https://m.egwwritings.org/en/book/132.2946#2946
“ການບາບຂອງນະຄອນນັ້ນ ກອງສູງຂຶ້ນພຽງຟ້າແລ້ວ ແລະ ພຣະເຈົ້າໄດ້ຊົງຈື່ຈຳການກະທຳອັນຊົ່ວຊ້າຂອງມັນໄວ້ແລ້ວ. ນະຄອນນັ້ນໄດ້ໃຫ້ຜົນຢ່າງໃດ ກໍຈົ່ງໃຫ້ຜົນແກ່ມັນຢ່າງນັ້ນ ແລະ ຈົ່ງຕອບແທນແກ່ການກະທຳຂອງມັນເປັນສອງເທົ່າ. ໃນຈອກທີ່ມັນໄດ້ປະສົມໄວ້ ກໍຈົ່ງປະສົມລົງໃນຈອກນັ້ນສອງເທົ່າ. ນະຄອນນັ້ນໄດ້ອວດຈອງຫອງ ແລະ ປ່ອຍຕົວໄປຕາມຄວາມສະໜຸກສະໜານເທົ່າໃດ ກໍຈົ່ງໃຫ້ມັນໄດ້ຮັບການທໍລະມານ ແລະ ຄວາມໂສກເສົ້າຫຼາຍເທົ່ານັ້ນ ເພາະມັນຄິດໃນໃຈວ່າ, ‘ເຮົາຢູ່ໃນຕຳແໜ່ງຣາຊິນີ ບໍ່ແມ່ນແມ່ໝ້າຍ, ເຮົາຈະບໍ່ປະສົບຄວາມໂສກເສົ້າຈັກເທື່ອ.’ ຍ້ອນການນີ້ ໄພພິບັດຕ່າງໆຂອງນະຄອນນັ້ນ ຈະຕົກຖືກນາງໃນວັນດຽວ ຄືຄວາມຕາຍ, ຄວາມໂສກເສົ້າ ແລະ ຄວາມອຶດຢາກ. ແລະໄຟເຜົາຜານນາງໃຫ້ຈິບຫາຍ ເພາະອົງພຣະຜູ້ເປັນເຈົ້າ ພຣະເຈົ້າຜູ້ຊົງຕັດສິນລົງໂທດນະຄອນນັ້ນ ຊົງປະກອບດ້ວຍພຣະກຳລັງ. ບັນດາກະສັດແຫ່ງແຜ່ນດິນໂລກ ທີ່ໄດ້ລ່ວງຜິດສິນທຳທາງເພດກັບນະຄອນນັ້ນ ແລະ ໄດ້ປ່ອຍຕົວໄປຕາມຄວາມສະໜຸກສະໜານຮ່ວມກັນນັ້ນ ເມື່ອໄດ້ເຫັນຄວັນໄຟໄໝ້ ມັນກໍຈະຕີເອິກຮ້ອງໄຫ້. ກະສັດເຫຼົ່ານັ້ນ…ຈະກ່າວວ່າ, ‘ວິບັດ ວິບັດແລ້ວ ບາບີໂລນມະຫານະຄອນທີ່ແຂງແຮງເອີຍ ເຈົ້າໄດ້ຖືກການພິພາກສາລົງໂທດເສຍ ພາຍໃນຊົ່ວໂມງດຽວເທົ່ານັ້ນ.’” (ພຣະນິມິດ 18:5–10).1 {GC 653.1}
“ບັນດາພໍ່ຄ້າແຫ່ງແຜ່ນດິນໂລກ” ທີ່ “ລໍ້າລວຍດ້ວຍຊັບອັນຟຸມເຟືອຍຂອງນະຄອນນັ້ນ” ຕ່າງກໍ “ຢືນຢູ່ຫ່າງໆ ເພາະຢ້ານໄດ້ຮັບສ່ວນທົນທຸກທໍລະມານກັບນາງ. ພວກເຂົາຈະຮ້ອງໄຫ້ ແລະ ໂສກເສົ້າ ແລະ ເປັ່ງສຽງດັງວ່າ, ‘ວິບັດ ວິບັດແລ້ວ ມະຫານະຄອນນັ້ນ ທີ່ເຄີຍນຸ່ງຫົ່ມຜ້າປ່ານເນື້ອລະອຽດ ຜ້າສີມ່ວງອ່ອນ ຜ້າສີແດງເຂັ້ມ ທີ່ເຄີຍປະດັບຕົວດ້ວຍຄຳ ດ້ວຍເພັດພອຍຕ່າງໆ ແລະ ດ້ວຍໄຂ່ມຸກນັ້ນ. ພຽງແຕ່ຊົ່ວໂມງດຽວ ຊັບສົມບັດເຫຼົ່ານັ້ນກໍໄດ້ຖືກທຳລາຍເສຍໄປໝົດ.’” (ພຣະນິມິດ 18:11, 3, 15–17). {GC 653.2}
ນີ້ຄືການພິພາກສາລົງໂທດທີ່ຈະຕົກໃສ່ບາບີໂລນໃນມື້ແຫ່ງພຣະພິໂຣດຂອງພຣະເຈົ້າ. ນະຄອນບາບີໂລນໄດ້ສະສົມຄວາມຊົ່ວຊ້າຈົນເຕັມຂີດ ແລະ ພ້ອມແລ້ວທີ່ຈະຖືກທຳລາຍ. {GC 653.3}
ເມື່ອພຣະສຸຣະສຽງຂອງພຣະເຈົ້າປົດປ່ອຍໄພ່ພົນຂອງພຣະອົງ, ຜູ້ທີ່ສູນເສຍທຸກສິ່ງໃນການຕໍ່ສູ້ອັນຍິ່ງໃຫຍ່ຂອງຊີວິດ ຕື່ນຕົວຢ່າງໜ້າໃຈຫາຍ. ຕະຫຼອດໄລຍະເວລາແຫ່ງພຣະກະລຸນານັ້ນ ພວກເຂົາຫຼົງການຫຼອກລວງຂອງຊາຕານຈົນຕາບອດ ແລະ ຮູ້ສຶກວ່າມີຂໍ້ແກ້ຕົວໃນການເຮັດບາບ. ຄົນຮັ່ງມີເຄີຍທະນົງໃຈທີ່ມີຖານະສູງກວ່າຄົນດ້ອຍໂອກາດ, ເຖິງແມ່ນວ່າ ພວກເຂົາໄດ້ຊັບສິນມາໂດຍການລະເມີດພຣະບັນຍັດຂອງພຣະເຈົ້າກໍຕາມ. ພວກເຂົາບໍ່ໄດ້ເອົາໃຈໃສ່ຄົນອຶດຫິວ, ບໍ່ໄດ້ຫາເຄື່ອງນຸ່ງໃຫ້ຄົນເປືອຍກາຍ, ບໍ່ໄດ້ປະພຶດຢ່າງຍຸຕິທຳ ແລະ ບໍ່ມີໃຈເມດຕາ. ພວກເຂົາຊອກຫາການຍົກຍ້ອງເຊີດຊູ ແລະ ຄວາມນັບໜ້າຖືຕາຈາກເພື່ອນມະນຸດ. ບັດນີ້, ທຸກສິ່ງທີ່ເຮັດໃຫ້ພວກເຂົາຍິ່ງໃຫຍ່ໄດ້ຖືກຖອດຖອນໄປ ຈົນເຫຼືອແຕ່ຄວາມຫວ່າງເປົ່າ ແລະ ບໍ່ມີສິ່ງໃດປົກປ້ອງພວກເຂົາແລ້ວ. ຄົນທີ່ຫຼົງການຫຼອກລວງຂອງຊາຕານ ເບິ່ງການທຳລາຍຮູບເຄົາລົບທີ່ພວກເຂົາເລືອກແທນພຣະຜູ້ສ້າງດ້ວຍຄວາມຢ້ານກົວ. ພວກເຂົາຍອມສະຫຼະຄວາມລອດ ເພື່ອແລກກັບຄວາມຮັ່ງມີ ແລະ ຄວາມມ່ວນຊື່ນທາງໂລກ ແຕ່ກັບບໍ່ໄດ້ສະແຫວງຫາຄວາມຮັ່ງມີຝ່າຍຈິດວິນຍານ. ຜົນທີ່ຕາມມາແມ່ນຊີວິດຂອງພວກເຂົາລົ້ມເຫຼວ; ຄວາມສຸກຈຶ່ງກັບກາຍເປັນຄວາມຂົມຂື່ນ, ຊັບສົມບັດໄດ້ກາຍເປັນກອງຂີ້ເຫຍື້ອ. ສິ່ງທີ່ຫາມາໄດ້ຕະຫຼອດຊີວິດຖືກກວາດລ້າງໄປພາຍໃນພັບຕາດຽວ. ຄົນຮັ່ງມີຄ່ຳຄວນເຖິງເຮືອນຊານຫຼັງໃຫຍ່ທີ່ຖືກທຳລາຍ ແລະ ເງິນຄຳທີ່ຖືກກວາດໄປ. ແຕ່ສຽງຄ່ຳຄວນຂອງພວກເຂົາກໍມິດງຽບລົງຍ້ອນຄວາມຢ້ານກົວວ່າ ຕົວເອງຈະຕ້ອງພິນາດໄປພ້ອມກັບຮູບເຄົາລົບຂອງຕົນ. {GC 654.1}
ຄົນອະທຳບໍ່ໄດ້ຮູ້ສຶກເສຍໃຈຍ້ອນຄວາມບາບໃນການເມີນເສີຍຕໍ່ພຣະເຈົ້າ ແລະ ເພື່ອນມະນຸດ ແຕ່ຍ້ອນພຣະເຈົ້າເປັນຝ່າຍຊະນະ. ພວກເຂົາຄ່ຳຄວນຍ້ອນຜົນທີ່ເກີດຂຶ້ນ ແຕ່ບໍ່ໄດ້ກັບໃຈຈາກຄວາມຊົ່ວຮ້າຍຂອງຕົນ. ຖ້າເຮັດໄດ້ພວກເຂົາກໍຈະໃຊ້ທຸກວິທີເພື່ອເອົາຊະນະ. {GC 654.2}
ຊາວໂລກເຫັນກຸ່ມຄົນທີ່ພວກເຂົາເຄີຍດູໝິ່ນເຍາະເຍີ້ຍ ແລະ ຢາກທຳລາຍໃຫ້ໝົດສິ້ນນັ້ນກັບຜ່ານເຫດການໂຣກລະບາດ, ລົມພະຍຸ ແລະ ແຜ່ນດິນໄຫວໂດຍບໍ່ໄດ້ຮັບອັນຕະລາຍ. ພຣະເຈົ້າຊົງເປັນໄຟທີ່ເຜົາຜານສຳລັບຜູ້ລະເມີດພຣະບັນຍັດຂອງພຣະອົງ ແຕ່ຊົງເປັນທີ່ລີ້ໄພອັນປອດໄພສຳລັບໄພ່ພົນຂອງພຣະອົງ. {GC 654.3}
ສາສະໜາຈານທີ່ຍອມສະຫຼະຄວາມຈິງເພື່ອເອົາໃຈມະນຸດນັ້ນ ບັດນີ້ເຫັນແຈ້ງເຖິງລັກສະນະ ແລະ ອິດທິພົນແຫ່ງຄຳສອນຂອງຕົນ. ພວກເຂົາເຫັນຢ່າງຈະແຈ້ງວ່າ ພຣະເຈົ້າຊົງເຝົ້າເບິ່ງພວກເຂົາໃນຂະນະທີ່ຢືນເທດສະໜາ, ເມື່ອຍ່າງຕາມຖະໜົນຫົນທາງ ແລະ ເມື່ອຄົບຄ້າສະມາຄົມກັບຄົນໃນວາລະຕ່າງໆຂອງຊີວິດ. ອາລົມຄວາມຮູ້ສຶກທຸກຢ່າງ, ການຂຽນທຸກບັນທັດ, ຄຳເວົ້າທຸກຄຳ ແລະ ການກະທຳທຸກຢ່າງທີ່ນຳພາຄົນໃຫ້ຫຼົງໄປເພິ່ງໃນສິ່ງທີ່ບໍ່ຈິງ, ທັງໝົດນີ້ເປັນການຫວ່ານເມັດພືດລົງດິນ; ບັດນີ້, ພວກເຂົາຈະໄດ້ເຫັນການເກັບກ່ຽວ ຄືຄົນທັງຫຼາຍທີ່ຕ້ອງຈິບຫາຍຢູ່ອ້ອມຮອບພວກເຂົາ. {GC 654.4}
ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ: “ພວກເຂົາບໍ່ສົນໃຈຮັກສາບາດແຜປະຊາຊົນຂອງເຮົາເລີຍ. ພວກເຂົາເວົ້າວ່າ, ‘ສະຫງົບສຸກ, ສະຫງົບສຸກ’ ໃນເມື່ອທຸກສິ່ງບໍ່ມີຄວາມສະຫງົບສຸກດັ່ງທີ່ໄດ້ເວົ້ານັ້ນ.” “ດ້ວຍການຕົວະຂອງພວກເຈົ້ານັ້ນ ພວກເຈົ້າເຮັດໃຫ້ຄົນຊອບທຳໝົດກຳລັງໃຈ ຄືຄົນທີ່ເຮົາບໍ່ຕ້ອງການທຳຮ້າຍ. ພວກເຈົ້າປ້ອງກັນຄົນຊົ່ວໄວ້ ບໍ່ໃຫ້ພວກເຂົາປະຖິ້ມຄວາມຊົ່ວ ແລະ ຊ່ວຍເອົາຊີວິດຂອງພວກເຂົາໄວ້.” (ເຢເຣມີຢາ 23:1; ເອເຊກຽນ 13:22). {GC 655.1}
“ວິບັດແກ່ພວກຜູ້ລ້ຽງແກະຜູ້ທີ່ທຳລາຍ ແລະ ເຮັດໃຫ້ກະຈັດກະຈາຍໄປທົ່ວທົ່ງຫຍ້າຂອງເຮົາ.…ເຮົາຈະລົງໂທດພວກເຈົ້າສຳລັບການຊົ່ວຊ້າທີ່ພວກເຈົ້າໄດ້ເຮັດນັ້ນ.” “ບັນດາພວກຜູ້ລ້ຽງແກະເອີຍ ຈົ່ງຮ້ອງໄຫ້ສາ, ພວກເຈົ້າທີ່ເປັນຜູ້ລ້ຽງແກະຂອງເຮົາເອີຍ ຈົ່ງຮ້ອງໄຫ້ຄໍ່າຄວນສາ, ຈົ່ງໄວ້ທຸກ ແລະ ກິ້ງເກືອກຢູ່ໃນຂີ້ຝຸ່ນດິນ. ເວລາກໍມາເຖິງແລ້ວ ທີ່ພວກເຈົ້າຕ້ອງຖືກປະຫານໝູ່…ພວກເຈົ້າບໍ່ມີທາງທີ່ຈະປົບໜີໄປໄດ້ເລີຍ.” (ເຢເຣມີຢາ 23:1–2; 25:34–35). {GC 655.2}
ພວກສາສະໜາຈານ ແລະ ສະມາຊິກເຫັນແລ້ວວ່າ ພວກເຂົາບໍ່ໄດ້ຮັກສາຄວາມສຳພັນທີ່ຖືກຕ້ອງກັບພຣະເຈົ້າ ແຕ່ໄດ້ກະບົດຕໍ່ພຣະອົງຜູ້ຊົງເປັນແຫຼ່ງກຳເນີດຂອງກົດໝາຍອັນຍຸຕິທຳ ແລະ ຊອບທຳທັງປວງ. ການປະຖິ້ມພຣະບັນຍັດຂອງພຣະເຈົ້າໄດ້ກໍ່ໃຫ້ເກີດບັນຫາຊົ່ວຮ້າຍນາໆປະການ, ບໍ່ວ່າຈະເປັນການແຕກແຍກ, ຄວາມກຽດຊັງ ແລະ ຄວາມຊົ່ວຊ້າ ຈົນໂລກກາຍເປັນສະໜາມຮົບອັນກວ້າງໃຫຍ່ ແລະ ກາຍເປັນໜອງບຶງແຫ່ງຄວາມເສື່ອມຊາມ. ນີ້ແມ່ນສິ່ງທີ່ປາກົດແກ່ສາຍຕາຂອງຜູ້ທີ່ປະຕິເສດຄວາມຈິງ ແລະ ເລືອກທີ່ຈະກອດກຳຄວາມຜິດເອົາໄວ້. ບໍ່ມີພາສາໃດທີ່ສາມາດອະທິບາຍເຖິງຄວາມໃຈຫາຍ ແລະ ຄວາມປາຖະໜາຂອງຜູ້ທີ່ບໍ່ເຊື່ອຟັງ ແລະ ບໍ່ສັດຊື່ ເມື່ອພວກເຂົາຮູ້ວ່າໄດ້ສູນເສຍຊີວິດນິຣັນໄປຕະຫຼອດການ. ເຖິງຄາວນັ້ນ, ຄົນທີ່ຊາວໂລກເຄີຍຫຼົງໄຫຼຍ້ອນຄວາມສາມາດ ແລະ ການເວົ້າຈາຄ່ອງແຄ້ວລ່ຽນໄຫຼ ກໍຈະເຂົ້າໃຈວ່າຄຳຍ້ອງຍໍຂອງມະນຸດບໍ່ມີຄ່າຫຍັງເລີຍ. ພວກເຂົາຮູ້ເຖິງສິ່ງທີ່ຕົນໄດ້ສູນເສຍໄປຍ້ອນການລະເມີດ, ຈຶ່ງຂາບລົງທີ່ຕີນຂອງຜູ້ທີ່ພວກເຂົາເຄີຍໝິ່ນປະໝາດ ແລະ ເຍາະເຍີ້ຍຍ້ອນຄວາມສັດຊື່ຕໍ່ພຣະເຈົ້າ ພ້ອມທັງຍອມຮັບວ່າພຣະອົງຊົງຮັກຜູ້ທີ່ສັດຊື່ເຫຼົ່ານັ້ນ. {GC 655.3}
ຄົນທັງຫຼາຍເຫັນແລ້ວວ່າ ພວກເຂົາຖືກຫຼອກລວງ. ພວກເຂົາກ່າວໂທດເຊິ່ງກັນ ແລະ ກັນວ່າເປັນຜູ້ນຳພາໄປສູ່ຄວາມຈິບຫາຍ, ແຕ່ທຸກຄົນພ້ອມໃຈກັນປະນາມພວກສາສະໜາຈານຢ່າງຮຸນແຮງທີ່ສຸດ. ພວກສາສະໜາຈານໄດ້ກ່າວແຕ່ເລື່ອງທີ່ຟັງແລ້ວສະບາຍຫູ; ພວກເຂົາໄດ້ນຳຜູ້ຟັງໃຫ້ລະເມີດພຣະບັນຍັດຂອງພຣະເຈົ້າ ແລະ ຂົ່ມເຫັງຜູ້ທີ່ຮັກສາພຣະບັນຍັດໄວ້ໃຫ້ບໍຣິສຸດ. ບັດນີ້, ພວກອາຈານເຫຼົ່ານີ້ສາລະພາບຕໍ່ໜ້າຊາວໂລກດ້ວຍຄວາມສິ້ນຫວັງ ເຖິງການຫຼອກລວງຂອງພວກເຂົາ. ຝູງຊົນຮ້ອງອອກມາດ້ວຍຄວາມຄຽດແຄ້ນວ່າ: “ພວກເຮົາຈິບຫາຍແລ້ວ! ແລະພວກເຈົ້າເປັນຕົ້ນເຫດຂອງຄວາມຈິບຫາຍຂອງພວກເຮົາ;” ຈາກນັ້ນກໍຫັນມາຕໍ່ສູ້ຜູ້ລ້ຽງແກະປອມ. ຄົນທີ່ເຄີຍນັບຖືອາຈານເຫຼົ່ານັ້ນຫຼາຍທີ່ສຸດ ຈະເປັນພວກທີ່ກ່າວຄຳສາບແຊ່ງອັນຮຸນແຮງທີ່ສຸດໃສ່ພວກເຂົາ. ມືທີ່ເຄີຍສວມພວງມາໄລໃຫ້ພວກສາສະໜາຈານປອມ ບັດນີ້ກໍຍົກຂຶ້ນມາເພື່ອທຳລາຍພວກເຂົາ. ດາບທີ່ກຽມໄວ້ເພື່ອຂ້າຄົນຂອງພຣະເຈົ້າ ກັບຖືກນຳມາເພື່ອທຳລາຍສັດຕູຂອງພວກເຂົາ. ມີການຕໍ່ສູ້ ແລະ ການນອງເລືອດທຸກຫົນທຸກແຫ່ງ. {GC 655.4}
“ສຽງທີ່ໄດ້ຍິນ ຈະດັງສະໜັ່ນຈົນໄປສຸດແຜ່ນດິນ ພຣະເຈົ້າຢາເວມີຄະດີຕໍ່ສູ້ນາໆປະເທດ. ພຣະອົງຈະນຳຄົນຊົ່ວຂຶ້ນສານ ໃຫ້ຖືກສັງຫານໝົດ.” (ເຢເຣມີຢາ 25:31). ການຂັດແຍ້ງອັນຍິ່ງໃຫຍ່ໄດ້ດຳເນີນມາເປັນເວລາຫົກພັນປີແລ້ວ. ພຣະບຸດຂອງພຣະເຈົ້າ ແລະ ເຫຼົ່າທູດສະຫວັນໄດ້ຕໍ່ສູ້ກັບອຳນາດຂອງມານຮ້າຍ ເພື່ອຕັກເຕືອນ, ໃຫ້ຄວາມສະຫວ່າງ ແລະ ຊ່ວຍມະນຸດໃຫ້ລອດພົ້ນ. ບັດນີ້, ທຸກຄົນໄດ້ເລືອກຝ່າຍຂອງຕົນແລ້ວ ຄົນອະທຳໄດ້ເຂົ້າຮ່ວມກັບຊາຕານຢ່າງເຕັມທີ່ ໃນການເຮັດສົງຄາມຕໍ່ສູ້ກັບພຣະເຈົ້າ. ເວລາໄດ້ມາເຖິງແລ້ວ ທີ່ພຣະເຈົ້າຈະປົກປ້ອງສິດອຳນາດຂອງພຣະບັນຍັດຂອງພຣະອົງທີ່ຖືກຢຽບຢ້ຳ. ບັດນີ້, ການຂັດແຍ້ງບໍ່ແມ່ນກັບຊາຕານພຽງຜູ້ດຽວອີກຕໍ່ໄປ ແຕ່ແມ່ນກັບມະນຸດດ້ວຍ. “ພຣະເຈົ້າຢາເວມີຄະດີຕໍ່ສູ້ນາໆປະເທດ. ພຣະອົງຈະນຳຄົນຊົ່ວ…ໃຫ້ຖືກສັງຫານໝົດ.” {GC 656.1}
ເຄື່ອງໝາຍແຫ່ງການຊົງໄຖ່ໄດ້ຖືກປະທັບໄວ້ເທິງຜູ້ທີ່ “ທຸກໃຈ ແລະ ເດືອດຮ້ອນ ເພາະສິ່ງອັນໜ້າກຽດຊັງທັງໝົດທີ່ຄົນ…ໄດ້ເຮັດຂຶ້ນ.” ບັດນີ້, ທູດມໍຣະນະກໍອອກໄປ, ເຊິ່ງກົງກັບກຸ່ມຜູ້ຊາຍຖືອາວຸດໃນນິມິດຂອງເອເຊກຽນ. ພວກເຂົາໄດ້ຮັບຄຳສັ່ງວ່າ: “ຈົ່ງຂ້າຄົນເຖົ້າ, ຊາຍໜຸ່ມ, ຍິງໜຸ່ມ, ບັນດາແມ່ ແລະ ພວກເດັກນ້ອຍ. ແຕ່ຢ່າແຕະຕ້ອງຜູ້ໃດທີ່ມີເຄື່ອງໝາຍທີ່ໜ້າຜາກ. ຈົ່ງເລີ່ມແຕ່ພຣະວິຫານຂອງເຮົາໄປ.” ຜູ້ເຜີຍພຣະທຳກ່າວວ່າ: “ພວກເຂົາຈຶ່ງໄດ້ເລີ່ມສັງຫານບັນດາຜູ້ປົກຄອງທີ່ກຳລັງຢືນຢູ່ໃນພຣະວິຫານ.” (ເອເຊກຽນ 9:1–6). ການທຳລາຍເລີ່ມຕົ້ນຈາກພວກທີ່ອ້າງຕົວເປັນຜູ້ພິທັກຮັກສາຝ່າຍຈິດວິນຍານຂອງປະຊາຊົນ. ພວກຜູ້ເຝົ້າຍາມປອມເປັນກຸ່ມທຳອິດທີ່ລົ້ມລົງ. ບໍ່ມີຜູ້ໃດທີ່ຈະສົງສານ, ບໍ່ມີໃຜຈະໄວ້ຊີວິດພວກເຂົາ. ທັງຜູ້ຊາຍ, ແມ່ຍິງ, ຍິງສາວ ແລະ ເດັກນ້ອຍກໍພິນາດໄປພ້ອມກັນ. {GC 656.2}
“ພຣະເຢໂຮວາກຳລັງສະເດັດອອກມາຈາກສະຖານທີ່ຂອງພຣະອົງ ເພື່ອລົງໂທດຊາວແຜ່ນດິນໂລກ ເພາະຄວາມຊົ່ວຊ້າຂອງເຂົາທັງຫຼາຍ; ແລະແຜ່ນດິນໂລກຈະເປີດເຜີຍໂລຫິດເຊິ່ງຫຼັ່ງຢູ່ເທິງມັນ ແລະ ຈະບໍ່ປິດບັງຜູ້ຖືກຂ້າຂອງມັນໄວ້ອີກ.” (ເອຊາຢາ 26:21 ດັດແປງຈາກສະບັບ TKJV). “ພຣະເຈົ້າຢາເວຈະນຳໂຣກລະບາດມາສູ່ຊົນຊາດທັງໝົດ ເຊິ່ງໄດ້ເຮັດເສິກຕໍ່ສູ້ນະຄອນເຢຣູຊາເລັມ. ເນື້ອໜັງຂອງພວກເຂົາຈະເປື່ອຍເນົ່າ ເມື່ອຍັງມີຊີວິດຢູ່; ຕາ ແລະ ລີ້ນຂອງພວກເຂົາຈະເປື່ອຍເນົ່າເຊັ່ນກັນດ້ວຍ. ໃນວັນນັ້ນ, ພຣະເຈົ້າຢາເວຈະເຮັດໃຫ້ພວກເຂົາສັບສົນວຸ້ນວາຍໃຫຍ່ ແລະ ຢ້ານກົວ ຈົນວ່າຈະໂຈມຕີ ແລະ ຈັບກຸມຄົນທີ່ຢູ່ໃກ້ຄຽງຕົນ.” (ເຊກາຣີຢາ 14:12–13). ຄົນອະທຳທັງປວງຈະພິນາດໄປດ້ວຍການຕໍ່ສູ້ອັນບ້າຄັ່ງທີ່ເກີດຈາກອາລົມຮຸນແຮງຂອງພວກເຂົາເອງ ແລະ ຈາກການຖອກເທພຣະພິໂຣດອັນເຕັມຂະໜາດຂອງພຣະເຈົ້າ. ບໍ່ມີໃຜຈະລອດພົ້ນ, ບໍ່ວ່າຈະເປັນບາດຫຼວງ, ຜູ້ປົກຄອງ, ປະຊາຊົນ, ຄົນຮັ່ງມີ, ຄົນທຸກຍາກ, ຄົນຊັ້ນສູງ ຫຼື ຄົນຊັ້ນຕ່ຳ. “ໃນວັນນັ້ນ ຊາກສົບທັງຫຼາຍຂອງຄົນທີ່ພຣະເຈົ້າຢາເວໄດ້ຂ້າຖິ້ມ ຈະກະຈັດກະຈາຍກັນຢູ່ ແຕ່ສົ້ນໜຶ່ງຫາອີກສົ້ນໜຶ່ງຂອງແຜ່ນດິນໂລກ. ຈະບໍ່ມີຜູ້ໃດເລີຍໄວ້ທຸກໃຫ້ພວກເຂົາ ແລະທັງຈະບໍ່ມີຜູ້ໃດເອົາຊາກສົບໄປຝັງໄວ້.” (ເຢເຣມີຢາ 25:33). {GC 656.3}
ເມື່ອພຣະຄຣິສສະເດັດມາ, ຄົນອະທຳຈະຖືກລຶບລ້າງໄປຈາກພື້ນແຜ່ນດິນໂລກ. ພວກເຂົາຈະຖືກເຜົາຜານດ້ວຍລົມພຣະໂອດຂອງພຣະອົງ ແລະ ຖືກທຳລາຍດ້ວຍສະຫງ່າຣາສີອັນເຈີດຈ້າຂອງພຣະອົງ. ພຣະຄຣິສຈະນຳໄພ່ພົນຂອງພຣະອົງໄປຍັງນະຄອນຂອງພຣະເຈົ້າ, ເຮັດໃຫ້ແຜ່ນດິນໂລກຫວ່າງເປົ່າບໍ່ມີຜູ້ອາໄສຢູ່. “ດັ່ງນັ້ນ, ພຣະເຢໂຮວາໃຫ້ແຜ່ນດິນຮ້າງເປົ່າ ແລະ ຂວ້ຳໜ້າດິນ ແລະ ໃຫ້ປະຊາຊົນພັດພາກຈາກກັນ.” “ໂລກຈະຫວ່າງເປົ່າ ແລະ ຍັບເຍີນຢ່າງສິ້ນເຊີງ. ອົງພຣະຜູ້ເປັນເຈົ້າຊົງກ່າວຖ້ອຍຄຳເຫຼົ່ານີ້.” “ໂລກເປັນມົນທິນ ເນື່ອງຈາກຜູ້ອາໄສຂອງມັນ, ເພາະເຂົາທັງຫຼາຍລະເມີດທຳມະບັນຍັດ, ຝ່າຝືນກົດເກນ ແລະ ຫັກທຳລາຍພັນທະສັນຍານິຣັນນັ້ນ. ເພາະສະນັ້ນ, ຄຳສາບແຊ່ງກືນກິນໂລກ ແລະ ຜູ້ອາໄສໃນນັ້ນກໍແບກຮັບຄວາມຜິດ; ເພາະສະນັ້ນ, ຜູ້ອາໄສຂອງໂລກຈຶ່ງຖືກເຜົາຜານ.” (ເອຊາຢາ 24:1 ດັດແປງຈາກສະບັບລາວບູຮານ; 3 ດັດແປງຈາກສະບັບ TNCV; 5–6 THSV). {GC 657.1}
ແຜ່ນດິນໂລກທັງໝົດປາກົດເໝືອນຖິ່ນແຫ້ງແລ້ງກັນດານອັນຮົກຮ້າງເປົ່າປ່ຽວ. ຊາກເພພັງຂອງບ້ານເມືອງທີ່ຖືກແຜ່ນດິນໄຫວທຳລາຍ, ຕົ້ນໄມ້ທີ່ຖືກຖອນຮາກຖອນໂຄນ, ກ້ອນຫີນອັນແຫຼມຄົມທີ່ຖືກຄື້ນທະເລຊັດຂຶ້ນມາ ຫຼື ຖືກດັນອອກຈາກໃຕ້ດິນກໍກະຈັດກະຈາຍຢູ່ທົ່ວພື້ນຜິວໂລກ, ແລ້ວມີຫຼຸມຂະໜາດມະຫຶມາໃນບ່ອນທີ່ເຄີຍເປັນພູເຂົາ. {GC 657.2}
ພິທີສຸດທ້າຍຂອງວັນລຶບລ້າງບາບໃນພຣະຄຳພີເດີມ ເປັນເງົາສັນຍະລັກຂອງສິ່ງທີ່ຈະເກີດຂຶ້ນ. ຫຼັງຈາກພາລະກິດໃນສະຖານທີ່ສັກສິດທີ່ສຸດສຳເລັດລົງ ແລະ ຄວາມບາບຂອງຊົນຊາດອິດສະຣາເອນໄດ້ຖືກຊຳລະອອກຈາກສະຖານນະມັດສະການແລ້ວ ໂດຍເລືອດຂອງເຄື່ອງບູຊາໄຖ່ບາບ, ເມື່ອນັ້ນ ແບ້ຮັບບາບໄດ້ຖືກນຳມາຢູ່ຕໍ່ໜ້າພຣະພັກອົງພຣະຜູ້ເປັນເຈົ້າໃນຂະນະທີ່ມັນຍັງມີຊີວິດຢູ່. ມະຫາປະໂຣຫິດໄດ້ສາລະພາບບາບຢູ່ເໜືອແບ້ໂຕນັ້ນ ຕໍ່ໜ້າຊຸມຊົນອິດສະຣາເອນທັງປວງ ແລະ ວາງຄວາມບາບຊົ່ວ ແລະ ການລ່ວງລະເມີດທັງສິ້ນຂອງພວກເຂົາລົງເທິງຫົວຂອງແບ້ໂຕນັ້ນ (ເບິ່ງ ລະບຽບພວກເລວີ 16:21). ເຊັ່ນດຽວກັນ, ເມື່ອວຽກງານແຫ່ງການລຶບລ້າງຄວາມບາບໃນສະຖານນະມັດສະການແຫ່ງສະຫວັນສຳເລັດລົງແລ້ວ, ຄວາມບາບຂອງໄພ່ພົນຂອງພຣະເຈົ້າ ຈະຖືກວາງໃສ່ຊາຕານຢູ່ຕໍ່ໜ້າພຣະພັກພຣະເຈົ້າ ແລະ ຕໍ່ໜ້າເຫຼົ່າທູດສະຫວັນກັບຝູງຊົນຜູ້ໄດ້ຮັບການໄຖ່. ຈະມີການປະກາດເຖິງຄວາມຊົ່ວທັງໝົດທີ່ຊາຕານລໍ້ລວງຄົນຂອງພຣະເຈົ້າໃຫ້ເຮັດ. ແລ້ວຈະເປັນດັ່ງໃນພິທີລຶບລ້າງຄວາມບາບ ທີ່ໂຕແບ້ຮັບບາບຖືກສົ່ງໄປຍັງດິນແດນເປົ່າປ່ຽວ, ຊາຕານກໍຈະຖືກຂັງໄວ້ໃນໂລກທີ່ຮົກຮ້າງເປົ່າປ່ຽວທີ່ບໍ່ມີຜູ້ຄົນອາໄສຢູ່. {GC 658.1}
ໂຢຮັນໄດ້ຂຽນຄຳພະຍາກອນໃນພຣະທຳພຣະນິມິດກ່ຽວກັບການຂັງຊາຕານ ແລະ ສະພາບຂອງໂລກໃນເວລານັ້ນທີ່ມີຄວາມຮົກຮ້າງປັ່ນປ່ວນ; ເພິ່ນປະກາດວ່າສະພາບນີ້ຈະຄົງຢູ່ເປັນເວລາໜຶ່ງພັນປີ. ເຫດການນີ້ຈະເກີດຂຶ້ນ ຫຼັງຈາກການສະເດັດມາຄັ້ງທີສອງຂອງພຣະຄຣິສ ແລະ ການທຳລາຍຄົນອະທຳ, ຕາມທີ່ຂຽນໄວ້ວ່າ: “ແລ້ວຂ້າພະເຈົ້າໄດ້ເຫັນເທວະດາຕົນໜຶ່ງລົງມາຈາກສະຫວັນ, ເພິ່ນຖືກະແຈຂອງເຫວເລິກ ແລະ ຖືໂສ້ເສັ້ນໃຫຍ່. ເພິ່ນໄດ້ຈັບເອົາພະຍານາກ ເຊິ່ງເປັນງູແຕ່ດຶກດຳບັນ ຄືມານຮ້າຍ ແລະ ມານຊາຕານ ໄດ້ຜູກມັດມັນໄວ້ໃນລະຫວ່າງພັນປີ. ແລ້ວເພິ່ນໄດ້ຖິ້ມມັນລົງໄປໃນເຫວເລິກ ແລະ ໃສ່ກະແຈ ທັງຕີຕາປະທັບໃສ່ດ້ວຍ ເພື່ອບໍ່ໃຫ້ມັນໄດ້ຫຼອກລວງບັນດາປະຊາຊາດທັງຫຼາຍອີກຕໍ່ໄປ ຈົນກວ່າໜຶ່ງພັນປີຜ່ານພົ້ນໄປ. ຫຼັງຈາກນັ້ນ, ມັນຈະຕ້ອງຖືກປ່ອຍໃຫ້ອອກມາພຽງຊົ່ວໄລຍະໜຶ່ງ.” (ພຣະນິມິດ 20:1–3). {GC 658.2}
ຄຳວ່າ “ເຫວເລິກ” ນັ້ນ ໝາຍເຖິງແຜ່ນດິນໂລກໃນສະພາບທີ່ວຸ້ນວາຍ ແລະ ມືດມົນ ດັ່ງທີ່ເຫັນໄດ້ຈາກຂໍ້ພຣະຄຳພີອື່ນໆ. ພຣະຄຳພີຂຽນເຖິງສະພາບຂອງໂລກ “ໃນປະຖົມມະການ” ວ່າ “ຂະນະນັ້ນ ໂລກຍັງບໍ່ມີຮູບຊົງ ແລະ ຫວ່າງເປົ່າ ຄວາມມືດປົກຄຸມຢູ່ເໜືອພື້ນຜິວຂອງຫ້ວງນ້ຳ.” (ປະຖົມມະການ 1:1–2 TNCV). ຄຳວ່າ “ເຫວເລິກ” ໃນພຣະນິມິດບົດທີ 20 ກັບ “ຫ້ວງນ້ຳ” ໃນປະຖົມມະການຂອງພຣະຄຳພີພາສາກຣີກບູຮານ ເປັນຄຳດຽວກັນ. ຄຳພະຍາກອນສອນວ່າ ໂລກຈະກັບຄືນສູ່ສະພາບນີ້ຢ່າງໜ້ອຍກໍບາງສ່ວນ. ເມື່ອເຢເຣມີຢາເຫັນນິມິດເຖິງວັນຍິ່ງໃຫຍ່ຂອງພຣະເຈົ້າ ເພິ່ນກ່າວວ່າ: “ຂ້ານ້ອຍຈ້ອງຕາເບິ່ງແຜ່ນດິນໂລກ ເຫັນເປັນທີ່ຮ້າງຫວ່າງເປົ່າທັງໝົດ ແລະ ແນມເບິ່ງຟ້າສະຫວັນກໍບໍ່ເຫັນແສງສະຫວ່າງໃດໆທັງສິ້ນ. ຂ້ານ້ອຍແນມເບິ່ງພູເຂົາຕ່າງໆພຸ້ນ ມັນກໍສັ່ນສະເທືອນ ແລະ ເນີນພູທັງຫຼາຍກໍໂຊເຊໄປມາດ້ວຍ. ຂ້ານ້ອຍເຫັນວ່າ ໃນທີ່ນັ້ນບໍ່ມີຈັກຄົນເລີຍ ແມ່ນແຕ່ຝູງນົກກໍໄດ້ເຈີດບິນໜີໄປຈົນສິ້ນ. ດິນແດນທີ່ແຕ່ກ່ອນເປັນດິນທີ່ອຸດົມສົມບູນ ກໍກາຍເປັນຖິ່ນແຫ້ງແລ້ງກັນດານໄປສິ້ນ; ເມືອງທັງຫຼາຍກໍຖືກປະໃຫ້ຮົກຮ້າງເພພັງ.” (ເຢເຣມີຢາ 4:23–26). {GC 658.3}
ແຜ່ນດິນໂລກຈະເປັນທີ່ຢູ່ອາໄສຂອງຊາຕານ ແລະ ເຫຼົ່າທູດຂອງມັນເປັນເວລາໜຶ່ງພັນປີ. ມັນຈະຖືກກັກຂັງໃຫ້ຢູ່ແຕ່ໃນໂລກເທົ່ານັ້ນ, ບໍ່ສາມາດເຂົ້າເຖິງໂລກອື່ນໆ ເພື່ອທົດລອງ ຫຼື ລົບກວນຜູ້ທີ່ບໍ່ເຄີຍຕົກໃນຄວາມບາບ. ໃນລັກສະນະນີ້ ມັນຈຶ່ງຖືກຜູກມັດໄວ້ເພາະບໍ່ມີຜູ້ໃດເຫຼືອຢູ່ໃຫ້ມັນລໍ້ລວງ. ມັນຈະບໍ່ສາມາດຫຼອກລວງ ຫຼື ທຳລາຍອີກຕໍ່ໄປ ເຊິ່ງເປັນສິ່ງດຽວທີ່ເຮັດໃຫ້ມັນມີຄວາມສຸກ ແລະ ທີ່ມັນເຮັດມາຫຼາຍພັນປີແລ້ວ. {GC 659.1}
ຜູ້ປະກາດພຣະທຳເອຊາຢາ ໄດ້ເບິ່ງລ່ວງໜ້າເຖິງເວລາທີ່ຊາຕານຈະຖືກໂຄ່ນລົ້ມວ່າ: “ລູຊີເຟີ, ດວງດາວສ່ອງໃສໃນຕອນເຊົ້າເອີຍ ເຈົ້າໄດ້ຕົກລົງຈາກສະຫວັນແລ້ວນໍ. ໃນອະດີດນັ້ນ, ເຈົ້າໄດ້ຕີຊະນະຫຼາຍໆຊົນຊາດ…ເຈົ້າໄດ້ເວົ້າໃນໃຈວ່າ, ‘ຂ້ອຍຈະຂຶ້ນໄປສະຫວັນ ແລະ ຕັ້ງບັນລັງຂອງຂ້ອຍໄວ້ໃນທີ່ສູງສຸດເໜືອດວງດາວຕ່າງໆ. ຂ້ອຍຈະຕ້ອງນັ່ງດັ່ງກະສັດເທິງພູທາງທິດເໜືອ…ຂ້ອຍຈະຕ້ອງຂຶ້ນໄປເໜືອຈອມເມກ ແລະ ເປັນດັ່ງອົງຊົງຣິດອຳນາດຍິ່ງໃຫຍ່.’ ແຕ່ແລ້ວເຈົ້າພັດໄດ້ຖືກຖິ້ມລົງມາສູ່ບ່ອນເລິກທີ່ສຸດຂອງແດນມໍຣະນາ.” “ຄົນທັງຫຼາຍທີ່ເຫັນເຈົ້າກໍເພ່ງຕາເບິ່ງເຈົ້າ, ເຂົາແຍງເບິ່ງເຈົ້າວ່າ: ‘ຜູ້ນີ້ແມ່ນອີ່ຫຼີ, ຜູ້ທີ່ໄດ້ໃຫ້ແຜ່ນດິນຫວັ່ນໄຫວ, ທີ່ໄດ້ໃຫ້ຣາຊອານາຈັກທັງຫຼາຍວຸ້ນວາຍໄປ, ທີ່ໄດ້ທຳລາຍແຜ່ນດິນໂລກໃຫ້ເປັນປ່າ ແລະ ເມືອງທັງຫຼາຍໃນໂລກນັ້ນເພິ່ນໄດ້ມ້າງເສຍ. ຄົນທັງຫຼາຍທີ່ເພິ່ນໄດ້ຈັບເປັນທາດ ເພິ່ນບໍ່ໄດ້ປ່ອຍຈັກເທື່ອ.’” (ເອຊາຢາ 14:12–15; 16–17 ສະບັບລາວບູຮານ). {GC 659.2}
ເປັນເວລາຫົກພັນປີແລ້ວ ທີ່ການກະບົດຂອງຊາຕານໄດ້ເຮັດໃຫ້ແຜ່ນດິນໂລກສັ່ນສະເທືອນ. ມັນໄດ້ “ທຳລາຍແຜ່ນດິນໂລກໃຫ້ເປັນປ່າ ແລະ ເມືອງທັງຫຼາຍໃນໂລກນັ້ນເພິ່ນໄດ້ມ້າງເສຍ.” “ຄົນທັງຫຼາຍທີ່ເພິ່ນໄດ້ຈັບເປັນທາດ ເພິ່ນບໍ່ໄດ້ປ່ອຍຈັກເທື່ອ.” ເປັນເວລາຫົກພັນປີແລ້ວ ທີ່ໄພ່ພົນຂອງພຣະເຈົ້າຖືກກັກຂັງພາຍໃຕ້ອຳນາດແຫ່ງຄວາມຕາຍ ແລະ ຊາຕານຕັ້ງໃຈຈະກັກຂັງພວກເຂົາໄວ້ຕະຫຼອດໄປ. ແຕ່ພຣະຄຣິສໄດ້ທຳລາຍໂສ້ຂອງມັນແລ້ວ ແລະ ປົດປ່ອຍບັນດາຊະເລີຍໃຫ້ເປັນອິດສະຫຼະ. {GC 659.3}
ບັດນີ້, ແມ່ນແຕ່ຄົນຊົ່ວກໍຍັງພົ້ນຈາກອຳນາດຂອງຊາຕານ, ເຫຼືອພຽງແຕ່ກຸ່ມທູດຊົ່ວຮ້າຍເທົ່ານັ້ນທີ່ຢູ່ກັບມັນ. ດັ່ງນັ້ນ, ມັນຈຶ່ງມີເວລາທົບທວນເຖິງຜົນຂອງຄຳສາບແຊ່ງທີ່ເກີດຈາກຄວາມບາບ. “ກະສັດທັງປວງຂອງບັນດາປະຊາຊາດສິ້ນຊີວິດຢ່າງມີກຽດ ຕ່າງກໍຢູ່ໃນຖ້ຳຝັງສົບຂອງຕົນ ແຕ່ທ່ານຖືກແກວ່ງໄກອອກໄປຈາກຂຸມສົບຂອງທ່ານ ເໝືອນກິ່ງໄມ້ທີ່ຖືກຕັດຖິ້ມຈາກຕົ້ນ…ທ່ານຈະບໍ່ຖືກຝັງດ້ວຍກັນກັບກະສັດອື່ນໆ ເພາະທ່ານໄດ້ເຮັດໃຫ້ແຜ່ນດິນຂອງທ່ານພິນາດຍ່ອຍຍັບ; ທ່ານໄດ້ຂ້າຊົນຊາດຂອງທ່ານ.” (ເອຊາຢາ 14:18–20 ດັດແປງຈາກສະບັບ NTV). {GC 660.1}
ຊາຕານຈະທ່ຽວໄປມາໃນໂລກທີ່ຮ້າງເປົ່າເປັນເວລາໜຶ່ງພັນປີ ແລະ ຈະໄດ້ເຫັນຜົນຂອງການກະບົດຕໍ່ພຣະບັນຍັດຂອງພຣະເຈົ້າ. ໃນຊ່ວງເວລານີ້ ມັນຈະທົນທຸກທໍລະມານຢ່າງສາຫັດ. ນັບຕັ້ງແຕ່ມັນລົ້ມລົງໃນຄວາມບາບ ມັນບໍ່ເຄີຍຢຸດພັກ ຫຼື ຢູ່ລ້າໆ ຈຶ່ງບໍ່ເຄີຍມີເວລາໄຕ່ຕອງ; ແຕ່ບັດນີ້ມັນສິ້ນຣິດເສຍແລ້ວ ແລະ ຖືກປະໄວ້ໃຫ້ພິຈາລະນາເບິ່ງການກະທຳຂອງຕົນ ນັບແຕ່ມັນເລີ່ມກະບົດຕໍ່ການປົກຄອງຂອງສະຫວັນ. ມັນຈຶ່ງຕ້ອງຫວາດຫວັ່ນ ເມື່ອຄິດເຖິງອະນາຄົດອັນໜ້າຢ້ານກົວທີ່ມັນຈະຕ້ອງຮັບໂທດສຳລັບຄວາມຊົ່ວທັງໝົດທີ່ມັນໄດ້ກະທຳ ແລະ ຈະຖືກລົງໂທດສຳລັບຄວາມບາບທີ່ມັນຍົວະໃຫ້ຄົນອື່ນກະທຳ. {GC 660.2}
ການທີ່ຊາຕານຖືກຄຸມຂັງ ຈະນຳຄວາມຊົມຊື່ນຍິນດີມາສູ່ໄພ່ພົນຂອງພຣະເຈົ້າ. ຜູ້ເຜີຍພຣະທຳໄດ້ກ່າວວ່າ: “ພຣະເຈົ້າຢາເວຈະໃຫ້ປະຊາຊົນອິດສະຣາເອນ ໄດ້ບັນເທົາຈາກຄວາມເຈັບປວດ ແລະ ຄວາມທົນທຸກຂອງພວກເຂົາ ແລະຈະໃຫ້ພວກເຂົາພົ້ນຈາກການຖືກບັງຄັບໃຫ້ເຮັດວຽກໜັກ. ເມື່ອພຣະອົງກະທຳການນັ້ນ ພວກເຂົາຈະເວົ້າເຍາະເຍີ້ຍກະສັດແຫ່ງບາບີໂລນ2 ວ່າ: ‘ກະສັດຜູ້ຮ້າຍກາດໄດ້ລົ້ມລົງແລ້ວ…ພຣະເຈົ້າຢາເວໄດ້ເຮັດໃຫ້ອຳນາດຂອງພວກຜູ້ປົກຄອງທີ່ຊົ່ວຮ້າຍສິ້ນສຸດໄປ ຄືຜູ້ກົດຂີ່ປະຊາຊົນຢ່າງໂຫດຮ້າຍ ແລະ ບໍ່ໄດ້ຢຸດເຂັ່ນຂ້າຊົນຊາດທັງຫຼາຍທີ່ພວກຕົນຕີໄດ້ນັ້ນ.’” (ເອຊາຢາ 14:3–6). {GC 660.3}
ໃນໄລຍະໜຶ່ງພັນປີລະຫວ່າງການຟື້ນຄືນຊີບຄັ້ງທຳອິດ ແລະ ການຟື້ນຈາກຄວາມຕາຍຄັ້ງທີສອງນັ້ນ, ຈະມີການພິພາກສາຄົນອະທຳ. ອັກຄະສາວົກໂປໂລໄດ້ຊີ້ໃຫ້ເຫັນວ່າ ການພິພາກສານີ້ຈະເກີດຂຶ້ນພາຍຫຼັງການສະເດັດມາຄັ້ງທີສອງ, ໂດຍເພິ່ນຂຽນໄວ້ວ່າ: “ເພາະສະນັ້ນ, ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ; ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະ ພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ.” (1 ໂກຣິນໂທ 4:5). ຜູ້ເຜີຍພຣະທຳດານີເອນກ່າວວ່າ ເມື່ອຜູ້ຈະເລີນດ້ວຍໄວຍະວຸດສະເດັດມາ ພຣະອົງຈະ “ປະກາດຕັດສິນເຂົ້າຂ້າງປະຊາຊົນຂອງພຣະເຈົ້າອົງສູງສຸດ.” (ດານີເອນ 7:22). ໃນເວລານັ້ນ, ຄົນຊອບທຳຈະປົກຄອງຕໍ່ພຣະພັກພຣະເຈົ້າໃນຖານະກະສັດ ແລະ ປະໂຣຫິດ. ໃນພຣະທຳພຣະນິມິດ ໂຢຮັນໄດ້ກ່າວວ່າ: “ແລ້ວຂ້າພະເຈົ້າໄດ້ເຫັນບັນລັງຫຼາຍອັນ ແລະ ຜູ້ທີ່ນັ່ງເທິງບັນລັງນັ້ນ ເປັນຜູ້ທີ່ໄດ້ຮັບພຣະຣາຊທານອຳນາດພິພາກສາ.” “ພວກເຂົາຈະໄດ້ເປັນປະໂຣຫິດຂອງພຣະເຈົ້າ ແລະ ຂອງພຣະຄຣິສ ທັງຈະຄຸ້ມຄອງຮ່ວມກັບພຣະອົງໃນລະຫວ່າງພັນປີ.” (ພຣະນິມິດ 20:4, 6). ໃນເວລານີ້ເອງທີ່ຖ້ອຍຄຳຂອງອາຈານໂປໂລຈະສຳເລັດທີ່ກ່າວວ່າ: “ປະຊາກອນຂອງພຣະເຈົ້າຈະພິພາກສາໂລກ.” (1 ໂກຣິນໂທ 6:2 TNCV). ພວກເຂົາຈະຮ່ວມກັບພຣະຄຣິສໃນການພິພາກສາຄົນອະທຳ ໂດຍປຽບທຽບການກະທຳຂອງພວກເຂົາກັບພຣະຄຳພີ ແລະ ຕັດສິນທຸກຄະດີຕາມການກະທຳທີ່ເຮັດໃນຂະນະທີ່ມີຊີວິດ. ຫຼັງຈາກນັ້ນ, ໂທດທີ່ຄົນຊົ່ວຕ້ອງໄດ້ຮັບຈະຖືກກຳນົດຕາມການກະທຳຂອງແຕ່ລະຄົນ ແລະ ຈະຖືກບັນທຶກໄວ້ຄຽງຂ້າງຊື່ຂອງພວກເຂົາ ໃນທະບຽນແຫ່ງຄວາມຕາຍ. {GC 660.4}
ພຣະເຢຊູ ແລະ ໄພ່ພົນຂອງພຣະອົງຈະພິພາກສາຕັດສິນຊາຕານ ພ້ອມດ້ວຍເຫຼົ່າທູດຂອງມັນ. ດັ່ງທີ່ອາຈານໂປໂລຂຽນໄວ້ວ່າ: “ພວກເຮົາຈະຕັດສິນບັນດາເທວະດາ.” (1 ໂກຣິນໂທ 6:3). ສ່ວນຢູດາກໍຢືນຢັນວ່າ: “ບັນດາເທວະດາ ທີ່ບໍ່ຢູ່ໃນຂອບເຂດແຫ່ງສິດອຳນາດຂອງຕົນ, ແຕ່ໄດ້ປະຖິ້ມບ່ອນຢູ່ອາໄສຂອງຕົນເອງ ພວກເຂົາໄດ້ຖືກປະໄວ້ໃນຄວາມມືດເບື້ອງລຸ່ມ, ຖືກລ່າມໂສ້ໄວ້ຕະຫຼອດໄປສຳລັບວັນຍິ່ງໃຫຍ່ທີ່ຈະມີການຕັດສິນລົງໂທດ.” (ຢູດາ 1:6). {GC 661.1}
ເມື່ອຄົບຮອບພັນປີຈະມີການຟື້ນຄືນຊີບຄັ້ງທີສອງ. ໃນເວລານັ້ນ, ຄົນອະທຳຈະຟື້ນຈາກຄວາມຕາຍ ແລະ ຈະຕ້ອງປາກົດຕົວຕໍ່ພຣະພັກພຣະເຈົ້າ “ເພື່ອຈະເຮັດແກ່ເຂົາທັງຫຼາຍຕາມຄຳພິພາກສາທີ່ບັນທຶກໄວ້ແລ້ວ.” (ເພງສັນລະເສີນ 149:9 ດັດແປງຈາກສະບັບ THSV). ຫຼັງຈາກທີ່ອະທິບາຍເຖິງການຟື້ນຄືນຊີບຂອງຄົນຊອບທຳແລ້ວ, ໂຢຮັນໄດ້ຂຽນໄວ້ວ່າ: “ຄົນອື່ນໆ ທີ່ຕາຍແລ້ວບໍ່ໄດ້ກັບຄືນມີຊີວິດອີກ ຈົນກວ່າພັນປີນັ້ນລ່ວງໄປແລ້ວ.” (ພຣະນິມິດ 20:5). ສ່ວນເອຊາຢາໄດ້ກ່າວເຖິງຄົນອະທຳວ່າ “ພວກເຂົາຈະຖືກຄຸມຕົວຮວມກັນ ເໝືອນນັກໂທດທີ່ຖືກຂັງໄວ້ໃນຄຸກໃຕ້ດິນ; ພວກເຂົາຈະຖືກຈອງຈຳໄວ້ ແລະ ຫຼັງຈາກນັ້ນຫຼາຍວັນກໍຖືກລົງໂທດ.” (ເອຊາຢາ 24:22 TNCV). {GC 661.2}