4 ຊາວໂວດົວ

ຕົ້ນສະບັບພາສາອັງກິດ

ວິລະຊົນແຫ່ງຄວາມເຊື່ອ

ທ່າມກາງຄວາມມືດມົວທີ່ປົກຄຸມໂລກຕະຫຼອດເວລາອັນດົນນານທີ່ສັນຕະປາປາເຮືອງອຳນາດນັ້ນ ແສງສະຫວ່າງແຫ່ງຄວາມຈິງບໍ່ສາມາດຖືກດັບມອດທັງໝົດໄດ້. ໃນທຸກຍຸກທຸກສະໄໝມີຄົນເປັນພະຍານເພື່ອພຣະເຈົ້າ ຄືຄົນທີ່ເຊື່ອວ່າພຣະຄຣິສຊົງເປັນຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ ແລະ ເຊື່ອວ່າພຣະຄຳພີແມ່ນບັນທັດຖານດຽວແຫ່ງການດຳລົງຊີວິດ; ຄົນເຫຼົ່ານີ້ຮັກສາວັນສະບາໂຕທີ່ແທ້ຈິງໃຫ້ເປັນວັນບໍຣິສຸດສັກສິດ. ຄົນລຸ້ນຫຼັງບໍ່ເຄີຍຮູ້ເລີຍວ່າ ພວກເຂົາເປັນໜີ້ບຸນຄຸນຄົນເຫຼົ່ານີ້ຫຼາຍສ່ຳໃດ. ພວກເຂົາຖືກກ່າວຫາວ່າເປັນຄົນນອກຮີດ ແລະ ຖືກໃສ່ຮ້າຍປ້າຍສີ. ສຳລັບງານຂຽນຂອງພວກເຂົາ ສ່ວນໜຶ່ງກໍຖືກປົກປິດ, ສ່ວນໜຶ່ງກໍຖືກບິດເບືອນ ແລະ ສ່ວນໜຶ່ງກໍຖືກທຳລາຍ. ແຕ່ເຖິງຢ່າງນັ້ນກໍຕາມ, ຍັງມີຄົນຢືນຢັດ ແລະ ຮັກສາຄວາມເຊື່ອໃຫ້ບໍຣິສຸດໃນຍຸກສະໄໝຕ່າງໆຢ່າງຕໍ່ເນື່ອງ ເພື່ອເປັນມໍລະດົກອັນສັກສິດແກ່ຄົນລຸ້ນຫຼັງ. {GC 61.1}

ປະຫວັດຄົນຂອງພຣະເຈົ້າໃນສະໄໝຍຸກມືດ ເມື່ອຄຣິສຕະຈັກໂຣມເຮືອງອຳນາດນັ້ນ ໄດ້ຖືກບັນທຶກໄວ້ໃນສະຫວັນ ແຕ່ບໍ່ຄ່ອຍໄດ້ຮັບການບັນທຶກໄວ້ໃນປຶ້ມປະຫວັດສາດຂອງມະນຸດ. ຮ່ອງຮອຍຂອງຄົນເຫຼົ່ານີ້ຍາກທີ່ຈະຄົ້ນພົບ ຍົກເວັ້ນໃນຄຳກ່າວຫາຂອງຄົນທີ່ຂົ່ມເຫັງພວກເຂົາ. ຄຣິສຕະຈັກໂຣມມີນະໂຍບາຍໃຫ້ທຳລາຍຮ່ອງຮອຍຂອງການຂັດແຍ້ງຕໍ່ຄຳສອນ ແລະ ການຝ່າຝືນຕໍ່ຄຳສັ່ງຂອງພວກເຂົາໃຫ້ໝົດສິ້ນ. ຄຣິສຕະຈັກໂຣມພະຍາຍາມທຳລາຍງານຂຽນທຸກຢ່າງ ແລະ ທຸກຄົນທີ່ພວກເຂົາຖືວ່ານອກຮີດ. ຜູ້ໃດຍົກຂໍ້ສົງໄສມາເວົ້າ ຫຼື ສະແດງຄວາມບໍ່ເຊື່ອໝັ້ນວ່າຄຳສອນຂອງສັນຕະປາປາມີຄວາມສັກສິດ ກໍພຽງພໍທີ່ຈະຖືກປະຫານຊີວິດ ບໍ່ວ່າຈະເປັນຄົນຮັ່ງມີ ຫຼື ຍາກຈົນ, ເປັນຄົນຊັ້ນສູງ ຫຼື ຊັ້ນຕ່ຳກໍຕາມ. ຄຣິສຕະຈັກໂຣມພະຍາຍາມທຳລາຍປະຫວັດຄວາມໂຫດຮ້າຍທີ່ພວກເຂົາເຮັດຕໍ່ຜູ້ທີ່ຄັດຄ້ານບໍ່ເຫັນດີນຳພວກເຂົາ. ສະພາໃຫຍ່ຂອງສັນຕະປາປາປະກາດວ່າ ໜັງສື ແລະ ງານຂຽນທີ່ບັນທຶກເລື່ອງເຊັ່ນນີ້ກໍຕ້ອງໄດ້ຖືກເຜົາຖິ້ມ. ສະໄໝກ່ອນທີ່ຈະມີການຕີພິມ ມີໜັງສືໜ້ອຍ ແລະ ໜັງສືທີ່ມີຢູ່ນັ້ນຢູ່ໃນຮູບແບບທີ່ເກັບຮັກສາໄດ້ຍາກ; ສະນັ້ນ, ຄົນທີ່ນິຍົມສັນຕະປາປາຈຶ່ງດຳເນີນແຜນການທຳລາຍຂອງພວກເຂົາໄດ້ງ່າຍ. {GC 61.2}

ອຳນາດຂອງຄຣິສຕະຈັກໂຣມຖືກປະຕິເສດ

ບໍ່ມີຄຣິສຕະຈັກທ້ອງຖິ່ນແຫ່ງໃດພາຍໃນອານາເຂດການປົກຄອງຂອງຄຣິສຕະຈັກໂຣມຖືກປ່ອຍໃຫ້ມີສິດທິເສລີພາບໃນການນັບຖືສາສະໜາໄດ້ດົນ. ແຕ່ພໍສັນຕະປາປາມີອຳນາດໃນຂົງເຂດໃດ ເພິ່ນກໍລົງມືປາບປາມທຸກຄົນທີ່ບໍ່ຍອມຮັບການປົກຄອງຂອງຄຣິສຕະຈັກໂຣມ. ສະນັ້ນ, ຄຣິສຕະຈັກທ້ອງຖິ່ນຕ່າງໆຈຶ່ງພາກັນຍອມຕໍ່ອຳນາດຂອງສັນຕະປາປາໃນແຕ່ລະບ່ອນ. {GC 62.1}

ໃນເກາະອັງກິດ ມີການນັບຖືສາສະໜາຄຣິສຕາມຮູບແບບຂອງພວກອັກຄະສາວົກ ຕັ້ງແຕ່ສະຕະວັດຕົ້ນໆແຫ່ງຄຣິສຕະການ. ຂ່າວປະເສີດທີ່ພວກເຂົາໄດ້ຮັບນັ້ນປາສະຈາກຄຳສອນທຽມເທັດຂອງຄຣິສຕະຈັກໂຣມ. ເຖິງແມ່ນວ່າພວກເຂົາຢູ່ຫ່າງໄກກໍຕາມ, ການຂົ່ມເຫັງຈາກພວກຈັກກະພັດໂຣມທີ່ບໍ່ນັບຖືພຣະເຈົ້າເປັນຂອງຂວັນດຽວທີ່ຄຣິສຕະຈັກລຸ້ນທຳອິດແຫ່ງເກາະອັງກິດໄດ້ຮັບຈາກໂຣມ. ມີຄຣິສຕຽນຫຼາຍຄົນໜີການຂົ່ມເຫັງໃນອັງກິດໄປລີ້ໄພໃນສະກັອດແລນ ແລະ ຈາກທີ່ນັ້ນກໍມີຄົນນຳຄວາມຈິງໄປຍັງເກາະໄອແລນ. ຄົນໃນດິນແດນເຫຼົ່ານັ້ນກໍຮັບເອົາຄວາມຈິງດ້ວຍຄວາມຍິນດີ. {GC 62.2}

ຊົນເຜົ່າແຊັກຊັນ (Saxon) ທີ່ນັບຖືຜີສາງນາງໄມ້ໄດ້ເຂົ້າມາບຸກຢຶດເກາະອັງກິດ, ເມື່ອພວກເຂົາຂຶ້ນຄອງອຳນາດກໍຮູ້ສຶກວ່າຈະເປັນການລົດຕົວເອງເກີນໄປທີ່ຈະຟັງພວກຄຣິສຕຽນທີ່ຕົກເປັນທາດ. ພວກຄຣິສຕຽນຈຶ່ງຈຳເປັນຕ້ອງຫຼົບໜີໄປລີ້ຢູ່ຕາມຫ້ວຍໜອງຄອງບຶງ ແລະ ຕາມພູຜາ. ເຖິງແມ່ນວ່າ ຄວາມສະຫວ່າງຈະຖືກບົດບັງໄວ້ໄລຍະເວລາໜຶ່ງ ແຕ່ມັນກໍບໍ່ໄດ້ດັບມອດໄປ. ຮ້ອຍປີຕໍ່ມາໃນປະເທດສະກັອດແລນ, ຄວາມສະຫວ່າງນັ້ນກໍສ່ອງແຈ້ງຈົນເຖິງດິນແດນທີ່ຢູ່ຫ່າງໄກ. ໃນປະເທດໄອແລນກໍມີຄົນຊື່ໂຄລຳບາ (Columba) ທີ່ມີຄວາມເຊື່ອຫຼາຍພ້ອມກັບຄົນທີ່ຮ່ວມງານກັບເພິ່ນ; ຄົນເຫຼົ່ານີ້ໄດ້ໄປທີ່ເກາະເປົ່າປ່ຽວແຫ່ງໜຶ່ງຊື່ວ່າເກາະໄອໂອນາ (Iona) ເພື່ອຮວບຮວມພີ່ນ້ອງຜູ້ເຊື່ອ ແລະ ຕັ້ງສູນຝຶກນັກປະກາດຂ່າວປະເສີດ. ໃນທ່າມກາງນັກປະກາດເຫຼົ່ານັ້ນມີຄົນໜຶ່ງທີ່ຮັກສາວັນສະບາໂຕ; ສະນັ້ນ, ຄົນທັງຫຼາຍໃນລະແວກນັ້ນຈຶ່ງໄດ້ຮັບຮູ້ຄວາມຈິງໃນເລື່ອງນີ້. ສູນຝຶກນັກປະກາດທີ່ເກາະໄອໂອນານັ້ນໄດ້ສົ່ງນັກປະກາດອອກໄປຫຼາຍປະເທດ ບໍ່ພຽງແຕ່ປະເທດສະກັອດແລນ ແລະ ອັງກິດ ແຕ່ຮວມໄປເຖິງເຢຍລະມັນ, ສວິສເຊີແລນ ໄປຈົນຮອດອີຕາລີ. {GC 62.3}

ແຕ່ຄຣິສຕະຈັກໂຣມໄດ້ຈັບຕາຈ້ອງເບິ່ງເກາະອັງກິດດ້ວຍຄວາມຕັ້ງໃຈວ່າ ຈະຕ້ອງນຳມາຢູ່ພາຍໃຕ້ອຳນາດໃຫ້ໄດ້. ໃນສະຕະວັດທີ 6 ພວກນັກປະກາດຂອງໂຣມຖືກສົ່ງໄປເກາະອັງກິດ ເພື່ອນຳຄົນຊົນເຜົ່າແຊັກຊັນທີ່ຂາບໄຫວ້ຜີມາປ່ຽນສາສະໜາ. ຄົນປ່າເຖື່ອນທີ່ຫຍິ່ງຈອງຫອງເຫຼົ່ານີ້ຕ້ອນຮັບພວກເຂົາຢ່າງດີ ແລະ ມີຫຼາຍພັນຄົນຫຼົງຄຳໂນ້ມນ້າວໄປຮັບເຊື່ອຄຳສອນຂອງຄຣິສຕະຈັກໂຣມ. ເມື່ອການປະກາດຂະຫຍາຍວົງກວ້າງອອກໄປ, ຜູ້ນຳຝ່າຍສັນຕະປາປາພ້ອມດ້ວຍຄົນທີ່ຮັບເຊື່ອຄຳສອນຂອງພວກເຂົາ ໄດ້ພົບພໍ້ກັບຄຣິສຕຽນທີ່ຍັງເຊື່ອຕາມຮູບແບບຂອງອັກຄະສາວົກ. ຄວາມແຕກຕ່າງລະຫວ່າງສອງຝ່າຍນີ້ເຫັນໄດ້ຢ່າງຈະແຈ້ງ. ກຸ່ມຄຣິສຕຽນຊາວອັງກິດແບບເດີມມີຄວາມອ່ອນນ້ອມຖ່ອມຕົນ, ໃຊ້ຊີວິດຢ່າງລຽບງ່າຍ ແລະ ມີອຸປະນິໄສດີງາມ, ພ້ອມທັງມີຄຳສອນ ແລະ ການປະພຶດຕາມພຣະຄຳພີ. ໃນຂະນະດຽວກັນອີກກຸ່ມໜຶ່ງມີຄວາມງົມງວາຍ, ຖືໂຕ ແລະ ແຕ່ງກາຍຢ່າງຫຼູຫຼາອະລັງການຕາມແບບລະບອບສັນຕະປາປາ. ຕົວແທນຈາກຄຣິສຕະຈັກໂຣມຮຽກຮ້ອງຄຣິສຕະຈັກເຫຼົ່ານີ້ທີ່ປະຕິບັດຕາມຄຳສອນຂອງພຣະຄຣິສ ໃຫ້ຍອມຮັບວ່າສັນຕະປາປາມີອຳນາດສູງສຸດ. ຊາວເກາະອັງກິດໄດ້ແຕ່ຕອບຢ່າງສຸພາບວ່າ ພວກເຂົາຢາກສະແດງຄວາມຮັກຕໍ່ມະນຸດທຸກຄົນ ແຕ່ສຳລັບສັນຕະປາປາແລ້ວ ເພິ່ນບໍ່ມີສິດທີ່ຈະຖືອຳນາດສູງສຸດໃນຄຣິສຕະຈັກ. ພວກເຂົາບໍ່ສາມາດອ່ອນນ້ອມຍອມຕາມສັນຕະປາປາຫຼາຍກວ່າຄົນອື່ນໆທີ່ຕິດຕາມພຣະຄຣິສ. ມີການພະຍາຍາມຫຼາຍຕໍ່ຫຼາຍເທື່ອໃຫ້ຄຣິສຕຽນເຫຼົ່ານັ້ນຈົງຮັກພັກດີຕໍ່ຄຣິສຕະຈັກໂຣມ, ແຕ່ຄຣິສຕຽນທີ່ອ່ອນສຸພາບດັ່ງກ່າວຕົກໃຈກັບຄວາມຫຍິ່ງທະນົງຕົວຂອງຕົວແທນຈາກສັນຕະປາປາ ຈຶ່ງຢືນຢັນວ່າ ມີແຕ່ພຣະຄຣິສອົງດຽວເທົ່ານັ້ນທີ່ເປັນເຈົ້ານາຍຂອງພວກເຂົາ. ຄາວນີ້ທາດແທ້ຂອງລະບອບສັນຕະປາປາກໍປາກົດໃຫ້ເຫັນ. ຜູ້ນຳຈາກຄຣິສຕະຈັກໂຣມກ່າວວ່າ: “ຖ້າພວກເຈົ້າບໍ່ຍອມຮັບພວກເຮົາໃນຖານະພີ່ນ້ອງທີ່ນຳສັນຕິພາບມາໃຫ້ ກໍຈະຕ້ອງຮັບພວກເຮົາໃນຖານະສັດຕູທີ່ນຳສົງຄາມມາ. ຖ້າພວກເຈົ້າບໍ່ຍອມຮ່ວມມືກັບເຮົາໃນການສອນໃຫ້ຄົນເຜົ່າແຊັກຊັນຮູ້ຈັກທາງແຫ່ງຊີວິດແລ້ວ ກໍຈະຕ້ອງຮັບຄົມດາບຂອງພວກເຂົາທີ່ຈະຂ້າຟັນພວກເຈົ້າໃຫ້ຕາຍ.”1 ຖ້ອຍຄຳເຫຼົ່ານີ້ບໍ່ແມ່ນການຂູ່ລ້າໆ. ຝ່າຍຄຣິສຕະຈັກໂຣມໄດ້ໃຊ້ສົງຄາມ ແລະ ອຸບາຍຫຼອກລວງຕໍ່ສູ້ຜູ້ທີ່ເປັນພະຍານຝ່າຍຄວາມເຊື່ອຕາມພຣະຄຳພີຈົນຄຣິສຕະຈັກຕ່າງໆໃນເກາະອັງກິດຖືກທຳລາຍ ຫຼື ຖືກບັງຄັບໃຫ້ຍອມຈຳນົນຕໍ່ອຳນາດຂອງສັນຕະປາປາ. {GC 62.4}

ໃນດິນແດນທີ່ຢູ່ນອກເຂດອຳນາດຂອງຄຣິສຕະຈັກໂຣມ ກໍມີກຸ່ມຄຣິສຕຽນຫຼາຍກຸ່ມທີ່ຍັງຄົງຮັກສາຄວາມເຊື່ອມາຕະຫຼອດຫຼາຍສະຕະວັດ ໂດຍທີ່ພວກເຂົາໄດ້ຮັບຄວາມເສື່ອມເສຍຈາກລະບອບສັນຕະປາປາພຽງເລັກນ້ອຍ. ກຸ່ມຄຣິສຕຽນເຫຼົ່ານີ້ຢູ່ທ່າມກາງຄົນທີ່ນັບຖືຜີສາງນາງໄມ້ ແລະ ເມື່ອເວລາຜ່ານໄປກໍໄດ້ຮັບອິດທິພົນຈາກຄົນທີ່ບໍ່ນັບຖືພຣະເຈົ້າເຊິ່ງຢູ່ອ້ອມຮອບພວກເຂົາ; ແຕ່ໃນຂະນະດຽວກັນ, ພວກເຂົາຍັງຖືວ່າພຣະຄຳພີເປັນບັນທັດຖານດຽວແຫ່ງຄວາມເຊື່ອ ຈຶ່ງເຊື່ອຖືຫຼັກຄວາມຈິງຫຼາຍປະເດັນຂອງພຣະຄຳພີຕະຫຼອດມາ. ຄຣິສຕຽນເຫຼົ່ານີ້ເຊື່ອວ່າກົດບັນຍັດຂອງພຣະເຈົ້ານັ້ນເປັນກົດອັນໝັ້ນຄົງຖາວອນ ແລະ ພວກເຂົາກໍຮັກສາວັນສະບາໂຕຕາມກົດບັນຍັດຂໍ້ທີສີ່ດ້ວຍ. ມີຄຣິສຕະຈັກຊາວອາມີເນຍໃນອາຊີ ແລະ ຄຣິສຕະຈັກໃນພາກກາງຂອງອາຟຣິກາ ເຊິ່ງລ້ວນແຕ່ຮັກສາວັນສະບາໂຕຕາມພຣະຄຳພີເໝືອນກັນ. {GC 63.1}

ກຸ່ມຄົນສັດຊື່ທີ່ໂດດເດັ່ນ

ແຕ່ໃນທ່າມກາງກຸ່ມຄົນທີ່ຕໍ່ຕ້ານການຂະຫຍາຍອຳນາດຂອງຄຣິສຕະຈັກໂຣມນັ້ນ ຊາວໂວດົວ2ໂດດເດັ່ນທີ່ສຸດ. ພວກເຂົາອາໄສຢູ່ຕາມສາຍພູພີດມົງ (Piedmont) ເຊິ່ງຢູ່ໃນດິນແດນດຽວກັນກັບບ່ອນທີ່ສັນຕະປາປາຕັ້ງນະຄອນຫຼວງ; ໃນຂະນະດຽວກັນ, ພວກເຂົາກໍເປັນກຸ່ມຄົນທີ່ຕໍ່ຕ້ານລະບອບສັນຕະປາປາຢ່າງໜັກແໜ້ນທີ່ສຸດ. ຄຣິສຕະຈັກໃນເຂດສາຍພູພີດມົງສາມາດຮັກສາອິດສະຫຼະ­ພາບມາເປັນເວລາຫຼາຍຮ້ອຍປີ, ແຕ່ໃນທີ່ສຸດຄຣິສຕະຈັກໂຣມກໍຮຽກຮ້ອງໃຫ້ພວກເຂົາຍອມຈຳນົນ. ຫຼັງຈາກການຕໍ່ສູ້ບໍ່ປະສົບຜົນສຳເລັດ ຜູ້ນຳຂອງຄຣິສຕະຈັກເຫຼົ່ານັ້ນຈຶ່ງຈຳໃຈຍອມຮັບອຳນາດຜະເດັດການ ທີ່ເບິ່ງຄືໂລກທັງໂລກໃຫ້ການຍົກຍ້ອງນັບຖື. ແຕ່ວ່າມີບາງຄົນບໍ່ຍອມຕໍ່ອຳນາດຂອງສັນຕະປາປາ ຫຼື ພວກຜູ້ນຳຄຣິສຕະຈັກຝ່າຍໂຣມ. ພວກເຂົາຕັ້ງໃຈທີ່ຈະຮັກສາຄວາມຈົງຮັກພັກດີຕໍ່ພຣະເຈົ້າ ທັງຄວາມບໍຣິສຸດ ແລະ ຄວາມລຽບງ່າຍຂອງຄວາມເຊື່ອ ຈຶ່ງເກີດການແບ່ງແຍກກັນ. ຄົນທີ່ຍັງຄົງຢຶດໝັ້ນຕາມຄວາມເຊື່ອດັ້ງເດີມໄດ້ຖອຍໜີ, ບາງຄົນຍ້າຍອອກຈາກບ້ານທີ່ຢູ່ຕາມສາຍພູອານເບີ (Alps) ເພື່ອໄປເປັນພະຍານຝ່າຍຄວາມຈິງໃນຕ່າງປະເທດ. ສ່ວນຄົນອື່ນກໍຖອຍໜີເຂົ້າໄປອາໄສຕາມຮ່ອມພູອັນລີ້ລັບ ແລະ ຕາມພູຜາອັນເປັນປ້ອມປະການຂອງພວກເຂົາ ເພາະບ່ອນນັ້ນມີຄວາມປອດໄພທີ່ຈະນະມັດສະການພຣະເຈົ້າຢ່າງເປັນອິດສະຫຼະ. {GC 64.1}

ຫຼັກຄວາມຈິງທີ່ຄຣິສຕຽນຊາວໂວດົວເຊື່ອ ແລະ ສັ່ງສອນກັນມາຫຼາຍສະຕະວັດ ແຕກຕ່າງໄປຈາກຄຳສອນທຽມເທັດຂອງຄຣິສຕະຈັກໂຣມຢ່າງເຫັນໄດ້ຊັດ. ຄວາມເຊື່ອຂອງພວກເຂົາຕັ້ງໝັ້ນຢູ່ເທິງພຣະຄຳຂອງພຣະເຈົ້າ ອັນເປັນລະບົບຄຳສອນທີ່ແທ້ຈິງຂອງສາສະໜາຄຣິສ. ຊາວໂວດົວອາໄສຢູ່ໃນຊົນນະບົດ ແລະ ໃຊ້ຊີວິດຢ່າງລຽບງ່າຍຕາມທຳມະຊາດອັນເປົ່າປ່ຽວທີ່ຫ່າງໄກສອກຫຼີກ, ແຕ່ລະມື້ກໍລ້ຽງຝູງແກະ ແລະ ເຮັດສວນໝາກອະງຸ່ນ. ຄົນເຫຼົ່ານີ້ບໍ່ໄດ້ຄົ້ນພົບຄວາມຈິງທີ່ຂັດແຍ້ງຕໍ່ຄຳສອນທຽມເທັດຂອງຄຣິສຕະຈັກປອມດ້ວຍຕົນເອງ. ຄວາມເຊື່ອຂອງພວກເຂົານັ້ນບໍ່ແມ່ນຄວາມເຊື່ອທີ່ຫາກໍໄດ້ຮັບມາ ແຕ່ເປັນຄວາມສັດທາທີ່ໄດ້ຮັບເປັນມູນມໍລະດົກຈາກບັນພະບຸລຸດ ເປັນການສືບຕໍ່ຄວາມເຊື່ອຂອງຄຣິສຕະຈັກຍຸກອັກຄະສາວົກ ກໍຄື “ຄວາມເຊື່ອເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.” (ຢູດາ 3). ຄຣິສຕະຈັກໃນປ່າເຂົານີ້ເປັນຊຸມນຸມຜູ້ເຊື່ອທີ່ແທ້ຈິງຂອງພຣະຄຣິສ ບໍ່ແມ່ນຄຣິສຕະຈັກທີ່ນັ່ງບັນລັງຢ່າງອວດອົ່ງທະນົງຕົວໃນນະຄອນຫຼວງແຫ່ງແຜ່ນດິນໂລກ. ພຣະເຈົ້າຊົງມອບໝາຍໃຫ້ຄຣິສຕະຈັກທີ່ແທ້ຈິງ ເຝົ້າຮັກສາຄວາມຈິງຂອງພຣະອົງອັນເປັນດັ່ງສົມບັດທີ່ລ້ຳຄ່າ, ພວກເຂົາມີໜ້າທີ່ໃນການນຳຄວາມຈິງເຫຼົ່ານັ້ນໄປແບ່ງປັນໃຫ້ແກ່ຊາວໂລກທັງປວງ. {GC 64.2}

ໜຶ່ງໃນສາເຫດສຳຄັນທີ່ເຮັດໃຫ້ຄຣິສຕະຈັກທີ່ແທ້ຈິງແຍກອອກຈາກຄຣິສຕະຈັກໂຣມ ເປັນເພາະຄວາມກຽດຊັງທີ່ຄຣິສຕະຈັກໂຣມມີຕໍ່ວັນສະບາໂຕທີ່ຖືກຕ້ອງຕາມຄຳສອນໃນພຣະຄຳພີ. ອຳນາດສັນຕະປາປາໄດ້ “ປະຖິ້ມຄວາມຈິງແຫ່ງສາສະໜາ” ຕາມຄຳພະຍາກອນ.3 ກົດບັນຍັດຂອງພຣະເຈົ້າຖືກຢຽບຢ້ຳລົງດິນ ໃນຂະນະທີ່ທຳນຽມ ແລະ ປະເພນີຂອງມະນຸດຖືກຍົກຍ້ອງເຊີດຊູ. ຕັ້ງແຕ່ຄຣິສຕະຈັກທັງຫຼາຍຕົກຢູ່ພາຍໃຕ້ອຳນາດຂອງສັນຕະປາປາ ພວກເຂົາຖືກບັງຄັບໃຫ້ຮັກສາວັນອາທິດເປັນວັນສັກສິດ. ໃນເມື່ອຄຳສອນທີ່ຜິດພ້ຽນ ແລະ ຄວາມງົມງວາຍແຜ່ກະຈາຍເປັນວົງກວ້າງ ມີຄົນທີ່ເຊື່ອພຣະເຈົ້າຢ່າງແທ້ຈິງຫຼາຍຄົນສັບສົນ ຈົນເຊົາເຮັດວຽກໃນວັນອາທິດໃນຂະນະທີ່ຍັງຮັກສາວັນສະບາໂຕຢູ່. ແຕ່ການກະທຳດັ່ງກ່າວບໍ່ເປັນທີ່ພໍໃຈສຳລັບພວກຜູ້ນຳຂອງລະບອບສັນຕະປາປາ. ພວກເຂົາຮຽກຮ້ອງວ່າ ຈະຕ້ອງຮັກສາວັນອາທິດໃຫ້ບໍຣິສຸດ ແລະ ຈະຕ້ອງເຮັດໃຫ້ວັນສະບາໂຕເປັນວັນສາມັນທຳມະດາ. ຖ້າຜູ້ໃດກ້າໃຫ້ກຽດວັນສະບາໂຕກໍຈະຖືກປະນາມຢ່າງຮຸນແຮງ. ມີທາງດຽວທີ່ຈະຮັກສາກົດບັນຍັດຂອງພຣະເຈົ້າໄດ້ຢ່າງສັນຕິ ນັ້ນແມ່ນການໜີຫ່າງຈາກອຳນາດຂອງຄຣິສຕະຈັກໂຣມ. {GC 65.1}

ຊາວໂວດົວແມ່ນໜຶ່ງໃນຊົນເຜົ່າທຳອິດຂອງເອີຣົບທີ່ມີພຣະຄຳພີແປເປັນພາສາຂອງຕົນເອງ. ຫຼາຍຮ້ອຍປີກ່ອນການປະຕິຮູບສາສະໜາຄັ້ງໃຫຍ່ຂອງສະຕະວັດທີ 16, ພວກເຂົາກໍມີພຣະຄຳພີສະບັບຂຽນດ້ວຍມືແລ້ວ. ຄວາມຈິງທີ່ພວກເຂົາຖືໄວ້ນັ້ນບໍຣິສຸດໄຮ້ສິ່ງເຈືອປົນ ອັນເປັນເຫດໃຫ້ພວກເຂົາຖືກກຽດຊັງ ແລະ ຖືກກົດຂີ່ຂົ່ມເຫັງເປັນພິເສດ. ຊາວໂວດົວປະກາດວ່າຄຣິສຕະຈັກໂຣມແມ່ນບາບີໂລນຕາມຄຳພະຍາກອນຂອງພຣະທຳພຣະນິມິດ. ພວກເຂົາຢືນຂຶ້ນເພື່ອຂັດຂວາງອິດທິພົນເສື່ອມເສຍຂອງຄຣິສຕະຈັກໂຣມ ເຖິງແມ່ນວ່າຈະເປັນການສ່ຽງຊີວິດກໍຕາມ. ເມື່ອການຂົ່ມເຫັງນັ້ນສືບຕໍ່ເນື່ອງເປັນເວລາດົນນານ ມີບາງຄົນຍອມປ່ຽນຈຸດເດັ່ນແຫ່ງຄວາມເຊື່ອໄປເທື່ອລະໜ້ອຍ ແຕ່ໃນຂະນະດຽວກັນມີບາງຄົນທີ່ຍັງຢຶດໝັ້ນໃນຄວາມຈິງ. ຕະຫຼອດຫຼາຍຮ້ອຍປີແຫ່ງຄວາມມືດມົນ ແລະ ການຫຼົງໄຫຼຕາມຄຳສອນທຽມເທັດນັ້ນ ມີຊາວໂວດົວທີ່ບໍ່ຍອມຮັບອຳນາດສູງສຸດຂອງຄຣິສຕະຈັກໂຣມ; ພວກເຂົາປະຕິເສດການຂາບໄຫວ້ຮູບຂອງພວກນັກບຸນ ເພາະເປັນການຂາບໄຫວ້ຮູບເຄົາລົບ, ນອກຈາກນັ້ນກໍຍັງຮັກສາວັນສະບາໂຕອັນແທ້ຈິງ. ພວກເຂົາຮັກສາຄວາມເຊື່ອທ່າມກາງກະແສຕໍ່ຕ້ານທີ່ຮຸນແຮງທີ່ສຸດ ພ້ອມທັງຢືນຢັດເພື່ອພຣະຄຳຂອງພຣະເຈົ້າ ແລະ ເພື່ອຖວາຍກຽດແດ່ພຣະອົງ ເຖິງແມ່ນວ່າຈະຕ້ອງຖືກຫອກທະຫານສະວອຍ4ແທງທະລຸ ຫຼື ຖືກຄົນຂອງຄຣິສຕະຈັກໂຣມຈັບໄປປະຫານດ້ວຍການເຜົາໄຟກໍຕາມ. {GC 65.2}

ປ້ອມປະການແຫ່ງພູຜາເປັນທີ່ຫຼົບໄພຂອງຜູ້ທີ່ຖືກກົດຂີ່ຂົ່ມເຫັງໃນທຸກຍຸກທຸກສະໄໝ, ຊາວໂວດົວຈຶ່ງໄປລີ້ໄພໃນບ່ອນແບບນີ້ເຊັ່ນກັນ. ແສງແຫ່ງຄວາມຈິງໄດ້ສ່ອງອອກຈາກທີ່ນັ້ນທ່າມກາງຄວາມມືດແຫ່ງຍຸກກາງ. ຢູ່ບ່ອນນັ້ນ ພະຍານຝ່າຍຄວາມຈິງໄດ້ຮັກສາຄວາມເຊື່ອດັ້ງເດີມໄວ້ຕະຫຼອດໄລຍະເວລາໜຶ່ງພັນປີ. {GC 65.3}

ພຣະເຈົ້າຊົງຈັດຕຽມສະຖານທີ່ທີ່ປອດໄພໃຫ້ແກ່ຄົນຂອງພຣະອົງທ່າມກາງພູຜາອັນສູງໃຫຍ່ຕະການຕາ, ເປັນສະຖານທີ່ທີ່ເໝາະສົມສຳລັບຄວາມຈິງອັນຍິ່ງໃຫຍ່ທີ່ພຣະອົງຊົງມອບໝາຍໃຫ້ພວກເຂົາດູແລຮັກສາ. ສຳລັບຜູ້ລີ້ໄພທີ່ສັດຊື່ດັ່ງກ່າວ, ພູເຂົາເຫຼົ່ານັ້ນເປັນສັນຍະລັກແຫ່ງຄວາມຊອບທຳອັນໝັ້ນຄົງຖາວອນ ແລະ ບໍ່ປ່ຽນແປງຂອງພຣະເຢໂຮວາ. ພວກເຂົາຊີ້ໃຫ້ລູກຫຼານຫຼຽວເບິ່ງຄວາມສູງໃຫຍ່ຂອງພູເຂົາທີ່ສະຫງ່າງາມອັນຕັ້ງຢູ່ຢ່າງໝັ້ນຄົງ ແລະ ເວົ້າໃຫ້ພວກເຂົາຟັງເຖິງພຣະເຈົ້າວ່າ ໃນພຣະອົງ “ບໍ່ມີການປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການຊົງໝູນວຽນ.” (ຢາໂກໂບ 1:17). ພຣະຄຳຂອງພຣະອົງໝັ້ນຄົງຖາວອນເໝືອນດັ່ງພູເຂົາ. ພຣະເຈົ້າຊົງວາງຮາກຖານຂອງພູເຂົາໄວ້ຢ່າງແຂງແກ່ນ ແລະ ມີແຕ່ພຣະຫັດອັນຊົງຣິດຂອງພຣະອົງເທົ່ານັ້ນທີ່ຈະເຄື່ອນຍ້າຍມັນອອກຈາກບ່ອນຂອງມັນໄປໄດ້; ເຊັ່ນດຽວກັນ, ພຣະອົງຊົງສະຖາປະນາກົດບັນຍັດ ອັນເປັນຮາກຖານການປົກຄອງຂອງພຣະອົງໃນສະຫວັນ ແລະ ແຜ່ນດິນໂລກ. ມະນຸດສາມາດທຳລາຍກັນເອງໄດ້ ແຕ່ມະນຸດຈະຈັບພູເຂົາ ແລະ ແກວ່ງມັນລົງທະເລຍັງງ່າຍກວ່າທີ່ຈະປ່ຽນກົດບັນຍັດຂໍ້ໃດຂໍ້ໜຶ່ງຂອງພຣະເຢໂຮວາ ຫຼື ພຣະສັນຍາຂໍ້ດຽວທີ່ຊົງກ່າວໄວ້ສຳລັບຜູ້ທີ່ປະຕິບັດຕາມນ້ຳພຣະໄທຂອງພຣະອົງ. ໃນເລື່ອງການປະຕິບັດຢ່າງສັດຊື່ຕໍ່ກົດບັນຍັດຂອງພຣະເຈົ້ານັ້ນ ຜູ້ຮັບໃຊ້ຂອງພຣະອົງຄວນຢືນຢັດໜຽວແໜ້ນເໝືອນດັ່ງພູເຂົາທີ່ໝັ້ນຄົງບໍ່ປ່ຽນແປງ. {GC 66.1}

ຍອດເຂົາທີ່ອ້ອມຮອບຮ່ອມພູຂອງພວກເຂົານັ້ນ ເປັນພະຍານຢູ່ຕະຫຼອດເວລາເຖິງຣິດອຳນາດຂອງພຣະເຈົ້າໃນການຊົງສ້າງ ແລະ ການປົກປ້ອງຄຸ້ມຄອງຢ່າງບໍ່ເຄີຍລົ້ມເຫຼວຂອງພຣະອົງ. ຄົນທີ່ລີ້ໄພເຫຼົ່ານັ້ນໄດ້ຮຽນຮູ້ທີ່ຈະຊື່ນຊົມຍິນດີກັບສັນຍະລັກແຫ່ງການສະຖິດຢູ່ນຳຂອງພຣະເຢໂຮວາ. ພວກເຂົາບໍ່ຈົ່ມວ່າຫຍັງທີ່ຕ້ອງທົນກັບຄວາມທຸກ ແລະ ບໍ່ເຄີຍຮູ້ສຶກເຫງົາຫງອຍເມື່ອຕ້ອງຢູ່ຕາມພູເຂົາທີ່ອ້າງວ້າງເປົ່າປ່ຽວ ແຕ່ໄດ້ຂອບພຣະຄຸນພຣະເຈົ້າທີ່ພຣະອົງຊົງຈັດຕຽມບ່ອນໃຫ້ພວກເຂົາຫຼົບລີ້ໃຫ້ພົ້ນຈາກຄວາມໂກດຮ້າຍ ແລະ ຄວາມໂຫດຫ້ຽມຂອງມະນຸດ. ພວກເຂົາຊົມຊື່ນຍິນດີທີ່ສາມາດນະມັດສະການພຣະເຈົ້າຢ່າງເປັນອິດສະຫຼະ, ຫຼາຍເທື່ອເມື່ອສັດຕູໄລ່ລ່າ ພວກເຂົາກໍໜີຂຶ້ນໄປທີ່ໂງ່ນຫີນແຫ່ງເນີນພູ ແລະ ໄດ້ຮັບຄວາມປອດໄພ. ພວກເຂົາຮ້ອງເພງສັນລະເສີນພຣະເຈົ້າຈາກຍອດຜາອັນສູງຊັນ ແລະ ກອງທັບຝ່າຍສັນຕະປາປາບໍ່ສາມາດດັບສຽງເພງສັນລະ­ເສີນດັ່ງກ່າວໄດ້. {GC 66.2}

ການສຶກສາ ແລະ ຮູບແບບຄຣິສຕະຈັກ

ຄົນເຫຼົ່ານີ້ທີ່ຕິດຕາມພຣະຄຣິສເປັນຄົນບໍຣິສຸດ, ໃຊ້ຊີວິດຢ່າງລຽບງ່າຍ ແລະ ມີຄວາມຮ້ອນຮົນ. ພວກເຂົາຖືວ່າຫຼັກຄວາມຈິງມີຄຸນຄ່າສູງກວ່າດິນດອນຕອນຫຍ້າ, ເຮືອນຊານບ້ານຊ່ອງ, ຍາດຕິພີ່ນ້ອງ, ໝູ່ເພື່ອນ ແລະ ຊີວິດຂອງພວກເຂົາເອງ. ພວກເຂົາໝັ່ນສອນຫຼັກການເຫຼົ່ານີ້ແກ່ຊາວໜຸ່ມ ແລະ ສັ່ງສອນລູກຫຼານໃຫ້ຮູ້ຈັກພຣະຄຳພີຕັ້ງແຕ່ອາຍຸຍັງນ້ອຍ ໃຫ້ຖືເອົາກົດບັນຍັດຂອງພຣະເຈົ້າເປັນສິ່ງສັກສິດ. ໃນສະໄໝນັ້ນມີສຳເນົາພຣະຄຳພີໜ້ອຍ; ສະນັ້ນ, ພວກເຂົາຈຶ່ງທ່ອງຈຳຖ້ອຍຄຳອັນປະເສີດ. ຫຼາຍຄົນສາມາດທ່ອງພຣະຄຳພີເດີມ ແລະ ພຣະຄຳພີໃໝ່ເປັນບົດໆ. ຊາວໜຸ່ມຖືກສອນໃຫ້ຄິດເຖິງພຣະເຈົ້າເມື່ອເບິ່ງທຳມະຊາດ ແລະ ເມື່ອພົບກັບສິ່ງດີໆເລັກນ້ອຍໃນຊີວິດປະຈຳວັນ. ສ່ວນເດັກນ້ອຍກໍຖືກສອນໃຫ້ຂອບຄຸນພຣະອົງສຳລັບພຣະພອນທຸກຢ່າງທີ່ໄດ້ຮັບ. {GC 67.1}

ພໍ່ແມ່ທີ່ຮັກລູກມີສະຕິປັນຍາພຽງພໍທີ່ຈະບໍ່ຕາມໃຈລູກ. ອະນາຄົດຂ້າງໜ້າແມ່ນຊີວິດທີ່ລຳບາກຍາກແຄ້ນ ແລະ ອາດຈະຖືກຂ້າຍ້ອນຄວາມເຊື່ອ. ເດັກນ້ອຍຈຶ່ງຖືກສອນໃຫ້ຮູ້ຈັກອົດທົນຕັ້ງແຕ່ເຍົາໄວ ໃຫ້ຍອມເຊື່ອຟັງຜູ້ມີອຳນາດ ແຕ່ໃນຂະນະດຽວກັນໃຫ້ຮູ້ຈັກຄິດ ແລະ ປະຕິບັດດ້ວຍຕົນເອງ. ພວກເຂົາຖືກສອນຕັ້ງແຕ່ຍັງນ້ອຍໃຫ້ຮູ້ຈັກຮັບຜິດຊອບ, ໃຫ້ລະວັງຄຳເວົ້າ ແລະ ໃຫ້ຮູ້ວ່າການມິດງຽບຄືຄວາມສະຫຼາດ. ຖ້າສັດຕູໄດ້ຍິນຖ້ອຍຄຳທີ່ບໍ່ສົມຄວນເວົ້າ ອາດຈະເປັນເຫດໃຫ້ເຈົ້າຂອງຕ້ອງສ່ຽງຊີວິດ ແລະ ພີ່ນ້ອງຂອງລາວນັບຫຼາຍຮ້ອຍຄົນກໍອາດຕ້ອງສ່ຽງຊີວິດໄປນຳ, ເພາະວ່າພວກສັດຕູຂອງຄວາມຈິງເປັນດັ່ງຝູງໝາປ່າ ທີ່ໄລ່ລ່າຜູ້ທີ່ກ້າອ້າງວ່າຕົນມີສິດໃນການນັບຖືສາສະໜາ. {GC 67.2}

ຊາວໂວດົວໄດ້ສະຫຼະຖິ້ມຄວາມຈະເລີນຝ່າຍໂລກເພື່ອເຫັນແກ່ຫຼັກຄວາມຈິງ, ພວກເຂົາຈຶ່ງຂະຫຍັນໝັ່ນພຽນ ອອກເຫື່ອເທແຮງ ເພື່ອໃຫ້ໄດ້ມາເຊິ່ງອາຫານປະຈຳວັນ. ພວກເຂົາເອົາໃຈໃສ່ພັດທະນາທີ່ດິນທຸກແມັດມົນທົນຕາມພູເຂົາທີ່ພໍຈະປູກຝັງໄດ້ ຈົນຮ່ອມພູ ແລະ ແມ່ນແຕ່ເນີນເຂົາທີ່ດິນບໍ່ດີກໍກາຍເປັນພື້ນທີ່ກະສິກຳທີ່ອຸດົມສົມບູນໄປດ້ວຍຜົນລະປູກຈາກພືດພັນຢ່າງຫຼວງຫຼາຍ. ມໍລະດົກດຽວທີ່ລູກຫຼານໄດ້ຮັບຄືການຝຶກອຸປະນິໄສຂອງການຮູ້ຈັກປະຢັດ ແລະ ຮູ້ຈັກການເສຍສະຫຼະຢ່າງແທ້ຈິງ. ພວກເຂົາໄດ້ຮຽນຮູ້ວ່າຊີວິດຕ້ອງໄດ້ຮັບການຝຶກຝົນໃຫ້ມີວິໄນ ເພາະນີ້ແມ່ນພຣະປະສົງຂອງພຣະເຈົ້າ; ທຸກສິ່ງທີ່ພວກເຂົາປາຖະໜາຢູ່ນັ້ນ ແມ່ນຕ້ອງອາໄສສີ່ຢ່າງເພື່ອຈະໄດ້ມາ ນັ້ນຄືການອອກກຳລັງເຫື່ອແຮງ, ການວາງແຜນລ່ວງໜ້າ, ການເອົາໃຈໃສ່ຢ່າງຕໍ່ເນື່ອງ ແລະ ຄວາມເຊື່ອວາງໃຈ. ຂະບວນການຝຶກເດັກນ້ອຍ ແລະ ສອນຊາວໜຸ່ມນັ້ນເປັນເລື່ອງທີ່ຕ້ອງອາໄສຄວາມອົດທົນ ແລະ ຄວາມອຸດສາຫະ ແຕ່ເປັນສິ່ງທີ່ປູກປັ້ນ ແລະ ຫຼໍ່ຫຼອມພວກເຂົາໃຫ້ເຕີບໂຕເປັນຜູ້ໃຫຍ່; ນີ້ແຫຼະຄືສິ່ງທີ່ຈຳເປັນສຳລັບມະນຸດຜູ້ຕົກສູ່ຄວາມບາບ ແລະ ເປັນໂຮງຮຽນທີ່ພຣະເຈົ້າຈັດຕຽມໄວ້ເພື່ອຝຶກຝົນ ແລະ ພັດທະນາມະນຸດ. ຊາວໜຸ່ມລຶ້ງເຄີຍກັບຄວາມລຳບາກ ແລະ ການອອກແຮງງານ, ແຕ່ໃນຂະນະດຽວກັນ ພວກເຂົາຍັງໄດ້ພັດທະນາສະໝອງຄວາມຄິດ ແລະ ຖືກສອນໃຫ້ຮູ້ວ່າຄວາມສາມາດທຸກຢ່າງທີ່ຕົນມີຢູ່ນັ້ນລ້ວນແຕ່ເປັນຂອງພຣະເຈົ້າ ຈຶ່ງຄວນພັດທະນາຄວາມສາມາດເຫຼົ່ານັ້ນເພື່ອການຮັບໃຊ້ພຣະອົງ. {GC 67.3}

ບັນດາຄຣິສຕະຈັກຂອງຊາວໂວດົວມີຄວາມບໍຣິສຸດ ແລະ ຄວາມລຽບງ່າຍເໝືອນຄຣິສຕະຈັກໃນຍຸກອັກຄະສາວົກ. ພວກເຂົາຢຶດຖືພຣະຄຳພີວ່າເປັນພຽງສິ່ງດຽວທີ່ຖືກຕ້ອງ, ບໍ່ຜິດພາດ ແລະ ມີອຳນາດສູງສຸດ ຈຶ່ງບໍ່ຍອມຮັບວ່າສັນຕະປາປາ ຫຼື ຜູ້ນຳຄຣິສຕະຈັກຄົນໃດມີອຳນາດສູງສຸດ. ສາສະໜາຈານຂອງຊາວໂວດົວບໍ່ເໝືອນພວກບາດຫຼວງທີ່ຫຍິ່ງຈອງຫອງຂອງຄຣິສຕະຈັກໂຣມ ເພາະວ່າພວກເຂົາເຮັດຕາມແບບຢ່າງຂອງພຣະອາຈານຂອງຕົນ ກໍຄືພຣະ­ເຢຊູ­ຄຣິສ. ພຣະອົງສະເດັດມາໃນໂລກ “ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້.” (ມັດທາຍ 20:28). ພວກເຂົາລ້ຽງຝູງແກະຂອງພຣະເຈົ້າ ແລະ ນຳໄປຍັງທົ່ງຫຍ້າຂຽວສົດ ແລະ ນ້ຳພຸແຫ່ງຊີວິດທີ່ມີຢູ່ໃນພຣະທຳບໍຣິສຸດຂອງພຣະອົງ. ພວກສະມາຊິກເຕົ້າໂຮມກັນຫ່າງໄກຈາກສະຖາ­ປັດຕະ­ຍະກຳທີ່ສ້າງຂຶ້ນຢ່າງອວດອົ່ງທະນົງຕົວ. ເຂົາທັງຫຼາຍບໍ່ໄດ້ນະມັດສະການໃນໂບດວິຫານທີ່ຍິ່ງໃຫຍ່ສະຫງ່າງາມ ແຕ່ຮວມຕົວກັນຢູ່ຫວ່າງເຂົາໃຕ້ຮົ່ມເງົາຂອງພູຜາ ຫຼື ຖ້າເປັນຊ່ວງເວລາທີ່ອັນຕະລາຍ ກໍຈະນະມັດສະການໃນໂງ່ນຫີນກຳບັງບ່ອນໃດບ່ອນໜຶ່ງ ເພື່ອຟັງຖ້ອຍຄຳແຫ່ງຄວາມຈິງຈາກຜູ້ຮັບໃຊ້ຂອງພຣະຄຣິສ. ພວກສາສະໜາຈານບໍ່ພຽງແຕ່ປະກາດຂ່າວປະເສີດ ແຕ່ຍັງໄດ້ຢ້ຽມຢາມຄົນປ່ວຍ, ສັ່ງສອນເດັກນ້ອຍ, ເຕືອນສະຕິຜູ້ຫຼົງຜິດ, ຊ່ວຍໄກ່ເກ່ຍຄວາມຂັດແຍ້ງ, ສົ່ງເສີມໃຫ້ພີ່ນ້ອງສະໝັກສະໝານສາມັກຄີ ແລະ ຮັກແພງເຊິ່ງກັນແລະກັນ. ໃນຍາມສັນຕິພວກເຂົາລ້ຽງຊີບດ້ວຍຂອງຖວາຍທີ່ສະມາຊິກນຳມາດ້ວຍໃຈສັດທາ ແຕ່ໃນຂະນະດຽວກັນ ທຸກຄົນໄດ້ຝຶກສາຍອາຊີບສຳຮອງໃດໜຶ່ງ ເພື່ອລ້ຽງຊີບໃນກໍລະນີຈຳເປັນ ເໝືອນທີ່ອາຈານໂປໂລມີອາຊີບຕັດຫຍິບຜ້າເຕັນ. {GC 68.1}

ຄັດລອກ ແລະ ທ່ອງຈຳພຣະຄຳພີ

ພວກສາສະໜາຈານໄດ້ສອນຊາວໜຸ່ມໃນສາຂາວິຊາຕ່າງໆ ໂດຍມີພຣະຄຳພີເປັນວິຊາຫຼັກ. ຊາວໜຸ່ມໄດ້ທ່ອງຈຳພຣະທຳມັດທາຍ ແລະ ພຣະທຳໂຢຮັນ ພ້ອມດ້ວຍຈົດໝາຍຕ່າງໆໃນພຣະຄຳພີໃໝ່. ພວກເຂົາເຮັດວຽກຄັດລອກພຣະຄຳພີ ເຊິ່ງບາງສະບັບມີພຣະຄຳພີໝົດທັງເຫຼັ້ມ ສ່ວນສະບັບອື່ນມີແຕ່ພຣະຄຳພີບາງສ່ວນພ້ອມດ້ວຍຄຳອະທິບາຍຈາກຜູ້ຮູ້ພຣະຄຳພີ. ໂດຍວິທີນີ້ ສົມບັດແຫ່ງຄວາມຈິງຈຶ່ງຖືກນຳອອກມາສູ່ສາຍຕາຜູ້ຄົນ ອັນເປັນຄວາມຈິງເຊິ່ງຄົນທີ່ພະຍາຍາມຍົກຕົວເອງເໜືອພຣະເຈົ້າໄດ້ປິດບັງໄວ້ມາດົນນານ. {GC 68.2}

ພວກເຂົາອົດທົນຄັດລອກພຣະຄຳພີເທື່ອລະຂໍ້ເທື່ອລະບົດຢ່າງບໍ່ຮູ້ອິດຮູ້ເມື່ອຍ ບາງຄັ້ງແມ່ນຕ້ອງຂຽນໃນຖ້ຳ ແລະ ອາໄສແສງຈາກກະບອງໄຟ. ພວກເຂົາສືບຕໍ່ເຮັດວຽກ ເພື່ອພຣະປະສົງຂອງພຣະເຈົ້າທີ່ເປີດເຜີຍໄວ້ໃນພຣະຄຳພີຈະໄດ້ຮັບການເຜີຍແຜ່ ແລະ ສ່ອງແສງອອກໄປດັ່ງທອງຄຳບໍຣິສຸດ. ມີແຕ່ຄົນທັງຫຼາຍທີ່ຝ່າຟັນອຸປະສັກເພື່ອຄັດລອກພຣະຄຳພີເທົ່ານັ້ນ ທີ່ຮູ້ວ່າຄວາມລຳບາກທີ່ຕ້ອງປະເຊີນໄດ້ຊ່ວຍໃຫ້ພຣະປະສົງຂອງພຣະເຈົ້າມີຄວາມສະຫວ່າງສະໄຫວ, ຄວາມແຈ່ມແຈ້ງ ແລະ ມີຣິດອຳນາດຫຼາຍຂຶ້ນສ່ຳໃດ. ມີທູດສະຫວັນອ້ອມຮອບຄົນເຫຼົ່ານີ້ທີ່ມຸ່ງໝັ້ນເຮັດວຽກຢ່າງສັດຊື່. {GC 69.1}

ຊາຕານໄດ້ຊຸກຍູ້ໃຫ້ພວກບາດຫຼວງ ແລະ ຜູ້ນຳຄຣິສຕະຈັກຝ່າຍສັນຕະປາປາ ໃຫ້ທັບຖົມພຣະຄຳແຫ່ງຄວາມຈິງພາຍໃຕ້ກອງຂີ້ເຫຍື້ອແຫ່ງຄວາມເທັດ, ຄຳສອນທີ່ຜິດພ້ຽນ ແລະ ຄວາມງົມງວາຍ. ແຕ່ພຣະຄຳນັ້ນໄດ້ຮັບການຮັກສາໄວ້ຢ່າງອັດສະຈັນ ຜ່ານໄລຍະເວລາອັນດົນນານແຫ່ງສະໄໝຍຸກມືດ. ພຣະຄຳຂອງພຣະເຈົ້າໄດ້ຮັບການປະທັບຕາຂອງພຣະອົງ ບໍ່ແມ່ນຮອຍປະທັບຂອງມະນຸດ. ມີຄົນພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອບິດເບືອນຄວາມໝາຍທີ່ເຂົ້າໃຈງ່າຍໃນພຣະຄຳພີ, ຄົນເຫຼົ່ານີ້ພະຍາຍາມໃຫ້ຂໍ້ພຣະຄຳພີຂັດແຍ້ງກັນເອງ, ແຕ່ພຣະຄຳຂອງພຣະເຈົ້າສາມາດທົນຕໍ່ພະຍຸທີ່ພັດຖະຫຼົ່ມໃສ່ ຄືກັນກັບເຮືອຂອງໂນອາທີ່ລອຍຢູ່ເໜືອຄື້ນທະເລທີ່ພັດພາ. ພຣະຄຳພີປຽບສະເໝືອນສາຍແຮ່ເງິນ ແລະ ຄຳທີ່ເຊື່ອງຊ່ອນຂອງມີຄ່າຢູ່ໃຕ້ດິນ ຜູ້ທີ່ຢາກຮູ້ຄວາມປະເສີດໃນພຣະຄຳພີຈະຕ້ອງຂຸດຄົ້ນອອກມາ; ມີແຕ່ຄົນໃຈຖ່ອມທີ່ສະແຫວງຫາດ້ວຍການອະທິຖານ ແລະ ຄວາມຈິງໃຈເທົ່ານັ້ນທີ່ຈະຄົ້ນພົບ. ພຣະເຈົ້າຊົງມີພຣະປະສົງໃຫ້ພຣະຄຳພີເປັນຕຳລາຮຽນໃຫ້ແກ່ມະນຸດສະໂລກ ເພື່ອໃຫ້ຄົນໃນທຸກຍຸກທຸກສະໄໝໄດ້ສຶກສາ ທັງໃນໄວເດັກ, ໄວໜຸ່ມສາວ ແລະ ໄວຜູ້ໃຫຍ່. ພຣະເຈົ້າປະທານພຣະຄຳຂອງພຣະອົງແກ່ມະນຸດ ເພື່ອເປີດເຜີຍໃຫ້ພວກເຂົາຮູ້ຈັກພຣະອົງ. ທຸກຄັ້ງທີ່ມີການຄົ້ນພົບຄວາມຈິງຂໍ້ໃໝ່ ກໍເຮັດໃຫ້ຮູ້ຈັກພຣະເຈົ້າຫຼາຍຂຶ້ນ ເພາະຖ້ອຍຄຳເຫຼົ່ານັ້ນແມ່ນພຣະຄຳຂອງພຣະອົງ. ການສຶກສາພຣະຄຳພີແມ່ນວິທີທີ່ພຣະເຈົ້າຊົງກຳນົດໄວ້ ເພື່ອໃຫ້ມະນຸດສະໜິດຕິດແທດກັບພຣະຜູ້ສ້າງ ແລະ ເພື່ອໃຫ້ພວກເຂົາຮູ້ຈັກພຣະປະສົງຂອງພຣະອົງໄດ້ແຈ່ມແຈ້ງຍິ່ງຂຶ້ນ. ພຣະຄຳພີເປັນສື່ກາງລະຫວ່າງພຣະເຈົ້າກັບມະນຸດ. {GC 69.2}

ປະກາດຂ່າວປະເສີດໃນສັງຄົມທີ່ຕໍ່ຕ້ານ

ຊາວໂວດົວຖືວ່າ ຄວາມຢຳເກງພຣະເຈົ້າເປັນຈຸດເລີ່ມຕົ້ນຂອງປັນຍາ, ແຕ່ໃນຂະນະດຽວກັນພວກເຂົາກໍຍອມຮັບວ່າການຕິດຕໍ່ຄົບຄ້າກັບສັງຄົມໂລກ, ການຮຽນຮູ້ນິໄສຄົນ ແລະ ການເຮັດວຽກຢ່າງຮ້ອນຮົນມີຄວາມສຳຄັນເຊັ່ນກັນເພາະສິ່ງເຫຼົ່ານີ້ຈະຊ່ວຍພັດທະນາສະໝອງ ແລະ ຝຶກການສັງເກດ. ຊາວໜຸ່ມບາງຄົນຖືກສົ່ງໄປຮຽນໃນສະຖາບັນການສຶກສາທີ່ປະເທດຝຣັ່ງ ຫຼື ປະເທດອີຕາລີ ເພາະມີໂອກາດຮ່ຳຮຽນໄດ້ກວ້າງ ແລະ ສູງຂຶ້ນກວ່າໂຮງຮຽນທັງຫຼາຍຂອງພວກເຂົາທີ່ສ້າງຂຶ້ນຕາມພູຜາ. ຊາວໜຸ່ມທີ່ໄປຮຽນເຊັ່ນນີ້ຖືກທົດລອງຫຼາຍຢ່າງ; ພວກເຂົາໄດ້ເຫັນຄວາມຊົ່ວຊ້າຂອງຄົນ ແລະ ຕ້ອງຮັບມືກັບຜູ້ທີ່ຊາຕານໃຊ້ມາໃຫ້ແນະນຳຄວາມເທັດຢ່າງແນບນຽນ ແລະ ສອນດ້ວຍການຫຼອກລວງທີ່ອັນຕະລາຍທີ່ສຸດ. ແຕ່ການສຶກສາໃນໄວເດັກໄດ້ກຽມພວກເຂົາເພື່ອຮັບມືກັບສິ່ງເຫຼົ່ານີ້. {GC 69.3}

ຊາວໜຸ່ມຖືກສອນບໍ່ໃຫ້ໄວ້ໃຈຜູ້ໃດໃນສະຖາບັນການສຶກສາທີ່ຕົນໄປຮຽນນັ້ນ. ພວກເຂົາໄດ້ຫຍິບເສື້ອຜ້າໃຫ້ມີກະເປົ໋າລັບ ເພື່ອເຊື່ອງສິ່ງທີ່ລ້ຳຄ່າທີ່ສຸດ ກໍຄືສຳເນົາພຣະຄຳພີ. ຄົນເຫຼົ່ານີ້ໄດ້ເອົາຜົນງານຄັດລອກພຣະຄຳພີທີ່ໃຊ້ເວລາຫຼາຍເດືອນຫຼາຍປີຕິດຕົວໄປນຳ ແລະ ເມື່ອໃດທີ່ມີໂອກາດແບ່ງປັນໂດຍບໍ່ຖືກຈັບຜິດ ກໍຈະແບ່ງເອກະສານພຣະຄຳພີສ່ວນໜຶ່ງໃຫ້ຄົນທີ່ເບິ່ງຄືພ້ອມທີ່ຈະຮັບຄວາມຈິງ. ຄົນໜຸ່ມຊາວໂວດົວໄດ້ຮັບການຝຶກຝົນເພື່ອຈຸດປະສົງນີ້ຕັ້ງແຕ່ເປັນແອນ້ອຍນັ່ງຕັກແມ່; ພວກເຂົາເຂົ້າໃຈໜ້າທີ່ຂອງຕົນເອງ ແລະ ເຮັດວຽກງານນັ້ນດ້ວຍຄວາມສັດຊື່. ມີຄົນກັບໃຈໃນສະຖາບັນການສຶກສາເຫຼົ່ານັ້ນ ແລະ ຫຼາຍຄັ້ງຫຼັກຄວາມຈິງໄດ້ແຜ່ລາມໄປທົ່ວສະຖາບັນການສຶກສາ ແຕ່ຜູ້ນຳຝ່າຍສັນຕະປາປາບໍ່ສາມາດຊອກຮູ້ທີ່ມາຂອງຄຳສອນທີ່ພວກຕົນຕູ່ວ່າເປັນຄວາມເທັດທີ່ເຮັດໃຫ້ຄົນເສື່ອມເສຍ. {GC 70.1}

ພຣະວິນຍານຂອງພຣະຄຣິສເປັນພຣະວິນຍານແຫ່ງການປະກາດ. ສິ່ງທຳອິດທີ່ຄົນກັບໃຈໃໝ່ຢາກເຮັດກໍຄື ນຳຄົນອື່ນໃຫ້ຮູ້ຈັກພຣະ­ຜູ້ຊ່ວຍ­ໃຫ້ລອດເໝືອນທີ່ຕົນໄດ້ຮູ້ຈັກ. ພວກຄຣິສຕຽນຊາວໂວດົວເປັນແບບນັ້ນເຊັ່ນກັນ. ຄົນເຫຼົ່ານັ້ນຮູ້ສຶກວ່າ ພຣະເຈົ້າບໍ່ພຽງແຕ່ຕ້ອງການໃຫ້ພວກເຂົາຮັກສາຄວາມຈິງໃຫ້ບໍຣິສຸດໃນຄຣິສຕະຈັກຂອງຕົນເອງເທົ່ານັ້ນ ແຕ່ພວກເຂົາມີໜ້າທີ່ໃນການສ່ອງສະຫວ່າງໄປຍັງຄົນທີ່ຢູ່ໃນຄວາມມືດ ແລະ ນຳພຣະຄຳອັນຊົງຣິດຂອງພຣະເຈົ້າໄປປະກາດເພື່ອປົດແອກຂອງລະບອບສັນຕະປາປາອີກນຳ. ພວກສາສະໜາຈານຊາວໂວດົວໄດ້ຮັບການຝຶກອົບຮົມໃຫ້ເປັນນັກປະກາດ, ສ່ວນຊາວໜຸ່ມທຸກຄົນທີ່ຄິດຢາກເປັນສາສະໜາຈານ ກໍຕ້ອງມີປະສົບການໃນການປະກາດເສຍກ່ອນ. ທຸກຄົນຕ້ອງຮັບໃຊ້ດ້ວຍການປະກາດຢູ່ສາມປີໃນບ່ອນທີ່ມີຄົນຮູ້ຈັກພຣະເຈົ້າໜ້ອຍກ່ອນທີ່ຈະຮັບຕຳແໜ່ງເປັນອາຈານປະຈຳໂບດຢູ່ບ້ານ. ການຮັບໃຊ້ດັ່ງກ່າວຕ້ອງອາໄສການເສຍສະຫຼະຕັ້ງແຕ່ເລີ່ມຕົ້ນ ຈຶ່ງເປັນການຝຶກຝົນທີ່ເໝາະສົມສຳລັບຊີວິດອາຈານປະຈຳໂບດໃນສະໄໝທີ່ທ້າທາຍຈິດວິນຍານຂອງຄົນ. ຊາວໜຸ່ມທີ່ໄດ້ຮັບການເຈີມຕັ້ງໃຫ້ເປັນສາສະໜາຈານຮູ້ວ່າສິ່ງທີ່ລໍຖ້າຢູ່ຂ້າງໜ້າບໍ່ແມ່ນຄວາມຮັ່ງມີ ຫຼື ກຽດຕິຍົດສັກສີຝ່າຍໂລກ ແຕ່ແມ່ນຊີວິດທີ່ຕ້ອງສູ້ຊົນໃນການເຮັດວຽກໜັກ, ສ່ຽງອັນຕະລາຍ ແລະ ອາດຈະຕ້ອງເສຍຊີວິດຍ້ອນຄວາມເຊື່ອ. ພວກຊາວໜຸ່ມຖືກສົ່ງອອກໄປປະກາດເປັນຄູ່ ເໝືອນຕອນທີ່ພຣະເຢຊູໄດ້ສົ່ງພວກສາວົກຂອງພຣະອົງອອກໄປ ຄືມີຊາວໜຸ່ມຄົນໜຶ່ງ ແລະ ສ່ວນຫຼາຍກໍມີຜູ້ອາວຸໂສຄົນໜຶ່ງທີ່ມີປະສົບການ. ຜູ້ອາວຸໂສນັ້ນມີໜ້າທີ່ອົບຮົມສັ່ງສອນ ແລະ ໃຫ້ຄຳແນະນຳ ສ່ວນຊາວໜຸ່ມນັ້ນມີໜ້າທີ່ເອົາໃຈໃສ່ຕໍ່ການສັ່ງສອນດັ່ງກ່າວ. ບາງຄັ້ງທັງສອງກໍແຍກກັນເຮັດວຽກຄົນລະບ່ອນ ແຕ່ກໍມາພົບກັນເລື້ອຍໆເພື່ອອະທິຖານ, ປຶກສາຫາລືກັນ ແລະ ເສີມຄວາມເຊື່ອເຊິ່ງກັນແລະກັນ. {GC 70.2}

ຖ້າຫາກວ່າຄົນທົ່ວໄປຮູ້ເປົ້າໝາຍການປະກາດຂອງພວກເຂົາ ພາລະກິດຂອງຕົນກໍຈະບໍ່ປະສົບຜົນສຳເລັດຢ່າງແນ່ນອນ; ສະນັ້ນ, ຈຶ່ງຕ້ອງປົກປິດຈຸດປະສົງໄວ້ຢ່າງລະມັດລະວັງ. ຜູ້ປະກາດທຸກຄົນປະກອບອາຊີບເພື່ອປິດບັງການປະກາດ ແລະ ສ່ວນຫຼາຍແມ່ນເລືອກອາຊີບພໍ່ຄ້າ. “ພວກເຂົາມີຜ້າໄໝ, ເຄື່ອງປະດັບ ແລະ ສິນຄ້າອື່ນທີ່ໃນສະໄໝນັ້ນຫາຊື້ໄດ້ຍາກ ຍົກເວັ້ນໃນຕະຫຼາດຕ່າງເມືອງຕ່າງແດນ, ຊາວບ້ານຈຶ່ງອ້າແຂນຕ້ອນຮັບພວກເຂົາໃນຖານະພໍ່ຄ້າ ເຊິ່ງຖ້າແມ່ນໄປໃນຖານະຜູ້ປະກາດກໍຄົງຖືກຂັບໄລ່ໄສສົ່ງ.”5 ພວກເຂົາເຝົ້າພາວະນາຂໍສະຕິປັນຍາຈາກພຣະເຈົ້າຢູ່ສະເໝີ ເພື່ອຈະສາມາດນຳສົມບັດອັນລ້ຳຄ່າຍິ່ງກວ່າເງິນຄຳ ຫຼື ເພັດ­ນິນ­ຈິນດາໃຫ້ຄົນອື່ນ ກໍຄືຂ່າວປະເສີດ. ພວກເຂົາເຊື່ອງເອົາເອກະສານພຣະຄຳພີຕິດຕົວໄປນຳ, ບາງສະບັບແມ່ນພຣະຄຳພີໝົດທັງເຫຼັ້ມ ບາງສະບັບມີແຕ່ສ່ວນໃດສ່ວນໜຶ່ງຂອງພຣະຄຳພີ, ແລ້ວເມື່ອມີໂອກາດ ກໍຈະແນະນຳລູກຄ້າໃຫ້ຮູ້ຈັກເອກະສານພຣະຄຳພີເຫຼົ່ານີ້. ຫຼາຍຄັ້ງລູກຄ້າເກີດຄວາມຢາກອ່ານພຣະຄຳຂອງພຣະເຈົ້າ ຜູ້ປະກາດຈຶ່ງຍິນດີຝາກເອກະສານພຣະຄຳພີໄວ້ກັບຄົນທີ່ມີໃຈຢາກຮັບເອົາ. {GC 71.1}

ວຽກງານຂອງຜູ້ປະກາດເຫຼົ່ານີ້ເລີ່ມຕົ້ນໃນຮ່ອມພູ ແລະ ທົ່ງພຽງຕີນພູທີ່ພວກເຂົາອາໄສຢູ່, ແຕ່ກໍໄດ້ຂະຫຍາຍໄກອອກໄປຈາກຂົງເຂດເຫຼົ່ານັ້ນ. ພວກເຂົາຍ່າງດ້ວຍຕີນເປົ່າ ແລະ ນຸ່ງຮົ່ມເສື້ອຜ້າເນື້ອຫຍາບອັນມີຮອຍເປື້ອນຈາກການເດີນທາງ ເໝືອນເສື້ອຜ້າຂອງພຣະ­ເຢຊູ­ຄຣິສຜູ້ເປັນພຣະອາຈານຂອງພວກເຂົາ. ນັກປະກາດເຫຼົ່ານີ້ຜ່ານມະຫານະຄອນຕ່າງໆ ແລະ ເດີນທາງໄປຍັງດິນແດນທີ່ຫ່າງໄກ ແຕ່ບໍ່ວ່າຈະໄປທີ່ໃດ ກໍຈະຫວ່ານເມັດພືດແຫ່ງຄວາມຈິງອັນປະເສີດໄວ້ທີ່ນັ້ນ. ມີຄຣິສຕະຈັກເກີດຂຶ້ນຕະຫຼອດເສັ້ນທາງການເດີນທາງຂອງພວກເຂົາ ແລະ ເລືອດຂອງຄົນທັງຫຼາຍທີ່ຖືກຂ້າຍ້ອນຄວາມເຊື່ອກໍໄດ້ເປັນພະຍານຝ່າຍຄວາມຈິງ. ໃນວັນສຳຄັນຍິ່ງໃຫຍ່ແຫ່ງອົງ­ພຣະ­ຜູ້­ເປັນ­ເຈົ້າຈະປາກົດໃຫ້ເຫັນວ່າ ມີຄົນຈຳນວນຫຼວງຫຼາຍໄດ້ຮັບຄວາມລອດພົ້ນເພາະການປະກາດຂອງຜູ້ສັດຊື່ເຫຼົ່ານີ້. ພຣະຄຳຂອງພຣະເຈົ້າຂະຫຍາຍຜົນຢ່າງງຽບໆທົ່ວທຸກປະເທດໃນເອີຣົບທີ່ມີການນັບຖືສາສະໜາຄຣິສ ແລະ ມີຄົນຮັບເຂົ້າໄປໃນບ້ານເຮືອນດ້ວຍຄວາມຍິນດີ ແລະ ຮັບເຂົ້າຢູ່ໃນຈິດໃຈດ້ວຍຄວາມຊື່ນບານ. {GC 71.2}

ເຜີຍຫຼັກແທ້ແຫ່ງຂ່າວປະເສີດ

ຊາວໂວດົວຖືວ່າ ພຣະຄຳພີບໍ່ພຽງແຕ່ເປັນການບັນທຶກປະຫວັດສາດເລື່ອງການຕິດຕໍ່ສຳພັນລະຫວ່າງພຣະເຈົ້າກັບມະນຸດໃນອະດີດ ຫຼື ການເປີດເຜີຍໜ້າທີ່ຂອງຄົນໃນປັດຈຸບັນເທົ່ານັ້ນ ແຕ່ມີການສຳແດງໄພອັນຕະລາຍ ແລະ ສະຫງ່າຣາສີຂອງອະນາຄົດນຳ. ພວກເຂົາເຊື່ອວ່າການສິ້ນສຸດຂອງສິ່ງທັງປວງໃກ້ເຂົ້າມາແລ້ວ ແລະ ໃນຂະນະທີ່ສຶກສາພຣະຄຳພີດ້ວຍນ້ຳຕາ ແລະ ການອະທິຖານກໍຍິ່ງຮູ້ສຶກຢ່າງເລິກເຊິ່ງວ່າ ຖ້ອຍຄຳໃນພຣະຄຳພີນັ້ນລ້ຳຄ່າ, ພວກເຂົາຮູ້ສຶກວ່າຕົນມີໜ້າທີ່ໃນການເປີດເຜີຍຄວາມຈິງເລື່ອງຄວາມລອດພົ້ນທີ່ຂຽນໄວ້ໃນພຣະຄຳພີໃຫ້ຄົນອື່ນໄດ້ຮູ້. ຊາວໂວດົວເຫັນວ່າແຜນການຊ່ວຍມະນຸດໃຫ້ລອດໄດ້ຂຽນໄວ້ຢ່າງແຈ່ມແຈ້ງຢູ່ໃນພຣະຄຳຂອງພຣະເຈົ້າ, ພວກເຂົາຈຶ່ງໄດ້ຮັບການປອບໃຈ, ຄວາມຫວັງ ແລະ ສັນຕິສຸກດ້ວຍການໄວ້ວາງໃຈໃນພຣະເຢຊູ. ພຣະຄຳພີສ່ອງສະຫວ່າງເຂົ້າໄປໃນຈິດໃຈຂອງພວກເຂົາ ເຮັດໃຫ້ມີຄວາມເຂົ້າໃຈ ແລະ ເກີດຄວາມຊົມຊື່ນຍິນດີ. ພວກເຂົາຈຶ່ງປາຖະໜາທີ່ຈະສ່ອງຄວາມສະຫວ່າງດັ່ງກ່າວໃຫ້ຄົນທັງຫຼາຍທີ່ຢູ່ໃນຄວາມມືດຍ້ອນຄຳສອນອັນຜິດພ້ຽນຂອງລະບອບສັນຕະປາປາ. {GC 72.1}

ຊາວໂວດົວເຫັນວ່າ ຄົນຈຳນວນຫຼວງຫຼາຍກຳລັງຫຼົງຄຳສອນຂອງສັນຕະປາປາ ແລະ ພວກບາດຫຼວງ ຈົນພວກເຂົາເຖິງກັບທໍລະມານຮ່າງກາຍຕົນເອງດ້ວຍຄວາມຫວັງວ່າ ຈະໄດ້ຮັບການອະໄພບາບຈາກພຣະເຈົ້າ. ປະຊາຊົນຖືກສອນໃຫ້ເພິ່ງໃນບຸນກຸສົນຂອງຕົນເອງ; ສະນັ້ນ, ພວກເຂົາຈຶ່ງເບິ່ງຢູ່ທີ່ຕົວເອງ ແລະ ຄິດຄຳນຶງເຖິງສະພາບຄວາມຜິດບາບຂອງຕົນຢູ່ຕະຫຼອດເວລາ. ພວກເຂົາຮູ້ສຶກວ່າ ຈະຕ້ອງຖືກພຣະເຈົ້າລົງໂທດຢ່າງແນ່ນອນ ຈຶ່ງທໍລະມານທັງກາຍທັງໃຈຂອງຕົນ, ແຕ່ຄວາມຮູ້ສຶກນັ້ນບໍ່ໄດ້ຮັບການບັນເທົາ. ສະນັ້ນ, ຄົນທີ່ມີໃຈສຳນຶກໃນຄວາມບາບ ຈຶ່ງຖືກຄວບຄຸມດ້ວຍຄຳສອນຂອງຄຣິສຕະຈັກໂຣມ. ມີຫຼາຍພັນຄົນປະຍາດຕິພີ່ນ້ອງກັບໝູ່ເພື່ອນ ໄປໃຊ້ຊີວິດໃນຫ້ອງຄັບແຄບຂອງສຳນັກນັກບວດ. ຫຼາຍຄັ້ງພວກເຂົາອົດອາຫານ, ຕີຕົວເອງດ້ວຍແສ້, ເຝົ້າອະທິຖານຍາມທ່ຽງຄືນ, ນອນຂາບໄຫວ້ຢູ່ຫຼາຍຊົ່ວໂມງເທິງພື້ນຫີນທີ່ປຽກເຢັນ, ເດີນທາງອັນຍາວໄກເພື່ອສະແຫວງບຸນ, ບຳເພັນຕົນຢ່າງໜ້າອັບອາຍ ແລະ ທໍລະມານຕົນຢ່າງເປັນຕາໜ້າຢ້ານ, ທັງໝົດນີ້ກໍເພື່ອຫາສັນຕິສຸກໃນຈິດໃຈ ແຕ່ກໍບໍ່ໄດ້ພົບສັນຕິສຸກດັ່ງກ່າວ. ການສຳນຶກໃນຄວາມບາບໄດ້ບີບຄັ້ນຈິດໃຈຂອງຄົນເຫຼົ່ານີ້, ພວກເຂົາຢ້ານຄວາມໂກດຮ້າຍຂອງພຣະເຈົ້າ ຈຶ່ງອົດທົນຕໍ່ໄປ. ຫຼາຍຄົນທົນທຸກທໍລະມານຈົນສັງຂານທົນຕໍ່ບໍ່ໄດ້ ແລ້ວກໍລົງໄປຍັງຂຸມຝັງສົບໂດຍບໍ່ໄດ້ຮັບແສງແຫ່ງຄວາມຫວັງແຕ່ຢ່າງໃດ. {GC 72.2}

ຊາວໂວດົວປາຖະໜາທີ່ຈະແບ່ງປັນອາຫານແຫ່ງຊີວິດໃຫ້ແກ່ຄົນເຫຼົ່ານີ້ ທີ່ມີຈິດວິນຍານໃກ້ອົດຕາຍເຕັມທີ່, ຢາກນຳພຣະສັນຍາຂອງພຣະເຈົ້າເລື່ອງສັນຕິສຸກມາເປີດເຜີຍ ແລະ ແນະນຳໃຫ້ພວກເຂົາຮູ້ຈັກພຣະຄຣິສໃນຖານະຄວາມຫວັງດຽວທີ່ຈະໄດ້ຮັບຄວາມລອດພົ້ນ. ຊາວໂວດົວເຊື່ອວ່າ ຄຳສອນທີ່ມະນຸດສາມາດລົບລ້າງຄວາມບາບຂອງຕົນໄດ້ດ້ວຍການທຳບຸນນັ້ນເປັນຄຳສອນທີ່ຜິດ. ການເພິ່ງໃນບຸນກຸສົນຂອງມະນຸດໄດ້ປິດບັງຄວາມຮັກອັນຍິ່ງໃຫຍ່ຂອງພຣະຄຣິສ. ພຣະເຢຊູສິ້ນພຣະຊົນໃນຖານະເຄື່ອງຖວາຍໄຖ່ບາບ ເພາະວ່າມະນຸດສະໂລກທີ່ຕົກຢູ່ໃນຄວາມບາບບໍ່ສາມາດເຮັດສິ່ງໃດໄດ້ເພື່ອເປັນທີ່ຍອມຮັບຂອງພຣະເຈົ້າ. ຄຸນຄວາມດີຂອງພຣະ­ຜູ້ຊ່ວຍ­ໃຫ້ລອດທີ່ຖືກຄຶງໄວ້ເທິງໄມ້ກາງແຂນ ແລະ ຊົງຟື້ນຈາກຄວາມຕາຍ ເປັນຮາກຖານຄວາມເຊື່ອຂອງຄຣິສຕຽນ. ຄຣິສຕຽນຕ້ອງໃກ້ຊິດຕິດແທດກັບພຣະຄຣິສຢ່າງແທ້ຈິງ ເຊັ່ນດຽວກັບແຂນຂາທີ່ຕິດຢູ່ກັບຮ່າງກາຍ ແລະ ກິ່ງກ້ານທີ່ຕິດຢູ່ກັບເຄືອອະງຸ່ນ. {GC 73.1}

ສັນຕະປາປາໃນແຕ່ລະສະໄໝ ພ້ອມດ້ວຍພວກບາດຫຼວງທັງຫຼາຍ ໄດ້ສອນປະຊາຊົນໃຫ້ຖືວ່າ ພຣະເຈົ້າລວມເຖິງພຣະຄຣິສເອງມີອຸປະນິໄສທີ່ເຂັ້ມງວດ, ເສົ້າໝອງ ແລະ ເປັນຕາຢ້ານ. ພວກເຂົາສອນວ່າ ພຣະ­ຜູ້ຊ່ວຍ­ໃຫ້ລອດບໍ່ມີຄວາມອີ່ຕົນສົງສານຕໍ່ມະນຸດຜູ້ຫຼົງໃນຄວາມບາບແຕ່ຢ່າງໃດ ຈຶ່ງຕ້ອງຂໍໃຫ້ພວກບາດຫຼວງ ແລະ ນັກບຸນຊ່ວຍໄກ່ເກ່ຍ. ສ່ວນຄົນທີ່ໄດ້ຮັບຄວາມສະຫວ່າງຈາກພຣະຄຳຂອງພຣະເຈົ້າ ກໍຢາກແນະນຳໃຫ້ຄົນເຫຼົ່ານີ້ໄດ້ຮູ້ຈັກພຣະເຢຊູ ວ່າພຣະອົງເປັນພຣະ­ຜູ້ຊ່ວຍ­ໃຫ້ລອດຂອງພວກເຂົາທີ່ຊົງຮັກ ແລະ ຊົງເມດຕາພວກເຂົາຢູ່. ພຣະອົງຊົງອ້າແຂນເຊື້ອເຊີນ ໃຫ້ຄົນທັງຫຼາຍນຳເອົາພາລະແຫ່ງຄວາມບາບ, ຄວາມທຸກກັງວົນ ແລະ ຄວາມອິດເມື່ອຍມາຫາພຣະອົງ. ຄົນທີ່ຮູ້ພຣະຄຳພີປາຖະໜາເອົາອຸປະສັກທັງຫຼາຍນີ້ອອກໄປ ຄືອຸປະສັກທັງຫຼາຍທີ່ຊາຕານກອງໄວ້ເພື່ອບົດບັງຕາຜູ້ຄົນບໍ່ໃຫ້ເຫັນພຣະສັນຍາຂອງພຣະເຈົ້າ. ຊາຕານຫວັງວ່າ ອຸປະສັກເຫຼົ່ານີ້ຈະເປັນເຫດໃຫ້ເຂົາທັງຫຼາຍບໍ່ມາຫາພຣະອົງໂດຍກົງ, ເພາະຖ້າເຂົ້າມາຫາພຣະອົງ ແລະ ສາລະພາບຄວາມຜິດບາບແລ້ວ ກໍຈະໄດ້ຮັບການອະໄພ ແລະ ມີສັນຕິສຸກໃນໃຈ. {GC 73.2}

ຜູ້ປະກາດຊາວໂວດົວໄດ້ເປີດເຜີຍຄວາມຈິງເລື່ອງຂ່າວປະເສີດດ້ວຍຄວາມກະຕືລືລົ້ນໃຫ້ແກ່ຄົນທີ່ສົນໃຈ ແລະ ໄດ້ນຳເອົາເອກະສານພຣະຄຳພີອອກມາຢ່າງລະມັດລະວັງ. ຄວາມສຸກທີ່ຍິ່ງໃຫຍ່ທີ່ສຸດຂອງຜູ້ປະກາດເຫຼົ່ານັ້ນ ແມ່ນການໃຫ້ຄວາມຫວັງແກ່ຄົນທີ່ສຳນຶກໃນຄວາມບາບ ຄືການໃຫ້ຄວາມຫວັງກັບຄົນທີ່ເຂົ້າໃຈພຣະເຈົ້າຜິດວ່າພຣະອົງເປັນພຣະເຈົ້າແຫ່ງການແກ້ແຄ້ນທີ່ຊອກຫາໂອກາດລົງໂທດຄົນບາບ. ພວກເຂົາແບ່ງປັນໃຫ້ພີ່ນ້ອງຮູ້ເຖິງພຣະສັນຍາອັນລ້ຳຄ່າທີ່ເປີດເຜີຍຄວາມຫວັງດຽວຂອງຄົນບາບດ້ວຍນ້ຳສຽງທີ່ສັ່ນ, ນ້ຳຕາໄຫຼ ແລະ ມີບາງຄັ້ງພວກເຂົາເຖິງກັບຄູ້ເຂົ່າເວົ້າ. ສະນັ້ນ, ແສງແຫ່ງຄວາມຈິງຈຶ່ງສ່ອງເຂົ້າໄປໃນໃຈຂອງຫຼາຍຄົນທີ່ຢູ່ໃນຄວາມມືດ ແລະ ກຳຈັດປັດເປົ່າຄວາມມືດມົນນັ້ນອອກໄປ ຈົນແສງຕາເວັນແຫ່ງຄວາມຊອບທຳ ກໍຄືພຣະ­ເຢຊູ­ຄຣິສ ໄດ້ສ່ອງເຂົ້າໄປປິ່ນປົວຈິດໃຈ.6 ຫຼາຍຄັ້ງຄົນຟັງຂໍໃຫ້ອ່ານຂໍ້ພຣະຄຳພີຊ້ຳຫຼາຍໆເທື່ອ ເພາະຕ້ອງການຄວາມໝັ້ນໃຈວ່າໄດ້ຍິນຄັກແນ່. ຖ້ອຍຄຳທີ່ມີຄົນຢາກໄດ້ຍິນຊ້ຳເປັນພິເສດແມ່ນ: “ພຣະໂລຫິດຂອງພຣະ­ເຢຊູ­ເຈົ້າ ພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫຼາຍຈາກການຜິດບາບທັງສິ້ນ.” (1 ໂຢຮັນ 1:7). ແລະ “ໂມເຊໄດ້ຍົກງູຂຶ້ນໃນຖິ່ນແຫ້ງແລ້ງກັນດານສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ ເພື່ອຜູ້ໃດທີ່ເຊື່ອວາງໃຈໃນພຣະອົງຈະບໍ່ພິນາດ ແຕ່ມີຊີວິດນິຣັນ.” (ໂຢຮັນ 3:14, 15 ດັດແປງຈາກສະບັບ TKJV). {GC 73.3}

ຫຼາຍຄົນທີ່ເຄີຍຫຼົງເຊື່ອຄຳສອນຂອງຄຣິສຕະຈັກໂຣມກໍຕາສະຫວ່າງຂຶ້ນ. ພວກເຂົາເຫັນວ່າ ການທີ່ຫວັງເພິ່ງພາມະນຸດ ຫຼື ທູດສະຫວັນເພື່ອນຳຄົນບາບໃຫ້ກັບຄືນດີກັບພຣະເຈົ້າ ເປັນເລື່ອງທີ່ບໍ່ເກີດປະໂຫຍດ. ໃນຂະນະທີ່ຄວາມສະຫວ່າງແທ້ສ່ອງເຂົ້າໄປໃນໃຈ ພວກເຂົາກໍກ່າວດ້ວຍຄວາມຊົມຊື່ນຍິນດີວ່າ, ‘ພຣະຄຣິສຊົງເປັນປະໂຣຫິດຂອງຂ້າພະເຈົ້າ; ພຣະໂລຫິດຂອງພຣະອົງແມ່ນເຄື່ອງໄຖ່ບາບຂອງຂ້າພະເຈົ້າ; ຂ້າພະເຈົ້າຈະສາລະພາບຄວາມບາບຕໍ່ພຣະອົງແຕ່ຜູ້ດຽວ.’ ພວກເຂົາເພິ່ງພາໃນຄຸນຄວາມດີຂອງພຣະເຢຊູຢ່າງສິ້ນເຊີງ ໂດຍທົບທວນຂໍ້ພຣະຄຳພີວ່າ, “ຖ້າບໍ່ມີຄວາມເຊື່ອແລ້ວ ຈະເປັນທີ່ພໍພຣະໄທພຣະເຈົ້າບໍ່ໄດ້.” (ເຮັບເຣີ 11:6). “ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າ, ບໍ່ມີນາມຊື່ອື່ນໃດທົ່ວໃຕ້ຟ້າ ທີ່ຊົງປະທານແກ່ມະນຸດ ເພື່ອໃຫ້ເຮົາທັງຫຼາຍຕ້ອງໄດ້ພົ້ນ.” (ກິດຈະການ 4:12). {GC 74.1}

ຄົນເຫຼົ່ານັ້ນທີ່ເຄີຍຖືກລົມພະຍຸພັດພາໂດຍບໍ່ມີທີ່ເພິ່ງ ເກືອບເຖິງຂັ້ນຊັອກເມື່ອໄດ້ຍິນວ່າພຣະ­ຜູ້ຊ່ວຍ­ໃຫ້ລອດຊົງຮັກເຂົາ. ຄວາມບັນເທົາທີ່ໄດ້ຮັບນັ້ນໃຫຍ່ຫຼວງ ແລະ ແສງສະຫວ່າງອັນສົດໃສທີ່ສ່ອງເຂົ້າໄປໃນໃຈຍິ່ງໃຫຍ່ ຈົນເຮັດໃຫ້ພວກເຂົາຮູ້ສຶກວ່າ ເໝືອນໄດ້ຖືກຮັບໄປສະຫວັນທັງເປັນ. ພວກເຂົາວາງມືຂອງຕົນໄວ້ໃນພຣະຫັດຂອງພຣະຄຣິສດ້ວຍຄວາມໝັ້ນໃຈ ແລະ ຢືນຢັດເທິງພຣະສິລາໝັ້ນຄົງ. ຄວາມຢ້ານກົວຕໍ່ຄວາມຕາຍຫາຍໄປໝົດ. ບັດນີ້ພວກເຂົາສາມາດຍິນດີກັບການຕິດຄຸກ ຫຼື ການຖືກປະຫານຊີວິດດ້ວຍການເຜົາໄຟ ຖ້າຫາກວ່າສິ່ງເຫຼົ່ານີ້ຈະຊ່ວຍຖວາຍກຽດແດ່ພຣະຜູ້ໄຖ່ຂອງຕົນ. {GC 74.2}

ດ້ວຍເຫດນີ້, ພວກຜູ້ປະກາດຈຶ່ງນຳເອົາພຣະຄຳຂອງພຣະເຈົ້າມາອ່ານໃຫ້ຄົນຟັງໃນບ່ອນລັບ, ບາງຄັ້ງແມ່ນອ່ານໃຫ້ຄົນດຽວຟັງ ບາງຄັ້ງແມ່ນອ່ານໃຫ້ກຸ່ມນ້ອຍໆ ທີ່ປາຖະໜາແສງແຫ່ງຄວາມຈິງ. ຫຼາຍຄັ້ງພວກເຂົາອ່ານພຣະຄຳພີແບບນີ້ຕະຫຼອດທັງຄືນ. ຄົນຟັງທັງຕະລຶງທັງປະທັບໃຈ ຈົນຫຼາຍຄັ້ງຜູ້ປະກາດຄວາມເມດຕາຕ້ອງຢຸດການອ່ານຊົ່ວຄາວ ເພື່ອໃຫ້ຜູ້ຟັງຊຶມຊັບເຖິງຄວາມໝາຍເລື່ອງຄວາມລອດພົ້ນ. ຫຼາຍຄັ້ງມີຄົນຖາມແບບນີ້ວ່າ: “ພຣະເຈົ້າຈະຮັບເອົາຂອງຖວາຍຂອງຂ້ານ້ອຍແທ້ບໍ? ພຣະອົງຈະຍິນດີນຳຂ້ານ້ອຍ ແລະ ໃຫ້ອະໄພຂ້ານ້ອຍແທ້ບໍ?” ແລ້ວຜູ້ປະກາດກໍຈະອ່ານຄຳຕອບຈາກພຣະຄຳພີວ່າ: “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.” (ມັດທາຍ 11:28). {GC 74.3}

ພວກເຂົາຕອບຮັບພຣະສັນຍາດ້ວຍຄວາມເຊື່ອວ່າ: “ຂ້ານ້ອຍບໍ່ຕ້ອງເດີນທາງໄກຢ່າງເຈັບປວດ ເພື່ອສະແຫວງບຸນຢູ່ບ່ອນສັກສິດ. ຂ້ານ້ອຍສາມາດເຂົ້າຫາພຣະເຢຊູໂດຍກົງໃນສະພາບທີ່ຂ້ານ້ອຍເປັນຢູ່ ຄືໃນຖານະຄົນບາບທີ່ເປັນມົນທິນ, ແລ້ວພຣະອົງຈະບໍ່ປະຕິເສດຄຳອະທິຖານສາລະພາບບາບ ແຕ່ຈະຊົງກ່າວວ່າ: ‘ບາບຂອງເຈົ້າໄດ້ຮັບການອະໄພແລ້ວ’ ຄືຄວາມບາບຂອງຂ້ານ້ອຍເອງສາມາດໄດ້ຮັບການອະໄພ.” {GC 75.1}

ແລ້ວຄວາມຊົມຊື່ນຍິນດີກໍເຕັມລົ້ນຫົວໃຈ ຈົນມີການຮ້ອງສັນລະເສີນ ແລະ ຂອບຄຸນພຣະນາມຂອງພຣະເຢຊູ. ຄົນເຫຼົ່ານີ້ເມືອເຮືອນດ້ວຍໃຈຊື່ນບານ ເພື່ອກະຈາຍແສງສະຫວ່າງຕໍ່ໄປ ແລະ ເວົ້າຢ່າງເຕັມຄວາມສາມາດໃຫ້ຄົນອື່ນຟັງເຖິງປະສົບການໃໝ່ຂອງຕົນວ່າ ພວກເຂົາໄດ້ພົບທາງແຫ່ງຊີວິດອັນແທ້ຈິງແລ້ວ. ພຣະຄຳຂອງພຣະເຈົ້າມີຣິດອຳນາດຢ່າງອັດສະຈັນ ເຊິ່ງເຂົ້າເຖິງຈິດໃຈຂອງຜູ້ທີ່ປາຖະໜາຄວາມຈິງໂດຍກົງ ແລະ ບໍ່ຕ້ອງຜ່ານສື່ກາງໃດໆ; ພຣະຄຳນັ້ນແມ່ນພຣະສຸຣະສຽງຂອງພຣະເຈົ້າທີ່ເຮັດໃຫ້ຜູ້ຟັງສຳນຶກໃນຄວາມບາບ. {GC 75.2}

ແລ້ວຜູ້ປະກາດຄວາມຈິງກໍເດີນທາງຕໍ່ໄປ; ສ່ວນຊາວບ້ານມັກເວົ້າເຖິງຄວາມຖ່ອມໂຕ, ຄວາມຈິງໃຈ ແລະ ຄວາມກະຕືລືລົ້ນຂອງລາວ. ຫຼາຍຄັ້ງຜູ້ຟັງບໍ່ໄດ້ຖາມຜູ້ປະກາດວ່າ ລາວມາແຕ່ໃສ ແລະ ກຳລັງຈະໄປບ່ອນໃດ ຍ້ອນວ່າທຳອິດເມື່ອໄດ້ຍິນຂ່າວປະເສີດກໍຮູ້ສຶກຕົກໃຈ, ຕໍ່ມາມີຄວາມຊົມຊື່ນຍິນດີ ແລະ ຄວາມຮູ້ສຶກຊາບຊຶ້ງເຕັມລົ້ນຫົວໃຈຈົນລືມທີ່ຈະຖາມລາວ. ເມື່ອຜູ້ຟັງແຕ່ລະຄົນວິງວອນໃຫ້ລາວກັບໄປທີ່ບ້ານເຮືອນຂອງພວກເຂົາ ລາວຕອບວ່າ ຈະຕ້ອງໄປຫາລູກແກະທີ່ຫຼົງຫາຍໄປ. ພວກເຂົາຈຶ່ງຖາມກັນວ່າ ເປັນໄປໄດ້ບໍວ່າລາວແມ່ນທູດສະຫວັນ? {GC 75.3}

ຫຼາຍຄັ້ງຜູ້ປະກາດຄວາມຈິງເດີນທາງໄປໂດຍບໍ່ກັບມາປາກົດໃຫ້ເຫັນອີກ, ບາງຄັ້ງແມ່ນຍ້ອນວ່າລາວໄປປະກາດຢູ່ຕ່າງແດນ ຫຼືວ່າ ອາດເປັນເພາະລາວຖືກຈັບຂັງໃຫ້ຕ້ອງໃຊ້ຊີວິດທີ່ເຫຼືອຢູ່ໃນຄຸກໃຕ້ດິນ ຫຼືວ່າ ກະດູກຂາວຂອງລາວກຳລັງປະດັບບ່ອນທີ່ລາວຖືກຂ້າຍ້ອນເປັນພະຍານຝ່າຍຄວາມຈິງ. ແຕ່ວ່າຖ້ອຍຄຳທີ່ລາວປະກາດໄວ້ກໍບໍ່ສາມາດຖືກທຳລາຍໄດ້; ຖ້ອຍຄຳເຫຼົ່ານັ້ນກຳລັງອອກຣິດໃນຈິດໃຈຂອງຜູ້ຄົນ ເຊິ່ງຜົນຂອງການປະກາດນັ້ນຈະບໍ່ປາກົດໃຫ້ຮູ້ທັງໝົດ ຈົນເຖິງວັນເວລາແຫ່ງການພິພາກສາ. {GC 75.4}

ຝ່າຍສັນຕະປາປາກົດຂີ່ຂົ່ມເຫັງ

ຜູ້ປະກາດຊາວໂວດົວກຳລັງບຸກເຂົ້າໄປໃນອານາຈັກຂອງຊາຕານ ອຳນາດມືດຈຶ່ງຕື່ນຕົວລະວັງຫຼາຍຂຶ້ນ. ຊາຕານເຝົ້າສັງເກດທຸກຄັ້ງທີ່ມີຄົນພະຍາຍາມປະກາດຄວາມຈິງ ມັນຈຶ່ງກະຕຸ້ນໃຫ້ຜູ້ຮັບໃຊ້ຂອງມັນຕົກໃຈຢ້ານ. ພວກຜູ້ນຳໃນລະບອບສັນຕະປາປາເຫັນວ່າ ວຽກງານຂອງຜູ້ປະກາດທີ່ໃຊ້ຊີວິດຢ່າງສະມະຖະລຽບງ່າຍ ມີຄວາມອັນຕະລາຍຫຼາຍຕໍ່ລະບອບຂອງຕົນ. ຖ້າປ່ອຍໃຫ້ແສງແຫ່ງຄວາມຈິງສ່ອງອອກໄປໂດຍບໍ່ປິດບັງແລ້ວ ເມກໝອກອັນມືດດຳແຫ່ງຄວາມເທັດທີ່ປົກຄຸມປະຊາຊົນກໍຈະລະລາຍໄປ, ຄົນທັງຫຼາຍກໍຈະຫັນໄປເພິ່ງພຣະເຈົ້າແຕ່ພຽງຜູ້ດຽວ ແລ້ວສຸດທ້າຍອຳນາດຂອງຄຣິສຕະຈັກໂຣມກໍຈະໝົດໄປ. {GC 76.1}

ການທີ່ຊາວໂວດົວຢຶດໝັ້ນໃນຄວາມເຊື່ອຂອງຄຣິສຕະຈັກຍຸກອັກຄະສາວົກນັ້ນ ເໝືອນເປັນຄຳພະຍານທີ່ກ່າວໄວ້ຕະຫຼອດເວລາວ່າ ຄຣິສຕະຈັກໂຣມໄດ້ຫຼົງຈາກຄວາມຈິງ; ສະນັ້ນ, ຈຶ່ງເກີດຄວາມກຽດຊັງ ແລະ ການກົດຂີ່ຂົ່ມເຫັງຢ່າງຂົມຂື່ນ. ການທີ່ຊາວໂວດົວບໍ່ຍອມປະຖິ້ມພຣະຄຳພີ ເປັນອີກເລື່ອງໜຶ່ງທີ່ແທງໃຈດຳຄົນໃນຄຣິສຕະຈັກໂຣມ ຈົນພວກເຂົາທົນບໍ່ໄດ້. ສະນັ້ນ, ຝ່າຍສັນຕະປາປາຈຶ່ງໝາຍໝັ້ນປັ້ນມືທີ່ຈະລົບລ້າງຊາວໂວດົວຈົນໝົດກ້ຽງບໍ່ເຫຼືອຫຼໍ! ບັດນີ້ຈຶ່ງເກີດສົງຄາມສາສະໜາຕໍ່ສູ້ຄົນຂອງພຣະເຈົ້າທີ່ອາໄສຕາມພູເຂົາ ເຊິ່ງເປັນການຕໍ່ສູ້ທີ່ຮຸນແຮງທີ່ສຸດ. ມີເຈົ້າໜ້າທີ່ສານຄະດີນອກຮີດສະກົດຮອຍຂອງພວກເຂົາ ແລະ ເຫດການທີ່ອາເບັນຜູ້ບໍ່ມີຄວາມຜິດຖືກກາອິນຜູ້ຄຽດແຄ້ນຂ້າຕາຍນັ້ນ ຈຶ່ງເກີດຂຶ້ນຊ້ຳຊາກ. {GC 76.2}

ໄຮ່ນາອັນອຸດົມສົມບູນຂອງພວກເຂົາຖືກທຳລາຍຫຼາຍເທື່ອ ແລະ ບ້ານເຮືອນກັບໂບດວິຫານກໍຖືກມ້າງລົງຊ້ຳແລ້ວຊ້ຳອີກ ຈົນໄຮ່ນາຕາກ້າທີ່ເຄີຍອຸດົມສົມບູນ ພ້ອມກັບບ້ານເຮືອນຂອງຄົນບໍຣິສຸດທີ່ຂະຫຍັນໝັ່ນພຽນ ກາຍເປັນບ່ອນແຫ້ງແລ້ງກັນດານ. ເສືອຍິ່ງດຸຮ້າຍຂຶ້ນເມື່ອດົມກິ່ນເລືອດສັນໃດ ພວກຝ່າຍສັນຕະປາປາຍິ່ງໂຫດຮ້າຍຂຶ້ນ ເມື່ອເຫັນຄວາມທຸກທໍລະມານຂອງເຫຍື່ອຂອງພວກເຂົາສັນນັ້ນ. ຫຼາຍຄົນທີ່ເປັນພະຍານຝ່າຍຄວາມເຊື່ອອັນບໍຣິສຸດຖືກໄລ່ລ່າຂຶ້ນເຂົາລົງຫ້ວຍ ຕາມພູຜາປ່າດົງທີ່ພວກເຂົາຫຼົບລີ້ຊ່ອນຕົວນັ້ນ. {GC 76.3}

ຝ່າຍສັນຕະປາປາບໍ່ສາມາດຫາຂໍ້ກ່າວຫາໃນເລື່ອງສິນທຳຕໍ່ຄົນເຫຼົ່ານີ້ທີ່ຖືກທາງການຫ້າມປາມ. ແມ່ນແຕ່ສັດຕູຂອງພວກເຂົາຕ້ອງຍອມຮັບວ່າ ຊາວໂວດົວຢູ່ຢ່າງສະຫງົບສັນຕິ ແລະ ມີສິນທຳ. ຄວາມຜິດອັນໃຫຍ່ຫຼວງຂອງພວກເຂົາແມ່ນ ຊາວໂວດົວບໍ່ຍອມນະມັດສະການພຣະເຈົ້າຕາມໃຈມັກຂອງສັນຕະປາປາ ແລະ ເພາະຄວາມຜິດໃນເລື່ອງນີ້ ພວກເຂົາຈຶ່ງໄດ້ຮັບຄວາມອັບອາຍຂາຍໜ້າ, ຖືກດູຖູກຢຽດຢາມ ແລະ ຖືກທໍລະມານໃນທຸກຮູບແບບທີ່ມະນຸດ ແລະ ຜີມານຊາຕານສາມາດຄິດຄົ້ນມາໄດ້. {GC 76.4}

ເມື່ອຄຣິສຕະຈັກໂຣມຕັດສິນໃຈທີ່ຈະລົບລ້າງກຸ່ມຜູ້ເຊື່ອທີ່ພວກເຂົາກຽດຊັງນັ້ນ ສັນຕະປາປາຈຶ່ງອອກຄຳປະກາດກ່າວໂທດຊາວໂວດົວວ່າ ເປັນພວກນອກຮີດ ແລະ ສັ່ງໃຫ້ຂ້າພວກເຂົາຖິ້ມ. ພວກເຂົາບໍ່ໄດ້ຖືກກ່າວຫາວ່າເປັນຄົນຂີ້ຄ້ານບໍ່ຍອມເຮັດວຽກ ແລະ ກໍບໍ່ໄດ້ຖືກລົງໂທດຍ້ອນຂີ້ຕົວະ ຫຼື ເພາະກໍ່ຄວາມວຸ້ນວາຍແຕ່ປະການໃດ, ແຕ່ຖືກກ່າວຫາວ່າເປັນຄົນໜ້າໄຫວ້ຫຼັງຫຼອກ ເບິ່ງຄືມີສິນທຳ ແລະ ຄວາມບໍຣິສຸດຈົນເປັນເຫດໃຫ້ “ລູກແກະແຫ່ງຄອກທີ່ແທ້ຈິງ” ຫຼົງເຊື່ອ. ສະນັ້ນ, ສັນຕະປາປາຈຶ່ງສັ່ງວ່າ ຖ້າຫາກ “ພວກເສດມະນຸດທີ່ເປັນຕາຊັງທີ່ສຸດບໍ່ຍອມເລີກເສຍ ໃຫ້ຕີຕາຍເໝືອນຂ້າງູພິດ.”7 ແລ້ວສັນຕະປາປາບໍ່ຮູ້ບໍວ່າ ເພິ່ນຈະຕ້ອງຮັບຜິດຊອບຕໍ່ຖ້ອຍຄຳເຫຼົ່ານີ້ອີກ? ເພິ່ນບໍ່ຮູ້ບໍວ່າ ຖ້ອຍຄຳເຫຼົ່ານີ້ຖືກບັນທຶກໄວ້ໃນສະຫວັນ ແລະ ເພິ່ນຈະຕ້ອງປະເຊີນໜ້າກັບມັນໃນວັນພິພາກສາ? ພຣະເຢຊູຊົງກ່າວວ່າ, “ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ, ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.” (ມັດທາຍ 25:40). {GC 77.1}

ຄຳປະກາດຂອງສັນຕະປາປາ ຮຽກຮ້ອງໃຫ້ສະມາຊິກຄຣິສຕະຈັກທຸກຄົນຮ່ວມກັນໃນສົງຄາມສາສະໜາຕໍ່ສູ້ພວກນອກຮີດ. ແລ້ວເພື່ອເປັນແຮງບັນດານໃຈໃຫ້ຄົນທັງຫຼາຍມີສ່ວນໃນວຽກງານອັນໂຫດຮ້າຍນັ້ນ, ຄຳປະກາດດັ່ງກ່າວຈຶ່ງຂຽນໄວ້ວ່າ: “ທຸກຄົນທີ່ຮ່ວມໃນສົງຄາມສາສະໜາໃນຄັ້ງນີ້ ຈະບໍ່ຕ້ອງເຮັດຕາມຄຳສາບານໃດໆ ທີ່ເຄີຍກ່າວໄວ້ ແລະ ຈະໄດ້ຮັບການຍົກເວັ້ນໂທດ ແລະ ການປັບໃໝຈາກຄຣິສຕະຈັກ. ຖ້າເຄີຍໂກງເອົາຊັບສິນຂອງຄົນອື່ນຢ່າງຜິດກົດໝາຍ ຈະບໍ່ຕ້ອງຄືນ ແຕ່ຈະຖືວ່າເປັນເຈົ້າຂອງສິ່ງເຫຼົ່ານັ້ນຢ່າງຖືກຕ້ອງ. ສ່ວນຜູ້ໃດຂ້າພວກນອກຮີດຄົນໃດຄົນໜຶ່ງ ກໍຈະໄດ້ຮັບການອະໄພບາບທັງໝົດ. ຄຳປະກາດດັ່ງກ່າວໄດ້ຍົກເລີກໃບສັນຍາ ແລະ ຂໍ້ຕົກລົງທຸກຢ່າງທີ່ອຳນວຍຜົນດີໃຫ້ແກ່ຊາວໂວດົວ ທັງສັ່ງຄົນຮັບໃຊ້ຂອງພວກເຂົາໃຫ້ປະຖິ້ມພວກເຂົາໄປ ແລະ ຫ້າມບໍ່ໃຫ້ຜູ້ໃດຊ່ວຍເຫຼືອຊາວໂວດົວບໍ່ວ່າຈະທາງໃດກໍຕາມ; ນອກຈາກນັ້ນ, ກໍມອບສິດໃຫ້ທຸກຄົນສາມາດຢຶດເຂົ້າຂອງຂອງພວກເຂົາໄປໄດ້.”8 ເອກະສານສະບັບນີ້ເປີດເຜີຍໃຫ້ເຫັນໄດ້ຢ່າງຈະແຈ້ງວ່າ ແມ່ນໃຜຢູ່ເບື້ອງຫຼັງສິ່ງເຫຼົ່ານີ້, ເພາະໃນເອກະສານດັ່ງກ່າວໄດ້ຍິນສຽງຮ້ອງຄຳລາມຂອງພະຍານາກ ບໍ່ແມ່ນພຣະສຸຣະສຽງຂອງພຣະຄຣິສ. {GC 77.2}

ພວກຜູ້ນຳຝ່າຍສັນຕະປາປາບໍ່ຍອມປັບປ່ຽນນິໄສຕາມມາດຕະຖານອັນສຳຄັນແຫ່ງກົດບັນຍັດຂອງພຣະເຈົ້າ, ແຕ່ໄດ້ຍົກມາດຕະຖານອື່ນຂຶ້ນແທນຕາມໃຈມັກຂອງຕົນ ແລະ ໝາຍໝັ້ນປັ້ນມືເພື່ອບັງຄັບທຸກຄົນໃຫ້ເຮັດຕາມມາດຕະຖານນັ້ນ ເພາະເປັນຄວາມປາຖະໜາຂອງຄຣິສຕະຈັກໂຣມ. ມີເຫດການອັນໂຫດຮ້າຍທາລຸນຢ່າງໜ້າສະຫຼົດໃຈທີ່ສຸດເກີດຂຶ້ນ. ພວກບາດຫຼວງ ແລະ ສັນຕະປາປາໃນສະໄໝຕ່າງໆ ຜູ້ທີ່ທັງສໍ້ໂກງ ແລະ ໝິ່ນປະໝາດພຣະເຈົ້ານັ້ນ ກຳລັງເຮັດວຽກຕາມທີ່ຊາຕານໄດ້ມອບໝາຍໃຫ້ເຮັດ. ພວກເຂົາບໍ່ມີຄຳວ່າເມດຕາປານີ. ຈິດໃຈທີ່ຄຶງພຣະຄຣິສເທິງໄມ້ກາງແຂນ ແລະ ຂ້າບັນດາອັກຄະສາວົກ ຄືຈິດໃຈທີ່ກະຕຸ້ນໃຫ້ຈັກກະພັດເນໂຣກະຫາຍເລືອດຜູ້ສັດຊື່ໃນສະໄໝຂອງເພິ່ນນັ້ນ ແມ່ນຈິດໃຈດຽວກັນທີ່ເຄື່ອນໄຫວໃຫ້ລົບລ້າງຜູ້ທີ່ພຣະເຈົ້າຊົງຮັກໃຫ້ໝົດໄປຈາກໂລກ. {GC 77.3}

ຫວ່ານເມັດພືດແຫ່ງການປະຕິຮູບ

ຊາວໂວດົວຢຳເກງພຣະເຈົ້າທ່າມກາງການຖືກກົດຂີ່ຂົ່ມເຫັງເປັນເວລາຫຼາຍສະຕະວັດ ແລະ ຄວາມອົດທົນຢ່າງສະເໝີຕົ້ນສະເໝີປາຍຂອງກຸ່ມຜູ້ເຊື່ອດັ່ງກ່າວນັ້ນ ໄດ້ຖວາຍກຽດແດ່ພຣະຜູ້ໄຖ່ຂອງພວກເຂົາ. ເຖິງແມ່ນວ່າມີການເຮັດສົງຄາມສາສະໜາຕໍ່ສູ້ພວກເຂົາຫຼາຍຕໍ່ຫຼາຍເທື່ອ ແລະ ຕ້ອງຖືກຂ້າຕາຍຢ່າງໄຮ້ມະນຸດສະທຳກໍຕາມ, ແຕ່ຊາວໂວດົວຍັງຄົງສົ່ງຜູ້ປະກາດອອກໄປເຜີຍແຜ່ຄວາມຈິງອັນລ້ຳຄ່າ. ພວກເຂົາຖືກໄລ່ລ່າ ແລະ ຂ້າຖິ້ມ ແຕ່ເລືອດຂອງພວກເຂົາເປັນເໝືອນດັ່ງນ້ຳທີ່ຫົດເມັດພືດແຫ່ງຄວາມຈິງທີ່ໄດ້ຫວ່ານລົງໄປ ແລະ ເມັດພືດເຫຼົ່ານັ້ນໄດ້ງອກຂຶ້ນບັງເກີດຜົນຢ່າງແນ່ນອນ. ສະນັ້ນ, ຊາວໂວດົວເປັນພະຍານເພື່ອພຣະເຈົ້າຫຼາຍຮ້ອຍປີກ່ອນທີ່ ມາຕິນ ລູເທີ (Martin Luther) ຈະເກີດ. ພວກເຂົາຕ້ອງກະຈັດກະຈາຍຕາມດິນແດນຕ່າງໆ ແລະ ຫວ່ານເມັດແຫ່ງການປະຕິຮູບສາສະໜາທີ່ເລີ່ມຂຶ້ນໃນສະໄໝຂອງ ທ່ານໄວຄຼິບ (Wycliffe) ເຊິ່ງຕໍ່ມາໄດ້ຢັ່ງຮາກລົງ ແລະ ຂະຫຍາຍຜົນກວ້າງອອກໄປໃນສະໄໝຂອງລູເທີ. ສ່ວນຄົນທີ່ຍອມທົນທຸກເພື່ອ “ປະກາດພຣະທຳຂອງພຣະເຈົ້າ ແລະ ເນື່ອງດ້ວຍການເປັນພະຍານຝ່າຍພຣະເຢຊູ” (ພຣະນິມິດ 1:9) ກໍຈະນຳການປະຕິຮູບຕໍ່ໄປຈົນເຖິງວາລະສຸດທ້າຍ. {GC 78.1}


  1. ປະຫວັດການປະຕິຮູບສາສະໜາໃນສະຕະວັດທີ 16, ເຫຼັ້ມ 17, ບົດ 2. ໂດຍ ເຈ. ເອຊ. ເມີນ ໂດບິນເຍ (J. H. Merle D’Aubigné). ↩

  2. ຄຳວ່າ: ໂວດົວ (Vaudois) ເປັນພາສາຝຣັ່ງ, ສ່ວນພາສາອັງກິດເອີ້ນວ່າ: ວໍເດັນຊີດຊ໌ (Waldenses). ຜູ້ຂຽນໃຊ້ທັງສອງຄຳສະຫຼັບກັນ ແຕ່ເພື່ອສະດວກໃນການເຂົ້າໃຈ ຜູ້ຈັດພິມຈຶ່ງເລືອກໃຊ້ແຕ່ຄຳວ່າໂວດົວ. ↩

  3. ເບິ່ງ ດານີເອນ 8:12. ↩

  4. ສະວອຍ: ຣາຊວົງທີ່ປົກຄອງເຂດພີດມົງ. ↩

  5. ໄວລີ (Wylie), ເຫຼັ້ມ 1, ບົດ 7. ↩

  6. ເບິ່ງ ມາລາກີ 4:2. ↩

  7. ໄວລີ, ເຫຼັ້ມ 16, ບົດ 1. ↩

  8. ໄວລີ, ເຫຼັ້ມ 16, ບົດ 1. ↩