https://m.egwwritings.org/en/book/132.336#336
ກ່ອນສະໄໝການປະຕິຮູບສາສະໜາຄັ້ງໃຫຍ່ໃນສະຕະວັດທີ 16 ມີສຳເນົາພຣະຄຳພີຈຳນວນໜ້ອຍທີ່ສຸດ ແຕ່ພຣະເຈົ້າບໍ່ຍອມປ່ອຍໃຫ້ພຣະຄຳຂອງພຣະອົງຖືກທຳລາຍຈົນໝົດກ້ຽງ; ຄວາມຈິງໃນພຣະຄຳພີຈະຕ້ອງບໍ່ຖືກປິດບັງໄວ້ຕະຫຼອດໄປ. ພຣະອົງສາມາດປົດປ່ອຍພຣະຄຳແຫ່ງຊີວິດໄດ້ຢ່າງງ່າຍດາຍ ເໝືອນທີ່ພຣະອົງເຄີຍເປີດປະຕູຄຸກ ເພື່ອໃຫ້ຜູ້ຮັບໃຊ້ຂອງພຣະອົງເປັນອິດສະຫຼະ. ພຣະວິນຍານຂອງພຣະເຈົ້າຊົງດົນໃຈຄົນໃນປະເທດຕ່າງໆທົ່ວເອີຣົບໃຫ້ຄົ້ນຫາຄວາມຈິງ ເໝືອນຄົນທີ່ຂຸດຄົ້ນຫາຊັບສົມບັດທີ່ເຊື່ອງໄວ້. ພຣະເຈົ້າຊົງນຳຄົນເຫຼົ່ານີ້ໃຫ້ອ່ານພຣະຄຳພີ ພວກເຂົາຈຶ່ງສຶກສາຄົ້ນຄວ້າຖ້ອຍຄຳອັນສັກສິດດ້ວຍໃຈຈົດໃຈຈໍ່. ພວກເຂົາຍິນດີຮັບເອົາແສງສະຫວ່າງແຫ່ງຄວາມຈິງ ບໍ່ວ່າຈະຕ້ອງແລກດ້ວຍສິ່ງໃດກໍຕາມ. ເຖິງແມ່ນວ່າຄົນເຫຼົ່ານີ້ບໍ່ເຂົ້າໃຈທຸກປະເດັນຢ່າງແຈ່ມແຈ້ງ ແຕ່ກໍສາມາດເຂົ້າໃຈຄວາມຈິງຫຼາຍຢ່າງທີ່ຖືກປິດບັງໄວ້ມາແສນນານ. ໃນຖານະຜູ້ປະກາດທີ່ສະຫວັນສົ່ງມາ ພວກເຂົາອອກໄປທຳລາຍໂສ້ແຫ່ງຄວາມເທັດ ແລະ ຄວາມງົມງວາຍ, ແລະຮຽກຮ້ອງໃຫ້ຄົນທີ່ເຄີຍຖືກຄອບງຳ ໃຫ້ລຸກຂຶ້ນຢືນຢັນເຖິງເສລີພາບຂອງຕົນ. {GC 79.1}
ນອກຈາກທ່າມກາງຊາວໂວດົວແລ້ວ ເປັນເວລາຫຼາຍຍຸກຫຼາຍສະໄໝທີ່ພຣະຄຳຂອງພຣະເຈົ້າຖືກຈຳກັດໄວ້ໃນພາສາທີ່ມີແຕ່ຜູ້ທີ່ມີການສຶກສາເທົ່ານັ້ນເຂົ້າໃຈໄດ້; ເຖິງເວລາແລ້ວທີ່ພຣະຄຳຂອງພຣະເຈົ້າຈະຖືກແປ ເພື່ອໃຫ້ຄົນໃນດິນແດນຕ່າງໆໄດ້ອ່ານໃນພາສາຂອງຕົນ. ຍາມທ່ຽງຄືນແຫ່ງສະໄໝຍຸກມືດໄດ້ຜ່ານໄປແລ້ວ ຊົ່ວໂມງແຫ່ງຄວາມມືດມົນກຳລັງເລືອນລາງຈາງຫາຍໄປ ແລະ ສັນຍະລັກແຫ່ງຮຸ່ງອາລຸນທີ່ກຳລັງຈະມາເຖິງ ປາກົດຂຶ້ນໃນຫຼາຍປະເທດ. {GC 79.2}
ໃນສະຕະວັດທີ 14 “ດາວຮຸ່ງອາລຸນແຫ່ງການປະຕິຮູບສາສະໜາຄັ້ງໃຫຍ່” ໄດ້ປາກົດຂຶ້ນຢູ່ປະເທດອັງກິດ ກໍຄືທ່ານຈອນ ໄວຄຼິບ (John Wycliffe). ເພິ່ນເປັນກະບອກສຽງໃນການປະຕິຮູບບໍ່ພຽງແຕ່ສຳລັບປະເທດອັງກິດເທົ່ານັ້ນ ແຕ່ສຳລັບທຸກປະເທດທົ່ວເອີຣົບ. ການຄັດຄ້ານຕໍ່ຄຣິສຕະຈັກໂຣມທີ່ເພິ່ນມີໂອກາດປະກາດຢູ່ນັ້ນ ຈະບໍ່ມີວັນຖືກປິດໃຫ້ງຽບອີກຕໍ່ໄປ. ການຄັດຄ້ານຄັ້ງນັ້ນໄດ້ເປີດການຕໍ່ສູ້ ເຊິ່ງສົ່ງຜົນໃຫ້ເກີດການປົດປ່ອຍໃນລະດັບບຸກຄົນ, ຄຣິສຕະຈັກ ແລະ ລະດັບປະເທດ. {GC 80.1}
ທ່ານໄວຄຼິບໄດ້ຮັບການສຶກສາສູງ ແລະ ເພິ່ນຖືວ່າການຢຳເກງພຣະເຈົ້າເປັນຈຸດເລີ່ມຕົ້ນແຫ່ງປັນຍາ. ຕອນຮຽນຢູ່ລະດັບວິທະຍາໄລ ເພິ່ນມີຊື່ສຽງໃນດ້ານຄວາມເຊື່ອສັດທາທີ່ແຮງກ້າ, ພ້ອມທັງຄວາມສາມາດຫຼາກຫຼາຍທີ່ໂດດເດັ່ນ ແລະ ເປັນນັກວິຊາການທີ່ຮອບດ້ານ. ດ້ວຍຄວາມຫິວກະຫາຍໃນຄວາມຮູ້ ເພິ່ນໄດ້ພະຍາຍາມທຳຄວາມເຂົ້າໃຈກັບທຸກສາຂາວິຊາ. ເພິ່ນໄດ້ສຶກສາປັດຊະຍາຂອງພວກນັກວິຊາການ, ມະຕິຕ່າງໆຂອງສະພາຄຣິສຕະຈັກ ແລະ ກົດໝາຍຝ່າຍການປົກຄອງ ໂດຍສະເພາະທີ່ກ່ຽວຂ້ອງກັບປະເທດຂອງເພິ່ນເອງ. ພື້ນຖານການສຶກສາອັນລໍ້າຄ່າເຫຼົ່ານີ້ ໄດ້ປາກົດໃຫ້ເຫັນຢ່າງຊັດເຈນໃນວຽກງານຂອງເພິ່ນໃນໄລຍະຕໍ່ມາ. ການເຂົ້າໃຈຢ່າງຖີ່ຖ້ວນເຖິງຫຼັກປັດຊະຍາໃນຍຸກສະໄໝຂອງເພິ່ນ ຊ່ວຍໃຫ້ເພິ່ນສາມາດເປີດເຜີຍຂໍ້ຜິດພາດຂອງປັດຊະຍາດັ່ງກ່າວ, ແລະດ້ວຍການສຶກສາກົດໝາຍຂອງຊາດ ແລະ ກົດລະບຽບຂອງຄຣິສຕະຈັກ ເພິ່ນພ້ອມທີ່ຈະມີສ່ວນໃນການຕໍ່ສູ້ຄັ້ງໃຫຍ່ ເພື່ອສິດເສລີພາບທາງດ້ານຝ່າຍພົນລະເມືອງ ແລະ ສາສະໜາ. ນອກຈາກທີ່ເພິ່ນສາມາດນຳໃຊ້ພຣະຄຳຂອງພຣະເຈົ້າເປັນອາວຸດໃນການຕໍ່ສູ້ ເພິ່ນກໍຍັງເຂົ້າໃຈຫຼັກວິຊາຂອງສະຖາບັນການສຶກສາ ແລະ ຮູ້ກົນລະຍຸດຕ່າງໆຂອງພວກນັກວິຊາການ. ໄວຄຼິບເປັນຄົນສະຫຼາດ ແລະ ມີຄວາມຮອບຮູ້ ຈົນເປັນທີ່ເຄົາລົບຕໍ່ທັງຜູ້ເປັນມິດ ແລະ ຜູ້ເປັນສັດຕູ. ພັກພວກຂອງເພິ່ນພໍໃຈທີ່ນັກຕໍ່ສູ້ຂອງພວກເຂົາມີຄວາມໂດດເດັ່ນທີ່ສຸດທ່າມກາງປັນຍາຊົນລະດັບຊາດ; ສ່ວນສັດຕູຂອງເພິ່ນ ກໍບໍ່ສາມາດໝິ່ນປະໝາດການປະຕິຮູບສາສະໜາດ້ວຍການອ້າງວ່າ ຜູ້ນຳການປະຕິຮູບນັ້ນເປັນຄົນໂງ່ຈ້າ ຫຼື ເປັນຄົນຫົວອ່ອນ. {GC 80.2}
ເມື່ອໄວຄຼິບຍັງຮຽນຢູ່ວິທະຍາໄລເພິ່ນເລີ່ມສຶກສາພຣະຄຳພີ. ໃນສະໄໝນັ້ນ ພຣະຄຳພີມີແຕ່ໃນພາສາດັ້ງເດີມ ແລະ ມີແຕ່ນັກວິຊາການເທົ່ານັ້ນທີ່ສາມາດເຂົ້າເຖິງແຫຼ່ງຄວາມຈິງເຊິ່ງຖືກປິດບັງໄວ້ຈາກຄົນຊົນຊັ້ນທີ່ໄຮ້ການສຶກສາ. ດ້ວຍເຫດນີ້, ຈຶ່ງເປັນການປູທາງໃຫ້ໄວຄຼິບເຮັດພາລະກິດການປະຕິຮູບໃນອະນາຄົດ. ກ່ອນໜ້ານັ້ນເຄີຍມີນັກວິຊາການສຶກສາພຣະຄຳຂອງພຣະເຈົ້າ ແລະ ໄດ້ຄົ້ນພົບຄວາມຈິງອັນຍິ່ງໃຫຍ່ເຖິງພຣະຄຸນທີ່ພຣະອົງປະທານມາໂດຍບໍ່ຄິດມູນຄ່າ. ພວກເຂົາໄດ້ເຜີຍແຜ່ເລື່ອງຄວາມຈິງນີ້ໃນຄຳສອນຂອງຕົນ ແລະ ໄດ້ນຳຄົນອື່ນໃຫ້ຫັນມາຫາພຣະຄຳແຫ່ງຊີວິດ. {GC 80.3}
ເມື່ອທ່ານໄວຄຼິບເລີ່ມສົນໃຈໃນການສຶກສາພຣະຄຳພີ ເພິ່ນໄຕ່ຕອງຢ່າງລະອຽດຖີ່ຖ້ວນ ແບບດຽວກັນທີ່ຊ່ວຍໃຫ້ເພິ່ນມີຄວາມຊຳນານໃນຫຼັກວິຊາການຕ່າງໆ. ກ່ອນໜ້ານີ້ ເພິ່ນຮູ້ສຶກວ່າຊີວິດຂາດບາງສິ່ງບາງຢ່າງທີ່ສຳຄັນ ເຊິ່ງການສຶກສາດ້ານວິຊາການ ແລະ ຫຼັກຄຳສອນຂອງຄຣິສຕະຈັກບໍ່ສາມາດຕອບສະໜອງໄດ້. ແຕ່ເພິ່ນພົບວ່າ ພຣະຄຳຂອງພຣະເຈົ້າໃຫ້ຄຳຕອບຢ່າງຈະແຈ້ງ ເຊິ່ງເພິ່ນບໍ່ເຄີຍພົບຢູ່ໃນສິ່ງອື່ນມາກ່ອນ ກໍຄືແຜນການແຫ່ງຄວາມລອດ ແລະ ພຣະຄຣິສໃນຖານະຜູ້ແກ້ຕ່າງໃຫ້ມະນຸດພຽງຜູ້ດຽວ. ໄວຄຼິບຈຶ່ງອຸທິດຕົນໃນການຮັບໃຊ້ພຣະຄຣິສ ແລະ ຕັ້ງໃຈທີ່ຈະປະກາດຄວາມຈິງທີ່ເພິ່ນໄດ້ຄົ້ນພົບ. {GC 81.1}
ທ່ານໄວຄຼິບກໍເໝືອນກັບນັກປະຕິຮູບລຸ້ນຫຼັງ ທີ່ເລີ່ມພາລະກິດຂອງຕົນ ໂດຍບໍ່ໄດ້ເຫັນລ່ວງໜ້າວ່າມັນຈະນຳໄປສູ່ສິ່ງໃດ. ເພິ່ນບໍ່ໄດ້ຕັ້ງຕົວຕໍ່ຕ້ານຄຣິສຕະຈັກໂຣມ ແຕ່ການອຸທິດຕົນເພື່ອຄວາມຈິງໄດ້ນຳເພິ່ນໃຫ້ຂັດແຍ້ງກັບຄວາມເທັດຢ່າງຫຼີກລ່ຽງບໍ່ໄດ້. ຍິ່ງເພິ່ນມອງເຫັນຄຳສອນທຽມເທັດຂອງລະບອບສັນຕະປາປາເທົ່າໃດ ເພິ່ນກໍນຳສະເໜີຫຼັກຄຳສອນໃນພຣະຄຳພີດ້ວຍໃຈຮ້ອນຮົນຫຼາຍຍິ່ງຂຶ້ນເທົ່ານັ້ນ. ເພິ່ນເຫັນວ່າຄຣິສຕະຈັກໂຣມໄດ້ປະຖິ້ມພຣະຄຳຂອງພຣະເຈົ້າ ເພື່ອຮັບເອົາທຳນຽມປະເພນີຂອງມະນຸດ ເພິ່ນຈຶ່ງກ່າວໂທດພວກບາດຫຼວງຢ່າງກ້າຫານທີ່ປິດບັງພຣະຄຳພີ ພ້ອມທັງຮຽກຮ້ອງຕ້ອງການໃຫ້ພວກເຂົາຄືນພຣະຄຳພີແກ່ປະຊາຊົນ ແລະ ໃຫ້ພຣະຄຳພີມີອຳນາດໃນຄຣິສຕະຈັກອີກ. ໄວຄຼິບເປັນອາຈານທີ່ຫ້າວຫັນ ແລະ ມີຄວາມສາມາດ ທັງເປັນນັກເທດທີ່ມີສິລະປະໃນການເວົ້າ, ສ່ວນຊີວິດປະຈຳວັນຂອງເພິ່ນກໍສະທ້ອນໃຫ້ເຫັນເຖິງຄວາມຈິງທີ່ເພິ່ນເທດສະໜາ. ຄົນທົ່ວໄປວາງໃຈ ແລະ ນັບຖືເພິ່ນໃນຖານະທີ່ເພິ່ນມີຄວາມຮູ້ໃນພຣະຄຳພີຢ່າງດີ, ສອນດ້ວຍເຫດຜົນ, ມີຊີວິດທີ່ບໍຣິສຸດ, ມີຄວາມກ້າຫານທີ່ບໍ່ທໍ້ຖອຍ ແລະ ມີຄວາມຊື່ສັດສຸດຈະຣິດທີ່ໝັ້ນຄົງແນ່ວແນ່. ຫຼາຍຄົນບໍ່ພໍໃຈກັບຄວາມເຊື່ອຖືເດີມຂອງຕົນ ເມື່ອພວກເຂົາເຫັນຄວາມໄຮ້ສິນລະທຳທີ່ປາກົດຂຶ້ນໃນຄຣິສຕະຈັກໂຣມ ພວກເຂົາຈຶ່ງຮັບເອົາຄວາມຈິງທີ່ໄວຄຼິບສອນດ້ວຍຄວາມຊົມຊື່ນຍິນດີທີ່ບໍ່ສາມາດປິດບັງໄວ້ໄດ້; ແຕ່ພວກຜູ້ນຳຝ່າຍສັນຕະປາປາໂກດຮ້າຍ ເມື່ອຮູ້ວ່ານັກປະຕິຮູບຄົນນີ້ ກຳລັງມີອິດທິພົນຫຼາຍກວ່າພວກເຂົາ. {GC 81.2}
ໄວຄຼິບມີທັກສະອັນຫຼັກແຫຼມໃນການສັງເກດຄວາມເທັດ; ເພິ່ນຕໍ່ຕ້ານນະໂຍບາຍຕ່າງໆຂອງຄຣິສຕະຈັກໂຣມທີ່ໃຊ້ອຳນາດຢ່າງເກີນຄວນໂດຍປາສະຈາກຄວາມຢ້ານກົວ. ໃນລະຫວ່າງທີ່ຮັບໜ້າທີ່ເປັນສາສະໜາຈານປະຈຳພຣະຣາຊາ ເພິ່ນຢືນຢັນຕໍ່ສູ້ກັບນະໂຍບາຍຂອງສັນຕະປາປາທີ່ໃຫ້ກະສັດອັງກິດເສຍຄ່າບັນນາການ ໂດຍສະແດງໃຫ້ເຫັນວ່າຈຸດຢືນຂອງສັນຕະປາປາ ທີ່ອ້າງວ່າມີອຳນາດເໜືອບັນດາກະສັດທັງຫຼາຍໃນໂລກນັ້ນ ບໍ່ສົມເຫດສົມຜົນ ແລະ ຂັດຕໍ່ພຣະຄຳພີ. ຂໍ້ຮຽກຮ້ອງຂອງສັນຕະປາປາສ້າງຄວາມຂຸ່ນເຄືອງອັນໃຫຍ່ຫຼວງໃຫ້ແກ່ຄົນທັງຫຼາຍ; ດັ່ງນັ້ນ, ຄຳສອນຂອງໄວຄຼິບຈຶ່ງມີອິດທິພົນຕໍ່ຄວາມຄິດຂອງຄົນຊັ້ນປັນຍາຊົນໃນຊາດ. ກະສັດພ້ອມດ້ວຍພວກຂ້າຣາຊການໄດ້ຮ່ວມມືກັນເພື່ອປະຕິເສດການແອບອ້າງອຳນາດການປົກຄອງຂອງສັນຕະປາປາ ແລະ ການຖວາຍຄ່າບັນນາການໃຫ້ເພິ່ນ. ດ້ວຍເຫດນີ້, ອຳນາດຂອງສັນຕະປາປາຈຶ່ງຖືກບັນທອນລົງຢ່າງໜັກໜ່ວງໃນປະເທດອັງກິດ. {GC 82.1}
ຄວາມຊົ່ວອີກເລື່ອງໜຶ່ງທີ່ນັກປະຕິຮູບຜູ້ນີ້ດຳເນີນການຕໍ່ສູ້ຢ່າງເດັດດ່ຽວເປັນເວລາຍາວນານນັ້ນ ຄືຄະນະຕ່າງໆຂອງພຣະກາໂຕລິກ. ພວກພຣະກາໂຕລິກເຫຼົ່ານີ້ເໝືອນຝູງຕັກກະແຕນທີ່ກະຈັດກະຈາຍຢູ່ທົ່ວປະເທດອັງກິດ ແລະ ເປັນຮອຍດ່າງໃນຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ບໍ່ວ່າຈະເປັນເລື່ອງຄວາມຂະຫຍັນໝັ່ນພຽນ, ການສຶກສາ ຫຼື ສິນລະທຳ ທັງໝົດນີ້ລ້ວນແຕ່ໄດ້ຮັບອິດທິພົນຢ່າງຮຸນແຮງຈາກການເຄື່ອນໄຫວຂອງພວກເຂົາ. ການຢູ່ລ້າ ແລະ ການທ່ຽວຂໍທານຂອງພວກພຣະກາໂຕລິກ ບໍ່ພຽງແຕ່ເປັນການສິ້ນເປືອງຊັບສິນຂອງປະຊາຊົນທີ່ໜັກໜາເທົ່ານັ້ນ ແຕ່ເປັນເຫດໃຫ້ຄົນດູຖູກວຽກງານທີ່ເປັນປະໂຫຍດອີກດ້ວຍ, ຄົນໜຸ່ມສາວຈຶ່ງຂາດສິນລະທຳຈົນເສຍຄົນ. ຫຼາຍຄົນຖືກພຣະກາໂຕລິກຊັກຈູງໃຫ້ເຂົ້າສຳນັກຄຸນພໍ່ຄຸນແມ່ ເພື່ອອຸທິດຊີວິດໃຫ້ກັບການບວດໃນຖານະບາດຫຼວງ ຫຼື ແມ່ຊີ ໂດຍບໍ່ໄດ້ຮັບການເຫັນດີຍິນຍອມຂອງຜູ້ປົກຄອງ; ຊ້ຳບໍ່ໜຳ, ກໍຍັງບໍ່ໄດ້ແຈ້ງໃຫ້ພໍ່ແມ່ຮັບຊາບ ແຕ່ກັບລັກບວດແມ່ນວ່າຖືກພໍ່ແມ່ຫ້າມປາມໄວ້ກໍຕາມ. ມີນັກຂຽນຂອງຄຣິສຕະຈັກໂຣມໃນຍຸກທຳອິດໄດ້ອ້າງວ່າ ການບວດເປັນໜ້າທີ່ທີ່ສຳຄັນກວ່າຄວາມຮັກ ແລະ ຄວາມກະຕັນຍູທີ່ລູກຄວນມີຕໍ່ບິດາມານດາ ໂດຍກ່າວວ່າ: “ຖ້າຫາກພໍ່ຄີງໆຈະນອນຮ້ອງໄຫ້ ແລະ ຄໍ່າຄວນຕໍ່ໜ້າປະຕູ ແລະ ແມ່ຂອງເຈົ້າຈະເຜີຍກາຍທີ່ໃຫ້ກຳເນີດເຈົ້າ ແລະ ເປີດເອິກທີ່ລ້ຽງເຈົ້າມາ ກໍໃຫ້ເຈົ້າຢຽບຢໍ້າພວກເຂົາລົງໃຕ້ຕີນ ແລະ ກ້າວເດີນກົງຕໍ່ໄປສູ່ພຣະຄຣິສ.” ຕໍ່ມາ, ມາຕິນ ລູເທີ ເອີ້ນຄຳສອນນີ້ວ່າ: “ຄວາມປ່າເຖື່ອນທີ່ຂາດມະນຸດສະທຳ ເພາະມີລັກສະນະເໝືອນໝາປ່າ ແລະ ຜະເດັດການຫຼາຍກວ່າທີ່ຈະມີລັກສະນະຂອງຄຣິສຕຽນ ແລະ ມະນຸດ.” ເພາະເຫດນີ້, ລູກຈຶ່ງມີໃຈແຂງກະດ້າງໃສ່ພໍ່ແມ່.1 ດັ່ງນັ້ນ, ບັນດາຜູ້ນຳຝ່າຍສັນຕະປາປາ ຈຶ່ງຍົກເອົາທຳນຽມຂອງມະນຸດໄວ້ເໜືອກົດບັນຍັດຂອງພຣະເຈົ້າ ເໝືອນທີ່ພວກຟາຣີຊາຍໃນສະໄໝພຣະເຢຊູໄດ້ກະທຳ. ດ້ວຍເຫດນີ້, ຈຶ່ງເຮັດໃຫ້ມີຄອບຄົວແຕກແຍກ ແລະ ພໍ່ແມ່ຖືກຕັດຂາດຈາກລູກໆ. {GC 82.2}
ແມ່ນແຕ່ນັກສຶກສາໃນມະຫາວິທະຍາໄລຕ່າງໆ ກໍຍັງຫຼົງກົນລວງຂອງພວກບາດຫຼວງ ແລະ ຖືກຊັກຈູງໃຫ້ບວດ. ພາຍຫຼັງ ມີຫຼາຍຄົນກິນແໜງທີ່ໄດ້ບວດ ເພາະເຫັນວ່າເປັນຮອຍບາບໃນຊີວິດ ແລະ ເປັນເຫດນຳຄວາມເສຍໃຈມາສູ່ພໍ່ແມ່ຂອງຕົນ, ແຕ່ເມື່ອພວກເຂົາຕິດກັບດັກໄປແລ້ວ ກໍເປັນໄປບໍ່ໄດ້ທີ່ຈະຫຼຸດອອກໃຫ້ເປັນອິດສະຫຼະໄດ້ເລີຍ. ພໍ່ແມ່ຫຼາຍຄົນຢ້ານອິດທິພົນຂອງພວກບາດຫຼວງ ຈຶ່ງບໍ່ຍອມສົ່ງລູກຊາຍໄປຮຽນຢູ່ມະຫາວິທະຍາໄລ. ຈຳນວນນັກສຶກສາໃນສະຖາບັນການສຶກສາທີ່ສຳຄັນຕ່າງໆ ຫຼຸດໜ້ອຍຖອຍລົງຫຼາຍຢ່າງເຫັນໄດ້ຊັດເຈນ ຈົນສະຖາບັນເຫຼົ່ານັ້ນງຽບເຫງົາ ແລະ ຄົນໃນສັງຄົມກໍຂາດຄວາມຮູ້. {GC 83.1}
ສັນຕະປາປາໄດ້ມອບອຳນາດໃຫ້ພວກບາດຫຼວງເຫຼົ່ານີ້ຟັງຄຳສາລະພາບບາບ ແລະ ຍົກໂທດໃຫ້ຜູ້ຄົນ. ການກະທຳເຊັ່ນນີ້ກາຍເປັນຕົ້ນຕໍຂອງຄວາມຊົ່ວຊ້າທີ່ຮ້າຍແຮງ. ພວກພຣະກາໂຕລິກມຸ່ງຫວັງເພື່ອກອບໂກຍເງິນຄຳເພີ່ມຂຶ້ນ ຈຶ່ງພ້ອມໃຫ້ອະໄພຄວາມຜິດບາບຂອງອາດຊະຍາກອນທຸກຮູບແບບ. ຜົນທີ່ຕາມມາກໍຄື ຄວາມຊົ່ວຊ້າອັນຮ້າຍແຮງທີ່ສຸດໄດ້ເພີ່ມທະວີຄູນຢ່າງໄວວາ. ສ່ວນຄົນປ່ວຍໂຊ ແລະ ຄົນຍາກຈົນກໍຖືກປະຖິ້ມໃຫ້ທົນທຸກທໍລະມານຕໍ່ໄປ; ໃນຂະນະດຽວກັນ, ຂອງທີ່ບໍລິຈາກມາເພື່ອບັນເທົາທຸກ ກໍເຂົ້າກະເປົ໋າຂອງພວກບາດຫຼວງ ຜູ້ທີ່ຂົ່ມຂູ່ໃຫ້ປະຊາຊົນບໍລິຈາກເງິນເຂົ້າຄະນະນັກບວດຂອງຕົນ ແລະ ປະນາມຄົນທີ່ບໍ່ບໍລິຈາກວ່າ ເປັນຜູ້ທີ່ຂາດຄວາມເຊື່ອສັດທາໃນພຣະເຈົ້າ. ເຖິງແມ່ນວ່າພວກບາດຫຼວງອ້າງວ່າຕົນບໍ່ຫຍຸ້ງກ່ຽວກັບເງິນຄຳກຳແກ້ວ ແຕ່ຄວາມຮັ່ງມີຂອງພວກເຂົາເພີ່ມຂຶ້ນຕະຫຼອດເວລາ, ຕຶກອາຄານຂອງສຳນັກບາດຫຼວງທີ່ອະລັງການ ແລະ ໂຕ໊ະອາຫານທີ່ຫຼູຫຼາຂອງພວກເຂົາ ຍິ່ງເຮັດໃຫ້ເຫັນຄວາມຍາກຈົນຂອງຊາດບ້ານເມືອງທີ່ນັບມື້ທະວີຍິ່ງຂຶ້ນ. ໃນຂະນະທີ່ພວກບາດຫຼວງໃຊ້ຊີວິດຢ່າງຟຸມເຟືອຍ ແລະ ອີ່ມໜຳສຳລານ ພວກເຂົາສົ່ງຄົນຂາດຄວາມຮູ້ໄປສອນປະຊາຊົນຜູ້ສາມາດເວົ້ານິທານຫຼອກເດັກ, ຕຳນານ ແລະ ເລື່ອງຕະຫຼົກຕ່າງໆ ເພື່ອໃຫ້ປະຊາຊົນເພີດເພີນ ຈົນເຮັດໃຫ້ພວກເຂົາຍິ່ງຫຼົງໄຫຼຕາມກົນອຸບາຍຂອງພວກບາດຫຼວງຢ່າງສິ້ນເຊີງ. ພວກພຣະກາໂຕລິກສືບຕໍ່ຄອບງຳຝູງຊົນທີ່ງົມງວາຍ ແລະ ຊັກຈູງພວກເຂົາໃຫ້ເຊື່ອວ່າ ໜ້າທີ່ທາງສາສະໜາທັງໝົດແມ່ນໃຫ້ຍອມຮັບວ່າສັນຕະປາປາມີອຳນາດສູງສຸດ, ໃຫ້ບູຊາພວກນັກບຸນທີ່ລ່ວງລັບໄປແລ້ວ ແລະ ຖວາຍບໍລິຈາກໃຫ້ແກ່ພວກບາດຫຼວງ, ໂດຍຖືວ່າການກະທຳເຊັ່ນນີ້ ກໍພຽງພໍທີ່ຈະຮັບຮອງວ່າ ພວກເຂົາຈະໄດ້ຂຶ້ນສະຫວັນ. {GC 83.2}
ມີປັນຍາຊົນທີ່ມີສິນທຳຫຼາຍຄົນພະຍາຍາມປະຕິຮູບຄະນະຕ່າງໆຂອງພວກນັກບວດໂດຍບໍ່ເກີດຜົນ, ແຕ່ໄວຄຼິບເລັງໂຈມຕີທີ່ຮາກເຫງົ້າຕົ້ນຕໍຂອງຄວາມຊົ່ວ ດ້ວຍຄວາມເຂົ້າໃຈບັນຫາທີ່ເລິກເຊິ່ງກວ່າ. ເພິ່ນປະກາດວ່າ ແມ່ນລະບົບຄະນະນັກບວດເອງທີ່ຜິດ ແລະ ສົມຄວນຖືກຍົກເລີກ ເຊິ່ງເປັນການເປີດປະເດັນໃຫ້ເກີດການໂອ້ລົມສົນທະນາເຖິງເລື່ອງນີ້. ເມື່ອພວກບາດຫຼວງເດີນທາງໄປທົ່ວປະເທດແຕ່ເໜືອຮອດໃຕ້ ເພື່ອຈຳໜ່າຍໃບລ້າງບາບ ຫຼາຍຄົນເກີດມີຄວາມສົງໄສເຖິງຄວາມເປັນໄປໄດ້ ທີ່ຈະຊື້ການໃຫ້ອະໄພບາບດ້ວຍເງິນໄດ້ແທ້ບໍ. ພວກເຂົາສົງໄສວ່າ ຄວນຈະໄປຂໍການໃຫ້ອະໄພຈາກພຣະເຈົ້າ ຫຼືວ່າ ຄວນຈະໄປຫາສັນຕະປາປາຕາມເຄີຍ. ມີຄົນຈຳນວນບໍ່ໜ້ອຍຮູ້ສຶກຕົກໃຈຕໍ່ຄວາມໂລບຂອງພວກພຣະກາໂຕລິກທີ່ມີທ່າທີບໍ່ຮູ້ຈັກອີ່ມຈັກພໍ. ພວກເຂົາກ່າວວ່າ: “ບັນດາພຣະກາໂຕລິກ ແລະ ພວກບາດຫຼວງຂອງຄຣິສຕະຈັກໂຣມກຳລັງກັດກິນພວກເຮົາເໝືອນດັ່ງມະເຮັງຮ້າຍ. ຖ້າພຣະເຈົ້າບໍ່ກອບກູ້ພວກເຮົາ ປະຊາຊົນຈະພິນາດຢ່າງແນ່ນອນ.”2 ເພື່ອປິດບັງຄວາມໂລບມາກໂລພາຂອງຕົນ ພວກພຣະກາໂຕລິກເຫຼົ່ານີ້ອ້າງວ່າ ພວກເຂົາພຽງແຕ່ເຮັດຕາມແບບຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ໂດຍການຢືນຢັນວ່າ ພຣະເຢຊູ ແລະ ພວກສາວົກຂອງພຣະອົງໄດ້ຮັບການອຸປະຖຳຄ້ຳຊູຈາກການໃຫ້ບຸນສຸນທານຂອງປະຊາຊົນ. ແຕ່ການອ້າງເຊັ່ນນີ້ເຮັດໃຫ້ເກີດຄວາມເສຍຫາຍແກ່ພວກເຂົາເອງ ເພາະເປັນເຫດໃຫ້ຫຼາຍຄົນຫັນມາອ່ານພຣະຄຳພີ ເພື່ອສຶກສາຫາຄວາມຈິງດ້ວຍຕົນເອງ ເຊິ່ງເປັນເລື່ອງທີ່ຄຣິສຕະຈັກໂຣມບໍ່ປາຖະໜາທີ່ສຸດ. ມີຫຼາຍຄົນຫັນໄປໃສ່ໃຈໃນພຣະຄຳພີອັນເປັນແຫຼ່ງຄວາມຈິງ ເຊິ່ງຄຣິສຕະຈັກໂຣມມີເປົ້າໝາຍທີ່ຈະປິດບັງຄວາມຈິງເຫຼົ່ານັ້ນ. {GC 84.1}
ໄວຄຼິບເລີ່ມຂຽນ ແລະ ເຜີຍແຜ່ບົດຄວາມຕໍ່ຕ້ານພວກພຣະກາໂຕລິກ ບໍ່ແມ່ນເພື່ອຜິດຖຽງກັບພວກເຂົາ ແຕ່ເພື່ອໃຫ້ປະຊາຊົນເອົາໃຈໃສ່ຕໍ່ຫຼັກຄຳສອນຂອງພຣະຄຳພີ ແລະ ໃສ່ໃຈຕໍ່ພຣະເຈົ້າຜູ້ຊົງດົນບັນດານໃຫ້ມີການຂຽນພຣະຄຳພີຂຶ້ນ. ເພິ່ນປະກາດວ່າ ສັນຕະປາປາບໍ່ມີອຳນາດໃນການໃຫ້ອະໄພບາບ ຫຼື ການຕັດຊື່ຄົນອອກຈາກຄຣິສຕະຈັກຫຼາຍກວ່າບາດຫຼວງທົ່ວໄປ. ນອກຈາກນີ້, ກໍສອນວ່າບໍ່ສາມາດຕັດຊື່ຄວາມເປັນສະມາຊິກຂອງຜູ້ໃດອອກໄດ້ຢ່າງແທ້ຈິງ ນອກເສຍຈາກບຸກຄົນດັ່ງກ່າວໄດ້ນຳການພິພາກສາຂອງພຣະເຈົ້າມາສູ່ຕົນເອງ. ຄົງບໍ່ມີວິທີອື່ນທີ່ດີກວ່ານີ້ ທີ່ຈະລົ້ມໂຄງສ້າງລະບອບອຳນາດທີ່ຄອບງຳທັງຈິດວິນຍານ ແລະ ຊີວິດ ເຊິ່ງສັນຕະປາປາໄດ້ຕັ້ງຂຶ້ນໄວ້ເພື່ອຄຸມຂັງຈິດວິນຍານ ແລະ ຮ່າງກາຍຂອງຄົນນັບລ້ານ. {GC 84.2}
ແລ້ວກໍເປັນອີກຄັ້ງໜຶ່ງທີ່ໄວຄຼິບຖືກເອີ້ນໃຫ້ປົກປ້ອງກະສັດອັງກິດຈາກການຖືກລະເມີດສິດທິໂດຍຄຣິສຕະຈັກໂຣມ. ເພິ່ນໄດ້ຮັບການແຕ່ງຕັ້ງໃຫ້ເປັນທູດຫຼວງ ແລະ ໄດ້ໄປປະຈຳການຢູ່ປະເທດເນເທີແລນເປັນເວລາສອງປີ ເພື່ອປະຊຸມຫາລືກັບຄະນະຂ້າຫຼວງຂອງສັນຕະປາປາ. ໃນຂະນະທີ່ດຳລົງຕຳແໜ່ງໃນປະເທດນີ້ ເພິ່ນຕ້ອງສື່ສານກັບບັນດາບາດຫຼວງຂອງຄຣິສຕະຈັກໂຣມຈາກປະເທດຝຣັ່ງ, ອີຕາລີ ແລະ ແອັດສະປາຍ (Spain), ແລະກໍມີໂອກາດສັງເກດເຫັນເຫດການຕ່າງໆທີ່ຢູ່ເບື້ອງຫຼັງ ທັງໄດ້ຮັບຮູ້ຫຼາຍສິ່ງຫຼາຍຢ່າງເຊິ່ງບໍ່ສາມາດຮູ້ໄດ້ຕອນຢູ່ໃນປະເທດອັງກິດ. ເພິ່ນໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງ ທີ່ຈະຊ່ວຍເພິ່ນສຸມໃສ່ວຽກງານໃນອະນາຄົດ. ເພິ່ນສັງເກດເຫັນເຖິງທາດແທ້ ແລະ ອ່ານຈຸດມຸ່ງໝາຍຂອງບັນດາຕົວແທນຈາກຄຣິສຕະຈັກໂຣມ. ເມື່ອກັບໄປຍັງປະເທດອັງກິດ ທ່ານໄວຄຼິບເຜີຍແຜ່ຄຳສອນເດີມຂອງເພິ່ນຢ່າງກະຕືລືລົ້ນກວ່າເກົ່າ ໂດຍປະກາດວ່າ ຄວາມໂລບ, ຄວາມຫຍິ່ງ ແລະ ຄວາມຫຼອກລວງແມ່ນພຣະແຫ່ງຄຣິສຕະຈັກໂຣມ. {GC 84.3}
ໄວຄຼິບໄດ້ຂຽນໄວ້ໃນໃບປິວສະບັບໜຶ່ງທີ່ກ່າວເຖິງສັນຕະປາປາກັບພວກລະດົມເກັບເງິນຂອງເພິ່ນວ່າ: “ພວກເຂົາດູດເອົາເງິນລ້ຽງຊີບຂອງຄົນຍາກຈົນອອກຈາກແຜ່ນດິນຂອງເຮົາ ແລະ ເກັບເອົາເງິນສະກຸນມາກ3ຈາກພຣະຣາຊາຫຼາຍພັນຫຼຽນຕໍ່ປີ ເພື່ອພິທີທາງສາສະໜາ, ແຕ່ເປັນເງິນທີ່ຖືກສາບແຊ່ງ ເພາະວ່າພວກເຂົາຄິດວ່າຈະສາມາດໃຊ້ເງິນນີ້ເພື່ອຊື້ພຣະພອນຂອງພຣະເຈົ້າໄດ້. ນອກຈາກນັ້ນ, ກໍຍັງບັງຄັບໃຫ້ຊາວຄຣິສຕຽນທົ່ວທະວີບເອີຣົບເຫັນດີ ແລະ ສະໜັບສະໜູນຫຼັກຄຳສອນທີ່ບໍ່ຖືກຕ້ອງນີ້. ແນ່ນອນ ຖ້າປະເທດຂອງເຮົາມີພູເຂົາທອງຄຳທີ່ສູງໃຫຍ່ ແລະ ບໍ່ເຄີຍມີໃຜເອົາຄຳຂອງມັນໄປເວັ້ນເສຍແຕ່ພວກຝ່າຍສັນຕະປາປາຜູ້ທໍລະນົງທາງໂລກີກຸ່ມນີ້ເທົ່ານັ້ນ ໃນທີ່ສຸດພູເຂົາໜ່ວຍນີ້ຈະຖືກຂຸດໄປຈົນໝົດ ເພາະວ່າສັນຕະປາປາໄດ້ແຕ່ເອົາເງິນອອກໄປຈາກແຜ່ນດິນຂອງພວກເຮົາ ແລະ ບໍ່ເຄີຍຄືນຈັກເທື່ອ; ແຕ່ພຣະເຈົ້າຈະສາບແຊ່ງເພິ່ນ ຍ້ອນການຊື້ຂາຍຄວາມລອດນີ້ແຫຼະ.”4 {GC 85.1}
ບໍ່ດົນຫຼັງຈາກທີ່ກັບໄປປະເທດອັງກິດ ໄວຄຼິບໄດ້ຮັບການແຕ່ງຕັ້ງຈາກພຣະຣາຊາ ໃຫ້ເປັນອາຈານປະຈຳໂບດຢູ່ເມືອງລັດເຕີເວີດ (Lutterworth). ເລື່ອງນີ້ເປັນການຢືນຢັນວ່າ ຢ່າງໜ້ອຍພຣະຣາຊາບໍ່ໄດ້ເຄືອງໃຈຍ້ອນການເວົ້າກົງໄປກົງມາຂອງໄວຄຼິບ. ອິດທິພົນຂອງເພິ່ນມີສ່ວນໃນການໂນ້ມນ້າວມະຕິຂອງສະພາ ແລະ ຊ່ວຍຫຼໍ່ຫຼອມຄວາມເຊື່ອຂອງຄົນທັງຊາດ. {GC 85.2}
ໃນບໍ່ຊ້າ ສັນຕະປາປາປະນາມຕໍ່ຕ້ານໄວຄຼິບຢ່າງຮຸນແຮງ. ເພິ່ນອອກຄຳສັ່ງສາມສະບັບ ສົ່ງໄປຍັງປະເທດອັງກິດ. ສະບັບໜຶ່ງສົ່ງໃຫ້ມະຫາວິທະຍາໄລ, ສະບັບໜຶ່ງສົ່ງໃຫ້ພຣະຣາຊາ ແລະ ອີກສະບັບໜຶ່ງສົ່ງໃຫ້ພວກຜູ້ນຳຄຣິສຕະຈັກ, ທັງສາມສະບັບສັ່ງໃຫ້ຢຸດການເຄື່ອນໄຫວຂອງໄວຄຼິບທັນທີໂດຍເດັດຂາດ ຍ້ອນເຜີຍແຜ່ຄຳສອນນອກຮີດ.5 ເຖິງຢ່າງໃດກໍດີ ກ່ອນທີ່ຄຳສັ່ງດັ່ງກ່າວຈະມາຮອດ ພວກເຈົ້າຄະນະຄຣິສຕະຈັກໂຣມມີຄວາມຮ້ອນຮົນ ແລະ ໄດ້ເອີ້ນໄວຄຼິບເຂົ້າມາເພື່ອໃຫ້ຖືກພິຈາລະນາຕັດສິນຕໍ່ໜ້າພວກເຂົາ ແຕ່ໃນບັນດາຂຸນນາງຂອງປະເທດອັງກິດທີ່ມີອຳນາດສູງສຸດ ມີສອງຄົນໄດ້ໄປສານນຳເພິ່ນເພື່ອຟັງການພິພາກສາ. ສ່ວນປະຊາຊົນກໍລ້ອມຕຶກອາຄານ ແລະ ບຸກເຂົ້າໄປຂົ່ມຂູ່ພວກຜູ້ພິພາກສາທີ່ກຳລັງດຳເນີນຄະດີຢູ່ໃຫ້ຢ້ານກົວຈົນເລີກສານ. ໄວຄຼິບຈຶ່ງໄດ້ຮັບອະນຸຍາດໃຫ້ເມືອບ້ານຢ່າງປອດໄພ. ຕໍ່ມາບໍ່ດົນ ກະສັດເອັດເວີດທີ 3 (Edward III) ໄດ້ເສຍຊີວິດຍ້ອນຄວາມແກ່ຊະລາ; ເມື່ອເພິ່ນຍັງມີຊີວິດຢູ່ ພວກບາດຫຼວງພະຍາຍາມໂນ້ມນ້າວໃຫ້ເພິ່ນຕໍ່ຕ້ານໄວຄຼິບ ແຕ່ຫຼັງຈາກທີ່ເພິ່ນເສຍຊີວິດແລ້ວ ຜູ້ທີ່ມາຮັກສາຣາຊການແຜ່ນດິນແທນນັ້ນ ກັບກາຍເປັນຄົນທີ່ເຄີຍປົກປ້ອງທ່ານໄວຄຼິບນັ້ນເອງ. {GC 85.3}
ຢ່າງໃດກໍຕາມ, ສັນຕະປາປາກໍອອກຄຳສັ່ງທີ່ເດັດຂາດ ໃຫ້ທົ່ວປະເທດອັງກິດຈັບກຸມ ແລະ ກັກຂັງໄວຄຼິບໄວ້. ມາດຕະການເຫຼົ່ານີ້ຊີ້ໄປເຖິງການປະຫານຊີວິດໄວຄຼິບໂດຍກົງ. ເບິ່ງຄືວ່າ ເພິ່ນຈະຕ້ອງຕົກເປັນເຫຍື່ອຄວາມແຄ້ນເຄືອງຂອງຄຣິສຕະຈັກໂຣມໃນບໍ່ຊ້າ. ແຕ່ພຣະເຈົ້າຜູ້ກ່າວແກ່ອັບຣາຮາມວ່າ, “ເຈົ້າຢ່າຢ້ານແຕ່ຢ່າງໃດເລີຍ,…ເຮົາແມ່ນໂລ້ຕ້ານທານທີ່ຄອຍຮັກສາເຈົ້າ” (ປະຖົມມະການ 15:1) ຊົງຢຽດພຣະຫັດຂອງພຣະອົງອອກ ເພື່ອປົກປ້ອງຜູ້ຮັບໃຊ້ຂອງພຣະອົງອີກຄັ້ງໜຶ່ງ. ການຕາຍກໍເກີດຂຶ້ນ, ແຕ່ຜູ້ທີ່ເສຍຊີວິດບໍ່ແມ່ນນັກປະຕິຮູບ ຫາກແຕ່ເປັນສັນຕະປາປາຜູ້ປະກາດການທຳລາຍເພິ່ນຕ່າງຫາກ. ເມື່ອສັນຕະປາປາເກຼັກກໍຣີທີ 11 (Gregory XI) ເສຍຊີວິດລົງ ບັນດາບາດຫຼວງທີ່ຮ່ວມກັນເພື່ອທຳການສືບສວນທ່ານໄວຄຼິບກໍເລີກລາກັນໄປ. {GC 86.1}
ແລ້ວພຣະເຈົ້າຊົງຄວບຄຸມຢູ່ເໜືອສະຖານະການຕ່າງໆຢ່າງຕໍ່ເນື່ອງ ເພື່ອເປີດໂອກາດໃຫ້ການປະຕິຮູບເຕີບໂຕຂຶ້ນ. ຫຼັງຈາກການເສຍຊີວິດຂອງສັນຕະປາປາເກຼັກກໍຣີ ກໍມີການເລືອກສັນຕະປາປາສອງອົງທີ່ເປັນຄູ່ແຂ່ງກັນ, ທັງສອງຝ່າຍຕ່າງກໍຢືນຢັນວ່າຕົນເປັນບຸກຄົນທີ່ບໍ່ສາມາດເຮັດຜິດໄດ້ ແລະ ຮຽກຮ້ອງໃຫ້ຄົນທັງຫຼາຍຕິດຕາມເຊື່ອຟັງ. ຕ່າງຝ່າຍຕ່າງຮຽກຮ້ອງໃຫ້ບັນດາຜູ້ສັດຊື່ຊ່ວຍເຫຼືອຕົນໃນການເຮັດສົງຄາມຕໍ່ສູ້ກັບອີກຝ່າຍໜຶ່ງ, ໂດຍບັງຄັບໃຫ້ປະຕິບັດຕາມເຈດຈຳນົງຂອງຕົນດ້ວຍຄຳສາບແຊ່ງທີ່ຮ້າຍແຮງຕໍ່ບຸກຄົນທີ່ເປັນປໍລະປັກຕໍ່ສູ້ຕົນ ແລະ ໃຫ້ຄຳໝັ້ນສັນຍາແກ່ຜູ້ທີ່ສະໜັບສະໜູນຕົນວ່າຈະໄດ້ຮັບບຳເໜັດລາງວັນໃນສະຫວັນ. ເຫດການນີ້ເຮັດໃຫ້ອຳນາດຂອງລະບອບສັນຕະປາປາອ່ອນແອລົງຢ່າງຮຸນແຮງ. ທັງສອງຝ່າຍຕ່າງກໍທຸ້ມເທທຸກຢ່າງເທົ່າທີ່ຕົນເຮັດໄດ້ເພື່ອໂຈມຕີເຊິ່ງກັນ ແລະ ກັນ; ດ້ວຍເຫດນີ້, ໄວຄຼິບຈຶ່ງມີເວລາພັກສະຫງົບຊ່ວງໄລຍະໜຶ່ງ. ສັນຕະປາປາທັງສອງອົງຕອບໂຕ້ກັນດ້ວຍຄຳສາບແຊ່ງໃຫ້ອີກຝ່າຍໜຶ່ງຕົກນະຣົກ ທັງໄດ້ກ່າວຫາກັນຢ່າງສາສົມ, ເກີດມີການຂ້າຟັນລັນແທງກັນຈົນນອງເລືອດ. ອາດຊະຍາກຳ ແລະ ເລື່ອງອັບອາຍຂາຍໜ້າໄດ້ທັບຖົມເຂົ້າມາໃນຄຣິສຕະຈັກ. ແຕ່ໃນຂະນະນັ້ນ ນັກປະຕິຮູບໄວຄຼິບຢູ່ຢ່າງສະຫງົບສຸກໃນໂບດແຫ່ງເມືອງລັດເຕີເວີດ ຕັ້ງໜ້າເຮັດວຽກຢ່າງໝັ່ນພຽນ ເພື່ອເຍືອງສ່ອງໃຫ້ຜູ້ຄົນຫັນຈາກສັນຕະປາປາສອງອົງທີ່ກຳລັງດິ້ນຮົນຕໍ່ສູ້ກັນ ໄປຍັງອົງສັນຕິຣາດ ກໍຄືພຣະເຢຊູຄຣິສ. {GC 86.2}
ຄວາມແຕກແຍກ ແລະ ການຕໍ່ສູ້ກັນ ພ້ອມດ້ວຍຄວາມເສື່ອມເສຍທັງໝົດທີ່ເກີດຂຶ້ນນີ້ ໄດ້ປູທາງທີ່ນຳໄປສູ່ການປະຕິຮູບສາສະໜາຄັ້ງໃຫຍ່ ເພາະມັນໄດ້ເປີດເຜີຍໃຫ້ຄົນທັງຫຼາຍເຫັນເຖິງທາດແທ້ຂອງລະບອບສັນຕະປາປາ. ໄວຄຼິບຂຽນບົດຄວາມເລື່ອງ “ຄວາມຂັດແຍ້ງລະຫວ່າງສັນຕະປາປາດ້ວຍກັນເອງ” ເພື່ອຮຽກຮ້ອງໃຫ້ປະຊາຊົນພິຈາລະນາວ່າ ສັນຕະປາປາທັງສອງອົງນີ້ຄົງໄດ້ເວົ້າຄວາມຈິງ ໃນການປະນາມກັນ ແລະ ກັນວ່າ ອີກຝ່າຍໜຶ່ງເປັນປໍລະປັກຕໍ່ສູ້ພຣະຄຣິສ. ເພິ່ນກ່າວວ່າ: “ພຣະເຈົ້າບໍ່ຍອມໃຫ້ມານຮ້າຍຄອບງຳມະນຸດສະໂລກໂດຍຜ່ານສັນຕະປາປາພຽງອົງດຽວເທົ່ານັ້ນ,…ພຣະອົງຈຶ່ງຊົງໃຫ້ພວກເຂົາແຕກແຍກອອກເປັນສອງອົງ ເພື່ອວ່າ ຄົນທັງຫຼາຍຈະສາມາດເອົາຊະນະເຂົາທັງສອງໃນພຣະນາມຂອງພຣະຄຣິສໄດ້ງ່າຍຂຶ້ນ.”6 {GC 86.3}
ໄວຄຼິບເທດສະໜາປະກາດຂ່າວປະເສີດໃຫ້ແກ່ຄົນຍາກຈົນ ຄືກັນກັບພຣະເຢຊູຄຣິສຜູ້ເປັນພຣະອາຈານຂອງຕົນ. ເພິ່ນບໍ່ພໍໃຈທີ່ຈະເຜີຍແຜ່ແສງສະຫວ່າງແຫ່ງຄວາມຫວັງ ໃນເຮືອນຂອງຄົນຍາກຈົນຂອງເມືອງລັດເຕີເວີດ ອັນເປັນເຂດແດນຂອງຕົນເທົ່ານັ້ນ, ແຕ່ມີຄວາມຕັ້ງໃຈເຜີຍແຜ່ຂ່າວປະເສີດໄປທົ່ວທຸກພາກຂອງປະເທດອັງກິດ. ເພື່ອບັນລຸພາລະກິດນີ້ ເພິ່ນຈຶ່ງຈັດຕັ້ງຄະນະນັກເທດ ອັນປະກອບດ້ວຍບຸກຄົນທຳມະດາສາມັນທີ່ມີໃຈສັດທາ, ຮັກຄວາມຈິງ ແລະ ບໍ່ປາຖະໜາສິ່ງໃດຫຼາຍໄປກວ່າການເຜີຍແຜ່ຄວາມຈິງນັ້ນ. ຄົນເຫຼົ່ານີ້ໄປທຸກຫົນແຫ່ງ, ເທດສະໜາສັ່ງສອນຕາມທ້ອງຕະຫຼາດ, ຕາມຖະໜົນຫົນທາງໃນເມືອງໃຫຍ່ ແລະ ຕາມຮ່ອມນ້ອຍໃນບ້ານນອກຄອກນາ. ພວກເຂົາເສາະສະແຫວງຫາຄົນແກ່ຊະລາ, ຄົນເຈັບໄຂ້ໄດ້ປ່ວຍ, ພ້ອມດ້ວຍຄົນຕົກທຸກໄດ້ຍາກ ແລະ ໄດ້ແບ່ງປັນຂ່າວອັນໜ້າຍິນດີແຫ່ງພຣະຄຸນຂອງພຣະເຈົ້າໃຫ້ແກ່ພວກເຂົາ. {GC 87.1}
ໃນຖານະທີ່ໄວຄຼິບເປັນອາຈານສອນວິຊາສາສະໜາສາດຢູ່ມະຫາວິທະຍາໄລອັອກຟອດ (Oxford), ເພິ່ນໄດ້ເທດສະໜາສັ່ງສອນພຣະຄຳຂອງພຣະເຈົ້າໃນຫໍປະຊຸມຕ່າງໆຂອງມະຫາວິທະຍາໄລ. ເພິ່ນແບ່ງປັນຄວາມຈິງຢ່າງສັດຊື່ໃຫ້ກັບນັກສຶກສາຜູ້ທີ່ຢູ່ໃຕ້ການຊີ້ແນະຂອງເພິ່ນ ຈົນເພິ່ນໄດ້ຮັບຂະໜານນາມວ່າເປັນ “ອາຈານພຣະກິດຕິຄຸນ.” ແຕ່ພາລະກິດທີ່ສຳຄັນທີ່ສຸດໃນຊີວິດຂອງເພິ່ນ ຄືການແປພຣະຄຳພີເປັນພາສາອັງກິດ. ໃນບົດຄວາມທີ່ມີຫົວຂໍ້ວ່າ: “ຄວາມໝາຍອັນແທ້ຈິງຂອງພຣະຄຳພີ” ເພິ່ນໄດ້ສະແດງອອກເຖິງຄວາມມຸ່ງໝັ້ນທີ່ຈະແປພຣະຄຳພີ ເພື່ອທຸກຄົນໃນປະເທດອັງກິດຈະສາມາດອ່ານກ່ຽວກັບພຣະຣາຊກິດທັງຫຼາຍອັນມະຫັດສະຈັນຂອງພຣະເຈົ້າໃນພາສາບ້ານເກີດຂອງຕົນ. {GC 87.2}
ແຕ່ແລ້ວໄວຄຼິບກໍຕ້ອງຢຸດວຽກງານຕ່າງໆຢ່າງກະທັນຫັນ ຍ້ອນເພິ່ນລົ້ມໝອນນອນເສື່ອດ້ວຍພະຍາດໂຣຄາອັນຮ້າຍແຮງ. ເຖິງແມ່ນວ່າເພິ່ນມີອາຍຸຍັງບໍ່ທັນຮອດ 60 ປີກໍຕາມ ແຕ່ເນື່ອງຈາກການເຮັດວຽກໜັກ, ການສຶກສາຄົ້ນຄວ້າ ແລະ ການຖືກໂຈມຕີຂອງບັນດາສັດຕູຢ່າງບໍ່ຢຸດບໍ່ຢ່ອນ ໄດ້ບັນທອນພາລະກຳລັງຂອງເພິ່ນ ແລະ ເຮັດໃຫ້ເພິ່ນແກ່ຊະລາລົງກ່ອນໄວອັນຄວນ. ຂ່າວເລື່ອງນີ້ເຮັດໃຫ້ພວກພຣະກາໂຕລິກສຸກສຳລານບານອົກ. ຕອນນີ້ ພວກເຂົາຄິດວ່າເພິ່ນຄົງຈະສຳນຶກຜິດຢ່າງຂົມຂື່ນກັບຄວາມຊົ່ວຮ້າຍທີ່ເພິ່ນໄດ້ເຮັດຕໍ່ຄຣິສຕະຈັກໂຣມ. ພວກເຂົາຟ້າວໄປທີ່ຫ້ອງພັກ ເພື່ອຟັງການສາລະພາບບາບຂອງເພິ່ນ. ມີຕົວແທນຈາກສຳນັກບາດຫຼວງທັງສີ່ຄະນະ ພ້ອມກັບເຈົ້າໜ້າທີ່ຝ່າຍພົນລະເຮືອນສີ່ທ່ານທີ່ຮວມຕົວກັນຢູ່ອ້ອມຕົວໄວຄຼິບຜູ້ເບິ່ງຄືໃກ້ຈະຕາຍ ແລະ ກ່າວວ່າ: “ເຈົ້າໃກ້ຈະຂາດໃຈຢູ່ແລ້ວ ຈົ່ງສຳນຶກໃນຄວາມຜິດຂອງເຈົ້າສາ ແລະ ຖອນຖ້ອຍຄຳທຸກຢ່າງທີ່ເຈົ້າເຄີຍເວົ້າໃຫ້ພວກເຮົາໄດ້ຮັບຄວາມເສື່ອມເສຍ.” ໄວຄຼິບນອນຟັງໂດຍບໍ່ໄດ້ເວົ້າຫຍັງ ແລ້ວຈຶ່ງບອກຜູ້ດູແລໃຫ້ປະຄອງເພິ່ນຂຶ້ນນັ່ງເທິງຕຽງ. ເພິ່ນຈ້ອງເບິ່ງພວກພຣະກາໂຕລິກໂດຍບໍ່ພັບຕາ ໃນຂະນະທີ່ພວກເຂົາລໍຖ້າໃຫ້ເພິ່ນຖອນຄຳເວົ້າ ແລ້ວຈຶ່ງກ່າວດ້ວຍນ້ຳສຽງທີ່ໜັກແໜ້ນໝັ້ນຄົງເໝືອນດັ່ງທີ່ຜ່ານມາ ອັນເປັນເຫດໃຫ້ພວກເຂົາເຄີຍສັ່ນສະເທືອນວ່າ: “ຂ້າພະເຈົ້າຈະບໍ່ຕາຍ ແຕ່ຈະມີຊີວິດ ແລະ ຈະປະກາດການກະທຳອັນຊົ່ວຮ້າຍຕ່າງໆຂອງພວກພຣະກາໂຕລິກໃຫ້ຄົນທັງຫຼາຍຟັງ.”7 ພວກບາດຫຼວງຕົກໃຈມຶນງົງ ແລະ ຮູ້ສຶກອັບອາຍຂາຍໜ້າ ຈຶ່ງຟ້າວພາກັນອອກໄປຈາກຫ້ອງຢ່າງໄວວາ. {GC 87.3}
ຖ້ອຍຄຳຂອງໄວຄຼິບກາຍເປັນຈິງ. ເພິ່ນມີຊີວິດຢູ່ຕໍ່ຈົນສາມາດມອບພຣະຄຳພີໄວ້ໃນມືຂອງເພື່ອນຮ່ວມຊາດ ເຊິ່ງເປັນອາວຸດທີ່ຊົງພະລັງທີ່ສຸດໃນການຕໍ່ຕ້ານຄຣິສຕະຈັກໂຣມ. ພຣະຄຳພີເປັນຕົວແທນທີ່ສະຫວັນແຕ່ງຕັ້ງໄວ້ ເພື່ອປົດປ່ອຍຄົນໃຫ້ເປັນອິດສະຫຼະ, ສອນຄົນໃຫ້ຮູ້ຄວາມຈິງ ແລະ ປະກາດໃຫ້ຄົນກັບໃຈ. ໄວຄຼິບຕ້ອງຟັນຝ່າອຸປະສັກໃຫຍ່ຫຼາຍປະການກວ່າພາລະກິດນີ້ຈະສຳເລັດ ເຊັ່ນ: ຄວາມເຈັບໄຂ້ໄດ້ປ່ວຍດ້ວຍໂຣກຕ່າງໆ, ສັກກະຍະພາບໃນການເຮັດວຽກຂອງເພິ່ນທີ່ຫຼຸດໜ້ອຍຖອຍລົງທຸກເມື່ອ ແລະ ເຫຼົ່າສັດຕູທີ່ຈະຕ້ອງປະເຊີນ, ແຕ່ເພິ່ນໄດ້ຮັບກຳລັງໃຈດ້ວຍພຣະສັນຍາຕ່າງໆໃນພຣະຄຳຂອງພຣະເຈົ້າ ເພິ່ນຈຶ່ງກ້າວໄປຂ້າງໜ້າໂດຍບໍ່ຫວັ່ນໄຫວຕໍ່ສິ່ງໃດທັງໝົດ. ພຣະເຈົ້າຊົງຮັກສາຊີວິດຂອງໄວຄຼິບໄວ້ ແລະ ກຽມເພິ່ນສຳລັບວຽກງານທີ່ສຳຄັນທີ່ສຸດໃນຊີວິດຂອງເພິ່ນ ໂດຍໃຫ້ເພິ່ນມີກຳລັງສະໝອງອັນແຫຼມຄົມ ແລະ ປະສົບການທີ່ຫຼາກຫຼາຍ. ໃນຂະນະທີ່ປະເທດທັງຫຼາຍໃນເອີຣົບກຳລັງປະເຊີນກັບຄວາມວຸ້ນວາຍ ໄວຄຼິບກໍຢູ່ໃນບ້ານພັກອາຈານໃນເມືອງລັດເຕີເວີດ ຕັ້ງໜ້າຕັ້ງຕາເຮັດພາລະກິດທີ່ພຣະເຈົ້າຊົງມອບໝາຍໄວ້ໃຫ້ ໂດຍບໍ່ສົນໃຈກັບລົມພະຍຸທີ່ພັດກະໜ່ຳຢູ່ຂ້າງນອກ. {GC 88.1}
ໃນທີ່ສຸດພາລະກິດຂອງໄວຄຼິບກໍສຳເລັດ ຄືການແປພຣະຄຳພີເປັນພາສາອັງກິດເປັນຄັ້ງທຳອິດ; ຄົນໃນປະເທດອັງກິດຈຶ່ງສາມາດເປີດອ່ານພຣະຄຳຂອງພຣະເຈົ້າໄດ້. ບັດນີ້ ໄວຄຼິບບໍ່ຢ້ານກົວທີ່ຈະຕິດຄຸກ ຫຼື ຖືກປະຫານດ້ວຍການເຜົາໄຟ. ເພິ່ນໄດ້ມອບແສງສະຫວ່າງໄວ້ໃນມືຂອງຊາວອັງກິດ ເຊິ່ງຈະບໍ່ມີວັນດັບມອດຈັກເທື່ອ. ໃນການມອບພຣະຄຳພີໃຫ້ຄົນຮ່ວມຊາດຂອງຕົນນັ້ນ ເພິ່ນໄດ້ທະລາຍພັນທະນາການແຫ່ງຄວາມໂງ່ຈ້າ ແລະ ຄວາມຊົ່ວຊ້າ, ແຖມຍັງປົດປ່ອຍ ແລະ ຍົກລະດັບປະເທດຂອງເພິ່ນໃຫ້ບັນລຸຜົນໄດ້ດີກວ່າຜົນງານທີ່ເຄີຍໄດ້ຮັບຈາກໄຊຊະນະໃນສົງຄາມ. {GC 88.2}
ໃນສະໄໝນັ້ນຍັງບໍ່ທັນມີການພິມໜັງສືເທື່ອ; ສະນັ້ນ, ການຄັດລອກສຳເນົາພຣະຄຳພີຕ້ອງໃຊ້ແຮງງານ ແລະ ເວລາຫຼາຍ. ແຕ່ເນື່ອງຈາກມີຄົນຈຳນວນຫຼາຍສົນໃຈຢາກໄດ້ພຣະຄຳພີ, ດັ່ງນັ້ນ ຈຶ່ງມີຫຼາຍຄົນເຕັມໃຈລົງມືຊ່ວຍໃນການຄັດລອກ, ຢ່າງໃດກໍຕາມ ກໍມີຄວາມລຳບາກໃນການຄັດລອກພຣະຄຳພີໃຫ້ທັນກັບຄວາມຕ້ອງການ. ຄົນຮັ່ງມີບາງຄົນຕ້ອງການພຣະຄຳພີທັງເຫຼັ້ມ, ສ່ວນຄົນອື່ນກໍສັ່ງຊື້ພຽງແຕ່ສ່ວນໃດສ່ວນໜຶ່ງເທົ່ານັ້ນ, ໃນຫຼາຍໆຄັ້ງມີຫຼາຍຄອບຄົວຮ່ວມທຶນກັນເພື່ອຊື້ພຣະຄຳພີທັງເຫຼັ້ມ. ດັ່ງນັ້ນ, ໃນບໍ່ຊ້າພຣະຄຳພີທີ່ໄວຄຼິບແປກໍສາມາດເຂົ້າໄປໃນບ້ານເຮືອນຂອງປະຊາຊົນ. {GC 88.3}
ການຮຽກຮ້ອງໃຫ້ຄົນຄິດຢ່າງມີເຫດມີຜົນໄດ້ກະຕຸ້ນປະຊາຊົນໃຫ້ຕື່ນຈາກການຍອມເຮັດຕາມຫຼັກຄຳສອນຂອງສັນຕະປາປາໂດຍບໍ່ຢັ່ງຄິດ. ບັດນີ້ ໄວຄຼິບສອນຫຼັກຂໍ້ເຊື່ອສຳຄັນຂອງໂປຣແຕັສຕັງ ກໍຄື 1) ຄວາມລອດໂດຍຜ່ານທາງຄວາມເຊື່ອໃນພຣະຄຣິສ ແລະ 2) ພຣະຄຳພີເປັນບັນທັດຖານດຽວທີ່ບໍ່ມີຄວາມຜິດພາດ. ບັນດານັກເທດທີ່ເພິ່ນສົ່ງອອກໄປກໍເອົາພຣະຄຳພີໄປແຈກຈຳໜ່າຍພ້ອມກັບບົດຂຽນຂອງໄວຄຼິບ ແລະ ໄດ້ຮັບຜົນສຳເລັດຫຼາຍ ຈົນເຮັດໃຫ້ປະຊາຊົນເກືອບເຄິ່ງໜຶ່ງຂອງປະເທດອັງກິດຍອມຮັບເອົາຫຼັກຄຳສອນໃໝ່ດັ່ງກ່າວ. {GC 89.1}
ການປາກົດຕົວຂອງພຣະຄຳພີເຮັດໃຫ້ພວກຜູ້ນຳຄຣິສຕະຈັກຕົກຕະລຶງ ເພາະວ່າຕອນນີ້ພວກເຂົາຕ້ອງຮັບມືກັບສິ່ງທີ່ມີອຳນາດຫຼາຍກວ່າຕົວໄວຄຼິບ ເຊິ່ງອາວຸດຂອງພວກເຂົານັ້ນຈະບໍ່ສາມາດຕໍ່ກອນໄດ້. ໃນເວລານັ້ນບໍ່ມີກົດໝາຍໃນປະເທດອັງກິດທີ່ຫ້າມບໍ່ໃຫ້ຜູ້ໃດມີພຣະຄຳພີ ເພາະບໍ່ເຄີຍມີການເຜີຍແຜ່ພຣະຄຳພີໃນພາສາຂອງປະຊາຊົນມາກ່ອນ, ໃນເວລາຕໍ່ມາຈຶ່ງມີການປະກາດກົດໝາຍດັ່ງກ່າວ ເຊິ່ງຖືກບັງຄັບໃຊ້ຢ່າງເຂັ້ມງວດ. ແຕ່ໃນໄລຍະເວລາກ່ອນກົດໝາຍເຫຼົ່ານັ້ນ ກໍຍັງມີໂອກາດເລັກນ້ອຍໃນການເຜີຍແຜ່ພຣະທຳຂອງພຣະເຈົ້າ ເຖິງແມ່ນວ່າພວກບາດຫຼວງພະຍາຍາມຂັດຂວາງກໍຕາມ. {GC 89.2}
ພວກຜູ້ນຳຝ່າຍສັນຕະປາປາວາງແຜນອີກ ເພື່ອລະງັບພາລະກິດຂອງໄວຄຼິບ. ເພິ່ນຖືກເອີ້ນໄປໃຫ້ການໃນສານເຖິງສາມຄັ້ງຕິດຕໍ່ກັນ ແຕ່ກໍບໍ່ມີຫຍັງເກີດຂຶ້ນ. ຄັ້ງທຳອິດສະພາບາດຫຼວງໄດ້ໃຫ້ການຖະແຫຼງວ່າ ບົດຄວາມທັງໝົດຂອງເພິ່ນເປັນຄຳສອນນອກຮີດ; ພວກເຂົາສາມາດໂນ້ມນ້າວໃຈກະສັດໜຸ່ມຣິດຊາດທີ 2 (Richard II) ໃຫ້ຢູ່ຝ່າຍພວກເຂົາ ຈົນໄດ້ຮັບຄຳສັ່ງໃຫ້ຈັບຂັງຄຸກທຸກຄົນທີ່ຖືຕາມຫຼັກຄຳສອນຂອງໄວຄຼິບ. {GC 89.3}
ໄວຄຼິບຈຶ່ງຍື່ນຄຳອຸທອນໄປທີ່ລັດຖະສະພາ, ເພິ່ນຟ້ອງຮ້ອງພວກຜູ້ນຳຄຣິສຕະຈັກຕໍ່ສະພາແຫ່ງຊາດຟັງຢ່າງບໍ່ຫວັ່ນໄຫວ ແລະ ຮຽກຮ້ອງໃຫ້ມີການປະຕິຮູບຄຣິສຕະຈັກ ເພາະຄຣິສຕະຈັກໄດ້ສົ່ງເສີມການໃຊ້ອຳນາດເກີນຂອບເຂດຢ່າງຮຸນແຮງ. ເພິ່ນບັນລະຍາຍໃຫ້ເຫັນເຖິງການຫຼົງໃນອຳນາດ ແລະ ການສໍ້ໂກງຕ່າງໆຂອງສັນຕະປາປາ; ການກະທຳເຊັ່ນນີ້ເຮັດໃຫ້ພວກສັດຕູຂອງເພິ່ນສັບສົນວຸ້ນວາຍ. ກ່ອນໜ້ານີ້ ບັນດາໝູ່ເພື່ອນ ແລະ ຜູ້ສະໜັບສະໜູນຂອງໄວຄຼິບຖືກບັງຄັບໃຫ້ຍອມຈຳນົນ; ສະນັ້ນ, ພວກຝ່າຍຄຣິສຕະຈັກໂຣມຈຶ່ງຄາດຫວັງວ່າ ໄວຄຼິບເອງກໍຄົງຕ້ອງກົ້ມກາບຕໍ່ອຳນາດຮວມຂອງກະສັດ ແລະ ສັນຕະປາປາ ເພາະເພິ່ນແກ່ຊະລາ, ໂດດດ່ຽວ ແລະ ຂາດເພື່ອນສະໜິດມິດສະຫາຍ. ແຕ່ກົງກັນຂ້າມ ພວກຝ່າຍສັນຕະປາປາພັດເຫັນວ່າຕົນເອງເປັນຝ່າຍທີ່ພ່າຍແພ້. ລັດຖະສະພາໄດ້ຮັບການກະຕຸ້ນຈາກຄຳອຸທອນຂອງໄວຄຼິບ ຈຶ່ງໄດ້ຍົກເລີກດຳລັດຈາກກະສັດທີ່ໃຊ້ໃນການກົດຂີ່ຂົ່ມເຫັງ, ໄວຄຼິບຈຶ່ງໄດ້ຮັບເສລີພາບອີກຄັ້ງ. {GC 89.4}
ໄວຄຼິບຖືກນຳໄປຂຶ້ນສານເປັນຄັ້ງທີສາມ ຮອບນີ້ແມ່ນສານສາສະໜາອັນສູງສຸດໃນປະເທດອັງກິດ ເຊິ່ງໃນສານດັ່ງກ່າວຈະບໍ່ມີການສະແດງຄວາມເມດຕາຕໍ່ຄຳສອນນອກຮີດ. ພວກຝ່າຍສັນຕະປາປາຄິດວ່າຄຣິສຕະຈັກໂຣມຈະໄດ້ຮັບໄຊຊະນະໃນຄັ້ງນີ້ຢ່າງແນ່ນອນ ແລະ ພາລະກິດຂອງນັກປະຕູຮູບຄົນນີ້ຈະຖືກຢຸດຢັ້ງ. ຖ້າຫາກທຸກຢ່າງເປັນໄປຕາມຄວາມມຸ່ງໝາຍຂອງພວກເຂົາ ໄວຄຼິບຈະຖືກບັງຄັບໃຫ້ຖອນຫຼັກຄຳສອນຕ່າງໆຂອງຕົນ ຫຼື ຈະຖືກສານຕັດສິນປະຫານຊີວິດດ້ວຍການເຜົາໄຟ. {GC 90.1}
ແຕ່ໄວຄຼິບບໍ່ຍອມຖອນຄຳສອນຄືນ ແລະ ບໍ່ເຊື່ອງຊ່ອນຄວາມຮູ້ສຶກທີ່ແທ້ຈິງຂອງຕົນ. ເພິ່ນບໍ່ຫວັ່ນໄຫວແຕ່ຢືນຢັນວ່າຄຳສອນຂອງຕົນຖືກຕ້ອງ ແລະ ຕອບໂຕ້ຂໍ້ກ່າວຫາຕ່າງໆຂອງຄົນທີ່ກົດຂີ່ຂົ່ມເຫັງເພິ່ນ. ໄວຄຼິບລືມຮອດຕົນເອງ ແລະ ບໍ່ຄຳນຶງເຖິງຖານະການເປັນຜູ້ຖືກກ່າວຫາ ຫຼື ສະພາບການໃນເວລານັ້ນ; ຫາກແຕ່ເພິ່ນປະກາດວ່າ ບັນດາຜູ້ຟັງທັງຫຼາຍກຳລັງຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະເຈົ້າ ແລະ ພຣະອົງຈະນຳເອົາແຜນອຸບາຍກັບການຫຼອກລວງຂອງພວກເຂົາ ມາພິພາກສາດ້ວຍຄວາມຈິງອັນເປັນນິຣັນດອນ. ຄົນທີ່ຢູ່ໃນສານໄດ້ສຳຜັດເຖິງຣິດອຳນາດຂອງພຣະວິນຍານບໍຣິສຸດ ແລະ ພຣະເຈົ້າດົນຈິດດົນໃຈຜູ້ຟັງທັງຫຼາຍ ຈົນພວກເຂົາບໍ່ສາມາດອອກຈາກຫ້ອງນັ້ນໄດ້. ຖ້ອຍຄຳຂອງນັກປະຕິຮູບເປັນເໝືອນດັ່ງລູກທະນູຂອງພຣະເຈົ້າ ທີ່ແທງທະລຸຈິດໃຈຂອງຜູ້ຟັງ. ຄົນເຫຼົ່ານີ້ໄດ້ຟ້ອງໄວຄຼິບໃນຂໍ້ຫາເຜີຍແຜ່ຄຳສອນນອກຮີດ ບັດນີ້ເພິ່ນກັບຟ້ອງພວກເຂົາຄືນໃນຂໍ້ຫາດັ່ງກ່າວດ້ວຍເຫດຜົນທີ່ໜ້າເຊື່ອຖື. ເພິ່ນຖາມວ່າ ເປັນຫຍັງພວກເຂົາຈຶ່ງກ້າເຜີຍແຜ່ຄຳສອນທີ່ບໍ່ຈິງ? ຫຼືວ່າ ພວກເຂົາສອນຄວາມເທັດເພື່ອຈະໄດ້ຜົນປະໂຫຍດໃສ່ຕົນເອງ? ຖ້າຢ່າງນັ້ນ ກໍເທົ່າກັບເປັນການນຳເອົາພຣະຄຸນຂອງພຣະເຈົ້າມາເຮັດເປັນທຸລະກິດ. {GC 90.2}
ໃນທີ່ສຸດເພິ່ນກ່າວວ່າ: “ພວກທ່ານຄິດວ່າກຳລັງຕໍ່ສູ້ກັບໃຜ? ກຳລັງຕໍ່ສູ້ກັບຊາຍຊະລາຄົນໜຶ່ງທີ່ເປັນໄມ້ໃກ້ຝັ່ງບໍ? ບໍ່ແມ່ນເລີຍ ແຕ່ພວກທ່ານກຳລັງຕໍ່ສູ້ກັບຄວາມຈິງ, ຄືຄວາມຈິງທີ່ມີອຳນາດເຂັ້ມແຂງກວ່າພວກທ່ານ ແລະ ທີ່ຈະເອົາຊະນະພວກທ່ານ.”8 ເມື່ອກ່າວຈົບແລ້ວ ເພິ່ນກໍຍ່າງອອກຈາກສານ ໂດຍບໍ່ມີສັດຕູຄູ່ອາຄາດຄົນໃດພະຍາຍາມຂັດຂວາງແຕ່ຢ່າງໃດ. {GC 90.3}
ພາລະກິດຂອງໄວຄຼິບໃກ້ຈະສຳເລັດ ທຸງແຫ່ງຄວາມຈິງທີ່ເພິ່ນໄດ້ຖືໄວ້ມາດົນນານ ຈະຕ້ອງຫຼຸດອອກຈາກມືຂອງເພິ່ນໃນບໍ່ຊ້າ ແຕ່ເພິ່ນຈະຕ້ອງເປັນພະຍານເຖິງຂ່າວປະເສີດແຫ່ງຄວາມຈິງອີກຄັ້ງໜຶ່ງ, ຈະຕ້ອງປະກາດເຖິງສັດຈະທຳຈາກຖານທີ່ໝັ້ນຂອງຄວາມເທັດນັ້ນເອງ. ໄວຄຼິບຖືກເອີ້ນໄປຂຶ້ນສານຂອງສັນຕະປາປາຢູ່ນະຄອນໂຣມ ເຊິ່ງເປັນສານທີ່ຕັດສິນປະຫານຊີວິດບັນດາໄພ່ພົນຜູ້ບໍຣິສຸດຂອງພຣະເຈົ້າມາຫຼາຍຫົນ. ເຖິງແມ່ນວ່າເພິ່ນຈະຮູ້ດີວ່າມີອັນຕະລາຍລໍຖ້າຢູ່ຂ້າງໜ້າ ເພິ່ນກໍຕັ້ງໃຈຈະໄປຕາມໝາຍສານ ແຕ່ເກີດອາການອຳມະພາດກະທັນຫັນ ເປັນເຫດໃຫ້ເພິ່ນເດີນທາງບໍ່ໄດ້. ເຖິງແມ່ນວ່າເພິ່ນບໍ່ສາມາດເວົ້າດ້ວຍສຽງທີ່ນະຄອນໂຣມ ແຕ່ເພິ່ນຕັ້ງໃຈທີ່ຈະກ່າວໂດຍຜ່ານທາງຈົດໝາຍ ເພາະເປັນສິ່ງທີ່ສາມາດເຮັດໄດ້. ໄວຄຼິບຈຶ່ງຂຽນຈົດໝາຍໄປຫາສັນຕະປາປາດ້ວຍຖ້ອຍຄຳທີ່ໃຫ້ຄວາມເຄົາລົບ ແລະ ສະແດງເຖິງຄວາມເປັນຄຣິສຕຽນ ແຕ່ໃນຂະນະດຽວກັນກໍຕຳໜິຢ່າງຮຸນແຮງຕໍ່ຄວາມຫຍິ່ງຍະໂສ ແລະ ພິທີກຳອັນຫຼູຫຼາຂອງສຳນັກສັນຕະປາປາ ໂດຍມີເນື້ອໃນດັ່ງລຸ່ມນີ້: {GC 90.4}
“ຂ້າພະເຈົ້າມີຄວາມຍິນດີທີ່ຈະເປີດເຜີຍ ແລະ ປະກາດຄວາມເຊື່ອຖືຂອງຂ້າພະເຈົ້າຕໍ່ຄົນທັງປວງ ໂດຍສະເພາະຕໍ່ສັນຕະປາປາຢູ່ນະຄອນໂຣມ. ຂ້າພະເຈົ້າເຊື່ອວ່າ ຖ້າຖ້ອຍຄຳຂອງຂ້າພະເຈົ້າຖືກຕ້ອງ ແລະ ເປັນຄວາມຈິງ ເພິ່ນກໍຈະຍິນດີຢືນຢັນເຖິງຄວາມເຊື່ອຖືຂອງຂ້າພະເຈົ້າ ຫຼືວ່າ ຖ້າມີປະການໃດບໍ່ຖືກຕ້ອງກໍຈະຊ່ວຍແນະນຳໃຫ້ປັບປ່ຽນແກ້ໄຂ. {GC 91.1}
“ປະການທຳອິດ, ຂ້າພະເຈົ້າເຊື່ອວ່າ ຂ່າວປະເສີດຂອງພຣະຄຣິສແມ່ນພຣະບັນຍັດທັງໝົດຂອງພຣະເຈົ້າ;…ຂ້າພະເຈົ້າຍອມຮັບ ແລະ ຖືວ່າເຈົ້າຄະນະປະຈຳນະຄອນໂຣມ ກໍຄືສັນຕະປາປາ, ໃນຖານະທີ່ເພິ່ນເປັນຕົວແທນຂອງພຣະຄຣິສໃນໂລກນີ້, ຕ້ອງຜູກພັນກັບກົດບັນຍັດແຫ່ງຂ່າວປະເສີດນັ້ນຫຼາຍກວ່າຄົນອື່ນໆທັງໝົດ; ເພາະວ່າຄວາມຍິ່ງໃຫຍ່ຂອງບັນດາສາວົກຂອງພຣະຄຣິສບໍ່ໄດ້ຢູ່ທີ່ກຽດສັກສີ ຫຼື ກຽດຕິຍົດທາງໂລກ, ແຕ່ຢູ່ທີ່ການປະຕິບັດຕາມແບບຢ່າງຊີວິດຂອງພຣະຄຣິສຢ່າງໃກ້ຊິດ;…ເມື່ອພຣະຄຣິສດຳເນີນຊີວິດໃນໂລກນີ້ ພຣະອົງເປັນຄົນຍາກຈົນແສນເຂັນ, ພຣະອົງຍອມປະຕິເສດ ແລະ ປະຖິ້ມທັງອຳນາດ ແລະ ກຽດຕິຍົດທັງໝົດທາງໂລກ.…” {GC 91.2}
“ຜູ້ສັດຊື່ທຸກຄົນບໍ່ຄວນປະຕິບັດຕາມຄົນເຄັ່ງສາສະໜາຄົນໃດ ຫຼື ແມ່ນແຕ່ສັນຕະປາປາເອງ ນອກຈາກໃນເລື່ອງທີ່ພວກເຂົາປະຕິບັດຕາມອົງພຣະເຢຊູຄຣິສເຈົ້າ; ເພາະວ່າເປໂຕ ແລະ ລູກຊາຍທັງສອງຂອງເຊເບດາຍໄດ້ເຮັດຜິດ ເມື່ອພວກເຂົາປາຖະໜາກຽດຕິຍົດທາງໂລກ, ເພາະມັນບໍ່ສອດຄ່ອງກັບວິຖີຊີວິດຂອງພຣະຄຣິສ; ເພາະສະນັ້ນ, ເຮົາທັງຫຼາຍບໍ່ຄວນເຮັດຕາມຄວາມຜິດຂອງພວກເຂົາໃນເລື່ອງເຊັ່ນນີ້.…” {GC 91.3}
“ສັນຕະປາປາຄວນປ່ອຍອຳນາດການປົກຄອງຝ່າຍໂລກທັງໝົດໄວ້ກັບເຈົ້າໜ້າທີ່ບ້ານເມືອງທີ່ບໍ່ກ່ຽວຂ້ອງກັບສາສະໜາ ແລະ ຄວນແນະນຳບາດຫຼວງ ກັບ ສາສະໜາຈານທັງໝົດໃນລະບອບຂອງເພິ່ນໃຫ້ປ່ອຍວາງອຳນາດເໝືອນກັນ, ເພາະວ່າພຣະຄຣິສຊົງກະທຳຢ່າງນັ້ນ ໂດຍສະເພາະຜ່ານທາງພວກອັກຄະສາວົກຂອງພຣະອົງ. ດ້ວຍເຫດນີ້, ຖ້າຫາກຂ້າພະເຈົ້າກະທຳຜິດປະການໃດໜຶ່ງທີ່ກ່າວໄວ້ແລ້ວຂ້າງເທິງ ຂ້າພະເຈົ້າຍິນດີນ້ອມຮັບໂທດ ແມ່ນການລົງໂທດປະຫານຊີວິດກໍຕາມຖ້າຈຳເປັນ. ຖ້າຫາກເປັນໄປຕາມຄວາມປະສົງຂອງຂ້າພະເຈົ້າແລ້ວ ຂ້າພະເຈົ້າຈະໄປລາຍງານຕົວຕໍ່ໜ້າເຈົ້າຄະນະແຫ່ງນະຄອນໂຣມ9ຢ່າງແນ່ນອນ ແຕ່ພຣະຜູ້ເປັນເຈົ້າຊົງແຕະຕ້ອງຂ້າພະເຈົ້າ ຈົນເປັນເຫດໃຫ້ເດີນທາງບໍ່ໄດ້ ແລະ ຊົງສອນຂ້າພະເຈົ້າໃຫ້ເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ.” {GC 91.4}
ໄວຄຼິບກ່າວປິດທ້າຍຈົດໝາຍວ່າ: “ຂໍໃຫ້ທຸກຄົນອະທິຖານຕໍ່ພຣະເຈົ້າຂອງພວກເຮົາ ເພື່ອໃຫ້ພຣະອົງດົນຈິດດົນໃຈອົງສັນຕະປາປາເອີບານທີ 6 (Urban VI) ຂອງພວກເຮົາ ພ້ອມດ້ວຍພວກຄະນະບາດຫຼວງຂອງເພິ່ນ ໃຫ້ດຳເນີນຊີວິດຕາມແບບຢ່າງຂອງພຣະເຢຊູຄຣິສ, ເພື່ອໃຫ້ພວກເຂົາສັ່ງສອນປະຊາຊົນຢ່າງໄດ້ຜົນ ແລະ ເພື່ອປະຊາຊົນຈະໄດ້ເຮັດຕາມແບບຢ່າງຂອງພວກເຂົາຢ່າງສັດຊື່.”10 {GC 92.1}
ຈົດໝາຍສະບັບນີ້ຂອງໄວຄຼິບໄດ້ສະແດງໃຫ້ສັນຕະປາປາ ແລະ ພວກພຣະຄາດີນັນຂອງເພິ່ນເຫັນເຖິງຄວາມອ່ອນນ້ອມຖ່ອມຕົນຂອງພຣະຄຣິສ ແລະ ເປີດເຜີຍຄວາມແຕກຕ່າງລະຫວ່າງພຣະອົງ ກັບ ຄົນທີ່ອ້າງວ່າເປັນຕົວແທນຂອງພຣະອົງ. ຊ້ຳບໍ່ໜຳ, ກໍຍັງສະແດງໃຫ້ຄົນທົ່ວເອີຣົບເຫັນເຖິງຄວາມແຕກຕ່າງນີ້ເຊັ່ນກັນ. {GC 92.2}
ໄວຄຼິບຄິດວ່າເພິ່ນຈະຕ້ອງຖືກຂ້າຍ້ອນຄວາມສັດຊື່ຢ່າງແນ່ນອນ. ມີທັງກະສັດ, ສັນຕະປາປາ ແລະ ພວກເຈົ້າຄະນະຮ່ວມມືກັນເພື່ອຫວັງທຳລາຍຊີວິດຂອງເພິ່ນໃຫ້ພິນາດ; ເບິ່ງຄືວ່າ ເຫຼືອເວລາບໍ່ເທົ່າໃດເດືອນ ເພິ່ນຈະຕ້ອງຈົບຊີວິດລົງທີ່ຫຼັກປະຫານຢ່າງຫຼີກລ່ຽງບໍ່ໄດ້. ແຕ່ຄວາມກ້າຫານຂອງເພິ່ນບໍ່ສັ່ນຄອນ; ໄວຄຼິບກ່າວວ່າ: “ເປັນຫຍັງເຈົ້າເວົ້າເຖິງການສະຫຼະຊີວິດເພື່ອຄວາມເຊື່ອເໝືອນເປັນເລື່ອງທີ່ຫ່າງໄກ? ຈົ່ງເທດສະໜາປະກາດຂ່າວປະເສີດຂອງພຣະຄຣິສໃຫ້ພວກບາດຫຼວງທີ່ທະນົງຕົວຟັງ ແລ້ວຄວາມຕາຍຈະມາຫາເຈົ້າເອງ. ຈະໃຫ້ຂ້າພະເຈົ້າປິດປາກງຽບເພື່ອຈະໄດ້ມີຊີວິດຢູ່ຕໍ່ໄປຊັ້ນບໍ?…ບໍ່ມີທາງດອກ! ໃຫ້ມີດປະຫານສັບລົງມາເລີຍ, ຂ້າພະເຈົ້າລໍຖ້າມັນຢູ່.”11 {GC 92.3}
ແຕ່ພຣະເຈົ້າຍັງຄົງປົກປ້ອງຄຸ້ມຄອງຜູ້ຮັບໃຊ້ຂອງພຣະອົງ. ຊາຍຄົນນີ້ຜູ້ທີ່ໄດ້ຢືນຢັດຢ່າງກ້າຫານຕະຫຼອດທັງຊີວິດເພື່ອປົກປ້ອງຄວາມຈິງ ແລະ ໄດ້ສ່ຽງຊີວິດຢູ່ທຸກມື້ທຸກວັນ ຈະຕ້ອງບໍ່ຕົກເປັນເຫຍື່ອແຫ່ງຄວາມໂກດຮ້າຍຂອງສັດຕູ. ໄວຄຼິບບໍ່ເຄີຍພະຍາຍາມປົກປ້ອງຕົນເອງ ແຕ່ພຣະເຈົ້າຊົງຄຸ້ມຄອງຮັກສາຊີວິດຂອງເພິ່ນ; ບັດນີ້, ເມື່ອພວກສັດຕູຮູ້ສຶກໝັ້ນໃຈວ່າເພິ່ນເໝືອນລູກໄກ່ຢູ່ໃນກຳມື ພຣະເຈົ້າຊົງນຳເພິ່ນອອກໄປໄກເກີນກວ່າທີ່ພວກເຂົາຈະເອື້ອມມືເຖິງ. ຂະນະທີ່ເພິ່ນກຳລັງຈະເລີ່ມປະກອບພິທີມະຫາສະໜິດໃນໂບດຂອງເພິ່ນຢູ່ເມືອງລັດເຕີເວີດ ໄວຄຼິບກໍລົ້ມລົງຍ້ອນເປັນອຳມະພາດກະທັນຫັນ ແລະ ຕໍ່ມາບໍ່ດົນເພິ່ນກໍເສຍຊີວິດ. {GC 92.4}
ພຣະເຈົ້າຊົງມອບພາລະໜ້າທີ່ໃຫ້ໄວຄຼິບ ແລະ ຊົງໃສ່ພຣະຄຳແຫ່ງຄວາມຈິງໄວ້ໃນປາກຂອງເພິ່ນ, ນອກຈາກນັ້ນພຣະອົງຊົງເຝົ້າດູແລເພິ່ນ ເພື່ອໃຫ້ເພິ່ນປະກາດພຣະຄຳນັ້ນແກ່ປະຊາຊົນ. ຊີວິດຂອງເພິ່ນໄດ້ຮັບການພິທັກຮັກສາ ແລະ ພາລະກິດການງານຂອງເພິ່ນກໍໄດ້ສືບຕໍ່ຈົນຮາກຖານແຫ່ງການປະຕິຮູບສາສະໜາຄັ້ງໃຫຍ່ຖືກວາງລົງໄດ້ສຳເລັດ. {GC 92.5}
ໄວຄຼິບມີຊີວິດຢູ່ໃນສະໄໝຍຸກມືດ, ບໍ່ມີຜູ້ໃດບຸກເບີກທາງກ່ອນໜ້າເພິ່ນ ເພື່ອເພິ່ນຈະສາມາດໄດ້ແນວທາງໃນການວາງລະບົບການປະຕິຮູບຂອງເພິ່ນ. ໄວຄຼິບໄດ້ຮັບການບຳລຸງອູ້ມຊູເໝືອນໂຢຮັນບັບຕິສໂຕ ເພື່ອເຮັດພັນທະກິດພິເສດໃຫ້ສຳເລັດ ຄືການປະກາດການເລີ່ມຕົ້ນແຫ່ງຍຸກສະໄໝໃໝ່. ຢ່າງໃດກໍຕາມ, ເພິ່ນໄດ້ສອນຄວາມຈິງຢ່າງເປັນລະບົບ ແລະ ມີຄວາມກົມກຽວກັນຢ່າງສົມບູນ ເຊິ່ງນັກປະຕິຮູບຄົນອື່ນໆທີ່ມາພາຍຫຼັງກໍບໍ່ສາມາດເຮັດໄດ້ດີກວ່າເພິ່ນ ແລະ ບາງຄົນກໍຍັງເຮັດບໍ່ເທົ່າເພິ່ນ ແມ່ນຫຼັງຈາກເພິ່ນເສຍຊີວິດໜຶ່ງຮ້ອຍປີ. ຮາກຖານທີ່ເພິ່ນວາງໄວ້ນັ້ນທັງກວ້າງ ແລະ ເລິກ, ໂຄງສ້າງນັ້ນກໍໝັ້ນຄົງ ແລະ ຖືກຕ້ອງຕາມຄວາມຈິງເຊັ່ນກັນ ຈົນຜູ້ທີ່ມາພາຍຫຼັງບໍ່ຈຳເປັນຕ້ອງຮື້ຖອນເພື່ອກໍ່ສ້າງຄືນໃໝ່. {GC 93.1}
ການປະຕິຮູບອັນຍິ່ງໃຫຍ່ທີ່ໄວຄຼິບເປັນຜູ້ເບິກທາງນັ້ນມີຈຸດກຳເນີດໃນພຣະຄຳຂອງພຣະເຈົ້າ; ການປະຕິຮູບນັ້ນໄດ້ນຳໄປສູ່ການປົດປ່ອຍຈິດສຳນຶກຜິດຊອບ ແລະ ຄວາມນຶກຄິດຂອງຜູ້ຄົນ, ພ້ອມທັງປົດປ່ອຍປະເທດຕ່າງໆທີ່ຖືກຜູກມັດກັບການຄອບງຳຂອງຄຣິສຕະຈັກໂຣມມາເປັນເວລາດົນນານໃຫ້ເປັນອິດສະຫຼະ. ພຣະຄຳຂອງພຣະເຈົ້າເປັນສາຍນ້ຳແຫ່ງພຣະພອນດຸດດັ່ງນ້ຳແຫ່ງຊີວິດ ທີ່ຫຼັ່ງໄຫຼລົງມາໃນທຸກຍຸກທຸກສະໄໝ ຕະຫຼອດປະຫວັດສາດຕັ້ງແຕ່ມີການແປເປັນພາສາອັງກິດໃນສະຕະວັດທີ 14 ເປັນຕົ້ນມາ. ໄວຄຼິບຍອມຮັບເອົາພຣະຄຳພີດ້ວຍຄວາມເຊື່ອທີ່ໄຮ້ຂໍ້ສົງໄສວ່າ ເປັນການເປີດເຜີຍພຣະປະສົງຂອງພຣະເຈົ້າ ແລະ ໄດ້ຮັບການດົນໃຈຈາກພຣະອົງ; ເພິ່ນເຊື່ອວ່າພຣະຄຳພີເປັນບັນທັດຖານທີ່ພຽງພໍສຳລັບຄວາມເຊື່ອ ແລະ ການດຳເນີນຊີວິດ. ເພິ່ນໄດ້ຮັບການອົບຮົມລ້ຽງດູໃຫ້ຖືວ່າຄຣິສຕະຈັກໂຣມເປັນອົງກອນສັກສິດຂອງພຣະເຈົ້າທີ່ປາສະຈາກຂໍ້ຜິດພາດ ແລະ ມີອຳນາດສູງສຸດ. ເພິ່ນຖືກສອນໃຫ້ນ້ອມຮັບຄຳສອນ ແລະ ທຳນຽມຕ່າງໆທີ່ຄຣິສຕະຈັກໂຣມກຳນົດຂຶ້ນ ແລະ ປະຕິບັດກັນມາເປັນເວລາພັນປີ ໂດຍບໍ່ໃຫ້ເພິ່ນຕັ້ງຂໍ້ໂຕ້ແຍ້ງໃດໆ, ແຕ່ເພິ່ນໄດ້ຫັນຫຼັງໃສ່ສິ່ງເຫຼົ່ານີ້ທັງໝົດ ເພື່ອຮັບຟັງພຣະທຳອັນບໍຣິສຸດຂອງພຣະເຈົ້າ. ພຣະຄຳພີຄືອຳນາດສູງສຸດທີ່ເພິ່ນກະຕຸ້ນຊຸກຍູ້ໃຫ້ຄົນທັງຫຼາຍຍອມຮັບ; ໄວຄຼິບສອນວ່າພຣະສຸຣະສຽງຂອງພຣະເຈົ້າທີ່ກ່າວຜ່ານພຣະຄຳພີ ເປັນສິ່ງທີ່ມີອຳນາດສູງສຸດພຽງຢ່າງດຽວ, ບໍ່ແມ່ນຖ້ອຍຄຳຂອງສັນຕະປາປາທີ່ກ່າວຜ່ານຄຣິສຕະຈັກ. ເພິ່ນສອນວ່າ ພຣະຄຳພີເປັນການເປີດເຜີຍນ້ຳພຣະໄທຂອງພຣະເຈົ້າທີ່ສົມບູນແບບ, ນອກຈາກນັ້ນ ກໍຍັງສອນວ່າ ມີແຕ່ພຣະວິນຍານບໍຣິສຸດອົງດຽວເທົ່ານັ້ນທີ່ອະທິບາຍຄວາມໝາຍຂອງພຣະຄຳພີໄດ້ ແລະ ທຸກຄົນຕ້ອງຮຽນຮູ້ໜ້າທີ່ຮັບຜິດຊອບຂອງຕົນເອງດ້ວຍການສຶກສາຫຼັກຄຳສອນຂອງພຣະຄຳພີ. ສະນັ້ນ, ເພິ່ນຈຶ່ງຫັນຈິດໃຈຂອງຜູ້ຄົນອອກຈາກສັນຕະປາປາ ແລະ ຄຣິສຕະຈັກໂຣມໄປຍັງພຣະທຳຂອງພຣະເຈົ້າ. {GC 93.2}
ໄວຄຼິບເປັນໜຶ່ງໃນນັກປະຕິຮູບທີ່ສຳຄັນທີ່ສຸດ ມີໜ້ອຍຄົນໃນປະຫວັດສາດຜູ້ທີ່ມາພາຍຫຼັງສາມາດທຽບເທົ່າເພິ່ນ; ເພິ່ນມີຄວາມສະຫຼາດປາດເປື່ອງ ແລະ ມີຄວາມຄິດຫຼັກແຫຼມ. ໄວຄຼິບຢຶດໝັ້ນໃນຄວາມຈິງຢ່າງໝັ້ນຄົງແນ່ວແນ່ ແລະ ມີຄວາມກ້າຫານໃນການປົກປ້ອງຄວາມຈິງນັ້ນ. ລັກສະນະຂອງນັກປະຕິຮູບຄົນທຳອິດນີ້ຄື ຊີວິດທີ່ບໍຣິສຸດ, ຄວາມດຸໝັ່ນທີ່ບໍ່ຮູ້ອິດຮູ້ເມື່ອຍໃນການສຶກສາຄົ້ນຄວ້າ, ຄວາມຊື່ສັດສຸດຈະຣິດທີ່ບໍ່ຜັນປ່ຽນ, ຄວາມຮັກເໝືອນຄວາມຮັກຂອງພຣະຄຣິສ ແລະ ຄວາມສັດຊື່ໃນພາລະກິດການຮັບໃຊ້ຂອງຕົນ. ໄວຄຼິບມີຄຸນນະລັກສະນະດັ່ງກ່າວ ເຖິງແມ່ນວ່າເພິ່ນຢູ່ໃນຍຸກສະໄໝທີ່ດ້ອຍຄວາມຮູ້ ແລະ ມີຄວາມເສື່ອມເສຍທາງສິນລະທຳກໍຕາມ. {GC 94.1}
ອຸປະນິໄສຂອງໄວຄຼິບເປັນຫຼັກຖານຢືນຢັນເຖິງພະລັງອຳນາດຂອງພຣະຄຳພີໃນການອົບຮົມບົ່ມນິໄສ ແລະ ປ່ຽນແປງຊີວິດຄົນ. ແມ່ນພຣະຄຳພີນັ້ນແຫຼະ ທີ່ເຮັດໃຫ້ເພິ່ນເປັນຢ່າງທີ່ເພິ່ນເປັນ. ຄວາມພະຍາຍາມເຂົ້າໃຈຫຼັກຄວາມຈິງສຳຄັນທີ່ພຣະເຈົ້າຊົງເປີດເຜີຍໃນພຣະຄຳພີນັ້ນໃຫ້ຄວາມສົດຊື່ນ ແລະ ເສີມສ້າງຄວາມສາມາດໃນທຸກດ້ານຂອງຊີວິດ. ການສຶກສາພຣະຄຳພີຊ່ວຍພັດທະນາຄວາມນຶກຄິດ, ເພີ່ມຄວາມເຂົ້າໃຈໃຫ້ແຫຼມຄົມ ແລະ ເຮັດໃຫ້ການພິຈາລະນາຕັດສິນສົມເຫດສົມຜົນ. ການສຶກສາພຣະຄຳພີຈະຊ່ວຍຍົກລະດັບຄວາມຄິດທັງປວງ, ຄວາມຮູ້ສຶກທຸກຢ່າງ ແລະ ຄວາມປາຖະໜາທັງສິ້ນໃຫ້ສູງຂຶ້ນ ເຊິ່ງບໍ່ມີການສຶກສາອື່ນໃດສາມາດເຮັດໄດ້. ການຄົ້ນຫາພຣະຄຳພີຊ່ວຍໃຫ້ຄົນມີຄວາມໝັ້ນຄົງໃນເປົ້າໝາຍ, ມີຄວາມມານະອົດທົນ, ຄວາມກ້າຫານ ແລະ ເຮັດໃຫ້ສາມາດຢືນຢັດໝັ້ນຄົງໂດຍບໍ່ຫວັ່ນໄຫວ; ນອກຈາກນັ້ນກໍຫຼໍ່ຫຼອມຈິດວິນຍານ ແລະ ຂັດເກົາອຸປະນິໄສ. ການສຶກສາຄົ້ນຄວ້າພຣະຄຳພີດ້ວຍຄວາມຈິງໃຈ ແລະ ຄວາມຢຳເກງ ຈະຊ່ວຍນຳຈິດໃຈຂອງຜູ້ສຶກສານັ້ນ ໃຫ້ເຊື່ອມຕໍ່ກັບພຣະປັນຍາອັນບໍ່ມີຈຳກັດຂອງພຣະເຈົ້າໂດຍກົງ ເຊິ່ງຈະເປັນມໍລະດົກໃຫ້ໂລກມີບຸກຄົນທີ່ມີສະຕິປັນຍາທີ່ສະຫຼຽວສະຫຼາດ ແລະ ຄວາມນຶກຄິດທີ່ຫຼັກແຫຼມວ່ອງໄວ, ທັງຈະສ້າງບຸກຄົນທີ່ມີຄຸນນະທຳສູງກວ່າຜູ້ທີ່ສຶກສາຮ່ຳຮຽນປັດຊະຍາຂອງມະນຸດ. ຜູ້ປະພັນບົດເພງສັນລະເສີນກ່າວວ່າ: “ການອະທິບາຍຂໍ້ຄຳສັ່ງສອນຂອງພຣະອົງໃຫ້ແສງສະຫວ່າງ ແລະ ນຳປັນຍາໃຫ້ແກ່ພວກຄົນໂງ່ຈ້າດ້ວຍ.” (ເພງສັນລະເສີນ 119:130). {GC 94.2}
ຫຼັກຄຳສອນຂອງໄວຄຼິບຖືກກຸ່ມລູກສິດຂອງເພິ່ນເອົາໄປເຜີຍແຜ່ຕໍ່ຊ່ວງໄລຍະໜຶ່ງ. ກຸ່ມລູກສິດນີ້ເປັນທີ່ຮູ້ຈັກກັນໃນນາມ “ນັກປະກາດຂອງໄວຄຼິບ” ແລະ ພວກໂລລາດ (Lollards). ຄົນເຫຼົ່ານີ້ບໍ່ພຽງແຕ່ເດີນທາງໄປທົ່ວປະເທດອັງກິດເທົ່ານັ້ນ ແຕ່ຍັງກະຈາຍໄປຍັງດິນແດນອື່ນ ໂດຍນຳຄວາມຮູ້ເລື່ອງຂ່າວປະເສີດໄປນຳ. ເມື່ອຜູ້ນຳຂອງພວກເຂົາເສຍຊີວິດລົງແລ້ວ ນັກເທດເຫຼົ່ານີ້ຈຶ່ງເຮັດວຽກດ້ວຍຄວາມກະຕືລືລົ້ນຫຼາຍກວ່າເກົ່າ ແລະ ມີຄົນຈຳນວນຫຼວງຫຼາຍຫຼັ່ງໄຫຼໄປຟັງການສັ່ງສອນ; ມີຂຸນນາງບາງຄົນ ແລະ ແມ່ນແຕ່ຣາຊິນີກໍກັບໃຈຍ້ອນການປະກາດຂອງພວກເຂົາ. ພຶດຕິກຳຂອງປະຊາຊົນໄດ້ຮັບການປ່ຽນແປງໃນຫຼາຍພື້ນທີ່ ແລະ ຮູບເຄົາລົບຂອງຄຣິສຕະຈັກໂຣມກໍໄດ້ຖືກນຳອອກຈາກໂບດວິຫານທັງຫຼາຍ. ແຕ່ບໍ່ຊ້າ ພະຍຸການຂົ່ມເຫັງທີ່ໂຫດຮ້າຍໄດ້ພັດຖະຫຼົ່ມໃສ່ຜູ້ທີ່ກ້າຮັບພຣະຄຳພີເປັນແນວທາງຊີວິດຂອງຕົນຢ່າງບໍ່ຮູ້ປານີ. ກະສັດທັງຫຼາຍຂອງອັງກິດທີ່ສືບຕໍ່ກັນ ກໍມີຄວາມທະເຍີທະຍານທີ່ຈະເສີມສ້າງອຳນາດຂອງຕົນໃຫ້ເຂັ້ມແຂງຂຶ້ນ ໂດຍອາໄສແຮງສະໜັບສະໜູນຈາກຄຣິສຕະຈັກໂຣມ ຈຶ່ງສັ່ງໃຫ້ຂ້າພວກນັກປະຕິຮູບໂດຍບໍ່ຄິດເສຍດາຍ. ນັບວ່າເປັນຄັ້ງທຳອິດໃນປະຫວັດສາດຂອງປະເທດອັງກິດທີ່ມີການອອກຄຳສັ່ງປະຫານຊີວິດເຫຼົ່າສາວົກແຫ່ງຂ່າວປະເສີດດ້ວຍການເຜົາໄຟ. ການປະຫັດປະຫານດັ່ງກ່າວໄດ້ສືບຕໍ່ເນື່ອງກັນ. ເມື່ອຜູ້ປະກາດຄວາມຈິງເຫຼົ່ານີ້ຖືກຫ້າມປາມ ແລະ ຖືກທໍລະມານ, ພວກເຂົາໄດ້ແຕ່ສົ່ງສຽງຮ້ອງຂຶ້ນໄປຍັງພຣະເຈົ້າອົງຊົງຣິດ ເພື່ອທູນຂໍໃຫ້ພຣະອົງຊົງສະດັບຮັບຟັງ. ຄົນເຫຼົ່ານີ້ຖືກໄລ່ລ່າໃນຖານະສັດຕູຂອງຄຣິສຕະຈັກ ແລະ ຜູ້ທໍລະຍົດຕໍ່ແຜ່ນດິນ; ເຖິງຢ່າງໃດກໍຕາມ, ພວກເຂົາຍັງສືບຕໍ່ເທດສະໜາຢູ່ໃນສະຖານທີ່ລັບລີ້, ບາງຄັ້ງຢູ່ໃນກະຕູບຂອງຄົນຍາກຈົນ ບາງຄັ້ງຕ້ອງລີ້ຊ່ອນຢູ່ໃນຖ້ຳ ຫຼື ໂພງຫີນ. {GC 94.3}
ເຖິງແມ່ນວ່າຈະມີການກົດຂີ່ຂົ່ມເຫັງລຸກລາມຢ່າງດຸເດືອດ ແຕ່ກໍຍັງຄົງມີການປະທ້ວງຕໍ່ເນື່ອງເປັນເວລາຫຼາຍສະຕະວັດ ໂດຍລັກສະນະຂອງຄົນທີ່ປະທ້ວງນັ້ນຄື ມີຄວາມສະຫງົບ, ມີຄວາມສັດທາ ແລະ ຄວາມມານະອົດທົນ. ຄົນເຫຼົ່ານັ້ນຄັດຄ້ານຕໍ່ຄວາມເສື່ອມສັດທາທາງສາສະໜາທີ່ແຜ່ຫຼາຍໃນສະໄໝຂອງພວກເຂົາ. ຄຣິສຕຽນໃນຍຸກນັ້ນຮູ້ຄວາມຈິງພຽງສ່ວນໜຶ່ງເທົ່ານັ້ນ ແຕ່ພວກເຂົາໄດ້ຮຽນຮູ້ທີ່ຈະຮັກ ແລະ ປະຕິບັດຕາມພຣະຄຳຂອງພຣະເຈົ້າ ຈຶ່ງຍອມທົນທຸກເພື່ອພຣະຄຳນັ້ນ. ມີຄຣິສຕຽນຫຼາຍຄົນສະຫຼະຊັບສິນຝ່າຍໂລກເພື່ອສະໜັບສະໜູນງານຂອງພຣະຄຣິສ ເໝືອນຜູ້ຕິດຕາມພຣະເຢຊູໃນສະໄໝອັກຄະສາວົກ. ຜູ້ຄົນທີ່ຍັງມີເຮືອນຊານຢູ່ກໍຍິນດີໃຫ້ທີ່ພັກພິງແກ່ພີ່ນ້ອງທາງຄວາມເຊື່ອທີ່ຖືກເນລະເທດ ແລະ ເມື່ອພວກເຂົາເອງຖືກຂັບໄລ່ໄສສົ່ງເຊັ່ນກັນ ພວກເຂົາກໍຍອມຮັບຖານະຄົນນອກສັງຄົມດ້ວຍຄວາມພໍໃຈ. ຫຼາຍພັນຄົນຢ້ານກົວຕໍ່ຄວາມໂກດແຄ້ນຂອງພວກກົດຂີ່ຂົ່ມເຫັງທີ່ຮຸນແຮງ ຈຶ່ງຍອມປະຖິ້ມຄວາມເຊື່ອ ເພື່ອແລກກັບເສລີພາບ. ເມື່ອຄົນເຫຼົ່ານີ້ຖືກປ່ອຍອອກຈາກຄຸກ ພວກເຂົາກໍສວມໃສ່ເສື້ອຄຸມທີ່ສະແດງເຖິງການຍອມຮັບຜິດ ແລະ ເພື່ອປະກາດວ່າຕົນໄດ້ກ້າວອອກຈາກຈຸດຢືນຂອງຕົວເອງໄປແລ້ວ. ເຖິງຢ່າງນັ້ນກໍຕາມ, ກໍຍັງມີຄົນຈຳນວນຫຼາຍທີ່ເປັນພະຍານເພື່ອຄວາມຈິງໂດຍບໍ່ຫວັ່ນໄຫວ, ໃນຄົນເຫຼົ່ານີ້ມີທັງຜູ້ທີ່ເກີດໃນຕະກູນສູງ ແລະ ຊາວບ້ານທີ່ຍາກຈົນ. ບາງຄົນຢືນຢັດເພື່ອຄວາມຈິງໃນຄຸກໃຕ້ດິນ, ບາງຄົນໃນ “ຫໍຄອຍຂັງພວກໂລລາດ”12 ແລະ ຄົນອື່ນຢືນຢັດທ່າມກາງແປວໄຟທີ່ປະຫານຊີວິດພວກເຂົາ. ພວກເຂົາມີຄວາມຊົມຊື່ນຍິນດີທີ່ໄດ້ຮັບກຽດໃນການຮ່ວມທຸກກັບພຣະຄຣິສ. (ເບິ່ງ ຟີລິບປອຍ 3:10). {GC 95.1}
ຝ່າຍສັນຕະປາປາບໍ່ສາມາດຈັດການກັບໄວຄຼິບຕາມຄວາມຕ້ອງການໃນຂະນະທີ່ເພິ່ນຍັງມີຊີວິດຢູ່. ພວກເຂົາຍັງຄັບແຄ້ນແໜ້ນໃຈບໍ່ຫາຍ ຕາບໃດທີ່ກະດູກຂອງເພິ່ນຍັງນອນສະຫງົບຢູ່ໃນຂຸມຝັງສົບ. ຕໍ່ມາ 40 ກວ່າປີຫຼັງຈາກການເສຍຊີວິດ ກອງປະຊຸມສະພາຄຣິສຕະຈັກຄັ້ງໃຫຍ່ໃນເມືອງຄອນສະຕັນ (Constance) ມີມະຕິໃຫ້ຂຸດກະດູກຂອງເພິ່ນຂຶ້ນມາ ແລະ ເຜົາປະຈານໃນທີ່ສາທາລະນະ ແລ້ວເອົາຜົງກະດູກໂຍນຖິ້ມລົງຫ້ວຍນ້ຳທີ່ຢູ່ໃກ້ຄຽງ. ມີນັກຂຽນແຕ່ເກົ່າກ່ອນກ່າວວ່າ “ຫ້ວຍນໍ້າສາຍນີ້ໄດ້ພັດພາຜົງກະດູກຂອງໄວຄຼິບໄປຍັງແມ່ນ້ຳເອວອນ ຈາກແມ່ນ້ຳເອວອນໄຫຼລົງໄປສູ່ແມ່ນ້ຳເຊເວີນ, ຈາກແມ່ນ້ຳເຊເວີນໄຫຼໄປລົງຊ່ອງແຄບທະເລນ້ອຍ ແລະ ຈາກທະເລນ້ອຍກໍຖືກກະແສນ້ຳພັດພາອອກສູ່ມະຫາສະໝຸດ. ສະນັ້ນ, ຜົງກະດູກຂອງໄວຄຼິບຈຶ່ງເປັນສັນຍະລັກຂອງຄຳສອນຂອງເພິ່ນ ເຊິ່ງໃນປັດຈຸບັນໄດ້ແຜ່ກະຈາຍໄປທົ່ວໂລກ.”13 ສັດຕູຂອງໄວຄຼິບບໍ່ໄດ້ຄິດເລີຍວ່າ ຄວາມມຸ່ງຮ້າຍຂອງພວກເຂົາຈະມີຄວາມໝາຍອັນເລິກເຊິ່ງເຖິງຂະໜາດນັ້ນ. {GC 95.2}
ຈອນ ຮັສ ແຫ່ງໂບຮີເມຍ ໄດ້ຮຽນຮູ້ຄວາມຜິດໃນຄຳສອນຂອງຄຣິສຕະຈັກໂຣມຫຼາຍຢ່າງຜ່ານງານຂຽນຂອງໄວຄຼິບ ຈຶ່ງປະຕິເສດຄຳສອນເຫຼົ່ານັ້ນ ແລະ ເລີ່ມວຽກງານການປະຕິຮູບ. ສະນັ້ນ, ເມັດແຫ່ງຄວາມຈິງຈຶ່ງໄດ້ຖືກຫວ່ານລົງໄປໃນສອງປະເທດທີ່ຫ່າງໄກຈາກກັນ. ຈາກໂບຮີເມຍ ວຽກງານການປະກາດກໍໄດ້ຂະຫຍາຍອອກໄປສູ່ດິນແດນອື່ນໆ ແລະ ມີຜູ້ຄົນຫັນມາໃຫ້ຄວາມສົນໃຈກັບພຣະຄຳຂອງພຣະເຈົ້າທີ່ຖືກລືມເສຍມາເປັນເວລາດົນນານ. ດ້ວຍວ່າ ພຣະເຈົ້າກຳລັງກຽມທາງສຳລັບການປະຕິຮູບຄັ້ງໃຫຍ່. {GC 96.1}
ບານັສ ເຊຍ, ຊີວິດຂອງລູເທີ, ໜ້າ 70, 69.↩
ໂດບິນເຍ, ເຫຼັ້ມ 17, ບົດ 7.↩
ຫຼຽນມາກເປັນສະກຸນເງິນຊະນິດໜຶ່ງ.↩
ຈອນ ລິວອິສ, ຊີວະປະຫວັດ ແລະ ການທົນທຸກຂອງ ຈ. ໄວຄຼິບ, ໜ້າ 37.↩
ປະຫວັດທົ່ວໄປຂອງຄຣິສຕະສາສະໜາ ແລະ ຂອງຄຣິສຕະຈັກ, ຍຸກ 6, ພາກ 2, ໝວດ 1, ວັກ 8 ຂອງອໍກັສຕັສ ນຽນເດີ (Augustus Neander).↩
ອາ. ວອນ (R. Vaughan), ຊີວິດ ແລະ ຄວາມຄິດເຫັນຂອງໄວຄຼິບ, ເຫຼັ້ມ 2, ໜ້າ 6.↩
ໂດບິນເຍ, ເຫຼັ້ມ 17, ບົດ. 7.↩
ໄວລີ, ເຫຼັ້ມ 2, ບົດ 13.↩
ໝາຍເຖິງສັນຕະປາປາ.↩
ຈອນ ຟັອກ (John Foxe), ກິດຈະການ ແລະ ອະນຸສອນ, ເຫຼັ້ມ 3, ໜ້າ 49, 50.↩
ໂດບິນເຍ, ເຫຼັ້ມ 17, ບົດ 8.↩
ຫໍຄອຍທີ່ໃຊ້ຂັງລູກສິດຂອງທ່ານໄວຄຼິບ.↩
ທີ. ຟູນເລີ (T. Fuller), ປະຫວັດຄຣິສຕະຈັກທີ່ເກາະອັງກິດ, ເຫຼັ້ມ 4, ໝວດ 2, ວັກ 54.↩