2: ການຂົ່ມເຫັງໃນຍຸກທຳອິດ

https://m.egwwritings.org/en/book/132.160#160

ຊົງທຳນວາຍໄວ້

ໃນຂະນະທີ່ພຣະຜູ້ໂຜດໃຫ້ພົ້ນຊົງຢືນຢູ່ເທິງພູເຂົາໝາກກອກເທດ, ພຣະອົງຊົງເປີດເຜີຍໃຫ້ສາວົກຮູ້ເຖິງການທຳລາຍນະຄອນເຢຣູຊາເລັມ ແລະ ເຫດການທີ່ກ່ຽວຂ້ອງກັບການສະເດັດກັບມາຄັ້ງທີສອງຂອງພຣະອົງ. ພຣະອົງຊົງເປີດເຜີຍປະສົບການຂອງໄພ່ພົນຂອງພຣະອົງຕັ້ງແຕ່ເມື່ອພຣະອົງຈະຊົງຖືກຮັບໄປ ຈົນເຖິງເວລາທີ່ພຣະອົງຈະສະເດັດກັບມາດ້ວຍສະຫງ່າຣາສີເພື່ອກອບກູ້ເອົາພວກເຂົາ. ພຣະອົງເຫັນພະຍຸທີ່ກຳລັງຈະພັດຖະຫຼົ່ມໃສ່ຄຣິສຕະຈັກໃນຍຸກອັກຄະສາວົກ. ແລ້ວກໍເບິ່ງໄປເຖິງອະນາຄົດອັນໄກ ແລະ ເຫັນການກົດຂີ່ຂົ່ມເຫັງອັນໜັກໜ່ວງທີ່ຈະເກີດຂຶ້ນກັບຜູ້ຕິດຕາມພຣະອົງໃນຍຸກຕ່າງໆທີ່ມືດມົນຫຼັງຈາກນັ້ນ. ພຣະອົງຊົງກ່າວລ່ວງໜ້າດ້ວຍປະໂຫຍກສັ້ນໆ ເຖິງສິ່ງທີ່ບັນດາຜູ້ນຳຂອງໂລກຈະປະຕິບັດຕໍ່ຄຣິສຕະຈັກຂອງພຣະເຈົ້າ. (ເບິ່ງ ມັດທາຍ 24:9, 21, 22). ຜູ້ຕິດຕາມພຣະຄຣິສຈຳເປັນຕ້ອງດຳເນີນຊີວິດຕາມເສັ້ນທາງດຽວກັນກັບທີ່ພຣະອາຈານ ກໍຄືພຣະເຢຊູຄຣິສເຄີຍສະເດັດຜ່ານນັ້ນເອງ ໃນເສັ້ນທາງນັ້ນຈະຕ້ອງປະເຊີນກັບຄວາມອັບອາຍ, ຄວາມທຸກຍາກລຳບາກ ແລະ ການຖືກຄົນໃນສັງຄົມດູຖູກຢຽດຢາມ. ຄວາມກຽດຊັງທີ່ຕົກໃສ່ພຣະຜູ້ໄຖ່ຂອງໂລກ ກໍຈະກະທົບຕໍ່ທຸກຄົນທີ່ເຊື່ອໃນພຣະນາມຂອງພຣະອົງເຊັ່ນກັນ. {GC 39.1}

ຖ້ອຍຄຳເຫຼົ່ານີ້ຂອງພຣະເຢຊູໄດ້ສຳເລັດໃນປະຫວັດສາດຂອງຄຣິສຕະຈັກໃນຍຸກທຳອິດ. ບັນດາອຳນາດຂອງມະນຸດ ແລະ ຜີມານຊາຕານຕັ້ງຕົວຕໍ່ສູ້ພຣະຄຣິສຜ່ານຜູ້ຕິດຕາມຂອງພຣະອົງ. ຄົນທີ່ຂາບໄຫວ້ຮູບເຄົາລົບກໍເຫັນວ່າຖ້າຄົນທັງຫຼາຍມາຮັບເອົາຂ່າວປະເສີດແລ້ວ ບັນດາວິຫານ ແລະ ແທ່ນບູຊາຂອງພວກເຂົາຈະຖືກທຳລາຍລົງ. ສະນັ້ນ, ຄົນເຫຼົ່ານີ້ຈຶ່ງຮວມກຳລັງເພື່ອໃຫ້ຄຣິສຕະສາສະໜາໝົດໄປຈາກໂລກ ແລະ ມີການກົດຂີ່ຂົ່ມເຫັງຢ່າງດຸເດືອດເກີດຂຶ້ນ. ພວກຄຣິສຕຽນຖືກຢຶດຊັບສິນ ແລະ ຖືກຂັບໄລ່ອອກຈາກເຮືອນຊານບ້ານຊ່ອງຂອງຕົນເອງ. ພວກເຂົາຕ້ອງ “ອົດທົນຕໍ່ຄວາມຍາກລຳບາກຫຼາຍປະການ” ແລະ “ຖືກຫຍໍ້ຫຍັນ ແລະ ຖືກຂ້ຽນຕີ ຄົນອື່ນອີກຖືກລ່າມໂສ້ ແລະ ຖືກຄຸມຂັງໃນຄຸກ.” (ເຮັບເຣີ 10:32; 11:36). ມີຄົນຈຳນວນຫຼວງຫຼາຍຢືນຢັນເຖິງຄຳພະຍານຂອງຕົນດ້ວຍເລືອດຂອງຕົນເອງເມື່ອຖືກຂ້າຕາຍ. ຄົນຊົນຊັ້ນຕ່າງໆຕັ້ງແຕ່ລະດັບຂຸນນາງຮອດຂ້າທາດ ທັງປັນຍາຊົນຜູ້ຮຽນສູງຕະຫຼອດຈົນເຖິງຄົນບໍ່ຮູ້ໜັງສື ຕ່າງກໍຖືກຂ້າຟັນຕາຍໂດຍບໍ່ຮູ້ປານີ. {GC 39.2}

ເຕີບໂຕຍ້ອນຖືກຂົ່ມເຫັງ

ການກົດຂີ່ຂົ່ມເຫັງນີ້ເລີ່ມຕົ້ນໃນສະໄໝການປົກຄອງຂອງຈັກກະພັດເນໂຣ (Nero) ໃນຊ່ວງເວລາທີ່ອາຈານໂປໂລຖືກຂ້າຕາຍຍ້ອນຄວາມເຊື່ອ ແລະ ສືບຕໍ່ເນື່ອງກັນມາຫຼາຍສະຕະວັດ ໂດຍມີບາງຊ່ວງທີ່ເບົາບາງ ແລະ ບາງຊ່ວງທີ່ດຸເດືອດ. ພວກຄຣິສຕຽນຖືກໃສ່ຮ້າຍວ່າເຮັດຜິດອາດຊະຍາກຳຮ້າຍແຮງ ແລະ ເປັນເຫດທີ່ເກີດໄພພິບັດຕ່າງໆ ບໍ່ວ່າຈະເປັນການກັນດານອາຫານ, ໂຣກລະບາດ ຫຼື ແຜ່ນດິນໄຫວ. ພວກເຂົາກາຍເປັນທີ່ກຽດຊັງຂອງສັງຄົມ ແລະ ເປັນທີ່ສົງໄສຂອງຄົນສ່ວນໃຫຍ່. ໃນສະພາບການເຊັ່ນນີ້ ມີຄົນພ້ອມທີ່ຈະຮັບສິນບົນເພື່ອໃສ່ຮ້າຍຄົນທີ່ບໍ່ມີຄວາມຜິດ. ພວກຄຣິສຕຽນຈຶ່ງຖືກລົງໂທດໃນຂໍ້ຫາເປັນກະບົດຕໍ່ຈັກກະພັດ, ເປັນພວກຕໍ່ຕ້ານສາສະໜາ ແລະ ເປັນໄພຕໍ່ສັງຄົມ. ມີຄົນຈຳນວນຫຼາຍຖືກໂຍນໃຫ້ສັດປ່າກັດກິນຕາມໂຮງລະຄອນ ຫຼື ຖືກເຜົາທັງເປັນເພື່ອສ້າງຄວາມບັນເທີງ. ບາງຄົນຖືກຄຶງໄວ້ທີ່ໄມ້ກາງແຂນ, ສ່ວນຄົນອື່ນກໍຖືກຫຍິບໃສ່ໜັງສັດ ແລ້ວຖືກໂຍນໄປໃນສະໜາມກິລາໃຫ້ໝາກັດກິນ. ຫຼາຍຄັ້ງການລົງໂທດພວກຄຣິສຕຽນກາຍເປັນເລື່ອງທີ່ສະໜຸກສະໜານທີ່ສຸດໃນລະຫວ່າງເທດສະການຕ່າງໆ. ຄົນຈຳນວນຫຼວງຫຼາຍຮວມຕົວກັນເພື່ອເບິ່ງຄຣິສຕຽນຖືກຂ້າ ແລະ ເມື່ອພວກເຂົາຮ້ອງໂອຍຄາງກ່ອນສິ້ນໃຈຕາຍ ຄົນທັງຫຼາຍກໍຕົບມືຫົວຂວັນ. {GC 40.1}

ບໍ່ວ່າຜູ້ຕິດຕາມພຣະຄຣິສຈະໄປລີ້ຢູ່ໃສ ກໍຖືກຄົນໄລ່ລ່າເໝືອນສັດຮ້າຍໄລ່ເຫຍື່ອ. ພວກເຂົາຈຳເປັນຕ້ອງໄປຫຼົບລີ້ຢູ່ບ່ອນສອກຫຼີກ ແລະ ເປົ່າປ່ຽວ. ພວກເຂົາ “ລຳບາກຍາກຈົນ, ຖືກຂົ່ມເຫັງ ແລະ ທົນທຸກເວດທະນາຫຼາຍປະການ ແຜ່ນດິນໂລກນີ້ກໍບໍ່ສົມກັບຄົນເຫຼົ່ານັ້ນ, ພວກເພິ່ນໄດ້ທຽວໄປມາໃນປ່າ ແລະ ຕາມພູ ຊ່ອນຕົວໃນຖ້ຳ ແລະ ໃນຂຸມ.” (ເຮັບເຣີ 11:37, 38). ຫຼາຍພັນຄົນລີ້ໄພຕາມຄອງອຸບມຸງອັນສະຫຼັບຊັບຊ້ອນໃຕ້ເນີນພູນອກກຳແພງເມືອງຂອງນະຄອນໂຣມ. ກຸ່ມອຸບມຸງມືດເຫຼົ່ານີ້ມີລັກສະນະເປັນເຄືອຂ່າຍທີ່ຍາວຫຼາຍກິໂລແມັດ. ຜູ້ຕິດຕາມພຣະຄຣິສໄດ້ຝັງສົບຄົນຮັກຂອງພວກເຂົາໃນອຸບມຸງໃຕ້ດິນ ແລະ ເມື່ອຖືກສົງໄສ ຫຼື ມີຄົນຕາມລ່າກໍໄດ້ອາໄສຢູ່ໃນອຸບມຸງເຫຼົ່ານີ້ເຊັ່ນກັນ. ເມື່ອພຣະຄຣິສຊົງຄືນຊີວິດໃຫ້ຄົນທັງຫຼາຍທີ່ຕໍ່ສູ້ເພື່ອພຣະອົງຢ່າງສຸດກຳລັງ ຈະມີຫຼາຍຄົນຟື້ນຂຶ້ນຈາກອຸບມຸງອັນມືດມົນເຫຼົ່ານັ້ນ ທີ່ເຄີຍຖືກຂ້າຕາຍຍ້ອນຄວາມເຊື່ອທີ່ມີໃນພຣະອົງ. {GC 40.2}

ເຖິງແມ່ນວ່າຄົນທີ່ເປັນພະຍານເພື່ອພຣະເຢຊູຖືກກົດຂີ່ຂົ່ມເຫັງຢ່າງໜັກໜ່ວງ ແຕ່ຄວາມເຊື່ອຂອງພວກເຂົາຍັງເຂັ້ມແຂງຄືເກົ່າ. ພວກເຂົາບໍ່ຈົ່ມຫຍັງເລີຍ ເຖິງແມ່ນວ່າຈະຖືກກີດກັ້ນຈາກສິ່ງອຳນວຍຄວາມສະດວກທຸກຢ່າງ, ຕ້ອງຫຼົບຊ່ອນໃຫ້ພົ້ນແສງຕາເວັນ ແລະ ພັກອາໄສໃນອ້ອມກອດມືດອັນອົບອຸ່ນຂອງແຜ່ນດິນ. ພວກເຂົາໃຫ້ກຳລັງໃຈເຊິ່ງກັນ ແລະ ກັນດ້ວຍຖ້ອຍຄຳແຫ່ງຄວາມເຊື່ອ, ຄວາມອົດທົນ ແລະ ຄວາມຫວັງ ເພື່ອຈະທົນຕໍ່ຄວາມຂາດແຄນ ແລະ ຄວາມທຸກຍາກ. ເຖິງແມ່ນວ່າຕ້ອງສູນເສຍຜົນປະໂຫຍດຝ່າຍໂລກທຸກຢ່າງ, ແຕ່ກໍບໍ່ສາມາດບັງຄັບພວກເຂົາໃຫ້ສະຫຼະຄວາມເຊື່ອໃນພຣະຄຣິສ. ຄວາມຍາກລຳບາກ ແລະ ການກົດຂີ່ຂົ່ມເຫັງເປັນພຽງຂັ້ນໄດທີ່ໄປສູ່ບຳເໜັດລາງວັນ ແລະ ການພັກຜ່ອນໃຫ້ໄວຂຶ້ນ. {GC 41.1}

ເໝືອນຜູ້ຮັບໃຊ້ຂອງພຣະເຈົ້າໃນສະໄໝບູຮານ, ມີຫຼາຍຄົນ “ຖືກທໍລະມານ ແຕ່ກໍບໍ່ຍອມຮັບການປົດປ່ອຍ ເພື່ອພວກເພິ່ນຈະໄດ້ຮັບການຄືນມາອັນປະເສີດກວ່າ.” (ເຮັບເຣີ 11:35). ຄົນເຫຼົ່ານີ້ລະນຶກເຖິງຖ້ອຍຄຳຂອງອົງພຣະຜູ້ເປັນເຈົ້າທີ່ຊົງກ່າວວ່າ, ຖ້າຖືກຂົ່ມເຫັງຍ້ອນພຣະນາມຂອງພຣະຄຣິສແລ້ວ ໃຫ້ຊົມຊື່ນຍິນດີເພາະບຳເໜັດຂອງພວກເຂົາຈະຍິ່ງໃຫຍ່ໃນສະຫວັນ, ເພາະວ່າພວກຜູ້ເຜີຍພຣະທຳເຄີຍຖືກກົດຂີ່ຂົ່ມເຫັງກ່ອນໜ້າພວກເຂົາເຊັ່ນກັນ. ຄົນເຫຼົ່ານີ້ຊົມຊື່ນຍິນດີທີ່ໄດ້ຮັບກຽດໃນການທົນທຸກເພື່ອຄວາມຈິງ ຈຶ່ງຮ້ອງເພງອັນມີໄຊຈາກທ່າມກາງກອງໄຟທີ່ກໍ່ຂຶ້ນເພື່ອເຜົາພວກເຂົາທັງເປັນ. ພວກເຂົາເງີຍໜ້າຂຶ້ນດ້ວຍຄວາມເຊື່ອ ແລະ ເຫັນພຣະຄຣິສກັບເຫຼົ່າທູດສະຫວັນເບິ່ງລົງມາຈາກສະຫວັນດ້ວຍຄວາມສົນໃຈ ແລະ ຄວາມພໍໃຈໃນຄວາມອົດທົນຂອງພວກຕົນ. ມີສຽງດັງຈາກບັນລັງຂອງພຣະເຈົ້າມາເຖິງພວກເຂົາວ່າ: “ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.” (ພຣະນິມິດ 2:10). {GC 41.2}

ຄວາມພະຍາຍາມຂອງຊາຕານທີ່ຈະທຳລາຍກຸ່ມຄົນທີ່ເຊື່ອໃນພຣະຄຣິສດ້ວຍຄວາມຮຸນແຮງກໍບໍ່ໄດ້ຜົນ. ການຕໍ່ສູ້ລະຫວ່າງຄວາມສະຫວ່າງ ແລະ ຄວາມມືດບໍ່ໄດ້ຍຸຕິລົງຫຼັງຈາກຜູ້ທີ່ຖືທຸງໄຊຂອງພຣະເຢຊູຢ່າງສັດຊື່ລົ້ມຕາຍຄາສະໜາມຮົບ. ພວກສາວົກເຫຼົ່ານັ້ນຊະນະດ້ວຍການຕາຍ ແລະ ເຖິງແມ່ນວ່າຜູ້ຮັບໃຊ້ຂອງພຣະເຈົ້າຖືກຂ້າຟັນ ແຕ່ວຽກງານຂອງພຣະເຈົ້າກໍສືບຕໍ່ໄປຂ້າງໜ້າ, ການປະກາດຂ່າວປະເສີດຂະຫຍາຍວົງກວ້າງອອກໄປ ແລະ ຄົນທີ່ເຊື່ອຖືກໍເພີ່ມຂຶ້ນ. ຂ່າວປະເສີດຍັງຖືກປະກາດໃນບ່ອນທີ່ທະຫານໂຣມຍັງບໍ່ສາມາດເຂົ້າເຖິງໄດ້. ມີຄຣິສຕຽນຄົນໜຶ່ງຕອບໂຕ້ພວກຜູ້ນຳທີ່ຊຸກຍູ້ໃຫ້ສືບຕໍ່ການກົດຂີ່ຂົ່ມເຫັງວ່າ, ພວກທ່ານສາມາດ “ຂ້າພວກເຮົາຖິ້ມ, ສາມາດເອົາພວກເຮົາໄປທໍລະມານ ຫຼື ລົງໂທດພວກເຮົາ,…ແຕ່ຄວາມບໍ່ຍຸຕິທຳຂອງພວກເຈົ້າເປັນຫຼັກຖານວ່າເຮົາບໍ່ມີຄວາມຜິດ…ແລະຄວາມໂຫດຮ້າຍຂອງພວກເຈົ້າ…ກໍບໍ່ເປັນຜົນດີໃຫ້ແກ່ພວກເຈົ້າເອງ.” ຊ້ຳບໍ່ໜຳ, ການຂົ່ມເຫັງເປັນເຫດໃຫ້ຄົນກັບໃຈເຊື່ອຫຼາຍຂຶ້ນ. “ພວກເຮົາຖືກຂ້າຟັນຫຼາຍສ່ຳໃດ ກໍຍິ່ງເພີ່ມຂຶ້ນຫຼາຍສ່ຳນັ້ນ ເພາະວ່າເລືອດຂອງຄຣິສຕຽນເໝືອນດັ່ງເມັດພືດ.”1 {GC 41.3}

ເຖິງແມ່ນວ່າມີຫຼາຍພັນຄົນຖືກຂ້າຕາຍ ຫຼື ຖືກຈຳຄຸກ ແຕ່ກໍມີຄົນອື່ນມາແທນທີ່ພວກເຂົາ. ສ່ວນຄົນທີ່ຖືກຂ້າຕາຍຍ້ອນຄວາມເຊື່ອກໍປອດໄພຢູ່ໃນພຣະຄຣິສ, ພຣະອົງຊົງຖືວ່າຄົນເຫຼົ່ານັ້ນເປັນຜູ້ທີ່ໄດ້ຮັບໄຊຊະນະ. ພວກເຂົາໄດ້ຕໍ່ສູ້ຈົນເຕັມກຳລັງ ແລະ ຈະໄດ້ຮັບມົງກຸດແຫ່ງສະຫງ່າຣາສີເມື່ອພຣະຄຣິສສະເດັດກັບມາ. ຄວາມທຸກທັງຫຼາຍທີ່ຕ້ອງສູ້ທົນນັ້ນເຮັດໃຫ້ພວກຄຣິສຕຽນມີຄວາມໃກ້ຊິດກັນຂຶ້ນ ແລະ ຄວາມແໜ້ນແຟ້ນກັບພຣະຜູ້ໄຖ່ຂອງພວກເຂົາຍິ່ງຫຼາຍຂຶ້ນກວ່າເກົ່າ. ຊີວິດຂອງພວກເຂົາເປັນດັ່ງຄຳພະຍານເພື່ອຄວາມຈິງຢູ່ຕະຫຼອດເວລາ ແລະ ພວກເຂົາກໍກ່າວຄຳພະຍານນັ້ນອີກໃນຂະນະທີ່ກຳລັງສິ້ນໃຈ. ໃນບ່ອນທີ່ບໍ່ຄາດຄິດກໍມີຄົນປະລະຈາກການຮັບໃຊ້ຊາຕານ ມາຂໍຮັບໃຊ້ພາຍໃຕ້ຮົ່ມທຸງຂອງພຣະຄຣິສ. {GC 42.1}

ຊາຕານວາງອຸບາຍ

ຊາຕານຈຶ່ງວາງແຜນຍຸດທະສາດຂອງມັນເພື່ອທຳລາຍການປົກຄອງຂອງພຣະເຈົ້າດ້ວຍການປັກທຸງຂອງມັນເອງໄວ້ໃນຄຣິສຕະຈັກ. ຖ້າມັນສາມາດຫຼອກໃຫ້ຜູ້ຕິດຕາມພຣະຄຣິສຫຼົງເຮັດໃນສິ່ງທີ່ພຣະເຈົ້າບໍ່ພໍພຣະໄທ, ຄວາມເຂັ້ມແຂງ ແລະ ຄວາມໜັກແໜ້ນໝັ້ນຄົງຂອງພວກເຂົາກໍຈະໝົດໄປ ແລະ ຈະຕົກເປັນເຫຍື່ອຢ່າງງ່າຍດາຍ. {GC 42.2}

ໃນເມື່ອການໃຊ້ກຳລັງບໍ່ໄດ້ຜົນ, ຊາຕານຜູ້ເປັນສັດຕູຂອງພຣະເຈົ້າ ແລະ ມະນຸດຈຶ່ງລອງຫັນມາໃຊ້ວິທີທີ່ແນບນຽນ. ການກົດຂີ່ກໍຍຸຕິລົງ ແຕ່ມີສິ່ງທີ່ອັນຕະລາຍໄປກວ່ານັ້ນມາແທນທີ່ ຄືການລໍ້ໃຈໃຫ້ຫວັງໃນຄວາມຈະເລີນ ແລະ ກຽດຕິຍົດຝ່າຍໂລກ. ຄົນທີ່ຖືຮູບເຄົາລົບເປັນພຣະເຈົ້າກໍຮັບເຊື່ອຕາມຫຼັກການຄຣິສຕຽນສ່ວນໜຶ່ງ ໃນຂະນະທີ່ພວກເຂົາປະຕິເສດຫຼັກຄວາມຈິງທີ່ສຳຄັນຂໍ້ອື່ນ. ພວກເຂົາອ້າງວ່າຍອມຮັບພຣະເຢຊູໃນຖານະພຣະບຸດຂອງພຣະເຈົ້າ ທັງເຊື່ອໃນການສິ້ນພຣະຊົນ ແລະ ການຟື້ນຄືນຊີບຂອງພຣະອົງ ແຕ່ໃນຂະນະດຽວກັນກໍບໍ່ສຳນຶກໃນຄວາມບາບຂອງຕົນ ແລະ ບໍ່ຮູ້ສຶກວ່າຕ້ອງຖິ້ມໃຈເກົ່າເອົາໃຈໃໝ່. ຄົນເຫຼົ່ານີ້ອ້າງວ່າໃນເມື່ອພວກເຂົາຍອມປ່ຽນແປງ, ພວກຄຣິສຕຽນກໍຄວນປ່ຽນແປງເຊັ່ນກັນ ເພື່ອທຸກຄົນຈະຮວມກັນເປັນໜຶ່ງໃນຄວາມເຊື່ອໃນພຣະຄຣິສ. {GC 42.3}

ບັດນີ້ຄຣິສຕະຈັກເຂົ້າສູ່ໄພອັນຕະລາຍອັນໜ້າຢ້ານ. ການຂັງຄຸກ, ການທໍລະມານ, ການຖືກໄຟເຜົາ ແລະ ການຖືກປະຫັດປະຫານດ້ວຍດາບລ້ວນແລ້ວແຕ່ເປັນພຣະພອນ ເມື່ອທຽບກັບໄພອັນໜ້າຢ້ານກົວທີ່ເຂົ້າມາ. ມີຄຣິສຕຽນບາງຄົນຕັ້ງໝັ້ນຢູ່ຢ່າງບໍ່ຫວັ່ນໄຫວ ແລະ ປະກາດວ່າຈະບໍ່ສາມາດປະນີປະນອມເປັນອັນຂາດ. ສ່ວນຄົນອື່ນກໍເຫັນດີທີ່ຈະປ່ຽນແປງ ຫຼື ແກ້ໄຂຫຼັກຂໍ້ເຊື່ອບາງຂໍ້ເພື່ອຮວມເປັນໜຶ່ງກັບຄົນທີ່ຮັບເຊື່ອພຽງບາງສ່ວນ ໂດຍກ່າວວ່າຈະນຳໄປສູ່ການກັບໃຈໝົດຢ່າງແທ້ຈິງຂອງພວກເຂົາ. ນັ້ນເປັນເວລາທີ່ທຸກໃຈຫຼາຍທີ່ສຸດສຳລັບພວກສາວົກຂອງພຣະຄຣິສ. ຊາຕານພາງຕົວເອງເປັນຄຣິສຕຽນເພື່ອເຂົ້າມາໃນຄຣິສຕະຈັກ ໂດຍມຸ່ງຫວັງຈະທຳລາຍຄວາມເຊື່ອໃຫ້ເສື່ອມເສຍ ແລະ ຫັນຈິດໃຈຂອງສະມາຊິກໃຫ້ອອກຈາກຖ້ອຍຄຳແຫ່ງຄວາມຈິງ. {GC 42.4}

ໃນທີ່ສຸດຄຣິສຕຽນສ່ວນຫຼາຍກໍຍອມທີ່ຈະລົດມາດຕະຖານລົງ ຈຶ່ງເກີດການຮ່ວມມືກັນລະຫວ່າງສາສະໜາຄຣິສ ແລະ ຄົນທີ່ນັບຖືສາສະໜາອື່ນ. ເຖິງແມ່ນວ່າຄົນທີ່ຂາບໄຫວ້ຮູບເຄົາລົບຈະອ້າງວ່າຕົນກັບໃຈເຊື່ອພຣະເຢຊູແລ້ວ ແລະ ເຂົ້າມາຮ່ວມໃນຄຣິສຕະຈັກແລ້ວກໍຕາມ, ແຕ່ພວກເຂົາຍັງຢຶດຖືການຂາບໄຫວ້ຮູບເຄົາລົບຢູ່, ນັ້ນໝາຍຄວາມວ່າພວກເຂົາປ່ຽນແຕ່ຮູບ ໂດຍການເອົາຮູບເກົ່າຖິ້ມ ແລະ ເອົາຮູບພຣະເຢຊູ, ຮູບນາງມາຣີ ຫຼື ຮູບພວກນັກບຸນມາຂາບໄຫວ້ແທນ. ການຂາບໄຫວ້ຮູບເຄົາລົບເປັນດັ່ງເຊື້ອແປ້ງອັນບູດເນົ່າທີ່ເຂົ້າມາສ້າງຄວາມເສຍຫາຍໃນຄຣິສຕະຈັກຢ່າງຕໍ່ເນື່ອງ. ຫຼັກຄຳສອນທີ່ຜິດພ້ຽນ, ພິທີກຳທີ່ງົມງວາຍ ແລະ ປະເພນີທີ່ກ່ຽວຂ້ອງກັບການນົບຮູບເຄົາລົບໄດ້ເຂົ້າມາປະສົມປະສານກັບຄວາມເຊື່ອຖື ແລະ ການນະມັດສະການພຣະເຈົ້າ. ການທີ່ສາວົກຂອງພຣະຄຣິສຮ່ວມມືກັນເປັນໜຶ່ງດຽວກັບຄົນທີ່ຂາບໄຫວ້ຮູບເຄົາລົບ ສ້າງຄວາມເສຍຫາຍໃຫ້ກັບສາສະໜາຄຣິສ, ພ້ອມກັບເຮັດໃຫ້ຄຣິສຕະຈັກສູນເສຍຄວາມບໍຣິສຸດ ແລະ ພະລັງຣິດເດດຂອງພຣະເຈົ້າ. ແຕ່ກໍຍັງມີບາງຄົນທີ່ບໍ່ໄດ້ຫຼົງໄປຕາມການຫຼອກລວງນີ້. ພວກເຂົາຍັງຄົງສັດຊື່ຕໍ່ຄວາມຈິງ ແລະ ນະມັດສະການພຣະເຈົ້າແຕ່ຜູ້ດຽວ. {GC 43.1}

ຄົນສອງກຸ່ມ

ຕັ້ງແຕ່ໃດມາ, ມີຄົນສອງກຸ່ມທີ່ອ້າງວ່າເປັນສາວົກຂອງພຣະຄຣິສ. ຄົນກຸ່ມໜຶ່ງສຶກສາຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພະຍາຍາມປັບປ່ຽນຊີວິດ ແລະ ແກ້ໄຂຈຸດອ່ອນຂອງຕົນຕາມແບບຢ່າງຂອງພຣະອົງ. ສ່ວນອີກກຸ່ມໜຶ່ງກໍຫຼີກລ່ຽງຄຳສອນທີ່ກົງໄປກົງມາ ເພາະຢ້ານວ່າຈະເປີດເຜີຍໃຫ້ເຫັນຂໍ້ບົກຜ່ອງຂອງຕົນເອງ. ແມ່ນແຕ່ໃນສະໄໝທີ່ຄຣິສຕະຈັກຢູ່ໃນສະພາບທີ່ດີທີ່ສຸດ ກໍຍັງມີສະມາຊິກບາງຄົນທີ່ບໍ່ບໍຣິສຸດ ແລະ ບໍ່ຈິງໃຈ. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາສອນວ່າ ບໍ່ໃຫ້ຮັບຜູ້ທີ່ຈົງໃຈເຮັດບາບມາເປັນສະມາຊິກຂອງຄຣິສຕະຈັກ. ໃນຂະນະດຽວກັນພຣະອົງເອງກໍມີຄວາມສຳພັນກັບຄົນທີ່ມີນິໄສທີ່ບໍ່ສົມບູນ ທັງໃຫ້ພວກເຂົາໄດ້ຮັບປະໂຫຍດຈາກຄຳສອນ ແລະ ແບບຢ່າງຂອງພຣະອົງ ເພື່ອຄົນເຫຼົ່ານັ້ນຈະໄດ້ເຫັນຈຸດບົກຜ່ອງຂອງຕົນແລ້ວປັບປຸງແກ້ໄຂ. ໃນທ່າມກາງອັກຄະສາວົກສິບສອງຄົນກໍຍັງມີຜູ້ທໍລະຍົດ. ພຣະເຢຊູບໍ່ໄດ້ຮັບຢູດາຍ້ອນວ່າລາວມີອຸປະນິໄສທີ່ບໍ່ສົມບູນ, ແຕ່ເຖິງວ່າອຸປະນິໄສນັ້ນບໍ່ສົມບູນກໍຕາມ ພຣະຄຣິສຍັງຊົງຮັບລາວມາເປັນໜຶ່ງໃນພວກສາວົກ ເພື່ອຈະໄດ້ຮັບການສັ່ງສອນ ແລະ ເຫັນແບບຢ່າງໃນການດຳເນີນຊີວິດຂອງພຣະອົງ ເພື່ອວ່າລາວຈະໄດ້ຮຽນຮູ້ເຖິງມາດຕະຖານອຸປະນິໄສຂອງຄຣິສຕຽນ. ພຣະເຢຊູຫວັງວ່າລາວຈະເຫັນຈຸດບົກຜ່ອງຂອງຕົນແລ້ວຖິ້ມໃຈເກົ່າເອົາໃຈໃໝ່ ແລະ ດ້ວຍພຣະຄຸນຂອງພຣະເຈົ້າຈະສາມາດຊຳລະໃຈໃຫ້ບໍຣິສຸດໂດຍການ “ເຊື່ອຟັງຄວາມຈິງ.” (1 ເປໂຕ 1:22). ຝ່າຍຢູດາບໍ່ໄດ້ດຳເນີນຊີວິດໃນແສງສະຫວ່າງທີ່ພຣະອົງຊົງໂຜດໃຫ້ສ່ອງມາຍັງລາວ ແຕ່ກັບປ່ອຍຕົວເຮັດບາບ ແລະ ຍອມປ່ອຍໃຈໃຫ້ຄ້ອຍຕາມອຳນາດມືດ ຈຶ່ງເປັນການເຊີນຊວນໃຫ້ຊາຕານເຂົ້າມາທົດລອງ. ຄວາມຊົ່ວໃນໃຈຈຶ່ງຄອບງຳຄວາມຄິດ ແລະ ອຳນາດມືດຈຶ່ງຄອບຄອງຈິດໃຈ. ລາວຂຸ່ນເຄືອງໃຈເມື່ອມີຄົນເຕືອນລາວເຖິງຄວາມບົກຜ່ອງຂອງຕົນ; ສຸດທ້າຍຄວາມຊົ່ວກໍຂະຫຍາຍໂຕຂຶ້ນ ຈົນລາວລົງມືເຮັດອາດຊະຍາກຳອັນຮ້າຍແຮງດ້ວຍການທໍລະຍົດຕໍ່ພຣະອາຈານ. ເຊັ່ນດຽວກັນ, ທຸກຄົນທີ່ຖະໜອມຄວາມຊົ່ວໃນຂະນະທີ່ອ້າງວ່າຕົນເປັນຄົນຊອບທຳຈະກຽດຊັງຜູ້ທີ່ເຕືອນສະຕິວ່າສິ່ງທີ່ລາວກຳລັງເຮັດຢູ່ນັ້ນແມ່ນຄວາມບາບ. ເມື່ອມີໂອກາດເໝາະສົມ, ພວກເຂົາກໍຈະເຮັດຄືຢູດາ ແລະ ທໍລະຍົດຕໍ່ຜູ້ທີ່ຕັກເຕືອນດ້ວຍຄວາມຫວັງດີ. {GC 43.2}

ພວກອັກຄະສາວົກພົບເຫັນຜູ້ຄົນໃນຄຣິສຕະຈັກທີ່ອ້າງວ່າຕົນເປັນຄົນຊອບທຳ ໃນຂະນະທີ່ລັກເຮັດບາບຢ່າງລັບໆ. ອານາເນຍ ແລະ ຊະຟີຣາ2ເປັນຜູ້ຫຼອກລວງ; ພວກເຂົາທຳທ່າໄດ້ມອບທຸກສິ່ງທຸກຢ່າງແດ່ພຣະເຈົ້າ ແຕ່ໃນເວລາດຽວກັນໄດ້ເກັບສ່ວນໜຶ່ງໄວ້ສຳລັບຕົນເອງດ້ວຍຄວາມໂລບ. ພຣະວິນຍານແຫ່ງຄວາມຈິງໄດ້ເປີດເຜີຍທາດແທ້ຂອງຜູ້ຫຼອກລວງຄູ່ນີ້ໃຫ້ພວກອັກຄະສາວົກໄດ້ຮັບຮູ້, ແລ້ວພຣະເຈົ້າຊົງລົງໂທດພວກເຂົາ ເພື່ອຊຳລະຄຣິສຕະຈັກໃຫ້ບໍຣິສຸດຈາກຄວາມດ່າງພອຍດັ່ງກ່າວ. ເລື່ອງນີ້ເປັນຫຼັກຖານອັນເດັ່ນຊັດວ່າ ພຣະວິນຍານຂອງພຣະຄຣິສທີ່ຊົງເຄື່ອນໄຫວໃນຄຣິສຕະຈັກ ຊົງຢັ່ງຮູ້ຈິດໃຈຂອງຄົນ ເຮັດໃຫ້ພວກມືຖືສາກປາກຖືສິນ ແລະ ພວກທີ່ເຮັດການຊົ່ວເກີດຄວາມສະທ້ານຢ້ານກົວ. ພວກເຂົາທົນບໍ່ໄຫວທີ່ຈະຢູ່ກັບຜູ້ທີ່ມີອຸປະນິໄສທີ່ໝັ້ນຄົງຕາມແບບຢ່າງຂອງພຣະຄຣິສ. ດ້ວຍວ່າ, ມີແຕ່ຄົນທີ່ຍອມສະຫຼະທຸກສິ່ງເພື່ອຄວາມຈິງເທົ່ານັ້ນ ທີ່ປາຖະໜາຢາກເປັນສາວົກຂອງພຣະຄຣິສໃນສະໄໝທີ່ຄົນຂອງພຣະອົງຕົກຢູ່ໃນຄວາມຍາກລຳບາກ ຫຼື ປະເຊີນກັບການກົດຂີ່ຂົ່ມເຫັງ. ສະນັ້ນ, ຕາບໃດທີ່ການກົດຂີ່ຂົ່ມເຫັງຍັງສືບຕໍ່ ຄຣິສຕະຈັກກໍຍັງຄົງສະອາດບໍຣິສຸດຢູ່. ແຕ່ເມື່ອການຂົ່ມເຫັງສິ້ນສຸດລົງ ຜູ້ທີ່ບໍ່ຈິງໃຈ ແລະ ຂາດການອຸທິດຕົນໄດ້ເຂົ້າມາໃນຄຣິສຕະຈັກ ຈຶ່ງເປັນການປູທາງໃຫ້ຊາຕານໄດ້ໂອກາດເຂົ້າມາດ້ວຍ. {GC 44.1}

ແຕ່ເຈົ້າແຫ່ງຄວາມສະຫວ່າງກັບເຈົ້າແຫ່ງຄວາມມືດບໍ່ມີຫຸ້ນສ່ວນກັນ ສ່ວນຜູ້ຕິດຕາມທັງສອງຝ່າຍກໍເຊັ່ນດຽວກັນ. ເມື່ອພວກຄຣິສຕຽນຍອມຮ່ວມເປັນໜຶ່ງດຽວກັບຜູ້ທີ່ອຸທິດພຽງເຄິ່ງໃຈໃຫ້ພຣະເຈົ້າ ກໍຍິ່ງເປັນການກ້າວລົງໄປສູ່ເສັ້ນທາງທີ່ນຳພວກເຂົາອອກຫ່າງຈາກຄວາມຈິງຢູ່ເລື້ອຍໆ. ຊາຕານແສນດີໃຈທີ່ສາມາດຫຼອກລວງສາວົກຂອງພຣະຄຣິສເປັນຈຳນວນຫຼວງຫຼາຍຈົນສຳເລັດ, ມັນຈຶ່ງເອົາໃຈໃສ່ຄົນເຫຼົ່ານີ້ໃຫ້ຫຼາຍຂຶ້ນເປັນພິເສດ ເພື່ອດົນໃຈໃຫ້ພວກເຂົາຂົ່ມເຫັງຜູ້ທີ່ຍັງຄົງສັດຊື່ຕໍ່ພຣະເຈົ້າ. ບໍ່ມີຜູ້ໃດຮູ້ວິທີຕໍ່ຕ້ານຫຼັກຄຳສອນອັນແທ້ຈິງຂອງສາສະໜາຄຣິສ ເທົ່າກັບພວກທີ່ເຄີຍປົກປ້ອງຂໍ້ຄວາມຈິງເຫຼົ່ານັ້ນ. ພວກຄຣິສຕຽນທີ່ຫຼົງຜິດກໍໄດ້ຮ່ວມມືກັບຄົນທີ່ອຸທິດພຽງເຄິ່ງໃຈໃຫ້ພຣະເຈົ້າ ແລະ ມຸ່ງໂຈມຕີຈຸດສຳຄັນທີ່ສຸດໃນຫຼັກຄຳສອນຂອງພຣະຄຣິສ. {GC 45.1}

ຄວາມຂັດແຍ້ງ

ການຫຼອກລວງ ແລະ ຄວາມຊົ່ວຊ້າປອມຕົວເຂົ້າມາໃນຄຣິສຕະຈັກພາຍໃຕ້ເສື້ອຄຸມຂອງບາດຫຼວງ ຈົນຜູ້ສັດຊື່ຕ້ອງອາໄສຄວາມອຸດສາຫະພາກພຽນເຖິງຈະຕ້ານໄວ້ໄດ້. ຄົນສ່ວນໃຫຍ່ບໍ່ຍອມຮັບເອົາພຣະຄຳພີເປັນມາດຕະຖານຂອງຄວາມເຊື່ອ ແລະ ຫາວ່າຫຼັກຄຳສອນເລື່ອງສິດທິເສລີພາບໃນການນັບຖືສາສະໜາເປັນຄຳສອນນອກຮີດ, ສ່ວນຜູ້ທີ່ເຊື່ອໃນຫຼັກຄຳສອນດັ່ງກ່າວກໍຖືກກຽດຊັງ ແລະ ຖືກຂັບໄລ່ໜີ. {GC 45.2}

ຄວາມຂັດແຍ້ງສືບຕໍ່ຢ່າງດຸເດືອດເປັນເວລາດົນນານ. ຕໍ່ມາ, ເມື່ອຄຣິສຕະຈັກທີ່ຫຼົງໄປນັ້ນຍັງມີການພົວພັນກັບຄວາມເທັດ ແລະ ຂາບໄຫວ້ຮູບເຄົາລົບຢູ່ ຄົນຈຳນວນໜ້ອຍທີ່ຍັງສັດຊື່ ຈຶ່ງຕັດສິນໃຈຍົກເລີກຄວາມສຳພັນກັບພວກເຂົາ. ພວກທີ່ສັດຊື່ເຫັນວ່າ ຈຳເປັນຕ້ອງແຍກກັນຖ້າຈະປະຕິບັດຕາມພຣະຄຳຂອງພຣະເຈົ້າ. ພວກເຂົາບໍ່ກ້າຍອມຮັບເອົາຄຳສອນຜິດທີ່ອັນຕະລາຍຕໍ່ຈິດວິນຍານຂອງຕົນ ຫຼື ວາງແບບຢ່າງທີ່ອັນຕະລາຍຕໍ່ຄວາມເຊື່ອຂອງລູກຫຼານ. ເພື່ອຄວາມສະຫງົບສຸກ ແລະ ການເປັນນ້ຳໜຶ່ງໃຈດຽວກັນແລ້ວ, ພວກເຂົາພ້ອມຍິນຍອມໃນທຸກເລື່ອງທີ່ສອດຄ່ອງກັບຄວາມສັດຊື່ຕໍ່ພຣະເຈົ້າ. ແຕ່ໃນຂະນະດຽວກັນກໍຮູ້ສຶກວ່າ ຄວາມສະຫງົບສຸກນັ້ນແພງເກີນໄປຖ້າຕ້ອງແລກດ້ວຍຫຼັກການທີ່ຖືກຕ້ອງ. ຖ້າການເປັນນ້ຳໜຶ່ງໃຈດຽວກັນນັ້ນຕ້ອງແລກມາດ້ວຍຫຼັກຄວາມຈິງ ແລະ ຄວາມຊອບທຳ ກໍຈົ່ງປ່ອຍໃຫ້ມີຄວາມຂັດແຍ້ງກັນຕໍ່ໄປ, ເຖິງຂັ້ນສົງຄາມກໍຍອມໃຫ້ເກີດ. {GC 45.3}

ຈະເປັນຜົນດີຕໍ່ຄຣິສຕະຈັກ ແລະ ຕໍ່ຊາວໂລກ ຖ້າຫຼັກການທີ່ກະຕຸ້ນຈິດໃຈຂອງຜູ້ທີ່ສັດຊື່ໃນສະໄໝນັ້ນ ໄດ້ມາຟື້ນຟູຜູ້ທີ່ອ້າງວ່າເປັນຄົນຂອງພຣະເຈົ້າໃນສະໄໝນີ້. ເປັນຕາໜ້າໃຈຫາຍ ທີ່ຄົນຈຳນວນຫຼາຍຂາດການເອົາໃຈໃສ່ຕໍ່ຄຳສອນຕ່າງໆທີ່ເປັນເສົາຫຼັກຂອງຄຣິສຕະສາສະໜາ. ມີຫຼາຍຄົນເຊື່ອວ່າຄຳສອນເຫຼົ່ານີ້ບໍ່ສຳຄັນ. ແຕ່ການປະຖິ້ມຄຳສອນດັ່ງກ່າວໄດ້ເສີມກຳລັງໃຫ້ແກ່ຜູ້ຮັບໃຊ້ຂອງຊາຕານໃຫ້ເຂັ້ມແຂງຂຶ້ນ ຈົນມີຫຼາຍຄົນອ້າງວ່າຕົນເປັນສາວົກຂອງພຣະຄຣິສ ໃນຂະນະທີ່ຍັງຍິນດີຮັບເອົາທິດສະດີທີ່ຜິດພ້ຽນ ແລະ ການຫຼອກລວງທີ່ອັນຕະລາຍຢູ່, ເຊິ່ງໃນສະໄໝກ່ອນຄົນທີ່ສັດຊື່ຕໍ່ພຣະເຈົ້າໄດ້ສ່ຽງຊີວິດເພື່ອຕ້ານທານ ແລະ ເປີດໂປງທິດສະດີ ແລະ ການຫຼອກລວງເຫຼົ່ານັ້ນ. {GC 46.1}

ໂດຍແທ້ຈິງແລ້ວ, ພວກຄຣິສຕຽນໃນຍຸກທຳອິດເປັນຄົນແປກຖິ່ນແປກໜ້າໃນໂລກ. ການດຳເນີນຊີວິດແບບບໍ່ມີບ່ອນຕຳໜິ ແລະ ຄວາມເຊື່ອໝັ້ນຢ່າງເດັດດ່ຽວເປັນການຕັກເຕືອນຄົນບາບຢູ່ຕະຫຼອດເວລາ ເຊິ່ງເຮັດໃຫ້ພວກເຂົາຮູ້ສຶກໃຈບໍ່ດີ. ເຖິງແມ່ນວ່າຄົນສັດຊື່ຕໍ່ພຣະເຈົ້າມີຈຳນວນໜ້ອຍ, ບໍ່ມີເງິນຫຼາຍ ແລະ ບໍ່ມີຍົດຕຳແໜ່ງ ຫຼື ກຽດສັກສີ, ແຕ່ວ່າເມື່ອຄົນທີ່ເຮັດຄວາມຊົ່ວໄດ້ຮັບຮູ້ເຖິງອຸປະນິໄສ ແລະ ຄຳສອນຂອງຄຣິສຕຽນກໍເກີດຄວາມຢ້ານກົວ. ສະນັ້ນ, ຄົນຊົ່ວຈຶ່ງກຽດຊັງຄົນຂອງພຣະເຈົ້າເໝືອນກາອິນກຽດຊັງອາເບັນ.3 ພວກທີ່ບໍ່ຢາກຟັງການຕັກເຕືອນຂອງພຣະວິນຍານບໍຣິສຸດໄດ້ຂ້າຄົນຂອງພຣະເຈົ້າດ້ວຍເຫດຜົນດຽວກັນທີ່ກາອິນຂ້າອາເບັນ, ເປັນເຫດຜົນດຽວກັນກັບທີ່ຄົນຢິວປະຕິເສດພຣະຜູ້ຊ່ວຍໃຫ້ລອດ ແລະ ຄຶງພຣະອົງໄວ້ເທິງໄມ້ກາງແຂນ, ຍ້ອນວ່າຄວາມບໍຣິສຸດຂອງພຣະອົງໄດ້ຕອກຢ້ຳຢູ່ຕະຫຼອດເວລາວ່າ ພວກເຂົາເຫັນແກ່ຕົວ ແລະ ບໍ່ບໍຣິສຸດ. ຕັ້ງແຕ່ສະໄໝພຣະຄຣິສຈົນເຖິງປັດຈຸບັນ ສາວົກທີ່ສັດຊື່ກໍໄດ້ຖືກຄົນທີ່ຫຼົງໄຫຼໃນຄວາມບາບກຽດຊັງ ແລະ ຕໍ່ຕ້ານ. {GC 46.2}

ແລ້ວເຮົາຈະເອີ້ນຂ່າວປະເສີດວ່າ ເປັນຂ່າວແຫ່ງສັນຕິສຸກສັນຕິພາບໄດ້ແນວໃດ? ເມື່ອເອຊາຢາພະຍາກອນເຖິງການບັງເກີດຂອງພຣະຄຣິສ, ເພິ່ນຕັ້ງສາຍານາມວ່າ “ອົງສັນຕິຣາດ.” (ເອຊາຢາ 9:6). ເມື່ອເຫຼົ່າທູດສະຫວັນໄດ້ປະກາດໃຫ້ພວກຜູ້ລ້ຽງແກະວ່າ ອົງພຣະຄຣິສໄດ້ບັງເກີດແລ້ວ ພວກເຂົາໄດ້ຮ້ອງເພງຢູ່ເໜືອທີ່ຮາບພຽງແຫ່ງເບັດເລເຮັມວ່າ: “ພຣະຣັດສະໝີຈົ່ງມີແກ່ພຣະເຈົ້າໃນສະຫວັນທີ່ສູງສຸດ ແລະ ທີ່ແຜ່ນດິນໂລກຈົ່ງມີສັນຕິສຸກແກ່ມະນຸດທັງປວງ.” (ລູກາ 2:14). ຖ້າຫາກວ່າເບິ່ງຢ່າງຜິວເຜີນແລ້ວ ຄຳພະຍາກອນເຫຼົ່ານີ້ເບິ່ງຄືຂັດແຍ້ງກັບຖ້ອຍຄຳຂອງພຣະຄຣິສທີ່ກ່າວວ່າ: “ເຮົາບໍ່ໄດ້ມາເພື່ອນຳຄວາມສະຫງົບສຸກມາໃຫ້ ແຕ່ໃຫ້ມີດາບ.” (ມັດທາຍ 10:34). ແຕ່ຖ້າຫາກວ່າເຂົ້າໃຈຢ່າງຖືກຕ້ອງແລ້ວ ສອງສິ່ງນີ້ສອດຄ່ອງກັນຢ່າງກົມກືນ. ຂ່າວປະເສີດແມ່ນຂ່າວແຫ່ງສັນຕິສຸກສັນຕິພາບ. ຖ້າມີການຮັບເອົາ ແລະ ປະຕິບັດຕາມລະບົບຄຳສອນຂອງສາສະໜາຄຣິສແລ້ວ ກໍຈະມີສັນຕິພາບ, ຄວາມປອງດອງ ແລະ ຄວາມສຸກຢູ່ທົ່ວໂລກ. ທຸກຄົນທີ່ຮັບເອົາຄຳສອນຂອງພຣະຄຣິສ ກໍກາຍເປັນພີ່ນ້ອງກັນທີ່ມີຄວາມຮັກແພງສະໜິດສະໜົມ. ພຣະເຢຊູຊົງມີພາລະກິດນຳພາມະນຸດໃຫ້ຄືນດີກັບພຣະເຈົ້າ ແລະ ເມື່ອຄືນດີກັບພຣະເຈົ້າແລ້ວ ກໍຈະສາມາດຄືນດີກັບເພື່ອນມະນຸດດ້ວຍກັນ. ແຕ່ຊາວໂລກສ່ວນໃຫຍ່ຢູ່ພາຍໃຕ້ການຄວບຄຸມຂອງຊາຕານ ສັດຕູຜູ້ຮ້າຍກາດຂອງພຣະຄຣິສ. ຂ່າວປະເສີດສອນຫຼັກການແຫ່ງຊີວິດທີ່ຂັດແຍ້ງກັບນິໄສ ແລະ ຄວາມປາຖະໜາຂອງຊາວໂລກ, ພວກເຂົາຈຶ່ງລຸກຮື້ຂຶ້ນຕໍ່ຕ້ານ. ພວກເຂົາກຽດຊັງຄວາມບໍຣິສຸດທີ່ເປີດເຜີຍຄວາມຜິດບາບຂອງຕົນ ເພາະເຮັດໃຫ້ຮູ້ສຶກວ່າຖືກຕຳໜິ. ພວກເຂົາຈຶ່ງຂົ່ມເຫັງ ແລະ ທຳລາຍຜູ້ທີ່ຮຽກຮ້ອງໃຫ້ຮັບເອົາຫຼັກການແຫ່ງຊີວິດດັ່ງກ່າວ. ຍ້ອນມີຄົນກຽດຊັງ ແລະ ຕໍ່ຕ້ານຄວາມຈິງອັນສູງສົ່ງຂອງຂ່າວປະເສີດ, ຂ່າວປະເສີດຈຶ່ງຖືກເອີ້ນວ່າເປັນດາບ. {GC 46.3}

ຜົນດີຂອງການຖືກຂົ່ມເຫັງ

ສຳລັບຫຼາຍຄົນທີ່ມີຄວາມເຊື່ອອ່ອນແອ ການຊົງນຳຂອງພຣະເຈົ້າ ທີ່ຍອມໃຫ້ຄົນຊົ່ວຂົ່ມເຫັງຄົນຊອບທຳນັ້ນ ເປັນເລື່ອງທີ່ເຂົ້າໃຈຍາກ. ບາງຄົນພ້ອມທີ່ຈະເຊົາໄວ້ວາງໃຈໃນພຣະເຈົ້າ ເພາະພຣະອົງຍອມໃຫ້ຄົນຕ່ຳຊ້າຈະເລີນຂຶ້ນ ໃນຂະນະທີ່ຄົນດີ ແລະ ຄົນບໍຣິສຸດຖືກຄົນຊົ່ວຂົ່ມເຫັງຢ່າງໃຈດຳອຳມະຫິດ. ພວກເຂົາຖາມວ່າ ເປັນໄປໄດ້ຢ່າງໃດທີ່ພຣະເຈົ້າຜູ້ຊົງເມດຕາ, ຊົງຍຸຕິທຳ ແລະ ຊົງມີອຳນາດສູງສຸດ ຈະຍອມໃຫ້ເກີດການກົດຂີ່ ແລະ ຄວາມບໍ່ເປັນທຳເຊັ່ນນີ້. ແຕ່ບໍ່ແມ່ນທຸລະຂອງເຮົາທີ່ຈະຖາມຄຳຖາມດັ່ງກ່າວ. ພຣະເຈົ້າຊົງໃຫ້ຫຼັກຖານພຽງພໍວ່າພຣະອົງຊົງຮັກເຮົາ; ສະນັ້ນ, ເຮົາຈຶ່ງບໍ່ຄວນສົງໄສໃນພຣະຄຸນຂອງພຣະເຈົ້າເມື່ອບໍ່ເຂົ້າໃຈການຊົງນຳຂອງພຣະອົງ. ພຣະຜູ້ຊ່ວຍໃຫ້ລອດຊົງເຫັນວ່າຜູ້ຕິດຕາມພຣະອົງຈະຖືກທົດລອງໃຫ້ເກີດຄວາມສົງໄສ ເມື່ອພວກເຂົາຕົກຢູ່ໃນສະພາບທີ່ມືດແປດດ້ານ ແລະ ຕ້ອງທົນຕໍ່ຄວາມທຸກຍາກລຳບາກ. ພຣະອົງຊົງກ່າວແກ່ພວກສາວົກຂອງພຣະອົງວ່າ: “ຈົ່ງລະນຶກເຖິງຂໍ້ຄວາມທີ່ເຮົາໄດ້ບອກພວກເຈົ້າວ່າ, ‘ຂ້ອຍໃຊ້ບໍ່ຫ່ອນໃຫຍ່ກວ່ານາຍຂອງຕົນ.’ ຖ້າພວກເຂົາຂົ່ມເຫັງເຮົາ ພວກເຂົາຈະຂົ່ມເຫັງເຈົ້າທັງຫຼາຍເໝືອນກັນ.” (ໂຢຮັນ 15:20). ຄົນຊົ່ວຊ້າເລວຊາມບໍ່ສາມາດທໍລະມານສາວົກຂອງພຣະເຢຊູໄດ້ຫຼາຍກວ່າທີ່ພຣະອົງຊົງຖືກທໍລະມານເພື່ອເຮົາ. ຜູ້ທີ່ພຣະເຈົ້າຊົງຮຽກເອີ້ນໃຫ້ຖືກທໍລະມານ ແລະ ຖືກຂ້າຕາຍຍ້ອນຄວາມເຊື່ອ ບໍ່ໄດ້ຖືວ່າມີປະສົບການທີ່ປະຫຼາດແຕ່ຢ່າງໃດ ເພາະວ່າພວກເຂົາພຽງແຕ່ດຳເນີນຕາມຮອຍພຣະບາດຂອງພຣະເຢຊູຄຣິສຜູ້ຊົງເປັນພຣະບຸດທີ່ຮັກຂອງພຣະເຈົ້າເທົ່ານັ້ນ. {GC 47.1}

“ອົງພຣະຜູ້ເປັນເຈົ້າບໍ່ໄດ້ຊົງເສີຍຊ້າທີ່ຈະເຮັດໃຫ້ພຣະສັນຍາຂອງພຣະອົງສຳເລັດ.” (2 ເປໂຕ 3:9). ພຣະອົງບໍ່ໄດ້ລືມ ຫຼື ປະຖິ້ມລູກຂອງພຣະອົງ ແຕ່ຊົງຍອມໃຫ້ຄົນຊົ່ວເປີດເຜີຍທາດແທ້ຂອງຕົນອອກມາ ເພື່ອຄົນທີ່ປາຖະໜາທີ່ຈະເຮັດຕາມນ້ຳພຣະໄທຂອງພຣະອົງຈະບໍ່ໄດ້ຖືກຫຼອກລວງໃຫ້ຫຼົງໄປຕາມຄົນອະທຳດັ່ງກ່າວ. ນອກຈາກນັ້ນ, ຄົນຊອບທຳຖືກວາງໃສ່ໃນເຕົາຫຼອມແຫ່ງຄວາມທຸກ ເພື່ອຊຳລະພວກເຂົາໃຫ້ບໍຣິສຸດ, ເພື່ອວ່າແບບຢ່າງຂອງພວກເຂົາຈະໄດ້ໂນ້ມນ້າວຄົນອື່ນໃຫ້ຮູ້ວ່າຄວາມເຊື່ອ ແລະ ສິນລະທຳອັນດີງາມມີຢູ່ຈິງ. ຊີວິດທີ່ສະໝ່ຳສະເໝີຂອງຄົນຊອບທຳ ຈຶ່ງກ່າວໂທດຄົນຊົ່ວ ແລະ ຄົນທີ່ບໍ່ຍອມເຊື່ອ. {GC 48.1}

ພຣະເຈົ້າຊົງອະນຸຍາດໃຫ້ຄົນຊົ່ວຈະເລີນ ແລະ ສະແດງຄວາມກຽດຊັງຕໍ່ພຣະອົງ ເພື່ອວ່າເມື່ອພວກເຂົາເຮັດບາບຈົນເຕັມພິກັດແລ້ວ, ທຸກຄົນຈະຍອມຮັບວ່າ ພຣະອົງຊົງຍຸຕິທຳໃນການທຳລາຍພວກເຂົາຈົນໝົດສິ້ນ. ວັນແຫ່ງການແກ້ແຄ້ນຂອງພຣະເຈົ້າຫຍັບເຂົ້າມາໃກ້, ໃນວັນນັ້ນທຸກຄົນທີ່ລະເມີດຕໍ່ກົດບັນຍັດຂອງພຣະເຈົ້າ ແລະ ກົດຂີ່ຂົ່ມເຫັງຄົນຂອງພຣະອົງ ຈະຕ້ອງໄດ້ຮັບໂທດຕາມການກະທຳຂອງຕົນ. ໃນຄາວນັ້ນຄວາມໂຫດຮ້າຍ ແລະ ຄວາມບໍ່ເປັນທຳທຸກຢ່າງທີ່ພວກເຂົາໄດ້ເຮັດຕໍ່ຜູ້ທີ່ສັດຊື່ຂອງພຣະເຈົ້າ ກໍຈະຖືກລົງໂທດໃນຖານທຳຮ້າຍຕໍ່ອົງພຣະຄຣິສ. {GC 48.2}

ແຕ່ມີຄຳຖາມທີ່ສຳຄັນກວ່ານີ້ ທີ່ຄຣິສຕະຈັກໃນສະໄໝຂອງພວກເຮົາຄວນເອົາໃຈໃສ່. ອັກຄະສາວົກໂປໂລໄດ້ກ່າວວ່າ: “ບັນດາຄົນທີ່ປາຖະໜາຈະດຳເນີນຊີວິດຄຣິສຕຽນ ເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ.” (2 ຕີໂມທຽວ 3:12). ແລ້ວເປັນຫຍັງຈຶ່ງບໍ່ຄ່ອຍມີການກົດຂີ່ຂົ່ມເຫັງ? ມີເຫດຜົນດຽວ ກໍຄືຄຣິສຕະຈັກໄດ້ປັບປ່ຽນໄປຕາມມາດຕະຖານຂອງໂລກ, ສະນັ້ນຈຶ່ງບໍ່ມີຜູ້ໃດຕໍ່ຕ້ານ. ຄວາມເຊື່ອຖືຂອງຄຣິສຕຽນໃນທຸກມື້ນີ້ ບໍ່ໄດ້ບໍຣິສຸດເໝືອນດັ່ງໃນສະໄໝຂອງພຣະຄຣິສ ແລະ ພວກອັກຄະສາວົກ. ເບິ່ງຄືວ່າສາເຫດທີ່ຊາວໂລກມີຄວາມນິຍົມຊົມເຊີຍຕໍ່ສາສະໜາຄຣິສ ກໍຍ້ອນວ່າຄົນໃນຄຣິສຕະຈັກຂາດການອຸທິດຕົນຢ່າງຈິງໃຈ, ມີການຍິນຍອມໄປຕາມຄວາມບາບ ແລະ ຂາດການເອົາໃຈໃສ່ຕໍ່ຫຼັກຄວາມຈິງອັນສຳຄັນແຫ່ງພຣະຄຳຂອງພຣະເຈົ້າ. ແຕ່ຖ້າມີການຟື້ນຟູຄວາມເຊື່ອ ແລະ ຣິດເດດຕາມຮູບແບບຂອງຄຣິສຕະຈັກລຸ້ນທຳອິດ ການບຽດບຽນກໍຈະຕາມມາ ແລະ ກອງໄຟແຫ່ງການກົດຂີ່ຂົ່ມເຫັງກໍຈະຖືກຈູດຂຶ້ນໃໝ່. {GC 48.3}


  1. ບົດຖະແຫຼງຂອງເທີທູລຽນ, ວັກ 50.

  2. ເບິ່ງ ກິດຈະການ 5:1–11.

  3. ເບິ່ງ ປະຖົມມະການບົດທີ 4.