42: ຄວາມຂັດແຍ້ງສິ້ນສຸດລົງ

https://m.egwwritings.org/en/book/132.2989#2989

ຄົນອະທຳຟື້ນຈາກຄວາມຕາຍ

ເມື່ອໄລຍະເວລາໜຶ່ງພັນປີສິ້ນສຸດລົງ ພຣະຄຣິສຈະສະເດັດກັບມາຍັງແຜ່ນດິນໂລກອີກຄັ້ງໜຶ່ງ ພ້ອມດ້ວຍບັນດາຜູ້ທີ່ໄດ້ຮັບການຊົງໄຖ່ ແລະ ທູດສະຫວັນໝູ່ໃຫຍ່. ໃນຂະນະທີ່ສະເດັດມາດ້ວຍຣັດສະໝີພາບອັນເຈີດຈ້າ ພຣະອົງຈະຊົງເອີ້ນຄົນອະທຳທັງຫຼາຍທີ່ຕາຍແລ້ວນັ້ນ ໃຫ້ຟື້ນຄືນມາເພື່ອຮັບໂທດ. ຄົນເຫຼົ່ານັ້ນມີຈຳນວນຫຼວງຫຼາຍ ຈົນນັບບໍ່ຖ້ວນດັ່ງເມັດຊາຍຢູ່ແຄມທະເລ, ມີລັກສະນະທີ່ແຕກຕ່າງຢ່າງສິ້ນເຊີງ ກັບພວກຄົນທີ່ໄດ້ຟື້ນຄືນຊີບໃນການຟື້ນຈາກຄວາມຕາຍຄັ້ງທຳອິດ. ເມື່ອຄົນຊອບທຳເປັນຂຶ້ນມານັ້ນ ກໍມີຄວາມສວຍງາມຫຼໍ່ເຫຼົາດັ່ງໜຸ່ມສາວອະມະຕະທີ່ບໍ່ຮູ້ຈັກແກ່, ແຕ່ຄົນອະທຳນັ້ນ ເປັນຂຶ້ນມາໂດຍຍັງມີຮ່ອງຮອຍຂອງໂຣຄາພະຍາດ ແລະ ຄວາມຕາຍ. {GC 662.1}

ຕາທຸກໜ່ວຍຂອງຝູງຊົນຈຳນວນມະຫາສານນັ້ນ ຈັບຈ້ອງຢູ່ທີ່ພຣະຣັດສະໝີແຫ່ງພຣະບຸດຂອງພຣະເຈົ້າ. ຄົນອະທຳເຫຼົ່ານັ້ນຮ້ອງຂຶ້ນເປັນສຽງດຽວກັນວ່າ: “ຂໍພຣະເຈົ້າອວຍພອນທ່ານຜູ້ທີ່ສະເດັດມາໃນນາມຂອງອົງພຣະຜູ້ເປັນເຈົ້າ.” (ມັດທາຍ 23:39). ການທີ່ຮ້ອງຖ້ອຍຄຳເຫຼົ່ານັ້ນ ບໍ່ແມ່ນຍ້ອນພວກເຂົາຮັກພຣະເຢຊູ, ແຕ່ເປັນເພາະພະລັງແຫ່ງຄວາມຈິງກະຕຸ້ນພວກເຂົາໃຫ້ເວົ້າອອກມາ ແມ່ນວ່າຈະບໍ່ເຕັມໃຈກໍຕາມ. ຄົນອະທຳເຫຼົ່ານັ້ນເຄີຍເສຍຊີວິດລົງຢ່າງໃດກໍເປັນຂຶ້ນມາຢ່າງນັ້ນ ຄືຍັງມີຄວາມຈົງກຽດຈົງຊັງຕໍ່ພຣະຄຣິສ ແລະ ຈິດໃຈແຂງກະດ້າງຄືເກົ່າ. ພວກເຂົາຈະບໍ່ໄດ້ຮັບໂອກາດອີກ ເພື່ອປັບປ່ຽນແກ້ໄຂຄວາມຜິດພາດໃນຊີວິດທີ່ຜ່ານມາ ເພາະວ່າຈະບໍ່ມີປະໂຫຍດ. ການລະເມີດກົດບັນຍັດຂອງພຣະເຈົ້າຕະຫຼອດຊີວິດ ບໍ່ໄດ້ເຮັດໃຫ້ຈິດໃຈຂອງພວກເຂົາອ່ອນລົງ. ຖ້າໃຫ້ໂອກາດອີກ ພວກເຂົາກໍຈະເຮັດຄືເກົ່າ ຄືຫຼົບຫຼີກຈາກຂໍ້ກຳນົດຂອງພຣະເຈົ້າ ແລະ ຍຸຍົງໃຫ້ມີການກະບົດຕໍ່ພຣະອົງ. {GC 662.2}

ພຣະຄຣິສສະເດັດລົງເທິງພູເຂົາໝາກກອກເທດ ອັນເປັນສະຖານທີ່ແຫ່ງດຽວກັນທີ່ພຣະອົງສະເດັດຂຶ້ນສະຫວັນຫຼັງຈາກທີ່ຟື້ນພຣະຊົນ, ແລະເປັນບ່ອນດຽວກັນທີ່ເຫຼົ່າທູດສະຫວັນໄດ້ທົບທວນພຣະສັນຍາເລື່ອງການສະເດັດກັບມາຂອງພຣະອົງ. ຜູ້ເຜີຍພຣະທຳກ່າວວ່າ: “ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ.” “ພຣະອົງຈະຢືນຢູ່ທີ່ເທິງພູເຂົາໝາກກອກເທດ ທີ່ທາງທິດຕາເວັນອອກຂອງນະຄອນເຢຣູຊາເລັມ. ແລ້ວພູເຂົາໝາກກອກເທດ ກໍຈະແຍກອອກເປັນສອງສ່ວນ…ໂດຍມີຮ່ອມພູອັນກວ້າງຂວາງຢູ່ຫວ່າງກາງ.” “ແລ້ວພຣະເຈົ້າຢາເວກໍຈະເປັນກະສັດປົກຄອງແຜ່ນດິນໂລກນີ້ທັງໝົດ; ໃນວັນນັ້ນ, ຈະມີພຣະເຈົ້າຢາເວແຕ່ອົງດຽວ ແລະ ມີນາມຊື່ຂອງພຣະອົງແຕ່ນາມດຽວເທົ່ານັ້ນ.” (ເຊກາຣີຢາ 14:5, 4, 9). ນະຄອນເຢຣູຊາເລັມໃໝ່ລົງມາຈາກສະຫວັນ ດ້ວຍແສງຣັດສະໝີອັນແວວວາວ, ຕັ້ງຢູ່ເທິງບ່ອນທີ່ໄດ້ຮັບການຊຳລະ ແລະ ຖືກຈັດຕຽມໄວ້ເພື່ອຮອງຮັບນະຄອນນັ້ນ; ແລ້ວພຣະຄຣິສພ້ອມດ້ວຍໄພ່ພົນຂອງພຣະອົງພ້ອມກັບເຫຼົ່າທູດສະຫວັນ ກໍເຂົ້າໄປໃນນະຄອນບໍຣິສຸດ. {GC 662.3}

ບັດນີ້, ຊາຕານກຽມຕົວເພື່ອການຕໍ່ສູ້ຢຶດອຳນາດເປັນຄັ້ງສຸດທ້າຍ. ໃນຂະນະທີ່ມັນສິ້ນຣິດ ແລະ ຖືກຕັດຂາດຈາກໂອກາດທີ່ຈະຫຼອກລວງຢູ່ນັ້ນ ມັນຮູ້ສຶກຫົດຫູ່ ແລະ ເປັນທຸກ, ແຕ່ເມື່ອຄົນອະທຳເປັນຂຶ້ນມາຈາກຄວາມຕາຍ ແລະ ມັນເຫັນຝູງຊົນຈຳນວນມະຫາສານຢູ່ຝ່າຍຂອງຕົນ, ມັນຈຶ່ງເກີດຄວາມຫວັງຂຶ້ນມາອີກຄັ້ງໜຶ່ງ ແລະ ຕັ້ງໃຈວ່າຈະບໍ່ຍອມແພ້ໃນການຕໍ່ສູ້ມະຫາກາບ. ມັນຕັ້ງຕົ້ນຮວບຮວມກຳລັງມະຫາຊົນທຸກຄົນທີ່ບໍ່ໄດ້ຮັບຄວາມລອດໃຫ້ມາຢູ່ໃຕ້ທຸງຂອງມັນ ເພື່ອຈະນຳໃຊ້ພວກເຂົາຕາມແຜນອຸບາຍຂອງມັນ. ຄົນອະທຳເປັນຊະເລີຍເສິກຂອງຊາຕານ ເພາະເມື່ອພວກເຂົາປະຕິເສດພຣະຄຣິສ ກໍເທົ່າກັບເປັນການຍອມຮັບເອົາການປົກຄອງຂອງຈອມກະບົດ. ພວກເຂົາພ້ອມທີ່ຈະຟັງຄຳແນະນຳ ແລະ ເຮັດຕາມຄຳສັ່ງຂອງມັນ. ຊາຕານຍັງໃຊ້ເລ່ລ່ຽມຄືເກົ່າ ໂດຍບໍ່ເປີດເຜີຍຕົວເອງວ່າມັນຄືຊາຕານ. ມັນອ້າງວ່າຕົນເປັນເທບພະເຈົ້າ ແລະ ເປັນເຈົ້າຊີວິດຂອງໂລກໂດຍຊອບທຳ, ແຕ່ວ່າໂລກນີ້ຖືກຍາດເອົາຈາກມັນຢ່າງບໍ່ເປັນທຳ. ມັນບອກກັບພວກທີ່ຫຼົງຢູ່ຝ່າຍຂອງມັນວ່າ ມັນເປັນພຣະຜູ້ໄຖ່ທີ່ໃຫ້ພວກເຂົາເປັນຂຶ້ນຈາກຄວາມຕາຍດ້ວຍອຳນາດຂອງມັນເອງ; ແລະບັດນີ້, ມັນຈະປົດປ່ອຍພວກເຂົາອອກຈາກອຳນາດຜະເດັດການທີ່ໂຫດຫ້ຽມທີ່ສຸດ. ໃນເມື່ອພຣະຄຣິສບໍ່ໄດ້ສະຖິດຢູ່ກັບຄົນເຫຼົ່ານັ້ນ ຊາຕານຈຶ່ງເຮັດອິດທິຣິດຕ່າງໆເພື່ອສະໜັບສະໜູນຂໍ້ອ້າງຂອງຕົນ. ມັນເຮັດໃຫ້ຜູ້ທີ່ອ່ອນແອກັບມາເຂັ້ມແຂງ ແລະ ດົນໃຈທຸກຄົນດ້ວຍອຸດົມການ ແລະ ພະລັງຂອງມັນເອງ. ຊາຕານສະເໜີທີ່ຈະນຳພວກເຂົາໃຫ້ໂຈມຕີໄພ່ພົນຂອງພຣະເຈົ້າ ແລະ ຢຶດເອົານະຄອນຂອງພຣະອົງ. ດ້ວຍຄວາມອວດອົ່ງທະນົງຕົວ ມັນຊີ້ໄປຍັງຄົນຈຳນວນຫຼວງຫຼາຍອັນນັບບໍ່ຖ້ວນທີ່ເປັນຂຶ້ນມາຈາກຄວາມຕາຍ ແລ້ວປະກາດວ່າ ໃນຖານະຜູ້ນຳພວກເຂົາ ມັນຈະສາມາດຕີຊະນະນະຄອນ ແລະ ຢຶດເອົາບັນລັງກັບອານາຈັກທີ່ເປັນຂອງຕົນ. {GC 663.1}

ໃນຝູງຊົນມະຫຶມານັ້ນ ມີພວກຄົນອາຍຸຍືນຈາກສະໄໝກ່ອນນ້ຳຖ້ວມໂລກ, ເປັນຄົນສູງໃຫຍ່ ແລະ ມີສະຕິປັນຍາອັນສະຫຼຽວສະຫຼາດ. ຄົນເຫຼົ່ານີ້ຍອມໃຫ້ທູດຂອງຊາຕານເຂົ້າຄວບຄຸມ ຈົນພວກເຂົາໃຊ້ສຸດຄວາມຮູ້ ແລະ ຄວາມສາມາດໃນການຍົກຍໍຕົນເອງ. ປະຊາຊົນໃນໂລກບູຮານໄດ້ຫຼົງໄຫຼເຄົາລົບບູຊາຄົນເຫຼົ່ານັ້ນ ເນື່ອງຈາກສະຕິປັນຍາອັນແຫຼມຄົມທີ່ຄິດຄົ້ນຜົນງານອັນໜ້າອັດສະຈັນ. ແຕ່ພວກເຂົາເປັນຄົນໂຫດຮ້າຍ ແລະ ໄດ້ຄິດຄົ້ນອຸປະກອນຕ່າງໆທີ່ອຳນວຍຄວາມຊົ່ວ, ເຮັດໃຫ້ແຜ່ນດິນໂລກເຕັມໄປດ້ວຍມົນທິນບາບ ແລະ ທຳລາຍພຣະລັກສະນະຂອງພຣະເຈົ້າ. ທັງໝົດນີ້ ເປັນເຫດໃຫ້ພຣະເຈົ້າຊົງລຶບລ້າງຄົນເຫຼົ່ານັ້ນອອກຈາກພື້ນພິພົບທີ່ພຣະອົງຊົງສ້າງ ໂດຍໃຫ້ນ້ຳຖ້ວມໂລກ. ທ່າມກາງຊຸມນຸມຊົນໃຫຍ່ນັ້ນກໍມີບັນດາກະສັດ ແລະ ນາຍພົນທີ່ຊະນະຊົນຊາດອື່ນ, ຄືຊາຍສະກັນທີ່ບໍ່ເຄີຍປະລາໄຊໃນສົງຄາມ ເປັນນັກຮົບທີ່ອົງອາດ ແລະ ທະເຍີທະຍານ. ຄົນເຫຼົ່ານີ້ເມື່ອມີຊີວິດຢູ່ກໍເຮັດໃຫ້ຄົນທັງໂລກສັ່ນສະທ້ານ. ພາວະການຕາຍບໍ່ໄດ້ປ່ຽນນິໄສຂອງຄົນເຫຼົ່ານັ້ນ. ເມື່ອເປັນຂຶ້ນມາຈາກຄວາມຕາຍ ພວກເຂົາກໍສືບຕໍ່ຄວາມຄິດຈາກຈຸດເດີມເມື່ອຄາວທີ່ເສຍຊີວິດໄປ ແລະ ຍັງຄົງມີຄວາມຢາກສູ້ເອົາຊະນະອັນດຽວກັນທີ່ມີໃນຄາວທີ່ລົ້ມຕາຍ. {GC 664.1}

ການຕໍ່ສູ້ກັບພຣະເຈົ້າຄັ້ງສຸດທ້າຍ

ຊາຕານປຶກສາກັບບັນດາທູດຂອງມັນ ແລ້ວຈຶ່ງປຶກສາກັບພວກກະສັດ, ນາຍພົນ ແລະ ນັກຮົບຜູ້ເກັ່ງກາດເຫຼົ່ານັ້ນ. ພວກເຂົາສະຫຼຸບວ່າ ຝ່າຍຂອງຕົນມີກຳລັງ ແລະ ມີຈຳນວນຫຼາຍກວ່າ ເມື່ອທຽບກັບກອງທັບທີ່ຢູ່ພາຍໃນນະຄອນ ຈຶ່ງປະກາດວ່າຈະສາມາດຢຶດເອົານະຄອນນັ້ນໄດ້. ພວກເຂົາວາງແຜນທີ່ຈະຢຶດເອົາຊັບສິນ ແລະ ສະຫງ່າຣາສີຂອງນະຄອນເຢຣູຊາເລັມໃໝ່; ທຸກຄົນຈຶ່ງກຽມຕົວທັນທີເພື່ອການຕໍ່ສູ້. ພວກນາຍຊ່າງທີ່ມີຝີມືດີກໍພາກັນຜະລິດອາວຸດຍຸດໂທປະກອນ. ສ່ວນຄົນທີ່ມີຊື່ສຽງໃນການນຳກອງທັບກໍຮວບຮວມນັກຮົບ ແລະ ແບ່ງອອກເປັນໜ່ວຍເປັນກອງ. {GC 664.2}

ໃນທີ່ສຸດກໍມີຄຳສັ່ງໃຫ້ເຄື່ອນທັບ, ກອງກຳລັງທີ່ນັບບໍ່ຖ້ວນຈຶ່ງເຄື່ອນໄປເປັນກອງທັບທີ່ໃຫຍ່ມະຫາສານກວ່າທີ່ນາຍພົນຄົນໃດໃນໂລກເຄີຍບັນຊາມາກ່ອນ. ຖ້າເອົາກອງທັບທັງຫຼາຍໃນປະຫວັດສາດມະນຸດ ໃນທຸກຍຸກທຸກສະໄໝມາຮວມກັນກໍຍັງບໍ່ເທົ່າກັບກອງກຳລັງໃນຄັ້ງນີ້. ຊາຕານຜູ້ເປັນນັກຮົບທີ່ຍິ່ງໃຫຍ່ທີ່ສຸດ ກໍນຳກອງທັບເອງ ແລະ ບັນດາທູດຂອງມັນກໍເຂົ້າຮ່ວມ ເພື່ອການຕໍ່ສູ້ຄັ້ງສຸດທ້າຍນີ້. ບັນດາກະສັດ ແລະ ນັກຮົບທັງຫຼາຍກໍຕາມຊາຕານ, ສ່ວນມະຫາຊົນທົ່ວໄປກໍຕາມເປັນກອງໆ ໂດຍມີການຈັດຕັ້ງຜູ້ນຳໃຫ້ກັບແຕ່ລະກອງ. ກອງທັບອັນໜາແໜ້ນນັ້ນ ເຄື່ອນໄປສູ່ນະຄອນຂອງພຣະເຈົ້າດ້ວຍການເປັນລະບຽບ ເໝືອນກອງທັບທີ່ຜ່ານການຝຶກຕາມວິຊາທະຫານ ແມ່ນວ່າພື້ນພິພົບໂລກນັ້ນຈະແຕກລະແຫງກໍຕາມ. ພຣະເຢຊູສັ່ງໃຫ້ປິດປະຕູທຸກບານຂອງນະຄອນເຢຣູຊາເລັມໃໝ່ ໃນຂະນະທີ່ກອງທັບທັງຫຼາຍຂອງຊາຕານລ້ອມນະຄອນໄວ້ ແລະ ກຽມຕົວເພື່ອໂຈມຕີ. {GC 664.3}

ບັດນີ້, ພຣະຄຣິສປາກົດອີກຄັ້ງໜຶ່ງໃຫ້ພວກສັດຕູໄດ້ເຫັນ. ມີບັນລັງຕັ້ງຢູ່ສູງເໜືອນະຄອນ; ຖານຂອງບັນລັງນັ້ນ ເປັນຄຳບໍຣິສຸດທີ່ຂັດມັນແວວວາວ. ພຣະບຸດຂອງພຣະເຈົ້າປະທັບເທິງບັນລັງນັ້ນ; ບັນດາໄພ່ພົນແຫ່ງອານາຈັກຂອງພຣະອົງລ້ອມຮອບພຣະອົງ. ບໍ່ມີພາສາໃດສາມາດບັນລະຍາຍເຖິງຣິດອຳນາດ ແລະ ສະຫງ່າຣາສີຂອງພຣະອົງ; ບໍ່ມີສຳນວນໃດສາມາດພັນລະນາໃຫ້ເຫັນພາບ. ຣັດສະໝີພາບຂອງພຣະບິດາອົງນິຣັນຫໍ່ຫຸ້ມພຣະບຸດໄວ້. ແສງສະຫວ່າງທີ່ສາຍອອກຈາກພຣະອົງ ສ່ອງເຕັມພຣະນະຄອນຂອງພຣະເຈົ້າ ແລະ ສ່ອງອອກທາງປະຕູເມືອງ ຈົນແຜ່ນດິນໂລກສະຫວ່າງສະໄຫວໄປດ້ວຍແສງຣັດສະໝີນັ້ນ. {GC 665.1}

ຜູ້ທີ່ຢູ່ໃກ້ບັນລັງທີ່ສຸດ ຄືພວກທີ່ເຄີຍຮັບໃຊ້ຊາຕານດ້ວຍຄວາມກະຕືລືລົ້ນ ແຕ່ໄດ້ຮັບຄວາມລອດພົ້ນເໝືອນດັ່ງດົ້ນຟືນທີ່ຖືກດຶງອອກຈາກກອງໄຟ. ຄົນເຫຼົ່ານີ້ໄດ້ຕິດຕາມອົງພຣະຜູ້ຊ່ວຍໃຫ້ລອດຢ່າງສຸດຈິດສຸດໃຈ. ຖັດອອກໄປ ກໍເປັນພວກທີ່ໄດ້ຝຶກອຸປະນິໄສຄຣິສຕຽນຈົນສົມບູນ ທ່າມກາງສິ່ງແວດລ້ອມທີ່ເຕັມໄປດ້ວຍຄວາມເຊື່ອຖືທີ່ບໍ່ເປັນຄວາມຈິງ ແລະ ຄົນທີ່ບໍ່ສັດຊື່ຕໍ່ພຣະເຈົ້າ. ຄົນເຫຼົ່ານີ້ໃຫ້ກຽດກົດບັນຍັດຂອງພຣະເຈົ້າ ໃນຂະນະທີ່ຄຣິສຕຽນທົ່ວໂລກພາກັນປະກາດວ່າ ກົດບັນຍັດດັ່ງກ່າວຖືກຍົກເລີກແລ້ວ. ໃນກຸ່ມນີ້ ກໍມີຄົນນັບລ້ານຈາກທຸກຍຸກທຸກສະໄໝທີ່ຖືກຂ້າຍ້ອນຄວາມເຊື່ອ. ແລ້ວຖັດໄປອີກກໍຄື “ປະຊາຊົນຫຼວງຫຼາຍຈົນນັບບໍ່ຖ້ວນ; ພວກເຫຼົ່ານີ້ມາຈາກທຸກປະເທດ, ທຸກເຜົ່າ, ທຸກຊົນຊາດ, ທຸກພາສາ, ຄົນເຫຼົ່ານີ້ນຸ່ງເສື້ອຄຸມສີຂາວ ຖືກ້ານຕານຢືນຢູ່ຕໍ່ໜ້າບັນລັງ ແລະ ຊ້ອງໜ້າພຣະເມສານ້ອຍ.” (ພຣະນິມິດ 7:9). ການຕໍ່ສູ້ຂອງຄົນເຫຼົ່ານີ້ໄດ້ສິ້ນສຸດລົງ, ໄຊຊະນະເປັນຂອງພວກເຂົາ. ພວກເຂົາໄດ້ແລ່ນແຂ່ງຂັນຈົນເຖິງເສັ້ນໄຊ. ກ້ານຕານໃນມືຂອງພວກເຂົານັ້ນ ເປັນສັນຍະລັກແຫ່ງໄຊຊະນະ; ສ່ວນເສື້ອຄຸມສີຂາວ ໝາຍເຖິງຄວາມຊອບທຳອັນບໍຣິສຸດຂອງພຣະຄຣິສ ທີ່ບັດນີ້ເປັນຂອງພວກເຂົາແລ້ວ. {GC 665.2}

ບັນດາຜູ້ທີ່ໄດ້ຮັບການຊົງໄຖ່ ໄດ້ຮ້ອງເພງສັນລະເສີນທີ່ກ້ອງກັງວານໄປທົ່ວຟ້າສະຫວັນວ່າ: “ຄວາມລອດພົ້ນຂຶ້ນຢູ່ກັບພຣະເຈົ້າຂອງພວກເຮົາ ຜູ້ຊົງປະທັບຢູ່ເທິງພຣະຣາຊບັນລັງ ແລະ ຂຶ້ນຢູ່ກັບພຣະເມສານ້ອຍ.” (ພຣະນິມິດ 7:10). ພວກທູດສະຫວັນ ແລະ ເສຣາຟິມ ຮ່ວມປະສານສຽງຮ້ອງເພງສັນລະເສີນ. ເມື່ອຜູ້ທີ່ໄດ້ຮັບການຊົງໄຖ່ເຫັນຣິດອຳນາດ ແລະ ຄວາມຊົ່ວຮ້າຍຊອງຊາຕານ ພວກເຂົາຈຶ່ງຊາບຊຶ້ງຢ່າງທີ່ບໍ່ເຄີຍເປັນມາກ່ອນວ່າ ມີແຕ່ພຣະຄຣິສເທົ່ານັ້ນທີ່ສາມາດນຳໄຊຊະນະໃຫ້ກັບພວກເຂົາໄດ້. ທ່າມກາງບັນດາຄົນທັງຫຼາຍທີ່ໃສ່ເສື້ອຂາວຢ່າງສະຫວ່າງສະໄຫວນັ້ນ ບໍ່ມີຜູ້ໃດຄິດວ່າຕົນໄດ້ລອດພົ້ນດ້ວຍການກະທຳຂອງຕົນເອງ ສະເໝືອນໜຶ່ງວ່າຕົນໄດ້ໄຊຊະນະດ້ວຍກຳລັງ ແລະ ຄວາມດີຂອງຕົນເອງ, ບໍ່ມີໃຜກ່າວເຖິງຄວາມທຸກຍາກທີ່ຕົນຕ້ອງທົນ; ແຕ່ເນື້ອຮ້ອງຂອງທຸກເພງທີ່ຂັບຂານ ແລະ ປະເດັນສຳຄັນຂອງທຸກເພງທີ່ຂັບຮ້ອງ ລ້ວນແຕ່ມີຄວາມໝາຍວ່າ: ຄວາມລອດພົ້ນນັ້ນມາຈາກພຣະເຈົ້າ ແລະ ຈາກພຣະເມສານ້ອຍ. {GC 665.3}

ປະກາດຄຳຕັດສິນຕໍ່ພວກກະບົດ

ພິທີອັນສຸດທ້າຍໃນການເຈີມພຣະບຸດຂອງພຣະເຈົ້າເປັນກະສັດ ກໍດຳເນີນໄປຕໍ່ໜ້າຊາວໂລກ ແລະ ຊາວສະຫວັນທີ່ຊຸມນຸມກັນຢູ່ນັ້ນ. ບັດນີ້, ໃນຖານະກະສັດເໜືອກະສັດທັງປວງຜູ້ມີຣິດອຳນາດສູງສຸດ, ພຣະອົງຊົງປະກາດຄຳຕັດສິນລົງໂທດຝ່າຍທີ່ກະບົດຕໍ່ການປົກຄອງຂອງພຣະອົງ ແລະ ຊົງລົງໂທດບັນດາຜູ້ທີ່ລະເມີດພຣະບັນຍັດຂອງພຣະອົງ ແລະ ກົດຂີ່ຂົ່ມເຫັງໄພ່ພົນຂອງພຣະອົງ. ຜູ້ເຜີຍພຣະທຳຂອງພຣະເຈົ້າກ່າວວ່າ: “ຂ້າພະເຈົ້າກໍໄດ້ເຫັນພຣະບັນລັງໃຫຍ່ສີຂາວ ທັງເຫັນພຣະອົງຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນ. ເມື່ອພຣະອົງຊົງປາກົດ, ແຜ່ນດິນໂລກ ແລະ ທ້ອງຟ້າກໍພ່າຍໜີ ແລະ ບ່ອນຢູ່ສຳລັບແຜ່ນດິນໂລກ ແລະ ທ້ອງຟ້ານັ້ນກໍບໍ່ເຫັນອີກ. ແລະຂ້າພະເຈົ້າໄດ້ເຫັນບັນດາຄົນທີ່ຕາຍແລ້ວ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ພາກັນຢືນຢູ່ຕໍ່ໜ້າພຣະບັນລັງນັ້ນ, ໜັງສືຕ່າງໆກໍເປີດອອກ ແລະ ມີໜັງສືອີກເຫຼັ້ມໜຶ່ງກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ ແລະ ຄົນທັງຫຼາຍທີ່ຕາຍແລ້ວ ກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ.” (ພຣະນິມິດ 20:11, 12). {GC 666.1}

ເມື່ອໜັງສືບັນທຶກຕ່າງໆໄດ້ເປີດອອກ ແລະ ພຣະເຢຊູຊົງເບິ່ງໄປຍັງຄົນອະທຳ; ພວກເຂົາຮູ້ສຶກທັນທີເຖິງຄວາມບາບທຸກຢ່າງທີ່ເຄີຍກະທຳ. ພວກເຂົາເຫັນຈຸດທີ່ຕົນໄດ້ຫັນອອກຈາກທາງບໍຣິສຸດ, ໄດ້ເຫັນວ່າຄວາມທະນົງຕົວ ແລະ ຈິດໃຈທີ່ແຂງກະດ້າງ ໄດ້ນຳຕົນໃຫ້ຝ່າຝືນກົດບັນຍັດຂອງພຣະເຈົ້າຫຼາຍພຽງໃດ. ບໍ່ວ່າຈະເປັນເລື່ອງຄວາມບາບທີ່ເປັນເຫດໃຫ້ການທົດລອງມີພະລັງ ຫຼື ພຣະພອນທີ່ນຳໃຊ້ໃນທາງທີ່ຜິດ ຫຼື ການດູຖູກຜູ້ທີ່ພຣະເຈົ້າຊົງໃຊ້ມາເພື່ອຕັກເຕືອນ ຫຼື ການປະຕິເສດຄຳຕັກເຕືອນນັ້ນ ຫຼື ການຕໍ່ຕ້ານພຣະເມດຕາຂອງພຣະເຈົ້າດ້ວຍຈິດໃຈທີ່ແຂງກະດ້າງບໍ່ຍອມກັບໃຈ: ສິ່ງເຫຼົ່ານີ້ທັງໝົດກໍປາກົດແຈ້ງເໝືອນຂຽນດ້ວຍອັກສອນໄຟ. {GC 666.2}

ເໜືອພຣະບັນລັງມີຮູບໄມ້ກາງແຂນປາກົດ ແລະ ມີປາກົດການເໝືອນການສາຍຮູບເງົາເຫດການຕ່າງໆຢ່າງຈະແຈ້ງດັ່ງນີ້: ການຖືກທົດລອງ ແລະ ການຕົກສູ່ຄວາມບາບຂອງອາດາມ ພ້ອມດ້ວຍຂັ້ນຕອນຕ່າງໆຂອງແຜນການສຳຄັນຂອງການໄຖ່ມະນຸດໃຫ້ລອດ; ການບັງເກີດຢ່າງຕ່ຳຕ້ອຍຂອງພຣະຜູ້ຊ່ວຍໃຫ້ລອດ; ຊີວິດທີ່ລຽບງ່າຍ ແລະ ການເຊື່ອຟັງຂອງພຣະອົງໃນໄວເດັກ ແລະ ໄວໜຸ່ມ; ການຮັບບັບຕິສະມາໃນແມ່ນ້ຳຈໍແດນ; ການອົດອາຫານ ແລະ ການຖືກທົດລອງໃນຖິ່ນແຫ້ງແລ້ງກັນດານ; ການປະກາດຂອງພຣະອົງທີ່ຊົງເປີດເຜີຍພຣະພອນອັນລ້ຳຄ່າທີ່ສຸດຈາກສະຫວັນ; ພັນທະກິດອັນເຕັມໄປດ້ວຍຄວາມຮັກ ແລະ ຄວາມເມດຕາທີ່ພຣະອົງຊົງກະທຳໃນກາງເວັນ ແລະ ການເຝົ້າອະທິຖານຕາມພູເຂົາອັນເປົ່າປ່ຽວໃນກາງຄືນ; ການທີ່ຜູ້ຄົນຕອບສະໜອງຕໍ່ພຣະຄຸນຂອງພຣະເຢຊູດ້ວຍຄວາມອິດສາ, ຄວາມກຽດຊັງ ແລະ ການປອງຮ້າຍ; ພາລະອັນໜັກໜ່ວງແຫ່ງຄວາມບາບຂອງມວນມະນຸດສະໂລກ ທີ່ບີບຮັດພຣະອົງຢ່າງເລິກລັບໃນສວນເຄັດເຊມາເນ; ການຖືກທໍລະຍົດໃຫ້ຕົກຢູ່ໃນມືຂອງຝູງຊົນຜູ້ໝາຍເອົາຊີວິດຂອງພຣະອົງ; ເຫດການອັນເປັນຕາໜ້າຕົກຕະລຶງທີ່ເກີດຂຶ້ນໃນຄ່ຳຄືນທີ່ຮ້າຍກາດນັ້ນ; ການທີ່ພຣະອົງບໍ່ໄດ້ດິ້ນສູ້ເມື່ອຕົກຢູ່ໃນຖານະນັກໂທດ; ການທີ່ສາວົກຜູ້ໃກ້ຊິດທີ່ສຸດປະຖິ້ມພຣະອົງ; ການທີ່ພຣະອົງຖືກນຳພາຕາມຖະໜົນຫົນທາງ ໃນນະຄອນເຢຣູຊາເລັມຢ່າງຮຸນແຮງ ແລະ ຮີບດ່ວນ; ການທີ່ພຣະບຸດຂອງພຣະເຈົ້າຖືກນຳອອກມາອວດຕໍ່ໜ້າທ່ານອັນນາ; ຖືກກ່າວຫາໃນສຳນັກຂອງມະຫາປະໂຣຫິດ ແລະ ໃນສຳນັກຂອງປີລາດ; ທັງຕໍ່ໜ້າເຮໂຣດຜູ້ຂີ້ຂາດ ແລະ ໂຫດຮ້າຍນັ້ນ; ພຣະອົງຖືກຄົນເຍາະເຍີ້ຍ, ຖືກດູໝິ່ນ, ຖືກທໍລະມານ ແລະ ຖືກຕັດສິນປະຫານຊີວິດ: ທັງໝົດນີ້ປາກົດແຈ້ງໃນພາບເຄື່ອນໄຫວ ຢູ່ເໜືອພຣະບັນລັງຂອງພຣະອົງ. {GC 666.3}

ບັດນີ້, ມີການສາຍສາກສຸດທ້າຍໃຫ້ຝູງຊົນທີ່ຢືນໂອນເອນຢູ່ນັ້ນເບິ່ງ ຄືພາບຂອງພຣະຄຣິສໃນຂະນະທີ່ອົດທົນກ້າວເທົ້າຍ່າງເດີນໄປສູ່ພູເຂົາຄານວາຣີຢ່າງທຸກທໍລະມານ; ອົງເຈົ້ານາຍແຫ່ງສະຫວັນຖືກຄຶງຢູ່ເທິງໄມ້ກາງແຂນ; ບັນດາປະໂຣຫິດຜູ້ອວດອົ່ງ ແລະ ຝູງຊົນທີ່ພາກັນເຍາະເຍີ້ຍຄວາມເຈັບປວດຂອງພຣະອົງ ໃນຊ່ວງລົມຫາຍໃຈສຸດທ້າຍ; ຄວາມມືດທຶບທີ່ເໜືອທຳມະຊາດ; ແຜ່ນດິນທີ່ສະທ້ານຫວັ່ນໄຫວ; ໂງ່ນຫີນທີ່ແຕກເປັນປ່ຽງໆ ແລະ ອຸບມຸງຝັງສົບທີ່ເປີດອອກ ອັນເປັນໝຸດໝາຍເຖິງເວລາທີ່ພຣະຜູ້ໄຖ່ຂອງໂລກສິ້ນພຣະຊົນ. {GC 667.1}

ພາບອັນສະເທືອນໃຈໃນອະດີດປາກົດຂຶ້ນຢ່າງຈະແຈ້ງ. ຊາຕານພ້ອມດ້ວຍເຫຼົ່າທູດ ແລະ ຜູ້ທີ່ຕິດຕາມມັນ ກໍບໍ່ສາມາດຫັນໜ້າໜີໄປຈາກພາບເຫຼົ່ານັ້ນ ອັນເປັນການສະແດງເຖິງຜົນການກະທຳຂອງຕົນເອງ. ທັງຊາຕານ, ບັນດາທູດຂອງມັນ ແລະ ທຸກຄົນລ້ວນແຕ່ລະນຶກເຖິງພາກສ່ວນທີ່ຕົນໄດ້ກະທຳ; ທຸກຄົນລ້ວນແຕ່ຊາບຊຶ້ງໃນຄວາມຜິດບາບອັນມະຫັນຂອງຕົນເຊັ່ນ: ເຮໂຣດຜູ້ຂ້າເດັກນ້ອຍຜູ້ບໍຣິສຸດໃນໝູ່ບ້ານເບັດເລເຮັມ ໂດຍຫວັງວ່າຈະໄດ້ທຳລາຍກະສັດແຫ່ງອິດສະຣາເອນ; ນາງເຮໂຣເດຍຜູ້ຕ່ຳຊ້າຕ້ອງຮັບຜິດຊອບ ຕໍ່ການຕາຍຂອງໂຢຮັນຜູ້ໃຫ້ບັບຕິສະມາ; ປີລາດຜູ້ອ່ອນປວກປຽກ ແລະ ມຸ່ງເອົາຕົວລອດຄົນດຽວ; ພວກທະຫານທີ່ເຍາະເຍີ້ຍ; ພວກປະໂຣຫິດກັບຜູ້ນຳ ແລະ ຝູງຊົນຜູ້ບ້າຄັ່ງທີ່ຮ້ອງຂຶ້ນວ່າ, “ໃຫ້ໂທດເລື່ອງຄວາມຕາຍຂອງລາວ ຕົກຖືກພວກເຮົາ ແລະ ລູກຫຼານຂອງພວກເຮົາ!” (ມັດທາຍ 27:25); ຕ່າງຄົນຕ່າງໄດ້ເຫັນເຖິງຄວາມຜິດຂອງຕົນ. ພວກເຂົາພະຍາຍາມຫຼົບຊ່ອນຈາກພຣະຣັດສະໝີແຫ່ງພຣະພັກຂອງພຣະຄຣິສທີ່ເຈີດຈ້າກວ່າແສງອາທິດ ແຕ່ກໍບໍ່ເປັນປະໂຫຍດ. ໃນຂະນະດຽວກັນ, ບັນດາຜູ້ທີ່ໄດ້ຮັບການຊົງໄຖ່ ໄດ້ຖອດມົງກຸດວາງລົງທີ່ພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດ ພ້ອມຮ້ອງຂຶ້ນວ່າ: “ພຣະອົງສິ້ນພຣະຊົນເພື່ອຂ້ານ້ອຍ!” {GC 667.2}

ທ່າມກາງບັນດາຜູ້ທີ່ໄດ້ຮັບການຊົງໄຖ່ ກໍມີພວກອັກຄະສາວົກຂອງພຣະຄຣິສ ຄືໂປໂລຜູ້ຫານກ້າ, ເປໂຕຜູ້ກະຕືລືລົ້ນ, ໂຢຮັນຜູ້ຕອບສະໜອງຄວາມຮັກຂອງພຣະຄຣິສດ້ວຍຄວາມຮັກ ແລະ ພີ່ນ້ອງຂອງຄົນເຫຼົ່ານີ້ຜູ້ຈິງໃຈ, ພ້ອມດ້ວຍຄົນຈຳນວນຫຼວງຫຼາຍທີ່ຍອມຖືກຂ້າເພາະຄວາມເຊື່ອ; ສ່ວນພາຍນອກກຳແພງນັ້ນ, ທ່າມກາງສິ່ງໜ້າກຽດໜ້າຊັງທັງຫຼາຍກໍຄືຄົນທີ່ກົດຂີ່, ຈັບຂັງ ແລະ ຂ້າຜູ້ຊອບທຳໃຫ້ຕາຍ. ຈັກກະພັດເນໂຣຜູ້ຫ້ຽມໂຫດ ແລະ ເລວຊາມດັ່ງຜີປີສາດຮ້າຍກໍຢູ່ທີ່ນັ້ນ ແລະ ໄດ້ເຫັນຄວາມສຸກແສນຍິນດີຂອງຄົນທັງຫຼາຍທີ່ເພິ່ນເຄີຍຈັບທໍລະມານ, ເຊິ່ງໃຈຂອງເພິ່ນເປັນຢ່າງມານຊາຕານ ເພາະເຄີຍເພີດເພີນໃນຄວາມເຈັບປວດຂອງຄົນເຫຼົ່ານັ້ນ. ແມ່ຂອງເພິ່ນກໍຢູ່ທີ່ນັ້ນ ແລະ ໄດ້ເຫັນຜົນການກະທຳຂອງຕົນເອງ ຄືອຸປະນິໄສຊົ່ວ ແລະ ການເອົາອາລົມເປັນໃຫຍ່ ທີ່ນາງໄດ້ຖ່າຍທອດໃຫ້ແກ່ລູກຊາຍຜ່ານອິດທິພົນ ແລະ ແບບຢ່າງຂອງນາງ; ສິ່ງເຫຼົ່ານີ້ໄດ້ອອກຜົນໃນອາດຊະຍາກຳຂອງຈັກກະພັດເນໂຣ ທີ່ເຮັດໃຫ້ໂລກສັ່ນສະທ້ານ. {GC 667.3}

ທີ່ນັ້ນມີພວກບາດຫຼວງ ແລະ ພວກຜູ້ນຳໃນລະບອບສັນຕະປາປາ ທີ່ເຄີຍອ້າງວ່າຕົນເປັນທູດຂອງພຣະຄຣິສ ແຕ່ໄດ້ໃຊ້ເຄື່ອງທໍລະມານກາຍ, ຄຸກມືດ ແລະ ຫຼັກປະຫານ ເພື່ອຄວບຄຸມຈິດສຳນຶກຂອງໄພ່ພົນຂອງພຣະອົງ. ພວກສັນຕະປາປາຜູ້ທະນົງຕົວກໍຢູ່ທີ່ນັ້ນ; ຄົນເຫຼົ່ານີ້ເຄີຍຍົກຕົວເອງຂຶ້ນເໜືອພຣະເຈົ້າ ແລະ ບັງອາດຄິດທີ່ຈະປ່ຽນພຣະບັນຍັດຂອງອົງຜູ້ສູງສຸດ. ຄົນເຫຼົ່ານີ້ເຄີຍອ້າງວ່າ ຕົນເປັນດັ່ງບິດາຂອງຄຣິສຕະຈັກ; ເຖິງແມ່ນວ່າ ພວກເຂົາຢາກຈະຫຼີກລ່ຽງກໍຕາມ ແຕ່ຈະຕ້ອງລາຍງານການກະທຳຂອງຕົນຕໍ່ພຣະເຈົ້າຢ່າງແນ່ນອນ. ພວກເຂົາມາເຖິງຈຸດທີ່ຕ້ອງຍອມຮັບວ່າ ພຣະເຈົ້າຜູ້ຊົງຮູ້ແຈ້ງໃນທຸກສິ່ງ ຊົງຫວງແຫນພຣະບັນຍັດຂອງພຣະອົງ ແລະ ຈະບໍ່ລືມທີ່ຈະລົງໂທດຜູ້ກະທຳຜິດ ແຕ່ເປັນການຍອມຮັບທີ່ສວາຍເກີນໄປ. ພວກເຂົາຮຽນຮູ້ວ່າ ພຣະຄຣິສຊົງເອົາໃຈໃສ່ໃນຄວາມທຸກຍາກຂອງຄົນຂອງພຣະອົງ ຈຶ່ງຮູ້ສຶກເຖິງນ້ຳໜັກຂອງຖ້ອຍຄຳທີ່ພຣະອົງຊົງກ່າວວ່າ: “ເມື່ອພວກເຈົ້າໄດ້ເຮັດສິ່ງເຫຼົ່ານີ້ແກ່ຜູ້ທີ່ຕ່ຳຕ້ອຍທີ່ສຸດຄົນໜຶ່ງໃນພວກພີ່ນ້ອງເຫຼົ່ານີ້ຂອງເຮົາ ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ.” (ມັດທາຍ 25:40). {GC 668.1}

ໃນການພິພາກສາຂອງພຣະເຈົ້ານັ້ນ ຄົນອະທຳທັງປວງຖືກກ່າວຫາວ່າ ເປັນກະບົດຕໍ່ການປົກຄອງແຫ່ງສະຫວັນ. ບໍ່ມີທະນາຍຄວາມຄົນໃດມາສູ້ຄະດີໃຫ້ຄົນເຫຼົ່ານີ້, ພວກເຂົາບໍ່ມີຂໍ້ແກ້ຕົວ. ຄຳຕັດສິນຈຶ່ງຖືກປະກາດອອກໄປວ່າ ພວກເຂົາຈະຕ້ອງຖືກລົງໂທດໃຫ້ຕາຍໄປຕະຫຼອດນິຣັນດອນ. {GC 668.2}

ທຸກຄົນເຫັນຢ່າງຈະແຈ້ງວ່າ ຄ່າຈ້າງຂອງຄວາມບາບ ບໍ່ແມ່ນອິດສະຫຼະພາບທີ່ສະຫງ່າງາມ ແລະ ຊີວິດນິຣັນ ແຕ່ແມ່ນຄວາມເປັນທາດ, ຄວາມພິນາດ ແລະ ຄວາມຕາຍ. ຄົນອະທຳເຫັນສິ່ງທີ່ຕົນໄດ້ສູນເສຍ ເພື່ອແລກກັບຊີວິດແຫ່ງການເປັນກະບົດ. ເມື່ອມີການປະກາດເຖິງສະຫງ່າຣາສີແຫ່ງຊີວິດອັນຕະຫຼອດໄປເປັນນິດ ພວກເຂົາໄດ້ດູຖູກ; ແຕ່ບັດນີ້, ສະຫງ່າຣາສີນັ້ນ ເບິ່ງຄືເປັນສິ່ງທີ່ໜ້າປາຖະໜາຫຼາຍທີ່ສຸດ. ຄົນທີ່ກຳລັງພິນາດຈຶ່ງຮ້ອງວ່າ: “ເຮົາສາມາດໄດ້ສິ່ງທັງໝົດນີ້ ແຕ່ເຮົາເລືອກທີ່ຈະປະມັນຖິ້ມໄວ້ຫ່າງໆ. ໂອ ຄວາມຫຼົງໄຫຼທີ່ແປກປະຫຼາດ! ເຮົາໄດ້ເອົາສັນຕິສຸກ ແລະ ກຽດຕິຍົດສັກສີໄປແລກເອົາຄວາມທຸກ, ການເສຍຊື່ສຽງ ແລະ ຄວາມສິ້ນຫວັງ.” ທຸກຄົນເຫັນວ່າ ການທີ່ພວກເຂົາຖືກຫ້າມບໍ່ໃຫ້ເຂົ້າສະຫວັນນັ້ນເປັນການຍຸຕິທຳ ເພາະໂດຍທາງຊີວິດພວກເຂົາໄດ້ປະກາດວ່າ: “ພວກເຮົາບໍ່ຕ້ອງການຊາຍຄົນນີ້1 ໃຫ້ເປັນຜູ້ປົກຄອງຂອງພວກເຮົາ.” (ລູກາ 19:14). {GC 668.3}

ການປະລາໄຊຂອງຊາຕານ

ຄົນອະທຳເບິ່ງການເຈີມພຣະບຸດຂອງພຣະເຈົ້າເປັນກະສັດເໝືອນຖືກສະກົດຈິດ. ພວກເຂົາເຫັນແຜ່ນພຣະບັນຍັດໃນພຣະຫັດຂອງພຣະອົງ ຄືກົດລະບຽບຕ່າງໆທີ່ພວກເຂົາເຄີຍດູຖູກ ແລະ ຝ່າຝືນນັ້ນ. ພວກເຂົາເຫັນຄວາມສຸກແສນຍິນດີ ແລະ ການສັນລະເສີນຂອງຄົນທັງຫຼາຍທີ່ໄດ້ຮັບຄວາມລອດ; ໃນຂະນະທີ່ສຽງຮ້ອງດັງກ້ອງໄປເຖິງພວກທີ່ຢູ່ນອກນະຄອນນັ້ນ ທຸກຄົນຮ້ອງຂຶ້ນເປັນສຽງດຽວກັນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຣິດທານຸພາບສູງສຸດ ພຣະຣາຊກິດຂອງພຣະອົງກໍໃຫຍ່ຫຼວງ ແລະ ໜ້າອັດສະຈັນ. ຂ້າແດ່ພຣະມະຫາກະສັດແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸຕິທຳ ແລະ ທ່ຽງແທ້.” (ພຣະນິມິດ 15:3); ພວກເຂົາຈຶ່ງຂາບລົງນະມັດສະການອົງເຈົ້າຊີວິດ. {GC 668.4}

ຊາຕານເບິ່ງຄືເປັນອຳມະພາດໃນຂະນະທີ່ມັນເບິ່ງສະຫງ່າຣາສີ ແລະ ຄວາມຍິ່ງໃຫຍ່ຂອງພຣະຄຣິສ. ມັນຫວນລະນຶກເຖິງສະພາບທີ່ມັນເຄີຍຢູ່ກ່ອນທີ່ຈະລ່ວງຕົກລົງມາ; ມັນເຄີຍເປັນເຄຣຸບຜູ້ພິທັກ, ມັນຄືເສຣາຟິມຕົນໜຶ່ງ, ຄື “ດວງດາວສ່ອງໃສໃນຕອນເຊົ້າ” (ເອຊາຢາ 14:12), ແຕ່ບັດນີ້ມັນໄດ້ປ່ຽນໄປຫຼາຍ; ມັນໄດ້ເສື່ອມເສຍລົງແທ້! ມັນຖືກຕັດອອກຈາກສະພາທູດສະຫວັນທີ່ມັນເຄີຍໄດ້ຮັບກຽດນັ້ນໄປຕະຫຼອດການ. ບັດນີ້, ມັນເຫັນອີກຜູ້ໜຶ່ງຢືນຢູ່ໃກ້ພຣະບິດາ ເພື່ອບັງແສງຣັດສະໝີຂອງພຣະອົງໄວ້. ມັນເຫັນທູດສະຫວັນທີ່ສູງສະຫງ່າອົງໜຶ່ງ ເອົາມົງກຸດມາສວມໃຫ້ພຣະຄຣິສ ແລະ ສຳນຶກຂຶ້ນວ່າຕຳແໜ່ງຂອງທູດສະຫວັນອົງນັ້ນໜ້າຈະໄດ້ເປັນຂອງມັນ. {GC 669.1}

ຊາຕານລະນຶກເຖິງບ້ານເດີມໃນສະຫວັນ ຄາວເມື່ອມັນຍັງບໍຣິສຸດປາສະຈາກຄວາມບາບ ແລະ ຈົດຈຳສັນຕິສຸກກັບຄວາມສະດວກສະບາຍທີ່ມັນມີກ່ອນທີ່ມັນເລີ່ມຈົ່ມວ່າພຣະເຈົ້າ ແລະ ອິດສາພຣະຄຣິສ. ພາບໃນອະດີດປາກົດຢ່າງແຈ່ມແຈ້ງໃນຄວາມຊົງຈຳ ທັງການກ່າວຫາວ່າຮ້າຍ, ການກໍ່ກະບົດ, ການຫຼອກລວງພວກທູດສະຫວັນເພື່ອຮຽກຮ້ອງຄວາມເຫັນໃຈ ແລະ ການສະໜັບສະໜູນ, ພ້ອມດ້ວຍຄວາມດື້ດ້ານຂອງຕົນທີ່ບໍ່ຍອມແກ້ໄຂຕົນເອງ ເມື່ອພຣະເຈົ້າພ້ອມທີ່ຈະໃຫ້ອະໄພ. ມັນທົບທວນວຽກງານທີ່ມັນເຮັດທ່າມກາງມະນຸດສະໂລກ ແລະ ຜົນງານຂອງມັນຄື ຄວາມກຽດຊັງທີ່ມະນຸດມີຕໍ່ກັນ, ການທຳລາຍລ້າງຊີວິດຢ່າງເປັນຕາໜ້າຢ້ານກົວ, ການຂຶ້ນລົງຂອງອານາຈັກຕ່າງໆ, ການໂຄ່ນອຳນາດກະສັດ, ພ້ອມດ້ວຍຄວາມຂັດແຍ້ງ, ການປະຕິວັດ ແລະ ການຕໍ່ສູ້ທີ່ເກີດຂຶ້ນຢ່າງຕໍ່ເນື່ອງເປັນເວລາດົນນານ. ມັນລະນຶກເຖິງວ່າມັນເຄີຍພະຍາຍາມຢູ່ຕະຫຼອດເວລາ ເພື່ອຕໍ່ຕ້ານພັນທະກິດຂອງພຣະຄຣິສ ແລະ ເຮັດໃຫ້ມະນຸດຕົກຕ່ຳລົງເລື້ອຍໆ. ມັນເຫັນວ່າແຜນອຸບາຍຊົ່ວຂອງມັນບໍ່ມີອຳນາດທຳລາຍຜູ້ທີ່ວາງໃຈໃນພຣະເຢຊູ. ໃນຂະນະທີ່ຊາຕານເບິ່ງໄປຍັງອານາຈັກຂອງມັນ ຄືໝາກຜົນແຫ່ງວຽກງານຂອງມັນເອງ, ມັນເຫັນແຕ່ຫາຍະນະ ແລະ ຄວາມລົ້ມເຫຼວ. ມັນຫຼອກຄົນທັງຫຼາຍໃຫ້ຫຼົງເຊື່ອວ່າ ນະຄອນຂອງພຣະເຈົ້າເປັນເຫຍື່ອທີ່ສາມາດຊະນະໄດ້ງ່າຍ, ແຕ່ມັນຮູ້ວ່ານັ້ນບໍ່ແມ່ນຄວາມຈິງ. ຫຼາຍຕໍ່ຫຼາຍຄັ້ງ ໃນຂະບວນການຕໍ່ສູ້ມະຫາກາບນີ້ມັນຕ້ອງປະລາໄຊຈົນຕ້ອງຈຳໃຈຍອມແພ້. ມັນຮູ້ດີວ່າພຣະເຈົ້າອົງນິຣັນມີອຳນາດຣິດເດດ ແລະ ສະຫງ່າຣາສີຫຼາຍສ່ຳໃດ. {GC 669.2}

ຈຸດປະສົງຂອງຈອມກະບົດ ແມ່ນການແກ້ຕົວ ແລະ ການພິສູດວ່າການປົກຄອງຂອງພຣະເຈົ້າເປັນຕົ້ນເຫດຂອງການກະບົດ. ມັນໄດ້ທຸ້ມເທສະຕິປັນຍາອັນປາດເປື່ອງທັງໝົດຂອງມັນເພື່ອຈຸດປະສົງນີ້. ມັນເຮັດວຽກເປັນລະບົບຢ່າງເປັນແບບແຜນ ຈົນປະສົບຄວາມສຳເລັດຢ່າງໜ້າອັດສະຈັນ ເຮັດໃຫ້ຄົນຈຳນວນມະຫາສານຍອມຮັບເອົາມຸມມອງຂອງມັນ ກ່ຽວກັບການຕໍ່ສູ້ອັນຍິ່ງໃຫຍ່ທີ່ດຳເນີນມາຢ່າງຍາວນານ. ມັນຢູ່ເບື້ອງຫຼັງການກະບົດ ແລະ ໄດ້ຫຼອກລວງຄົນໃຫ້ເຊື່ອວ່າຄວາມເທັດເປັນຄວາມຈິງເປັນເວລາຫຼາຍພັນປີ. ແຕ່ບັດນີ້, ເຖິງເວລາແລ້ວທີ່ການກະບົດຈະຕ້ອງພ່າຍແພ້ຢ່າງສິ້ນເຊີງ, ເຖິງເວລາທີ່ຈະຕ້ອງເປີດໂປງປະຫວັດ ແລະ ອຸປະນິໄສຂອງຊາຕານ. ໃນຄວາມພະຍາຍາມຄັ້ງສຸດທ້າຍທີ່ຈະໂຄ່ນອຳນາດຂອງພຣະຄຣິສ, ທຳລາຍໄພ່ພົນຂອງພຣະອົງ ແລະ ຢຶດເອົານະຄອນຂອງພຣະເຈົ້າ ຈອມຫຼອກລວງໄດ້ຖືກເປີດໂປງຢ່າງໝົດເປືອກ. ຜູ້ທີ່ເຂົ້າຮ່ວມກັບມັນກໍເຫັນວ່າ ຄວາມມຸ່ງໝາຍຂອງມັນລົ້ມເຫຼວຢ່າງຮາບຄາບ. ຜູ້ຕິດຕາມພຣະຄຣິສ ພ້ອມດ້ວຍທູດສະຫວັນທີ່ຈົງຮັກພັກດີ ເຫັນແຜນອຸບາຍທັງໝົດຂອງຊາຕານທີ່ມັນໃຊ້ໃນການຕໍ່ສູ້ກັບການປົກຄອງຂອງພຣະເຈົ້າ. ຊີວິດທັງຫຼາຍທົ່ວຈັກກະວານ ຈຶ່ງພາກັນກຽດຊັງຊາຕານ. {GC 670.1}

ຊາຕານຮູ້ວ່າການຈົງໃຈກະບົດເຮັດໃຫ້ມັນບໍ່ເໝາະສົມສຳລັບສະຫວັນ. ມັນໄດ້ຝຶກຝົນຕົວເອງເພື່ອຕໍ່ສູ້ກັບພຣະເຈົ້າຈົນຄວາມບໍຣິສຸດ, ສັນຕິສຸກ ແລະ ຄວາມເປັນນ້ຳໜຶ່ງໃຈດຽວກັນໃນສະຫວັນ ຈະເປັນເລື່ອງທີ່ທໍລະມານໃຈທີ່ສຸດສຳລັບມັນ. ບັດນີ້, ຂໍ້ກ່າວຫາຂອງມັນເລື່ອງພຣະເມດຕາ ແລະ ຄວາມຍຸຕິທຳຂອງພຣະເຈົ້າກໍຍຸຕິລົງເສຍແລ້ວ. ຂໍ້ຕຳໜິທັງໝົດທີ່ມັນເຄີຍພະຍາຍາມໃສ່ຮ້າຍພຣະເຢໂຮວາກໍກັບຖືກຕົວມັນເອງ. ບັດນີ້, ຊາຕານກົ້ມລົງຂາບໄຫວ້ ແລະ ສາລະພາບວ່າຄຳຕັດສິນລົງໂທດມັນນັ້ນຍຸຕິທຳແລ້ວ. {GC 670.2}

“ໃຜໜໍຈະບໍ່ຢຳເກງພຣະອົງ ແລະ ຈະບໍ່ຖວາຍກຽດແດ່ພຣະນາມຂອງພຣະອົງ ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ. ປະຊາຊາດທັງປວງຈະມານະມັດສະການຕໍ່ພຣະພັກພຣະອົງ ເພາະກິດຈະການອັນຍຸຕິທຳຂອງພຣະອົງປາກົດແຈ້ງແລ້ວ.” (ພຣະນິມິດ 15:4). ທຸກຄຳຖາມທີ່ກ່ຽວຂ້ອງກັບຄວາມຈິງ ແລະ ຄວາມເທັດໃນການຕໍ່ສູ້ອັນຍາວນານນັ້ນ ບັດນີ້ໄດ້ຮັບການຊີ້ແຈງໃຫ້ກະຈ່າງແຈ້ງ. ຜົນຂອງການກະບົດ ແລະ ຜົນຂອງການປະຕິເສດພຣະບັນຍັດຂອງພຣະເຈົ້າ ລ້ວນແຕ່ໄດ້ຮັບການເປີດເຜີຍຕໍ່ບັນດາຜູ້ມີຊີວິດທັງຫຼາຍທີ່ພຣະອົງຊົງສ້າງ. ຜົນການປົກຄອງຂອງຊາຕານ ໄດ້ຖືກນຳມາປຽບທຽບກັບການປົກຄອງຂອງພຣະເຈົ້າໃຫ້ທຸກຄົນໃນຈັກກະວານໄດ້ເຫັນ. ການກະທຳຂອງຊາຕານເປັນສິ່ງທີ່ກ່າວໂທດມັນເອງ. ສະຕິປັນຍາ, ຄວາມຍຸຕິທຳ, ແລະ ພຣະຄຸນຄວາມດີຂອງພຣະເຈົ້າ ໄດ້ຮັບການພິສູດວ່າຖືກຕ້ອງແລ້ວ. ທຸກຄົນເຫັນວ່າການກະທຳທຸກຢ່າງຂອງພຣະເຈົ້າຕະຫຼອດການຕໍ່ສູ້ມະຫາກາບນັ້ນ ລ້ວນແຕ່ເຮັດເພື່ອໃຫ້ຜົນດີແກ່ຄົນຂອງພຣະອົງຕະຫຼອດຊົ່ວນິຣັນ ແລະ ອຳນວຍປະໂຫຍດແກ່ບັນດາໂລກຕ່າງໆທີ່ພຣະອົງຊົງສ້າງ. “ຂ້າແດ່ພຣະເຈົ້າຢາເວ ທຸກສິ່ງທີ່ຖືກສ້າງມາ ຈະຍ້ອງຍໍສັນລະເສີນພຣະອົງ ແລະ ປະຊາຊົນຂອງພຣະອົງຈະໂມທະນາຂອບພຣະຄຸນແດ່ພຣະອົງ.” (ເພງສັນລະເສີນ 145:10). ປະຫວັດສາດແຫ່ງຄວາມບາບຈະເປັນພະຍານຢູ່ຕະຫຼອດຊົ່ວນິຣັນວ່າ ຄວາມສຸກຂອງບັນດາຜູ້ມີຊີວິດທີ່ພຣະເຈົ້າຊົງສ້າງນັ້ນ ຂຶ້ນຢູ່ກັບກົດບັນຍັດທັງຫຼາຍຂອງພຣະອົງ. ເມື່ອຂໍ້ເທັດຈິງທັງຫຼາຍທີ່ກ່ຽວຂ້ອງກັບການຕໍ່ສູ້ມະຫາກາບໄດ້ປາກົດແຈ້ງແລ້ວ ຜູ້ມີຊີວິດທັງຫຼາຍໃນຈັກກະວານທັງຜູ້ທີ່ຈົງຮັກພັກດີ ແລະ ຜູ້ທີ່ຮ່ວມໃນການກະບົດກໍຈະຮ້ອງຂຶ້ນພ້ອມກັນວ່າ: “ຂ້າແດ່ພຣະມະຫາກະສັດແຫ່ງປະຊາຊາດທັງປວງ ວິຖີທາງຂອງພຣະອົງກໍຍຸຕິທຳ ແລະ ທ່ຽງແທ້.” {GC 670.3}

ບັນດາຊີວິດທົ່ວຈັກກະວານ ໄດ້ເຫັນການເສຍສະຫຼະອັນໃຫຍ່ຫຼວງທີ່ພຣະບິດາ ແລະ ພຣະບຸດຊົງກະທຳເພື່ອມະນຸດສະໂລກ; ສິ່ງເຫຼົ່ານີ້ໄດ້ປາກົດຢ່າງຈະແຈ້ງແລ້ວ. ບັດນີ້, ເຖິງເວລາທີ່ພຣະຄຣິສຈະໄດ້ຮັບຕຳແໜ່ງອັນຊອບທຳຂອງພຣະອົງເໜືອທູດສະຫວັນທັງຫຼາຍ, ເໜືອຜູ້ມີອຳນາດຣິດເດດທັງສິ້ນ ແລະ ເໜືອນາມຊື່ທັງປວງ. ພຣະອົງຊົງອົດທົນຕໍ່ໄມ້ກາງແຂນ ແລະ ຊົງຖືວ່າຄວາມອັບອາຍນັ້ນບໍ່ເປັນສິ່ງສຳຄັນ ເພື່ອຄວາມສຸກແສນຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ ຄືການນຳພາລູກຂອງພຣະອົງຫຼາຍຄົນມາສູ່ສະຫງ່າຣາສີ. ເຖິງແມ່ນວ່າຄວາມໂສກເສົ້າ ແລະ ຄວາມອັບອາຍນັ້ນໃຫຍ່ຫຼວງເກີນທີ່ຈະຈິນຕະນາການໄດ້ ແຕ່ຄວາມຊື່ນຊົມຍິນດີ ແລະ ສະຫງ່າຣາສີທີ່ໄດ້ຮັບກໍຍິ່ງໃຫຍ່ກວ່າ. ພຣະອົງຊົງເບິ່ງໄປຍັງຄົນທັງຫຼາຍທີ່ພຣະອົງຊົງໄຖ່ ແລະ ເຫັນຜູ້ຄົນທີ່ໄດ້ຮັບການປ່ຽນແປງຕາມພຣະລັກສະນະຂອງພຣະອົງ; ຈິດໃຈທຸກຄົນສະທ້ອນເຖິງພຣະລັກສະນະຂອງພຣະເຈົ້າຢ່າງສົມບູນ, ໃບໜ້າທຸກຄົນສະທ້ອນເຖິງພຣະລັກສະນະຂອງອົງເຈົ້າຊີວິດຂອງພວກເຂົາ. ພຣະເຢຊູພໍພຣະໄທເມື່ອເຫັນຜົນແຫ່ງຄວາມທຸກຍາກຂອງພຣະອົງ. ແລ້ວພຣະອົງຊົງກ່າວດ້ວຍສຽງອັນດັງ ຈົນທັງຄົນຊອບທຳ ແລະ ຄົນອະທຳໄດ້ຍິນທົ່ວໜ້າກັນວ່າ: “ເບິ່ງແມ! ຜູ້ທີ່ໄດ້ຮັບການໄຖ່ດ້ວຍໂລຫິດຂອງເຮົາ. ເຮົາໄດ້ທົນທຸກຈົນຕາຍ ເພື່ອຄົນເຫຼົ່ານີ້ຈະໄດ້ຢູ່ກັບເຮົາຕະຫຼອດໄປເປັນນິດນິຣັນດອນ.” ຈາກນັ້ນຄົນທັງຫຼາຍທີ່ນຸ່ງເສື້ອຂາວຮອບບັນລັງ ກໍຮ່ວມກັນຮ້ອງເພງສັນລະເສີນຂຶ້ນວ່າ: “ພຣະເມສານ້ອຍທີ່ຖືກຂ້າແລ້ວນັ້ນ ເປັນຜູ້ສົມຄວນທີ່ຈະໄດ້ຮັບຣິດອຳນາດ, ຊັບສົມບັດ, ສະຕິປັນຍາ, ພະລັງອຳນາດ, ກຽດຕິຍົດ, ສະຫງ່າຣາສີ ແລະ ຄຳສັນລະເສີນ.” (ພຣະນິມິດ 5:12). {GC 671.1}

ຄວາມພິນາດອັນຮຸນແຮງຂອງຄົນອະທຳ

ເຖິງແມ່ນວ່າ ຊາຕານຈຳເປັນຕ້ອງຍອມຮັບວ່າພຣະເຈົ້າຊົງຍຸຕິທຳ ແລະ ໄດ້ກົ້ມຫົວຂາບລົງຍອມຮັບວ່າພຣະຄຣິສຊົງເປັນຜູ້ສູງສຸດ ແຕ່ອຸປະນິໄສຂອງມັນບໍ່ໄດ້ປ່ຽນແປງ. ຄວາມດື້ດ້ານກໍລະເບີດຂຶ້ນເໝືອນເຂື່ອນແຕກ. ມັນໂມໂຫບ້າຄັ່ງ ແລະ ຕັ້ງໃຈວ່າຈະບໍ່ຍອມແພ້ສົງຄາມ; ໄດ້ເວລາທີ່ຈະຕໍ່ສູ້ເຈົ້າສະຫວັນຢ່າງດຸເດືອດເປັນຄັ້ງສຸດທ້າຍ. ມັນເຂົ້າໄປທ່າມກາງພວກຂອງມັນຢ່າງຮີບດ່ວນ ພະຍາຍາມປຸກປັ່ນພວກເຂົາໃຫ້ມີຄວາມໂກດແຄ້ນເຊັ່ນດຽວກັບຕົນ ແລະ ໃຫ້ລຸກຂຶ້ນຕໍ່ສູ້ທັນທີ. ແຕ່ທ່າມກາງຄົນຈຳນວນຫຼວງຫຼາຍອັນນັບບໍ່ຖ້ວນທີ່ມັນເຄີຍຫຼອກໃຫ້ກະບົດກັບມັນ ບໍ່ມີໃຜຍອມຮັບມັນ. ອຳນາດຂອງມັນໄດ້ຈົບສິ້ນເສຍແລ້ວ. ຄົນອະທຳກຽດຊັງພຣະເຈົ້າເຊັ່ນດຽວກັບຊາຕານ ແຕ່ພວກເຂົາເຫັນວ່າບໍ່ມີຄວາມຫວັງແລ້ວ, ພວກເຂົາບໍ່ສາມາດສູ້ຊະນະພຣະເຢໂຮວາໄດ້. ບັດນີ້, ຄວາມຄຽດແຄ້ນຂອງພວກເຂົາເດືອດຂຶ້ນໃສ່ຊາຕານ ແລະ ຜູ້ທີ່ຊາຕານເຄີຍໃຊ້ໃນການຫຼອກລວງ; ພວກເຂົາຈຶ່ງຫັນໄປຕໍ່ສູ້ກັບມັນດ້ວຍຄວາມຮ້າຍກາດດັ່ງຜີສາດ ແລະ ພຸ່ງໃສ່ຜູ້ຮັບໃຊ້ຂອງມັນດ້ວຍຄວາມຄຽດແຄ້ນອັນເຫຼືອປະມານ. {GC 671.2}

ພຣະເຈົ້າຊົງກ່າວວ່າ: “ເພາະເຈົ້າຄິດວ່າເຈົ້າສະຫຼາດ ແລະ ເທົ່າທຽມກັບພຣະເຈົ້າ, ເຮົາກຳລັງນຳບັນດາຊາວຕ່າງຊາດມາໂຈມຕີເຈົ້າ. ພວກເຂົາໂຫດຮ້າຍທີ່ສຸດໃນບັນດາປະຊາຊາດ ແລະ ຈະຊັກດາບຂອງຕົນສູ້ກັບຄວາມງາມແຫ່ງສະຕິປັນຍາຂອງເຈົ້າ ແລະ ຈະເຮັດໃຫ້ຄວາມຮຸ່ງເຮືອງຂອງເຈົ້າເປັນມົນທິນ. ພວກເຂົາຈະໂຍນເຈົ້າລົງໃນຫຼຸມແຫ່ງແດນຄົນຕາຍ.” “ໂອເຄຣຸບຜູ້ພິທັກເອີຍ…ເຮົາຈະກຳຈັດເຈົ້າອອກຈາກທ່າມກາງສິລາໄຟ…ເຮົາຈະຫວ່ຽງເຈົ້າລົງເຖິງດິນ, ເຮົາຈະຕີແຜ່ເຈົ້າຕໍ່ໜ້າກະສັດທັງຫຼາຍ ເພື່ອຕາຂອງຄົນເຫຼົ່ານັ້ນຈະໄດ້ເຫັນເຈົ້າ…ເຮົາຈະເຮັດໃຫ້ເຈົ້າເປັນເທົ່າຖ່ານເທິງແຜ່ນດິນໂລກ ທ່າມກາງສາຍຕາຂອງຄົນທັງປວງທີ່ເບິ່ງເຈົ້າຢູ່…ບັນດາຜູ້ທີ່ຮູ້ຈັກເຈົ້າ ທ່າມກາງຊົນຊາດທັງຫຼາຍ ຈະຕົກຕະລຶງເພາະເຈົ້າ; ເຈົ້າຈະສິ້ນສູນລົງຢ່າງໜ້າຢ້ານ ແລະ ຈະບໍ່ດຳລົງຢູ່ອີກຕໍ່ໄປເປັນນິດ.” (ເອເຊກຽນ 28:6–8 NTV, 16–19 ດັດແປງຈາກສະບັບ KJV/TKJV). {GC 672.1}

“ເກີບທຸກຄູ່ ທັງເສື້ອທີ່ເປິເປື້ອນດ້ວຍເລືອດທຸກໂຕຂອງສັດຕູທີ່ຮຸກຮານ ຈະຖືກເຜົາໄຟທັງສິ້ນ.” “ພຣະເຈົ້າຢາເວໂກດຮ້າຍຊົນຊາດທັງໝົດ ແລະ ກອງທັບທັງຫຼາຍຂອງພວກເຂົາ. ພຣະອົງລົງໂທດພວກເຂົາໃຫ້ໄປສູ່ຄວາມຈິບຫາຍ.” “ພຣະອົງສົ່ງຖ່ານໄຟ ແລະ ມາດທີ່ລຸກໄໝ້ຢູ່ ລົງມາສູ່ຄົນຊົ່ວຮ້າຍທັງຫຼາຍ ພຣະອົງໄດ້ລົງໂທດພວກເຂົາໂດຍສົ່ງລົມຮ້ອນມາເຜົາໄໝ້.” (ເອຊາຢາ 9:5; 34:2; ເພງສັນລະເສີນ 11:6). ພຣະເຈົ້າສົ່ງໄຟຕົກລົງມາຈາກຟ້າສະຫວັນ, ພື້ນແຜ່ນດິນໂລກກໍແຕກເປັນປ່ຽງໆ. ເຄື່ອງອາວຸດທີ່ເຊື່ອງໄວ້ໃຕ້ພື້ນພິພົບກໍພຸ່ງຂຶ້ນ, ມີແປວໄຟພຸ້ງອອກຈາກປາກເຫວທຸກແຫ່ງ, ຈົນແມ່ນແຕ່ກ້ອນຫີນກໍລຸກເປັນໄຟ. ວັນນັ້ນຈະເປັນດັ່ງເຕົາໄຟທີ່ເຜົາຜານ, ໂລກະທາດຈະສະຫຼາຍໄປດ້ວຍໄຟ ແລະ ບັນດາຜົນງານຂອງມະນຸດຈະວອດວາຍໃນກອງໄຟ. (ເບິ່ງ ມາລາກີ 4:1; 2 ເປໂຕ 3:10). ພື້ນແຜ່ນດິນໂລກເໝືອນດັ່ງທະເລໄຟທີ່ມີຄື້ນລາວາຊັດໄປມາ, ເປັນວັນພິພາກສາລົງໂທດຄົນອະທຳໃຫ້ພິນາດ. “ມາເຖິງຕອນນີ້ ແມ່ນເວລາທີ່ພຣະເຈົ້າຢາເວຈະຊ່ວຍກູ້ເອົາພູເຂົາຊີໂອນ ແລະ ແກ້ແຄ້ນເຫຼົ່າສັດຕູຂອງພູເຂົາຊີໂອນໃຫ້ໝົດສິ້ນ.” (ເອຊາຢາ 34:8). {GC 672.2}

ຄົນອະທຳໄດ້ຮັບການຕອບແທນໃນແຜ່ນດິນໂລກ. (ເບິ່ງ ສຸພາສິດ 11:31). “ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ພວກເຂົາຈະຖືກໄຟເຜົາດັ່ງເຟືອງ. ໃນວັນນັ້ນ ພວກເຂົາຈະຖືກໄຟເຜົາ ແລະ ຈະບໍ່ມີຫຍັງເຫຼືອຢູ່ເລີຍ.’” (ມາລາກີ 4:1). ບາງຄົນຖືກທຳລາຍທັນທີ, ສ່ວນຄົນອື່ນຕ້ອງທົນຄວາມເຈັບປວດທໍລະມານຢູ່ຫຼາຍມື້. ທຸກຄົນຮັບໂທດ “ຕາມການກະທຳຂອງຕົນ.” ສ່ວນຄວາມບາບຂອງຄົນຊອບທຳນັ້ນ ໄດ້ໂອນຖ່າຍໃຫ້ຊາຕານແລ້ວ ແລະ ມັນຕ້ອງທົນທຸກທໍລະມານບໍ່ພຽງແຕ່ຍ້ອນການກະບົດຂອງມັນເອງ ແຕ່ຍ້ອນຄວາມບາບທີ່ມັນໄດ້ທົດລອງຄົນຂອງພຣະເຈົ້າໃຫ້ກະທຳດ້ວຍ. ໂທດຂອງມັນຈະໜັກກວ່າບັນດາຄົນທີ່ມັນຫຼອກລວງຢ່າງຫຼວງຫຼາຍ. ຫຼັງຈາກທຸກຄົນທີ່ພິນາດຍ້ອນການລໍ້ລວງຂອງຊາຕານຖືກເຜົາໄໝ້ໃຫ້ໝົດສິ້ນ, ຊາຕານເອງກໍຍັງຕ້ອງຢູ່ຢ່າງເຈັບປວດຕໍ່ໄປ. ແຕ່ໃນທີ່ສຸດ, ໄຟທີ່ຊຳລະນັ້ນຈະເຜົາຄົນອະທຳຢ່າງໝົດສິ້ນທັງຮາກທັງກິ່ງ, ຊາຕານເປັນດັ່ງຮາກແກ້ວ ແລະ ຜູ້ທີ່ຕິດຕາມມັນກໍຄືກິ່ງ. ເຖິງຄາວນັ້ນ, ທຸກຄົນໄດ້ຮັບໂທດຕາມກົດບັນຍັດຢ່າງເຕັມອັດຕາ ແລະ ຕາມຄວາມຍຸຕິທຳທຸກປະການ; ຟ້າສະຫວັນ ແລະ ແຜ່ນດິນໂລກເບິ່ງແລ້ວປະກາດວ່າ ພຣະເຢໂຮວາຊົງຊອບທຳ. {GC 673.1}

ວຽກງານທຳລາຍຂອງຊາຕານໄດ້ຈົບສິ້ນໄປຕະຫຼອດການ. ເປັນເວລາ 6,000 ປີ ທີ່ມັນເຮັດຕາມໃຈມັນເອງຈົນໂລກເຕັມໄປດ້ວຍຄວາມທຸກໂສກ ແລະ ທົ່ວຈັກກະວານເຕັມໄປດ້ວຍຄວາມໂສກເສົ້າ. ທຳມະຊາດທັງປວງຄວນຄາງດ້ວຍຄວາມເຈັບປວດມາຢ່າງດົນນານ. ບັດນີ້, ທຸກຊີວິດທີ່ພຣະເຈົ້າຊົງສ້າງ ລ້ວນແຕ່ໄດ້ພົ້ນຈາກຊາຕານ ແລະ ຈະບໍ່ໄດ້ຖືກມັນລໍ້ລວງອີກຕໍ່ໄປເປັນນິດ. “ທົ່ວທັງໂລກມີສິດໄດ້ພັກຜ່ອນ ແລະ ໄດ້ຢູ່ຢ່າງສະຫງົບສຸກ ແລະ ທຸກຄົນຕ່າງກໍຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ.” (ເອຊາຢາ 14:7). ມີສຽງໂຮ່ຮ້ອງສະຫຼອງໄຊ ແລະ ການສັນລະເສີນດັງຂຶ້ນຈາກຜູ້ຈົງຮັກພັກດີຕໍ່ພຣະເຈົ້າທົ່ວຈັກກະວານ. “ແລ້ວຂ້າພະເຈົ້າໄດ້ຍິນສຽງນ້ຳ ເໝືອນສຽງຄົນຈຳນວນຫຼວງຫຼາຍ ເໝືອນສຽງນ້ຳນອງຕົກຕາດ ແລະເໝືອນ ຟ້າຮ້ອງສຽງແຮງກ້າວ່າ, ‘ຮາເລລູຢາ ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ຜູ້ຊົງຣິດທານຸພາບອັນສູງສຸດ ໄດ້ຊົງຂຶ້ນສະເຫວີຍຣາດແລ້ວ.’” (ພຣະນິມິດ 19:6). {GC 673.2}

ໃນຂະນະທີ່ໂລກຖືກຫໍ່ຫຸ້ມດ້ວຍໄຟທີ່ທຳລາຍລ້າງນັ້ນ ຄົນຊອບທຳຢູ່ຢ່າງປອດໄພໃນນະຄອນບໍຣິສຸດ. ຄົນເຫຼົ່ານີ້ໄດ້ເປັນຂຶ້ນມາໃນການຟື້ນຄືນຊີວິດຄັ້ງທຳອິດ, ຄວາມຕາຍຄັ້ງທີສອງຈຶ່ງບໍ່ມີອຳນາດເໜືອພວກເຂົາ. ເຖິງແມ່ນວ່າ ພຣະເຈົ້າຊົງເປັນໄຟທີ່ເຜົາຜານສຳລັບຄົນອະທຳ ແຕ່ພຣະອົງເປັນດັ່ງດວງອາທິດ ແລະ ເປັນກຳບັງໃຫ້ແກ່ຄົນຂອງພຣະອົງ. (ເບິ່ງ ພຣະນິມິດ 20:6; ເພງສັນລະເສີນ 84:11). {GC 673.3}

ທີ່ພຳນັກຖາວອນ

“ຂ້າພະເຈົ້າໄດ້ເຫັນທ້ອງຟ້າໃໝ່ ແລະ ແຜ່ນດິນໂລກໃໝ່ ເພາະວ່າທ້ອງຟ້າເດີມ ແລະ ແຜ່ນດິນໂລກເດີມນັ້ນ ໄດ້ລ່ວງໄປແລ້ວ.” (ພຣະນິມິດ 21:1 LO1972). ໄຟທີ່ເຜົາຜານຄົນອະທຳ ຈະຊຳລະໂລກໃຫ້ປາສະຈາກມົນທິນ. ບໍ່ເຫຼືອຮ່ອງຮອຍຂອງການຖືກສາບແຊ່ງເລີຍ, ບໍ່ມີຂຸມນະຣົກຮ້າຍທີ່ເຜົາຢູ່ຕະຫຼອດນິຣັນ ເພື່ອເຕືອນສະຕິຄົນທີ່ໄດ້ຮັບການຊົງໄຖ່ໃຫ້ເຫັນເຖິງຜົນອັນເປັນຕາຢ້ານຂອງຄວາມບາບ. {GC 674.1}

ມີສິ່ງດຽວທີ່ເຕືອນຄວາມຊົງຈຳ ນັ້ນຄືຮ່ອງຮອຍຈາກການສິ້ນພຣະຊົນເທິງໄມ້ກາງແຂນທີ່ປາກົດຢູ່ໃນພຣະກາຍຂອງພຣະຜູ້ໄຖ່ຂອງພວກເຮົາ ທີ່ຈະບໍ່ເລືອນລາງຈາງຫາຍຕະຫຼອດໄປ. ມີຮ່ອງຮອຍອັນໂຫດຮ້າຍຈາກຄວາມບາບຂອງພວກເຮົາຢູ່ທີ່ພຣະສຽນ, ສີຂ້າງ, ພຣະຫັດ ແລະ ພຣະບາດຂອງພຣະອົງ. ມີຜູ້ເຜີຍພຣະທຳກ່າວເຖິງສະຫງ່າຣາສີຂອງພຣະຄຣິສວ່າ: “ແສງສຸກໃສແມບມາບສ່ອງມາຈາກມືຂອງພຣະອົງ ບ່ອນທີ່ຣິດອຳນາດໄດ້ເຊື່ອງຊ່ອນໄວ້ທີ່ນັ້ນ.” (ຮາບາກຸກ 3:4). ພຣະຄຳພີບາງສະບັບເພີ່ມໝາຍເຫດວ່າ ແສງສຸກໃສດັ່ງກ່າວໄດ້ສ່ອງອອກມາຈາກສີຂ້າງຂອງພຣະອົງ ຄືບ່ອນທີ່ຖືກແທງໃຫ້ເລືອດໄຫຼອອກ ເມື່ອພຣະອົງຊົງໄຖ່ມະນຸດໃຫ້ກັບຄືນດີກັບພຣະເຈົ້າ, ນັ້ນຄືສະຫງ່າຣາສີຂອງພຣະຜູ້ຊ່ວຍໃຫ້ລອດ ເປັນ “ບ່ອນທີ່ຣິດອຳນາດໄດ້ເຊື່ອງຊ່ອນໄວ້ທີ່ນັ້ນ.” ພຣະອົງຊົງຣິດຍິ່ງໃຫຍ່ໃນການໄຖ່ມະນຸດໃຫ້ລອດພົ້ນດ້ວຍການເສຍສະຫຼະພຣະອົງເອງ; ສະນັ້ນ, ພຣະອົງຈຶ່ງຊົງຣິດເຂັ້ມແຂງໃນການລົງໂທດຕາມຄວາມຍຸຕິທຳຕໍ່ທຸກຄົນທີ່ດູໝິ່ນພຣະເມດຕາຂອງພຣະເຈົ້າ. ສັນຍະລັກແຫ່ງການຖ່ອມພຣະອົງລົງນັ້ນ ຄືກຽດຕິສັກທີ່ສູງສຸດຂອງພຣະອົງ. ຄົນທັງຫຼາຍຈະປະກາດເຖິງຣິດອຳນາດຂອງພຣະຄຣິສ ແລະ ຈະສັນລະເສີນພຣະອົງຕະຫຼອດນິດນິຣັນດອນ ຍ້ອນແປ້ວຈາກໄມ້ກາງແຂນແຫ່ງຄານວາຣີ. {GC 674.2}

“ນະຄອນເຢຣູຊາເລັມເອີຍ ເຈົ້າເປັນບ່ອນທີ່ພຣະເຈົ້າເຝົ້າເບິ່ງປະຊາຊາດຂອງພຣະອົງ ເໝືອນດັ່ງຄົນລ້ຽງແກະຜູ້ໜຶ່ງ ທີ່ເຝົ້າເບິ່ງຝູງແກະຂອງຕົນຢູ່ເທິງຫໍຄອຍ; ເຈົ້າຈະເປັນເມືອງເອກແຫ່ງຣາຊອານາຈັກອີກເທື່ອໜຶ່ງ ທີ່ເຈົ້າໄດ້ເຄີຍເປັນມາແລ້ວ.” (ມີກາ 4:8). ເວລາມາເຖິງແລ້ວ ທີ່ຄົນບໍຣິສຸດໃນສະໄໝຕ່າງໆໄດ້ລໍຄອຍດ້ວຍໃຈປາຖະໜາມາຕັ້ງແຕ່ທູດສະຫວັນຖືດາບເພີງ ເພື່ອຫ້າມມະນຸດຄູ່ທຳອິດບໍ່ໃຫ້ກັບເຂົ້າໄປໃນສວນເອເດນ, ຄືເວລາທີ່ຈະໄດ້ຮັບກຳມະສິດທີ່ຊົງໄຖ່ໄວ້. (ເບິ່ງ ເອເຟໂຊ 1:14). ໃນຄາວຕົ້ນເດີມນັ້ນ, ພຣະເຈົ້າຊົງມອບແຜ່ນດິນໂລກໃຫ້ມະນຸດຄອບຄອງ ແຕ່ມະນຸດໄດ້ທໍລະຍົດຕໍ່ພຣະອົງ; ໂລກຈຶ່ງຕົກຢູ່ໃນມືຂອງມານຊາຕານເປັນເວລາດົນນານ. ຢ່າງໃດກໍຕາມ, ດ້ວຍແຜນການຊົງໄຖ່ອັນຍິ່ງໃຫຍ່ນັ້ນ ໂລກໄດ້ຮັບການໄຖ່ກັບຄືນມາ. ພຣະເຈົ້າ “ໄດ້ຈັດຮູບຮ່າງສ້າງແຜ່ນດິນໂລກຂຶ້ນມາ ໄດ້ເຮັດໃຫ້ໂລກໝັ້ນຄົງ ແລະ ຢັ້ງຢືນຄົງຢູ່ໄດ້. ພຣະອົງບໍ່ໄດ້ເຮັດໃຫ້ເປັນທີ່ເປົ່າຮ້າງຫວ່າງຄົນ ແຕ່ເປັນບ່ອນທີ່ມະນຸດເຮົາພັກພາອາໄສຢູ່.” (ເອຊາຢາ 45:18). ພຣະປະສົງທຳອິດໃນການສ້າງໂລກຈະໄດ້ສຳເລັດ ໂດຍໂລກຈະກາຍເປັນທີ່ອາໄສຂອງຄົນທັງຫຼາຍທີ່ໄດ້ຮັບການຊົງໄຖ່ຕະຫຼອດໄປເປັນນິດ. “ຄົນຊອບທຳຈະໄດ້ຮັບດິນແດນເປັນມໍລະດົກ ແລະ ຈະອາໄສຢູ່ທີ່ນັ້ນສືບໄປເປັນນິດ.” (ເພງສັນລະເສີນ 37:29). {GC 674.3}

ບາງຄົນບໍ່ກ້າຄິດເຖິງມໍລະດົກທີ່ຈະໄດ້ຮັບນັ້ນວ່າເປັນຄວາມຈິງ ຈຶ່ງສະຫຼຸບວ່າເປັນເລື່ອງອຸປະມາອຸປະໄມ. ແຕ່ພຣະຄຣິສຊົງຢືນຢັນຕໍ່ພວກສາວົກຂອງພຣະອົງວ່າ ພຣະອົງໄປຈັດຕຽມບ່ອນຢູ່ໃຫ້ພວກເຂົາໃນຜາສາດຂອງພຣະບິດາ. ຄົນທີ່ຍອມຮັບຄຳສອນໃນພຣະຄຳຂອງພຣະເຈົ້າ ຈະມີຄວາມຮູ້ຢູ່ສ່ວນໜຶ່ງກ່ຽວກັບສະຫວັນ. ໃນຂະນະດຽວກັນ, “ສິ່ງທີ່ຕາບໍ່ເຫັນ ຫູບໍ່ໄດ້ຍິນ ແລະ ສິ່ງທີ່ມະນຸດຄິດບໍ່ອອກ ແມ່ນສິ່ງນັ້ນແຫຼະ ທີ່ພຣະເຈົ້າໄດ້ຊົງຈັດຕຽມໄວ້ ໃຫ້ແກ່ຄົນທັງຫຼາຍທີ່ຮັກພຣະອົງ.” (1 ໂກຣິນໂທ 2:9). ສຳນວນພາສາຂອງມະນຸດບໍ່ສາມາດບັນລະຍາຍເຖິງລາງວັນທີ່ຄົນຊອບທຳຈະໄດ້ຮັບ. ມີແຕ່ຄົນທີ່ໄປເຖິງເທົ່ານັ້ນທີ່ຈະໄດ້ເຫັນ. ມະນຸດຜູ້ຢູ່ໃນສະພາບທີ່ຕ້ອງຕາຍ ບໍ່ສາມາດຄິດຈິນຕະນາການເຖິງສະຫງ່າຣາສີແຫ່ງສະຫວັນເມືອງແມນຂອງພຣະເຈົ້າໄດ້. {GC 674.4}

ພຣະຄຳພີເອີ້ນມໍລະດົກຂອງຜູ້ທີ່ໄດ້ຮັບຄວາມລອດວ່າ “ບ້ານເມືອງ.” (ເຮັບເຣີ 11:14–16). ພຣະຄຣິສຈະຊົງນຳຄົນຂອງພຣະອົງເຖິງບໍ່ນ້ຳພຸແຫ່ງຊີວິດເໝືອນດັ່ງຜູ້ລ້ຽງແກະນຳຝູງແກະຂອງຕົນ. ຕົ້ນໄມ້ແຫ່ງຊີວິດອອກຜົນທຸກເດືອນ ແລະ ໃບໄມ້ຂອງຕົ້ນນັ້ນ ແມ່ນເພື່ອປິ່ນປົວບັນດາປະຊາຊາດ. ມີລຳຫ້ວຍໄຫຼຢູ່ຕະຫຼອດເວລາ ນ້ຳໃສສະອາດເໝືອນແກ້ວ. ຂ້າງລຳນ້ຳນັ້ນມີຕົ້ນໄມ້ໂບກໄປມາຕາມສາຍລົມ, ມີທາງເດີນໃຕ້ຮົ່ມເງົາຂອງຕົ້ນໄມ້ເຫຼົ່ານັ້ນ ກຽມໄວ້ສຳລັບຄົນທັງຫຼາຍທີ່ໄດ້ຮັບການຊົງໄຖ່. ມີທົ່ງຫຍ້າອັນກວ້າງໄກແວດລ້ອມໄປດ້ວຍເນີນພູອັນງົດງາມ ແລະ ສາຍພູຂອງພຣະເຈົ້າຢືນຢູ່ຢ່າງສູງສະຫງ່າ. ຄົນຂອງພຣະເຈົ້າທີ່ອາໄສໃນໂລກເໝືອນຄົນແປກຖິ່ນແປກໜ້າ ຈະໄດ້ບ້ານຢູ່ໃນທົ່ງຫຍ້າຂ້າງລຳທານເຫຼົ່ານັ້ນ. {GC 675.1}

“ປະຊາຊົນຂອງພຣະເຈົ້າຈະບໍ່ວິຕົກກັງວົນກັບສິ່ງໃດໆຕໍ່ໄປ ແລະ ບ້ານເຮືອນຂອງພວກເຂົາກໍຈະມີແຕ່ສັນຕິສຸກ ແລະ ຄວາມປອດໄພ.” “ສຽງຂອງຄວາມຮຸນແຮງນັ້ນຈະບໍ່ມີຕໍ່ໄປ ຄວາມຈິບຫາຍຈະບໍ່ມາທຳລາຍປະເທດອີກ. ເຮົາຈະເປັນດັ່ງກຳແພງລ້ອມປົກປ້ອງຄຸ້ມຄອງ, ເຈົ້າຈະຍົກຍໍເຮົາເພາະເຮົາຊ່ວຍເຈົ້າໃຫ້ພົ້ນ.” “ເຂົາຈະປຸກເຮືອນ ແລະ ຢູ່ໃນເຮືອນນັ້ນ ແລະ ເຂົາຈະປູກສວນອະງຸ່ນ ແລະ ກິນໝາກຈາກສວນນັ້ນ. ເຂົາຈະກໍ່ສ້າງບໍ່ແມ່ນໃຫ້ຜູ້ອື່ນຢູ່, ເຂົາຈະປູກບໍ່ແມ່ນໃຫ້ຜູ້ອື່ນກິນ…ຄົນທັງຫຼາຍທີ່ເຮົາໄດ້ເລືອກໄວ້ຈະຮັບປະໂຫຍດເອງຈາກກິດຈະການແຫ່ງມືຂອງເຂົາ.” (ເອຊາຢາ 32:18; 60:18; ເອຊາຢາ 65:21, 22 ດັດແປງຈາກສະບັບລາວບູຮານ). {GC 675.2}

“ປ່າກັບດິນເປົ່າຈະຊົມຊື່ນຍິນດີ, ບ່ອນເປົ່າຈະຕື່ນດ້ວຍຄວາມຍິນດີ ແລະ ຈະບານຄືດອກກຸຫຼາບ.” “ຕົ້ນສົນຈະງອກໃຫຍ່ຂຶ້ນແທນຕົ້ນໜາມ ກົກໄມ້ຫອມຈະເກີດຂຶ້ນແທນກໍ່ໜາມ.” “ໝາໄນກັບແກະຈະຢູ່ນຳກັນຢ່າງສັນຕິສຸກ ແລະ ເສືອດາວຈະນອນຮ່ວມກັນກັບໂຕແບ້…ແລະເດັກນ້ອຍກໍຈະດູແລສັດເຫຼົ່ານັ້ນ.” ພຣະເຈົ້າຊົງກ່າວວ່າ: “ເຂົາຈະບໍ່ເຮັດຜິດ ແລະ ບໍ່ທຳລາຍສິ່ງໃດຢູ່ພູບໍຣິສຸດຂອງເຮົາ.” (ເອຊາຢາ 35:1 ສະບັບລາວບູຮານ; 55:13; ເອຊາຢາ 11:6; ເອຊາຢາ 11:9 ສະບັບລາວບູຮານ). {GC 675.3}

ທ່າມກາງບັນຍາກາດຂອງສະຫວັນ ຄວາມເຈັບປວດບໍ່ສາມາດເກີດຂຶ້ນໄດ້. ຈະບໍ່ມີການຫຼັ່ງນ້ຳຕາ, ຈະບໍ່ມີການແຫ່ສົບ ຫຼື ການໄວ້ທຸກ. “ຄວາມຕາຍຈະບໍ່ມີອີກຕໍ່ໄປ. ຄວາມໂສກເສົ້າ, ການຮ້ອງໄຫ້ ແລະ ຄວາມເຈັບປວດຈະບໍ່ມີອີກຕໍ່ໄປ ເພາະວ່າສິ່ງທີ່ມີຢູ່ໃນຄາວກ່ອນນັ້ນ ກໍໄດ້ຜ່ານພົ້ນໄປແລ້ວ.” “ບໍ່ມີຜູ້ໃດທີ່ຢູ່ໃນດິນແດນຂອງພວກເຮົາ ຈະຈົ່ມວ່າຕົນເຈັບໄຂ້ໄດ້ປ່ວຍ ແລະ ການບາບທັງໝົດຂອງພວກເຮົາຈະໄດ້ຮັບອະໄພ.” (ພຣະນິມິດ 21:4; ເອຊາຢາ 33:24). {GC 676.1}

ນະຄອນເຢຣູຊາເລັມໃໝ່ກໍຢູ່ທີ່ນັ້ນ ເປັນມະຫານະຄອນຂອງໂລກທີ່ໄດ້ຮັບການສ້າງຂຶ້ນໃໝ່, “ເປັນດັ່ງມົງກຸດອັນງົດງາມໃນມືຂອງພຣະເຈົ້າຢາເວ.” “ນະຄອນນັ້ນປະກອບດ້ວຍສະຫງ່າຣາສີຂອງພຣະເຈົ້າ ມີແສງຮຸ່ງເຮືອງເໝືອນເພັດ ເໝືອນແກ້ວມະນີໂຊດອັນເສາະໃສ.” “ປະຊາຊາດທັງໝົດໃນໂລກຈະທ່ຽວໄປມາຢູ່ທ່າມກາງແສງສະຫວ່າງຂອງນະຄອນນັ້ນ ແລະ ບັນດາກະສັດໃນແຜ່ນດິນໂລກຈະນຳເອົາສະຫງ່າຣາສີຂອງຕົນເຂົ້າໄປໃນນະຄອນນັ້ນ.” ພຣະເຈົ້າຊົງກ່າວວ່າ: “ເຮົາເອງກໍຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີຍ້ອນນະຄອນເຢຣູຊາເລັມ ແລະ ປະຊາຊົນໃນນະຄອນນີ້.” “ທີ່ສະຖິດຂອງພຣະເຈົ້າກໍຢູ່ກັບມະນຸດແລ້ວ, ພຣະອົງຈະສະຖິດຢູ່ກັບພວກເຂົາ ແລະ ພວກເຂົາກໍຈະເປັນໄພ່ພົນຂອງພຣະອົງ; ພຣະເຈົ້າເອງຈະສະຖິດຢູ່ກັບພວກເຂົາ ແລະ ຈະຊົງເປັນພຣະເຈົ້າຂອງພວກເຂົາ.” (ເອຊາຢາ 62:3; ພຣະນິມິດ 21:11, 24; ເອຊາຢາ 65:19; ພຣະນິມິດ 21:3). {GC 676.2}

ບໍ່ມີກາງຄືນໃນນະຄອນຂອງພຣະເຈົ້າ, ບໍ່ມີໃຜຕ້ອງການພັກຜ່ອນ. ທີ່ນັ້ນຈະບໍ່ຮູ້ສຶກເມື່ອຍໃນການເຮັດຕາມນ້ຳພຣະໄທຂອງພຣະເຈົ້າ ແລະ ໃນການສັນລະເສີນພຣະນາມຂອງພຣະອົງ. ເຮົາຈະຮູ້ສຶກສົດຊື່ນຢູ່ຕະຫຼອດເວລາ ເໝືອນດັ່ງອາລຸນວັນໃໝ່. “ພວກເຂົາຈະບໍ່ຕ້ອງການແສງໂຄມໄຟ ຫຼື ແສງຕາເວັນ, ເພາະວ່າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຈະເປັນແສງສະຫວ່າງຂອງພວກເຂົາ.” (ພຣະນິມິດ 22:5). ພຣະຣັດສະໝີຂອງພຣະເຈົ້າ ແລະ ພຣະເມສານ້ອຍ ຈະສ່ອງສະຫວ່າງໃນນະຄອນບໍຣິສຸດ ດ້ວຍຄວາມສະຫວ່າງທີ່ບໍ່ມີວັນມືດລົງ ສະຫວ່າງສະໄຫວຍິ່ງກວ່າດວງອາທິດຍາມທ່ຽງວັນ ແຕ່ຈະບໍ່ເຮັດໃຫ້ເຄືອງຕາ. ຜູ້ທີ່ໄດ້ຮັບການຊົງໄຖ່ຈະດຳເນີນຢູ່ໃນຄວາມສະຫວ່າງຂອງພຣະເຈົ້າ ອັນເປັນກາງເວັນທີ່ບໍ່ມີວັນຈົບສິ້ນ. {GC 676.3}

“ຂ້າພະເຈົ້າບໍ່ໄດ້ເຫັນມີພຣະວິຫານຢູ່ໃນນະຄອນນັ້ນ ເພາະແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ແລະ ພຣະເມສານ້ອຍເປັນພຣະວິຫານຂອງນະຄອນນັ້ນ.” (ພຣະນິມິດ 21:22). ຄົນຂອງພຣະເຈົ້າໄດ້ຮັບສິດທິພິເສດທີ່ຈະສົນທະນາກັບພຣະບິດາ ແລະ ພຣະບຸດໂດຍກົງ. “ດຽວນີ້ເຮົາທັງຫຼາຍເຫັນພໍມົວໆ ເໝືອນເບິ່ງໃນແວ່ນ.” (1 ໂກຣິນໂທ 13:12). ເຮົາເຫັນພຣະລັກສະນະຂອງພຣະເຈົ້າທີ່ສະທ້ອນຢູ່ໃນທຳມະຊາດ ແລະ ຜ່ານການຊົງນຳຂອງພຣະອົງໃນຊີວິດຂອງມະນຸດ, ທັງໝົດນີ້ເປັນພາບມົວເໝືອນເບິ່ງໃນແວ່ນ. ແຕ່ເມື່ອເຖິງເວລານັ້ນ ເຮົາຈະເຫັນພຣະອົງຕໍ່ໜ້າພຣະພັກໂດຍບໍ່ມີຜ້າກັ້ງຂັ້ນກາງ. ເຮົາຈະຢືນຢູ່ຕໍ່ໜ້າພຣະອົງ ແລະ ເບິ່ງພຣະຣັດສະໝີທີ່ສ່ອງອອກຈາກພຣະພັກຂອງພຣະອົງ. {GC 676.4}

ໄຊຊະນະແຫ່ງຄວາມຮັກຂອງພຣະເຈົ້າ

ທີ່ນັ້ນຜູ້ທີ່ໄດ້ຮັບການຊົງໄຖ່ຈະ “ຮູ້ຢ່າງສົມບູນເໝືອນພຣະເຈົ້າຊົງຮູ້ຈັກເຮົາແລ້ວ.” (1 ໂກຣິນໂທ 13:12). ຄວາມຮັກ ແລະ ຄວາມເອັນດູທີ່ພຣະເຈົ້າປະທານໄວ້ໃນຈິດໃຈຂອງມະນຸດຈະໄດ້ສະແດງອອກຢ່າງແທ້ຈິງ ແລະ ຢ່າງອົບອຸ່ນທີ່ສຸດ. ຄວາມສຸກສ່ວນໜຶ່ງຂອງບັນດາຜູ້ທີ່ໄດ້ຮັບການຊົງໄຖ່ ຄືການສົນທະນາ ແລະ ການໃຊ້ຊີວິດຢ່າງເປັນນ້ຳໜຶ່ງໃຈດຽວກັນກັບໝູ່ທູດສະຫວັນບໍຣິສຸດ ແລະ ບັນດາຜູ້ສັດຊື່ຈາກຍຸກສະໄໝຕ່າງໆ, ຄືຜູ້ທີ່ຊຳລະເສື້ອຜ້າຂອງຕົນໃຫ້ຂາວສະອາດ ໃນພຣະໂລຫິດຂອງພຣະເມສານ້ອຍ. ເມື່ອນັ້ນ, ມະນຸດ ແລະ ຊາວສະຫວັນຈະຜູກພັນກັນເປັນຄອບຄົວດຽວກັນ. (ເບິ່ງ ເອເຟໂຊ 3:15). {GC 677.1}

ຜູ້ທີ່ຢູ່ໃນນະຄອນນັ້ນມີຊີວິດອະມະຕະ ແລະ ຈະມີຄວາມຊົມຊື່ນຍິນດີຢູ່ສະເໝີ ໃນການພິຈາລະນາເຖິງຝີພຣະຫັດຂອງພຣະເຈົ້າທີ່ປາກົດຢູ່ໃນສິ່ງທີ່ພຣະອົງຊົງສ້າງ ແລະ ຈະມີຄວາມສຸກໃນການຄິດໄຕ່ຕອງເຖິງຂໍ້ລ້ຳເລີດແຫ່ງຄວາມຮັກຂອງພຣະເຈົ້າທີ່ໄຖ່ມະນຸດໃຫ້ລອດ. ທີ່ນັ້ນບໍ່ມີສັດຕູທີ່ໃຈຮ້າຍທີ່ຈະລໍ້ລວງໃຫ້ລືມພຣະເຈົ້າ. ຄວາມສາມາດໃນທຸກດ້ານຈະໄດ້ຮັບການພັດທະນາ; ຄົນທີ່ນັ້ນຈະບໍ່ຮູ້ສຶກເມື່ອຍກັບການຮຽນສິ່ງໃໝ່ໆ. ໃນສະຫວັນຜູ້ທີ່ໄດ້ຮັບການໄຖ່ ຈະສາມາດເຮັດໂຄງການທີ່ຍິ່ງໃຫຍ່ ແລະ ບັນລຸເປົ້າໝາຍແຫ່ງຄວາມໃຝ່ຝັນອັນສູງສົ່ງ, ແຕ່ກໍຍັງມີສິ່ງທີ່ສູງກວ່ານັ້ນໃຫ້ເຮົາກ້າວໄປເຖິງ; ຈະມີເລື່ອງມະຫັດສະຈັນໃໝ່ໆ, ຂໍ້ເທັດຈິງໃໝ່ໆໃຫ້ເຮົາຄິດພິຈາລະນາ; ທີ່ນັ້ນເຮົາຈະໄດ້ພົບກັບສິ່ງໃໝ່ໆທີ່ຕ້ອງໃຊ້ພະລັງກາຍ, ໃຈ ແລະ ຈິດວິນຍານ. {GC 677.2}

ຊັບພະຍາກອນທັງໝົດໃນຈັກກະວານຈະຖືກເປີດເຜີຍໃຫ້ຜູ້ທີ່ພຣະເຈົ້າຊົງໄຖ່ໄດ້ສຶກສາ. ເນື່ອງຈາກມີຮ່າງກາຍອັນເປັນອະມະຕະ, ສະນັ້ນ, ພວກເຂົາຈະບໍ່ຮູ້ສຶກເມື່ອຍລ້າໃນຂະນະທີ່ບິນໄປຢາມໂລກຕ່າງໆ, ຄືດາວເຄາະທັງຫຼາຍທີ່ຜູ້ອາໄສໃນນັ້ນຕ່າງຮູ້ສຶກໂສກເສົ້າເມື່ອໂລກມະນຸດຕົກສູ່ຄວາມບາບ, ແຕ່ກັບຮ້ອງເພງດ້ວຍຄວາມຊົມຊື່ນຍິນດີເມື່ອໄດ້ຮູ້ວ່າມີຄົນກັບໃຈຮັບຄວາມລອດ. ຄວາມສຸກຂອງມະນຸດທີ່ໄດ້ຮັບການຊົງໄຖ່ເກີນທີ່ຈະບັນລະຍາຍໄດ້ ໃນຂະນະທີ່ຮຽນເຖິງຄວາມສຸກ ແລະ ຄວາມຮູ້ຂອງຄົນເຫຼົ່ານັ້ນທີ່ບໍ່ເຄີຍຕົກສູ່ຄວາມບາບ. ຄົນເຫຼົ່ານັ້ນແບ່ງປັນຄວາມຮູ້ ແລະ ຄວາມເຂົ້າໃຈຕ່າງໆທີ່ໄດ້ຮັບຈາກການໄຄ່ຄວນເຖິງການຊົງສ້າງຂອງພຣະເຈົ້າຕະຫຼອດມາຫຼາຍຍຸກຫຼາຍສະໄໝ. ພວກເຂົາເບິ່ງສະຫງ່າຣາສີຂອງສິ່ງທີ່ພຣະເຈົ້າຊົງສ້າງດ້ວຍສາຍຕາທີ່ສົດໃສບໍ່ພ່າມົວ ແລະ ເຫັນລະບົບດວງດາວຕ່າງໆທີ່ໂຄຈອນຢ່າງເປັນລະບຽບຮອບບັນລັງຂອງພຣະເຈົ້າ. ພຣະນາມຂອງພຣະຜູ້ສ້າງປະທັບໄວ້ເທິງທຸກສິ່ງ ຕັ້ງແຕ່ສິ່ງທີ່ນ້ອຍທີ່ສຸດຕະຫຼອດຈົນເຖິງສິ່ງທີ່ໃຫຍ່ທີ່ສຸດ; ທຸກສິ່ງຢ່າງລ້ວນແຕ່ສຳແດງເຖິງຣິດອຳນາດຂອງພຣະເຈົ້າ. {GC 677.3}

ທຸກປີທີ່ຜ່ານໄປຕະຫຼອດຊົ່ວນິຣັນ ຄົນທີ່ໄດ້ຮັບຄວາມລອດຈະເຂົ້າໃຈພຣະເຈົ້າ ແລະ ພຣະຄຣິສຢ່າງຊາບຊຶ້ງຍິ່ງຂຶ້ນ. ເຊັ່ນດຽວກັບຄວາມຮູ້ທີ່ພັດທະນາໄດ້, ຄວາມຮັກ ຄວາມຢຳເກງ ແລະ ຄວາມສຸກຂອງເຮົາຈະເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຍິ່ງມີການຮຽນຮູ້ເຖິງພຣະລັກສະນະນິໄສຂອງພຣະເຈົ້າເທົ່າໃດ ຄວາມນັບຖືທີ່ມີຕໍ່ພຣະອົງກໍຈະຍິ່ງຫຼາຍຂຶ້ນເທົ່ານັ້ນ. ໃນຂະນະທີ່ພຣະເຢຊູເປີດເຜີຍໃຫ້ພວກເຂົາເຫັນເຖິງຄວາມລ້ຳເລີດແຫ່ງການຊົງໄຖ່ມະນຸດຈາກຄວາມບາບ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງສົງຄາມການຕໍ່ສູ້ກັບຊາຕານ, ຈິດໃຈຂອງຄົນທັງຫຼາຍທີ່ໄດ້ຮັບການຊົງໄຖ່ ຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີໃນການອຸທິດຕົນຮັບໃຊ້ພຣະອົງ. ພວກເຂົາຈະດີດພິນດ້ວຍຄວາມສຸກຢ່າງທີ່ບໍ່ເຄີຍມີມາກ່ອນ ໃນຂະນະທີ່ຄົນນັບແສນນັບລ້ານຮ່ວມກັນຮ້ອງເພງສັນລະເສີນ. {GC 678.1}

“ຂ້າພະເຈົ້າໄດ້ຍິນສຽງສິ່ງມີຊີວິດທັງໝົດ ທັງໃນສະຫວັນ, ເທິງແຜ່ນດິນໂລກ, ໃຕ້ແຜ່ນດິນໂລກ ແລະ ໃນມະຫາສະໝຸດ ຄືສິ່ງທັງປວງເຊິ່ງຢູ່ໃນທີ່ນັ້ນຮ້ອງວ່າ, ‘ຂໍໃຫ້ຄຳສັນລະເສີນ, ກຽດຕິຍົດ, ສະຫງ່າຣາສີ ແລະ ຣິດທານຸພາບ ຈົ່ງມີແດ່ພຣະອົງຜູ້ຊົງປະທັບເທິງພຣະຣາຊບັນລັງ ແລະ ແດ່ພຣະເມສານ້ອຍ ຕະຫຼອດຊົ່ວນິຣັນດອນ.’” (ພຣະນິມິດ 5:13). {GC 678.2}

ການຕໍ່ສູ້ມະຫາກາບໄດ້ສິ້ນສຸດລົງແລ້ວ, ຄວາມບາບ ແລະ ຄົນບາບບໍ່ມີອີກແລ້ວ, ທົ່ວທັງຈັກກະວານລ້ວນແຕ່ສະອາດບໍຣິສຸດ, ທຸກສິ່ງປະສານກົມກຽວກັນ. ຊີວິດ, ແສງສະຫວ່າງ ແລະ ຄວາມຊົມຊື່ນຍິນດີຫຼັ່ງໄຫຼຈາກພຣະຜູ້ສ້າງໄປຫຼໍ່ລ້ຽງຈັກກະວານອັນກວ້າງໃຫຍ່ໄພສານ. ຕັ້ງແຕ່ອະນຸພາກທີ່ເລັກນ້ອຍທີ່ສຸດຈົນເຖິງດວງດາວທີ່ໃຫຍ່ທີ່ສຸດ ທຸກສິ່ງເຕັມໄປດ້ວຍຄວາມສຸກແສນຍິນດີ ແລະ ຄວາມສວຍສົດງົດງາມ. ບໍ່ວ່າສິ່ງມີຊີວິດ ຫຼື ບໍ່ມີຊີວິດ ທຸກສິ່ງທຸກຢ່າງລ້ວນແຕ່ປະກາດວ່າ: “ພຣະເຈົ້າຊົງເປັນຄວາມຮັກ.” {GC 678.3}


  1. ໝາຍເຖິງພຣະເຢຊູ.