https://m.egwwritings.org/en/book/132.200#200
ອັກຄະສາວົກໂປໂລໄດ້ຂຽນໃນຈົດໝາຍສະບັບທີສອງທີ່ສົ່ງໄປຍັງຄຣິສຕະຈັກໃນເມືອງເທສະໂລນິກໄວ້ລ່ວງໜ້າ ເຖິງການພັດຫຼົງໄປຈາກຄວາມເຊື່ອຄັ້ງໃຫຍ່ທີ່ຈະເກີດຂຶ້ນເມື່ອລະບອບສັນຕະປາປາຂຶ້ນສູ່ອຳນາດ. ເພິ່ນກ່າວວ່າພຣະຄຣິສຈະບໍ່ສະເດັດກັບມາ “ຈົນກວ່າຈະມີການທໍລະຍົດເກີດຂຶ້ນເສຍກ່ອນ ແລະ ຜູ້ຊົ່ວຮ້າຍນັ້ນຈະອອກມາປາກົດ ຄືຜູ້ຖືກຊົງໝາຍໄວ້ສຳລັບຄວາມວິນາດຈິບຫາຍ, ຄືຜູ້ຄັດຄ້ານ ແລະ ຍົກຕົວຂຶ້ນຕໍ່ສູ້ທຸກໆສິ່ງທີ່ມີຊື່ວ່າເປັນພຣະ ຫຼື ທີ່ເຂົາໄຫວ້ນະມັດສະການນັ້ນ ມັນຈຶ່ງຈະໄດ້ນັ່ງລົງໃນພຣະວິຫານຂອງພຣະເຈົ້າ ສະແດງຕົວເປັນເໝືອນພຣະເຈົ້າ.” ນອກຈາກນັ້ນ, ອາຈານໂປໂລຍັງເຕືອນພີ່ນ້ອງຜູ້ເຊື່ອວ່າ “ການຊົ່ວຮ້າຍອັນເລິກລັບກຳລັງເຮັດລັບໆຢູ່.” (2 ເທສະໂລນິກ 2:3, 4, 7 LO1972). ແມ່ນແຕ່ໃນຍຸກສະໄໝເລີ່ມຕົ້ນ ເພິ່ນກໍເຫັນວ່າມີຄວາມຜິດຕ່າງໆກຳລັງຄືບຄານເຂົ້າມາໃນຄຣິສຕະຈັກທີ່ຈະປູທາງໃຫ້ລະບອບສັນຕະປາປາເກີດຂຶ້ນ. {GC 49.1}
ໃນເບື້ອງຕົ້ນ, “ຄວາມເລິກລັບແຫ່ງຄວາມບາບຊົ່ວ” ໄດ້ເຄື່ອນໄຫວເທື່ອລະໜ້ອຍຢ່າງລັບໆ ແລະ ມິດງຽບ ແຕ່ຕໍ່ມາເມື່ອມີອຳນາດຫຼາຍຂຶ້ນ ແລະ ມີຄົນເລີ່ມຫຼົງຕາມ ມັນກໍເຄື່ອນໄຫວຕາມພາລະກິດຫຼອກລວງ ແລະ ໝິ່ນປະໝາດພຣະເຈົ້າຢ່າງເປີດເຜີຍ. ທຳນຽມຂອງຄົນທີ່ບໍ່ນັບຖືພຣະເຈົ້າກໍລັກເຂົ້າມາໃນຄຣິສຕະຈັກເທື່ອລະໜ້ອຍ ຈົນເກືອບຈະບໍ່ມີໃຜສັງເກດການປ່ຽນແປງ. ນິໄສການຍິນຍອມຕໍ່ຄວາມບາບ ແລະ ການປັບປ່ຽນຕາມສະໄໝນິຍົມ ຖືກກີດຂວາງໃນຊ່ວງເວລາໜຶ່ງພາຍໃຕ້ການກົດຂີ່ຂົ່ມເຫັງຢ່າງໂຫດຮ້າຍຂອງຄົນທີ່ຂາບໄຫວ້ຮູບເຄົາລົບ. ແຕ່ເມື່ອການຂົ່ມເຫັງຈົບລົງ ແລະ ສາສະໜາຄຣິສກາຍເປັນທີ່ຍອມຮັບໃນພຣະຣາຊວັງຂອງກະສັດ, ພວກຜູ້ນຳຄຣິສຕະຈັກໄດ້ເອົາຄວາມລຽບງ່າຍຂອງພຣະຄຣິສ ແລະ ຂອງບັນດາອັກຄະສາວົກວາງລົງ ແລ້ວຮັບເອົາພິທີກຳອັນຟົດຟື້ນ ພ້ອມກັບຄວາມຫຍິ່ງຍະໂສຂອງພວກປະໂຣຫິດຂອງບັນດາພຣະທຽມເທັດ ແລະ ຂອງຜູ້ນຳທີ່ບໍ່ນັບຖືພຣະເຈົ້າມາແທນທີ່; ພວກເຂົາຄວນຈະຢຶດຖືກົດບັນຍັດຂອງພຣະເຈົ້າ ແຕ່ຊ້ຳພັດຮັບເອົາທິດສະດີ ແລະ ທຳນຽມຂອງມະນຸດ. ການທີ່ຈັກກະພັດຄອນສະຕັນຕິນ (Constantine) ອ້າງວ່າກັບໃຈໃນຊ່ວງຕົ້ນຂອງສະຕະວັດທີ 4 ຖືກຕອບຮັບດ້ວຍຄວາມຊົມຊື່ນຍິນດີ, ແລ້ວວັດທະນະທຳຝ່າຍໂລກໃນຮູບແບບຂອງຄວາມຊອບທຳໄດ້ເຂົ້າມາໃນຄຣິສຕະຈັກ. ບັດນີ້ຄວາມເສື່ອມເສຍກໍຂະຫຍາຍເປັນວົງກວ້າງຢ່າງໄວວາ. ພາຍນອກເບິ່ງຄືວ່າ ລັດທິຂາບໄຫວ້ຮູບເຄົາລົບຈະຕ້ອງປະລາໄຊ, ແຕ່ວ່າຄວາມຈິງແລ້ວມັນຄືຝ່າຍຊະນະ ຍ້ອນວ່າອຸດົມການຂອງມັນໄດ້ຄອບງຳເໜືອຄຣິສຕະຈັກ. ຄຳສອນ, ພິທີກຳ ແລະ ຄວາມງົມງວາຍຂອງລັດທິດັ່ງກ່າວ ໄດ້ຖືກນຳເຂົ້າມາປະສົມປະສານກັບຄວາມເຊື່ອ ແລະ ການນະມັດສະການຂອງຄົນທີ່ອ້າງວ່າເປັນສາວົກຂອງພຣະຄຣິສ. {GC 49.2}
ຄວາມຍິນຍອມລະຫວ່າງລັດທິຂາບໄຫວ້ຮູບເຄົາລົບກັບສາສະໜາຄຣິສນຳໄປສູ່ “ຜູ້ຊົ່ວຮ້າຍ…ຄືຜູ້ຄັດຄ້ານ ແລະ ຍົກຕົວຂຶ້ນຕໍ່ສູ້ທຸກໆສິ່ງທີ່ມີຊື່ວ່າເປັນພຣະ” ຕາມທີ່ທຳນວາຍໄວ້ໃນພຣະຄຳພີ 2 ເທສະໂລນິກ 2:3. ລະບົບສາສະໜາທຽມເທັດອັນຍິ່ງໃຫຍ່ເປັນຜົນງານຊິ້ນເອກຂອງຊາຕານ ແລະ ເປັນອະນຸສອນແຫ່ງຄວາມພະຍາຍາມຂອງມັນທີ່ຈະນັ່ງບັນລັງເພື່ອປົກຄອງໂລກຕາມໃຈຕົນເອງ. {GC 50.1}
ຊາຕານເຄີຍພະຍາຍາມເຮັດຂໍ້ຕົກລົງກັບພຣະຄຣິສ. ມັນເຂົ້າມາທົດລອງພຣະບຸດຂອງພຣະເຈົ້າໃນຖິ່ນແຫ້ງແລ້ງກັນດານ ດ້ວຍການສຳແດງອານາຈັກທັງຫຼາຍ ແລະ ຄວາມຮຸ່ງເຮືອງຂອງອານາຈັກເຫຼົ່ານັ້ນໃຫ້ພຣະອົງເບິ່ງ. ແລ້ວມັນສະເໜີວ່າຈະມອບທັງໝົດນັ້ນໄວ້ໃນພຣະຫັດຂອງພຣະອົງ ຂໍພຽງແຕ່ໃຫ້ພຣະອົງຍອມຮັບວ່າມັນເອງໃນຖານະເຈົ້າແຫ່ງຄວາມມືດ ຍິ່ງໃຫຍ່ກວ່າພຣະອົງ. ພຣະຄຣິສຊົງປະນາມການປະໝາດຂອງຊາຕານ ແລະ ໄລ່ໃຫ້ມັນໜີໄປ. ແຕ່ວ່າຊາຕານໄດ້ຮັບຜົນສຳເລັດຫຼາຍຂຶ້ນ ເມື່ອໃຊ້ວິທີການດຽວກັນນີ້ກັບມະນຸດ. ຄົນໃນຄຣິສຕະຈັກຈຶ່ງໄປຂໍແຮງສະໜັບສະໜູນຈາກບຸກຄົນທີ່ຊາວໂລກເຫັນວ່າສຳຄັນ ເພື່ອຮັບກຽດ ແລະ ຜົນປະໂຫຍດ, ແລະເມື່ອປະຕິເສດພຣະຄຣິສເຊັ່ນນີ້ ພວກເຂົາຈຶ່ງໄປຍອມສະແດງຄວາມຈົງຮັກພັກດີຕໍ່ຕົວແທນຂອງຊາຕານ ກໍຄືຜູ້ປົກຄອງຄຣິສຕະຈັກແຫ່ງນະຄອນໂຣມນັ້ນເອງ. {GC 50.2}
ຄຳສອນຫຼັກອັນໜຶ່ງຂອງຄຣິສຕະຈັກໂຣມ ກໍຄືສັນຕະປາປາເປັນປະມຸກແຫ່ງຊຸມນຸມຜູ້ເຊື່ອໃນພຣະຄຣິສທົ່ວໂລກ ແລະ ມີອຳນາດສູງສຸດເໜືອສາສະໜາຈານທັງຜູ້ນ້ອຍ ແລະ ຜູ້ໃຫຍ່ທົ່ວໃຕ້ຟ້າປັດຕະພີ. ຍິ່ງກວ່ານັ້ນ, ສັນຕະປາປາຍັງໄດ້ຮັບນາມມະຍົດວ່າເປັນພຣະເຈົ້າ. ມີຄົນເອີ້ນເພິ່ນວ່າ “ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງສັນຕະປາປາ” ແລະ ຢືນຢັນວ່າເພິ່ນຖືກຕ້ອງສະເໝີ ແລະ ບໍ່ມີການຜິດພາດ. ສັນຕະປາປາຕ້ອງການໃຫ້ມະນຸດທຸກຄົນນັບຖືເພິ່ນ. ຄຣິສຕະຈັກໂຣມຈຶ່ງຮຽກຮ້ອງໃຫ້ຄົນທັງຫຼາຍສະແດງຄວາມເຄົາລົບຕໍ່ສັນຕະປາປາ ເຊັ່ນດຽວກັບຊາຕານທີ່ທົດລອງໃຫ້ພຣະເຢຊູຂາບໄຫວ້ມັນ, ແລ້ວມີຄົນຈຳນວນຫຼວງຫຼາຍຍິນດີນ້ອມຂາບລົງຕໍ່ສັນຕະປາປາ. {GC 50.3}
ສັນຕະປາປາທ້າທາຍສະຫວັນ ໂດຍການໃຫ້ມະນຸດນັບຖືຕົນເອງຄືກັບນັບຖືພຣະເຈົ້າ, ແຕ່ຜູ້ທີ່ເຄົາລົບຢຳເກງພຣະເຈົ້າໄດ້ຕອບໂຕ້ເພິ່ນ ເໝືອນທີ່ພຣະຄຣິສຊົງໂຕ້ຕອບການທົດລອງອັນແນບນຽນຂອງຊາຕານວ່າ, “ຈົ່ງນະມັດສະການອົງພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຈົ້າ ແລະ ບົວລະບັດຮັບໃຊ້ແຕ່ພຣະອົງເທົ່ານັ້ນ.” (ລູກາ 4:8). ບໍ່ມີຮ່ອງຮອຍໃນພຣະຄຳພີວ່າ ພຣະເຈົ້າຊົງແຕ່ງຕັ້ງມະນຸດຜູ້ໃດເປັນຫົວໜ້າຂອງຄຣິສຕະຈັກ. ຄຳສອນທີ່ວ່າສັນຕະປາປາເປັນປະມຸກຜູ້ສູງສຸດຂອງຄຣິສຕະຈັກ ຂັດຕໍ່ຄຳສອນໃນພຣະຄຳພີໂດຍກົງ. ສັນຕະປາປາບໍ່ມີອຳນາດຫຍັງເໜືອຄຣິສຕະຈັກນອກຈາກອຳນາດທີ່ເພິ່ນຍາດເອົາ. {GC 51.1}
ຜູ້ທີ່ເຫຼື້ອມໃສໃນຄຣິສຕະຈັກໂຣມໄດ້ກ່າວຫາຊາວໂປຣແຕັສຕັງ ວ່າພວກເຂົາເປັນຜູ້ສອນທຽມເທັດ ແລະ ຈົງໃຈແຍກຈາກຄຣິສຕະຈັກທີ່ແທ້ຈິງ. ແຕ່ຂໍ້ກ່າວຫາດັ່ງກ່າວຊ້ຳພັດຖືກພວກເຂົາເອງ. ແມ່ນພວກໂຣມເອງທີ່ໄດ້ວາງທຸງຂອງພຣະຄຣິສລົງ ແລະ ຫັນຫຼັງໃສ່ “ຄວາມເຊື່ອ ເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.” (ຢູດາ 3). {GC 51.2}
ຊາຕານຮູ້ດີວ່າ ພຣະຄຳພີຈະເຮັດໃຫ້ມະນຸດສາມາດຮູ້ທັນການຫຼອກລວງຂອງມັນ ແລະ ຈະຊ່ວຍເສີມກຳລັງໃຫ້ພວກເຂົາສາມາດຕ້ານທານອຳນາດຂອງມັນໄດ້. ພຣະຜູ້ໂຜດໃຫ້ພົ້ນຂອງໂລກ ຊົງຕ້ານທານການໂຈມຕີຂອງມັນດ້ວຍພຣະຄຳພີ. ທຸກຄັ້ງທີ່ມັນຈູ່ໂຈມ ພຣະຄຣິສຊົງຍົກໂລ້ແຫ່ງຄວາມຈິງນິຣັນຂຶ້ນ ດ້ວຍການກ່າວວ່າ: “ມີຄຳຂຽນໄວ້ໃນພຣະຄຳພີວ່າ.” ພຣະອົງຊົງຕອບຄຳລໍ້ລວງທຸກຢ່າງຂອງສັດຕູດ້ວຍປັນຍາ ແລະ ຣິດອຳນາດແຫ່ງພຣະຄຳຂອງພຣະເຈົ້າ. ຖ້າຊາຕານຈະຍັງຄົງຄອບງຳມະນຸດ ແລະ ໃຫ້ອຳນາດຂອງສັນຕະປາປາທີ່ເພິ່ນຍາດມານັ້ນໃຫ້ເຂັ້ມແຂງໝັ້ນແກ່ນ, ມັນຈະຕ້ອງປ່ອຍໃຫ້ຄົນທັງຫຼາຍບໍ່ຮູ້ຈັກພຣະຄຳພີຕໍ່ໄປ, ເພາະວ່າພຣະຄຳພີຍ້ອງຍໍພຣະເຈົ້າ ແລະ ສອນເຖິງຄວາມຈຳກັດຂອງມະນຸດຢ່າງຖືກຕ້ອງ; ສະນັ້ນ, ຖ້າແຜນການຂອງຊາຕານຈະສຳເລັດ ກໍຕ້ອງປິດບັງ ແລະ ຢັບຢັ້ງຄຳສອນໃນພຣະຄຳພີໃຫ້ໄດ້. ຄຣິສຕະຈັກໂຣມກໍນຳໃຊ້ເຫດຜົນດັ່ງກ່າວ ແລະ ຫ້າມນຳພຣະຄຳພີໄປແຜ່ກະຈາຍເປັນເວລາຫຼາຍຮ້ອຍປີ. ປະຊາຊົນຖືກຫ້າມບໍ່ໃຫ້ອ່ານ ແລະ ບໍ່ໃຫ້ມີພຣະຄຳພີໄວ້ໃນເຮືອນ, ສ່ວນບາດຫຼວງຊັ້ນນ້ອຍຊັ້ນໃຫຍ່ຜູ້ຂາດຄຸນນະທຳ ໄດ້ຕີຄວາມໝາຍຂອງພຣະຄຳພີເພື່ອອ້າງສິດທິຂອງຕົນ. ໂດຍວິທີດັ່ງກ່າວ ມະນຸດທັງຫຼາຍສ່ວນໃຫຍ່ຈຶ່ງຍອມຮັບວ່າສັນຕະປາປາເປັນຕົວແທນຂອງພຣະເຈົ້າໃນໂລກ ໂດຍມີອຳນາດຂອງຄຣິສຕະຈັກ ແລະ ອຳນາດການປົກຄອງຢູ່ທີ່ເພິ່ນ. {GC 51.3}
ພຣະຄຳພີເປັນເຄື່ອງພິສູດຄວາມຈິງ ແລະ ຄວາມເທັດ, ເມື່ອເອົາພຣະຄຳພີອອກໄປແລ້ວ ຊາຕານກໍເຄື່ອນໄຫວຕາມໃຈປາຖະໜາຂອງມັນ. ຄຳພະຍາກອນໃນພຣະຄຳພີໄດ້ກ່າວລ່ວງໜ້າວ່າ ລະບອບສັນຕະປາປາຈະ “ພະຍາຍາມປ່ຽນແປງກົດໝາຍ ແລະ ມື້ສະຫຼອງຕ່າງໆທາງສາສະໜາ.” (ດານີເອນ 7:25). ສຳລັບວຽກງານດັ່ງກ່າວມັນບໍ່ລໍຊ້າທີ່ຈະລົງມື. ຝ່າຍສັນຕະປາປາພະຍາຍາມຊັກຈູງຄົນໃຫ້ກັບໃຈ, ປະຖິ້ມການຂາບໄຫວ້ຮູບເຄົາລົບ ແລະ ສະໜັບສະໜູນໃຫ້ພວກເຂົາເປັນຄຣິສຕຽນພຽງແຕ່ຊື່ ໂດຍຫາສິ່ງທົດແທນການຂາບໄຫວ້ຮູບເຄົາລົບດັ່ງກ່າວ ພ້ອມກັບຕັ້ງໃຫ້ມີການບູຊາຮູບປັ້ນ ແລະ ວັດຖຸສັກສິດເຂົ້າມາໃນການນະມັດສະການຂອງຄຣິສຕຽນເທື່ອລະເລັກລະໜ້ອຍ. ສຸດທ້າຍກໍມີການປະກາດຮ່ວມສະພາຄຣິສຕະຈັກຄັ້ງໃຫຍ່ ແລະ ໃນປະຊຸມດັ່ງກ່າວມີການລົງມະຕິວາງລະບົບລະບຽບໃຫ້ມີການຂາບໄຫວ້ຮູບເຄົາລົບໃນຄຣິສຕະຈັກ. ແລ້ວເພື່ອໃຫ້ການໝິ່ນປະໝາດນີ້ສົມບູນ, ຄຣິສຕະຈັກໂຣມຈຶ່ງຕັດເອົາກົດບັນຍັດຂໍ້ທີສອງຂອງພຣະເຈົ້າຖິ້ມ ເພາະວ່າຂໍ້ບັນຍັດດັ່ງກ່າວຫ້າມການຂາບໄຫວ້ຮູບເຄົາລົບ,1 ແລ້ວເພື່ອຮັກສາພຣະບັນຍັດໃຫ້ມີຄົບສິບຂໍ້, ພວກເຂົາຈຶ່ງເອົາຂໍ້ສຸດທ້າຍມາແບ່ງເປັນສອງຂໍ້. {GC 51.4}
ການຍິນຍອມຕໍ່ລັດທິຂາບໄຫວ້ຮູບເຄົາລົບ ໄດ້ເປີດປະຕູໃຫ້ມີການປະໝາດຕໍ່ອຳນາດຂອງສະຫວັນຫຼາຍຂຶ້ນກວ່າເກົ່າ. ຊາຕານເຮັດວຽກຜ່ານຜູ້ນຳຄຣິສຕະຈັກທີ່ບໍ່ກັບໃຈ ເພື່ອໃຫ້ປ່ຽນແປງກົດບັນຍັດຂໍ້ທີສີ່ ແລະ ພະຍາຍາມຍົກເລີກວັນສະບາໂຕທີ່ພຣະເຈົ້າຊົງອວຍພອນໃຫ້ເປັນວັນບໍຣິສຸດສັກສິດຕັ້ງແຕ່ຄາວດັ້ງເດີມ2 ແລະ ຕັ້ງວັນອາທິດມາແທນທີ່ ເຊິ່ງເປັນວັນທີ່ຄົນທີ່ບໍ່ນັບຖືພຣະເຈົ້າໃຊ້ຍົກຍ້ອງບູຊາດວງຕາເວັນ. ຊ່ວງທຳອິດພວກເຂົາບໍ່ໄດ້ພະຍາຍາມປ່ຽນແປງຢ່າງເປີດເຜີຍ; ໃນສອງສາມສະຕະວັດທຳອິດແຫ່ງຄຣິສຕະການ ຄຣິສຕຽນທຸກຄົນຍັງຄົງຮັກສາວັນສະບາໂຕອັນແທ້ຈິງ. ພວກເຂົາຮ້ອນໃຈທີ່ຈະຖວາຍກຽດແດ່ພຣະເຈົ້າ ແລະ ເຊື່ອໝັ້ນວ່າກົດບັນຍັດຂອງພຣະອົງບໍ່ສາມາດປ່ຽນແປງໄດ້; ດ້ວຍເຫດນີ້, ຄົນໃນຊ່ວງທຳອິດນັ້ນຈຶ່ງເຝົ້າຮັກສາພຣະບັນຍັດຂອງພຣະເຈົ້າໄວ້ ແລະ ຖືວ່າເປັນສິ່ງສັກສິດ. ແຕ່ຊາຕານເຄື່ອນໄຫວຢ່າງແນບນຽນຜ່ານຜູ້ຮັບໃຊ້ຂອງມັນ ເພື່ອຈຸດປະສົງທີ່ມັນຕ້ອງການ. ແລ້ວມີການຕັ້ງວັນອາທິດເປັນວັນສະເຫຼີມສະຫຼອງການຟື້ນຄືນພຣະຊົນຂອງພຣະຄຣິສ ເພື່ອໃຫ້ຄົນທັງຫຼາຍໃສ່ໃຈໃນວັນດັ່ງກ່າວ. ມີການຈັດສາສະໜາພິທີໃນຂະນະທີ່ເຊື່ອຖືກັນວ່າ ເປັນວັນພັກຜ່ອນບັນເທີງໃຈ ສ່ວນວັນສະບາໂຕກໍຍັງຮັກສາເປັນວັນສັກສິດຄືເກົ່າ. {GC 52.1}
ຊາຕານໄດ້ວາງແຜນລ່ວງໜ້າເພື່ອໃຫ້ເປັນໄປຕາມເຈດຕະນາຂອງມັນ; ສະນັ້ນ, ກ່ອນພຣະຄຣິສຈະບັງເກີດ ມັນຈຶ່ງນຳພາຊາວຢິວໃຫ້ມີກົດລະບຽບຢ່າງຫຼວງຫຼາຍໃນການຮັກສາວັນສະບາໂຕ ເພື່ອໃຫ້ການຖືຮັກສານັ້ນເປັນພາລະ. ຫຼັງຍຸກທຳອິດ, ຊາຕານກໍອາໄສຄວາມເຂົ້າໃຈຜິດໃນວັນສະບາໂຕ ເພື່ອໃຫ້ຄົນທັງຫຼາຍດູຖູກວ່າເປັນເລື່ອງຂອງສາສະໜາຢິວ. ໃນຂະນະທີ່ພວກຄຣິສຕຽນໂດຍທົ່ວໄປຖືວັນອາທິດເປັນເທດສະການທີ່ໜ້າຊົມຊື່ນຍິນດີ, ຊາຕານນຳພວກເຂົາໃຫ້ສະແດງຄວາມກຽດຊັງທີ່ມີຕໍ່ຄົນຢິວ ດ້ວຍການເຮັດໃຫ້ວັນສະບາໂຕເປັນວັນອົດອາຫານ ແລະ ເປັນວັນເສົ້າໝອງ. {GC 52.2}
ໃນຊ່ວງຕົ້ນສະຕະວັດທີ 4 ຈັກກະພັດຄອນສະຕັນຕິນ ອອກຄຳສັ່ງໃຫ້ມີການຈັດງານສະຫຼອງທຸກວັນອາທິດທົ່ວອານາຈັກໂຣມ.3 ປະຊາຊົນທີ່ບໍ່ຮູ້ຈັກພຣະເຈົ້າໃຫ້ຄວາມສຳຄັນກັບວັນເຊີດຊູດວງອາທິດ, ສ່ວນຄົນທີ່ເປັນຄຣິສຕຽນກໍໃຫ້ຄວາມສຳຄັນກັບວັນນັ້ນເໝືອນກັນ. ຈັກກະພັດຈຶ່ງຢາກໃຫ້ສອງກຸ່ມນີ້ທີ່ຂັດແຍ້ງກັນມາເປັນໜຶ່ງດຽວກັນ. ສ່ວນພວກອາຈານຊັ້ນໃຫຍ່ຂອງຄຣິສຕະຈັກທີ່ທະເຍີທະຍານຢາກມີອຳນາດໄດ້ຊຸກຍູ້ຢູ່ເບື້ອງຫຼັງເພື່ອໃຫ້ມີການອອກຄຳສັ່ງດັ່ງກ່າວ ເພາະເຫັນວ່າຖ້າຄຣິສຕຽນ ແລະ ຄົນທີ່ບໍ່ນັບຖືພຣະເຈົ້າສະຫຼອງໃນວັນດຽວກັນ ກໍຈະຊ່ວຍໃຫ້ປະຊາຊົນທົ່ວໄປຍອມຮັບສາສະໜາຄຣິສຫຼາຍຂຶ້ນ ເຮັດໃຫ້ຄຣິສຕະຈັກມີອຳນາດ ແລະ ສັກສີເພີ່ມຂຶ້ນກວ່າເກົ່າ. ແຕ່ໃນຂະນະທີ່ຄຣິສຕຽນຫຼາຍຄົນທີ່ຢຳເກງພຣະເຈົ້າໄດ້ຄ່ອຍໆຖືກນຳພາໃຫ້ເຂົ້າໃຈຜິດເທື່ອລະໜ້ອຍວ່າວັນອາທິດມີຄວາມສັກສິດ, ພວກເຂົາກໍຍັງຮັກສາວັນສະບາໂຕອັນແທ້ຈິງໃຫ້ເປັນວັນບໍຣິສຸດສັກສິດຂອງພຣະເຈົ້າ ເພື່ອເປັນການປະຕິບັດຕາມພຣະບັນຍັດຂໍ້ທີສີ່. {GC 53.1}
ຊາຕານຮູ້ສຶກວ່າມັນຫຼອກລວງຍັງບໍ່ທັນພໍເທື່ອ ມັນຈຶ່ງຕັ້ງໜ້າຕັ້ງຕາເພື່ອຮວມຄຣິສຕຽນທຸກຄົນໃນໂລກພາຍໃຕ້ທຸງຂອງມັນ. ມັນຕັ້ງໃຈໃຊ້ອຳນາດຜ່ານຕົວແທນຂອງມັນຄືສັນຕະປາປາຜູ້ຫຍິ່ງທະນົງໂຕ ແລະ ເປັນຜູ້ອວດອ້າງວ່າເປັນຕົວແທນຂອງພຣະຄຣິສ. ຊາຕານດຳເນີນແຜນການນີ້ຈົນສຳເລັດຜ່ານສາມພວກຄື ຊາວໂລກທີ່ເຂົ້າໂບດແຕ່ບໍ່ກັບໃຈ, ສາສະໜາຈານທີ່ທະເຍີທະຍານ ແລະ ຄົນໃນຄຣິສຕະຈັກທີ່ນິຍົມຊົມຊອບສິ່ງຂອງຝ່າຍໂລກ. ມີການຈັດສະພາຄຣິສຕະຈັກຄັ້ງໃຫຍ່ດົນໆເທື່ອໜຶ່ງ ເຊິ່ງເປັນການຮວມຕົວກັນຂອງຜູ້ນຳຄຣິສຕະຈັກຈາກທົ່ວໂລກ ແລະ ເກືອບທຸກຄັ້ງທີ່ມີການຈັດປະຊຸມສະພາເຫຼົ່ານັ້ນ ກໍຈະມີການລົງມະຕິໃຫ້ລົດຄວາມສຳຄັນຂອງວັນສະບາໂຕລົງຕື່ມ ໃນເວລາດຽວກັນກໍມີການເພີ່ມຄວາມສຳຄັນຂອງວັນອາທິດຂຶ້ນອີກ. ໂດຍວິທີດັ່ງກ່າວ, ເທດສະການຂອງຄົນທີ່ບໍ່ນັບຖືພຣະເຈົ້າ ຈຶ່ງໄດ້ຮັບການຍົກຍ້ອງວ່າເປັນວັນສຳຄັນຂອງພຣະອົງ ໃນຂະນະທີ່ວັນສະບາໂຕຕາມພຣະຄຳພີຖືກຕີຄ່າວ່າເປັນເລື່ອງທີ່ຫຼ້າຫຼັງຂອງສາສະໜາຢິວ ແລະ ຖ້າຜູ້ໃດຍັງຮັກສາວັນສະບາໂຕນັ້ນກໍຈະຖືກສາບແຊ່ງ. {GC 53.2}
ຊາຕານສຳເລັດໃນການຍົກຕົວເອງຂຶ້ນເໜືອ “ທຸກສິ່ງທີ່ມະນຸດຖືເປັນພຣະເຈົ້າ.” (2 ເທສະໂລນິກ 2:4). ມັນກ້າປ່ຽນກົດບັນຍັດຂອງພຣະເຈົ້າຂໍ້ດຽວທີ່ເປີດເຜີຍໃຫ້ມະນຸດຮູ້ຈັກພຣະເຈົ້າອົງແທ້ຈິງຜູ້ຊົງພຣະຊົນຢູ່. ພຣະບັນຍັດຂໍ້ທີສີ່ໄດ້ເປີດເຜີຍຢ່າງແຈ່ມແຈ້ງແນ່ນອນໃຫ້ຮູ້ຈັກພຣະຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ ເຮົາຈຶ່ງເຫັນຄວາມແຕກຕ່າງລະຫວ່າງພຣະເຈົ້າອົງແທ້ຈິງກັບພຣະທຽມເທັດທັງຫຼາຍ. ພຣະເຈົ້າຊົງຕັ້ງວັນສະບາໂຕໃຫ້ເປັນອະນຸສອນແຫ່ງການຊົງສ້າງ ຈຶ່ງກຳນົດວັນທີເຈັດໃຫ້ເປັນວັນຢຸດພັກຂອງມວນມະນຸດສະໂລກ ເພື່ອໃຫ້ຄົນທັງຫຼາຍລະນຶກຢູ່ສະເໝີວ່າ ຊີວິດຂອງພວກເຂົາມາຈາກພຣະເຈົ້າ, ພຣະອົງຈຶ່ງສົມຄວນໄດ້ຮັບຄວາມເຄົາລົບຢຳເກງ ແລະ ການຂາບໄຫວ້ນະມັດສະການ. ຊາຕານພະຍາຍາມຫັນຈິດໃຈມະນຸດບໍ່ໃຫ້ພວກເຂົາຈົງຮັກພັກດີຕໍ່ພຣະເຈົ້າ; ສະນັ້ນ, ມັນຈຶ່ງແນໃສ່ຂໍ້ບັນຍັດທີ່ສອນໃຫ້ຮູ້ຈັກພຣະອົງໃນຖານະພຣະຜູ້ສ້າງ. {GC 53.3}
ໃນປັດຈຸບັນຄຣິສຕຽນນິກາຍໂປຣແຕັສຕັງໃຫ້ເຫດຜົນວ່າ ການທີ່ພຣະຄຣິສຊົງຟື້ນຄືນຊີວິດໃນວັນອາທິດນັ້ນ ເຮັດໃຫ້ວັນອາທິດເປັນວັນສະບາໂຕສຳລັບຄຣິສຕຽນ; ແຕ່ບໍ່ມີພຣະຄຳພີຮອງຮັບເອົາຂໍ້ສະຫຼຸບດັ່ງກ່າວ. ພຣະຄຣິສ ຫຼື ພວກອັກຄະສາວົກກໍບໍ່ເຄີຍໃຫ້ຄວາມສຳຄັນກັບວັນນັ້ນ. ການຕັ້ງວັນອາທິດເປັນວັນສຳຄັນທາງສາສະໜາເລີ່ມຕົ້ນຂຶ້ນກັບ “ອຳນາດເລິກລັບແຫ່ງຄວາມຊົ່ວຮ້າຍ” (2 ເທສະໂລນິກ 2:7) ເຊິ່ງແມ່ນແຕ່ໃນສະໄໝອາຈານໂປໂລອຳນາດນັ້ນກໍເລີ່ມປະຕິບັດການຢູ່. ແລ້ວມີພຣະຄຳພີຂໍ້ໃດ ທີ່ສອນວ່າອົງພຣະຜູ້ເປັນເຈົ້າຊົງຮັບເອົາວັນອາທິດ ອັນປຽບເໝືອນລູກຂອງສັນຕະປາປາ? ພຣະອົງຊົງຮັບເອົານັ້ນຕັ້ງແຕ່ເມື່ອໃດ? ມີເຫດຜົນອັນໃດທີ່ເຊື່ອຖືໄດ້ວ່າວັນສຳຄັນຂອງພຣະເຈົ້າຖືກປ່ຽນໃນເມື່ອບໍ່ມີພຣະຄຳພີຮັບຮອງ? ບໍ່ມີເລີຍ. {GC 54.1}
ໃນສະຕະວັດທີ 6 ລະບອບສັນຕະປາປາມີອຳນາດເຕັມຮູບແບບ ແລະ ມີສູນອຳນາດຢູ່ທີ່ນະຄອນໂຣມ, ມີການປະກາດໃຫ້ຜູ້ນຳຄຣິສຕະຈັກໃນນະຄອນໂຣມນັ້ນ ເປັນປະມຸກເໜືອທຸກຄຣິສຕະຈັກ. ລັດທິການຂາບໄຫວ້ຜີໄຫວ້ເຈົ້າໄດ້ປະລາໄຊຕໍ່ລະບອບສັນຕະປາປາ. “ພະຍານາກໄດ້ໃຫ້ຣິດເດດ ແລະ ບັນລັງກັບອຳນາດອັນໃຫຍ່ຫຼວງຂອງຕົນແກ່ສັດຮ້າຍນັ້ນ.” (ພຣະນິມິດ 13:2). ນີ້ຄືການເລີ່ມຕົ້ນຂອງ 1,260 ປີແຫ່ງການກົດຂີ່ຂົ່ມເຫັງຈາກລະບອບສັນຕະປາປາຕາມທີ່ພຣະທຳດານີເອນ ແລະ ພຣະທຳພຣະນິມິດໄດ້ທຳນວາຍໄວ້.4 ໃນສະໄໝນັ້ນ ຄຣິສຕຽນຖືກບັງຄັບໃຫ້ຕ້ອງເລືອກລະຫວ່າງສອງຝ່າຍ; ຝ່າຍໜຶ່ງໃຫ້ຍອມສະຫຼະຄວາມສັດຊື່ຖິ້ມ ແລະ ຮັບເອົາພິທີກຳພ້ອມກັບຮູບແບບການນະມັດສະການທີ່ສັນຕະປາປາກຳນົດຂຶ້ນ; ສ່ວນອີກຝ່າຍໜຶ່ງຖ້າບໍ່ໄດ້ຖືກປະຫານດ້ວຍເຄື່ອງທໍລະມານ, ການຕັດຄໍ ຫຼື ການເຜົາໄຟຖິ້ມ ກໍຈະຕ້ອງຖືກຂັງໃນຄຸກມືດ. ໃນຄາວນັ້ນ ຖ້ອຍຄຳຂອງພຣະເຢຊູໄດ້ຮັບຄວາມສຳເລັດທີ່ພຣະອົງຊົງກ່າວວ່າ, “ແມ່ນແຕ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພີ່ນ້ອງ ແລະ ມິດສະຫາຍກໍຈະມອບພວກເຈົ້າໄວ້ ແລະ ຈະໃຫ້ບາງຄົນໃນພວກເຈົ້າຖືກໂທດເຖິງຕາຍ. ທຸກຄົນຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ.” (ລູກາ 21:16, 17). ການກົດຂີ່ຂົ່ມເຫັງໄດ້ທະວີຄວາມຮຸນແຮງໃສ່ຄົນທີ່ສັດຊື່ ໂລກຈຶ່ງກາຍເປັນສະໜາມຮົບອັນຍິ່ງໃຫຍ່. ຊຸມນຸມຜູ້ເຊື່ອໃນພຣະຄຣິສໄດ້ຫຼົບໄພໃນບ່ອນສອກຫຼີກເປັນເວລາຫຼາຍຮ້ອຍປີ ຕາມທີ່ຜູ້ເຜີຍພຣະທຳໄດ້ກ່າວວ່າ, “ຝ່າຍແມ່ຍິງນັ້ນ ໄດ້ປົບໜີເຂົ້າໄປອາໄສຢູ່ໃນຖິ່ນແຫ້ງແລ້ງກັນດານ ມາຍັງບ່ອນທີ່ພຣະເຈົ້າໄດ້ຈັດຕຽມໄວ້ໃຫ້ນາງ ເພື່ອວ່ານາງຈະໄດ້ຮັບການລ້ຽງດູຢູ່ທີ່ນັ້ນ ໃນລະຫວ່າງ 1,260 ວັນ.” (ພຣະນິມິດ 12:6). {GC 54.2}
ການຂຶ້ນມີອຳນາດຂອງຄຣິສຕະຈັກແຫ່ງນະຄອນໂຣມ ແມ່ນຈຸດເລີ່ມຕົ້ນຂອງສະໄໝຍຸກມືດ. ຄຣິສຕະຈັກໂຣມຍິ່ງມີອຳນາດຫຼາຍຂຶ້ນເທົ່າໃດ ຄວາມມືດກໍຍິ່ງໜາທຶບລົງເທົ່ານັ້ນ. ແທນທີ່ຄົນຈະເຊື່ອໃນພຣະຄຣິສຜູ້ຊົງເປັນຮາກຖານອັນແທ້ຈິງຂອງຄຣິສຕະຈັກ, ພວກເຂົາມາເຊື່ອໃນສັນຕະປາປາແຫ່ງໂຣມ; ແທນທີ່ຈະໄວ້ວາງໃຈໃນພຣະບຸດຂອງພຣະເຈົ້າເພື່ອຮັບການໃຫ້ອະໄພຄວາມບາບ ແລະ ຮັບເອົາຊີວິດນິຣັນ, ປະຊາຊົນກັບເຊື່ອໃນສັນຕະປາປາ ແລະ ບາດຫຼວງກັບຜູ້ນຳຄຣິສຕະຈັກທີ່ເພິ່ນມອບໝາຍອຳນາດໃຫ້. ພວກເຂົາຖືກສອນວ່າສັນຕະປາປາເປັນຄົນກາງໃນໂລກລະຫວ່າງພຣະເຈົ້າກັບມະນຸດ; ສະນັ້ນ, ບໍ່ມີໃຜສາມາດເຂົ້າເຖິງພຣະເຈົ້າໄດ້ນອກຈາກຈະຜ່ານເພິ່ນ. ຊ້ຳບໍ່ໜຳ, ເພິ່ນຢູ່ໃນຖານະຕົວແທນຂອງພຣະເຈົ້າ ແລະ ຈະຕ້ອງເຊື່ອຟັງຄຳສັ່ງຂອງເພິ່ນຢ່າງເຂັ້ມງວດ. ຖ້າແມ່ນຜູ້ໃດຂັດຄຳສັ່ງຂອງເພິ່ນ ກໍຈະຖືກລົງໂທດຢ່າງໜັກໜ່ວງທັງດ້ານຮ່າງກາຍ ແລະ ດ້ານຈິດວິນຍານ. ຈິດໃຈຂອງປະຊາຊົນຈຶ່ງຖືກຫັນໄປຈາກພຣະເຈົ້າ ໄປນັບຖືມະນຸດທີ່ຜິດພາດ ແລະ ມີນິໄສຮ້າຍກາດ; ຍິ່ງກວ່ານັ້ນ, ເປັນການໃຫ້ກຽດຊາຕານຜູ້ໃຊ້ອຳນາດຢູ່ເບື້ອງຫຼັງຄົນເຫຼົ່ານັ້ນ. ຄວາມບາບຖືກປະດັບປະດາ ແລະ ຕົບແຕ່ງໃຫ້ເບິ່ງເປັນສິ່ງທີ່ຖືກຕ້ອງຕາມຫຼັກສິນລະທຳ. ເມື່ອພຣະຄຳພີຖືກປົກປິດ ແລະ ມີຄົນຖືວ່າຄວາມຄິດເຫັນຂອງຕົນສຳຄັນທີ່ສຸດ ຜົນທີ່ຕາມມາຢ່າງແນ່ນອນແມ່ນການສໍ້ໂກງ, ການຫຼອກລວງ ແລະ ຄວາມບາບທີ່ຕ່ຳຊ້າ. ທຸກຄັ້ງທີ່ມີການຍົກກົດລະບຽບ ແລະ ທຳນຽມຂອງມະນຸດຂຶ້ນແທນກົດບັນຍັດຂອງພຣະເຈົ້າ ກໍໄດ້ເກີດຄວາມເສື່ອມຊາມລົງທັງນັ້ນ. {GC 55.1}
ນັ້ນເປັນຊ່ວງເວລາທີ່ຊຸມນຸມຜູ້ເຊື່ອຂອງພຣະຄຣິສຕົກຢູ່ໃນອັນຕະລາຍ. ມີໜ້ອຍຄົນທີ່ຮັກສາມາດຕະຖານຂອງພຣະເຈົ້າໄວ້ຢ່າງສັດຊື່. ເຖິງແມ່ນວ່າຍັງຄົງມີຄົນເປັນພະຍານເພື່ອຄວາມຈິງຢູ່ຕະຫຼອດເວລາ ແຕ່ບາງຄັ້ງເບິ່ງຄືວ່າຄວາມເທັດ ແລະ ຄວາມງົມງວາຍຈະຊະນະ ຈົນໃນທີ່ສຸດຄວາມເຊື່ອທີ່ແທ້ຈິງຈະຖືກທຳລາຍໄປຈາກໂລກ. ຄົນທັງຫຼາຍພາກັນລືມຂ່າວປະເສີດ ໃນຂະນະທີ່ພິທີກຳທາງສາສະໜາກໍເພີ່ມຂຶ້ນ ຈົນເປັນພາລະສຳລັບປະຊາຊົນທີ່ຈະຮັກສາພິທີກຳເຫຼົ່ານັ້ນ. {GC 55.2}
ປະຊາຊົນບໍ່ພຽງແຕ່ຖືກສອນໃຫ້ເຊື່ອໃນສັນຕະປາປາໃນຖານະຄົນກາງລະຫວ່າງພຣະເຈົ້າກັບມະນຸດ ແຕ່ໃຫ້ເພິ່ງພາບຸນກຸສົນຂອງຕົນເອງເພື່ອທົດແທນຄວາມບາບ. ພວກເຂົາໄດ້ເດີນທາງໄປໄກເພື່ອສະແຫວງບຸນ, ໄດ້ທໍລະມານຕົນເອງເພື່ອລົບລ້າງຄວາມບາບ, ໄດ້ຂາບໄຫວ້ນະມັດສະການວັດຖຸສັກສິດ, ໄດ້ກໍ່ສ້າງໂບດ, ບ່ອນສັກສິດ ແລະ ແທ່ນບູຊາຂຶ້ນ ແລະ ໄດ້ເຮັດກິດຈະກຳໃນທຳນອງດຽວກັນອີກຫຼາຍຢ່າງ ເພື່ອລະງັບຄວາມໂກດຮ້າຍຂອງພຣະເຈົ້າ ຫຼື ເພື່ອຈະໄດ້ເປັນທີ່ໂປດປານຂອງພຣະອົງ. ພວກເຂົາເຂົ້າໃຈຜິດວ່າ ພຣະເຈົ້າຄ້າຍຄືມະນຸດທີ່ຈະໂກດຮ້າຍໃນເລື່ອງເລັກນ້ອຍ ຫຼື ຈະຖືກລະງັບອາລົມຮ້າຍດ້ວຍການເຮັດບຸນຖວາຍກຸສົນ. {GC 55.3}
ຄວາມຊົ່ວເພີ່ມຂຶ້ນໄປທົ່ວທຸກບ່ອນ ແມ່ນແຕ່ທ່າມກາງພວກຜູ້ນຳຂອງຄຣິສຕະຈັກໂຣມກໍຍັງເກີດຄວາມຊົ່ວຊ້າຫຼາຍຂຶ້ນຕື່ມ; ແຕ່ເຖິງຢ່າງນັ້ນກໍຕາມ, ອິດທິພົນຂອງຄຣິສຕະຈັກດັ່ງກ່າວຍັງຂະຫຍາຍໂຕຫຼາຍຂຶ້ນຢ່າງຕໍ່ເນື່ອງ. ພໍເຖິງຊ່ວງປະມານປາຍສະຕະວັດທີ 8, ພວກທີ່ຢູ່ຝ່າຍສັນຕະປາປາອ້າງວ່າ ອຳນາດທີ່ຜູ້ນຳຄຣິສຕະຈັກໃນນະຄອນໂຣມມີຢູ່ໃນຂະນະນັ້ນ ກໍເປັນອຳນາດທີ່ເພິ່ນມີມາຕັ້ງແຕ່ສະໄໝຍຸກທຳອິດ. ເພື່ອສົ່ງເສີມຂໍ້ອ້າງດັ່ງກ່າວ ພວກເຂົາຕ້ອງສ້າງຫຼັກຖານສະໜັບສະໜູນພໍທີ່ຈະເຊື່ອຖືໄດ້, ສ່ວນຜູ້ທີ່ຊຸກຍູ້ຢູ່ເບື້ອງຫຼັງແມ່ນບິດາຂອງການຕົວະທັງໝົດ ກໍຄືມານຊາຕານນັ້ນເອງ. ພວກບາດຫຼວງໄດ້ຂຽນເອກະສານປອມທີ່ອ້າງວ່າມາຈາກສະໄໝບູຮານ. ມີການອ້າງວ່າພວກເຂົາໄດ້ຄົ້ນພົບມະຕິຂອງການປະຊຸມສະພາຄຣິສຕະຈັກ ເຖິງແມ່ນວ່າສະພາຄຣິສຕະຈັກດັ່ງກ່າວບໍ່ປາກົດໃນປະຫວັດສາດ. ເອກະສານປອມ ແລະ ມະຕິປະຊຸມອັນເປັນຄວາມເທັດເຫຼົ່ານັ້ນ ຢືນຢັນວ່າສັນຕະປາປາມີອຳນາດສູງສຸດໃນໂລກຕັ້ງແຕ່ສະໄໝເລີ່ມຕົ້ນ. ສ່ວນຄຣິສຕະຈັກທີ່ປະຕິເສດຄວາມຈິງກໍໄດ້ຮັບເອົາການຫຼອກລວງເຫຼົ່ານີ້ໂດຍທັນທີ. {GC 56.1}
ມີນາຍຊ່າງທີ່ສັດຊື່ໜ້ອຍຄົນທີ່ກໍ່ສ້າງຢູ່ເທິງຮາກຖານອັນແທ້ຈິງ;5 ຄົນເຫຼົ່ານີ້ສັບສົນຍ້ອນຄຳສອນທຽມເທັດອັນເປັນດັ່ງກອງຂີ້ເຫຍື້ອທີ່ກີດຂວາງວຽກງານຂອງພວກເຂົາ. ມີບາງຄົນພ້ອມທີ່ຈະຢືມຖ້ອຍຄຳຂອງຄົນທີ່ກໍ່ສ້າງກຳແພງນະຄອນເຢຣູຊາເລັມໃນສະໄໝເນເຫມີຢາມາເວົ້າວ່າ, “ເຫື່ອແຮງພວກເຮົາເກືອບຈະໝົດສິ້ນໄປ ຍ້ອນພາລະໜັກທີ່ພວກເຮົາພວມແບກ ຫີນແຕກຫາມໄປຖິ້ມມີຫຼາຍເຫຼືອລົ້ນ ວັນນີ້ພວກເຮົາຈະສ້າງກຳແພງເມືອງໄດ້ຢ່າງໃດ?” (ເນເຫມີຢາ 4:10). ພວກເຂົາຮູ້ສຶກອິດເມື່ອຍທີ່ຕ້ອງຕໍ່ສູ້ຢູ່ຕະຫຼອດເວລາກັບການຖືກຂົ່ມເຫັງ, ການສໍ້ໂກງ, ຄວາມບາບ ແລະ ສາລະພັດອຸປະສັກທີ່ຊາຕານສາມາດຄິດຄົ້ນເພື່ອຂັດຂວາງຄວາມກ້າວໜ້າ. ບາງຄົນທີ່ເຄີຍສັດຊື່ກໍຮູ້ສຶກທໍ້ຖອຍ, ພວກເຂົາຫັນໄປຈາກຮາກຖານອັນແທ້ຈິງ ເພື່ອແລກກັບຄວາມສະຫງົບສຸກ ແລະ ຄວາມໝັ້ນຄົງດ້ານຊັບສິນ ແລະ ຊີວິດ. ສ່ວນຄົນອື່ນກໍບໍ່ຫວັ່ນໄຫວທີ່ຖືກຝ່າຍສັດຕູຕໍ່ຕ້ານ ແຕ່ກ່າວດ້ວຍຄວາມກ້າຫານວ່າ, “ບໍ່ຕ້ອງຢ້ານພວກສັດຕູດອກ ຈົ່ງຈົດຈຳໄວ້ວ່າ ອົງພຣະຜູ້ເປັນເຈົ້າຂອງພວກເຮົາຍິ່ງໃຫຍ່ ແລະ ເປັນທີ່ເກງກົວຫຼາຍສ່ຳໃດ.” (ເນເຫມີຢາ 4:14). ຄົນເຫຼົ່ານີ້ຈຶ່ງສືບຕໍ່ເຮັດວຽກ ໂດຍທຸກຄົນຄາດດາບຂອງຕົນໄວ້ ກໍຄືພຣະຄຳພີ. (ເອເຟໂຊ 6:17). {GC 56.2}
ຄວາມກຽດຊັງ ແລະ ການຕໍ່ຕ້ານຄວາມຈິງອັນດຽວກັນນີ້ໄດ້ຍົວະສັດຕູຂອງພຣະເຈົ້າໃນທຸກຍຸກ, ສ່ວນຜູ້ຮັບໃຊ້ຂອງພຣະເຈົ້າກໍຕ້ອງການຄວາມສັດຊື່ ແລະ ການເຝົ້າລະວັງແບບດຽວກັນໃນທຸກສະໄໝ. ຖ້ອຍຄຳຂອງພຣະຄຣິສທີ່ຊົງກ່າວແກ່ພວກສາວົກລຸ້ນທຳອິດ ຍັງເໝາະສົມກັບຜູ້ຕິດຕາມພຣະອົງຈົນວັນສິ້ນໂລກ. ພຣະອົງຊົງກ່າວວ່າ, “ຖ້ອຍຄຳທີ່ເຮົາໄດ້ກ່າວແກ່ພວກເຈົ້ານີ້ ເຮົາກໍກ່າວເຕືອນແກ່ທຸກຄົນເໝືອນກັນວ່າ ຈົ່ງເຝົ້າລະວັງຢູ່.” (ມາຣະໂກ 13:37). {GC 56.3}
ແຕ່ລະມື້ຄວາມມືດນັ້ນກໍໜາຂຶ້ນເລື້ອຍໆ, ການຂາບໄຫວ້ຮູບເຄົາລົບກາຍເປັນເລື່ອງທີ່ຍອມຮັບກັນທົ່ວໄປ ແລະ ມີການຈູດທຽນອະທິຖານຕໍ່ໜ້າຮູບເຄົາລົບເຫຼົ່ານັ້ນ. ປະຊາຊົນຖືກຄອບງຳດ້ວຍທຳນຽມທີ່ງົມງວາຍທີ່ສຸດ ແລະ ບໍ່ມີສາລະ ຈົນເບິ່ງຄືວ່າພວກເຂົາບໍ່ສາມາດຄິດເປັນເຫດເປັນຜົນໄດ້. ເມື່ອພວກບາດຫຼວງ ແລະ ຜູ້ນຳຄຣິສຕະຈັກນິຍົມຄວາມບັນເທີງ, ໃຝ່ຫາການສະໜອງກາມາລົມ ແລະ ມັກສໍ້ໂກງຄົນອື່ນ, ກໍບໍ່ໜ້າແປກໃຈທີ່ປະຊາຊົນຂາດຄວາມຮູ້ ແລະ ໃຊ້ຊີວິດໃນຄວາມບາບອັນຕ່ຳຊ້າ ເພາະມີຜູ້ນຳເຊັ່ນນີ້. {GC 57.1}
ຂະບວນການຢຶດອຳນາດສຳເລັດອີກຂັ້ນໜຶ່ງໃນສະຕະວັດທີ 11 ເມື່ອສັນຕະປາປາເກຼັກກໍຣີທີ 7 (Pope Gregory VII) ປະກາດຄວາມສົມບູນແບບຂອງຄຣິສຕະຈັກໂຣມ. ໜຶ່ງໃນສິ່ງໃໝ່ທີ່ເພິ່ນນຳເຂົ້າມາຄືການປະກາດວ່າ ໃນເລື່ອງຄຳສອນຂອງພຣະຄຳພີນັ້ນ ຄຣິສຕະຈັກບໍ່ເຄີຍຜິດພາດ ແລະ ຈະຜິດພາດກໍບໍ່ໄດ້. ແຕ່ບໍ່ມີຫຼັກຖານໃນພຣະຄຳພີທີ່ສະໜັບສະໜູນຂໍ້ອ້າງຂອງເພິ່ນ. ສັນຕະປາປາຜູ້ຫຍິ່ງທະນົງໂຕຍັງອ້າງວ່າຕົນມີອຳນາດປົດຈັກກະພັດໄດ້ອີກດ້ວຍ. ນອກຈາກນັ້ນ, ກໍປະກາດວ່າ ຖ້າເພິ່ນຕັດສິນແນວໃດ ກໍບໍ່ມີຜູ້ໃດສາມາດຍົກເລີກໄດ້ ແຕ່ໃນຂະນະດຽວກັນເພິ່ນສາມາດຍົກເລີກຄຳຕັດສິນຂອງຄົນອື່ນໄດ້ໝົດ. {GC 57.2}
ຕົວຢ່າງຂອງການໃຊ້ອຳນາດຢ່າງຜະເດັດການຂອງສັນຕະປາປາເກຼັກກໍຣີທີ 7 ຜູ້ຮຽກຮ້ອງໃຫ້ຄົນເຊື່ອວ່າສັນຕະປາປາບໍ່ສາມາດເຮັດຜິດໄດ້ນັ້ນ ເຫັນໄດ້ຢ່າງແຈ່ມແຈ້ງຈາກການປະຕິບັດຂອງເພິ່ນຕໍ່ຈັກກະພັດເຢຍລະມັນທີ່ມີຊື່ວ່າ ເຮນຣີທີ 4 (Henry IV). ເມື່ອຈັກກະພັດກ້າຂັດຂືນຕໍ່ອຳນາດຂອງສັນຕະປາປາ, ສັນຕະປາປາຈຶ່ງປະກາດວ່າ ຈັກກະພັດໝົດສະພາບການເປັນສະມາຊິກຄຣິສຕະຈັກ ແລະ ຖືກປົດອອກຈາກຕຳແໜ່ງ. ຈັກກະພັດເຮນຣີຢ້ານກົວວ່າ ພວກເຈົ້າແຂວງຈະກະບົດຍ້ອນຄຳປະກາດຂອງສັນຕະປາປາ ຈຶ່ງເຫັນວ່າຈຳເປັນຕ້ອງຄືນດີກັບອຳນາດຂອງໂຣມໃຫ້ໄດ້. ເພິ່ນຈຶ່ງຂ້າມສາຍພູອານເບີ (Alps) ກາງລະດູໜາວພ້ອມດ້ວຍພັນລະຍາ ແລະ ຄົນໃຊ້ທີ່ສັດຊື່. ການເດີນທາງຄັ້ງນີ້ກໍເພື່ອຈະຖ່ອມຕົວລົງຕໍ່ໜ້າສັນຕະປາປາ. ພໍໄປເຖິງຫໍຜາສາດຫີນທີ່ສັນຕະປາປາເກຼັກກໍຣີພັກຢູ່ນັ້ນ ກໍມີຄົນພາເພິ່ນໄປທີ່ເດີ່ນຊັ້ນນອກ ໂດຍບໍ່ມີຍາມຂອງເພິ່ນເຝົ້າອາລັກຂາ. ເພິ່ນໃສ່ເສື້ອຜ້າເກົ່າໆ ຢືນຢູ່ຂ້າງນອກໃນຄວາມໜາວເໜັບແຫ່ງລະດູໜາວໂດຍບໍ່ໃສ່ໝວກ ແລະ ບໍ່ໃສ່ເກີບ ລໍຖ້າໃຫ້ສັນຕະປາປາອະນຸຍາດໃຫ້ເພິ່ນເຂົ້າພົບ. ເພິ່ນຕ້ອງອົດອາຫານສາລະພາບຄວາມຜິດຕໍ່ເນື່ອງສາມວັນ ສັນຕະປາປາຈຶ່ງຍອມໂຜດໃຫ້ອະໄພ. ແຕ່ການໃຫ້ອະໄພນັ້ນມີເງື່ອນໄຂວ່າ ຈັກກະພັດຈະບໍ່ສາມາດສືບຕໍ່ຕຳແໜ່ງໄດ້ ຈົນກວ່າຈະໄດ້ຮັບອະນຸຍາດຈາກສັນຕະປາປາ. ສັນຕະປາປາເກຼັກກໍຣີພູມໃຈກັບໄຊຊະນະນີ້ ຈຶ່ງໂອ້ອວດວ່າເປັນໜ້າທີ່ຂອງເພິ່ນທີ່ຈະປາບຄວາມຫຍິ່ງທະນົງຂອງກະສັດທັງຫຼາຍລົງ. {GC 57.3}
ຄວາມຫຍິ່ງຍະໂສຂອງສັນຕະປາປາແຕກຕ່າງກັນຫຼາຍກັບຄວາມອ່ອນສຸພາບຂອງພຣະຄຣິສຜູ້ຊົງຢືນເຄາະຢູ່ທີ່ປະຕູຫົວໃຈ ລໍຖ້າໃຫ້ມີການເປີດປະຕູກ່ອນທີ່ພຣະອົງຈະເຂົ້າມາເພື່ອໃຫ້ອະໄພ ແລະ ນຳສັນຕິສຸກມາໃຫ້, ຄືພຣະອົງທີ່ຊົງສອນສາວົກຂອງພຣະອົງວ່າ “ຖ້າຜູ້ໃດໃນພວກເຈົ້າຢາກເປັນເອກ ລາວຕ້ອງເປັນຜູ້ຮັບໃຊ້ຂອງພວກເຈົ້າ.” (ມັດທາຍ 20:27). {GC 58.1}
ໃນແຕ່ລະສະຕະວັດທີ່ຜ່ານໄປ ຄຳສອນທຽມເທັດຂອງຄຣິສຕະຈັກໂຣມກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ. ແມ່ນແຕ່ໃນຍຸກກ່ອນລະບອບສັນຕະປາປາ ຄົນໃນຄຣິສຕະຈັກໄດ້ໃສ່ໃຈ ແລະ ໄດ້ຮັບອິດທິພົນຈາກຄຳສອນຂອງນັກປັດຊະຍາຝ່າຍໂລກ. ຫຼາຍຄົນທີ່ອ້າງວ່າກັບໃຈແລ້ວ ກໍຍັງຢຶດຖືຫຼັກປັດຊະຍາຂອງສາສະໜາເດີມທີ່ຕົນເຄີຍນັບຖື ແລະ ບໍ່ພຽງແຕ່ສຶກສາປັດຊະຍາເດີມນັ້ນຕໍ່ ແຕ່ຍັງຊຸກຍູ້ໃຫ້ຄົນໃນຄຣິສຕະຈັກຮັບປັດຊະຍານັ້ນ ໂດຍອ້າງວ່າຈະຊ່ວຍໃນການປະກາດໃຫ້ກັບຊາວໂລກ. ຄຳສອນຜິດອັນຮ້າຍແຮງຈຶ່ງປະສົມເຂົ້າມາໃນຄຳສອນຂອງຄຣິສຕະຈັກ. ອັນດັບໜຶ່ງໃນຄຳສອນທີ່ຜິດນັ້ນແມ່ນຄວາມເຊື່ອທີ່ວ່າມະນຸດມີດວງວິນຍານທີ່ບໍ່ຮູ້ດັບ, ແລະເມື່ອຄົນຕາຍ ດວງວິນຍານນັ້ນຍັງມີຄວາມຮູ້ສຶກນຶກຄິດ. ຫຼັກຂໍ້ເຊື່ອຜິດດັ່ງກ່າວ ໄດ້ປູພື້ນໃຫ້ຄຣິສຕະຈັກໂຣມສອນໃຫ້ອະທິຖານຕໍ່ນັກບຸນທີ່ຕາຍໄປແລ້ວ ແລະ ໃຫ້ບູຊານາງມາຣີ. ຈາກຄວາມເຂົ້າໃຈຜິດໃນເລື່ອງດວງວິນຍານນັ້ນ ກໍນຳໄປສູ່ຄຳສອນຜິດເລື່ອງນະຣົກ ທີ່ຄົນບາບຈະຕ້ອງຖືກເຜົາໄໝ້ຢູ່ຕະຫຼອດນິຣັນ. ເລື່ອງນີ້ຖືກນຳເຂົ້າມາເປັນຄຳສອນຂອງຄຣິສຕະຈັກໂຣມຕັ້ງແຕ່ເລີ່ມຕົ້ນ. {GC 58.2}
ແລ້ວຈາກຄຳສອນຜິດເລື່ອງນະຣົກກໍມີການປັ້ນເລື່ອງຕໍ່ ກໍຄືເລື່ອງແດນຊຳລະເຊິ່ງຄຣິສຕະຈັກໂຣມສອນວ່າ ແມ່ນພົບພູມລະຫວ່າງນະຣົກ ແລະ ສະຫວັນ ແລະເປັນທີ່ທໍລະມານດວງວິນຍານຂອງຄົນທີ່ບໍ່ມີໂທດຕົກນະຣົກຕະຫຼອດໄປ. ພວກເຂົາສອນວ່າເມື່ອຄວາມບາບໄດ້ຖືກຊົດໃຊ້ໃນແດນຊຳລະແລ້ວ ດວງວິນຍານຂອງຜູ້ນັ້ນກໍຈະໄດ້ຂຶ້ນສະຫວັນ. ຄຣິສຕະຈັກໂຣມໄດ້ໃຊ້ຄຳສອນນີ້ເພື່ອໃຫ້ປະຊາຊົນຜູ້ງົມງວາຍຕົກໃຈຢ້ານ. {GC 58.3}
ຍັງມີອີກເລື່ອງໜຶ່ງທີ່ຄຣິສຕະຈັກໂຣມປັ້ນຂຶ້ນ ທີ່ເຮັດໃຫ້ພວກເຂົາໄດ້ຮັບປະໂຫຍດຈາກຄວາມຢ້ານກົວ ແລະ ຄວາມບາບຂອງສະມາຊິກ ນັ້ນແມ່ນຄຳສອນເລື່ອງໃບລ້າງບາບ. ພວກເຂົາສອນວ່າ ຖ້າຜູ້ໃດສະໝັກເປັນທະຫານຕໍ່ສູ້ໃນສົງຄາມເພື່ອຊ່ວຍຂະຫຍາຍອານາຈັກຂອງສັນຕະປາປາ ຫຼື ເພື່ອລົງໂທດສັດຕູຂອງເພິ່ນ ຫຼື ທຳລາຍລ້າງຜູ້ທີ່ກ້າປະຕິເສດວ່າເພິ່ນມີອຳນາດສູງສຸດດ້ານຈິດວິນຍານ, ຜູ້ນັ້ນຈະໄດ້ຮັບການຍົກໂທດຄວາມບາບທັງໝົດ ຄືທັງບາບທີ່ເຄີຍເຮັດມາ, ບາບທີ່ພວມເຮັດຢູ່ ແລະ ບາບທີ່ຈະເຮັດໃນອະນາຄົດຕໍ່ໜ້າ. ນອກຈາກນັ້ນ, ກໍມີການສອນປະຊາຊົນວ່າ ພວກເຂົາສາມາດຊົດໃຊ້ຄວາມບາບຂອງຕົນເອງ ແລະ ກູ້ດວງວິນຍານຂອງຍາດຕິພີ່ນ້ອງທີ່ກຳລັງຖືກເຜົາໄຟຢ່າງທໍລະມານໃນແດນຊຳລະ ດ້ວຍການຖວາຍເງິນເຂົ້າມາໃນຄຣິສຕະຈັກ. ໂດຍວິທີດັ່ງກ່າວ ຈຶ່ງມີເງິນໄຫຼເຂົ້າມາໃນຄັງຂອງຄຣິສຕະຈັກໂຣມຢ່າງເຕັມລົ້ນ ເພື່ອໃຊ້ໃນການປະດັບປະດາອາຄານໄວ້ຢ່າງຫຼູຫຼາ ແລະ ຫຼໍ່ລ້ຽງຊີວິດແຫ່ງຄວາມບາບຂອງຄົນທີ່ອ້າງວ່າເປັນຕົວແທນຂອງພຣະຄຣິສ ແຕ່ຕອນທີ່ພຣະຄຣິສຢູ່ໃນໂລກພຣະອົງຍັງບໍ່ມີບ່ອນທີ່ຈະຊຸກຫົວນອນ. {GC 59.1}
ພິທີການລະນຶກເຖິງຄາບອາຫານສຸດທ້າຍຂອງພຣະຄຣິສຖືກປ່ຽນເປັນສິນບູຊາທີ່ຫວັງຜົນບຸນ. ພວກປະໂຣຫິດອ້າງວ່າຄາຖາທີ່ຕົນທ່ອງນັ້ນໄດ້ປ່ຽນເຂົ້າຈີ່ ແລະ ເຫຼົ້າແວງໃຫ້ກາຍເປັນ “ພຣະກາຍ ແລະ ພຣະໂລຫິດຂອງພຣະຄຣິສ.”6 ຄົນເຫຼົ່ານີ້ໝິ່ນປະໝາດຢ່າງໜ້າດ້ານວ່າ ພວກເຂົາມີອຳນາດທີ່ຈະສ້າງພຣະຜູ້ສ້າງຂອງສັບພະທຸກສິ່ງ. ຄຣິສຕຽນຖືກບັງຄັບໃຫ້ປະກາດວ່າ ຕົນເອງເຊື່ອໃນຄຳສອນທີ່ໝິ່ນປະໝາດສະຫວັນດັ່ງກ່າວ ແລະ ຖ້າບໍ່ເຮັດກໍຈະຖືກປະຫານຊີວິດ. ມີຜູ້ເຊື່ອຈຳນວນມະຫາສານທີ່ຖືກປະຫານຊີວິດໂດຍການເຜົາໄຟຍ້ອນວ່າບໍ່ຍອມຮັບເລື່ອງນີ້. {GC 59.2}
ໃນສະຕະວັດທີ 13 ມີການຕັ້ງສານຄະດີນອກຮີດເຊິ່ງເປັນສະຖາບັນທີ່ໜ້າຢ້ານທີ່ສຸດໃນລະບອບສັນຕະປາປາ. ພວກຜູ້ນຳຮ່ວມມືກັບມານຊາຕານຜູ້ເປັນເຈົ້າແຫ່ງຄວາມມືດ. ຊາຕານ ແລະ ພວກທູດຂອງມັນຈຶ່ງຄອບງຳຈິດໃຈຂອງພວກເຂົາໃນຂະນະທີ່ປະຊຸມກັນເພື່ອສອບສວນຢ່າງລັບໆ. ໃນເວລາດຽວກັນມີທູດຂອງພຣະເຈົ້າທີ່ບໍ່ປາກົດໃຫ້ເຫັນ ແຕ່ຢືນຢູ່ທ່າມກາງທີ່ປະຊຸມເຫຼົ່ານັ້ນ ເພື່ອຂຽນຄຳປະກາດອັນເປັນບາບຂອງພວກເຂົາ ແລະ ຈົດບັນທຶກປະຫວັດສາດອັນຮ້າຍແຮງເກີນກວ່າຕາມະນຸດຈະທົນເບິ່ງໄດ້. ຄາວນັ້ນກໍເປັນໄປຕາມຄຳພະຍາກອນທີ່ວ່າ, “ບາບີໂລນມະຫານະຄອນ…ເມົາດ້ວຍເລືອດໄພ່ພົນຂອງພຣະເຈົ້າ.” (ພຣະນິມິດ 17:5–6). ຊາກສົບທີ່ຖືກບົດບີ້ຂອງຄົນນັບລ້ານເຊິ່ງຖືກຂ້າຍ້ອນຄວາມເຊື່ອເປັນຫຼັກຖານກ່າວໂທດອຳນາດທຽມເທັດນີ້. {GC 59.3}
ລະບອບສັນຕະປາປາກາຍເປັນຜະເດັດການທີ່ສຳຄັນທີ່ສຸດໃນໂລກ. ກະສັດ ແລະ ຈັກກະພັດກົ້ມກາບຕໍ່ຄຳສັ່ງຂອງເພິ່ນ. ເບິ່ງຄືຊະຕາກຳຂອງມະນຸດທັງໃນຊີວິດນີ້ ແລະ ຊີວິດໜ້າຢູ່ໃນການຄວບຄຸມຂອງເພິ່ນ. ຄົນທັງຫຼາຍໄດ້ຮັບເອົາຄຳສັ່ງສອນຂອງຄຣິສຕະຈັກໂຣມເປັນເວລາຫຼາຍຮ້ອຍປີ, ໄດ້ເຮັດຕາມພິທີກຳ ແລະ ມີການສະຫຼອງເທດສະການຂອງໂຣມໂດຍທົ່ວໄປ. ໃນສະໄໝນັ້ນພວກບາດຫຼວງຂອງຄຣິສຕະຈັກໂຣມໄດ້ຮັບກຽດ ແລະ ມີສະຫວັດດີການດີ. ຕັ້ງແຕ່ນັ້ນມາ ຄຣິສຕະຈັກດັ່ງກ່າວບໍ່ເຄີຍໄດ້ຮັບກຽດ ແລະ ບໍ່ເຄີຍຮຸ່ງເຮືອງ ຫຼື ມີອຳນາດເໝືອນໃນສະໄໝນັ້ນອີກ. {GC 60.1}
ແຕ່ວ່າ “ເວລາທ່ຽງວັນຂອງລະບອບສັນຕະປາປາແມ່ນທ່ຽງຄືນຂອງໂລກ.”7 ບໍ່ວ່າປະຊາຊົນ ຫຼື ພວກບາດຫຼວງ, ເກືອບບໍ່ມີໃຜຮູ້ຈັກພຣະຄຳພີ. ພວກຜູ້ນຳໃນລະບອບສັນຕະປາປາເໝືອນພວກຟາຣີຊາຍໃນສະໄໝບູຮານທີ່ກຽດຄວາມສະຫວ່າງເພາະຢ້ານວ່າຈະເປີດເຜີຍຄວາມບາບຂອງຕົນ. ພຣະບັນຍັດຂອງພຣະເຈົ້າເປັນມາດຕະຖານແຫ່ງຄວາມຊອບທຳ, ແລະເມື່ອເອົາກົດບັນຍັດນັ້ນໄປຖິ້ມແລ້ວ ພວກເຂົາຈຶ່ງໃຊ້ອຳນາດໂດຍບໍ່ຈຳກັດ ແລະ ເຮັດຄວາມຊົ່ວໂດຍບໍ່ຢັບຢັ້ງໃຈ. ການສໍ້ໂກງ, ຄວາມເຫັນແກ່ໄດ້ ແລະ ການມຶນເມົາເກີດຂຶ້ນທົ່ວໄປ. ມະນຸດກ້າເຮັດອາດຊະຍາກຳທຸກຢ່າງເພື່ອໄດ້ເງິນ ຫຼື ຕຳແໜ່ງ. ຕຳນັກຂອງສັນຕະປາປາ ແລະ ຜາສາດຂອງຜູ້ນຳຊັ້ນສູງຂອງຄຣິສຕະຈັກ ເປັນບ່ອນເຮັດບາບອັນຕ່ຳຊ້າເສື່ອມຊາມ. ສັນຕະປາປາບາງອົງເຮັດຄວາມຜິດອັນເປັນຕາໜ່າຍຫຼາຍ ຈົນເຈົ້າໜ້າທີ່ຝ່າຍການປົກຄອງພະຍາຍາມປົດອອກຈາກຕຳແໜ່ງ ເພາະຖືວ່າເປັນຜີສາດຮ້າຍທີ່ຕ່ຳຊ້າເກີນໄປທີ່ຈະຍອມຮັບໄດ້. ທົ່ວທະວີບເອີຣົບບໍ່ມີການພັດທະນາດ້ານການສຶກສາ, ສິລະປະ ຫຼື ຄວາມສີວິໄລເປັນເວລາຫຼາຍຮ້ອຍປີ. ປະເທດທັງຫຼາຍທີ່ນັບຖືສາສະໜາຄຣິສກາຍເປັນອຳມະພາດດ້ານສິນລະທຳ ແລະ ດ້ານສະຕິປັນຍາ. {GC 60.2}
ສະພາບຂອງໂລກພາຍໃຕ້ອຳນາດຂອງຄຣິສຕະຈັກໂຣມນັ້ນ ເປັນໄປຕາມຖ້ອຍຄຳຂອງຜູ້ເຜີຍພຣະທຳໂຮເສອາຢ່າງໜ້າຫົດຫູ່. ເພິ່ນກ່າວວ່າ, “ປະຊາກອນຂອງເຮົາຖືກທຳລາຍເພາະຂາດຄວາມຮູ້ ເພາະເຈົ້າປະຕິເສດບໍ່ຮັບຄວາມຮູ້ ເຮົາກໍປະຕິເສດເຈົ້າ…ເພາະເຈົ້າຫຼົງລືມພຣະບັນຍັດແຫ່ງພຣະເຈົ້າຂອງເຈົ້າ ເຮົາກໍລືມພົງພັນຂອງເຈົ້າເສຍດ້ວຍ.” “ຄວາມສັດຊື່ ຫຼື ຄວາມຮັກບໍ່ມີຢູ່ໃນດິນແດນນີ້ ແລະ ບໍ່ມີຄວາມຮັບຮູ້ພຣະເຈົ້າ. ພວກເຂົາເຮັດຄຳສັນຍາ ແລະ ລະເມີດຄຳສັນຍານັ້ນ, ພວກເຂົາຂີ້ຕົວະ, ເປັນຄາຕະກອນ, ຂີ້ລັກ ແລະ ຫຼິ້ນຊູ້ສູ່ຜົວເມຍຄົນອື່ນ. ອາດຊະຍາກຳມີເພີ່ມຂຶ້ນ ແລະ ການຂ້າຟັນກັນກໍມີຢູ່ທຸກມື້ທຸກວັນ.” (ໂຮເສອາ 4:6 ດັດແປງຈາກສະບັບ TH1971; 4:1, 2). ນັ້ນແມ່ນຜົນຂອງການປົກປິດພຣະຄຳຂອງພຣະເຈົ້າ. {GC 60.3}
ເບິ່ງ ອົບພະຍົບ 20:4–6.↩
ອ່ານ ປະຖົມມະການ 2:2–3.↩
ກົດໝາຍດັ່ງກ່າວຂອງຈັກກະພັດຄອນສະຕັນຕິນ ຖືກປະກາດໃຊ້ໃນວັນທີ 7 ເດືອນ ມີນາ ຄ.ສ. 321 ເຊິ່ງມີເນື້ອຫາດັ່ງນີ້: “ຂໍໃຫ້ຜູ້ພິພາກສາທຸກຄົນ ພ້ອມດ້ວຍປະຊາຊົນທັງຫຼາຍໃນເມືອງ ແລະ ຊ່າງຝີມືທັງປວງ ໃຫ້ພັກຜ່ອນໃນວັນອັນໜ້ານັບຖືແຫ່ງພຣະອາທິດ. ແຕ່ໃຫ້ຄົນໃນຊົນນະບົດເຮັດການກະເສດຢ່າງເສລີຕໍ່ໄປ; ເພາະວ່າຫຼາຍເທື່ອ, ວັນອາທິດອາດເປັນວັນທີ່ດີທີ່ສຸດໃນການຫວ່ານເມັດພືດ ຫຼື ການປູກຕົ້ນອະງຸ່ນ ແລະ ບໍ່ເປັນການສົມຄວນທີ່ຈະໃຫ້ໂອກາດດັ່ງກ່າວສູນເສຍໄປ ຈົນພາດຈາກພຣະພອນແຫ່ງສະຫວັນ.” (ເອ. ເອຊ. ລິວອິສ “ປະຫວັດວັນສະບາໂຕ ແລະ ວັນອາທິດ,” ໜ້າ 123–124).↩
ອ່ານ ດານີເອນ 7:25; ພຣະນິມິດ 13:5–7. ຫຼັກການສຳຄັນອັນໜຶ່ງຂອງການຕີຄວາມຄຳພະຍາກອນຄື ໜຶ່ງວັນແຫ່ງຄຳພະຍາກອນເທົ່າກັບໜຶ່ງປີ ເຊິ່ງຈະເຫັນໄດ້ຈາກພຣະທຳຈົດບັນຊີ 14:34 ແລະ ເອເຊກຽນ 4:6.↩
ເບິ່ງ 1 ໂກຣິນໂທ 3:10, 11.↩
ພຣະຄາດິນານ ໄວສ໌ແມນ, ຈາກຄຳເທດສະໜາຄັ້ງທີ 8, ໝວດ 3, ວັກ 26 ເລື່ອງ: ພິສູດແລ້ວຈາກພຣະຄຳພີວ່າ ເລືອດເນື້ອຂອງພຣະຄຣິສປາກົດຢູ່ຈິງໃນພິທີສິນມະຫາສະໜິດ.↩
ເຈ. ເອ. ໄວລີ, ປະຫວັດນິກາຍໂປຣແຕັສຕັງ, ເຫຼັ້ມ. 1, ບົດ. 4.↩