທີ່ສູງ, ພວກພຣະຄາດີນັນ, ເຈົ້າຄະນະ, ບາດຫຼວງນ້ອຍໃຫຍ່ ແລະ ປະຊາຊົນຈຳນວນຫຼວງຫຼາຍທີ່ມາເບິ່ງເຫດການໃນວັນນັ້ນ. ມີຄົນຈາກທົ່ວເອີຣົບມາເປັນພະຍານໃນການສະຫຼະຊີວິດຄັ້ງທຳອິດນີ້ ໃນລະຫວ່າງການຕໍ່ສູ້ອັນດົນນານເພື່ອໃຫ້ໄດ້ມາເຊິ່ງເສລີພາບທາງຈິດສຳນຶກ. {GC 108.2}
ເມື່ອຮັສໄດ້ຮັບຄຳສັ່ງໃຫ້ຢືນຢັນຄຳຕອບສຸດທ້າຍ, ເພິ່ນປະຕິເສດບໍ່ຍອມປະຖິ້ມຄວາມເຊື່ອ. ແລ້ວເພິ່ນຈ້ອງໜ້າຈັກກະພັດທີ່ໄດ້ທໍລະຍົດຕໍ່ຄຳໝັ້ນສັນຍານັ້ນ ແລະ ກ່າວວ່າ, “ຂ້າພະເຈົ້າສະໝັກໃຈມາລາຍງານຕໍ່ໜ້າສະພາແຫ່ງນີ້ ໂດຍມີໃບຮັບຮອງຄວາມປອດໄພຈາກອົງຈັກກະພັດຜູ້ທີ່ນັ່ງຢູ່ໃນທີ່ປະຊຸມນີ້.”11 ໃບໜ້າຂອງຈັກກະພັດຊີກີມົງແດງກ່ຳ ໃນຂະນະທີ່ທຸກຄົນຫັນໄປເບິ່ງ. {GC 108.3}
ຫຼັງຈາກປະກາດຄຳຕັດສິນແລ້ວ ພິທີຖອດຍົດກໍເລີ່ມຂຶ້ນ. ພວກເຈົ້າຄະນະໃຫ້ຮັສໃສ່ຊຸດບາດຫຼວງ, ແລ້ວເພິ່ນກໍກ່າວວ່າ: “ເມື່ອກະສັດເຮໂຣດສັ່ງໃຫ້ນຳພຣະເຢຊູຄຣິສອົງພຣະຜູ້ເປັນເຈົ້າຂອງເຮົາກັບໄປຫາປີລາດ ພຣະອົງຖືກໝິ່ນປະໝາດໂດຍທີ່ພຣະອົງຕ້ອງໃສ່ຊຸດຂາວ.”12 ມີເຈົ້າໜ້າທີ່ສັ່ງອີກໃຫ້ຮັສຖອນຄຳສອນຄືນ, ແຕ່ເພິ່ນຫັນໄປເບິ່ງປະຊາຊົນ ແລະ ຕອບວ່າ, “ຖ້າເຮັດຢ່າງນັ້ນແລ້ວ ຂ້າພະເຈົ້າຈະເອົາໜ້າມາແຕ່ໃສແຫງນຂຶ້ນໄປຫາສະຫວັນ? ຂ້າພະເຈົ້າເຄີຍປະກາດຂ່າວປະເສີດອັນບໍຣິສຸດແກ່ຄົນຈຳນວນຫຼວງຫຼາຍ, ຖ້າຖອນຄຳສອນແລ້ວ ຈະສູ້ໜ້າຄົນເຫຼົ່ານັ້ນໄດ້ຢ່າງໃດ? ຢ່າໃຫ້ເປັນເຊັ່ນນັ້ນເລີຍ. ຂ້າພະເຈົ້າຖືວ່າຄວາມລອດພົ້ນຂອງຄົນເຫຼົ່ານີ້ ສຳຄັນກວ່າຮ່າງກາຍທີ່ໜ້າເວດທະນາຂອງຂ້າພະເຈົ້າ ເຊິ່ງດຽວນີ້ຖືກກຳນົດໃຫ້ຕ້ອງຕາຍ.” ຈາກນັ້ນມີຄົນຖອດຊຸດປະຈຳຕຳແໜ່ງອອກຈາກຮັສເທື່ອລະຊິ້ນ, ໃນຂະນະທີ່ຖອດອອກແຕ່ລະຊິ້ນນັ້ນ ມີເຈົ້າຄະນະຜັດວຽນສາບແຊ່ງເພິ່ນ. ໃນທີ່ສຸດ “ພວກເຂົາເອົາໝວກກະດາດຮູບຊົງຈວຍສວມໃສ່ຫົວຂອງເພິ່ນ. ໝວກນັ້ນມີຮູບຜີປີສາດທີ່ເປັນຕາຢ້ານ ແລະ ມີຖ້ອຍຄຳຂຽນດ້ວຍອັກສອນໃຫຍ່ໄວ້ດ້ານໜ້າວ່າ “ຈອມນອກຮີດ.” ສ່ວນຮັສກໍກ່າວວ່າ, ‘ໂອພຣະເຢຊູເຈົ້າ ຂ້ານ້ອຍມີຄວາມຍິນດີຫຼາຍທີ່ໄດ້ໃສ່ມົງກຸດອັນໜ້າອັບອາຍນີ້ເພື່ອພຣະອົງ, ເພາະພຣະອົງຊົງໃສ່ມົງກຸດໜາມເພື່ອຂ້ານ້ອຍ.’” {GC 108.4}
ເມື່ອຮັສຖືກແຕ່ງກາຍຮຽບຮ້ອຍແລ້ວ “ຝ່າຍພວກເຈົ້າໜ້າທີ່ຄຣິສຕະຈັກໂຣມກ່າວວ່າ, ‘ບັດນີ້ພວກເຮົາຂໍມອບຈິດວິນຍານຂອງເຈົ້າໃຫ້ພະຍາມານສາ.’ ແລ້ວຈອນ ຮັສກໍເງີຍໜ້າຂຶ້ນຫາຟ້າສະຫວັນ ແລະ ກ່າວວ່າ, ‘ຂ້ານ້ອຍຂໍມອບວິນຍານຈິດໄວ້ໃນພຣະຫັດຂອງພຣະເຢຊູເຈົ້າ ເພາະພຣະອົງຊົງໄຖ່ຂ້ານ້ອຍແລ້ວ.’”13 {GC 109.1}
ຈາກນັ້ນຮັສຖືກມອບໄວ້ໃນມືຂອງເຈົ້າໜ້າທີ່ຝ່າຍປົກຄອງ ແລະ ພວກເຂົາກໍນຳເພິ່ນໄປຍັງແດນປະຫານ. ຄົນທີ່ແຫ່ກັນໄປນັ້ນມີຈຳນວນຫຼວງຫຼາຍ, ມີຄົນຖືອາວຸດຫຼາຍຮ້ອຍຄົນ, ພວກບາດຫຼວງນ້ອຍໃຫຍ່ນຸ່ງເຄື່ອງລາຄາແພງ ແລະ ຊາວເມືອງຄອນສະຕັນ. ເມື່ອຮັສຖືກມັດໄວ້ກັບຫຼັກປະຫານ ແລະ ກ່ອນທີ່ຈະຈູດໄຟນັ້ນ ມີຄົນຂໍຮ້ອງເພິ່ນໃຫ້ຊ່ວຍຕົວເອງໃຫ້ພົ້ນ ດ້ວຍການປະກາດວ່າສິ່ງທີ່ເພິ່ນສອນນັ້ນບໍ່ໄດ້ເປັນຄວາມຈິງ. ຮັສຕອບວ່າ, “ມີເລື່ອງໃດແດ່ທີ່ບໍ່ຈິງ? ຂ້າພະເຈົ້າບໍ່ຮູ້ວ່າມີຄຳສອນອັນໃດຂອງຂ້າພະເຈົ້າທີ່ເປັນຄວາມເທັດ. ຂໍໃຫ້ພຣະເຈົ້າຊົງເປັນພະຍານວ່າ ທຸກສິ່ງທຸກຢ່າງທີ່ຂ້າພະເຈົ້າໄດ້ຂຽນໄວ້ ແລະ ໄດ້ເທດສະໜາປະກາດນັ້ນ ລ້ວນແຕ່ເຮັດໄປໂດຍມີເປົ້າປະສົງເພື່ອຊ່ວຍຄົນໃຫ້ລອດພົ້ນຈາກຄວາມບາບ ແລະ ຄວາມພິນາດ. ສະນັ້ນ, ຂ້າພະເຈົ້າຍິນດີຫຼາຍທີ່ຈະຢືນຢັນເຖິງຄວາມຈິງທີ່ຂ້າພະເຈົ້າໄດ້ຂຽນ ແລະ ປະກາດນັ້ນດ້ວຍເລືອດຂອງຂ້າພະເຈົ້າເອງ.”14 ພໍແປວໄຟລຸກຢູ່ຮອບຕົວເພິ່ນ, ຮັສເລີ່ມຮ້ອງເພງວ່າ, “ພຣະເຢຊູບຸດຂອງດາວິດເຈົ້າຂາ, ຂໍຊົງເມດຕາຂ້ານ້ອຍແດ່ທ້ອນ.” ເພິ່ນຍັງຄົງຮ້ອງເພງເຊັ່ນນີ້ຈົນກວ່າສຽງຂອງເພິ່ນມິດງຽບໄປຕະຫຼອດການ. {GC 109.2}
ແມ່ນແຕ່ພວກສັດຕູກໍຮູ້ສຶກປະທັບໃຈກັບຄວາມກ້າຫານຂອງເພິ່ນ. ມີຄົນທີ່ສະໜັບສະໜູນສັນຕະປາປາຢ່າງກະຕືລືລົ້ນຄົນໜຶ່ງບັນລະຍາຍເຖິງການສະຫຼະຊີວິດເພື່ອຄວາມເຊື່ອຂອງຮັສ ແລະ ເຈໂຣມທີ່ເສຍຊີວິດຫຼັງຈາກຮັສບໍ່ດົນວ່າ “ທັງສອງຄົນຮັກສາສະຕິເມື່ອເຂົ້າໃກ້ນາທີແຫ່ງຄວາມຕາຍ. ພວກເຂົາກຽມຕົວສຳລັບໄຟປະຫານເໝືອນກຳລັງກຽມຕົວໄປກິນລ້ຽງໃນງານດອງ ແລະ ບໍ່ໄດ້ຮ້ອງໂອດໂອຍຍ້ອນຄວາມເຈັບປວດ. ເມື່ອແປວໄຟລຸກໄໝ້ຢູ່ ພວກເຂົາເລີ່ມຮ້ອງເພງສັນລະເສີນພຣະເຈົ້າ ແລະ ຍັງຄົງຮ້ອງຢູ່ທ່າມກາງຄວາມຮ້ອນແຮງຂອງໄຟນັ້ນ.”15 {GC 109.3}
ເມື່ອຮ່າງກາຍຂອງຮັສຖືກເຜົາໄໝ້ຈົນໝົດ ຝຸ່ນກະດູກຂອງເພິ່ນພ້ອມດ້ວຍດິນທີ່ຮອງຮັບເອົາເທົ່າຖ່ານນັ້ນຖືກຮວບຮວມໄວ້ ແລະ ຖືກໂຍນເຂົ້າໄປໃນແມ່ນ້ຳໄຣນ໌ ແລະ ຖືກພັດພາອອກໄປສູ່ມະຫາສະໝຸດ. ຄົນທັງຫຼາຍທີ່ກົດຂີ່ຂົ່ມເຫັງຮັສຄິດວ່າ ພວກເຂົາໄດ້ຖອນຮາກເຫງົ້າຂອງຄວາມຈິງທີ່ເພິ່ນສອນອອກຈົນໝົດ, ແຕ່ກໍບໍ່ໄດ້ເປັນຢ່າງນັ້ນ. ພວກເຂົາບໍ່ຄາດຝັນວ່າ ຝຸ່ນກະດູກທີ່ຖືກພັດພາລົງທະເລໃນມື້ນັ້ນ ປຽບສະເໝືອນຄຳສອນຂອງເພິ່ນ ທີ່ເປັນດັ່ງເມັດພືດທີ່ຖືກຫວ່ານອອກໄປຍັງປະເທດທັງຫຼາຍໃນໂລກ ເຊິ່ງງອກຂຶ້ນໃນດິນແດນທີ່ຍັງບໍ່ໄດ້ຄົ້ນພົບ ໃຫ້ເກີດຜົນຢ່າງອຸດົມສົມບູນ ກໍຄືຄົນຈຳນວນຫຼວງຫຼາຍທີ່ຈະເປັນພະຍານຝ່າຍຄວາມຈິງນັ້ນເອງ. ສຽງທີ່ກ່າວໄວ້ໃນສະພາແຫ່ງເມືອງຄອນສະຕັນ ໄດ້ກ້ອງກັງວານໄປໃນທຸກຍຸກທຸກສະໄໝສືບເນື່ອງກັນມາ. ຮັສບໍ່ຢູ່ແລ້ວ, ແຕ່ຄວາມຈິງທີ່ເພິ່ນປະກາດດ້ວຍການສະຫຼະຊີວິດນັ້ນ ຈະບໍ່ມີວັນດັບສູນ. ແບບຢ່າງຄວາມເຊື່ອ ແລະ ຄວາມຈົງຮັກພັກດີຂອງເພິ່ນເປັນກຳລັງໃຈໃຫ້ຄົນຈຳນວນຫຼວງຫຼາຍຢືນຢັດຢູ່ຝ່າຍຄວາມຈິງ ໃນຂະນະທີ່ຕ້ອງປະເຊີນໜ້າກັບການຖືກທໍລະມານ ແລະ ຄວາມຕາຍ. ການປະຫານຊີວິດຮັສນັ້ນ ໄດ້ສະແດງໃຫ້ຄົນທັງໂລກຮູ້ເຖິງຄວາມໂຫດຫ້ຽມທາລຸນຂອງຄຣິສຕະຈັກໂຣມ. ສັດຕູຂອງຄວາມຈິງບໍ່ຄາດຄິດເລີຍວ່າ ພວກເຂົາກຳລັງສະໜັບສະໜູນອຸດົມການທີ່ຕົນເອງພະຍາຍາມທຳລາຍແຕ່ທຳລາຍບໍ່ສຳເລັດ. {GC 110.1}
ແລ້ວຍັງມີຫຼັກປະຫານອີກຕົ້ນໜຶ່ງຖືກປັກໄວ້ທີ່ເມືອງຄອນສະຕັນ. ເລືອດຂອງອີກຄົນໜຶ່ງຈະຕ້ອງຫຼັ່ງໄຫຼເພື່ອເປັນພະຍານຝ່າຍຄວາມຈິງ. ຕອນທີ່ຮັສອອກເດີນທາງໄປເພື່ອລາຍງານຕົວຕໍ່ໜ້າສະພານັ້ນ ເຈໂຣມໄດ້ອຳລາເພິ່ນໂດຍແນະນຳໃຫ້ເພິ່ນຢຶດໝັ້ນດ້ວຍຄວາມກ້າຫານ ແລະ ກ່າວວ່າຖ້າເພິ່ນຕົກຢູ່ໃນອັນຕະລາຍ ຕົນຈະແລ່ນໄປຊ່ວຍ. ພໍໄດ້ຍິນວ່າຮັສຖືກຂັງຄຸກ, ເຈໂຣມຜູ້ເປັນລູກສິດທີ່ສັດຊື່ ໄດ້ອອກເດີນທາງໄປເມືອງຄອນສະຕັນທັນທີ ພ້ອມກັບອີກຄົນໜຶ່ງ ເພື່ອຮັກສາຄຳທີ່ສັນຍາໄວ້, ແຕ່ລາວບໍ່ມີໃບຮັບຮອງຄວາມປອດໄພ. ເມື່ອໄປເຖິງເມືອງ ລາວເຫັນວ່າຕົນເອງກໍຕົກຢູ່ໃນອັນຕະລາຍ ແລະ ບໍ່ສາມາດເຮັດຫຍັງໄດ້ເພື່ອປົດປ່ອຍຮັສ. ລາວຈຶ່ງໜີອອກຈາກເມືອງ ແຕ່ຖືກຈັບກຸມໃນຂະນະທີ່ເດີນທາງກັບບ້ານ. ລາວຖືກມັດໂສ້ ແລະ ຖືກທະຫານກຸ່ມໜຶ່ງນຳພາລາວກັບເຂົ້າເມືອງ. ຄັ້ງທຳອິດທີ່ລາວຖືກນຳໄປຕໍ່ໜ້າສະພານັ້ນ ເມື່ອລາວພະຍາຍາມຕອບຂໍ້ກ່າວຫາ ມີຄົນຮ້ອງຕະໂກນກົບສຽງຂອງລາວວ່າ, “ເຜົາມັນໃຫ້ຕາຍ! ເຜົາມັນໃຫ້ຕາຍເສຍ!”16 ລາວຖືກຂັງໄວ້ໃນຄຸກໃຕ້ດິນ, ຖືກມັດໂສ້ໃນທ່ານັ່ງທີ່ທໍລະມານຫຼາຍ ແລະ ມີແຕ່ເຂົ້າຈີ່ກັບນ້ຳໃຫ້ກິນເທົ່ານັ້ນ. ຫຼັງຈາກຖືກຂັງຢ່າງທໍລະມານຫຼາຍເດືອນ ເຈໂຣມເຈັບປ່ວຍໃກ້ຕາຍ. ຝ່າຍພວກສັດຕູຢ້ານວ່າລາວຈະຫຼຸດມືພວກເຂົາໄປໄດ້ ຈຶ່ງເບົາມືລົງລະດັບໜຶ່ງ ແຕ່ຍັງຂັງເພິ່ນຕໍ່ໄປໃຫ້ຄົບປີ. {GC 110.2}
ຄວາມຕາຍຂອງຮັສບໍ່ໄດ້ຜົນຕາມຄວາມຄາດຫວັງຂອງພວກທີ່ສະໜັບສະໜູນສັນຕະປາປາ. ການທີ່ພວກເຂົາລະເມີດໃບຮັບຮອງຄວາມປອດໄພນັ້ນ ເຮັດໃຫ້ປະຊາຊົນເກີດຄວາມໂກດຮ້າຍ ເໝືອນພະຍຸຮ້າຍໄດ້ກໍ່ຕົວຂຶ້ນ. ສະນັ້ນ, ສະພາຈຶ່ງມຸ່ງໝັ້ນທີ່ຈະໃຫ້ເຈໂຣມຖອນຄຳສອນຖ້າເປັນໄປໄດ້ ເພາະຈະເປັນຫົນທາງທີ່ປອດໄພກວ່າການປະຫານຊີວິດລາວດ້ວຍການເຜົາໄຟ. ເຈໂຣມຖືກນຳພາໄປຕໍ່ໜ້າປະຊຸມສະພາ ແລະ ຖືກສັ່ງໃຫ້ເລືອກລະຫວ່າງການປະຕິເສດຄວາມເຊື່ອ ກັບການຖືກປະຫານດ້ວຍການເຜົາໄຟ. ຖ້າຫາກວ່າລາວມີໂອກາດເລືອກຄວາມຕາຍເມື່ອເລີ່ມຕົ້ນການຖືກຄຸມຂັງນັ້ນ ກໍຄົງຖືວ່າເປັນຄວາມເມດຕາ ເມື່ອປຽບທຽບກັບຄວາມທຸກທໍລະມານຢ່າງແສນສາຫັດທີ່ຜ່ານມາ. ແຕ່ບັດນີ້ ມີຫຼາຍສິ່ງຫຼາຍຢ່າງທີ່ບັນທອນທັງກຳລັງກາຍ ແລະ ໃຈຂອງເພິ່ນເຊັ່ນ: ຄວາມປ່ວຍໄຂ້, ສະພາບທີ່ໂຫດຮ້າຍຂອງຫ້ອງຂັງ, ການແບກທຸກທີ່ບໍ່ຮູ້ວ່າຈະເກີດຫຍັງຂຶ້ນ, ການຖືກຕັດຂາດໄປຈາກພີ່ນ້ອງ ແລະ ຄວາມທໍ້ຖອຍທີ່ຕາມມາຈາກການເສຍຊີວິດຂອງຮັສ. ເຈໂຣມຈຶ່ງໝົດຄວາມອົດທົນ ແລະ ຍອມເຮັດຕາມຄຳສັ່ງຂອງສະພາ. ລາວປະຕິຍານຕົນວ່າ ຈະຢຶດຖືຄຳສອນຂອງຄຣິສຕະຈັກໂຣມັນກາໂຕລິກ ແລະ ຈະຍອມຮັບມະຕິຂອງສະພາທີ່ກ່າວໂທດຄຳສອນຂອງ ທ່ານ ໄວຄຼິບ ແລະ ຈອນ ຮັສ ຍົກເວັ້ນ “ຫຼັກຄວາມຈິງອັນບໍຣິສຸດ” ທີ່ພວກເຂົາສອນ.17 {GC 111.1}
ເຈໂຣມເລືອກທາງງ່າຍ ໂດຍຫວັງວ່າຈະຊ່ວຍດັບສຽງຈິດສຳນຶກຜິດຊອບ ແລະ ໃຫ້ລາວພົ້ນຄວາມຕາຍ. ແຕ່ເມື່ອກັບໄປຢູ່ຄົນດຽວໃນຫ້ອງຂັງ ລາວສາມາດເຫັນຢ່າງແຈ່ມແຈ້ງຂຶ້ນວ່າຕົນໄດ້ເຮັດສິ່ງໃດລົງໄປ ໂດຍປຽບທຽບຄວາມກ້າຫານ ແລະ ຄວາມສັດຊື່ຂອງຮັສ ກັບຕົນເອງທີ່ປະຕິເສດຄວາມຈິງ; ລາວຍັງຄິດເຖິງພຣະເຢຊູຄຣິສຜູ້ຊົງເປັນພຣະອາຈານຂອງລາວ ທີ່ລາວໄດ້ປະຕິຍານຕົນວ່າຈະຮັບໃຊ້ພຣະອົງ, ພຣະອົງຍອມສິ້ນພຣະຊົນເທິງໄມ້ກາງແຂນເພື່ອລາວ. ກ່ອນທີ່ຈະປະຕິເສດຄວາມເຊື່ອ ເຈໂຣມເຄີຍໄດ້ຮັບກຳລັງໃຈທ່າມກາງຄວາມທຸກຕ່າງໆທີ່ເກີດຂຶ້ນ ເພາະຮູ້ວ່າກຳລັງເຮັດໃນສິ່ງທີ່ພຣະເຈົ້າພໍພຣະໄທ. ມາບັດນີ້, ມີແຕ່ຄວາມເສຍໃຈ ແລະ ຄວາມສົງໄສທີ່ທໍລະມານຈິດໃຈຂອງລາວຢູ່. ລາວຮູ້ວ່າຍັງຈະຕ້ອງມີການຖອນຄຳສອນອີກ, ຈະຕ້ອງມີການປະຕິເສດຄວາມເຊື່ອອີກ ກ່ອນທີ່ຄຣິສຕະຈັກໂຣມຈະຍອມໃຫ້ລາວຢູ່ຢ່າງສະຫງົບສັນຕິ. ຫົນທາງທີ່ລາວກ້າວລົງໄປເດີນຢູ່ນັ້ນ ຈະຈົບລົງດ້ວຍການທີ່ລາວຕ້ອງປະຕິເສດຄວາມຈິງຢ່າງສິ້ນເຊີງ. ເຈໂຣມຈຶ່ງຕັດສິນໃຈຢ່າງເດັດດ່ຽວແນ່ວແນ່ວ່າ ຈະບໍ່ປະຕິເສດອົງພຣະຜູ້ເປັນເຈົ້າຂອງຕົນເພື່ອພົ້ນຄວາມທຸກໃນໄລຍະເວລາສັ້ນ. {GC 111.2}
ໃນບໍ່ຊ້າເຈໂຣມຖືກນຳໄປຕໍ່ໜ້າປະຊຸມສະພາ. ຄະນະຜູ້ພິພາກສາບໍ່ພໍໃຈກັບການຍິນຍອມຂອງລາວ. ການຕາຍຂອງຮັສໄດ້ປຸກໃຫ້ພວກເຂົາມີຄວາມກະຫາຍເລືອດ, ພວກເຂົາຈຶ່ງຕ້ອງການເຫຍື່ອຄົນໃໝ່. ການຍອມປະຕິເສດຄວາມຈິງຢ່າງສິ້ນເຊີງໂດຍບໍ່ມີເງື່ອນໄຂ ເປັນວິທີດຽວທີ່ເຈໂຣມຈະຮັກສາຊີວິດເອົາໄວ້ໄດ້. ແຕ່ເຈໂຣມຕັ້ງໃຈທີ່ຈະຢືນຢັດເຖິງຄວາມເຊື່ອຂອງລາວ ໂດຍການຍອມໃຫ້ຖືກປະຫານດ້ວຍການເຜົາໄຟ ເໝືອນຮັສຜູ້ເປັນພີ່ນ້ອງທາງຄວາມເຊື່ອ. {GC 112.1}
ເຈໂຣມປະຕິເສດຄຳປະຕິເສດຂອງລາວເອງ ແລະ ຖອນຄືນຄຳຖອນຄືນຂອງຕົນ. ແລ້ວໃນຖານະຄົນໃກ້ຕາຍ ລາວຂໍຮ້ອງໃຫ້ມີໂອກາດກ່າວປົກປ້ອງຕົນເອງ. ພວກຜູ້ນຳຄຣິສຕະຈັກຢ້ານຜົນຂອງຄຳເວົ້າຂອງລາວ ຈຶ່ງຮຽກຮ້ອງໃຫ້ລາວພຽງແຕ່ຕອບວ່າ ຂໍ້ກ່າວຫາທີ່ຟ້ອງລາວນັ້ນແມ່ນຄວາມຈິງ ຫຼື ບໍ່. ເຈໂຣມທັກທ້ວງວ່າ ການຮຽກຮ້ອງນັ້ນໂຫດຮ້າຍເກີນໄປ ແລະ ບໍ່ເປັນທຳ ໂດຍກ່າວວ່າ, “ພວກທ່ານໄດ້ຂັງຂ້າພະເຈົ້າ 340 ວັນໃນຫ້ອງຂັງທີ່ເປັນຕາຢ້ານແທ້, ທ່າມກາງຂອງເສຍ, ຄວາມຂີ້ດຽດ ແລະ ຄວາມເໝັນເນົ່າ ໃຫ້ທົນໃນສະພາບທີ່ຂາດແຄນທຸກຢ່າງ ແລ້ວກໍນຳຂ້າພະເຈົ້າອອກມາຕໍ່ໜ້າພວກທ່ານ ແລະ ປະຕິເສດບໍ່ຟັງຂ້າພະເຈົ້າ ແຕ່ກັບຫັນໄປຟັງພວກສັດຕູທີ່ຮ້າຍກາດຂອງຂ້າພະເຈົ້າແທນ;…ຖ້າພວກທ່ານມີສະຕິປັນຍາແທ້ ແລະ ເປັນແສງສະຫວ່າງໃຫ້ຊາວໂລກຈິງ ຈົ່ງລະວັງຕົວໄວ້ ຢ່າໄດ້ເຮັດບາບຕໍ່ສູ້ຂະບວນການຍຸຕິທຳ. ສ່ວນຂ້າພະເຈົ້ານັ້ນ ເປັນພຽງມະນຸດທີ່ອ່ອນແອຄົນໜຶ່ງ. ຊີວິດຂອງຂ້າພະເຈົ້າບໍ່ສຳຄັນຫຼາຍ; ສະນັ້ນ, ເມື່ອຂ້າພະເຈົ້າຂໍຮ້ອງພວກທ່ານໃຫ້ຕັດສິນຢ່າງເປັນທຳນັ້ນ ຂ້າພະເຈົ້າເວົ້າເພື່ອພວກທ່ານຫຼາຍກວ່າທີ່ຈະເວົ້າເພື່ອຕົນເອງ.”18 {GC 112.2}
ໃນທີ່ສຸດພວກເຂົາກໍຍອມໃຫ້ເຈໂຣມເວົ້າ. ເພິ່ນກໍຄູ້ເຂົ່າລົງຕໍ່ໜ້າຄະນະຜູ້ພິພາກສາ ແລະ ອະທິຖານຂໍໃຫ້ພຣະວິນຍານຂອງພຣະເຈົ້າຊົງຄວບຄຸມຄວາມຄິດ ແລະ ຄຳເວົ້າຂອງຕົນ ເພື່ອລາວຈະບໍ່ໄດ້ກ່າວໃນສິ່ງທີ່ຂັດຕໍ່ຄວາມຈິງ ຫຼື ກ່າວຄຳທີ່ບໍ່ສົມພຣະກຽດຂອງພຣະເຢຊູຜູ້ຊົງເປັນພຣະອາຈານຂອງລາວ. ໃນວັນນັ້ນ, ພຣະສັນຍາຂອງພຣະເຈົ້າໄດ້ສຳເລັດ ທີ່ພຣະອົງຊົງກ່າວໄວ້ກັບພວກສາວົກລຸ້ນທຳອິດວ່າ, “ພວກເຈົ້າຈະຖືກລາກດຶງນຳຕົວຂຶ້ນໄປຢູ່ຕໍ່ໜ້າບັນດາຜູ້ມີອຳນາດ ແລະ ບັນດາກະສັດເພາະເຫັນແກ່ເຮົາ.…ເມື່ອພວກເຂົາຈັບກຸມພວກເຈົ້າຂຶ້ນໄປນັ້ນ ຢ່າຄິດກະວົນກະວາຍເລີຍວ່າ ພວກເຈົ້າຈະເວົ້າຫຍັງແດ່ ຫຼື ຈະເວົ້າແນວໃດ, ເມື່ອເຖິງເວລານັ້ນ ພວກເຈົ້າຈະໄດ້ຮັບຖ້ອຍຄຳທີ່ພວກເຈົ້າຈະເວົ້າ ເພາະຖ້ອຍຄຳທີ່ພວກເຈົ້າຈະເວົ້ານັ້ນ ຈະບໍ່ມາຈາກພວກເຈົ້າເອງ, ແຕ່ແມ່ນພຣະວິນຍານຈາກພຣະບິດາຂອງພວກເຈົ້າທີ່ຈະເປັນຜູ້ກ່າວໃນພວກເຈົ້າ.” (ມັດທາຍ 10:18–20). {GC 112.3}
ແມ່ນແຕ່ພວກສັດຕູຂອງເຈໂຣມທັງຕົກຕະລຶງ ທັງປະທັບໃຈກັບຖ້ອຍຄຳຂອງລາວ. ລາວຖືກຂັງໃນຫ້ອງມືດໃຕ້ດິນເປັນເວລາໜຶ່ງປີ, ບໍ່ມີໂອກາດອ່ານໜັງສື ເພາະວ່າລາວບໍ່ສາມາດເບິ່ງເຫັນໄດ້ເລີຍ. ລາວຢູ່ໃນສະພາບທີ່ຕ້ອງທົນທຸກທໍລະມານຢ່າງເຈັບປວດທັງກາຍ ແລະ ໃຈ. ແຕ່ຖ້ອຍຄຳຂອງລາວມີເຫດຜົນທີ່ແຈ່ມແຈ້ງ ແລະ ມີພະລັງເໝືອນກັບວ່າ ລາວໄດ້ສຶກສາຕະຫຼອດປີໂດຍບໍ່ມີສິ່ງໃດລົບກວນເລີຍ. ເຈໂຣມຍົກຕົວຢ່າງໃຫ້ຄົນທີ່ກຳລັງຟັງຢູ່ນັ້ນ ເຖິງຜູ້ບໍຣິສຸດໃນແຕ່ລະສະໄໝທີ່ຖືກຜູ້ພິພາກສາຕັດສິນລົງໂທດຢ່າງບໍ່ເປັນທຳ. ໃນເກືອບທຸກຊົ່ວອາຍຸຄົນ ມີຄົນທີ່ພະຍາຍາມຍົກລະດັບປະຊາຊົນໃນສະໄໝຂອງພວກເຂົາ ແຕ່ຖືກສັງຄົມປະນາມ ແລະ ຂັບໄລ່ໄສສົ່ງ ເຊິ່ງໃນຍຸກສະໄໝຕໍ່ມາກໍປາກົດວ່າຄົນເຫຼົ່ານັ້ນສົມຄວນໄດ້ຮັບກຽດ. ພຣະຄຣິສກໍຍັງຖືກສານອະທຳພິພາກສາລົງໂທດໃນຖານະຜູ້ເຮັດຜິດເຊັ່ນກັນ. {GC 112.4}
ເມື່ອເຈໂຣມໄດ້ປະຕິເສດຄວາມເຊື່ອນັ້ນ ລາວໄດ້ຍອມຮັບວ່າຄຳຕັດສິນລົງໂທດຮັສຖືກຕ້ອງ; ຄາວນີ້ລາວປະກາດຄຳສາລະພາບກັບໃຈ ແລະ ເປັນພະຍານວ່າ ຮັສເປັນຄົນບໍຣິສຸດບໍ່ມີຄວາມຜິດ ໂດຍກ່າວວ່າ, “ຂ້າພະເຈົ້າຮູ້ຈັກເພິ່ນຕັ້ງແຕ່ເພິ່ນອາຍຸຍັງນ້ອຍ. ເພິ່ນເປັນຄົນທີ່ຍອດຍ້ຽມທີ່ສຸດຄົນໜຶ່ງ ແຕ່ຖືກຕັດສິນລົງໂທດ ເຖິງແມ່ນວ່າເພິ່ນບໍ່ມີຄວາມຜິດ;…ຂ້າພະເຈົ້າເອງກໍພ້ອມທີ່ຈະຕາຍດ້ວຍຄົນໜຶ່ງ, ຈະບໍ່ສະທົກສະທ້ານຕໍ່ຄວາມທຸກທໍລະມານທີ່ພວກສັດຕູ ແລະ ພະຍານເທັດໄດ້ກຽມໄວ້. ໃນວັນຂ້າງໜ້າ, ຄົນເຫຼົ່ານີ້ຈະຕ້ອງໃຫ້ການຕໍ່ອົງພຣະຜູ້ເປັນເຈົ້າໃນເລື່ອງທີ່ພວກເຂົາໄດ້ປັ້ນຂຶ້ນມາ ແລະ ບໍ່ມີສິ່ງໃດທີ່ຈະຫຼອກລວງພຣະເຈົ້າໄດ້.”19 {GC 113.1}
ດ້ວຍໃຈທີ່ສຳນຶກຜິດທີ່ໄດ້ປະຕິເສດຄວາມຈິງ ເຈໂຣມຈຶ່ງກ່າວຕໍ່ອີກວ່າ, “ໃນທ່າມກາງຄວາມບາບທັງຫຼາຍທີ່ຂ້າພະເຈົ້າເຄີຍເຮັດຕັ້ງແຕ່ສະໄໝເປັນໜຸ່ມມານີ້ ບໍ່ມີຄວາມບາບອັນໃດທີ່ເຮັດໃຫ້ໜັກໃຈ ແລະ ເສຍໃຈທີ່ສຸດ ເທົ່າກັບຄວາມບາບທີ່ຂ້າພະເຈົ້າໄດ້ເຮັດໃນສະຖານທີ່ທີ່ຮ້າຍກາດແຫ່ງນີ້ ເມື່ອຂ້າພະເຈົ້າເຫັນດ້ວຍກັບຄຳຕັດສິນຊົ່ວທີ່ກ່າວໂທດ ທ່ານ ໄວຄຼິບ ແລະ ຈອນ ຮັສ ຜູ້ບໍຣິສຸດທີ່ຖືກປະຫານຍ້ອນຄວາມເຊື່ອ. ຈອນ ຮັສ ເປັນທັງອາຈານ ແລະ ເປັນສະຫາຍຂອງຂ້າພະເຈົ້າ. ແມ່ນແລ້ວ! ຂ້າພະເຈົ້າຂໍສາລະພາບຈາກໃຈຈິງ ດ້ວຍຄວາມຮູ້ສຶກຂີ້ດຽດກັບຕົວເອງທີ່ຫວັ່ນໄຫວຢ່າງໜ້າລັງກຽດ ທີ່ຂ້າພະເຈົ້າໄດ້ກ່າວປະນາມຄຳສອນຂອງທ່ານທັງສອງເພາະວ່າຢ້ານຄວາມຕາຍ. ຂ້າພະເຈົ້າຈຶ່ງຂໍຂາບທູນວິງວອນ…ຂໍໃຫ້ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດຊົງອະໄພຄວາມຜິດບາບຂອງຂ້າພະເຈົ້າແດ່ທ້ອນ ໂດຍສະເພາະຢ່າງຍິ່ງແມ່ນຄວາມບາບນີ້ທີ່ຊົ່ວຮ້າຍທີ່ສຸດ.” ແລ້ວລາວກໍຊີ້ໜ້າຄະນະຜູ້ພິພາກສາຂະນະທີ່ກ່າວຢ່າງໜັກແໜ້ນວ່າ, “ພວກເຈົ້າຕັດສິນລົງໂທດ ທ່ານ ໄວຄຼິບ ແລະ ຈອນ ຮັສ ບໍ່ແມ່ນຍ້ອນຄຳສອນຂອງພວກເຂົາກະທົບຕໍ່ຫຼັກຄຳສອນຂອງຄຣິສຕະຈັກ ແຕ່ຍ້ອນວ່າພວກເຂົາຕຳໜິການກະທຳທີ່ໜ້າອັບອາຍຂອງພວກອາຈານສອນສາສະໜາ ແລະ ປະນາມຄວາມຫຍິ່ງທະນົງຕົນ ກັບຄວາມບາບຊົ່ວຂອງພວກບາດຫຼວງ ແລະ ພວກຜູ້ນຳຄຣິສຕະຈັກ. ທຸກສິ່ງທີ່ພວກເຂົາຢືນຢັນນັ້ນ ລ້ວນແຕ່ເປັນສິ່ງທີ່ປະຕິເສດບໍ່ໄດ້, ຂ້າພະເຈົ້າຈຶ່ງຄິດ ແລະ ປະກາດຕໍ່ຕ້ານສິ່ງເຫຼົ່ານີ້ເໝືອນພວກເຂົາ.” {GC 113.2}
ໃນຂະນະທີ່ເຈໂຣມຍັງກ່າວຖ້ອຍຄຳຢູ່ນັ້ນ ພວກຜູ້ນຳຄຣິສຕະຈັກຂັດຈັງຫວະ ຕ່າງຄົນຕ່າງຕົວສັ່ນດ້ວຍຄວາມໂກດຮ້າຍ ແລ້ວຮ້ອງສຽງດັງວ່າ, “ພວກເຮົາຕ້ອງການຫຼັກຖານອັນໃດອີກ? ພວກເຮົາໄດ້ເຫັນກັບຕາຕົວເອງວ່າ ນີ້ແມ່ນຄົນນອກຮີດທີ່ດື້ດ້ານທີ່ສຸດ!” {GC 114.1}
ເຈໂຣມບໍ່ສະທົກສະທ້ານແຕ່ຢ່າງໃດຕໍ່ພະຍຸທີ່ພັດຖະຫຼົ່ມຢູ່ນັ້ນ, ລາວກ່າວວ່າ, “ແມ່ນຫຍັງອີກ! ພວກທ່ານຄິດວ່າຂ້າພະເຈົ້າຢ້ານທີ່ຈະຕາຍຫຼື? ພວກທ່ານໄດ້ຂັງຂ້າພະເຈົ້າໃນຫ້ອງໃຕ້ດິນທີ່ເປັນຕາຢ້ານແທ້ຕະຫຼອດເວລາໜຶ່ງປີເຕັມ ເຊິ່ງເປັນສະພາບທີ່ຮ້າຍແຮງກວ່າຄວາມຕາຍເສຍອີກ. ພວກທ່ານປະຕິບັດຕໍ່ຂ້າພະເຈົ້າດ້ວຍຄວາມໂຫດຮ້າຍຍິ່ງກວ່າຊາວມຸດສະລິມ, ຊາວຢິວ ຫຼື ຄົນທີ່ບໍ່ມີພຣະເຈົ້າ. ເນື້ອໜັງຂອງຂ້າພະເຈົ້າໄດ້ເນົ່າຈົນຫຼຸດອອກຈາກກະດູກໃນຂະນະທີ່ຂ້າພະເຈົ້າຍັງມີຊີວິດຢູ່. ແຕ່ຂ້າພະເຈົ້າບໍ່ຈົ່ມວ່າຫຍັງເລີຍ ເພາະການຈົ່ມວ່ານັ້ນບໍ່ເໝາະສົມກັບລູກຜູ້ຊາຍ, ແຕ່ຂ້າພະເຈົ້າຕ້ອງປະກາດວ່າ ຂ້າພະເຈົ້າຕົກໃຈຢ້ານທີ່ພວກທ່ານໄດ້ເຮັດຄວາມປ່າເຖື່ອນເຊັ່ນນີ້ຕໍ່ຄຣິສຕຽນຄົນໜຶ່ງ.”20 {GC 114.2}
ແລ້ວພະຍຸຄວາມໂກດຮ້າຍກໍຖະຫຼົ່ມໃສ່ອີກຄັ້ງໜຶ່ງ ແລະ ມີຄົນຟ້າວນຳເຈໂຣມກັບໄປຂັງຕໍ່. ແຕ່ໃນຂະນະດຽວກັນກໍມີບາງຄົນຮູ້ສຶກຊາບຊຶ້ງກັບຖ້ອຍຄຳຂອງລາວ, ພວກເຂົາຈຶ່ງພະຍາຍາມຊ່ວຍຊີວິດຂອງລາວເອົາໄວ້. ມີຜູ້ນຳຄຣິສຕະຈັກບາງຄົນໄປຢາມເຈໂຣມ ແລະ ຂໍຮ້ອງໃຫ້ລາວຍອມເຮັດຕາມຄຳສັ່ງຂອງສະພາ. ພວກເຂົາສັນຍາວ່າຈະໃຫ້ລາງວັນທີ່ຍິ່ງໃຫຍ່ ຖ້າລາວເລີກຕໍ່ຕ້ານຄຣິສຕະຈັກໂຣມ. ແຕ່ເຈໂຣມຍັງຄົງຢືນຢັດຢ່າງໝັ້ນຄົງ ເໝືອນພຣະເຢຊູຄຣິສທີ່ຊົງຢືນຢັດ ເມື່ອຊາຕານສັນຍາທີ່ຈະໃຫ້ສະຫງ່າຣາສີຂອງໂລກແກ່ພຣະອົງ. {GC 114.3}
ເຈໂຣມກ່າວວ່າ, “ຖ້າພິສູດຈາກພຣະຄຳພີອັນສັກສິດນັ້ນວ່າຂ້າພະເຈົ້າຜິດ ຂ້າພະເຈົ້າກໍຈະຍອມຮັບຜິດ.” {GC 114.4}
ຜູ້ທີ່ມາເພື່ອລໍ້ລວງລາວຄົນໜຶ່ງຕອບວ່າ: “ຈະຕ້ອງພິສູດທຸກສິ່ງດ້ວຍພຣະຄຳພີຫຼື? ມີຜູ້ໃດສາມາດເຂົ້າໃຈພຣະຄຳພີໄດ້ ນອກຈາກຄຣິສຕະຈັກຈະຊ່ວຍຕີຄວາມ?” {GC 114.5}
ເຈໂຣມກໍຕອບພວກເຂົາວ່າ, “ທຳນຽມຂອງມະນຸດໜ້າເຫຼື້ອມໃສກວ່າຂ່າວປະເສີດຂອງພຣະຜູ້ຊ່ວຍໃຫ້ລອດບໍ? ອາຈານໂປໂລບໍ່ໄດ້ຂໍຮ້ອງໃຫ້ຄົນຟັງທຳນຽມຂອງມະນຸດ ແຕ່ກ່າວວ່າ, ‘ຈົ່ງຄົ້ນພຣະຄຳພີ.’” {GC 114.6}
ຄົນນັ້ນຕອບວ່າ, “ເຈົ້າເປັນຄົນນອກຮີດ! ຂ້ອຍຍອມຮັບຜິດທີ່ມາຂໍຮ້ອງເຈົ້າດົນເຊັ່ນນີ້, ຂ້ອຍເຫັນວ່າ ຜີມານກຳລັງດົນໃຈເຈົ້າຢູ່.”21 {GC 114.7}
ໃນບໍ່ດົນຄຳຕັດສິນລົງໂທດເຈໂຣມກໍປະກາດອອກມາ. ລາວຖືກນຳອອກໄປຍັງບ່ອນດຽວກັນທີ່ຮັສຖືກປະຫານ. ຂະນະທີ່ເດີນທາງໄປນັ້ນລາວກໍຮ້ອງເພງ ໃບໜ້າສົດໃສດ້ວຍສັນຕິສຸກ ແລະ ຄວາມຊົມຊື່ນຍິນດີ. ລາວຈ້ອງເບິ່ງທີ່ພຣະຄຣິສ ຄວາມຕາຍຈຶ່ງບໍ່ໜ້າກົວອີກແລ້ວ. ເມື່ອເພັດຊະຄາດກຳລັງຈະຈູດໄຟດ້ານຫຼັງລາວ, ເຈໂຣມເວົ້າວ່າ, “ມາຈູດໄຟຕໍ່ໜ້າເລີຍ. ຖ້າແມ່ນເຮົາຢ້ານ, ເຮົາກໍຈະບໍ່ໄດ້ມາທີ່ນີ້.” {GC 114.8}
ຖ້ອຍຄຳສຸດທ້າຍທີ່ເຈໂຣມກ່າວໃນຂະນະທີ່ແປວໄຟລຸກໄໝ້ຢູ່ຮອບຕົວແມ່ນຄຳອະທິຖານ. ລາວຮ້ອງທູນພຣະເຈົ້າວ່າ, “ພຣະບິດາຜູ້ຊົງຣິດທານຸພາບສູງສຸດເຈົ້າຂາ ຂໍຊົງໂຜດເມດຕາຂ້ານ້ອຍແດ່ທ້ອນ ແລະ ໃຫ້ອະໄພຄວາມຜິດບາບຂອງຂ້ານ້ອຍ ເພາະພຣະອົງຊົງຊາບວ່າ ຂ້ານ້ອຍຮັກຄວາມຈິງຂອງພຣະອົງຢູ່ສະເໝີ.”22 ແລ້ວສຽງຂອງລາວກໍງຽບໄປ ແຕ່ປາກຍັງຄົງຂະໝຸບຂະໝິບອະທິຖານຢູ່. ເມື່ອໄຟໄດ້ເຜົາຜານຮ່າງກາຍຂອງເຈໂຣມຈົນໝົດແລ້ວ ມີຄົນເກັບຝຸ່ນກະດູກພ້ອມດ້ວຍດິນທີ່ຮອງຮັບເທົ່າກະດູກນັ້ນ ແລະ ໂຍນໄປໃນແມ່ນ້ຳໄຣນ໌ເໝືອນທີ່ພວກເຂົາໄດ້ເຮັດກັບຝຸ່ນກະດູກຂອງຮັສ. {GC 115.1}
ຜູ້ຖືກະບອງໄຟແຫ່ງຄວາມຈິງຂອງພຣະເຈົ້າຢ່າງສັດຊື່ນັ້ນໄດ້ຈົບຊີວິດລົງ, ແຕ່ແສງແຫ່ງຄວາມຈິງທີ່ພວກເຂົາປະກາດ ແລະ ແບບຢ່າງການເປັນວິລະຊົນຂອງພວກເຂົາບໍ່ສາມາດດັບມອດໄດ້. ໃຫ້ມະນຸດລອງຈັບດວງຕາເວັນ ແລະ ຫັນມັນກັບຄືນເພື່ອບໍ່ໃຫ້ແສງອາລຸນເບີກຟ້າ ກໍຄົງງ່າຍກວ່າທີ່ຈະຫ້າມແສງແຫ່ງການປະຕິຮູບທີ່ໃນຂະນະນັ້ນເລີ່ມສ່ອງມາຍັງໂລກແລ້ວ. {GC 115.2}
ການປະຫານຊີວິດຂອງຮັສເຮັດໃຫ້ປະຊາຊົນຊາວໂບຮີເມຍຕົກຕະລຶງດ້ວຍຄວາມໂກດຮ້າຍ. ຄົນທັງຊາດຮູ້ສຶກວ່າ ຮັສໄດ້ຕົກເປັນເຫຍື່ອຄວາມກຽດຊັງຂອງພວກບາດຫຼວງ ແລະ ການທໍລະຍົດຂອງຈັກກະພັດ. ມີການປະກາດວ່າຮັສເປັນອາຈານທີ່ສອນຄວາມຈິງຢ່າງສັດຊື່ ແລະ ມີການກ່າວຫາສະພາທີ່ຕັດສິນປະຫານຊີວິດຂອງຮັສນັ້ນວ່າ ມີຄວາມຜິດຖານຄາຕະກຳ. ມີຄົນໃສ່ໃຈຄຳສອນຂອງຮັສຫຼາຍກວ່າເກົ່າ. ສັນຕະປາປາເຄີຍປະກາດສັ່ງໃຫ້ເຜົາບົດຄວາມງານຂຽນຂອງທ່ານໄວຄຼິບໃຫ້ໝົດ, ແຕ່ບັດນີ້ມີຄົນນຳສ່ວນທີ່ບໍ່ໄດ້ຖືກທຳລາຍອອກມາຈາກທີ່ເຊື່ອງໄວ້ ແລະ ສຶກສາຄວບຄູ່ໄປກັບພຣະຄຳພີ. ບາງຄັ້ງບົດຄວາມທີ່ເຫຼືອຢູ່ບໍ່ສົມບູນ ແຕ່ປະຊາຊົນໄດ້ສຶກສາເທົ່າທີ່ຫາໄດ້; ດັ່ງນັ້ນ, ຈຶ່ງມີຫຼາຍຄົນຮັບເຊື່ອຕາມຄຳສອນຂອງຂະບວນການປະຕິຮູບ. {GC 115.3}
ພວກທີ່ຂ້າຮັສບໍ່ຢູ່ລ້າເພື່ອລໍເບິ່ງໄຊຊະນະແຫ່ງອຸດົມການຂອງເພິ່ນ. ສັນຕະປາປາ ແລະ ຈັກກະພັດຈັບມືກັນເພື່ອບົດບີ້ຝ່າຍປະຕິຮູບ, ກອງທັບຈັກກະພັດຊີກີມົງຈຶ່ງບຸກໂຈມຕີປະເທດໂບຮີເມຍ. {GC 115.4}
ອົງພຣະຜູ້ເປັນເຈົ້າຊົງໂຜດໃຫ້ມີຄົນຂຶ້ນມາກູ້ຊາດ ກໍຄືຜູ້ນຳຊາວໂບຮີເມຍຊື່ ຊີສະກາ (Ziska). ເພິ່ນເປັນໜຶ່ງໃນນາຍພົນທີ່ເກັ່ງທີ່ສຸດໃນສະໄໝນັ້ນ ເຖິງແມ່ນວ່າ ຫຼັງຈາກການເລີ່ມສົງຄາມບໍ່ດົນ ມີເຫດການເກີດຂຶ້ນເຮັດໃຫ້ເພິ່ນຕາບອດສະໜິດກໍຕາມ. ຊາວໂບຮີເມຍເຊື່ອວ່າພຣະເຈົ້າຈະຊົງຊ່ວຍເຫຼືອພວກເຂົາ ແລະ ເຊື່ອວ່າອຸດົມການຂອງພວກຕົນນັ້ນມີຄວາມຊອບທຳ, ພວກເຂົາຈຶ່ງຕ້ານທານກອງທັບທີ່ໃຫຍ່ທີ່ສຸດທີ່ຈັກກະພັດສາມາດສົ່ງມາໂຈມຕີໄດ້. ຈັກກະພັດໄດ້ລະດົມກອງທັບໃໝ່ຫຼາຍຕໍ່ຫຼາຍເທື່ອ ເພື່ອບຸກເຂົ້າໄປໃນປະເທດໂບຮີເມຍ ແຕ່ທຸກຄັ້ງກໍຕ້ອງປະລາໄຊຢ່າງໜ້າອັບອາຍ. ໃນສະໄໝນັ້ນຜູ້ທີ່ເຊື່ອໃນຄຳສອນຂອງ ຈອນ ຮັສ ນັ້ນ ເອີ້ນວ່າ: ຊາວຮັສ (Hussites). ພວກເຂົາບໍ່ຢ້ານຕາຍ ແລະ ບໍ່ມີສິ່ງໃດທີ່ຈະຢືນຕໍ່ສູ້ພວກເຂົາໄດ້. ຫຼັງຈາກເລີ່ມສົງຄາມມາບໍ່ເທົ່າໃດປີ ນາຍພົນຊີສະກາຜູ້ເກັ່ງກ້ານັ້ນກໍເສຍຊີວິດ ແຕ່ມີຄົນຊື່ ໂປຣໂກເປຍ (Procopius) ມາຮັບຕຳແໜ່ງຕໍ່. ໂປຣໂກເປຍມີຄວາມກ້າຫານ ແລະ ເປັນນາຍພົນທີ່ຊຳນານບໍ່ຕ່າງຫຍັງກັບຊີສະກາ ແລະ ໃນບາງດ້ານກໍຍັງມີຄວາມສາມາດໃນການເປັນຜູ້ນຳຫຼາຍກວ່າຊີສະກາເສຍອີກ. {GC 116.1}
ພວກສັດຕູຂອງຊາວໂບຮີເມຍ ເມື່ອຮູ້ວ່ານາຍພົນຕາບອດໄດ້ເສຍຊີວິດແລ້ວ ກໍຮູ້ສຶກວ່າເປັນໂອກາດດີທີ່ຈະໄດ້ທຸກຢ່າງທີ່ເຄີຍສູນເສຍໄປນັ້ນໃຫ້ກັບຄືນມາ. ບັດນີ້ສັນຕະປາປາປະກາດສົງຄາມສາສະໜາຕໍ່ສູ້ຊາວຮັສອີກ ຈຶ່ງມີການລະດົມກອງທັບມະຫຶມາເພື່ອບຸກຢຶດປະເທດໂບຮີເມຍ ແຕ່ກໍຕ້ອງປະລາໄຊຢ່າງຮາບຄາບ. ແລ້ວກໍມີການປະກາດສົງຄາມສາສະໜາອີກຄັ້ງໜຶ່ງ, ທຸກປະເທດໃນເອີຣົບທີ່ຂຶ້ນກັບລະບອບສັນຕະປາປາໄດ້ລະດົມຄົນ, ເງິນ ແລະ ອາວຸດເພື່ອໃຊ້ໃນການຕໍ່ສູ້. ມີຄົນຈຳນວນມະຫາສານຫຼັ່ງໄຫຼເຂົ້າມາຢືນຢູ່ໃຕ້ຮົ່ມທຸງຂອງສັນຕະປາປາ ໂດຍມີການຢືນຢັນວ່າ ໃນທີ່ສຸດພວກຊາວຮັສນອກຮີດຈະຕ້ອງຖືກທຳລາຍໃຫ້ສິ້ນຊື່. ກອງທັບໃຫຍ່ມະຫຶມາບຸກເຂົ້າໄປໃນປະເທດໂບຮີເມຍ ດ້ວຍຄວາມໝັ້ນໃຈວ່າຈະຕ້ອງມີໄຊຊະນະຢ່າງແນ່ນອນ, ແຕ່ປະຊາຊົນຮວມກຳລັງຕໍ່ຕ້ານ. ກອງທັບທັງສອງຝ່າຍຂະຫຍັບເຂົ້າຫາກັນຈົນເຫຼືອແຕ່ສາຍນ້ຳກັ້ນຢູ່ລະຫວ່າງກາງ. “ກອງທັບຝ່າຍສັນຕະປາປາມີກຳລັງທະຫານຫຼາຍກວ່າຝ່າຍປະຕິຮູບ, ແຕ່ແທນທີ່ຈະບຸກຂ້າມລຳທານ ແລະ ສູ້ຮົບກັບຊາວຮັສທີ່ພວກເຂົາເດີນທາງມາໄກເພື່ອຕໍ່ສູ້ນັ້ນ, ພວກເຂົາກັບຢືນຈ້ອງເບິ່ງທະຫານຊາວຮັສຢ່າງມິດງຽບ.”23 ແລ້ວໃນທັນໃດນັ້ນ ທະຫານຝ່າຍສັນຕະປາປາເກີດຄວາມຢ້ານກົວໂດຍບໍ່ຮູ້ສາເຫດ. ກອງທັບຂອງພວກເຂົາຈຶ່ງແຕກກະຈາຍໄປໂດຍບໍ່ມີການຕໍ່ສູ້ ເໝືອນມີອຳນາດທີ່ເບິ່ງບໍ່ເຫັນຂັບໄລ່ພວກເຂົາໄປ. ກອງທັບຊາວຮັສໄລ່ຂ້າຟັນຜູ້ທີ່ໜີໄປໃຫ້ຕາຍເປັນຈຳນວນຫຼາຍ ແລະ ມີສິ່ງຂອງຈຳນວນມະຫາສານທີ່ຕົກຢູ່ໃນມືຂອງຊາວຮັສ. ສະນັ້ນ, ແທນທີ່ສົງຄາມຄັ້ງນີ້ຈະເຮັດໃຫ້ຊາວໂບຮີເມຍຍາກຈົນລົງ ກັບກາຍເປັນເຫດໃຫ້ມີຊັບສິນເພີ່ມຂຶ້ນ. {GC 116.2}
ຕໍ່ມາບໍ່ເທົ່າໃດປີ ມີສັນຕະປາປາອົງໃໝ່ປະກາດສົງຄາມສາສະໜາອີກຄັ້ງໜຶ່ງ ແລະ ເໝືອນຄັ້ງກ່ອນ ມີການຮວບຮວມກຳລັງພົນ ແລະ ເງິນຈາກທຸກປະເທດໃນເອີຣົບທີ່ຂຶ້ນກັບລະບອບສັນຕະປາປາ. ມີການສະເໜີຄ່າຕອບແທນທີ່ຍິ່ງໃຫຍ່ໃຫ້ແກ່ທຸກຄົນທີ່ຈະສ່ຽງອັນຕະລາຍໃນສົງຄາມຄັ້ງນີ້. ທະຫານຝ່າຍສັນຕະປາປາທຸກຄົນຈະໄດ້ຮັບອະໄພຍະໂທດຕໍ່ອາດຊະຍາກຳທີ່ຊົ່ວຮ້າຍທີ່ສຸດ. ສ່ວນທຸກຄົນທີ່ຕາຍໃນສົງຄາມ ກໍຈະໄດ້ຮັບລາງວັນທີ່ອຸດົມສົມບູນໃນສະຫວັນ ໃນຂະນະທີ່ຜູ້ລອດຕາຍຈະໄດ້ຮັບກຽດ ແລະ ສ່ວນແບ່ງຂອງສິ່ງທີ່ຢຶດມາໃນສະໜາມຮົບ. ກໍເປັນອີກຄັ້ງໜຶ່ງທີ່ມີການລະດົມກອງທັບມະຫາສານ; ພວກເຂົາຂ້າມເຂດແດນເຂົ້າມາໃນປະເທດໂບຮີເມຍ. ກອງທັບຊາວຮັສຖອຍໄປຕໍ່ໜ້າກອງທັບສັນຕະປາປາ ແລະ ພວກທີ່ບຸກລຸກກໍຕາມເຂົ້າໄປເລິກໃນເຂດແດນຂອງໂບຮີເມຍ ເຮັດໃຫ້ພວກເຂົາຄິດວ່າຊະນະແລ້ວ. ໃນທີ່ສຸດກອງທັບຂອງໂປຣໂກເປຍໄດ້ປັກຫຼັກຕໍ່ສູ້. ພວກເຂົາຫັນກັບມາ ແລະ ເດີນກົງໄປເພື່ອສູ້ຮົບກັບສັດຕູ. ເມື່ອທະຫານຝ່າຍສັນຕະປາປາຮູ້ວ່າພວກຕົນຜິດພາດ ກໍຢູ່ຕໍ່ໃນຄ້າຍທະຫານລໍຖ້າການຕໍ່ສູ້. ພວກເຂົາໄດ້ຍິນສຽງຍ່າງຂອງກອງທັບຊາວຮັສກ່ອນທີ່ຈະເຫັນທະຫານ ເຮັດໃຫ້ທຸກຄົນໃນຄ້າຍຕົກໃຈຢ້ານ. ພວກເຈົ້າເມືອງເຈົ້າແຂວງ, ນາຍພົນ ແລະ ທະຫານບົກຕ່າງຄົນຕ່າງແກວ່ງເສື້ອຫຸ້ມເກາະຖິ້ມ ແລະ ໜີໄປຄົນລະທິດຄົນລະທາງ. ເຈົ້າໜ້າທີ່ສັນຕະປາປາທີ່ນຳການບຸກລຸກໃນຄັ້ງນີ້ ພະຍາຍາມຮວບຮວມທະຫານທີ່ຢ້ານກົວ ແລະ ແຕກກະຈາຍໄປ ແຕ່ກໍບໍ່ໄດ້ຜົນ. ເຖິງແມ່ນວ່າລາວຈະພະຍາຍາມຢ່າງສຸດກຳລັງກໍຕາມ ແຕ່ລາວກໍຖືກກວາດໄປພ້ອມກັບພວກທີ່ຖອຍໜີ ເໝືອນຖືກຄື້ນທະເລພັດພາ. ຝ່າຍສັນຕະປາປາຖືກຕີພ່າຍໃຫ້ມ້າງໝຸ່ນ ຈຶ່ງເປັນອີກຄັ້ງໜຶ່ງທີ່ມີສິ່ງຂອງມາກມາຍຕົກຢູ່ໃນມືຂອງພວກຊາວຮັສ. {GC 116.3}
ນີ້ເປັນຄັ້ງທີສອງທີ່ບັນດາປະເທດທີ່ມີອຳນາດຫຼາຍທີ່ສຸດໃນເອີຣົບ ໄດ້ຮວບຮວມກອງທັບທີ່ໃຫຍ່ມະຫຶມາ ປະກອບດ້ວຍຊາຍຊາດທະຫານທີ່ເກັ່ງກ້າ ເຊິ່ງໄດ້ຮັບການຝຶກຝົນມາຢ່າງດີ ແລະ ມີອາວຸດຄົບຖ້ວນ ແຕ່ຕ້ອງໜີໄປຕໍ່ໜ້າໜ່ວຍປົກປ້ອງປະເທດເລັກນ້ອຍ ເຊິ່ງກ່ອນໜ້ານີ້ນັບວ່າເປັນປະເທດທີ່ດ້ອຍແຮງອ່ອນກຳລັງ. ນີ້ແມ່ນການສຳແດງເຖິງຣິດອຳນາດຂອງພຣະເຈົ້າ. ພວກທີ່ບຸກເຂົ້າໄປ ຕົກໃຈຢ້ານດ້ວຍຄວາມຢ້ານກົວທີ່ເໜືອທຳມະຊາດ. ພຣະເຈົ້າຜູ້ທີ່ຊົງໂຍນກອງທັບຟາໂຣລົງໃນທະເລແດງ, ຜູ້ທີ່ຊົງໄລ່ກອງທັບຊາວມີດີອານດ້ວຍທະຫານ 300 ຄົນຂອງກີເດໂອນ, ຄືຜູ້ທີ່ຊົງປະຫານຊີວິດກອງທັບອັດຊີເຣຍໃນຄືນດຽວນັ້ນ, ກໍຊົງຍື່ນພຣະຫັດຂອງພຣະອົງອອກເພື່ອທຳລາຍກຳລັງຂອງພວກທີ່ບີບບັງຄັບ. “ເຂົາທັງຫຼາຍມີຄວາມຢ້ານກົວຫຼາຍ ໃນທີ່ເຊິ່ງບໍ່ມີຄວາມໜ້າຢ້ານກົວເລີຍ, ເພາະພຣະເຈົ້າຊົງບັນດານໃຫ້ກະດູກຂອງສັດຕູທີ່ຕັ້ງຄ້າຍລ້ອມຮອບພວກທ່ານກະຈັດກະຈາຍໄປ, ເຂົາຕ້ອງອັບອາຍເພາະພຣະເຈົ້າຊົງປະຖິ້ມພວກເຂົາເສຍແລ້ວ.” (ເພງສັນລະເສີນ 53:5 ດັດແປງຈາກສະບັບ TH1940). {GC 117.1}
ຜູ້ນຳຝ່າຍສັນຕະປາປາໝົດຫວັງທີ່ຈະຊະນະດ້ວຍການໃຊ້ກຳລັງ ພວກເຂົາຈຶ່ງຫັນມາໃຊ້ວິທີທາງການທູດໃນທີ່ສຸດ. ພວກເຂົາໄດ້ເຮັດຂໍ້ຕົກລົງຮ່ວມກັນຂຶ້ນ, ແຕ່ເຖິງແມ່ນວ່າຂໍ້ຕົກລົງດັ່ງກ່າວອ້າງວ່າຈະໃຫ້ຊາວໂບຮີເມຍມີເສລີພາບທາງຈິດສຳນຶກ, ແຕ່ໃນຄວາມເປັນຈິງ ເປັນການຫຼອກລວງໃຫ້ພວກເຂົາຕົກຢູ່ພາຍໃຕ້ອຳນາດຂອງຄຣິສຕະຈັກໂຣມ. ຊາວໂບຮີເມຍລະບຸເງື່ອນໄຂສັນຕິພາບກັບໂຣມສີ່ຂໍ້ ຄື: 1) ຕ້ອງມີເສລີພາບໃນການເທດສະໜາຈາກພຣະຄຳພີ, 2) ທຸກຄົນໃນຄຣິສຕະຈັກມີສິດໃນເຂົ້າຈີ່ ແລະ ນ້ຳອະງຸ່ນຂອງພິທີມະຫາສະໜິດ, ແລະ ໃຫ້ນຳນະມັດສະການໃນພາສາຂອງປະຊາຊົນ, 3) ພວກບາດຫຼວງບໍ່ມີສິດຮັບຕຳແໜ່ງ ຫຼື ອຳນາດຝ່າຍການປົກຄອງ, ແລະ 4) ຖ້າມີການເຮັດຜິດກົດໝາຍ ສານຝ່າຍປົກຄອງຈະຕັດສິນຄະດີ ບໍ່ວ່າຜູ້ທີ່ຖືກຟ້ອງນັ້ນຈະເປັນບາດຫຼວງ ຫຼື ປະຊາຊົນກໍຕາມ. ໃນທີ່ສຸດເຈົ້າໜ້າທີ່ຝ່າຍສັນຕະປາປາກໍຕົກລົງວ່າ “ຈະຍອມຮັບເອົາມາດຕາສີ່ຂໍ້ຂອງພວກຊາວຮັສ ແຕ່ວ່າສິດໃນການຕີຄວາມ ແລະ ໃນການກຳນົດຄວາມສຳຄັນນັ້ນ ເປັນຂອງສະພາ ໝາຍເຖິງສັນຕະປາປາ ແລະ ຈັກກະພັດນັ້ນເອງ.”24 ພວກເຂົາຈຶ່ງໄດ້ເຮັດສົນທິສັນຍາຂຶ້ນໂດຍອາໄສເງື່ອນໄຂດັ່ງກ່າວ. ດ້ວຍເຫດນີ້, ຄຣິສຕະຈັກໂຣມຈຶ່ງໃຊ້ອຸບາຍຫຼອກລວງ ເພື່ອໄດ້ໃນສິ່ງທີ່ພວກເຂົາບໍ່ສາມາດໄດ້ດ້ວຍການສູ້ຮົບ, ເພາະວ່າເມື່ອຄຣິສຕະຈັກໂຣມຕີຄວາມມາດຕາຕ່າງໆຂອງຊາວຮັສ ກໍບໍ່ຕ່າງຫຍັງກັບທີ່ພວກເຂົາຕີຄວາມພຣະຄຳພີ ຄືຈະຕີຄວາມເພື່ອເປັນໄປຕາມຄວາມປະສົງຂອງຕົນເອງ. {GC 118.1}
ມີຊາວໂບຮີເມຍຈຳນວນຫຼາຍທີ່ບໍ່ສາມາດຍອມຮັບໃນສົນທິສັນຍານີ້ ເພາະເຫັນວ່າຈະເປັນເຫດໃຫ້ຕ້ອງສູນເສຍສິດທິຂອງຕົນ. ມີການຂັດແຍ້ງ ແລະ ການແຕກແຍກກັນຂຶ້ນ ເຊິ່ງນຳໄປສູ່ການຂ້າຟັນກັນເອງ. ໃນການຕໍ່ສູ້ນີ້ ໂປຣໂກເປຍ ນາຍພົນຜູ້ເກັ່ງກ້າກໍລົ້ມຕາຍ ແລະ ສິດເສລີພາບຂອງຊາວໂບຮີເມຍກໍດັບສູນ. {GC 118.2}
ບັດນີ້ຈັກກະພັດຊີກີມົງຜູ້ທີ່ເຄີຍທໍລະຍົດຕໍ່ຮັສ ແລະ ເຈໂຣມນັ້ນ ກໍກາຍເປັນກະສັດຂອງປະເທດໂບຮີເມຍ ແລະ ເຖິງແມ່ນວ່າເພິ່ນໄດ້ສັນຍາທີ່ຈະປ້ອງກັນສິດທິຕ່າງໆຂອງຊາວໂບຮີເມຍກໍຕາມ ເພິ່ນກໍເລີ່ມຕົ້ນຕັ້ງລະບອບສັນຕະປາປາຂຶ້ນ. ແຕ່ຊີກີມົງບໍ່ໄດ້ປະໂຫຍດຫຍັງຫຼາຍຈາກການຮັບໃຊ້ຄຣິສຕະຈັກໂຣມ. ເພິ່ນໄດ້ເຮັດວຽກຢ່າງໜັກໜ່ວງ ແລະ ສ່ຽງອັນຕະລາຍມາຕະຫຼອດ 20 ປີ. ກອງທັບອ່ອນກຳລັງ, ຄັງເງິນກໍແຫ້ງ ເພາະການຕໍ່ສູ້ອັນດົນນານທີ່ບໍ່ໄດ້ເກີດຜົນ. ບັດນີ້ຫຼັງຈາກປົກຄອງເປັນກະສັດໂບຮີເມຍໜຶ່ງປີເພິ່ນກໍເສີຍຊີວິດ ປະຖິ້ມຣາຊອານາຈັກໄວ້ໃນສະພາບທີ່ໃກ້ເກີດສົງຄາມກາງເມືອງ ແລະ ມອບຊື່ສຽງທີ່ເສຍຫາຍເປັນມໍລະດົກຕົກທອດໃຫ້ຄົນລຸ້ນຫຼັງ. {GC 118.3}
ມີການຕໍ່ສູ້ ແລະ ການຂ້າຟັນລັນແທງກັນຢ່າງຕໍ່ເນື່ອງ. ມີກອງທັບຄົນຕ່າງຊາດບຸກເຂົ້າໄປໃນປະເທດໂບຮີເມຍອີກ, ສ່ວນປະຊາຊົນນັ້ນກໍເປັນທຸກກັບຄວາມແຕກແຍກພາຍໃນ. ໃນຂະນະດຽວກັນ, ຄົນທີ່ຍັງສັດຊື່ຕໍ່ຂ່າວປະເສີດກໍຖືກກົດຂີ່ຂົ່ມເຫັງຢ່າງຮ້າຍແຮງ. {GC 118.4}
ໃນເມື່ອຄົນທີ່ເຄີຍເປັນພີ່ນ້ອງໄປຕົກລົງກັບຄຣິສຕະຈັກໂຣມ ແລະ ຮັບເອົາຄຳສອນທຽມເທັດ, ຄົນທີ່ຢຶດໝັ້ນໃນຄວາມເຊື່ອບູຮານ ກໍຮວມຕົວກັນໃນຄຣິສຕະຈັກໃໝ່ພາຍໃຕ້ຊື່ວ່າ: “ກຸ່ມພີ່ນ້ອງຜູ້ເປັນໜຶ່ງດຽວ” (United Brethren). ຄົນຈາກທຸກຊົນຊັ້ນໄດ້ແຊ່ງດ່າພວກເຂົາທີ່ເຮັດຢ່າງນີ້, ແຕ່ພວກເຂົາບໍ່ຫວັ່ນໄຫວ ເຖິງແມ່ນວ່າຈະຕ້ອງຫຼົບລີ້ຢູ່ໃນປ່າ ແລະ ຕາມຖ້ຳກໍຕາມ, ພວກເຂົາຍັງປະຊຸມກັນເພື່ອອ່ານພຣະຄຳຂອງພຣະເຈົ້າ ແລະ ເພື່ອຮ່ວມນະມັດສະການພຣະອົງ. {GC 119.1}
ຊາວໂບຮີເມຍຜູ້ສັດຊື່ໄດ້ແອບສົ່ງຜູ້ສື່ສານອອກໄປໃນປະເທດຕ່າງໆ ພວກເຂົາຈຶ່ງຮັບຮູ້ວ່າ ໃນບ່ອນຕ່າງໆ “ມີຄົນຈຳນວນໜ້ອຍທີ່ຍອມຮັບຄວາມຈິງ, ສອງສາມຄົນໃນເມືອງນີ້ ແລະ ອີກສອງສາມຄົນໃນເມືອງນັ້ນ. ແຕ່ລະຄົນຖືກກົດຂີ່ຂົ່ມເຫັງເໝືອນພວກເຂົາ. ນອກຈາກນັ້ນ, ພວກເຂົາໄດ້ຮຽນຮູ້ວ່າ ທ່າມກາງສາຍພູອານເບີ (Alps) ມີຄຣິສຕະຈັກບູຮານທີ່ມີພຣະຄຳພີເປັນຮາກຖານ ແລະ ທີ່ຄັດຄ້ານການຂາບໄຫວ້ຮູບເຄົາລົບ ແລະ ຄວາມຊົ່ວຂອງຄຣິສຕະຈັກໂຣມ.”25 ພວກເຂົາໄດ້ຮັບຂ່າວນີ້ດ້ວຍຄວາມຊື່ນຊົມຍິນດີ ແລ້ວຈຶ່ງມີການເປີດການສື່ສານລະຫວ່າງພີ່ນ້ອງທີ່ໂບຮີເມຍກັບຄຣິສຕຽນຊາວໂວດົວ. {GC 119.2}
ຊາວໂບຮີເມຍທີ່ສັດຊື່ຕໍ່ຂ່າວປະເສີດໄດ້ຄອຍເຝົ້າຢູ່ຕະຫຼອດຄ່ຳຄືນແຫ່ງການຖືກກົດຂີ່ຂົ່ມເຫັງ. ໃນເວລາທີ່ມືດມົນທີ່ສຸດ ພວກເຂົາຫັນໄປເບິ່ງຂອບຟ້າເໝືອນຄົນທີ່ເຝົ້າລໍຄອຍຮຸ່ງອາລຸນໃໝ່. “ພວກເຂົາອາໄສຢູ່ໃນຍຸກສະໄໝທີ່ເຕັມໄປດ້ວຍຄວາມຊົ່ວ,…ແຕ່ພວກເຂົາຈື່ຈຳຖ້ອຍຄຳຂອງຮັສ ທີ່ຕໍ່ມາເຈໂຣມໄດ້ກ່າວຢ້ຳອີກວ່າ ຈະຕ້ອງລໍຖ້າອີກໜຶ່ງສະຕະວັດກວ່າແສງແຫ່ງວັນໃໝ່ຈະສ່ອງຈ້າ. ຊາວຮັສຮັກສາຖ້ອຍຄຳເຫຼົ່ານີ້ເໝືອນຊາວອິດສະຣາເອນສະໄໝເປັນທາດໃນເອຢິບໄດ້ຮັກສາຖ້ອຍຄຳຂອງໂຢເຊັບທີ່ກ່າວວ່າ, ‘ຂ້ອຍໃກ້ຈະສິ້ນໃຈຕາຍແລ້ວ, ແຕ່ພຣະເຈົ້າຈະຮັກສາພວກເຈົ້າຢ່າງແນ່ນອນ ແລະ ພຣະອົງຈະນຳພວກເຈົ້າອອກໄປ.’”26 “ໃນຊ່ວງທ້າຍສະຕະວັດທີ 15 ຄຣິສຕະຈັກຂອງ ‘ກຸ່ມພີ່ນ້ອງຜູ້ເປັນໜຶ່ງດຽວ’ ຄ່ອຍໆເພີ່ມຂຶ້ນຢ່າງຊ້າໆ. ເຖິງແມ່ນວ່າພວກເຂົາຍັງຖືກກົດຂີ່ຂົ່ມເຫັງຢູ່ໃນລະດັບໜຶ່ງກໍຕາມ ແຕ່ເມື່ອທຽບກັບອະດີດກໍຖືວ່າເປັນຊ່ວງເວລາທີ່ສະຫງົບພໍສົມຄວນ. ໃນຕົ້ນສະຕະວັດທີ 16 ພວກເຂົາມີຄຣິສຕະຈັກທັງໝົດເຖິງ 200 ແຫ່ງໃນປະເທດໂບຮີເມຍ ແລະ ປະເທດໂມເຣເວຍ.”27 “ກຸ່ມຄົນທີ່ເຫຼືອຢູ່ມີຫຼາຍເຖິງຂະໜາດນີ້ ທີ່ໜີໄພທຳລາຍຈາກຄວາມຮ້າຍແຮງຂອງກອງໄຟ ແລະ ຄົມດາບ ຈົນສາມາດເຫັນແສງອາລຸນໃໝ່ທີ່ຮັສໄດ້ທຳນວາຍໄວ້.”28 {GC 119.3}
ໄວລີ, ເຫຼັ້ມ 3, ບົດ 1.↩
ໄວລີ, ເຫຼັ້ມ 3, ບົດ 1.↩
ບອນໂຊດ, ພວກນັກປະຕິຮູບກ່ອນການປະຕິຮູບຄັ້ງໃຫຍ່, ເຫຼັ້ມ 1, ໜ້າ 87.↩
ໄວລີ, ເຫຼັ້ມ 3, ບົດ 2.↩
ບອນໂຊດ, ເຫຼັ້ມ 1, ໜ້າ 147, 148.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 1, ໜ້າ 148, 149.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 1, ໜ້າ 247.↩
ຈັກ ລອງຟອງ (Jacques Lenfant), ປະຫວັດສະພາຄຣິສຕະຈັກແຫ່ງເມືອງຄອນສະຕັນ, ເຫຼັ້ມ 1, ໜ້າ 516.↩
ບອນໂຊດ, ເຫຼັ້ມ 2, ໜ້າ 67.↩
ໂດບິນເຍ, ເຫຼັ້ມ 1, ບົດ. 6.↩
ບອນໂຊດ, ເຫຼັ້ມ 2, ໜ້າ 84.↩
ບອນໂຊດ, ເຫຼັ້ມ 2, ໜ້າ 86.↩
ໄວລີ, ເຫຼັ້ມ 3, ບົດ 7.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 3, ບົດ 7.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 3, ບົດ 7.↩
ບອນໂຊດ, ເຫຼັ້ມ 1, ໜ້າ 234.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 2, ໜ້າ 141.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 2, ໜ້າ 146, 147.↩
ບອນໂຊດ, ເຫຼັ້ມ 2, ໜ້າ 151.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 2, ໜ້າ 151–153.↩
ໄວລີ, ເຫຼັ້ມ 3, ບົດ 10.↩
ບອນໂຊດ, ເຫຼັ້ມ 2, ໜ້າ 168.↩
ໄວລີ, ເຫຼັ້ມ 3, ບົດ 17.↩
ໄວລີ, ເຫຼັ້ມ 3, ບົດ 18.↩
ໄວລີ, ເຫຼັ້ມ 3, ບົດ 19.↩
ອ້າງອີງຈາກທີ່ດຽວກັນ, ເຫຼັ້ມ 3, ບົດ 19.↩
ເອຊະຣາ ຮານລ໌ ຈີເລັດ, ຊີວິດ ແລະ ສະໄໝຂອງ ຈອນ ຮັສ, ເຫຼັ້ມ 2, ໜ້າ 570.↩
ໄວລີ, ເຫຼັ້ມ 3, ບົດ 19.↩