31 ການເຄື່ອນໄຫວຂອງວິນຍານຊົ່ວ

ຕົ້ນສະບັບພາສາອັງກິດ

ເຫຼົ່າທູດສະຫວັນ

ການເຊື່ອມໂຍງລະຫວ່າງໂລກທີ່ເບິ່ງເຫັນ ກັບໂລກທີ່ເບິ່ງບໍ່ເຫັນ, ການປະຕິບັດໜ້າທີ່ຂອງທູດສະຫວັນຂອງພຣະເຈົ້າ ແລະ ການເຄື່ອນໄຫວຂອງພວກທູດສະຫວັນທີ່ກະບົດພ້ອມກັບຊາຕານນັ້ນ ໄດ້ຖືກເປີດເຜີຍຢ່າງຈະແຈ້ງໃນພຣະຄຳພີ ແລະ ກ່ຽວພັນກັບປະຫວັດສາດຂອງມະນຸດຢ່າງແຍກອອກຈາກກັນບໍ່ໄດ້. ປັດຈຸບັນນີ້, ມີຄົນຈຳນວນຫຼາຍຂຶ້ນທີ່ບໍ່ເຊື່ອວ່າມີທູດຂອງຊາຕານ; ຫຼາຍຄົນຄິດວ່າທູດສະຫວັນບໍຣິສຸດຜູ້ທີ່ “ບົວລະບັດບັນດາຜູ້ທີ່ຈະໄດ້ຮັບຄວາມພົ້ນ”1 ນັ້ນ ແມ່ນວິນຍານຂອງຄົນຕາຍ. ແຕ່ພຣະຄຳພີບໍ່ພຽງແຕ່ສອນວ່າ ມີທູດສະຫວັນທັງຝ່າຍດີ ແລະ ຝ່າຍທີ່ກະບົດພ້ອມກັບຊາຕານເທົ່ານັ້ນ, ແຕ່ຍັງສະແດງຫຼັກຖານທີ່ບໍ່ອາດປະຕິເສດໄດ້ວ່າ ທູດສະຫວັນບໍ່ແມ່ນວິນຍານຂອງຄົນຕາຍ. {GC 511.1}

ກ່ອນທີ່ພຣະເຈົ້າຈະຊົງສ້າງມະນຸດຂຶ້ນມາ ທູດສະຫວັນກໍມີຢູ່ແລ້ວ. ເມື່ອພຣະອົງຊົງວາງຮາກຖານແຜ່ນດິນໂລກ “ໝູ່ດວງດາວຮ້ອງເພງນຳກັນ, ພວກເທວະດາຂອງພຣະອົງ ກໍເປັ່ງສຽງໂຮ່ຮ້ອງຍິນດີທັງນັ້ນ.” (ໂຢບ 38:7). ຫຼັງຈາກມະນຸດຫຼົງໄປໃນຄວາມບາບ ພຣະເຈົ້າໄດ້ສົ່ງທູດສະຫວັນໄປເຝົ້າຍາມຕົ້ນໄມ້ແຫ່ງຊີວິດ, ເຊິ່ງເຫດການນີ້ໄດ້ເກີດຂຶ້ນກ່ອນທີ່ຈະມີມະນຸດລົ້ມຫາຍຕາຍຈາກ. ທູດສະຫວັນມີທຳມະຊາດທີ່ເໜືອກວ່າມະນຸດ, ດັ່ງທີ່ຜູ້ຂຽນເພງສັນລະ­ເສີນໄດ້ກ່າວໄວ້ວ່າ ມະນຸດຖືກສ້າງຂຶ້ນໃຫ້ “ຕ່ຳກວ່າພວກທູດສະຫວັນແຕ່ໜ້ອຍດຽວ.” (ເພງສັນລະ­ເສີນ 8:5 TKJV). {GC 511.2}

ພຣະຄຳພີໄດ້ບອກເຖິງຈຳນວນ, ອຳນາດ ແລະ ສະຫງ່າຣາສີຂອງເຫຼົ່າທູດສະຫວັນ, ການເຊື່ອມໂຍງຂອງທູດສະຫວັນກັບການປົກຄອງຂອງພຣະເຈົ້າ ແລະ ຄວາມສຳພັນຕໍ່ພາລະກິດການໄຖ່ມະນຸດໃຫ້ລອດ. “ອົງ­ພຣະ­ຜູ້­ເປັນ­ເຈົ້າຕັ້ງພຣະບັນລັງໄວ້ຢູ່ໃນຟ້າສະຫວັນ ຊົງເປັນກະສັດປົກຄອງເໜືອສັບພະທຸກສິ່ງ.” ຜູ້­ເຜີຍ­ພຣະ­ທຳກ່າວວ່າ “ຂ້າພະເຈົ້າ…ຍິນສຽງຂອງເທວະດາຈຳນວນຫຼວງຫຼາຍ…ອ້ອມຮອບບັນລັງ.” ທູດສະຫວັນເຫຼົ່ານັ້ນເຂົ້າເຝົ້າພຣະ­ມະຫາ­ຣາຊາເໜືອກະສັດທັງປວງ, ກໍຄື “ພວກເທວະດາຜູ້ແຂງແຮງ ແລະ ມີຣິດອຳນາດຍິ່ງໃຫຍ່” ຄື “ຜູ້ທີ່ຍອມຟັງສິ່ງທີ່ພຣະອົງຊົງກ່າວ.” (ເພງສັນລະ­ເສີນ 103:19–21 LO2012; ພຣະນິມິດ 5:11 LCV). ຜູ້­ເຜີຍ­ພຣະ­ທຳດານີເອນໄດ້ເຫັນທູດສະຫວັນນັບເປັນລ້ານໆອົງ. ອັກຄະສາວົກໂປໂລກ່າວວ່າ “ທູດສະຫວັນ…ມີຈຳນວນຫຼວງຫຼາຍເກີນທີ່ຈະນັບໄດ້.” (ເບິ່ງ ດານີເອນ 7:10; ເຮັບເຣີ 12:22 ດັດແປງຈາກສະບັບ NTV). ພຣະຄຳພີຂຽນວ່າ ພວກເພິ່ນນຳຂ່າວສານອອກໄປ “ເໝືອນດັ່ງຟ້າຜ່າ” (ເອເຊກຽນ 1:14) ຍ້ອນວ່າທູດສະຫວັນເຫຼົ່ານີ້ມີສະຫງ່າຣາສີອັນເຈີດຈ້າ ແລະ ບິນໄປຢ່າງໄວວາ. ທູດສະຫວັນທີ່ປາກົດຢູ່ທີ່ອຸບມຸງຝັງພຣະສົບຂອງພຣະ­ຜູ້ຊ່ວຍ­ໃຫ້ລອດ “ມີລັກສະນະເໝືອນແສງຟ້າແມບ, ເຄື່ອງນຸ່ງກໍຂາວເໝືອນຫິມະ,” ເຮັດໃຫ້ພວກທະຫານຍາມໂຕສັ່ນດ້ວຍຄວາມຢ້ານກົວ ແລະ “ກາຍເປັນເໝືອນຄົນຕາຍ.” (ມັດທາຍ 28:3, 4). ເມື່ອເຊັນນາເກຣິບ ກະສັດອັດຊີເຣຍຜູ້ຈອງຫອງ ໄດ້ໝິ່ນປະໝາດ ແລະ ກ່າວຄຳລົບຫຼູ່ພຣະເຈົ້າ, ພ້ອມທັງຂົ່ມຂູ່ວ່າຈະທຳລາຍຊົນຊາດອິດສະຣາເອນ, “ໃນຄືນນັ້ນ ເທວະດາຂອງອົງ­ພຣະ­ຜູ້­ເປັນ­ເຈົ້າ ໄດ້ລົງມາຂ້າທະຫານ 185,000 ຄົນ.” “ທະຫານ ແລະ ນາຍທະຫານຂອງກອງທັບອັດຊີເຣຍ” ຖືກຂ້າຕາຍ. “ສະນັ້ນ, ກະສັດແຫ່ງອັດຊີເຣຍຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ.” (2 ກະສັດ 19:35 LO2012; 2 ຂ່າວຄາວ 32:21). {GC 511.3}

ພຣະເຈົ້າຊົງສົ່ງເຫຼົ່າທູດສະຫວັນອອກໄປ ເພື່ອປະຕິບັດພາລະກິດແຫ່ງຄວາມເມດຕາໃຫ້ແກ່ໄພ່ພົນຂອງພຣະອົງ, ຕົວຢ່າງເຊັ່ນ: ທູດສະຫວັນໄດ້ມາຫາອັບຣາຮາມພ້ອມດ້ວຍຄຳສັນຍາວ່າ ເພິ່ນຈະໄດ້ຮັບພຣະພອນ; ໄດ້ມາທີ່ປະຕູເມືອງໂຊໂດມ ເພື່ອຊ່ວຍເຫຼືອໂລດຜູ້ຊອບທຳຈາກການທີ່ເມືອງນັ້ນຈະຖືກທຳລາຍດ້ວຍໄຟ; ໄດ້ມາຫາເອລີຢາໃນທະເລຊາຍ ໃນຂະນະທີ່ເພິ່ນໃກ້ຈະຕາຍຍ້ອນຄວາມອິດເມື່ອຍ ແລະ ຄວາມອຶດຢາກ. ເຫຼົ່າທູດສະຫວັນໄດ້ມາຫາເອລີຊາດ້ວຍລົດຮົບໄຟ ແລະ ມ້າໄຟ ເພື່ອອ້ອມເມືອງນ້ອຍໆບ່ອນທີ່ເພິ່ນຖືກສັດຕູປິດອ້ອມໄວ້; ໄດ້ມາຫາດານີເອນເມື່ອເພິ່ນຢູ່ໃນຣາຊສຳນັກຂອງກະສັດທີ່ບໍ່ນັບຖືພຣະເຈົ້າ ແລະ ສະແຫວງຫາສະຕິປັນຍາຈາກພຣະເຈົ້າ ແລະ ເມື່ອເພິ່ນຖືກຖິ້ມລົງໄປໃຫ້ເປັນເຫຍື່ອຂອງຝູງສິງໂຕ. ທູດສະຫວັນໄດ້ມາຫາເປໂຕ ເມື່ອເພິ່ນລໍຖ້າການປະຫານຊີວິດໃນຄຸກມືດຂອງເຮໂຣດ; ໄດ້ມາຫາພວກນັກໂທດທີ່ເມືອງຟີລິບປອຍ; ໄດ້ມາຫາໂປໂລກັບເພື່ອນຮ່ວມເດີນທາງໃນຄືນທີ່ມີພະຍຸຮ້າຍກາງທະເລ; ໄດ້ມາຫາໂກເນລີໂອ ເພື່ອເປີດໃຈເພິ່ນໃຫ້ພ້ອມທີ່ຈະຮັບເອົາຂ່າວປະເສີດ; ໄດ້ມາຫາເປໂຕ ເພື່ອສົ່ງເພິ່ນອອກໄປປະກາດຂ່າວແຫ່ງຄວາມລອດພົ້ນແກ່ຄົນຕ່າງຊາດທີ່ເພິ່ນບໍ່ຮູ້ຈັກ. ໃນທຸກຍຸກທຸກສະໄໝ ເຫຼົ່າທູດສະຫວັນບໍຣິສຸດໄດ້ຊ່ວຍເຫຼືອຄົນຂອງພຣະເຈົ້າຢ່າງນີ້ແຫຼະ. {GC 512.1}

ທູດສະຫວັນປະຈຳຕົວ

ພຣະເຈົ້າຊົງກຳນົດທູດສະຫວັນປະຈຳຕົວ ໃຫ້ແກ່ທຸກຄົນທີ່ຕິດຕາມພຣະຄຣິສ. ທູດສະຫວັນປະຈຳຕົວເຫຼົ່ານີ້ເຮັດໜ້າທີ່ເຝົ້າຍາມ ເພື່ອປົກປ້ອງຄົນຊອບທຳຈາກອຳນາດຂອງມານຮ້າຍ. ແມ່ນແຕ່ຊາຕານເອງກໍຍອມຮັບເລື່ອງນີ້ ເຊິ່ງເຫັນໄດ້ຈາກຖ້ອຍຄຳຂອງມັນທີ່ກ່າວວ່າ: “ໂຢບຢຳເກງພຣະເຈົ້າໂດຍບໍ່ຫວັງສິ່ງໃດເລີຍບໍ? ພຣະອົງຊົງລ້ອມຮົ້ວປ້ອງກັນລາວ ແລະ ຄອບຄົວກັບຊັບສິນທຸກຢ່າງຂອງລາວບໍ່ແມ່ນບໍ?” (ໂຢບ 1:9, 10 ດັດແປງຈາກສະບັບ TNCV). ພຣະທຳເພງສັນລະ­ເສີນໄດ້ບັນລະຍາຍເຖິງວິທີການຂອງພຣະເຈົ້າ ໃນການປົກປ້ອງໄພ່ພົນຂອງພຣະອົງວ່າ: “ທູດຂອງພຣະເຢໂຮວາຢູ່ອ້ອມຮອບເຫຼົ່າຄົນທີ່ຢຳເກງພຣະອົງ ແລະ ຊົງຊ່ວຍເຂົາໃຫ້ພົ້ນຈາກໄພອັນຕະລາຍ.” (ເພງສັນລະ­ເສີນ 34:7 ດັດແປງຈາກສະບັບ TH1940). ພຣະ­ຜູ້ຊ່ວຍ­ໃຫ້ລອດຊົງກ່າວເຖິງຜູ້ທີ່ເຊື່ອໃນພຣະອົງວ່າ: “ຈົ່ງລະວັງໃຫ້ດີ ຢ່າດູໝິ່ນເດັກນ້ອຍເຫຼົ່ານີ້ແມ່ນແຕ່ຜູ້ໜຶ່ງ, ເຮົາບອກພວກເຈົ້າວ່າ ເທວະດາປະຈຳຂອງເຂົາໃນສະຫວັນ ເຝົ້າຢູ່ສະເໝີຕໍ່ພຣະພັກພຣະບິດາເຈົ້າຂອງເຮົາ.” (ມັດທາຍ 18:10). ເຫຼົ່າທູດສະຫວັນທີ່ຖືກແຕ່ງຕັ້ງໃຫ້ຮັບໃຊ້ຄົນຂອງພຣະເຈົ້າ ສາມາດເຂົ້າເຝົ້າພຣະອົງໄດ້ທຸກເວລາ. {GC 512.2}

ເຖິງວ່າໄພ່ພົນຂອງພຣະເຈົ້າຕ້ອງປະເຊີນກັບອຳນາດການຫຼອກລວງ ແລະ ຄວາມມຸ່ງຮ້າຍທີ່ບໍ່ຢຸດຢັ້ງຂອງຊາຕານ ແລະ ຕ້ອງຕໍ່ສູ້ກັບກຳລັງແຫ່ງຄວາມຊົ່ວຮ້າຍທັງປວງ, ພວກເຂົາກໍຍັງໄດ້ຮັບການຢືນຢັນວ່າ ເຫຼົ່າທູດສະຫວັນຈະຄອຍປົກປັກຮັກສາຢູ່ສະເໝີ, ເຊິ່ງການຢືນຢັນນີ້ກໍຈຳເປັນ. ພຣະເຈົ້າປະທານພຣະສັນຍາແຫ່ງພຣະຄຸນ ແລະ ການປົກປ້ອງໃຫ້ແກ່ໄພ່ພົນຂອງພຣະອົງ ກໍຍ້ອນວ່າພວກເຂົາຕ້ອງປະເຊີນກັບກອງກຳລັງຊົ່ວທີ່ມີຈຳນວນຫຼວງຫຼາຍ, ມີຄວາມມຸ່ງໝັ້ນ ແລະ ບໍ່ເຄີຍອິດເມື່ອຍ. ບໍ່ມີຄວາມປອດໄພສຳລັບຄົນທີ່ລະເລີຍ ຫຼື ບໍ່ຍອມຮັບຮູ້ເຖິງຄວາມປອງຮ້າຍ ແລະ ອຳນາດຂອງພວກມັນ. {GC 513.1}

ທູດຂອງຊາຕານຂັດຂວາງວຽກງານຂອງພຣະເຈົ້າ

ຕອນທີ່ຖືກສ້າງຂຶ້ນມາ ເຫຼົ່າທູດສະຫວັນທີ່ປ່ຽນພັກໄປຢູ່ຝ່າຍອະທຳກໍບໍ່ມີບາບ. ພວກມັນມີທຳມະຊາດ, ອຳນາດ ແລະ ສະຫງ່າຣາສີເທົ່າທຽມກັບເຫຼົ່າທູດສະຫວັນທີ່ໃນປັດຈຸບັນບົວລະບັດຮັບໃຊ້ພຣະເຈົ້າ. ແຕ່ຫຼັງຈາກລ່ວງລົງໄປຢູ່ໃນຄວາມບາບ, ພວກມັນກໍຮ່ວມມືກັນເພື່ອທຳລາຍມະນຸດ ແລະ ເຮັດໃຫ້ພຣະເຈົ້າເສື່ອມເສຍພຣະກຽດ. ເຫຼົ່າທູດຝ່າຍອະທຳໄດ້ເຂົ້າຮ່ວມກັບຊາຕານໃນການກະບົດ ແລະ ຖືກຂັບໄລ່ອອກຈາກສະຫວັນພ້ອມກັບມັນ. ພວກມັນໄດ້ຮ່ວມມືກັບຊາຕານຕະຫຼອດທຸກຍຸກສະໄໝໃນການຕໍ່ສູ້ກັບອຳນາດຂອງພຣະເຈົ້າ. ພຣະຄຳພີໄດ້ບອກເຮົາເຖິງການຮ່ວມມື ແລະ ການປົກຄອງຂອງຊາຕານ ແລະ ເຫຼົ່າທູດຂອງມັນ, ລະດັບຊັ້ນຕ່າງໆ, ຄວາມສະຫຼາດ ແລະ ແຜນອຸບາຍອັນຮ້າຍກາດຂອງພວກມັນ ທີ່ຄອຍປອງຮ້າຍຕໍ່ຄວາມສະຫງົບສຸກຂອງມະນຸດ. {GC 513.2}

ໜ້ອຍໜັກໜ້ອຍໜາ ທີ່ປະຫວັດສາດຂອງພຣະຄຳພີເດີມໄດ້ກ່າວເຖິງເຫຼົ່າທູດຂອງຊາຕານ ແລະ ການເຄື່ອນໄຫວຂອງພວກມັນ. ແຕ່ໃນສະໄໝທີ່ພຣະຄຣິສປະທັບຢູ່ໃນໂລກ, ທູດຝ່າຍອະທຳເຫຼົ່ານີ້ ໄດ້ສະແດງອຳນາດຂອງພວກມັນອອກມາຢ່າງເຫັນໄດ້ຊັດເຈນທີ່ສຸດ. ພຣະຄຣິສສະເດັດມາ ເພື່ອປະຕິບັດຕາມແຜນການໄຖ່ມະນຸດໃຫ້ລອດ ແຕ່ຊາຕານມຸ່ງໝັ້ນທີ່ຈະອ້າງສິດຂອງມັນໃນການຄອບຄອງໂລກນີ້. ມັນປະສົບຜົນສຳເລັດໃນການຊັກນຳຊົນຊາດທັງຫຼາຍທົ່ວໂລກ ໃນການຂາບໄຫວ້ບູຊາຮູບເຄົາລົບ; ມີແຕ່ດິນແດນປາແລັດສະໄຕທີ່ມັນບໍ່ສາມາດຊັກຈູງໄດ້ສຳເລັດ. ພຣະຄຣິສສະເດັດມາຍັງດິນແດນແຫ່ງນີ້, ອັນເປັນດິນແດນທີ່ບໍ່ຍອມສະຫຍົບຢ່າງສົມບູນຕໍ່ອຳນາດຂອງຜູ້ລໍ້ລວງ, ເພື່ອສ່ອງແສງແຫ່ງສະຫວັນແກ່ປະຊາຊົນ. ຢູ່ດິນແດນນີ້ ອຳນາດທັງສອງຝ່າຍທີ່ເປັນສັດຕູກັນໄດ້ອ້າງສິດໃນການປົກຄອງ. ພຣະເຢຊູຊົງອ້າແຂນແຫ່ງຄວາມຮັກອອກ ເພື່ອເຊື້ອເຊີນທຸກຄົນທີ່ເຕັມໃຈມາຮັບເອົາການໃຫ້ອະໄພ ແລະ ສັນຕິສຸກໃນພຣະອົງ. ສ່ວນກອງກຳລັງຝ່າຍຄວາມມືດເຫັນວ່າພວກມັນບໍ່ໄດ້ມີອຳນາດເໜືອທຸກສິ່ງ; ພວກມັນເຂົ້າໃຈວ່າ ຖ້າພາລະກິດຂອງພຣະຄຣິສສຳເລັດ ການປົກຄອງຂອງພວກມັນກໍຈະສິ້ນສຸດລົງໃນບໍ່ຊ້າ. ຊາຕານຄຳລາມເໝືອນສິງໂຕທີ່ຖືກລ່າມໂສ້ໄວ້ ແລະ ທ້າທາຍສະຫວັນ ໂດຍການສະແດງອຳນາດເໜືອຮ່າງກາຍ ແລະ ຈິດວິນຍານຂອງມະນຸດ. {GC 513.3}

ພຣະຄຳພີໃໝ່ຂຽນໄວ້ຢ່າງຈະແຈ້ງວ່າ ມີຜູ້ຄົນທີ່ເຄີຍຖືກຜີເຂົ້າສິງ, ເຊິ່ງຄົນເຫຼົ່ານັ້ນບໍ່ໄດ້ພຽງແຕ່ເຈັບປ່ວຍຍ້ອນພະຍາດໂຣຄາເທົ່ານັ້ນ. ພຣະຄຣິສຊົງເຂົ້າໃຈຢ່າງຖ່ອງແທ້ວ່າ ພຣະອົງກຳລັງຮັບມືກັບເຫຼົ່າທູດແຫ່ງຄວາມຊົ່ວຮ້າຍ ແລະ ກິດຈະການງານຂອງພວກມັນ. {GC 514.1}

ເລື່ອງໃນພຣະຄຳພີຂອງການປິ່ນປົວສອງຄົນທີ່ຖືກຜີເຂົ້າສິງຢູ່ເມືອງເຄຣາເຊນ2 ສະແດງໃຫ້ເຫັນທັງຈຳນວນ, ອຳນາດ ແລະ ຄວາມຊົ່ວຮ້າຍຂອງເຫຼົ່າທູດຝ່າຍອະທຳ, ພ້ອມທັງຣິດອຳນາດ ແລະ ພຣະເມດຕາຂອງພຣະຄຣິສ. ຄົນທີ່ຖືກຜີສິງເຫຼົ່ານັ້ນບໍ່ຍອມຟັງໃຜ; ພວກເຂົາບິດຕົວດິ້ນຮົນ, ນ້ຳລາຍຟູມປາກ, ຮ້ອງໂຮ່ດ້ວຍຄວາມບ້າຄັ່ງ, ທຳຮ້າຍຕົນເອງ ແລະ ເປັນອັນຕະລາຍຕໍ່ທຸກຄົນທີ່ເຂົ້າມາໃກ້. ຮ່າງກາຍທີ່ບິດບ້ຽວ ແລະ ເຕັມໄປດ້ວຍບາດແຜເລືອດໄຫຼ ພ້ອມທັງຈິດໃຈທີ່ວຸ້ນວາຍຂາດສະຕິຂອງພວກເຂົາ ເປັນພາບທີ່ເຮັດໃຫ້ເຈົ້າແຫ່ງຄວາມມືດພໍໃຈຫຼາຍ. ຜີໂຕໜຶ່ງທີ່ຄວບຄຸມຜູ້ຊາຍທັງສອງຄົນໄດ້ເວົ້າວ່າ, ມັນ “ຊື່ກອງພົນ ເພາະວ່າພວກເຮົາມີຫຼາຍໂຕດ້ວຍກັນ.” (ມາຣະໂກ 5:9 ດັດແປງຈາກສະບັບ THSV). ໃນກອງທັບໂຣມ ໜຶ່ງກອງພົນປະກອບດ້ວຍທະຫານສາມພັນເຖິງຫ້າພັນຄົນ. ພັກພວກຂອງຊາຕານກໍຖືກຈັດຕັ້ງເປັນກອງເຊັ່ນກັນ ແລະ ກອງຜີໂສໂຄກທີ່ເຂົ້າສິງສອງຄົນນັ້ນ ມີຈຳນວນບໍ່ໜ້ອຍກວ່າໜຶ່ງກອງພົນ. {GC 514.2}

ເມື່ອພຣະເຢຊູຊົງບັນຊາແລ້ວ ຜີຮ້າຍກໍອອກຈາກສອງຄົນນັ້ນ. ພວກເຂົາຈຶ່ງມານັ່ງຢູ່ໃກ້ພຣະບາດຂອງພຣະ­ຜູ້ຊ່ວຍ­ໃຫ້ລອດຢ່າງສະຫງົບ, ສຸພາບອ່ອນໂຍນ ແລະ ມີສະຕິຄົບຖ້ວນ. ແຕ່ຜີຮ້າຍທັງກອງພົນນັ້ນໄດ້ຮັບອະນຸຍາດໃຫ້ເຂົ້າສິງຝູງໝູ ແລ້ວກໍຕ້ອນພວກມັນໂດດລົງຕາຍໃນທະເລ. ຊາວເມືອງເຄຣາເຊນເຫັນວ່າ ການສູນເສຍໝູນັ້ນສຳຄັນກວ່າພຣະພອນແຫ່ງການຮັກສາຂອງພຣະຄຣິສ; ພວກເຂົາຈຶ່ງຂໍຮ້ອງໃຫ້ພຣະອົງສະເດັດອອກຈາກເຂດແດນຂອງພວກເຂົາ. ນີ້ແມ່ນຜົນທີ່ຊາຕານຕ້ອງການ; ມັນປຸກປັ່ນຄວາມຢ້ານກົວ ແລະ ຄວາມເຫັນແກ່ຕົວຂອງປະຊາຊົນ ໂດຍການກ່າວຫາພຣະເຢຊູວ່າເປັນຕົ້ນເຫດຂອງການສູນເສຍ ເພື່ອກີດກັນບໍ່ໃຫ້ພວກເຂົາຮັບຟັງພຣະຄຳຂອງພຣະອົງ. ຊາຕານຫາເລື່ອງທີ່ຈະກ່າວຫາຄຣິສຕຽນຢູ່ສະເໝີວ່າ ເປັນສາເຫດຂອງການສູນເສຍ ແລະ ຄວາມທຸກຍາກລຳບາກ ແທນທີ່ຈະຍອມຮັບຄຳຕິຕຽນທີ່ຄວນຕົກໃສ່ຕົວມັນເອງ ແລະ ພັກພວກບໍລິວານຂອງມັນ. {GC 514.3}

ເຖິງຢ່າງໃດກໍຕາມ, ພຣະປະສົງຂອງພຣະຄຣິສບໍ່ໄດ້ລົ້ມເຫຼວ. ພຣະອົງຊົງອະນຸຍາດໃຫ້ຜີຮ້າຍທຳລາຍຝູງໝູ ເພື່ອເປັນການຕຳໜິຊາວຢິວທີ່ລ້ຽງສັດບໍ່ສະອາດເຫຼົ່ານີ້ເພື່ອຫາກຳໄລ. ຖ້າພຣະຄຣິສບໍ່ໄດ້ຢັບຢັ້ງຫ້າມປາມພວກຜີຮ້າຍໄວ້ ພວກມັນຄົງຈະບໍ່ທຳລາຍພຽງແຕ່ຝູງໝູເທົ່ານັ້ນ ແຕ່ຈະຜັກດັນທັງຜູ້ລ້ຽງ ແລະ ເຈົ້າຂອງໝູລົງທະເລນຳ. ທີ່ຜູ້ລ້ຽງ ແລະ ເຈົ້າຂອງໝູລອດຊີວິດໄດ້ນັ້ນ ແມ່ນຍ້ອນພຣະເມດຕາ ແລະ ຣິດອຳນາດຂອງພຣະອົງທີ່ຊົງຊ່ວຍພວກເຂົາ. ຍິ່ງໄປກວ່ານັ້ນ, ພຣະອົງຊົງອະນຸຍາດໃຫ້ເຫດການນີ້ເກີດຂຶ້ນ ເພື່ອໃຫ້ພວກສາວົກຂອງພຣະອົງໄດ້ເຫັນອຳນາດອັນໂຫດຮ້າຍທາລຸນຂອງຊາຕານທີ່ມີເໜືອມະນຸດ ແລະ ສັດ. ພຣະ­ຜູ້ຊ່ວຍ­ໃຫ້ລອດຊົງປາຖະໜາໃຫ້ຜູ້ຕິດຕາມພຣະອົງ ຮູ້ຈັກສັດຕູທີ່ພວກເຂົາຈະຕ້ອງປະເຊີນພົບພໍ້ ເພື່ອຈະບໍ່ຖືກຫຼອກລວງ ແລະ ພ່າຍແພ້ຕໍ່ກົນອຸບາຍຂອງມັນ. ພຣະອົງຍັງປາຖະໜາໃຫ້ປະຊາຊົນໃນເຂດນັ້ນ ໄດ້ເຫັນຣິດອຳນາດຂອງພຣະອົງທີ່ສາມາດທຳລາຍເຄື່ອງຜູກມັດຂອງຊາຕານ ແລະ ປົດປ່ອຍຊະເລີຍຂອງມັນ. ເຖິງແມ່ນວ່າພຣະເຢຊູໄດ້ສະເດັດອອກຈາກເຂດແດນນັ້ນໄປ ຜູ້ທີ່ໄດ້ຮັບການປົດປ່ອຍຈາກກອງຜີຮ້າຍນັ້ນກໍຍັງຢູ່ເພື່ອປະກາດເຖິງຄວາມເມດຕາຂອງພຣະອົງ ຜູ້ປະທານພອນໃຫ້ແກ່ປະຊາຊົນ. {GC 515.1}

ເຫດການອື່ນໆທີ່ຄ້າຍຄືກັນນີ້ ໄດ້ຮັບການບັນທຶກໄວ້ໃນພຣະຄຳພີ. ພຣະ­ຜູ້ຊ່ວຍ­ໃຫ້ລອດຜູ້ຊົງມີພຣະໄທເມດຕາໄດ້ປິ່ນປົວຫຼາຍຄົນທີ່ຖືກຜີສິງ, ຕົວຢ່າງເຊັ່ນ: ລູກສາວຂອງແມ່ຍິງຊາວຊີເຣຍ-ໂຟນີເຊຍທີ່ຖືກຜີສິງຢ່າງຮ້າຍແຮງ, ພຣະເຢຊູໄດ້ຂັບໄລ່ຜີໂຕນັ້ນອອກ ດ້ວຍພຣະຄຳຂອງພຣະອົງ;3 “ຊາຍຜູ້ໜຶ່ງທີ່ມີຜີມານຮ້າຍເຂົ້າສິງ ທັງຕາບອດ ແລະ ປາກກືກ;”4 ຊາຍໜຸ່ມຄົນໜຶ່ງທີ່ມີຜີສິງ ຈົນເຮັດໃຫ້ລາວປາກກືກ, ຜີນັ້ນມັກຈະ “ຊຸກລາວຕົກນ້ຳ ແລະ ຕົກໃສ່ໄຟເພື່ອຂ້າລາວ;”5 ຄົນບ້າທີ່ລົບກວນຄວາມສະຫງົບໃນວັນສະບາໂຕທີ່ທຳມະສາລາ ຢູ່ເມືອງກາເປນາອູມ, ຜູ້ຖືກ “ຜີມານຮ້າຍເຂົ້າສິງຢູ່ ເຊິ່ງເປັນວິນຍານສົກກະປົກ.”6 ຄົນເຫຼົ່ານີ້ໄດ້ຮັບການປິ່ນປົວດ້ວຍພຣະເມດຕາກະລຸນາຂອງພຣະອົງ. ໃນເກືອບທຸກກໍລະນີ, ພຣະຄຣິສຊົງກ່າວກັບຜີຮ້າຍເໝືອນວ່າ ຜີນັ້ນເປັນບຸກຄົນຜູ້ມີສະຕິປັນຍາ. ພຣະອົງສັ່ງໃຫ້ມັນອອກຈາກຜູ້ທີ່ມັນເຂົ້າສິງ ແລະ ບໍ່ໃຫ້ມັນທໍລະມານຜູ້ນັ້ນອີກຕໍ່ໄປ. ເມື່ອຜູ້ນະມັດສະການທີ່ເມືອງກາເປນາອູມ ໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງແລ້ວ, “ຕ່າງກໍພາກັນປະຫຼາດໃຈ ແລະ ເວົ້າກັນວ່າ, ‘ຖ້ອຍຄຳເຫຼົ່ານີ້ແມ່ນຫຍັງ? ເພາະວ່າເພິ່ນໄດ້ສັ່ງວິນຍານສົກກະປົກເຫຼົ່ານີ້ດ້ວຍສິດອຳນາດ ແລະ ຣິດເດດ ແລ້ວມັນກໍອອກມາ!’” (ລູກາ 4:36 LCV). {GC 515.2}

ພຣະຄຳພີສອນວ່າ ຄົນທີ່ຖືກຜີສິງມັກຈະຢູ່ໃນສະພາບທີ່ທຸກທໍລະມານຫຼາຍ, ແຕ່ກໍມີບາງກໍລະນີທີ່ບໍ່ໄດ້ເປັນຢ່າງນັ້ນ. ບາງຄົນໄດ້ຕ້ອນຮັບເອົາພະລັງຣິດ­ເດດເໜືອທຳ­ມະຊາດຈາກຊາຕານ, ແນ່ນອນວ່າ ຄົນເຫຼົ່ານີ້ບໍ່ມີການຕໍ່ສູ້ກັບພວກຜີຮ້າຍເລີຍ. ຄົນທີ່ມີວິນຍານໃນການທຳນວາຍກໍຈັດຢູ່ໃນພວກນີ້ເຊັ່ນ: ຊີໂມນໝໍເວດມົນຄາຖາ, ເອລີມາໝໍເວດມົນຄາຖາ ແລະ ຍິງສາວທີ່ຕິດຕາມອາຈານໂປໂລກັບຊີລາ ຢູ່ເມືອງຟີລິບປອຍ. {GC 516.1}

ໄພອັນຕະລາຍ

ພຣະຄຳພີສອນໄວ້ຢ່າງຈະແຈ້ງ ແລະ ພຽງພໍແລ້ວວ່າ ພະຍາມານ ແລະ ເຫຼົ່າທູດຂອງມັນມີຢູ່ຈິງ ແລະ ເຄື່ອນໄຫວຢູ່. ແຕ່ຜູ້ທີ່ປະຕິເສດຄວາມຈິງນີ້ ເປັນຜູ້ທີ່ຕົກຢູ່ໃນໄພອັນຕະລາຍທີ່ສຸດຈາກອຳນາດຂອງວິນຍານຊົ່ວ. ຕາບໃດທີ່ພວກເຮົາບໍ່ຮູ້ເທົ່າທັນອຸບາຍຂອງພວກມັນ, ທູດຂອງຊາຕານກໍຈະໄດ້ປຽບຢ່າງໃຫຍ່ຫຼວງເກີນທີ່ຈະນຶກຄິດໄດ້. ຫຼາຍຄົນເຊື່ອຟັງຄຳແນະນຳຂອງຜີມານຮ້າຍ ໂດຍຄິດວ່າຕົນກຳລັງເຮັດຕາມສະຕິປັນຍາຂອງຕົນເອງ. ດ້ວຍເຫດນີ້, ເມື່ອພວກເຮົາເຂົ້າໃກ້ວາລະສຸດທ້າຍ ຊາຕານຈະໃຊ້ອຳນາດອັນຍິ່ງໃຫຍ່ທີ່ສຸດຂອງມັນເພື່ອຫຼອກລວງ ແລະ ທຳລາຍ ໂດຍການເຮັດໃຫ້ຄົນທົ່ວໂລກເຊື່ອວ່າມັນບໍ່ມີຢູ່ຈິງ. ນີ້ຄືແຜນການຂອງມັນທີ່ຈະເຊື່ອງຊ່ອນຕົວເອງ ແລະ ວິທີການປະຕິບັດພາລະກິດຂອງມັນ. {GC 516.2}

ສິ່ງທີ່ຊາຕານຢ້ານກົວຫຼາຍທີ່ສຸດ ແມ່ນການທີ່ພວກເຮົາຈະຮູ້ເທົ່າທັນກົນອຸບາຍຂອງມັນ. ເພື່ອປິດບັງຕົວເອງ ແລະ ຈຸດປະສົງທີ່ແທ້ຈິງ, ມັນໄດ້ສ້າງພາບພົດຂອງຕົນໃຫ້ຄົນເຫັນວ່າ “ຊາຕານ” ເປັນພຽງເລື່ອງຕະຫຼົກ ຫຼື ເລື່ອງໜ້າດູໝິ່ນເທົ່ານັ້ນ. ມັນພໍໃຈເມື່ອຄົນວາດພາບຂອງມັນເປັນຕົວຕະຫຼົກ ຫຼື ສິ່ງໜ້າກຽດຊັງທີ່ມີຮູບຮ່າງປະຫຼາດເຄິ່ງສັດເຄິ່ງຄົນ. ມັນພໍໃຈເມື່ອໄດ້ຍິນຄົນທີ່ຄິດວ່າຕົນສະຫຼາດ ແລະ ມີຄວາມຮູ້ ເອົາຊື່ຂອງມັນມາເວົ້າຕະຫຼົກຄົບຂັນ ຫຼື ໃຊ້ໃນການດູໝິ່ນເຍາະເຍີ້ຍ. {GC 516.3}

ຍ້ອນມັນເຊື່ອງຊ່ອນຕົວມັນເອງດ້ວຍຄວາມຊຳນານທີ່ສຸດ ຄົນຈຶ່ງພາກັນຖາມວ່າ: “ຊາຕານມີຢູ່ຈິງແທ້ບໍ?” ການທີ່ວົງການສາສະໜາຍອມຮັບທິດສະດີທີ່ຂັດແຍ້ງກັບຂໍ້ຄວາມອັນຈະແຈ້ງຂອງພຣະຄຳພີ ສະແດງໃຫ້ເຫັນເຖິງຄວາມສຳເລັດຂອງມັນ. ຜູ້ທີ່ຊາຕານສາມາດຄວບຄຸມຈິດໃຈງ່າຍທີ່ສຸດ ຄືຜູ້ທີ່ຮູ້ເທົ່າບໍ່ເຖິງອິດທິພົນຂອງມັນ. ດ້ວຍເຫດນີ້, ພຣະຄຳຂອງພຣະເຈົ້າຈຶ່ງໄດ້ເປີດເຜີຍຕົວຢ່າງຫຼາຍກໍລະນີ ກ່ຽວກັບວຽກງານອັນຊົ່ວຮ້າຍຂອງຊາຕານ ເພື່ອເປີດໂປງກຳລັງອັນລີ້ລັບຂອງມັນ ແລະ ເຕືອນພວກເຮົາໃຫ້ລະວັງການໂຈມຕີຂອງມັນ. {GC 517.1}

ປອດໄພເມື່ອຕິດຕາມພຣະເຢຊູ

ຣິດອຳນາດ ແລະ ການປອງຮ້າຍຂອງຊາຕານ ພ້ອມດ້ວຍເຫຼົ່າທູດຂອງມັນອາດເຮັດໃຫ້ພວກເຮົາຢ້ານກົວໄດ້, ແຕ່ເຮົາບໍ່ຕ້ອງຢ້ານ ເພາະພຣະຜູ້ໄຖ່ຂອງພວກເຮົາຊົງມີຣິດອຳນາດທີ່ຍິ່ງໃຫຍ່ກວ່າຊາຕານ ແລະ ພວກເຮົາສາມາດລີ້ໄພ ແລະ ຮັບການຊ່ວຍກູ້ໄດ້ຈາກພຣະອົງ. ພວກເຮົາມີຄວາມລະມັດລະວັງຈຶ່ງລົງກອນໃສ່ກະແຈບ້ານເຮືອນ ເພື່ອປົກປ້ອງຊັບສິນ ແລະ ຊີວິດຄົນໃນຄອບຄົວຈາກຄົນຊົ່ວ, ແຕ່ພວກເຮົາແທບບໍ່ໄດ້ຄິດເຖິງວິນຍານຊົ່ວ ທີ່ຊອກຫາໂອກາດເຂົ້າຫາພວກເຮົາຢູ່ຕະຫຼອດເວລາ. ໂດຍກຳລັງຂອງຕົນເອງແລ້ວ ພວກເຮົາບໍ່ສາມາດຕ້ານທານການໂຈມຕີຂອງພວກມັນໄດ້ເລີຍ. ຖ້າໄດ້ຮັບອະນຸຍາດ ພວກມັນສາມາດລົບກວນຈິດໃຈ, ທໍລະມານຮ່າງກາຍ, ທຳລາຍຊັບສິນ ແລະ ຊີວິດຂອງພວກເຮົາ. ຄວາມເພິງພໍໃຈອັນດຽວຂອງພວກມັນ ແມ່ນການສ້າງຄວາມທຸກ­ທໍລະ­ມານ ແລະ ການທຳລາຍ. ບາງຄົນຕໍ່ຕ້ານພຣະປະສົງຂອງພຣະເຈົ້າ ແລະ ຍິນຍອມຕໍ່ການລໍ້ລວງຂອງຊາຕານ ຈົນພຣະເຈົ້າຕ້ອງປະປ່ອຍພວກເຂົາໃຫ້ວິນຍານຊົ່ວຄອບງຳ. ຄົນເຫຼົ່ານັ້ນຢູ່ໃນສະພາບທີ່ໜ້າຢ້ານກົວແທ້ໆ. ແຕ່ຜູ້ທີ່ຕິດຕາມພຣະຄຣິສຈະປອດໄພສະເໝີ ພາຍໃຕ້ການປົກປັກຮັກສາຂອງພຣະອົງ. ພຣະເຈົ້າສົ່ງທູດສະຫວັນຜູ້ມີຣິດອຳນາດມາປົກປ້ອງພວກເຂົາ. ຊາຕານມານຮ້າຍກໍບໍ່ສາມາດທະລຸດ່ານທີ່ພຣະເຈົ້າຈັດວາງໄວ້ອ້ອມຮອບໄພ່ພົນຂອງພຣະອົງໄດ້. {GC 517.2}


  1. ເຮັບເຣີ 1:14 LCV. ↩

  2. ຜູ້ຂຽນໃຊ້ຊື່ “ກາດາຣາ” ຕາມມາຣະໂກ 5:1 ສະບັບ KJV. ↩

  3. ເບິ່ງ ມາຣະໂກ 7:26–30. ↩

  4. ມັດທາຍ 12:22 LCV. ↩

  5. ມາຣະໂກ 9:17–27 LCV. ↩

  6. ລູກາ 4:33–36 LCV. ↩